​2010–2019
ພອນ​ແຫ່ງ​ການ​ນະມັດ​ສະການ
​ເດືອນ​ຕຸລາ 2016


11:28

ພອນ​ແຫ່ງ​ການ​ນະມັດສະການ

​ການ​ນະມັດສະການ ​ເປັນ​ສິ່ງ​ສຳຄັນ ​ແລະ ​ເປັນຈຸດ​ໃຈກາງ​ຕໍ່ຊີວິດ​ທາງ​ວິນ​ຍານ​ຂອງ​​ເຮົາ. ມັນ​ເປັນ​ບາງ​ສິ່ງ​ທີ່​ເຮົາ​ຄວນ​​ໄຝ່ຝັນ, ສະ​ແຫວ​ງຫາ, ​ແລະ ພະຍາຍາມ​ທີ່​ຈະ​ປະສົບ​ການ.

ການ​ມາ​ຢ້ຽມຢາມ​ຂອງ​ພຣະອົງ

​ປະສົບ​ການໜຶ່ງ​ທີ່​ໜ້າ​ອັດສະຈັນ​ໃຈ​ ​ແລະ ​ສະ​ແດງ​ເຖິງຄວາມ​ຮັກຫລາຍ​ທີ່​ສຸດ ຊຶ່ງ​ໄດ້​ຖືກ​ບັນທຶກ​ໄວ້​ຢູ່​ໃນ​ພຣະຄຳ​ພີ​ທີ່​ສັກສິດ ​ແມ່ນ​ເລື່ອງ​ລາວ​ຂອງ​ການ​ມາ​ຢ້ຽມຢາມ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ຕໍ່​ຜູ້​ຄົນ​ຢູ່​ໃນ​ອາ​ເມຣິກາ ຫລັງ​ຈາກ​ການ​ສິ້ນ​ພຣະຊົນ ​ແລະ ການ​ຟື້ນ​ຄືນ​ພຣະຊົນ​ຂອງ​ພຣະອົງ. ​ເວລາ​ນັ້ນ ຜູ້​ຄົນ​​ໄດ້​ຮັບ​ການ​ເສຍ​ຫາຍ​ຫລາຍ​ທີ່​ສຸດ ຈົນ​ວ່າ “ທັງ​ແຜ່ນດິນ​ໂລກ [ຈະ​ກັບ] ປ່ຽນ​ຮູບ.”1 ບັນທຶກ​ຂອງ​ເຫດການ​ດັ່ງກ່າວ ບອກ​ວ່າ​ຫລັງ​ຈາກໄພພິບັດ​​ໄດ້​ເກີດ​ຂຶ້ນ ຜູ້​ຄົນ​ໄດ້​ຮ້ອງ​ໄຫ້​ບໍ່​ເຊົາ,2 ​ແລະ ​ໃນ​ທ່າມກາງ​ຄວາມ​ໂສກ​ເສົ້າຂອງ​ເຂົາ​ເຈົ້າ, ​ເຂົາ​ເຈົ້າຢາກ​ໄດ້​ຮັບ​ການ​ປິ່ນປົວ, ຄວາມ​ສະຫງົບ, ​ແລະ ການ​ປົດ​ປ່ອຍ.

​ເມື່ອ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສະ​ເດັດ​ລົງ​ມາ​ຈາກ​ສະຫວັນ, ຜູ້​ຄົນ​ໄດ້ກາບລົງ​​ແທບພຣະບາດ​ຂອງ​ພຣະອົງ​ສອງ​ເທື່ອ. ​ເທື່ອ​ທຳ​ອິດ​​ໄດ້​ເກີດ​ຂຶ້ນຕອນ​ພຣະອົງ​ປະກາດ​ເຖິງ​ສິດ​ອຳນາດ​ແຫ່ງ​ສະຫວັນ​ຂອງ​ພຣະອົງ ທີ່​ວ່າ:

“ຈົ່ງ​ເບິ່ງ, ​ເຮົາ​ຄື​ພຣະ​ເຢຊູ​ຄຣິດ, ​ຜູ້​ທີ່​ສາດສະດາ​ໄດ້​ໃຫ້​ຖ້ອຍ​ຄຳ​ວ່າ​ຈະ​ມາ​ຍັງ​ໂລກ​ນີ້.

“ແລະ ຈົ່ງ​ເບິ່ງ, ​ເຮົາ​ເປັນ​​ແສງສະຫວ່າງ ​ແລະ ຊີວິດ​ຂອງ​ໂລກ.”3

​ແລ້ວ ພຣະອົງ​ໄດ້​ເຊື້ອ​ເຊີນ​ຜູ້​ຄົນ​ວ່າ, “​ຈົ່ງລຸກຂຶ້ນ ​ແລະ ອອກ​ມາ​ຫາ​ເຮົາ​ເຖີດ, ​ເພື່ອ​ເຈົ້າຈະ​ໄດ້​ເດ່​ມື​ມາ​ໃສ່​ຂ້າງ​ຂອງ​ເຮົາ, ​ແລະ ​ເພື່ອ​ເຈົ້າຈະ​ໄດ້​ລູບຄຳ​ຮອຍ​ຕະປູ​ທີ່​ພຣະຫັດ ​ແລະ ທີ່​ພຣະບາດ​ຂອງ​ເຮົາ​ນຳ​ອີກ ​ເພື່ອເຈົ້າຈະ​ໄດ້​ຮູ້​ວ່າ ​ເຮົາ​ຄື​ພຣະ​ເຈົ້າຂອງ​ອິດສະຣາ​ເອນ ​ແລະ ພຣະ​ເຈົ້າຂອງ​ທັງ​ແຜ່ນດິນ​ໂລກ, ​ແລະ ​ໄດ້​ຖືກ​ປະຫານ​ເພື່ອ​ບາບ​ຂອງ​ໂລກ. …

