ການກັບໃຈ: ການເລືອກທີ່ຊື່ນຊົມ
ການກັບໃຈບໍ່ພຽງແຕ່ຈະເປັນໄປໄດ້ ແຕ່ຍັງຈະເຕັມໄປດ້ວຍຄວາມປິຕິຍິນດີນຳອີກ ເພາະພຣະຜູ້ຊ່ວຍໃຫ້ລອດຂອງເຮົາ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຕອນຂ້າພະເຈົ້າມີອາຍຸໄດ້ 12 ປີ ຄອບຄົວຂອງຂ້າພະເຈົ້າໄດ້ອາໄສຢູ່ທີ່ເມືອງໂກເຕໂບກ, ທີ່ເປັນເມືອງຢູ່ໃກ້ຝັ່ງທະເລ ພາກໃຕ້ຂອງປະເທດສະວີເດັນ. ພຽງໃຫ້ທ່ານຮູ້ຈັກ, ເມືອງນີ້ເປັນບ້ານເກີດຂອງແອວເດີ ເພີ ຈີ ມອມ,1 ຜູ້ຫາກໍໄດ້ເສຍຊີວິດໄປໃນລະດູແລ້ງຜ່ານມານີ້. ພວກເຮົາຄິດຮອດເພິ່ນ. ພວກເຮົາມີຄວາມກະຕັນຍູສຳລັບຄວາມສູງສົ່ງ ແລະ ການຮັບໃຊ້ທີ່ມີກຽດຂອງເພິ່ນ ແລະ ສຳລັບຕົວຢ່າງທີ່ໜ້າຮັກແທ້ໆຂອງຄອບຄົວຂອງເພິ່ນ. ແລະ ພວກເຮົາກໍໄດ້ອະທິຖານຂໍພອນທີ່ດີທີ່ສຸດຈາກພຣະເຈົ້າ ສຳລັບເຂົາເຈົ້ານຳອີກ.
ເມື່ອຫ້າສິບປີກ່ອນ, ພວກເຮົາໄດ້ໄປໂບດຢູ່ທີ່ບ້ານຫລັງໃຫຍ່ຫລັງໜຶ່ງ ທີ່ຖືກສ້ອມແປງໃໝ່. ວັນອາທິດໜຶ່ງ, ສະເຕຟານ,2 ເພື່ອນຂອງຂ້າພະເຈົ້າ ທີ່ເປັນມັກຄະນາຍົກອີກຄົນໜຶ່ງໃນສາຂາ, ໄດ້ທັກທາຍຂ້າພະເຈົ້າຢູ່ທີ່ໂບດດ້ວຍຄວາມຕື່ນເຕັ້ນ. ພວກເຮົາໄດ້ໄປໃນຫ້ອງທີ່ຕິດກັບຫ້ອງນະມັດສະການ, ແລະ ລາວໄດ້ດຶງເອົາໝາກກະໂພກ ແລະ ໄມ້ຂີດໄຟອອກຈາກຖົງ. ໃນການກະທຳທີ່ກ້າຫານຂອງຄົນໜຸ່ມ, ຂ້າພະເຈົ້າໄດ້ຈັບເອົາໝາກກະໂພກນັ້ນ ແລະ ໄດ້ຈູດສາຍຊະນວນສີເຖົ່ານັ້ນ. ຂ້າພະເຈົ້າໄດ້ຕັ້ງໃຈວ່າຈະດັບມັນກ່ອນມັນຈະໄໝ້ລຸກລາມອອກໄປ. ແຕ່ເມື່ອໄຟໄດ້ໄໝ້ນິ້ວມືຂອງຂ້າພະເຈົ້າຕອນພະຍາຍາມທີ່ຈະດັບໄຟ, ຂ້າພະເຈົ້າໄດ້ເຮັດໃຫ້ມັນຫລຸດມື. ສະເຕຟານ ແລະ ຂ້າພະເຈົ້າໄດ້ພາກັນເບິ່ງດ້ວຍຄວາມຢ້ານກົວຂະນະທີ່ສາຍຊະນວນນັ້ນໄດ້ໄໝ້ຕໍ່ໄປ.
ໝາກກະໂພກນັ້ນໄດ້ລະເບີດ, ແລະ ຄວັນໄຟກໍໄດ້ເຂົ້າໄປໃນຫ້ອງທາງຂ້າງ ແລະ ຫ້ອງນະມັດສະການ. ພວກເຮົາໄດ້ພາກັນມ້ຽນມັດເສດໝາກກະໂພກທີ່ກະຈັດກະຈາຍໄປ ແລະ ໄດ້ເປີດປ່ອງຢ້ຽມເພື່ອພະຍາຍາມກຳຈັດກິ່ນນັ້ນ, ໂດຍທີ່ຫວັງດ້ວຍຄວາມໄຮ້ດຽງສາວ່າຈະບໍ່ມີໃຜຮູ້ຈັກເລີຍ. ໂຊກດີແທ້ໆ ທີ່ບໍ່ມີໃຜໄດ້ຮັບບາດເຈັບ ແລະ ບໍ່ມີຫຍັງຖືກທຳລາຍ.
