ເຮົາຈະນຳຄວາມສະຫວ່າງຂອງພຣະກິດຕິຄຸນມາສູ່ບ້ານເຮືອນຂອງເຮົາ
ເຮົາສາມາດນຳຄວາມສະຫວ່າງຂອງພຣະກິດຕິຄຸນ ມາສູ່ບ້ານເຮືອນ, ໂຮງຮຽນ, ແລະ ບ່ອນທຳງານຂອງເຮົາໄດ້ ຖ້າຫາກເຮົາສະແຫວງຫາ ແລະ ແບ່ງປັນ ສິ່ງທີ່ເປັນທາງບວກ ກ່ຽວກັບຄົນອື່ນ.
ໃນການຕອບຮັບຄຳເຊື້ອເຊີນຂອງ ຊິດສະເຕີ ລິນດາ ເຄ ເບີຕັນ ທີ່ກອງປະຊຸມໃຫຍ່ສາມັນ ໃນເດືອນເມສາ,1 ຫລາຍຄົນໃນພວກທ່ານໄດ້ມີສ່ວນຮ່ວມໃນການກະທຳທີ່ເປັນຫ່ວງເປັນໃຍ ແລະ ເພື່ອແຜ່ ເຈາະຈົງໃສ່ຄວາມຕ້ອງການຂອງຊາວອົບພະຍົບ ຜູ້ອາໄສຢູ່ໃນທ້ອງຖິ່ນຂອງທ່ານ. ຈາກໂຄງການທີ່ງ່າຍໆ ໃນການຊ່ວຍເຫລືອເປັນບຸກຄົນ ຈົນເຖິງການຊ່ວຍເຫລືອຊຸມຊົນ, ການກະທຳດັ່ງກ່າວແມ່ນຜົນທີ່ມາຈາກຄວາມຮັກ. ເມື່ອທ່ານໄດ້ເສຍສະລະເວລາ, ພອນສະຫວັນ, ແລະ ຊັບສິນຂອງທ່ານ, ຫົວໃຈຂອງທ່ານ—ແລະ ຂອງຊາວອົບພະຍົບ—ໄດ້ຖືກເຮັດໃຫ້ຜ່ອນຄາຍຂຶ້ນ. ການສ້າງຄວາມຫວັງ ແລະ ສັດທາ ແລະ ແມ່ນແຕ່ຄວາມຮັກທີ່ຍິ່ງໃຫຍ່ກວ່າ ລະຫວ່າງຜູ້ທີ່ໄດ້ຮັບ ແລະ ຜູ້ທີ່ໃຫ້ ເປັນຜົນທີ່ເຫັນໄດ້ແຈ້ງເຖິງຄວາມໃຈບຸນທີ່ແທ້ຈິງ.
ສາດສະດາໂມໂຣໄນ ບອກເຮົາວ່າ ຄວາມໃຈບຸນເປັນລັກສະນະທີ່ຈຳເປັນຂອງຜູ້ທີ່ຈະໄດ້ອາໄສຢູ່ກັບພຣະບິດາເທິງສະຫວັນ ໃນອານາຈັກຊັ້ນສູງ. ເພິ່ນຂຽນວ່າ, “ຖ້າຫາກທ່ານບໍ່ມີຄວາມໃຈບຸນ ທ່ານຈະບໍ່ມີທາງລອດຢູ່ໃນອານາຈັກຂອງພຣະເຈົ້າ.”2
ແນ່ນອນທີ່ພຣະເຢຊູຄຣິດເປັນຕົວຢ່າງທີ່ສົມບູນແບບແຫ່ງຄວາມໃຈບຸນ. ການສະເໜີຂອງພຣະອົງຢູ່ໂລກກ່ອນເກີດ ວ່າຈະເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ຄວາມສຳພັນຂອງພຣະອົງຕະຫລອດຊີວິດມະຕະຂອງພຣະອົງ, ຂອງປະທານແຫ່ງການຊົດໃຊ້ທີ່ສູງສຸດຂອງພຣະອົງ, ແລະ ຄວາມພະຍາຍາມເລື້ອຍໄປຂອງພຣະອົງ ທີ່ຈະພາເຮົາກັບໄປຫາພຣະບິດາເທິງສະຫວັນ ເປັນການສະແດງອອກ ອັນສຸດຍອດເຖິງຄວາມໃຈບຸນ. ພຣະອົງດຳລົງຊີວິດຢູ່ໃນຈຸດປະສົງດຽວ ນັ້ນຄື: ຄວາມຮັກສຳລັບພຣະບິດາຂອງພຣະອົງ ທີ່ສະແດງອອກຜ່ານຄວາມຮັກທີ່ພຣະອົງມີຕໍ່ເຮົາແຕ່ລະຄົນ. ເມື່ອຖາມກ່ຽວກັບພຣະບັນຍັດຂໍ້ໃຫຍ່ທີ່ສຸດ, ພຣະອົງໄດ້ຕອບວ່າ:
“ຈົ່ງຮັກພຣະຜູ້ເປັນເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະ ດ້ວຍສຸດຄວາມຄິດຂອງເຈົ້າ.
