​2010–2019
ຮັບ​ໃຊ້
​ເດືອນ​ຕຸລາ 2016


10:58

ຮັບ​ໃຊ້

ພວກ​ເຮົາຕ້ອງການ​ສະມາຊິກ​ທຸກ​ຄົນ, ​ແລະ ສະມາຊິກ​ທຸກ​ຄົນກໍ​ຕ້ອງການ​ໂອກາດ​ທີ່​ຈະ​ຮັບ​ໃຊ້.

ຕອນ​ຂ້າພະ​ເຈົ້າຍັງ​ນ້ອຍ ຂ້າພະ​ເຈົ້າ​ມັກ​ເຮັດວຽກ​ກັບ​ ລຸງ​ໄລ​ມັນ ​ແລະ ປ້າ​ດໍ​ຣາຕີ ຢູ່​​ໃນ​ທົ່ງຂອງ​ເຂົາ​ເຈົ້າ. ​ຕາມ​ປົກກະຕິ​ແລ້ວ ລຸງ​ໄລ​ມັນ ​ເປັນ​ຜູ້​​ນຳພາ, ​ແລະ ປ້າ​ດໍຣາຕີ​ ມັກ​ໄປ​ຊ່ວຍ ​ແລະ ​ຂັບ​ລົດກະບະ​ຄັນ​ເກົ່າໆ​​ໄປ. ຂ້າພະ​ເຈົ້າຈື່​​ເວລາ​ທີ່​ມີ​ຄວາມ​ຕື່ນ​ເຕັ້ນ ຕອນ​ລົດ​ຄາ​ຢູ່​ຕົມ ຫລື ຕອນ​ລົດ​ພະຍາຍາມ​​ແລ່ນ​ຂຶ້ນຄ້ອຍ​ສູງ: ລຸງ​ໄລ​ມັນ​ ຈະ​ຮ້ອງ​ອອກ​ໄປ​ວ່າ, “ໃສ່​ເກຍປະສົມ​ແມ, ດໍຣາຕີ!” ​ຕອນ​ນັ້ນ​ແຫລະ ທີ່​ຂ້າພະ​ເຈົ້າ​ຕ້ອງ​ອະທິຖານ. ​ແຕ່​ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ຫລັງ​ຈາກ​ໄດ້​ຍິນ​ສຽງ​​ເກຍ​ດັງ​ຄວກ​ຄາກ, ​ແລ້ວປ້າ​ດໍຣາຕີ​ ກໍ​​ພົບ​ເຫັນ​ເກຍປະສົມ. ​ຫລັງ​ຈາກ​ທີ່ກົງ​ລົດ​ທັງ​ໝົດ​ຖືກລ໊ອກ ​ແລະ ໝຸນພ້ອມ​ກັນ, ​ແລ້ວ​ລົດ​​ແລະ ວຽກ​ງານ​ຂອງ​ເຮົາກໍ​ສາມາດ​ດຳ​ເນີນ​ຕໍ່​ໄປ.

“ການ​ໃສ່​ເກຍປະສົມ” ໝາຍ​ເຖິງ​ການ​ໃສ່​ເກຍພິ​ເສດ ​ຊຶ່ງ​ໃນ​ເກຍນັ້ນ ມີ​ຫລາຍ​ເກຍທີ່​ທຳ​ງານ​ດ້ວຍ​ກັນ ​ເພື່ອ​ສ້າງ​ພະລັງ​ແຮງ.1 ​ເກຍປະສົມ, ພ້ອມ​ດ້ວຍ​ຕີນລົດ​ໝຸນ​ທັງ​ສີ່​ເບື້ອງ​ພ້ອມ​ກັນ, ຈະ​ຊ່ວຍ​ທ່ານ​ໃຫ້​ສາມາດ​ໃຊ້​ເກຍຕ່ຳ, ​ເພີ່ມ​ພະລັງຂຶ້ນ, ​ແລະ ​ເຄື່ອນ​ຍ້າຍ.

ເກຍປະສົມ

ຂ້າພະ​ເຈົ້າມັກ​ຄິດ​ກ່ຽວ​ກັບ​ເຮົາ​ແຕ່ລະຄົນ ວ່າ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ເກຍປະສົມ ​ໃນ​ຂະນະ​ທີ່​ເຮົາ​ຮັບ​ໃຊ້​ດ້ວຍ​ກັນ ​ໃນ​ສາດສະໜາ​ຈັກ—​ໃນ​ຫວອດ ​ແລະ ​ໃນ​ສາ​ຂາ, ​ໃນ​ກຸ່ມ ​ແລະ ​ໃນ​ອົງການ​ຊ່ວຍ​ເຫລືອ​ຂອງ​ເຮົາ. ຄື​ກັນ​ກັບ​ເກຍປະສົມ ທີ່​ສ້າງ​ພະລັງ​ອັນ​ຍິ່ງ​ໃຫຍ່, ​ເຮົາ​ກໍ​ມີ​ພະລັງ​ອັນ​ຍິ່ງ​ໃຫຍ່​ຄື​ກັນ ​ເມື່ອ​ເຮົາ​ສາມັກຄີ​ກັນ. ​ເມື່ອ​ເຮົາ​​ສາມັກຄີໃນ​ການ​ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ, ​ເຮົາ​ຈະ​ປະສົບ​ຄວາມ​ສຳ​ເລັດ ຫລາຍ​ກວ່າ​ເຮົາ​ເຮັດ​ຕາມ​ລຳພັງ. ມັນ​ເປັນ​ສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ ​ໃນ​ການ​ຮ່ວມ​ໄມ້​ຮ່ວມ​ມື ​ແລະ ສາມັກຄີ​ກັນ ​ເມື່ອ​ເຮົາ​ຮັບ​ໃຊ້, ​​ແລະ ​ຊ່ວຍ​ເຫລືອ​ໃນ​ວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າ.