ເມື່ອສະມາຊິກມາທີ່ກອງປະຊຸມ, ເຂົາເຈົ້າກໍໄດ້ຖືກກິ່ນທີ່ເໝັນໄປທົ່ວນັ້ນ. ຫລີກລ້ຽງກິ່ນນັ້ນບໍ່ໄດ້ດອກ. ກິ່ນໄດ້ລົບກວນບັນຍາກາດທີ່ສັກສິດຂອງກອງປະຊຸມ. ເພາະວ່າບໍ່ມີຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນຫລາຍຄົນ—ແລະ ເຫັນໄດ້ວ່າ ໃນຂະນະທີ່ຂ້າພະເຈົ້າກຳລັງແຍກຄວາມຮູ້ສຶກກ່ຽວກັບສິ່ງທີ່ຂ້າພະເຈົ້າໄດ້ເຮັດໄປ—ຂ້າພະເຈົ້າໄດ້ຢາຍສິນລະລຶກ, ແຕ່ຂ້າພະເຈົ້າບໍ່ໄດ້ຮູ້ສຶກວ່າມີຄຸນຄ່າດີພໍທີ່ຈະຮັບສ່ວນສິນລະລຶກ. ເມື່ອຖາດສິນລະລຶກຖືກມອບໃຫ້ຂ້າພະເຈົ້າ, ຂ້າພະເຈົ້າບໍ່ຍອມຮັບສ່ວນ ທັງເຂົ້າຈີ່ ຫລື ນ້ຳ. ຂ້າພະເຈົ້າໄດ້ຮູ້ສຶກບໍ່ສະບາຍໃຈຫລາຍແທ້ໆ. ຂ້າພະເຈົ້າໄດ້ລະອາຍແກ່ໃຈ, ແລະ ຂ້າພະເຈົ້າໄດ້ຮູ້ວ່າສິ່ງທີ່ຂ້າພະເຈົ້າໄດ້ເຮັດລົງໄປນັ້ນໄດ້ເຮັດໃຫ້ພຣະເຈົ້າບໍ່ພໍພຣະໄທ.
ຫລັງຈາກເລີກໂບດ, ປະທານສາຂາຊື່, ຟະແຣ້ງ ລິນເບີກ, ບຸລຸດທີ່ໂດດເດັ່ນ, ຜູ້ສູງອາຍຸພ້ອມດ້ວຍຜົມສີຂີ້ເທົ່າ, ໄດ້ຂໍໃຫ້ຂ້າພະເຈົ້າໄປຫາຫ້ອງທຳງານຂອງເພິ່ນ. ຫລັງຈາກຂ້າພະເຈົ້າໄດ້ນັ່ງລົງແລ້ວ, ເພິ່ນໄດ້ຫລຽວເບິ່ງຂ້າພະເຈົ້າດ້ວຍຄວາມເມດຕາ ແລະ ໄດ້ເວົ້າວ່າເພິ່ນໄດ້ສັງເກດເຫັນວ່າ ຂ້າພະເຈົ້າບໍ່ໄດ້ຮັບສ່ວນສິນລະລຶກ. ເພິ່ນໄດ້ຖາມວ່າເປັນຫຍັງ. ຂ້າພະເຈົ້າສົງໄສວ່າເພິ່ນຮູ້ແລ້ວວ່າເປັນຫຍັງ. ຂ້າພະເຈົ້າແນ່ໃຈວ່າທຸກຄົນໄດ້ຮູ້ວ່າຂ້າພະເຈົ້າໄດ້ເຮັດຫຍັງລົງໄປ. ຫລັງຈາກຂ້າພະເຈົ້າໄດ້ບອກເພິ່ນແລ້ວ, ເພິ່ນໄດ້ຖາມວ່າ ຂ້າພະເຈົ້າໄດ້ຮູ້ສຶກແນວໃດ. ຂະນະທີ່ໄຫ້ຢູ່, ຂ້າພະເຈົ້າໄດ້ບອກເພິ່ນດ້ວຍຄວາມສະອື້ນວ່າ ຂ້າພະເຈົ້າເສຍໃຈ ແລະ ວ່າຂ້າພະເຈົ້າຮູ້ວ່າຂ້າພະເຈົ້າໄດ້ເຮັດໃຫ້ພຣະເຈົ້າຜິດຫວັງ.
ປະທານລິນເບີກ ໄດ້ເອົາພຣະຄຳພີ Doctrine and Covenants ສະບັບທີ່ຖືກໃຊ້ມານານອອກມາ. ເພິ່ນໄດ້ຂໍໃຫ້ຂ້າພະເຈົ້າອ່ານຂໍ້ທີ່ເພິ່ນໄດ້ໝາຍໄວ້. ພຣະຄຳພີໄດ້ບອກວ່າ,
ຄົນທີ່ກັບໃຈຈາກບາບຂອງເຂົາ, ຄົນໆນັ້ນໄດ້ຮັບການໃຫ້ອະໄພ, ແລະ ພຣະຜູ້ເປັນເຈົ້າ, ບໍ່ຈື່ຈຳບາບຂອງຄົນນັ້ນອີກເລີຍ.
