ສິນລະລຶກສາມາດຊ່ວຍເຮົາໃຫ້ກາຍເປັນຜູ້ສັກສິດໄດ້
ຂ້າພະເຈົ້າຂໍເຊື້ອເຊີນທ່ານທັງຫລາຍໃຫ້ພິຈາລະນາຫ້າວິທີ ທີ່ຈະເພີ່ມຜົນກະທົບ ແລະ ພະລັງ ໃຫ້ແກ່ການມີສ່ວນຮ່ວມເປັນປະຈຳຂອງເຮົາ ໃນພິທີສິນລະລຶກທີ່ສັກສິດ.
ຄວາມຈຳໜຶ່ງຕອນຂ້າພະເຈົ້າຍັງນ້ອຍ ແມ່ນກ່ຽວກັບກອງປະຊຸມສິນລະລຶກ ທີ່ໄດ້ຖືກຈັດຂຶ້ນຢູ່ໃນບ້ານຂອງພວກເຮົາ ຢູ່ເມືອງວໍແນມບູ, ປະເທດອົດສະຕາລີ. ມີຜູ້ຄົນປະມານ 10 ເຖິງ 15 ຄົນ ທີ່ໄດ້ໄປຮ່ວມສາຂາຂອງພວກເຮົາ, ແລະ ພໍ່ຂອງຂ້າພະເຈົ້າ, ໄດ້ເປັນຜູ້ໜຶ່ງໃນຜູ້ດຳລົງຖານະປະໂລຫິດສາມຄົນ, ທີ່ໄດ້ມີໂອກາດໃຫ້ພອນແກ່ສິນລະລຶກເປັນປະຈຳ. ຂ້າພະເຈົ້າຍັງຈື່ຄວາມຮູ້ສຶກຂອງຂ້າພະເຈົ້າ ໃນຂະນະທີ່ພໍ່ໄດ້ອ່ານຄຳອະທິຖານສຳລັບສິນລະລຶກຢ່າງຖ່ອມຕົວ ແລະ ລະມັດລະວັງ. ສ່ວນຫລາຍສຽງຂອງເພິ່ນຈະສັ່ນ ເມື່ອເພິ່ນຮູ້ສຶກເຖິງພຣະວິນຍານ. ບາງເທື່ອເພິ່ນຕ້ອງໄດ້ຢຸດບຶດໜຶ່ງ ເພື່ອຄວບຄຸມຄວາມຮູ້ສຶກ ກ່ອນເພິ່ນຈະກ່າວຄຳອະທິຖານຕໍ່ໄປໃຫ້ສຳເລັດ.
ຕອນມີອາຍຸໄດ້ຫ້າປີ, ຂ້າພະເຈົ້າບໍ່ສາມາດເຂົ້າໃຈ ເຖິງຄວາມໝາຍອັນແທ້ຈິງຂອງສິ່ງທີ່ຖືກກ່າວ ຫລື ຖືກກະທຳ; ແຕ່ຂ້າພະເຈົ້າຮູ້ເຖິງບາງສິ່ງພິເສດທີ່ໄດ້ເກີດຂຶ້ນ. ຂ້າພະເຈົ້າສາມາດຮູ້ສຶກເຖິງອິດທິພົນທີ່ສະຫງົບງຽບ ແລະ ໃຫ້ຄວາມແນ່ນອນໃຈ ຂອງພຣະວິນຍານບໍລິສຸດ ໃນຂະນະທີ່ພໍ່ຂອງຂ້າພະເຈົ້າ ຕຶກຕອງເຖິງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດທີ່ມີຕໍ່ເຮົາ.
ພຣະຜູ້ຊ່ວຍໃຫ້ລອດໄດ້ສອນວ່າ: “ນີ້ເຈົ້າຈົ່ງປະຕິບັດສະເໝີໄປກັບຄົນທີ່ກັບໃຈ ແລະ ຮັບບັບຕິສະມາໃນນາມຂອງເຮົາ; ແລະ ເຈົ້າຈົ່ງກະທຳສິ່ງນີ້ດ້ວຍຄວາມລະນຶກເຖິງໂລຫິດຂອງເຮົາ, ຊຶ່ງເຮົາໄດ້ຫລັ່ງເພື່ອເຈົ້າ, ເພື່ອເຈົ້າຈະໄດ້ເປັນພະຍານຕໍ່ພຣະບິດາວ່າ ເຈົ້າລະນຶກເຖິງເຮົາຢູ່ຕະຫລອດເວລາ. ແລະ ຖ້າຫາກເຈົ້າລະນຶກເຖິງເຮົາຢູ່ຕະຫລອດເວລາ ເຈົ້າຈະມີວິນຍານຂອງເຮົາຢູ່ນຳເຈົ້າ” (3 ນີໄຟ 18:11).