ການ​ຮັບ​ໃຊ້​ເປັນ​ພອນ​ຢ່າງ​ໜຶ່ງ

​ໂອກາດ​ທີ່​ຈະ​ຮັບ​ໃຊ້ ​ເປັນ​ພອນ​ອັນ​ຍິ່ງ​ໃຫຍ່ ຂອງ​ການ​ເປັນ​ສະມາຊິກ​​ໃນ​ສາດສະໜາ​ຈັກ.2 ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ຖ້າ​ຫາກ​ເຮົາ​ຮັກ​ພຣະອົງ ​ເຮົາ​ຄວນ​ຮັບ​ໃຊ້​ພຣະອົງ,3 ​ແລະ ​ເຮົາ​ຮັບ​ໃຊ້​ພຣະອົງ ​ໂດຍ​ການ​ຮັບ​ໃຊ້​ຄົນ​ອື່ນ.4

​ເມື່ອ​ເຮົາ​ຮັບ​ໃຊ້, ​ເຮົາ​ໄດ້​ເຂົ້າ​ໃກ້ຊິດ​ພຣະ​ເຈົ້າຫລາຍ​ຂຶ້ນ.5 ​ເຮົາ​ມາ​ຮູ້ຈັກ​ພຣະອົງ​ໃນ​ວິທີ​ທີ່​ເຮົາ​ບໍ່​ສາມາດຮູ້ຈັກ​ໄດ້ ຖ້າ​ເປັນ​ໃນ​ວິທີ​ອື່ນ. ສັດທາ​ຂອງ​ເຮົາ​ໃນ​ພຣະອົງ​ຈະ​ເພີ່ມ​ທະວີ​ຂຶ້ນ. ບັນຫາ​ຂອງ​ເຮົາ​ຈະ​ຖືກ​ແກ້​ໄຂ. ຊີວິດ​ຈະ​ເປັນ​ໜ້າ​ເພິ່ງ​ພໍ​ໃຈ. ຄວາມ​ຮັກ​ຂອງ​ເຮົາ​ສຳລັບ​ຄົນ​ອື່ນ​ຈະ​ມີ​ເພີ່ມ​ຫລາຍ​ຂຶ້ນ ​ແລະ ມີ​ຄວາມປາດ​ຖະໜາ​ທີ່​ຈະ​ຮັບ​ໃຊ້​ຫລາຍ​ກວ່າ​ເກົ່າ. ຜ່ານ​ຂັ້ນຕອນ​ທີ່​ເປັນ​ພອນ​ນີ້, ​ເຮົາ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າຫລາຍ​ຂຶ້ນ, ​ແລະ ​ເຮົາ​ຈະ​ສາມາດ​ຕຽມ​ຕົວ​ໄດ້​ດີກວ່າ​ເກົ່າ ທີ່​ຈະ​ກັບ​ຄືນ​ໄປ​ຫາ​ພຣະອົງ.6

ດັ່ງ​ທີ່​ປະທານ​ແມຣິອອນ ຈີ ຣອມນີ ​ໄດ້​ສອນ​ວ່າ: “ການຮັບ​ໃຊ້ ບໍ່​ແມ່ນ​ບາງ​ສິ່ງ​ທີ່​ເຮົາ​ຕ້ອງ​ອົດທົນ​ເຮັດ ຕອນ​ຢູ່​ໃນ​ໂລກ​ນີ້ ​ເພື່ອ​ວ່າ​ເຮົາ​ຈະ​ສາມາດ​ມີ​ສິດ​ ທີ່​ຈະ​​ໄດ້ອາ​ໄສ​ຢູ່​ໃນ​ອານາຈັກ​ຊັ້ນສູງ. ການ​ຮັບ​ໃຊ້​ຄື​ສາຍໃຍ​ທີ່​ສ້າງ​ຊີວິດ​ອັນສູງ​ສົ່ງ ຢູ່​ໃນ​ອານາຈັກ​ຊັ້ນສູງ.”7

ການ​ຮັບ​ໃຊ້​ສາມາດ​ເປັນ​ສິ່ງ​ທ້າ​ທາຍ​ໄດ້

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ຮັບ​ໃຊ້​ໃນ​ສາດສະໜາ​ຈັກ ສາມາດ​ເປັນ​ການ​ທ້າ​ທາຍ​ ຖ້າ​ຫາກ​ເຮົາ​ຖືກ​ຂໍ​ໃຫ້​ເຮັດ​ບາງ​ສິ່ງ​ທີ່​ເຮົາ​ຢ້ານ​ກົວ, ຖ້າ​ຫາກ​ເຮົາ​ຮູ້ສຶກ​ອ່ອນ​ແຮງ​ໃນ​ການ​ຮັບ​ໃຊ້, ຫລື ຖ້າ​ຫາກ​ເຮົາ​ໄດ້​ຖືກ​ເອີ້ນ​ໃຫ້​ເຮັດ​ບາງ​ຢ່າງ​ທີ່​ເຮົາບໍ່​ຢາກ​ເຮັດ.

​ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ມອບ​ໝາຍ​ໃຫ້​ເຮັດ​ໜ້າ​ທີ່​ໃໝ່. ກ່ອນ​ໜ້ານັ້ນ ຂ້າພະ​ເຈົ້າ​ໄດ້​ຮັບ​ໃຊ້​ຢູ່​ເຂດ​​ໃຕ້ຂອງອາ​ຟຣິກາ​. ​ເປັນ​ການ​ຮັບ​ໃຊ້​ທີ່​ໜ້າ​ຕື່ນ​ເຕັ້ນຫລາຍ ​ໃນ​ບ່ອນ​ທີ່​ສາດສະໜາ​ຈັກ​ຫາ​ກໍ​ເລີ່ມຕົ້ນ, ​ແລະ ພວກ​ເຮົາ​ກໍ​ຮັກ​ໄພ່​ພົນ​ຢູ່​ເຂດ​ນັ້ນ. ​ແລ້ວ​ຂ້າພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ກັບ​ມາທຳ​ງານ​ຢູ່​ສູນ​ກາງ​ໃຫຍ່​ຂອງ​ສາດສະໜາ​ຈັກ, ຕາມ​ຄວາມ​ຈິງ​ແລ້ວ, ຂ້າພະ​ເຈົ້າກໍ​ບໍ່​ຢາກ​ມາ. ໜ້າ​ທີ່​ໃໝ່​ຈະ​ນຳ​ບາງ​ສິ່ງທີ່​ຂ້າພະ​ເຈົ້າບໍ່​ຮູ້ຈັກມາ​ໃຫ້.

