ແຜນແຫ່ງການໄຖ່ທີ່ຍິ່ງໃຫຍ່
ຂ້າພະເຈົ້າຮູ້ວ່າ ເມື່ອເຮົາກັບໃຈຢ່າງຈິງໃຈຈາກບາບຂອງເຮົາ, ແລ້ວມັນຈະໝົດໄປແທ້ໆ—ບໍ່ເຫລືອເລີຍ!
ສອງສາມເດືອນ ກ່ອນປະທານບອຍ ເຄ ແພ໊ກເກີ ໄດ້ເສຍຊີວິດໄປ, ຜູ້ນຳຖານະປະໂລຫິດ ແລະ ຜູ້ນຳອົງການຊ່ວຍເຫລືອ ໄດ້ມີໂອກາດໄປຟັງເພິ່ນກ່າວ. ຂ້າພະເຈົ້າບໍ່ເຄີຍລືມສິ່ງທີ່ເພິ່ນໄດ້ກ່າວ. ເພິ່ນບອກວ່າ ເພິ່ນໄດ້ຄິດກ່ຽວກັບສິ່ງທີ່ເພິ່ນໄດ້ເຮັດມາຕະຫລອດຊີວິດ, ຊອກຫາບາບທີ່ເພິ່ນໄດ້ເຮັດ ແລະ ໄດ້ກັບໃຈຢ່າງຈິງໃຈ, ແລະ ເພິ່ນ ບໍ່ພົບເຫັນອັນໃດ ເລີຍ. ເພາະການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດທີ່ຊົງຮັກຂອງເຮົາ, ພຣະເຢຊູຄຣິດ, ແລະ ຜ່ານການກັບໃຈຢ່າງຈິງໃຈ, ບາບຂອງເພິ່ນໄດ້ໝົດໄປ, ຄືກັບວ່າມັນບໍ່ເຄີຍເກີດຂຶ້ນ. ແລ້ວປະທານແພ໊ກເກີໄດ້ແນະນຳພວກເຮົາຜູ້ເປັນຜູ້ນຳໃນມື້ນັ້ນວ່າ ໃຫ້ເປັນພະຍານວ່າ ສິ່ງນີ້ເປັນຄວາມຈິງ ສຳລັບເຮົາແຕ່ລະຄົນ ທີ່ກັບໃຈຢ່າງຈິງໃຈ.
ຂ້າພະເຈົ້າຮູ້ຈັກຊາຍຄົນໜຶ່ງ ຜູ້ເຄີຍລະເມີດກົດສິນທຳ ເມື່ອຫລາຍປີກ່ອນ. ເປັນເວລາດົນນານ ທີ່ຊາຍຄົນນີ້ຮູ້ສຶກອັບອາຍ ແລະ ເປັນຫ່ວງທີ່ຈະບອກພັນລະຍາ ແລະ ຜູ້ນຳຖານະປະໂລຫິດຂອງລາວ. ລາວຢາກກັບໃຈຫລາຍແທ້ໆ ແຕ່ໄດ້ຕັດສິນໃຈທີ່ຈະຍອມສະລະຄວາມລອດນິລັນດອນຂອງລາວ ເພາະບໍ່ຢາກໃຫ້ພັນລະຍາ ແລະ ລູກໆໂສກເສົ້າ, ອັບອາຍ, ແລະ ຜົນສະທ້ອນອື່ນໆ ທີ່ອາດຈະເກີດຂຶ້ນຈາກການສາລະພາບຂອງລາວ.
