ຜູ້ຕາງໜ້າໃຫ້ສາດສະໜາຈັກ
ພວກເຮົາຂໍໃຫ້ທ່ານ ຜູ້ເປັນຄູສອນປະຈຳບ້ານ ໃຫ້ເປັນຜູ້ຕາງໜ້າຂອງພຣະເຈົ້າຕໍ່ລູກໆຂອງພຣະອົງ, ເພື່ອໃຫ້ຮັກ ແລະ ດູແລ ແລະ ອະທິຖານເພື່ອຜູ້ທີ່ທ່ານໄດ້ຖືກມອບໝາຍໃຫ້ດູແລ.
ເມື່ອບໍ່ດົນມານີ້ ເອື້ອຍນ້ອງໂສດຄົນໜຶ່ງ, ຂ້າພະເຈົ້າຈະເອີ້ນນາງວ່າ ມໍລີ, ໄດ້ກັບມາບ້ານຈາກການທຳງານ ແລະ ເຫັນຫ້ອງໃຕ້ດິນຂອງນາງເຕັມໄປດ້ວຍນ້ຳ ສູງປະມານ 5 ຊັງຕີແມັດ. ທັນທີ ນາງໄດ້ຄິດວ່າ ຄົນຂ້າງບ້ານທີ່ໃຊ້ທໍ່ນ້ຳດຽວກັນ ຄົງຊັກເຄື່ອງ ແລະ ອາບນ້ຳຫລາຍ ຈົນວ່ານ້ຳອັ່ງຖ້ວມ.
ຫລັງຈາກນາງມໍລີໄດ້ໂທຫາເພື່ອນຄົນໜຶ່ງໃຫ້ມາຊ່ວຍເຫລືອ, ທັງສອງໄດ້ເລີ່ມຕົ້ນຕັກນ້ຳອອກ ແລະ ຖູພື້ນ. ແລ້ວມີສຽງຄົນມາກົດກະດິງປະຕູບ້ານ. ເພື່ອນຂອງນາງເວົ້າຂຶ້ນວ່າ, “ນັ້ນແມ່ນ ຄູສອນປະຈຳບ້ານຂອງເຈົ້າ!”
ນາງມໍລີ ກໍຫົວຂຶ້ນ. “ມັນ ເປັນ ມື້ສຸດທ້າຍຂອງເດືອນ,” ນາງຕອບ, “ແຕ່ຂ້ອຍແນ່ໃຈວ່າ ນັ້ນ ບໍ່ ແມ່ນຄູສອນປະຈຳບ້ານຂອງຂ້ອຍ.”
ດ້ວຍຕີນເປົ່າ, ໂສ້ງປຽກ, ຜົມພັນດ້ວຍຜ້າ, ແລະ ໃສ່ຖົງມືຢາງ, ນາງມໍລີ ໄດ້ຍ່າງໄປຫາປະຕູ. ແຕ່ການແຕ່ງກາຍທີ່ທຳມະດາຂອງນາງ ຍັງບໍ່ເທົ່າກັບພາບທຳມະດາ ຂອງຜູ້ຄົນທີ່ຢືນຢູ່ໜ້າປະຕູເຮືອນຂອງນາງ. ນັ້ນ ແມ່ນ ຄູສອນປະຈຳບ້ານຂອງນາງ!
“ບໍ່ເປັນຕາເຊື່ອ!” ຕໍ່ມານາງໄດ້ບອກຂ້າພະເຈົ້າ. “ນັ້ນຄື ການມະຫັດສະຈັນ ທີ່ບັນດາເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ແບ່ງປັນຢູ່ໃນກອງປະຊຸມໃຫຍ່ສາມັນ!” ນາງໄດ້ເວົ້າຕື່ມວ່າ “ຂ້ານ້ອຍບໍ່ຮູ້ວ່າ ຄວນຈູບເຂົາເຈົ້າ ຫລື ເດ່ໄມ້ຖູເຮືອນໃຫ້ເຂົາເຈົ້າ. ເຂົາເຈົ້າໄດ້ເວົ້າວ່າ, ‘ໂອ້ ມໍລີ, ຂໍໂທດເດີ. ພວກເຮົາເຫັນວ່າເຈົ້າກຳລັງຫຍຸ້ງ. ພວກເຮົາບໍ່ຢາກລົບກວນເຈົ້າ, ສະນັ້ນພວກເຮົາຈະກັບມາມື້ໃໝ່ເດີ.’ ແລະ ເຂົາເຈົ້າກໍໄດ້ອອກເມືອ.”
