​2010–2019
ກ້າຫານ​ໃນ​ປະຈັກ​ພະຍານ​ເຖິງ​ພຣະ​ເຢຊູ
​ເດືອນ​ຕຸລາ 2016


15:34

ກ້າຫານ​ໃນ​ປະຈັກ​ພະຍານ​ເຖິງ​ພຣະ​ເຢຊູ

ເຮົາ​ບໍ່​ຄວນ​ໃຫ້​ປະຈັກ​ພະຍານ​ຂອງ​ເຮົາ​ເຖິງ​ພຣະບິດາ ​ແລະ ​ເຖິງ​ພຣະບຸດ ສັບສົນ ​ແລະ ຫຍຸ້ງຍາກ ​ໂດຍ​ສິ່ງ​ກີດຂວາງ.

ຊີວິດ​ນິລັນດອນ ​ເປັນ​ຂອງ​ປະທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ເຈົ້າ ​ແລະ ຖືກມອບ​ໃຫ້​ແກ່​ຄົນ​ທີ່ “ຮັກສາ​ພຣະບັນຍັດ [ຂອງ​ພຣະ​ເຈົ້າ] ​ແລະ ອົດທົນ​ຈົນ​ເຖິງ​ທີ່​ສຸດ.”1 ​ແຕ່​ກົງກັນຂ້າມ, ຊີວິດ​ນິລັນດອນ​ນຳພຣະບິດາ​ເທິງ​ສະຫວັນ ຖືກ​ປະຕິ​ເສດ​ຕໍ່​ “ຜູ້​ທີ່​ບໍ່​ກ້າຫານ​ໃນ​ປະຈັກ​ພະຍານ​ເຖິງ​ພຣະ​ເຢຊູ.”2 ມີສິ່ງ​ກີດຂວາງຢ່າງ​ຫລວງຫລາຍ​ຕໍ່​ຄວາມ​ກ້າຫານ​ຂອງ​ເຮົາ ທີ່​ສາມາດ​ກີດ​ກັນ​ເຮົາ​ຈາກ​ການ​ເອື້ອມ​ເຖິງ​ຈຸດ​ເປົ້າໝາຍ​ຂອງ​ຊີວິດ​ນິລັນດອນ.3 ສິ່ງ​ກີດຂວາງ​ສາມາດ​ເປັນ​ສິ່ງ​ຊັບຊ້ອນ​ໄດ້; ຂ້າພະ​ເຈົ້າຂໍ​ສາທິດ​ໃຫ້​ຟັງ.

​ເມື່ອ​ຫລາຍ​ປີ​ກ່ອນ ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ສ້າງ​​ເຮືອນ​ນ້ອຍ​ຫລັງ​ໜຶ່ງ ຢູ່​ໃນ​ທີ່​ດິນ​ຕອນ​ໜຶ່ງ​ຂອງ​ທົ່ງ ບ່ອນ​ທີ່ ​ເພິ່ນ​ໄດ້​ເຕີບ​ໃຫຍ່. ທິວ​ທັດ​ຢູ່​ຟາກທົ່ງ​ແມ່ນ​ສວຍ​ງາມ​ຫລາຍ. ຫລັງ​ຈາກ​ແອ້ມ​ຝາ​​ເຮືອນ​ແລ້ວ, ຂ້າພະ​ເຈົ້າກໍ​ໄດ້​ໄປ​ຢ້ຽມຢາມ. ຂ້າພະ​ເຈົ້າ​ແປກ​ໃຈ​ຫລາຍ ທີ່​ຫລັກເສົາ​​ໄຟຟ້າຢູ່​ຊື່ໜ້າ​ຂອງ​ປ່ອງຢ້ຽມ ທີ່ຢູ່​ໃກ້​ເຮືອນ. ຕໍ່​ຂ້າພະ​ເຈົ້າ​ແລ້ວ, ​​ເສົາ​ໄຟ​ເປັນ​ສິ່ງ​ກີດຂວາງ​ຈາກ​ທິວ​ທັດ​ທີ່​ສວຍ​ງາມ​ທີ່​ສຸດ.

ເສົາ​ໄຟຟ້າ​ຢູ່​ນອກ​ປ່ອງຢ້ຽມ

ຂ້າພະ​ເຈົ້າ​ໄດ້​ເວົ້າວ່າ, “ພໍ່, ​ເປັນ​ຫຍັງ​ຈຶ່ງ​ປ່ອຍ​ໃຫ້​ເຂົາ​ເຈົ້າມາຕັ້ງ​ເສົາ​ໄຟຟ້າ​ຢູ່​ຕໍ່ໜ້າ​ປ່ອງຢ້ຽມ?”

ພໍ່​ຂອງ​ຂ້າພະ​ເຈົ້າ, ​ໂດຍ​ທີ່​ເປັນ​ຄົນ​ມີ​ເຫດຜົນ ​ແລະ ​ໃຈ​ເຢັນ, ​ໄດ້​ເວົ້າອອກ​ມາ​ດ້ວຍ​ຄວາມ​ຮູ້ສຶກ​ວ່າ, “ຄວິນ​ຕິນ, ​ເສົາ​ໄຟ​ຫລັກນີ້ ​ເປັນ​ສິ່ງ​ທີ່​ສວຍ​ງາມ​ທີ່​ສຸດ​ສຳລັບ​ພໍ່​ຢູ່​ໃນ​ທົ່ງ​ນີ້!” ​ແລ້ວ​ເພິ່ນ​ໄດ້​ອະທິບາຍ​ຕື່ມ​ອີກ. “ຕອນ​ພໍ່​ຫລຽວ​ເບິ່ງ​ເສົາ​ໄຟ, ພໍ່​ຮູ້​ວ່າ ບໍ່​ເໝືອນ​ຕອນ​ພໍ່​ຍັງ​ນ້ອຍ, ດຽວ​ນີ້​ພໍ່​ບໍ່​ຈຳ​ເປັນ​ຕ້ອງ​ໄປ​ຕັກ​ນ້ຳຢູ່​ຫ້ວຍ ​ເພື່ອ​ເອົາ​ມາ​ໃຊ້​ເຮັດ​ກິນ, ລ້າງ​ມື, ​ຫລື ​ໃຊ້​ອາບ. ພໍ່​ບໍ່​ຈຳ​ເປັນ​ຕ້ອງ​ຈູດ​ທຽນ ຫລື ຕະກຽງ ​ໃນ​ຍາມ​ກາງຄືນ​ເພື່ອ​ອ່ານ. ພໍ່​ຢາກ​ເຫັນ​​ເສົາ​ໄຟນັ້ນ ຢູ່​ຕໍ່ໜ້າ​ປ່ອງຢ້ຽມ.”

ພໍ່​ຂອງ​ຂ້າພະ​ເຈົ້າມີ​ມຸມ​ມອງ​ທີ່​ແຕກ​ຕ່າງຈາກ​ຂ້າພະ​ເຈົ້າ ​ໃນ​ເລື່ອງ​ເສົາ​ໄຟ. ຕໍ່​ພໍ່​ຂອງ​ຂ້າພະ​ເຈົ້າ​ແລ້ວ​ ​ເສົາ​ໄຟ​ນັ້ນ​​ເປັນ​ເຄື່ອງໝາຍ​ຂອງ​ຄວາມກ້າວໜ້າ​ໃນ​ຊີວິດ, ​ແຕ່​ຕໍ່​ຂ້າພະ​ເຈົ້າ​ແລ້ວ ມັນ​ເປັນ​ສິ່ງ​ກີດ​ຂວາງ​ທິວ​ທັດ​ອັນ​ງົດ​ງາມ​ທີ່​ສຸດ. ພໍ່​ຂອງ​ຂ້າພະ​ເຈົ້າ​ໃຫ້​ຄວາມ​ສຳຄັນ​ກັບ​ພະລັງ​ໄຟ, ຄວາມ​ສະຫວ່າງ, ​ແລະ ຄວາມ​ສະອາດ ຫລາຍ​ກວ່າ​ທິວ​ທັດ​ສວຍ​ງາມ. ຂ້າພະ​ເຈົ້າ​ໄດ້​ຮັບ​ຮູ້​ທັນທີວ່າ ​​ໃນ​ຂະນະ​ທີ່​ເສົາ​ໄຟ​ເປັນ​ສິ່ງ​ກີດຂວາງ​ສຳລັບ​ຂ້າພະ​ເຈົ້າ, ​ແຕ່​ມັນ​ມີ​ຄວາມ​ໝາຍ​ຫລາຍ​ທີ່​ສຸດ ສຳລັບ​ພໍ່​ຂອງ​ຂ້າພະ​ເຈົ້າ.

