​2010–2019
ເປັນ​ຄົນກະຕື​ລືລົ້ນ​ແທນ​ພຣະ​ຄຣິດ
​ເດືອນ​ຕຸລາ 2016


11:14

ເປັນ​ຄົນ​ກະຕືລືລົ້ນ​ແທນ​ພຣະ​ຄຣິດ

ເຮົາ​ເປັນ​ຄົນ​ທີ່​ກະຕືລືລົ້ນ​ແທນ​ພຣະ​ຄຣິດ​ເມື່ອ​ເຮົາ​ຮັບ​ໃຊ້​ຢ່າງ​ຊື່​ສັດ, ຍອມ​ຮັບ​ຢ່າງ​ຖ່ອມ​ຕົວ, ອົດ​ທົນ​ຢ່າງ​ສະ​ຫງ່າ, ອະ​ທິ​ຖານ​ຢ່າງ​ຈິງ​ໃຈ, ແລະ ຮັບ​ສ່ວນ​ສິນ​ລະ​ລຶກ​ຢ່າງ​ມີ​ຄຸນ​ຄ່າ​ດີ​ພໍ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ, ມື້​ນີ້​ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ຕໍ່​ຄົນ​ໜຸ່ມ​ສາວ​ຂອງ​ສາດ​ສະ​ໜາ​ຈັກ ຮ່ວມ​ທັງ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ປະ​ເສີດ​ຂອງ​ເຮົາ. ແນ່​ນອນ​ວ່າ, ບັນ​ດາ​ອ້າຍ​ເອື້ອຍ​ນ້ອງ​ທີ່​ມີ​ຈິດ​ໃຈ​ດັ່ງ​ຄົນ​ໜຸ່ມ​ກໍ​ຖືກ​ເຊື້ອ​ເຊີນ​ຢ່າງ​ຈິງ​ໃຈ​ໃຫ້​ຮັບ​ຟັງ​ດ້ວຍ.

ເມື່ອ​ວັນ​ທີ 21 ເດືອນ​ສິງ​ຫາ ​ທີ່​ຜ່ານ​ມາ​ນີ້, ປະ​ທານຣະ​ໂຊ ເອັມ ແນວ​ສັນ ໄດ້​ອຸ​ທິດ​ພຣະ​ວິ​ຫານ ສາ​ໂປ​ໂຣ ທີ່​ສວຍ​ງາມ—ທີ່​ເປັນ​ພຣະ​ວິ​ຫານ​ແຫ່ງ​ທີສາມ​ໃນ​ປະ​ເທດ​ຍີ່​ປຸ່ນ. ພຣະ​ວິ​ຫານ ສາ​ໂປ​ໂຣ ຖືກ​ສ້າງ​ຂຶ້ນ​ຢູ່​ທີ່​ພາກ​ເໜືອ​ຂອງ​ປະ​ເທດ​ຍີ່​ປຸ່ນ ໃນ​ສະ​ຖານ​ທີ່​ ທີ່​ມີ​ຊື່​ວ່າ ໂຮ​ໄຄ​ໂດ. ເໝືອນ​ດັ່ງ​ລັດ​ຢູ​ທາ, ຜູ້​ບຸກ​ເບີກ​ທີ່​ຂະ​ຫຍັນ ແລະ ດຸ​ໝັ່ນ​ໄດ້​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ທີ່ ໂຮ​ໄຄ​ໂດ.

