ບໍ່ມີຄວາມສຸກໃດທີ່ເກີນກວ່າການຮູ້ວ່າ ພວກເຂົາຮູ້
ຂ້າພະເຈົ້າບໍ່ຮູ້ວ່າ ຈະມີສິ່ງໃດ ຢູ່ໃນໂລກນີ້ ທີ່ສາມາດນຳຄວາມສຸກ ແລະ ຄວາມຊື່ນຊົມມາໃຫ້ເຮົາ ຫລາຍໄປກວ່າທີ່ໄດ້ຮູ້ວ່າ ລູກໆຂອງເຮົາຮູ້ຈັກພຣະຜູ້ຊ່ວຍໃຫ້ລອດ.
ອ້າຍເອື້ອຍນ້ອງທັງຫລາຍ, ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ໄຕ່ຕອງຄຳຖາມນີ້: “ຖ້າຫາກລູກຂອງທ່ານຮູ້ຈັກພຣະກິດຕິຄຸນຈາກທ່ານແຕ່ພຽງຜູ້ດຽວ—ທ່ານເປັນພຽງແຫລ່ງດຽວເທົ່ານັ້ນ—ແລ້ວພວກເຂົາຈະຮູ້ຫລາຍປານໃດ?” ຄຳຖາມນີ້ ກ່ຽວຂ້ອງກັບເຮົາທຸກຄົນທີ່ຮັກ, ສອນ, ແລະ ເປັນຕົວຢ່າງທີ່ດີໃຫ້ແກ່ເດັກນ້ອຍທັງຫລາຍ.
ມີຂອງປະທານທີ່ຍິ່ງໃຫຍ່ອື່ນໃດບໍ ທີ່ເຮົາສາມາດມອບໃຫ້ແກ່ລູກໆຂອງເຮົາໄດ້ ຫລາຍກວ່າຄວາມຊົງຈຳທີ່ແຊກຊຶມເຂົ້າໃນສ່ວນເລິກໆຂອງໃຈພວກເຂົາວ່າ ເຮົາຮູ້ວ່າ ພຣະຜູ້ໄຖ່ຂອງເຮົາຊົງພຣະຊົນຢູ່? ພວກເຂົາຮູ້ບໍວ່າ ເຮົາຮູ້? ແລະ ສຳຄັນກວ່ານັ້ນ, ພວກເຂົາຮູ້ດ້ວຍຕົວເອງບໍວ່າ ພຣະອົງຊົງພຣະຊົນຢູ່?
ຕອນຂ້າພະເຈົ້າຍັງນ້ອຍ, ຂ້າພະເຈົ້າໄດ້ເປັນລູກ ຜູ້ທີ່ແມ່ລ້ຽງຍາກຫລາຍທີ່ສຸດ. ຂ້າພະເຈົ້າມີພະລັງວັງຊາຫລາຍເກີນໄປ. ແມ່ຂອງຂ້າພະເຈົ້າບອກຂ້າພະເຈົ້າວ່າ ສິ່ງທີ່ເພິ່ນຢ້ານຫລາຍທີ່ສຸດ ແມ່ນເພິ່ນຢ້ານຂ້າພະເຈົ້າຊິບໍ່ມີຊີວິດຢູ່ຈົນເຖິງເປັນຜູ້ໃຫຍ່. ຂ້າພະເຈົ້າບໍ່ເຄີຍນັ່ງຢູ່ຊື່ໆ.
ຂ້າພະເຈົ້າຈື່ຕອນຍັງນ້ອຍໄດ້ ເວລານັ່ງຢູ່ກອງປະຊຸມສິນລະລຶກມື້ໜຶ່ງ ກັບຄອບຄົວ. ແມ່ຂອງຂ້າພະເຈົ້າຫາກໍໄດ້ພຣະຄຳພີຊຸດໃໝ່. ພຣະຄຳພີຊຸດນີ້ ມີປຶ້ມມາດຕະຖານສີ່ເຫລັ້ມຕິດຢູ່ດ້ວຍກັນເປັນຫົວດຽວ, ແລະ ຢູ່ທາງກາງມີເຈ້ຍເປົ່າ ທີ່ຂີດເປັນເສັ້ນ ເພື່ອໃຫ້ໃຊ້ຂຽນໝາຍເຫດ.
