ຄວາມປາດຖະໜາອັນແທ້ຈິງຂອງຈິດວິນຍານ
ທຸກໆເວລາຂອງການອະທິຖານທີ່ລ້ຳຄ່າ ສາມາດເປັນເວລາທີ່ສັກສິດ ທີ່ຈະໄດ້ຢູ່ນຳພຣະບິດາຂອງເຮົາ, ໃນພຣະນາມຂອງພຣະບຸດ, ໂດຍອຳນາດຂອງພຣະວິນຍານບໍລິສຸດ.
ໃນລະຫວ່າງການດີ້ນລົນຂອງຊີວິດມະຕະ, ເຮົາບໍ່ໄດ້ຖືກປະຖິ້ມໃຫ້ຢູ່ຕາມລຳພັງ ເພື່ອຈະສຳເລັດວຽກງານຂອງເຮົາ, ທີ່ຈະຕໍ່ສູ້ຄົນດຽວໃນການສູ້ຮົບຂອງເຮົາ, ທີ່ຕ້ອງປະເຊີນໜ້າກັບຄວາມຍາກລຳບາກ ຫລື ຊອກຫາຄຳຕອບຢູ່ຄົນດຽວ. ພຣະເຢຊູຄຣິດໄດ້ສິດສອນດ້ວຍຄຳອຸປະມາວ່າ “ຕ້ອງໝັ່ນອະທິຖານຢູ່ສະເໝີ, ແລະ ບໍ່ໃຫ້ທໍ້ຖອຍໃຈ.” ພຣະອົງໄດ້ບອກຂ້າພະເຈົ້າເຖິງຕຸລາການຄົນໜຶ່ງ ຜູ້ທີ່ບໍ່ໄດ້ໃຫ້ກຽດພຣະເຈົ້າ ແລະ ບໍ່ມີຄວາມຫ່ວງໃຍຫຍັງສຳລັບຄົນອື່ນ. ແມ່ໝ້າຍຄົນໜຶ່ງໄດ້ມາຫາເພິ່ນເລື້ອຍໆ, ທູນຂໍຄວາມຍຸດຕິທຳຕໍ່ຕ້ານຜູ້ປໍລະປັກ. ເປັນເວລາດົນນານຕຸລາການບໍ່ໄດ້ໃຫ້ຄວາມບັນເທົາແນວໃດເລີຍ. ແຕ່ ເປັນເພາະຜົນທີ່ຕາມມາຂອງການທູນຂໍຢ່າງມີສັດທາ ແລະ ຢ່າງສະໝ່ຳສະເໝີ, ທີ່ໃນທີ່ສຸດ ຕຸລາການກໍໄດ້ຄິດວ່າ, “ເພາະແມ່ໝ້າຍຜູ້ນີ້ກວນໃຈເຮົາຕະຫລອດມາ, ເຮົາຈະໃຫ້ຄວາມຍຸດຕິທຳແກ່ນາງ, ຖ້າບໍ່ດັ່ງນັ້ນ ນາງກໍຈະໝັ່ນມາຫາເລື້ອຍໆ.”
ແລ້ວພຣະເຢຊູໄດ້ອະທິບາຍວ່າ:
“… ພຣະເຈົ້າຈະບໍ່ໂຜດຄວາມຍຸດຕິທຳແກ່ຜູ້ທີ່ໄດ້ຖືກເລືອກໄວ້ຂອງພຣະອົງບໍ, ຊຶ່ງຮ້ອງຫາພຣະອົງທັງກາງເວັນ ແລະ ກາງຄືນນັ້ນ … ?
“ເຮົາບອກເຈົ້າທັງຫລາຍວ່າ ພຣະອົງຈະໂຜດຄວາມຍຸດຕິທຳໃຫ້ແກ່ພວກເຂົາໂດຍໄວ.”