ຂ້າພະເຈົ້າຂໍເຊື້ອເຊີນທ່ານທັງຫລາຍໃຫ້ພິຈາລະນາຫ້າວິທີ ທີ່ຈະເພີ່ມຜົນກະທົບ ແລະ ພະລັງ ໃຫ້ແກ່ການມີສ່ວນຮ່ວມເປັນປະຈຳຂອງເຮົາ ໃນພິທີສິນລະລຶກທີ່ສັກສິດ, ຊຶ່ງເປັນພິທີການທີ່ສາມາດຊ່ວຍເຮົາ ໃຫ້ກາຍເປັນຜູ້ສັກສິດໄດ້.
1. ຕຽມຕົວລ່ວງໜ້າ
ເຮົາສາມາດເລີ່ມຕົ້ນດ້ວຍການຕຽມຕົວສຳລັບສິນລະລຶກ ກ່ອນທີ່ກອງປະຊຸມຈະເລີ່ມຕົ້ນ. ວັນເສົາອາດເປັນມື້ທີ່ດີ ທີ່ຈະຕຶກຕອງເຖິງຄວາມກ້າວໜ້າ ແລະ ການຕຽມພ້ອມທາງວິນຍານຂອງເຮົາ.
ຄວາມເປັນມະຕະ ເປັນຂອງປະທານທີ່ຈຳເປັນ ໃນການເດີນທາງຂອງເຮົາ ທີ່ຈະກາຍເປັນເໝືອນດັ່ງພຣະບິດາເທິງສະຫວັນຂອງເຮົາ. ມັນຈຳເປັນທີ່ຈະມີການທົດລອງ ແລະ ການທ້າທາຍຢູ່ດ້ວຍ ເພື່ອເປັນໂອກາດໃຫ້ເຮົາ ທີ່ຈະປ່ຽນແປງ ແລະ ເຕີບໂຕ. ກະສັດເບັນຢາມິນ ໄດ້ສອນວ່າ “ມະນຸດທີ່ມີຈິດໃຈທຳມະດາເປັນສັດຕູກັບພຣະເຈົ້າ ... ແລະ ຈະເປັນໄປຕະຫລອດການ ແລະ ຕະຫລອດໄປ, ເວັ້ນເສຍແຕ່ພວກເຂົາຈະຍອມຕໍ່ການຊັກຈູງຂອງພຣະວິນຍານສັກສິດ, ແລະ ປະຖິ້ມມະນຸດທີ່ມີຈິດໃຈທຳມະດາ ແລະ ກາຍມາເປັນໄພ່ພົນຂອງພຣະເຈົ້າ” (ໂມໄຊຢາ 3:19). ການໄປຮ່ວມພິທີສິນລະລຶກ ໃຫ້ໂອກາດເຮົາຫລາຍຂຶ້ນ ທີ່ຈະຍອມຖວາຍຫົວໃຈ ແລະ ຈິດວິນຍານໃຫ້ແກ່ພຣະເຈົ້າ.
ໃນການຕຽມຂອງເຮົາ, ຫົວໃຈຂອງເຮົາຈະຊອກຊ້ຳ ເມື່ອເຮົາສະແດງຄວາມກະຕັນຍູສຳລັບການຊົດໃຊ້ຂອງພຣະຄຣິດ, ກັບໃຈຈາກຄວາມຜິດພາດ ແລະ ຄວາມຂາດຕົກບົກພ່ອງຂອງເຮົາ, ແລະ ທູນຂໍຄວາມຊ່ວຍເຫລືອຈາກພຣະບິດາ ເພື່ອຈະໄດ້ດຳເນີນຕໍ່ໄປໃນເສັ້ນທາງ ເພື່ອຈະກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ. ຈາກນັ້ນ ເຮົາສາມາດຕັ້ງໃຈສຳລັບໂອກາດທີ່ສິນລະລຶກມີໄວ້ໃຫ້ ເພື່ອຈະໄດ້ລະນຶກເຖິງການເສຍສະລະຂອງພຣະອົງ ແລະ ຕໍ່ຄຳສັນຍາຂອງເຮົາ ໃນພັນທະສັນຍາທຸກຂໍ້ທີ່ເຮົາໄດ້ເຮັດໄວ້.