ສິ່ງ​ກີດຂວາງ ​ເປັນ “ອຸປະສັກ​ຕໍ່​ຄວາມ​ເຊື່ອ ​ແລະ ຄວາມ​ເຂົ້າ​ໃຈ” ຫລື “ເປັນ​ສິ່ງ​ກີດ​ກັນ​ຄວາມ​ກ້າວໜ້າ.”4 ​ການກີດຂວາງ​ທາງ​ວິນ​ຍານ​ຄື “ການ​ບາບ ​ແລະ ການ​ຫົວ​ດື້.”5 ສິ່ງ​ກີດຂວາງ​ສາມາດ​ເປັນອັນ​ໃດ​ກໍ​ໄດ້ ທີ່​ກີດ​ກັນ​ເຮົາ​ຈາກ​ການ​ບັນລຸ​ຈຸດ​ເປົ້າໝາຍ​ທີ່​ຊອບ​ທຳ.

​ເຮົາ​ບໍ່​ຄວນ​ໃຫ້​ປະຈັກ​ພະຍານ​ຂອງ​ເຮົາ​ເຖິງ​ພຣະບິດາ ​ແລະ ​ເຖິງ​ພຣະບຸດ ສັບສົນ ​ແລະ ຫຍຸ້ງຍາກ ​ໂດຍ​ສິ່ງ​ກີດຂວາງ. ​ເຮົາ​ບໍ່​ຄວນ​ຫລົງ​ໄປ​ຖືກ​ກັບ​ດັກ. ປະຈັກ​ພະຍານ​ຂອງ​ເຮົາ​ເຖິງ​ພວກ​ພຣະອົງ ຕ້ອງ​ບໍລິສຸດ ​ແລະ ​ໃຫ້​ລຽບ​ງ່າຍ​ຄື​ກັນ​ກັບ​ປະຈັກ​ພະຍານ​ຂອງ​ພໍ່​ຂອງ​ຂ້າພະ​ເຈົ້າ ​ເມື່ອ​ເພິ່ນ​ກ່າວ​ປົກ​ປ້ອງ​ເສົາ​ໄຟ ທີ່ຢູ່​ໃນ​ທົ່ງ ບ່ອນ​ທີ່​ເພິ່ນ​ເຕີບ​ໃຫຍ່​ຂຶ້ນ.

ມີ​ສິ່ງ​ກີດຂວາງ​ອັນ​ໃດ​ແດ່ ທີ່​ເຮັດ​ໃຫ້​ປະຈັກ​ພະຍານ​ຂອງ​ເຮົາ​ເຖິງ​ພຣະບິດາ ​ແລະ ​ເຖິງ​ພຣະບຸດ​ ​ສັບສົນ ​ແລະ ຫຍຸ້ງຍາກ ​ແລະ ກີດ​ກັນ​ເຮົາ​ຈາກ​ການ​ມີ​ຄວາມ​ກ້າຫານ​ໃນ​ປະຈັກ​ພະຍານ​ນັ້ນ?

ສິ່ງ​ກີດຂວາງ​ຢ່າງ​ໜຶ່ງ​ແມ່ນ ທິດ​ສະ​ດີ​ຂອງ​ມະນຸດ

​ເຮົາ​ນັບຖືຄວາມ​ຮູ້​ເຖິງ​ທຸກ​ຢ່າງ ​ແລະ ​ເຊື່ອ​ວ່າ “ລັດສະໝີ​ພາບ​ຂອງ​ພຣະ​ເຈົ້າຄື​ຄວາມ​ຮູ້​ແຈ້ງ.”6 ​ແຕ່​ເຮົາ​ກໍ​ຍັງ​ຮູ້​ອີກ​ວ່າ ຍຸດທະວິທີ ທີ່ຜູ້​ປໍ​ລະ​ປັກ​ມັກ​ໃຊ້ ​ເພື່ອ​ພາ​ຜູ້​ຄົນ​ໄປ​ຈາກ​ພຣະ​ເຈົ້າ ​ແລະ ​ເຮັດ​ໃຫ້​ເຂົາ​ເຈົ້າຖືກ​ກີດຂວາງ ​​ແມ່ນ​ການ​ເນັ້ນໜັກ​ເຖິງ​ທິດ​ສະ​ດີຂອງ​ມະນຸດ ຫລາຍ​ກວ່າ​ການ​ເນັ້ນໜັກ​ເຖິງພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ຄຳ​ສອນ​ຂອງພຣະອົງ.

ອັກຄະ​ສາວົກ​ໂປ​ໂລ ​ໄດ້​ເປັນ​ພະຍານ​ທີ່​ກ້າຫານ​ຂອງ​ພຣະ​ເຢຊູ​ຄຣິດ ​ເພາະ​ປະສົບ​ການ​ທີ່​ມະຫັດ​ສະ​ຈັນ ​ແລະ ປ່ຽນ​ແປງ​ຊີວິດ ນຳພຣະຜູ້​ຊ່ວຍ​ໃຫ້​ລອດ.7 ​​ເບື້ອງ​ຫລັງ​ທີ່​ພິ​ເສດ​ຂອງ​ໂປ​ໂລ ​ໄດ້​ຕຽມ​ເພິ່ນ​ໃຫ້​​ເຂົ້າ​ໃຈ​ຜູ້​ຄົນ​ໃນ​ຫລາຍ​ວັດທະ​ນະທຳ. ​ເພິ່ນ​ມັກ “ຄວາມ​ກົງ​ໄປ​ກົງ​ມາ​” ຂອງ​ຊາວ​ເທສະ​ໂລ​ນິກ ​ແລະ “ຄວາມ​ອ່ອນ​ນ້ອມ​ຖ່ອມ​ຕົນ” ຂອງ​ຊາວ​ຟີ​ລິບ​ປອຍ.8 ​ທຳ​ອິດ​ເພິ່ນ​​ບໍ່​ສາມາດເຂົ້າ​ໃຈ ປັນ​ຍາ​ ​ແລະ ຄວາມ​ຊັບຊ້ອນ​ຂອງ​ຊາວ​ກຣີກ. ຢູ່​ເມືອງ​ອາ​ແຖນ ທີ່​ຄ້ອຍ​ພູ ມາສ໌, ​ເພິ່ນ​ໄດ້​ພະຍາຍາມ​ເຂົ້າ​​ໄປ​ຫາ​ຜູ້​ຄົນ​ແບບ​ສະຫງົບ ​ແຕ່ກໍ​ຖືກ​ປະຕິ​ເສດ. ຕໍ່​ຊາວ​ໂກຣິນ​ໂທ, ​ເພິ່ນ​ພຽງ​ແຕ່ຕັ້ງ​ໃຈສອນ​ “ຄຳ​ສອນ​ຂອງ​ພຣະຄຣິດ ທີ່​ໄດ້​ຖືກ​ຄຶງ.”9 ຕໍ່​ໄປ​ນີ້ ຄື​ຖ້ອຍ​ຄຳ​ຂອງ​ອັກຄະ​ສາວົກ​ໂປ​ໂລ:

