ອົງພຣະເຢຊູຄຣິດເຈົ້າສອນເຮົາໃຫ້ອະທິຖານ
ເມື່ອທ່ານອະທິຖານ, ທ່ານຕັ້ງໃຈອະທິຖານແທ້ໆບໍ ຫລື ພຽງແຕ່ກ່າວຄຳອະທິຖານເທົ່ານັ້ນ?
ໃນປີ 1977, ຂ້າພະເຈົ້າໄດ້ຮັບໃຊ້ເປັນຜູ້ສອນສາດສະໜາເຕັມເວລາຢູ່ເມືອງຄູດສະໂກ, ປະເທດເປຣູ. ຄູ່ຮ່ວມສອນ ແລະ ຂ້າພະເຈົ້າ ໄດ້ຮັບອະນຸຍາດໃຫ້ພາຜູ້ສອນສາດສະໜາທຸກຄົນ ຢູ່ໃນເຂດຄູສະໂກ ໄປເບິ່ງເມືອງຮ້າງ ມາຈູ ພີຈູ ທີ່ສວຍງາມ.
ໃນທ້າຍການຢ້ຽມຢາມຂອງພວກເຮົາ, ຜູ້ສອນສາດສະໜາຈຳນວນໜຶ່ງ ຢາກໄປທີ່ຂົວອິງກາ, ຊຶ່ງເປັນພາກສ່ວນໜຶ່ງ ບ່ອນຜູ້ຄົນໄປຍ່າງຊົມພູຜາປ່າດົງ. ໃນທັນໃດນັ້ນ, ຂ້າພະເຈົ້າໄດ້ຮັບການເຕືອນຈາກ ພຣະວິນຍານວ່າ ບໍ່ໃຫ້ໄປ. ເສັ້ນທາງແມ່ນຢູ່ຂ້າງພູ ໃກ້ໜ້າຜາ ທີ່ສູງ 610 ແມັດ. ໃນຫລາຍບ່ອນ ເສັ້ນທາງຈະແຄບຂະໜາດ ແລະ ພຽງແຕ່ຍ່າງໄປໄດ້ເທື່ອລະຄົນ. ຄູ່ຮ່ວມສອນ ແລະ ຂ້າພະເຈົ້າໄດ້ບອກທຸກຄົນວ່າ ບໍ່ໃຫ້ໄປທີ່ຂົວອິງກາ.
ແຕ່ຜູ້ສອນສາດສະໜາຫລາຍຄົນຢາກໄປເຫັນຫລາຍແທ້ໆ. ເຂົາເຈົ້າໄດ້ອ້ອນວອນໜັກຂຶ້ນ, ແລະ ເຖິງແມ່ນວ່າ ພຣະວິນຍານໄດ້ເຕືອນຂ້າພະເຈົ້າແລ້ວ, ແຕ່ຂ້າພະເຈົ້າກໍໄດ້ເຮັດຕາມຄວາມກົດດັນຂອງໝູ່ເພື່ອນ ຜູ້ຢາກໄປເບິ່ງໜ້າຜາ, ໂດຍບອກວ່າ ພວກເຮົາໄປໄດ້ ຖ້າຫາກພວກເຮົາໃຊ້ຄວາມລະມັດລະວັງທີ່ສຸດ.
ພວກເຮົາໄດ້ພາກັນຍ່າງໄປຕາມເສັ້ນທາງທີ່ພາໄປຫາຂົວອິງກາ ໂດຍມີຂ້າພະເຈົ້າຍ່າງຢູ່ທ້າຍແຖວ, ແລະ ໃນຕອນຕົ້ນ, ທຸກຄົນກໍພາກັນຍ່າງໄປຢ່າງຊ້າໆ ດັ່ງທີ່ໄດ້ຕົກລົງກັນ. ແລ້ວຜູ້ສອນສາດສະໜາເລີ່ມຍ່າງໄວຂຶ້ນ ທັງແລ່ນໄປກໍມີ. ເຂົາເຈົ້າບໍ່ໄດ້ເອົາໃຈໃສ່ກັບຄຳຂໍຮ້ອງຂອງຂ້າພະເຈົ້າ ທີ່ໃຫ້ຄ່ອຍເດີນໄປ. ຂ້າພະເຈົ້າຮູ້ສຶກວ່າ ຕ້ອງຟ້າວໄປໃຫ້ທັນເຂົາເຈົ້າ, ເພື່ອບອກເຂົາເຈົ້າວ່າ ຕ້ອງກັບຄືນ. ຂ້າພະເຈົ້າຢູ່ໄກຈາກເຂົາເຈົ້າ, ແລະ ຂ້າພະເຈົ້າຕ້ອງໄດ້ແລ່ນໄປໄວໆ ເພື່ອໃຫ້ທັນເຂົາເຈົ້າ.
