​2010–2019
“ຈົ່ງ​ຕາມ​ເຮົາ​ມາ” ໂດຍ​ການ​ປະ​ຕິ​ບັດ​ຕາມ​ຄວາມ​ຮັກ ແລະ ການ​ຮັບ​ໃຊ້​​ດັ່ງ​ພຣະ​ຄຣິດ
​ເດືອນ​ຕຸລາ 2016


13:29

“ຈົ່ງ​ຕາມ​ເຮົາ​ມາ” ໂດຍ​ການ​ປະ​ຕິ​ບັດ​ຕາມ​ຄວາມ​ຮັກ ແລະ ການ​ຮັບ​ໃຊ້​​ດັ່ງ​ພຣະ​ຄຣິດ

ໃນ​ຖາ​ນະ​ສາ​ນຸ​ສິດ​ຍຸກ​ສຸດ​ທ້າຍ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ມາ​ຫາພຣະ​ອົງ​ໂດຍ​ການ​ຮັກ ແລະ ຮັບ​ໃຊ້​ລູກໆ​ຂອງ​ພຣະ​ເຈົ້າ.

ທ່ານອີ​ລີ ວາຍ​ໂຊ ຜູ້​ໄດ້​ຮັບ​ລາງ​ວັນ​ຫລຽນ​ຄຳ​ຊອບ ໂນ​ແບວ ໄດ້​ຢູ່​ທີ່​ໂຮງ​ໝໍ​ເພື່ອ​ພັກ​ຟື້ນ​ຈາກ​ການ​ຜ່າ​ຕັດ​ຫົວ​ໃຈ ຕອນ​ຫລານ​ຊາຍ​ຂອງ​ເພິ່ນ ອາ​ຍຸ​ຫ້າ​ປີ​ໄດ້​ໄປ​ຢ້ຽມ​ເພິ່ນ. ເມື່ອ​ເດັກ​ຊາຍ​ຄົນ​ນັ້ນ​ໄດ້​ຫລຽວ​ເບິ່ງ​ດວງ​ຕາ​ຂອງ​ພໍ່​ຕູ້​ຂອງ​ລາວ, ລາວ​ໄດ້​ເຫັນ​ຄວາມ​ເຈັບ​ປວດ​ຂອງ​ພໍ່​ຕູ້​​ຂອງ​ລາວ. ລາວ​ໄດ້​ຖາມ​ວ່າ, “ພໍ່​ຕູ້, ຖ້າ​ຫາກ​ຂ້າ​ນ້ອຍ​ຮັກ​ພໍ່​ຕູ້​ຫລາຍ​ຂຶ້ນ, ແລ້ວ​ພໍ່​ຕູ້​ຈະ [ເຈັບ​ປວດ​ໜ້ອຍ​ລົງ] ບໍ]?”1 ມື້​ນີ້ ຂ້​າ​ພະ​ເຈົ້າ​ຂໍ​ຖາມ​ເຮົາ​ທຸກ​ຄົນ ​ໃນຄຳ​ຖາມ​ທີ່​ຄ້າຍ​ຄື​ກັນ​ນັ້ນ​ວ່າ: “ຖ້າ​ຫາກ​ເຮົາ​ຮັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ, ແລ້ວ​ເຮົາ​ຈະ​ທົນ​ທຸກ​ທໍ​ລະ​ມານ​ໜ້ອຍ​ລົງ​ບໍ?”

ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເອີ້ນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໃຫ້​ຕິດ​ຕາມ​ພຣະ​ອົງ, ເຂົາ​ເຈົ້າ​ໄດ້​ປະ​ຕິ​ບັດ​ຕາມ​ກົດ​ຂອງ​ໂມ​ເຊ, ຮ່ວມ​ດ້ວຍ​ການ​ສະ​ແຫວງ​ຫາ “ຕາ​ແທນ​ຕາ, ແຂ້ວ​ແທນ​ແຂ້ວ,”2 ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສະ​ເດັດ​ມາ​ເພື່ອ​ເຮັດ​ໃຫ້​ກົດ​ນັ້ນ​ສຳ​ເລັດ ດ້ວຍ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ສອນ​ຄຳ​ສອນ​ໃໝ່​ວ່າ: “ຈົ່ງ​ຮັກ​ສັດ​ຕູ​ຂອງ​ເຈົ້າ, ຈົ່ງ​ໃຫ້​ພອນ​ແກ່​ຄົນ​ທີ່​ປ້ອຍ​ດ່າ​ເຈົ້າ, ຈົ່ງ​ເຮັດ​ດີ​ຕໍ່​ຜູ້​ທີ່​ກຽດ​ຊັ​ງ​ເ​ຈົ້າ, ແລະ ອະ​ທິ​ຖານ​ເພື່ອ​ຜູ້​ທີ່​ໃຊ້​ເຈົ້າ​ຢ່າງ​ໝິ່ນ​ປະ​ໝາດ, ແລະ ຂົ່ມ​ເຫັງ​ເຈົ້າ.”3

