ພະຍານຂອງພຣະເຈົ້າ
ຂ້າພະເຈົ້າຂໍແນະນຳທ່ານໃຫ້ເຊົາຮູ້ສຶກຜິດກ່ຽວກັບການເຮັດບໍ່ພຽງພໍຂອງທ່ານ ເລື່ອງການແບ່ງປັນພຣະກິດຕິຄຸນ. ແຕ່ຂໍໃຫ້ອະທິຖານ “ທີ່ຈະຢືນ [ເປັນພະຍານ] ຂອງພຣະເຈົ້າ.” ນີ້ເປັນການກະຕຸ້ນທີ່ໝັ້ນຄົງກວ່າຄວາມຮູ້ສຶກຜິດ.
ວຽກງານສຳຄັນຂອງພຣະເຈົ້າສ່ວນຫລາຍ ນ້ອຍຄົນໃນໂລກຈະຮັບຮູ້. ຫົກສັດຕະວັດກ່ອນພຣະຄຣິດ ໄດ້ມີບຸກຄົນທີ່ຊ່າງຄິດທີ່ໜ້ານັບຖື ດັ່ງເຊັນ ອົງຈື້ ໃນປະເທດຈີນ ແລະ ພຣະພຸດທະເຈົ້າໃນປະເທດອິນເດຍພາກຕາເວັນອອກ, ແຕ່ອຳນາດຂອງຖານະປະໂລຫິດຂອງພຣະເຈົ້າແມ່ນໄດ້ຕົກຢູ່ທີ່ ດານີເອນ, ສາດສະດາຜູ້ຢູ່ໃນການເປັນຊະເລີຍ ໃນລະຫວ່າງການປົກຄອງຂອງ ກະສັດເນບູກາດເນັດຊາ ແຫ່ງບາບີໂລນ.
ໂດຍທີ່ບໍ່ສະບາຍໃຈກັບຄວາມຝັນເມື່ອຄືນກ່ອນ, ກະສັດເນບູກາດເນັດຊາຈຶ່ງໄດ້ບັນຊາໃຫ້ໝໍມໍ ແລະ ໝໍມົນຂອງເພິ່ນ ບອກເພິ່ນວ່າເພິ່ນໄດ້ຝັນຫຍັງ ແລະ ໃຫ້ບອກຄວາມໝາຍຂອງຄວາມຝັນນັ້ນນຳອີກ. ແນ່ນອນວ່າ ເຂົາເຈົ້າບອກກະສັດບໍ່ໄດ້ເຖິງສິ່ງທີ່ເພິ່ນໄດ້ຝັນ ແລະ ເຂົາເຈົ້າກໍໄດ້ຕໍ່ຕ້ານ. “ບໍ່ມີຜູ້ໃດດອກ ໃນໂລກນີ້ ທີ່ສາມາດບອກສິ່ງທີ່ພຣະລາຊາຢາກຮູ້ນັ້ນໄດ້, ບໍ່ມີກະສັດອົງໃດເຄີຍໄດ້ຖາມເຊັ່ນນີ້.”1 ກະສັດເນບູກາດເນັດຊາໃຈຮ້າຍຫລາຍແທ້ໆ ແລະ ໄດ້ປະກາດຢ່າງໃຈຮ້າຍວ່າ ໃຫ້ປະຫານຜູ້ປຶກສາຂອງເພິ່ນທຸກຄົນ.
ດານີເອນ, ທີ່ປຶກສາຜູ້ສະຫລາດຂອງກະສັດຄົນໜຶ່ງ, ໄດ້ອະທິຖານທູນຂໍ “ຄວາມເມດຕາຈາກ ... ພຣະເຈົ້າ ... ຂໍໃຫ້ພຣະອົງອະທິບາຍເລື່ອງລຶກລັບນີ້.”2
ສິ່ງມະຫັດສະຈັນໄດ້ເກີດຂຶ້ນ. ຄວາມລຶກລັບຂອງສິ່ງທີ່ກະສັດໄດ້ຝັນເຫັນກໍຖືກເປີດເຜີຍຕໍ່ ດານີເອນ.
ດານີເອນຖືກນຳຕົວໄປເຝົ້າກະສັດ. “ເຈົ້າບອກຄວາມຝັນ ແລະ ແກ້ຄວາມຝັນຂອງເຮົາໄດ້ບໍ?”
