ຜູ້ພິພາກສາທີ່ຍຸດຕິທຳ
ມີວິທີດຽວທີ່ຈະສາມາດເປັນຜູ້ພິພາກສາທີ່ຍຸດຕິທຳໄດ້, ດັ່ງທີ່ພຣະເຢຊູຄຣິດເປັນ, ນັ້ນຄື ການເປັນດັ່ງທີ່ພຣະອົງຊົງເປັນຢູ່.
ໃນຊີວິດມະຕະຂອງພຣະອົງ, ພຣະເຢຊູຄຣິດໄດ້ເປັນຜູ້ພິພາກສາທີ່ຍຸດຕິທຳ, ສະຫລາດ ແລະ ອົດທົນເປັນພິເສດ. ພຣະອົງເປັນທີ່ຮູ້ຈັກຢູ່ໃນພຣະຄຳພີວ່າເປັນ “ຜູ້ພິພາກສາທີ່ຍຸດຕິທຳ” (2 ຕີໂມທຽວ 4:8; Moses 6:57), ແລະ ຄຳແນະນຳຂອງພຣະອົງຕໍ່ເຮົາຄື “ຈົ່ງຕັດສິນຢ່າງຊອບທຳ” (ເບິ່ງ Joseph Smith Translation, Matthew 7:1–2 [in Matthew 7:1, footnote a]) ແລະ ຈົ່ງໄວ້ວາງໃຈໃນພຣະວິນຍານນັ້ນ ຊຶ່ງພາໃຫ້ເຮັດຄວາມດີ … [ແລະ] ໃຫ້ຕັດສິນຢ່າງຊອບທຳ (ເບິ່ງ D&C 11:12).
ຄຳແນະນຳນີ້ ຕໍ່ອັກຄະສາວົກຊາວນີໄຟ ຈະຊ່ວຍເຮົາຕັດສິນ ດັ່ງທີ່ພຮະຜູ້ຊ່ວຍໃຫ້ລອດໄດ້ກະທຳ ທີ່ວ່າ: “ເຈົ້າຈະເປັນຜູ້ພິພາກສາຂອງຜູ້ຄົນພວກນີ້, ຕາມການພິພາກສາຊຶ່ງເຮົາຈະມອບໃຫ້ແກ່ເຈົ້າ, ຊຶ່ງຈະຍຸດຕິທຳ. ດັ່ງນັ້ນ ເຈົ້າຄວນເປັນຄົນແນວໃດ? ຕາມຈິງແລ້ວ ເຮົາກ່າວກັບເຈົ້າວ່າ ເຖິງແມ່ນດັ່ງທີ່ເຮົາເປັນ.” (3 ນີໄຟ 27:27; ເນັ້ນຄຳເນີ້ງ). ບາງເທື່ອເຮົາກໍລືມໄປວ່າ ເມື່ອພຣະອົງໄດ້ມອບຄຳແນະນຳນີ້ໃຫ້ເຮົາເປັນເໝືອນດັ່ງພຣະອົງ, ພຣະອົງໄດ້ກ່າວເຖິງການພິພາກສາທີ່ຍຸດຕິທຳ.
ການພິພາກສາທີ່ບໍ່ຍຸດຕິທຳ
ຕົວຢ່າງທີ່ໜ້າອັບອາຍຢ່າງໜຶ່ງ ເຖິງການພິພາກສາທີ່ບໍ່ຍຸດຕິທຳ ມາຈາກຄຳອຸປະມາເລື່ອງແກະທີ່ເສຍ ເມື່ອພວກຟາຣີຊາຍ ແລະ ພວກທຳມະຈານໄດ້ຕັດສິນ ທັງພຣະຜູ້ຊ່ວຍໃຫ້ລອດ ແລະ ແຂກຄົນທີ່ຮັບປະທານອາຫານຮ່ວມກັບພຣະອົງ ໃນທາງທີ່ບໍ່ຖືກຕ້ອງ, ໂດຍກ່າວວ່າ, “ຄົນນີ້ຕ້ອນຮັບຄົນນອກສິນທຳ ແລະ ຍັງຮ່ວມກິນນຳພວກເຂົາດ້ວຍ” (ລູກາ 15:2)—ໂດຍທີ່ພວກເຂົາບໍ່ຄຳນຶງວ່າ ແທ້ຈິງແລ້ວ ພວກເຂົາກໍເປັນຄົນບາບຄືກັນ. ເປັນເພາະໃຈທີ່ເຕັມໄປດ້ວຍການຢາກກ່າວໂທດ, ພວກທຳມະຈານ ແລະ ພວກຟາຣີຊາຍ ຈຶ່ງບໍ່ເຄີຍຮູ້ຈັກຄວາມສຸກ ທີ່ມາຈາກການຊ່ວຍກູ້ຄົນທີ່ຫລົງທາງ.
