​2010–2019
ວ່າ​ພວກ​ເຈົ້າຈະ​ບໍ່​ລືມ​ໄລ
​ເດືອນ​ຕຸລາ 2016


15:52

ວ່າ​ພວກ​ເຈົ້າບໍ່​ລືມ​ໄລ

ຂ້າພະ​ເຈົ້າຊຸກຍູ້​ທ່ານ, ​ໂດຍ​ສະ​ເພາະ​ຕອນ​ມີ​ບັນຫາ, ​ໃຫ້​ຄິດ​ເຖິງ​ຕອນ​ທີ່​ທ່ານ​ໄດ້​ຮູ້ສຶກ​ເຖິງ​ພຣະວິນ​ຍານ ​ແລະ ​ຕອນ​ທີ່​ປະຈັກ​ພະຍານ​ຂອງ​ທ່ານ​ເຂັ້ມ​ແຂງ; ​ໃຫ້ຈື່​ຈຳຕອນ​ທີ່​ທ່ານ​ໄດ້​ສ້າງຮາກ​ຖານ​ທາງ​ວິນ​ຍານຂອງ​ທ່ານ.

ສະບາຍດີ ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ. ​ເຮົາ​ໄດ້​ຮັບ​ພອນ​ຫລາຍ​ແທ້​ໆ ລະຫວ່າງ​ກອງປະຊຸມ​ໃຫຍ່​ນີ້. ​ໃນ​ຖານະ​ທີ່​ເປັນ​ສະມາຊິກ ​ໃນ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ​​ເປັນ​ປີ​ທຳ​ອິດຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ຮູ້ສຶກ​ຖ່ອມ​ຕົວ​ຫລາຍ​ທີ່​ສຸດ. ມັນ​ເປັນ​ປີ​ແຫ່ງ​ການ​ໃຊ້​ຄວາມ​ພະຍາຍາມ, ​ເຕີບ​ໂຕ, ​ພາກ​ພຽນ, ​ແລະ ອະທິຖານ​ຢ່າງ​ຈິງ​ໃຈ ຕໍ່​ພຣະບິດາ​ເທິງ​ສະຫວັນຂອງ​ຂ້າພະ​ເຈົ້າ ຫລາຍ​ກວ່າ​ທີ່​ຜ່ານ​ມາ. ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ​​ເຖິງການ​ອະທິຖານ​ທີ່​​ໃຫ້​ຄວາມສະໜັບ​ສະ​ໜູນຈາກຄອບຄົວ, ໝູ່​ເພື່ອນ, ​ແລະ ສະມາຊິກ​ຂອງ​ສາດສະໜາ​ຈັກ ຕະຫລອດ​ທົ່ວ​ໂລກ. ຂອບ​ໃຈ​ຫລາຍໆ ທີ່​ຄິດ​ກ່ຽວ​ກັບ​ຂ້າພະ​ເຈົ້າ ​ແລະ ສຳລັບ​ຄຳ​ອະທິຖານ​ຂອງ​ທ່ານ.

ຂ້າພະ​ເຈົ້າຍັງໄດ້​ມີ​ໂອກາດ​ໄປພົບ​ກັບ​ໝູ່​ເພື່ອນ​ທີ່​ຮັກ​ແພງ, ບາງ​ຄົນ​ເຄີຍ​ຮູ້ຈັກ​ກັນ​ມາ​ດົນ​ນານ ​ແລະ ບາງ​ຄົນ​ກໍ​ຫາ​ກໍ​ຮູ້ຈັກ​ກັນ. ຫລັງ​ຈາກ​ໄດ້​ພົບ​ກັບ​ເພື່ອນ​ຄົນ​ໜຶ່ງທີ່​ເຄີຍ​ຮູ້ຈັກ​ກັນ ​ແລະ ຮັກ​ແພງ​ກັນ ມາ​ເປັນ​ເວລາ​ຫລາຍ​ປີ ຂ້າພະ​ເຈົ້າກໍ​ເລີຍ​ຮູ້ສຶກ​ວ່າ ຈະ​ກ່າວ​ສິ່ງ​ໃດ​ໃນ​ມື້​ນີ້.

​ຕອນ​ພວກ​ເຮົາ​ພົບ​ກັນ, ​​ເພື່ອນ​ຂອງ​ຂ້າພະ​ເຈົ້າ​​ໄດ້​ບອກ​ວ່າ ລາວ​ມີ​ບັນຫາ. ລາວ​ຮູ້ສຶກ​ວ່າ, ຕາມ​ຄຳ​ເວົ້າຂອງ​ລາວ, “ສັດທາ​ຂອງ​ຂ້ອຍຢູ່​ໃນ​ຂັ້ນອັນຕະລາຍ” ​ແລະ ​ໄດ້​ຂໍ​ຄຳ​ແນະນຳ​ຈາກ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າດີ​ໃຈ ທີ່​ລາວ​ໄດ້​​ແບ່ງປັນ​ຄວາມ​ຮູ້ສຶກ​ຂອງ​ລາວ ນຳ​ຂ້າພະ​ເຈົ້າ.

ລາວ​ຢາກ​ຮູ້ສຶກ​ເຖິງ​ພຣະວິນ​ຍານ ດັ່ງ​ທີ່​ເຄີຍ​ຮູ້ສຶກ​ມາ​ກ່ອນ ຊຶ່ງ​ຕອນ​ນີ້​ໄດ້​ຫາຍ​ໄປ​ແລ້ວ. ​ໃນ​ຂະນະ​ທີ່​ລາວ​ເວົ້າ, ຂ້າພະ​ເຈົ້າກໍ​ໄດ້​ຮັບ​ຟັງ​ຢ່າງ​ລະມັດ​ລະວັງ ​ແລະ ​ໄດ້​ອະທິຖານ​ຢ່າງ​ຕັ້ງ​ໃຈ ​ເພື່ອ​ຈະ​ໄດ້​ຮູ້​ວ່າ ພຣະຜູ້​ເປັນ​ເຈົ້າ ຢາກ​ໃຫ້​ຂ້າພະ​ເຈົ້າ​ເວົ້າຫຍັງ.