ດານີເອນໄດ້ຕອບວ່າ:
“ບໍ່ມີໝໍມົນ, ໝໍໂຫນ, ໝໍມໍຜູ້ໃດດອກທີ່ [ສາມາດບອກທ່ານເຖິງສິ່ງທີ່ທ່ານຝັນໄດ້]. …
“ແຕ່ມີພຣະເຈົ້າອົງໜຶ່ງເທິງຟ້າສະຫວັນທີ່ [ສາມາດເປີດເຜີຍຄວາມເລິກລັບທັງຫລາຍ ແລະ ພຣະອົງ] ໃຫ້ກະສັດເນບູກາດເນັດຊາ... ຮູ້ເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ. …
ດານີເອນໄດ້ກ່າວວ່າ, “ພຣະເຈົ້າແຫ່ງຟ້າສະຫວັນ [ຈະ] ຕັ້ງອານາຈັກໜຶ່ງຂຶ້ນ, [ຫີນໃຫຍ່ກ້ອນໜຶ່ງທີ່ແຕກອອກມາເອງຈາກຜາໂດຍບໍ່ມີຜູ້ໃດເຮັດ, ໄດ້ໃຫຍ່ຂຶ້ນກາຍເປັນພູເຂົາເຕັມແຜ່ນດິນໂລກ] ຊຶ່ງຈະບໍ່ສູນຫາຍໄປຈັກເທື່ອ ... [ແຕ່ຈະ] ຕັ້ງໝັ້ນຢູ່ຕະຫລອດໄປເປັນນິດ.
“… ດານີເອນໄດ້ກ່າວວ່າ, “ຂ້ານ້ອຍໄດ້ບອກທ່ານຖືກຕ້ອງຕາມທີ່ທ່ານໄດ້ຝັນ ... ແລະ ແກ້ຄວາມຝັນນັ້ນແກ່ທ່ານຕາມຄວາມຈິງ.”3
ເມື່ອໄດ້ຍິນກ່ຽວກັບຄວາມຝັນ ແລະ ຄວາມໝາຍໄດ້ຖືກແປໃຫ້ຮູ້, ກະສັດໄດ້ກ່າວຢ່າງອາດຫານວ່າ, “ພຣະເຈົ້າຂອງເຈົ້າເປັນພຣະເຈົ້າອົງຍິ່ງໃຫຍ່ເໜືອພຣະທັງປວງ, ແລະ ເປັນມະຫາກະສັດເໜືອກະສັດທັງຫລາຍ.”4
ຈາກຄວາມຊ່ວຍເຫລືອທີ່ມະຫັດສະຈັນຂອງພຣະເຈົ້າຕໍ່ດານີເອນ ໄດ້ມີຄຳທຳນາຍເຖິງພຣະກິດຕິຄຸນຂອງພຣະເຢຊູຄຣິດ ຈະຖືກຟື້ນຟູຄືນມາໃໝ່ສູ່ໂລກ ໃນອະນາຄົດ, “ອານາຈັກໜຶ່ງ ... [ທີ່ຈະເຕັມ] ແຜ່ນດິນໂລກ … ຊຶ່ງ [ຈະ] ບໍ່ສູນຫາຍໄປຈັກເທື່ອ ... [ແຕ່ຈະ] ຕັ້ງໝັ້ນຢູ່ຕະຫລອດໄປເປັນນິດ.”
ຈຳນວນສະມາຊິກຂອງສາດສະໜາຈັກໃນວັນເວລາສຸດທ້າຍນີ້ຈະບໍ່ມີຫລາຍ, ອີງຕາມທີ່ນີໄຟໄດ້ທຳນາຍໄວ້, ແຕ່ເຂົາເຈົ້າຈະຢູ່ທົ່ວໄປຕາມຜືນແຜ່ນດິນໂລກ, ແລະ ອຳນາດ ແລະ ພິທີການຂອງຖານະປະໂລຫິດຈະມີໄວ້ໃຫ້ທຸກຄົນທີ່ປາດຖະໜາມັນ, ເຕັມໄປທົ່ວຜືນແຜ່ນດິນໂລກ ຕາມທີ່ດານີເອນໄດ້ທຳນາຍໄວ້ລ່ວງໜ້າ.5