ເມື່ອເຮົາເຮັດການບາບ, ຊາຕານມັກພະຍາຍາມໃຫ້ເຮົາເຊື່ອວ່າ ມັນເປັນສິ່ງບໍ່ເຫັນແກ່ຕົວ ທີ່ເຮົາຈະປົກປ້ອງຄົນອື່ນ ຈາກຄວາມເສຍໃຈຢ່າງໜັກ ເມື່ອເຂົາເຈົ້າຮູ້ເຖິງການບາບຂອງເຮົາ, ຮ່ວມດ້ວຍການຫລີກເວັ້ນຈາກການສາລະພາບບາບຕໍ່ອະທິການ, ຜູ້ສາມາດໃຫ້ພອນເຮົາ ຜ່ານທາງຂໍກະແຈຂອງຖານະປະໂລຫິດຂອງເພິ່ນ ໂດຍທີ່ເປັນຜູ້ຕັດສິນທົ່ວໄປ ໃນອິດສະຣາເອນ. ເຖິງຢ່າງໃດກໍຕາມ, ຄວາມຈິງແມ່ນວ່າ ການເຮັດສິ່ງທີ່ບໍ່ເຫັນແກ່ຕົວ ແລະ ເຮັດຢ່າງພຣະຄຣິດ ຄືການສາລະພາບ ແລະ ການກັບໃຈ. ນີ້ຄືແຜນແຫ່ງການໄຖ່ທີ່ຍິ່ງໃຫຍ່ຂອງພຣະບິດາເທິງສະຫວັນ.
ໃນທີ່ສຸດ, ຊາຍທີ່ດີຄົນນີ້ໄດ້ສາລະພາບຕໍ່ພັນລະຍາທີ່ຊື່ສັດ ແລະ ຕໍ່ຜູ້ນຳຂອງສາດສະໜາຈັກ, ໂດຍການສະແດງຄວາມສຳນຶກຜິດຫລາຍທີ່ສຸດ. ເຖິງແມ່ນມັນເປັນສິ່ງຍາກ ທີ່ລາວເຄີຍເຮັດມາ, ແຕ່ລາວກໍສະບາຍໃຈ, ໄດ້ຮັບຄວາມສະຫງົບ, ຄວາມກະຕັນຍູ, ຄວາມຮັກສຳລັບພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ແລະ ສຳລັບຄວາມຮູ້ທີ່ວ່າ ພຣະຜູ້ເປັນເຈົ້າໄດ້ຍົກພາລະອັນໜັກໜ່ວງອອກໄປຈາກລາວ ແລະ ຍົກລາວຂຶ້ນ ຊຶ່ງເຮັດໃຫ້ລາວມີຄວາມສຸກເກີນກວ່າຈະກ່າວອອກມາໄດ້, ບໍ່ວ່າຜົນສະທ້ອນ ແລະ ອະນາຄົດຂອງລາວຈະເປັນແນວໃດກໍຕາມ.
ລາວແນ່ໃຈວ່າ ພັນລະຍາ ແລະ ລູກໆຂອງລາວ ຈະເສຍໃຈຢ່າງໜັກ—ແລະ ເຂົາເຈົ້າກໍເປັນແນວນັ້ນແທ້; ລາວຕ້ອງຖືກລົງໂທດ ແລະ ຖືກປົດຈາກການເອີ້ນຂອງລາວ—ແລະ ກໍເປັນແນວນັ້ນແທ້. ລາວແນ່ໃຈວ່າ ພັນລະຍາຂອງລາວຈະຕ້ອງເສຍໃຈຫລາຍທີ່ສຸດ, ເຈັບປວດ, ແລະ ໃຈຮ້າຍ—ແລະ ນາງກໍໄດ້ເປັນແນວນັ້ນແທ້. ແລະ ລາວແນ່ໃຈວ່າ ນາງຈະໜີປະລາວ, ເອົາລູກໄປກັບນາງ—ແຕ່ນາງບໍ່ໄດ້ເຮັດແນວນັ້ນ.