ໃນ​ປີ 1876, ນັກ​ສຶກ​ສາ​ຊື່​ສຽງ​ໂດ່​ງ​ດັງ​ຄົນ​ໜຶ່ງ​ຊື່ ທ່ານ ດຣ. ວິວ​ລຽມ ຄະ​ລາກ1 ຖືກ​ຮັບ​ເຊີນ​ໃຫ້​ໄປ​ສອນ​ຢູ່​ທີ່ ໂຮ​ໄຄ​ໂດ. ເພິ່ນ​ໄດ້​ອາ​ໄສ​ຢູ່​ປະ​ເທດ​ຍິ່​ປຸ່ນ​ພຽງ​ແຕ່​ແປດ​ເດືອນ​ເທົ່າ​ນັ້ນ, ແຕ່​ຄຸນສົມບັດ​ດັ່ງ​ພຣະ​ຄຣິດ​ຂອງ​ເພິ່ນ ໄດ້​ເຮັດ​ໃຫ້​ນັກ​ຮຽນ​ໜຸ່ມ​ຂອງ​ເພິ່ນ ທີ່​ບໍ່​ໄດ້​ເປັນ​ຊາວ​ຄຣິດ​ສະ​ຕຽນ​ປະ​ທັບ​ໃຈ​ຫລາຍ. ກ່ອນ​ທີ່​ເພິ່ນ​ໄດ້​ຈາກ​ໄປ, ເພິ່ນ​ໄດ້​ໃຫ້​ຂ່າວ​ສານ​ສັ່ງ​ລາ​ນັກ​ຮຽນ​ຂອງ​ເພິ່ນ ທີ່​ໄດ້​ກາຍ​ເປັນ​ສິ່ງ​ອະ​ມະ​ຕະ​ຢູ່​ໃນ​ຮູບ​ປັ້ນ​ທອງ​ແດງ​ນີ້.2 ເພິ່ນ​ໄດ້​ກ່າວ​ວ່າ, “ຊາຍ​ໜຸ່ມ​ທັງ​ຫລາຍ, ໃຫ້​ເປັນ​ຄົນ​ກະຕືລືລົ້ນ!”—“ເປັນ​ຄົນ​ກະຕືລືລົ້ນ​ແທນ​ພຣະ​ຄຣິດ.”3 ຄຳ​ສັ່ງ​ຂອງ​ເພິ່ນ ວ່າ​ໃຫ້ “ເປັນ​ຄົນ​ກະຕືລືລົ້ນ​ແທນ​ພຣະ​ຄຣິດ” ສາ​ມາດ​ຊ່ວຍ​ຊີ້​ນຳ​ການ​ເລືອກ​ປະ​ຈຳ​ວັນ ສຳ​ລັບ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້.

ດຣ​. ວິວລຽມ ຄະລາກ

ການ “ເປັນ​ຄົນ​ກະຕືລືລົ້ນ​ແທນ​ພຣະ​ຄຣິດ” ໝາຍ​ຄວາມ​ວ່າ​ແນວ​ໃດ? ການ​ເປັນ​ຄົນກະຕືລືລົ້ນ​ແທນ​ພຣະ​ຄຣິດ​ ໝາຍ​ຄວາມ​ວ່າ ການ​ເປັນ​ຄົນ​ກະ​ຕື​ລື​ລົ້ນ, ເຈາະ​ຈົງ, ແລະ ອຸ​ທິດ​ຕົນ​ຕໍ່​ວຽກ​ງານ​ຂອງ​ພຣະ​ອົງ. ການ​ເປັນ​ຄົນ​ກະຕືລືລົ້ນ​ແທນ​ພຣະ​ຄຣິດ ໝາຍ​ຄວາ​ມ​ວ່າ ໜ້ອຍ​ເທື່ອ​ທີ່​ເຮົາ​ຈະ​ຖືກ​ເລືອກ​ໃຫ້​ມີ​ຊື່​ສຽງ​ເດັ່ນ​ ແຕກ​ຕ່າງ​ຈາກ​ຄົນ​ອື່ນ​ສຳ​ລັບ​ກຽດ​ຕິ​ຍົດ​. ການ​ເປັນ​ຄົນ​ກະຕືລືລົ້ນ​ແທນ​ພຣະ​ຄຣິດ ໝາຍ​ຄວາມ​ວ່າ ເຮົາ​ຮັບ​ໃຊ້​ຢ່າງ​ຊື່​ສັດ ແລະ ພາກ​ພຽນ ໃນ​ຫວອດ ແລະ ສາ​ຂາ​ຂອງ​ເຮົາ ປາດ​ສະ​ຈາກ​ການ​ເວົ້າ​ຈົ່ມ ​ແຕ່ດ້ວຍ​ຈິດ​ໃຈ​ປິ​ຕິ​ຍິນ​ດີ.