ໃນລະຫວ່າງກອງປະຊຸມນັ້ນ, ຂ້າພະເຈົ້າໄດ້ຂໍຈັບພຣະຄຳພີຂອງເພິ່ນ. ດ້ວຍຄວາມຫວັງຢາກໃຫ້ຂ້າພະເຈົ້າມິດງຽບຢູ່, ເພິ່ນໄດ້ສົ່ງພຣະຄຳພີມາໃຫ້ຂ້າພະເຈົ້າ. ໃນຂະນະທີ່ຂ້າພະເຈົ້າເປີດເບິ່ງພຣະຄຳພີຂອງແມ່, ຂ້າພະເຈົ້າໄດ້ເຫັນຈຸດເປົ້າໝາຍສ່ວນຕົວຂອງແມ່ ທີ່ເພິ່ນໄດ້ຂຽນໄວ້ ໃນພາກໝາຍເຫດ. ກ່ອນຈະບອກເຖິງເປົ້າໝາຍຂອງເພິ່ນ, ຂ້າພະເຈົ້າຈະບອກທ່ານກ່ອນວ່າ ຂ້າພະເຈົ້າເປັນລູກຄົນທີສອງ ໃນຈຳນວນລູກຫົກຄົນ ແລະ ຂ້າພະເຈົ້າຊື່ ບະແຣັດ. ແມ່ຂອງຂ້າພະເຈົ້າໄດ້ຂຽນເປົ້າໝາຍດຽວເປັນໂຕສີແດງໄວ້ວ່າ: “ຕ້ອງມີຄວາມອົດທົນນຳທ້າວບະແຣັດ!”
ຫລັກຖານຕໍ່ໄປ ເພື່ອຊ່ວຍທ່ານໃຫ້ເຂົ້າໃຈກ່ຽວກັບການທ້າທາຍທີ່ພໍ່ແມ່ຂອງຂ້າພະເຈົ້າໄດ້ປະເຊີນ ໃນການລ້ຽງດູຄອບຄົວຂອງພວກເພິ່ນ, ຂ້າພະເຈົ້າຈະບອກທ່ານກ່ຽວກັບການອ່ານພຣະຄຳພີເປັນຄອບຄົວ ຂອງພວກເຮົາ. ແຕ່ລະເຊົ້າ, ແມ່ຂອງຂ້າພະເຈົ້າໄດ້ອ່ານພຣະຄຳພີມໍມອນໃຫ້ພວກເຮົາຟັງ ຕອນກິນເຂົ້າເຊົ້າ. ໃນລະຫວ່າງນັ້ນ, ທ້າວເດບ ອ້າຍຂອງຂ້າພະເຈົ້າ ກັບຂ້າພະເຈົ້າ ໄດ້ນັ່ງມິດງຽບຢູ່ ແຕ່ບໍ່ມີຄວາມຄາລະວະ. ຕາມຄວາມຈິງແລ້ວ, ພວກເຮົາບໍ່ໄດ້ຟັງເລີຍ ມີແຕ່ສົນໃຈອ່ານຂໍ້ຄວາມຢູ່ກ່ອງ ຊີລີໂຢ ແທນ.
ແລ້ວ ເຊົ້າມື້ໜຶ່ງ, ຂ້າພະເຈົ້າຢາກເວົ້າແຈ້ງໆກັບແມ່. ຂ້າພະເຈົ້າໄດ້ເວົ້າຂຶ້ນວ່າ, “ແມ່, ເປັນຫຍັງແມ່ຈຶ່ງເຮັດແນວນີ້ກັບພວກເຮົາ? ເປັນຫຍັງແມ່ຈຶ່ງອ່ານພຣະຄຳພີມໍມອນທຸກເຊົ້າ?” ແລ້ວ ຂ້າພະເຈົ້າໄດ້ເວົ້າສິ່ງທີ່ໜ້າອັບອາຍ. ແທ້ຈິງແລ້ວ ຂ້າພະເຈົ້າບໍ່ເຊື່ອວ່າ ຕົວເອງໄດ້ເວົ້າມັນອອກມາ. ຂ້າພະເຈົ້າໄດ້ບອກເພິ່ນວ່າ, “ແມ່, ລູກ ບໍ່ ໄດ້ຟັງເລີຍ!”
