ຈົ່ງລຸກຂຶ້ນໃນຄວາມເຂັ້ມແຂງ, ເອື້ອຍນ້ອງໃນຊີໂອນ
ໃນການເປັນຜູ້ຮັກສາພັນທະສັນຍາທີ່ເຫລື້ອມໃສ, ເຮົາຕ້ອງສຶກສາຄຳສອນອັນສຳຄັນຂອງພຣະກິດຕິຄຸນ ແລະ ມີປະຈັກພະຍານຢ່າງບໍ່ຫວັ່ນໄຫວ ເຖິງຄວາມຈິງຂອງມັນ.
ຊ່າງເປັນຄວາມສຸກແທ້ໆ ທີ່ໄດ້ມາເຕົ້າໂຮມກັນຢູ່ໃນສູນກາງປະຊຸມໃຫຍ່ນີ້ ຮ່ວມກັບເດັກຜູ້ຍິງ, ຍິງໜຸ່ມ, ແລະ ສະຕີທັງຫລາຍຂອງສາດສະໜາຈັກ. ພວກເຮົາກໍຍັງຮູ້ວ່າ ມີເອື້ອຍນ້ອງຄົນອື່ນໆຫລາຍພັນຄົນຕື່ມອີກ ທີ່ໄດ້ມາເຕົ້າໂຮມກັນເປັນກຸ່ມໆ ຢູ່ຕະຫລອດທົ່ວໂລກ ເພື່ອຮັບຊົມຮັບຟັງ ລາຍການນີ້, ແລະ ຂ້າພະເຈົ້າມີຄວາມກະຕັນຍູຫລາຍສຳລັບໂອກາດ ແລະ ວິທີທາງທີ່ໃຫ້ພວກເຮົາມາເຕົ້າໂຮມກັນ ໃນຄວາມເປັນໜຶ່ງ ແລະ ໃນຈຸດປະສົງດຽວກັນ ໃນຄ່ຳຄືນນີ້.
ໃນເດືອນຕຸລາ ປີ 2006, ປະທານກໍດອນ ບີ ຮິງລີ ໄດ້ກ່າວປາໄສ ມີຫົວຂໍ້ວ່າ “ຈົ່ງລຸກຂຶ້ນ, ໂອ້ ບຸລຸດຂອງພຣະເຈົ້າ,” ຕາມເພງສວດ ທີ່ໄດ້ແຕ່ງຂຶ້ນໃນປີ 1911.1 ມັນໄດ້ເປັນການເອີ້ນໃຫ້ປະຕິບັດ ສຳລັບຜູ້ຊາຍຂອງສາດສະໜາຈັກ ເພື່ອໃຫ້ລຸກຂຶ້ນ ແລະ ພັດທະນາຕົນ. ຄຳປາໄສນັ້ນ ໄດ້ດັງກ້ອງຢູ່ໃນໃຈຂອງຂ້າພະເຈົ້າ ໃນຂະນະທີ່ຂ້າພະເຈົ້າອະທິຖານ ຢາກຮູ້ສິ່ງທີ່ຂ້າພະເຈົ້າຄວນເອົາມາແບ່ງປັນກັບທ່ານ.
ເອື້ອຍນ້ອງທັງຫລາຍ, ເຮົາມີຊີວິດຢູ່ໃນ “ວັນເວລາທີ່ອັນຕະລາຍ.”2 ສະພາບການຂອງວັນເວລາຂອງເຮົາ ບໍ່ຄວນເປັນສິ່ງທີ່ເຮົາຕ້ອງປະຫລາດໃຈ. ມັນໄດ້ຖືກບອກໄວ້ລ່ວງໜ້າກ່ອນແລ້ວ ເປັນເວລາຫລາຍພັນປີ ເພື່ອເປັນຄຳເຕືອນໃຈ ແລະ ການຕັກເຕືອນ ໃຫ້ເຮົາຕຽມພ້ອມ. ບົດທີ 8 ຂອງໜັງສືມໍມອນ ໄດ້ບັນຍາຍຢ່າງບໍ່ຜິດພ້ຽນ ແບບອຶດອັດໃຈ ເຖິງສະພາບຂອງວັນເວລາຂອງເຮົາ. ໃນບົດນີ້, ໂມໂຣໄນກ່າວວ່າ ເພິ່ນໄດ້ເຫັນວັນເວລາຂອງເຮົາ, ແລະ ມັນຮ່ວມດ້ວຍສົງຄາມ ແລະ ຂ່າວລືກ່ຽວກັບສົງຄາມ, ພິດຮ້າຍໃນອາກາດ, ການຂ້າຟັນ, ການລັກຂະໂມຍ, ແລະ ຜູ້ຄົນຈະບອກວ່າ ບໍ່ມີສິ່ງໃດຖືກ ຫລື ຜິດ ໃນສາຍພຣະເນດຂອງພຣະເຈົ້າ. ເພິ່ນໄດ້ບັນຍາຍເຖິງຄົນທີ່ເຕັມໄປດ້ວຍຄວາມທະນົງໃຈ, ເປັນຫ່ວງນຳການນຸ່ງຖືເຄື່ອງທີ່ມີລາຄາແພງ, ແລະ ຜູ້ທີ່ຫົວເຍາະເຍີ້ຍສາດສະໜາ. ເພິ່ນໄດ້ເຫັນຜູ້ຄົນທີ່ຫລົງໄຫລນຳສິ່ງທີ່ເປັນຂອງໂລກ ຈົນເຂົາຍອມ “ໃຫ້ຄົນຂັດສົນ, ແລະ ຄົນເປືອຍເປົ່າ, ແລະ ຄົນເຈັບປ່ວຍ, ແລະ ຄົນເປັນທຸກຜ່ານເຂົາໄປ”3 ໂດຍທີ່ບໍ່ຫລຽວແລເຂົາເຈົ້າ.