ເມື່ອຂ້າພະເຈົ້າໄປເຖິງບ່ອນທີ່ແຄບທີ່ສຸດ ແລະ ສາມາດຍ່າງຜ່ານໄດ້ແຕ່ພຽງຄົນດຽວ, ຂ້າພະເຈົ້າໄດ້ເຫັນຜູ້ສອນສາດສະໜາຄົນໜຶ່ງ ຢືນອີງຢູ່ໂງ່ນຫີນ. ຂ້າພະເຈົ້າໄດ້ຖາມລາວວ່າ ເປັນຫຍັງລາວຈຶ່ງຢືນຢູ່ຫັ້ນ. ລາວບອກວ່າ ລາວໄດ້ຖືກເຕືອນໃຫ້ຢືນຢູ່ບ່ອນນັ້ນຈັກບຶດໜຶ່ງ ແລະ ໃຫ້ຂ້າພະເຈົ້າຜ່ານລາວໄປ.
ຂ້າພະເຈົ້າຮູ້ສຶກວ່າຕ້ອງໄດ້ຟ້າວໃຫ້ໄປເຖິງຜູ້ທີ່ເດີນໄປກ່ອນ, ສະນັ້ນ ລາວຈຶ່ງໄດ້ຊ່ວຍຂ້າພະເຈົ້າໃຫ້ຜ່ານກາຍລາວ, ແລະ ຂ້າພະເຈົ້າກໍໄດ້ເດີນໄປຕໍ່ອີກໃນເສັ້ນທາງ. ຂ້າພະເຈົ້າໄດ້ສັງເກດເຫັນພື້ນທີ່ເຕັມໄປດ້ວຍຫຍ້າສີຂຽວ. ຂ້າພະເຈົ້າໄດ້ວາງຕີນເບື້ອງຂວາລົງພື້ນ, ແລະ ຮູ້ສຶກວ່າ ມັນບໍ່ມີພື້ນຢູ່ທາງກ້ອງຫຍ້າເຫລົ່ານັ້ນ. ຂ້າພະເຈົ້າໄດ້ພະຍາຍາມຈ່ອງງ່າໄມ້ ທີ່ຢູ່ກ້ອງເສັ້ນທາງ. ໃນເວລາດຽວກັນ, ຂ້າພະເຈົ້າໄດ້ຫລຽວເຫັນຂ້າງລຸ່ມ ເລິກປະມານ 600 ແມັດ, ໄດ້ເຫັນແມ່ນ້ຳ ອູຣູບຳບາ ຊຶ່ງໄຫລຜ່ານ ຮ່ອມພູສັກສິດ ຂອງ ອິງກາ. ຂ້າພະເຈົ້າຮູ້ສຶກວ່າ ກຳລັງວັງຊາໄດ້ຫາຍໄປໝົດ, ແລະ ຄົງບໍ່ສາມາດຈ່ອງງ່າໄມ້ຕໍ່ໄປໄດ້ດົນນານ. ໃນເວລານັ້ນເອງ ຂ້າພະເຈົ້າໄດ້ອະທິຖານຢ່າງຕັ້ງໃຈ. ມັນເປັນການອະທິຖານແບບໄວໆ. ຂ້າພະເຈົ້າໄດ້ອ້າປາກ ແລະ ເວົ້າອອກມາວ່າ, “ພຣະບິດາເອີຍ, ຊ່ວຍຂ້ານ້ອຍແດ່ທ້ອນ!”