ຜູ້​ສອນ​ສາດ​ສະ​ໜາ​ຂອງ​ເຮົາ ທີ່​ຮັບ​ໃຊ້​ຢູ່​ຕະ​ຫລອດ​ທົ່ວ​ໂລກ ເປັນ​ຕົວ​ຢ່າງ​ທີ່​ສວຍ​ງາມ​ຂອງ​ບັນ​ດາ​ຜູ້​ຄົນ​ທີ່ ກະຕືລືລົ້ນ​ແທນ​ພຣະ​ຄຣິດ​ແທ້ໆ. ເມື່ອ​ສາມ​ສີ່​ປີ​ກ່ອນ, ຊິດ​ສະ​ເຕີ ຢາ​ມາ​ຊີ​ຕາ ແລະ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້​ຢູ່​​ເຂດ​ເຜີຍ​ແຜ່ ນາ​ໂກ​ຢາ ປະ​ເທດ​ຍິ່​ປຸ່ນ. ຜູ້​ສອນ​ສາດ​ສະ​ໜາ​ຂອງ​ພວກ​ເຮົາ​ເປັນ​ຄົນ​ທີ່​ກະຕືລືລົ້ນ ​ແທນ​ພຣະ​ຄຣິດ. ຄົນ​ໜຶ່ງ​ໃນ​ບັນ​ດາ​ຜູ້​ສອນ​ສາດ​ສະ​ໜາ​ເຫລົ່າ​ນັ້ນ ແມ່ນ​ຊາຍ​ໜຸ່ມ​ຊື່ ແອວ​ເດີ ຄາວ​ວັນ.

ແອວ​ເດີ ​ຄາວ​ວັນ ກັບ​ປະທານ ​ແລະ ຊິດ​ສະ​ເຕີ ຢາ​ມາ​ຊີ​ຕາ

ແອວ​ເດີ ຄາວ​ວັນ ບໍ່​ມີ​ຂາ​ເບື້ອງ​ຂວາ​ເພາະ​ອຸ​ປະ​ຕິ​ເຫດ​ກັບ​ລົດ​ຖີບ​ຕອນ​ຍັງ​ນ້ອຍ. ສາມ​ສີ່​ອາ​ທິດ​ຫລັງ​ຈາກ​ລາວ​ໄດ້​ໄປ​ເຖິງ​ສະ​ໜາມ​ເຜີຍ​ແຜ່, ຂ້າ​ພະ​ເຈົ້າ​ໄດ້​ຮັບ​​ໂທ​ລະ​ສັບ​ຈາກ​ຄູ່​ສອນ​ສາດ​ສະ​ໜາ​ຂອງ​ລາວ. ຂາ​ທຽມ​ຂອງ ແອວ​ເດີ ຄາວ​ວັນ ຫັກ​ຂະ​ນະ​ທີ່​ລາວ​ໄດ້​ຂັບ​ລົດ​ຖີບ​ຂອງ​ລາວ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ພາ​ລາວ​ໄປ​ຫາ​ສະ​ຖານ​ທີ່​ສ້ອມ​ແປງ​ທີ່​ດີ, ແລະ ຢູ່​ທີ່​ຫ້ອງ​ສ່ວນ​ຕົວ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຂາ​ຂອງ​ລາວ​ເປັນ​ເທື່ອ​ທຳ​ອິດ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຮູ້​ວ່າ ​ລາວ​ໄດ້​ທົນ​ກັບ​ຄວາມ​ເຈັບ​ປວດ​ຫລາຍ​ຂະ​ໜາດ​ໃດ. ຂາ​ທຽມ​ຂອງ​ລາວ​ຖືກ​ສ້ອມ​ແປງ, ແລະ ລາວ​ກໍ​ໄດ້​ກັບ​ຄືນ​ໄປ​ທີ່​ເຂດ​ເຜີຍ​ແຜ່​ຂອງ​ລາວ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ອາທິດ​ຕໍ່ໆ​ໄປ, ຂາ​ທຽມ​ຂອງ​ລາວ​ກໍ​ໄດ້​ຫັກ​ຊ້ຳ​ແລ້ວ​ຊ້ຳ​ອີກ. ທີ່​ປຶກ​ສາ​ທາງ​ການ​ແພດ​ຂອງ​ເຂດ​ໄດ້​ແນະ​ນຳ​ວ່າ​ໃຫ້ ແອວ​ເດີ ຄາວ​ວັນ ​ກັບ​ບ້ານ​ ເພື່ອ​​ໄປ​ຮັບ​ການມອບ​ໝາຍ​ໃໝ່​ ບ່ອນທີ່​ລາວ​ສາມາດ​ຮັບ​ໃຊ້​ໄດ້. ຂ້າ​ພະ​ເຈົ້າ​ໄດ້​ຕໍ່​ຕ້ານ​ຄຳ​ແນະ​ນຳ​ນີ້ ເພາະ​ວ່າ ແອວ​ເດີ ຄາວ​ວັນ ເປັນ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ດີ​ເລີດ, ແລະ ເພາະ​ວ່າ​ລາວ​ໄດ້​ມີ​ຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ​ທີ່​ຈະ​​ເຜີຍ​ແຜ່​ຢູ່​ປະ​ເທດ​ຍີ່ປຸ່ນ. ແຕ່ ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ, ແອວ​ເດີ ຄາວ​ວັນ ກໍ​ເລີ່ມ​ເຂົ້າ​​ໃຈ ເຖິງ​ຂີດ​ຈຳ​ກັດ​ທາງ​ຮ່າງ​ກາຍ​ຂອງ​ລາວ. ແຕ່​ເຖິງ​ແມ່ນ​ວ່າ​ມີ​ບັນ​ຫາ​ນີ້, ລາວ​ບໍ່​ໄດ້​ຈົ່ມ​ຈັກ​ເທື່ອ.