ສາ​ນຸ​ສິດ​ຖືກ​ສອນ​ໃຫ້​ຫັນ​ໄປ​ຈາກ​ວິ​ທີ​ທາງ​ຂອງ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ສູ່​ວິ​ທີ​ທາງ​ແຫ່ງ​ການ​ຮັກ ແລະ ຫ່ວງ​ໃຍ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໂດຍ​ເອົາ​ການ​ໃຫ້​ອະ​ໄພ, ຄວາມ​ກະ​ລຸ​ນາ ແລະ ຄວາມ​ເມດ​ຕາ​​ມາ​ແທນ​ການ​ຂັດ​ແຍ້ງ. ພຣະ​ບັນ​ຍັດ​ໃໝ່​ທີ່​ໃຫ້ “ຮັກ​ຊຶ່ງ​ກັນ​ແລະ​ກັນ”4 ບໍ່​ໄດ້​ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ເຮັດ​ຕາມ​ສະ​ເໝີ. ເມື່ອ​ສາ​ນຸ​ສິດ​ໄດ້​ກັງ​ວົນ​ກ່ຽວ​ກັບ​ການ​ພົວ​ພັນ​ກັບ​ຄົນ​ບາບ ແລະ ຜູ້​ຄົນ​ໃນ​ຊົນ​ຊັ້ນ​ຕ່າງໆ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສອນ​ຢ່າງ​ອົດ​ທົນ​ວ່າ, “ເມື່ອ​ພວກ​ເຈົ້າ​ໄດ້​ເຮັດ​ສິ່ງ​ເຫລົ່າ​ນີ້​ແກ່​ຜູ້​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ​ໃນ​ພວກ​ພີ່​ນ້ອງ​ເຫລົ່າ​ນີ້​ຂອງ​ເຮົາ, ພວກ​ເຈົ້າ​ກໍ​ໄດ້​ເຮັດ​ແກ່​ເຮົາ​ເໝືອນ​ກັນ.”5 ຫລື, ດັ່ງ​ທີ່​ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ອະ​ທິ​ບາຍ​ວ່າ, “ເມື່ອ​ພວກ​ທ່ານ​ຮັບ​ໃຊ້​ເພື່ອນ​ມະ​ນຸດ​ດ້ວຍ​ກັນ ພວກ​ທ່ານ​ກໍ​ຮັບ​ໃຊ້​ພຣະ​ເຈົ້າ​ຂອງ​ພວກ​ທ່ານ​ນັ້ນ​ເອງ.”6

ໃນ​ຖາ​ນະ​ສາ​ນຸ​ສິດ​ຍຸກ​ສຸດ​ທ້າຍ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ມາ​ຫາ​ພຣະ​ອົງ​ໂດຍ​ການ​ຮັກ ແລະ ການ​ຮັບ​ໃຊ້​ລູກໆ​ຂອງ​ພຣະ​ເຈົ້າ. ເມື່ອ​ເຮົາ​ເຮັດ​ດັ່ງ​ນີ້, ເຮົາ​ອາດ​ບໍ່​ສາ​ມາດ​ຫລີກ​ລ້ຽງ​ຄວາມ​ທຸກ​ຍາກ, ຄວາມ​ຍາກ​ລຳ​ບາກ, ແລະ ຄວາມ​ທຸກ​ທໍ​ລະ​ມານ​ທາງ​ຮ່າງ​ກາຍ​ໄດ້, ແຕ່​ເຮົາ​ຈະ​ທົນ​ທຸກ​ທໍ​ລະ​ມານ​ໜ້ອຍ​ລົງ​ທາງ​ວິນ​ຍານ. ແມ່ນ​ແຕ່​ໃນ​ລະ​ຫວ່າງ​ຄວາມ​ເດືອດ​ຮ້ອນ​ຂອງ​ເຮົາ ເຮົາ​ກໍ​ຈະ​ສາ​ມາດ​ມີ​ຄວາມ​ສຸກ ແລະ ຄວາມ​ສະ​ຫງົບ​ໄດ້.

ຄວາມ​ຮັກ ແລະ ການ​ຮັບ​ໃຊ້​ດັ່ງ​ພຣະ​ຄຣິດ​ຂອງ​ເຮົາ ຕາມ​ທຳ​ມະ​ຊາດ​ຈະ​ເລີ່ມ​ຕົ້ນ​ຢູ່​ທີ່​ບ້ານ. ພໍ່​ແມ່​ທັງ​ຫລາຍ, ພວກ​ທ່ານ​ຖືກ​ເອີ້ນ​ໃຫ້​ເປັນ​ຄູ​ສອນ ແລະ ຜູ້​ສອນ​ສາດ​ສະ​ໜາ​ທີ່​ມີ​ຄວາມ​ຮັກ​ຕໍ່​ລູກໆ ແລະ ຊາວ​ໜຸ່ມ​ຂອງ​ພວກ​ທ່ານ. ພວກ​ເຂົາ​ເປັນ​ຜູ້​ສົນ​ໃຈ​ຂອງ​ພວກ​ທ່ານ. ພວກ​ທ່ານ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ຊ່ວຍ​ເຫລືອ​ພວກ​ເຂົາ ໃຫ້​ກາຍ​ເປັນ​ຜູ້​ປ່ຽນ​ໃຈ​ເຫລື້ອ​ມໃສ. ຕາມ​ຄວາມ​ຈິງ​ແລ້ວ, ເຮົາ​ທຸກ​ຄົນ​ກໍ​ສະ​ແຫວງ​ຫາ ທີ່​ຈະ​ເປັນ​ຄົນ​ປ່ຽນ​ໃຈ​ເຫລື້ອມ​ໃສ—ຊຶ່ງ​ໝາຍ​ຄວາມ​ວ່າ ການ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