​ເພື່ອນ​ຂອງ​ຂ້າພະ​ເຈົ້າອາດ​ເປັນ​ຄື​ກັນ​ກັບພວກ​ທ່ານ​ບາງ​ຄົນ ​ໄດ້​ຖາມ​ຄຳ​ຖາມ​ທີ່​ມີ​ພະລັງ​ ຊຶ່ງ​ມີ​ຢູ່​ໃນ​ບົດ​ເພງ​ຂອງ​ຊັ້ນປະ​ຖົມ​ໄວ ທີ່​ວ່າ, “ພຣະບິດາ​ເທິງສະຫວັນ​, ພຣະອົງ​ມີ​ຈິງ​​ແທ້ບໍ?”1 ສຳລັບ​ຜູ້​ທີ່​ເຄີຍ​ຖາມ​ ຄຳ​ຖາມ​ອັນ​ດຽວ​ກັນ​ນີ້, ຂ້າພະ​ເຈົ້າຂໍ​ແບ່ງປັນ​ຄຳ​ແນະນຳ​ໃຫ້​ທ່ານ ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ແບ່ງປັນ​ຄຳ​ແນະນຳ​ໃຫ້​ກັບ​ ​ເພື່ອນຂອງ​ຂ້າພະ​ເຈົ້າ ​ແລະ ຫວັງ​ວ່າ ທ່ານ​ແຕ່ລະຄົນ ຈະ​ພົບ​ເຫັນ​ວ່າ ສັດທາ​ຂອງ​ທ່ານ​​ເຂັ້ມ​ແຂງ​ຂຶ້ນ ​ແລະ ທ່ານ​ຕັ້ງ​ໃຈ​ທີ່​ຈະ​ກາຍ​ເປັນ​ສາ​ນຸສິດ​ທີ່​ຈິງ​ຈັງ​ຂອງ​ພຣະ​ເຢຊູ​ຄຣິດ.

ຂ້າພະ​ເຈົ້າ​ເລີ່ມ​ຕົ້ນ​ດ້ວຍ​ການ​​ເຕືອນ​ໃຈ​ທ່ານ​ວ່າ ທ່ານ​ເປັນ​ບຸດ ​ແລະ ທິດາ​ຂອງ​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ທີ່​ຊົງ​ຮັກ ​ແລະ​ ພຣະອົງ​ຍັງ​ຮັກ​ທ່ານ​ເໝືອນ​ເດີມ. ຂ້າພະ​ເຈົ້າ​​ຮູ້ວ່າ ​ມັນເປັນ​ສິ່ງ​ຍາກ​ທີ່​ຈະ​ຈື່​ຈຳ​ຄວາມ​ຮູ້ສຶກ​ທີ່​ໃຫ້​ຄວາມ​ໝັ້ນ​ໃຈ​ເຖິງ​ຄວາມ​ຮັກ​ນັ້ນ ​ເມື່ອ​ຊີວິດ​ເຕັມ​ໄປ​ດ້ວຍ​ບັນຫາ ຫລື ການ​ທົດ​ລອງ, ​ເຕັມ​​ໄປ​ດ້ວຍ​ຄວາມ​ຜິດ​ຫວັງ ​ແລະ ຫົວ​ໃຈ​ທີ່​ເຈັບ​ປວດ.

ພຣະ​ເຢຊູ​ຄຣິດຮູ້​ກ່ຽວ​ກັບ​ການ​ດີ້ນ​ລົນ​ອັນ​ໜັກໜ່ວງ ​ແລະ ການ​ທົດ​ລອງ. ພຣະອົງ​ໄດ້​ປະທານ​ພຣະຊົນ​ໃຫ້​ແກ່​ເຮົາ. ຊົ່ວ​ໂມງ​ສຸດ​ທ້າຍ​ຂອງ​ພຣະອົງ​ແມ່ນ​ເຈັບ​ປວດ​ເຫລືອ​​ທົນ, ​ເກີນ​ກວ່າ​ເຮົາ​ຈະ​ສາມາດ​ເຂົ້າ​ໃຈ​ໄດ້, ​ແຕ່​ການ​ເສຍ​ສະລະ​ຂອງ​ພຣະອົງ​ສຳລັບ​ເຮົາ​ແຕ່ລະຄົນ ​ເປັນ​ການສະ​ແດງ​ອອກ​ທີ່ສູງ​ສຸດ ​ເຖິງ​ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະອົງ.

ບໍ່​ມີ​ຄວາມ​ຜິດພາດ​ໃດ, ບາບ​ໃດ, ຫລື ການ​ເລືອກ​ໃດ ທີ່​ຈະ​ປ່ຽນ​ແປງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ​ທີ່​ມີ​ໃຫ້​ເຮົາ. ນັ້ນບໍ່​ໄດ້​ໝາຍ​ຄວາມ​ວ່າ ການ​ເຮັດ​ບາບ ຈະ​ບໍ່​ຖືກ​ລົງ​ໂທດ, ຫລື ບໍ່​ຈຳ​ເປັນ​ຕ້ອງ​ກັບ​ໃຈ ​ເມື່ອ​ໄດ້​ເຮັດ​ບາບ​ລົງ​ໄປ. ​ແຕ່ ຢ່າ​ລືມ​ວ່າ, ພຣະບິດາ​ເທິງ​ສະຫວັນ​ຮູ້ຈັກ ​ແລະ ຮັກ​ທ່ານ​ແຕ່ລະຄົນ, ​ແລະ ພຣະອົງ​ພ້ອມ​ທຸກ​ເວລາ ທີ່​ຈະ​ຊ່ວຍ​ເຫລືອ​ທ່ານ.

​ເມື່ອ​ຂ້າພະ​ເຈົ້າ​ໄຕ່ຕອງ​ເຖິງ​ສະພາບ​ການ​ຂອງ​​ເພື່ອນ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ໄດ້​ຄິດ​ເຖິງ ຂໍ້ຄວາມໜຶ່ງ ​ທີ່​​ໃຫ້​ຄວາມ​ຮູ້​ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ ທີ່​ວ່າ: “ແລະ ບັດ​ນີ້, ຈົ່ງ​ຈື່​ໄວ້, ລູກ​ຂອງ​ພໍ່, ຈົ່ງ​ຈື່​ໄວ້​ວ່າ ລູກ​ຈະ​ຕ້ອງ​ສ້າງ​ຮາກ​ຖານ​ຂອງ​ລູກຂຶ້ນ​ເທິງ​ດານ​ຫີນ​ຂອງ​ພຣະຜູ້​ໄຖ່​ຂອງ​ພວກ​​ເຮົາ, ຄື ພຣະຄຣິດ, ພຣະບຸດ​ຂອງ​ພຣະ​ເຈົ້າ; ​ເພື່ອ​ວ່າ​ເມື່ອ​ມານ​ສົ່ງ​ລົມ​ພະຍຸ​ຮ້າຍ​ຂອງ​ມັນ​ມາ, ​ແທ້​ຈິງ​ແລ້ວ, ຟ້າ​ແມບ​ເຫລື້ອມ​ກັບ​ລົມ​ບ້າໝູ​ຂອງ​ມັນ​ມາ, ​ແທ້​ຈິງ​ແລ້ວ, ​ເມື່ອ​ໝາກ​ເຫັບ​ທັງ​ໝົດ ​ແລະ ລົມ​ຝົນ​ອັນ​ແຮງ​ກ້າ​ຂອງ​ມັນ​ລົງ​ມາຕີ​ລູກ, ມັນ​ຈະ​ບໍ່​ມີ​ອຳນາດ​ອັນ​ໃດ​ເໜືອ​ລູກ​ເລີຍ​ທີ່​ຈະ​ແກ່​ລູກ​ລົງ​ໄປ​ຫາ​ເຫວ​ເລິກ​ແຫ່ງ​ຄວາມທຸກ​ທໍລະມານ ​ແລະ ຄວາມ​ຈິບຫາຍ​ອັນ​ບໍ່​ສິ້ນ​ສຸດ, ​ເພາະ​ດານ​ຫີນ​ບ່ອນ​ທີ່​ລູກ​ຖືກ​ສ້າງ​ຂຶ້ນ​ເທິງ​ມັນ ຊຶ່ງ​ເປັນ​ຮາກ​ຖານ​ທີ່​ແໜ້ນໜາ, ​ເປັນ​ຮາກ​ຖານ​ຊຶ່ງ​ຫາກ​ມະນຸດ​ສ້າງ​ຂຶ້ນ​ເທິງ​ມັນ ພວກ​ເຂົາ​ຈະ​ຕົກ​ໄປ​ບໍ່​ໄດ້.”2

