ພຣະເຈົ້າຈະເຊັດນ້ຳຕາທຸກຢົດ
ເມື່ອເຮົາໃຊ້ສັດທາຂອງເຮົາໃນພຣະຜູ້ຊ່ວຍໃຫ້ລອດ, ພຣະອົງຈະຍົກເຮົາຂຶ້ນ ແລະ ຊ່ວຍເຮົາຜ່ານຜ່າການທົດລອງທັງໝົດຂອງເຮົາ, ແລະ ໃນທີ່ສຸດ, ຈະຊ່ວຍເຮົາໃຫ້ລອດ ໃນອານາຈັກຊັ້ນສູງ.
ພາກສ່ວນໜຶ່ງໃນແຜນຂອງພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາ, ພຣະອົງໄດ້ອະນຸຍາດໃຫ້ຄວາມໂສກເສົ້າມີຢູ່ໃນປະສົບການຊ່ວງມະຕະຂອງເຮົາ.1 ເຖິງແມ່ນເບິ່ງຄືກັບວ່າ ມັນເປັນການທົດລອງອັນເຈັບປວດ ຊຶ່ງເກີດກັບທຸກຄົນແບບບໍ່ເທົ່າທຽມກັນ, ແຕ່ເຮົາສາມາດແນ່ໃຈໄດ້ວ່າ ເຮົາທຸກຄົນຈະໄດ້ຮັບມັນ ຖ້າບໍ່ໜ້ອຍກໍຫລາຍ. ຂ້າພະເຈົ້າອະທິຖານວ່າ ພຣະວິນຍານບໍລິສຸດ ຈະຊ່ວຍເຮົາໃຫ້ມີຄວາມເຂົ້າໃຈຫລາຍຂຶ້ນ ກ່ຽວກັບວ່າເປັນຫຍັງມັນຈຶ່ງເປັນແນວນີ້.
ເມື່ອເຮົາເບິ່ງປະສົບການທີ່ຫຍຸ້ງຍາກຂອງຊີວິດ ຜ່ານດວງຕາແຫ່ງສັດທາໃນພຣະຄຣິດ, ເຮົາຈະສາມາດເຫັນໄດ້ວ່າ ມັນມີຈຸດປະສົງດັ່ງພຣະເຈົ້າ ຢູ່ໃນການຮັບທຸກທໍລະມານຂອງເຮົາ. ຄົນທີ່ຊື່ສັດສາມາດປະສົບກັບຄວາມຈິງ ທີ່ເປໂຕໄດ້ແນະນຳ ຊຶ່ງເປັນແບບກົງກັນຂ້າມ ທີ່ວ່າ, “ຖ້າພວກເຈົ້າຕ້ອງ ທົນທຸກ ຍ້ອນເຮັດສິ່ງທີ່ຖືກຕ້ອງ, ພວກເຈົ້າກໍເປັນສຸກ.”2 ເມື່ອເຮົາໃຊ້ “ໃຈຂອງເຮົາ ເພື່ອໃຫ້ເຂົ້າໃຈ,”3 ເຮົາຈະເພີ່ມຄວາມສາມາດ ໃຫ້ແກ່ຄວາມອົດທົນ ແລະ ການທົດລອງຂອງເຮົາໄດ້ດີ ແລະ ຮຽນຈາກ— ແລະ ຖືກຫລໍ່ຫລອມໂດຍ—ສິ່ງດັ່ງກ່າວ. ຄວາມເຂົ້າໃຈເຊັ່ນນັ້ນ ຈະເປັນຄຳຕອບໃຫ້ແກ່ຄຳຖາມອະມະຕະ ທີ່ວ່າ “ເປັນຫຍັງສິ່ງທີ່ບໍ່ດີ ຈຶ່ງເກີດຂຶ້ນກັບຄົນດີ?”