ອີກ​ເທື່ອ​ໜຶ່ງ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄຳ​ແນະ​ນຳ​ວ່າ​ໃຫ້ ແອວ​ເດີ ຄາວ​ວັນ ໄປ​ຮັບ​ໃຊ້​ຢູ່​ບ່ອນ​ທີ່​ບໍ່​ຮຽກ​ຮ້ອງ​ໃຫ້​ລາວ​ຕ້ອງ​ຂີ່​ລົດ​ຖີບ. ຂ້າ​ພະ​ເຈົ້າ​ໄດ້​ໄຕ່​ຕອງ​ສະ​ພາບ​ການ​ນີ້. ຂ້າ​ພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ ແອວ​ເດີ ຄາວ​ວັນ ແລະ ອະ​ນາ​ຄົດ​ຂອງ​ລາວ, ແລະ ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ກ່ຽວ​ກັບ​ເລື່ອງ​ນີ້. ຂ້າ​ພະ​ເຈົ້າ​ຖືກ​ດົນ​ໃຈ​ວ່າ ແມ່ນ​ແລ້ວ, ແອວ​ເດີ ຄາວ​ວັນ ຄວນ​ກັບ​ບ້ານ ແລະ ລໍ​ຖ້າ​ການ​ມອບ​ໝາຍ​ໃໝ່. ຂ້າ​ພະ​ເຈົ້າ​ໄດ້​ໂທ​ຫາ​ລາວ ແລະ ໄດ້​ສະ​ແດງ​ຄວາມ​ຮັກ ແລະ ຄວາມ​ຫ່ວງ​ໃຍ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ແກ່​ລາວ ແລະ ໄດ້​ບອກ​ລາວ​ເຖິງ​ການ​ຕັດ​ສິນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ. ລາວ​ບໍ່​ໄດ້​ເວົ້າ​ຫຍັງ​ ​ເປັນຄຳ​ຕອບ. ຂ້າ​ພະ​ເຈົ້າ​ພຽງ​ແຕ່​ໄດ້​ຍິນ​ສຽງ​ໄຫ້​ຂອງ​ລາວ​ຢູ່​ໃນ​ສາຍ. ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ລາວ​ວ່າ, “ແອວ​ເດີ ຄາວ​ວັນ ເອີຍ, ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ໃຫ້​ຄຳ​ຕອບ​ຂ້ອຍ​ໃນ​ເວ​ລາ​ນີ້. ຂ້ອຍ​ຈະ​ໂທ​ຫາ​ເຈົ້າ​ມື້​ອື່ນ. ຂໍ​ໃຫ້​ເຈົ້າ​ພິ​ຈາ​ລະ​ນາ​ຄຳ​ແນະ​ນຳ​ຂອງ​ຂ້ອຍ​ດ້ວຍ​ການ​ອະ​ທິ​ຖານ​ ຢ່າງ​ຈິງ​ໃຈ​ເດີ.”

ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ໂທ​ຫາ​ລາວ​ເຊົ້າ​ຕໍ່​ມາ, ລາວ​ໄດ້​ບອກ​ຢ່າງ​ຖ່ອມ​ຕົວ​ວ່າ ລາວ​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ຂ້າ​ພະ​ເຈົ້າ.

ລະ​ຫວ່າງ​ການ​ສຳ​ພາດ​ຄັ້ງ​ສຸດ​ທ້າຍ​ຂອງ​ຂ້າ​ພະ​ເຈົ້າ​ກັບ​ລາວ, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ຄຳ​ຖາມ​ນີ້​ກັບ​ລາວ​ວ່າ: “ແອວ​ເດີ ຄາວ​ວັນ, ເຈົ້າ​ໄດ້​ຂໍ​ຮ້ອງ​ໃນ​ໃບ​ສະ​ໝັກ​ສອນ​ສາດ​ສະ​ໜາ​ຂອງ​ເຈົ້າ​ບໍ​ວ່າ ໃຫ້​ສົ່ງ​ເຈົ້າ​ໄປ​ທີ່​​ເຂດ​ເຜີຍ​ແຜ່ ບ່ອນ​ທີ່​ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ໄດ້​ຂີ່​ລົດ​ຖີບ?”

ລາວ​ໄດ້​ເວົ້າ​ວ່າ, “ໂດຍ, ທ່ານ​ປະ​ທານ, ຂ້າ​ນ້ອຍ​ໄດ້​ຂໍ​ດັ່ງ​ນັ້ນ.”

ຂ້າ​ພະ​ເຈົ້າ​ໄດ້​ຕອບ​ວ່າ, “ແອວ​ເດີ ຄາວ​ວັນ, ເຈົ້າ​ຖືກ​ເອີ້ນ​ໃຫ້​ມາ​ຮັບ​ໃຊ້​ຢູ່​ທີ່​​ເຂດ​ເຜີຍ​ແຜ່ ນາ​ໂກ​ຢາ ປະ​ເທດ​ຍິ່​ປຸ່ນ ບ່ອນ​ທີ່​ເຈົ້າ​ຕ້ອງ​ໄດ້​ຂີ່​ລົດ​ຖີບ. ເຈົ້າ​ໄດ້​ບອກ​ເລື່ອງ​ນີ້​ໃຫ້​ປະ​ທານ​ສະ​ເຕກ​ຂອງ​ເຈົ້າ​ຮູ້​ບໍ?”

ຂ້າ​ພະ​ເຈົ້າ​ຕົກ​ໃຈ​ໂດຍ​ຄຳ​ຕອບ​ຂອງ​ລາວ. ລາວ​ໄດ້​ເວົ້າ​ວ່າ, “ບໍ່, ຂ້າ​ນ້ອຍ​ບໍ່​ໄດ້​ບອກ​ເພິ່ນ. ຂ້າ​ນ້ອຍ​ໄດ້​ຕັ້ງ​ໃຈ​ວ່າ ຖ້າ​ຫາກ​​ເຂດ​ເຜີຍ​ແຜ່​ ນີ້ ເປັນ​ບ່ອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຢາກ​​ເອີ້ນ​ໃຫ້​ຂ້າ​ນ້ອຍ​ມາ, ຂ້າ​ນ້ອຍ​ຈະ​ໄປ​ທີ່​ສະ​ຖານ​ທີ່​ອອກ​ກຳ​ລັງ​ກາຍ ແລະ ເຝິກ​ຮ່າງ​ກາຍ​ຂອງ​ຂ້າ​ນ້ອຍ​ໃຫ້​ຂີ່​ລົດ​ຖີບ​ໃຫ້​ໄດ້.”