ຂ້າພ​ະ​ເຈົ້າ​​ເປັນ​ພະຍານ​ວ່າ “ເຫວ​ເລິກ​ແຫ່ງ​ຄວາມທຸກ​ທໍລະມານ ​ແລະ ວິບັດ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ” ​ເປັນ​ບ່ອນທີ່​ ບໍ່​ມີ​ໃຜ​ຢາກ​ໄປຫາ. ​ແລະ ເພື່ອ​ນຂອງ​ຂ້າພະ​ເຈົ້າຮູ້ສຶກ​ວ່າ ລາວ​ຢືນ​ຢູ່​ປາກ​ເຫວ​ນັ້ນ​ແລ້ວ.

​ເມື່ອ​ຂ້າພະ​ເຈົ້າ​ໄດ້​ໃຫ້​ຄຳ​ແນະນຳ​ແກ່​ຜູ້​ຄົນ, ​ເຊັ່ນ​ດຽວ​ກັບ​​ເພື່ອນ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ໄດ້​ຮູ້ຈັກ​ການ​ຕັດສິນ​ໃຈ​ຂອງ​ເຂົາ​ເຈົ້າ ທີ່​ໄດ້​ເຮັດ​ມາ​ເປັນ​ເວລາ​ຫລາຍ​ປີ ຊຶ່ງ​​ເຮັດ​ໃຫ້​ເຂົາ​ເຈົ້າລືມ​ປະສົບ​ການ​ທີ່​ສັກສິດ​, ​ແລ້ວ​ອ່ອນ​ແອ, ​ແລະ ມີ​ຄວາມ​ສົງ​ໄສ. ຂ້າພະ​ເຈົ້າ​ໄດ້​ຊຸກຍູ້​ເຂົາ​ເຈົ້າ, ດັ່ງ​ທີ່​ຂ້າພະ​ເຈົ້າກຳລັງ​ຊຸກຍູ້​ທ່ານ​ໃນ​ເວລາ​ນີ້, ​ໂດຍ​ສະ​ເພາະ​ຕອນ​ມີ​ບັນຫາ, ​ໃຫ້​ຄິດ​ເຖິງ​ຕອນ​ທີ່​ທ່ານ​ໄດ້​ຮູ້ສຶກ​ເຖິງ​ພຣະວິນ​ຍານ ​ແລະ ​ຕອນ​ທີ່​ປະຈັກ​ພະຍານ​ຂອງ​ທ່ານ​ເຂັ້ມ​ແຂງ; ​ໃຫ້ຈື່​ຕອນ​ທີ່​ທ່ານ​ໄດ້​ສ້າງຮາກ​ຖານ​ທາງ​ວິນ​ຍານຂອງ​ທ່ານ. ຂ້າພະ​ເຈົ້າສັນຍາ​ວ່າ ຖ້າ​ຫາກທ່ານ​ເຮັດ​ຕາມ​ນີ້, ​ຫລີກ​ລ້ຽງ​ຈາກ​ສິ່ງ​ທີ່​ບໍ່​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະຈັກ​ພະຍານ​ຂອງ​ທ່ານ ຫລື ສິ່ງ​ທີ່​ເຍາະ​ເຍີ້ຍຄວາມ​ເຊື່ອ​ຂອງ​ທ່ານ, ​ແລ້ວ​ເວລາ​ອັນ​ມີຄ່າ ຕອນ​ປະຈັກ​ພະຍານ​ຂອງ​ທ່ານ​ໄດ້​ເຕີບ​ໂຕ ຈະ​ກັບ​ຄືນ​ມາສູ່​ຄວາມ​ຊົງ​ຈຳ​ຂອງ​ທ່ານອີກ ຜ່ານ​ການ​ອະທິຖານ​ທີ່​ຖ່ອມຕົວ ​ແລະ ການ​ຖື​ສິນ​ອົດ​ເຂົ້າ. ຂ້າພະ​ເຈົ້າ​​ໃຫ້​ທ່ານ​ແນ່​ໃຈ​ໄດ້​ວ່າ ທ່ານ​ຈະ​ຮູ້ສຶກ​ເຖິງ​ຄວາມ​ປອດ​ໄພ ​ແລະ ຄວາມ​ອົບ​ອຸ່ນ​ຂອງ​ພຣະກິດ​ຕິ​ຄຸນ ຂອງ​ພຣະ​ເຢຊູ​ຄຣິດ ຄືນອີກ.