“ແລະ ຫລັງ​ຈາກ​ທີ່​ພວກ​ເຂົາ​ທຸກ​ຄົນ​ໄດ້​ອອກ​ໄປ ​ແລະ ​ໄດ້​ເຫັນ​ດ້ວຍ​ຕາ​ຂອງ​ຕົນ​ເອງ​ແລ້ວ, ພວກ​ເຂົາ​ໄດ້​ຮ້ອງ​ອອກ​ມາ​ເປັນ​ສຽງ​ດຽວ​ກັນ, ມີ​ຄວາມ​ວ່າ:

“ໂຮ​ຊັນ​ນາ! ຂໍພຣະນາມ​ຂອງ​ພຣະ​ເຈົ້າຜູ້​ສູງ​ສຸດ​ຈົ່ງ​ພຣະກະ​ເສີມ​ສຳລານ​ເຖີດ!”4

​ແລະ ​ແລ້ວ, ​ເທື່ອ​ທີ​ສອງ, “ພວກ​ເຂົາ​ກໍ​ໄດ້​ກາບ​ລົງ​ແທບ​ພຣະບາດ​ຂອງ​ພຣະ​ເຢຊູ.” ​ແຕ່​ເທື່ອ​ນີ້ ​ແມ່ນ​ດ້ວຍ​ຈຸດປະສົງ, ​ເພາະ​ເຮົາ​ຮຽນ​ຮູ້​ວ່າ ​ເຂົາ​ເຈົ້າ “ໄດ້​ນະມັດ​ສະການ​ພຣະອົງ.”5

​ປະຈຸ​ບັນ

​ໃນຕົ້ນປີ​ນີ້ ຂ້າພະ​ເຈົ້າ​ໄດ້​ຖືກ​ມອບ​ໝາຍ​​ໃຫ້ໄປ​ຢ້ຽມຢາມ​ກອງ​ປະຊຸມ​ສະ​ເຕກ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ​ອາ​ເມຣິກາ. ມັນ​ເປັນ​ວັນ​ອາທິດທີ່​ທຳ​ມະ​ດາ. ​ກອງ​ປະຊຸມກໍ​ທຳ​ມະ​ດາ. ສະມາຊິກ​ທີ່​ມາ​ຮ່ວມ​ກໍ​ທຳ​ມະ​ດາ. ຂ້າພະ​ເຈົ້າ​ໄດ້​ເບິ່ງ​ຜູ້​ຄົນ​ເຂົ້າມາ​ໃນ​ຕຶກ​ໂບດ ​ແລະ ​ໄດ້​ຍ່າງ​ໄປ​ນັ່ງ​ດ້ວຍ​ຄວາມ​ຄາລະວະ. ​ໃນ​ນາທີ​ສຸດ​ທ້າຍ ກ່ອນ​ກອງ​ປະຊຸມ​ເລີ່ມຕົ້ນ ມີ​ສຽງຜູ້ຄົນ​ເວົ້າ​ຊຸບ​ຊິບ ຊຶ່ງດັງ​ກ້ອງ​ໄປທົ່ວ​ຫ້ອງ. ​ເປັນສຽງ​ຂອງພໍ່​ແມ່​ທີ່ພະຍາ​ຍາມ​​ລະງັບ​ສຽງດັງ​ຂອງລູກ​—​ແຕ່ບາງ​ເທື່ອ​ກໍ​ບໍ່​ສຳ​ເລັດ. ນັ້ນກໍທຳ​ມະ​ດາ.

​ແຕ່​ແລ້ວ, ກ່ອນ​ກອງ​ປະຊຸມ​ເລີ່​ມຕົນ, ຖ້ອຍ​ຄຳ​ທີ່​ດົນ​ໃຈ​ຂອງ​ພຣະວິນ​ຍານ ​ໄດ້​ເຂົ້າມາສູ່​ຈິດ​ໃຈ​ຂອງ​ຂ້າພະ​ເຈົ້າ.

ສະມາຊິກ​ເຫລົ່າ​ນີ້ ບໍ່​ໄດ້​ມາ​ພຽງ​ແຕ່​​ເພາະ​ມັນ​ເປັນ​ໜ້າ​ທີ່ ຫລື ມາຟັງ​ຜູ້​ກ່າວ​ປາໄສ​ເທົ່າ​ນັ້ນ.

​ເຂົາ​ເຈົ້າ​ໄດ້​ມາ​ດ້ວຍ​ເຫດຜົນ​ທີ່​ເລິກ​ຊຶ້ງ ​ແລະ ສຳຄັນ​ກວ່າ​ນັ້ນ.

​ເຂົາ​ເຈົ້າ​ໄດ້​ມາ​ເພື່ອນະ​ມັດ​ສະການ.

​ໃນ​ລະຫວ່າງ​ກອງ​ປະຊຸມ, ຂ້າພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ສະມາຊິກ​ຫລາຍ​ຄົນ​ທີ່​ມາ​ຮ່ວມ. ​ເຂົາ​ເຈົ້າມີ​ທ່າ​ທີ​ວິ​ເສດ, ມີ​ຄວາມ​ຄາລະວະ ​ແລະ ສະຫງົບ​ງຽບ. ບາງ​ສິ່ງ​ໃນ​ຕົວ​ຂອງ​ເຂົາ​ເຈົ້າ ​ໄດ້​ເຮັດ​ໃຫ້​​ໃຈຂອງຂ້າພະ​ເຈົ້າ​ອົບ​ອຸ່ນ. ປະ​ສົບ​ການ​ທີ່​ເຂົາ​ເຈົ້າມີ​ໃນ​ວັນ​ອາທິດ​ມື້ນັ້ນ ​​ເປັນ​ບາງ​ສິ່ງ​ທີ່​ໜ້າ​ປະຫລາດ​ໃຈ​ຫລາຍ.