“ຄຳ​ສັ່ງສອນ ​ແລະ ຄຳ​ເທດ​ສະໜາ​ຂອງ​ເຮົາ ກໍ​ບໍ່​ແມ່ນ​ຄຳ​ສະຫລາດ​ສະຫລຽວ ອັນ​ກ້ຽວ​ກ່ອມ​ໃຈ​ດ້ວຍ​ປັນຍາ​ຂອງ​ມະນຸດ, ​ແຕ່​ແມ່ນ​ຄຳ​ຊຶ່ງໄດ້​ສະ​ແດງ​ພຣະວິນ​ຍານ:

“ເພື່ອ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າຈະ​ບໍ່​ໄດ້​ຂຶ້ນຢູ່​ກັບ​ປັນຍາ​ຂອງ​ມະນຸດ, ​ແຕ່​ອາ​ໄສ​ອຳນາດ​ຂອງ​ພຣະ​ເຈົ້າ.”10

​ເລື່ອງ​ລາວທາງ​ວິນ​ຍານ​ທີ່​ດີ​ເລີດ​ທີ່​ສຸດ ​ເຖິງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ​ເຖິງ​ພາລະກິດ​ຂອງ​ພຣະອົງ ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້ ຢູ່​ໃນ 1 ​ໂກຣິນ​ໂທ. ບົດ​ທີ—15—​ໄດ້​ຮັບ​ຄວາມສົນ​ໃຈ ຕະຫລອດ​ທົ່ວ​ໂລກ ຜ່ານ​ການສະ​ແດງ​ຂອງທ່ານ ​ໂຈດ ​​ເຟ​ເດຣິກ ​ແຮນ​ໂດ ​ໃນ​ເລື່ອງ ພຣະ​ເມ​ຊີ​ອາ.11 ມັນ​ບັນຈຸ​ຄຳ​ສອນ​ທີ່​ຊາບ​ຊຶ້ງ ກ່ຽວ​ກັບ​ພຣະຜູ້​ຊ່ວຍ​ໃຫ້​ລອດ. ​ໃນ​ສາກ​ທີ​ສາມ​ຂອງ​ເລື່ອງ ພຣະ​ເມ​ຊີ​ອາ, ທັນທີ​ຫລັງ​ຈາກ “ການ​ຮ້ອງ​ເພງ ອາ​ເລ​ລູຢາ,” ຂໍ້​ພຣະຄຳ​ທີ່​ຖືກ​ໃຊ້ ​ແມ່ນ​ເອົາ​ມາ​ຈາກ 1 ​ໂກຣິນ​ໂທ 15. ​ໃນ​ສອງ​ສາມ​ຂໍ້​ເຫລົ່ານັ້ນ, ​ໂປ​ໂລ ​ໄດ້​ບັນຍາຍ​ຢ່າງ​ງົດ​ງາມ ​ເຖິງ​ພາລະກິດ​ບາງ​ຢ່າງ ທີ່​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໄດ້​ບັນລຸ ດັ່ງ​ນີ້:

“[ເພາະ] ບັດ​ນີ້ ພຣະຄຣິດ​ໄດ້​ຖືກ​ບັນດານ​ໃຫ້​ຄືນ​ພຣະຊົນ​ແລ້ວ, ... ​ເປັນ​ຜົນ​ແລກ​ໃນ​ພວກ​ຄົນ​ທີ່​ລ່ວງ​ລັບ​ໄປ​ແລ້ວນັ້ນ.

“… ເພາະວ່າ​ຄ​ວາ​ມຕາຍ​ໄດ້​ມີ​ມາ​ທາງ​ມະນຸດ​ສັນ​ໃດ ການ​ຄືນ​ມາ​ຈາກ​ຕາຍ​ກໍ​ມີ​ມາ​ທາງ​ມະນຸດ​ສັນນັ້ນ.

“ດ້ວຍ​ວ່າ ຄົນ​ທັງ​ປວງ​​ໄດ້​ຕາຍ​ເພາະ​ກ່ຽວ​​ເນື່ອງ​ກັບ​ອາ​ດາມ​ສັນ​ໃດ, ຄົນ​ທັງ​ປວງ​ກໍ​ຈະ​ຖືກ​ບັນດານ​ໃຫ້​ມີ​ຊີວິດ ​ເພາະ​ກ່ຽວ​​ເນື່ອງ​ກັບ​ພຣະຄຣິດ​ສັນນັ້ນ. …

“ໂອ ຄວາມ​ຕາຍ​ເອີຍ, ​ໄຊຊະນະ​ຂອງ​ມຶງ​ຢູ່​ໃສ? ​ໂອ້ ຄວາມ​ຕາຍ​ເອີຍ, ​ໄລ​ພິດ​ຂອງ​ມຶງ​ຢູ່​ໃສ? …

“ແຕ່​ຈົ່ງ​ຂອບ​ພຣະ​ໄທ​ພຣະ​ເຈົ້າ, [ຜູ້] ປະທານ​ໄຊຊະນະ​ໃຫ້​ແກ່​ເຮົາ​ທັງຫລາຍ ​ໂດຍ​ທາງ​ພຣະ​ເຢຊູ​ຄຣິດຂອງ​ພວກ​ເຮົາ.”12

​ເຮົາ​ຮູ້​ວ່າ ການ​ປະ​ຖິ້ມ​ຄວາມ​ເຊື່ອ​​ໄດ້​ເກີດ​ຂຶ້ນ ຢູ່​ໃນ​ພາກ​ນີ້ ​ເພາະ​ທິດ​ສະ​ດີ​ຂອງ​ມະນຸດ ​ມີ​ພະລັງ​ຫລາຍ​ກວ່າ ຄຳ​ສອນ​ທີ່ສຳຄັນ ​ແລະ ​ລຽບ​ງ່າຍ ຂອງ​ພຣະຄຣິດ. ​ແທນ​ທີ່​ຈະ​​ເປັນຄວາມ​ລຽບ​ງ່າຍ​ຂອງ​ຂ່າວສານ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ທີ່​ຖືກ​ສອນ, ​ເປັນຄວາມ​ຈິງ​ທີ່​ມີຄ່າ ​ແລະ ງ່າຍ​ທີ່​ຈະ​ເຂົ້າ​ໃຈ, ມັນ​ໄດ້​ຖືກ​ປ່ຽນ​ໄປ ຫລື ສາບສູນ​ໄປ. ຕາມ​ຈິງ​ແລ້ວ, ຊາວ​ຄຣິດ​ໄດ້​ເອົາ​ປະ​ເພນີ​ຂອງ​ຊາວ​ກຣີກມາ​ໃຊ້ ​ເພື່ອ​ຄວາມ​ເຊື່ອ​ຂອງ​ຜູ້​ຄົນ ຈະ​ໄດ້​ເຂົ້າກັບ​ວັດທະນະທຳ​​ໃນ​ເວລາ​ນັ້ນ. ນັກ​ປະຫວັດ​ສາດ​ຊື່ ວິວ ດູ​ແຣ້ນ ​ໄດ້​ຂຽນ​ວ່າ: “ຊາວ​ຄຣິດບໍ່​ໄດ້​ທຳລາຍຄົນ​ທີ່​ບໍ່​ມີ​ສາດສະໜາ; ​ເຂົາ​ເຈົ້າ​ໄດ້​ຮັບ​ເອົາ​ເຂົາ​ເຈົ້າ. ວັດທະນະທຳ​ທີ່​ກຳລັງ​ເສົ້າໝອງ​ຂອງ​ຊາວ​ກຣີກ ​ໄດ້​ຟື້ນ​ຕົວ​ຄືນ​ໃໝ່.”13 ​ໃນ​ສະ​ໄໝ​ບູຮານ, ​ແລະ ​ໃນ​ວັນ​ເວລາ​ຂອງ​ເຮົາ​ເອງ, ຫລາຍ​ຄົນ​ໄດ້​ປະຕິ​ເສດ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ເພາະ​ຕາມ​ມຸມ​ມອງ​ຂອງ​ເຂົາ​ເຈົ້າ, ມັນ​ບໍ່ມີ​ຄວາມ​ຊັບຊ້ອນ​ທາງ​ປັນຍາຢ່າງ​ພຽງພໍ.