ແລະ ແລ້ວພຣະຜູ້ເປັນເຈົ້າກໍຖາມຄຳຖາມນີ້ວ່າ: “ແຕ່ເຖິງປານນັ້ນ ເມື່ອບຸດມະນຸດສະເດັດມາ ພຣະອົງຈະພົບຄົນທີ່ມີສັດທາຢ່າງນີ້ຢູ່ໃນໂລກຢູ່ບໍ?”1
ການອະທິຖານແມ່ນສຳຄັນຕໍ່ການພັດທະນາສັດທາ. ເມື່ອພຣະຜູ້ເປັນເຈົ້າສະເດັດມາອີກ, ພຣະອົງຈະພົບເຫັນຜູ້ຄົນ ທີ່ຮູ້ວິທີອະທິຖານດ້ວຍສັດທາ ແລະ ຜູ້ທີ່ຕຽມພ້ອມແລ້ວທີ່ຈະໄດ້ຮັບຄວາມລອດບໍ? “ເພາະວ່າທຸກຄົນທີ່ຮ້ອງອອກພຣະນາມຂອງພຣະຜູ້ເປັນເຈົ້າ ກໍໄດ້ລອດ.”2 ພວກເຮົາເປັນລູກໆທີ່ຮັກຂອງພຣະບິດາເທິງສະຫວັນ, ແລະ ເຮົາອາດຊື່ນຊົມກັບການຕິດຕໍ່ສ່ວນຕົວກັບພຣະອົງເມື່ອເຮົາອະທິຖານ “ດ້ວຍໃຈຈິງ, ດ້ວຍເຈດຕະນາອັນແທ້ຈິງ, ໂດຍມີສັດທາໃນພຣະຄຣິດ”3 ແລະ ແລ້ວລົງມືປະຕິບັດ ໃຫ້ສອດຄ່ອງກັບຄຳຕອບທີ່ເຮົາໄດ້ຮັບໂດຍການກະຕຸ້ນຂອງພຣະວິນຍານບໍລິສຸດ. ດ້ວຍສັດທາ ເຮົາອະທິຖານ, ເຮົາຮັບຟັງ, ແລະ ເຮົາເຊື່ອຟັງ ເພື່ອວ່າເຮົາອາດຈະໄດ້ຮຽນຮູ້ ທີ່ຈະກາຍເປັນໜຶ່ງດຽວກັນກັບພຣະບິດາ ແລະ ພຣະບຸດ.4
ການອະທິຖານດ້ວຍສັດທາເຮັດໃຫ້ເປັນໄປໄດ້ ທີ່ຈະໄດ້ຮັບພອນອັນຮຸ່ງເຫລື້ອມ ທີ່ຖືກສົ່ງມາຈາກສະຫວັນ. ພຣະຜູ້ຊ່ວຍໃຫ້ລອດໄດ້ສອນວ່າ:
“ຈົ່ງໝັ່ນຂໍແລ້ວເຈົ້າຈະໄດ້ຮັບ, ຈົ່ງໝັ່ນຊອກຫາແລ້ວເຈົ້າກໍຈະໄດ້ພົບ; ຈົ່ງໝັ່ນເຄາະແລ້ວຈະມີຜູ້ໄຂໃຫ້ເຈົ້າ:
“ດ້ວຍວ່າ ທຸກຄົນທີ່ຂໍກໍຈະໄດ້ຮັບ, ທຸກຄົນທີ່ຊອກຫາກໍຈະໄດ້ພົບ, ແລະ ທຸກຄົນທີ່ເຄາະກໍຈະມີຜູ້ໄຂໃຫ້.”5
ຖ້າຫາກເຮົາຫວັງທີ່ຈະໄດ້ຮັບ, ເຮົາຕ້ອງໝັ່ນຂໍ, ແລະ ໝັ່ນເຄາະ.ໃນການຄົ້ນຫາຄວາມຈິງ ໂຈເຊັບ ສະມິດ ໄດ້ອ່ານຈາກພຣະຄຳພີວ່າ, “ຖ້າຄົນໃດໃນພວກເຈົ້າຂາດສະຕິປັນຍາ ກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າ ຜູ້ໂຜດປະທານໃຫ້ແກ່ຄົນທັງປວງດ້ວຍພຣະກະລຸນາ ແລະ ບໍ່ກ່າວຕິ.”6 ໃນການອະທິຖານດ້ວຍສັດທາຂອງເພິ່ນ, ທ້ອງຟ້າໄດ້ເປີດອອກ. ພຣະບິດາເຈົ້າ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ໄດ້ສະເດັດລົງມາໃນລັດສະໝີພາບ ແລະ ໄດ້ກ່າວຕໍ່ ໂຈເຊັບ ສະມິດ, ໄດ້ເລີ່ມຕົ້ນຂອງຍຸກສະໄໝຂອງຄວາມສົມບູນແຫ່ງເວລາ. ສຳລັບເຮົາ, ການປິ່ນປົວທີ່ມະຫັດສະຈັນ, ການປົກປັກຮັກສາທີ່ມີພະລັງ, ຄວາມຮູ້ແຫ່ງສະຫວັນ, ການໃຫ້ອະໄພທີ່ປົດປ່ອຍ, ແລະ ຄວາມສະຫງົບທີ່ລ້ຳຄ່າຄືບັນດາຄຳຕອບທີ່ມີມາ ເມື່ອເຮົາສະແດງ “ຄວາມປາດຖະໜາອັນແທ້ຈິງຂອງຈິດວິນຍານ”7 ດ້ວຍສັດທາ.