​ເມື່ອ​ເຮົາຕິດ​ຕາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຄວາມ​ຮັກ​ຂອງ​ພຣະ​ອົງ​ກະ​ຕຸ້ນ​ເຮົາ​ໃຫ້​ຊ່ວຍ​ເຫລືອ​ກັນ​ແລະ​ກັນ​ໃນ​ການ​ເດີນ​ທາງ​ໃນ​ຊີ​ວິດ​ມະ​ຕະ​ຂອງ​ເຮົາ. ເຮົາ​ຈະ​ກ້າວ​ໜ້າ​ບໍ່​ໄດ້​ຕາມ​ລຳ​ພັງ.7 ທ່ານ​ເຄີຍ​ໄດ້​ຍິນ​ຂ້າ​ພະ​ເຈົ້າ​ແບ່ງ​ປັນ​ສຸ​ພາ​ສິດ​ຂອງ​ຊາວ​ຄະ​ເວກ​ເກີ​ ມາ​ແລ້ວ ທີ່​ວ່າ: ເຈົ້າ​ຍົກ​ຂ້ອຍ​ຂຶ້ນ, ແລ້ວ​ຂ້ອຍ​ຈະ​ຍົກ​ເຈົ້າ​ຂຶ້ນ, ແລະ ພວກ​ເຮົາ​ຈະ​ກ້າວ​ຂຶ້ນ​ໄປ​ດ້ວຍ​ກັນຊົ່ວ​ນິ​ລັນ​ດອນ.8 ໃນ​ຖາ​ນະ​ສາ​ນຸ​ສິດ, ເຮົາ​ເລີ່ມ​ຍົກ​ກັນ​ຂຶ້ນ​ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ, ສະ​ແດງ​ຄວາມ​ເຕັມ​ໃຈ​ຂອງ​ເຮົາ​ທີ່​ຈະ “ແບກ​ຫາບ​ພາ​ລະ​ຂອງ​ກັນ​ແລະ​ກັນ, ເພື່ອ​ຈະ​ໄດ້​ແບ່ງ​ເບົາ.”9

[ການ] ສອນ​ຄຳ​ສອນ​ຂອງ​ອາ​ນາ​ຈັກ​ໃຫ້​ກັນ​ແລະ​ກັນ10 ກໍ​ເປັນ​ວິ​ທີ​ໜຶ່ງ​ທີ່​ຈະ​ຮັກ ແລະ ຮັບ​ໃຊ້​ກັນ​ແລະ​ກັນ. ພໍ່​ແມ່ ແລະ ປູ່ຍ່າ​ຕາ​ຍາຍທັງ​ຫລາຍ, ເຮົາ​ມັກ​ຈະ​ສະ​ແດງ​ຄວາມ​ເສົ້າ​ເສຍ​ໃຈ​ກ່ຽວ​ກັບ​ສະ​ພາບ​ການ​ຂອງ​ໂລກ—ວ່າ ໂຮງ​ຮຽນ​ບໍ່​ສອນ​ເລື່ອງ​ຄຸນ​ລັກ​ສະ​ນະ​ທາງ​ສິນ​ທຳ. ແຕ່​ຍັງ​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່ ​ເຮົາ ເຮັດ​ໄດ້. ​ເຮົາ ສາ​ມາດ​ສວຍ​ເອົາ​ໂອ​ກາດ​ທີ່​ຈະ​ສອນ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ—ໝາຍ​ເຖິງດຽວ​ນີ້​ເລີຍ. ຢ່າ​ພາດ​ໂອ​ກາດ​ທີ່​ຈະ​ສອນ. ເມື່ອ​ມີ​ໂອ​ກາດ​ທີ່​ຈະ​ແບ່ງ​ປັນ​ຄວາມ​ຄິດ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ ແລະ ບົດ​ຮຽນ​ຈາກ​ຊີ​ວິດ, ຂໍ​ໃຫ້​ຢຸດ​ທຸກ​ສິ່ງ, ນັ່ງ​ລົງ, ແລະ ເວົ້າ​ລົມ​ນຳ​ລູກໆ ແລະ ຫລານໆ​ຂອງ​ທ່ານ.