ບາງເທື່ອການລ່ວງລະເມີດອັນຮ້າຍແຮງ ຈະນຳໄປສູ່ການຢ່າຮ້າງ, ແລະ ອີງຕາມສະພາບການ, ອາດເປັນແນວນັ້ນແທ້. ແຕ່ຕໍ່ຄວາມປະຫລາດໃຈຂອງຊາຍຄົນນີ້, ພັນລະຍາຂອງລາວໄດ້ໂອບກອດລາວ ແລະ ໄດ້ອຸທິດຕົນໃນການຊ່ວຍເຫລືອລາວ ໃນທຸກວິທີທາງທີ່ນາງສາມາດເຮັດໄດ້. ໃນທີ່ສຸດ, ນາງສາມາດອະໄພໃຫ້ລາວທັງໝົດ. ນາງໄດ້ຮູ້ສຶກເຖິງພະລັງແຫ່ງການປິ່ນປົວ ແຫ່ງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ. ຫລາຍປີຕໍ່ມາ, ສາມີພັນລະຍາຄູ່ນີ້ ແລະ ລູກສາມຄົນຂອງເຂົາເຈົ້າ ຍັງເຂັ້ມແຂງ ແລະ ຊື່ສັດເໝືອນເດີມ. ສາມີ ແລະ ພັນລະຍາ ໄດ້ຮັບໃຊ້ຢູ່ໃນພຣະວິຫານ ແລະ ເປັນຄູ່ແຕ່ງງານທີ່ດີເລີດ ແລະ ຮັກກັນຫລາຍ. ປະຈັກພະຍານທີ່ເລິກຊຶ້ງຂອງຊາຍຄົນນີ້ ແລະ ຄວາມຮັກ ແລະ ຄວາມກະຕັນຍູຂອງລາວທີ່ມີຕໍ່ພຣະຜູ້ຊ່ວຍໃຫ້ລອດ ໄດ້ສະແດງອອກໃນຊີວິດຂອງລາວ ຢ່າງແຈ້ງຊັດ.
ແອມມິວເລັກ ໄດ້ເປັນພະຍານວ່າ, “ຂ້າພະເຈົ້າຢາກໃຫ້ພວກທ່ານອອກມາ ແລະ ບໍ່ເຮັດໃຈແຂງກະດ້າງອີກຕໍ່ໄປ; … ຖ້າຫາກພວກທ່ານຈະກັບໃຈ … , ແຜນແຫ່ງການໄຖ່ອັນຍິ່ງໃຫຍ່ນີ້ ຈະຖືກນຳມາຫາພວກທ່ານໂດຍທັນທີ.”1
ຕອນຂ້າພະເຈົ້າໄດ້ຮັບໃຊ້ນຳສາມີ ໃນໄລຍະທີ່ລາວເປັນປະທານເຜີຍແຜ່, ພວກເຮົາໄດ້ໄປເດີ່ນບິນ ເພື່ອຮັບເອົາຜູ້ສອນສາດສະໜາກຸ່ມໃຫຍ່ ໃນເຊົ້າມື້ໜຶ່ງ. ຊາຍໜຸ່ມຄົນໜຶ່ງເຮັດໃຫ້ພວກເຮົາສົນໃຈລາວ. ລາວເບິ່ງຄືໂສກເສົ້າ, ໜັກໃຈ, ອຸກອັ່ງ. ພວກເຮົາໄດ້ສັງເກດເບິ່ງລາວໃນຕອນບ່າຍມື້ນັ້ນ. ເມື່ອເຖິງຕອນແລງ, ຊາຍໜຸ່ມຄົນນີ້ໄດ້ສາລະພາບຢ້ອນຫລັງ, ແລະ ຜູ້ນຳຂອງລາວ ໄດ້ຕັດສິນໃຈສົ່ງລາວກັບບ້ານ. ເຖິງແມ່ນວ່າລາວເສຍໃຈຫລາຍ ທີ່ລາວບໍ່ໄດ້ຊື່ສັດ ແລະ ບໍ່ໄດ້ກັບໃຈ ກ່ອນທີ່ຈະມາເຜີຍແຜ່, ໃນລະຫວ່າງທີ່ພວກເຮົາຂັບລົດໄປເດີ່ນບິນ ພວກເຮົາໄດ້ຍ້ອງຍໍລາວດ້ວຍຄວາມຈິງໃຈ ສຳລັບຄວາມກ້າຫານທີ່ໄດ້ສາລະພາບນັ້ນ, ແລະ ພວກເຮົາໄດ້ບອກວ່າ ພວກເຮົາຈະຕິດຕໍ່ຫາລາວເລື້ອຍໆ.