ໂດຍການນັ້ນ ເຮົາຈະຮູ້ວ່າຄົນໆນັ້ນໄດ້ກັບໃຈຈາກບາບຂອງເຂົາຫລືບໍ່—ວ່າເຂົາຈະສາລະພາບ ແລະ ປະຖິ້ມມັນ.3
ຂ້າພະເຈົ້າຈະບໍ່ມີວັນລືມຮອຍຍິ້ມທີ່ມີເມດຕາຂອງປະທານລິນເບີກເລີຍ ຕອນທີ່ຂ້າພະເຈົ້າໄດ້ເງີຍໜ້າຂຶ້ນ ຫລັງຈາກຂ້າພະເຈົ້າໄດ້ອ່ານຈົບແລ້ວ. ເພິ່ນໄດ້ບອກຂ້າພະເຈົ້າວ່າ ເພິ່ນໄດ້ຮູ້ສຶກວ່າ ມັນຈະເປັນສິ່ງດີຖ້າຫາກຂ້າພະເຈົ້າຈະກັບມາຮັບສ່ວນສິນລະລຶກອີກ. ຕອນຂ້າພະເຈົ້າໄດ້ອອກໄປຈາກຫ້ອງທຳງານຂອງເພິ່ນ, ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມປິຕິຍິນດີທີ່ເກີນກວ່າຈະບັນລະຍາຍໄດ້.
ຄວາມປິຕິຍິນດີແບບນີ້ເປັນຜົນທີ່ຕາມມາຈາກການກັບໃຈ. ຄຳທີ່ວ່າ ກັບໃຈ ໝາຍຄວາມວ່າ, “ທີ່ຈະເຫັນໄດ້ພາຍຫລັງ” ແລະ ໝາຍເຖິງ “ການປ່ຽນແປງ.”4 ໃນພາສາສະວີເດັນ, ຄຳທີ່ວ່າ ອອມວານ, ຊຶ່ງມີຄວາມໝາຍງ່າຍໆວ່າ “ຫັນກັບຄືນ.”5 ນັກຂຽນຊາວຄຣິດຄົນໜຶ່ງ ຊື່, ຊີ ແອສ໌ ລະວິສ, ໄດ້ຂຽນກ່ຽວກັບຄວາມຈຳເປັນ ແລະ ວິທີທາງສຳລັບການປ່ຽນແປງ. ເພິ່ນໄດ້ກ່າວວ່າ ການກັບໃຈກ່ຽວພັນກັບ “ການຖືກວາງໄວ້ໃນເສັ້ນທາງທີ່ຖືກຕ້ອງ. ສິ່ງທີ່ໄດ້ຜິດພາດໄປກໍສາມາດຖືກເຮັດໃຫ້ຖືກຕ້ອງອີກໄດ້: ແຕ່ຕ້ອງໄດ້ກັບຄືນໄປຈົນທ່ານໄດ້ພົບເຫັນຄວາມຜິດພາດ ແລະ ເລີ່ມຕົ້ນໃໝ່ອີກຈາກຈຸດນັ້ນ, ບໍ່ແມ່ນພຽງແຕ່ຈະເຮັດ ຕໍ່ໄປເທົ່ານັ້ນ.”6 ການປ່ຽນແປງພຶດຕິກຳຂອງເຮົາ ແລະ ການກັບຄືນມາສູ່ “ເສັ້ນທາງທີ່ຖືກຕ້ອງ” ເປັນພາກສ່ວນຂອງການກັບໃຈ, ແຕ່ເປັນພຽງແຕ່ພາກສ່ວນໜຶ່ງເທົ່ານັ້ນ. ການກັບໃຈທີ່ແທ້ຈິງແມ່ນຮ່ວມດ້ວຍ ການຫັນຫົວໃຈ ແລະ ປະສົງຂອງເຮົາໄປຫາພຣະເຈົ້າ ແລະ ປະຖິ້ມບາບ.7 ດັ່ງທີ່ຖືກອະທິບາຍໃນໜັງສື ເອເຊກຽນ ວ່າ, ທີ່ຈະກັບໃຈຄືທີ່ຈະ “ຫັນໄປຈາກ ... ບາບ, ເຮັດສິ່ງທີ່ຖືກຕ້ອງຕາມກົດໝາຍ, ... ກົດຂອງຊີວິດ, ປາດສະຈາກການເຮັດຄວາມຊົ່ວຮ້າຍ.”8
