ຊັ້ນທີສີ່, ປະຕູສຸດທ້າຍ
ພຣະເຈົ້າ “ຈະປະທານລາງວັນໃຫ້ແກ່ຜູ້ທີ່ສະແຫວງຫາພຣະອົງ,” ສະນັ້ນ ເຮົາຕ້ອງເຄາະຕໍ່ໄປ. ເອື້ອຍນ້ອງທັງຫລາຍ, ຢ່າທໍ້ຖອຍ. ຈົ່ງສະແຫວງຫາພຣະເຈົ້າດ້ວຍສຸດໃຈຂອງທ່ານ.
ເອື້ອຍນ້ອງ, ໝູ່ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ຈັ່ງແມ່ນເປັນພອນແທ້ໆ ທີ່ເຮົາໄດ້ມາເຕົ້ມໂຮມກັນ ໃນກອງປະຊຸມໃຫຍ່ທົ່ວໂລກນີ້ ພາຍໃຕ້ການນຳພາຂອງສາດສະດາທີ່ຮັກຂອງເຮົາ ປະທານທອມມັສ ແອັສ ມອນສັນ. ປະທານເອີຍ, ພວກເຮົາຮັກທ່ານ ແລະ ພວກເຮົາສະໜັບສະໜູນທ່ານ! ພວກເຮົາຮູ້ວ່າ ທ່ານຮັກເອື້ອຍນ້ອງຂອງສາດສະໜາຈັກ.
ຂ້າພະເຈົ້າມັກມາຮ່ວມພາກທີ່ດີເລີດນີ້ ຂອງກອງປະຊຸມໃຫຍ່ສາມັນ ຊຶ່ງໄດ້ຈັດຂຶ້ນສຳລັບເອື້ອຍນ້ອງຂອງສາດສະໜາຈັກໂດຍສະເພາະ.
ເອື້ອຍນ້ອງທັງຫລາຍ, ເມື່ອຂ້າພະເຈົ້າເຫັນທ່ານ, ຂ້າພະເຈົ້າອົດໃຈບໍ່ໄດ້ທີ່ຈະຄິດເຖິງສະຕີຜູ້ໄດ້ມີອິດທິພົນໃນຊີວິດຂອງຂ້າພະເຈົ້າ ເຊັ່ນ: ແມ່ຕູ້ ແລະ ແມ່ຂອງຂ້າພະເຈົ້າ ຊຶ່ງເປັນຜູ້ທຳອິດ ທີ່ໄດ້ຮັບເອົາການເຊື້ອເຊີນ ໃຫ້ມາເບິ່ງ ວ່າສາດສະໜາຈັກແມ່ນກ່ຽວກັບຫຍັງ.1 ແລ້ວກໍມີ ແຮຣີແອດ ພັນລະຍາທີ່ແສນຮັກຂອງຂ້າພະເຈົ້າ ຜູ້ທີ່ຂ້າພະເຈົ້າໄດ້ຕົກຫລຸມຮັກ ໃນເທື່ອທຳອິດທີ່ຂ້າພະເຈົ້າໄດ້ເຫັນນາງ; ແລ້ວກໍມີ ແມ່ຂອງ ແຮຣີແອດ, ຜູ້ໄດ້ເຂົ້າຮ່ວມສາດສະໜາຈັກ ບໍ່ດົນຫລັງຈາກສາມີຂອງນາງໄດ້ເສຍຊີວິດໄປ ດ້ວຍໂຣກມະເລັງ; ແລ້ວແມ່ນ ເອື້ອຍຂອງຂ້າພະເຈົ້າ, ລູກສາວ, ຫລານສາວ, ແລະ ເຫລັນຂອງຂ້າພະເຈົ້າ—ທຸກໆຄົນເຫລົ່ານີ້. ໄດ້ເປັນຕົວຢ່າງທີ່ດີໃຫ້ແກ່ຂ້າພະເຈົ້າ. ເຂົາເຈົ້າເປັນແສງສະຫວ່າງໃຫ້ແກ່ຊີວິດຂອງຂ້າພະເຈົ້າແທ້ໆ. ເຂົາເຈົ້າດົນໃຈຂ້າພະເຈົ້າໃຫ້ກາຍເປັນຄົນດີກວ່າເກົ່າ ແລະ ເປັນຜູ້ນຳຂອງສາດສະໜາຈັກທີ່ມີຄວາມຮູ້ສຶກໄວກວ່າເກົ່າ. ຊີວິດຂອງຂ້າພະເຈົ້າຄົງແຕກຕ່າງຫລາຍ ຖ້າປາດສະຈາກບຸກຄົນເຫລົ່ານີ້!
ບາງທີ ສິ່ງທີ່ເຮັດໃຫ້ຂ້າພະເຈົ້າຖ່ອມຕົວທີ່ສຸດ ແມ່ນການທີ່ຮູ້ວ່າ ຕົວຢ່າງທີ່ດີອັນດຽວກັນນັ້ນ ຖືກເຮັດຊ້ຳ ເປັນຫລາຍລ້ານເທື່ອ ຕະຫລອດທົ່ວສາດສະໜາຈັກ ຜ່ານທາງຄວາມສາມາດ, ພອນສະຫວັນ, ຄວາມສະຫລາດ, ແລະ ປະຈັກພະຍານຂອງສະຕີແຫ່ງສັດທາ ຄືກັນກັບທ່ານ.