ຊາຍໜຸ່ມຄົນນີ້ ໂຊກດີຫລາຍທີ່ມີພໍ່ແມ່ທີ່ປະເສີດ, ມີຜູ້ນຳຖານະປະໂລຫິດທີ່ດີເລີດ, ມີຫວອດທີ່ຮັກ ແລະ ຊຸກຍູ້. ຫລັງຈາກໜຶ່ງປີ ທີ່ໄດ້ດຳເນີນຂັ້ນຕອນການກັບໃຈແທ້ໆ ແລະ ໄດ້ຮັບເອົາການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ລາວຈຶ່ງສາມາດກັບຄືນໄປຫາເຂດເຜີຍແຜ່ຂອງພວກເຮົາ. ມັນເປັນສິ່ງຍາກສຳລັບຂ້າພະເຈົ້າທີ່ຈະບັນຍາຍເຖິງຄວາມສຸກທີ່ພວກເຮົາຮູ້ສຶກ ເມື່ອພວກເຮົາໄດ້ໄປຮັບເອົາຊາຍໜຸ່ມຄົນນີ້ ຢູ່ເດີ່ນບິນ. ລາວເຕັມໄປດ້ວຍພຣະວິນຍານ, ມີຄວາມສຸກ, ແລະ ໝັ້ນໃຈ ຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ, ແລະ ກະຕືລືລົ້ນທີ່ຈະບັນລຸການສອນສາດສະໜາດ້ວຍຄວາມຊື່ສັດ. ລາວໄດ້ກາຍເປັນຜູ້ສອນສາດສະໜາທີ່ດີເດັ່ນ, ແລະ ຕໍ່ມາສາມີ ແລະ ຂ້າພະເຈົ້າໄດ້ມີໂອກາດໄປຮ່ວມການຜະນຶກຂອງລາວ ຢູ່ໃນພຣະວິຫານ.
ກົງກັນຂ້າມກັບຜູ້ສອນສາດສະໜາຄົນໜຶ່ງ ທີ່ຂ້າພະເຈົ້າເຄີຍຮູ້ຈັກ. ໂດຍທີ່ຮູ້ວ່າ ຖ້າຫາກນາງສາລະພາບບາບທີ່ນາງໄດ້ເຮັດ ກ່ອນການໄປເຜີຍແຜ່ ນາງຈະຖືກສົ່ງກັບບ້ານຢ່າງແນ່ນອນ, ນາງຈຶ່ງໄດ້ພະຍາຍາມທຳງານຢ່າງໜັກ ໃນໄລຍະການເຜີຍແຜ່ ແລະ ໄດ້ສາລະພາບບາບຕໍ່ປະທານເຜີຍແຜ່ ໃນສອງສາມມື້ ກ່ອນນາງຈົບການເຜີຍແຜ່. ນາງຂາດຄວາມໂສກເສົ້າຕາມຢ່າງຊອບພຣະໄທພຣະເຈົ້າ ແລະ ໄດ້ພະຍາຍາມຫລີກເວັ້ນຈາກແຜນທີ່ພຣະຜູ້ຊ່ວຍໃຫ້ລອດທີ່ຊົງຮັກ ໄດ້ສະເໜີມອບໃຫ້ເຮົາແຕ່ລະຄົນ.