ເຮົາອະທິຖານຫາພຣະບິດາຂອງເຮົາໃນພຣະນາມຂອງພຣະເຢຊູຄຣິດ, ໂດຍອຳນາດຂອງພຣະວິນຍານບໍລິສຸດ, ສະນັ້ນຈຶ່ງຮຽກຮ້ອງເຖິງສະມາຊິກທັງສາມອົງຂອງຝ່າຍພຣະເຈົ້າ ໃນການອະທິຖານຂອງເຮົາ.
ເຮົາອະທິຖານຫາພຣະບິດາເທິງສະຫວັນຂອງເຮົາ ແລະ ຫາພຣະອົງພຽງອົງດຽວ ເພາະວ່າພຣະອົງຄື ພຣະເຈົ້າໃນສະຫວັນ, ຜູ້ບໍ່ມີຂອບເຂດ ແລະ ນິລັນດອນ, ຈາກເປັນນິດເຖິງເປັນນິດ … , ຜູ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທີ່ຢູ່ໃນນັ້ນ. ໃນຖານະພຣະຜູ້ສ້າງຂອງເຮົາ, ພຣະອົງໄດ້ປະທານພຣະບັນຍັດ ວ່າເຮົາຄວນຈະຮັກ ແລະ ຮັບໃຊ້ພຣະອົງ, ພຣະເຈົ້າທີ່ຊົງພຣະຊົງຢູ່ ແລະ ຈິງແທ້ແຕ່ອົງດຽວ, ແລະ ວ່າເຮົາຄວນນະມັດສະການແຕ່ພຣະອົງເທົ່ານັ້ນ.8
ເມື່ອທ່ານອະທິຖານຫາພຣະບິດາເທິງສະຫວັນດ້ວຍສັດທາ, “ພຣະອົງຈະປອບໂຍນທ່ານໃນຄວາມທຸກຂອງທ່ານ, … [ແລະ ທ່ານຈະ] ຊື່ນຊົມຢູ່ດ້ວຍຄວາມຮັກຂອງພຣະອົງ.”9 ປະທານເຮັນຣີ ບີ ໄອຣິງ ໄດ້ແບ່ງປັນວ່າ ຄຳອະທິຖານຂອງພໍ່ຂອງເພິ່ນ ຕອນຕໍ່ສູ້ຢ່າງທໍ້ຖອຍ ກັບໂຣກມະເລັງ ໄດ້ສອນເພິ່ນເຖິງຄວາມສຳພັນສ່ວນຕົວທີ່ເລິກຊຶ້ງ ລະຫວ່າງພຣະເຈົ້າ ແລະ ລູກໆຂອງພຣະອົງວ່າ:
“ເມື່ອຄວາມເຈັບປວດຮຸນແຮງຂຶ້ນຫລາຍ, ໃນຕອນເຊົ້າ ພວກຂ້າພະເຈົ້າຈະເຫັນເພິ່ນຄຸເຂົ່າຢູ່ຂ້າງຕຽງ. ເພິ່ນອ່ອນເພຍຫລາຍ ເກີນທີ່ຈະຂຶ້ນເທິງຕຽງຄືນ. ເພິ່ນໄດ້ບອກພວກຂ້າພະເຈົ້າວ່າ ເພິ່ນໄດ້ອະທິຖານ ທູນຖາມພຣະບິດາເທິງສະຫວັນຂອງເພິ່ນວ່າ ເປັນຫຍັງເພິ່ນຕ້ອງທົນທຸກທໍລະມານຫລາຍແທ້ ເມື່ອເພິ່ນໄດ້ພະຍາຍາມທີ່ຈະເປັນຄົນດີ. ເພິ່ນໄດ້ບອກວ່າຄຳຕອບທີ່ມີເມດຕາໄດ້ມີມາວ່າ: ‘ພຣະເຈົ້າຕ້ອງການບຸດທັງຫລາຍທີ່ກ້າຫານ.’
