“ເຮົາຈະຍົກຜູ້ພະຍາກອນທີ່ປະເສີດຜູ້ໜຶ່ງຂຶ້ນ”
ເພາະ ໂຈເຊັບໄດ້ເປັນສາດສະດາ, ເຮົາບໍ່ພຽງແຕ່ສາມາດຜ່ານເຂົ້າໄປໃນປະຕູສະຫວັນເທົ່ານັ້ນ—ແຕ່ປະຕູນິລັນດອນ ກໍເປີດຕ້ອນຮັບເຮົາຢູ່.
ຕອນໂມໂຣໄນ ໄດ້ມາຫາໂຈເຊັບ ສະມິດ ເທື່ອທຳອິດ, ເພິ່ນໄດ້ເຕືອນວ່າ ຊື່ຂອງໂຈເຊັບ “ຈະເປັນທີ່ຮູ້ຈັກທັງໃນທາງດີ ແລະ ທາງຊົ່ວ ໃນບັນດາປະຊາຊາດທັງປວງ.”1 ເຮົາໄດ້ເຫັນຄຳທຳນາຍນີ້ເກີດເປັນຈິງແລ້ວ. ໃນສົງຄາມລະຫວ່າງຄວາມດີ ແລະ ຄວາມຊົ່ວ, ການຟື້ນຟູພຣະກິດຕິຄຸນ ໂດຍຜ່ານທາງສາດສະດາ ໂຈເຊັບ ສະມິດ ໄດ້ດົນໃຈຜູ້ທີ່ເຊື່ອ ຊຶ່ງຕິດຕາມເພິ່ນ ແລະ ກໍຍັງໄດ້ເຮັດໃຫ້ສັດຕູ ທີ່ຕໍ່ຕ້ານອຸດົມການຂອງຊີໂອນໃຈຮ້າຍ ແລະ ຕໍ່ຕ້ານໂຈເຊັບອີກ. ການຕໍ່ສູ້ນີ້ບໍ່ໄດ້ເປັນເລື່ອງທີ່ຫາກໍເກີດຂຶ້ນ. ມັນໄດ້ເລີ່ມຕົ້ນ ບໍ່ດົນຫລັງຈາກທີ່ຊາຍໜຸ່ມ ໂຈເຊັບໄດ້ຍ່າງເຂົ້າໄປໃນປ່າສັກສິດ ແລະ ມັນກໍດຳເນີນມາຈົນເຖິງປະຈຸບັນນີ້ ແລະ ເພີ່ມທະວີຂຶ້ນ ຊຶ່ງເຫັນໄດ້ຢູ່ໃນອິນເຕີເນັດ.
ພຣະຜູ້ເປັນເຈົ້າພຣະອົງເອງ ໄດ້ປະກາດຕໍ່ໂຈເຊັບ ສະມິດ ວ່າ,
ທີ່ສຸດຂອງແຜ່ນດິນໂລກຈະສອບຖາມກ່ຽວກັບຊື່ຂອງເພິ່ນ, ແລະ ຄົນໂງ່ຈະເຫັນວ່າ ເພິ່ນສົມຄວນທີ່ຈະຖືກເຍາະເຍີ້ຍ, ແລະ ນະລົກຈະລຸກໄໝ້ຕໍ່ຕ້ານເພິ່ນ;
ໃນຂະນະທີ່ ຜູ້ທີ່ມີໃຈບໍລິສຸດ, ແລະ ຄົນສະຫລາດ, ແລະ ຜູ້ມີກຽດ, ແລະ ຜູ້ມີຄຸນນະທຳ, ຈະສະແຫວງຫາຄຳແນະນຳ, ແລະ ສິດອຳນາດ, ແລະ ພອນຢູ່ສະເໝີກຈາກມືຂອງເພິ່ນ.2
ມື້ນີ້ ຂ້າພະເຈົ້າຂໍສະແດງປະຈັກພະຍານຕໍ່ທຸກຄົນ ຜູ້ທີ່ສະແຫວງຫາຄວາມເຂົ້າໃຈເພີ່ມເຕີມ ກ່ຽວກັບພາລະກິດຂອງໂຈເຊັບ ສະມິດ ຜູ້ລູກ, ສາດສະດາແຫ່ງການຟື້ນຟູ.