“ແມ່ນໃຜມາ?” ເພື່ອນຂອງນາງເອີ້ນມາຈາກຫ້ອງໃຕ້ດິນ.
“ຂ້ານ້ອຍຢາກເວົ້າວ່າ, ‘ບໍ່ແມ່ນຊາວນີໄຟສາມຄົນນັ້ນ,’” ນາງມໍລີ ໄດ້ເວົ້າ, “ແຕ່ຂ້ານ້ອຍໄດ້ພະຍາຍາມທຳໃຈ ແລະ ໄດ້ເວົ້າອອກໄປແບບໃຈເຢັນວ່າ, ‘ຄູສອນປະຈຳບ້ານ, ແຕ່ເຂົາເຈົ້າຄິດວ່າ ມັນເປັນເວລາທີ່ບໍ່ເໝາະສົມ ທີ່ຈະມອບຂ່າວສານໃຫ້.’”1
ອ້າຍນ້ອງທັງຫລາຍ, ຂໍໃຫ້ເຮົາຈົ່ງສຳຫລວດເບິ່ງໜ້າທີ່ຖານະປະໂລຫິດຂອງເຮົາ ຊຶ່ງໄດ້ຖືກບັນຍາຍໄວ້ວ່າ ເປັນແຫລ່ງຊ່ວຍເຫລືອທຳອິດຂອງສາດສະໜາຈັກ ຕໍ່ບຸກຄົນ ແລະ ຄອບຄົວ.2 ປ່າໄມ້ເກືອບໝົດທັງປ່າແລ້ວ ເພື່ອເອົາມາໃຊ້ເຮັດອຸປະກອນການສອນກ່ຽວກັບເລື່ອງນີ້. ມີການປາໄສຫລາຍພັນເທື່ອ ເລື່ອງການຊຸກຍູ້ການສອນປະຈຳບ້ານ. ເຮົາຮູ້ວ່າ ເຮົາຮູ້ສຶກຜິດຫລາຍໃນເລື່ອງນີ້. ແຕ່ເຮົາຍັງມີບັນຫາໃນການບັນລຸໜ້າທີ່ນີ້ຢູ່ ແລະ ຍັງໄກຈາກມາດຕະຖານທີ່ຕັ້ງໄວ້ ໃນຂໍ້ພຣະບັນຍັດຂອງພຣະຜູ້ເປັນເຈົ້າ ທີ່ວ່າ ໃຫ້ດູແລສາດສະໜາຈັກສະເໝີ3 ຜ່ານທາງການສອນປະຈຳບ້ານຂອງຖານະປະໂລຫິດ.
ພາກສ່ວນໜຶ່ງຂອງການທ້າທາຍທີ່ເຮົາປະເຊີນຢູ່ ແມ່ນສະຖິຕິຂອງຈຳນວນສະມາຊິກ ໃນສາດສະໜາຈັກ. ເຮົາຮູ້ວ່າ ໂດຍທີ່ຈຳນວນສະມາຊິກພາບຂອງພວກເຮົາໃນເວລານີ້ ມີຫລາຍກວ່າ 30,000 ຫວອດ ແລະ ສາຂາ, ຊຶ່ງຕັ້ງຢູ່ໃນ 188 ປະເທດ ແລະ ໃນດິນແດນຕ່າງໆ, ຈຶ່ງຍາກທີ່ຈະໄປຢ້ຽມຢາມບ້ານເຮືອນຂອງອ້າຍເອື້ອຍນ້ອງສະມາຊິກ ຫລາຍກວ່າຕອນສາດສະໜາຈັກເລີ່ມຕົ້ນ ຊຶ່ງຕອນນັ້ນເພື່ອນບ້ານໄດ້ສອນກັນແລະກັນ ໃນສິ່ງທີ່ເອີ້ນວ່າ “ການສອນໃນຊອຍ.”