ບັດນີ້, ເຮົາບາງຄົນອາດຮູ້ສຶກວ່າ ບໍ່ດີພໍສຳລັບຄຳຍ້ອງຍໍນັ້ນ. ທ່ານອາດຄິດວ່າ ທ່ານບໍ່ມີຄວາມສຳຄັນແນວໃດ ທີ່ຈະສາມາດເປັນຕົວຢ່າງທີ່ດີໃຫ້ແກ່ຄົນອື່ນໄດ້. ບາງທີ ທ່ານບໍ່ຄິດວ່າຕົນເອງເປັນ “ສະຕີແຫ່ງສັດທາ” ເພາະວ່າບາງຄັ້ງ ທ່ານຍັງດີ້ນລົນກັບຄວາມສົງໄສ ຫລື ຄວາມຢ້ານກົວຢູ່.
ມື້ນີ້, ຂ້າພະເຈົ້າຢາກກ່າວກັບຜູ້ທີ່ຮູ້ສຶກແບບນີ້—ແລະ ນັ້ນແມ່ນຮ່ວມດ້ວຍທຸກຄົນໃນພວກເຮົາ ທີ່ເຄີຍຮູ້ສຶກແບບນີ້ ບໍ່ວ່າເວລາໃດກໍເວລາໜຶ່ງ. ຂ້າພະເຈົ້າຢາກກ່າວກ່ຽວກັບສັດທາ—ມັນແມ່ນຫຍັງ, ສິ່ງທີ່ມັນສາມາດ ແລະ ບໍ່ສາມາດ, ແລະ ເຮົາຕ້ອງເຮັດສິ່ງໃດ ຈຶ່ງຈະສາມາດເລີ່ມຕົ້ນພະລັງແຫ່ງສັດທາ ໃນຊີວິດຂອງເຮົາໄດ້.
ສັດທາຄືຫຍັງ
ສັດທາເປັນຄວາມໝັ້ນໃຈກັບບາງສິ່ງທີ່ເຮົາເຊື່ອ—ຄວາມໝັ້ນໃຈທີ່ໜັກແໜ້ນ ທີ່ກະຕຸ້ນເຮົາໃຫ້ເຮັດສິ່ງທີ່ເຮົາອາດບໍ່ເຮັດ. “ສັດທາຄືຄວາມແນ່ນອນໃຈ ໃນສິ່ງທີ່ເຮົາຫວັງໄວ້ ແລະ ເປັນຄວາມຕາຍໃຈເຖິງສິ່ງທີ່ຍັງບໍ່ເຫັນກັບຕາ.”2
ເຖິງແມ່ນສິ່ງນີ້ ເຂົ້າໃຈໄດ້ໃນບັນດາຜູ້ຄົນທີ່ເຊື່ອ, ແຕ່ສ່ວນຫລາຍແລ້ວ ມັນຍັງເປັນເລື່ອງສັບສົນຢູ່ສຳລັບຜູ້ທີ່ບໍ່ເຊື່ອ. ເຂົາເຈົ້າແກວ່ງຫົວ ແລະ ເວົ້າວ່າ, “ຊິມີໃຜແນ່ໃຈໄດ້ກັບສິ່ງທີ່ເຂົາບໍ່ເຫັນກັບຕາ?” ຕໍ່ເຂົາເຈົ້າແລ້ວ, ນີ້ເປັນຫລັກຖານທີ່ບໍ່ມີເຫດຜົນຂອງສາດສະໜາ.
ສິ່ງທີ່ເຂົາເຈົ້າບໍ່ເຂົ້າໃຈແມ່ນ ມີຫລາຍວິທີທີ່ຈະເຫັນ ນອກເໜືອໄປຈາກພຽງແຕ່ດ້ວຍຕາຂອງເຮົາ. ມີຫລາຍວິທີທີ່ຈະສຳພັດ ນອກເໜືອໄປຈາກພຽງແຕ່ດ້ວຍມືຂອງເຮົາ, ມີຫລາຍວິທີທີ່ຈະໄດ້ຍິນ ນອກເໜືອໄປຈາກພຽງແຕ່ດ້ວຍຫູຂອງເຮົາ.
ຄືກັນກັບປະສົບການຂອງນາງນ້ອຍຄົນໜຶ່ງ ທີ່ຍ່າງຫລິ້ນກັບແມ່ຕູ້ຂອງນາງ. ສຽງນົກຮ້ອງ ເປັນສຽງເພງທີ່ປະທັບໃຈຫລາຍສຳລັບນາງນ້ອຍ, ແລະ ນາງໄດ້ຊີ້ບອກເຖິງທຸກສຽງ ໃຫ້ແມ່ຕູ້ຂອງນາງຟັງ.
“ແມ່ຕູ້ໄດ້ຍິນບໍ?” ນາງນ້ອຍໄດ້ຖາມ ເທື່ອແລ້ວເທື່ອອີກ. ແຕ່ແມ່ຕູ້ຂອງນາງຫູຕຶງ ແລະ ບໍ່ສາມາດແຍກແຍະສຽງຂອງນົກໄດ້.
ໃນທີ່ສຸດ, ແມ່ຕູ້ໄດ້ຄຸເຂົ່າລົງ ແລະ ເວົ້າວ່າ, “ແມ່ຕູ້ຂໍໂທດ, ຫລານເອີຍ. ແມ່ຕູ້ບໍ່ໄດ້ຍິນຄັກ.”
ດ້ວຍຄວາມງຸດງິດໃຈ, ນາງນ້ອຍໄດ້ຈັບໜ້າຂອງແມ່ຕູ້, ຈ້ອງຕາ, ແລະ ເວົ້າວ່າ, “ແມ່ຕູ້, ໃຫ້ຕັ້ງໃຈຟັງຄັກໆດູ!”
