ຫວັງເພິ່ງພຣະຄຳພີ, ຫວັງເພິ່ງພຣະຜູ້ເປັນເຈົ້າ
ພວກເຈົ້າຈະເຮັດໃຫ້ພຣະຄຳພີມໍມອນເປັນຫລັກສີລາສຳຄັນ ໃນຊີວິດຂອງພວກເຈົ້າໄດ້ບໍ, ເຮັດໃຫ້ມັນເປັນຈຸດໃຈກາງແຫ່ງພະລັງຂອງພວກເຈົ້າໄດ້ບໍ?
ແມຣີ ເອລີຊາເບັດ ໂຣນລິນສ໌
ໃນຈິດໃຈຂອງຂ້າພະເຈົ້າ, ຂ້າພະເຈົ້າວາດພາບເຫັນພວກເຈົ້າ ຄົນລຸ້ນໃໝ່ ກຳລັງຮັບຊົມຮັບຟັງກອງປະຊຸມພາກນີ້ຢູ່ ຢູ່ບ່ອນໃດບ່ອນໜຶ່ງໃນໂລກ. ຂ້າພະເຈົ້າຢາກເລົ່າເລື່ອງຈິງເລື່ອງໜຶ່ງໃຫ້ພວກເຈົ້າຟັງ, ມັນເປັນທັງຕົວຢ່າງ ແລະ ບົດຮຽນ. ມັນສາມາດສະແດງໃຫ້ພວກເຈົ້າຮູ້ຈັກວິທີທີ່ຈະເຂົ້າໃກ້ຊິດພຣະຜູ້ເປັນເຈົ້າ ແລະ ເຂົ້າເຖິງອຳນາດຂອງພຣະອົງ ເພື່ອຕ້ານທານກັບການລໍ້ລວງ.
ໃນເລື່ອງນີ້ ມີນາງນ້ອຍຄົນໜຶ່ງ, ອາໄສຢູ່ລັດນິວຢອກ, ຜູ້ຊຶ່ງຕອນມີອາຍຸໄດ້ສາມປີ ນາງໄດ້ສູນເສຍພໍ່ຂອງນາງໄປ ຕອນເຮືອຫລົ້ມ ຢູ່ໃນອ່າວທະເລສາບໃຫຍ່ແຫ່ງໜຶ່ງ. ນາງ, ແມ່, ອ້າຍ, ແລະ ນ້ອງສາວຂອງນາງ ໄດ້ຍ້າຍໄປຢູ່ລັດໃໝ່ ເພື່ອອາໄສຢູ່ນຳປ້າກັບລຸງຂອງນາງ. ຫລັງຈາກຄອບຄົວໄດ້ຍ້າຍໄປຢູ່, ຜູ້ສອນສາດສະໜາ ແລະ ສະມາຊິກຂອງສາດສະໜາຈັກທີ່ຫາກໍຖືກຈັດຕັ້ງຂຶ້ນ ໄດ້ມາເມືອງຂອງເຂົາເຈົ້າ ດ້ວຍພຣະກິດຕິຄຸນທີ່ຖືກຟື້ນຟູຄືນມາໃໝ່. ເຂົາເຈົ້າໄດ້ຍິນກ່ຽວກັບທູດອົງໜຶ່ງ ຜູ້ໄດ້ມອບແຜ່ນຈາລຶກບູຮານ ໃຫ້ຊາຍໜຸ່ມຄົນໜຶ່ງ ຊື່ ໂຈເຊັບ ສະມິດ, ເປັນບັນທຶກທີ່ໄດ້ຖືກແປໂດຍອຳນາດຂອງພຣະເຈົ້າ. ຜູ້ມາຢ້ຽມຢາມທັງສອງຄົນ, ອໍລີເວີ ຄາວເດີຣີ ແລະ ຈອນ ວິດເມີ, ໄດ້ເຫັນບັນທຶກນັ້ນຂອງສະໄໝບູຮານແທ້ໆ ດ້ວຍຕາຂອງພວກເພິ່ນເອງ, ແລະ ທ່ານວິດເມີໄດ້ເປັນພະຍານວ່າ ເພິ່ນໄດ້ຈັບບາຍແຜ່ນຈາລຶກທອງຄຳນັ້ນ. ບັນທຶກດັ່ງກ່າວ ຫາກໍໄດ້ຖືກພິມເປັນປຶ້ມ, ແລະ ບຣາເດີ ວິດເມີ ກໍໄດ້ເອົາປຶ້ມນັ້ນມານຳ. ຊື່ຂອງປຶ້ມນັ້ນແມ່ນ ພຣະຄຳພີມໍມອນ.