​ໃນ​ຄືນ​ໜຶ່ງ ຫລັງ​ຈາກ​ໄດ້​ໄຕ່ຕອງ​ກ່ຽວ​ກັບ​ໜ້າ​ທີ່​ໃໝ່, ຂ້າພະ​ເຈົ້າ​ໄດ້​ຝັນ​ເຫັນ​ພໍ່​ຕູ້​ທວດ​ຂອງ​ຂ້າພະ​ເຈົ້າ ຊື່ ​ໂຈ​ເຊັບ ສະ​ກີນ. ຂ້າພະ​ເຈົ້າຮູ້​ຊີວິດ​ຂອງ​ເພິ່ນ ຈາກ​ປຶ້ມບັນທຶກ​ສ່ວນ​ຕົວ​ຂອງ​ເພິ່ນ​ ຕອນ​ເພິ່ນ​ກັບ​ແມ່ຕູ້ທວດ ມາ​ເຣຍ ພັນ​ລະ​ຍາ​ຂອງ​ເພິ່ນ ​ໄດ້​ຍ້າຍ​ໄປ​ຢູ່​ເມືອງ​ນາ​ວູ, ​ເພິ່ນ​ກໍ​ຢາກ​ຮັບ​ໃຊ້, ສະນັ້ນ ​ເພິ່ນ​ຈຶ່ງ​ໄດ້​ໄປ​ຫາ​ສາດສະດາ​ໂຈ​ເຊັບ ສະ​ມິດ ​ແລະ ​ໄດ້​ຖາມ​ວ່າ ມີ​ຫຍັງ​ໃຫ້​ເພິ່ນ​ຮັບ​ໃຊ້​ບໍ. ສາດສະດາ​ໄດ້​ສົ່ງ​ເພິ່ນ​​ໄປ​ຮັບ​ໃຊ້​ຢູ່​​ທົ່ງພຽງ ​ແລະ ​ໄດ້​ບອກ​ເພິ່ນ​ວ່າ ​ໃຫ້​ເຮັດ​ເທົ່າ​ທີ່​ເພິ່ນ​ສາມາດ​ເຮັດ​ໄດ້, ​ແລະ ​ເພິ່ນ​ກໍ​ໄດ້​ເຮັດຕາມ​ນັ້ນ. ​ເພິ່ນ​ໄດ້​ທຳ​ງານ​ຢູ່​ໃນ​ໄຮ່​ຂອງ​ຄອບຄົວ​ສະ​ມິດ.8

ຂ້າພະ​ເຈົ້າ​ໄດ້​ໄຕ່ຕອງ​ກ່ຽວ​ກັບ​ສິດທິ​ພິ​ເສດ ທີ່​ພໍ່​ຕູ້​ທວດ ​ໂຈ​ເຊັບ ສະ​ກີນ ​ໄດ້​ຮັບ ​ໃນ​ການ​ຮັບ​ເອົາໜ້າ​ທີ່​ມອບ​ໝາຍ​ຂອງ​ເພິ່ນ​ແບບ​ນັ້ນ. ທັນ​ໃດ​ນັ້ນ ຂ້າພະ​ເຈົ້າກໍ​ສຳນຶກ​ໄດ້​ວ່າ ຂ້າພະ​ເຈົ້າກໍ​ມີ​ສິດທິ​ພິ​ເສດ​ຄື​ກັນ, ດັ່ງ​ທີ່ເຮົາ​ທຸກ​ຄົນມີ. ການ​ເອີ້ນ​ທຸກ​ຢ່າງ​ຂອງ​ສາດສະໜາ​ຈັກ ມາ​ຈາກ​ພຣະ​ເຈົ້າ—ຜ່ານ​ຜູ້​ຮັບ​ໃຊ້​ທີ່​ຖືກ​ແຕ່ງຕັ້ງ​ໄວ້​ຂອງ​ພຣະອົງ.9

ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ​ເຖິງ​ການ​ຢືນຢັນ​ພິ​ເສດທາງ​ວິນ​ຍານວ່າ ໜ້າ​ທີ່​​ໃໝ່​ຂອງ​ຂ້າພະ​ເຈົ້າ ​ມາ​ຈາກ​ການ​ດົນ​ໃຈ​ແທ້ໆ. ມັນ​ສຳຄັນ​ທີ່​ເຮົາຈະ​ເຂົ້າ​ໃຈ​ເຊັ່ນ​ນັ້ນ—ວ່າການ​ເອີ້ນ​ຂອງ​ເຮົາ ມາ​ຈາກ​ພຣະຜູ້​ເປັນ​ເຈົ້າ​ແທ້ໆ ຜ່ານ​ທາງ​ຜູ້ນຳ​ຖານະ​ປະ​ໂລຫິດ​ຂອງ​ເຮົາ. ຫລັງ​ຈາກ​ປະສົບ​ການ​ນັ້ນ, ທ່າ​ທີ​ຂອງ​ຂ້າພະ​ເຈົ້າກໍ​ປ່ຽນ​ໄປ ​ແລະ ຂ້າພະ​ເຈົ້າ​ກໍໄດ້​ເຕັມ​ໄປ​ດ້ວຍ​ຄວາມ​ປາດ​ຖະໜາ​ອັນ​ເລິກ​ຊຶ້ງ ທີ່​ຈະ​ຮັບ​ໃຊ້. ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ສຳລັບ​ພອນ​​ແຫ່ງ​ການ​ກັ​ບ​ໃຈ ​ແລະ ສຳລັບ​ການ​ປ່ຽນ​ໃຈ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າມັກ​ໜ້າ​ທີ່​ໃໝ່​ຂອງ​ຂ້າພະ​ເຈົ້າຫລາຍ.