ແລະ ກໍແມ່ນ “ພວກທຳມະຈານ ແລະ ພວກຟາຣີຊາຍ” ນີ້ແຫລະ (ໂຢຮັນ 8:3) ທີ່ໄດ້ພາ “ຍິງຄົນໜຶ່ງທີ່ໄດ້ຫລິ້ນຊູ້” ມາຫາພຣະຜູ້ຊ່ວຍໃຫ້ລອດ ເພື່ອຢາກຮູ້ວ່າ ພຣະອົງຈະພິພາກສານາງຕາມກົດຂອງໂມເຊຫລືບໍ່ (ເບິ່ງ ຂໍ້ທີ 5). ທ່ານຮູ້ວ່າເລື່ອງນີ້ເປັນຈັ່ງໃດຕໍ່ຈາກນັ້ນ, ເຖິງວິທີທີ່ພຣະອົງໄດ້ເຮັດໃຫ້ພວກເຂົາຖ່ອມຕົວລົງ ສຳລັບການພິພາກສາທີ່ບໍ່ຍຸດຕິທຳ, ແລະ ເຖິງວິທີທີ່ພວກເຂົາ “ໄດ້ຮູ້ສຶກຜິດຢູ່ໃນໃຈ ຂອງພວກເຂົາເອງ ” ແລະ ໄດ້ໜີອອກໄປ “ເທື່ອລະຄົນ” (ຂໍ້ທີ 9; ເນັ້ນຄຳເນີ້ງ). ແລ້ວພຣະອົງໄດ້ກ່າວຕໍ່ຍິງຄົນນັ້ນວ່າ, “ດີແລ້ວ ເຮົາກໍບໍ່ລົງໂທດເຈົ້າເໝືອນກັນ. ຈົ່ງໄປສາ ຕໍ່ໄປຢ່າເຮັດບາບອີກ. ແລະ ຍິງຄົນນັ້ນໄດ້ສັນລະເສີນພຣະອົງ ນັບແຕ່ເວລານັ້ນມາ, ແລະ ເຊື່ອໃນພຣະນາມຂອງພຣະອົງ” (Joseph Smith Translation, John 8:11 [in John 8:11, footnote c]).
ຊາຍ ແລະ ຍິງທີ່ມີຈິດໃຈທຳມະດາ ມັກຈະກ່າວໂທດ ແລະ ຕັດສິນຄົນອື່ນຢ່າງບໍ່ຍຸດຕິທຳ, ຫລື ຄິດວ່າຕົວເອງຊອບທຳ. ແມ່ນແຕ່ຢາໂກໂບ ແລະ ໂຢຮັນ, ອັກຄະສາວົກສອງຄົນຂອງພຣະຜູ້ຊ່ວຍໃຫ້ລອດ, ກໍເຄີຍເປັນແນວນີ້. ພວກເພິ່ນໄດ້ຄຽດແຄ້ນຫລາຍທີ່ສຸດ ເມື່ອຜູ້ຄົນໃນໝູ່ບ້ານໜຶ່ງຂອງຊາວຊາມາເຣຍ ບໍ່ໄດ້ປະຕິບັດຕໍ່ພຣະຜູ້ຊ່ວຍໃຫ້ລອດດ້ວຍຄວາມນັບຖື (ເບິ່ງ ລູກາ 9:51–54):
“ເມື່ອ [ພວກເພິ່ນ] ເຫັນດັ່ງນັ້ນແລ້ວ ກໍເວົ້າວ່າ, ພຣະອົງເຈົ້າເອີຍ, ພຣະອົງຢາກໃຫ້ພວກຂ້ານ້ອຍສັ່ງໄຟລົງມາຈາກຟ້າສະຫວັນ ເພື່ອເຜົາຜານພວກເຂົາບໍ?