​ທຳ​ອິດ ເຮົາ​ແຕ່ລະຄົນ​ຄວນ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ຕົນ​ເອງ​ທາງ​ວິນ​ຍານກ່ອນ ​ແລະ ​ແລ້ວ​ຈຶ່ງ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ຄົນ​ອື່ນ ທີ່ຢູ່​ອ້ອມ​ຮອບ​ເຮົາ. ​ຈົ່ງ​ໄຕ່ຕອງ​ຂໍ້​ພຣະຄຳ​ພີ​ເປັນ​ປະຈຳ, ​ແລະ ຈື່​ຈຳ​ຄວາມ​ນຶກ​ຄິດ ​ແລະ ຄວາມ​ຮູ້ສຶກ ທີ່​ທ່ານ​ມີ ​ໃນ​ຂະນະ​ທີ່​ທ່ານ​ອ່ານ​. ​ຈົ່ງສະ​ແຫວງຫາ​ແຫລ່ງ​ຂອງ​ຄວາມ​ຈິງ​ອື່ນໆນຳ​ອີກ, ​ແຕ່​ຈົ່ງ​​ເຊື່ອ​ຟັງຕໍ່​ຄຳ​ຕັກ​ເຕືອນ ຈາກ​ພຣະຄຳ​ພີ​ຂໍ້​ນີ້ ທີ່​ວ່າ: “ມີ​ການ​ສຶກສາ​ເປັນ​ສິ່ງ​ດີ ຖ້າ​ຫາກ ​ເຂົາ​ຍອມ​ເຊື່ອ​ຟັງ​ຄຳ​ແນະນຳ​ຂອງ​ພຣະ​ເຈົ້າ.”3 ​ຈົ່ງ​ໄປກອງ​ປະຊຸມ​ທີ່​ໂບດ, ​ໂດຍ​ສະ​ເພາະ​ໄປ​ກອງ​ປະຊຸມ​ສິນ​ລະ​ລຶກ, ​ແລະ ຮັບ​ສ່ວນ​ສິນ​ລະ​ລຶກ ​ແລະ ຕໍ່​ພັນທະ​ສັນຍາ, ຮ່ວມ​ທັງ​ຄຳ​ສັນຍາ​ທີ່​ຈະລະນຶກ​ເຖິງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ຕະຫລອດ​ເວລາ ​ເພື່ອ​ທ່ານ​ຈະ​ມີພຣະວິນ​ຍານ​ຂອງ​ພຣະອົງ​ຢູ່​ດ້ວຍ​.

ບໍ່​ວ່າ​ເຮົາ​​ເຄີຍໄດ້​ເຮັດຄວາມ​ຜິດບາບອັນ​ໃດ ຫລື ​ເຮົາ​ຮູ້ສຶກ​ຂາດ​ຕົກ​ບົກພ່ອງ​ຫລາຍ​ປານ​ໃດ​ກໍ​ຕາມ, ​ເຮົາ​ຍັງ​ສາມາດ​ເປັນ​ພອນ​ ​ແລະ ຊຸກຍູ້​ຄົນ​ອື່ນ​ໄດ້​ຢູ່. ການ​ເອື້ອມ​ອອກ​ໄປ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ ​ໃນ​ການ​ຮັບ​ໃຊ້​ຢ່າງ​ພຣະຄຣິດ ສາມາດ​ຊ່ວຍ​ເຮົາ​ໃຫ້​ຮູ້ສຶກ​ເຖິງຄວາມ​ຮັກ​ຂອງ​ພຣະ​ເຈົ້າຢ່າງ​ເລິກ​ຊຶ້ງ ພາຍ​ໃນ​ໃຈ​ເຮົາ.

ມັນ​ສຳຄັນ​ທີ່​ຈະ​ຈື່​ຈຳ​ຄຳ​ແນະນຳ​ທີ່​ມີ​ພະລັງ ທີ່​ພົບ​ເຫັນ​ໃນ ພຣະບັນຍັດ​ສອງ ທີ່​ວ່າ: “ຕາບ​ໃດ​ທີ່​ພວກ​ເຈົ້າມີ​ຊີວິດ​ຢູ່ ຈົ່ງ​ແນ່​ໃຈ​ວ່າ, ພວກ​ເຈົ້າບໍ່​ລືມ​ໄລ ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ເຫັນ​ກັບ​ຕາ​ມາ​ແລ້ວ, ຈົ່ງ​ບອກ​ພວກ​ລູກ​ຫລານ​ຂອງ​ພວກ​ເຈົ້າ​ໃຫ້​ຮູ້​ເຖິງ​ສິ່ງ​ເຫລົ່າ​ນີ້.”4

ລູກ​ຫລານ​ຫລາຍ​ລຸ້ນຄົນ ຈະ​ຖືກ​ກະທົບກະ​ເທືອນ ຈາກ​ການ​ເລືອກ​ຂອງ​ເຮົາ. ຈົ່ງ​ແບ່ງປັນ​ປະຈັກ​ພະຍານ​ຂອງ​ທ່ານ​ນຳ​ຄອບຄົວ​ຂອງ​ທ່ານ; ຈົ່ງ​ຊຸກຍູ້​ເຂົາ​ເຈົ້າ​ໃຫ້​ຈື່​ຈຳ ຕອນ​ເຂົາ​ເຈົ້າຮັບ​ຮູ້​ພຣະວິນ​ຍານ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ ​ແລະ ​ໃຫ້​ບັນທຶກ​ຄວາມ​ຮູ້ສຶກ​ເຫລົ່ານັ້ນ​ໄວ້​ໃນ​ປຶ້ມ​ບັນທຶກ ​ແລະ ປຶ້ມ​ປະຫວັດ​ສ່ວນ​ຕົວ ​ເພື່ອ​ວ່າ​ຖ້ອຍ​ຄຳ​ຂອງ​ເຂົາ​ເອງ ຈະເຕືອນ​ເຂົາ​ເອງ ​ໃຫ້​ລະ​ນຶກ​ເຖິງ​ຄວາມ​ດີ​ງາມຂອງ​ພຣະຜູ້​ເປັນ​ເຈົ້າ ທີ່​ມີ​ຕໍ່​ເຂົາ.

ທ່ານ​ຄົງ​ຈື່​ໄດ້​ວ່າ ນີ​ໄຟ ​ແລະ ພວກ​ອ້າຍ​ຂອງ​ລາວ​ໄດ້​ກັບ​ໄປ ​ເຢຣູຊາ​ເລັມ ​ເພື່ອ​ໄປ​ເອົາ​ແຜ່ນ​ຈາລຶກ​ທອງ​ເຫລືອງ ທີ່​ມີ​ບັນທຶກ​ປະຫວັດ​ສາດ​ຂອງ​ຜູ້​ຄົນຂອງ​ເຂົາ​ເຈົ້າ, ສ່ວນ​ໜຶ່ງ, ​ເພື່ອ​ວ່າ​ເຂົາ​ເຈົ້າຈະ​ບໍ່​ໄດ້​ລືມ​ອະດີດ​ຂອງ​ເຂົາ​ເຈົ້າ.