ເຮົາ​ບໍ່​ຄວນ​ເປັນ​ຫ່ວງ​ວ່າ​ເຮົາ​ບໍ່​ແມ່ນ​ຄູ​ສອນ​ພຣະ​ກິດ​ຕິ​ຄຸນ​ມື​ອາ​ຊີບ ທີ່​ໄດ້​ຮັບ​ການ​ເຝິກ​ຝົນ​ມາ​ແລ້ວ. ບໍ່​ມີ​ຫ້ອງ​ຮຽນ​ເຝິກ​ຝົນ ຫລື ຄູ່​ມື​ໃດ ຈະ​ຊ່ວຍ​ເຮົາ​ໄດ້​ຫລາຍ​ກວ່າ​ການ​ສຶກ​ສາ​ພຣະ​ຄຳ​ພີ, ການ​ອະ​ທິ​ຖານ, ການ​ໄຕ່​ຕອງ, ແລະ ການ​ສະ​ແຫວງ​ຫາ​ການ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານສັກສິດ​ເປັນ​ການ​ສ່ວນ​ຕົວ. ພຣະ​ວິນ​ຍານ​ຈະ​ນຳ​ພາ​ທ່ານ. ຂ້າ​ພະ​ເຈົ້າ​ໃຫ້​ສັນ​ຍາ​ທ່ານ​ວ່າ: ການ​ເອີ້ນ​ໃຫ້​ເປັນ​ພໍ່​ແມ່​ແມ່ນ​ຮ່ວມ​ດ້ວຍ ຂອງ​ປະ​ທານ​ແຫ່ງ​ການ​ສອນ​ໃນ​ວິ​ທີ​ທາງ ທີ່​ຖືກ​ຕ້ອງ​ສຳ​ລັບ​ທ່ານ ແລະ ສຳລັບລູກໆ​ຂອງ​ທ່ານ. ຂໍ​ໃຫ້​ຈຳ​ໄວ້​ວ່າ, ອຳ​ນາດ​ຂອງ​ພຣະ​ເຈົ້າ ທີ່​ຈະ​ມີ​ອິດ​ທິ​ພົນ​ຕໍ່​ເຮົາ​ຢ່າງ​ຊອບ​ທຳ​ຄື ຄວາມ​ຮັກ​ຂອງ​ພຣະ​ອົງ. “ຝ່າຍ​ເຮົາ​ທັງ​ຫລາຍ​ໄດ້​ຮັກ, ເພາະ​ພຣະ​ອົງ​​ໄດ້ຮັກ​ພວກ​ເຮົາ​ກ່ອນ.”11

ຊາວ​ໜຸ່ມ​ທັງ​ຫລາຍ, ພວກ​ເຈົ້າ​ເປັນ​ຄູ​ສອນ​ພຣະ​ກິດ​ຕິ​ຄຸນ​ສ່ວນ​ໜຶ່ງ ທີ່​ມີ​ປະ​ສິດ​ທິ​ພາບ​ຫລາຍ. ພວກ​ເຈົ້າ​ມາ​ໂບດ​ເພື່ອ​ຮຽນ​ຮູ້ ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ອອກ​ໄປ​ສອນ​ປະ​ຈຳ​ບ້ານ ແລະ ຮັບ​ໃຊ້​ຄອບ​ຄົວ, ເພື່ອນ​ບ້ານ, ແລະ ໝູ່​ເພື່ອນ​ຂອງ​ພວກ​ເຈົ້າ. ຢ່າ​ຊູ​ຢ້ານ. ຂໍ​ໃຫ້​ມີ​ສັດ​ທາ​ທີ່​ຈະ​ເປັນ​ພະ​ຍານ​ເຖິງ​ສິ່ງ​ທີ່​ພວກ​ເຈົ້າ​ຮູ້​ວ່າ​ຈິງ. ຂໍ​ໃຫ້​ຄິດ​ເຖິງ​ວິ​ທີ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ ພັດ​ທະ​ນາ​ທາງ​ວິນ​ຍານ​ແນວ​ໃດ ເພາະ​ວ່າ​ເຂົາ​ເຈົ້າ​ດຳ​ລົງ​ຊີ​ວິດ​ທີ່​ອຸ​ທິດ​ຖວາຍ​ຢ່າງ​ຊອບ​ທຳ—ໃຊ້​ເວ​ລາ ແລະ ພອນ​ສະ​ຫວັນ​ຂອງ​ເຂົາ​ເຈົ້າ ແລະ ສະ​ແດງ​ປະ​ຈັກ​ພະ​ຍານ ເພື່ອ​ຮັບ​ໃຊ້ ແລະ ເປັນ​ພອນ​ແກ່​ຄົນ​ອື່ນ. ເມື່ອ​ພວກ​ເຈົ້າ​ສະ​ແດງ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເຈົ້າ ເຖິງ​ພຣະ​ກິດ​ຕິ​ຄຸນ, ສັດ​ທາ​ຂອງ​ພວກ​ເຈົ້າ​ຈະ​ເຕີບ​ໂຕ ແລະ ຄວາມ​ໝັ້ນ​ໃຈ​ຂອງ​ພວກ​ເຈົ້າ​ຈະ​ເພີ່ມ​ທະ​ວີ​ຂຶ້ນ!