ໂມໂຣໄນໄດ້ຖາມເຮົາ ໃນຄຳຖາມທີ່ໃຫ້ເຮົາສຳຫລວດຕົນເອງ ໃນວັນເວລານີ້. ເພິ່ນກ່າວວ່າ, “ດ້ວຍເຫດໃດທ່ານຈຶ່ງອັບອາຍທີ່ຈະຮັບເອົາພຣະນາມຂອງພຣະຄຣິດ?”4 ຄຳຖາມຂໍ້ນີ້ ບັນຍາຍຢ່າງຖືກຕ້ອງ ເຖິງສະພາບຂອງໂລກຂອງເຮົາ.
ໂຈເຊັບ ສະມິດ—ມັດທາຍ ຊີ້ບອກວ່າ ໃນຍຸກສຸດທ້າຍ ແມ່ນແຕ່ “ຜູ້ໄດ້ຖືກເລືອກໄວ້ຕາມພັນທະສັນຍາ”5 ຈະຖືກຫລອກລວງ. ບຸກຄົນແຫ່ງພັນທະສັນຍາເຫລົ່ານັ້ນແມ່ນຮ່ວມດ້ວຍ ເດັກນ້ອຍຜູ້ຍິງ, ຍິງໜຸ່ມ, ແລະ ສະຕີ ຂອງສາດສະໜາຈັກ ຜູ້ໄດ້ຮັບບັບຕິສະມາ ແລະ ໄດ້ເຮັດພັນທະສັນຍາ ນຳພຣະບິດາເທິງສະຫວັນແລ້ວ. ແມ່ນແຕ່ ເຮົາ ກໍຢູ່ໃນຂັ້ນອັນຕະລາຍ ຂອງການຖືກຫລອກລວງ ໂດຍຄຳສອນເທັດ.
ເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າບໍ່ເຊື່ອວ່າ ສະພາບການຈະດີຂຶ້ນໄປຂ້າງໜ້າ. ຖ້າຫາກສະພາບການເປັນຢູ່ແບບນີ້, ເຮົາຕ້ອງຕຽມສຳລັບມໍລະສຸມ ທີ່ຢູ່ຂ້າງໜ້າ. ອາດເປັນສິ່ງງ່າຍທີ່ຈະມີຄວາມທໍ້ຖອຍໃຈ, ແຕ່ໃນຖານະທີ່ເປັນຜູ້ຄົນແຫ່ງພັນທະສັນຍາ, ເຮົາບໍ່ຄວນທໍ້ຖອຍໃຈ. ດັ່ງທີ່ ແອວເດີ ແກຣີ ອີ ສະຕີບເວັນສອນ ໄດ້ກ່າວວ່າ, “ການທົດແທນຢ່າງເພື່ອແຜ່ຂອງພຣະບິດາເທິງສະຫວັນສຳລັບເຮົາ ຜູ້ມີຊີວິດຢູ່ ໃນວັນເວລາທີ່ອັນຕະລາຍ ແມ່ນວ່າ ເຮົາກໍມີຊີວິດຢູ່ ໃນຄວາມສົມບູນແຫ່ງເວລາຄືກັນ.”6 ຂ້າພະເຈົ້າມັກຄຳປອບໂຍນນີ້.
ປະທານຣະໂຊ ເອັມ ແນວສັນ ໄດ້ບອກເຮົາ ປີກາຍນີ້ວ່າ: “ການໂຈມຕີສາດສະໜາຈັກ ກ່ຽວກັບຄຳສອນ ແລະ ວິຖີຊີວິດຂອງເຮົາຈະນັບມື້ນັບທະວີຂຶ້ນ. ຍ້ອນເຫດນີ້ ພວກເຮົາຕ້ອງການຜູ້ຍິງທີ່ມີຄວາມເຂົ້າໃຈທ່ຽງແທ້ກ່ຽວກັບຄຳສອນຂອງພຣະຄຣິດ ແລະ ຜູ້ທີ່ຈະໃຊ້ຄວາມເຂົ້າໃຈນັ້ນໄປສອນ ແລະ ລ້ຽງດູລຸ້ນຄົນທີ່ສາມາດຕ້ານທານກັບຄວາມບາບໄດ້. ພວກເຮົາຕ້ອງການຜູ້ຍິງທີ່ຈະສືບຮູ້ກົນອຸບາຍຫລອກລວງຕ່າງໆ. ພວກເຮົາຕ້ອງການຜູ້ຍິງ ທີ່ເຫັນທາງຊ່ວຍເຫລືອຈາກອຳນາດຂອງພຣະເຈົ້າ ເພື່ອໄປຊ່ວຍຜູ້ທີ່ຮັກສາພັນທະສັນຍາ ແລະ ຜູ້ທີ່ສະແດງຄວາມເຊື່ອຂອງເຂົາເຈົ້າດ້ວຍຄວາມໝັ້ນໃຈ ແລະ ດ້ວຍຄວາມໃຈບຸນ. ພວກເຮົາຕ້ອງການຜູ້ຍິງ ທີ່ມີຄວາມກ້າຫານ ແລະ ເຂົ້າໃຈເໝືອນດັ່ງແມ່ເອວາຂອງພວກເຮົາ.”7
ຂ່າວສານນີ້ ເຮັດໃຫ້ຂ້າພະເຈົ້າແນ່ໃຈວ່າ ເຖິງແມ່ນສະພາບການຂອງວັນເວລາຂອງເຮົາຈະເປັນແນວໃດກໍຕາມ, ແຕ່ເຮົາມີຫລາຍເຫດຜົນ ທີ່ຈະປິຕິຍິນດີ ແລະ ຄິດໃນແງ່ດີ. ຂ້າພະເຈົ້າເຊື່ອດ້ວຍສຸດໃຈວ່າ ເຮົາມີພະລັງມາຕັ້ງແຕ່ເກີດ ແລະ ມີສັດທາ ທີ່ຈະຊ່ວຍເຮົາໃຫ້ສາມາດປະເຊີນກັບການທ້າທາຍ ໃນການດຳລົງຊີວິດໃນຍຸກສຸດທ້າຍນີ້. ຊິດສະເຕີ ແຊຣີ ດູ ໄດ້ຂຽນວ່າ, “ຂ້າພະເຈົ້າເຊື່ອວ່າ ໃນນາທີທີ່ເຮົາຮຽນທີ່ຈະປ່ອຍອິດທິພົນທັງໝົດແຫ່ງການເຫລື້ອມໃສອອກໄປ, ໃນການເປັນສະຕີທີ່ຮັກສາພັນທະສັນຍາ, ແລ້ວອານາຈັກຂອງພຣະເຈົ້າຈະປ່ຽນແປງພາຍໃນຂ້າມຄືນ.”8
ມັນຈະເປັນຄວາມພະຍາຍາມທີ່ພ້ອມໃຈກັນ ກ່ອນຈະເຫລື້ອມໃສໄດ້ ແລະ ຮັກສາພັນທະສັນຍາຂອງເຮົາ. ໃນການເຮັດສິ່ງນີ້, ເຮົາຕ້ອງເປັນເດັກນ້ອຍຜູ້ຍິງ ແລະ ເປັນສະຕີ ທີ່ສຶກສາຄຳສອນອັນສຳຄັນ ຂອງພຣະກິດຕິຄຸນ ແລະ ມີປະຈັກພະຍານຢ່າງບໍ່ຫວັ່ນໄຫວ ເຖິງຄວາມຈິງຂອງມັນ. ຂ້າພະເຈົ້າເຊື່ອວ່າ ມັນມີພື້ນຖານສຳລັບປະຈັກພະຍານທີ່ເຂັ້ມແຂງຢູ່ດ້ວຍກັນສາມຢ່າງ ແລະ ຂ້າພະເຈົ້າຄິດວ່າ ມັນສຳຄັນຕໍ່ຄວາມເຂົ້າໃຈຂອງເຮົາ.