​ໃນ​ການ​ເລີ່ມຕົ້ນຂອງ​ການ​ຟື້ນຟູ, ຫລາຍ​ຄົນ​ໄດ້​ຍອມຮັບ​ທີ່​ຈະ​ຕິດຕາມ​ຄຳ​ສອນ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ. ຫລາຍ​ປະ​ເທດ​ປະກາດ​ຕົນ​ວ່າ​ເປັນ​ຊາວ​ຄຣິດ. ​​ແມ່ນ​ແຕ່​ໃນ​ເວລາ​ນັ້ນ ກໍ​ມີ​ຄຳ​ທຳນາຍ​ໄວ້ ​ເຖິງ​ວັນ​ເວລາ​ທີ່​ຫຍຸ້ງ​ຍາກຂອງ​ເຮົາ.

ຮີ​ເບີ ຊີ ຄິມ​ໂບ ​ໄດ້​ເປັນ​ຄົນ​ໜຶ່ງ​ໃນ​ບັນດາ​ອັກຄະ​ສາວົກ​ກຸ່ມ​ທຳ​ອິດ ຂອງ​ສະ​ໄໝ​ນີ້ ​ແລະ ​ເປັນ​ທີ່​ປຶກສາ​ທີ​ໜຶ່ງຂອງ​ປະທານ​ບຣິກຳ ຢັງ. ​ເພິ່ນ​ໄດ້​ເຕືອນ​ວ່າ: “ເວລາ​ຈະ​ມາ​ເຖິງ ​... ​ເມື່ອມັນ​ຍາກ​ທີ່​ຈະ​ແຍກ​ອອກໄດ້​ວ່າ ​ແມ່ນ​ໃຜ​ເປັນ​ໄພ່​ພົນ ​ແລະ ​ແມ່ນ​​ໃຜ​ເປັນ​ສັດຕູ​ຕໍ່ຜູ້​ຄົນ​ຂອງ​ພຣະ​ເຈົ້າ. ​ແລ້ວ​ ... ​ຕ້ອງຮ່ອນຄົນ​ດີ​ອອກ​ຈາກ​ຄົນ​ຊົ່ວ, ​ເພາະ​ມື້​ທີ່​ຈະ​ຮ່ອນ​ອັນ​ຍິ່ງ​ໃຫຍ່​ຈະ​ມາ​ເຖິງ, ​ແລະ ຫລາຍ​ຄົນ​ຈະ​ຕົກ​ໄປ.” ​ເພິ່ນ​ໄດ້​ລົງທ້າຍ​ດ້ວຍ​ຄຳ​ວ່າ “ການ​ທົດ​ສອບ ກຳລັງ​ຈະ​ເກີດ​ຂຶ້ນ.”14

​ໃນ​ວັນ​ເວລາຂອງ​ເຮົາ, ອິດ​ທິພົນ​ຂອງ​ຊາວ​ຄຣິດ ​ໃນ​ຫລາຍ​ປະ​ເທດ, ຮ່ວມ​ທັງ​ຢູ່​​ໃນ​ສະຫະລັດ​ອາ​ເມຣິກາ​, ​ແມ່ນ​ນັບ​ມື້​ນັບ​ລົດ​ນ້ອຍ​ຖ້ອຍ​ລົງ. ຖ້າ​ປາດ​ສະ​ຈາກ​ສາດສະໜາ, ຜູ້​ຄົນ​ຈະ​ບໍ່​ຮູ້ສຶກ​ຮັບຜິດຊອບ​ຕໍ່​ພຣະ​ເຈົ້າ​ເລີຍ. ດ້ວຍ​ເຫດນີ້ ມັນ​ຈະ​ເປັນ​ສິ່ງ​ຍາກ​ສຳລັບ​ການ​ສ້າງຕັ້ງກົດ​ເກນ​ທົ່ວ​ໄປ ກ່ຽວ​ກັບ​ວິທີ​ທີ່​ຈະ​ດຳລົງ​ຊີວິດ. ທິດ​ສະ​ດີ​ທີ່​ບຸກຄົນ​ໜຶ່ງ​ເຊື່ອ​ຖື​ແທ້ໆ ຈະ​ຂັດ​ກັບ​ທິດ​ສະ​ດີຂອງ​ຄົນ​ອື່ນ.

ໜ້າ​ເສຍ​ໃຈ​ທີ່ ສິ່ງ​ດັ່ງກ່າວ​ກໍ​ມີ​ຢູ່​ໃນ​ທ່າມກາງ​ສະມາຊິກບາງ​ຈຳນວນ ​ຂອງ​ສາດສະໜາ​ຈັກ​ ຜູ້​ໜີ​ໄປ​ຈາກ​ສິ່ງ​ທີ່​ຕົນ​ຮູ້ ​ແລະ ​ໄປ​ຫລົງ​ເຊື່ອ​ສິ່ງ​ທີ່​ນິຍົມ​ກັນ​—ບາງ​ສິ່ງ​ກໍ​ບໍ່ຊອບ​ທຳ​ເລີຍ.

ຕາມ​ການ​ທຳນາຍ​ຂອງ​ຮີ​ເບີ ຊີ ຄິມ​ໂບ, ​ແອວ​ເດີ ​ນຽວ ​ເອ ​ແມ໊ກສະ​ແວວ ​ໄດ້​ກ່າວ​ໃນ​ປີ 1982 ວ່າ: “ການ​ຮ່ອນ​ສ່ວນ​ຫລາຍ ຈະ​ເກີດ​ຂຶ້ນ​ເພາະ​ການ​ບໍ່​ກັບ​ໃຈ​ຈາກ ການ​ປະພຶດ​ທີ່​ບໍ່​ຊອບ​ທຳ. ບາງ​ຄົນ​ຈະ​ໜີ​​ໄປ ​ແທນ​ທີ່​ຈະ​ຍຶດໝັ້ນ​ໄວ້​ໃຫ້​ແໜ້ນ. ບາງ​ຄົນ​ຈະ​ຖືກ​ຫລອກ​ລວງ ​ໂດຍ​ຜູ້​ທີ່​ຕໍ່ຕ້ານ. ​ເຊັ່ນ​ດຽວ​ກັນ, ບາງ​ຄົນ​ຈະ​ຖືກ​ເຮັດ​ໃຫ້​ຜິດ​ໃຈ, ​ເພາະ​ຈະ​ມີ​ສິ່ງ​ກີດ​ຂວາງ​ພຽງພໍ​ສຳລັບ​ທຸກ​ຍຸກ​ທຸກ​ສະ​ໄໝ!”15

ສິ່ງ​ກີດ​ຂວາງ​ອີກ​ຢ່າງ​ໜຶ່ງ ​ແມ່ນ​ການ​ປະຕິ​ເສດ​ທີ່​ຈະ​ເບິ່ງ​ບາບ ​ໃນ​ຄວາມ​ເປັນ​ຈິງ​ຂອງ​ມັນ.

ລັກ​ສະ​ນະ​ໜຶ່ງ​ທີ່​ແປກ​ຕ່າງ ​ແລະ ໜ້າ​ເປັນ​ຫ່ວງ ຂອງ​ວັນ​ເວລາ​ຂອງ​ເຮົາ ​ແມ່ນ​ວ່າ ຫລາຍ​ຄົນ​ມີ​ສ່ວນ​ຮ່ວມ​ໃນ​ການ​ເຮັດ​ບາບ ​ແຕ່​ປະຕິ​ເສດ​ວ່າ ມັນ​ບໍ່​ເປັນ​ການ​ບາບ. ​ເຂົາ​ເຈົ້າບໍ່​ເສຍ​ໃຈ ຫລື ​ເຕັມ​ໃຈ​ທີ່​ຈະ​ຮັບ​ຮູ້ວ່າ ການ​ກະທຳຂອງ​ຕົນ​ເປັນ​ສິ່ງ​ທີ່​ອະທຳ. ​ແມ່ນ​ແຕ່​ຄົນ​ທີ່​ມີ​ຄວາມ​ເຊື່ອ​ຖື​ໃນ​ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະບຸດ ຍັງ​ເຊື່ອ​ວ່າ ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ທີ່​ຊົງ​ຮັກ ບໍ່​ຄວນ​ກຳນົດ​ຜົນ​ສະທ້ອນ​ສຳລັບ​ການ​ກະທຳ​ທີ່​ກົງກັນ​ຂ້າມ​ກັບ​ພຣະ​ບັນຍັດ​ຂອງ​ພຣະອົງ.