ມັນມີບົດຮຽນຢູ່ໃນເລື່ອງນີ້ ສຳລັບຜູ້ທີ່ບໍ່ເຊື່ອ ແລະ ຜູ້ທີ່ເຊືອ. ເຖິງແມ່ນເຮົາບໍ່ສາມາດໄດ້ຍິນ ບໍ່ໄດ້ໝາຍຄວາມວ່າ ມັນບໍ່ມີສຽງໃຫ້ໄດ້ຍິນ. ສອງຄົນສາມາດໄດ້ຍິນຂ່າວສານອັນດຽວກັນໄດ້ ຫລື ອ່ານພຣະຄຳພີຂໍ້ດຽວກັນໄດ້, ແລະ ຄົນໜຶ່ງອາດຮູ້ສຶກເຖິງການເປັນພະຍານຂອງພຣະວິນຍານ, ແຕ່ອີກຜູ້ໜຶ່ງບໍ່ສາມາດຮູ້ສຶກ.
ກົງກັນຂ້າມ, ໃນຄວາມພະຍາຍາມຂອງເຮົາ ທີ່ຈະຊ່ວຍເຫລືອຄົນທີ່ເຮົາຮັກ ໃຫ້ໄດ້ຍິນສຸລະສຽງຂອງພຣະວິນຍານ ແລະ ເຫັນຄວາມງາມຢ່າງຫລວງຫລາຍ, ທີ່ເປັນນິລັນດອນ, ແລະ ໜ້າປະທັບໃຈຂອງພຣະກິດຕິຄຸນ ຂອງພຣະເຢຊູຄຣິດ, ໂດຍການບອກເຂົາເຈົ້າ “ໃຫ້ຕັ້ງໃຈຟັງຄັກໆ” ອາດບໍ່ເປັນວິທີທີ່ໄດ້ຜົນດີ.
ບາງທີ ຄຳແນະນຳທີ່ດີກວ່າ—ສຳລັບຄົນທີ່ຢາກມີສັດທາຫລາຍກວ່າເກົ່າ—ແມ່ນ ການຟັງສຽງ ທີ່ແຕກຕ່າງ. ອັກຄະສາວົກຊຸກຍູ້ເຮົາ ໃຫ້ສະແຫວງຫາສຽງທີ່ກ່າວກັບວິນຍານຂອງເຮົາ ບໍ່ແມ່ນກ່າວພຽງໃສ່ຫູຂອງເຮົາເທົ່ານັ້ນ. ເພິ່ນໄດ້ສອນວ່າ, “ມະນຸດທີ່ມີຈິດໃຈທຳມະດາຈະຮັບສິ່ງຊຶ່ງເປັນຂອງພຣະວິນຍານຂອງພຣະເຈົ້າກໍບໍ່ໄດ້ ເພາະພວກເຂົາເຫັນວ່າ ສິ່ງເຫລົ່ານີ້ເປັນເລື່ອງໂງ່ສຳລັບຕົນ ແລະ ບໍ່ສາມາດເຂົ້າໃຈ ເພາະວ່າ ທີ່ຈະເຂົ້າໃຈສິ່ງເຫລົ່ານັ້ນໄດ້ ກໍຕ້ອງອາໄສພຣະວິນຍານ.”3 ຫລື ບາງທີເຮົາຄວນພິຈາລະນາຖ້ອຍຄຳຂອງ Saint-Exupéry’s Little Prince, ຜູ້ໄດ້ກ່າວວ່າ: “ຄົນຈະຫລຽວເຫັນໄດ້ຢ່າງແຈ່ມແຈ້ງດ້ວຍໃຈ. ທຸກສິ່ງທີ່ສຳຄັນ ຕາບໍ່ສາມາດຫລຽວເຫັນໄດ້.”4
ພະລັງ ແລະ ຂອບເຂດຂອງສັດທາ
ບາງເທື່ອ, ມັນບໍ່ໄດ້ເປັນສິ່ງງ່າຍທີ່ຈະພັດທະນາສັດທາ ໃນເລື່ອງທາງວິນຍານ ຂະນະທີ່ມີຊີວິດຢູ່ໃນໂລກມະຕະນີ້. ແຕ່ມັນເປັນຄວາມພະຍາຍາມທີ່ກຸ້ມຄ່າ, ເພາະພະລັງຂອງສັດທາໃນຊີວິດຂອງເຮົາ ສາມາດເລິກຊຶ້ງໄດ້. ພຣະຄຳພີສອນເຮົາວ່າ ຜ່ານທາງສັດທາ ໂລກຕ່າງໆໄດ້ຖືກສ້າງຂຶ້ນ, ແລະ ນ້ຳໄດ້ຖືກແຍກອອກຈາກກັນ, ຄົນຕາຍໄດ້ຖືກໂຜດໃຫ້ມີຊີວິດຄືນອີກ, ແມ່ນ້ຳ ແລະ ພູເຂົາ ໄດ້ຖືກຍ້າຍອອກຈາກບ່ອນຂອງມັນ.5
ແຕ່ບາງຄົນອາດຖາມວ່າ, “ຖ້າຫາກສັດທາມີພະລັງຫລາຍຂະໜາດນັ້ນ, ເປັນຫຍັງຂ້າພະເຈົ້າຈຶ່ງບໍ່ໄດ້ຮັບຄຳຕອບ ໃຫ້ກັບຄຳອະທິຖານທີ່ຈິງໃຈຂອງຂ້າພະເຈົ້າ? ບໍ່ຈຳເປັນຕ້ອງໃຫ້ນ້ຳແຍກ, ຫລື ໃຫ້ພູເຄື່ອນຍ້າຍອອກ. ຂ້າພະເຈົ້າພຽງແຕ່ຢາກຫາຍດີຈາກພະຍາດ ຫລື ຢາກໃຫ້ພໍ່ແມ່ອະໄພໃຫ້ກັນ ຫລື ຢາກໃຫ້ຄູ່ນິລັນດອນຂອງຂ້າພະເຈົ້າ ມາເຄາະປະຕູ ພ້ອມກັບຊໍ່ດອກໄມ້ຢູ່ໃນມືໜຶ່ງ ແລະ ອີກມືໜຶ່ງ ມີແຫວນມາໝັ້ນ. ເປັນຫຍັງສັດທາຂອງຂ້າພະເຈົ້າ ຈຶ່ງບໍ່ປະສົບຄວາມສຳເລັດ ນັ້ນ?”