“ແຕ່ພຣະອົງໄດ້ຫັນໜ້າມາກ່າວຕິຕຽນພວກເພິ່ນ ແລະ ກ່າວວ່າ, ພວກເຈົ້າບໍ່ຮູ້ວ່າພວກເຈົ້າມີຈິດໃຈແນວໃດ.
“ດ້ວຍວ່າ ບຸດມະນຸດໄດ້ມາ ບໍ່ແມ່ນເພື່ອທຳລາຍຊີວິດມະນຸດ, ແຕ່ມາເພື່ອໂຜດມະນຸດໃຫ້ພົ້ນ” (ຂໍ້ທີ 54–56).
ຜູ້ຕັດສິນທົ່ວໄປ ໃນປະຈຸບັນ (ເບິ່ງ D&C 107:74), ອະທິການ ແລະ ປະທານສາຂາຂອງພວກເຮົາ, ຄວນຫລີກເວັ້ນຈາກແຮງກະຕຸ້ນທີ່ຄ້າຍຄືກັນນີ້ ເລື່ອງການກ່າວໂທດ, ດັ່ງທີ່ຢາໂກໂບ ແລະ ໂຢຮັນໄດ້ເຮັດ ໃນເວລານັ້ນ. ຜູ້ພິພາກສາທີ່ຍຸດຕິທຳຈະຕອບຮັບການສາລະພາບຜິດ ດ້ວຍຄວາມເມດຕາ ແລະ ດ້ວຍຄວາມເຂົ້າໃຈ. ຊາວໜຸ່ມທີ່ໄດ້ເຮັດຜິດ, ຍົກຕົວຢ່າງ, ຄວນອອກມາຈາກຫ້ອງການຂອງອະທິການ ດ້ວຍຄວາມຮູ້ສຶກເຖິງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ ຜ່ານທາງອະທິການ ແລະ ເຕັມໄປດ້ວຍຄວາມສຸກ ແລະ ດ້ວຍອຳນາດແຫ່ງການປິ່ນປົວຂອງການຊົດໃຊ້—ບໍ່ອັບອາຍ ຫລື ໄດ້ຮັບການດູຖູກ. ຖ້າບໍ່ດັ່ງນັ້ນ, ອະທິການອາດຂັບໄລ່ແກະທີ່ເສຍ ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ເລິກກວ່າເກົ່າ ໂດຍທີ່ບໍ່ໄດ້ຕັ້ງໃຈ (ເບິ່ງ ລູກາ 15:4).
ການລົງໂທດ
ເຖິງຢ່າງໃດກໍຕາມ, ການເຫັນອົກເຫັນໃຈ ບໍ່ໄດ້ໝາຍຄວາມວ່າ ບໍ່ມີການລົງໂທດ. ຄຳວ່າ ລົງໂທດ ມາຈາກພາສາລາຕິນ discere, “ຮຽນຮູ້,” ຫລື discipulus, “ຜູ້ຮຽນ,” ເຮັດໃຫ້ສານຸສິດເປັນນັກຮຽນ ແລະ ເປັນຜູ້ຕິດຕາມ.1 ໃນການຖືກລົງໂທດຕາມວິທີຂອງພຣະຜູ້ເປັນເຈົ້າ ເປັນການສອນດ້ວຍຄວາມຮັກ ແລະ ດ້ວຍຄວາມອົດທົນ. ໃນພຣະຄຳພີ ພຣະຜູ້ເປັນເຈົ້າໄດ້ໃຊ້ຄຳວ່າ ຕີສອນ, ເລື້ອຍໆ ເມື່ອກ່າວເຖິງການລົງໂທດ (ເບິ່ງ, ຍົກຕົວຢ່າງ, ໂມໄຊຢາ 23:21; D&C 95:1). ຄຳວ່າ ຕີສອນ ມາຈາກພາສາລາຕິນ castus, ໝາຍເຖິງ “ພົມມະຈາລີ ຫລື ຄວາມບໍລິສຸດ,” ແລະ ຕີສອນ ໝາຍເຖິງ “ການເຮັດໃຫ້ບໍລິສຸດ.”2