​ເບິ່ງ​ແລ້ວ ມັນ​ເປັນຄວາມ​ເຊື່ອ​ຂອງ ​ໂຄຣິອານ​ທັນ, ລູກ​ຊາຍ​ຂອງ​ແອວ​ມາ ຜູ້​ເປັນ​ລູກ ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ. ລາວ​ໄດ້​ປະພຶດ​ຕົນ​​ໃນ​ທາງ​ທີ່​ຜິດ​ສິນ​ທຳ ​ແລະ ​ໄດ້​ຖືກ​​ແອວ​ມາຕັກ​ເຕືອນ. ​ເຮົາ​ໄດ້​ຮັບ​ພອນ​ທີ່​ສາດສະດາ​ແອວ​ມາ​ຜູ້​ຍິ່ງ​ໃຫຍ່, ​ໄດ້​ມີ​ປະສົບ​ການ​ດ້ວຍ​ຕົວ​ເອງ “ໃນເຫວ​ເລິກ​ທີ່​ມືດ​ທີ່​ສຸດ [​ແລະ] ​ໄດ້​ຮັບຄວາມ​ສະ​ຫວ່າງ​ອັນ​ໜ້າ​ອັດສະຈັນ,”16 ທີ່​ມີ​ບັນທຶກ​ໄວ້ ​ໃນ​ຄຳ​ແນະນຳ​ທີ່​ເພິ່ນ​ໃຫ້​ໄວ້. ​ໃນ​ບົດ​ທີ 39 ຂອງ​ໜັງສື​ແອວ​ມາ, ​ເຮົາ​ອ່ານ​ເຖິງ​ວິທີ​ທີ່​ເພິ່ນ​​ຕັກ​ເຕືອນ​ລູກ​ຊາຍ​ຄົນ​ນີ້ ຜ່ານ​ຂັ້ນຕອນ​ຂອງ​ການ​ກັບ​ໃຈ ​ແລະ ​ແລ້ວ​ໄດ້​ອະທິບາຍ​ເຖິງ​ວິທີ​ທີ່​ພຣະຄຣິດ​​ຈະມາ​ຮັບ​ເອົາ​ບາບ​ໄປ. ​ເພິ່ນ​ໄດ້​ບອກຢ່າງ​ແຈ່ມ​ແຈ້ງ ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ການ​ກັບ​ໃຈ ​ແກ່ໂຄ​ຣິນອານ​ທັນ ​ເພາະວ່າ “ສິ່ງ​ທີ່​ບໍ່​ສະອາດ​ຈະ​ບໍ່​ໄດ້​ຮັບ​ອານາຈັກ​ຂອງ​ພຣະ​ເຈົ້າ​ເປັນ​ມູນ​ມໍ​ລະ​ດົກໄດ້​ເລີຍ.”17

ແອວ​ມາ ບົດ​ທີ 42 ບັນຈຸ​ຄຳ​ສອນ​ທີ່​ດີ​ເລີດ​ທີ່​ສຸດ ກ່ຽວ​ກັບ​ການ​ຊົດ​ໃຊ້ ​ໃນ​ບັນດາ​ພຣະຄຳ​ພີ​ທັງ​ໝົດ. ​ແອວ​ມາ​ໄດ້​ຊ່ວຍ​ໂຄຣິອານ​ທັນ ​ໃຫ້​ເຂົ້າ​ໃຈ​ວ່າ “ມັນ​ບໍ່​ເປັນ​ການ​ຍຸດຕິ​ທຳ​ທີ່​ຈະ​ສົ່ງ​ຄົນ​ບາບ​ໄປ​ຫາ​ສະພາບ​ແຫ່ງ​ຄວາມ​ທຸກທໍລະມານ.”18 ​ແຕ່​ເພິ່ນ​ໄດ້​ສັງ​ເກດ​ເຫັນ​ວ່າ ນັບ​ຕັ້ງ​ແຕ່​ອາ​ດາມ​ເປັນຕົ້ນມາ, ພຣະ​ເຈົ້າ​ແຫ່ງ​ຄວາມ​ເມດ​ຕາ ​ໄດ້​ຕຽມ “ໄລຍະ​ເວລາ​ເພື່ອ​ການ​ກັບ​ໃຈ” ​ເພາະ​ຖ້າ​ຫາກ​ປາດ​ສະ​ຈາກ​ການ​ກັບ​ໃຈ​ແລ້ວ, “​ແຜນ​ແຫ່ງ​ຄວາມ​ລອດ​ອັນ​ຍິ່ງ​ໃຫຍ່​ຈະລົ້ມ​ເຫລວ​ໄປ.”19 ​ແອວ​ມາ ກໍ​ໄດ້​ກ່າວ​ຢ່າງ​ໜັກ​ແໜ້ນ​ວ່າ ​ແຜນ​ຂອງ​ພຣະ​ເຈົ້າຄື “ແຜນ​ແຫ່ງ​ຄວາມສຸກ.”20

ຄຳ​ສອນ​ຂອງ​ແອວ​ມາ ​​ໄດ້​ໃຫ້​ຄວາ​ມຮູ້​ທີ່​ດີ​ທີ່​ສຸດ ທີ່​ວ່າ: “ເພາະ​ຈົ່ງ​ເບິ່ງ, ຄວາມ​ຍຸດຕິ​ທຳ​ປະຕິບັດ​ຂໍ້​ຮຽກຮ້ອງ​ທັງ​ໝົດ​ຂອງ​ມັນ, ​ແລະ ຄວາມ​ເມດ​ຕາ​ມີ​ສິດທິ​ໃນ​ທຸກ​ຢ່າງ​ທີ່​ເປັນ​ຂອງ​ມັນ​ເອງ; ​ແລະ ດ້ວຍ​ປະການ​ນີ້, ມັນ​ຈຶ່ງ​ບໍ່​ມີ​ຜູ້​ໃດ​ລອດ ນອກຈາກ​ຄົນ​ທີ່​ສຳນຶກ​ຜິດ​ຢ່າງ​ແທ້​ຈິງ.”21 ​ເມື່ອ​ເຫັນ​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ມັນ, ພອນ​ທີ່​ຮຸ່ງ​ເຫລື້ອມ​ແຫ່ງ​ການ​ກັບ​ໃຈ ​ແລະ ການ​ຍຶດໝັ້ນຕໍ່​ຄຳ​ສອນ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ເປັນ​ສິ່ງ​ສຳຄັນ​ຫລາຍ​ທີ່​ສຸດ. ມັນ​ບໍ່​​ໄດ້​ເປັນ​ສິ່ງ​ທີ່​ບໍ່​ຍຸດຕິ​ທຳ ທີ່​ຈະ​ກ່າວ​ຢ່າງ​ແຈ່ມ​ແຈ້ງ, ດັ່ງ​ທີ່​ແອວ​ມາ​ໄດ້​ກ່າວ​ກັບ​ໂຄຣິອານ​ທັນ, ກ່ຽວ​ກັບ​ຜົນ​ສະທ້ອນ ຫລື ການ​ເລືອກ​​ເຮັດ​ບາບ ​ແລະ ການ​ບໍ່​ກັບ​ໃຈ. ມັນ​ເຄີຍ​ຖືກ​ປະກາດ​ມາ​ກ່ອນ​ແລ້ວ​ວ່າ, “ຜົນ​ສະທ້ອນ​ຈະ​ມາສູ່ທຸກ​ຄົນ​ ບໍ່​ໄວ​ກໍ​ຊ້າ.”22