ສັດທາ ແມ່ນ ມີພະລັງຫລາຍ, ແລະ ສ່ວນຫລາຍແລ້ວ ມັນຈະຕິດຕາມດ້ວຍການມະຫັດສະຈັນ. ບໍ່ວ່າເຮົາຈະມີສັດທາຫລາຍປານໃດກໍຕາມ, ມີສອງຢ່າງທີ່ສັດທາບໍ່ສາມາດເຮັດໄດ້. ໜຶ່ງ, ມັນບໍ່ສາມາດຝ່າຝືນອຳເພີໃຈຂອງຄົນອື່ນ.
ສະຕີຄົນໜຶ່ງໄດ້ອະທິຖານເປັນເວລາຫລາຍປີ ຂໍໃຫ້ລູກສາວທີ່ອອກນອກທາງຂອງນາງ ກັບຄືນມາຫາພຣະຄຣິດ ແລະ ຮູ້ສຶກວ່າ ຄຳອະທິຖານຂອງນາງບໍ່ໄດ້ຮັບຄຳຕອບ. ນາງມີຄວາມເຈັບປວດຫລາຍ ໂດຍສະເພາະ ເມື່ອນາງໄດ້ຍິນລູກຂອງຄົນອື່ນ ໄດ້ກັບໃຈຈາກທິດທາງຂອງເຂົາ.
ບັນຫາບໍ່ແມ່ນຢູ່ທີ່ວ່າ ອະທິຖານບໍ່ພຽງພໍ ຫລື ຂາດສັດທາ. ນາງພຽງແຕ່ຕ້ອງເຂົ້າໃຈວ່າ, ເຖິງແມ່ນພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາຈະເຈັບປວດຫລາຍພຽງໃດ, ພຣະອົງຈະບໍ່ບັງຄັບຄົນໃດໃຫ້ເລືອກເສັ້ນທາງທີ່ຊອບທຳ. ພຣະເຈົ້າບໍ່ໄດ້ບັງຄັບລູກຄົນໃດຂອງພຣະອົງໃຫ້ຕິດຕາມພຣະອົງ ຢູ່ໃນໂລກກ່ອນເກີດ. ແລ້ວພຣະອົງຈະບັງຄັບເຮົາແນວໃດ ໃນຂະນະທີ່ເຮົາກຳລັງເດີນທາງ ຜ່ານຊີວິດທີ່ເປັນມະຕະນີ້?
ພຣະເຈົ້າຈະເຊື້ອເຊີນ, ຊັກຊວນ. ພຣະເຈົ້າຈະເອື້ອມອອກໄປຢ່າງບໍ່ຫລົດລະ ດ້ວຍຄວາມຮັກ ແລະ ການດົນໃຈ ແລະ ການຊຸກຍູ້. ແຕ່ພຣະເຈົ້າຈະບໍ່ບັງຄັບ—ສິ່ງນັ້ນຈະທຳລາຍແຜນທີ່ຍິ່ງໃຫຍ່ຂອງພຣະອົງ ສຳລັບຄວາມເຕີບໂຕທາງວິນຍານຂອງເຮົາ.
