ພຣະອາຈານແຫ່ງການປິ່ນປົວ
ທ່ານບໍ່ຈຳເປັນຕ້ອງປະເຊີນກັບຄວາມໂສກເສົ້າ ຊຶ່ງເກີດຈາກບາບ, ຄວາມເຈັບປວດ ຊຶ່ງເກີດຈາກການກະທຳຂອງຄົນອື່ນ, ຫລື ຄວາມເຈັບປວດຂອງຄວາມເປັນຈິງຂອງຊີວິດມະຕະ—ແຕ່ພຽງຜູ້ດຽວ.
ລາງວັນຢ່າງໜຶ່ງທີ່ມີຄ່າທີ່ສຸດຂອງຂ້າພະເຈົ້າ ແມ່ນການມີໂອກາດເດີນທາງ—ເພື່ອຮຽນຮູ້ຈາກເອື້ອຍນ້ອງຂອງຂ້າພະເຈົ້າຕະຫລອດທົ່ວໂລກ. ບໍ່ມີສິ່ງໃດທີ່ຄືກັບການທຳງານດ້ວຍກັນ, ຈ້ອງມອງໜ້າກັນ, ແລະ ຜູກພັນທາງໃຈກັບທ່ານ.
ມີເທື່ອໜຶ່ງ, ຜູ້ນຳສະມາຄົມສະຕີສົງເຄາະຄົນໜຶ່ງໄດ້ຖາມວ່າ, “ມີສິ່ງໃດທີ່ສະຕີຄວນເອົາໃຈໃສ່ເປັນພິເສດບໍ?”
ຂ້າພະເຈົ້າໄດ້ຕອບວ່າ, “ມີ!” ໃນເວລາດຽວກັນນັ້ນ ຄຳປາໄສຂອງປະທານຣະໂຊ ເອັມ ແນວສັນ ຊື່ “ຄຳຮ້ອງຂໍຕໍ່ເອື້ອຍນ້ອງຂອງຂ້າພະເຈົ້າ” ກໍໄດ້ເຂົ້າມາສູ່ຈິດໃຈຂອງຂ້າພະເຈົ້າ. ປະທານແນວສັນ ໄດ້ສອນວ່າ, “ພວກເຮົາຕ້ອງການຜູ້ຍິງທີ່ມີຄວາມເຂົ້າໃຈທ່ຽງແທ້ກ່ຽວກັບຄຳສອນຂອງພຣະຄຣິດ.”1
ນີໄຟໄດ້ບັນຍາຍຄຳສອນຂອງພຣະຄຣິດໃນທາງນີ້:
“ເພາະປະຕູທີ່ພວກທ່ານຄວນເຂົ້າໄປຄື ການກັບໃຈ ແລະ ການຮັບບັບຕິສະມາ ດ້ວຍນ້ຳ; ແລະ ເວລານັ້ນການປົດບາບຂອງພວກທ່ານຈະມາເຖິງໂດຍໄຟ ແລະ ໂດຍ ພຣະວິນຍານ ບໍລິສຸດ. …
“ແລະ ບັດນີ້ ... ຂ້າພະເຈົ້າຢາກຖາມວ່າ ເຮັດທຸກຢ່າງແລ້ວບໍ? ຈົ່ງເບິ່ງ, ຂ້າພະເຈົ້າເວົ້າກັບພວກທ່ານວ່າ, ບໍ່ເລີຍ; ເພາະພວກທ່ານບໍ່ໄດ້ມາເຖິງທີ່ນີ້ນອກຈາກເປັນໄປໂດຍພຣະຄຳຂອງພຣະຄຣິດ, ພ້ອມດ້ວຍ ສັດທາ ອັນບໍ່ສັ່ນສະເທືອນໃນພຣະອົງ, ໂດຍໄວ້ວາງໃຈຢ່າງເຕັມທີ່ ໃນພຣະຄຸນຄວາມດີຂອງພຣະອົງ ຜູ້ຊົງອານຸພາບເພື່ອຊ່ວຍໃຫ້ລອດ.
“ດັ່ງນັ້ນ, ພວກທ່ານຕ້ອງມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ, ໂດຍມີຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງ ແລະ ຄວາມຮັກຂອງພຣະເຈົ້າ ແລະ ຂອງມະນຸດທັງປວງ. ດັ່ງນັ້ນ, ຖ້າຫາກພວກທ່ານຈະມຸ້ງໜ້າຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ ແລະ ອົດທົນຈົນເຖິງທີ່ສຸດແລ້ວ, ຈົ່ງເບິ່ງ, ພຣະບິດາໄດ້ກ່າວໄວ້ດັ່ງນີ້: ເຈົ້າຈະມີຊີວິດນິລັນດອນ.