ໜຶ່ງ, ເຮົາຕ້ອງມີຄວາມຮູ້ເຖິງຄວາມສຳຄັນຂອງພຣະເຈົ້າ ພຣະບິດານິລັນດອນຂອງເຮົາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ຕໍ່ສັດທາ ແລະ ຄວາມລອດຂອງເຮົາ. ພຣະເຢຊູຄຣິດຄື ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ. ເຮົາຕ້ອງສຶກສາ ແລະ ເຂົ້າໃຈເຖິງການຊົດໃຊ້ຂອງພຣະອົງ ແລະ ເຖິງວິທີທີ່ຈະນຳໃຊ້ມັນໃນທຸກວັນ; ການກັບໃຈເປັນພອນທີ່ຢິ່ງໃຫຍ່ຢ່າງໜຶ່ງ ທີ່ເຮົາແຕ່ລະຄົນມີ ເພື່ອດຳເນີນຕໍ່ໄປຢູ່ໃນເສັ້ນທາງ. ເຮົາຕ້ອງເບິ່ງພຣະເຢຊູຄຣິດ ວ່າເປັນແບບຢ່າງທີ່ດີ ແລະ ເປັນຕົວຢ່າງເຖິງຜູ້ທີ່ເຮົາຄວນກາຍເປັນ. ເຮົາຕ້ອງສອນຄອບຄົວ ແລະ ຫ້ອງຮຽນຂອງເຮົາຕໍ່ໄປ ກ່ຽວກັບແຜນແຫ່ງຄວາມລອດອັນຍິ່ງໃຫຍ່ຂອງພຣະບິດາ, ເຊິ່ງຮ່ວມດ້ວຍຄຳສອນຂອງພຣະຄຣິດ.
ສອງ, ເຮົາຕ້ອງເຂົ້າໃຈ ຄວາມຈຳເປັນສຳລັບການຟື້ນຟູຄຳສອນ, ການຈັດຕັ້ງ, ແລະ ຂໍກະແຈຂອງຖານະປະໂລຫິດ ໃນຍຸກສຸດທ້າຍເຫລົ່ານີ້. ເຮົາຕ້ອງມີປະຈັກພະຍານວ່າ ສາດສະດາໂຈເຊັບ ສະມິດ ໄດ້ຖືກເລືອກຈາກສະຫວັນ ແລະ ໄດ້ຖືກກຳນົດໂດຍພຣະຜູ້ເປັນເຈົ້າ ໃຫ້ນຳການຟື້ນຟູນີ້ຄືນມາ ແລະ ເຮົາຕ້ອງຮັບຮູ້ວ່າ ເພິ່ນໄດ້ຈັດຕັ້ງກຸ່ມສະຕີຂອງສາດສະໜາຈັກຂຶ້ນ ຊຶ່ງເປັນອົງການທີ່ເຄີຍມີຢູ່ໃນສາດສະໜາຈັກຂອງພຣະຄຣິດ ໃນສະໄໝບູຮານ.9
ແລະ ສາມ, ເຮົາຕ້ອງສຶກສາ ແລະ ເຂົ້າໃຈພິທີການຂອງພຣະວິຫານ ແລະ ພັນທະສັນຍາ. ພຣະວິຫານມີຄວາມສຳຄັນ ໃນຈຸດໃຈກາງຂອງຄວາມເຊື່ອຖືທີ່ສັກສິດຂອງເຮົາ, ແລະ ພຣະຜູ້ເປັນເຈົ້າໄດ້ຂໍໃຫ້ເຮົາໄປພຣະວິຫານ, ໃຫ້ໄຕ່ຕອງ, ສຶກສາ ແລະ ພົບຄວາມໝາຍ ແລະ ນຳໃຊ້ຄວາມໝາຍ ເປັນສ່ວນຕົວ. ເຮົາຈະເຂົ້າໃຈວ່າ ຜ່ານພິທີການຂອງພຣະວິຫານ, ອຳນາດແຫ່ງຄວາມເປັນເໝືອນພຣະເຈົ້າ ຈະສະແດງໃຫ້ປະຈັກ ໃນຊີວິດຂອງເຮົາ10 ແລະ ເປັນດັ່ງນັ້ນ ເພາະພິທີການຂອງພຣະວິຫານ, ເຮົາຈະໄດ້ຮັບການປ້ອງກັນດ້ວຍອຳນາດຂອງພຣະເຈົ້າ ແລະ ພຣະນາມຂອງພຣະອົງຈະຢູ່ກັບເຮົາ, ລັດສະໝີພາບຂອງພຣະອົງຈະຢູ່ອ້ອມຮອບເຮົາ, ແລະ ເຫລົ່າທູດຂອງພຣະອົງຈະຮັບຜິດຊອບດູແລເຮົາ.11 ຂ້າພະເຈົ້າສົງໄສ ຖ້າຫາກວ່າເຮົາເພິ່ງອາໄສພະລັງຂອງຄຳສັນຍາເຫລົ່ານີ້ຫລືບໍ່.