ທຸກຄົນທີ່ກຳລັງຟັງຢູ່ ໃນມື້ນີ້ ກໍເຄີຍປະເຊີນກັບຄວາມເປົ່າປ່ຽວດຽວດາຍ, ຄວາມທໍ້ຖອຍໃຈ, ຄວາມໂສກເສົ້າ, ຄວາມເຈັບປວດ, ຫລື ຄວາມເສຍໃຈ. ປາດສະຈາກ ຕາແຫ່ງສັດທາ4 ແລະ ປາດສະຈາກຄວາມເຂົ້າໃຈເຖິງຄວາມຈິງນິລັນດອນ, ສ່ວນຫລາຍເຮົາຈະພົບວ່າ ຄວາມທຸກຍາກ ແລະ ຄວາມທຸກທໍລະມານ ໃນຊ່ວງມະຕະ ສາມາດເຊື່ອງຊ້ອນ ຫລື ປິດບັງຄວາມສຸກນິລັນດອນ ຂອງການຮູ້ວ່າ ແຜນອັນຍິ່ງໃຫຍ່ຂອງພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ ເປັນແຜນແຫ່ງຄວາມສຸກນິລັນດອນ ແທ້ໆ. ບໍ່ມີວິທີອື່ນໃດອີກ ທີ່ຈະໄດ້ຮັບ ຄວາມສຸກຫລາຍແທ້ໆແບບນີ້.5
ພຣະເຈົ້າເຊື້ອເຊີນເຮົາ ໃຫ້ຮັບເອົາຄວາມທຸກຍາກລຳບາກຂອງເຮົາ ດ້ວຍສັດທາ ເພື່ອວ່າເຮົາຈະສາມາດເກັບກ່ຽວພອນ ແລະ ໄດ້ຮັບຄວາມຮູ້ ຊຶ່ງບໍ່ສາມາດຮຽນຮູ້ໄດ້ຈາກວິທີທາງອື່ນ. ເຮົາຖືກບັນຊາໃຫ້ຮັກສາ ພຣະບັນຍັດ ໃນທຸກສະຖານະການ ແລະ ໃນທຸກສະພາບແວດລ້ອມ, ເພາະ ຄົນທີ່ຊື່ສັດໃນຄວາມທຸກຍາກລຳບາກ, ລາງວັນຂອງຄົນໆດຽວກັນນັ້ນຈະຍິ່ງໃຫຍ່ກວ່າໃນອານາຈັກສະຫວັນ.”6 ແລະ ພຣະຄຳພີກ່າວວ່າ, ຖ້າຫາກເຮົາເສົ້າສະຫລົດໃຈ, ຈົ່ງເອີ້ນຫາພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຮົາດ້ວຍການອ້ອນວອນ, ເພື່ອວ່າຈິດວິນຍານຂອງເຮົາຈະຊື່ນຊົມ.”7
ອັກຄະສາວົກໂປໂລ ກໍເຄີຍປະເຊີນກັບຄວາມທຸກຍາກລຳບາກຄືກັນ, ຊຶ່ງເພິ່ນໄດ້ໃຊ້ປະສົບການໃນຊີວິດຂອງເພິ່ນ ໃນການສອນອັນເລິກຊຶ້ງ ແລະ ສວຍງາມ ກ່ຽວກັບທັດສະນະນິລັນດອນ ທີ່ມາເຖິງເມື່ອເຮົາປະເຊີນກັບມັນໄດ້ດີ ແລະ ດ້ວຍຄວາມອົດທົນ. ເພິ່ນໄດ້ກ່າວວ່າ, “ຝ່າຍຄວາມທຸກຍາກລຳບາກອັນເບົາບາງ ແລະ ຊົ່ວຄາວນີ້ ກໍກຳລັງຈັດຕຽມພວກເຮົາໃຫ້ມີສະຫງ່າລາສີອັນຍິ່ງໃຫຍ່ຖາວອນຕະຫລອດໄປ.”8 ໃນຄຳໜຶ່ງອີກ, ເຮົາສາມາດຮູ້ໄດ້ ໃນທ່າມກາງຄວາມທຸກຍາກລຳບາກຂອງເຮົາ ວ່າພຣະເຈົ້າຈະຊົດເຊີຍເຮົາດ້ວຍລາງວັນທີ່ເປັນນິລັນດອນ.