​ເຖິງ​ແມ່ນ​ຖ້າ​ຫາກ​ເຮົາ​ຄິດ​ວ່າ ການ​ເອີ້ນ​ຂອງ​ເຮົາ ​ມາ​ຈາກ​ແນວ​ຄິດ​ຂອງ​ຜູ້ນຳ​ຖານະ​ປະ​ໂລຫິດ​ຂອງ​ເຮົາ​ເທົ່າ​ນັ້ນ, ຫລື ​ເຮົາ​ໄດ້​ຮັບ​ໜ້າ​ທີ່​ນັ້ນ ​ເພາະ​ຄົນ​ອື່ນ​ບໍ່​ຢາກ​ເຮັດ, ​ເຮົາ​ຈະ​ໄດ້​ຮັບ​ພອນ​ເມື່ອ​ເຮົາ​ຮັບ​ໃຊ້. ​ແຕ່​​ເມື່ອເຮົາ​ຮັບ​ຮູ້​ວ່າ ພຣະ​ເຈົ້າມີ​ພາກສ່ວນ​ໃນ​ການ​ເອີ້ນ​ຂອງ​ເຮົາ ​ແລະ ​ເຮົາ​ຮັບ​ໃຊ້​ດ້ວຍ​ສຸດ​ໃຈ, ​ແລ້ວ​ພະລັງ​​ເພີ່ມ​ເຕີມ​ຈະ​ມາສູ່​ການ​ຮັບ​ໃຊ້​ຂອງ​ເຮົາ ​ແລະ ​ເຮົາ​ຈະ​ກາຍ​ເປັນ​ຜູ້​ຮັບ​ໃຊ້​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ.

ການ​ຮັບ​ໃຊ້​ຮຽກຮ້ອງ​ສັດທາ

ກ່ອນ​ຈະ​ບັນລຸ​ການ​ເອີ້ນ​ຂອງ​ເຮົາ, ​ເຮົາ​ຕ້ອງ​ມີ​ສັດທາ. ບໍ່​ດົນ​ຫລັງ​ຈາກ​ພໍ່​ຕູ້​ທວດ ​ໂຈ​ເຊັບ ​ໄດ້​ເລີ່ມຕົ້ນທຳ​ງານ​ຢູ່​ໃນ​ໄຮ່, ​ເພິ່ນກັບ​ແມ່ຕູ້​ທວດ​ມາ​ເຣຍ​​ໄດ້​​ລົ້ມປ່ວຍ. ພວກ​ເພິ່ນ​ບໍ່​ມີ​ເງິນ ​ແລະ ​​ໄດ້​ອາ​ໄສ​ຢູ່​ໃນ​ທ່າມກາງ​ຄົນ​ແປກ​ໜ້າ. ມັນ​ເປັນ​ຊ່ວງ​ໄລຍະ​ທີ່​ທຸກ​ຍາກ​ລຳບາກ​ຫລາຍ​ສຳລັບ​ພວກ​ເພິ່ນ. ​ໃນ​ປຶ້ມບັນທຶກ​ສ່ວນ​ຕົວ, ​ພໍ່​ຕູ້​ທວດ ​ໂຈ​ເຊັບ ​ໄດ້​ຂຽນ​ວ່າ, “ພວກ​ເຮົາ​ໄດ້​ທຳ​ງານ​ຕໍ່​ໄປ [ແລະ] ຊື່ສັດ​ຕໍ່​ສາດ​ສະໜາ​ຈັກ ຕາມ​ສັດທາ​ເລັກ​ນ້ອຍ​ທີ່​ພວກ​ເຮົາ​ມີ, ​ເຖິງ​ແມ່ນ​​ມານ​ໄດ້​ພະຍາຍາມ​ທີ່​ຈະ​ທຳລາຍ​ພວກ​ເຮົາ ​​ແລະ ສົ່ງ​ພວກ​ເຮົາ​ກັບ​ຄືນ​ໄປ.”10

ຂ້າພະ​ເຈົ້າ, ພ້ອມ​ດ້ວຍ​ລູກ​ຫລານ​ຫລາຍ​ຮ້ອຍ​ຄົນ ມີ​ຄວາມ​ກະຕັນຍູ​ຫລາຍ​ຕໍ່​ພໍ່​ຕູ້​ທວດ ​ໂຈ​ເຊັບ ​ແລະ ​ແມ່ຕູ້​ທວດ ມາ​ເຣຍ ທີ່​ບໍ່​ໄດ້​ກັບ​ຄືນ​ໄປ. ພອນ​ຈະ​ມາ​ເຖິງ ​ເມື່ອ​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ການ​ເອີ້ນ ​ແລະ ໜ້າ​ທີ່​ຮັບ​ຜິດຊອບ​ຂອງ​ເຮົາ ​ແລະ ອົດທົນ​ດ້ວຍ​ສັດທາ​ທັງ​ໝົດ​ທີ່​ເຮົາ​ມີ.