“ນັ້ນແຫລະ, ແມ່ນພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນ.
“ຂໍ້ທີສອງກໍເໝືອນກັນຄື, ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.”3
ວິທີທີ່ສຳຄັນທີ່ສຸດວິທີໜຶ່ງ ທີ່ເຮົາສາມາດພັດທະນາ ແລະ ສະແດງຄວາມຮັກຕໍ່ເພື່ອນບ້ານຂອງເຮົາ ແມ່ນຜ່ານທາງຄວາມເພື່ອແຜ່ ໃນຄວາມຄິດ ແລະ ໃນຄຳເວົ້າ. ເມື່ອຫລາຍປີກ່ອນ, ເພື່ອນທີ່ດີຄົນໜຶ່ງຂອງຂ້າພະເຈົ້າ ໄດ້ສັງເກດເຫັນວ່າ, “ຄວາມໃຈບຸນທີ່ຍິ່ງໃຫຍ່ທີ່ສຸດຢ່າງໜຶ່ງ ອາດເປັນການບໍ່ຕັດສິນຄົນອື່ນ.”4 ສິ່ງນີ້ ຍັງເປັນຄວາມຈິງຢູ່ ໃນທຸກວັນນີ້.
ເມື່ອບໍ່ດົນມານີ້, ໃນຂະນະທີ່ນາງ ອາລິສາ ຜູ້ອາຍຸສາມປີ ກຳລັງເບິ່ງໜັງເລື່ອງໜຶ່ງຢູ່ ກັບອ້າຍເອື້ອຍນ້ອງຂອງນາງ, ນາງໄດ້ເວົ້າຂຶ້ນດ້ວຍຄວາມສັບສົນວ່າ, “ແມ່, ໄກ່ໂຕນັ້ນ ເບິ່ງຄືແປກໆ!”
ແມ່ຂອງນາງໄດ້ຫລຽວເບິ່ງຈໍ ແລະ ໄດ້ຕອບດ້ວຍຮອຍຍິ້ມວ່າ, “ອີ່ຫລ້າ, ນັ້ນແມ່ນນົກຍຸງ.”
ເຊັ່ນດຽວກັນກັບເດັກອາຍຸສາມປີ, ບາງເທື່ອເຮົາກໍຫລຽວເບິ່ງຄົນອື່ນ ແບບບໍ່ຄັກ ແລະ ບໍ່ເຂົ້າໃຈ. ເຮົາອາດເຈາະຈົງໃສ່ກັບຄວາມແຕກຕ່າງ ແລະ ເຫັນເຖິງຄວາມຂາດຕົກບົກພ່ອງຂອງຄົນທີ່ຢູ່ອ້ອມຮອບເຮົາ ຊຶ່ງບໍ່ຄືກັນກັບເມື່ອພຣະບິດາເທິງສະຫວັນ ຫລຽວເບິ່ງລູກໆຂອງພຣະອົງ, ຜູ້ພຣະອົງໄດ້ສ້າງຂຶ້ນ ຕາມຮູບຮ່າງລັກສະນະນິລັນດອນຂອງພຣະອົງເອງ, ດ້ວຍຄວາມສາມາດທີ່ດີເລີດ ແລະ ຮຸ່ງເຫລື້ອມ.
ປະທານເຈມສ໌ ອີ ຟາວ ເຄີຍໄດ້ກ່າວວ່າ, “ເມື່ອຂ້າພະເຈົ້າມີອາຍຸສູງຂຶ້ນ, ຂ້າພະເຈົ້າກໍຕັດສິນຄົນອື່ນໜ້ອຍລົງ.”5 ຄຳນີ້ເຕືອນໃຈຂ້າພະເຈົ້າເຖິງຄຳສອນຂອງອັກຄະສາວົກໂປໂລ ທີ່ວ່າ:
“ເມື່ອເຮົາເປັນເດັກນ້ອຍຢູ່ນັ້ນ ການເວົ້າຈາ, ຄວາມຮູ້ສຶກ ແລະ ຄວາມນຶກຄິດຂອງເຮົາກໍເປັນຢ່າງເດັກນ້ອຍ: ແຕ່ເມື່ອເຮົາກາຍເປັນ [ຜູ້ໃຫຍ່] ແລ້ວ ເຮົາກໍເລີກຄວາມປະພຶດຢ່າງເດັກນ້ອຍນັ້ນ.