ເມື່ອນາງແມຣີ ຜູ້ມີອາຍຸ 12 ປີ ໄດ້ຍິນຜູ້ສອນສາດສະໜາກ່າວກ່ຽວກັບປຶ້ມເຫລັ້ມນັ້ນ, ນາງໄດ້ຮູ້ສຶກເຖິງພຣະວິນຍານ. ເຖິງແມ່ນວ່າ ພຣະຄຳພີມໍມອນ ເປັນປຶ້ມເຫລັ້ມໜາ ແລະ ມີຫລາຍໃບ, ແຕ່ນາງແມຣີ ຢາກອ່ານມັນຫລາຍແທ້ໆ. ເມື່ອບຣາເດີ ວິດເມີ ໄດ້ຈາກໄປ, ເພິ່ນໄດ້ມອບເຫລັ້ມໜຶ່ງໃຫ້ ບຣາເດີ ໄອເຊັກ ມໍລີ, ຜູ້ເປັນລຸງຂອງນາງແມຣີ ແລະ ເປັນຜູ້ນຳທ້ອງຖິ່ນ ໃນສາດສະໜາຈັກແຫ່ງໃໝ່ນີ້.
ຕໍ່ມາ ນາງແມຣີ ໄດ້ບັນທຶກໄວ້ວ່າ: “ຂ້າພະເຈົ້າໄດ້ໄປຫາບ້ານຂອງ [ບຣາເດີ ມໍລີ] … ແລະ ໄດ້ຂໍເບິ່ງພຣະຄຳພີ; [ເພິ່ນ] ໄດ້ວາງມັນໃສ່ມືຂອງຂ້າພະເຈົ້າ, [ແລະ] ໃນຂະນະທີ່ຂ້າພະເຈົ້າຫລຽວເບິ່ງມັນ, ຂ້າພະເຈົ້າຢາກອ່ານມັນຫລາຍຂະໜາດ, ຈົນວ່າຂ້າພະເຈົ້າໄດ້ຂໍຢືມປຶ້ມນັ້ນ ກັບໄປບ້ານ ແລະ ອ່ານມັນ. … ເພິ່ນໄດ້ເວົ້າວ່າ … ເພິ່ນບໍ່ມີເວລາອ່ານແມ່ນແຕ່ບົດໜຶ່ງໃນນັ້ນ, ແລະ ພຽງແຕ່ອ້າຍນ້ອງສອງສາມຄົນ ເຄີຍໄດ້ເຫັນມັນ, ແຕ່ຂ້າພະເຈົ້າໄດ້ອ້ອນວອນຂໍຢືມ, ຈົນໃນທີ່ສຸດ ເພິ່ນໄດ້ເວົ້າວ່າ, ‘ຫລານເອີຍ, ຖ້າຫາກເຈົ້າຊິເອົາມັນຄືນມາສົ່ງ ກ່ອນກິນເຂົ້າເຊົ້າມື້ອື່ນ, ເຈົ້າເອົາມັນໄປໄດ້.’”
ນາງແມຣີໄດ້ແລ່ນກັບບ້ານ ແລະ ຈັບໃຈກັບປຶ້ມຫລາຍ ຈົນນາງໄດ້ອ່ານມັນເກືອບໝົດຄືນ. ເຊົ້າຕໍ່ມາ ເມື່ອນາງເອົາປຶ້ມກັບຄືນໄປສົ່ງ, ບຣາເດີ ມໍລີ ໄດ້ເວົ້າວ່າ, “ລຸງຄິດວ່າ ຫລານຄົງບໍ່ໄດ້ອ່ານມັນຫລາຍເທົ່າໃດ” ແລະ “ລຸງບໍ່ເຊື່ອວ່າ ຫລານສາມາດບອກລຸງໄດ້ຈັກຄຳ ຢູ່ໃນນັ້ນ.” ນາງແມຣີໄດ້ຢືນກົງ ແລະ ໄດ້ກ່າວຂໍ້ທຳອິດ ຕາມທີ່ນາງຈື່ໄດ້ ຈາກພຣະຄຳພີມໍມອນ. ແລ້ວນາງໄດ້ບອກເພິ່ນເຖິງເລື່ອງລາວຂອງສາດສະດານີໄຟ. ຕໍ່ມາ ນາງແມຣີໄດ້ຂຽນວ່າ, “ເພິ່ນໄດ້ຫລຽວເບິ່ງຂ້າພະເຈົ້າດ້ວຍສາຍຕາທີ່ຕົກຕະລຶງ, ແລະ ໄດ້ເວົ້າວ່າ, ‘ຫລານເອີຍ, ໃຫ້ຫລານເອົາປຶ້ມນີ້ກັບໄປບ້ານ ແລະ ອ່ານມັນຈົນຈົບເດີ, ລຸງລໍຖ້າໄດ້.’”
ບໍ່ດົນຈາກນັ້ນ, ນາງແມຣີໄດ້ອ່ານປຶ້ມຈົນຈົບ ແລະ ໄດ້ເປັນຄົນທຳອິດຢູ່ໃນໝູ່ບ້ານຂອງນາງ ທີ່ໄດ້ອ່ານຈົນຈົບເຫລັ້ມ. ນາງຮູ້ວ່າ ມັນເປັນຄວາມຈິງ ແລະ ມັນມາຈາກພຣະບິດາເທິງສະຫວັນ. ເມື່ອນາງໄດ້ຫວັງເພິ່ງພຣະຄຳພີ, ນາງກໍໄດ້ຫວັງເພິ່ງພຣະຜູ້ເປັນເຈົ້າ.