ເອື້ອຍນ້ອງທັງຫລາຍ, ເຖິງແມ່ນຜູ້ມີອາຍຸນ້ອຍສຸດ ຢູ່ໃນກອງປະຊຸມນີ້ ກໍສາມາດລຸກຂຶ້ນໃນສັດທາ ແລະ ເປັນຕົວຢ່າງທີ່ສຳຄັນໄດ້ ໃນການສ້າງສາອານາຈັກຂອງພຣະເຈົ້າ. ເດັກນ້ອຍຈະເລີ່ມມີປະຈັກພະຍານຂອງຕົນເອງ ໂດຍການອ່ານ ແລະ ຟັງການອ່ານພຣະຄຳພີ, ອະທິຖານທຸກວັນ, ແລະ ຮັບສ່ວນສິນລະລຶກ ໃນວິທີທີ່ມີຄວາມໝາຍ. ເດັກຍິງນ້ອຍ ແລະ ຍິງໜຸ່ມທຸກຄົນ ສາມາດຊຸກຍູ້ໃຫ້ມີການສັງສັນໃນຄອບຄົວ ແລະ ເປັນຜູ້ມີສ່ວນຮ່ວມຢ່າງເຕັມທີ່. ພວກເຈົ້າສາມາດເປັນຄົນທຳອິດ ທີ່ຄຸເຂົ່າລົງ ໃນຂະນະທີ່ຄອບຄົວຂອງພວກເຈົ້າເຕົ້າໂຮມກັນເພື່ອອະທິຖານເປັນຄອບຄົວ. ເຖິງແມ່ນວ່າບ້ານເຮືອນຂອງພວກເຈົ້າຈະບໍ່ເປັນແບບໃນອຸດົມຄະຕິກໍຕາມ, ແຕ່ຕົວຢ່າງຂອງການດຳລົງຊີວິດຕາມພຣະກິດຕິຄຸນຂອງພວກເຈົ້າ ສາມາດເປັນອິດທິພົນໃຫ້ແກ່ຊີວິດຂອງຄົນໃນຄອບຄົວພວກເຈົ້າ ແລະ ໝູ່ເພື່ອນໄດ້.
ຍິງໜຸ່ມຂອງສາດສະໜາຈັກ ຕ້ອງເຫັນຕົວເອງວ່າເປັນພາກສ່ວນທີ່ສຳຄັນ ໃນວຽກງານແຫ່ງຄວາມລອດທີ່ຖືກນຳພາໂດຍຖານະປະໂລຫິດ ແລະ ບໍ່ຄວນເປັນພຽງແຕ່ຜູ້ຢືນເບິ່ງຢູ່ຂ້າງໆ ແລະ ເປັນຜູ້ສະໜັບສະໜູນເທົ່ານັ້ນ. ພວກເຈົ້າໄດ້ຮັບການເອີ້ນ ແລະ ໄດ້ຖືກແຕ່ງຕັ້ງເປັນທາງການ ໂດຍຜູ້ດຳລົງຂໍກະແຈຂອງຖານະປະໂລຫິດ ເພື່ອໃຫ້ເປັນຜູ້ນຳ ດ້ວຍອຳນາດ ແລະ ສິດອຳນາດ ໃນວຽກງານນີ້. ເມື່ອພວກເຈົ້າຂະຫຍາຍການເອີ້ນຂອງພວກເຈົ້າ ຢູ່ໃນຕຳແໜ່ງຝ່າຍປະທານຫ້ອງ ແລະ ຕຽມຕົວທາງວິນຍານ, ໃຫ້ປຶກສາຫາລືນຳກັນ, ເອື້ອມອອກໄປປະຕິບັດຕໍ່ສະມາຊິກໃນຫ້ອງຂອງພວກເຈົ້າ, ແລະ ສອນພຣະກິດຕິຄຸນໃຫ້ກັນແລະກັນ, ແລ້ວພວກເຈົ້າຈະໄດ້ເຮັດພາກສ່ວນຂອງພວກເຈົ້າ ໃນວຽກງານນີ້ ແລະ ພວກເຈົ້າພ້ອມທັງໝູ່ເພື່ອນຂອງພວກເຈົ້າ ຈະໄດ້ຮັບພອນ.