ໃນປີ 1831 ສາດສະດາ ໂຈເຊັບ ສະມິດ ໄດ້ຮັບການເປີດເຜີຍນີ້ ທີ່ວ່າ: ຂໍກະແຈແຫ່ງອານາຈັກຂອງພຣະເຈົ້າ [ແລະ ການເຕົ້າໂຮມອິດສະຣາເອນ ຈາກສີ່ສ່ວນຂອງແຜ່ນດິນໂລກ] ໄດ້ຖືກມອບໃຫ້ແກ່ມະນຸດເທິງແຜ່ນດິນໂລກ, ແລະ ຈາກບ່ອນນັ້ນພຣະກິດຕິຄຸນຈະຂະຫຍາຍອອກໄປຈົນເຖິງທີ່ສຸດຂອງແຜ່ນດິນໂລກ, ຄືກັນກັບຫີນກ້ອນໜຶ່ງ ຊຶ່ງແຕກອອກມາເອງຈາກໜ້າຜາ ໂດຍບໍ່ມີໃຜເຮັດ ຈະກິ້ງອອກໄປຈົນເຕັມແຜ່ນດິນໂລກ.”6
ໜ້າທີ່ຮັບຜິດຊອບທີ່ເຮົາແບ່ງປັນ
ການເຕົ້າໂຮມອິດສະຣາເອນກໍເປັນສິ່ງມະຫັດສະຈັນ. ມັນເໝືອນດັ່ງຮູບຕໍ່ເຂົ້າກັນເປັນຮູບໃຫຍ່ ຈະຖືກວາງໄວ້ໃນທີ່ຂອງມັນ ກ່ອນເຫດການທີ່ຮຸ່ງໂລດຂອງການສະເດັດມາຄັ້ງທີສອງ. ເຊັ່ນດຽວກັບທີ່ເຮົາອາດສັບສົນໄປດ້ວຍຮູບຕໍ່ເຂົ້າກັນ ຊິ້ນນ້ອຍໆເປັນກອງ, ໄພ່ພົນໃນຕອນຕົ້ນຄົງເຫັນໜ້າທີ່ມອບໝາຍໃຫ້ນຳເອົາພຣະກິດຕິຄຸນທີ່ຟື້ນຟູອອກໄປສູ່ໂລກ ວ່າເປັນວຽກງານທີ່ເກືອບເປັນໄປບໍ່ໄດ້. ແຕ່ເມື່ອເຂົາເຈົ້າໄດ້ເລີ່ມຕົ້ນ, ເທື່ອລະຄົນ, ຕໍ່ຮູບເຂົ້າກັນ ເທື່ອລະຊິ້ນ, ທຳອິດຊອກຫາຊິ້ນທີ່ຢູ່ນອກກ່ອນ, ເຮັດວຽກທີ່ຈະຈັດໃຫ້ງານອັນສັກສິດນີ້ເຂົ້າກັບຂອບ ເທື່ອລະເລັກເທື່ອລະນ້ອຍ, ກ້ອນຫີນທີ່ບໍ່ມີໃຜຕັດ ຈະກິ້ງອອກໄປ ຈາກຮ້ອຍເຖິງພັນ, ເຖິງສິບໆພັນ, ແລະ ບັດນີ້ໄພ່ພົນຍຸກສຸດທ້າຍທີ່ຮັກສາພັນທະສັນຍາເປັນຫລາຍລ້ານຄົນ ທົ່ວທຸກປະເທດຊາດ ກໍເອົາຮູບຫລາຍໆຊິ້ນ ຂອງວຽກງານແປກປະຫລາດ ແລະ ອັດສະຈັນ ຕໍ່ເຂົ້າກັນ.
ແຕ່ລະຄົນເປັນຊິ້ນໜຶ່ງຂອງຮູບຕໍ່ເຂົ້າກັນ, ແລະ ເຮົາແຕ່ລະຄົນກໍຊ່ວຍຈັດວາງຊິ້ນຈຳເປັນເຫລົ່ານັ້ນ. ທ່ານເປັນຜູ້ໜຶ່ງທີ່ສຳຄັນໃນອຸດົມການນີ້. ມຸມມອງຂອງເຮົາໃນອະນາຄົດກໍແຈ່ມແຈ້ງດີ. ເຮົາເຫັນໄດ້ວ່າສິ່ງມະຫັດສະຈັນກໍຄົງມີຢູ່ຕໍ່ໄປ, ແລະ ພຣະຫັດຂອງພຣະຜູ້ເປັນເຈົ້າກໍຊີ້ນຳເຮົາຢູ່ ໃນຂະນະທີ່ເຮົາສຳເລັດບ່ອນຫວ່າງທີ່ຍັງຢູ່. ແລ້ວ “ພຣະເຢໂຮວາຜູ້ຍິ່ງໃຫຍ່ຈະກ່າວວ່າ ວຽກງານນັ້ນສຳເລັດແລ້ວ,”7 ແລະ ພຣະອົງຈະສະເດັດກັບຄືນມາໃນຄວາມສະຫງ່າລາສີ ແລະ ໃນລັດສະໝີພາບ.