ງ່າໄມ້ບໍ່ແຂງແຮງພໍ ທີ່ຈະສູ້ນ້ຳໜັກຂອງຂ້າພະເຈົ້າໄວ້ໄດ້. ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າໃກ້ຊິຕາຍແລ້ວ. ໃນເວລາ ນັ້ນເອງ ຕອນຂ້າພະເຈົ້າກຳລັງຈະຕົກ, ຂ້າພະເຈົ້າຮູ້ສຶກວ່າ ມີມືມາຈັບແຂນຂອງຂ້າພະເຈົ້າ ແລະ ດຶງຂ້າພະເຈົ້າຂຶ້ນ. ດ້ວຍຄວາມຊ່ວຍເຫລືອນັ້ນ, ຂ້າພະເຈົ້າຈຶ່ງພະຍາຍາມປີນຂຶ້ນໄປຫາເສັ້ນທາງ. ຜູ້ສອນສາດສະໜາທີ່ອີງຢູ່ໂງ່ນຫີນ ໄດ້ມາຊ່ວຍຊີວິດຂອງຂ້າພະເຈົ້າໄວ້.
ຕາມຄວາມຈິງແລ້ວ, ພຣະບິດາເທິງສະຫວັນໄດ້ຊ່ວຍຊີວິດຂອງຂ້າພະເຈົ້າໄວ້. ພຣະອົງໄດ້ຍິນສຽງຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ຍິນສຸລະສຽງຂອງພຣະວິນຍານສາມເທື່ອກ່ອນໜ້ານັ້ນ, ບອກຂ້າພະເຈົ້າວ່າ ບໍ່ໃຫ້ໄປທີ່ຂົວອິງກາ, ແຕ່ຂ້າພະເຈົ້າບໍ່ໄດ້ເຊື່ອຟັງສຸລະສຽງ. ຂ້າພະເຈົ້າຕົກໃຈຫລາຍ, ໜ້າຊີດ, ແລະ ບໍ່ຮູ້ວ່າ ຈະເວົ້າຫຍັງ. ແລ້ວ ຂ້າພະເຈົ້າຈື່ໄດ້ວ່າ ຜູ້ສອນສາດສະໜາຄົນອື່ນໆ ໄດ້ເດີນໄປກ່ອນພວກເຮົາ, ສະນັ້ນພວກເຮົາຈຶ່ງໄດ້ໄປຊອກຫາເຂົາເຈົ້າ ຈົນໄດ້ພົບເຫັນ ແລະ ໄດ້ບອກເຂົາເຈົ້າ ກ່ຽວກັບສິ່ງທີ່ໄດ້ເກີດຂຶ້ນກັບຂ້າພະເຈົ້າ.
ພວກເຮົາໄດ້ກັບຄືນໄປທີ່ ມາຈູ ພີຈູ, ດ້ວຍຄວາມລະມັດລະວັງ, ແລະ ດ້ວຍຄວາມມິດງຽບ. ໃນເວລາເດີນທາງກັບ, ຂ້າພະເຈົ້າໄດ້ນັ່ງມິດງຽບຢູ່, ແລະ ແນວຄິດໄດ້ເຂົ້າມາສູ່ຈິດໃຈຂອງຂ້າພະເຈົ້າ ວ່າພຣະອົງໄດ້ຟັງສຽງຂອງຂ້າພະເຈົ້າ, ແຕ່ຂ້າພະເຈົ້າບໍ່ໄດ້ຟັງສຸລະສຽງຂອງພຣະອົງ. ຂ້າພະເຈົ້າຮູ້ສຶກເສຍໃຈຫລາຍ ທີ່ບໍ່ໄດ້ເຊື່ອຟັງສຸລະສຽງຂອງພຣະອົງ ແລະ ໃນເວລາດຽວກັນ ຂ້າພະເຈົ້າກໍມີຄວາມຮູ້ສຶກກະຕັນຍູສຳລັບພຣະເມດຕາຂອງພຣະອົງ. ພຣະອົງບໍ່ໄດ້ຕັດສິນຂ້າພະເຈົ້າ, ແຕ່ດ້ວຍພຣະຄຸນອັນຍິ່ງໃຫຍ່ຂອງພຣະອົງ, ພຣະອົງໄດ້ຊ່ວຍຊີວິດຂອງຂ້າພະເຈົ້າໄວ້ (ເບິ່ງ ແອວມາ 26:20).