ໂປໂລໄດ້ກ່າວເຖິງການທົດລອງ, ການຖືກຂົ່ມເຫັງ, ແລະ ຄວາມໂສກເສົ້າໃນຊີວິດຂອງເພິ່ນ ວ່າເປັນ ຄວາມທຸກຍາກລຳບາກອັນ “ເບົາບາງ” ຊຶ່ງບໍ່ກົງກັບຄວາມທຸກທໍລະມານອັນຮ້າຍແຮງທີ່ເພິ່ນໄດ້ຮັບ, ອັນທີ່ໄດ້ຖືກກືນເຂົ້າໄປໃນທັດສະນະນິລັນດອນຂອງພຣະກິດຕິຄຸນ. ສັດທາ ຂອງໂປໂລໃນພຣະເຢຊູຄຣິດ ເຮັດໃຫ້ເພິ່ນສາມາດທົນກັບທຸກສິ່ງໄດ້. ເພິ່ນໄດ້ຖືກຂ້ຽນຕີດ້ວຍເຊືອກຫ້າເທື່ອ, ໄດ້ຖືກຂ້ຽນຕີດ້ວຍແສ້ຫວາຍສາມເທື່ອ; ເພິ່ນໄດ້ຖືກແກວ່ງກ້ອນຫີນໃສ່ໜຶ່ງເທື່ອ; ໄດ້ປະເຊີນກັບເຮືອຫລົ້ມສາມເທື່ອ; ໄດ້ຖືກແຊ່ໃຫ້ຕາຍໃນນ້ຳທະເລຫລາຍເທື່ອ ໂດຍພວກໂຈນ, ແລະ ແມ່ນແຕ່ໂດຍພີ່ນ້ອງທີ່ໜ້າໄຫວ້ຫລັງຫລອກ; ເພິ່ນໄດ້ທົນກັບຄວາມອິດເມື່ອຍ ແລະ ຄວາມເຈັບປວດ, ອຶດເຂົ້າຢາກນ້ຳ, ແລະ ຢູ່ໃນຄຸກທີ່ໜາວເຢັນ ແລະ ເປືອຍເປົ່າ.9
ຫລາຍຄົນພວກເຮົາໄດ້ອ້ອນວອນຕໍ່ພຣະເຈົ້າ ຂໍໃຫ້ພຣະອົງເອົາຄວາມທຸກທໍລະມານໄປຈາກເຮົາ, ແລະ ເມື່ອຄວາມບັນເທົາມາເຖິງຊ້າໜ້ອຍໜຶ່ງ, ເຮົາກໍໃຈຮ້າຍ ຄິດວ່າພຣະອົງບໍ່ໄດ້ຍິນເຮົາ. ຂ້າພະເຈົ້າເປັນພະຍານວ່າ, ແມ່ນແຕ່ໃນເວລານັ້ນ, ພຣະອົງໄດ້ຍິນຄຳອະທິຖານຂອງເຮົາ, ມີເຫດຜົນທີ່ຈະປ່ອຍໃຫ້ເຮົາທົນກັບຄວາມທຸກຍາກລຳບາກຕໍ່ໄປ,10 ແລະ ຈະຊ່ວຍເຫລືອເຮົາໃຫ້ສາມາດທົນກັບມັນໄດ້.11
ໃນຂໍ້ຄວາມສ່ວນຕົວ ແລະ ເຮັດໃຫ້ຄຸ້ນຄິດ, ໂປໂລບອກເຮົາກ່ຽວກັບ “ສ້ຽນໜາມ” ໃນເນື້ອກາຍຂອງເພິ່ນ, ຊຶ່ງເຮັດໃຫ້ເພິ່ນໄດ້ຮັບຄວາມເຈັບປວດຫລາຍ ແລະ ເຮັດໃຫ້ເພິ່ນຕ້ອງອະທິຖານເຖິງສາມເທື່ອ, ທູນຂໍໃຫ້ພຣະຜູ້ເປັນເຈົ້າເອົາສ້ຽນໜາມອອກໄປ ແຕ່ພຣະອົງໄດ້ປະທານຄວາມສະຫງົບ ແລະ ໃຫ້ຄວາມເຂົ້າໃຈແກ່ເພິ່ນ, ໂດຍກ່າວວ່າ, “ພຣະຄຸນຂອງເຮົາກໍມີພໍແລ້ວສຳລັບເຈົ້າ: ດ້ວຍວ່າ, ເມື່ອໃດທີ່ເຈົ້າອ່ອນແຮງ ເມື່ອນັ້ນລິດອຳນາດຂອງເຮົາກໍສະແດງອອກຢ່າງລົ້ນເຫລືອ.” ດ້ວຍຄວາມເຂົ້າໃຈໃໝ່ນັ້ນ, ໂປໂລຈຶ່ງສາມາດຮັບເອົາ ແລະ ມີຄວາມກະຕັນຍູຕໍ່ສ້ຽນໜາມທີ່ເພິ່ນໄດ້ຮັບ. ເພິ່ນໄດ້ກ່າວວ່າ, “ດັ່ງນັ້ນແຫລະ ເຮົາຈຶ່ງ … ພາກພູມໃຈໃນຄວາມອ່ອນແຮງຂອງເຮົາ, ເພື່ອວ່າລິດອຳນາດຂອງພຣະຄຣິດຈະຄຸ້ມຄອງປ້ອງກັນເຮົາໄວ້.”12