ຢູ່ໃນໂລກນີ້, ມັນແມ່ນການພິພາກສາຂອງໂລກມະນຸດ ຜູ້ກ່າວໂທດບຸກຄົນ ແລະ ຂັງ ເຂົາໄວ້ໃນຄຸກ. ກົງກັນຂ້າມ, ພຣະຄຳພີມໍມອນສອນເຮົາວ່າ ເມື່ອເຮົາເຮັດບາບດ້ວຍຄວາມຕັ້ງໃຈ, ເຮົາກາຍ “ເປັນຜູ້ພິພາກສາຂອງຕົນເອງ” (ແອວມາ 41:7) ແລະ ສົ່ງຕົວເອງໄປເຂົ້າຄຸກທາງວິນຍານ. ສິ່ງທີ່ແປກຫລາຍກໍຄື, ຜູ້ຕັດສິນທົ່ວໄປ ໃນກໍລະນີນີ້ ມີຂໍກະແຈທີ່ສາມາດ ເປີດ ປະຕູຄຸກໄດ້; ເພາະດ້ວຍການຕີສອນ ພຣະອົງຈຶ່ງຕຽມທາງສຳລັບ ການປົດປ່ອຍ ເຮົາໃນທຸກສິ່ງທັງປວງຈາກການລໍ້ລວງ (ເບິ່ງ D&C 95:1; ເນັ້ນຄຳເນີ້ງ). ການກະທຳຂອງຜູ້ພິພາກສາທີ່ຍຸດຕິທຳຄື ຄວາມເມດຕາ, ຄວາມຮັກ, ແລະ ການໄຖ່ຄືນ, ບໍ່ແມ່ນການກ່າວໂທດ.
ຊາຍໜຸ່ມ ໂຈເຊັບ ສະມິດ ກໍໄດ້ຖືກລົງໂທດ ເປັນເວລາສີ່ປີ ກ່ອນເພິ່ນສາມາດໄດ້ຮັບແຜ່ນຈາລຶກຄຳ ເພາະເພິ່ນບໍ່ໄດ້ຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າ.3 ຕໍ່ມາ, ເມື່ອໂຈເຊັບໄດ້ເຮັດຕົ້ນສະບັບຈຳນວນ 116 ໜ້າເສຍ, ເພິ່ນກໍໄດ້ຖືກລົງໂທດອີກ. ເຖິງແມ່ນໂຈເຊັບໄດ້ເສຍໃຈຫລາຍແທ້ໆ, ແຕ່ພຣະຜູ້ເປັນເຈົ້າຍັງໄດ້ເອົາສິດທິພິເສດຂອງເພິ່ນຄືນໄປ ຊົ່ວໄລຍະໜຶ່ງ, ເພາະຜູ້ທີ່ພຣະອົງຮັກ ພຣະອົງຈະຕີສອນ ເພື່ອວ່າບາບຂອງເຂົາຈະໄດ້ຮັບການອະໄພ (ເບິ່ງ D&C 95:1).
ໂຈເຊັບໄດ້ກ່າວວ່າ, “ທູດມີຄວາມປິຕິຍິນດີຫລາຍ ເມື່ອເພິ່ນໄດ້ເອົາອູຣີມ ແລະ ທຸມມີມ ຄືນມາສົ່ງຂ້າພະເຈົ້າ ແລະ ໄດ້ເວົ້າວ່າ ພຣະເຈົ້າພໍພຣະໄທຫລາຍ ກັບຄວາມຊື່ສັດ ແລະ ຄວາມຖ່ອມຕົວຂອງຂ້າພະເຈົ້າ, ແລະ ຮັກຂ້າພະເຈົ້າສຳລັບ ຄວາມສຳນຶກຜິດ ແລະ ຄວາມພາກພຽນໃນການອະທິຖານຂອງຂ້າພະເຈົ້າ.”4 ເພາະພຣະຜູ້ເປັນເຈົ້າປະສົງທີ່ຈະສອນບົດຮຽນທີ່ປ່ຽນແປງຈິດໃຈໃຫ້ແກ່ໂຈເຊັບ, ພຣະອົງຈຶ່ງຮຽກຮ້ອງການເສຍສະລະອັນເຈັບປວດ ຈາກເພິ່ນ—ການເສຍສະລະ ເປັນພາກສ່ວນທີ່ຈຳເປັນຂອງການລົງໂທດ.