ການ​ຮັບ​ໃຊ້​ດັ່ງ​ພຣະ​ຄຣິດ ທີ່​ມີ​ອິດ​ທິ​ພົນ​ຫລາຍ​ທີ່​ສຸດ​ບາງ​ຢ່າງ ແມ່ນ​ຖືກ​ມອບ​ໃຫ້​ໂດຍ​ການ​ຈັດ​ເວ​ລາ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ, ອະ​ທິ​ຖານ​ເປັນ​ຄອບ​ຄົວ, ແລະ ປະ​ຊຸມ​ສະ​ພາ​ຄອບ​ຄົວ. ເປັນ​ເວ​ລາ​ນານ​ກວ່າ​ໜຶ່ງ​ຮ້ອຍ​ປີ​ແລ້ວ, ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ໄດ້​ຂໍ​ຮ້ອງ​ໃຫ້​ເຮົາ​ຈັດ​—ເວ​ລາ​ທີ່​ບໍ່​ໃຫ້​ຫຍັງ​ມາ​ລົບ​ກວນ​ແຕ່​ລະ​ອາ​ທິດ. ແຕ່​ຫລາຍ​ຄົນ​ໃນ​ພວກ​ເຮົາ​ກໍ​ຍັງ​ພາດ​ພອນ​ເຫລົ່າ​ນັ້ນ​ຢູ່. ການ​ສັງ​ສັນ​ໃນ​ຄອບ​ຄົວ​ບໍ່​ແມ່ນ​ການ​ເທດ​ຈາກ​ແມ່ ​ແລະ ພໍ່. ມັນ​ເປັນ​ເວ​ລາ​ຂອງ​ຄອບ​ຄົວ​ເຮົາ ທີ່​ຈະ​ແບ່ງ​ປັນ​ຂໍ້​ຄິດ ແລະ ປະ​ສົບ​ການ​ທາງ​ວິນ​ຍານ, ເພື່ອ​ຊ່ວຍ​ໃຫ້​ລູກ​ຂອງ​ເຮົາ​ຮຽນ​ຮູ້ ທີ່​ຈະ​ຮັກ ແລະ ແບ່ງ​ປັນ, ມີ​ຄວາມ​ມ່ວນ​ຊື່ນ​ນຳ​ກັນ, ສະ​ແດງ​ປະ​ຈັກ​ພະ​ຍານ​ນຳ​ກັນ, ແລະ ເຕີບ​ໂຕ ແລະ ກ້າວ​ໜ້າ​ນຳ​ກັນ. ​ເມື່ອ​ເຮົາ​ຈັດ​ການ​ສັງ​ສັນ​ໃນ​ຄອບ​ຄົວ​ທຸກໆ​ອາ​ທິດ, ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ໃຫ້​ກັນ​ແລະ​ກັນ​ຈະ​ເຂັ້ມ​ແຂງ​ຂຶ້ນ, ແລະ ເຮົາ​ຈະ​ທົນ​ທຸກ​ທໍ​ລະ​ມານ​ໜ້ອຍ​ລົງ.

ເຮົາ​ຄວນ​ຈຳ​ໄວ້​ວ່າ: ວຽກ​ງານ​ທີ່ສຳ​ຄັນ​ທີ່​ສຸດ ທີ່​ເຮົາ​ເຮັດ​ໃນ​ຄອບ​ຄົວ​ຂອງ​ເຮົາ ແມ່ນ​ຜ່ານ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ເມື່ອ​ໃດ​ເຮົາ​ໃຊ້​ສຽງ​ດັງ​ໃນ​ຄວາມ​ໂກດ​ຮ້າຍ, ພຣະ​ວິນ​ຍານ​ຈະ​ໜີ​ໄປ​ຈາກ​ຄູ່​ສາ​ມີ​ພັນ​ລະ​ຍາ ແລະ ຄອບ​ຄົວ​ຂອງ​ເຮົາ. ເມື່ອ​ເຮົາ​ກ່າວ​ດ້ວຍ​ຄວາມ​ຮັກ, ພຣະ​ວິນ​ຍານ​ສາ​ມາດ​ສະ​ຖິດ​ຢູ່​ກັບ​ເຮົາ​ໄດ້. ຂໍ​ໃຫ້​ເຮົາ​ຈົ່ງ​ຈຳ​ໄວ້​​ວ່າ ລູກໆ ແລະ ຫລານໆ​ຂອງ​ເຮົາ​ວັດ​ແທກ​ຄວາມ​ຮັກ​ຂອງ​ເຮົາ ຕາມ​ເວ​ລາ​ທີ່​​ເຮົາອຸ​ທິດ​ຕົນ​ກັບພວກ​ເຂົາ​ຫລາຍ​ເທົ່າ​ໃດ. ສຳ​ຄັນ​ເໜືອ​ທຸກ​ສິ່ງ​ໝົດ​ແມ່ນ ຢ່າ​ໝົດ​ຄວາ​ມ​ອົດ​ທົນ ແລະ ຢ່າ​ທໍ້​ຖອຍ!