ເມື່ອເຮົາມີທັດສະນະນິລັນດອນນີ້ຢູ່ໃນຊີວິດຂອງເຮົາ, ຄວາມສາມາດຂອງເຮົາທີ່ຈະອົດທົນ ຈະເພີ່ມທະວີຫລາຍຂຶ້ນ, ເຮົາຈະຮູ້ທີ່ຈະຊ່ວຍເຫລືອຜູ້ທີ່ຕ້ອງການຄວາມຊ່ວຍເຫລືອແນວໃດ,13 ແລະ ເຮົາຈະຮູ້ບຸນຄຸນ ແລະ ມີຄວາມກະຕັນຍູ ສຳລັບປະສົບການທີ່ພຣະເຈົ້າ ປ່ອຍໃຫ້ເຮົາມີ ເພື່ອເປັນຄູສອນພິເສດ ໃນເສັ້ນທາງທີ່ນຳໄປສູ່ຊີວິດນິລັນດອນ.
ເມື່ອເຮົາເຫັນຕົວເອງອອກແຮງຜ່ານຄວາມທຸກຍາກລຳບາກ, ອາດເປັນສິ່ງຍາກ ທີ່ຈະເບິ່ງການທົດລອງ ວ່າເປັນປ້າຍຄຳແນະນຳ ຢູ່ໃນເສັ້ນທາງສ່ວນຕົວແຫ່ງການເປັນສານຸສິດຂອງເຮົາ. ແຕ່, ບໍ່ວ່າເຮົາຈະພົບຕົວເອງໃນຄວາມມືດ ແຫ່ງຄວາມສິ້ນຫວັງ ຫລື ໃນເສັ້ນທາງສູງທີ່ມີຄວາມສຸກກໍຕາມ, ການຮຽນຮູ້ຈາກ ແລະ ການຮູ້ສຶກເຫັນອົກເຫັນໃຈຄົນອື່ນ ທີ່ມີຄວາມທຸກທໍລະມານ ກໍສາມາດເປັນພອນໃຫ້ເຮົາໄດ້.
ໃນລະຫວ່າງກອງປະຊຸມສະເຕກທີ່ຂ້າພະເຈົ້າໄດ້ໄປຮ່ວມ ຢູ່ເກາະ ຟີລິບປີນ, ຂ້າພະເຈົ້າໄດ້ຮູ້ສຶກເສົ້າໃຈຫລາຍ ເມື່ອໄດ້ຍິນກ່ຽວກັບປະສົບການອັນໂສກເສົ້າຂອງບຣາເດີ ແດນໂຍ ອາປີລາໂດ. ບຣາເດີ ອາປີລາໂດ ແລະ ພັນລະຍາຂອງລາວໄດ້ຮັບບັບຕິສະມາໃນປີ 1974. ເຂົາເຈົ້າໄດ້ຮັບເອົາພຣະກິດຕິຄຸນທີ່ຖືກຟື້ນຟູຄືນມາໃໝ່ ແລະ ໄດ້ຜະນຶກເຂົ້າກັນຢູ່ໃນພຣະວິຫານ. ຫລັງຈາກນັ້ນ, ເຂົາເຈົ້າມີລູກທີ່ໜ້າຮັກຫ້າຄົນ. ໃນວັນທີ 7 ເດືອນກໍລະກົດ, ປີ 1997, ໃນໄລຍະທີ່ບຣາເດີ ອາປີລາໂດ ໄດ້ຮັບໃຊ້ເປັນປະທານສະເຕກ, ໄດ້ເກີດໄຟໄໝ້ຢູ່ໃນເຮືອນຫລັງນ້ອຍໆຂອງເຂົາເຈົ້າ. ທ້າວໄມໂກ້ ລູກຊາຍກົກຂອງບຣາເດີ ອາປີລາໂດ ໄດ້ຊ່ວຍພໍ່ອອກມາຈາກເຮືອນທີ່ໄຟໃໝ້ຢູ່ນັ້ນ, ແລ້ວໄດ້ແລ່ນເຂົ້າໄປໃນເຮືອນເພື່ອຊ່ວຍເຫລືອຄົນອື່ນໆ. ນັ້ນແມ່ນເທື່ອສຸດທ້າຍທີ່ບຣາເດີ ອາປີລາໂດ ໄດ້ເຫັນລູກຊາຍຂອງລາວ. ນາງໂດມິງກາ, ພັນລະຍາ ຂອງບຣາເດີ ອາປີລາໂດ ພ້ອມທັງລູກຫ້າຄົນ ໄດ້ເສຍຊີວິດໄປ ໃນເຮືອນທີ່ຖືກໄຟໄໝ້.