ໃນໄລຍະການເຜີຍແຜ່ຂອງພວກເຮົາ, ມີເທື່ອໜຶ່ງຂ້າພະເຈົ້າໄດ້ໄປກັບສາມີ ຕອນລາວໄດ້ໄປສຳພາດຊາຍຄົນໜຶ່ງສຳລັບການບັບຕິສະມາ. ໃນຂະນະທີ່ສາມີຂອງຂ້າພະເຈົ້າສຳພາດຜູ້ສົນໃຈ, ຂ້າພະເຈົ້າໄດ້ນັ່ງຢູ່ນອກກັບ ຊິດສະເຕີ ຜູ້ສອນສາດສະໜາ ຜູ້ໄດ້ສອນຊາຍຄົນນີ້. ເມື່ອການສຳພາດສິ້ນສຸດລົງ, ສາມີຂອງຂ້າພະເຈົ້າໄດ້ບອກຜູ້ສອນສາດສະໜາວ່າ ຊາຍຄົນນີ້ສາມາດຮັບບັບຕິສະມາໄດ້. ຊາຍທີ່ດີຄົນນີ້ ໄດ້ນ້ຳຕາໄຫລ ເພາະລາວເປັນຫ່ວງວ່າ ບາບທີ່ຮ້າຍແຮງ ທີ່ລາວໄດ້ເຮັດຜ່ານມາ ຈະກີດກັນລາວຈາກການໄດ້ຮັບບັບຕິສະມາ. ຂ້າພະເຈົ້າບໍ່ສູ້ໄດ້ເຫັນຄວາມຊື່ນຊົມ ແລະ ຄວາມສຸກຂອງບຸກຄົນທີ່ໄດ້ອອກມາຈາກຄວາມມືດ ເຂົ້າສູ່ແສງສະຫວ່າງ ເລື້ອຍປານໃດ ເທົ່າກັບທີ່ຂ້າພະເຈົ້າໄດ້ເຫັນໃນມື້ນັ້ນ.
ແອວເດີ ດີ ທອດ ຄຣິສໂຕເຟີສັນ ໄດ້ເປັນພະຍານວ່າ:
“ດ້ວຍສັດທາໃນພຣະຜູ້ໄຖ່ທີ່ມີເມດຕາ [ຂອງເຮົາ] ແລະ ໃນອຳນາດຂອງພຣະອົງ, ຄວາມທໍ້ຖອຍໃຈ ຈະປ່ຽນເປັນຄວາມຫວັງ. ໃຈ ແລະ ຄວາມປາດຖະໜາຂອງບຸກຄົນຈະປ່ຽນໄປ, ແລະ ບາບທີ່ເຄີຍມັກເຮັດ ຈະກາຍເປັນສິ່ງທີ່ໜ້າລັງກຽດ. …
“… ບໍ່ວ່າຈະຕ້ອງຈ່າຍຄ່າການກັບໃຈໜ້ອຍຫລາຍປານໃດ, ມັນຈະຖືກກືນເຂົ້າໄປໃນຄວາມສຸກຂອງການໃຫ້ອະໄພ.”2
ປະສົບການດັ່ງກ່າວ ໄດ້ເຕືອນໃຈຂ້າພະເຈົ້າເຖິງ ເອໂນດ ໃນພຣະຄຳພີມໍມອນ, ຜູ້ “ໄດ້ອະທິຖານຕໍ່ [ພຣະຜູ້ເປັນເຈົ້າ] ຢ່າງສຸດກຳລັງ,” ແລະ ແລ້ວໄດ້ຍິນສຸລະສຽງ ກ່າວວ່າ, “ເອໂນດ, ບາບຂອງເຈົ້າໄດ້ຮັບການອະໄພໃຫ້ແລ້ວ. …
“ແລະ ຂ້າພະເຈົ້າເອໂນດຮູ້ວ່າພຣະເຈົ້າຈະບໍ່ເວົ້າຕົວະ; ດັ່ງນັ້ນ, ຄວາມຜິດຂອງຂ້າພະເຈົ້າຈຶ່ງຖືກກວາດລ້າງໄປ.
“ແລະ ຂ້າພະເຈົ້າໄດ້ທູນຖາມວ່າ: ຂ້າແດ່ພຣະອົງເຈົ້າ, ມັນເປັນໄປໄດ້ແນວໃດ?