ເຮົາບໍ່ຈຳເປັນຕ້ອງຂີ້ອາຍກ່ຽວກັບການເປັນພະຍານເຖິງພາລະກິດຂອງໂຈເຊັບ ວ່າເພິ່ນເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ, ເພາະພຣະຜູ້ເປັນເຈົ້າໄດ້ທຳງານຜ່ານທາງສາດສະດາມາຕະຫລອດ.3 ເພາະຄວາມຈິງໄດ້ຖືກຟື້ນຟູຄືນມາໃໝ່ ຜ່ານທາງໂຈເຊັບ ສະມິດ, ເຮົາຈຶ່ງຮູ້ຫລາຍຂຶ້ນ ກ່ຽວກັບພຣະບິດາເທິງສະຫວັນ ແລະ ເຖິງພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ. ເຮົາຮູ້ເຖິງຄຸນສົມບັດແຫ່ງສະຫວັນຂອງພວກພຣະອົງ, ເຖິງຄວາມສຳພັນຕໍ່ກັນແລະກັນ ແລະ ຕໍ່ເຮົາ, ແລະ ເຖິງແຜນແຫ່ງການໄຖ່ທີ່ຍິ່ງໃຫຍ່ ທີ່ຊ່ວຍເຮົາໃຫ້ສາມາດກັບຄືນໄປຫາທີ່ປະທັບຂອງພວກພຣະອົງ.
ເມື່ອກ່າວເຖິງໂຈເຊັບ, ປະທານບຣິກຳ ຢັງ ໄດ້ປະກາດວ່າ: “ມັນເປັນຄຳສັ່ງຢູ່ໃນສະພາແຫ່ງນິລັນດອນ, ດົນນານກ່ອນການສ້າງຮາກຖານຂອງໂລກ, ທີ່ເພິ່ນໄດ້ຖືກເລືອກ ໃຫ້ນຳພຣະຄຳຂອງພຣະເຈົ້າ ໄປໃຫ້ຜູ້ຄົນໃນຍຸກສຸດທ້າຍຂອງໂລກນີ້ ແລະ ຮັບເອົາຂໍກະແຈທີ່ບໍລິບູນ ແລະ ອຳນາດຖານະປະໂລຫິດຂອງພຣະບຸດຂອງພຣະເຈົ້າ. ພຣະເຈົ້າໄດ້ເລືອກເອົາເພິ່ນແລ້ວ … [ເພາະເພິ່ນ] ໄດ້ຖືກແຕ່ງຕັ້ງໃນນິລັນດອນ ໃຫ້ເປັນຜູ້ຄວບຄຸມຍຸກສຸດທ້າຍນີ້.”4
ໃນການຕຽມສຳລັບວຽກງານອັນຍິ່ງໃຫຍ່ນີ້, ໂຈເຊັບ ສະມິດ ໄດ້ເກີດມາໃນຄອບຄົວທີ່ດີ ຜູ້ໄດ້ປະເຊີນກັບຄວາມໜັກໜ່ວງທຸກວັນ ແລະ ການທົດລອງໃນຊີວິດ. ເມື່ອໂຈເຊັບເລີ່ມເຕີບໃຫຍ່ຂຶ້ນ, ຄວາມຮູ້ສຶກຂອງເພິ່ນທີ່ມີຕໍ່ພຣະເຈົ້າແມ່ນ “ເລິກຊຶ້ງ ແລະ ມັກຈະຕື້ນຕັນໃຈ,”5 ແຕ່ເພິ່ນຍັງສັບສົນເລື່ອງສາດສະໜາ ຊຶ່ງສິດສອນໂດຍນິກາຍຕ່າງໆ ໃນວັນເວລາຂອງເພິ່ນ. ໂຊກດີທີ່ຊາຍໜຸ່ມ ໂຈເຊັບ ບໍ່ໄດ້ປ່ອຍໃຫ້ຄຳຖາມຂອງເພິ່ນ ທຳລາຍສັດທາຂອງເພິ່ນ. ເພິ່ນໄດ້ຊອກຫາຄຳຕອບຢູ່ໃນພຣະຄຣິສຕະທຳຄຳພີ ແລະ ໄດ້ພົບເຫັນຄຳແນະນຳນີ້: “ຖ້າຄົນໃດໃນພວກເຈົ້າຂາດສະຕິປັນຍາ ກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າ ຜູ້ໂຜດປະທານໃຫ້ແກ່ຄົນທັງປວງດ້ວຍພຣະກະລຸນາ ແລະ ບໍ່ຊົງກ່າວຕິ.”6
ໂຈເຊັບຈື່ໄດ້ວ່າ: “ບໍ່ເຄີຍມີຂໍ້ຄວາມໃດໃນພຣະຄຳພີທີ່ມີອຳນາດ ເຂົ້າເຖິງຈິດໃຈຂອງມະນຸດໄດ້ຫລາຍເທົ່າກັບຂໍ້ຄວາມນີ້ໃນເວລານັ້ນ. ຂໍ້ຄວາມປະກົດວ່າເຂົ້າເຖິງຄວາມຮູ້ສຶກທຸກຢ່າງ ຂອງຈິດໃຈຂອງຂ້າພະເຈົ້າດ້ວຍພະລັງອັນແຮງກ້າ. ຂ້າພະເຈົ້າຄິດແລ້ວຄິດອີກ.”7
ດ້ວຍສັດທາທີ່ລຽບງ່າຍ, ໂຈເຊັບໄດ້ເຮັດຕາມຄວາມຮູ້ສຶກທາງວິນຍານເຫລົ່ານີ້. ເພິ່ນໄດ້ພົບເຫັນສະຖານທີ່ ທີ່ງຽບສະຫງົບ, ໄດ້ຄຸເຂົ່າລົງ, “ແລະ ໄດ້ເລີ່ມຖວາຍຄວາມປາດຖະໜາຈາກໃຈ [ຂອງເພິ່ນ] ຕໍ່ພຣະເຈົ້າ.”8 ຕໍ່ໄປນີ້ແມ່ນຄຳບັນຍາຍອັນມີພະລັງຂອງໂຈເຊັບ ເຖິງສິ່ງທີ່ໄດ້ເກີດຂຶ້ນ:
“ຂ້າພະເຈົ້າໄດ້ເຫັນແສງສະຫວ່າງເປັນເລົາລົງມາ, ແຈ້ງກວ່າຄວາມສະຫວ່າງຂອງດວງຕາເວັນ, ຊຶ່ງຄ່ອຍໆເລື່ອນລົງມາ ຈົນເຖິງຕົວຂອງຂ້າພະເຈົ້າ.
“… ເມື່ອແສງນັ້ນລົງມາເຖິງຂ້າພະເຈົ້າ, ຂ້າພະເຈົ້າໄດ້ເຫັນສອງພຣະອົງປະທັບຢືນຢູ່ໃນອາກາດຊື່ຫົວຂອງຂ້າພະເຈົ້າ. ຄວາມສະຫວ່າງ ແລະ ລັດສະໝີພາບຂອງທັງສອງພຣະອົງນັ້ນເກີນກວ່າທີ່ຈະພັນລະນາໄດ້. ອົງໜຶ່ງໄດ້ຮັບສັ່ງກັບຂ້າພະເຈົ້າ ໂດຍເອີ້ນຊື່ຂອງຂ້າພະເຈົ້າ ແລະ ຊີ້ພຣະຫັດໄປຫາອີກອົງໜຶ່ງ ແລະ ກ່າວວ່າ—ນີ້ຄືບຸດທີ່ຮັກຂອງເຮົາ. ຈົ່ງຟັງທ່ານ!”9