“… ນີ້ຄືທາງນັ້ນ ແລະ ບໍ່ມີທາງ ຫລື ພຣະນາມອື່ນໃດຈະປະທານໃຫ້ພາຍໃຕ້ສະຫວັນອີກເລີຍ ຊຶ່ງໂດຍທາງນັ້ນມະນຸດຈະລອດໄດ້ໃນອານາຈັກຂອງພຣະເຈົ້າ. ແລະ ບັດນີ້, ຈົ່ງເບິ່ງ ນີ້ຄືຄຳສອນຂອງພຣະຄຣິດ.”2
ດ້ວຍເຫດໃດເຮົາຈຶ່ງຈຳເປັນຕ້ອງເຂົ້າໃຈຫລັກທຳເຫລົ່ານີ້ຢ່າງຄັກແນ່?
ຂ້າພະເຈົ້າໄດ້ພົບກັບສະຕີໄພ່ພົນຍຸກສຸດທ້າຍເລື້ອຍໆ ຜູ້ຕ້ອງການຄວາມຊ່ວຍເຫລືອຫລາຍທີ່ສຸດ, ແຕ່ເຂົາເຈົ້າບໍ່ໄດ້ຫັນໄປຫາພຣະອົງຜູ້ທີ່ສາມາດໃຫ້ຄວາມຊ່ວຍເຫລືອອັນເປັນນິດ. ສ່ວນຫລາຍແລ້ວເຂົາເຈົ້າໄດ້ຊອກຫາຄວາມເຂົ້າໃຈຢູ່ທີ່ “ອາຄານໃຫຍ່ ແລະ ກວ້າງຂວາງ.”3
ເມື່ອເຮົາເພີ່ມຄວາມເຂົ້າໃຈຂອງເຮົາ ກ່ຽວກັບຄຳສອນຂອງພຣະຄຣິດ, ບໍ່ດົນເຮົາຈະຄົ້ນພົບວ່າ ເຮົາກຳລັງພັດທະນາຕົວຫລາຍຂຶ້ນໃນຄວາມເຂົ້າໃຈ ເຖິງ “ແຜນແຫ່ງຄວາມສຸກອັນຍິ່ງໃຫຍ່.”4 ເຮົາກໍຈະຮັບຮູ້ວ່າ ພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ, ເປັນຈຸດໃຫຍ່ໃຈກາງຂອງແຜນນັ້ນ.
ເມື່ອເຮົາຮຽນທີ່ຈະນຳໃຊ້ຄຳສອນຂອງພຣະຄຣິດ ໃນສະພາບການສ່ວນຕົວຂອງເຮົາ, ແລ້ວຄວາມຮັກຂອງເຮົາສຳລັບພຣະຜູ້ຊ່ວຍໃຫ້ລອດ ຈະເຕີບໂຕຂຶ້ນ. ແລະ ເຮົາຮັບຮູ້ວ່າ “ບໍ່ວ່າຈະມີຄວາມແຕກຕ່າງທີ່ເຫັນໄດ້ກັບຕາກໍຕາມ, ເຮົາທຸກຄົນກໍຕ້ອງການ ການຊົດໃຊ້ ທີ່ບໍ່ມີຂອບເຂດອັນດຽວກັນນັ້ນ.”5 ເຮົາຈະຮັບຮູ້ວ່າ ພຣະອົງເປັນຮາກຖານຂອງເຮົາ—“ດານຫີນຂອງພຣະຜູ້ໄຖ່, … ຊຶ່ງເປັນຮາກຖານທີ່ແໜ້ນໜາ … ຊຶ່ງຫາກ [ເຮົາ] ສ້າງຂຶ້ນເທິງມັນ [ເຮົາ] ຈະຕົກໄປບໍ່ໄດ້.”6
ຄຳສອນນີ້ ເປັນພອນໃຫ້ເຮົາແນວໃດ ຂະນະທີ່ເຮົາສະແຫວງຫາຄວາມສະຫງົບສຸກ ແລະ ຄວາມເຂົ້າໃຈ ແລະ ພະຍາຍາມທີ່ຈະອົດທົນດ້ວຍຄວາມຊື່ນຊົມ ໃນເສັ້ນທາງທີ່ພິເສດແຫ່ງມະຕະນີ້?