ແຕ່ນີ້ກໍເປັນຄຳອະທິບາຍທີ່ບໍ່ສົມບູນຄົບຖ້ວນ. ມັນບໍ່ໄດ້ບອກຢ່າງຖືກຕ້ອງ ເຖິງອຳນາດທີ່ເຮັດໃຫ້ການກັບໃຈ ເປັນໄປໄດ້, ຊຶ່ງເປັນການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ການກັບໃຈທີ່ແທ້ຈິງຕ້ອງກ່ຽວພັນກັບສັດທາໃນອົງພຣະເຢຊູຄຣິດ, ສັດທາທີ່ວ່າພຣະອົງສາມາດປ່ຽນເຮົາໄດ້, ສັດທາທີ່ວ່າ ພຣະອົງສາມາດໃຫ້ອະໄພເຮົາໄດ້, ແລະ ສັດທາທີ່ວ່າ ພຣະອົງສາມາດຊ່ວຍເຮົາໃຫ້ຫລີກລ້ຽງຄວາມຜິດພາດອີກຫລາຍຢ່າງ. ສັດທາດັ່ງກ່າວເຮັດໃຫ້ການຊົດໃຊ້ຂອງພຣະອົງມີປະສິດທິພາບໃນຊີວິດຂອງເຮົາ. ເມື່ອເຮົາ “ເຫັນໄດ້ພາຍຫລັງ” ແລະ “ຫັນກັບຄືນ” ດ້ວຍຄວາມຊ່ວຍເຫລືອຂອງພຣະຜູ້ຊ່ວຍໃຫ້ລອດ, ເຮົາສາມາດຮູ້ສຶກເຖິງຄວາມຫວັງໃນຄຳສັນຍາຂອງພຣະອົງ ແລະ ເຖິງຄວາມປິຕິຍິນດີຂອງການໄດ້ຮັບການໃຫ້ອະໄພ. ປາດສະຈາກພຣະຜູ້ໄຖ່, ຄວາມຫວັງ ແລະ ຄວາມປິຕິຍິນດີຈະຫາຍໄປ ແລະ ການກັບໃຈກໍພຽງແຕ່ ເປັນການດັດແປງພຶດຕິກຳທີ່ໜ້າໂສກເສົ້າເທົ່ານັ້ນ. ແຕ່ໂດຍການໃຊ້ສັດທາໃນພຣະອົງ, ເຮົາຈະເຫລື້ອມໃສຕໍ່ຄວາມສາມາດ ແລະ ຄວາມເຕັມພຣະໄທຂອງພຣະອົງທີ່ຈະໃຫ້ອະໄພເຮົາ.
ປະທານບອຍ ເຄ ແພ໊ກເກີ ໄດ້ຢືນຢັນເຖິງຄຳສັນຍາທີ່ໃຫ້ຄວາມຫວັງຈາກການກັບໃຈນັ້ນ ໃນເດືອນເມສາ 2015 ທີ່ກອງປະຊຸມໃຫຍ່ສາມັນຄັ້ງສຸດທ້າຍຂອງເພິ່ນ. ເພິ່ນໄດ້ບັນຍາຍເຖິງອຳນາດແຫ່ງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ຈະປິ່ນປົວ ໃນສິ່ງທີ່ຂ້າພະເຈົ້າຖືວ່າເປັນ ການສະສົມສະຕິປັນຍາທີ່ໄດ້ມາຈາກການຮັບໃຊ້ເປັນອັກຄະສາວົກເຄິ່ງສັດຕະວັດ. ປະທານແພ໊ກເກີ ໄດ້ກ່າວວ່າ: “ການຊົດໃຊ້ບໍ່ໄດ້ປ່ອຍໃຫ້ເຫັນຮອຍໃດໆ. ສິ່ງທີ່ມັນໄດ້ສ້ອມແປງກໍຖືກສ້ອມແປງ. ... ມັນປິ່ນປົວ, ແລະ ສິ່ງທີ່ມັນປິ່ນປົວກໍຄົງຖືກປິ່ນປົວຢູ່ຕໍ່ໄປ.”9
ເພິ່ນໄດ້ກ່າວຕໍ່ໄປວ່າ:
“ການຊົດໃຊ້, ຊຶ່ງເຮົາແຕ່ລະຄົນສາມາດທວງເອົາໄດ້ ບໍ່ມີຮອຍແຜ. ນັ້ນໝາຍຄວາມວ່າ ບໍ່ວ່າເຮົາໄດ້ເຄີຍເຮັດສິ່ງໃດ ຫລື ເຄີຍຢູ່ໃສ ຫລື ສິ່ງໃດເຄີຍເກີດຂຶ້ນ, ຖ້າເຮົາກັບໃຈແທ້ໆ, ພຣະອົງໄດ້ສັນຍາວ່າ ພຣະອົງຈະຊົດໃຊ້ໃຫ້ເຮົາ. ແລະ ເມື່ອພຣະອົງໄດ້ຊົດໃຊ້, ພຣະອົງກໍໄດ້ເຮັດຕາມສັນຍານັ້ນ. ...