“ເພາະວ່າດຽວນີ້ເຮົາທັງຫລາຍເຫັນພໍມົວໆເໝືອນເບິ່ງໃນແວ່ນ, ແຕ່ວ່າເວລານັ້ນຈະໄດ້ເຫັນພຣະພັກຢ່າງຄັກ: ດຽວນີ້ຄວາມຮູ້ຂອງເຮົາບໍ່ສົມບູນ; ແຕ່ເວລານັ້ນ ເຮົາຈະຢູ່ຢ່າງສົມບູນເໝືອນພຣະເຈົ້າ.”6
ເມື່ອເຮົາເຫັນຄວາມຂາດຕົກບົກພ່ອງຂອງເຮົາເອງດ້ວຍຕາສະຫວ່າງຫລາຍຂຶ້ນ, ເຮົາຈະເບິ່ງຄົນອື່ນຜ່ານ “ແວ່ນທີ່ມົວໆ” ໜ້ອຍລົງ. ເຮົາຢາກໃຊ້ຄວາມສະຫວ່າງຂອງພຣະກິດຕິຄຸນເພື່ອເບິ່ງຄົນອື່ນ ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກະທຳ—ດ້ວຍຄວາມເຫັນອົກເຫັນໃຈ, ຄວາມຫວັງ, ແລະ ຄວາມໃຈບຸນ. ມື້ນັ້ນຈະມາເຖິງ ເມື່ອເຮົາຈະມີຄວາມເຂົ້າໃຈຢ່າງສົມບູນ ເຖິງຄວາມຄິດຂອງຄົນອື່ນ ແລະ ຈະມີຄວາມກະຕັນຍູຫລາຍ ທີ່ເຮົາຈະໄດ້ຮັບຄວາມເມດຕາ—ຄືກັນກັບເມື່ອເຮົາຄິດ ແລະ ກ່າວເຖິງຄົນອື່ນໃນທາງທີ່ມີຄວາມໃຈບຸນ ຕອນເຮົາມີຊີວິດຢູ່ໃນໂລກນີ້.
ເມື່ອຫລາຍປີກ່ອນ, ຂ້າພະເຈົ້າໄດ້ໄປຂີ່ເຮືອ canoe ກັບກຸ່ມຍິງໜຸ່ມກຸ່ມໜຶ່ງ. ທະເລສາບທີ່ເປັນສີຄາມ, ອ້ອມຮອບໄປດ້ວຍພູຜາປ່າດົງທີ່ຂຽວງາມ ເປັນພາບທີ່ໜ້າອັດສະຈັນໃຈຫລາຍ. ນ້ຳກໍເຫລື້ອມລະຍິບລະຍັບ ໃນຂະນະທີ່ພວກເຮົາຈຸ່ມໄມ້ພາຍລົງນ້ຳທີ່ໃສສະອາດ, ແລະ ດວງອາທິດໄດ້ສ່ອງແສງທີ່ອົບອຸ່ນລົງມາ ໃນຂະນະທີ່ພວກເຮົາພາຍເຮືອໄປຢ່າງສະບາຍ ເພື່ອຂ້າມໄປຫາອີກຟາກໜຶ່ງຂອງທະເລສາບ.
ແຕ່ບໍ່ດົນ ເມກກ້ອນໃຫຍ່ກໍໄດ້ໄຫລມາ ແລ້ວທ້ອງຟ້າກໍມືດໄປ ແລະ ລົມກໍເລີ່ມພັດຢ່າງແຮງ. ເພື່ອຈະມີຄວາມກ້າວໜ້າ, ພວກເຮົາກໍຟ້າວພາຍເຮືອໄປຢ່າງໄວ, ພາຍແບບບໍ່ຢຸດພັກເລີຍ. ຫລັງຈາກໄດ້ພາຍເຮືອໄປດ້ວຍຄວາມອິດເມື່ອຍເປັນເວລາສອງຊົ່ວໂມງ, ໃນທີ່ສຸດ ພວກເຮົາກໍໄດ້ໄປເຖິງບ່ອນໂງ້ງຂອງອ່າວທະເລ ແລະ ເຫັນວ່າ ລົມກຳລັງພັດໄປທາງທີ່ພວກເຮົາກຳລັງຈະໄປຫາພໍດີ.