ໜຶ່ງເດືອນຈາກນັ້ນ, ມີແຂກພິເສດຄົນໜຶ່ງໄດ້ມາບ້ານຂອງນາງ. ນີ້ຄືຖ້ອຍຄຳທີ່ນາງແມຣີໄດ້ຂຽນກ່ຽວກັບມື້ນັ້ນ: “ເມື່ອ [ໂຈເຊັບ ສະມິດ] ໄດ້ເຫັນຂ້າພະເຈົ້າ ເພິ່ນໄດ້ຫລຽວເບິ່ງຂ້າພະເຈົ້າຢ່າງຕັ້ງໃຈ. … ຫລັງຈາກບຶດໜຶ່ງ … ເພິ່ນໄດ້ອວຍພອນຂ້າພະເຈົ້າ … ແລະ ໄດ້ມອບປຶ້ມໃຫ້ຂ້າພະເຈົ້າ, ແລະ ເວົ້າວ່າ ເພິ່ນຊິເອົາປຶ້ມເຫລັ້ມໃໝ່ໃຫ້ ບຣາເດີ ມໍລີ. … ພວກເຮົາທຸກຄົນຮູ້ສຶກວ່າ ເພິ່ນເປັນຄົນຂອງພຣະເຈົ້າ, ເພາະເພິ່ນໄດ້ກ່າວດ້ວຍພະລັງ, ແລະ ຄືກັບວ່າເປັນຜູ້ໜຶ່ງທີ່ມີສິດອຳນາດ.”
ນາງນ້ອຍ ແມຣີ ເອລີຊາເບັດ ໂຣນລິງສ໌, ໄດ້ເຫັນການມະຫັດສະຈັນຫລາຍຢ່າງ ໃນຊີວິດຂອງນາງ ແລະ ມີປະຈັກພະຍານເຖິງພຣະຄຳພີມໍມອນສະເໝີ.1 ເລື່ອງນີ້ມີຄວາມໝາຍພິເສດຕໍ່ຂ້າພະເຈົ້າ ເພາະນາງເປັນປ້າທວດ ອັນດັບທີສີ່ຂອງຂ້າພະເຈົ້າ. ຜ່ານຕົວຢ່າງຂອງນາງແມຣີ, ພ້ອມດ້ວຍປະສົບການອື່ນອີກ ໃນຊີວິດຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ຮຽນຮູ້ວ່າ ບໍ່ມີໃຜທີ່ອາຍຸນ້ອຍເກີນກວ່າທີ່ຈະສະແຫວງຫາປະຈັກພະຍານສ່ວນຕົວ ເຖິງພຣະຄຳພີມໍມອນ.
ຫລັກສີລາສຳຄັນຂອງປະຈັກພະຍານຂອງພວກເຈົ້າ
ມັນມີບົດຮຽນສ່ວນຕົວສຳລັບພວກເຈົ້າ ຢູ່ໃນເລື່ອງຂອງນາງແມຣີ. ພວກເຈົ້າຜູ້ເປັນຊາຍໜຸ່ມ, ຍິງໜຸ່ມ, ແລະ ເດັກນ້ອຍສາມາດມີຄວາມຮູ້ສຶກ ດັ່ງທີ່ນາງໄດ້ຮູ້ສຶກ. ເມື່ອພວກເຈົ້າອ່ານພຣະຄຳພີມໍມອນ ແລະ ອະທິຖານດ້ວຍຄວາມຢາກຮູ້ວ່າມັນເປັນຄວາມຈິງ, ພວກເຈົ້າສາມາດໄດ້ຮັບຄວາມປະທັບໃຈຢ່າງດຽວກັນນັ້ນ ໃນໃຈຂອງພວກເຈົ້າ ດັ່ງທີ່ນາງແມຣີໄດ້ຮັບ. ພວກເຈົ້າຈະພົບເຫັນວ່າ ເມື່ອພວກເຈົ້າຍຶດໝັ້ນ ແລະ ເປັນພະຍານເຖິງພຣະຄຳພີມໍມອນ, ພວກເຈົ້າຈະຮູ້ສຶກເຖິງພຣະວິນຍານ ໃຫ້ຄຳຢືນຢັນ. ພຣະວິນຍານບໍລິສຸດ ຈະກ່າວໃສ່ໃຈພວກເຈົ້າ. ພວກເຈົ້າສາມາດຮູ້ສຶກເຖິງການຢືນຢັນຈາກພຣະວິນຍານ ເມື່ອພວກເຈົ້າໄດ້ຍິນຄົນອື່ນແບ່ງປັນປະຈັກພະຍານຂອງເຂົາເຈົ້າ ເຖິງພຣະຄຳພີມໍມອນ. ປະຈັກພະຍານທາງວິນຍານແຕ່ລະຢ່າງ ສາມາດນຳໄປສູ່ພຣະຄຳພີມໍມອນ ທີ່ຈະກາຍເປັນຫລັກສີລາສຳຄັນຂອງປະຈັກພະຍານຂອງພວກເຈົ້າໄດ້.