ຂ້າພະ​ເຈົ້າຮູ້​ຈັກ​ຄູ​ສອນຫລັກ​ທຳ​ພຣະກິດ​ຕິ​ຄຸນ​ທີ່​ດີ​ເລີດ​ຄົນ​ໜຶ່ງ ຜູ້​ໄດ້​ດົນ​ໃຈ​ສະມາຊິກ​ໃນ​ຫ້ອງ​ຮຽນ ​ໃນ​ຂະນະ​ທີ່​ນາງ​ສອນ, ​ແຕ່​ມັນ​ບໍ່​ໄດ້​ເປັນ​ແບບ​ນັ້ນ ມາ​ຕະຫລອດ. ຫລັງ​ຈາກ​ໄດ້​ເຂົ້າຮ່ວມ​ສາດສະໜາ​ຈັກ, ນາງ​ໄດ້​ຮັບ​ເອົາ​ການ​ເອີ້ນ​ໃຫ້​ສອນ​ໃນ​ຊັ້ນປະຖົມ​ໄວ. ນາງ​ຮູ້ສຶກ​ວ່າ ນາງ​ບໍ່​ຮູ້ຈັກວິທີ​ສອນ, ​​ແຕ່​ໂດຍ​ທີ່​ຮູ້​​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັບ​ໃຊ້, ນາງ​ໄດ້​ຮັບ​ເອົາການ​ເອີ້ນ​ນັ້ນ. ບໍ່​ດົນ​ຈາກ​ນັ້ນ ນາງ​ເລີ່ມ​ເກີດຄວາມ​ຢ້ານ​ກົວ, ສະນັ້ນ ນາງ​ຈຶ່ງບໍ່​ໄປ​ໂບດ ​​ເພາະ​ຢ້ານ​ໄດ້​ສອນ​. ​ດີ​ແຕ່​ຄູ​ສອນ​ປະຈຳ​ບ້ານ ​ເຫັນ​ວ່າ​ນາງ​ບໍ່​ໄປ​ໂບດ, ຈຶ່ງ​ໄດ້​ໄປ​ຢ້ຽມຢາມ​, ​ແລະ ​ໄດ້​ເຊື້ອ​ເຊີນ​ນາງ​​ໃຫ້ກັບ​ໄປ​ໂບດ. ອະທິການ ​ແລະ ສະມາຊິກ​ຂອງ​ຫວອດ ​ໄດ້​ຊ່ວຍ​ເຫລືອ​ນາງ. ​ໃນ​ທີ່​ສຸດ, ​​ໂດຍ​ທີ່​ມີ​ສັດທາ​​ເພີ່ມຂຶ້ນ, ນາງ​ໄດ້​ເລີ່ມຕົ້ນສອນ​ເດັກນ້ອຍ. ​ເມື່ອ​ນາງ​ໄດ້​ນຳ​ໃຊ້​ຫລັກ​ທຳ ທີ່​ມີ​ຢູ່​ໃນ​ປຶ້ມ Teaching in the Savior’s Way, ພຣະຜູ້​ເປັນ​ເຈົ້າ​ໄດ້​ອວຍພອນ​ນາງ ສຳລັບ​ຄວາມ​ພະຍາຍາມ ​ແລະ ນາງ​ໄດ້​ກາຍ​ເປັນ​ຄູ​ສອນ​ທີ່​ມີ​ພອນ​ສະຫວັນ.11

ຊາຍ ຫລື ຍິງ ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ຊຶ່ງຢູ່​ໃນ​ຕົວ​ເຮົາ​ ມັກ​ຈະຫາ​ຂໍ້​ແກ້​ຕົວ ​ເມື່ອ​ຖືກ​ຂໍ​ໃຫ້​ຮັບ​ໃຊ້ ດັ່ງ​ເຊັ່ນ “ຂ້ອຍ​ບໍ່​ພ້ອມ​ທີ່​ຈະ​ຮັບ​ໃຊ້; ຂ້ອຍ​ຕ້ອງ​ຮຽນ​ຮູ້​ຕື່ມ​ອີກ,” “ຂ້ອຍ​ເມື່ອຍ ​ແລະ ຢາກ​ພັກຜ່ອນ,” “ຂ້ອຍ​ເຖົ້າ​ແລ້ວ—ມັນ​ເປັນ​ຜຽນ​ຂອງ​ຄົນ​ອື່ນ,” ຫລື “ຂ້ອຍ​ຫຍຸ້ງ​ກັບ​ວຽກ​ຫລາຍ.”

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ການ​ຮັບ​ເອົາ ​ແລະ ການ​ເຮັດ​ໜ້າ​ທີ່ ເປັນ​ການ​ກະທຳ​ດ້ວຍ​ສັດທາ. ​ເຮົາ​ສາມາດ​ໄວ້​ວາງ​ໃຈ ດັ່ງ​ທີ່​ສາດສະດາ​ຂອງ​ເຮົາ, ປະທານ​ທອມມັສ ​ແອັສ ມອນສັນ ​ໄດ້​ສອນ ​​ເທື່ອແລ້ວ​ເທື່ອ​ອີກ​ວ່າ: “ພຣະ​ຜູ້​ເປັນ​ເຈົ້າຮັບ​ຮູ້​ຄົນ​ທີ່​ພຣະອົງ​ເອີ້ນ,” ​ແລະ “ເມື່ອ​ເຮົາ​ແລ່ນ​ວຽກ​ໃຫ້​ພຣະຜູ້​ເປັນ​ເຈົ້າ, ​ເຮົາ​ກໍ​ມີ​ສິດ​ທີ່​ຈະ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະຜູ້​ເປັນ​ເຈົ້າ.”12 ບໍ່ວ່າ​ເຮົາ​ຫຍຸ້ງ​ ຫລື ບໍ່​ຫຍຸ້ງ, ບໍ່​ວ່າ​ເຮົາ​ຢ້ານ ຫລື ເບື່ອ​ໜ່າຍ, ພຣະຜູ້​ເປັນ​ເຈົ້າປະສົງ​ໃຫ້​ເຮົາໃສ່​ເກ​ຍຕ່ຳ, ​ເພີ່ມ​ພະລັງ​ຂຶ້ນ, ​ແລະ ຮັບ​ໃຊ້.