ສາມີ ກັບຂ້າພະເຈົ້າກໍໄດ້ສວຍໂອກາດຢ່າງໄວ ກັບລົມທີ່ກຳລັງພັດມາ. ພວກເຮົາໄດ້ດຶງເອົາຜ້າຢາງຜືນນ້ອຍໜຶ່ງອອກມາ, ແລະ ມັດສອງສົ້ນຂອງມັນໃສ່ໄມ້ພາຍ ແລະ ອີກສອງສົ້ນ ພວກເຮົາໄດ້ມັດມັນໃສ່ຕີນຂອງສາມີຂອງຂ້າພະເຈົ້າ ຊຶ່ງລາວໄດ້ເດ່ມັນອອກໄປທາງຂ້າງຂອງເຮືອ. ລົມໄດ້ພັດໃບພັດ, ແລະ ເຮືອຂອງພວກເຮົາກໍໄດ້ແລ່ນໄປຢ່າງໄວ!
ເມື່ອກຸ່ມຍິງໜຸ່ມໄດ້ເຫັນເຮືອຂອງພວກເຮົາແລ່ນໄປຢ່າງງ່າຍດາຍ, ພວກເຂົາເຈົ້າກໍໄດ້ເຮັດໃບເຮືອຄືກັນ. ພາລະຂອງພວກເຮົາກໍໄດ້ເບົາບາງລົງ ແລະ ກໍມີຄວາມມ່ວນຊື່ນຫລາຍ, ມີຄວາມກະຕັນຍູສຳລັບຄວາມຊ່ວຍເຫລືອ ຈາກການທ້າທາຍໃນມື້ນັ້ນ.
ການເວົ້າຍ້ອງຈາກໝູ່ເພື່ອນກໍເປັນເໝືອນລົມທີ່ພັດເຮົາໄປໜ້າໄດ້, ການທັກທາຍດ້ວຍຄວາມດີອົກດີໃຈຂອງພໍ່ແມ່, ກິລິຍາທ່າທີທີ່ເຫັນດີນຳຂອງອ້າຍເອື້ອຍນ້ອງ, ຫລື ຮອຍຍິ້ມທີ່ເປັນມິດຈາກເພື່ອນທຳງານ ຫລື ເພື່ອນນັກຮຽນ, ຈະເປັນ “ລົມທີ່ພັດເຮືອຂອງເຮົາໄປໜ້າໄດ້” ໃນຂະນະທີ່ເຮົາປະເຊີນກັບການທ້າທາຍຂອງຊີວິດ! ປະທານທອມັສ ແອັສ ມອນສັນ ໄດ້ກ່າວໃນທາງນີ້ວ່າ: “ເຮົາບໍ່ສາມາດບັນຊາລົມ, ແຕ່ເຮົາສາມາດປັບໃບພັດຂອງເຮົາໄດ້. ສຳລັບຄວາມສຸກ, ຄວາມສະຫງົບ, ແລະ ຄວາມເພິ່ງພໍໃຈທີ່ສູງສຸດ, ຂໍໃຫ້ເຮົາ ເລືອກ ທີ່ຈະມີທັດສະນະໄປໃນທາງບວກ.”7
ຖ້ອຍຄຳມີພະລັງຫລາຍ, ທັງເປັນການສ້າງສັນ ແລະ ເປັນການຖາກຖາງ. ເຮົາທຸກຄົງອາດບໍ່ເຄີຍລືມ ຖ້ອຍຄຳທີ່ເຮັດໃຫ້ເຮົາຮູ້ສຶກຕ່ຳຕ້ອຍທີ່ສຸດ ແລະ ຖ້ອຍຄຳກ່າວອອກມາດ້ວຍຄວາມຮັກ ທີ່ເຮັດໃຫ້ເຮົາຮູ້ສຶກຢູ່ສູງສຸດ. ຂໍໃຫ້ເຮົາຈົ່ງເລືອກກ່າວຄຳທີ່ເປັນໃນທາງບວກ—ແລະ ຕໍ່—ຄົນອື່ນໆ ໃນທາງທີ່ຍົກລະດັບ ແລະ ເພີ່ມຄວາມເຂັ້ມແຂງໃຫ້ຄົນທີ່ຢູ່ອ້ອມຮອບເຮົາ ແລະ ຊ່ວຍເຫລືອຄົນອື່ນໃຫ້ເຮັດຕາມວິທິທາງຂອງພຣະຜູ້ຊ່ວຍໃຫ້ລອດ.