ປະທານທອມມັສ ແອັສ ມອນສັນ ໄດ້ກ່າວວ່າ: “ບັດນີ້ເຖິງເວລາແລ້ວ ສຳລັບສະມາຊິກ ແລະ ຜູ້ສອນສາດສະໜາທີ່ຈະຮ່ວມໄມ້ຮ່ວມມືກັນ, ທີ່ຈະເຮັດວຽກງານຮ່ວມກັນ ... ເພື່ອນຳຈິດວິນຍານມາຫາພຣະອົງ. ... ພຣະອົງຈະຊ່ວຍເຮົາໃນການອອກແຮງງານຂອງເຮົາ ຖ້າຫາກເຮົາຈະກະທຳດ້ວຍສັດທາ ທີ່ຈະເຮັດໃຫ້ວຽກງານຂອງພຣະອົງບັນລຸຜົນສຳເລັດ.”8
ໜ້າທີ່ຮັບຜິດຊອບທີ່ຖືກມອບໝາຍຈາກສະຫວັນ ທີ່ໃນຄັ້ງໜຶ່ງຕົກເປັນຄວາມຮັບຜິດຊອບຂອງຜູ້ສອນສາດສະໜາເຕັມເວລາ ບັດນີ້ກໍຕົກເປັນຂອງເຮົາທຸກຄົນ. ເຮົາທຸກຄົນຢາກແບ່ງປັນພຣະກິດຕິຄຸນທີ່ໄດ້ຟື້ນຟູແລ້ວ, ແລະ ຂ້າພະເຈົ້າກະຕັນຍູ ທີ່ຄົນເປັນພັນໆໄດ້ຮັບບັບຕິສະມາແຕ່ລະອາທິດ. ແມ່ນແຕ່ດ້ວຍພອນອັນປະເສີດນີ້, ຄວາມຫ່ວງໃຍທີ່ມີໃຫ້ອ້າຍເອື້ອຍນ້ອງຂອງເຮົາ ແລະ ຄວາມປາດຖະໜາຂອງເຮົາທີ່ຈະເຮັດໃຫ້ພຣະຜູ້ເປັນເຈົ້າພໍພຣະໄທ ຍັງນຳຄວາມຮີບດ່ວນທີ່ມີອິດທິພົນ ທີ່ຈະແບ່ງປັນ ແລະ ເສີມຄວາມເຂັ້ມແຂງໃຫ້ແກ່ອານາຈັກຂອງພຣະເຈົ້າ ຕະຫລອດທົ່ວໂລກ.
ຂອບເຂດຂອງຄວາມຮູ້ສຶກຜິດ
ເຖິງແມ່ນມີຄວາມປາດຖະໜາອັນແຮງກ້າ ທີ່ຈະແບ່ງປັນພຣະກິດຕິຄຸນ, ທ່ານອາດມີຄວາມສຸກໜ້ອຍກັບຄວາມສຳເລັດຂອງທ່ານໃນອະດີດ. ທ່ານອາດຮູ້ສຶກວ່າໝູ່ເພື່ອນທີ່ໄດ້ກ່າວວ່າ, “ຂ້ອຍໄດ້ເວົ້າລົມກັບຄອບຄົວ ແລະ ໝູ່ເພື່ອນແລ້ວກ່ຽວກັບພຣະກິດຕິຄຸນ, ແຕ່ໜ້ອຍຄົນໄດ້ສະແດງຄວາມສົນໃຈ, ແລະ ພ້ອມດ້ວຍຄຳປະຕິເສດແຕ່ລະເທື່ອ, ບັດນີ້ຂ້ອຍເລີຍລັງເລໃຈ. ຂ້ອຍຮູ້ວ່າຂ້ອຍຄວນເຮັດໃຫ້ໄດ້ດີກວ່ານີ້, ແຕ່ຂ້ອຍບໍ່ຮູ້ຈະເຮັດແນວໃດແດ່, ແລະ ສິ່ງທີ່ຂ້ອຍຮູ້ສຶກກໍມີແຕ່ຄວາມຮູ້ສຶກຜິດຫລາຍໆເທົ່ານັ້ນ.”
ຂ້າພະເຈົ້າອາດຊ່ວຍເຫລືອໄດ້ບາງຢ່າງ.
ຄວາມຮູ້ສຶກຜິດກໍມີບົດບາດທີ່ສຳຄັນ ເພາະມັນເຮັດໃຫ້ເຮົາຮູ້ສຶກຕົວເຖິງການປ່ຽນແປງ ທີ່ເຮົາຕ້ອງປ່ຽນ, ແຕ່ຍັງມີຂໍ້ຈຳກັດວ່າ ຄວາມຮູ້ສຶກຜິດນັ້ນຈະຊ່ວຍເຮົາໄດ້ຫລາຍປານໃດ.
ຄວາມຮູ້ສຶກຜິດກໍເໝືອນໝໍ້ໄຟລົດທີ່ໃຊ້ນ້ຳມັນ. ມັນສາມາດເຮັດໃຫ້ລົດແຈ້ງສະຫວ່າງ, ຕິດເຄື່ອງຈັກ, ແລະ ໄຕ້ຕາໄຟລົດ, ແຕ່ມັນຈະບໍ່ໃຫ້ພະລັງລົດເພື່ອການເດີນທາງອັນຍາວໄກທີ່ຕ້ອງຂັບໄປ. ໝໍ້ໄຟລົດເທົ່ານັ້ນ ຈະບໍ່ພຽງພໍ. ແລະ ຄວາມຮູ້ສຶກຜິດກໍເໝືອນກັນ.