ຂ້າພະເຈົ້າຂໍແນະນຳ ໃຫ້ເຮົາເລີ່ມຕົ້ນດ້ວຍຖ້ອຍຄຳຂອງນີໄຟ ທີ່ວ່າ, “ດ້ວຍສັດທາອັນບໍ່ສັ່ນສະເທືອນໃນ [ພຣະຄຣິດ], ໂດຍໄວ້ວາງໃຈຢ່າງເຕັມທີ່ໃນພຣະຄຸນຄວາມດີຂອງພຣະອົງ ຜູ້ຊົງອານຸພາບເພື່ອຊ່ວຍໃຫ້ລອດ.”7 ສັດທາຂອງເຮົາໃນພຣະເຢຊູຄຣິດ ຊ່ວຍເຮົາໃຫ້ເອົາຊະນະການທ້າທາຍຕ່າງໆ.
ຕາມຈິງແລ້ວ, ເຮົາຈະພົບເຫັນສັດທາຂອງເຮົາເລິກຊຶ້ງກວ່າເກົ່າ ແລະ ຄວາມສຳພັນຂອງເຮົານຳພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ ຖືກຫລໍ່ຫລອມໃນຄວາມຍາກລຳບາກ. ຂ້າພະເຈົ້າຂໍແບ່ງປັນສາມຕົວຢ່າງ.
ທຳອິດ, ພຣະຜູ້ຊ່ວຍໃຫ້ລອດ, ພຣະອາຈານແຫ່ງການປິ່ນປົວ, ມີອຳນາດທີ່ຈະປ່ຽນໃຈຂອງເຮົາ ແລະ ປະທານຄວາມບັນເທົາອັນຖາວອນໃຫ້ເຮົາ ຈາກຄວາມໂສກເສົ້າ ຊຶ່ງເກີດຈາກບາບຂອງເຮົາເອງ. ເມື່ອພຣະຜູ້ຊ່ວຍໃຫ້ລອດໄດ້ສອນຍິງຊາວຊາມາເຣຍຄົນໜຶ່ງ ຢູ່ທີ່ນ້ຳສ້າງ, ພຣະອົງໄດ້ຮູ້ຈັກກ່ຽວກັບບາບທີ່ຮ້າຍແຮງຂອງນາງ. ເຖິງຢ່າງໃດກໍຕາມ, “ພຣະຜູ້ເປັນເຈົ້າໄດ້ເບິ່ງພາຍໃນຈິດໃຈ,”8 ແລະ ພຣະອົງຮູ້ວ່າ ນາງເປັນຄົນສອນງ່າຍ.
ເມື່ອຍິງຄົນນັ້ນໄດ້ມາທີ່ນ້ຳສ້າງ, ພຣະເຢຊູ—ໄດ້ສະເໜີນ້ຳທີ່ປະກອບດ້ວຍຊີວິດໃຫ້ແກ່ນາງ—ໂດຍກ່າວພຽງແຕ່, “ເຮົາຂໍດື່ມນ້ຳແດ່.” ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ຈະກ່າວກັບເຮົາຄືກັນ ໃນສຸລະສຽງທີ່ເຮົາຈື່ ໄດ້ ຕອນເຮົາມາຫາພຣະອົງ—ເພາະພຣະອົງຮູ້ຈັກເຮົາ. ພຣະອົງຈະຊ່ວຍເຮົາ ກັບສະພາບການຂອງເຮົາ. ແລະ ເນື່ອງດ້ວຍຜູ້ທີ່ພຣະອົງເປັນ ແລະ ສິ່ງທີ່ພຣະອົງໄດ້ກະທຳເພື່ອເຮົາ, ພຣະອົງຈຶ່ງເຂົ້າໃຈ. ເພາະພຣະອົງໄດ້ປະສົບກັບຄວາມເຈັບປວດຂອງເຮົາ, ພຣະອົງຈຶ່ງປະທານນ້ຳທີ່ປະກອບດ້ວຍຊີວິດໃຫ້ເຮົາ ເມື່ອເຮົາສະແຫວງຫາມັນ. ພຣະອົງໄດ້ສອນຍິງຊາວຊາມາເຣຍຄົນນັ້ນ ເມື່ອພຣະອົງກ່າວວ່າ, “ຖ້າເຈົ້າຮູ້ຈັກສິ່ງທີ່ພຣະເຈົ້າໃຫ້ ແລະ ຮູ້ຈັກຜູ້ທີ່ກຳລັງຂໍດື່ມນ້ຳຈາກເຈົ້າແລ້ວ ເຈົ້າກໍຄົງຈະຂໍຈາກເພິ່ນ ແລະ ເພິ່ນຈະເອົານ້ຳທີ່ປະກອບດ້ວຍຊີວິດໃຫ້ແກ່ເຈົ້າ.” ໃນທີ່ສຸດ ດ້ວຍຄວາມເຂົ້າໃຈ, ນາງໄດ້ຕອບດ້ວຍສັດທາ ແລະ ຖາມວ່າ, “ທ່ານເອີຍ, ຂໍເອົານ້ຳນັ້ນໃຫ້ຂ້ານ້ອຍດື່ມແດ່ທ້ອນ ເພື່ອຂ້ານ້ອຍຈະບໍ່ຢາກ.”