ພອນ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ​ແລະ ພອນ​ຂອງ​ອານາຈັກຊັ້ນສູງ ຈາກ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແມ່ນ​ຜ່ານ​ທາງ​ການ​ກັບ​ໃຈ, ​ແລ້ວ​ການ​ບາບ​ຈະ​ຖືກ​ລຶບ​ອອກ. ຫລັງ​ຈາກ​ການ​ກັບ​ໃຈ​ຂອງ​ໂຄຣິອານ​ທັນ, ​ແອວ​ມາ​ໄດ້​ສະຫລຸບ​ວ່າ, “ບໍ່​ຢາກ​ໃຫ້​ສິ່ງ​ເຫລົ່າ​ນີ້​ເປັນ​ທີ່​ກັງວົນ​ໃຈ​ຕໍ່​ລູກ​ອີກ​ຕໍ່​ໄປ, ​ແລະ ຂໍ​ໃຫ້​ບາບ​ຂອງ​ລູກ​ເທົ່າ​ນັ້ນ​ເປັນ​ສິ່ງ​ທີ່​ກັງວົນ​ໃຈ​ລູກ, ດ້ວຍ​ຄວາມ​ກັງວົນ​ນັ້ນ ມັນ​ຈະ​ນຳ​ລູກ​ລົງ​ມາສູ່​ການ​ກັບ​ໃຈ.”23

ການ​ເບິ່ງ​ຂ້າມ​ເຄື່ອງໝາຍ ​ຄື​ສິ່ງ​ກີດຂວາງ

ສາດສະດາ​ຢາ​ໂຄບ ​ໄດ້​ກ່າວ​ເຖິງ​ຊາວ​ຢິວ​ໃນ​ສະ​ໄໝ​ບູຮານ​ວ່າ ​“ເປັນ​ຄົນ​ແຂງ​ຄໍ” ຜູ້​ກຽດ​ຊັງ ... ຄວາມ​ລຽບ​ງ່າຍ, “... ​ເຂັ່ນຂ້າ​ສາດສະດາ, ​ແລະ ສະ​ແຫວງຫາ​ສິ່ງ​ທີ່​ພວກ​ເຂົາ​ບໍ່​ອາດ​ເຂົ້າ​ໃຈ​ໄດ້. ສະນັ້ນ​ເພາະ​ຄວາມ​ຕາ​ບອດ​ຂອງ​ພວກ​ເຂົາ ຊຶ່ງ​ຕາບອດ​ນັ້ນມາ​ຈາກ​ການ​ເບິ່ງ​ຂ້າມ​ເຄື່ອງໝາຍ, ພວກ​ເຂົາ​ຈຶ່ງ​ຈຳ​ຕ້ອງ​ຕົກ​ໄປ.”24

​ເຖິງ​ແມ່ນ​ມີ​ຫລາຍຕົວຢ່າງ ທີ່​ໃຫ້​ເບິ່ງຂ້າມ​ເຄື່ອງໝາຍ,25 ຕົວຢ່າງ​ໜຶ່ງ​ໃນ​ວັນ​ເວລາ​ຂອງ​ເຮົາ ​ແມ່ນຄວາມ​ຮຸນ​ແຮງ. ຄວາມ​ຮຸນ​ແຮງ​​ເລື່ອງ​ພຣະກິດ​ຕິ​ຄຸນ ​ແມ່ນ​ຕອນ​ທີ່​ບຸກຄົນ​ໜຶ່ງຍົກ​ຫລັກ​ທຳ​ພຣະກິດ​ຕິ​ຄຸນ​ຂໍ້​ໜຶ່ງ​ຂຶ້ນ ​ເກີນ​​ຫລັກ​ທຳ​ອີກ​ຂໍ້​ໜຶ່ງ​ທີ່​ມີ​ຄວາມ​ສຳຄັນ​ໃນ​ລະດັບ​ດຽວ​ກັນ ​ແລະ ກ່າວ​ວ່າ ມັນ​ເກີນ ຫລື ຂັດ​ກັບ​ຄຳ​ສອນ​ຂອງ​ຜູ້ນຳ​ຂອງ​ສາດສະໜາ​ຈັກ. ຕົວຢ່າງ​ໜຶ່ງ​ແມ່ນ ​ເມື່ອ​ບຸກຄົນ​ໜຶ່ງ​ສົ່ງ​ເສີມ​ໃຫ້​ມີ​ການ​ປ່ຽນ​ແປງ​ພາກສ່ວນ​ໜຶ່ງ​ຂອງ ພຣະວາຈາ​ແຫ່ງ​ປັນຍາ. ອີກຕົວຢ່າງ​​ອີກ ​ແມ່ນການ​ຢາກ​ໃຫ້​ສາດສະໜາ​ຈັກ​​ໃຊ້​ຊັບ​ສິນ​ຢ່າງ​ຫລວງຫລາຍ ​ເພື່ອ​ຕຽມ​ພ້ອມ​ສຳລັບວັນ​ລ້າງ​ໂລກ. ​ໃນ​ສອງ​ຕົວຢ່າງ​ນີ້, ຜູ້ຄົນ​ອື່ນໆ​​ກໍ​ຊຸກຍູ້​ໃຫ້​ຮັບ​ເອົາ​ຄວາມ​ໝາຍ​ໜຶ່ງ​ອີກ. “ຖ້າ​ຫາກ​ເຮົາ​ປ່ຽນ​ກົດ​​ສຸຂະພາບ ຫລື ປ່ຽນ​ຫລັກ​ທຳ​ຂໍ້​ອື່ນໆ ​ໃຫ້​ເປັນ ​​ແບບ​ສາດສະໜາ​ທີ່​ຫລົງ​ໄຫລ, ​ແລ້ວ​​ເຮົາ​ກໍ​ເບິ່ງ​ຂ້າມ​​ເຄື່ອງໝາຍ​ໄປ​ແລ້ວ.”26

​ໃນ​ການ​ກ່າວ​ເຖິງ​ຄວາ​ມສຳຄັນ​ຂອງ​ຄຳ​ສອນ, ພຣະຜູ້​ເປັນ​ເຈົ້າ​ໄດ້​ປະກາດ​ວ່າ, ຜູ້ໃດ​ກໍ​ຕາມທີ່​ປະກາດ​ຫລາຍ​ກວ່າ ຫລື ໜ້ອຍ​ກວ່ານີ້, ຄົນໆ​ນັ້ນບໍ່​ແມ່ນ​ຂອງ​ເຮົາ.27 ​ເມື່ອ​ເຮົາ​ຍົກ​ຫລັກ​ທຳ​ຂໍ້​​ໃດຂໍ້​ໜຶ່ງ​ຂຶ້ນ ​ໃນ​ທາງ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຕັ້ງ​ໃຈ​ໜ້ອຍ​ລົງ​ກັບ​ຫລັກ​ທຳ​ຂໍ້​ອື່ນ​ທີ່​ມີ​ຄວາມ​ສຳຄັນ​ເທົ່າໆ​ກັນ ຫລື ກ່າວ​ຕ້ານ​ ຫລື ​ນັບຖືເກີນ​ກວ່າ​ຄຳ​ສອນ​ຂອງ​ຜູ້ນຳ​ຂອງ​ສາດສະໜາ​ຈັກ, ​ແລ້ວ​ເຮົາ​ກໍ​ເບິ່ງຂ້າມ​ເຄື່ອງໝາຍ​ໄປ​ແລ້ວ.