ຍິ່ງໄປກວ່ານັ້ນ, ໃນຫລາຍໆໜ່ວຍຂອງສາດສະໜາຈັກ, ກໍມີຜູ້ດຳລົງຖານະປະໂລຫິດຈຳນວນໜ້ອຍ ທີ່ສາມາດໄປຢ້ຽມຢາມ, ສະນັ້ນ ເຂົາເຈົ້າຈຶ່ງຕ້ອງດູແລປະມານ 18 ເຖິງ 20 ຄອບຄົວ—ຫລື ຫລາຍກວ່ານັ້ນ. ບາງກໍລະນີ ເຂົາເຈົ້າຕ້ອງໄດ້ເດີນທາງໄກ, ມີການໃຊ້ຈ່າຍສູງກັບການເດີນທາງ ແຕ່ຍານພາຫະນະພັດຫາຍາກ, ທັງຕ້ອງທຳງານທັງວັນຕະຫລອດອາທິດ. ແລະ ຕໍ່ຜູ້ທີ່ອາໄສຢູ່ໃນບ່ອນທີ່ບໍ່ສາມາດຕ້ອນຮັບຄູສອນປະຈຳບ້ານທີ່ບໍ່ໄດ້ຮັບເຊີນ ແລະ ມີບັນຫາເລື່ອງຄວາມປອດໄພ ຊຶ່ງມີຢູ່ໃນຫລາຍປະເທດທົ່ວໂລກ—ພວກເຮົາກໍເຫັນຄວາມສັບສົນຂອງບັນຫານີ້.
ອ້າຍນ້ອງທັງຫລາຍ, ໃນສະພາບການ ແລະ ໃນສະພາບແວດລ້ອມທີ່ເຮົາສາມາດເຮັດໄດ້, ເຮົາກໍຄວນພະຍາຍາມໄປຢ້ຽມຢາມຄອບຄົວເດືອນລະເທື່ອ ຕາມທີ່ສາດສະໜາຈັກຄາດໝາຍ. ແຕ່ພວກເຮົາຮູ້ວ່າ ມີຫລາຍບ່ອນໃນໂລກ ທີ່ບໍ່ສາມາດບັນລຸເປົ້າໝາຍນີ້ ແລະ ພວກເຮົາໄດ້ເຮັດໃຫ້ອ້າຍນ້ອງຮູ້ສຶກຜິດ ເມື່ອພວກເຮົາໄດ້ຂໍໃຫ້ເຂົາເຈົ້າ ເຮັດສິ່ງທີ່ເປັນໄປບໍ່ໄດ້. ຝ່າຍປະທານສູງສຸດ ໄດ້ຂຽນຈົດໝາຍເຖິງຜູ້ນຳຖານະປະໂລຫິດຂອງສາດສະໜາຈັກ ໃນເດືອນທັນວາ ປີ 2001, ເພື່ອໃຫ້ຄຳແນະນຳທີ່ດົນໃຈ ແລະ ເປັນປະໂຫຍດຫລາຍ ນີ້ວ່າ: “ມີຫລາຍສະຖານທີ່ ຢູ່ໃນສາດສະໜາຈັກ,” ພວກເພິ່ນຂຽນ, “ບ່ອນທີ່ … ການສອນປະຈຳບ້ານເດືອນລະເທື່ອ ຍັງເປັນໄປບໍ່ໄດ້ ເພາະບໍ່ມີຜູ້ດຳລົງຖານະປະໂລຫິດພຽງພໍ ແລະ ເນື່ອງດ້ວຍການທ້າທາຍຕ່າງໆຢູ່ໃນທ້ອງຖິ່ນ. ພວກເຮົາເຄີຍໄດ້ກ່າວເຖິງບາງຢ່າງມາແລ້ວ. “ໃນກໍລະນີດັ່ງກ່າວ,” ພວກເພິ່ນໄດ້ກ່າວຕໍ່ໄປ, “ຜູ້ນຳຄວນເຮັດໃຫ້ດີທີ່ສຸດ ເທົ່າທີ່ຕົນຈະສາມາດເຮັດໄດ້ ເພື່ອໃຊ້ແຫລ່ງທີ່ເຂົາເຈົ້າມີ ເພື່ອດູແລ ແລະ ເພື່ອເພີ່ມຄວາມເຂັ້ມແຂງໃຫ້ແກ່ສະມາຊິກແຕ່ລະຄົນ.”4
ອ້າຍນ້ອງທັງຫລາຍ, ຖ້າຂ້າພະເຈົ້າປະເຊີນກັບສະພາບການທີ່ຫຍຸ້ງຍາກເຊັ່ນນັ້ນ ຢູ່ໃນຫວອດ ແລະ ໃນສາຂາຂອງຂ້າພະເຈົ້າ, ແລ້ວຂ້າພະເຈົ້າ ກັບຄູ່ສອນໜຸ່ມຂອງຂ້າພະເຈົ້າ ຈະເຮັດຕາມຄຳແນະນຳຂອງຝ່າຍປະທານສູງສຸດ (ຊຶ່ງມີຢູ່ໃນປຶ້ມນະໂຍບາຍ) ໃນທາງນີ້: ທຳອິດ, ເຖິງແມ່ນຕ້ອງໃຊ້ຫລາຍເດືອນໃນການບັນລຸສິ່ງດັ່ງກ່າວ, ເຮົາຄວນເຮັດຕາມຄຳສັ່ງ ທີ່ໃຫ້ໄປຢ້ຽມຢາມບ້ານເຮືອນຂອງສະມາຊິກແຕ່ລະຄົນ,5 ຕ້ອງຈັດເວລານັດໝາຍ ເພື່ອໄປຫາບ້ານເຮືອນເຫລົ່ານັ້ນ ໄວ້ໃນປະຕິທິນ ຕາມເວລາທີ່ເປັນໄປໄດ້. ໃຫ້ຈັດລຳດັບຄວາມສຳຄັນຂອງເວລາ ແລະ ການຕິດຕໍ່ ສຳລັບຜູ້ທີ່ຕ້ອງການເຮົາຫລາຍທີ່ສຸດ—ໄປຫາຜູ້ສົນໃຈທີ່ຜູ້ສອນສາດສະໜາກຳລັງສອນ, ໄປຫາສະມາຊິກໃໝ່, ໄປຫາຄົນປ່ວຍໂຊ, ໄປຫາຄົນທີ່ເປົ່າປ່ຽວດຽວດາຍ, ຄົນທີ່ບໍ່ເຂັ້ມແຂງໃນໂບດ, ຄອບຄົວທີ່ມີພໍ່ ຫລື ແມ່ ທີ່ລ້ຽງລູກດ້ວຍຕົວຄົນດຽວ, ແລະ ອື່ນໆ.