ຫລັງຈາກຍິງຊາວຊາມາເຣຍໄດ້ມີປະສົບການນີ້ນຳພຣະຜູ້ຊ່ວຍໃຫ້ລອດ, ນາງ “ໄດ້ປະໄຫນ້ຳຂອງຕົນ, ກັບຄືນເຂົ້າໄປໃນເມືອງ ແລະ ບອກຄົນທັງຫລາຍວ່າ,
“ຈົ່ງມາເບິ່ງຊາຍຜູ້ໜຶ່ງ ທີ່ບອກຂ້ອຍເຖິງທຸກໆສິ່ງທີ່ຂ້ອຍໄດ້ເຮັດມາແລ້ວ ຜູ້ນີ້ບໍ່ແມ່ນພຣະຄຣິດບໍ?”
ນາງໄດ້ຮັບປະຈັກພະຍານ—ນາງໄດ້ເລີ່ມຕົ້ນຮັບເອົານ້ຳທີ່ປະກອບດ້ວຍຊີວິດ—ແລະ ນາງຈຶ່ງປາດຖະໜາທີ່ຈະເປັນພະຍານເຖິງຄວາມເປັນພຣະເຈົ້າຂອງພຣະອົງຕໍ່ຄົນອື່ນໆ.9
ເມື່ອເຮົາມາຫາພຣະອົງດ້ວຍຄວາມຖ່ອມຕົວ ແລະ ດ້ວຍໃຈທີ່ສອນງ່າຍ—ແມ່ນແຕ່ຕອນຫົວໃຈຂອງເຮົາໜັກໜ່ວງໄປດ້ວຍຄວາມຜິດພາດ, ດ້ວຍບາບ, ແລະ ດ້ວຍການລ່ວງລະເມີດກໍຕາມ—ພຣະອົງສາມາດປ່ຽນແປງເຮົາໄດ້, “ເພາະ ພຣະອົງມີອານຸພາບທີ່ຈະຊ່ວຍໃຫ້ລອດ.”10 ແລະ ດ້ວຍໃຈທີ່ປ່ຽນແປງ, ເຊັ່ນດຽວກັບຍິງຊາວຊາມາເຣຍ, ເຮົາຈະສາມາດເຂົ້າໄປໃນເມືອງຂອງເຮົາເອງ—ໃນບ້ານ, ໃນໂຮງຮຽນ, ແລະ ໃນບ່ອນທຳງານ ເພື່ອເປັນພະຍານເຖິງພຣະອົງ.
ສອງ, ພຣະອາຈານແຫ່ງການປິ່ນປົວ ສາມາດປອບໂຍນ ແລະ ເພີ່ມຄວາມເຂັ້ມແຂງໃຫ້ເຮົາ ເມື່ອເຮົາປະສົບກັບຄວາມເຈັບປວດ ເພາະການກະທຳທີ່ບໍ່ຊອບທຳຂອງຄົນອື່ນ. ຂ້າພະເຈົ້າໄດ້ສົນທະນາກັບສະຕີຫລາຍຄົນ ຜູ້ທີ່ໄດ້ແບກຫາບພາລະອັນໜັກໜ່ວງ. ເສັ້ນທາງແຫ່ງພັນທະສັນຍາ ຈາກການໄປພຣະວິຫານຂອງເຂົາເຈົ້າ ໄດ້ກາຍເປັນການເດີນທາງແຫ່ງການປິ່ນປົວສຳລັບເຂົາເຈົ້າ. ເຂົາເຈົ້າໄດ້ປະເຊີນກັບພັນທະສັນຍາທີ່ແຕກຫັກ, ຫົວໃຈທີ່ເຈັບປວດ, ແລະ ສູນເສຍຄວາມໝັ້ນໃຈ. ຫລາຍຄົນໄດ້ເປັນຜູ້ຮັບເຄາະຂອງການນອກໃຈ, ການຖືກຂົ່ມເຫັງທາງວາຈາ, ທາງເພດ, ແລະ ທາງຄວາມຮູ້ສຶກ, ສ່ວນຫລາຍແລ້ວ ແມ່ນມາຈາກການຕິດແສດຂອງຄົນອື່ນ.