ຕອນຂ້າພະເຈົ້າຢູ່ຊັ້ນປະຖົມໄວ, ຂ້າພະເຈົ້າໄດ້ພະຍາຍາມຢ່າງພາກພຽນ ເພື່ອຮຽນຖັກແສ່ວ ຂໍ້ຄວາມງ່າຍໆ ທີ່ອ່ານວ່າ, “ເຮົາຈະນຳຄວາມສະຫວ່າງຂອງພຣະກິດຕິຄຸນມາສູ່ບ້ານເຮືອນຂອງເຮົາ.” ໃນຕອນບ່າຍຂອງມື້ໜຶ່ງ, ໃນຂະນະທີ່ກຸ່ມຜູ້ຍິງຂອງພວກເຮົາກຳລັງຖັກແສ່ວຢູ່ນັ້ນ, ຄູຂອງພວກເຮົາ ໄດ້ເລົ່າເລື່ອງໜຶ່ງກ່ຽວກັບນາງນ້ອຍຄົນໜຶ່ງ ຜູ້ໄດ້ອາໄສຢູ່ອີກເບື້ອງໜຶ່ງຂອງຮ່ອມພູ. ໃນຕອນບ່າຍຂອງແຕ່ລະມື້, ນາງໄດ້ສັງເກດເຫັນເຮືອນຫລັງໜຶ່ງ ທີ່ຕັ້ງຢູ່ຟາກຮ່ອມພູ ມີປ່ອງຢ້ຽມເປັນສີຄຳ ແລະ ຮຸ່ງເຫລື້ອມ. ສ່ວນເຮືືອນຂອງນາງເປັນຫລັງນ້ອຍໆ ແລະ ເກົ່າ, ແລະ ນາງນ້ອຍຄົນນັ້ນ ກໍໄດ້ຄິດຝັນຢາກຢູ່ເຮືອນທີ່ສວຍງາມ ທີ່ມີປ່ອງຢ້ຽມເປັນສີຄຳ.
ມື້ໜຶ່ງ ນາງນ້ອຍໄດ້ຖືກອະນຸຍາດໃຫ້ຂີ່ລົດຖີບຂອງນາງ ໄປຫາຫ່ອມພູເບື້ອງນັ້ນ. ນາງກໍໄດ້ຟ້າວຂີ່ລົດຖີບໄປດ້ວຍຄວາມກະຕືລືລົ້ນ ຈົນວ່ານາງໄປເຖິງເຮືອນທີ່ມີປ່ອງຢ້ຽມເປັນສີຄຳ ຊຶ່ງນາງໄດ້ຊົມເປັນເວລາດົນນານ. ແຕ່ເມື່ອນາງລົງຈາກລົດຖີບ, ນາງໄດ້ເຫັນວ່າ ເຮືອນຫລັງນັ້ນເປັນເຮືອນຮ້າງ ແລະ ເພພັງ, ທັງມີຫຍ້າສູງເຕັມຢູ່ເດີ່ນບ້ານ ແລະ ປ່ອງຢ້ຽມກໍທຳມະດາ ແລະ ສົກກະປົກ. ດ້ວຍຄວາມຜິດຫວັງ, ນາງໄດ້ຫລຽວຄືນໄປເບິ່ງເຮືອນຂອງນາງ. ດ້ວຍຄວາມຕົກຕະລຶງ, ນາງເຫັນເຮືອນຫລັງໜຶ່ງຮຸ່ງເຫລື້ອມ, ປ່ອງຢ້ຽມກໍເປັນສີຄຳ ແລະ ຕັ້ງຢູ່ຄ້ອຍພູ ອີກຟາກໜຶ່ງ. ເມື່ອເບິ່ງຄັກໆແລ້ວ ເຮືອນຫລັງນັ້ນ ແມ່ນເຮືອນຂອງນາງເອງ!8
ບາງເທື່ອ, ເຊັ່ນດຽວກັບນາງນ້ອຍຄົນນີ້, ເຮົາຈະເບິ່ງສິ່ງທີ່ຄົນອື່ນມີ ຫລື ເປັນ ແລະ ຮູ້ສຶກວ່າ ເຮົາມີໜ້ອຍກວ່າເຂົາເຈົ້າ. ເຮົາໄດ້ກາຍເປັນຄົນໜຶ່ງທີ່ໝົກໝຸ້ນຢູ່ກັບພາບຊີວິດໃນ Pinterest ຫລື Instagram ຫລື ຖືກລົບກວນດ້ວຍການແຂ່ງຂັນຢູ່ໂຮງຮຽນ ຫລື ບ່ອນທຳງານຂອງເຮົາ. ແຕ່ເມື່ອເຮົາຢຸດພັກຈັກບຶດໜຶ່ງ ເພື່ອ “ນັບພຣະພອນ [ຂອງເຮົາ],”9 ແລ້ວເຮົາຈະເຫັນມຸມມອງທີ່ແທ້ຈິງ ແລະ ຮັບຮູ້ຄວາມດີງາມຂອງພຣະເຈົ້າ ທີ່ມີຕໍ່ລູກໆຂອງພຣະອົງ ທຸກຄົນ.