2. ໄປຮອດກ່ອນເວລາ
ປະສົບການໃນພິທີສິນລະລຶກຂອງເຮົາ ສາມາດຖືກຍົກລະດັບຂຶ້ນໄດ້ ເມື່ອເຮົາໄປຮອດກອງປະຊຸມກ່ອນເວລາ ແລະ ໄຕ່ຕອງໃນໃຈ ໃນຂະນະທີ່ເຮົາຟັງສຽງອໍແກນ ກ່ອນເປີດກອງປະຊຸມ.
ປະທານບອຍ ເຄ ແພ໊ກເກີ ໄດ້ສອນວ່າ: “ສຽງອໍແກນ ກ່ອນເປີດກອງປະຊຸມ, ການອະທິຖານດ້ວຍຄວາມຄາລະວະ, ເປັນສິ່ງບຳລຸງລ້ຽງວິນຍານ. ມັນເຊື້ອເຊີນການດົນໃຈ.”1 ປະທານຣະໂຊ ເອັມ ນຽວສັນ ໄດ້ອະທິບາຍວ່າ, “ນີ້ບໍ່ແມ່ນເວລາສຳລັບການເວົ້າລົມກັນ ຫລື ສົ່ງຂ່າວສານ ແຕ່ເປັນເວລາທີ່ຈະອະທິຖານຢູ່ໃນໃຈ ຂະນະທີ່ຜູ້ນຳ ແລະ ສະມາຊິກ ຕຽມຕົວທາງວິນຍານສຳລັບສິນລະລຶກ.”2
3. ຮ້ອງເພງ ແລະ ຮຽນຮູ້ຈາກຖ້ອຍຄຳໃນເນື້ອເພງສຳລັບສິນລະລຶກ
ເພງສຳລັບສິນລະລຶກ ເປັນພາກສ່ວນທີ່ສຳຄັນເປັນພິເສດ ສຳລັບປະສົບການຂອງເຮົາໃນພິທີສິນລະລຶກ. ເພງຈະຍົກລະດັບຄວາມຄິດ ແລະ ຄວາມຮູ້ສຶກຂອງເຮົາ. ເພງສຳລັບສິນລະລຶກມີອິດທິພົນຫລາຍ ເມື່ອເຮົາເອົາໃຈໃສ່ຕໍ່ຖ້ອຍຄຳ ແລະ ຄຳສອນອັນມີພະລັງ ທີ່ຖືກສອນໃຫ້ເຮົາ. ເຮົາຮຽນຮູ້ຫລາຍຂຶ້ນ ຈາກຖ້ອຍຄຳເຊັ່ນ “ຊ້ຳ, ຫັກ, ຂາດ ເພື່ອເຮົາ,”3 “ຂໍໃຫ້ເຮົາຈົ່ງລະນຶກເຖິງ ແລະ ແນ່ໃຈວ່າ ໃຈ ແລະ ມືຂອງເຮົາສະອາດ ແລະ ບໍລິສຸດ,”4 ແລະ “ບ່ອນໃດທີ່ມີຄວາມຍຸດຕິທຳ, ຄວາມຮັກ, ແລະ ຄວາມເມດຕາ ຈະປອງດອງກັນ!”5
ເມື່ອເຮົາຮ້ອງເພງ ໃນການຕຽມທີ່ຈະຮັບສ່ວນ, ຖ້ອຍຄຳໃນເນື້ອເພງສາມາດກາຍເປັນພາກສ່ວນໜຶ່ງໃນພັນທະສັນຍາທີ່ເຮົາໄດ້ເຮັດໄວ້. ໃຫ້ເຮົາມາພິຈາລະນານຳກັນ, ຍົກຕົວຢ່າງ, ຄຳວ່າ, “ເຮົາຮັກພຣະອົງເຈົ້າ; ໃຈຂອງເຮົາເຕັມປ່ຽມ. ເຮົາຈະເດີນໄປໃນເສັ້ນທາງຂອງພຣະອົງ.”6
4. ມີສ່ວນຮ່ວມທາງວິນຍານ ໃນຄຳອະທິຖານສຳລັບສິນລະລຶກ (ເບິ່ງ ໂມໂຣໄນ 4–5)
ແທນທີ່ຈະເມີນເສີຍຈາກຄຳອະທິຖານສຳລັບສິນລະລຶກ, ເຮົາສາມາດຮຽນຮູ້ໄດ້ຫລາຍ, ແລະ ຮູ້ສຶກຫລາຍກວ່າເກົ່າ, ເມື່ອເຮົາມີສ່ວນຮ່ວມທາງວິນຍານ ໂດຍການຄິດກ່ຽວກັບຄຳໝັ້ນສັນຍາ ແລະ ພອນທີ່ກ່ຽວພັນກັບຄຳອະທິຖານສຳລັບສິນລະລຶກນັ້ນ.