ປະສົບການເຫລົ່ານີ້, ເຖິງແມ່ນຈະບໍ່ໄດ້ເປັນຄວາມຜິດຂອງເຂົາເຈົ້າເອງ, ແຕ່ມັນຍັງໄດ້ເຮັດໃຫ້ເຂົາເຈົ້າຮູ້ສຶກຜິດ ແລະ ອັບອາຍ. ເມື່ອບໍ່ເຂົ້າໃຈວິທີທີ່ຈະຈັດການກັບຄວາມຮູ້ສຶກທີ່ໜັກໜ່ວງ, ບາງຄົນກໍພະຍາຍາມເຊື່ອງຊ້ອນມັນໄວ້, ຝັງເລິກໄວ້ຢູ່ກັບຕົວເອງ.
ຄວາມຫວັງ ແລະ ການປິ່ນປົວ ບໍ່ຖືກພົບເຫັນຢູ່ໃນຄວາມເລິກຂອງການເກັບໄວ້ເປັນຄວາມລັບ ແຕ່ຈະພົບເຫັນຢູ່ໃນຄວາມສະຫວ່າງ ແລະ ຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ.11 ແອວເດີ ຣິເຈີດ ຈີ ສະກາດ ໄດ້ແນະນຳວ່າ: “ຖ້າຕົວທ່ານເອງບໍ່ໄດ້ເຮັດຜິດ, ທ່ານກໍບໍ່ຈຳເປັນທີ່ຈະແບກຫາບຜົນສະທ້ອນຈາກບາບຂອງຄົນອື່ນ. … ທ່ານສາມາດຮູ້ສຶກເຖິງຄວາມເຫັນອົກເຫັນໃຈ. … ແຕ່ທ່ານບໍ່ຄວນຮັບຜິດຊອບຕໍ່ການເຮັດບາບຂອງເຂົາ. … ເມື່ອທ່ານໄດ້ເຮັດຢ່າງເໝາະສົມໃນການຊ່ວຍເຫລືອຄົນທີ່ທ່ານຮັກແລ້ວ, ໃຫ້ວາງຄວາມໜັກໜ່ວງນັ້ນໄວ້ທີ່ພຣະບາດຂອງພຣະຜູ້ຊ່ວຍໃຫ້ລອດ. … ເມື່ອທ່ານເຮັດເຊັ່ນນັ້ນ, ບໍ່ພຽງແຕ່ທ່ານຈະພົບຄວາມສະຫງົບສຸກເທົ່ານັ້ນ, ແຕ່ທ່ານຍັງໄດ້ສະແດງສັດທານຳອີກ ໃນອຳນາດຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ຈະຍົກຄວາມໜັກໜ່ວງຂອງຄວາມຜິດບາບອອກຈາກຄົນທີ່ທ່ານຮັກ ຜ່ານການກັບໃຈ ແລະ ການເຊື່ອຟັງຂອງເຂົາ.”