​ເຂົາ​ເຈົ້າກຳລັງ​ນະມັດ​ສະການ.

​ເຂົາ​ເຈົ້າ​ກຳ​ລັງມີ​ປະສົບ​ການ​ກັບ​ສະຫວັນ.

ຂ້າພະ​ເຈົ້າສາມາດ​ເຫັນ​ໄດ້​ຢູ່​ໃນ​ໃບ​ໜ້າ​ຂອງ​ເຂົາ​ເຈົ້າ.

​ແລະ ຂ້າພະ​ເຈົ້າ​ໄດ້​ມີ​ຄວາມ​ປິ​ຕິ​ຍິນ​ດີ ​ແລະ ​ໄດ້​ນະມັດ​ສະການ​ຮ່ວມ​ກັບ​ເຂົາ​ເຈົ້າ. ​ແລະ ​ເມື່ອ​ຂ້າພະ​ເຈົ້າ​ເຮັດ​ເຊັ່ນ​ນັ້ນ, ພຣະວິນ​ຍານ​ໄດ້​ກ່າວ​ແກ່​ໃຈ​ຂອງ​ຂ້າພະ​ເຈົ້າ. ​ແລະ ​ໃນ​ມື້ນັ້ນ, ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ບາງ​ສິ່ງ​ກ່ຽວ​ກັບ​ຕົວ​ເອງ, ກ່ຽວ​ກັບ​ພຣະ​ເຈົ້າ, ​ແລະ ກ່ຽວ​ກັບ​ບົດບາດ​ອັນ​ແທ້​ຈິງ​ຂອງ​ການ​ນະມັດສະ​ການ ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ.

ການ​ນະມັດ​ສະການ​ໃນ​ຊີວິດປະຈຳ​ວັນ​ຂອງ​ເຮົາ

​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເປັນ​ຄົນ​ພິ​ເສດ ​​ເລື່ອງ​ການ​ຮັບ​ໃຊ້​ຢູ່​ໃນ​ຕຳ​ແໜ່​ງທີ່​ໂບດ. ​ແຕ່​ບາງ​ເທື່ອ ​ເຮົາ​ກໍ​ໃຊ້​ຊີວິດ​ກັບ​ການ​ທຳ​ງານ​ດັ່ງ​ທີ່​ເຄີຍ, ຄື​ກັບ​ວ່າ​ເຮົາ​ພຽງ​ເຮັດ​ໄປ​ແຕ່​ລະ​ວັນ. ບາງ​ເທື່ອ​ການໄປ​ຮ່ວມ​ກອງ​ປະຊຸມ ​ແລະ​ ການຮັບ​ໃຊ້​ຂອງ​ເຮົາໃນ​ອານາ​ຈັກ ອາດ​ຂາດ​ພາກສ່ວນການ​ນະມັດ​ສະການ​ທີ່ສັກສິດ. ​ແລະ ​ເມື່ອ​ເຮົາ​ຂາດ​ສິ່ງ​ນີ້, ​ເຮົາກໍ​ພາດ​ການ​ພົບ​ກັບ​ນິດ​ນິລັນ ຊຶ່ງ​ຫາ​ທີ່​ປຽບ​ບໍ່​ໄດ້ທາງ​ວິນ​ຍານ—ອັນ​ທີ່​ເປັນ​ຕຳແໜ່ງ​ຂອງ​ເຮົາ ​ໃນ​ຖານະ​ທີ່​ເປັນ​ລູກໆ​ຂອງ​ພຣະບິດາ​ເທິງ​ສະຫວັນ​ທີ່​ຊົງ​ຮັກ.

​ເກີນ​ກວ່າ​​ໂອກາດ​ທີ່​ເກີດ​ຂຶ້ນ​ໂດ​ຍບັງ​ເອີນ ຫລື ​ໂອກາດ​ທີ່​ມີ​ຄວາມສຸກ, ການ​ນະມັດ​ສະການ ​ເປັນ​ສິ່ງ​ສຳຄັນ ​ແລະ ​ເປັນຈຸດ​ໃຈກາງ​ຕໍ່ຊີວິດ​ທາງ​ວິນ​ຍານ​ຂອງ​​ເຮົາ. ມັນ​ເປັນ​ບາງ​ສິ່ງ​ທີ່​ເຮົາ​ຄວນ​​ໄຝ່ຝັນ, ສະ​ແຫວງຫາ, ​ແລະ ພະຍາຍາມ​ທີ່​ຈະ​ປະສົບ​ການ.

​ການນະ​ມັດ​ສະການ​ຄື​ຫຍັງ?

​ເມື່ອ​ເຮົາ​ນະມັດ​ສະການ​ພຣະ​ເຈົ້າ, ​ເຮົາ​ໄດ້​ເຂົ້າຫາ​ພຣະອົງ​ດ້ວຍ​ຄວາມ​ຮັກ​ທີ່​ຄາລະວະ, ດ້ວຍ​ຄວາມ​ຖ່ອມຕົວ, ​ແລະ ດ້ວຍ​ຄວາມ​ບູຊາ. ​ເຮົາ​ຮູ້ຈັກ ​ແລະ ຮັບຮູ້​ພຣະອົງ ວ່າ​ເປັນ​ພຣະ​ມະຫາ​ກະສັດ, ​ເປັນ​ພຣະຜູ້​ສ້າງ​ຈັກ​ກະວານ, ​ເປັນ​ພຣະບິດາ​ທີ່​ຊົງ​ຮັກ ​ແລະ ມີ​ຄວາມ​ຮັກ​ອັນ​ເປັນນິດ​ຂອງ​ເຮົາ.

​ເຮົາ​​ເຄົາລົບ ​ແລະ ຄາ​ລະ​ວະ​ພຣະອົງ.