ໃນທ້າຍຂອງມື້ນັ້ນ, ເມື່ອເຖິງເວລາອະທິຖານເປັນສ່ວນຕົວ, ຂ້າພະເຈົ້າໄດ້ອະທິຖານຈາກໃຈ ຫາ “ພຣະບິດາຜູ້ຊົງເມດຕາ, ຄືພຣະເຈົ້າທີ່ໃຫ້ຄວາມເລົ້າໂລມໃຈທຸກຢ່າງ” (2 ໂກຣິນໂທ 1:3). ຂ້າພະເຈົ້າໄດ້ອະທິຖານ “ດ້ວຍໃຈຈິງ, ດ້ວຍເຈດຕະນາອັນແທ້ຈິງ, ໂດຍມີສັດທາໃນພຣະຄຣິດ” (ໂມໂຣໄນ 10:4).
ໃນເຊົ້າຂອງມື້ດຽວກັນນັ້ນ, ຂ້າພະເຈົ້າໄດ້ອະທິຖານດ້ວຍລົມປາກ, ແລະ ເມື່ອຂ້າພະເຈົ້າເກືອບຕາຍ, ຂ້າພະເຈົ້າໄດ້ອະທິຖານຈາກໃຈຕໍ່ພຣະອົງ. ຂ້າພະເຈົ້າໄດ້ຄິດໄຕ່ຕອງກ່ຽວກັບຊີວິດຂອງຂ້າພະເຈົ້າ ຈົນເຖິງຈຸດນັ້ນ. ຂ້າພະເຈົ້າພົບເຫັນວ່າ ຫລາຍເທື່ອທີ່ພຣະບິດາຜູ້ສະຖິດຢູ່ໃນສະຫວັນ ໄດ້ມີພຣະເມດຕາຕໍ່ຂ້າພະເຈົ້າ. ພຣະອົງໄດ້ສອນຫລາຍບົດຮຽນໃຫ້ແກ່ຂ້າພະເຈົ້າ ໃນມື້ນັ້ນ ຢູ່ທີ່ ມາຈູ ພີຈູ ແລະ ຢູ່ໃນເມືອງຄູດສະໂກ, ປະເທດເປຣູ. ບົດຮຽນທີ່ຍິ່ງໃຫຍ່ທີ່ສຸດຄື ຂ້າພະເຈົ້າຄວນອະທິຖານດ້ວຍໃຈຈິງ, ດ້ວຍເຈດຕະນາອັນແທ້ຈິງ, ແລະ ໃຊ້ສັດທາໃນພຣະຄຣິດສະເໝີ.
ເທື່ອໜຶ່ງ ອົງພຣະຜູ້ເປັນເຈົ້າ “ກຳລັງອະທິຖານຢູ່ໃນສະຖານທີ່ແຫ່ງໜຶ່ງ,” ແລະ “ເມື່ອພຣະອົງອະທິຖານຈົບແລ້ວ, ສານຸສິດຄົນໜຶ່ງກໍເວົ້າກັບພຣະອົງວ່າ, ພຣະອົງເຈົ້າເອີຍ, ຂໍໂຜດສອນພວກຂ້ານ້ອຍໃຫ້ອະທິຖານແດ່ທ້ອນ” (ລູກາ 11:1). ແລ້ວ ພຣະອົງກໍໄດ້ສອນສານຸສິດຂອງພຣະອົງໃຫ້ອະທິຖານ. ແລະ ມື້ນີ້ ພຣະອົງໄດ້ສອນທ່ານ ແລະ ຂ້າພະເຈົ້າໃຫ້ອະທິຖານ ດັ່ງທີ່ເຮົາເຫັນພຣະອົງຢູ່ໃນຈິດໃຈ ຕອນທີ່ພຣະອົງໄດ້ອະທິຖານຢູ່ໃນສວນເຄັດເຊມາເນ ແລະ ກ່າວວ່າ, “ແຕ່ຢ່າງໃດກໍດີ, ຂໍຢ່າໃຫ້ເປັນໄປຕາມຄວາມປາດຖະໜາຂອງລູກ, ແຕ່ຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະບິດາເທີ້ນ” (ລູກາ 22:42). ເມື່ອທ່ານອະທິຖານ, ທ່ານຢາກໃຫ້ເປັນແບບນັ້ນແທ້ໆບໍ ທີ່ວ່າ “ຂໍຢ່າໃຫ້ເປັນໄປຕາມຄວາມປາດຖະໜາຂອງລູກ, ແຕ່ຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະບິດາເທີ້ນ”?