ໂຈເຊັບ ສະມິດ ໄດ້ເຫັນພຣະເຈົ້າ, ພຣະບິດານິລັນດອນ, ແລະ ພຣະເຢຊູຄຣິດ, ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງໂລກ. ນີ້ຄືພາບທີ່ມາໃຫ້ເຫັນ ຄັ້ງທຳອິດ ຂອງໂຈເຊັບ ສະມິດ. ຫລາຍປີຕໍ່ມາ, ໂຈເຊັບໄດ້ແປພຣະຄຳພີມໍມອນໂດຍຂອງປະທານ ແລະ ອຳນາດຂອງພຣະເຈົ້າ. ບຸກຄົນຈາກສະຫວັນຫລາຍທ່ານ ໄດ້ມາຢ້ຽມຢາມເພິ່ນ, ໂດຍການຟື້ນຟູຄວາມຈິງ ແລະ ສິດອຳນາດ ທີ່ໄດ້ສູນເສຍໄປເປັນເວລາຫລາຍສັດຕະວັດ. ການສື່ສານເຫລົ່ານີ້ຈາກສະຫວັນ ກັບໂຈເຊັບ ສະມິດ ໄດ້ເປີດປະຕູສະຫວັນ ແລະ ເຮົາໄດ້ເຫັນລັດສະໝີພາບແຫ່ງນິລັນດອນ. ຊີວິດຂອງໂຈເຊັບ ເປັນພະຍານວ່າ ຖ້າມີຄົນໃດໃນພວກເຮົາຂາດສະຕິປັນຍາ, ເຮົາສາມາດທູນຂໍຈາກພຣະເຈົ້າດ້ວຍສັດທາ ແລະ ຈະໄດ້ຮັບສິ່ງທີ່ທູນຂໍ—ບາງເທື່ອຈາກບຸກຄົນທີ່ມາຈາກສະຫວັນ ແຕ່ສ່ວນຫລາຍແລ້ວຈະເປັນໂດຍອຳນາດຂອງພຣະວິນຍານບໍລິສຸດ, ຜູ້ກ່າວກັບເຮົາ ຜ່ານທາງຄວາມຄິດ ແລະ ຄວາມຮູ້ສຶກທີ່ໄດ້ຮັບການດົນໃຈ.10 ມັນແມ່ນໂດຍຜ່ານທາງພຣະວິນຍານບໍລິສຸດ ທີ່ເຮົາສາມາດ “ຮູ້ຈັກຄວາມຈິງຂອງທຸກເລື່ອງ.”11
ສຳລັບພວກເຮົາຫລາຍຄົນ, ການເປັນພະຍານເຖິງສາດສະດາ ໂຈເຊັບ ສະມິດ ໄດ້ເລີ່ມຕົ້ນ ຕອນເຮົາອ່ານພຣະຄຳພີມໍມອນ. ເທື່ອທຳອິດທີ່ຂ້າພະເຈົ້າໄດ້ອ່ານພຣະຄຳພີມໍມອນຈົນຈົບ ແມ່ນຕອນທີ່ຂ້າພະເຈົ້າເປັນນັກຮຽນຢູ່ຫ້ອງຮຽນສາດສະໜາ ທີ່ໄປຮຽນໃນຕອນເຊົ້າມືດ. ດ້ວຍຈິນຕະນາການຂອງເດັກໄວລຸ້ນ, ຂ້າພະເຈົ້າໄດ້ຕັດສິນໃຈອ່ານພຣະຄຳພີ ຄືກັບວ່າຕົວເອງເປັນໂຈເຊັບ ສະມິດ, ຄົ້ນພົບຄວາມຈິງໃນພຣະຄຳພີມໍມອນ ເປັນເທື່ອທຳອິດ. ມັນມີຜົນກະທົບອັນແຮງກ້າຕໍ່ຊີວິດຂອງຂ້າພະເຈົ້າ ຈົນຂ້າພະເຈົ້າຍັງອ່ານພຣະຄຳພີມໍມອນ ໃນແບບດຽວກັນນັ້ນ. ສ່ວນຫລາຍຂ້າພະເຈົ້າຈະພົບເຫັນວ່າ ມັນໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມກະຕັນຍູຢ່າງເລິກຊຶ້ງ ຕໍ່ສາດສະດາ ໂຈເຊັບ ແລະ ສຳລັບຄວາມຈິງ ທີ່ໄດ້ຖືກຟື້ນຟູຄືນມາໃໝ່ ຢູ່ໃນພຣະຄຳພີອັນລ້ຳຄ່ານີ້.