ການທີ່ບຣາເດີ ອາປີລາໂດ ໄດ້ດຳລົງຊີວິດໃນທາງທີ່ເຮັດໃຫ້ພຣະເຈົ້າໂປດປານ ບໍ່ໄດ້ກີດກັນສິ່ງທີ່ໂສກເສົ້າ ໃຫ້ເກີດຂຶ້ນ ແລະ ບໍ່ໄດ້ຍົກເວັ້ນລາວ ຈາກຄວາມໂສກເສົ້າ ທີ່ຕາມມາ. ແຕ່ ຄວາມຊື່ສັດ ຂອງລາວ ໃນການຮັກສາພັນທະສັນຍາ ແລະ ການໃຊ້ສັດທາຂອງລາວໃນພຣະຄຣິດ ໄດ້ເຮັດໃຫ້ລາວແນ່ໃຈວ່າ ໃນຄຳສັນຍານັ້ນ ລາວຈະໄດ້ຢູ່ກັບພັນລະຍາ ແລະ ລູກໆຂອງລາວອີກ. ຄວາມຫວັງນີ້ ກາຍເປັນຫລັກໝັ້ນໃຫ້ແກ່ຈິດວິນຍານຂອງລາວ.14
ໃນລະຫວ່າງການໄປຢ້ຽມຢາມຂອງຂ້າພະເຈົ້າ, ບຣາເດີ ອີປີລາໂດ, ໃນປະຈຸບັນນັ້ນ ເປັນປິຕຸ ປະຈຳສະເຕກ, ໄດ້ແນະນຳຂ້າພະເຈົ້າໃຫ້ຮູ້ຈັກກັບ ພັນລະຍາຄົນໃໝ່ຂອງລາວ ຊື່ ຊີໂມແນັດ, ແລະ ລູກຊາຍສອງຄົນຂອງເຂົາເຈົ້າ ຊື່ ລາຟາແອວ ແລະ ແດນແຍວ. ພຣະເຢຊູຄຣິດສາມາດ ແລະ ຈະ “ປິ່ນປົວໃຈທີ່ຊອກຊ້ຳ”15 ຢ່າງແນ່ນອນ.
ໃນການເລົ່າເລື່ອງຂອງ ບຣາເດີ ອາປີລາໂດ, ຂ້າພະເຈົ້າເປັນຫ່ວງວ່າ ການສູນເສຍຢ່າງຫລວງຫລາຍຂອງລາວ ຈະເຮັດໃຫ້ຫລາຍຄົນຄິດວ່າ ຄວາມໂສກເສົ້າ ແລະ ຄວາມທຸກທໍລະມານຂອງຕົນ ແມ່ນໜ້ອຍທີ່ສຸດ ເມື່ອປຽບທຽບໃສ່ກັນ. ຂໍຢ່າປຽບທຽບໃສ່ກັນ, ແຕ່ໃຫ້ຮຽນຮູ້ ແລະ ນຳໃຊ້ຫລັກທຳນິລັນດອນ ຜ່ານປະສົບການທີ່ຫລໍ່ຫລອມຄວາມທຸກຍາກລຳບາກຂອງທ່ານເອງ.