ສິ່ງທີສອງທີ່ສັດທາບໍ່ສາມາດເຮັດໄດ້ ແມ່ນບັງຄັບພຣະເຈົ້າໃຫ້ເຮັດຕາມຄວາມປະສົງຂອງເຮົາ. ເຮົາບໍ່ສາມາດບັງຄັບພຣະເຈົ້າໃຫ້ເຮັດຕາມໃຈຂອງເຮົາ—ເຖິງແມ່ນເຮົາຄິດວ່າ ເຮົາຖືກຕ້ອງຫລາຍປານໃດກໍຕາມ ຫລື ເຮົາອະທິຖານດ້ວຍຄວາມຈິງໃຈຫລາຍປານໃດກໍຕາມ. ໃຫ້ຄິດກ່ຽວກັບປະສົບການຂອງໂປໂລ, ຜູ້ໄດ້ທູນຂໍຫລາຍເທື່ອ ໃຫ້ພຣະຜູ້ເປັນເຈົ້າປົດປ່ອຍລາວອອກຈາກການທົດລອງສ່ວນຕົວ, ຊຶ່ງລາວເອີ້ນວ່າ “ສ້ຽນໜາມໃນເນື້ອກາຍ.” ແຕ່ນັ້ນບໍ່ແມ່ນພຣະປະສົງຂອງພຣະເຈົ້າ. ໃນທີ່ສຸດໂປໂລໄດ້ຮັບຮູ້ວ່າ ການທົດລອງຂອງລາວ ເປັນພອນ, ແລະ ລາວໄດ້ຂອບພຣະໄທພຣະເຈົ້າທີ່ບໍ່ໄດ້ຕອບຄຳອະທິຖານຂອງລາວ ໃນທາງທີ່ລາວໄດ້ຫວັງໄວ້.6
ການໄວ້ວາງໃຈ ແລະ ສັດທາ
ບໍ່ແມ່ນ, ຈຸດປະສົງຂອງສັດທາ ບໍ່ແມ່ນທີ່ຈະ ປ່ຽນ ພຣະປະສົງຂອງພຣະເຈົ້າ ແຕ່ເຮັດໃຫ້ເຮົາສາມາດ ເຮັດຕາມ ພຣະປະສົງຂອງພຣະເຈົ້າ. ສັດທາແມ່ນການໄວ້ວາງໃຈ—ໄວ້ວາງໃຈວ່າ ພຣະເຈົ້າເຫັນສິ່ງທີ່ເຮົາບໍ່ສາມາດຫລຽວເຫັນ ແລະ ວ່າພຣະອົງຮູ້ສິ່ງທີ່ເຮົາບໍ່ຮູ້.7 ບາງຄັ້ງ, ການໄວ້ວາງໃຈຕາ ແລະ ການຕັດສິນໃຈຂອງເຮົາເອງ ແມ່ນບໍ່ພຽງພໍ.
ຂ້າພະເຈົ້າໄດ້ຮຽນຮູ້ເລື່ອງນີ້ ໃນຖານະເປັນນັກຂັບຍົນ, ໃນມື້ທີ່ຂ້າພະເຈົ້າຕ້ອງໄດ້ຂັບຜ່າເມກທີ່ຕຶບໜາ ແລະ ບໍ່ສາມາດຫລຽວເຫັນໄດ້ໄກ ຂ້າພະເຈົ້າຕ້ອງໄດ້ເພິ່ງເຂັມທິດ ທີ່ບອກຂ້າພະເຈົ້າວ່າ ຂ້າພະເຈົ້າຢູ່ຈຸດໃດ ແລະ ວ່າຂ້າພະເຈົ້າກຳລັງມຸ້ງໜ້າໄປທາງໃດ. ຂ້າພະເຈົ້າຕ້ອງຟັງສຽງຜູ້ຄວບຄຸມການເດີນຍົນ. ຂ້າພະເຈົ້າຕ້ອງເຮັດຕາມບຸກຄົນທີ່ມີຂໍ້ມູນທີ່ຖືກຕ້ອງຫລາຍກວ່າທີ່ຂ້າພະເຈົ້າມີ. ບຸກຄົນທີ່ຂ້າພະເຈົ້າບໍ່ສາມາດຫລຽວເຫັນ ແຕ່ເປັນຜູ້ທີ່ຂ້າພະເຈົ້າຕ້ອງຮຽນທີ່ຈະໄວ້ວາງໃຈ. ບຸກຄົນທີ່ສາມາດຫລຽວເຫັນ ສິ່ງທີ່ຂ້າພະເຈົ້າບໍ່ສາມາດຫລຽວເຫັນ. ຂ້າພະເຈົ້າຕ້ອງໄວ້ວາງໃຈ ແລະ ເຮັດຕາມ ຢ່າງຖືກຕ້ອງ, ເພື່ອຈະໄປເຖິງຈຸດໝາຍປາຍທາງຢ່າງປອດໄພ.
ສັດທາໝາຍຄວາມວ່າ ເຮົາບໍ່ພຽງໄວ້ວາງໃຈແຕ່ໃນຄວາມສະຫລຽວສະຫລາດຂອງພຣະເຈົ້າເທົ່ານັ້ນ, ແຕ່ເຮົາຍັງໄວ້ວາງໃຈໃນຄວາມຮັກຂອງພຣະອົງນຳອີກ. ນັ້ນໝາຍຄວາມວ່າ ເຮົາໄວ້ວາງໃຈວ່າ ພຣະເຈົ້າຮັກເຮົາຢ່າງສົມບູນແບບ, ວ່າທຸກສິ່ງທີ່ພຣະອົງກະທຳ—ພອນທຸກປະການທີ່ພຣະອົງປະທານໃຫ້ ແລະ ເກັບໄວ້ຊົ່ວໄລຍະໜຶ່ງ—ແມ່ນສຳລັບຄວາມສຸກນິລັນດອນຂອງເຮົາ.8
ດ້ວຍສັດທາເຊັ່ນນີ້, ເຖິງແມ່ນເຮົາອາດບໍ່ເຂົ້າໃຈວ່າ ເປັນຫຍັງບາງສິ່ງໄດ້ເກີດຂຶ້ນ ຫລື ເປັນຫຍັງຄຳອະທິຖານບາງຄຳບໍ່ໄດ້ຮັບຄຳຕອບ, ແຕ່ເຮົາກໍສາມາດຮູ້ໄດ້ວ່າ ໃນທີ່ສຸດ ທຸກສິ່ງຈະເປັນທີ່ເຂົ້າໃຈໄດ້. “ພຣະເຈົ້າ [ຈະ] ຮ່ວມກັບຄົນທັງຫລາຍທີ່ຮັກພຣະອົງ ເພື່ອໃຫ້ເກີດຜົນດີໃນທຸກສິ່ງ.”9
ທຸກສິ່ງຈະຖືກເຮັດໃຫ້ຖືກຕ້ອງ. ທຸກສິ່ງຈະເປັນໄປດ້ວຍດີ.