ໂປໂລ ໄດ້ບັນຍາຍເຖິງວິທີທີ່ພຣະເຢຊູໄດ້ອະທິຖານ “ໃນຂະນະທີ່ພຣະອົງເປັນມະນຸດຢູ່,” ໂດຍສະເພາະຢູ່ໃນສວນເຄັດເຊມາເນ ທີ່ວ່າ: “ພຣະອົງໄດ້ອະທິຖານ ແລະ ໄຫວ້ວອນດ້ວຍການຮ້ອງໄຫ້ຢ່າງໜັກ ແລະ ມີນ້ຳຕາໄຫລທູນຕໍ່ພຣະເຈົ້າ ຜູ້ສາມາດໂຜດໃຫ້ພຣະອົງພົ້ນຈາກຕາຍໄດ້ ແລະ ນ້ອມຮັບຟັງ ເນື່ອງດ້ວຍຄວາມຢຳເກງຂອງພຣະອົງ” (ເຮັບເຣີ 5:7). ເມື່ອທ່ານອະທິຖານ, ທ່ານຕັ້ງໃຈອະທິຖານແທ້ໆບໍ ຫລື ພຽງແຕ່ກ່າວຄຳອະທິຖານເທົ່ານັ້ນ? ທ່ານກ່າວພຽງຜ່ານໆໄປເທົ່ານັ້ນບໍ ໃນຄຳອະທິຖານຂອງທ່ານ?
ພຣະເຢຊູໄດ້ອະທິຖານຢ່າງຕັ້ງໃຈ ແລະ ໄດ້ກ່າວກັບພຣະບິດາຂອງພຣະອົງ. “ເມື່ອພຣະເຢຊູກຳລັງຮັບບັບຕິສະມາ, ແລະ ອະທິຖານຢູ່ນັ້ນ, ທ້ອງຟ້າສະຫວັນກໍໄຂອອກ” (ລູກາ 3:21). ເມື່ອທ່ານອະທິຖານ, ທ່ານຮູ້ສຶກວ່າ ທ້ອງຟ້າສະຫວັນໄດ້ໄຂອອກ ຫລືບໍ່? ດົນນານປານໃດແລ້ວ ທີ່ທ່ານເຄີຍຮູ້ສຶກວ່າ ໄດ້ຮັບການຕິດຕໍ່ກັບສະຫວັນ?
ພຣະເຢຊູໄດ້ຕຽມພຣະອົງເອງ ສຳລັບການຕັດສິນໃຈເຮັດສິ່ງທີ່ສຳຄັນ ໂດຍການອະທິຖານຫາພຣະບິດາຂອງພຣະອົງ.
“ພຣະອົງໄດ້ຂຶ້ນໄປເທິງພູໜ່ວຍໜຶ່ງ ເພື່ອອະທິຖານ, ແລະ ໃຊ້ເວລາອະທິຖານຫາພຣະເຈົ້າຢູ່ທີ່ນັ້ນ ຕະຫລອດຄືນ.
“ຄັນຮຸ່ງເຊົ້າແລ້ວ, ພຣະອົງໄດ້ເອີ້ນສານຸສິດມາຫາພຣະອົງ: ແລະ ໃນພວກເຂົາ ພຣະອົງໄດ້ເລືອກເອົາສິບສອງຄົນ” (ລູກາ 6:12–13).
ທ່ານຕຽມຕົວເອງແລ້ວບໍ ສຳລັບການຕັດສິນໃຈເຮັດບາງສິ່ງທີ່ສຳຄັນ ໂດຍການອະທິຖານຫາພຣະບິດາເທິງສະຫວັນຂອງທ່ານ? ທ່ານໄດ້ຕຽມຕົວເອງບໍ ກ່ອນທ່ານຈະອະທິຖານ?