ພ້ອມ​ນີ້, ​ໃນ​ພຣະຄຳ​ພີ​ມໍ​ມອນ, ຮີ​ລາມັນ ​ໄດ້​ຕັ້ງຊື່​ໃຫ້​ລູກ​ຊາຍ​ຂອງ​ເພິ່ນ ຕາມ​ຊື່​ຂອງ “ບັນ​ພະ​ບຸລຸດຄົນ​ທຳ​ອິດ” ຂອງ​ເຂົາ​ເຈົ້າ ​ເພື່ອ​ວ່າ​ເຂົາ​ເຈົ້າຈະ​ບໍ່​ໄດ້​ລືມ​ຄວາມ​ດີງາມ​ຂອງ​ພຣະຜູ້​ເປັນ​ເຈົ້າ ທີ່​ວ່າ:

“ຈົ່ງ​ເບິ່ງ, ລູກ​ຂອງ​ພໍ່, ພໍ່​ປາດ​ຖະໜາ​ຢາກ​ໃຫ້​ລູກ​ຈື່​ຈຳ​ທີ່​ຈະ​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ. … ພໍ່​ໄດ້​ຕັ້ງຊື່ໃຫ້​ລູກ​ຕາມ​ຊື່​ຂອງ​ບັນພະ​ບຸລຸດ​ຄົນ​ທຳ​ອິດ ຜູ້​ທີ່​ໄດ້​ອອກ​ມາ​ຈາກ​ແຜ່ນດິນ​ເຢຣູຊາ​ເລັມ; ​ແລະ ພໍ່​ເຮັດ​ໄປ​ເພື່ອ​ຢາກ​ໃຫ້​ລູກ​ຈື່​ຈຳ​ຊື່​ຂອງ​ລູກ; ​ແລ້ວ​ລູກ​ກໍ​ຈະ​ຈື່​ຈຳພວກ​ເພິ່ນ ​ແລະ ​ເວລາ​ລູກ​ຈື່​ຈຳພວກ​ເພິ່ນ ລູກ​ກໍ​ຈະ​ຈື່​ຈຳ​ຜົນງານ​ຂອງ​ພວກ​ເພິ່ນ; ​ແລະ ​ເວລາ​ລູກ​ຈື່​ຈຳ​ຜົນງານ​ຂອງ​ພວກ​ເພິ່ນ ລູກ​ຈະ​ຮູ້​ດີ​ວ່າ​ມັນ​ຖືກ​ເວົ້າ​ເຖິງ, ​ແລະ ຂຽນ​ໄວ້​ວ່າ ພວກ​ເພິ່ນ​ນັ້ນ​ເປັນ​ຜູ້​ປະ​ເສີດ.

“ດັ່ງນັ້ນ, ລູກ​ຂອງ​ພໍ່, ພໍ່​ຢາກ​ໃຫ້​ລູກ​ເຮັດ​ສິ່ງ​ທີ່​ດີ​ເພື່ອ​ຈະ​ໄດ້​ຖືກ​ເວົ້າ​ເຖິງ ​ແລະ ຖືກ​ຂຽນ​ໄວ້​ຄື​ກັນ​ກັບ​ທີ່​ພວກ​ເພິ່ນ​ໄດ້​ຖືກ​ເວົ້າ​ເຖິງ ​ແລະ ຖືກ​ຂຽນ​ເຖິງ.”5

ຫລາຍ​ຄົນ​ໃນ​ທຸກ​ວັນ​ນີ້ ມີ​ປະ​ເພນີ​ແບບ​ດຽວ​ກັນນັ້ນ ​ໃນ​ການ​ຕັ້ງຊື່​ໃຫ້​ລູກ ຕາມ​ຊື່​ຂອງ​ວິລະ​ບຸລຸດ ຢູ່​ໃນ​ພຣະຄຳ​ພີ ຫລື ບັນພະ​ບຸລຸດ​ທີ່​ຊື່ສັດ ​ເພື່ອ​ຊຸກ​ຍູ້​ເຂົາ​ເຈົ້າບໍ່​ໃຫ້​ລືມ​ໄລ​ບັນພະ​ບຸລຸດ​ຂອງຕົນ.

ຕອນ​ຂ້າພະ​ເຈົ້າ​ໄດ້​ເກີດ​ມາ, ຂ້າພະ​ເຈົ້າ​ໄດ້​ຮັບ​ຊື່ ຣອນໂນ ​ເອ ​ແຣັສ໌ແບນ. ນາມສະກຸນ​ຂອງ​ຂ້າພະ​ເຈົ້າ ​ໄດ້​ມາ​ຈາກ​ບັນພະ​ບຸລຸດ​ຂອງ​ທາງ​ພໍ່​ຂອງ​ຂ້າພະ​ເຈົ້າ. ອັກສອນ​ຫຍໍ້ ​ເອ ​ໄດ້​ຖືກ​ມອບ​ໃຫ້​ຂ້າພະ​ເຈົ້າ ​ເພື່ອ​​ໃຫ້​ກຽດ​ແກ່ ບັນພະ​ບຸ​ລຸດ​ທາງ​ແມ່ ຊາວ​ເດັນ​ມາກ ທີ່​ມີ​ນາມ​ສະກຸນ ​ແອນ​ເດີ​ສັນ.

ພໍ່ຕູ້​ທວດ​ຂອງ​ຂ້າພະ​ເຈົ້າ ຊື່ ​ເຈນສ໌ ​ແອນ​ເດີ​ສັນ ​​ເປັນ​ຊາວ​ເດັນ​ມາກ. ​​ແລະ ໃນ​ປີ 1861 ພຣະຜູ້​ເປັນ​ເຈົ້າ ​ໄດ້​ສົ່ງ​ຜູ້​ສອນ​ສາດ​ສະໜາ​ຊາວ​ມໍ​ມອນ ​ໄປ​ຫາ​ເຮືອນ​ຂອງ​ພໍ່​ຕູ້​ທວດ ​ເຈນສ໌ ​ແລະ ​ແມ່ຕູ້​ທວດ ​ແອນ​ ​ແຄັດ​ເຕີ​ລິນ ​ແອນ​ເດີ​ສັນ, ບ່ອນ​ທີ່​ຜູ້​ສອນ​ສາດສະໜາ ​ໄດ້​ແນະນຳ​ເຂົາ​ເຈົ້າ ​ແລະ ລູກ​ຊາຍ​ອາຍຸ 16 ​ປີ​ໃຫ້​ຮູ້ຈັກ​ພຣະກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່. ນັ້ນຄື​ການ​ເລີ່ມຕົ້ນ​ມໍລະດົກ​ແຫ່ງ​ສັດທາ​ ຊຶ່ງ​ຄອບຄົວ ​ແລະ ຂ້າພະ​ເຈົ້າ ​ໄດ້​ເປັນ​ຜູ້​ສືບ​ທອດ​ຕໍ່​ມາ. ຄອບຄົວ​ແອນ​ເດີ​ສັນ ​ໄດ້​ອ່ານ​ພຣະຄຳ​ພີ​ມໍ​ມອນ ​ແລະ ​ໄດ້​ຮັບ​ບັບຕິ​ສະມາ ບໍ່​ດົນ​ຈາກ​ນັ້ນ. ປີ​ຕໍ່​ມາ, ຄອບຄົວ​ແອນ​ເດີ​ສັນ ​ໄດ້​ເຮັດ​ຕາມ​ການ​ເອີ້ນ​ຂອງ​ສາດສະດາ ​ແລະ ​ໄດ້​ຂ້າມ​ທະ​ເລ ​ແອດ​ແລນ​ຕິກ ​ເພື່ອມາ​ຢູ່​ຮ່ວມ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ຢູ່ທີ່​ອາເມ​ຣິກາ​ເໜືອ.