ຂ້າພະເຈົ້າຈະອະທິບາຍ. ສາດສະດາໂຈເຊັບ ສະມິດ, ຜູ້ໄດ້ແປພຣະຄຳພີມໍມອນ ຜ່ານທາງຂອງປະທານ ແລະ ອຳນາດຂອງພຣະເຈົ້າ, ໄດ້ບັນຍາຍເຖິງພຣະຄຳພີມໍມອນວ່າ ມັນເປັນພຣະຄຳພີ “ທີ່ຖືກຕ້ອງທີ່ສຸດໃນໂລກເໜືອກວ່າພຣະຄຳພີໃດໆ ແລະ ມັນເປັນທັງຫລັກສີລາສຳຄັນຂອງສາດສະໜາຂອງພວກເຮົາ.”2
ນັບແຕ່ພຣະຄຳພີມໍມອນໄດ້ຖືກພິມເປັນເທື່ອທຳອິດໃນປີ 1830 ເປັນຕົ້ນມາ, ຫລາຍກວ່າ 174 ລ້ານເຫລັ້ມ ໄດ້ຖືກພິມ ໃນ 110 ພາສາ, ສະແດງໃຫ້ເຫັນວ່າ ພຣະຄຳພີມໍມອນ ຍັງເປັນຫລັກສີລາສຳຄັນຂອງສາດສະໜາຂອງເຮົາຢູ່. ແຕ່ສິ່ງນີ້ໝາຍຄວາມວ່າແນວໃດສຳລັບພວກເຈົ້າແຕ່ລະຄົນ?
ໃນຄຳສັບຂອງຂະແໜງສະຖາປະນິກ, ຫລັກສີລາສຳຄັນ ເປັນຫີນກ້ອນສຳຄັນຂອງປະຕູໂຄ້ງ. ມັນເປັນກ້ອນຫີນທີ່ມີສົ້ນແຫລມ ຊຶ່ງຖືກໃຊ້ຢູ່ລະຫວ່າງກາງ ແລະ ຢູ່ຈຸດສູງສຸດຂອງປະຕູໂຄ້ງ. ມັນເປັນກ້ອນຫີນທີ່ສຳຄັນທີ່ສຸດ ເພາະມັນເຊື່ອມໂຍງປະຕູໂຄ້ງທາງເບື້ອງຊ້າຍ ແລະ ເບື້ອງຂວາໄວ້, ບໍ່ໃຫ້ມັນພັງລົງ. ແລະ ມັນເປັນການສ້າງປະຕູ ຫລື ການສ້າງຮູຂ້າງລຸ່ມແບບໝັ້ນຄົງ ທີ່ສາມາດຜ່ານໄປໄດ້.
ໃນຄຳສັບຂອງພຣະກິດຕິຄຸນ, ມັນແມ່ນຂອງປະທານ ແລະ ພອນຈາກພຣະຜູ້ເປັນເຈົ້າ ທີ່ຫລັກສີລາສຳຄັນຂອງສາດສະໜາຂອງເຮົາ ເປັນສິ່ງທີ່ມີຕົວມີຕົນ ແລະ ຈັບບາຍໄດ້ ດັ່ງເຊັ່ນພຣະຄຳພີມໍມອນ ແລະ ພວກເຈົ້າສາມາດຈັບມັນຂຶ້ນມາ ແລະ ອ່ານມັນໄດ້. ພວກເຈົ້າຈະເຮັດໃຫ້ພຣະຄຳພີມໍມອນເປັນຫລັກສີລາສຳຄັນ ໃນຊີວິດຂອງພວກເຈົ້າໄດ້ບໍ, ເຮັດໃຫ້ມັນເປັນຈຸດໃຈກາງແຫ່ງພະລັງຂອງພວກເຈົ້າໄດ້ບໍ?
ປະທານເອສະຣາ ແທັບ ເບັນສັນ ໄດ້ອະທິບາຍຄຳສອນຂອງໂຈເຊັບ ສະມິດ. ເພິ່ນໄດ້ກ່າວວ່າ: “ມີສາມວິທີ ຊຶ່ງໃນນັ້ນ ພຣະຄຳພີມໍມອນ ໄດ້ເປັນຫລັກສີລາສຳຄັນຂອງສາດສະໜາຂອງເຮົາ. ມັນເປັນຫລັກສີລາສຳຄັນໃນປະຈັກພະຍານຂອງເຮົາເຖິງພຣະຄຣິດ. ມັນເປັນຫລັກສີລາສຳຄັນຂອງຄຳສອນຂອງເຮົາ. ມັນເປັນຫລັກສີລາສຳຄັນຂອງປະຈັກພະຍານ.”