ຕໍ່ທ່ານແຕ່ລະຄົນ—“ຜູ້ທີ່ເຮັດການໜັກໜ່ວງ ແລະ ແບກພາລະໜັກ”16—ຂ້າພະເຈົ້າຂໍແນະນຳວ່າ ຄວາມດີ້ນລົນສ່ວນຕົວຂອງທ່ານ, ຄວາມໂສກເສົ້າ, ຄວາມເຈັບປວດ, ຄວາມທຸກຍາກລຳບາກ, ແລະ ຄວາມບົກພ່ອງຂອງທ່ານ ບໍ່ວ່າຈະເປັນອັນໃດກໍຕາມ, ພຣະບິດາຜູ້ສະຖິດຢູ່ໃນສະຫວັນ ແລະ ພຣະບຸດຂອງພຣະອົງ ຮູ້ຈັກຢູ່ແລ້ວ. ຈົ່ງກ້າຫານ! ຈົ່ງມີສັດທາ! ແລະ ເຊື່ອໃນຄຳສັນຍາຂອງພຣະເຈົ້າ!
ຈຸດປະສົງ ແລະ ພາລະກິດຂອງພຣະເຢຊູຄຣິດ ແມ່ນຮ່ວມດ້ວຍສິ່ງທີ່ພຣະອົງຈະ “ຮັບເອົາຄວາມເຈັບປວດ ແລະ ຄວາມປ່ວຍໄຂ້ຂອງຜູ້ຄົນຂອງພຣະອົງ,” “ຮັບເອົາຄວາມບົກພ່ອງຂອງພວກເຂົາ,” ແລະ “ຊ່ວຍເຫລືອຜູ້ຄົນຂອງພຣະອົງ ຕາມຄວາມບົກພ່ອງຂອງພວກເຂົາ.”17
ກ່ອນຈະໄດ້ຮັບຂອງປະທານເຫລົ່ານັ້ນຢ່າງເຕັມປ່ຽມ ທີ່ພຣະຜູ້ຊ່ວຍໃຫ້ລອດ ໄດ້ສະເໜີມອບໃຫ້ຟຣີໆ, ເຮົາຕ້ອງຮຽນຮູ້ວ່າ ຄວາມທຸກທໍລະມານ—ໃນຕົວມັນເອງ—ຈະບໍ່ສອນ ຫລື ມອບສິ່ງໃດໃຫ້ເຮົາ ທີ່ມີຄ່າອັນຍາວນານ ຍົກເວັ້ນແຕ່ເຮົາຈະມີພາກສ່ວນໃນຂັ້ນຕອນການຮຽນຮູ້ຈາກຄວາມທຸກທໍລະມານຂອງເຮົາເອງ ໂດຍເຈດຕະນາ ຜ່ານການໃຊ້ສັດທາ.
ແອວເດີ ນຽວ ເອ ແມ໊ກສະແວວ ຄັ້ງໜຶ່ງໄດ້ແບ່ງປັນສິ່ງທີ່ເພິ່ນໄດ້ຮຽນຮູ້ເຖິງການຮັບທຸກທໍລະມານ ດ້ວຍຄວາມເດັດດ່ຽວ ດັ່ງນີ້:
“ຄວາມທຸກທໍລະມານບາງຢ່າງ, ຖ້າອົດທົນໄດ້ດີ, ຈະກາຍເປັນສິ່ງຍົກລະດັບ. …
“… ສ່ວນປະກອບຂອງການອົດທົນໄດ້ດີ ແມ່ນການມີຄວາມອ່ອນນ້ອມຫລາຍພໍ ໃນທ່າມກາງຄວາມທຸກທໍລະມານ ເພື່ອຮຽນຮູ້ຈາກປະສົບການທີ່ກ່ຽວພັນຂອງເຮົາ. ແທນທີ່ຈະຜ່ານຜ່າສິ່ງເຫລົ່ານັ້ນໄປຊື່ໆ, ເຮົາຄວນຜ່ານຜ່າມັນ … ໄປໃນແບບທີ່ຈະເຮັດໃຫ້ເຮົາສັກສິດ.”18
ຂ້າພະເຈົ້າເຄີຍໄດ້ສັງເກດເບິ່ງຊີວິດ ແລະ ຕົວຢ່າງຂອງຫລາຍຄົນ ຜູ້ມີສັດທາທີ່ເຂັ້ມແຂງ ແລະ ຄົງຢູ່ຕະຫລອດໄປ ໃນພຣະເຢຊູຄຣິດ ແລະ ຄຳສັນຍາຂອງພຣະອົງ ໄດ້ໃຫ້ຄວາມແນ່ນອນໃຈວ່າ ສິ່ງທີ່ດີກວ່າ ຈະມີມາ. ຄວາມແນ່ນອນໃຈນີ້ ເຮັດໃຫ້ເຮົາໝັ້ນຄົງ, ນຳຄວາມເຂັ້ມແຂງ ແລະ ພະລັງທີ່ເຮົາຕ້ອງການມາໃຫ້ເຮົາ ເພື່ອຈະສາມາດອົດທົນ.19 ເມື່ອເຮົາຜູກພັນຄວາມທຸກທໍລະມານ ໃສ່ກັບຄວາມແນ່ນອນໃຈ ເຖິງຈຸດປະສົງໃນຄວາມເປັນມະຕະຂອງເຮົາ ແລະ ໂດຍສະເພາະ ໃສ່ກັບລາງວັນທີ່ລໍຖ້າເຮົາຢູ່ໃນສະຫວັນ, ແລ້ວສັດທາຂອງເຮົາໃນພຣະຄຣິດ ຈະເພີ່ມທະວີຂຶ້ນ ແລະ ເຮົາຈະໄດ້ຮັບຄວາມປອບໂຍນ ໃຫ້ແກ່ຈິດວິນຍານຂອງເຮົາ.