ການເສຍສະລະ
“ໃນສະໄໝບູຮານ, ການເສຍສະລະ ໝາຍເຖິງ ການເຮັດໃຫ້ບາງສິ່ງ ຫລື ບາງຄົນສັກສິດ,”5 ເມື່ອເອົາຄຳນີ້ເຊື່ອມໂຍງເຂົ້າກັບຄຳວ່າ ຕີສອນ—“ມັນກໍເປັນການເຮັດໃຫ້ບໍລິສຸດ.” ເຊັ່ນດຽວກັນນີ້ ໃນສະໄໝບູຮານຂອງຊາວອິດສະຣາເອນ, ການໃຫ້ອະໄພມາເຖິງຜ່ານທາງການຖວາຍບາບ ຫລື ຖວາຍການລ່ວງລະເມີດ, ຫລື ທຳການເສຍສະລະ.6 ການເສຍສະລະບໍ່ພຽງແຕ່ “ໄດ້ຊີ້ໄປເຖິງການເສຍສະລະຄັ້ງຍິ່ງໃຫຍ່ ແລະ ຄັ້ງສຸດທ້າຍ” ເທົ່ານັ້ນ (ແອວມາ 34:14) ແຕ່ໄດ້ຊ່ວຍເຮົາໃຫ້ມີຄວາມກະຕັນຍູທີ່ເລິກຊຶ້ງ ສຳລັບການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດນຳອີກ. ພາກສ່ວນໜຶ່ງໃນຄວາມສຳນຶກຜິດຂອງເຮົາ, ຖ້າເຮົາເສຍສະລະຢ່າງບໍ່ເຕັມໃຈ, ມັນຈະເປັນການເຍາະເຍີ້ຍ ຫລື ດູຖູກ ການເສຍສະລະອັນຍິ່ງໃຫຍ່ກວ່າຂອງພຣະຄຣິດ ສຳລັບບາບອັນດຽວກັນນັ້ນ ແລະ ເຮັດໃຫ້ການຮັບທຸກທໍລະມານຂອງພຣະອົງເປັນເລື່ອງເລັກນ້ອຍ—ເປັນເຄື່ອງໝາຍຂອງຄວາມອັກກະຕັນຍູທີ່ແຂງກະດ້າງ.