ປະທານເບັນສັນ ໄດ້ສອນຕື່ມວ່າ: “ພຣະຄຳພີມໍມອນ ສອນເຮົາເຖິງຄວາມຈິງ [ແລະ] ເປັນພະຍານເຖິງພຣະຄຣິດ. … ແຕ່ຍັງມີສິ່ງໜຶ່ງອີກ. ມັນມີພະລັງຢູ່ໃນພຣະຄຳພີ ຊຶ່ງຈະເລີ່ມໄຫລເຂົ້າໄປສູ່ຊີວິດຂອງທ່ານ ທັນທີທີ່ທ່ານເລີ່ມຕົ້ນສຶກສາພຣະຄຳພີຢ່າງຈິງຈັງ. ທ່ານຈະພົບເຫັນພະລັງອັນຍິ່ງໃຫຍ່ ເພື່ອຕ້ານທານກັບການລໍ້ລວງ. … ທ່ານຈະພົບເຫັນພະລັງ ເພື່ອຢູ່ໃນເສັ້ນທາງທີ່ຄັບແຄບ.”3
ປະຈັກພະຍານສ່ວນຕົວຂອງຂ້າພະເຈົ້າ
ໃນກໍລະນີຂອງຂ້າພະເຈົ້າ, ພຣະຄຳພີມໍມອນໄດ້ກາຍເປັນຫລັກສີລາສຳຄັນຂອງປະຈັກພະຍານຂອງຂ້າພະເຈົ້າ ເປັນເວລາຫລາຍປີ ແລະ ຜ່ານປະສົບການອື່ນໆອີກຂອງຂ້າພະເຈົ້າ. ປະສົບການໜຶ່ງທີ່ມີພະລັງຫລາຍ ທີ່ສ້າງປະຈັກພະຍານຂອງຂ້າພະເຈົ້າ ໄດ້ເກີດຂຶ້ນຕອນຂ້າພະເຈົ້າຮັບໃຊ້ເປັນຜູ້ສອນສາດສະໜາໜຸ່ມ ຢູ່ໃນເຂດທຳອິດຂອງຂ້າພະເຈົ້າ: ເມືອງຄູມາໂມໂຕະ, ປະເທດຍີ່ປຸ່ນ. ຄູ່ສອນຂອງຂ້າພະເຈົ້າ ກັບຂ້າພະເຈົ້າໄດ້ໄປເລາະເຄາະປະຕູ. ຂ້າພະເຈົ້າໄດ້ພົບເຫັນແມ່ຕູ້ຄົນໜຶ່ງ ຜູ້ໄດ້ເຊື້ອເຊີນພວກເຮົາໃຫ້ເຂົ້າໄປໃນເຮືອນຂອງລາວ, ຊຶ່ງເອີ້ນວ່າ ເຈັນການ ໃນພາສາຍີ່ປຸ່ນ. ລາວໄດ້ເອົານ້ຳເຢັນມາໃຫ້ພວກເຮົາດື່ມໃນວັນທີ່ຮ້ອນເອົ້າ. ຕອນນັ້ນຂ້າພະເຈົ້າຫາກໍໄປເຖິງປະເທດຍີ່ປຸ່ນ, ແລະ ຫາກໍໄດ້ອ່ານພຣະຄຳພີມໍມອນຈົບເຫລັ້ມ ແລະ ໄດ້ອະທິຖານເພື່ອຢາກຮູ້ແນ່ນອນໃຈວ່າ ມັນເປັນຄວາມຈິງຫລືບໍ່.
ເພາະຂ້າພະເຈົ້າຫາກໍໄປຮອດປະເທດຍີ່ປຸ່ນໃໝ່ໆ, ຂ້າພະເຈົ້າບໍ່ສາມາດເວົ້າພາສາຍີ່ປຸ່ນໄດ້ຫລາຍ. ຕາມຄວາມຈິງແລ້ວ, ຂ້າພະເຈົ້າບໍ່ຄິດວ່າ ແມ່ຕູ້ຄົນນັ້ນເຂົ້າໃຈສິ່ງທີ່ຂ້າພະເຈົ້າເວົ້າ. ຂ້າພະເຈົ້າໄດ້ເລີ່ມຕົ້ນສອນລາວກ່ຽວກັບພຣະຄຳພີມໍມອນ, ບັນຍາຍວິທີທີ່ໂຈເຊັບ ສະມິດ ໄດ້ຮັບອັກຂະລະທີ່ຖືກບັນທຶກໄວ້ຢູ່ໃນແຜ່ນຈາລຶກບູຮານ ຈາກທູດອົງໜຶ່ງ ແລະ ເຖິງວິທີທີ່ເພິ່ນໄດ້ແປມັນ ໂດຍອຳນາດຂອງພຣະເຈົ້າ.
ໃນຂະນະທີ່ຂ້າພະເຈົ້າກ່າວປະຈັກພະຍານ ເຖິງພຣະຄຳພີມໍມອນ ວ່າເປັນພຣະຄຳຂອງພຣະເຈົ້າ ແລະ ເປັນປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ, ຂ້າພະເຈົ້າໄດ້ມີຄວາມຮູ້ສຶກອັນແຮງກ້າທີ່ສຸດ, ພ້ອມທັງມີຄວາມຮູ້ສຶກອົບອຸ່ນແຫ່ງການປອບໂຍນ ແລະ ຄວາມສະຫງົບໃນຊວງອົກຂອງຂ້າພະເຈົ້າ, ຊຶ່ງພຣະຄຳພີໄດ້ບັນຍາຍວ່າ ຊວງອົກຂອງທ່ານ [ຮ້ອນຮົນ] ພາຍໃນ.”4 ຄວາມຮູ້ສຶກດັ່ງກ່າວໄດ້ຢືນຢັນຕໍ່ຂ້າພະເຈົ້າໃນທາງທີ່ມີພະລັງ ວ່າພຣະຄຳພີມໍມອນເປັນພຣະຄຳຂອງພຣະເຈົ້າແທ້ໆ. ໃນເວລານັ້ນເອງ, ຂ້າພະເຈົ້າມີຄວາມຮູ້ສຶກອັນແຮງກ້າທີ່ສຸດ ຈົນນ້ຳຕາຂອງຂ້າພະເຈົ້າໄດ້ໄຫລອອກມາ ໃນຂະນະທີ່ຂ້າພະເຈົ້າກ່າວກັບແມ່ຕູ້ຊາວຍີ່ປຸ່ນ. ຂ້າພະເຈົ້າບໍ່ເຄີຍລືມຄວາມຮູ້ສຶກພິເສດຂອງມື້ນັ້ນ.