“ແລະ ພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ: ເພາະສັດທາຂອງເຈົ້າໃນພຣະຄຣິດ. … ຈົ່ງໄປເຖີດ, ສັດທາຂອງເຈົ້າເຮັດໃຫ້ເຈົ້າບໍລິບູນແລ້ວ.”3
ໃນການຕຽມຄຳປາໄສເທື່ອນີ້, ຂ້າພະເຈົ້າຢາກຮູ້ວ່າ ພວກຫລານຂອງພວກເຮົາ ຮູ້ສຶກແນວໃດກ່ຽວກັບການກັບໃຈ ແລະ ຮູ້ສຶກແນວໃດກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ, ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ຂໍໃຫ້ລູກໆຂອງພວກເຮົາ ຖາມລູກຂອງເຂົາເຈົ້າ ໃນຄຳຖາມດັ່ງຕໍ່ໄປນີ້. ຂ້າພະເຈົ້າມີຄວາມຊາບຊຶ້ງຫລາຍ ກັບຄຳຕອບຂອງຫລານໆຂອງພວກເຮົາ.
ການກັບໃຈຄືຫຍັງ? “ເມື່ອທ່ານຍ່າງຕຳຄົນ, ທ່ານສາມາດເວົ້າວ່າ ‘ຂໍໂທດ’ ແລ້ວໃຫ້ຊ່ວຍເຂົາລຸກຂຶ້ນ.
ລູກຮູ້ສຶກແນວໃດ ເມື່ອລູກກັບໃຈ? “ເຮົາສາມາດຮູ້ສຶກເຖິງພຣະອົງ, ເຮົາສາມາດຮູ້ສຶກເຖິງຄວາມອົບອຸ່ນຂອງພຣະອົງ ແລະ ຄວາມຮູ້ສຶກທີ່ບໍ່ດີ ຈະໜີໄປ.”
ລູກຮູ້ສຶກແນວໃດກ່ຽວກັບພຣະເຢຊູ ແລະ ພຣະບິດາເທິງສະຫວັນ ເມື່ອລູກກັບໃຈ? “ເຮົາຮູ້ສຶກວ່າ ພຣະເຢຊູຮູ້ສຶກວ່າ ມັນກຸ້ມຄ່າທີ່ຈະຊົດໃຊ້, ແລະ ພຣະອົງດີໃຈທີ່ເຮົາຈະສາມາດຢູ່ນຳພຣະອົງອີກ.”
ເປັນຫຍັງພຣະເຢຊູ ແລະ ພຣະບິດາເທິງສະຫວັນ ຈຶ່ງຢາກໃຫ້ເຮົາກັບໃຈ? ຕາມຄຳຕອບຂອງຫລານ ຜູ້ໄວລຸ້ນ, ນາງເວົ້າວ່າ: “ເພາະວ່າພວກພຣະອົງຮັກຂ້ານ້ອຍ! ກ່ອນຈະກ້າວໜ້າ ແລະ ກາຍເປັນເໝືອນພວກພຣະອົງໄດ້ນັ້ນ, ຂ້ານ້ອຍຕ້ອງກັບໃຈ. ຂ້ານ້ອຍກໍຢາກມີພຣະວິນຍານສະຖິດຢູ່ນຳຂ້ານ້ອຍ, ສະນັ້ນຂ້ານ້ອຍຕ້ອງກັບໃຈທຸກວັນ ເພື່ອຈະໄດ້ມີພຣະວິນຍານຂອງພຣະອົງຢູ່ເປັນເພື່ອນ. ຂ້ານ້ອຍບໍ່ສາມາດຂອບພຣະໄທພວກພຣະອົງຫລາຍພໍ.”
ເມື່ອນາງບຣິນລີ ຜູ້ອາຍຸສີ່ປີ ໄດ້ຍິນຄຳຖາມເຫລົ່ານີ້, ນາງເວົ້າວ່າ, “ພໍ່ເອີຍ, ລູກບໍ່ຮູ້, ພໍ່ຕ້ອງສອນລູກ.”