ເພິ່ນໄດ້ກ່າວຕື່ມອີກວ່າ: “ທ່ານຈະໄດ້ຮັບການປິ່ນປົວທັງໝົດ ໂດຍການມີສັດທາໃນພຣະເຢຊູຄຣິດ ແລະ ໃນອຳນາດ ແລະ ຄວາມສາມາດຂອງພຣະອົງ, ຜ່ານການຊົດໃຊ້ຂອງພຣະອົງ, ເພື່ອປິ່ນປົວບາດແຜທີ່ບໍ່ຍຸດຕິທຳ ແລະ ບໍ່ສົມຄວນທີ່ຈະໄດ້ຮັບ.”12
ເອື້ອຍນ້ອງທັງຫລາຍ, ຖ້າຫາກທ່ານພົບເຫັນຕົວເອງຢູ່ໃນສະພາບນີ້, ການປິ່ນປົວອາດໃຊ້ເວລານານ. ມັນຈະຮຽກຮ້ອງໃຫ້ທ່ານສະແຫວງຫາການນຳພາ ແລະ ການຊ່ວຍເຫລືອທີ່ເໝາະສົມ, ຮ່ວມທັງການຮັບຄຳແນະນຳຈາກ ຜູ້ດຳລົງຖານະປະໂລຫິດທີ່ໄດ້ຮັບການແຕ່ງຕັ້ງຢ່າງຖືກຕ້ອງ. ເມື່ອທ່ານຮຽນທີ່ຈະສື່ສານຢ່າງເປີດໃຈ, ໃຫ້ຈັດວາງຂອບເຂດທີ່ເໝາະສົມ, ແລະ ບາງທີ ໃຫ້ສະແຫວງຫາຄຳແນະນຳຈາກຜູ້ຊ່ຽວຊານ ດ້ວຍການອະທິຖານ. ການຮັກສາສຸຂະພາບທາງວິນຍານ ໃນໄລຍະຜ່ານຂັ້ນຕອນ ເປັນສິ່ງຈຳເປັນທີ່ສຸດ! ຈົ່ງຈື່ຈຳເອກະລັກທີ່ສູງສົ່ງຂອງທ່ານ: ທ່ານເປັນທິດາທີ່ຮັກຂອງພຣະບິດາມານດາແຫ່ງສະຫວັນ. ຈົ່ງໄວ້ວາງໃຈແຜນນິລັນດອນຂອງພຣະບິດາ ສຳລັບທ່ານ. ຈົ່ງພະຍາຍາມທຸກວັນ ທີ່ຈະເພີ່ມຄວາມເຂົ້າໃຈ ໃນຄຳສອນຂອງພຣະເຢຊູຄຣິດ. ຈົ່ງໃຊ້ສັດທາໃນແຕ່ລະວັນ ເພື່ອດື່ມນ້ຳທີ່ປະກອບດ້ວຍຊີວິດ ຈາກນ້ຳສ້າງຂອງພຣະຜູ້ຊ່ວຍໃຫ້ລອດ. ຈົ່ງເພິ່ງອາໄສຂອງປະທານທີ່ມີພະລັງ ຊຶ່ງມີໃຫ້ເຮົາແຕ່ລະຄົນ ຜ່ານພິທີການ ແລະ ພັນທະສັນຍາ. ແລະ ຈົ່ງອະນຸຍາດໃຫ້ອຳນາດແຫ່ງການປິ່ນປົວຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ການຊົດໃຊ້ຂອງພຣະອົງ ເຂົ້າມາສູ່ຊີວິດຂອງທ່ານ.
ສາມ, ພຣະອາຈານແຫ່ງການປິ່ນປົວ ສາມາດປອບໂຍນ ແລະ ສະໜັບສະໜູນເຮົາ ເມື່ອເຮົາປະສົບກັບຄວາມເຈັບປວດ “ເນື່ອງດ້ວຍຄວາມເປັນຈິງຂອງຊີວິດມະຕະ,”13 ດັ່ງເຊັ່ນ ໄພທຳມະຊາດ, ຄວາມປ່ວຍໂຊທາງຈິດໃຈ, ພະຍາດໂຣຄາ, ຄວາມເຈັບປວດໜັກ, ແລະ ຄວາມຕາຍ. ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ຮູ້ຈັກກັບຍິງໜຸ່ມທີ່ໜ້າອັດສະຈັນໃຈຄົນໜຶ່ງ ຊື່ວ່າ ໂຈຊີ ຜູ້ເປັນພະຍາດຈິດໃຈບໍ່ສະຫງົບ. ຕໍ່ໄປນີ້ ແມ່ນສິ່ງທີ່ນາງໄດ້ເຮັດ ເພື່ອຮັບການປິ່ນປົວ ຕາມການບອກເລົ່າຂອງນາງທີ່ໄດ້ເລົ່າໃຫ້ຂ້າພະເຈົ້າຟັງ:
“ມື້ທີ່ມືດມົວທີ່ສຸດໃນຊີວິດໄດ້ເກີດຂຶ້ນ ຊຶ່ງຂ້ານ້ອຍກັບຄອບຄົວເອີ້ນວ່າ ‘ມື້ນອນຢູ່ພື້ນ.’ ມັນເລີ່ມຕົ້ນດ້ວຍຄວາມຮູ້ສຶກວ່າ ທຸກສິ່ງຖ້ວມຕົວ ແລະ ບໍ່ສາມາດທົນກັບສຽງ, ຄວາມສຳພັດ, ຫລື ຄວາມສະຫວ່າງໄດ້. ມັນເປັນຄວາມທຸກທໍລະມານທາງຈິດໃຈ. ມີມື້ໜຶ່ງ ທີ່ຂ້ານ້ອຍບໍ່ເຄີຍລືມ.