ຄຳຕອບດ້ວຍຄວາມຮັກຂອງເພິ່ນ ໄດ້ເປັນສິ່ງທີ່ສຳຄັນຫລາຍໃນຊີວິດຂອງຂ້າພະເຈົ້າ. ເພິ່ນໄດ້ເວົ້າວ່າ, “ລູກເອີຍ, ແມ່ໄດ້ໄປຮ່ວມກອງປະຊຸມ ບ່ອນທີ່ປະທານແມຣິອອນ ຈີ ຣອມນີ ໄດ້ສອນກ່ຽວກັບພອນທີ່ມາຈາກການອ່ານພຣະຄຳພີ. ໃນລະຫວ່າງກອງປະຊຸມນັ້ນ, ແມ່ໄດ້ຮັບຄຳສັນຍາວ່າ ຖ້າຫາກແມ່ຈະອ່ານພຣະຄຳພີມໍມອນໃຫ້ລູກໆຟັງທຸກມື້, ແລ້ວແມ່ຈະບໍ່ສູນເສຍລູກໄປ.” ແລ້ວ ເພິ່ນໄດ້ຫລຽວຈ້ອງຕາຂອງຂ້າພະເຈົ້າ, ດ້ວຍຄວາມຕັ້ງໃຈ, ເວົ້າວ່າ, “ແລະ ແມ່ຈະບໍ່ສູນເສຍລູກໄປ!”
ຖ້ອຍຄຳຂອງເພິ່ນໄດ້ສຽບແທງໃຈຂອງຂ້າພະເຈົ້າ. ເຖິງແມ່ນວ່າ ຂ້າພະເຈົ້າຈະບໍ່ດີພ້ອມຫລາຍຂະໜາດໃດ, ແຕ່ກໍດີພໍທີ່ຈະຊ່ວຍໃຫ້ລອດ! ເພິ່ນໄດ້ສອນຄວາມຈິງນິລັນດອນນັ້ນວ່າ ຂ້າພະເຈົ້າເປັນບຸດຂອງພຣະບິດາເທິງສະຫວັນທີ່ຊົງຮັກ. ຂ້າພະເຈົ້າໄດ້ຮຽນຮູ້ວ່າ ເຖິງແມ່ນສະພາບການຈະເປັນແນວໃດກໍຕາມ, ແຕ່ຂ້າພະເຈົ້າກໍມີຄ່າພໍ. ມັນເປັນນາທີທີ່ດີເລີດ ສຳລັບເດັກນ້ອຍທີ່ບໍ່ດີພ້ອມ.
ຂ້າພະເຈົ້າມີຄວາມກະຕັນຍູຕະຫລອດການສຳລັບແມ່ ຜູ້ເປັນທູດສະຫວັນຂອງຂ້າພະເຈົ້າ ແລະ ສຳລັບທູດສະຫວັນທຸກຄົນ ຜູ້ຮັກເດັກນ້ອຍຫລາຍແທ້ໆ, ເຖິງແມ່ນວ່າ ພວກເຂົາຈະບໍ່ດີພ້ອມກໍຕາມ. ຂ້າພະເຈົ້າເຊື່ອແທ້ໆວ່າ ເອື້ອຍນ້ອງທຸກຄົນ—ຂ້າພະເຈົ້າຈະເອີ້ນເຂົາເຈົ້າວ່າ “ທູດສະຫວັນ”—ເປັນແມ່ໃນຊີໂອນ, ບໍ່ວ່າເຂົາເຈົ້າຈະແຕ່ງງານ ຫລືບໍ່ກໍຕາມ ຫລື ມີລູກ ໃນຊ່ວງມະຕະນີ້.