ຍົກຕົວຢ່າງ, ໃຫ້ຄິດເຖິງຄວາມຮູ້ສຶກຂອງໂຈເຊັບ ຕອນເພິ່ນໄດ້ແປຂໍ້ຄວາມກ່ຽວກັບ ການບັບຕິສະມາເພື່ອການປົດບາບ. ໂຈເຊັບ, ຜູ້ໄດ້ຖືກສັ່ງບໍ່ໃຫ້ເຂົ້າຮ່ວມສາດສະໜາຈັກແຫ່ງໃດ, ຄົງຈະມີຄຳຖາມກ່ຽວກັບພິທີການຊ່ວຍໃຫ້ລອດນີ້. ຄຳຖາມຂອງເພິ່ນ ໄດ້ເຮັດໃຫ້ເພິ່ນຕ້ອງອະທິຖານອີກ, ແລະ ການອະທິຖານນັ້ນ ໄດ້ນຳໄປສູ່ການມາຢ້ຽມຢາມ ຂອງໂຢຮັນບັບຕິສະໂຕ, ຜູ້ໄດ້ຟື້ນຟູຖານະປະໂລຫິດແຫ່ງອາໂຣນ ແລະ ສິດອຳນາດທີ່ຈະໃຫ້ບັບຕິສະມາ.12
ຫລື ໃຫ້ຄິດວ່າ ໂຈເຊັບໄດ້ຮູ້ສຶກແນວໃດ ຕອນເພິ່ນຮຽນຮູ້ເປັນເທື່ອທຳອິດວ່າ ພຣະເຢຊູຄຣິດ ໄດ້ມາຢ້ຽມຢາມຜູ້ຄົນຢູ່ໃນ ຊີກໂລກເບື້ອງຕາເວັນຕົກ—ວ່າ ພຣະອົງໄດ້ສອນເຂົາເຈົ້າ, ໄດ້ອະທິຖານເພື່ອເຂົາເຈົ້າ, ໄດ້ປິ່ນປົວເຂົາເຈົ້າ, ໄດ້ໃຫ້ພອນເດັກນ້ອຍ, ໄດ້ມອບສິດອຳນາດຂອງຖານະປະໂລຫິດ, ແລະ ໄດ້ປະຕິບັດສິນລະລຶກໃຫ້ແກ່ເຂົາເຈົ້າ.13 ໂຈເຊັບອາດບໍ່ເຂົ້າໃຈມັນໃນເວລານັ້ນ, ແຕ່ສິ່ງທີ່ເພິ່ນໄດ້ຮຽນຮູ້ກ່ຽວກັບພິທີການ ແລະ ການຈັດຕັ້ງສາດສະໜາຈັກຂອງພຣະຄຣິດໃນສະໄໝບູຮານ ໄດ້ຕຽມເພິ່ນ ໃຫ້ຊ່ວຍເຫລືອພຣະຜູ້ເປັນເຈົ້າ ໃນເວລາຕໍ່ມາ ໃນການຟື້ນຟູສາດສະໜາຈັກອັນດຽວກັນ ຢູ່ໃນໂລກ.