ເຮົາສາມາດໝັ້ນໃຈໄດ້ວ່າ ຈະໄດ້ຮັບຄຳຕອບ, ແລະ ເຮົາກໍສາມາດແນ່ໃຈໄດ້ວ່າ ບໍ່ພຽງແຕ່ເຮົາຈະເພິ່ງພໍໃຈກັບຄຳຕອບເທົ່ານັ້ນ, ແຕ່ເຮົາຈະປາບປື້ມກັບພຣະຄຸນ, ຄວາມເມດຕາ, ຄວາມເພື່ອແຜ່, ແລະ ຄວາມຮັກຂອງພຣະບິດາເທິງສະຫວັນ ທີ່ມີສຳລັບເຮົາຜູ້ເປັນລູກໆຂອງພຣະອົງນຳອີກ.
ຈົ່ງເຄາະຕໍ່ໄປ
ຈົນເຖິງມື້ນັ້ນ, ເຮົາຕ້ອງດຳເນີນຊີວິດຕາມສັດທາທີ່ເຮົາມີຢູ່,10 ສະແຫວງຫາການທີ່ຈະມີສັດທາຫລາຍຂຶ້ນ ເລື້ອຍໄປ. ບາງຄັ້ງ, ສິ່ງນີ້ບໍ່ໄດ້ເປັນສິ່ງງ່າຍທີ່ຈະເຮັດ. ຄົນທີ່ບໍ່ມີຄວາມອົດທົນ, ບໍ່ຕັ້ງໃຈ, ຫລື ບໍ່ສົນໃຈ ຈະພົບວ່າ ສັດທາເປັນສິ່ງຍາກທີ່ຈະມີໄດ້. ຄົນທີ່ທໍ້ຖອຍ ໄວ ຫລື ຖືກລົບກວນ ອາດມີສັດທາຍາກ. ສັດທາມາສູ່ຄົນທີ່ຖ່ອມຕົວ, ພາກພຽນ, ແລະ ອົດທົນ.
ມັນມາສູ່ຄົນທີ່ຕັ້ງຕໍ່ຢູ່ກັບການເປັນຄົນຊື່ສັດ.
ຄວາມຈິງນີ້ ໄດ້ຖືກສາທິດໃຫ້ເຫັນໃນປະສົບການຂອງຜູ້ສອນສາດສະໜາໜຸ່ມສອງຄົນ ທີ່ຮັບໃຊ້ຢູ່ເອີຣົບ ໃນບ່ອນທີ່ມີຄົນປ່ຽນໃຈຮັບບັບຕິສະມາໜ້ອຍ. ຂ້າພະເຈົ້າຄິດວ່າ ເຂົາເຈົ້າຄົງເຂົ້າໃຈວ່າ ສິ່ງໃດກໍຕາມທີ່ເຂົາເຈົ້າເຮັດ ຈະບໍ່ສ້າງຄວາມແຕກຕ່າງຫຍັງເລີຍ.
ແຕ່ຜູ້ສອນສາດສະໜາສອງຄົນນີ້ມີ ສັດທາ, ແລະ ສັດທານັ້ນໄດ້ດົນໃຈເຂົາເຈົ້າໃຫ້ທຳງານ. ເຂົາເຈົ້າໄດ້ມີທ່າທີແບບວ່າ ຖ້າຫາກບໍ່ມີຄົນຟັງຂ່າວສານຂອງເຂົາເຈົ້າ, ບໍ່ແມ່ນເພາະເຂົາເຈົ້າໄດ້ໃຊ້ຄວາມພະຍາຍາມເລັກນ້ອຍ.
ມື້ໜຶ່ງ, ເຂົາເຈົ້າໄດ້ຮູ້ສຶກວ່າ ຄວນໄປຫາເຮືອນຫ້ອງແຖວສີ່ຊັ້ນ ທີ່ສວຍງາມບ່ອນໜຶ່ງ. ເຂົາເຈົ້າໄດ້ເລີ່ມຕົ້ນເຄາະປະຕູ ຈາກຊັ້ນທຳອິດ, ເຄາະໄປແຕ່ລະປະຕູ, ໄດ້ສະເໜີຂ່າວສານຂອງພຣະເຢຊູຄຣິດ ແລະ ການຟື້ນຟູຂອງສາດສະໜາຈັກຂອງພຣະອົງ.
ບໍ່ມີໃຜຢູ່ຊັ້ນທຳອິດສົນໃຈຟັງເຂົາເຈົ້າ.
ມັນເປັນສິ່ງງ່າຍທີ່ຈະເວົ້າອອກມາວ່າ, “ພວກເຮົາເມື່ອຍແລ້ວ. ໃຫ້ຢຸດພຽງເທົ່ານີ້ສາ. ພາກັນໄປເທາະ ແລະ ພະຍາຍາມລອງເຄາະປະຕູຢູ່ຕຶກອື່ນ.”
ແຕ່ຜູ້ສອນສາດສະໜາສອງຄົນນີ້ ມີ ສັດທາ ແລະ ເຂົາເຈົ້າໄດ້ຕັ້ງໃຈ ທຳງານ, ແລະ ສະນັ້ນເຂົາເຈົ້າຈຶ່ງເຄາະປະຕູຂອງຊັ້ນທີສອງທຸກຫ້ອງ.