ໃນ​ທ້າຍ​ການ​ສຳ​ພາດ​ຂອງ​ເຮົາ, ລາວ​ໄດ້​ຖາມ​ຄຳ​ຖາມ​ນີ້​ກັບ​ຂ້າ​ພະ​ເຈົ້າ​ດ້ວຍ​ນ້ຳ​ຕາ​ວ່າ, “ທ່ານ​ປະ​ທານ ຢາ​ມາ​ຊີ​ຕາ, ເປັນ​ຫຍັງ​ຂ້າ​ນ້ອຍ​ຈຶ່ງ​ໄດ້​ມາ​ປະ​ເທດ​ຍີ່​ປຸ່ນ? ຂ້າ​ນ້ອຍ​ມາ​ທີ່​ນີ້​ເພາະ​ເຫດ​ໃດ?”

ຂ້າ​ພະ​ເຈົ້າ​ໄດ້​ຕອບ​ລາວ​ປາດ​ສະ​ຈາກ​ການ​ລັງ​ເລ​ໃຈ​ວ່າ, “ແອວ​ເດີ ຄາວ​ວັນ, ຂ້ອຍ​ຮູ້​ສາ​ເຫດ​ໜຶ່ງ​ທີ່​ເຈົ້າ​ໄດ້​ມາ​ທີ່​ນີ້. ເຈົ້າ​ໄດ້​ມາ​ທີ່​ນີ້​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຂ້ອຍ. ຂ້ອຍ​​ເຂົ້າ​ໃຈວ່າ ຂ້ອຍ​ໄດ້​ຮັບ​ໃຊ້​ກັບ​ຊາຍ​ໜຸ່ມ​ທີ່​ປະ​ເສີດ​ຄົນ​ໜຶ່ງ. ຂ້ອຍ​ໄດ້​ຮັບ​ພອນ​ທີ່​ໄດ້​ຮູ້​ຈັກ​ເຈົ້າ.”

ຂ້າ​ພະ​ເຈົ້າ​ດີ​ໃຈ​ທີ່​ຈະ​ລາຍ​ງານ​ວ່າ ແອວ​ເດີ ຄາວ​ວັນ ໄດ້​ກັບ​ບ້ານ​ຫາ​ຄອບ​ຄົວ​ທີ່​ຮັກ​ລາວ ແລະ ວ່າ​ລາວ​ໄດ້​ຮັບ​ການ​ມອບ​ໝາຍ​ໃໝ່ ໃຫ້​ຮັບ​ໃຊ້​ຢູ່​ບ່ອນ​ທີ່​ລາວ​ສາ​ມາດ​ໃຊ້​ລົດ​ເພື່ອ​ການ​ເດີນ​ທາງ​ຂອງ​ລາວ. ຂ້າ​ພະ​ເຈົ້າ​ບໍ່​ພຽງ​ແຕ່​ພາກ​ພູມ​ໃຈ​ນຳ ແອວ​ເດີ ຄາວ​ວັນ ເທົ່າ​ນັ້ນ ແຕ່​ນຳ​ຜູ້​ສອນ​ສາດ​ສະ​ໜາ​ທຸກໆ​ຄົນ ຕະ​ຫລອດ​ທົ່ວ​ໂລກ ຜູ້​ທີ່​ຮັບ​ໃຊ້​ຢ່າງ​ເຕັມ​ໃຈ ໂດຍ​ບໍ່​ຈົ່ມ​ຫຍັງ​ເລີຍ. ຂໍ​ຂອບ​ໃຈ ແອວ​ເດີ ແລະ ຊິດ​ສະ​ເຕີ ທັງ​ຫລາຍ ສຳ​ລັບ​ສັດ​ທາ, ຄວາມ​ເອົາ​ໃຈ​ໃສ່, ແລະ ຄວາມ​ກະຕື​ລືລົ້ນ​ອັນແຮງ​ກ້າ​ແທນ​ພຣະ​ຄຣິດ​ຂອງ​ພວກ​ເຈົ້າ.