ກົງກັນຂ້າມ, ເຖິງແມ່ນມັນຈະເປັນການເສຍສະລະທີ່ແປກປະຫລາດ, ແທ້ຈິງແລ້ວ ເຮົາໄດ້ ຮັບ ບາງສິ່ງທີ່ກຸ້ມຄ່າຊົ່ວນິລັນດອນ—ນັ້ນຄື ພຣະເມດຕາ ແລະ ການໃຫ້ອະໄພ ຂອງພຣະອົງ, ແລະ ໃນທີ່ສຸດ ທຸກສິ່ງທີ່ພຣະບິດາມີ (ເບິ່ງ D&C 84:38). ພາກສ່ວນໜຶ່ງຂອງຂັ້ນຕອນຂອງການກັບໃຈ, ການເສຍສະລະຍັງເປັນຫວ້ານຢາປິ່ນປົວ ເພື່ອຊ່ວຍປ່ຽນ “ຄວາມເສຍໃຈໃນຈິດສຳນຶກ” (ແອວມາ 42:18) ມາເປັນ “ຄວາມສະຫງົບໃນຈິດສຳນຶກ” (ໂມໄຊຢາ 4:3). ຖ້າປາດສະຈາກການເສຍສະລະ, ບຸກຄົນອາດໃຫ້ອະໄພຕົນຍາກ, ເພາະຄວາມສຳນຶກທີ່ຄ້າງຢູ່ເຖິງບາງສິ່ງທີ່ຕົນໄດ້ເຮັດຜິດພາດ.7
ບົດບາດຂອງພໍ່ແມ່ໃນການເປັນຜູ້ພິພາກສາທີ່ຍຸດຕິທຳ
ເຖິງແມ່ນວ່າບາງຄົນໃນພວກເຮົາໄດ້ຖືກເອີ້ນໃຫ້ເປັນຜູ້ຕັດສິນທົ່ວໄປ, ແຕ່ຫລັກທຳຂອງການຕັດສິນທີ່ຊອບທຳທົ່ວໄປ ແມ່ນກ່ຽວພັນກັບເຮົາທຸກຄົນ, ໂດຍສະເພາະຜູ້ເປັນພໍ່ແມ່ ທີ່ມີໂອກາດທຸກວັນ ເພື່ອໃຊ້ຫລັກທຳເຫລົ່ານີ້ນຳລູກໆຂອງຕົນ. ການສອນລູກແບບມີປະສິດທິພາບເປັນສິ່ງສຳຄັນຂອງການເປັນພໍ່ແມ່ທີ່ດີ, ແລະ ການລົງໂທດດ້ວຍຄວາມຮັກເປັນສິ່ງສຳຄັນຂອງການເປັນຜູ້ພິພາກສາທີ່ຍຸດຕິທຳ.
ປະທານໂຈເຊັບ ແອັຟ ສະມິດ ໄດ້ສອນວ່າ, “ຖ້າຫາກລູກຕໍ່ຕ້ານ ແລະ ຍາກທີ່ຈະຄວບຄຸມໄດ້, ໃຫ້ອົດທົນກັບເຂົາ ຈົນກວ່າທ່ານສາມາດເອົາຊະນະເຂົາໄດ້ດ້ວຍຄວາມຮັກ, … ແລ້ວທ່ານຈະສາມາດ [ຫລໍ່ຫລອມ] ບຸກຄະລິກລັກສະນະຂອງເຂົາ ຕາມທີ່ທ່ານປາດຖະໜາ.”8
ມັນເປັນຄວາມຮູ້ທີ່ດີ ທີ່ໃນການສອນວິທີທີ່ຈະລົງໂທດ, ສາດສະດາມັກກ່າວເຖິງຄຸນສົມບັດຢ່າງພຣະຄຣິດ. ພຣະຄຳພີ Doctrine and Covenants ໄດ້ໃຫ້ຄຳແນະນຳທີ່ຮູ້ຈັກກັນດີ ເລື່ອງການລົງໂທດ ດັ່ງຕໍ່ໄປນີ້:
ບໍ່ມີອຳນາດ ຫລື ອິດທິພົນໃດສາມາດ ຫລື ຈະດຳລົງຮັກສາໄວ້ໄດ້ໂດຍອາໄສຖານະປະໂລຫິດ, ນອກຈາກໂດຍການຊັກຊວນ, ໂດຍຄວາມອົດກັ້ນ, ໂດຍຄວາມອ່ອນໂຍນ ແລະ ໂດຍຄວາມອ່ອນນ້ອມ, ແລະ ໂດຍຄວາມຮັກອັນບໍ່ແກ້ງເຮັດ;
ໂດຍຄວາມກະລຸນາ, ແລະ ຄວາມຮູ້ອັນບໍລິສຸດ, ຊຶ່ງຈະຂະຫຍາຍຈິດວິນຍານອອກໄປຢ່າງກວ້າງຂວາງ ໂດຍປາດສະຈາກຄວາມໜ້າຊື່ໃຈຄົດ ແລະ ປາດສະຈາກອຸບາຍ—
ຈົ່ງຕິຕຽນໃຫ້ທັນການດ້ວຍຄວາມສຽບຂາດ, ເມື່ອໄດ້ຮັບການກະຕຸ້ນໂດຍພຣະວິນຍານບໍລິສຸດ; ແລະ ຈາກນັ້ນ ໃນເວລາຕໍ່ມາຈົ່ງສະແດງຄວາມຮັກຫລາຍຂຶ້ນ (ເບິ່ງ D&C 121:41–43).