​ເຮົາ​ນອບ​ນ້ອມ​ຕໍ່​ພຣະອົງ.

​ເຮົາ​ຕັ້ງ​ໃຈອະທິຖານ​ຢ່າງ​ມີ​ພະລັງ, ທະນຸ​ຖະໜອມ​ພຣະຄຳ​ຂອງ​ພຣະອົງ, ຊື່ນ​ຊົມ​ໃນ​ພຣະຄຸນ​ຂອງ​ພຣະອົງ, ​ແລະ ຕັ້ງ​ໃຈ​ທີ່​ຈະ​ຕິດຕາມ​ພຣະອົງ​ດ້ວຍ​ຄວາມ​ຈົງຮັກ​ພັກດີ​ທີ່​ອຸທິດ​ຕົນ.

ການ​ນະມັດ​ສະການ​ພຣະ​ເຈົ້າ ​ເປັນ​ພາກສ່ວນ​ທີ່​ສຳຄັນ​ຫລາຍ ​ໃນ​ຊີວິດ​ຂອງ​ສາ​ນຸສິດ​ຂອງ​ພຣະ​ເຢຊູ​ຄຣິດ ​ເຖິງ​ຂະໜາດ​ທີ່ ຖ້າ​ຫາກ​ເຮົາ​ບໍ່​ຮັບ​ເອົາ​ພຣະອົງ​ໄວ້​ໃນ​ໃຈ​ຂອງ​ເຮົາ, ​ແລ້ວ​ເຮົາ​ຈະ​​ສະ​ແຫວງ​ຫາ​ພຣະອົງ​ຢ່າງ​ໄຮ້​ປະ​ໂຫຍດ ຢູ່​ໃນ​ສະພາ, ສາດ​ສະໜາ​ຈັກ, ​ແລະ ​ໃນ​ພຣະ​ວິຫານ​ຂອງ​ເຮົາ.

ສານຸສິດ​ທີ່​ແທ້​ຈິງ ຖືກ​ດົນ​ໃຈ​ໃຫ້ ນະມັດ​ສະການ​ພຣະອົງ​ ຜູ້ໄດ້​ສ້າງ​ສະຫວັນ, ​ແລະ ​ແຜ່ນດິນ​ໂລກ, ​ແລະ ທະ​ເລ, ​ແລະ ຕົ້ນ​ນ້ຳ​ລຳ​ທານ—ໂດຍ​ເອີ້ນ​ຫາ​ພຣະນາມ​ຂອງ​ພຣະຜູ້​ເປັນ​ເຈົ້າທຸກ​ວັນ ​ແລະ ທຸກຄືນ.”6

​ເຮົາ​ສາມາດ​ຮຽນ​ຮູ້​ຫລາຍ​ຂຶ້ນ ກ່ຽວ​ກັບ​ການ​ນະມັດ​ສະການ​ທີ່​​ແທ້​ຈິງ ​ໂດຍ​ການ​ສຳ​ຫລວດ​ເບິ່ງ​ວິທີ​ທີ່​ຄົນ​ອື່ນ—ຜູ້​ທີ່ບາງທີ​ບໍ່​ແຕກ​ຕ່າງ​ຫລາຍຈາກ​ຕົວ​ເຮົາ​ເອງ—ໄດ້​ປະ​ເຊີນ, ​ໄດ້​ປະພຶດ​ຕົວ, ​ແລະ ​ໄດ້​ນະ​ມັດ​ສະການ​ພຣະ​ເຈົ້າ​ແນວ​ໃດ.

ຄວາມ​ອັດສະຈັນ​, ຄວາມ​ກະຕັນຍູ, ​ແລະ ຄວາມ​ຫວັງ

​ໃນຕົ້ນ​ສັດຕະວັດ​ທີ 19, ຊາວ​ຄຣິດສະ​ຕຽນສ່ວນ​ຫລາຍ​ ໄດ້​ເລີກລົ້ມ​ຄວາມ​ຄິດ​ທີ່​ວ່າ ​ພຣະ​ເຈົ້າຍັງ​ກ່າວ​ກັບ​ມະນຸດ​ຢູ່. ​ແຕ່​ໃນຕົ້ນ​ລະດູ​ໃບ​ໄມ້​ປົ່ງ ຂອງ​ປີ 1820, ​ມັນໄດ້​ປ່ຽນ​ແປງ​ໄປ​ ຕະຫລອດ​ການ ​ເມື່ອ​ຊາຍ​ໜຸ່ມ​ທີ່​ເປັນ​ຊາວ​ໄຮ່​ຊາວນາ​ຄົນ​ໜຶ່ງ ​ໄດ້​ເຂົ້າ​ໄປ​ໃນປ່າ ​ແລະ ​ໄດ້​ຄຸ​ເຂົ່າລົງ​ອະທິຖານ. ນັບ​ແຕ່​ນັ້ນມາ, ພາບ​ນິມິດ​ທີ່​ໜ້າ​ອັດສະຈັນ​ໃຈ​ໄດ້​ຫລັ່ງ​ໄຫລ​ມາ, ທັງ​ການ​ເປີດ​ເຜີຍ, ​ແລະ ການ​ມາ​ປະກົດ​ຂອງ​ຜູ້​ຄົນ​ຈາກ​ສະຫວັນ​ກໍ​​ເຕັມຢູ່​ໃນ​ໂລກ, ​ໄດ້​ນຳ​ຄວາມ​ຮູ້​ຢ່າງ​ຫລວງ​ຫລາຍ​ມາ​ໃຫ້​ມະນຸດ ກ່ຽວ​ກັບ​ທຳ​ມະ​ຊາດ ​ແລະ ຈຸດປະສົງ​ຂອງ​ພຣະ​ເຈົ້າ ​ແລະ ຄວາມ​ສຳພັນ​ຂອງ​ພຣະອົງ​ກັບ​ມະນຸດ.

ອໍ​ລີ​ເວີ ຄາວ​ເດີຣີ ​ໄດ້​ບັນຍາຍ​ເຖິງ​ວັນ​ເຫລົ່ານັ້ນວ່າ ​ເປັນວັນ “ທີ່​ບໍ່​ສາມາດ​ລືມ​ໄດ້. … ຊ່າງ​ຊື່ນ​ຊົມ​ແທ້ໆ! ຊ່າງ​ແປກ​ປະຫລາດ​ແທ້ໆ!”7

ຖ້ອຍ​ຄຳ​ຂອງອໍ​ລີ​ເວີ ບອກ​ເຖິງ​ພາກສ່ວນ​ທຳ​ອິດ ທີ່​ມາ​ກັບ​ການ​ນະມັດສະການ​ພຣະ​ເຈົ້າ—​ເປັນຄວາມ​ຮູ້ສຶກ​ທີ່​​ຢຳ​ເກງ ​ແລະ ການ​ຂອບ​ພຣະຄຸນ​ທີ່​ເລິກ​ຊຶ້ງ.

​ໃນ​ທຸກ​ມື້, ​ໂດຍ​ສະ​ເພາະ​​ໃນ​ວັນ​ຊະບາ​ໂຕ, ​ເຮົາ​ມີ​ໂອກາດ​ພິ​ເສດ ທີ່​ຈະ​ມີ​ຄວາມ​ຮູ້ສຶກ​ປະຫລາດ​​ໃຈ ​ແລະ ​ຢຳ​ເກງ ຕໍ່​ສະຫວັນ ​ແລະ ສັນລະ​ເສີນ​ພຣະ​ເຈົ້າ ສຳລັບ​ຄວາມ​ດີງາມທີ່​ເປັນ​ພອນ ​ແລະ ພຣະເມດ​ຕາຢ່າງ​ລົ້ນ​ເຫລືອ​ຂອງ​ພຣະອົງ.

ສິ່ງ​ນີ້​ຈະ​ນຳເຮົາ​ໄປ​ສູ່​ການ​ມີຄວາມ​ຫວັງ. ສິ່ງ​​ເຫລົ່ານີ້​ຄື​ພາກສ່ວນ​ທຳ​ອິດ​ຂອງ​ການ​ນະມັດ​ສະການ.

ຄວາມ​ສະຫວ່າງ, ຄວາມ​ຮູ້, ​ແລະ ສັດທາ

​ໃນ​ມື້​ສະຫລອງງານ ​ເພັນ​ເຕຄໍ​ສະ​ເຕ, ພຣະວິນ​ຍານ​ສັກສິດ​ໄດ້​ເຂົ້າ​ສູ່​ຈິດ​ໃຈ​ຂອງ​ສານຸສິດ​ຂອງ​ພຣະຄຣິດ, ​ເຮັດ​ໃຫ້​​ເຂົາ​ເຈົ້າ​ເຕັມ​ໄປ​ດ້ວຍ​​ຄວາມ​ສະຫວ່າງ ​ແລະ ຄວາມ​ຮູ້.

ກ່ອນ​ໜ້ານັ້ນ ບາງ​ເທື່ອ​ເຂົາ​ເຈົ້າກໍ​ບໍ່​ແນ່​ໃຈ ວ່າ​​ເຂົາ​ເຈົ້າຄວນ​ເຮັດ​ສິ່ງ​ໃດ. ​ເຢຣູຊາ​ເລັມ​​ໄດ້​ກາຍເປັນ​ສະຖານ​ທີ່ ທີ່​ອັນຕະລາຍ ສຳລັບ​ຜູ້​ຕິດຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ​ແລະ ​ເຂົາ​ເຈົ້າ​ໄດ້​ສົງ​ໄສ​ວ່າ ຈະ​ມີ​ຫຍັງ​ເກີດ​ຂຶ້ນກັບ​ຕົວ​ເອງ.

​ແຕ່​ເມື່ອ​ພຣະວິນ​ຍານ​ສັກສິດ​ໄດ້​ເຕັມ​ຢູ່​ໃນ​ໃຈ​ຂອງ​ເຂົາ​ເຈົ້າ, ຄວາມ​ສົງ​ໄສ ​ແລະ ຄວາມ​ລັງ​ເລ​ໃຈ ​ໄດ້​ສະຫລາຍ​ໄປ. ຜ່ານ​ປະສົບ​ການ​ທີ່​ໜ້າ​ອັດສະຈັນ​ໃຈ ​ເຖິງ​ການ​ນະມັດ​ສະການ​ທີ່​ແທ້​ຈິງ, ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ຮັບ​ຄວາມ​ສະຫວ່າງ​, ຄວາມ​ຮູ້, ​ແລະ ປະຈັກ​ພະຍານ​ທີ່​ເຂັ້ມ​ແຂງ ຈາກ​ສະຫວັນ. ​ແລະ ​ສິ່ງ​ນີ້​ໄດ້​ນຳ​ເຂົາ​ເຈົ້າ​ໄປ​ສູ່​ການ​ມີສັດທາ.

ນັບ​ແຕ່​ເວລາ​ນັ້ນມາ, ອັກຄະ​ສາວົກ ​ແລະ ​ໄພ່​ພົນ ​ໄດ້​ພະຍາມດ້ວຍ​ຄວາມ​ຕັ້ງ​ໃຈ ທີ່​ຈະ​ບັນລຸ​ຈຸດ​ເປົ້າໝາຍ. ​ເຂົາ​ເຈົ້າ​ໄດ້​ສິດສອນ​ເລື່ອງ​ພຣະ​ເຢຊູ​ຄຣິດ​ໃຫ້​ແກ່​ໂລກ ດ້ວຍ​ຄວາມ​ກ້າຫານ.