ປະຈັກພະຍານສ່ວນຕົວຂອງພວກເຈົ້າ
ພວກເຈົ້າແຕ່ລະຄົນສາມາດໄດ້ຮັບປະຈັກພະຍານສ່ວນຕົວເຖິງພຣະຄຳພີນີ້ໄດ້! ພວກເຈົ້າຮູ້ບໍວ່າ ພຣະຄຳພີມໍມອນໄດ້ຖືກຂຽນໄວ້ສຳລັບພວກເຈົ້າ—ແລະ ສຳລັບວັນເວລາຂອງພວກເຈົ້າ? ພຣະຄຳພີເຫລັ້ມນີ້ ເປັນພອນຂອງການມີຊີວິດຢູ່ ໃນສະໄໝຂອງຄວາມສົມບູນແຫ່ງເວລາ. ເຖິງແມ່ນວ່າພຣະຄຳພີມໍມອນໄດ້ຖືກຂຽນໄວ້ດ້ວຍນັກຂຽນໃນສະໄໝບູຮານ ທີ່ໄດ້ຮັບການດົນໃຈ—ຫລາຍຄົນເປັນສາດສະດາ—ພວກເພິ່ນ ແລະ ຜູ້ຄົນໃນວັນເວລາຂອງພວກເພິ່ນ ບໍ່ໄດ້ເຫັນປຶ້ມໝົດທັງເຫລັ້ມ. ບັດນີ້ ພວກເຈົ້າມີບັນທຶກທີ່ສັກສິດນີ້ຢູ່ໃກ້ພຽງເອື້ອມມື ຊຶ່ງສາດສະດາ, ປະໂລຫິດ, ແລະ ກະສັດຖືວ່າເປັນສິ່ງທີ່ລ້ຳຄ່າ, ໄດ້ທະນຸຖະໜອມ, ແລະ ຮັກສາໄວ້! ພວກເຈົ້າສາມາດຈັບບາຍພຣະຄຳພີມໍມອນທັງເຫລັ້ມ. ສິ່ງທີ່ໜ້າສົນໃຈຄື ໂມໂຣໄນ, ສາດສະດາຂອງພຣະຄຳພີມໍມອນ ໄດ້ເຫັນວັນເວລາຂອງເຮົາ—ວັນເວລາຂອງພວກເຈົ້າ. ເພິ່ນໄດ້ເຫັນພວກເຈົ້າ, ໃນພາບນິມິດ, ເມື່ອຫລາຍພັນປີກ່ອນ! ໂມໂຣໄນ ໄດ້ຂຽນວ່າ:
“ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ສະແດງເລື່ອງຍິ່ງໃຫຍ່ ແລະ ໜ້າອັດສະຈັນກ່ຽວກັບສິ່ງທີ່ຈະຕ້ອງມາໃນບໍ່ຊ້ານີ້ … ເມື່ອເວລາມາເຖິງໃນມື້ນັ້ນ ສິ່ງເຫລົ່ານີ້ຈະອອກມາໃນບັນດາພວກທ່ານ.