“ມັນເປັນມື້ທີ່ຂ້ານ້ອຍເລີ່ມຕົ້ນຈັດການກັບພະຍາດຈິດໃຈບໍ່ສະຫງົບ, ເປັນປະສົບການທີ່ໜ້າຢ້ານກົວ. ຂ້ານ້ອຍຈື່ໄດ້ວ່າ ນ້ຳຕາໄດ້ໄຫລອາບແກ້ມ ແລະ ຂ້ານ້ອຍຫັນໃຈບໍ່ອີ່ມທ້ອງ. ເຖິງແມ່ນຂ້ານ້ອຍມີຄວາມທຸກທໍລະມານຫລາຍ, ແຕ່ກໍຍັງບໍ່ເທົ່າກັບຄວາມເຈັບປວດທີ່ຂ້ານ້ອຍມີ ໃນຂະນະທີ່ຂ້ານ້ອຍສັງເກດເບິ່ງແມ່ ຜູ້ພະຍາຍາມຊ່ວຍຂ້ານ້ອຍດ້ວຍຄວາມຕົກອົກຕົກໃຈ.
“ເມື່ອຂ້ານ້ອຍເຈັບປວດທາງຈິດໃຈ ແມ່ຂອງຂ້ານ້ອຍກໍເຈັບປວດໃຈນຳ. ແຕ່ເຖິງແມ່ນ ພວກຂ້ານ້ອຍຮູ້ສຶກວ່າຢູ່ໃນຄວາມເລິກອັນມືດມົວ, ແຕ່ພວກຂ້ານ້ອຍບໍ່ໄດ້ຢູ່ໄກເລີຍຈາກປະສົບການທີ່ມະຫັດສະຈັນ.
“ໃນຂະນະທີ່ຂ້ານ້ອຍຢູ່ໃນຄວາມເຈັບປວດເປັນເວລາຫລາຍຊົ່ວໂມງນັ້ນ, ແມ່ຂອງຂ້ານ້ອຍໄດ້ເວົ້າຄ່ອຍໆ ເທື່ອແລ້ວເທື່ອອີກ ກັບຂ້ານ້ອຍວ່າ, ‘ແມ່ຈະເຮັດທຸກສິ່ງ ເພື່ອຮັບເອົາມັນໄປຈາກລູກ.’
“ໃນເວລາດຽວກັນນັ້ນ, ຄວາມມືດໄດ້ຕຶບໜາກວ່າເກົ່າ, ແລະ ເມື່ອຂ້ານ້ອຍຄິດວ່າ ບໍ່ສາມາດທົນກັບມັນໄດ້ອີກແລ້ວ, ໃນເວລານັ້ນເອງ ສິ່ງມະຫັດສະຈັນໄດ້ເກີດຂຶ້ນ.
“ພະລັງທີ່ເໜືອກວ່າສິ່ງອື່ນໃດ ແລະ ດີເລີດ ໄດ້ມາຄອບງຳຮ່າງກາຍຂອງຂ້ານ້ອຍ. ແລ້ວ, ‘ດ້ວຍກຳລັງທີ່ເກີນກວ່າຂອງຂ້ານ້ອຍເອງ,’14 ຂ້ານ້ອຍໄດ້ປະກາດຕໍ່ແມ່ດ້ວຍຄວາມເຊື່ອໝັ້ນ ດ້ວຍຖ້ອຍຄຳ ທີ່ປ່ຽນແປງຊີວິດຂອງຂ້ານ້ອຍວ່າ, ‘ແມ່ບໍ່ຈຳເປັນ; ມີຄົນເຮັດແທນແລ້ວ.’”
ຈາກຄວາມເລິກທີ່ມືດຕຶບແຫ່ງການເປັນພະຍາດທາງຈິດໃຈ ຊຶ່ງອັນຕະລາຍທີ່ສຸດ, ນາງໂຈຊີ ໄດ້ກ່າວເປັນພະຍານເຖິງພຣະເຢຊູຄຣິດ ແລະ ເຖິງການຊົດໃຊ້ຂອງພຣະອົງ.