“… ການຊົດໃຊ້ ... ສາມາດຊຳລະລ້າງຄວາມດ່າງພ້ອຍ ບໍ່ວ່າຈະຍາກ ຫລື ດົນນານ ຫລື ຫລາຍເທື່ອປານໃດກໍຕາມ.”10
ການເອື້ອມອອກໄປຂອງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດນັ້ນບໍ່ມີວັນສິ້ນສຸດ ໃນຄວາມກວ້າງໄກ ແລະ ຄວາມເລິກຊຶ້ງ, ສຳລັບທ່ານ ແລະ ຂ້າພະເຈົ້າ. ແຕ່ເຮົາຈະບໍ່ຖືກບີບບັງຄັບໃຫ້ຮັບເອົາການຊົດໃຊ້. ດັ່ງທີ່ສາດສະດາລີໄຮໄດ້ອະທິບາຍ, ຫລັງຈາກທີ່ເຮົາ “ໄດ້ຮັບການແນະນຳຢ່າງພຽງພໍ” ທີ່ຈະ “ຮູ້ຈັກຄວາມດີຈາກຄວາມຊົ່ວ,”11 ເຮົາກໍ “ເປັນອິດສະລະທີ່ຈະເລືອກເສລີພາບ ແລະ ຊີວິດນິລັນດອນ ໂດຍທາງພຣະຜູ້ເປັນກາງທີ່ຍິ່ງໃຫຍ່ຂອງມະນຸດທັງປວງ, ຫລື ຈະເລືອກການເປັນຊະເລີຍ ແລະ ຄວາມຕາຍ.”12 ໃນອີກຄວາມໝາຍໜຶ່ງກໍແມ່ນວ່າ, ການກັບໃຈເປັນການເລືອກ.
ເຮົາສາມາດ—ແລະ ບາງເທື່ອເຮົາກໍເລືອກແບບນັ້ນ—ເລືອກທາງທີ່ແຕກຕ່າງໄດ້. ການເລືອກດັ່ງກ່າວອາດເບິ່ງຄືວ່າບໍ່ເປັນສິ່ງທີ່ຜິດພາດ, ແຕ່ມັນຍັງກີດກັນເຮົາຈາກຄວາມເສຍໃຈທີ່ແທ້ຈິງ ແລະ ສະນັ້ນກໍກີດຂວາງເຮົາຈາກການໄຕ່ຕາມຫາການກັບໃຈທີ່ແທ້ຈິງ. ຍົກຕົວຢ່າງ, ເຮົາອາດເລືອກທີ່ຈະໂທດຄົນອື່ນ. ຕອນເປັນເດັກອາຍຸ 12 ປີ ໃນເມືອງໂກເຕໂບກ, ຂ້າພະເຈົ້າສາມາດໂທດ ສະເຕຟານ ກໍໄດ້. ລາວເປັນຄົນທີ່ໄດ້ເອົາໝາກກະໂພກ ແລະ ໄມ້ຂີດໄຟນັ້ນມາໂບດ. ແຕ່ການໂທດຄົນອື່ນ, ແມ່ນແຕ່ຖ້າມັນຖືກຕ້ອງ, ກໍອະນຸຍາດໃຫ້ເຮົາມີຂໍ້ແກ້ຕົວສຳລັບການປະພຶດຂອງເຮົາ. ໂດຍການເຮັດແບບນີ້, ເຮົາໂຍນຄວາມຮັບຜິດຊອບຕໍ່ການກະທຳຂອງເຮົາໄປໃສ່ຄົນອື່ນ. ເມື່ອເຮົາໂຍນຄວາມຮັບຜິດຊອບນັ້ນໄປໃສ່ຄົນອື່ນ, ເຮົາຫລຸດທັງຄວາມຈຳເປັນ ແລະ ຄວາມສາມາດຂອງເຮົາທີ່ຈະກະທຳ. ເຮົາປ່ອຍໃຫ້ຕົນກາຍເປັນຜູ້ເຄາະຮ້າຍ, ແທນທີ່ຈະເປັນຜູ້ຄົນທີ່ສາມາດກະທຳເພື່ອຕົວເອງໄດ້.13
ການເລືອກອີກຢ່າງໜຶ່ງທີ່ກີດກັນການກັບໃຈຄື ການຫລຸດຄວາມໜັກໜ່ວງຂອງຄວາມຜິດຂອງເຮົາ. ໃນເຫດການ ໝາກກະໂພກທີ່ເມືອງໂກເຕໂບກ, ບໍ່ມີໃຜໄດ້ຮັບບາດເຈັບ, ບໍ່ໄດ້ມີຫຍັງຖືກທຳລາຍຢ່າງຖາວອນໄດ້ເກີດຂຶ້ນ, ແລະ ການປະຊຸມກໍໄດ້ດຳເນີນຕໍ່ໄປຢູ່ດີ. ມັນຈະເປັນເລື່ອງງ່າຍ ທີ່ຈະວ່າບໍ່ຈຳເປັນຕ້ອງມີເຫດຜົນທີ່ຈະກັບໃຈ. ແຕ່, ການຫລຸດຄວາມໜັກໜ່ວງຂອງຄວາມຜິດພາດຂອງເຮົາ, ແມ່ນແຕ່ຖ້າບໍ່ມີຜົນທີ່ຕາມມາທີ່ເຫັນໄດ້ຢ່າງທັນທີກໍຕາມ, ມັນກໍດຶງເອົາການກະຕຸ້ນໃຫ້ປ່ຽນແປງນັ້ນໄປ. ຄວາມຄິດແບບນີ້ກີດກັນເຮົາຈາກຄວາມເຂົ້າໃຈວ່າ ຄວາມຜິດພາດ ແລະ ບາບຂອງເຮົາມີຜົນນິລັນດອນທີ່ຕາມມາ.