ພຣະ​ຄຳ​ພີ​ມໍ​ມອນ​ບັນ​ຈຸ​ເລື່ອງ​ລາວ​ຫລາຍ​ຢ່າງ ເຖິງ​ຜູ້​ຄົນ​ທີ່​ກະຕື​ລືລົ້ນ​ແທນ​ພຣະ​ຄຣິດ. ແອວ​ມາ​ຜູ້​ລູກ ຕອນ​ເປັນ​ຊາຍ​ໜຸ່ມ​ໄດ້​ຂົ່ມ​ເຫັງ​ສາດ​ສະ​ໜາ​ຈັກ ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ຕໍ່​ມາ​ເພິ່ນ​ໄດ້​ມີ​ການ​ປ່ຽນ​ແປງ​ໃນ​ໃຈ​ລະ​ດັບ​ໃຫຍ່ ແລະ ໄດ້​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ມີ​ພະ​ລັງ. ເພິ່ນ​ໄດ້​ສະ​ແຫວງ​ຫາ​ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເພິ່ນ​ໄດ້​ໃຫ້​ພອນ​ຄູ່​ສອນ​ສາດ​ສະ​ໜາ​ຂອງ​ເພິ່ນ ຂະ​ນະ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ໃຊ້​ນຳ​ເພິ່ນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ເພິ່ນ​ເຂັ້ມ​ແຂງ, ແລະ ເພິ່ນ​ກໍ​ໄດ້​ເອົາ​ຊະ​ນະ​ຄວາມ​ຍາກ​ລຳ​ບາກ​ທີ່​ເພິ່ນ​ໄດ້​ປະ​ເຊີນ.

ແອວ​ມາ​ຄົນ​ນີ້​ໄດ້​ມອບ​ຄຳ​ແນະ​ນຳ​ດັ່ງ​ຕໍ່​ໄປ​ນີ້​ໃຫ້​ແກ່ ຮີ​ລາ​ມັນ ລູກ​ຊາຍ​ຂອງ​ເພິ່ນ​ວ່າ:

“ຜູ້​ໃດ​ກໍ​ຕາມ​ທີ່​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ, ຜູ້​ນັ້ນ​ຈະ​ໄດ້​ຮັບ​ການ​ອູ້ມ​ຊູ​ໃນ​ເວ​ລາ​ຂັດ​ສົນ​ຂອງ​ພວກ​ເຂົາ, ແລະ ຄວາມ​ຫຍຸ້ງ​ຍາກ​ຂອງ​ພວກ​ເຂົາ, ແລະ ຄວາມ​ທຸກ​ຂອງ​ພວກ​ເຂົາ. …

“… ຈົ່ງຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. …

“ຈົ່ງ​ປຶກ​ສາ​ນຳ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ກະ​ທຳ​ທັງ​ໝົດ​ຂອງ​ລູກ, ແລະ ພຣະ​ອົງ​ຈະ​ຊີ້​ທາງ​ໃຫ້​ລູກ​ເພື່ອ​ຄວາມ​ດີ.”4

ລູກ​ຊາຍ​ຄົນ​ທີ​ສອງ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ໃຊ້​ຊີ​ວິດ​ໃນ​ໄວ​ໜຸ່ມ​ຂອງ​ລາວ ຫ່າງ​ໄກ​ຈາກ​ສາດ​ສະ​ໜາ​ຈັກ. ຕອນ​ລາວ​ມີ​ອາ​ຍຸ 20 ປີ, ລາວ​ໄດ້​ມີ​ປະ​ສົບ​ການ​ໜຶ່ງ​ທີ່​ໄດ້​ເຮັດ​ໃຫ້​ລາວ​ຢາກ​ຈະ​ປ່ຽນ​ແປງ​ຊີ​ວິດ​ຂອງ​ລາວ. ດ້ວຍ​ຄວາມ​ຮັກ, ການ​ອະ​ທິ​ຖານ, ແລະ ຄວາມ​ຊ່ວຍ​ເຫລືອ​ຈາກ​ຄອບ​ຄົວ​ຂອງ​ລາວ ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ​ແລະ ໃນ​ທີ່​ສຸດ, ຜ່ານ​ຄວາມ​ເມດ​ຕາ​ສົງ​ສານ ແລະ ພຣະ​ຄຸນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ລາວ​ກໍ​ໄດ້​ກັບ​ຄືນ​ມາ​ສູ່​ສາດ​ສະ​ໜາ​ຈັກ.