ສະຕີທຸກຄົນ ຕ້ອງເຫັນຕົວເອງວ່າເປັນພາກສ່ວນທີ່ສຳຄັນ ໃນວຽກງານຂອງຖານະປະໂລຫິດ. ສະຕີໃນສາດສະໜາຈັກນີ້ ເປັນປະທານ, ທີ່ປຶກສາ, ຄູສອນ, ສະມາຊິກໃນສະພາ, ເອື້ອຍນ້ອງ, ແລະ ເປັນແມ່, ແລະ ອານາຈັກຂອງພຣະເຈົ້າ ບໍ່ສາມາດກ້າວໜ້າ ຍົກເວັ້ນແຕ່ເຮົາຈະລຸກຂຶ້ນ ແລະ ເຮັດໜ້າທີ່ຂອງເຮົາດ້ວຍສັດທາ. ບາງຄັ້ງ ເຮົາພຽງແຕ່ຕ້ອງການມີມະໂນພາບທີ່ດີເລີດເທົ່ານັ້ນ ເຖິງສິ່ງທີ່ສາມາດເປັນໄປໄດ້.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ພົບກັບສະຕີຄົນໜຶ່ງຢູ່ປະເທດ ແມັກຊິໂກ ຜູ້ເຂົ້າໃຈເຖິງຄວາມໝາຍຂອງການຂະຫຍາຍການເອີ້ນຂອງນາງ ດ້ວຍສັດທາ. ມາຟີສາ ມັນໂດນາໂດ ໄດ້ຖືກເອີ້ນໃຫ້ສອນຫ້ອງຮຽນວັນອາທິດຂອງຊາວ ໜຸ່ມ ເມື່ອສາມປີກ່ອນ. ມີນັກຮຽນ 7 ຄົນ ມາຫ້ອງຮຽນຂອງນາງ ຕອນນາງໄດ້ຖືກເອີ້ນ, ແຕ່ບັດນີ້ ມີນັກຮຽນຢູ່ດ້ວຍກັນ 20 ຄົນ ທີ່ມາເປັນປະຈຳ. ຂ້າພະເຈົ້າໄດ້ຖາມນາງດ້ວຍຄວາມປະຫລາດໃຈ, ວ່ານາງໄດ້ເຮັດແນວໃດ ຈຶ່ງສາມາດມີນັກຮຽນຫລາຍຂຶ້ນ. ນາງເວົ້າຢ່າງຖ່ອມຕົວວ່າ, “ໂອ້, ບໍ່ແມ່ນແຕ່ຂ້ານ້ອຍຄົນດຽວ. ທຸກຄົນໃນຫ້ອງໄດ້ໃຫ້ຄວາມຊ່ວຍເຫລືອ.” ເຂົາເຈົ້າໄດ້ເບິ່ງລາຍຊື່ຂອງສະມາຊິກທີ່ບໍ່ເຂັ້ມແຂງນຳກັນ ຢູ່ໃນຫ້ອງ, ແລະ ທຸກຄົນກໍໄດ້ໄປນຳກັນ ເພື່ອໄປເຊື້ອເຊີນຄົນເຫລົ່ານັ້ນ ໃຫ້ກັບຄືນມາໂບດ. ເຂົາເຈົ້າໄດ້ມີການຮັບບັບຕິສະມານຳອີກ ເນື່ອງດ້ວຍຄວາມພະຍາຍາມຂອງເຂົາເຈົ້າ.
ຊິດສະເຕີ ມັນໂດນາໂດ ໄດ້ມີເວບໄຊ້ ສຳລັບຫ້ອງຮຽນຂອງນາງ ຊື່ວ່າ “ເຮົາເປັນລູກຂອງພຣະເຈົ້າ,” ແລະ ນາງໄດ້ລົງຂໍ້ຄວາມທີ່ດົນໃຈ ແລະ ຂໍ້ພຣະຄຳພີໃສ່ໃນນັ້ນ ຫລາຍເທື່ອຕໍ່ອາທິດ. ນາງໄດ້ສົ່ງຂໍ້ຄວາມທາງມືຖື ໄປຫານັກຮຽນຂອງນາງເປັນປະຈຳ ພ້ອມກັບການມອບໝາຍ ແລະ ການໃຫ້ກຳລັງໃຈ. ນາງຮູ້ສຶກເຖິງຄວາມສຳຄັນຂອງການສື່ສານ ໃນວິທີທີ່ຍິງໜຸ່ມຈະເຂົ້າໃຈ, ແລະ ນາງກໍປະສົບຄວາມສຳເລັດ. ນາງພຽງບອກຂ້າພະເຈົ້າວ່າ, “ຂ້ານ້ອຍຮັກນັກຮຽນຂອງຂ້ານ້ອຍ.” ຂ້າພະເຈົ້າສາມາດຮູ້ສຶກເຖິງຄວາມຮັກນັ້ນ ໃນຂະນະທີ່ນາງບອກເລົ່າເຖິງຄວາມພະຍາຍາມຂອງເຂົາເຈົ້າ, ແລະ ຕົວຢ່າງຂອງນາງ ໄດ້ເຕືອນໃຈຂ້າພະເຈົ້າເຖິງສິ່ງທີ່ບຸກຄົນໆໜຶ່ງ ຜູ້ມີສັດທາ ແລະ ການກະທຳຂອງເຂົາເຈົ້າ ສາມາດບັນລຸວຽກງານນີ້ໄດ້ ດ້ວຍຄວາມຊ່ວຍເຫລືອຂອງພຣະຜູ້ເປັນເຈົ້າ.