ເມື່ອຫລາຍປີກ່ອນ ຝ່າຍປະທານສູງສຸດ ໄດ້ປະກາດວ່າ: “ການເປັນແມ່ ແມ່ນໃກ້ຄວາມເປັນພຣະເຈົ້າ. ມັນເປັນການຮັບໃຊ້ທີ່ສູງສຸດ, ສັກສິດທີ່ສຸດ ທີ່ຜູ້ຄົນສາມາດຮັບໃຊ້ໄດ້. ເຮັດໃຫ້ສະຕີຜູ້ທີ່ໃຫ້ກຽດແກ່ການເອີ້ນ ແລະ ການຮັບໃຊ້ທີ່ສັກສິດນີ້ ໃກ້ຄຽງກັບການເປັນ ທູດສະຫວັນ.”1
ຂ້າພະເຈົ້າມີຄວາມກະຕັນຍູສຳລັບທູດສະຫວັນ ຕະຫລອດທົ່ວສາດສະໜາຈັກ ຜູ້ປະກາດຄວາມຈິງນິລັນດອນດ້ວຍຄວາມກ້າຫານ ແລະ ດ້ວຍຄວາມຮັກ ແກ່ລູກໆຂອງພຣະບິດາເທິງສະຫວັນ.
ຂ້າພະເຈົ້າມີຄວາມກະຕັນຍູຕໍ່ຂອງປະທານຈາກພຣະຄຳພີມໍມອນ. ຂ້າພະເຈົ້າຮູ້ວ່າ ມັນເປັນຄວາມຈິງ! ມັນບັນຈຸພຣະກິດຕິຄຸນທີ່ສົມບູນຂອງພຣະເຢຊູຄຣິດ. ຂ້າພະເຈົ້າບໍ່ເຄີຍຮູ້ຈັກໃຜ ທີ່ອ່ານພຣະຄຳພີມໍມອນຢ່າງພາກພຽນ ທຸກມື້ ດ້ວຍເຈດຕະນາອັນບໍລິສຸດ ແລະ ດ້ວຍສັດທາໃນພຣະຄຣິດ ແລ້ວສູນເສຍປະຈັກພະຍານ ແລະ ຕົກໄປ. ຄຳທຳນາຍຂອງໂມໂຣໄນ ສັນຍາ ດ້ວຍຂໍ້ຄວາມທີ່ສຳຄັນວ່າ ເຮົາຈະຮູ້ຈັກຄວາມຈິງຂອງທຸກເລື່ອງ—ຮ່ວມທັງການມີຄວາມສາມາດທີ່ຈະເບິ່ງອອກ ແລະ ສາມາດຫລີກລ້ຽງຈາກການຫລອກລວງຂອງຜູ້ປໍລະປັກ. (ເບິ່ງ ໂມໂຣໄນ 10:4–5.)
ຂ້າພະເຈົ້າມີຄວາມກະຕັນຍູຕໍ່ພຣະບິດາເທິງສະຫວັນທີ່ຊົງຮັກ ແລະ ຕໍ່ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ. ພຣະຜູ້ຊ່ວຍໃຫ້ລອດໄດ້ເປັນຕົວຢ່າງ ເຖິງວິທີທີ່ຈະດຳລົງຊີວິດຢູ່ໃນໂລກທີ່ບໍ່ດີພ້ອມ ແລະ ບໍ່ຍຸດຕິທຳນີ້. “ເຮົາຮັກພຣະອົງ, ເພາະພຣະອົງໄດ້ຮັກເຮົາກ່ອນ” (1 ໂຢຮັນ 4:19). ຄວາມຮັກຂອງພຣະອົງສຳລັບເຮົາແມ່ນເກີນກວ່າທີ່ຈະວັດແທກໄດ້. ພຣະອົງເປັນເພື່ອນທີ່ແທ້ຈິງທີ່ສຸດ. ເຫື່ອຂອງພຣະອົງ “ເກີດເປັນເໝືອນເລືອດໄຫລຢາດ” ສຳລັບທ່ານ ແລະ ຂ້າພະເຈົ້ານຳອີກ (ລູກາ 22:44). ພຣະອົງໄດ້ໃຫ້ອະໄພ ຜູ້ທີ່ເບິ່ງວ່າ ບໍ່ສາມາດໃຫ້ອະໄພ. ພຣະອົງຮັກຜູ້ທີ່ບໍ່ເປັນຕາຮັກ. ພຣະອົງໄດ້ເຮັດສິ່ງທີ່ມະນຸດບໍ່ສາມາດເຮັດ ນັ້ນຄື: ພຣະອົງໄດ້ທຳການຊົດໃຊ້ ເພື່ອເອົາຊະນະການລ່ວງລະເມີດ, ຄວາມເຈັບປວດ, ແລະ ຄວາມປ່ວຍໂຊຂອງມະນຸດທັງປວງ.