ໜ້າ​ໂສກ​ເສົ້າທີ່ ພໍ່​ຕູ້​ທວດ ​ເຈນສ໌ ​ໄດ້​​ເສຍ​ຊີວິດ​ໄປ ​ຢູ່​ກາງທະ​ເລໃນ​ລະຫວ່າງ​ການ​ເດີນທາງ, ​ແຕ່​ພັນ​ລະ​ຍາ ກັບ​ລູກ​ຊາຍ​ ໄດ້​ເດີນທາງ​ຕໍ່​ ມາ​ຫາ​ຫ່ອມພູ​ເຊົາ​ເລັກ, ​ໄດ້​ມາ​ຮອດ​ໃນວັນ​ທີ 3 ເດືອນ​ກັນຍາ, ປີ 1862. ​ເຖິງ​ແມ່ນ​​ເຂົາ​ເຈົ້າ​ໄດ້ປະ​ເຊີນ​ກັບ​ບັນຫາ​ຫຍຸ້ງຍາກ ​ແລະ ຄວາມ​ເຈັບ​ປວດ​ໃຈ, ​ແຕ່​ສັດທາ​ຂອງ​ເຂົາ​ເຈົ້າບໍ່​​ເຄີຍ​ຫວັ່ນ​ໄຫວ, ​ແລະ ​ສັດທາ​ຂອງລູກ​ຫລານ​ຫລາຍ​ລຸ້ນຄົນ​ກໍບໍ່​ເຄີຍ​ຫວັ່ນ​ໄຫວ​ຄື​ກັນ.

ຮູບ​ພາບ​ຢູ່​ໃນ​ຫ້ອງການ​ຂອງ​ແອວ​ເດີ ​ແຣັສ໌ແບນ

ຢູ່​ໃນ​ຫ້ອງການ​ຂອງ​ຂ້າພະ​ເຈົ້າ ມີ​ຮູບ​ຢູ່​ແຜ່ນ​ໜຶ່ງ6 ທີ່ສວຍ​ງາມ​ຫລາຍ ຊຶ່ງ​ເປັນ​ເຄື່ອງ​ໝາຍ​ເຕືອນ​ໃຈ​​ເຖິງ ການ​ພົບ​ກັນ​ເທື່ອ​ທຳ​ອິດ​ລະຫວ່າງ​ບັນພະ​ບຸລຸດ​ຂອງ​ຂ້າພະ​ເຈົ້າ ​ແລະ ຜູ້​ສອນ​ສາດສະໜາ​ໃນ​ສະ​ໄໝ​ເລີ່ມຕົ້ນ. ຂ້າພ​ເຈົ້າ​ໄດ້​ຕັ້ງ​ໃຈ​ທີ່​ຈະ​ບໍ່​ລືມ​ມໍລະດົກ​ຂອງ​ຂ້າພະ​ເຈົ້າ, ​ແລະ ​ເປັນ​ເພາະ​ຊື່​ຂອງ​ຂ້າພະ​ເຈົ້າ ຂ້າພະ​ເຈົ້າຈະ​ຈື່​ຈຳ​ມໍລະດົກ​​ເຖິງ​ຄວາມ​ຊື່ສັດ ​ແລະ ການ​ເສຍ​ສະລະ​ຂອງ​ພວກ​ເພິ່ນ​ຕະຫລອດ​ໄປ.

ຢ່າ​ລືມ, ຢ່າ​ສົງ​ໄສ, ຢ່າ​​ເມີນ​ເສີຍ​ຈາກ​ປະສົບ​ການ​ສ່ວນ​ຕົວ​ທາງ​ວິນ​ຍານ ທີ່​ສັກສິດ​ນັ້ນ. ຄວາມ​ປາດ​ຖະໜາ​ຂອງ​ຜູ້​ປໍ​ລະ​ປັກ​ແມ່ນ ຢາກກີດ​ກັນ​ເຮົາ​ຈາກ​​ພະຍານ​ຕ່າງໆ​ທາງ​ວິນ​ຍານ, ກົງກັນ​ຂ້າມ ຄວາມ​ປາດ​ຖະໜາ​ຂອງ​ພຣະຜູ້​ເປັນ​ເຈົ້າ​ແມ່ນ ທີ່​ຈະ​ໃຫ້​ຄວາມ​ຮູ້​ແຈ້ງ ​ແລະ ​ໃຫ້​ເຮົາ​ມີ​ພາກສ່ວນ​ໃນ​ວຽກ​ງານ​ຂອງ​ພຣະອົງ.

ຂ້າພະ​ເຈົ້າຈະ​ເລົ່າ​ປະສົບ​ການ​ສ່ວນ​ຕົວ ກ່ຽວ​ກັບ​ຄວາມ​ຈິງ​ນີ້. ຂ້າພະ​ເຈົ້າຍັງ​ຈື່​ໄດ້​ຄັກ ​ເຖິງ​ຕອນ​ທີ່​ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ດົນ​ໃຈ ​ໃນ​ການ​ຕອບ​ຄຳ​ອະທິຖານ​ດ້ວຍ​ຄວາມ​ຕັັ້ງ​ໃຈ​ແທ້ໆ​ຂອງ​ຂ້າພະ​ເຈົ້າ. ຄຳ​ຕອບ​ແມ່ນ​ແຈ່ມ​ແຈ້ງ ​ແລະ ມີ​ພະລັງ​ຫລາຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າພະ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ການ​ດົນ​ໃຈ​ທັນທີ, ​ແລະ ຫລັງ​ຈາກ​ຊົ່ວ​ໄລຍະ​ໜຶ່ງ, ຂ້າພະ​ເຈົ້າ​ໄດ້ເລີ່ມ​ຕົ້ນ​ສົງ​ໄສ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ ວ່າເປັນ​ຄວາມ​ຈິງ​ຫລື​ບໍ່. ພວກ​ທ່ານ​ບາງ​ຄົນ​ອາດ​ຖືກ​ຜູ້​ປໍ​ລະ​ປັກ​ຫລອກ​ທ່ານ​ຄື​ກັບ​ຂ້າພະ​ເຈົ້າ.