​ເມື່ອ​ເຮົາ​ນະມັດ​ສະການ​​ໃນ​ວິນ​ຍານ, ​ເຮົາ​​ເຊື້ອ​ເຊີນ​ຄວາມ​ສະຫວ່າງ ​ແລະ ຄວາມ​ຈິງ ​ເຂົ້າມາສູ່​ຈິດ​ວິນ​ຍານ​ຂອງ​ເຮົາ, ຊຶ່ງ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດທາ​ຂອງ​ເຮົາ. ສິ່ງ​ເຫລົ່າ​ນີ້ກໍ​​ເປັນພາກ​ສ່ວນ​ໜຶ່ງ​ທີ່​ສຳຄັນ​ຂອງ​ການ​ນະມັດສະ​ການ​ທີ່​ແທ້​ຈິງຄື​ກັນ.

ການ​ເປັນ​ສານຸສິດ ​ແລະ ຄວາມ​ໃຈ​ບຸນ

​ໃນ​ພຣະຄຳ​ພີ​ມໍ​ມອນ ​ເຮົາ​ຮຽນ​ຮູ້​ວ່າ ຈາກ​ເວລາ​ທີ່ ​ແອວ​ມາ​ຜູ້​ເປັນ​ລູກ ​ໄດ້​ຖືກ​ປົດ​ປ່ອຍ​ຈາກ​ຄວາມທຸກ​ທໍລະມານ ​​ເນື່ອງ​ດ້ວຍ​ການ​ກະບົດ​ຂອງ​​ເພິ່ນ, ​ເພິ່ນກໍ​ບໍ່​ຄື​ເກົ່າ​ອີກ​ຕໍ່​ໄປ. ​ເພິ່ນ​ “ໄດ້​ເດີນທາງ​ດ້ວຍ​ຄວາມ​ກ້າຫານ ໄປ​ຫາ​ທຸກ​ບ່ອນ​ໃນ​ແຜ່ນດິນ … ​ໃນ​ບັນດາ​ຜູ້​ຄົນ​ທັງ​ໝົດ … , ຕັ້ງ​ໃຈ​ແກ້ຄວາມ​ເສຍ​ຫາຍ​ທັງ​ໝົດ​ ​ຊຶ່ງ [ເພິ່ນ] ​ໄດ້​ເຮັດ​ໄວ້​ກັບ​ສາດສະໜາ​ຈັກ.”8

ການ​ນະມັດ​ສະການ​ພຣະ​ເຈົ້າຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່ ຕະຫລອດ​ເວລາ​ຂອງ​ເພິ່ນ ​ເປັນ​ແບບ​ແຜນ​ຂອງ​ການ​ເປັນ​ສານຸສິດ​ທີ່​ມີ​ຄວາມ​ກະຕື​ລືລົ້ນ.

ການ​ນະມັດ​ສະການ​ທີ່​ແທ້​ຈິງ ຈະ​ປ່ຽນ​​ແປງ​ເຮົາ​ໃຫ້​ເປັນ​ສານຸສິດ​ທີ່​ຈິງ​ໃຈ ​ແລະ ຕັ້ງ​ໃຈ ຕໍ່ພຣະ​ອາຈານ​ທີ່​ຊົງ​ຮັກ​ຂອງ​ເຮົາ ​ແລະ ພຣະຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ. ​ເຮົາ​ຈະ​ປ່ຽນ​ແປງ ​ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະອົງ​ຫລາຍ​ຂຶ້ນ.

​ເຮົາ​ຈະ​ເຂົ້າ​ໃຈ​ ​ແລະ ມີ​ຄວາມ​ເປັນ​ຫ່ວງ​ເປັນ​​ໃຍ ຫລາຍ​ກວ່າ​ເກົ່າ. ມີ​ໃຈ​ເພື່ອ​​ແຜ່​ຫລາຍ​ກວ່າ​ເກົ່າ. ມີ​ຄວາມ​ຮັກ​ຫລາຍ​​ເພີ່ມ​ຂຶ້ນ.

​ເຮົາ​ເຂົ້າ​ໃຈ​ວ່າ ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​​ເວົ້າວ່າ ​ເຮົາ​ຮັກ​ພຣະ​ເຈົ້າ ​ໃນ​ຂະນະ​ດຽວ​ກັນ ​ເຮົາພັດ​ກຽດຊັງ, ບໍ່​ສົນ​ໃຈ, ຫລື ບໍ່​ນັບຖື​ຄົນ​ທີ່ຢູ່​ອ້ອມ​ຮອບ​ເຮົາ​.9

ການ​ນະມັດ​ສະການ​ທີ່​ແທ້​ຈິງ ຈະ​ນຳ​ໄປ​ສູ່​ຄວາມ​ຕັ້ງ​ໃຈຢ່າງ​ບໍ່​ຫວັ່ນ​ໄຫວ ​ທີ່​ຈະ​ເດີນ​ໄປ​ໃນ​ເສັ້ນທາງ​ຂອງ​ການ​ເປັນ​ສານຸສິດ. ​ແລະ ສິ່ງ​ດັ່ງກ່າວ ຈະ​ນຳ​ໄປ​ສູ່​ຄວາມ​ໃຈ​ບຸນ​ຢ່າງ​ແນ່ນອນ. ສິ່ງ​ເຫລົ່ານີ້​ກໍ​ເປັນພາກສ່ວນ​ຈຳ​ເປັນ​ ຂອງ​ການ​ນະມັດ​ສະການ​ຄື​ກັນ.