ເຂົ້າຈີ່ ແລະ ນ້ຳ ໄດ້ຖືກໃຫ້ພອນ ແລະ ຖືກເຮັດໃຫ້ສັກສິດສຳລັບຈິດວິນຍານຂອງເຮົາ. ມັນເຕືອນເຮົາເຖິງການເສຍສະລະຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ວ່າພຣະອົງສາມາດຊ່ວຍເຮົາໃຫ້ກາຍເປັນຜູ້ສັກສິດໄດ້.
ຄຳອະທິຖານອະທິບາຍວ່າ ເຮົາຮັບເອົາເຂົ້າຈີ່ ໃນການລະນຶກເຖິງພຣະກາຍຂອງພຣະບຸດ, ຊຶ່ງພຣະອົງໄດ້ເສຍສະລະ ເພື່ອທຸກຄົນຈະສາມາດຟື້ນຄືນຊີວິດ, ແລະ ເຮົາດື່ມນ້ຳ ໃນການລະນຶກເຖິງໂລຫິດຂອງພຣະບຸດ, ຊຶ່ງພຣະອົງໄດ້ຫລັ່ງດ້ວຍຄວາມສະໝັກໃຈ ເພື່ອເຮົາຈະໄດ້ຮັບການໄຖ່ ຖ້າເຮົາກັບໃຈ.
ຄຳອະທິຖານໄດ້ແນະນຳພັນທະສັນຍາ ດ້ວຍສຳນວນທີ່ວ່າ “ເພື່ອເຂົາຈະເຕັມໃຈ” (ໂມໂຣໄນ 4:3). ສຳນວນນີ້ ມີພະລັງຫລາຍສຳລັບເຮົາ. ເຮົາເຕັມໃຈທີ່ຈະຮັບໃຊ້ ແລະ ມີສ່ວນຮ່ວມແລ້ວບໍ? ເຮົາເຕັມໃຈທີ່ຈະປ່ຽນແປງແລ້ວບໍ? ເຮົາເຕັມໃຈທີ່ຈະບອກເຖິງຄວາມອ່ອນແອຂອງເຮົາແລ້ວບໍ? ເຮົາເຕັມໃຈທີ່ຈະເອື້ອມອອກໄປ ແລະ ເປັນພອນໃຫ້ແກ່ຄົນອື່ນແລ້ວບໍ? ເຮົາເຕັມໃຈທີ່ຈະໄວ້ວາງພຣະໄທພຣະຜູ້ຊ່ວຍໃຫ້ລອດແລ້ວບໍ?
ຂະນະທີ່ຄຳສັນຍາມີກ່າວໄວ້ ແລະ ໃນຂະນະທີ່ເຮົາຮັບສ່ວນ, ເຮົາຢືນຢັນຢູ່ໃນໃຈວ່າ ເຮົາຈະເຕັມໃຈທີ່ຈະ:
-
ຮັບເອົາພຣະນາມຂອງພຣະເຢຊູຄຣິດ.
-
ພະຍາຍາມຮັກສາພຣະບັນຍັດທຸກປະການຂອງພຣະອົງ.
-
ລະນຶກເຖິງພຣະອົງຕະຫລອດເວລາ.
ຄຳອະທິຖານສິ້ນສຸດລົງດ້ວຍຄຳເຊື້ອເຊີນ ແລະ ຄຳສັນຍາທີ່ສູງສົ່ງ ທີ່ວ່າ: “ເພື່ອເຂົາຈະມີພຣະວິນຍານຂອງພຣະອົງຢູ່ດ້ວຍຕະຫລອດເວລາ” (ໂມໂຣໄນ 4:3).