ໃນຂະນະທີ່ພະຍາຍາມຈັດຫາເວລາໄປຢ້ຽມຢາມທຸກຄອບຄົວ, ຊຶ່ງອາດໃຊ້ຫລາຍເດືອນທີ່ຈະສຳເລັດໄດ້, ເຮົາຕ້ອງມີການຕິດຕໍ່ໃນທາງອື່ນອີກກັບບຸກຄົນ ແລະ ຄອບຄົວ ໃນວິທີທາງທີ່ພຣະຜູ້ເປັນເຈົ້າໄດ້ຈັດໄວ້ໃຫ້. ແນ່ນອນວ່າເຮົາດູແລຄອບຄົວທີ່ເຮົາຖືກມອບໝາຍຢູ່ທີ່ໂບດ, ດັ່ງທີ່ພຣະຄຳພີ ບອກວ່າ ຄວນ “ສົນທະນາກ່ຽວກັບຄວາມຜາສຸກຂອງຈິດວິນຍານຂອງພວກເຂົາ.”6 ນອກເໜືອຈາກນັ້ນ, ເຮົາຍັງສາມາດໂທຫາ, ສົ່ງອີເມວ ແລະ ສົ່ງຂໍ້ຄວາມທາງມືຖື, ແມ່ນແຕ່ ຕິດຕໍ່ທາງສື່ສານມວນຊົນ ທີ່ມີບໍລິການ ໃນອິນເຕີເນັດ. ໃນການກ່າວເຖິງຄວາມຕ້ອງການພິເສດ, ເຮົາສາມາດສົ່ງຂໍ້ຄວາມຈາກພຣະຄຳພີ ຫລື ຈາກຄຳປາໄສທີ່ກອງປະຊຸມໃຫຍ່ສາມັນ ຫລື ຂ່າວສານຂອງຊາວມໍມອນ ຈາກເວບໄຊ້ LDS.org. ໃນການເຮັດຕາມຈົດໝາຍຂອງຝ່າຍປະທານສູງສຸດ, ເຮົາຕ້ອງເຮັດໃຫ້ດີທີ່ສຸດ ເທົ່າທີ່ເຮົາສາມາດເຮັດໄດ້ ໃນສະພາບການທີ່ເຮົາປະເຊີນຢູ່ ດ້ວຍແຫລ່ງທີ່ມີໄວ້ໃຫ້ບໍລິການ.
ອ້າຍນ້ອງທັງຫລາຍ, ສິ່ງທີ່ຂ້າພະເຈົ້າກ່າວໃນຄ່ຳຄືນນີ້ ແມ່ນເພື່ອຂະຫຍາຍຄວາມເຂົ້າໃຈຂອງທ່ານ ເລື່ອງການສອນປະຈຳບ້ານ. ໃນຮູບແບບໃໝ່ ຂໍໃຫ້ທ່ານເຫັນຕົວເອງ ເປັນຜູ້ຕາງໜ້າຂອງພຣະຜູ້ເປັນເຈົ້າ ຕໍ່ລູກໆຂອງພຣະອົງ. ນັ້ນໝາຍເຖິງ ການປ່ຽນຈາກວິທີທີ່ກະວົນກະວາຍ, ຈາກການເປັນເໝືອນດັ່ງກົດຂອງໂມເຊ, ການໄປຢ້ຽມຢາມໃນທ້າຍເດືອນ ດ້ວຍຄວາມຮີບຮ້ອນ ແລະ ມອບຂ່າວສານຈາກວາລະສານຂອງສາດສະໜາຈັກ ຊຶ່ງຄອບຄົວໄດ້ອ່ານມັນແລ້ວ. ພວກເຮົາຫວັງວ່າ, ທ່ານຈະຕັ້ງແບບແຜນທີ່ຈິງໃຈ, ມີຄວາມເປັນຫ່ວງເປັນໃຍຕໍ່ສະມາຊິກ, ດູແລ, ຊ່ວຍເຫລືອກັນແລະກັນ, ບອກກ່າວເຖິງຄວາມຕ້ອງການທາງວິນຍານ ແລະ ທາງໂລກ ໃນທາງທີ່ເປັນປະໂຫຍດ.