“ແລະ ສະນັ້ນເພິ່ນຈຶ່ງໄດ້ອົດທົນຈົນເຖິງທີ່ສຸດ, ໄວ້ວາງໃຈວ່າ ພຣະເຈົ້າໄດ້ຮັກເພິ່ນ, ໄດ້ຮັບຟັງເພິ່ນ, ແລະ ຈະຄ້ຳຊູເພິ່ນ. ເພິ່ນໄດ້ຮັບພອນທີ່ໄດ້ຮູ້ຕັ້ງແຕ່ຕົ້ນ ແລະ ບໍ່ເຄີຍລືມເລີຍວ່າ ພຣະເຈົ້າທີ່ຊົງຮັກ ຄົງສະຖິດຢູ່ໃກ້ໆດັ່ງການອະທິຖານ.”10
ເຮົາອະທິຖານໃນພຣະນາມຂອງພຣະເຢຊູຄຣິດ ເພາະຄວາມລອດຂອງເຮົາຢູ່ໃນພຣະຄຣິດ, ແລະ “ໃນຜູ້ອື່ນຄວາມລອດບໍ່ມີ ດ້ວຍວ່າ, ບໍ່ມີນາມອື່ນໃດທົ່ວໃຕ້ຟ້າ ທີ່ຖືກປະທານແກ່ມະນຸດ ເພື່ອໃຫ້ເຮົາທັງຫລາຍໄດ້ຮັບຄວາມລອດ.”11 ເຮົາມາຫາພຣະບິດາໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ12 ເພາະວ່າ ພຣະອົງເປັນຜູ້ວິງວອນແທນເຮົານຳພຣະບິດາ, ແລະ ພຣະອົງເປັນຜູ້ອ້ອນວອນແກ້ຕາງເຮົາ.13 ພຣະອົງໄດ້ທົນທຸກ, ຫລັ່ງໂລຫິດ, ແລະ ໄດ້ສິ້ນພຣະຊົນ ເພື່ອຈະໃຫ້ລັດສະໝີພາບແດ່ພຣະບິດາຂອງພຣະອົງ, ແລະ ການອ້ອນວອນທີ່ມີເມດຕາຂອງພຣະອົງ ແທນເຮົາ ເປີດທາງໃຫ້ເຮົາແຕ່ລະຄົນໄດ້ຮັບຄວາມສະຫງົບສຸກໃນຊີວິດນີ້ ແລະ ຊີວິດທີ່ເປັນນິດໃນໂລກທີ່ຈະມາເຖິງ. ພຣະອົງບໍ່ຢາກໃຫ້ເຮົາທົນທຸກທໍລະມານດົນໄປກວ່າ ຫລື ອົດທົນກັບບັນຫາຕ່າງໆນາໆ ທີ່ເກີນຄວາມຈຳເປັນ. ພຣະອົງປະສົງໃຫ້ເຮົາຫັນໄປຫາພຣະອົງ ແລະ ປ່ອຍໃຫ້ພຣະອົງຊ່ວຍເຮັດໃຫ້ພາລະໜັກຂອງເຮົາເບົາລົງ, ເພື່ອປິ່ນປົວຈິດໃຈຂອງເຮົາ, ແລະ ຊຳລະໃຫ້ຈິດວິນຍານຂອງເຮົາສະອາດ ຜ່ານອຳນາດແຫ່ງການຊຳລະໃຫ້ສະອາດ. ເຮົາບໍ່ຕ້ອງນຳໃຊ້ພຣະນາມຂອງພຣະອົງແບບທ່ອງຈຳ ແລະ ໃຊ້ຊ້ຳຢ່າງຫຍາບຄາຍ. ການອະທິຖານທີ່ຈິງໃຈທີ່ໄດ້ກ່າວອອກໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ ເປັນການສະແດງອອກເຖິງຄວາມຮັກທີ່ອຸທິດຕົນ, ຄວາມກະຕັນຍູນິລັນດອນ, ແລະ ຄວາມປາດຖະໜາທີ່ໝັ້ນຄົງຂອງເຮົາ ທີ່ຈະອະທິຖານໃນທຳນອງດຽວກັນດັ່ງທີ່ພຣະອົງໄດ້ອະທິຖານ, ທີ່ຈະເຮັດເໝື່ອນດັ່ງພຣະອົງໄດ້ເຮັດ, ແລະ ກາຍເປັນຄົນດັ່ງທີ່ພຣະອົງຊົງເປັນຢູ່.
ເຮົາອະທິຖານໂດຍອຳນາດຂອງພຣະວິນຍານບໍລິສຸດ ເພາະວ່າພຣະອົງໄດ້ ທູນຂໍໂດຍພຣະວິນຍານ ຕາມພຣະປະສົງຂອງພຣະເຈົ້າ.14 ເມື່ອເຮົາອະທິຖານດ້ວຍສັດທາ, ພຣະວິນຍານບໍລິສຸດ ສາມາດຊີ້ນຳຄວາມນຶກຄິດຂອງເຮົາ ເພື່ອວ່າຄຳວາຈາຂອງເຮົາຈະສອດຄ່ອງກັບພຣະປະສົງຂອງພຣະເຈົ້າ. “ຢ່າໄດ້ຂໍເພື່ອທ່ານຈະໄດ້ໃຊ້ຈ່າຍເພື່ອຄວາມໄຄ່ຂອງທ່ານ, ແຕ່ໃຫ້ຂໍດ້ວຍຄວາມໝັ້ນຄົງອັນບໍ່ຫວັ່ນໄຫວ, ເພື່ອທ່ານຈະບໍ່ໄດ້ຍອມຕໍ່ການລໍ້ລວງ, ແຕ່ວ່າເພື່ອທ່ານຈະໄດ້ຮັບໃຊ້ພຣະເຈົ້າອົງທີ່ທ່ຽງແທ້ ແລະ ຊົງພຣະຊົນຢູ່.”15
“ມັນບໍ່ພຽງແຕ່ສຳຄັນ ທີ່ເຮົາມາຮູ້ວິທີທີ່ຈະອະທິຖານ, ແຕ່ ມັນຍັງສຳຄັນເທົ່າກັນ ວ່າເຮົາຈະຮູ້ວິທີທີ່ຈະໄດ້ຮັບຄຳຕອບຕໍ່ຄຳອະທິຖານຂອງເຮົາ, ທີ່ຈະຫລິງເຫັນ, ທີ່ຈະຮູ້ສຶກຕົວ, ທີ່ຈະໄດ້ເຫັນດ້ວຍສາຍຕາທີ່ແຈ່ມແຈ້ງ ແລະ ເຂົ້າໃຈດ້ວຍເຈດຕະນາທີ່ແຈ້ງຊັດ ເຖິງພຣະປະສົງຂອງພຣະເຈົ້າ ແລະ ຈຸດປະສົງທີ່ກ່ຽວກັບເຮົາ.”16
ປະທານໄອຣິງ ໄດ້ແບ່ງປັນວ່າ: “ຂ້າພະເຈົ້າໄດ້ເຫັນຄຳອະທິຖານຖືກຕອບ. ຄຳຕອບແມ່ນແຈ່ມແຈ້ງດີ ເມື່ອສິ່ງທີ່ຂ້າພະເຈົ້າຢາກໄດ້ກໍຖືກລະເລີຍ ໂດຍຄວາມຕ້ອງການທີ່ມີພະລັງ ເພື່ອຈະຮູ້ສິ່ງທີ່ພຣະເຈົ້າປະສົງ. ແລ້ວ ຄຳຕອບທີ່ມາຈາກພຣະບິດາເທິງສະຫວັນທີ່ຊົງຮັກ ຈະສາມາດຖືກກ່າວອອກໄປສູ່ຈິດໃຈ ໂດຍສຽງເບົາໆ ແລະ ສາມາດຖືກບັນທຶກໄວ້ໃນໃຈ.”17