ໃນກອງປະຊຸມໃຫຍ່ສາມັນທີ່ຜ່ານມາ, ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ປະກາດວ່າ: “ເຖິງແມ່ນທ່ານຄິດວ່າ ທ່ານຊ້າໄປແລ້ວດົນປານໃດ, ທ່ານພາດໂອກາດໄປແລ້ວຫລາຍເທື່ອປານໃດ, ທ່ານໄດ້ເຮັດຄວາມຜິດພາດຫລາຍເທື່ອປານໃດ … , ຫລື ຫ່າງໄກຈາກບ້ານ ແລະ ຄອບຄົວ ແລະ ຈາກພຣະເຈົ້າຫລາຍປານໃດ, ຂ້າພະເຈົ້າເປັນພະຍານວ່າ ທ່ານ ບໍ່ ໄດ້ເດີນໄປໄກ ເກີນຄວາມຮັກຂອງສະຫວັນ ຈະເອື້ອມບໍ່ເຖິງດອກ. ເປັນໄປບໍ່ໄດ້ທີ່ທ່ານໄດ້ຈົມລົງເລິກ ເກີນຄວາມສະຫວ່າງແຫ່ງການຊົດໃຊ້ຂອງພຣະຄຣິດ ຈະສ່ອງບໍ່ເຖິງດອກ.”4
ໂອ້ ຂ້າພະເຈົ້າຢາກໃຫ້ລູກຫລານຂອງຂ້າພະເຈົ້າທຸກຄົນ, ແລະ ທ່ານທຸກຄົນ—ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ຮູ້ສຶກເຖິງຄວາມສຸກ ແລະ ຄວາມໃກ້ຊິດກັບພຣະບິດາເທິງສະຫວັນ ແລະ ກັບພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ຫລາຍແທ້ໆເດ ເມື່ອເຮົາກັບໃຈທຸກວັນຈາກບາບ ແລະ ຈາກຄວາມອ່ອນແອຂອງເຮົາ. ລູກທຸກຄົນທີ່ມີຄວາມຮັບຜິດຊອບຕໍ່ພຣະບິດາເທິງສະຫວັນ ຕ້ອງການ ການກັບໃຈ. ໃຫ້ຄິດເບິ່ງວ່າ ມີບາບໃດແດ່ທີ່ເຮົາຕ້ອງກັບໃຈ. ມີສິ່ງໃດແດ່ທີ່ກີດກັນເຮົາ? ເຮົາຕ້ອງພັດທະນາຕົນໃນທາງໃດແດ່?
ຂ້າພະເຈົ້າຮູ້ ດັ່ງທີ່ປະທານແພ໊ກເກີ ຜູ້ມີປະສົບການຫລາຍ ແລະ ເພິ່ນໄດ້ເປັນພະຍານວ່າ, ເມື່ອເຮົາກັບໃຈຢ່າງຈິງໃຈຈາກບາບຂອງເຮົາ, ແລ້ວມັນຈະໝົດໄປແທ້ໆ—ບໍ່ເຫລືອເລີຍ! ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມຮັກ, ຄວາມສຸກ, ຄວາມສະບາຍໃຈ, ແລະ ຄວາມໝັ້ນໃຈ ຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ ເມື່ອຂ້າພະເຈົ້າໄດ້ກັບໃຈຢ່າງຈິງໃຈ.
ສຳລັບຂ້າພະເຈົ້າແລ້ວ, ການມະຫັດສະຈັນທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດ ບໍ່ແມ່ນການແຍກນ້ຳທະເລແດງອອກຈາກກັນ, ບໍ່ແມ່ນການຍ້າຍພູເຂົາ, ຫລື ການຫາຍດີຈາກພະຍາດ. ການມະຫັດສະຈັນທີ່ຍິ່ງໃຫຍ່ທີ່ສຸດ ຊຶ່ງໄດ້ເກີດຂຶ້ນ ແມ່ນຕອນເຮົາເຂົ້າຫາພຣະບິດາຂອງເຮົາ ຜູ້ສະຖິດຢູ່ໃນສະຫວັນ ດ້ວຍການອະທິຖານທີ່ຈິງໃຈ ອ້ອນວອນຂໍການໃຫ້ອະໄພ, ແລະ ແລ້ວສະອາດຈາກບາບເຫລົ່ານັ້ນ ຜ່ານທາງການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.