ພຣະຄຳພີຂໍ້ນີ້ ສອນເຮົາໃຫ້ຕິຕຽນ “ເມື່ອໄດ້ຮັບການກະຕຸ້ນໂດຍພຣະວິນຍານບໍລິສຸດ,” ບໍ່ ແມ່ນເມື່ອໄດ້ຮັບການກະຕຸ້ນໂດຍຄວາມຄຽດແຄ້ນ. ພຣະວິນຍານບໍລິສຸດ ແລະ ຄວາມຄຽດແຄ້ນ ໄປນຳກັນບໍ່ໄດ້, ເພາະ “ຜູ້ທີ່ມີວິນຍານແຫ່ງການຂັດແຍ້ງນັ້ນບໍ່ໄດ້ມາຈາກເຮົາ, ແຕ່ມາຈາກມານ, ຜູ້ເປັນບິດາຂອງການຂັດແຍ້ງ ແລະ ມັນໄດ້ຍຸຍົງໃຈຂອງມະນຸດໃຫ້ຂັດແຍ້ງກັນດ້ວຍຄວາມຄຽດແຄ້ນ” (3 ນີໄຟ 11:29). ປະທານຈອດ ອາວເບີດ ສະມິດ ໄດ້ສອນວ່າ “ຕາມປົກກະຕິແລ້ວ ຖ້ອຍຄຳທີ່ບໍ່ມີເມດຕາ ຈະບໍ່ຖືກກ່າວອອກມາ ພາຍໃຕ້ການດົນໃຈຈາກພຣະຜູ້ເປັນເຈົ້າ. ພຣະວິນຍານຂອງພຣະຜູ້ເປັນເຈົ້າ ເປັນພຣະວິນຍານ ແຫ່ງຄວາມເມດຕາ; ມັນເປັນພຣະວິນຍານແຫ່ງຄວາມອົດທົນ; ມັນເປັນພຣະວິນຍານແຫ່ງຄວາມໃຈບຸນ ແລະ ເປັນຄວາມຮັກ ແລະ ຄວາມອົດກັ້ນ ແລະ ຄວາມຮັບທຸກທໍລະມານໄດ້ດົນນານ. …
ແຕ່ຖ້າຫາກເຮົາມັກຊອກຫາແຕ່ຄວາມຜິດພາດ ... ໃນແບບທີ່ເສຍຫາຍ, ຄວາມຮູ້ສຶກດັ່ງກ່າວ ບໍ່ເຄີຍ ມາກັບພຣະວິນຍານຂອງພຣະບິດາເທິງສະຫວັນ ແລະ ເປັນສິ່ງອັນຕະລາຍ ສະເໝີ. …
ຄວາມເມດຕາເປັນພະລັງຂອງພຣະເຈົ້າ ທີ່ໄດ້ປະທານໃຫ້ເຮົາ ເພື່ອເປີດໃຈຂອງຄົນທີ່ມີໃຈແຂງກະດ້າງ ແລະ ເອົາຊະນະຈິດວິນຍານທີ່ດື້ດຶງ.”9
ເອກະລັກທີ່ແທ້ຈິງຂອງລູກໆຂອງເຮົາ
ເມື່ອພຣະຜູ້ຊ່ວຍໃຫ້ລອດ ໄດ້ມາຢ້ຽມຢາມຊາວນີໄຟ, ພຣະອົງໄດ້ເຮັດບາງສິ່ງທີ່ພິເສດທີ່ສຸດໃຫ້ແກ່ເດັກນ້ອຍ ທີ່ວ່າ:
“ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະອົງໄດ້ສິດສອນ ແລະ ປະຕິບັດສາດສະໜາກິດແກ່ເດັກນ້ອຍຂອງຝູງຊົນ … , ແລະ ພຣະອົງໄດ້ມາຍລີ້ນຂອງພວກເຂົາ, ແລະ ພວກເຂົາໄດ້ເວົ້າເລື່ອງອັນຍິ່ງໃຫຍ່ ແລະ ໜ້າອັດສະຈັນກັບພໍ່ຂອງພວກເຂົາ. …
“… ແລະ ພວກເຂົາທັງໄດ້ເຫັນ ແລະ ໄດ້ຍິນເດັກນ້ອຍເຫລົ່ານີ້; ແທ້ຈິງແລ້ວ, ເຖິງຂະໜາດທາລົກກໍໄດ້ເປີດປາກເວົ້າເລື່ອງອັດສະຈັນ” (3 ນີໄຟ 26:14, 16).