ເປັນເພາະການຊົດໃຊ້ຂອງພຣະເຢຊູຄຣິດ, ເຮົາຈຶ່ງສາມາດດຳລົງຊີວິດຢູ່ດ້ວຍຄຳສັນຍາທີ່ວ່າ ບໍ່ວ່າການດີ້ນລົນຂອງເຮົາຈະເປັນແບບໃດກໍຕາມ, ເຮົາຍັງສາມາດມີຄວາມຫວັງໃນພຣະອົງ, “ຜູ້ຊົງອານຸພາບເພື່ອຊ່ວຍໃຫ້ລອດ” (2 ນີໄຟ 31:19). ເປັນເພາະການຊົດໃຊ້ຂອງພຣະອົງ, ເຮົາຈຶ່ງສາມາດມີຄວາມຊື່ນຊົມ, ຄວາມສະຫງົບ, ຄວາມສຸກ, ແລະ ຊີວິດນິລັນດອນ.
ປະທານບອຍ ເຄ ແພ໊ກເກີ ໄດ້ກ່າວວ່າ: “ຍົກເວັ້ນແຕ່ບຸກຄົນຈຳນວນນ້ອຍໜຶ່ງທີ່ເລືອກໄປຫາຝ່າຍຜູ້ຈິບຫາຍເທົ່ານັ້ນທີ່ຈະບໍ່ໄດ້ຮັບການໃຫ້ອະໄພ, ນອກເໜືອຈາກນັ້ນ ບໍ່ມີການປະພຶດໃດ, ການຕິດແສດໃດ, ການກະບົດໃດ, ການລ່ວງລະເມີດໃດ, ການປະຖິ້ມຄວາມເຊື່ອໃດ, ການອາຊະຍາກຳໃດ ທີ່ຖືກຍົກເວັ້ນຈາກຄຳສັນຍາ ຂອງການໄດ້ຮັບການໃຫ້ອະໄພທີ່ຄົບຖ້ວນ. ນັ້ນຄືຄຳສັນຍາຂອງການຊົດໃຊ້ຂອງພຣະຄຣິດ.”2
ເຫດການໜຶ່ງທີ່ເຫລືອເຊື່ອທີ່ສຸດ ໃນປະຫວັດສາດຂອງມະນຸດ ແມ່ນການມາຢ້ຽມຢາມຂອງພຣະຜູ້ຊ່ວຍໃຫ້ລອດ ເພື່ອປະຕິບັດສາດສະໜາກິດແກ່ຜູ້ອາໄສຢູ່ອາເມຣິກາ ໃນສະໄໝບູຮານ. ໃຫ້ທ່ານວາດພາບຢູ່ໃນໃຈ ວ່າ ຖ້າທ່ານມີຊີວິດຢູ່ໃນເວລານັ້ນ ທ່ານຈະຮູ້ສຶກຈັ່ງໃດ. ຂະນະທີ່ຂ້າພະເຈົ້າໄດ້ໄຕ່ຕອງເຖິງຄວາມຮັກ ແລະ ຄວາມລະອຽດອ່ອນຂອງພຣະອົງ ທີ່ມີຕໍ່ໄພ່ພົນທີ່ໄດ້ມາເຕົ້າໂຮມກັນຢູ່ທີ່ພຣະວິຫານ, ຂ້າພະເຈົ້າໄດ້ຄິດກ່ຽວກັບເດັກນ້ອຍແຕ່ລະຄົນ ຜູ້ຂ້າພະເຈົ້າຮັກຫລາຍທີ່ສຸດ. ຂ້າພະເຈົ້າໄດ້ວາດພາບເຫັນຕອນ ພຣະຜູ້ຊ່ວຍໃຫ້ລອດໄດ້ເຊື້ອເຊີນເດັກນ້ອຍແຕ່ລະຄົນ ໃຫ້ເຂົ້າມາຫາພຣະອົງ, ໄດ້ເຫັນພຣະຜູ້ຊ່ວຍໃຫ້ລອດວາແຂນອອກໄປ, ໄດ້ຢືນຢູ່ທາງຂ້າງ ໃນຂະນະທີ່ເດັກນ້ອຍແຕ່ລະຄົນແຕະຕ້ອງຮອຍແຜຢູ່ໃນພຣະຫັດ ແລະ ພຣະບາດຂອງພຣະອົງ, ແລ້ວເຫັນເຂົາແຕ່ລະຄົນ ຢືນກ່າວເປັນພະຍານວ່າ ພຣະອົງຊົງພຣະຊົນຢູ່! (ເບິ່ງ 3 ນີໄຟ 11:14–17; ເບິ່ງ 17:21; 18:25 ນຳອີກ.) ເຫັນລູກໆຂອງເຮົາຫັນໄປຫາພໍ່ແມ່ ແລະ ເວົ້າວ່າ, “ແມ່, ພໍ່, ແມ່ນພຣະອົງແທ້ໆ!”
ຂ້າພະເຈົ້າບໍ່ຮູ້ວ່າ ຈະມີສິ່ງໃດ ຢູ່ໃນໂລກນີ້ ທີ່ສາມາດນຳຄວາມສຸກ ແລະ ຄວາມຊື່ນຊົມມາໃຫ້ເຮົາ ຫລາຍໄປກວ່າທີ່ໄດ້ຮູ້ວ່າ ລູກໆຂອງເຮົາຮູ້ຈັກພຣະຜູ້ຊ່ວຍໃຫ້ລອດ, ທີ່ຮູ້ວ່າ ເຂົາຮູ້ຈັກທີ່ຈະ “ຫລຽວຫາແຫລ່ງໃດເພື່ອການປົດບາບຂອງພວກເຂົາ.” ເພາະສະນັ້ນ ໃນຖານະທີ່ເປັນສະມາຊິກຂອງສາດສະໜາຈັກ, “ພວກເຮົາຈຶ່ງສັ່ງສອນເລື່ອງພຣະຄຣິດ” ແລະ ພວກເຮົາຈຶ່ງເປັນພະຍານເຖິງພຣະຄຣິດ (2 ນີໄຟ 25:26).
-
ເພາະສະນັ້ນ ເຮົາຈຶ່ງອະທິຖານກັບລູກໆຂອງເຮົາທຸກມື້.
-
ເພາະສະນັ້ນ ເຮົາຈຶ່ງອ່ານພຣະຄຳພີກັບພວກເຂົາທຸກໆມື້.
-
ເພາະສະນັ້ນ ເຮົາຈຶ່ງສອນພວກເຂົາໃຫ້ຮັບໃຊ້ຄົນອື່ນ, ເພື່ອວ່າພວກເຂົາຈະສາມາດໄດ້ຮັບພອນ ຂອງການພົບເຫັນຕົວເອງ ເມື່ອພວກເຂົາສະລະຕົວເອງໃນການຮັບໃຊ້ຄົນອື່ນ (ເບິ່ງ ມາຣະໂກ 8:35; ໂມໄຊຢາ 2:17).