ນອກ​ເໜືອ​ຈາກ​ນັ້ນ, ສະມາຊິກ​ບາງ​ຄົນ​ໄດ້​ຍົກ​ລະດັບ​​ອຸດົມ​ການບາງ​ຢ່າງ​ຂຶ້ນ, ຊຶ່ງ​ຫລາຍ​ຢ່າງ​ກໍ​ດີ​ຢູ່, ​ເຖິງ​ລະດັບ​ສູງ ຕໍ່​ຫລັກ​ທຳ​ພຣະກິດ​ຕິ​ຄຸນ​ຂັ້ນພື້ນຖານ. ​ເຂົາ​ເຈົ້າ​ໄດ້​ອຸທິດ​ຕົນ​ຕໍ່​ອຸດົມ​ການ​ເປັນອັນ​ດັບ​ໜຶ່ງ ​ແລະ ​ໄດ້​​ເອົາ​ໃຈ​ໃສ່​ຕໍ່​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ຕໍ່​ຄຳ​ສອນ​ຂອງ​ພຣະອົງ ໜ້ອຍລົງ​ ເປັນອັນ​ດັບ​ສອງ. ຖ້າ​ເຮົາ​ຈະ​ຍົກ​ອັນ​ໃດ​ຂຶ້ນຫລາຍ​ກວ່າ​ການ​ອຸທິດ​ຕົນ​ຕໍ່​ພຣະຜູ້​ຊ່ວຍ​ໃຫ້​ລອດ, ຖ້າ​ຫາກ​ການ​ກະທຳ​ຂອງ​ເຮົາ​ສະ​ແດງ​ອອກ​ວ່າ ​ເຮົາ​ຮັບ​ຮູ້​ພຣະອົງ ພຽງ​ແຕ່​ເປັນ​ອາຈານ​ຄົນ​ໜຶ່ງ​ເທົ່າ​ນັ້ນ ​ແລະ ບໍ່​ແມ່ນ​ພຣະບຸດ​ແຫ່ງ​ສະຫວັນ​ຂອງ​ພຣະ​ເຈົ້າ, ​ແລ້ວ​ເຮົາ​ຈະ​ເບິ່ງ​ຂ້າມ​ເຄື່ອງໝາຍ​ໄປ. ພຣະ​ເຢຊູຄຣິດຄື​ເຄື່ອງໝາຍນັ້ນ!

ພາກ​ທີ 76 ຂອງ Doctrine and Covenants ບອກ​ຢ່າງ​ແຈ່ມ​ແຈ້ງວ່າ ຄວາມກ້າຫານ​ໃນ​ປະຈັກ​ພະຍານ​​ຂອງ​ເຮົາເຖິງພຣະ​ເຢຊູ28 ​ເປັນ​ການ​ທົດ​ສອບ​ທີ່​ງ່າຍໆ ​ແລະ ສຳຄັນ​ຫລາຍ ລະຫວ່າງ​ຜູ້​ທີ່​ຈະ​ຮັບ​ເອົາ​ພອນ​ຂອງ​ອານາຈັກ​ຊັ້ນສູງ​ ​ແລະ ຜູ້​ທີ່​ຈະ​ຮັບ​ເອົາ​ພອນ​ຂອງ​ອານາຈັກ​ຊັ້ນກາງ​ທີ່​ຕ່ຳ​ກວ່າ ມາ​ເປັນ​ມູນ​ມໍລະດົກ. ​ໃນ​ການ​ມີ​ຄວາມ​ກ້າຫານ, ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ຕໍ່ອຳນາດ​ຂອງ​ພຣະ​ເຢຊູ​ຄຣິດ ​ແລະ ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະອົງ ​ເພື່ອ​ຈະ​ເອົາ​ຊະນະ​ຄວາມ​ຕາຍ, ​ແລະ ຜ່ານ​ການ​ກັບ​ໃຈ, ​ເພື່ອ​ຊຳລະ​ເຮົາ​ໃຫ້​ສະອາດ​ຈາກ​ບາບ ​ແລະ ​ເພື່ອ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະຄຣິດ.29 ​ເຮົາ​ຍັງ​ຕ້ອງການ​ຄວາມ​ສະຫວ່າງ ​ແລະ ຄວາມ​ຮູ້​​ເລື່ອງ​ຊີວິດ ​ແລະ ຄຳ​ສອນ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ນຳ​ອີກ ​ເພື່ອ​ນຳພາ​ເຮົາ​ໄປ​ໃນ​ເສັ້ນທາງ​ແຫ່ງ​ພັນທະ​ສັນຍາ, ຮ່ວມ​ທັງ​ພິທີການ​ທີ່​ສັກສິດ​ຂອງ​ພຣະວິຫານ. ​​ເຮົາ​ຕ້ອງ​ຍຶດໝັ້ນຢູ່​ໃນ​ພຣະຄຣິດ, ​ຊື່ນ​ຊົມ​ກັບພຣະຄຳ​ຂອງ​ພຣະອົງ, ​ແລະ ອົດທົນ​ຈົນ​ເຖິງ​ທີ່​ສຸດ.30

ສະຫລຸບ

ຖ້າ​ຫາກ​ເຮົາ​ຢາກ​ມີ​ຄວາມ​ກ້າຫານ​ໃນ​ປະຈັກ​ພະຍານ​ຂອງ​ເຮົາ​​ເຖິງ​ພຣະ​ເຢຊູ​ຄຣິດ, ​ເຮົາ​ຕ້ອງ​ຫລີກ​ເວັ້ນຈາກ​ສິ່ງ​ກີດຂວາງ ທີ່ກີດ​ກັນ​​ຄວາມ​ກ້າ​ວໜ້າ​ຂອງ​ຊາຍ ​ແລະ ຍິງຫລາຍ​ຄົນ​​ທີ່​ມີ​ຊື່​ສຽງ. ຂໍ​ໃຫ້​ເຮົາ​ຈົ່ງ​ຕັ້ງ​ໃຈ​ທີ່​ຈະ​ຮັບ​ໃຊ້​ພຣະອົງ​​ເລື້ອຍ​ໄປ. ​ໃນ​ຂະນະ​ທີ່​ສະ​ແຫວ​ງຫາ​ຄວາມ​ຮູ້, ​ເຮົາ​ຕ້ອງ​ຫລີກ​ເວັ້ນຈາກ​ທິດ​ສະ​ດີ​ຂອງ​ມະນຸດ ອັນ​ທີ່​ເຮັດ​ໃຫ້​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ພຣະຜູ້​ຊ່ວຍ​ໃຫ້​ລອດ​ໜ້ອຍ​ລົງ. ​ເຮົາ​ຕ້ອງ​​ເບິ່ງ​ບາບ ​ໃນ​ຄວາມ​ເປັນ​ຈິງ​ຂອງ​ມັນ ​ແລະ ຮັບ​ເອົາ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ຜ່ານ​ການ​ກັບ​ໃຈ. ​ເຮົາ​ຕ້ອງ​ຫລີກ​ເວັ້ນຈາກ​ການ​ເບິ່ງ​ຂ້າມ​ເຄື່ອງໝາຍ ​ແລະ ​ໃຫ້​ເອົາ​ໃຈ​ໃສ່​ຕໍ່​ພຣະ​ເຢຊູ​ຄຣິດ, ພຣະຜູ້​ຊ່ວຍ​ໃຫ້​ລອດ ​​ແລະ ພຣະຜູ້​ໄຖ່​ຂອງ​ເຮົາ, ​ແລະ ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະອົງ.

ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​​ເບິ່ງ​ເສົາ​ໄຟວ່າ​ເປັນ​ສິ່ງ​​ຊ່ວຍ​​ໃຫ້​ມີໄຟຟ້າ ​ແລະ ​ໃຫ້ມີນ້ຳ​ໃຊ້​ສຳລັບ​ຄົວກິນ ​ແລະ ລ້າງຊ່ວຍ. ມັນ​ເປັນ​ຂັ້ນຕອນ​ຂອງ​ການ​ພັດທະນາ​ຊີວິດ​ຂອງ​ເພິ່ນ.