ບາງທີຫລາຍກວ່າ ການເປີດປາກ ເດັກທາລົກ, ພຣະຜູ້ເປັນເຈົ້າໄດ້ ເປີດຕາ ແລະ ເປີດຫູ ຂອງພໍ່ແມ່ ຜູ້ງຶດງໍ້ນຳອີກ. ພໍ່ແມ່ເຫລົ່ານັ້ນໄດ້ຮັບຂອງປະທານທີ່ໜ້າງຶດງໍ້ ເຖິງສິ່ງທີ່ສຳຄັນ ແລະ ຍືນຍົງ, ແລະ ໄດ້ເຫັນເອກະລັກທີ່ແທ້ຈິງ ແລະ ຄວາມສຳຄັນຂອງລູກຂອງຕົນກ່ອນເຂົາມາເກີດ. ສິ່ງນັ້ນ ຈະບໍ່ເຮັດໃຫ້ພໍ່ແມ່ປ່ຽນວິທີທີ່ເຂົາເຈົ້າ ເຫັນ ແລະ ກະທຳກັບລູກຂອງຕົນບໍ? ຂ້າພະເຈົ້າມັກຂໍ້ຄວາມນີ້ ທີ່ເປັນຂອງທ່ານໂກແອັດ ທີ່ວ່າ: “ທ່ານຄິດກັບລູກຈັ່ງໃດ ທ່ານກໍຈະປະພຶດກັບເຂົາຢ່າງນັ້ນ. ທ່ານປະພຶດກັບລູກຈັ່ງໃດ [ເຂົາ] ກໍ [ຈະ] ເປັນຢ່າງນັ້ນ.”10 ການທີ່ຈະຈື່ຈຳເອກະລັກທີ່ແທ້ຈິງຂອງເດັກນ້ອຍ ເປັນຂອງປະທານທີ່ທ່ານສາມາດຫລິງເຫັນໄດ້ລ່ວງໜ້າ ທີ່ຊ່ວຍດົນໃຈທັດສະນະຂອງຜູ້ພິພາກສາທີ່ຍຸດຕິທຳ.
ສະຫລຸບ
ປະທານທອມມັສ ແອັສ ມອນສັນ ໄດ້ສອນເຮົາວ່າ, “ຢ່າປ່ອຍໃຫ້ບັນຫາທີ່ເຮົາຕ້ອງແກ້ໄຂ ມີຄວາມສຳຄັນຫລາຍກວ່າຄົນທີ່ເຮົາຮັກ.”11 ຫລັກທຳແຫ່ງການເປັນຜູ້ພິພາກສາທີ່ຍຸດຕິທຳ ເປັນສິ່ງຈຳເປັນຫລາຍແທ້ໆ, ໂດຍສະເພາະນຳລູກໆຂອງເຮົາເອງ.
ມີວິທີດຽວທີ່ຈະໃຫ້ການພິພາກສາທີ່ຍຸດຕິທຳໄດ້, ດັ່ງທີ່ພຣະເຢຊູຄຣິດໃຫ້ການພິພາກສາ, ແລະ ນັ້ນຄື ການເປັນດັ່ງທີ່ພຣະອົງເປັນ. ສະນັ້ນ, “[ເຈົ້າ] ຄວນເປັນຄົນແນວໃດ? ຕາມຈິງແລ້ວ ເຮົາກ່າວກັບເຈົ້າວ່າ ເຖິງແມ່ນດັ່ງທີ່ເຮົາເປັນ (3 ນີໄຟ 27:27). ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.