ຂ້າພະເຈົ້າຂໍແນະນຳທ່ານໃຫ້ເຊົາຮູ້ສຶກຜິດກ່ຽວກັບການເຮັດບໍ່ພຽງພໍຂອງທ່ານ ເລື່ອງການແບ່ງປັນພຣະກິດຕິຄຸນ. ແຕ່ຂໍໃຫ້ອະທິຖານເໝືອນດັ່ງແອວມາໄດ້ສອນ, ເພາະໂອກາດທີ່, “ຈະຢືນ [ເປັນພະຍານ] ຂອງພຣະເຈົ້າໃນທຸກເວລາ, ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນ ... ເພື່ອ [ຄົນອື່ນ] ຈະຖືກໄຖ່ໂດຍພຣະເຈົ້າ, ແລະ ຖືກນັບເຂົ້າຢູ່ກັບບັນດາຜູ້ຄົນຂອງການຟື້ນຄືນຊີວິດຄັ້ງທຳອິດ, [ແລະ] ມີຊີວິດນິລັນດອນ.”9 ນີ້ເປັນການກະຕຸ້ນທີ່ໝັ້ນຄົງກວ່າຄວາມຮູ້ສຶກຜິດ.
ການເປັນພະຍານຂອງພຣະເຈົ້າໃນທຸກເວລາ ແລະ ໃນທຸກບ່ອນ ຄືການສະແດງອອກເຖິງວິທີທີ່ເຮົາດຳລົງຊີວິດ ແລະ ວິທີທີ່ເຮົາເວົ້າຈາ.
ຂໍໃຫ້ເປີດໃຈກວ້າງກ່ຽວກັບສັດທາຂອງທ່ານໃນພຣະຄຣິດ. ເມື່ອມີໂອກາດ, ຂໍໃຫ້ກ່າວເຖິງຊີວິດຂອງພຣະອົງ, ຄຳສອນຂອງພຣະອົງ, ແລະ ຂອງປະທານຂອງພຣະອົງທີ່ມີໃຫ້ມະນຸດທັງປວງ ທີ່ບໍ່ມີຫຍັງທຽບເທົ່າ. ຂໍໃຫ້ແບ່ງປັນຄວາມຈິງທີ່ມີພະລັງຂອງພຣະອົງ ຈາກພຣະຄຳພີມໍມອນ. ພຣະອົງໄດ້ໃຫ້ສັນຍາແກ່ເຮົາວ່າ: “ທຸກຄົນ ... ທີ່ຮັບເຮົາຕໍ່ໜ້າມະນຸດ, ເຮົາກໍຈະຮັບຜູ້ນັ້ນຕໍ່ພຣະພັກຂອງພຣະບິດາຂອງເຮົາໃນສະຫວັນ.”10 ຂ້າພະເຈົ້າໃຫ້ສັນຍາກັບທ່ານວ່າ ຂະນະທີ່ທ່ານອະທິຖານຫາໂອກາດທີ່ຈະ “ຢືນເປັນພະຍານຂອງພຣະເຈົ້າ,” ເລື້ອຍໆ ແລະ ຢ່າງຈິງໃຈ ໂອກາດເຫລົ່ານັ້ນຈະມາເຖິງ, ແລະ ຜູ້ຄົນທີ່ສະແຫວງຫາຄວາມສະຫວ່າງ ແລະ ຄວາມຮູ້ຫລາຍຂຶ້ນ ກໍຈະຖືກວາງໄວ້ຢູ່ຕໍ່ໜ້າທ່ານ. ເມື່ອທ່ານຕອບຮັບການກະຕຸ້ນທາງວິນຍານນີ້, ພຣະວິນຍານບໍລິສຸດຈະນຳເອົາຖ້ອຍຄຳຂອງທ່ານເຂົ້າໄປສູ່ຈິດໃຈຄົນອື່ນ, ແລະ ມື້ໜຶ່ງພຣະຜູ້ຊ່ວຍໃຫ້ລອດຈະຮັບທ່ານຕໍ່ພຣະພັກຂອງພຣະບິດາຂອງພຣະອົງ.