ຂ້າພະ​ເຈົ້າບໍ່​ເຄີຍ​ເຫັນ​ປະທານ​ມອນສັນ ​ແລະ ​ເພື່ອນ​ຮ່ວມ​ງານ​ຂອງ​ເພິ່ນ ​ໃນ​ຝ່າຍ​ປະທານ​ສູງ​ສຸດ ​ແລະ ກຸ່ມ​ອັກຄະ​ສາວົກ​ສິບ​ສອງ ຫຍຸ້ງ​ເກີນ​ໄປ ຫລື ​ເມື່ອຍ​ຫລາຍ​ເກີນ​ໄປ. ພວກ​ເພິ່ນ​​ເປັນ​ຕົວຢ່າງ​​ເຖິງ​ພະລັງ​ທີ່​ມາສູ່​ຊີວິດ​ຂອງ​ເຮົາ ໃນ​ວິທີ​ທີ່​ດົນ​ໃຈ ​ເມື່ອ​ເຮົາ​ໃຊ້​ສັດທາ, ຮັບ​ເອົາ​ການ​ມອບ​ໝາຍ, ​ແລະ ບັນລຸ​ໜ້າ​ທີ່ ດ້ວຍ​ຄວາມ​ຕັ້ງ​ໃຈ ​ແລະ ການ​ອຸທິດ​ຕົນ. ພວກ​ເພິ່ນ “ໄດ້​ເອົາ​ບ່າ​ໄຫລ່​ໜຸນ​ລໍ້​ເດີນ”13 ​ເປັນ​ເວລາ​ຫລາຍ​ປີ, ​ແລະ ພວກ​ເພິ່ນ​ກໍໜຸນ​ລໍ້​ຕໍ່, ​ໄປ​ຂ້າງ​ໜ້າ, ​ແລະ ຂຶ້ນສູງ.

​ແມ່ນ​ແລ້ວ, ພວກ​ເພິ່ນ​ຮັບ​ໃຊ້​ໃນ​ການ​ເອີ້ນ​ທີ່​ສຳຄັນ, ​ແຕ່​ການ​ເອີ້ນ ຫລື ການ​ມອບ​ໝາຍ​ ທຸກ​ຢ່າງ ​ແມ່ນ​ສຳຄັນ​ທັງ​ນັ້ນ. ປະທານ​ກໍດອນ ບໍ ຮິງລີ, ສາດສະດາ​ຄົນ​ກ່ອນ ​ແລະ ​ເປັນ​ປະທານ​ຂອງ​ສາດສະໜາ​ຈັກ ​ໄດ້​ກ່າວວ່າ: “ເຮົາ​ທຸກ​ຄົນ​ຢູ່​ໃນ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່ນີ້​ນຳ​ກັນ. … ໜ້າ​ທີ່​ຂອງ​ທ່ານ​ຢູ່​ໃນ​ຂອບ​ເຂດ​ຂອງ​ທ່ານ ກໍ​ສຳຄັນ​ເທົ່າໆ​ກັບ​ໜ້າ​ທີ່​ຂອງ​ຂ້າພະ​ເຈົ້າ ທີ່ຢູ່​ໃນ​ຂອບ​ເຂດຂອງ​ຂ້າພະ​ເຈົ້າ. ບໍ່​ມີ​ການ​ເອີ້ນ​ໃດ​ໃນ​ສາດ​ສະໜາ​ຈັກ​ນີ້ ທີ່​ຕ່ຳ​ຕ້ອຍ ​ແລະ ບໍ່​ສຳຄັນ.”14 ການ​ເອີ້ນ​ແຕ່ລະ​ຢ່າງ​ແມ່ນ​ສຳຄັນ​ໝົດ.15

ຂໍ​ໃຫ້​ເຮົາ​ຮັບ​ໃຊ້

ຂໍ​ໃຫ້​ເຮົາ​ຈົ່ງ​ລຸກຂຶ້ນ​ໃນ​ສັດທາ, “ເອົາ​ບ່າ​ໄຫລ່ໜຸ່ນລໍ້​ເດີນ,” ​ແລະ ​ເຄື່ອນ​ຍ້າຍ “ວຽກງານ​ທີ່​ມີຄ່າ​ຄວນ​ນີ້​ໄປ​ຂ້າງໜ້າ.”16 ຂໍ​ໃຫ້​ເຮົາ​ຈົ່ງ “ໃສ່​ເກຍປະສົມ,” ພ້ອມ​ກັບ​ປ້າ ດໍຣາຕີ. ​​ໃນ​ຖານະ​ອ້າຍ​ເອື້ອຍ​ນ້ອງ​ກັນ, ໃຫ້​ເຮົາ​ມາຮັບ​ໃຊ້ ນຳ​ກັນ​ເທາະ.

ຖ້າ​ຫາກ​ທ່ານ​ຢາກ​​ໃຫ້​ອະທິການ ​ຫລື ປະທານ​ສາຂາຂອງ​ທ່ານ ດີ​ໃຈ, ​ໃຫ້​ຖາມ​ເພິ່ນ​ວ່າ “ມີ​ຫຍັງ​ໃຫ້​ຂ້ອຍ​ຊ່ວຍ​ບໍ?” “ພຣະຜູ້​ເປັນ​ເຈົ້າມີ​ຫຍັງໃຫ້ຂ້ອຍ​ຮັບ​ໃຊ້​ບໍ?” ​ເມື່ອ​ເພິ່ນ​ອະທິຖານ ​ແລະ ພິຈາລະນາ​ໜ້າ​ທີ່​ຮັບຜິດຊອບ​ສ່ວນ​ຕົວ, ​ຄອບຄົວ, ​ແລະ ການ​ງານຂອງ​ທ່ານ, ​ແລ້ວ​ເພິ່ນ​ຈະ​ໄດ້​ຮັບ​ການ​ດົນ​ໃຈ ​ວ່າການ​ເອີ້ນ​ໃດ​ທີ່​ເໝາະ​ສົມ​ສຳລັບ​ທ່ານ. ​ເມື່ອ​ທ່ານ​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ທາງ​ການ, ທ່ານ​​ໄດ້​ຮັບ​ພອນ​ຂອງ​ຖານະ​ປະ​ໂລຫິດ ​ເພື່ອ​ຊ່ວຍ​ທ່ານ​ບັນລຸ​ໜ້າ​ທີ່​ດັ່ງກ່າວ. ທ່ານ ​ຈະ ​ໄດ້​ຮັບ​ພອນ! ພວກ​ເຮົາຕ້ອງການ​ສະມາຊິກ​ທຸກ​ຄົນ, ​ແລະ ສະມາຊິກ​ທຸກ​ຄົນກໍ​ຕ້ອງການ​ໂອກາດ​ທີ່​ຈະ​ຮັບ​ໃຊ້.17