ອີກເທື່ອໜຶ່ງ, ບໍ່ມີໃຜຮັບຟັງ.
ຊັ້ນທີສາມກໍເໝືອນກັນ. ແລະ ຊັ້ນທີສີ່ກໍແບບດຽວ—ຈົນໄປເຖິງປະຕູສຸດທ້າຍຂອງຊັ້ນທີສີ່.
ເມື່ອປະຕູເປີດອອກ, ຍິ່ງໜຸ່ມຄົນໜຶ່ງໄດ້ຍິ້ມໃຫ້ເຂົາເຈົ້າ ແລະ ຂໍໃຫ້ເຂົາເຈົ້າລໍຖ້າ ໃນຂະນະທີ່ນາງໄປເວົ້າລົມກັບແມ່ຂອງນາງ.
ແມ່ຂອງນາງ ອາຍຸ 36 ປີ, ຜູ້ຫາກໍໄດ້ສູນເສຍສາມີໄປ ແລະ ບໍ່ມີອາລົມທີ່ຈະເວົ້າລົມກັບຜູ້ສອນສາດສະໜາຂອງໂບດມໍມອນ. ສະນັ້ນ ນາງຈຶ່ງໄດ້ບອກລູກສາວຂອງນາງ ໃຫ້ບອກຜູ້ສອນສາດສະໜາວ່າ ບໍ່ສົນໃຈ.
ແຕ່ລູກສາວໄດ້ອ້ອນວອນກັບແມ່. ນາງໄດ້ເວົ້າວ່າ ຜູ້ສອນສາດສະໜາເຫລົ່ານີ້ເປັນຄົນຮຽບຮ້ອຍດີ. ພຽງແຕ່ໄປເວົ້ານຳເຂົາເຈົ້າຈັກບຶດໜຶ່ງ.
ສະນັ້ນ, ຜູ້ເປັນແມ່ຈຶ່ງໄດ້ຕົກລົງແບບຝືນໃຈ. ຜູ້ສອນສາດສະໜາໄດ້ບອກຂ່າວສານ ແລະ ໄດ້ຍື່ນປຶ້ມໃຫ້ຜູ້ເປັນແມ່ ເພື່ອເອົາໄວ້ອ່ານ—ແມ່ນພຣະຄຳພີມໍມອນ.
ຫລັງຈາກເຂົາເຈົ້າໄດ້ອອກເຮືອນໄປ, ຜູ້ເປັນແມ່ໄດ້ຕັດສິນໃຈອ່ານຈັກສອງສາມໜ້າ.
ນາງໄດ້ອ່ານໝົດທັງເຫລັ້ມພາຍໃນສາມສີ່ມື້.
ບໍ່ດົນຈາກນັ້ນ, ຄອບຄົວທີ່ມີແມ່ລ້ຽງລູກດ້ວຍຕົວຄົນດຽວນີ້ ໄດ້ລົງໄປໃນນ້ຳແຫ່ງບັບຕິສະມາ.
ເມື່ອຄອບຄົວນ້ອຍນີ້ໄດ້ໄປສາຂາຂອງເຂົາເຈົ້າ ຢູ່ໃນເມືອງ ຟະແຣ້ງເຝີດ, ປະເທດເຢຍລະມັນ, ມັກຄະນາຍົກຄົນໜຶ່ງໄດ້ສັງເກດເຫັນຄວາມສວຍງາມຂອງຜູ້ເປັນລູກສາວ ແລະ ຄິດຢູ່ໃນໃຈວ່າ, “ຜູ້ສອນສາດສະໜາເຫລົ່ານັ້ນ ເຮັດວຽກງານໄດ້ດີຫລາຍ!”
ມັກຄະນາຍົກໜຸ່ມຄົນນັ້ນຊື່ວ່າ ດີເດີ ອຸກດອບ. ແລະ ຍິງໜຸ່ມທີ່ສວຍງາມ—ຜູ້ໄດ້ອ້ອນວອນໃຫ້ແມ່ຂອງນາງຮັບຟັງຜູ້ສອນສາດສະໜາ ມີຊື່ທີ່ໜ້າຮັກວ່າ ແຮຣິແອດ. ບັດນີ້ ນາງໄດ້ຮັບຄວາມຮັກຈາກທຸກຄົນທີ່ພົບນາງ ເມື່ອນາງເດີນທາງໄປກັບຂ້າພະເຈົ້າ. ນາງໄດ້ເປັນພອນໃຫ້ແກ່ຊີວິດຂອງຫລາຍຕໍ່ຫລາຍຄົນ ຜ່ານຄວາມຮັກຂອງນາງສຳລັບພຣະກິດຕິຄຸນ ແລະ ຜ່ານຄຸນສົມບັດທີ່ດີຂອງນາງ. ນາງເປັນແສງອາທິດ ທີ່ໃຫ້ຄວາມອົບອຸ່ນແກ່ຂ້າພະເຈົ້າແທ້ໆ.
ຫລາຍເທື່ອ ຂ້າພະເຈົ້າໄດ້ສະແດງຄວາມກະຕັນຍູຕໍ່ຜູ້ສອນສາດສະໜາສອງຄົນນັ້ນ ຜູ້ບໍ່ໄດ້ຢຸດເຄາະປະຕູຢູ່ຊັ້ນທີໜຶ່ງ! ຫລາຍເທື່ອທີ່ຂ້າພະເຈົ້າໄດ້ກ່າວຄວາມປາບປື້ມສຳລັບ ສັດທາ ແລະ ວຽກງານ ຂອງເຂົາເຈົ້າ. ຫລາຍເທື່ອທີ່ຂ້າພະເຈົ້າໄດ້ກ່າວຄຳຂອບໃຈ ທີ່ເຂົາເຈົ້າໄດ້ເຄາະຕໍ່ໄປ—ຈົນເຖິງຊັ້ນທີສີ່, ປະຕູສຸດທ້າຍ.