ບັດນີ້, ສິ່ງທີ່ “ນັບ” ວ່າເປັນການສອນປະຈຳບ້ານ ຄືທຸກສິ່ງທີ່ດີ ທີ່ທ່ານໄດ້ເຮັດ ຈະຖືກ “ນັບ,” ໄວ້. ສະນັ້ນຈົ່ງລາຍງານມັນທັງໝົດ! ການລາຍງານທີ່ສຳຄັນທີ່ສຸດ ແມ່ນວິທີທີ່ທ່ານໄດ້ເປັນພອນ ແລະ ດູແລ ຄົນທີ່ທ່ານຖືກມອບໝາຍໃຫ້ພິທັກຮັກສາ, ຊຶ່ງບໍ່ກ່ຽວຂ້ອງກັບວັນທີ ຫລື ສະຖານທີ່ໃດ ໂດຍສະເພາະ. ສິ່ງສຳຄັນແມ່ນຄວາມຮັກທີ່ທ່ານມີຕໍ່ຜູ້ຄົນຂອງທ່ານ ແລະ ການບັນລຸຕາມພຣະບັນຊາທີ່ໃຫ້ ດູແລສາດສະໜາຈັກສະເໝີ.”7
ໃນວັນທີ 30 ເດືອນພຶດສະພາ ປີກາຍນີ້, ເພື່ອນຂອງຂ້າພະເຈົ້າຊື່ ທຣອຍ ຣະໂຊ ໄດ້ຖອຍລົດປິກອັບ ອອກຈາກກະລ້າລົດ ຢ່າງຊ້າໆ ໃນມື້ທີ່ລາວຊິເອົາເຄື່ອງໄປບໍລິຈາກ ໃຫ້ບ່ອນຂາຍເຄື່ອງຂອງສາດສະໜາຈັກ. ລາວຮູ້ສຶກວ່າ ລໍ້ລົດຂ້າງຫລັງ ຢຽບສິ່ງໃດສິ່ງໜຶ່ງ. ລາວຄິດວ່າ ສິ່ງຂອງໄດ້ຕົກອອກຈາກລົດ, ຈຶ່ງໄດ້ອອກໄປເບິ່ງ ແລະ ເຫັນວ່າລາວໄດ້ຢຽບທ້າວ ອໍສະເຕັນ ລູກຊາຍ ອາຍຸເກົ້າປີ ຂອງລາວເອງ ຊຶ່ງນອນຂວ້າມໜ້າຢູ່. ການຮ້ອງໄຫ້, ພອນຂອງຖານະປະໂລຫິດ, ໜ່ວຍສຸກເສີນ, ກຸ່ມນາຍໝໍ—ເຂົາເຈົ້າທັງໝົດບໍ່ສາມາດຊ່ວຍຊີວິດທ້າວນ້ອຍໄວ້ໄດ້. ທ້າວ ອໍສະເຕັນ ໄດ້ຈາກໄປແລ້ວ.
ໂດຍທີ່ບໍ່ສາມາດຫລັບນອນ, ບໍ່ສາມາດສະຫງົບໃຈໄດ້, ທ້າວທຣອຍ ມີຄວາມໂສກເສົ້າຫລາຍທີ່ສຸດ. ລາວເວົ້າວ່າ ມັນເກີນກວ່າທີ່ລາວຈະສາມາດທົນກັບມັນໄດ້ ແລະ ລາວບໍ່ຢາກມີຊີວິດຢູ່ຕໍ່ໄປ. ແຕ່ໃນຂະນະທີ່ກຳລັງຈົມຢູ່ກັບຄວາມໂສກເສົ້າອັນໜັກໜ່ວງນັ້ນ ມີພະລັງສາມຢ່າງໄດ້ມາສູ່ລາວ.
ທຳອິດ ຄືວິນຍານແຫ່ງຄວາມຮັກ ແລະ ໃຫ້ຄວາມໝັ້ນໃຈ ຈາກພຣະບິດາຜູ້ສະຖິດຢູ່ໃນສະຫວັນ, ຊຶ່ງສື່ສານຜ່ານທາງພຣະວິນຍານບໍລິສຸດ ທີ່ໄດ້ມາປອບໂຍນທ້າວທຣອຍ, ໄດ້ສອນລາວ, ໄດ້ຮັກລາວ, ແລະ ໄດ້ສື່ມບອກລາວວ່າ ພຣະເຈົ້າຮູ້ທຸກສິ່ງກ່ຽວກັບການສູນເສຍບຸດທີ່ຈົບງາມ ແລະ ດີພ້ອມທຸກຢ່າງ. ທີສອງ ແມ່ນນາງດີດຣາ ພັນລະຍາຂອງລາວ, ຜູ້ໄດ້ໂອບກອດທ້າວທຣອຍ ແລະ ຮັກລາວ ແລະ ເຕືອນໃຈລາວວ່າ ນາງກໍໄດ້ສູນເສຍລູກຊາຍໄປຄືກັນ ແລະ ບໍ່ຢາກສູນເສຍສາມີຂອງນາງໄປອີກຄົນ. ທີສາມ ໃນເລື່ອງນີ້ແມ່ນບຣາເດີ ຈອນ ແມນນິງ, ຄູສອນປະຈຳບ້ານ ທີ່ດີເລີດ.