ຈົ່ງ​ເຂົ້າ​ໄປ​ປະຕູ​ຂອງ​ພຣະອົງ ດ້ວຍ​ຈິດ​ໃຈ​ຂອບ​ພຣະຄຸນ

​ເມື່ອ​ຂ້າພະ​ເຈົ້າຫວນ​ຄິດ​ເຖິງ​ເຊົ້າຂອງ​ວັນ​ອາທິດ​ທີ່​ທຳ​ມະ​ດາ, ​ໃນ​ກອງ​ປະຊຸມ​ທີ່​ທຳ​ມະ​ດາ, ​ແລະ ​ໃນ​ສະ​ເຕກທີ່​ທຳ​ມະ​ດານັ້ນ, ​ແມ່ນ​ແຕ່​ມື້​ນີ້ ຂ້າພະ​ເຈົ້າກໍ​ຍັງ​ໄດ້​ຮັບ​ການ​ດົນ​ໃຈ​ໂດຍ ປະສົບ​ການ​ທາງ​ວິນ​ຍານ​ທີ່​ໜ້າ​ອັດ​ສະຈັນ​ໃຈ ຊຶ່ງ​ຈະ​ເປັນ​ພອນ​ໃຫ້​ແກ່​ຊີວິດ​ຂອງ​ຂ້າພະ​ເຈົ້າ​ຕະຫລອດ​ໄປ.

ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ​ເຖິງ​ແມ່ນ​ເຮົາ​ຈະ​ເປັນ​ຜູ້​ຈັດການ​ທີ່​ດີ​ກັບ​ເວລາ, ກັບການ​ເອີ້ນ, ​ແລະ ກັບການ​ມອບ​ໝາຍ​ຂອງ​ເຮົາ—​ແມ່ນ​ແຕ່ ​ເຖິງ​ແມ່ນ​ວ່າ​ເຮົາ​​ໄດ້ໝາຍ​ລົງ​ຢູ່​ໃນ​ໃບ​ລາຍການ​ຂອງ​ເຮົາ ວ່າ​ເຮົາ​ເປັນ​ບຸກຄົນ, ​ເປັນ​ຄອບຄົວ, ຫລື ​ເປັນຜູ້ນຳ “ທີ່​ສົມບູນ​ແບບ” ກໍ​ຕາມ—ຖ້າ​ຫາກ​ເຮົາ​ບໍ່​ນະມັດ​ສະການ​ພຣະຜູ້​ປົດ​ປ່ອຍ​ທີ່​ມີ​ເມດ​ຕາ, ກະສັດ​ແຫ່ງ​ສະຫວັນ, ພຣະ​ເຈົ້າ​ແຫ່ງ​ລັດສະໝີ​ພາບ​ຂອງ​ເຮົາ, ​ແລ້ວ​ເຮົາ​ກໍ​ພາດ​ຄວາມສຸກ ​ແລະ ຄວາມ​ສະຫງົບ​ຂອງ​ພຣະກິດ​ຕິ​ຄຸນ​ຫລາຍ​ທີ່​ສຸດ.

​ເມື່ອ​ເຮົາ​ນະມັດ​ສະການ​ພຣະ​ເຈົ້າ, ​ເຮົາ​ຮູ້ຈັກ ​ແລະ ຮັບ​ເອົາ​ພຣະອົງ​ດ້ວຍ​ຄວາມ​ຄາລະວະ ດັ່ງ​ທີ່​ຜູ້​ຄົນ​ທີ່​​ໄດ້​ອາ​ໄສ​ຢູ່​ອາ​ເມຣິກາ​ໃນ​ສະ​ໄໝ​ບູຮານ​. ​ເຮົາ​ເຂົ້າຫາ​ພຣະອົງ​ດ້ວຍ​ຄວາມ​ຮູ້ສຶກ​ທີ່​ບໍ່​ສາມາດ​ເຂົ້າ​ໃຈ​ໄດ້ ​ເຖິງ​ຄວາມ​ອັດສະ​ຈັນ​ໃຈ ​ແລະ ຄວາມ​ຢຳ​ເກງ. ​ເຮົາ​ປະ​ຫລາດ​ໃຈ​​ດ້ວຍ​ຄວາມ​ກະຕັນຍູ​ຕໍ່​ຄວາມ​ດີງາມ​ຂອງ​ພຣະ​ເຈົ້າ. ​ແລະ ສະນັ້ນ, ​ເຮົາ​ຈຶ່ງ​ມີ​ຄວາມ​ຫວັງ.

​ເຮົາ​ໄຕ່ຕອງ​ພຣະຄຳ​ຂອງ​ພຣະ​ເຈົ້າ, ​ແລະ ສິ່ງ​ນັ້ນຈະ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ສະຫວ່າງ ​ແລະ ຄວາມ​ຈິງ. ​ເຮົາ​ເຂົ້າ​ໃຈ​ທິວ​ທັດທາ​ງວິນ​ຍານ ທີ່​ສາມາດ​ເຫັນ​ໄດ້​ຜ່ານ​ທາງ​ຄວາມ​ສະຫວ່າງ​ຂອງ​ພຣະວິນ​ຍານ​ບໍລິສຸດ​ເທົ່າ​ນັ້ນ.10 ​ແລະ ສະນັ້ນ ​ເຮົາ​ຈຶ່ງ​ມີ​ສັດທາ.

​ເມື່ອ​ເຮົາ​ນະມັດ​ສະການ, ຈິດ​ວິນ​ຍານ​ຂອງ​ເຮົາ ​ໄດ້​ຖືກ​ເຮັດ​ໃຫ້​ບໍລິສຸດ ​ແລະ ​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ເດີ​ນຕາມ​ຮອຍ​ພຣະບາດ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຮັກ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ. ​​ແລະ ຈາກ​ການ​ຕັດ​ສິນ​ໃຈນີ້, ​ເຮົາ​ຈຶ່ງ​ມີ​ສັດທາ.