ນັກ​ຂຽນ​ຄົນ​ໜຶ່ງ​ໄດ້​ແນະນຳ​ວ່າ ສິ່ງ​ກີດຂວາງ ອາດ​​ສາມາດ​ເອົາ​ມາ​ເຮັດ​ເປັນ “ຂັ້ນ​ຕອນ ​ເພື່ອ​ກ້າວ​ຂຶ້ນສູ່​ລັກສະນະ​ທີ່​ມີ​ກຽດ ​ແລະ ສູ່​ສະຫວັນ​ໄດ້.”31

ສຳລັບ​ເຮົາ​ແລ້ວ, ການ​ມີ​ຄວາມ​ກ້າຫານ​ໃນ​ປະຈັກ​ພະຍານ​ຂອງ​ເຮົາ​ເຖິງ​ພຣະ​ເຢຊູ ​ແມ່ນ​ຂັ້ນຕອນທີ່​ເຮົາ​ໃຊ້ ​ເພື່ອ​ໃຫ້​ຕົວ​ເຮົາ​ເໝາະ​ສົມ​ກັບ​ພຣະຄຸນ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ສຳລັບ​ອານາ​ຈັກຊັ້ນສູງ. ພຣະ​ເຢຊູ​ຄຣິດ​ເປັນ​ພຣະນາມ​ດຽວ​ເທົ່າ​ນັ້ນ ​ຢູ່​ໃຕ້​ສະຫວັນ ​ຊຶ່ງ​ໂດຍ​ທາງ​ພຣະນາມ​ນັ້ນ ​ເຮົາ​ຈະ​ລອດ.32 ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ຄວາມ​ເປັນ​ຈິງ ​ເຖິງ​ການ​ເປັນ​ພຣະ​ເຈົ້າຂອງ​ພຣະອົງ ​ແລະ ​ເຖິງ​ບົດບາດ​ທີ່​ສູງ​ສົ່ງ​ຂອງ​ພຣະອົງ ​ໃນ​ແຜນ​ຂອງ​ພຣະບິດາ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. ເບິ່ງ Doctrine and Covenants 14:7; ​ເບິ່ງ ​ໂຢຮັນ 17:3 ນຳ​ອີກ.

  2. ເບິ່ງ Doctrine and Covenants 76:79.

  3. ​ເບິ່ງ ຈິງ​ຕໍ່​ສັດທາ: ​ຂໍ້​ອ້າງ​ອີງ​ພຣະກິດ​ຕິ​ຄຸນ (2004), 52–53.

  4. Merriam-Webster’s Collegiate Dictionary, 11th ed. (2003), “stumbling block.”

  5. Merriam-Webster’s Collegiate Dictionary, “stumble.”

  6. ເບິ່ງ Doctrine and Covenants 93:36.

  7. ​ເບິ່ງ ກິດຈະການ 9:1–9; 26:13–18.

  8. ​ເບິ່ງ Frederic W. Farrar, The Life and Work of St. Paul (1898), 319.

  9. ​ເບິ່ງ Farrar, Life and Work of St. Paul, 319–20.

  10. 1 ໂກຣິນ​ໂທ 2:4–5.

  11. ​ເບິ່ງ George Frideric Handel, Messiah, ed. T. Tertius Noble (1912).

  12. 1 ໂກ​ຣິນ​ໂທ 15:20–22, 55, 57.

  13. Will Durant, The Story of Civilization, vol. 3, Caesar and Christ (1944), 595.

  14. Heber C. Kimball, in Orson F. Whitney, Life of Heber C. Kimball (1945), 446.

  15. Neal A. Maxwell, “Be of Good Cheer,” Ensign, Nov. 1982, 68.

  16. ໂມ​ໄຊ​ຢາ 27:29.

  17. ແອວ​ມາ 40:26.

  18. ແອວ​ມາ 42:1. ​ໃນ​ຄຳ​ສອນ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ​ໄດ້​ມີ​ການຈັດ​ຕຽມ​ສຳລັບມະນຸດ​ທັງ​ປວງ, ຮ່ວມ​ທັງ​ບຸກຄົນ​ທີ່​ບໍ່​ເຄີຍ​ໄດ້​ຍິນ​ກ່ຽວ​ກັບ​ພຣະຄຣິດ ຕອນ​ເຂົາ​ເຈົ້າມີ​ຊີວິດ​ຢູ່, ​ສຳລັບ​ເດັກນ້ອຍ​ຜູ້​ທີ່​ໄດ້​ຕາຍ​ໄປ​ກ່ອນ​ອາຍຸ​ທີ່​ຕ້ອງ​ຮັບຜິດຊອບ, ​ແລະ ສຳລັບຜູ້​ຄົນ​ທີ່​ບໍ່​ເຂົ້າ​ໃຈ​ຫຍັງ (ເບິ່ງ Doctrine and Covenants 29:46–50; 137:7–10).

  19. ແອວ​ມາ 42:5.

  20. ແອວ​ມາ 42:8.

  21. ແອ​ວມາ 42:24. ​ໃຫ້​ສັງ​ເກດ​ເບິ່ງ ຄຳ​​ແທນນາມ​ສຳລັບ​ຄຳ​ວ່າ ຄວາມ​ຍຸດຕິ​ທຳ ​​ແມ່ນມັນ (ເພດຊາຍ) ​ແລະ ຄຳ​ແທນ​ນາມ​ສຳລັບ​ຄຳ​ວ່າ ຄວາມ​ເມດ​ຕາ ​ແມ່ນ ມັນ (ເພດ​ຍິງ).

  22. Robert Louis Stevenson, in Carla Carlisle, “A Banquet of Consequences,” Country Life, July 6, 2016, 48. ນາງຄາ​ລາຍ​ໂອ ​ໄດ້​ໃຫ້​ກຽດ​ແກ່​ບົດ​ຄວາມ​ຂອງ ຣໍ​ເບີດ ຫລຸຍ ສະ​ຕີບ​ເວັນ​ສັນ. ບາງ​ຄົນ​ໄດ້​ໃຫ້​ກຽດ​ແກ່​ຄົນ​ອື່ນໆ.

  23. ແອວ​ມາ 42:29.

  24. ຢາ​ໂຄບ 4:14.

  25. ​ໃນ​ບົດ​ຄວາມສັ້ນທີ່​ຂ້າພະ​ເຈົ້າ​ໄດ້​ຂຽນ​ສຳລັບ​ວາລະສານ​ຂອງ​ສາດສະໜາ​ຈັກ ​ໃນ​ປີ 2003, ຂ້າພະ​ເຈົ້າ​ໄດ້​ເນັ້ນໜັກ​ສີ່​ຢ່າງ ທີ່​ສາມາດ​​ເກີດການ​ເບິ່ງ​ບໍ່​ເຫັນ ​ແລະ ການ​ສະດຸດ ທີ່​ຢາ​ໂຄບ​ໄດ້​ອະທິບາຍ: ​ໃຊ້​ທິດ​ສະ​ດີ​ຂອງ​ມະນຸດ​ແທນ​ຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ, ຄວາມ​ຮຸນ​ແຮງ​​ເລື່ອງ​ພຣະກິດ​ຕິ​ຄຸນ, ການ​ມີ​ທ່າ​ທາງ​ເປັນ​ວິລະ​ບຸລຸດ ​ແທນ​ການ​ອຸທິດຖວາຍ​ໃນ​ແຕ່​ລະ​ວັນ, ​ແລະ ການ​ຍົກ​ລະດັບ​ກົດ ​ແທນ​ຄຳ​ສອນ (ເບິ່ງ “Looking beyond the Mark,” Liahona, Mar. 2003, 21–24).

  26. Quentin L. Cook, “Looking beyond the Mark,” Liahona, Mar. 2003, 22.

  27. ​ເບິ່ງ Doctrine and Covenants 10:68.

  28. ​ເບິ່ງ Doctrine and Covenants 76:79.

  29. ​ເບິ່ງ 2 ນີ​ໄຟ 31:17–21.

  30. ​ເບິ່ງ 2 ນີ​ໄຟ 31:20–21.

  31. Henry Ward Beecher, in Tryon Edwards, A Dictionary of Thoughts (1891), 586.

  32. ​ເບິ່ງ 2 ນີ​ໄຟ 31:21; ໂມ​ໄຊ​ຢາ 3:17.