ວິທີໜຶ່ງອີກ ຄືການຄິດວ່າບາບຂອງເຮົາບໍ່ສຳຄັນ ເພາະວ່າພຣະເຈົ້າຮັກເຮົາ ບໍ່ວ່າເຮົາຈະເຮັດຫຍັງກໍຕາມ. ມັນເປັນການລໍ້ລວງທີ່ຈະເຊື່ອສິ່ງທີ່ ນີຮໍຜູ້ຫລອກລວງ ໄດ້ສອນຜູ້ຄົນໃນແຜ່ນດິນເຊລາເຮັມລາວ່າ: “ມະນຸດຊາດທັງປວງຈະລອດໃນວັນສຸດທ້າຍ, ແລະວ່າພວກເຂົາບໍ່ຕ້ອງຢ້ານກົວ ຫລື ຕົວສັ່ນ … ແລະ ໃນຕອນສຸດທ້າຍມະນຸດທັງປວງຈະມີຊີວິດນິລັນດອນ.”14 ແຕ່ຄວາມຄິດທີ່ຢົ້ວຢວນນີ້ບໍ່ເປັນຄວາມຈິງ. ພຣະເຈົ້າຮັກເຮົາແທ້. ເຖິງຢ່າງໃດກໍຕາມ, ສິ່ງທີ່ເຮົາເຮັດສຳຄັນຕໍ່ພຣະອົງ ແລະ ຕໍ່ເຮົາດ້ວຍ. ພຣະອົງໄດ້ໃຫ້ຄຳສັ່ງທີ່ແຈ່ມແຈ້ງກ່ຽວກັບວິທີທີ່ເຮົາຄວນປະພຶດຕົນ. ເຮົາເອີ້ນຄຳສັ່ງເຫລົ່ານີ້ວ່າ ພຣະບັນຍັດ. ຄວາມພໍພຣະໄທຂອງພຣະອົງ ແລະ ຊີວິດນິລັນດອນຂອງເຮົາ ຂຶ້ນຢູ່ກັບການປະພຶດຂອງເຮົາ, ຮ່ວມທັງຄວາມເຕັມໃຈຂອງເຮົາທີ່ຈະສະແຫວງຫາການກັບໃຈທີ່ແທ້ຈິງຢ່າງຖ່ອມຕົວ.15
ນອກເໜືອຈາກນັ້ນ, ເຮົາຈະບໍ່ບັນລຸເຖິງການກັບໃຈທີ່ແທ້ຈິງ ເມື່ອເຮົາເລືອກທີ່ຈະແຍກພຣະເຈົ້າ ໄປຈາກພຣະບັນຍັດຂອງພຣະອົງ. ໃນທີ່ສຸດ, ຖ້າຫາກສິນລະລຶກບໍ່ເປັນສິ່ງສັກສິດ, ມັນກໍຈະບໍ່ສຳຄັນທີ່ກິ່ນຂອງໝາກກະໂພກ ໄດ້ລົບກວນກອງປະຊຸມສິນລະລຶກ ໃນເມືອງໂກເຕໂບກ. ເຮົາຕ້ອງລະວັງໃນການບໍ່ຖືຊາການປະພຶດທີ່ເປັນບາບ ໂດຍການປະໝາດ ຫລື ບໍ່ເອົາໃຈໃສ່ວ່າພຣະເຈົ້າໄດ້ເປັນຜູ້ຂຽນພຣະບັນຍັດຂອງພຣະອົງ. ການກັບໃຈທີ່ແທ້ຈິງຮຽກຮ້ອງ ການຮັບຮູ້ເຖິງຄວາມສູງສົ່ງຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ຄວາມຈິງຂອງວຽກງານຂອງພຣະອົງໃນຍຸກສຸດທ້າຍນີ້.
ແທນທີ່ຈະໃຫ້ຂໍ້ແກ້ຕົວ, ຂໍໃຫ້ເຮົາຈົ່ງເລືອກທີ່ຈະກັບໃຈ. ຜ່ານການກັບໃຈ, ເຮົາຈະສາມາດສຳນຶກຕົວໄດ້, ເໝືອນດັ່ງລູກຊາຍທີ່ເສຍໄປໃນຄຳອຸປະມາ,16 ແລະ ສະທ້ອນຄິດເຖິງຄວາມສຳຄັນນິລັນດອນຈາກການກະທຳຂອງເຮົາ. ເມື່ອເຮົາເຂົ້າໃຈວ່າ ບາບຂອງເຮົາສາມາດມີຜົນກະທົບກະເທືອນຕໍ່ຄວາມສຸກນິລັນດອນຂອງເຮົາ, ເຮົາບໍ່ພຽງແຕ່ຈະກັບໃຈແທ້ໆ ແຕ່ເຮົາຍັງຈະພະຍາຍາມທີ່ຈະກາຍເປັນຄົນທີ່ດີກວ່າເກົ່າ. ເມື່ອຖືກປະເຊີນໜ້າກັບການລໍ້ລວງ, ເຮົາມັກຈະຖາມຕົວເອງ, ດັ່ງໃນຖ້ອຍຄຳຂອງ ວິວລຽມ ເສກສະເປຍ ວ່າ:
ເຮົາຈະຊະນະຫຍັງຖ້າຫາກເຮົາໄດ້ສິ່ງທີ່ເຮົາສະແຫວງຫາ?