ຊາວໜຸ່ມຂອງພວກເຮົາ ກຳລັງປະເຊີນກັບຄຳຖາມທີ່ຍາກ ໃນແຕ່ລະວັນ, ແລະ ຫລາຍຄົນໃນພວກເຮົາມີຄົນທີ່ເຮົາຮັກ ຜູ້ກຳລັງດີ້ນລົນຊອກຫາຄຳຕອບ. ຂ່າວດີກໍຄື ມັນ ມີ ຄຳຕອບໃຫ້ແກ່ຄຳຖາມເຫລົ່ານັ້ນ. ໃຫ້ຟັງຂ່າວສານເມື່ອບໍ່ດົນມານີ້ ຈາກຜູ້ນຳຂອງເຮົາ. ເຮົາຖືກແນະນຳໃຫ້ສຶກສາ ແລະ ໃຫ້ເຂົ້າໃຈແຜນແຫ່ງຄວາມສຸກຂອງພຣະບິດາເທິງສະຫວັນຂອງເຮົາ. ເຮົາຖືກເຕືອນເຖິງຫລັກທຳ ໃນໃບປະກາດກ່ຽວກັບຄອບຄົວ.12 ເຮົາຖືກຊຸກຍູ້ໃຫ້ສອນ ແລະ ໃຊ້ແຫລ່ງເຫລົ່ານັ້ນ ໃນການປະເມີນຕົວເອງ ເພື່ອຮັກສາຕົວເຮົາ ໃຫ້ຢູ່ໃນເສັ້ນທາງທີ່ຄັບແຄບ.
ປະມານໜຶ່ງປີມາແລ້ວ, ຂ້າພະເຈົ້າໄດ້ໄປຢ້ຽມຢາມແມ່ໜຸ່ມຄົນໜຶ່ງທີ່ມີລູກນ້ອຍ ຜູ້ໄດ້ຕັດສິນໃຈ ລຸກຂຶ້ນເພື່ອປົກປ້ອງລູກໆຂອງນາງ ຈາກອິດທິພົນທີ່ບໍ່ດີ ເຊິ່ງພວກເຂົາເຫັນຢູ່ໃນອິນເຕີເນັດ ແລະ ຢູ່ທີ່ໂຮງຮຽນ. ນາງໄດ້ເລືອກເອົາຫົວຂໍ້ໜຶ່ງໃນແຕ່ລະອາທິດ, ສ່ວນຫລາຍຈະເປັນເລື່ອງທີ່ຜູ້ຄົນກ່າວເຖິງເລື້ອຍໆ ແລະ ສົ່ງຕໍ່ຫາກັນຢູ່ໃນອິນເຕີເນັດ, ແລະ ນາງໄດ້ເລີ່ມຕົ້ນການສົນທະນາທີ່ມີຄວາມໝາຍ ໃນລະຫວ່າງອາທິດ ກັບລູກໆຂອງນາງ ເມື່ອພວກເຂົາມີຄຳຖາມ ແລະ ນາງກໍສາມາດໃຫ້ຄຳຕອບທີ່ສົມມາພາຄວນ ແລະ ໃນມຸມມອງທີ່ເໝາະສົມ ກ່ຽວກັບບັນຫາທີ່ຫຍຸ້ງຍາກ. ນາງໄດ້ເຮັດໃຫ້ບ້ານເຮືອນຂອງນາງເປັນບ່ອນປອດໄພ ທີ່ສາມາດຖາມກັນໄດ້ ແລະ ມີການສອນພຣະກິດຕິຄຸນຢ່າງມີຄວາມໝາຍ.