ພຣະ​ຄຳ​ພີ​ບອກ​ເຮົາ​ວ່າ ຕອນ​ທີ່​ລູກທາງ​ວິນ​ຍານ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ບາງ​ຄົນ ໄດ້​ເລືອກ​ທີ່​ຈະ​ບໍ່​ຕິດ​ຕາມ​ແຜນ​ຂອງ​ພຣະ​ອົງ, ສະ​ຫວັນ​ໄດ້​ຮ້ອງ​ໄຫ້.12 ພໍ່​ແມ່​ບາງ​ຄົນ ຜູ້​ທີ່​ຮັກ ແລະ ໄດ້​ສອນ​ລູກໆ​ຂອງ​ເຂົາ​ເຈົ້າ​ກໍ​ໄດ້​ຮ້ອງ​ໄຫ້​ເໝືອນ​ກັນ ເມື່ອ​ລູກໆ​ທີ່​ໃຫຍ່​ແລ້ວ​ຂອງ​ເຂົາ​ເຈົ້າ ເລືອກ​ທີ່​ຈະ​ບໍ່​ຕິດ​ຕາມ​ແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພໍ່​ແມ່​ຈະ​ເຮັດ​ຫຍັງ​ໄດ້​ແດ່? ເຮົາ​ບໍ່​ສາ​ມາດ​ຈະ​ອະ​ທິ​ຖານ​ເພື່ອ​ທູນ​ຂໍ​ສິ່ງ​ໃດ​ທີ່​ຈະ​ລະ​ເມີດ​ອຳ​ເພີ​ໃຈ​ຂອງ​ຄົນ​ອື່ນ. ຂໍ​ໃຫ້​ຈຳ​ພໍ່​ຂອງ​ລູກ​ຊາຍ​ທີ່​ເສຍ​ໄປ, ຜູ້​ທີ່​ໄດ້​ລໍ​ຖ້າ​ຢ່າງ​ອົດ​ທົນ ເພື່ອ​ໃຫ້​ລູກ​ຊາຍ​ຂອງ​ລາວ “ສຳ​ນຶກ​ຕົວ​ໄດ້,” ເມື່ອ​ໃນ​ເວ​ລາ​ດຽວ​ກັນ​ນັ້ນ ໄດ້​ຄອຍ​ຖ້າ​ລູກ​ຢູ່. ​ແລະ “ຕອນ​ທີ່​ລູກ​ຍັງ​ຢູ່​ໄກ,” ພໍ່​ໄດ້​ແລ່ນ​ອອກ​ໄປ​ຫາ​ລູກ​ຊາຍ.13 ເຮົາ​ສາ​ມາດ​ອະ​ທິ​ຖານ​ຂໍ​ການ​ຊີ້​ນຳ​ກ່ຽວ​ກັບ​ເວ​ລາ​ທີ່​ຈະ​ເວົ້າ​ລົມ, ສິ່ງ​ທີ່​ຈະ​ເວົ້າ, ​ແລະ ​ແມ່ນ​ແລ້ວ, ບາງ​ເທື່ອ, ເມື່ອ​ໃດ​ທີ່​ຈະ​ຢູ່​ຢ່າງ​ງຽບໆ. ຂໍ​ໃຫ້​ຈຳ​ໄວ້​ວ່າ, ລູກໆ ແລະ ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເຮົາ ໄດ້​ເລືອກ​ທີ່​ຈະ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແລ້ວ ໃນ​ຊີ​ວິດ​ກ່ອນ​ເກີດ​ຂອງ​ພວກ​ເຂົາ. ບາງ​ເທື່ອ​ມັນ​ຈະ​ຕ້ອງ​ຜ່ານ​ປະ​ສົບ​ການ​ໃນ​ຊີ​ວິດ​ຂອງ​ພວກ​ເຂົາ​ເອງ​ເທົ່າ​ນັ້ນ ທີ່​ພວກ​ເຂົາ​ຈະ​ກັບ​ມາ​ຮູ້​ສຶກ​ເຖິງ​ຄວາມ​ສັກ​ສິດ​ເຫລົ່າ​ນັ້ນ​ຄືນ​ອີກ. ໃນ​ທີ່​ສຸດ​ແລ້ວ, ການ​ເລືອກ​ທີ່​ຈະ​ຮັກ ແລະ ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ເປັນ​ການ​ເລືອກ​ຂອງ​ພວກ​ເຂົາ​ເອງ.

ຍັງ​ມີ​ວິ​ທີ​ພິ​ເສດ​ອີກ​ວິ​ທີ​ໜຶ່ງ ທີ່​ສາ​ນຸ​ສິດ​ຈະ​ສະ​ແດງ​ຄວາມ​ຮັກ​ທີ່​ເຂົາ​ເຈົ້າ​ມີ​ໃຫ້​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ມື້​ນີ້ ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ກຽດ​ທຸກໆ​ຄົນ​ທີ່​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ ໃນ​ບົດ​ບາດ​ຜູ້​ໃຫ້​ການ​ດູ​ແລ​ຄົນ​ທີ່​ເຈັບ​ປ່ວຍ. ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ພວກ​ທ່ານ​ຫລາຍ​ແທ້ໆ! ໃນ​ການ​ຮັບ​ໃຊ້​ງຽບໆ ທີ່​ບໍ່​ມີ​ໃຜ​ຍ້ອງ​ຍໍ, ພວກ​ທ່ານ​ກໍ​ຕິດ​ຕາມ​ພຣະ​ອົງ ຜູ້​ທີ່​ໄດ້​ໃຫ້​ສັນ​ຍາ​ວ່າ, “ພຣະ​ບິ​ດາ​ຂອງ​ເຈົ້າ​ຜູ້​ເຫັນ​ໃນ​ທີ່​ລັບໆ, ຈະ​ໂຜດ​ປະ​ທານ​ລາງ​ວັນ​ໃຫ້​ແກ່​ເຈົ້າ​ຢ່າງ​ເປີດ​ເຜີຍ.”14