ບໍ່ວ່າເຮົາຈະມີອາຍຸໄດ້ 8 ປີ ຫລື 108 ປີ, ເຮົາສາມາດນຳຄວາມສະຫວ່າງຂອງພຣະກິດຕິຄຸນ ມາສູ່ສິ່ງແວດລ້ອມຂອງເຮົາໄດ້, ບໍ່ວ່າຈະເປັນເຮືອນຫ້ອງແຖວທີ່ສູງໆຢູ່ເມືອງ ແມນແຮັດຕັນ, ຫລື ເຮືອນຢອງເສົາ ຢູ່ປະເທດ ມາເລເຊຍ, ຫລື ເຮືອນຜ້າໜັງສັດຢູ່ປະເທດ ມົງໂກເລຍ. ເຮົາສາມາດພະຍາຍາມທີ່ຈະຊອກຫາຄວາມດີໃນຕົວຂອງຄົນອື່ນໄດ້ ແລະ ໃນສະພາບການທີ່ຢູ່ອ້ອມຮອບເຮົາ. ສະຕີທີ່ຍັງໜຸ່ມ ແລະ ຜູ້ອາຍຸສູງ ໃນທຸກແຫ່ງຫົນ ສາມາດສະແດງຄວາມໃຈບຸນ ເມື່ອເຂົາເຈົ້າເລືອກທີ່ຈະໃຊ້ຖ້ອຍຄຳ ທີ່ສ້າງຄວາມໝັ້ນໃຈ ແລະ ສ້າງສັດທາ ໃຫ້ກັບຄົນອື່ນໄດ້.
ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ບອກເຖິງຊາຍໜຸ່ມຄົນໜຶ່ງ ທີ່ຖືກໝູ່ເພື່ອນແກ້ງເປັນປະຈຳ ຕອນເຂົ້າໂຮງຮຽນ. ຫລາຍປີຈາກນັ້ນ, ລາວໄດ້ຍ້າຍໄປຢູ່ບ່ອນໃໝ່, ໄດ້ເຂົ້າເປັນທະຫານ, ໄດ້ຮັບການສຶກສາ, ແລະ ໄດ້ກາຍເປັນສະມາຊິກທີ່ເຂັ້ມແຂງຂອງສາດສະໜາຈັກ. ຊີວິດຂອງລາວໃນໄລຍະນັ້ນ ກໍປະສົບຜົນສຳເລັດໃນຫລາຍໆດ້ານ.
ຫລັງຈາກຫລາຍປີ, ລາວໄດ້ກັບຄືນໄປບ້ານເກີດ. ແຕ່ຜູ້ຄົນບໍ່ຍອມຮັບຮູ້ຄວາມເຕີບໂຕ ແລະ ຄວາມຈະເລີນກ້າວໜ້າຂອງລາວ. ຕໍ່ເຂົາເຈົ້າແລ້ວ, ລາວຍັງເປັນເດັກ “ຜູ້ຕ່ຳຕ້ອຍ,” ຄົນໜຶ່ງເທົ່ານັ້ນ ແລະ ເຂົາເຈົ້າກໍໄດ້ກະທຳກັບລາວແບບເກົ່າ. ທ້າຍສຸດ, ຊາຍທີ່ດີຄົນນີ້ ໄດ້ສູນເສຍຄວາມສຳເລັດຜົນຂອງລາວເກືອບທັງໝົດ ໂດຍທີ່ບໍ່ສາມາດໃຊ້ພອນສະຫວັນຂອງລາວ ເພື່ອເປັນພອນໃຫ້ແກ່ຄົນທີ່ເຄີຍກ່າວສຽດສີລາວ ແລະ ໄດ້ປະຕິເສດລາວອີກເທື່ອໜຶ່ງ.10 ໜ້າເສຍດາຍ ທັງສຳລັບຊາຍຄົນນີ້ ແລະ ຊຸມຊົນນັ້ນ!
ອັກຄະສາວົກໂປໂລ ໄດ້ສອນວ່າ, “ທີ່ສຳຄັນກວ່າສິ່ງອື່ນໃດໝົດ ຈົ່ງຮັກຊຶ່ງກັນແລະກັນດ້ວຍຄວາມເຕັມໃຈ ເພາະຄວາມຮັກກໍປິດບັງຄວາມຜິດບາບໄວ້ຢ່າງຫລວງຫລາຍ.”11 ຈົ່ງຮັກຊຶ່ງກັນແລະກັນດ້ວຍ ຄວາມເຕັມໃຈ, ໝາຍເຖິງ “ດ້ວຍສຸດໃຈ,” ເປັນການສະແດງອອກເຖິງການລືມຄວາມຜິດພາດ ແລະ ຄວາມບົກພ່ອງຂອງຄົນອື່ນ ແທນທີ່ຈະໝົກໝຸ້ນຢູ່ກັບຄວາມຄຸ້ນເຄືອງ ຫລື ເຕືອນຕົວເອງ ແລະ ຄົນອື່ນເຖິງຄວາມຂາດຕົກບົກພ່ອງ ໃນອະດີດ.