ຄວາມພະຍາຍາມເປັນກຸ່ມ
ວຽກງານທາງວິນຍານແຫ່ງການຊ່ວຍເຫລືອຄົນອື່ນ ໃຫ້ເຂົ້າມາສູ່ອານາຈັກຂອງພຣະເຈົ້າ ເປັນຄວາມພະຍາຍາມຂອງສ່ວນລວມ. ຂໍໃຫ້ໃຊ້ຜູ້ສອນສາດສະໜາໃຫ້ໄວເທົ່າທີ່ທ່ານສາມາດ, ແລະ ໃຫ້ອະທິຖານຂໍຄວາມຊ່ວຍເຫລືອຈາກສະຫວັນ. ແຕ່ຂໍໃຫ້ຈຳໄວ້ວ່າ ວັນເວລາຂອງການປ່ຽນໃຈເຫລື້ອມໃສຂອງຄົນອື່ນບໍ່ໄດ້ຂຶ້ນຢູ່ກັບທ່ານຄົນດຽວ.11
ນາງແຄມລາ ເພສອນ ຈາກໝູ່ເກາະ ມໍຣີທີອະສ໌, ໄດ້ເຂົ້າໂຮງຮຽນການແພດຢູ່ທີ່ ໂບໂດ ປະເທດຝະຣັ່ງເສດ ຕອນພວກຂ້າພະເຈົ້າໄດ້ພົບນາງ ໃນເດືອນກຸມພາ ປີ 1991. ພວກເຮົາໄດ້ອະທິຖານເປັນຄອບຄົວ ເພື່ອຈະສາມາດແບ່ງປັນພຣະກິດຕິຄຸນໃຫ້ຄົນໃດຄົນໜຶ່ງທີ່ກຳລັງສະແຫວງຫາຄວາມຈິງ, ແລະ ພວກເຮົາໄດ້ສອນນາງຢູ່ທີ່ບ້ານນຂອງພວກເຮົາ. ຂ້າພະເຈົ້າໄດ້ຮັບສິດທິພິເສດໃຫ້ບັບຕິສະມາແກ່ນາງ, ແຕ່ພວກເຮົາບໍ່ໄດ້ເປັນຄົນທີ່ມີອິດທິພົນຫລາຍໃນການເຂົ້າມາຮ່ວມສາດສະໜາຈັກຂອງ ນາງແຄມລາ. ໝູ່ເພື່ອນ, ຜູ້ສອນສາດສະໜາ, ແລະ ແມ່ນແຕ່ສະມາຊິກໃນຄອບຄົວກໍໄດ້ເປັນ “ພະຍານຂອງພຣະເຈົ້າ” ໃນບ້ານເກີດຂອງນາງ, ແລະ ວັນໜຶ່ງໃນປະເທດຝະຣັ່ງເສດ, ເມື່ອເວລາກໍເໝາະສົມສຳລັບ ນາງແຄມລາ, ນາງກໍໄດ້ຕັດສິນໃຈຮັບບັບຕິສະມາ. ບັດນີ້, 25 ປີຕໍ່ມາ, ພອນຂອງການຕັດສິນໃຈນັ້ນກໍໄດ້ຢູ່ອ້ອມຂ້າງນາງ, ແລະ ລູກຊາຍຂອງນາງກໍເປັນຜູ້ສອນສາດສະໜາຢູ່ທີ່ປະເທດ ມາດາກາສະກາ.
ຂໍບໍ່ໃຫ້ເຫັນຄວາມພະຍາຍາມຂອງທ່ານ ທີ່ຈະແບ່ງປັນຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດກັບຄົນອື່ນ ວ່າເປັນການສອບເສັງທີ່ຜ່ານ ຫລື ຕົກ ດ້ວຍວ່າຄະແນນຂອງທ່ານ ຖືກກຳນົດໂດຍການຕອບຮັບຕໍ່ຄວາມຮູ້ສຶກ ຫລື ການເຊື້ອເຊີນຂອງທ່ານໃຫ້ໝູ່ເພື່ອນພົບກັບຜູ້ສອນສາດສະໜານັ້ນ ວ່າເປັນໄປໃນທາງດີ ຫລື ບໍ່.12 ດ້ວຍສາຍຕາຂອງມະນຸດຂອງເຮົາ, ເຮົາບໍ່ສາມາດຕັດສິນຜົນສະທ້ອນຂອງຄວາມພະຍາຍາມຂອງເຮົາໄດ້, ຫລື ວ່າເຮົາສາມາດຈັດຕັ້ງເວລາໃດໄດ້. ເມື່ອທ່ານແບ່ງປັນຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດກັບຄົນອື່ນ, ກໍຖືວ່າທ່ານໄດ້ຄະແນນສູງສຸດສະເໝີ.
ລັດຖະບານຢູ່ບາງບ່ອນກໍຈຳກັດວຽກງານຂອງຜູ້ສອນສາດສະໜາ, ຊຶ່ງເຮັດໃຫ້ສະມາຊິກຜູ້ສູງສົ່ງຂອງເຮົາໃຫ້ສະແດງຄວາມກ້າຫານຍິ່ງຂຶ້ນ ໃນການ “ເປັນພະຍານຂອງພຣະເຈົ້າໃນທຸກເວລາ ແລະ … ໃນທຸກບ່ອນ.”