ຕາມຄວາມຈິງແລ້ວ, ຂ້າພະເຈົ້າບໍ່ຮູ້ວ່າ ບຣາເດີ ຈອນ ກັບຄູ່ສອນໜຸ່ມຂອງລາວໄດ້ໄປຢ້ຽມຢາມຄອບຄົວ ຣະໂຊ ຕອນໃດ, ຫລື ເຂົາເຈົ້າໄດ້ມອບຂ່າວສານໃດ ໃຫ້ຄອບຄົວຕອນເຂົາເຈົ້າໄປເຖິງ, ຫລື ເຂົາເຈົ້າໄດ້ລາຍງານການຢ້ຽມຢາມຂອງເຂົາເຈົ້າໃນແບບໃດ. ຂ້າພະເຈົ້າຮູ້ພຽງແຕ່ ໃນລະດູໃບໄມ້ປົ່ງຜ່ານມານີ້ ບຣາເດີ ແມນນິງ ໄດ້ເອື້ອມລົງໄປດຶງທ້າວທຣອຍ ຣະໂຊ ຂຶ້ນມາຈາກ ຫລຸມເລິກແຫ່ງຄວາມໂສກເສົ້າ ເນື່ອງດ້ວຍອຸບັດເຫດເທື່ອນັ້ນ ຄືກັບວ່າ ລາວໄດ້ອູ້ມເອົາທ້າວນ້ອຍ ອໍສະເຕັນ ຂຶ້ນມາດ້ວຍຕົວລາວເອງ. ໃນການເປັນຄູສອນປະຈຳບ້ານ ຫລື ເປັນຜູ້ດູແລ ຫລື ເປັນອ້າຍນ້ອງໃນພຣະກິດຕິຄຸນ ດັ່ງທີ່ລາວຄວນເປັນ, ບຣາເດີ ຈອນ ໄດ້ເອົາໃຈໃສ່ດູແລທ້າວທຣອຍ ຣະໂຊ. ລາວໄດ້ເລີ່ມຕົ້ນໂດຍການເວົ້າວ່າ, “ທຣອຍ, ທ້າວອໍສະເຕັນ, ຢາກໃຫ້ເຈົ້າດຳເນີນໄປໜ້າ—ຮ່ວມທັງການຫລິ້ນບານບ້ວງ—ສະນັ້ນ ຂ້ອຍຊິມາຫາເຈົ້າທຸກເຊົ້າ ປະມານ 5 ໂມງ 15 ນາທີ. ໃຫ້ເຈົ້າຕຽມພ້ອມເດີ ເພາະຂ້ອຍບໍ່ຢາກເຂົ້າໄປປຸກເຈົ້າ ໃຫ້ລຸກຈາກບ່ອນນອນ—ແລະ ຂ້ອຍ ຮູ້ວ່າ ນາງດີດຣາກໍບໍ່ຢາກໃຫ້ຂ້ອຍເຮັດແບບນັ້ນຄືກັນ.”