ໃນລະຫວ່າງການແປພຣະຄຳພີມໍມອນ, ໂຈເຊັບ ແລະ ເອມມາ ພັນລະຍາຂອງເພິ່ນ ໄດ້ມີຄວາມໂສກເສົ້າກັບການສູນເສຍລູກຊາຍຫາກໍເກີດຂອງເຂົາເຈົ້າໄປ. ໃນສະໄໝນັ້ນ ນັກເທດສະໜາ ໄດ້ສອນວ່າ ເດັກນ້ອຍທີ່ຕາຍໄປ ປາດສະຈາກການບັບຕິສະມາ ຈະຖືກລົງໂທດຕະຫລອດການ. ໃຫ້ຄິດເບິ່ງ ວ່າ ໂຈເຊັບໄດ້ຮູ້ສຶກຈັ່ງໃດ ຕອນເພິ່ນແປຖ້ອຍຄຳຈາກສາດສະດາມໍມອນ ທີ່ວ່າ: “ລູກນ້ອຍໆຂອງພວກເຂົາບໍ່ຕ້ອງການການກັບໃຈ ຫລື ຮັບບັບຕິສະມາ. … [ເພາະ] ເດັກນ້ອຍມີຊີວິດຢູ່ໃນພຣະຄຣິດ, ເຖິງແມ່ນຕັ້ງແຕ່ການວາງຮາກຖານຂອງໂລກມາ.”14
ບາງທີ ຂໍ້ຄວາມທີ່ເດັ່ນທີ່ສຸດ ຢູ່ໃນພຣະຄຳພີມໍມອນ ຕໍ່ຊາຍໜຸ່ມ ໂຈເຊັບອາດເປັນ ບົດທີສາມ ຂອງ 2 ນີໄຟ. ບົດນີ້ ບັນຈຸຄຳທຳນາຍຂອງສະໄໝບູຮານ ກ່ຽວກັບ “ຜູ້ພະຍາກອນທີ່ປະເສີດ” ຜູ້ທີ່ພຣະຜູ້ເປັນເຈົ້າຈະຍົກຂຶ້ນ ໃນຍຸກສຸດທ້າຍ—ເປັນຜູ້ພະຍາກອນ ມີຊື່ວ່າ ໂຈເຊັບ, ເອີ້ນຕາມຊື່ຂອງພໍ່ເພິ່ນ. ສາດສະດາໃນອະນາຄົດຄົນນີ້ ຈະເປັນ “ຜູ້ທີ່ໜ້ານັບຖືຢ່າງສູງ” ແລະ ຈະທຳງານຢ່າງ “ມີຄ່າອັນຍິ່ງໃຫຍ່” ໃຫ້ແກ່ຜູ້ຄົນຂອງເພິ່ນ. ເພິ່ນຈະ “ຍິ່ງໃຫຍ່ເໝືອນກັນກັບໂມເຊ” ແລະ ຈະໄດ້ຮັບອຳນາດ ທີ່ຈະນຳພຣະຄຳຂອງພຣະເຈົ້າອອກມາ..15 ໃຫ້ຄິດວ່າ ໂຈເຊັບ ສະມິດ ໄດ້ຮູ້ສຶກຈັ່ງໃດ ເມື່ອເພິ່ນເຂົ້າໃຈວ່າ ການທຳນາຍດັ່ງກ່າວແມ່ນກ່ຽວກັບ ເພິ່ນ! ເພິ່ນບໍ່ພຽງແຕ່ໄດ້ແປປະຫວັດສາດເທົ່ານັ້ນ, ແຕ່ເພິ່ນຍັງໄດ້ແປພາບນິມິດກ່ຽວກັບຍຸກສຸດທ້າຍນຳອີກ, ກ່ຽວກັບການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດ ທີ່ໜ້າອັດສະຈັນໃຈ—ແລະ ຕົວ ໂຈເຊັບເອງຈະໄດ້ຊ່ວຍເຮັດໃຫ້ມັນບັນລຸຄວາມສຳເລັດ!
ທຸກວັນນີ້, ເກືອບເຖິງ 200 ປີ ຕໍ່ມາ, ມັນເປັນສິ່ງງ່າຍ ທີ່ຈະເຫັນໄດ້ວ່າ ການທຳນາຍດັ່ງກ່າວ ໄດ້ເກີດເປັນຈິງແລ້ວ. ເຮົາຮູ້ຈັກສິ່ງຍິ່ງໃຫຍ່ທີ່ໂຈເຊັບໄດ້ບັນລຸ ໃນຖານະທີ່ເປັນສາດສະດາຂອງພຣະຜູ້ເປັນເຈົ້າ. ແຕ່ຈົ່ງຈື່ຈຳວ່າ ຕອນໂຈເຊັບ ໄດ້ແປຄຳທຳນາຍນີ້, ເພິ່ນໄດ້ເຮັດສຳເລັດພຽງແຕ່ສອງສາມຢ່າງເທົ່ານັ້ນ ທີ່ສາດສະດາໄດ້ບອກໄວ້ລ່ວງໜ້າ. ເພິ່ນຍັງໜຸ່ມຢູ່ ມີອາຍຸພຽງ 20 ປາຍປີ. ສາດສະໜາຈັກຍັງບໍ່ໄດ້ຖືກຈັດຕັ້ງຂຶ້ນເທື່ອ. ບໍ່ມີຫວອດ ຫລື ສາຂາ, ບໍ່ມີຜູ້ສອນສາດສະໜາ, ແລະ ບໍ່ມີພຣະວິຫານ. ມີໜ້ອຍຄົນທີ່ເຄີຍໄດ້ຍິນກ່ຽວກັບໂຈເຊັບ ສະມິດ, ຫລື ບາງຄົນໃນພວກນັ້ນ ກໍຕໍ່ຕ້ານເພິ່ນ. ບັດນີ້ ໃຫ້ເບິ່ງວຽກງານອັນຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າ ທີ່ໄດ້ບັນລຸຜົນສຳເລັດ ຜ່ານທາງໂຈເຊັບ ຜູ້ຮັບໃຊ້ຂອງພຣະອົງ, ເຖິງແມ່ນເພິ່ນໄດ້ຖືກຕໍ່ຕ້ານກໍຕາມ. ຄວາມສຳເລັດຂອງຄຳທຳນາຍດັ່ງກ່າວ ໄດ້ເປັນຫລັກຖານເຖິງການເອີ້ນໃຫ້ເປັນສາດສະດາຂອງໂຈເຊັບ ສະມິດ ບໍ?
ຕໍ່ທຸກຄົນທີ່ຍັງຂ້ອງໃຈກ່ຽວກັບປະຈັກພະຍານຂອງຕົນເລື່ອງ ໂຈເຊັບ ສະມິດ ຫລື ກຳລັງດີ້ນລົນຢູ່ກັບສິ່ງທີ່ບໍ່ຖືກຕ້ອງ, ສິ່ງທີ່ເຮັດໃຫ້ຕົນເຂົ້າໃຈຜິດ, ຫລື ຂໍ້ມູນທີ່ບໍ່ຄົບຖ້ວນ ກ່ຽວກັບຊີວິດ ແລະ ການປະຕິບັດຂອງເພິ່ນ, ຂ້າພະເຈົ້າຂໍເຊື້ອເຊີນທ່ານ ໃຫ້ພິຈາລະນາຜົນຂອງມັນ—ພອນຢ່າງຫລວງຫລາຍ ທີ່ໄດ້ມາສູ່ເຮົາ ຜ່ານພາລະກິດທີ່ໜ້າອັດສະຈັນໃຈຂອງໂຈເຊັບ ສະມິດ, ສາດສະດາແຫ່ງການຟື້ນຟູ.
ເພາະ ໂຈເຊັບໄດ້ເປັນສາດສະດາ, ການເປີດເຜີຍ ແລະ ສາດສະດາ ຈຶ່ງບໍ່ໄດ້ເປັນສິ່ງທີ່ມີຢູ່ໃນອະດີດອີກຕໍ່ໄປ. ວັນເວລາແຫ່ງການມະຫັດສະຈັນ—ພາບນິມິດ, ການປິ່ນປົວ, ແລະ ການປະຕິບັດຂອງເຫລົ່າທູດ—ຍັງມີຢູ່.16
ເພາະ ໂຈເຊັບໄດ້ເປັນສາດສະດາ, ເຮົາແຕ່ລະຄົນຈຶ່ງສາມາດເຂົ້າເຖິງອຳນາດ ແລະ ພອນຂອງຖານະປະໂລຫິດໄດ້, ຮ່ວມທັງການບັບຕິສະມາ, ຂອງປະທານແຫ່ງພຣະວິນຍານບໍລິສຸດ, ແລະ ສິນລະລຶກ.