ນາງນາເດສະດາ ຈາກເມືອງມະສະກູ ມັກມອບພຣະຄຳພີມໍມອນໃຫ້ຜູ້ຄົນ ທີ່ລາວໄດ້ເອົາມັນໃສ່ໄວ້ໃນກ່ອງ ພ້ອມດ້ວຍເຂົ້າໜົມຈຳນວນໜຶ່ງ. ນາງໄດ້ເວົ້າວ່າ, “ຂ້ານ້ອຍບອກເຂົາເຈົ້າວ່າ ມັນເປັນຂອງຂວັນທີ່ຫວານແຊບຊ້ອຍທີ່ສຸດທີ່ຂ້ານ້ອຍສາມາດໃຫ້ເຂົາເຈົ້າໄດ້.”
ບໍ່ດົນຫລັງຈາກໄດ້ຮັບບັບຕິສະມາໃນປະເທດ ຢູຄະເຣນ, ນາງສະແວັດລານາ ໄດ້ຮັບການດົນໃຈວ່າໃຫ້ແບ່ງປັນພຣະກິດຕິຄຸນກັບຜູ້ຊາຍຄົນໜຶ່ງທີ່ນາງເຫັນເລື້ອຍໆໃນລົດເມ. ເມື່ອຊາຍຄົນນັ້ນໄດ້ລົງລົດເມ, ນາງໄດ້ຖາມລາວວ່າ, “ເຈົ້າຢາກຮູ້ເລື່ອງພຣະເຈົ້າຫລາຍຂຶ້ນບໍ?” ຊາຍຄົນນັ້ນໄດ້ຕອບວ່າ, “ຢາກຮູ້.” ຜູ້ສອນສາດສະໜາກໍໄດ້ສອນ ທ້າວວິກເຕີ, ແລະ ລາວກໍໄດ້ຮັບບັບຕິສະມາ. ຕໍ່ມາ ລາວ ແລະ ນາງສະແວັດລານາ ກໍໄດ້ຜະນຶກເຂົ້າກັນໃນພຣະວິຫານ ຟຣີເບີກ ປະເທດເຢຍລະມັນ.
ຂໍໃຫ້ລະວັງໄວ້ເດີ, ພອນຂອງທ່ານອາດມາໃນວິທີທີ່ທ່ານບໍ່ໄດ້ຄາດຄິດເອົາໄວ້ເລີຍ.
ເມື່ອເຈັດປີກ່ອນ, ຄາຕີ ແລະ ຂ້າພະເຈົ້າໄດ້ພົບ ທ້າວ ດີເອໂກ ໂກເມສ ແລະ ຄອບຄົວທີ່ສວຍງາມຂອງລາວ ຢູ່ທີ່ເມືອງເຊົາເລັກ. ເຂົາເຈົ້າໄດ້ໄປທ່ຽວຊົມການເປີດຊົມພຣະວິຫານນຳພວກເຮົາ ແຕ່ໄດ້ປະຕິເສດຢ່າງສຸພາບ ບໍ່ຢາກຮຽນຮູ້ກ່ຽວກັບສາດສະໜາຈັກຕື່ມອີກ. ເມື່ອເດືອນພຶດສະພາຜ່ານມານີ້ ຂ້າພະເຈົ້າໄດ້ຮັບໂທລະສັບແບບບໍ່ຄາດຄິດຈາກ ທ້າວດີເອໂກ. ເຫດການໃນຊີວິດຂອງລາວໄດ້ນຳໃຫ້ລາວຄຸເຂົ່າອະທິຖານ. ລາວໄດ້ຊອກຫາຜູ້ສອນສາດສະໜາດ້ວຍຕົວເອງ, ໄດ້ຮຽນບົດສົນທະນາ, ແລະ ພ້ອມແລ້ວທີ່ຈະຮັບບັບຕິສະມາ. ໃນວັນທີ 11 ເດືອນມິຖຸນາ ທີ່ຜ່ານມານີ້, ຂ້າພະເຈົ້າໄດ້ລົງໄປໃນນ້ຳແຫ່ງການບັບຕິສະມາພ້ອມດ້ວຍເພື່ອນ ແລະ ສານຸສິດຊື່ ດີເອໂກ ໂກເມສ. ການປ່ຽນໃຈເຫລື້ອມໃສຂອງລາວໄດ້ເກີດຂຶ້ນຕາມເວລາຂອງມັນເອງ ແລະ ໄດ້ເປັນມາດ້ວຍຄວາມຊ່ວຍເຫລືອ ແລະ ການສະໜັບສະໜູນຈາກຫລາຍໆຄົນ ທີ່ໄດ້ເອື້ອມອອກໄປຫາລາວ ໃນການເປັນ “ພະຍານຂອງພຣະເຈົ້າ.”