ເມື່ອເຮົາອຸທິດຕົນຕໍ່ແບບແຜນທີ່ງ່າຍໆເຫລົ່ານີ້ຂອງການເປັນສານຸສິດ, ເຮົາຈະເພີ່ມອຳນາດໃຫ້ແກ່ລູກໆຂອງເຮົາດ້ວຍຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ພ້ອມດ້ວຍການຊີ້ນຳ ແລະ ການປົກປ້ອງຈາກສະຫວັນ ໃນຂະນະທີ່ພວກເຂົາປະເຊີນກັບການລໍ້ລວງທີ່ໜ້າຢ້ານກົວ ຂອງຜູ້ປໍລະປັກ.
ພຣະກິດຕິຄຸນແມ່ນກ່ຽວກັບບຸກຄົນໃດໜຶ່ງແທ້ໆ. ແມ່ນກ່ຽວກັບແກະທີ່ເສຍ (ເບິ່ງ ລູກາ 15:3–7); ແມ່ນກ່ຽວກັບຍິງຊາວຊາມາເຣຍ ຢູ່ທີ່ນ້ຳສ້າງ (ເບິ່ງ ໂຢຮັນ 4:5–30); ແມ່ນກ່ຽວກັບລູກຊາຍທີ່ເສຍ (ເບິ່ງ ລູກາ 15:11–32).
ແລະ ມັນກ່ຽວກັບເດັກນ້ອຍຜູ້ຊາຍຄົນໜຶ່ງ ທີ່ໄດ້ເວົ້າວ່າ ລາວບໍ່ສົນໃຈຟັງ.
ແມ່ນກ່ຽວກັບເຮົາແຕ່ລະຄົນ—ເຖິງແມ່ນເຮົາຈະບໍ່ດີພ້ອມ—ເພື່ອກາຍເປັນອັນໜຶ່ງດຽວກັນ ນຳພຣະຜູ້ຊ່ວຍໃຫ້ລອດ ດັ່ງທີ່ພຣະອົງເປັນອັນໜຶ່ງດຽວກັນ ນຳພຣະບິດາຂອງພຣະອົງ (ເບິ່ງ ໂຢຮັນ 17:21).
ຂ້າພະເຈົ້າເປັນພະຍານວ່າ ເຮົາມີພຣະບິດາເທິງສະຫວັນທີ່ຊົງຮັກ, ຜູ້ຮູ້ຈັກເຮົາຕາມຊື່! ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດເປັນພຣະບຸດທີ່ຊົງພຣະຊົນຢູ່ ຂອງພຣະເຈົ້າທີ່ຊົງພຣະຊົນຢູ່. ພຣະອົງເປັນພຣະອົງດຽວທີ່ຖືກຳເນີດ ແລະ ເປັນຜູ້ກ່າວແທນເຮົານຳພຣະບິດາ. ຂ້າພະເຈົ້າເປັນພະຍານຕື່ມອີກວ່າ ຄວາມລອດຈະມີມາໃນພຣະນາມ ແລະ ຜ່ານທາງພຣະນາມຂອງພຣະອົງ—ແລະ ບໍ່ແມ່ນທາງອື່ນ.
ຂ້າພະເຈົ້າອະທິຖານວ່າ ເຮົາຈະອຸທິດຫົວໃຈ ແລະ ມືຂອງເຮົາ ເພື່ອຊ່ວຍເຫລືອລູກໆຂອງພຣະບິດາເທິງສະຫວັນ ເພື່ອເຂົາຈະໄດ້ຮູ້ຈັກພຣະອົງ ແລະ ເພື່ອຈະຮູ້ສຶກເຖິງຄວາມຮັກຂອງພຣະອົງ. ເມື່ອເຮົາເຮັດເຊັ່ນນັ້ນ, ພຣະອົງສັນຍາວ່າ ຈະປະທານຄວາມຊື່ນຊົມ ແລະ ຄວາມສຸກນິລັນດອນໃຫ້ແກ່ເຮົາ ຢູ່ໃນໂລກນີ້ ແລະ ໃນໂລກໜ້າ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.