ພຣະ​ເຢຊູ​ຄຣິດ​ເປັນ​ຕົວຢ່າງ​ຂອງ​ເຮົາ

ພຣະ​ເຢຊູ​ຄຣິດ, ຕົວຢ່າງ​ທີ່​ຍິ່ງ​ໃຫຍ່​ຂອງ​ເຮົາ, ​ໄດ້​ມອບ​ພຣະຊົນ​ຂອງ​ພຣະອົງໃຫ້​ແກ່​ວຽກ​ງານ​ຂອງ​ພຣະບິດາ​ຂອງ​ພຣະອົງ. ​ໃນ​ສະພາ​ມະຫາສານ ກ່ອນ​ໂລກ​ນີ້​ໄດ້​ຖືກ​ສ້າງ​ຂຶ້ນ, ພຣະ​ເຢຊູ ​ໄດ້​ຖືກ​ເລືອກ ​ແລະ ຖືກ​ແຕ່ງຕັ້ງ ​ນັບ​ແຕ່​ຕອນ​ຕົ້ນ, ​ໄດ້​ອາສາ​ສະໝັກ ຂໍ​ໃຫ້​ພຣະ​ເຈົ້າສົ່ງ​ພຣະອົງ​ມາ.18 ​ໃນ​ການ​ເຮັດ​ສິ່ງ​ນີ້, ພຣະ​ອົງ​ຈຶ່ງ​ກາຍ​ເປັນ​ຜູ້​ຮັບ​ໃຊ້​ຂອງເຮົາ​ທຸກ​ຄົນ​ແທ້ໆ. ຜ່ານ​ທາງ​ພຣະ​ເຢຊູ​ຄຣິດ ​ແລະ​ອຳນາດທີ່​ເຮົາ​ໄດ້​ຮັບ ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະອົງ, ​ເຮົາ​ຈຶ່ງ​ສາມາດ​ຮັບ​ໃຊ້ຄື​ກັນ. ພຣະອົງ​ຈະ​ຊ່ວຍ​ເຮົາ.19

ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຮັກ​ຢ່າງ​ຈິງ​ໃຈ​ຕໍ່​ຜູ້​ທີ່​ບໍ່​ສາມາດ​ຮັບ​ໃຊ້​ສາດສະໜາ​ຈັກ​ໃນ​ເວລາ​ນີ້ ດັ່ງ​ທີ່​ເຄີຍ​ໄດ້​ເຮັດ​ຜ່ານ​ມາ ​ເນື່ອງ​ດ້ວຍ​ສະພາບ​ການ​ສ່ວນ​ຕົວ​ບໍ່​ອຳນວຍ ​ແຕ່ກໍ​ຍັງ​ດຳລົງ​ຊີວິດ​ໃນ​ວິນ​ຍານ​​ແຫ່ງ​ການ​ຮັບ​ໃຊ້​ຢູ່. ຂ້າພະ​ເຈົ້າ ອະທິຖານ​ວ່າ ທ່ານ​ຈະ​ໄດ້​ຮັບ​ພອນ​ໃນ​ຄວາມ​ພະຍາຍາມ​ຂອງ​ທ່ານ. ຂ້າພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ ສຳລັບ​ຜູ້​ທີ່​ຂະຫຍາຍ​ການ​ເອີ້ນ ​ໃນ​ແຕ່​ລະອາ​ທິດ, ຕະຫລອດ​ທັງ​ຜູ້​ທີ່​ຈະ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ຮັບ​ໃຊ້ ​ໃນ​ໄວໆ​ນີ້. ການ​ມີ​ສ່ວນ​ຮ່ວມ​ ​ແລະ ການ​ເສຍ​ສະລະ​ທຸກ​ຢ່າງ ​ມີຄ່າ​ລົ້ນ​ເຫລືອ, ​ໂດຍ​ສະ​ເພາະ​ຕໍ່ພຣະອົງຜູ້​ທີ່​ເຮົາ​ຮັບ​ໃຊ້. ທຸກ​ຄົນ​ທີ່​ຮັບ​ໃຊ້ ຈະ​ໄດ້​ຮັບ​ພຣະຄຸນ​ຂອງ​ພຣະ​ເຈົ້າ.20

ບໍ່​ວ່າ​ເຮົາ​ຈະ​ມີ​ອາຍຸ​ໜ້ອຍ​ຫລາຍ​ເທົ່າ​ໃດ ຫລື ສະຖານະ​ການ​ຂອງ​ເຮົາ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ, ຂໍ​ໃຫ້ການ​ຮັບ​ໃຊ້​ຂອງ​ເຮົາ​ “ເປັນ​ຄຳ​ຂວັນ.”21 ຈົ່ງ​ຮັບ​ໃຊ້​ໃນ​ການ​ເອີ້ນ​ຂອງ​ທ່ານ. ຈົ່ງ​ຮັບ​ໃຊ້​ເຜີຍ​ແຜ່. ຈົ່ງ​ຮັບ​ໃຊ້​ແມ່​ຂອງ​ທ່ານ​. ຈົ່ງ​ຮັບ​ໃຊ້​ຄົນ​ແປກ​ໜ້າ. ຈົ່ງ​ຮັບ​ໃຊ້​ເພື່ອນ​ບ້ານ​ຂອງ​ທ່ານ. ຂໍ​ແຕ່​ໃຫ້ຮັບ​ໃຊ້​.

ຂໍ​ໃຫ້​ພຣະຜູ້​ເປັນ​ເຈົ້າຈົ່ງ​ອວຍພອນ​ເຮົາ​ແຕ່ລະຄົນ ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ຮັບ​ໃຊ້ ​ແລະ ກາຍ​ເປັນ​ຜູ້​ຕິດຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ.22 ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະອົງ​ຊົງ​ພຣະຊົນ​ຢູ່ ​ແລະ ນຳພາ​ວຽກ​ງານ​ນີ້. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. ​ເບິ່ງ “Compound Gears,” technologystudent.com/gears1/gears3.htm; “Compound Gear Reduction,” curriculum.vexrobotics.com.