ເພາະ ໂຈເຊັບໄດ້ເປັນສາດສະດາ, ເຮົາຈຶ່ງມີພອນ ແລະ ພິທີການຂອງພຣະວິຫານ ທີ່ຜູກມັດເຮົາເຂົ້າກັບພຣະເຈົ້າ, ເຮັດໃຫ້ເຮົາເປັນຜູ້ຄົນຂອງພຣະອົງ, ແລະ ເຮັດໃຫ້ອຳນາດຂອງຄວາມເປັນເໝືອນພຣະເຈົ້າ ປະຈັກແກ່ເຮົາ, ເຮັດໃຫ້ເປັນໄປໄດ້ ທີ່ຈະ ໄດ້ເຫັນພຣະພັກຂອງພຣະເຈົ້າ, ແມ່ນແຕ່ພຣະບິດາ, ແລະ ມີຊີວິດຢູ່ ໃນວັນໜຶ່ງ.”17
ເພາະ ໂຈເຊັບໄດ້ເປັນສາດສະດາ, ເຮົາຈຶ່ງຮູ້ວ່າ ການແຕ່ງງານ ແລະ ຄອບຄົວ ເປັນພາກສ່ວນທີ່ສຳຄັນ ໃນແຜນຂອງພຣະເຈົ້າ ສຳລັບຄວາມສຸກຂອງເຮົາ. ເຮົາຮູ້ວ່າ ຜ່ານທາງພິທີການ ແລະ ພັນທະສັນຍາໃນພຣະວິຫານ, ຄວາມສຳພັນຂອງຄອບຄົວ ທີ່ເຮົາທະນຸຖະໜອມ ຈະຍືນຍົງຊົ່ວນິລັນດອນ.
ເພາະ ໂຈເຊັບໄດ້ເປັນສາດສະດາ, ເຮົາບໍ່ພຽງແຕ່ສາມາດຜ່ານເຂົ້າໄປໃນປະຕູສະຫວັນເທົ່ານັ້ນ—ແຕ່ປະຕູນິລັນດອນ ກໍເປີດຕ້ອນຮັບເຮົາຢູ່. ເຮົາສາມາດຮູ້ຈັກ “ພຣະອົງ ຜູ້ເປັນພຣະເຈົ້າທ່ຽງແທ້ແຕ່ອົງດຽວ, ແລະ ຮູ້ຈັກພຣະເຢຊູຄຣິດ, ຜູ້ທີ່ພຣະອົງໃຊ້ມາ.”18 ຊີວິດນິລັນດອນສາມາດເປັນຂອງເຮົາໄດ້.
ເໜືອກວ່າສິ່ງອື່ນໃດ, ເພາະ ໂຈເຊັບໄດ້ເປັນສາດສະດາ, ເຮົາມີພະຍານ ແລະ ມີປະຈັກພະຍານຢ່າງຫລວງຫລາຍ, ວ່າພຣະເຢຊູຄຣິດ ເປັນພຣະບຸດຂອງພຣະເຈົ້າ ແລະ ເປັນພຣະຜູ້ຊ່ວຍໃຫ້ລອດຂອງໂລກ. ເຮົາມີພະຍານພິເສດຂອງພຣະເຢຊູຄຣິດ ທີ່ບໍ່ຂາດສາຍ, ຮ່ວມທັງສາດສະດາໃນທຸກວັນນີ້, ປະທານທອມມັສ ແອັສ ມອນສັນ, ທີ່ປຶກສາໃນຝ່າຍປະທານສູງສຸດ, ແລະ ກຸ່ມອັກຄະສາວົກສິບສອງ. ຂ້າພະເຈົ້າຂໍຕື່ມປະຈັກພະຍານທີ່ຖ່ອມຕົວ ແຕ່ແນ່ນອນຂອງຂ້າພະເຈົ້າ ໃສ່ກັບປະຈັກພະຍານຂອງພວກເພິ່ນວ່າ: ພຣະເຢຊູຄຣິດຊົງພຣະຊົນຢູ່ ແລະ ນຳພາສາດສະໜາຈັກຂອງພຣະອົງ. ຖານະປະໂລຫິດ ແລະ ສິດອຳນາດຂອງພຣະເຈົ້າ ມີຢູ່ໃນໂລກນີ້ອີກ. ຂໍໃຫ້ເຮົາຈົ່ງປະກາດການເປັນພະຍານ ແລະ ຄວາມກະຕັນຍູຂອງເຮົາຢ່າງກ້າຫານ ສຳລັບສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ ທີ່ປະເສີດຄົນນີ້ ຂອງພຣະຜູ້ເປັນເຈົ້າ. ນີ້ຄືຄຳອະທິຖານຂອງຂ້າພະເຈົ້າ ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.