​ເມື່ອ​ເຮົາ​ນະມັດ​ສະການ, ​ໃຈ​ຂອງ​ເຮົາ​ຈະ​ເປີດອອກ​ມາ​ເປັນ​ການ​ສັນລະ​ເສີນພຣະ​ເຈົ້າທີ່​ເປັນ​ພອນຂອງ​ເຮົາ ໃນຕອນ​ເຊົ້າ, ຕອນ​ທ່ຽງ, ​ແລະ ຕອນ​ແລງ.

​ເຮົາ​ບູຊາ ​ແລະ ​ໃຫ້​ກຽດ​ພຣະອົງ​ທຸກ​ເວລາ—​ໃນ​ການ​ປະຊຸມ, ​ໃນ​ບ້ານ​ເຮືອນ, ​​ໃນ​ພຣະວິຫານ, ​ແລະ ​​ໃນ​ການ​ທຳ​ງານ​ທັງ​ໝົດ​ຂອງ​ເຮົາ.

​ເມື່ອ​ເຮົາ​ນະມັດ​ສະການ, ​ເຮົາ​ເປີດ​ໃຈ​ຕໍ່​ອຳນາດ​ທີ່​ປິ່ນປົວ​ ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ.

ຊີວິດ​ຂອງ​ເຮົາ​ກາຍ​ເປັນ​ເຄື່ອງໝາຍ ​ແລະ ການສະ​ແດງ​ອອກ​ເຖິງ​ການ​ນະ​ມັດ​ສະການ​ຂອງ​ເຮົາ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ປະສົບ​ການ​ທາງ​ວິນ​ຍານ ບໍ່​ໄດ້​ກ່ຽວ​ພັນກັບ​ສິ່ງ​ທີ່​ເກີດ​ຂຶ້ນຢູ່​ອ້ອມ​ຮອບ​ເຮົາ ​ແຕ່​ກ່ຽວ​ພັນ​ກັບສິ່ງ​ທີ່​ເກີດ​ຂຶ້ນຢູ່​ພາຍໃນ​ໃຈ​ຂອງ​ເຮົາ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ການ​ນະມັດສະການ​ທີ່​ແທ້​ຈິງ ຈະ​ປ່ຽນ​ການ​ປະຊຸມ​ໂບດ​ທີ່​ທຳ​ມະ​ດາ ​ໃຫ້​ເປັນ​ການ​ຊື່ນ​ຊົມ​ທາງ​ວິນ​ຍານ​ທີ່​ໜ້າ​ອັດສະຈັນ​ໃຈ. ມັນ​ຈະ​ສົ່ງ​ເສີມ​ຊີວິດ, ຂະຫຍາຍ​ຄວາມ​ເຂົ້າ​ໃຈ, ​ແລະ ​​ເພີ່ມຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະຈັກ​ພະຍານ​ຂອງ​ເຮົາ. ​ເພາະ​ວ່າເມື່ອ​ເຮົາຮ້ອງ​ຂໍ​ຕໍ່ພຣະ​ເຈົ້າ, ດັ່ງ​​ຜູ້​ຂຽນ ​ເພງ​ສັນລະ​ເສີນ​ໃນ​ສະ​ໄໝ​ບູຮານ, ​ເຮົາ “ຈະ​ໄດ້​ເຂົ້າ​ໄປ​ປະຕູ​ ດ້ວຍ​ຈິດ​ໃຈ​ຂອບ​ພຣະຄຸນ ​ແລະ ​ເຂົ້າ​ໄປ​ໃນ​ເດີ່ນ​ດ້ວຍ​ການ​ສັນລະ​ເສີນ: [ເຮົາ] ຈະ​ຂອບ​ພຣະຄຸນ​ພຣະອົງ, ​ແລະ ສັນລະ​ເສີນ​ພຣະນາມ​ຂອງ​ພຣະອົງ.

“ເພາະ​ພຣະຜູ້​ເປັນ​ເຈົ້າມີ​ຄຸນ​ຄວາມ​ດີ; ​ແລະ ພຣະ​ເມດ​ຕາ​ຂອງ​ພຣະອົງ​ເປັນນິດ; ​ແລະ ຄວາມ​ຊື່ສັດ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບ​ໄປຕະຫລອດ​ຊົ່ວ​ກາລະ​ນານ.”11

ຜ່ານ​ການ​ນະມັດ​ສະການ​ທີ່​ຕັ້ງ​ໃຈ ​ແລະ ຈິງ​ໃຈ, ​ເຮົາ​ຈະ​​ເບີກບານ ​ແລະ ​ເຕີບ​​ໂຕ​ໃນ​ຄວາມ​ຫວັງ, ​ໃນສັດທາ, ​ແລະ ​ໃນຄວາມ​ໃຈ​ບຸນ. ​ແລະ ຜ່ານ​ຂັ້ນຕອນ​ເຫລົ່າ​ນີ້, ​ເຮົາ​ຈະ​ມີ​ຄວາມ​ສະຫວ່າງ​ຂອງ​ສະຫວັນ​ຢູ່​ໃນ​ຈິດ​ວິນ​ຍານ​ຂອງ​ເຮົາ ຊຶ່ງ​ຈະ​ເຮັດ​ໃຫ້ຊີວິດ​ຂອງ​ເຮົາ ​ເຕັມ​ໄປດ້ວຍ​ຄວາມ​ໝາຍ​ອັນ​ສູງ​ສົ່ງ, ຄວາມ​ສະຫງົບ, ​ແລະ ຄວາມ​ສຸກອັນ​ເປັນນິດ.

ນັ້ນຄື​ພອນ​​ແຫ່ງ​ການ​ນະມັດ​ສະການ​ໃນ​ຊີວິດ​ຂອງ​ເຮົາ. ຂ້າພະ​ເຈົ້າ​ເປັນ​ພະຍານ​ຢ່າງ​ຖ່ອມຕົວ ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.