ໂປໂລ ໄດ້ຂຽນວ່າ, “ຜົນຂອງພຣະວິນຍານນັ້ນຄື ຄວາມຮັກ, ຄວາມຊື່ນຊົມຍິນດີ, ສັນຕິສຸກ, ຄວາມອົດທົນດົນນານ, ຄວາມເມດຕາປານີ, ຄວາມດີ, ຄວາມສັດຊື່, ຄວາມສຸພາບອ່ອນຫວານ, [ແລະ] ການຮູ້ຈັກບັງຄັບຕົນ” (ຄາລາເຕຍ 5:22–23). ພອນ ແລະ ຂອງປະທານທີ່ສວຍງາມ ມີໄວ້ໃຫ້ເຮົາ ເມື່ອເຮົາຮັກສາພຣະບັນຍັດຂອງເຮົາ.
5. ໄຕ່ຕອງ ແລະ ລະນຶກເຖິງພຣະອົງ ໃນລະຫວ່າງການຢາຍສິນລະລຶກ
ຊ່ວງໄລຍະທີ່ມີຄວາມຄາລະວະ ໃນຂະນະທີ່ຜູ້ດຳລົງຖານະປະໂລຫິດ ຢາຍສິນລະລຶກ ສາມາດກາຍເປັນເວລາທີ່ສັກສິດຕໍ່ເຮົາໄດ້.
ໃນລະຫວ່າງກາຍຢາຍເຂົ້າຈີ່, ເຮົາສາມາດຕຶກຕອງວ່າ, ໃນການກະທຳດ້ວຍຄວາມຮັກຢ່າງລົ້ນເຫລືອທີ່ມີຕໍ່ເຮົາ, ພຣະຜູ້ຊ່ວຍໃຫ້ລອດໄດ້ “ຮັບເອົາຄວາມຕາຍ ເພື່ອພຣະອົງຈະໄດ້ເຮັດໃຫ້ສາຍຮັດແຫ່ງຄວາມຕາຍ ຊຶ່ງຜູກມັດຜູ້ຄົນຂອງພຣະອົງຫລຸດອອກ” (ແອວມາ 7:12).
ເຮົາອາດລະນຶກເຖິງພອນທີ່ຮຸ່ງເຫລື້ອມ ຂອງການຟື້ນຄືນຊີວິດ ຊຶ່ງ “ຈະເກີດກັບຄົນທັງປວງ, … ທັງຂ້າທາດ ແລະ ຜູ້ເປັນອິດສະລະ, ທັງຊາຍ ແລະ ຍິງ, ທັງຄົນຊົ່ວ ແລະ ຄົນຊອບທຳ; ແລະ ເຖິງແມ່ນຜົມໃນຫົວຂອງພວກເຂົາ ເສັ້ນໜຶ່ງກໍຈະບໍ່ເສຍໄປ; ແຕ່ທຸກຢ່າງຈະກັບຄືນສູ່ໂຄງຮ່າງອັນສົມບູນຂອງມັນ” (ແອວມາ 11:44).
ໃນລະຫວ່າງການຢາຍນ້ຳ, ເຮົາສາມາດລະນຶກເຖິງຄຳອ້ອນວອນຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ວ່າ:
ພຣະເຈົ້າໄດ້ທົນທຸກທໍລະມານກັບສິ່ງເຫລົ່ານີ້ແທນທຸກຄົນ, ເພື່ອວ່າເຮົາຈະບໍ່ໄດ້ທົນທຸກທໍລະມານຖ້າຫາກເຮົາຈະກັບໃຈ; …
ຊຶ່ງຄວາມທຸກທໍລະມານເຮັດໃຫ້ພຣະອົງ ແມ່ນແຕ່ພຣະເຈົ້າ ຜູ້ຍິ່ງໃຫຍ່ທີ່ສຸດໃນບັນດາທຸກສິ່ງທັງປວງ, ຕ້ອງສັ່ນເພາະຄວາມເຈັບປວດ, ແລະ ໂລຫິດໄຫລອອກຈາກທຸກຂຸມຂົນ, ແລະ ທົນທຸກທໍລະມານທັງພຣະກາຍ ແລະ ພຣະວິນຍານ—ແລະ ປາດຖະໜາທີ່ພຣະອົງຈະບໍ່ຕ້ອງດື່ມຈອກອັນຂົມຂື່ນນັ້ນ ແລະ ຢຸດສະຫງັກຢູ່ (ເບິ່ງ D&C 19:16, 18).