ໜ້າທີ່ ແລະ ສິດທິພິເສດຂອງເຮົາ ແມ່ນທີ່ຈະຮັບເອົາການພັດທະນາຕົນ ໃນ ແຕ່ລະຄົນເມື່ອເຮົາພະຍາຍາມທີ່ຈະກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ. ຊ່າງເປັນສິ່ງທີ່ໜ້າຕື່ນເຕັ້ນແທ້ໆ ທີ່ເຫັນແສງແວວວາວ ໃນດວງຕາຂອງບາງຄົນ ຜູ້ເຂົ້າໃຈເຖິງການຊົດໃຊ້ຂອງພຣະເຢຊູຄຣິດ ແລະ ທຳການປ່ຽນແປງທີ່ແທ້ຈິງໃນຊີວິດຂອງເຂົາ! ຜູ້ສອນສາດສະໜາທີ່ເຄີຍປະສົບກັບຄວາມສຸກ ເມື່ອເຫັນຄົນທີ່ປ່ຽນໃຈເຫລື້ອມໃສ ລົງໄປໃນນ້ຳແຫ່ງບັບຕິສະມາ ແລະ ແລ້ວໄດ້ເຂົ້າໄປໃນພຣະວິຫານ ເປັນການເຫັນພອນທີ່ໃຫ້ໂອກາດ—ແລະ ຊຸກຍູ້—ຄົນອື່ນ ເພື່ອປ່ຽນແປງ. ສະມາຊິກຜູ້ທີ່ຊ່ວຍເຫລືອ ຄົນປ່ຽນໃຈເຫລື້ອມໃສ ທີ່ບໍ່ຄິດວ່າ ເຂົາເຈົ້າຈະເປັນຄົນແບບທີ່ ຈະເໝາະສົມກັບອານາຈັກ ຈະມີຄວາມເພິ່ງພໍໃຈຫລາຍ ກັບການຊ່ວຍເຫລືອເຂົາເຈົ້າ ໃຫ້ຮູ້ເຖິງຄວາມຮັກຂອງພຣະຜູ້ເປັນເຈົ້າ. ຄວາມງາມທີ່ດີເດັ່ນຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ແມ່ນຄວາມເປັນຈິງຂອງຄວາມກ້າວໜ້ານິລັນດອນ—ເຮົາບໍ່ພຽງແຕ່ຖືກ ອະນຸຍາດ ໃຫ້ປ່ຽນແປງຕົວເອງ ເພື່ອໃຫ້ດີຂຶ້ນກວ່າເກົ່າເທົ່ານັ້ນ ແຕ່ເຮົາຖືກຊຸກຍູ້ໃຫ້ເປັນແບບນັ້ນນຳອີກ, ແລະ ແມ່ນແຕ່ຖືກ ບັນຊາ, ໃຫ້ສະແຫວງຫາທີ່ຈະພັດທະນາຕົນ ຈົນໃຫ້ດີພ້ອມທຸກຢ່າງ.