ເມື່ອພຣະຜູ້ຊ່ວຍໃຫ້ລອດໄດ້ເຂົ້າໄປໃນສວນເຄັດເຊມາເນ, ຈິດວິນຍານຂອງພຣະອົງໄດ້ໂສກເສົ້າສະຫລົດໃຈຫລາຍ, ແມ່ນແຕ່ຈົນເຖິງຄວາມຕາຍ. ໃນຄວາມທໍລະມານຂອງພຣະອົງ, ພຣະອົງດຽວທີ່ພຣະອົງສາມາດເພິ່ງໄດ້ແມ່ນ ພຣະບິດາຂອງພຣະອົງເທົ່ານັ້ນ. ພຣະອົງໄດ້ອ້ອນວອນວ່າ, “ຖ້າເປັນໄປໄດ້ ຂໍໃຫ້ຈອກແຫ່ງຄວາມທົນທຸກທໍລະມານນີ້ ເລື່ອນພົ້ນໄປຈາກລູກທ້ອນ.” ແຕ່ພຣະອົງໄດ້ກ່າວເພີ່ມອີກວ່າ, “ແຕ່ເຖິງຢ່າງໃດກໍດີ, ຂໍຢ່າໃຫ້ເປັນໄປຕາມໃຈປາດຖະໜາຂອງ ລູກ, ແຕ່ໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງ.”18 ເຖິງແມ່ນວ່າບໍ່ມີບາບ, ພຣະຜູ້ຊ່ວຍໃຫ້ລອດຖືກເອີ້ນໃຫ້ “ຮັບຄວາມເຈັບປວດ ແລະ ທຸກທໍລະມານຕາມທາງຂອງເນື້ອໜັງ ເພື່ອພຣະອົງຈະໄດ້ຮັບເອົາບາບຂອງຜູ້ຄົນຂອງພຣະອົງ, ເພື່ອພຣະອົງຈະໄດ້ລຶບການລ່ວງລະເມີດຂອງພວກເຂົາ ຕາມອຳນາດແຫ່ງການປົດປ່ອຍ.”19 ພຣະອົງໄດ້ອະທິຖານສາມເທື່ອ, “ພຣະບິດາເອີຍ, ຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງ.”20 ຈອກນັ້ນບໍ່ໄດ້ຖືກເລື່ອນພົ້ນໄປ. ໃນການອະທິຖານທີ່ຖ່ອມຕົວ ແລະ ຊື່ສັດ, ພຣະອົງໄດ້ຮັບກຳລັງໃຫ້ກ້າວໄປໜ້າ ແລະ ສຳເລັດພາລະກິດແຫ່ງສະຫວັນຂອງພຣະອົງ ທີ່ຈະຕຽມພ້ອມສຳລັບຄວາມລອດຂອງເຮົາ, ວ່າເຮົາອາດກັບໃຈ, ເຊື່ອ, ເຊື່ອຟັງ, ແລະ ໄດ້ຮັບພອນແຫ່ງນິລັນດອນ.