ຂ້າ​ພະ​ເຈົ້າ​ຄິດ​ເຖິງ​ເພື່ອນ​ບ້ານ​ຄົນ​ໜຶ່ງ ຜູ້​ທີ່ພັນ​ລະ​ຍາ​ຂອງ​ລາວ​ເປັນ​ໂຣກ​ຄວາມ​ຈຳ​ເສື່ອມ. ທຸກໆ​ວັນ​ອາ​ທິດ ລາວ​ຈະ​ຊ່ວຍ​ນາງ​ນຸ່ງ​ເຄື່ອງ​ແຕ່ງ​ຕົວ​ໄປ​ໂບດ, ຫວີ​ຜົມ, ແຕ່ງ​ໜ້າ, ແລະ ​ແມ່ນ​ແຕ່ໃສ່​ຕຸ້ມ​ຫູ​ໃຫ້​ນາງ. ໃນ​ການ​ຮັບ​ໃຊ້​ນີ້ ລາວ​ໄດ້​ເປັນ​ຕົວ​ຢ່າງ​ໃຫ້​ແກ່​ຊາຍ ແລະ ຍິງ​ໃນ​ຫວອດ​ຂອງ​ພວກເຮົາ ​ແທ້​ຈິງ​ແລ້ວ, ​ໃຫ້​ແກ່​ຊາວ​ໂລກດ້ວຍ. ມື້​ໜຶ່ງ ພັນ​ລະ​ຍາ​ຂອງ​ລາວ​ໄດ້​ເວົ້າ​ກັບ​ລາວ​ວ່າ, “ຂ້ອຍ​ຢາກ​ເຫັນ​ສາ​ມີ​ຂອງ​ຂ້ອຍ​ອີກ ແລະ ຢູ່​ກັບ​ລາວ.”

ລາວ​ໄດ້​ຕອບ​ວ່າ, “ຂ້ອຍ​ນີ້​ແຫລະ​ເປັນ​ສາ​ມີ​ຂອງ​ເຈົ້າ.”

​ແລະ ນາງ​ໄດ້​ຕອບ​ດ້ວຍ​ຄວາມ​ຮັກ​ວ່າ, “ໂອ້, ດີ​ແລ້ວ!”

ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ຈະ​ກ່າວ​ເຖິງ​ການດູ​ແລ ໂດຍ​ປາ​ດສະ​ຈາກການ​ຮັບ​ຮູ້​ຕໍ່​ຜູ້​ທີ່​ໃຫ້​ການ​ດູ​ແລ​ພິ​ເສດ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ—ສາ​ນຸ​ສິດ​ພິ​ເສດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ຂ້າ​ພະ​ເຈົ້າ—ນາງ​ແມ​ຣີ, ຄູ່​ຄອງ​ນິ​ລັນ​ດອນ​ຂອງ​ຂ້າ​ພະ​ເຈົ້າ​ເອງ. ນາງ​ໄດ້​ໃຫ້​ທຸກ​ສິ່ງ​ໃນ​ການ​ບຳ​ລຸງ​ລ້ຽງ ແລະ ຄວາມ​ຮັກ​ທີ່​ເມດ​ຕາ​ສົງ​ສານ. ມື​ຂອງ​ນາງ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຄິດ​ເຖິງ​ພຣະ​ຫັດ​ອັນ​ນິ້ມ​ນວນ ທີ່​ຄ້ຳ​ຊູ​ຂອງ​ພຣະ​ອົງ. ຂ້າພະ​ເຈົ້າ​ຈະ​ມີ​ວັນ​ນີ້​ບໍ່​ໄດ້​ຖ້າ​ຂາດ​ນາງ. ​ແລະ ພ້ອມ​ກັບ​ນາງ, ຂ້າພະ​ເຈົ້າຈະ​ສາມາດ​ອົດທົນ​ຈົນ​ເຖິງ​ທີ່​ສຸດ ​ແລະ ​ຢູ່​ກັບ​ນາງ​ໃນ​ຊີວິດ​ນິລັນດອນ.

ຖ້າ​ຫາກ​ວ່າ​ທ່ານ​ທົນ​ທຸກ​ຢ່າງ​ໜັກ​ໜ່ວງ, ຢູ່​ກັບ​ຄົນ​ອື່ນ ຫລື ຄົນ​ດຽວ, ຂ້າ​ພະ​ເຈົ້າ​ຂໍ​ຊຸກ​ຍູ້​ທ່ານ​ໃຫ້​ປ່ອຍ​ໃຫ້​ພຣະ​ຜູ້​ຊ່ວຍ​ໃຫ່​ລອດ​ເປັນ​ຜູ້​ດູ​ແລ​ຂອງ​ທ່ານ. ໃຫ້​ທ່ານ​ເພິ່ງ​ພາ​ຄວາມ​ຮັກ​ທີ່ພຣະ​ອົງ​ມີ​ໃຫ້​ຢ່າງ​ລົ້ນ​ເຫລືອ.15 ຂໍ​ໃຫ້​ຮັບ​ເອົາ​ຄຳ​ຮັບ​ຮອງ​ຂອງ​ພຣະ​ອົງ​ທີ່​ວ່າ: “ເຮົາ​ຈະ​ບໍ່​ປະ​ຖິ້ມ​ເຈົ້າ​ທັງ​ຫລາຍ​ໄວ້​ໃຫ້​ເປັນ​ກຳ​ພ້າ: ເຮົາ​ຈະ​ມາ​ຫາ​ພວກ​ເຈົ້າ,” ພຣະອົງ​ສັນຍາ.16