ແລ້ວເຮົາຈະຫລຽວເຫັນຄວາມສະຫວ່າງ ຢູ່ສົ້ນອຸບມຸງ. ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ສອນວ່າ: “ມີຄວາມສະຫວ່າງອີຫລີ ຢູ່ ສົ້ນອຸບມຸງ. ພຣະເຈົ້າຄືຄວາມສະຫວ່າງຂອງໂລກ, ຄືຄວາມສະຫວ່າງຂອງດວງດາວແຫ່ງອາລຸນ ‘ຄວາມສະຫວ່າງທີ່ບໍ່ໝົດໄປຈັກເທື່ອ, ທີ່ບໍ່ມືດຈັກເທື່ອ’ [ໂມໄຊຢາ 16:9]. ເປັນພຣະບຸດແທ້ໆຂອງພຣະເຈົ້ານັ້ນເອງ.”20
ເຮົາສາມາດໄດ້ຮັບພະລັງ ທີ່ຮູ້ວ່າ ປະສົບການທີ່ຫຍຸ້ງຍາກທັງໝົດ ໃນຊີວິດນີ້ ເປັນພຽງຊົ່ວໄລຍະໜຶ່ງເທົ່ານັ້ນ; ແມ່ນແຕ່ຄ່ຳຄືນທີ່ມືດມົວ ກໍຍັງປ່ຽນເປັນວັນຮຸ່ງເຊົ້າ ສຳລັບຄົນທີ່ຊື່ສັດ.
ເມື່ອທັງໝົດສິ້ນສຸດລົງ ແລະ ເຮົາໄດ້ອົດທົນກັບທຸກສິ່ງດ້ວຍສັດທາໃນພຣະເຢຊູຄຣິດ, ແລ້ວເຮົາຈະໄດ້ຮັບຄຳສັນຍາ ທີ່ວ່າ “ພຣະເຈົ້າຈະເຊັດນ້ຳຕາທຸກຢົດ ຈາກຕາຂອງເຮົາ.”21
ຂ້າພະເຈົ້າເປັນພະຍານວ່າ ພຣະເຈົ້າ ພຣະບິດາຂອງເຮົາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ຊົງພຣະຊົນຢູ່ ແລະ ພວກພຣະອົງເປັນຜູ້ຮັກສາຄຳສັນຍາ. ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ຊ່ວຍໃຫ້ລອດເຊື້ອເຊີນເຮົາທຸກຄົນ ໃຫ້ມາ ແລະ ຮັບເອົາການຊົດໃຊ້ຂອງພຣະອົງ. ເມື່ອເຮົາໃຊ້ສັດທາຂອງເຮົາໃນພຣະອົງ, ພຣະອົງຈະຍົກເຮົາຂຶ້ນ ແລະ ຊ່ວຍເຮົາຜ່ານຜ່າການທົດລອງທັງໝົດຂອງເຮົາ, ແລະ ໃນທີ່ສຸດ, ຈະຊ່ວຍເຮົາໃຫ້ລອດ ໃນອານາຈັກຊັ້ນສູງ. ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ມາຫາພຣະຄຣິດ, ອົດທົນໃຫ້ດີໃນສັດທາ, ແລະ ກາຍເປັນຄົນດີພ້ອມຜ່ານທາງພຣະອົງ, ແລະ ມີຄວາມສຸກທີ່ດີພ້ອມໃນພຣະອົງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.