ແລ້ວຈະມີຜູ້ໄຂໃຫ້ເຈົ້າ
ໃນການສະແຫວງຫາສັດທາທີ່ອົດທົນ, ໃນຄວາມພະຍາຍາມຂອງເຮົາ ທີ່ຈະຜູກພັນກັບພຣະເຈົ້າ ແລະ ຈຸດປະສົງຂອງພຣະອົງ, ຂໍໃຫ້ເຮົາຈົ່ງຈື່ຈຳໄວ້ວ່າ ພຣະຜູ້ເປັນເຈົ້າ ໄດ້ສັນຍາວ່າ: “ຈົ່ງໝັ່ນເຄາະ, ແລ້ວຈະມີຜູ້ໄຂໃຫ້ເຈົ້າ.”11
ເຮົາຈະຍົກເລີກບໍ ຫລັງຈາກເຮົາເຄາະໄດ້ໜຶ່ງ ຫລື ສອງປະຕູ? ຊັ້ນທີໜຶ່ງ ຫລື ທີສອງ?
ຫລື ເຮົາຈະເຄາະຕໍ່ໄປ ຈົນເຖິງຊັ້ນທີສີ່, ປະຕູສຸດທ້າຍ?
ພຣະເຈົ້າ “ຈະປະທານລາງວັນໃຫ້ແກ່ຜູ້ທີ່ສະແຫວງຫາພຣະອົງ,”12 ແຕ່ຕາມປົກກະຕິແລ້ວ ລາງວັນບໍ່ໄດ້ຢູ່ຂ້າງຫລັງຂອງປະຕູທຳອິດ. ສະນັ້ນ ເຮົາຕ້ອງເຄາະຕໍ່ໄປ. ເອື້ອຍນ້ອງທັງຫລາຍ, ຢ່າທໍ້ຖອຍ. ຈົ່ງສະແຫວງຫາພຣະເຈົ້າດ້ວຍສຸດໃຈຂອງທ່ານ. ຈົ່ງໃຊ້ສັດທາ. ຈົ່ງດຳເນີນໄປໃນຄວາມຊອບທຳ.
ຂ້າພະເຈົ້າສັນຍາວ່າ ຖ້າທ່ານເຮັດເຊັ່ນນີ້—ແມ່ນແຕ່ຈົນເຖິງຊັ້ນທີສີ່, ປະຕູສຸດທ້າຍ—ທ່ານຈະໄດ້ຮັບຄຳຕອບ ທີ່ທ່ານສະແຫວງຫາ. ທ່ານຈະພົບສັດທາ. ແລະ ມື້ໜຶ່ງ ທ່ານຈະເຕັມໄປດ້ວຍຄວາມສະຫວ່າງ ທີ່ຈະຮຸ່ງແຈ້ງຫລາຍຂຶ້ນໄປເລື້ອຍໆຈົນເຖິງວັນທີ່ສົມບູນ.13
ເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ ໃນພຣະຄຣິດ, ພຣະເຈົ້າມີຈິງ.
ພຣະອົງຊົງພຣະຊົນຢູ່.
ພຣະອົງຮັກທ່ານ.
ພຣະອົງຮູ້ຈັກທ່ານ.
ພຣະອົງເຂົ້າໃຈທ່ານ.
ພຣະອົງຮູ້ເຖິງການອ້ອນວອນທີ່ມິດງຽບຢູ່ໃນໃຈຂອງທ່ານ.
ພຣະອົງບໍ່ໄດ້ປະຖິ້ມທ່ານ.
ພຣະອົງຈະບໍ່ປະຖິ້ມທ່ານ.
ນີ້ຄືປະຈັກພະຍານຂອງຂ້າພະເຈົ້າ ແລະ ພອນຂອງອັກຄະສາວົກ ຕໍ່ທ່ານທຸກຄົນ ວ່າທ່ານຈະຮູ້ສຶກໃນຈິດໃຈ ເຖິງຄວາມຈິງນີ້ ດ້ວຍຕົວທ່ານເອງ. ຈົ່ງດຳລົງຊີວິດໃນສັດທາ, ໝູ່ເພື່ອນທີ່ຮັກແພງ, ເອື້ອຍນ້ອງທີ່ຮັກແພງ, ແລະ “ພຣະອົງພຣະຜູ້ເປັນເຈົ້າຂອງເຮົາ ຈະເພີ່ມສັດທາໃຫ້ທ່ານເຖິງພັນເທົ່າ ແລະ ອວຍພອນທ່ານ ດັ່ງທີ່ພຣະອົງໄດ້ສັນຍາໄວ້!”14
ຂ້າພະເຈົ້າຂໍເປັນພະຍານດ້ວຍສັດທາ, ດ້ວຍຄວາມໝັ້ນໃຈ, ດ້ວຍຄວາມແນ່ນອນໃຈ ແລະ ບໍ່ຫວັ່ນໄຫວວ່າ ນີ້ຄືວຽກງານຂອງພຣະເຈົ້າ. ໃນພຣະນາມອັນສັກສິດຂອງພຣະຜູ້ຊ່ວຍໃຫ້ລອດທີ່ຊົງຮັກຂອງເຮົາ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.