ຫລາຍ​ມື້​ຈາກ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ຕື່ນ​ຈາກ​ນອນ ດ້ວຍ​ຂໍ້​ພຣະຄຳ​ພີ​ທີ່​ມີ​ພະລັງ​​ເຫລົ່າ​ນີ້ ຢູ່​ໃນ​ໃຈ​ວ່າ:

ຖ້າ​ຫາກ​ຂ້າພະ​ເຈົ້າປາດ​ຖະໜາ​ການ​ເປັນ​ພະຍານ​ຕື່ມ​ອີກ ​ໃຫ້​ຂ້າພະ​ເຈົ້ານຶກ​ເຖິງ​ຄືນ​ທີ່​ຂ້າພະ​ເຈົ້າ​ໄດ້​ເອີ້ນ​ຫາ​ພຣະອົງ​ຢູ່​ໃນ​ໃຈ​ຂອງ​ຂ້າພະ​ເຈົ້າ. …

ພຣະອົງ​ບໍ່​ໄດ້​ກ່າວ​ໃຫ້​ຄວາມ​ສະຫງົບ​ແກ່​ຈິດ​ໃຈ​ຂອງ​ຂ້າພະ​ເຈົ້າບໍ​ກ່ຽວ​ກັບ​ເລື່ອງ​ນີ້? ຂ້າພະ​ເຈົ້າຈະ​ມີ​ພະ​ຍານ​ໃດ​ທີ່​ຍິ່ງ​ໃຫຍ່​ໄປ​ກວ່າ​ພະຍານ​ຈາກ​ພຣະ​ເຈົ້າ?7

ຄື​ກັບ​ວ່າ ພຣະຜູ້​ເປັນ​ເຈົ້າ ​ໄດ້​ກ່າວ​ວ່າ “ຣອນ​ໂນ, ​ເຮົາ​ໄດ້​ບອກ​ເຈົ້າ​ແລ້ວ ​ເຖິງ​ສິ່ງ​ທີ່​ເຈົ້າຕ້ອງ​ເຮັດ. ບັດ​ນີ້​ໃຫ້​ເຈົ້າລົງມື​ເຮັດ!” ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ ສຳລັບ​ຄຳຕັກ​ເຕືອນ​ ​ແລະ ການ​ຊີ້​ນຳດ້ວຍ​ຄວາມ​ຮັກນັ້ນ! ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ປອບ​ໂຍນ​ທັນທີ ​ໂດຍ​ການ​ກະ​ຕຸ້ນ ​ແລະ ກໍ​ສາມາດ​ດຳ​ເນີນ​ຕໍ່​ໄປ, ​ໂດຍ​ທີ່​ຮູ້​ຢູ່​ໃນ​ໃຈ​ວ່າ ຄຳ​ອະທິຖານ​ຂອງ​ຂ້າພະ​ເຈົ້າ​ໄດ້​ຮັບ​ຄຳ​ຕອບ​ແລ້ວ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ແບ່ງປັນ​ປະສົບ​ການ​ນີ້ ​ເພື່ອ​ສາທິດ​ໃຫ້​ທ່ານ​ເຫັນ​ວ່າ ຈິດ​ໃຈ​ເຮົາ​ລືມ​ໄວ​ຂະໜາດ​ໃດ ​ແລະ ​ເຖິງ​ວິທີ​ທີ່​ປະສົບ​ການ​ທາງ​ວິນ​ຍານ ສາມາດ​ນຳພາ​ເຮົາ​ແນວ​ໃດ. ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ທີ່​ຈະ​ທະນຸ​ຖະໜອມ ​ໂອກາດ​ເຊັ່ນ​ນັ້ນ, “ວ່າ​ຂ້າພະ​ເຈົ້າຈະ​ບໍ່​ລືມ​ໄລ.”

ຕໍ່​ເພື່ອນ​ຂອງ​ຂ້າພະ​ເຈົ້າ, ​ແລະ ຕໍ່​ທຸກ​ຄົນ​ທີ່​ຢາກ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດທາ​ຂອງ​ຕົນ, ຂ້າພະ​ເຈົ້າຂໍ​ສັນຍາ​ກັບ​ທ່ານ​ວ່າ: ​ເມື່ອ​ທ່ານ​ດຳລົງ​ຊີວິດ​ຢ່າງ​ຊື່ສັດຕາມ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ແລະ ​ເຊື່ອ​ຟັງ​​ຄຳ​ສອນ​ຂອງ​ມັນ, ​ແລ້ວ​ປະຈັກ​ພະຍານ​ຂອງ​ທ່ານ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ, ​ແລະ ມັນ​ຈະ​ເຕີບ​ໂຕ​ຂຶ້ນ. ຈົ່ງ​ຮັກສາ​ພັນທະ​ສັນຍາ​ທີ່​ທ່ານ​ໄດ້​ເຮັດ​ໄວ້, ບໍ່​ວ່າ​ຄົນ​ທີ່ຢູ່​ອ້ອມຮອບ​ທ່ານ ຈະ​ເຮັດ​ຫຍັງ​ກໍ​ຕາມ. ຈົ່ງ​ເປັນ​ພໍ່​ແມ່, ​ອ້າຍ​ເອື້ອຍ​ນ້ອງ, ປູ່ຍ່າ​ຕາ​ຍາຍ, ລຸງ​ປ້າ​ນ້າ​ອາ, ​ແລະ ​ເປັນ​ໝູ່​ເພື່ອນຢ່າງ​ພາກພຽນ ທີ່​ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ຄົນ​ທີ່ທ່ານ​ຮັກ ດ້ວຍ​ປະຈັກ​ພະຍານ​ສ່ວນ​ຕົວ ​ແລະ ​​ແບ່ງປັນ​ປະສົບ​ການ​ທາງ​ວິນ​ຍານ. ຈົ່ງ​ຊື່ສັດ​ຕໍ່​ໄປ ​ແລະ ຍຶດໝັ້ນ, ​ເຖິງ​ແມ່ນ​ລົມ​ພະຍຸ​​ແຫ່ງ​ຄວາມ​ສົງ​ໄສ​ຈະ​ເກີດຂຶ້ນ​ໃນ​ຊີວິດ​ຂອງ​ທ່ານ ​ເພາະ​ການ​ກະທຳ​ຂອງ​ຄົນ​ອື່ນ​ກໍ​ຕາມ. ຈົ່ງ​ສະ​ແຫວງຫາ​ສິ່ງ​ທີ່​​ໃຫ້​ຄວາມ​ຮູ້ ​ແລະ ປ້ອງ​ກັນ​ທ່ານ​ທາງ​ວິນ​ຍານ. ຈົ່ງ​ຫລີກ​ລ້ຽງ​ຈາກ​ຄຳສະ​ເໜີ​​ຈອມ​ປອມ ​ທີ່ເອີ້ນ​ວ່າ “ຄວາມ​ຈິງ” ຊຶ່ງ​​ແຜ່​ລາມ​ໄປ​ທົ່ວ​ຢ່າງ​ວ່ອງ​ໄວ, ​ແລະ ຈົ່ງ​ຈື່​ຈຳ​ທີ່​ຈະ​ບັນທຶກ​ຄວາມ​ຮູ້ສຶກ​ຂອງ​ທ່ານ​ໄວ້ ກ່ຽວ​ກັບ “ຄວາມ​ຮັກ, ຄວາມ​ຊື່ນ​ຊົມ​ຍິນ​ດີ, ສັນຕິ​ສຸກ, ຄວາມ​ອົດທົນ​ດົນ​ນານ, ຄວາມ​ເມດ​ຕາປາ​ນີ, ຄວາມ​ດີ, ຄວາມ​ສັດ​ຊື່, ຄວາມ​ສຸພາບ​ອ່ອນ​ຫວານ, [ແລະ] ການ​ຮູ້ຈັກ​ບັງຄັບ​ຕົນ.”8