ຄຳເຊື້ອເຊີນຕໍ່ຊາວໜຸ່ມ
ຕໍ່ເຍົາວະຊົນ ແລະ ໜຸ່ມສາວທີ່ປະເສີດຂອງເຮົາ ຕະຫລອດທົ່ວໂລກ, ຂ້າພະເຈົ້າໃຫ້ການເຊື້ອເຊີນ ແລະ ການທ້າທາຍພິເສດວ່າ ໃຫ້ເປັນ “ພະຍານຂອງພຣະເຈົ້າ.” ຜູ້ຄົນທີ່ຢູ່ອ້ອມຂ້າງພວກເຈົ້າກຳລັງເປີດໃຈຮັບການສອບຖາມທາງວິນຍານ. ພວກເຈົ້າຈຳ ຮູບຕໍ່ເຂົ້າກັນ ນັ້ນໄດ້ບໍ? ພວກເຈົ້າຈະບໍ່ເລີ່ມເຮັດວຽກງານນີ້ປາດສະຈາກແຫລ່ງຊ່ວຍເຫລືອ, ແຕ່ຍັງມີເທັກໂນໂລຈີ ແລະ ສື່ສານມວນຊົນໄວ້ໃຫ້ພວກເຈົ້າໃຊ້. ພວກເຮົາຕ້ອງການພວກເຈົ້າ; ພຣະຜູ້ເປັນເຈົ້າຕ້ອງການພວກເຈົ້າໃຫ້ມີພາກສ່ວນໃນອຸດົມການອັນຍິ່ງໃຫຍ່ນີ້.
ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວວ່າ, “ເຫດສະນັ້ນ, ພວກເຈົ້າຈົ່ງໄປ ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ, ໃຫ້ເຂົາຮັບບັບຕິສະມາໃນພຣະນາມຂອງພຣະບິດາ, ແລະ ຂອງພຣະບຸດ, ແລະ ຂອງພຣະວິນຍານບໍລິສຸດ.”13
ມັນບໍ່ແມ່ນເລື່ອງບັງເອີນທີ່ພວກເຈົ້າອາໄສຢູ່ທີ່ ອາຟຣິກາ; ອາຊີ; ເອີຣົບ; ອາເມຣິກາເໜືອ, ກາງ, ຫລື ໃຕ້; ເຂດປາຊີຟິກ; ຫລື ໃນເຂດອື່ນໃນໂລກຂອງພຣະເຈົ້າ ເພາະພຣະກິດຕິຄຸນຕ້ອງອອກໄປເຖິງ “ທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ.”14
“ພຣະເຈົ້າແຫ່ງຟ້າສະຫວັນ [ໄດ້] ຕັ້ງອານາຈັກໜຶ່ງຂຶ້ນ, [ຫີນໃຫຍ່ກ້ອນໜຶ່ງທີ່ແຕກອອກມາເອງຈາກຜາໂດຍບໍ່ມີຜູ້ໃດເຮັດ, ໄດ້ໃຫຍ່ຂຶ້ນກາຍເປັນພູເຂົາເຕັມແຜ່ນດິນໂລກ] ຊຶ່ງຈະບໍ່ສູນຫາຍໄປຈັກເທື່ອ ... [ແຕ່ຈະ] ຕັ້ງໝັ້ນຢູ່ຕະຫລອດໄປເປັນນິດ.
“… ຂ້ານ້ອຍໄດ້ບອກທ່ານຖືກຕ້ອງຕາມທີ່ທ່ານໄດ້ຝັນ ... ແລະ ແກ້ຄວາມຝັນນັ້ນແກ່ທ່ານຕາມຄວາມຈິງ.”15
ຂ້າພະເຈົ້າຂໍປິດຄຳປາໄສດ້ວຍຖ້ອຍຄຳຈາກພຣະຄຳພີ Doctrine and Covenants ທີ່ວ່າ ໃຫ້ເຮົາເອີ້ນຫາພຣະຜູ້ເປັນເຈົ້າ, ເພື່ອວ່າອານາຈັກຂອງພຣະອົງຈະຂະຫຍາຍອອກໄປເຕັມແຜ່ນດິນໂລກ, ເພື່ອວ່າຜູ້ອາໄສຢູ່ໃນນັ້ນຈະໄດ້ຮັບມັນ, ແລະ ຕຽມພ້ອມສຳລັບວັນເວລາທີ່ຈະມາເຖິງ, ຊຶ່ງໃນເວລານັ້ນບຸດມະນຸດຈະລົງມາ [ຈາກ] ສະຫວັນ, ຫຸ້ມຫໍ່ດ້ວຍຄວາມຮຸ່ງເຫລື້ອມແຫ່ງລັດສະໝີພາບຂອງພຣະອົງ, ເພື່ອພົບກັບອານາຈັກຂອງພຣະເຈົ້າ ... ຢູ່ເທິງແຜ່ນດິນໂລກ.”16 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.