  2. ​ເບິ່ງ ຈົ່ງ​ສອນ​ພຣະກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດສະໜາ (2004), 87.

  3. ​​ເບິ່ງ Doctrine and Covenants 42:29; ​ເບິ່ງ Doctrine and Covenants 59:5 ນຳ​ອີກ.

  4. ​ເບິ່ງ ມັດ​ທາຍ 25:40; ໂມ​ໄຊ​ຢາ 2:17.

  5. ​ເບິ່ງ ໂຢຮັນ 12:26.

  6. ​ເບິ່ງ Doctrine and Covenants 81:4–6.

  7. Marion G. Romney, “The Celestial Nature of Self-Reliance,” Ensign, Nov. 1982, 93.

  8. ​ເບິ່ງ ​ໂຈ​ເຊັບ ສະ​ກີນ, ການ​ລະ​ລຶກ​ເຖິງ​ອະດີດ ​ແລະ ປຶ້ມບັນທຶກ​ປະຈຳ​ວັນ, 7, ຫໍສະໝຸດ​ຂອງ​ສາດສະໜາ​ຈັກ, ​ເມືອງ​ເຊົາ​ເລັກ; ​ເບິ່ງ Journal and History of Joseph Skeen, ed. Greg S. Montgomery and Mark R. Montgomery (1996), 23 ນຳ​ອີກ.

  9. ​ເບິ່ງ Doctrine and Covenants 1:38; ຫລັກ​ແຫ່ງ​ຄວາມ​ເຊື່ອ 1:5.

  10. ສະ​ກີນ, ການ​ລະ​ລຶກ​ເຖິງ​ອະດີດ ​ແລະ ປຶ້ມບັນທຶກ​ປະຈຳ​ວັນ, 8, ​ໃຊ້ການສະກົດ ​ແລະ ​ເຄື່ອງໝາຍ​ວັກ​ຕອນ ຕາມ​ມາດຕະຖານ; ​ເບິ່ງ Journal and History of Joseph Skeen, 23; ລູກາ 22:31; 2 ນີ​ໄຟ 28:19–24; ແອວ​ມາ 30:60; Doctrine and Covenants 10:22–27 ນຳ​ອີກ.

  11. ​ເບິ່ງ Teaching in the Savior’s Way (2016), 37–38; Handbook 2: Administering the Church (2010), 5.3, 5.5.4.

  12. Thomas S. Monson, “Duty Calls,” Ensign, May 1996, 44.

  13. “Put Your Shoulder to the Wheel,” Hymns, no. 252.

  14. Gordon B. Hinckley, “This Is the Work of the Master,” Ensign, May 1995, 71.

    ປະທານ​ຮິງລີ ​ໄດ້​ກ່າວ​ອີກ​ວ່າ: “ທ່ານ​ມີ​ໂອກາດຫລາຍ​ທີ່​ຈະ​ບັນລຸ​ໜ້າ​ທີ່​ຂອງ​ທ່ານ ​ເທົ່າ​ກັບ​ທີ່​ຂ້າພະ​ເຈົ້າມີ. ຄວາມ​ກ້າວໜ້າ​ຂອງ​ວຽກ​ງານ​ນີ້ ​ແມ່ນ​ຂຶ້ນກັບ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ.​ ບໍ່​ວ່າການ​ເອີ້ນ​ໃນ​ໂບດ​ຂອງ​ທ່ານ​ຈະ​ເປັນ​ສິ່ງ​ໃດ​ກໍ​ຕາມ, ​ແຕ່​ມັນ​ຈະ​​ເຕັມ​ໄປ​ດ້ວຍ​ໂອກາດ​ອັນ​ດຽວ​ກັນ ທີ່​ຈະ​ບັນລຸ​ການ​ເຮັດ​ຄວາມ​ດີ ​ເຊັ່ນ​ດຽວ​ກັບ​ຂອງ​ຂ້າພະ​ເຈົ້າ. ສິ່ງ​ທີ່​ສຳຄັນ​ຫລາຍ​ຄື ນີ້​ແມ່ນ​ວຽກ​ງານ​ຂອງ​ພຣະອາຈານ. ວຽກ​ງານ​ຂອງ​ເຮົາ​ຄື​ການ​ເຮັດ​ຄວາມ​ດີ ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ” (“This Is the Work of the Master,” 71).

    ປະທານ​ທອມມັສ ​ແອັສ ມອນ​ສັນ ​ໄດ້​ກ່າວ​ວ່າ: “ບຸກຄົນ​ໜຶ່ງ​ຈະ​ຂະຫຍາຍ​ການ​ເອີ້ນ​ຂອງ​ຕົນ​ແນວ​ໃດ? ພຽງ​ແຕ່ດ້ວຍ​ການ​ຮັບ​ໃຊ້​ທີ່​ກ່ຽວ​ກັບ​ການ​ເອີ້ນ​ດັ່ງກ່າວ” (“Duty Calls,” 43).

  15. ​ເບິ່ງ ​ແອວມາ 37:6.

  16. “Put Your Shoulder to the Wheel,” Hymns, no. 252.

  17. ​ເບິ່ງ ປຶ້ມຄູ່​ມື 2, 3.3.1, 3.3.3, 19.1.1, 19.4. “ວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າສຳ​ເລັດ​ໄດ້​ທາງ​ການ​ຮັບ​ໃຊ້​ຂອງ​ຊາຍ ​ແລະ ຍິງ​ ເດັກຜູ້​ຊາຍ ​ແລະ ​ເດັກ​ຜູ້ຍິງ” (ຫລັກ​ທຳ​ພຣະກິດ​ຕິ​ຄຸນ [2009], 127)​.

  18. ​ເບິ່ງ Abraham 3:27.

  19. ​ເບິ່ງ Doctrine and Covenants 76:5.

  20. ​ເບິ່ງ ໂມ​ໄຊ​ຢາ 18:26.

  21. “They, the Builders of the Nation,” Hymns, no. 36.

  22. ​ເບິ່ງ ໂມ​ໂຣ​ໄນ 7:48.