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຖ້າ​ວ່າ​ເຮົາ​ຍັງ​ບໍ່​ທັນ​ໄດ້​ເຮັດ​ເທື່ອ, ກໍ​ຂໍ​ໃຫ້​ເຮົາ​ຈົ່ງ​ຫັນ​ໄປ​ຫາ​ການ​ໃຫ້​ອະ​ໄພ, ຄວາມ​ກະ​ລຸ​ນາ, ແລະ ຄວາມ​ຮັກ​ຫລາຍ​ຂຶ້ນ. ຂໍ​ໃຫ້​ເຮົາ​ຈົ່ງ​ປະ​ຖິ້ມ​ຄວາມ​ຮູ້​ສຶກ​ໂຫດ​ຮ້າຍ ທີ່​ມັກ​ຈະ​ເປັນ​ພາກ​ສ່ວນ​ຂອງ​ອາ​ລົມ​ຂອງ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ແລະ ປະ​ກາດ​ເຖິງ​ຄວາມ​ຫ່ວງ​ໃຍ, ຄວາມ​ຮັກ, ແລະ ຄວາມ​ສະ​ຫງົບ​ຂອງ​ພຣະ​ຄຣິດ​ສາ​ເຖີດ.17

ຖ້າ​ຫາກ, “ພວກ​ທ່ານ​ມາ​ເຖິງ​ຄວາມ​ຮູ້​ເລື່ອງ​ລັດ​ສະ​ໝີ​ພາບ [ແລະ ຄຸນ​ງາມ​ຄວາມ​ດີ] ຂອງ​ພຣະ​ເຈົ້າ”18 ແລະ “ການ​ຊົດ​ໃຊ້ ຊຶ່ງ​ມີ​ຕຽມ​ໄວ້​ນັບ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ,”19 ນຳ​ອີກ, “ພວກ​ທ່ານ​ຈະ​ບໍ່​ມີ​ຈິດ​ໃຈ​ທີ່​ຈະ​ເຮັດ​ສິ່ງ​ອັນ​ຕະ​ລາຍ​ໃຫ້​ຊຶ່ງ​ກັນ​ແລະ​ກັນ, ແຕ່​ຈະ​ຢູ່​ນຳ​ກັນ​ຢ່າງ​ສັນ​ຕິ. ... ແລະ ພວກ​ທ່ານ​ຈະ​ບໍ່​ປ່ອຍ​ໃຫ້​ລູກ​ຫລານ​ຂອງ​ພວກ​ທ່ານ ... ລ່ວງ​ລະ​ເມີດ​ກົດ​ຂອງ​ພຣະ​ເຈົ້າ, ແລະ ຕໍ່​ສູ້ ແລະ ຜິດ​ຖຽງ​ກັນ, ... ແຕ່​ພວກ​ທ່ານ​ຈະ ... ສອນ​ໃຫ້​ພວກ​ເຂົາ​ຮັກ​ກັນ ແລະ ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ.”20

ກ່ອນ​ການ​ຄຶງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ອົງ​ໄດ້​ສອນ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ວ່າ: “ເຮົາ​ມອບ​ກົດ​ບັນ​ຍັດ​ຂໍ້​ໃໝ່​ໃຫ້​ພວກ​ເຈົ້າ​ຄື, ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ; ເຮົາ​ຮັກ​ພວກ​ເຈົ້າ​ຢ່າງ​ໃດ ພວກ​ເຈົ້າ​ກໍ​ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ​ຢ່າງ​ນັ້ນ”21 ແລະ “ຖ້າ​ພວກ​ເຈົ້າ​ຮັກ​ເຮົາ, ພວກ​ເຈົ້າ​ກໍ​ຈະ​ເຊື່ອ​ຟັງ​ກົດ​ບັນ​ຍັດ​ຂອງ​ເຮົາ.”22

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຄວາມ​ຮູ້​ສຶກ​ທີ່​ແທ້​ຈິງ​ທີ່ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມີ​ຕໍ່​ເຮົາ ແມ່ນ​ເປັນ​ແບບ​ຮູບປັ້ນ ຊຶ່ງ​ປັ້ນ​ໂດຍທ່ານໂຕ​ວໍ​ເຊັນ ມີນາ​ມວ່າ ພຣະຄຣິດ ທີ່​ຍື່ນ​ພຣະຫັດ​ອອກ​ມາຫາ​ເຮົາ. ພຣະ​ອົງ​ຍັງ​ຍື່ນ​ພຣະ​ຫັດ​ຂອງ​ພຣະ​ອົງ​ອອກ​ມາ ​ຢູ່​ຕໍ່​ໄປ,23 ຊັກ​ຊວນ​ວ່າ, “ຈົ່ງ​ມາ​ຫາ​ເຮົາ.” ເຮົາ​ຕິດ​ຕາມ​ພຣະ​ອົງ ໂດຍ​ການ​ຮັກ ແລະ ການ​ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ ແລະ ໂດຍ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ພິ​ເສດ​ວ່າ ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່ ແລະ ຮັກ​ເຮົາ​ດ້ວຍ​ຄວາມ​ຮັກ​ທີ່​ສົມ​ບູນ​ແບບ. ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ທ່ານ​ທອມ​ມັສ ແອັ​ສ ມອນ​ສັນ ເປັນ​ສາດ​ສະ​ດາ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ​ ໃນ​ເວ​ລາ​ນີ້. ຂໍ​ໃຫ້​ເຮົາ​ຈົ່ງ​ຮັກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ​ຫລາຍ​ຂຶ້ນ, ແລະ ທົນ​ທຸກ​ທໍ​ລະ​ມານ​ໜ້ອຍ​ລົງ, ນີ້​ຄື​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.