“ຈົ່ງເບິ່ງ, ຂ້າພະເຈົ້າເວົ້າກັບທ່ານຄືກັບວ່າທ່ານຢູ່ຕໍ່ໜ້າຂ້າພະເຈົ້າ, ແຕ່ວ່າທ່ານບໍ່ໄດ້ຢູ່. ແຕ່ຈົ່ງເບິ່ງ, ພຣະເຢຊູຄຣິດໄດ້ສະແດງໃຫ້ຂ້າພະເຈົ້າເຫັນທ່ານ, ແລະ ຂ້າພະເຈົ້າຮູ້ຈັກການກະທຳຂອງທ່ານ.”5
ໃນການຊ່ວຍໃຫ້ພຣະຄຳພີມໍມອນ ກາຍເປັນຫລັກສີລາສຳຄັນໃນປະຈັກພະຍານຂອງພວກເຈົ້າ, ຂ້າພະເຈົ້າຂໍເຊື້ອເຊີນພວກເຈົ້າໃຫ້ເຮັດສິ່ງໜຶ່ງ. ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ຮຽນຮູ້ວ່າ ຫລາຍປະເທດຢູ່ໃນໂລກ, ຄົນໜຸ່ມໄດ້ໃຊ້ເວລາປະມານ ເຈັດຊົ່ວໂມງຕໍ່ມື້ ເບິ່ງໂທລະພາບ, ຫລິ້ນຄອມພິວເຕີ, ແລະ ເບິ່ງຈໍມືຖື.6 ໂດຍທີ່ຮູ້ເຖິງສິ່ງນີ້, ພວກເຈົ້າຈະດັດແປງຈັກໜ້ອຍໜຶ່ງໄດ້ບໍ? ໃຫ້ພວກເຈົ້າເອົາເວລາໜ້ອຍໜຶ່ງທີ່ໃຊ້ນຳ ອິນເຕີເນັດ, ນຳການຫລິ້ນເກມ, ຫລື ເບິ່ງໂທລະພາບ ໄປອ່ານພຣະຄຳພີມໍມອນໄດ້ບໍ? ຖ້າຫາກການຄົ້ນຄວ້າຂອງຂ້າພະເຈົ້າຖືກຕ້ອງ, ພວກເຈົ້າຄົງມີເວລາອ່ານພຣະຄຳພີມໍມອນ ຈັກ 10 ນາທີ ຕໍ່ມື້ໄດ້. ແລະ ພວກເຈົ້າສາມາດສຶກສາມັນ ໃນທາງທີ່ຈະຊ່ວຍພວກເຈົ້າໃຫ້ຊື່ນຊົມກັບມັນ ແລະ ເຂົ້າໃຈມັນ—ບໍ່ວ່າ ຈະອ່ານຢູ່ໃນມືຖື ຫລື ຢູ່ໃນປຶ້ມກໍຕາມ. ເມື່ອບໍ່ດົນມານີ້ ປະທານຣະໂຊ ເອັມ ແນວສັນ ໄດ້ເຕືອນວ່າ, “ເຮົາບໍ່ຄວນເຮັດໃຫ້ການອ່ານພຣະຄຳພີມໍມອນເປັນໜ້າທີ່ ທີ່ລຳບາກ, ຄືກັນກັບການກືນຢາໄວໆ ຕາມທີ່ໝໍສັ່ງ.”7
ສຳລັບພວກເຈົ້າຜູ້ຍັງເປັນເດັກ, ພວກເຈົ້າສາມາດອ່ານມັນກັບພໍ່ແມ່, ປູ່ຍ່າຕາຍາຍ, ຫລື ຄົນທີ່ພວກເຈົ້າຮັກ. ຖ້າບົດໃດ, ຂໍ້ໃດ, ຫລື ພາກສ່ວນໃດ ຍາກເກີນໄປສຳລັບພວກເຈົ້າ ຈົນພວກເຈົ້າບໍ່ຢາກອ່ານ, ໃຫ້ພວກເຈົ້າຂ້າມໄປອ່ານຂໍ້ຕໍ່ໄປ ແລະ ຕໍ່ໆໄປ. ຂ້າພະເຈົ້າວາດພາບເຫັນພວກເຈົ້າເຮັດຕາມຕົວຢ່າງຂອງນາງແມຣີ. ຂ້າພະເຈົ້າວາດພາບເຫັນພວກເຈົ້າຕື່ນເຕັ້ນກັບການພົບເຫັນເວລາ ແລະ ສະຖານທີ່ງຽບໆ ເພື່ອອ່ານພຣະຄຳພີມໍມອນ. ຂ້າພະເຈົ້າເຫັນພວກເຈົ້າພົບເຫັນຄຳຕອບ, ຮູ້ສຶກໄດ້ຮັບການຊົງນຳ, ແລະ ມີປະຈັກພະຍານຂອງຕົວເອງເຖິງພຣະຄຳພີມໍມອນ ແລະ ເຖິງພຣະເຢຊູຄຣິດ. ເມື່ອພວກເຈົ້າຫວັງເພິ່ງພຣະຄຳພີ, ພວກເຈົ້າກໍຫວັງເພິ່ງພຣະຜູ້ເປັນເຈົ້າ.