ຄວາມຝັນ, ລົມຫັນໃຈ, ຄວາມສຸກທີ່ບໍ່ທົນທານ:
ຜູ້ທີ່ແລກເອົາຄວາມມ່ວນຊື່ນຈັກນາທີດຽວ ແລ້ວເຈັບໃຈເປັນອາທິດ?
ຫລື ຈະສູນເສຍສິ່ງສຳຄັນນິລັນດອນ ເພື່ອຈະໄດ້ສິ່ງທີ່ໃຫ້ຄວາມມ່ວນຊື່ນພຽງຊົ່ວຄາວ?17
ຖ້າຫາກເຮົາບໍ່ໄດ້ເຫັນຊີວິດນິລັນດອນ ເພື່ອເຫັນແກ່ຂອງຫລິ້ນ, ເຮົາສາມາດເລືອກທີ່ຈະກັບໃຈໄດ້. ເປັນເພາະການຊົດໃຊ້ຂອງພຣະເຢຊູຄຣິດ, ເຮົາກໍມີໂອກກາດອີກຄັ້ງ. ດັ່ງຄຳປຽບທຽບ, ເຮົາສາມາດສະລະຂອງຫລິ້ນທີ່ເຮົາມັກຕັ້ງແຕ່ຕົ້ນ ເພື່ອຈະໄດ້ມີຄວາມຫວັງແຫ່ງນິລັນດອນ. ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ອະທິບາຍວ່າ, ພຣະຜູ້ເປັນເຈົ້າ ພຣະຜູ້ໄຖ່ຂອງເຮົາໄດ້ຮັບຄວາມຕາຍໃນເນື້ອໜັງ; ພຣະອົງຈຶ່ງໄດ້ຮັບເອົາຄວາມເຈັບປວດຂອງມະນຸດທັງປວງ, ເພື່ອວ່າມະນຸດທັງປວງຈະໄດ້ກັບໃຈ ແລະ ມາຫາພຣະອົງ.18
ພຣະເຢຊູຄຣິດສາມາດໃຫ້ອະໄພ ເພາະພຣະອົງໄດ້ຈ່າຍຄ່າບາບຂອງເຮົາ.19
ພຣະຜູ້ໄຖ່ຂອງເຮົາເລືອກທີ່ຈະໃຫ້ອະໄພ ເພາະຄວາມເຫັນອົກເຫັນໃຈ, ຄວາມເມດຕາ, ແລະ ຄວາມຮັກທີ່ບໍ່ມີຫຍັງທຽບເທົ່າຂອງພຣະອົງ.
ພຣະຜູ້ຊ່ວຍໃຫ້ລອດຂອງເຮົາປະສົງທີ່ຈະໃຫ້ອະໄພ. ເພາະວ່ານີ້ຄືຄຸນສົມບັດອັນສູງສົ່ງຂອງພຣະອົງ.
ແລະ ເໝືອນດັ່ງພຣະຜູ້ລ້ຽງທີ່ດີ, ພຣະອົງປິຕິຍິນດີ ເມື່ອເຮົາເລືອກທີ່ຈະກັບໃຈ.20
ແມ່ນແຕ່ເມື່ອເຮົາຮູ້ສຶກຜິດດັ່ງພຣະເຈົ້າ ສຳລັບການກະທຳຂອງເຮົາ,21 ເມື່ອເຮົາເລືອກທີ່ຈະກັບໃຈ, ໃນທັນທີນັ້ນ ເຮົາກໍເຊື້ອເຊີນພຣະຜູ້ຊ່ວຍໃຫ້ລອດເຂົ້າມາສູ່ຊີວິດຂອງເຮົາ. ດັ່ງທີ່ແອມມິວເລັກໄດ້ສອນວ່າ, ຈົ່ງ “ອອກມາ ແລະ ບໍ່ເຮັດໃຈແຂງກະດ້າງອີກຕໍ່ໄປ; ເພາະຈົ່ງເບິ່ງ, ບັດນີ້ຄືເວລາ ແລະ ວັນແຫ່ງຄວາມລອດຂອງພວກທ່ານ; ແລະ ດັ່ງນັ້ນ, ຖ້າຫາກພວກທ່ານຈະກັບໃຈ ແລະ ບໍ່ເຮັດໃຈແຂງກະດ້າງແລ້ວ, ແຜນແຫ່ງການໄຖ່ອັນຍິ່ງໃຫຍ່ນີ້ຈະຖືກນຳມາຫາພວກທ່ານ ໂດຍທັນທີ.”22 ເຮົາສາມາດຮູ້ສຶກຜິດຕາມຢ່າງຊອບພຣະໄທພຣະເຈົ້າສຳລັບການກະທຳຂອງເຮົາ ແລະ ໃນເວລາດຽວກັນ ກໍຮູ້ສຶກເຖິງຄວາມປິຕິຍິນດີ ຈາກການມີຄວາມຊ່ວຍເຫລືອຂອງພຣະຜູ້ຊ່ວຍໃຫ້ລອດ.