ເຮົາຈື່ຈຳວ່າ ພຣະອົງໄດ້ “ຮັບເອົາຄວາມບົກພ່ອງ [ຂອງເຮົາ], ເພື່ອອຸທອນຂອງພຣະອົງຈະເຕັມໄປດ້ວຍຄວາມເມດຕາຕາມທາງຂອງເນື້ອໜັງ ເພື່ອພຣະອົງຈະຮູ້ຈັກຕາມທາງຂອງເນື້ອໜັງວ່າ ຈະຊ່ວຍເຫລືອຜູ້ຄົນຂອງພຣະອົງຕາມຄວາມບົກພ່ອງ [ຂອງເຮົາ] ໄດ້ແນວໃດ” (ແອວມາ 7:12).
ເມື່ອເຮົາໄຕ່ຕອງເຖິງປະສົບການຂອງເຮົາໃນລະຫວ່າງພິທີສິນລະລຶກ, ເຮົາສາມາດຖາມຕົວເອງວ່າ:
-
ເຮົາຈະເຮັດສິ່ງໃດ ໃນອາທິດນີ້ ເພື່ອຕຽມຕົວໃຫ້ດີກວ່າເກົ່າສຳລັບສິນລະລຶກ?
-
ເຮົາສາມາດຊ່ວຍໃຫ້ມີຄວາມຄາລະວະ ແລະ ໃຫ້ມີການເປີດເຜີຍຫລາຍຂຶ້ນໄດ້ແນວໃດ ອັນທີ່ສາມາດມາເຖິງ ໃນຕອນຕົ້ນຂອງກອງປະຊຸມສິນລະລຶກ?
-
ເຮົາໄດ້ຮຽນຮູ້ຄຳສອນຢ່າງໃດແດ່ ຈາກເພງສຳລັບສິນລະລຶກ?
-
ເຮົາໄດ້ຍິນ ແລະ ຮູ້ສຶກຫຍັງແດ່ ເມື່ອເຮົາຟັງຄຳອະທິຖານສຳລັບສິນລະລຶກ?
-
ເຮົາຄິດຫຍັງ ໃນລະຫວ່າງການຢາຍສິນລະລຶກ?
ແອວເດີ ເດວິດ ເອ ແບ໊ດນາ ໄດ້ສອນວ່າ: “ພິທີສິນລະລຶກ ເປັນການເຊື້ອເຊີນຊ້ຳແລ້ວຊ້ຳອີກ ທີ່ສັກສິດ ເພື່ອໃຫ້ກັບໃຈຢ່າງຈິງໃຈ ແລະ ຕໍ່ອາຍຸທາງວິນຍານ. ການຮັບສ່ວນສິນລະລຶກ, ໃນຕົວມັນເອງ, ບໍ່ສາມາດປົດບາບ. ແຕ່ເມື່ອເຮົາຕຽມໃຈ ແລະ ມີສ່ວນຮ່ວມໃນພິທີການທີ່ສັກສິດນີ້ ດ້ວຍໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ, ແລ້ວຄຳສັນຍາບອກໄວ້ວ່າ ເຮົາຈະມີພຣະວິນຍານຂອງພຣະຜູ້ເປັນເຈົ້າຢູ່ນຳເຮົາ ຕະຫລອດເວລາ. ແລະ ໂດຍອຳນາດແຫ່ງການຊຳລະໃຫ້ສະອາດຂອງພຣະວິນຍານບໍລິສຸດ ໃນຖານະທີ່ເປັນເພື່ອນທີ່ໃກ້ຊິດຂອງເຮົາ, ເຮົາສາມາດໄດ້ຮັບການປົດບາບຄືນໃໝ່ໄດ້ ຕະຫລອດເວລາ.”7
ຂ້າພະເຈົ້າເປັນພະຍານເຖິງພອນຢ່າງຫລວງຫລາຍ ທີ່ມີໄວ້ໃຫ້ເຮົາ ເມື່ອເຮົາເພີ່ມການຕຽມ ແລະ ການມີສ່ວນຮ່ວມທາງວິນຍານໃຫ້ຫລາຍຂຶ້ນ ໃນພິທີສິນລະລຶກ. ຂ້າພະເຈົ້າຂໍເປັນພະຍານຕື່ມອີກວ່າ ພອນເຫລົ່ານີ້ມີໄວ້ໃຫ້ເຮົາ ເພາະຄວາມຮັກຂອງພຣະບິດາຜູ້ສະຖິດຢູ່ໃນສະຫວັນ ແລະ ເພາະການເສຍສະລະຊົດໃຊ້ອັນເປັນນິດຂອງພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ. ໃນພຣະນາມອັນສັກສິດຂອງພຣະອົງ, ແມ່ນແຕ່ພຣະເຢຊູຄຣິດ, ອາແມນ.