ຄຳຕອບທີ່ເຮົາໄດ້ຮັບໃນການອະທິຖານ ອາດບໍ່ເປັນສິ່ງທີ່ເຮົາປາດຖະໜາໃຫ້ມັນເປັນ. ແຕ່ໃນຊ່ວງເວລາທີ່ມີບັນຫາ, ຄຳອະທິຖານຂອງເຮົາຈະກາຍເປັນຄວາມຊ່ວຍເຫລືອແຫ່ງຄວາມຮັກ ແລະ ຄວາມເມດຕາອັນລະອຽດອ່ອນ. ໃນການອ້ອນວອນຂອງເຮົາ, ເຮົາອາດຖືກເຮັດໃຫ້ເຂັ້ມແຂງເພື່ອກ້າວໄປໜ້າ ແລະ ບັນລຸທຸກສິ່ງທີ່ເຮົາຖືກແຕ່ງຕັ້ງໃຫ້ເຮັດ. ຕໍ່ໄພ່ພົນຂອງພຣະອົງ ທີ່ດຳລົງຊີວິດໃນວັນເວລາທີ່ອັນຕະລາຍ, ພຣະຜູ້ເປັນເຈົ້າບອກໃຫ້ເຮົາສະບາຍໃຈ … ; ເພາະວ່າເນື້ອໜັງທັງປວງຢູ່ໃນພຣະຫັດຂອງພຣະອົງ; ໃຫ້ເຮົາສະຫງົບ ແລະ ຮູ້ວ່າພຣະອົງຄືພຣະເຈົ້າ.”21
ບໍ່ວ່າເຮົາຈະອະທິຖານເປັນສ່ວນຕົວ, ກັບຄອບຄົວຂອງເຮົາ, ຢູ່ທີ່ໂບດ, ໃນພຣະວິຫານ, ຫລື ວ່າເຮົາຈະຢູ່ບ່ອນໃດກໍຕາມ; ບໍ່ວ່າເຮົາຈະອະທິຖານດ້ວຍຫົວໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ ສະແຫວງຫາການໃຫ້ອະໄພ, ສະຕິປັນຍາເທິງສະຫວັນ ຫລື ແມ່ນແຕ່ຄວາມເຂັ້ມແຂງທີ່ຈະອົດທົນຕໍ່, ເຮົາອະທິຖານດ້ວຍຫົວໃຈທີ່ເຕັມປ່ຽມ ສະເໝີ, ອອກມາເປັນການອະທິຖານຫາພຣະອົງຢູ່ສະເໝີ ເພື່ອຄວາມຜາສຸກຂອງພວກທ່ານ, ແລະ ເພື່ອຄວາມຜາສຸກຂອງຄົນທີ່ຢູ່ອ້ອມຮອບພວກທ່ານນຳອີກ. ຄວາມປາດຖະໜາທີ່ຈິງໃຈທີ່ໄດ້ມອບໃຫ້ໃນພຣະວິນຍານແຫ່ງຄວາມກະຕັນຍູ ສຳລັບພອນທີ່ໄດ້ຮັບຢ່າງລົ້ນເຫລືອ ແລະ ຄວາມກະຕັນຍູສຳລັບບົດຮຽນຂອງຊີວິດ ທີ່ໄດ້ປູກຝັງສັດທາທີ່ໝັ້ນຄົງໃນພຣະຄຣິດ ໄວ້ໃນຫົວໃຈຂອງເຮົາ, “ຄວາມສະຫວ່າງຂອງຄວາມຫວັງ,” “ຄວາມຮັກຂອງພຣະເຈົ້າ ແລະ ຂອງມະນຸດທັງປວງ.”22
ການອະທິຖານເປັນຂອງປະທານຈາກພຣະເຈົ້າ. ເຮົາບໍ່ຕ້ອງຮູ້ສຶກວ່າຫລົງທາງ ຫລື ໂດດດ່ຽວດຽວດາຍ. ຂ້າພະເຈົ້າເປັນພະຍານວ່າ ທຸກໆເວລາຂອງການອະທິຖານທີ່ລ້ຳຄ່າ ສາມາດເປັນເວລາທີ່ສັກສິດ ທີ່ຈະໄດ້ຢູ່ນຳພຣະບິດາຂອງເຮົາ, ໃນພຣະນາມຂອງພຣະບຸດ, ໂດຍອຳນາດຂອງພຣະວິນຍານບໍລິສຸດ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.