ຄວາມຈິງທີ່ວ່າ ເຮົາສາມາດກັບໃຈໄດ້ນັ້ນເປັນຂ່າວທີ່ປະເສີດຂອງພຣະກິດຕິຄຸນ!23 ຄວາມຮູ້ສຶກຜິດ ສາມາດຖືກກຳຈັດອອກໄປ.24 ເຮົາສາມາດເຕັມໄປດ້ວຍຄວາມປິຕິຍິນດີ, ໄດ້ຮັບການໄຖ່ບາບຂອງເຮົາ, ແລະ ມີຄວາມສະຫງົບໃນຈິດໃຈ.25 ເຮົາສາມາດເປັນອິດສະລະຈາກຄວາມຮູ້ສຶກສິ້ນຫວັງ ແລະ ການເປັນຂ້າທາດຂອງບາບ. ເຮົາສາມາດເຕັມໄປດ້ວຍຄວາມສະຫວ່າງທີ່ອັດສະຈັນຂອງພຣະເຈົ້າ ແລະ “ບໍ່ໄດ້ເຈັບປວດອີກຕໍ່ໄປ.”26 ການກັບໃຈບໍ່ພຽງແຕ່ຈະເປັນໄປໄດ້ ແຕ່ຍັງຈະເຕັມໄປດ້ວຍຄວາມປິຕິຍິນດີນຳອີກ ເພາະພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ຂ້າພະເຈົ້າຍັງຈຳຄວາມຮູ້ສຶກທີ່ໄດ້ສຳພັດໃຈຂ້າພະເຈົ້າ ຢູ່ໃນຫ້ອງການຂອງປະທານ ຫລັງຈາກປະສົບການໝາກກະໂພກນັ້ນຢູ່. ຂ້າພະເຈົ້າໄດ້ຮູ້ວ່າ ຂ້າພະເຈົ້າໄດ້ຮັບການໃຫ້ອະໄພແລ້ວ. ຄວາມຮູ້ສຶກຜິດຂອງຂ້າພະເຈົ້າກໍໄດ້ສູນຫາຍໄປ, ອາລົມເສົ້າຂອງຂ້າພະເຈົ້າກໍຖືກຍົກອອກ, ແລະ ຫົວໃຈຂອງຂ້າພະເຈົ້າ ກໍໄດ້ຮູ້ສຶກວ່າເບີກບານ.
ອ້າຍເອື້ອຍນ້ອງທັງຫລາຍ, ຂະນະທີ່ເຮົາຈົບກອງປະຊຸມນີ້, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ ຮູ້ສຶກເຖິງຄວາມປິຕິຍິນດີຫລາຍຂຶ້ນໃນຊີວິດຂອງທ່ານ: ຄວາມປິຕິຍິນດີໃນຄວາມຮູ້ວ່າ ການຊົດໃຊ້ຂອງພຣະເຢຊູຄຣິດນັ້ນຈິງ; ຄວາມປິຕິຍິນດີໃນຄວາມສາມາດ, ຄວາມເຕັມພຣະໄທ, ແລະ ຄວາມປາດຖະໜາຂອງພຣະຜູ້ຊ່ວຍໃຫ້ລອດທີ່ຈະໃຫ້ອະໄພ; ແລະ ຄວາມປິຕິຍິນດີໃນການເລືອກທີ່ຈະກັບໃຈ. ຂໍໃຫ້ເຮົາຈົ່ງຕິດຕາມຄຳແນະນຳຂອງພຣະຜູ້ຊ່ວຍໃຫ້ລອດທີ່ຈະ “ດື່ມຈາກບໍ່ນ້ຳແຫ່ງຄວາມລອດ ... ດ້ວຍຄວາມປິຕິຍິນດີ.”27 ຂໍໃຫ້ເຮົາຈົ່ງເລືອກທີ່ຈະກັບໃຈ; ທີ່ຈະປະຖິ້ມບາບຂອງເຮົາ, ທີ່ຈະຫັນຫົວໃຈ ແລະ ຄວາມປະສົງຂອງເຮົາ ກັບຄືນໄປຕິດຕາມພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ຂ້າພະເຈົ້າເປັນພະຍານເຖິງຄວາມເປັນຈິງທີ່ດຳລົງຢູ່ຂອງພຣະອົງ. ຂ້າພະເຈົ້າເປັນພະຍານຄົນໜຶ່ງ ແລະ ເປັນຜູ້ໄດ້ຮັບຄວາມເຫັນອົກເຫັນໃຈ, ຄວາມເມດຕາ, ແລະ ຄວາມຮັກຫລາຍຕໍ່ຫລາຍເທື່ອ ທີ່ບໍ່ມີຫຍັງທຽບເທົ່າໄດ້. ຂ້າພະເຈົ້າອະທິຖານວ່າ ພອນແຫ່ງການໄຖ່ຈາກການຊົດໃຊ້ຂອງພຣະອົງຈະເປັນຂອງທ່ານໃນເວລານີ້ ແລະ ເປັນຂອງທ່ານເທື່ອແລ້ວເທື່ອອີກ ຕະຫລອດຊົ່ວຊີວິດຂອງທ່ານ,28 ດັ່ງທີ່ມັນເປັນສຳລັບຂ້າພະເຈົ້າ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.