ນາງບໍ່ໄດ້ຫາຍດີທັງໝົດໃນມື້ນັ້ນ, ແຕ່ນາງໄດ້ຮັບຄວາມສະຫວ່າງຂອງຄວາມຫວັງ ໃນຊ່ວງເວລາທີ່ຢູ່ໃນຄວາມມືດອັນຕຶບໜາ. ແລະ ທຸກວັນນີ້, ໂດຍໄດ້ຮັບການຄ້ຳຈູນດ້ວຍຄວາມເຂົ້າໃຈທີ່ໜັກແໜ້ນເຖິງຄຳສອນຂອງພຣະຄຣິດ ແລະ ໂດຍການໄດ້ຮັບຄວາມເຂັ້ມແຂງຈາກນ້ຳທີ່ປະກອບດ້ວຍຊີວິດຂອງພຣະຜູ້ຊ່ວຍໃຫ້ລອດ, ໂຈຊີ ຈຶ່ງດຳເນີນໄປໜ້າ ໃນການປິ່ນປົວ ແລະ ການເຝິກສັດທາທີ່ບໍ່ສັ່ນສະເທືອນຂອງນາງ ໃນການປິ່ນປົວຂອງພຣະອາຈານ. ນາງໄດ້ຊ່ວຍເຫລືອຄົນອື່ນໃນເສັ້ນທາງດ້ວຍ. ແລະ ນາງໄດ້ເວົ້າວ່າ, “ເມື່ອຮູ້ສຶກຕົວວ່າຂ້ານ້ອຍຢູ່ໃນຄວາມມືດຕະຫລອດເວລາ, ຂ້ານ້ອຍໄດ້ລະນຶກເຖິງຄວາມເມດຕາອັນລະອຽດອ່ອນຂອງພຣະອົງ. ມັນເປັນ ຄວາມສະຫວ່າງ ເຍືອງທາງໃຫ້ຂ້ານ້ອຍ ເພື່ອໃຫ້ສາມາດຜ່ານຜ່າຄວາມມືດໄປໄດ້.”15
ເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າເປັນພະຍານວ່າ—
ທ່ານບໍ່ຈຳເປັນຕ້ອງແບກຫາບຄວາມໜັກໜ່ວງ ຊຶ່ງເກີດຈາກບາບ—ແຕ່ພຽງຜູ້ດຽວ.
ທ່ານບໍ່ຈຳເປັນຕ້ອງແບກຫາບຄວາມເຈັບປວດ ເພາະການກະທຳທີ່ບໍ່ຊອບທຳຂອງຄົນອື່ນ—ແຕ່ພຽງຜູ້ດຽວ.
ທ່ານບໍ່ຈຳເປັນຕ້ອງປະເຊີນກັບຄວາມເຈັບປວດ ເນື່ອງດ້ວຍຄວາມເປັນຈິງຂອງຊີວິດມະຕະ—ແຕ່ພຽງຜູ້ດຽວ.
ພຣະຜູ້ຊ່ວຍໃຫ້ລອດໄດ້ອ້ອນວອນວ່າ:
“ບັດນີ້ພວກເຈົ້າຍັງຈະບໍ່ຫັນກັບມາຫາເຮົາບໍ, ແລະ ກັບໃຈຈາກບາບຂອງພວກເຈົ້າ ແລະ ປ່ຽນໃຈເຫລື້ອມໃສ, ເພື່ອເຮົາຈະໄດ້ປິ່ນປົວພວກເຈົ້າ?
“… ຖ້າຫາກພວກເຈົ້າເຂົ້າມາຫາເຮົາ ພວກເຈົ້າຈະມີຊີວິດນິລັນດອນ. ຈົ່ງເບິ່ງ, ແຂນແຫ່ງຄວາມເມດຕາສົງສານຂອງເຮົາ ໄດ້ເດ່ອອກມາຫາພວກເຈົ້າແລ້ວ, ແລະ ຜູ້ໃດກໍຕາມທີ່ຈະເຂົ້າມາ … ເຮົາຈະຮັບເອົາໄວ້.”16
“[ພຣະອົງ] ຈະກະທຳທຸກສິ່ງ ເພື່ອຮັບເອົາມັນໄປຈາກທ່ານ.” ຕາມຈິງແລ້ວ, “[ພຣະອົງ] ໄດ້ກະທຳແລ້ວ.” ໃນພຣະນາມຂອງພຣະເຢຊູຄຣິດ, ພຣະອາຈານແຫ່ງການປິ່ນປົວ, ອາແມນ.