“ຂ້ານ້ອຍບໍ່ຢາກໄປ,” ຕໍ່ມາ ທ້າວທຣອຍ ໄດ້ບອກຂ້າພະເຈົ້າ, “ເພາະຂ້ານ້ອຍໄດ້ພາທ້າວ ອໍສະເຕັນ ໄປກັບຂ້ານ້ອຍເລື້ອຍໆທຸກເຊົ້າ ແລະ ຂ້ານ້ອຍຮູ້ວ່າ ຄວາມຊົງຈຳນັ້ນ ຊິເຮັດໃຫ້ຂ້ານ້ອຍເຈັບປວດຫລາຍ. ແຕ່ ບຣາເດີ ຈອນ ຊວນແລ້ວຊວນອີກ, ຂ້ານ້ອຍກໍເລີຍໄປ. ນັບແຕ່ເວລານັ້ນມາ, ພວກເຮົາໄດ້ເວົ້າລົມກັນ—ຫລື ມີແຕ່ຂ້ານ້ອຍເວົ້າຄົນດຽວ ແລະ ບຣາເດີ ຈອນ ເປັນຜູ້ຟັງ. ຂ້ານ້ອຍໄດ້ເວົ້າໄປສຸດທາງ ຂະນະທີ່ຂັບລົດໄປໂບດ ແລະ ໄດ້ເວົ້າສຸດທາງ ຕອນຂັບລົດກັບບ້ານ. ບາງເທື່ອ ຂ້ານ້ອຍໄດ້ເວົ້າຕອນຈອດລົດຢູ່ໜ້າບ້ານ ແລະ ຫລຽວເບິ່ງດວງອາທິດກຳລັງຂຶ້ນ ຢູ່ເມືອງລາສ໌ ເວກັສ. ຕອນທຳອິດກໍຍາກຫລາຍ, ແຕ່ເມື່ອເວລາຜ່ານໄປ ຂ້ານ້ອຍຮັບຮູ້ວ່າ ຂ້ານ້ອຍໄດ້ມີຄວາມເຂັ້ມແຂງຂຶ້ນເທື່ອລະເລັກ ເທື່ອລະໜ້ອຍ ດ້ວຍຄວາມຊ່ວຍເຫລືອຂອງຄົນຫຸ່ນສູງໃຫຍ່, ຍ່າງຊ້າໆ, ມັກຫລິ້ນບານ, ໂດດບໍ່ສູງ, ຜູ້ທີ່ຮັກຂ້ານ້ອຍ ແລະ ໄດ້ຮັບຟັງຂ້ານ້ອຍ ຈົນວ່າຂ້ານ້ອຍຢາກມີຊີວິດຢູ່ຕໍ່ໄປ.”8
ອ້າຍນ້ອງແຫ່ງຖານະປະໂລຫິດທີ່ສັກສິດຂອງຂ້າພະເຈົ້າ, ເມື່ອເຮົາກ່າວເຖິງການສອນປະຈຳບ້ານ ຫລື ການດູແລ, ຫລື ການປະຕິບັດຂອງຖານະປະໂລຫິດເປັນສ່ວນຕົວ—ຕາມແຕ່ທ່ານຈະເອີ້ນ—ນີ້ຄື ສິ່ງທີ່ພວກເຮົາກ່າວເຖິງ. ພວກເຮົາຂໍໃຫ້ທ່ານ ຜູ້ເປັນຄູສອນປະຈຳບ້ານ ໃຫ້ເປັນຜູ້ຕາງໜ້າຂອງພຣະເຈົ້າຕໍ່ລູກໆຂອງພຣະອົງ, ເພື່ອໃຫ້ຮັກ ແລະ ດູແລ ແລະ ອະທິຖານເພື່ອຜູ້ທີ່ທ່ານໄດ້ຖືກມອບໝາຍໃຫ້ດູແລ, ດັ່ງທີ່ພວກເຮົາຮັກ, ແລະ ດູແລ ແລະ ອະທິຖານເພື່ອທ່ານ. ຂໍໃຫ້ທ່ານຈົ່ງຮັກສາຝູງຂອງພຣະເຈົ້າດ້ວຍຄວາມລະມັດລະວັງ ໃນທາງທີ່ສອດຄ່ອງກັບສະພາບການຂອງທ່ານ. ຂ້າພະເຈົ້າອະທິຖານ ໃນພຣະນາມຂອງພຣະຜູ້ລ້ຽງທີ່ດີຂອງເຮົາທຸກຄົນ, ຜູ້ຊຶ່ງຂ້າພະເຈົ້າເປັນພະຍານເຖິງ, ແມ່ນແຕ່ອົງພຣະເຢຊູຄຣິດເຈົ້າ, ອາແມນ.