ເມື່ອພຣະເຢຊູໄດ້ມາຫາທະວີບອາເມຣິກາ, ພຣະອົງໄດ້ສອນຜູ້ຄົນໃຫ້ອະທິຖານ. “ແລະ ພຣະເຢຊູໄດ້ກ່າວກັບພວກເພິ່ນວ່າ: ຈົ່ງອະທິຖານຕໍ່ໄປເຖີດ; ແຕ່ເຖິງປານນັ້ນພວກເພິ່ນກໍບໍ່ໄດ້ຢຸດອະທິຖານເລີຍ” (3 ນີໄຟ 19:26).
ພຣະເຢຊູເຊື້ອເຊີນເຮົາໃຫ້ ອະທິຖານຕະຫລອດເວລາ (ເບິ່ງ D&C 10:5). ພຣະເຢຊູຮູ້ວ່າ ພຣະບິດາເທິງສະຫວັນໄດ້ຍິນ ແລະ ປະທານສິ່ງທີ່ດີທີ່ສຸດໃຫ້ແກ່ເຮົາ. ດ້ວຍເຫດໃດບາງເທື່ອເຮົາຈຶ່ງບໍ່ຢາກຮັບ? ດ້ວຍເຫດໃດ?
ໃນນາທີທີ່ເຮົາກ່າວວ່າ, “ໂອ້ ພຣະບິດາຜູ້ສະຖິດຢູ່ໃນສະຫວັນ,” ພຣະອົງໄດ້ຍິນຄຳອະທິຖານຂອງເຮົາ ແລະ ມີຄວາມຮູ້ສຶກໄວຕໍ່ເຮົາ ແລະ ຕໍ່ຄວາມຕ້ອງການຂອງເຮົາ. ແລະ ສະນັ້ນ ພຣະອົງຈະຕັ້ງພຣະໄທທອດພຣະເນດ ແລະ ຟັງທ່ານ. ພຣະອົງຈະອ່ານຄວາມນຶກຄິດ, ແລະ ພຣະອົງຈະຮູ້ສຶກເຖິງຄວາມຢູ່ໃນໃຈຂອງເຮົາ. ທ່ານບໍ່ສາມາດເຊື່ອງຊ້ອນສິ່ງໃດຈາກພຣະອົງ. ບັດນີ້, ສິ່ງທີ່ປະເສີດທີ່ສຸດຄື ພຣະອົງຈະເຫັນທ່ານ ດ້ວຍສາຍພຣະເນດທີ່ເຕັມໄປດ້ວຍຄວາມຮັກ ແລະ ພຣະເມດຕາ—ຄວາມຮັກ ແລະ ພຣະເມດຕາທີ່ເຮົາບໍ່ສາມາດເຂົ້າໃຈໄດ້ຢ່າງບໍລິບູນ. ແຕ່ຄວາມຮັກ ແລະ ພຣະເມດຕາ ໄດ້ຢູ່ກັບພຣະອົງ ໃນນາທີທີ່ທ່ານກ່າວວ່າ, “ໂອ້ ພຣະບິດາຜູ້ສະຖິດຢູ່ໃນສະຫວັນ.”
ສະນັ້ນແລ້ວ ເວລາທີ່ເຮົາອະທິຖານ ຈຶ່ງເປັນເວລາທີ່ສັກສິດແທ້ໆ. ພຣະອົງຈະບໍ່ກ່າວວ່າ, “ເຮົາຈະບໍ່ຮັບຟັງເຈົ້າໃນເວລານີ້, ເພາະເຈົ້າພຽງແຕ່ເຂົ້າມາຫາເຮົາ ຕອນເຈົ້າມີບັນຫາ.” ມີແຕ່ມະນຸດເທົ່ານັ້ນ ທີ່ຈະກ່າວແບບນີ້. ພຣະອົງຈະບໍ່ກ່າວວ່າ, “ໂອ້, ເຈົ້າບໍ່ຮູ້ດອກວ່າ ດຽວນີ້ເຮົາຫຍຸ້ງຫລາຍຂະໜາດໃດ.” ມີແຕ່ມະນຸດເທົ່ານັ້ນ ທີ່ຈະກ່າວແບບນີ້.
ຂ້າພະເຈົ້າຫວັງ ແລະ ອະທິຖານວ່າ ເຮົາທຸກຄົນຈະອະທິຖານຢ່າງທີ່ພຣະເຢຊູໄດ້ສອນເຮົາໃຫ້ອະທິຖານ, ໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.