ຂ້າພະເຈົ້າເປັນຫ່ວງວ່າ ເຮົາມີຊີວິດຢູ່ໃນວັນເວລາທີ່ພະຍາຍາມຫລີກເວັ້ນຈາກການເຮັດໃຫ້ຄົນອື່ນຜິດໃຈ ຈົນບາງຄັ້ງ ເຮົາພະຍາຍາມຫລີກເວັ້ນຈາກການສອນຫລັກທຳທີ່ຖືກຕ້ອງ. ເຮົາບໍ່ຢາກສອນກຸ່ມຍິງໜຸ່ມຂອງເຮົາວ່າ ການເປັນແມ່ເປັນສິ່ງທີ່ສຳຄັນທີ່ສຸດ ເພາະເຮົາບໍ່ຢາກເຮັດໃຫ້ຄົນທີ່ບໍ່ແຕ່ງງານຜິດໃຈ, ຫລື ຜູ້ທີ່ບໍ່ສາມາດມີລູກຜິດໃຈ, ຫລື ຖືກມອງເຫັນວ່າ ເຮົາເປັນຄົນທີ່ເຮັດໃຫ້ຄົນອື່ນອຶດອັດໃຈ. ອີກຝ່າຍໜຶ່ງ, ເຮົາບໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສຶກສາ ເພາະເຮົາບໍ່ຢາກສົ່ງຂ່າວສານວ່າ ມັນມີຄວາມສຳຄັນເກີນກວ່າການແຕ່ງງານ. ເຮົາຫລີກເວັ້ນຈາກການປະກາດວ່າ ພຣະບິດາເທິງສະຫວັນຖືວ່າ ການແຕ່ງງານ ແມ່ນລະຫວ່າງຜູ້ຊາຍກັບຜູ້ຍິງ ເພາະເຮົາບໍ່ຢາກເຮັດໃຫ້ຜູ້ສົນໃຈເພດດຽວກັນຜິດໃຈ. ແລະ ເຮົາອາດພົບວ່າ ການສົນທະນາກັນເລື່ອງເພດ ຫລື ເລື່ອງການຮ່ວມເພດທີ່ຖືກຕ້ອງ ເປັນສິ່ງຍາກທີ່ຈະນຳຂຶ້ນ ມາສົນທະນາກັນ.
ເອື້ອຍນ້ອງທັງຫລາຍ, ແນ່ນອນວ່າເຮົາຕ້ອງໃຊ້ຄວາມຮູ້ສຶກໄວ, ແຕ່ຂໍໃຫ້ເຮົາຈົ່ງໃຊ້ການຕັດສິນທີ່ຖືກຕ້ອງນຳອີກ ແລະ ໃຊ້ຄວາມເຂົ້າໃຈຂອງເຮົາ ເຖິງແຜນແຫ່ງຄວາມລອດ ໃນຄວາມກ້າຫານ ແລະ ກ່າວອອກມາຢ່າງຊື່ຕົງ ເມື່ອເຮົາສອນລູກໆ ແລະ ຊາວໜຸ່ມຂອງເຮົາ ເຖິງຄວາມສຳຄັນຂອງຫລັກທຳພຣະກິດຕິຄຸນ ທີ່ເຂົາເຈົ້າຕ້ອງເຂົ້າໃຈ ເພື່ອຈະໄດ້ດຳເນີນຢູ່ໃນໂລກ ທີ່ພວກເຂົາອາໄສຢູ່. ຖ້າຫາກເຮົາບໍ່ສອນລູກໆ ແລະ ຊາວໜຸ່ມຂອງເຮົາ ເຖິງຄຳສອນທີ່ແທ້ຈິງ—ແລະ ສອນມັນຢ່າງແຈ່ມແຈ້ງ—ແລ້ວ ໂລກນີ້ຈະສອນຄຳຕົວະຂອງຊາຕານໃຫ້ແກ່ພວກເຂົາ.
ຂ້າພະເຈົ້າຮັກພຣະກິດຕິຄຸນຂອງພຣະເຢຊູຄຣິດ, ແລະ ຂ້າພະເຈົ້າມີຄວາມກະຕັນຍູອັນເປັນນິດ ສຳລັບການຊີ້ນຳ, ພະລັງ, ແລະ ຄວາມຊ່ວຍເຫລືອໃນທຸກວັນ ທີ່ຂ້າພະເຈົ້າໄດ້ຮັບ ໃນຖານະທີ່ເປັນທິດາແຫ່ງພັນທະສັນຍາຂອງພຣະເຈົ້າ. ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ເປັນເຈົ້າໄດ້ປະທານພອນໃຫ້ແກ່ເຮົາ, ໃນຖານະທີ່ເປັນສະຕີຜູ້ດຳລົງຊີວິດຢູ່ໃນ ວັນເວລາທີ່ອັນຕະລາຍນີ້, ດ້ວຍອຳນາດ, ຂອງປະທານ, ແລະ ຄວາມເຂັ້ມແຂງທັງໝົດ ທີ່ເຮົາຕ້ອງການ ໃນການຕຽມໂລກສຳລັບການສະເດັດມາຄັ້ງທີສອງ ຂອງອົງພຣະເຢຊູຄຣິດເຈົ້າ. ຂ້າພະເຈົ້າອະທິຖານວ່າ ເຮົາທຸກຄົນຈະເຫັນຄວາມສາມາດຂອງຕົນເອງ ແລະ ລຸກຂຶ້ນກາຍເປັນສະຕີແຫ່ງສັດທາ ແລະ ມີຄວາມກ້າຫານ ດັ່ງທີ່ພຣະບິດາຜູ້ສະຖິດຢູ່ໃນສະຫວັນປະສົງໃຫ້ເຮົາເປັນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.