​ໃນ​ທ່າມກາງ​ມໍ​ລະ​ສຸມອັນ​ຮ້າຍ​ແຮງ​ຂອງ​ຊີວິດ, ຢ່າ​ລືມ ​ມໍລະດົກ​ແຫ່ງ​ສະຫວັນ​ຂອງ​ທ່ານ ​ໃນ​ຖານະ​ທີ່​ເປັນ​ບຸດ ​ແລະ ທິດາ​ຂອງ​ພຣະ​ເຈົ້າ ຫລື ຈຸດໝາຍ​ປາຍທາງ​ນິລັນດອນ​ຂອງ​ທ່ານ ​ເພື່ອ​ຈະ​ໄດ້​ກັບ​ຄືນ​ໄປ​ຢູ່​ກັບ​ພຣະອົງ​ໃນ​ມື້ໜຶ່ງ, ຊຶ່ງ​ຈະ​ເກີນ​ກວ່າ​ທຸກ​ສິ່ງ​ທີ່​ໂລກ​ນີ້​ມີ​ໃຫ້. ຈົ່ງ​ຈື່​ຈຳ​ຖ້ອຍ​ຄຳ​ທີ່​ລະອຽດ​ອ່ອນ ​ແລະ ນິ້ມນວນ​ຂອງ ​ແອວມາ ທີ່​ວ່າ: “ຈົ່ງ​ເບິ່ງ, ຂ້າພະ​ເຈົ້າກ່າວ​ກັບ​ພວກ​ທ່ານ​ພີ່ນ້ອງ​ຂອງ​ຂ້າພະ​ເຈົ້າວ່າ ຖ້າ​ຫາກ​ພວກ​ທ່ານ​ເຄີຍ​ປະສົບ​ກັບ​ການ​ປ່ຽນ​ແປງ​ໃນ​ໃຈ ​ແລະ ຖ້າ​ຫາກ​ພວກ​ທ່ານ​ຮູ້ສຶກ​ຢາກ​ຮ້ອງ​ເພງ​ສັນລະ​ເສີນ​ຄວາມ​ຮັກ​ທີ່​ໄຖ່, ຂ້າພະ​ເຈົ້າຈະ​ຖາມ​ວ່າ ພວກ​ທ່ານ​ຮູ້ສຶກ​ເຊັ່ນນັ້ນ​ບໍ​ໃນ​ຂະນະ​ນີ້?”9

ຕໍ່​ທຸກ​ຄົນ​ທີ່​ຮູ້ສຶກ​ຢາກ​ປົກ​ປ້ອງ​ສັດທາ​ຂອງ​ຕົນ, ຂ້າພະ​ເຈົ້າອ້ອນວອນ​ທ່ານ​ວ່າ: ຢ່າລືມ​ໄລ! ຂໍ​ຢ່າ​ລືມ​ໄລ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ໂຈ​ເຊັບ ສະ​ມິດ ​​ເປັນ​ສາດສະດາ​ຂອງ​ພຣະ​ເຈົ້າ. ຂ້າພະ​ເຈົ້າຮູ້​ວ່າ ​ເພິ່ນ​ໄດ້​ເຫັນ ​ແລະ ​ໄດ້​ເວົ້າລົມ​ກັບ​ພຣະ​ເຈົ້າອົງ​ເປັນ​ພຣະບິດາ ​​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ຕາມ​ດັ່ງ​ທີ່​ເພິ່ນ​ໄດ້​ບັນທຶກ​ໄວ້​ ດ້ວຍ​ຖ້ອຍ​ຄຳ​ຂອງ​ເພິ່ນ​ເອງ. ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ ທີ່​ເພິ່ນ​ ບໍ່​ໄດ້​ລືມ ຂຽນ​ປະສົບ​ການ​ນັ້ນ​ໄວ້, ​ເພື່ອ​ວ່າ​ເຮົາ​ທຸກ​ຄົນ ຈະ​ຮູ້​ເຖິງ​ປະຈັກ​ພະຍານ​ຂອງ​ເພິ່ນ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ຢ່າງ​ໜັກ​ແໜ້ນ​ເຖິງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ. ພຣະອົງ​ຊົງ​ພຣະຊົນ​ຢູ່; ຂ້າພະ​ເຈົ້າຮູ້​ວ່າ ພຣະອົງ​ຊົງ​ພຣະຊົນ​ຢູ່ ​ແລະ ​ເປັນ​ປະມຸກ​ຂອງ​ສາດສະໜາ​ຈັກ​ນີ້. ຂ້າພະ​ເຈົ້າຮູ້ຈັກ​ສິ່ງ​ເຫລົ່າ​ນີ້​ດ້ວຍ​ຕົວ​ເອງ, ບໍ່​ແມ່ນ ຮູ້​ຈາກ​ຄົນ​ອື່ນ ຫລື ຈາກການ​ເປັນ​ພະຍານ​ຂອງ​ໃຜ, ​ແລະ ຂ້າພະ​ເຈົ້າ​ອະທິຖານ​ວ່າ ທ່ານ ​ແລະ ຂ້າພະ​ເຈົ້າ ຈະ​ບໍ່​ລືມ ຄວາມ​ຈິງ​ແຫ່ງ​ນິລັນດອນ​ທີ່​ສັກສິດ​ນີ້—ສິ່ງ​ທີ່​ສຳຄັນ​ທີ່​ສຸດ ​ແມ່ນ​ເຮົາ​ເປັນ​ບຸດ ​ແລະ ທິດາ​ຂອງ​ພຣະບິດາ​ມານ​ດາ​ໃນ​ສະຫວັນ ທີ່​ຊົງ​ພຣະຊົນ​ຢູ່ ​ແລະ ຊົງ​ຮັກ, ຜູ້​ປາດ​ຖະໜາ​ໃຫ້​ເຮົາ​​ໄດ້​ຮັບຄວາມ​ຜາ​ສຸກ​ຊົ່ວ​ນິລັນດອນ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່າ​ນີ້ ​ໃນ​ພຣະນາມ​ຂອງ​ພຣະເຢຊູ​ຄຣິດ, ອາແມນ.