ພວກເຈົ້າຈະອ່ານຜ່ານຂໍ້ຄວາມຂອງປຶ້ມທີ່ມີຄ່າປະເສີດລ້ຳນີ້ ແລະ ພົບກັບພຣະຜູ້ຊ່ວຍໃຫ້ລອດທີ່ຮັກຂອງພວກເຈົ້າ, ອົງພຣະເຢຊູຄຣິດເຈົ້າ, ໃນເກືອບທຸກໜ້າ. ສະເລ່ຍແລ້ວ ພຣະນາມໃນຫລາຍຮູບແບບຂອງພຣະອົງໄດ້ຖືກກ່າວເຖິງປະມານໜຶ່ງເທື່ອ ໃນແຕ່ລະສອງຂໍ້.8 ແມ່ນແຕ່ພຣະຄຣິດເອງກໍໄດ້ເປັນພະຍານເຖິງຄວາມຈິງຂອງຍຸກສຸດທ້າຍນີ້, ເລີ່ມຕົ້ນດ້ວຍຄຳວ່າ, ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຮົາຊົງພຣະຊົນຢູ່ສັນໃດ, ສິ່ງນີ້ກໍເປັນຄວາມຈິງສັນນັ້ນ.”9
ຂ້າພະເຈົ້າມີຄວາມກະຕັນຍູສຳລັບການເຊື້ອເຊີນ ແລະ ຄຳສັນຍາທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ມອບໃຫ້ແກ່ພວກເຈົ້າແຕ່ລະຄົນ ຜ່ານທາງສາດສະດາໂມໂຣໄນ—ແລະ ແກ່ທຸກຄົນຜູ້ອ່ານພຣະຄຳພີມໍມອນ. ຂ້າພະເຈົ້າຂໍປິດດ້ວຍການອ່ານຄຳເຊື້ອເຊີນ ແລະ ຄຳສັນຍາ ແລະ ຕື່ມດ້ວຍປະຈັກພະຍານຂອງຂ້າພະເຈົ້າ ດັ່ງນີ້: “ແລະ ເມື່ອທ່ານໄດ້ຮັບເລື່ອງເຫລົ່ານີ້ແລ້ວ, ຂ້າພະເຈົ້າຂໍແນະນຳທ່ານໃຫ້ທູນຖາມພຣະເຈົ້າ, ພຣະບິດາຜູ້ສະຖິດນິລັນດອນໃນພຣະນາມຂອງພຣະ [ເຢຊູ] ຄຣິດ, ຖ້າຫາກເລື່ອງເຫລົ່ານີ້ບໍ່ຈິງ; ແລະ ຖ້າຫາກທ່ານທູນຖາມດ້ວຍໃຈຈິງ, ດ້ວຍເຈດຕະນາອັນແທ້ຈິງ, ໂດຍມີສັດທາໃນພຣະຄຣິດ, ພຣະອົງຈະສະແດງຄວາມຈິງຂອງເລື່ອງນີ້ໃຫ້ປະຈັກແກ່ທ່ານ, ໂດຍອຳນາດຂອງພຣະວິນຍານບໍລິສຸດ.”10
ຂ້າພະເຈົ້າຂໍເປັນພະຍານເຖິງການຟື້ນຟູພຣະກິດຕິຄຸນ ໃນຍຸກສຸດທ້າຍ ແລະ ເຖິງພຣະຄຳພີມໍມອນ ວ່າເປັນຫລັກຖານທີ່ມີຕົວມີຕົນ ເຖິງການຟື້ນຟູ. ເຊັ່ນດຽວກັບຖ້ອຍຄຳຢູ່ໃນພຣະຄຳພີນີ້ ໄດ້ດົນໃຈນາງນ້ອຍອາຍຸ 12 ປີ ໃຫ້ຮັບເອົາສາດສະໜາຈັກຂອງພຣະເຢຊູຄຣິດ ທີ່ໄດ້ຖືກຟື້ນຟູຄືນມາໃໝ່ ຫລັງຈາກເກືອບເຖິງສອງສັດຕະວັດຜ່ານມາແລ້ວ, ຄວາມຈິງທີ່ພວກເຈົ້າຈະພົບເຫັນໃນນັ້ນ ຈະຍົກລະດັບ ແລະ ດົນໃຈພວກເຈົ້າ ໃນທາງທີ່ຄ້າຍຄືກັນນັ້ນ. ມັນຈະເພີ່ມສັດທາຂອງພວກເຈົ້າ, ເຮັດໃຫ້ຈິດວິນຍານຂອງພວກເຈົ້າເຕັມໄປດ້ວຍຄວາມສະຫວ່າງ, ແລະ ຕຽມພວກເຈົ້າສຳລັບອະນາຄົດ ທີ່ເກີນກວ່າພວກເຈົ້າຈະເຂົ້າໃຈໄດ້.
ຢູ່ໃນພຣະຄຳພີເຫລັ້ມນີ້, ພວກເຈົ້າຈະພົບເຫັນຄວາມຮັກອັນເປັນນິດ ແລະ ພຣະຄຸນທີ່ບໍ່ສາມາດເຂົ້າໃຈໄດ້ຂອງພຣະເຈົ້າ. ເມື່ອພວກເຈົ້າພະຍາຍາມເຮັດຕາມຄຳສອນ ທີ່ພວກເຈົ້າພົບເຫັນຢູ່ໃນນັ້ນ, ຄວາມສຸກຂອງພວກເຈົ້າຈະຂະຫຍາຍອອກກວ້າງ, ຄວາມເຂົ້າໃຈຂອງພວກເຈົ້າຈະເພີ່ມທະວີຂຶ້ນ, ແລະ ຄຳຕອບທີ່ພວກເຈົ້າຊອກຫາສຳລັບການທ້າທາຍຫລາຍຢ່າງໃນຊີວິດມະຕະນີ້ ຈະເປີດອອກແກ່ພວກເຈົ້າ. ເມື່ອພວກເຈົ້າຫວັງເພິ່ງພຣະຄຳພີ, ພວກເຈົ້າກໍຫວັງເພິ່ງພຣະຜູ້ເປັນເຈົ້າ. ພຣະຄຳພີມໍມອນເປັນພຣະຄຳຂອງພຣະເຈົ້າທີ່ຖືກເປີດເຜີຍ. ຂ້າພະເຈົ້າເປັນພະຍານເຖິງສິ່ງນີ້, ດ້ວຍສຸດໃຈ ແລະ ສຸດຈິດຂອງຂ້າພະເຈົ້າ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.