ປະທານທອມມັສ ແອັສ ມອນສັນ ໄດ້ແນະນຳວ່າ: “ໃນວິທີອັນເລັກນ້ອຍ ໃນຫລາຍຮ້ອຍວິທີ, ທ່ານທຸກຄົນ ໄດ້ສະແດງໃຫ້ເຫັນເຖິງຄວາມໃຈບຸນ. … ແທນທີ່ຈະເປັນຄົນມັກຕັດສິນ ຫລື ກ່າວວິຈານ ກັນແລະກັນ, ຂໍໃຫ້ເຮົາຈົ່ງມີຄວາມຮັກອັນບໍລິສຸດຂອງພຣະຄຣິດ ສຳລັບເພື່ອນມະນຸດ ທີ່ເດີນທາງໄປດ້ວຍກັນ ໃນເສັ້ນທາງແຫ່ງຊີວິດນີ້. ຂໍໃຫ້ເຮົາຈົ່ງຮັບຮູ້ວ່າ ທຸກຄົນກໍພະຍາຍາມເຮັດໃຫ້ດີທີ່ສຸດຢູ່ແລ້ວ ກັບການທ້າທາຍ ທີ່ມາສູ່ເຂົາເຈົ້າ, ແລະ ຂໍໃຫ້ເຮົາຈົ່ງພະຍາຍາມເຮັດໃຫ້ດີທີ່ສຸດ ເພື່ອຊ່ວຍເຫລືອເຂົາເຈົ້າ.”12
ຄວາມໃຈບຸນ, ໃນຄວາມໝາຍທາງບວກ, ໝາຍເຖິງ ຄວາມອົດທົນ, ຄວາມເມດຕາ, ແລະ ຄວາມພໍໃຈ. ຄວາມໃຈບຸນ ໝາຍເຖິງການຄິດກັບຄົນອື່ນກ່ອນ. ມັນຄືການຖ່ອມຕົວ, ການສາມາດຄວບຄຸມຕົນເອງ, ການຊອກຫາສິ່ງທີ່ດີໃນຕົວຂອງຄົນອື່ນ, ແລະ ປິຕິຍິນດີ ເມື່ອຄົນອື່ນເຮັດໄດ້ດີ.13
ໃນຖານະທີ່ເປັນເອື້ອຍນ້ອງ (ແລະ ອ້າຍນ້ອງ) ໃນຊີໂອນ, ເຮົາຈະບໍ່ເອົາໃຈໃສ່ກັບ “ການເຮັດວຽກງານ ທັງໝົດ ນຳກັນບໍ … ເພື່ອເຮັດສິ່ງໃດກໍຕາມ ທີ່ອ່ອມນ້ອມ ແລະ ເພື່ອມະນຸດ, ເພື່ອຊຸກຍູ້ ແລະ ເພື່ອເປັນພອນ ໃນພຣະນາມ [ຂອງພຣະຜູ້ຊ່ວຍໃຫ້ລອດ]”?14 ເຮົາສາມາດຊອກຫາ ແລະ ຮັບເອົາຄວາມສວຍງາມ ໃນຄົນອື່ນໄດ້ບໍ ດ້ວຍຄວາມຮັກ ແລະ ດ້ວຍຄວາມຫວັງສູງ, ເພື່ອໃຫ້ເຂົາເຈົ້າກ້າວໜ້າ ດ້ວຍການໃຫ້ໂອກາດ ແລະ ຊຸກຍູ້ເຂົາເຈົ້າ? ເຮົາສາມາດມີຄວາມປິຕິຍິນດີໄດ້ບໍ ໃນຄວາມສຳເລັດຜົນຂອງຄົນອື່ນ ໃນຂະນະທີ່ເຮົາດຳເນີນໄປໜ້າ ໃນການພັດທະນາຂອງເຮົາເອງ?
ແມ່ນແລ້ວ, ເຮົາ ສາມາດ ນຳຄວາມສະຫວ່າງຂອງພຣະກິດຕິຄຸນ ມາສູ່ບ້ານເຮືອນ, ໂຮງຮຽນ, ແລະ ບ່ອນທຳງານຂອງເຮົາໄດ້ ຖ້າຫາກເຮົາສະແຫວງຫາ ແລະ ແບ່ງປັນ ສິ່ງທີ່ເປັນທາງບວກ ກ່ຽວກັບຄົນອື່ນ ແລະ ປ່ອຍໃຫ້ຄວາມຂາດຕົກບົກພ່ອງສະຫລາຍໄປ. ຂ້າພະເຈົ້າມີຄວາມກະຕັນຍູຢ່າງລົ້ນເຫລືອ ເມື່ອຂ້າພະເຈົ້າຄິດເຖິງ ການກັບໃຈ ທີ່ພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ, ໄດ້ເຮັດໃຫ້ເປັນໄປໄດ້ ສຳລັບເຮົາທຸກຄົນ ຜູ້ໄດ້ເຮັດບາບຢ່າງຫລີກລ້ຽງບໍ່ໄດ້ ຢູ່ໃນໂລກທີ່ບໍ່ດີພ້ອມທຸກຢ່າງ ແລະ ບາງເທື່ອຢູ່ໃນໂລກທີ່ຫຍຸ້ງຍາກນີ້!
ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາເຮັດຕາມຕົວຢ່າງທີ່ດີພ້ອມຂອງພຣະອົງ, ເຮົາຈະສາມາດໄດ້ຮັບຂອງປະທານແຫ່ງຄວາມໃຈບຸນ, ຊຶ່ງຈະນຳຄວາມສຸກອັນຍິ່ງໃຫຍ່ມາໃຫ້ເຮົາ ໃນຊີວິດນີ້ ແລະ ນຳຄຳສັນຍາວ່າເຮົາຈະມີຊີວິດນິລັນດອນຢູ່ກັບພຣະບິດາຜູ້ສະຖິດຢູ່ໃນສະຫວັນ ມາໃຫ້ເຮົາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.