ຕໍ່​ມາ​ລາວ​ໄດ້​ຖືກ​ເອີ້ນ​ໃຫ້​ໄປ​ຮັບ​ໃຊ້​ຢູ່​​ເຂດ​ເຜີຍ​ແຜ່ ຊີ​ອາ​ໂທ ລັດ​ວໍ​ຊິງ​ຕັນ. ໃນ​ຕອນ​ຕົ້ນ ລາວ​ໄດ້​ມີ​ຄວາມ​ທໍ້​ຖອຍ​ໃຈ​ຫລາຍ. ທຸກໆ​ຄືນ ເປັນ​ເວ​ລາ​ສາມ​ເດືອນ​ໃນ​ຕອນ​ຕົ້ນ, ລາວ​ໄດ້​ຮ້ອງ​ໄຫ້​ຢູ່ໃນ​ຫ້ອງ​ນ້ຳ. ເໝືອນ​ດັ່ງ ແອວ​ເດີ ຄາວ​ວັນ, ລາວ​ໄດ້​ສະ​ແຫວງ​ຫາ​ເພື່ອ​ຈະ​ເຂົ້າ​ໃຈ​ວ່າ, “ຂ້​າ​ນ້ອຍ​ຢູ່​ທີ່​ນີ້​ເພາະ​ເຫດ​ໃດ?”

ຫລັງ​ຈາກ​ລາວ​ໄດ້​ຮັບ​ໃຊ້​ເປັນ​ເວ​ລາ​ໜຶ່ງ​ປີ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ອີ​ເມວ​ທີ່​ເປັນ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ພວກ​ຂ້າ​ພະ​ເຈົ້າ. ລາວ​ໄດ້​ຂຽນ​ວ່າ: “ໃນ​ເວ​ລາ​ນີ້​ລູກ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ແທ້ໆ. ລູກ​ຈະ​ເຮັດ​ວຽກ​ໃຫ້​ຂະ​ຫຍັນ​ຫລາຍ​ຂຶ້ນ ເພື່ອ​ຈະ​ກາຍ​ເປັນ​ຄົນ​ເໝືອນ​ດັ່ງ​ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ. ເຖິງ​ແມ່ນ​ວ່າ​ລູກ​ກຳ​ລັງ​ມີ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ​ຢູ່, ລູກ​ກໍ​ມີ​ຄວາມ​ສຸກ​ແທ້ໆ. ການ​ຮັບ​ໃຊ້​ພຣະ​ເຢ​ຊູ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ​ເລີຍ. ບໍ່​ມີ​ຫຍັງ​ປະ​ເສີດ​ໄປ​ກວ່າ​ນີ້. ລູກ​ມີ​ຄວາມ​ສຸກ​ຫລາຍ​ແທ້ໆ.”

ລາວ​ໄດ້​ຮູ້​ສຶກ​ເໝືອນ​ດັ່ງ ແອວ​ມາ ວ່າ: “ແລະ ໂອ້, ພໍ່​ບໍ່​ເຄີຍ​ເຫັນ​ຄວາມ​ສຸກ ແລະ ຄວາມ​ສະ​ຫວ່າງ​ອັນ​ໃດ​ທີ່​ໜ້າ​ອັດ​ສະ​ຈັນ​ເຊັ່ນ​ນີ້; ແທ້​ຈິງ​ແລ້ວ, ຈິດ​ວິນ​ຍານ​ຂອງ​ພໍ່​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ​ທີ່​ສຸດ​ເທົ່າ​ກັບ​ຄວາມ​ເຈັບ​ປວດ​ຂອງ​ພໍ່!”5

ໃນ​ຊີ​ວິດ​ຂອງ​ເຮົາ ເຮົາ​ມີ​ຄວາມ​ຂັດ​ສົນ, ແຕ່​ຖ້າ​ຫາກ​ເຮົາ​ເປັນ​ຄົນ​ທີ່ກະຕືລືລົ້ນແທນ​ພຣະ​ຄຣິດ, ເຮົາ​ສາ​ມາດ​ເອົາ​ໃຈ​ໃສ່​ພຣະ​ອົງ ແລະ ຮູ້​ສຶກ​ເຖິງຄວາມ​ສຸກ ແມ່ນ​ແຕ່​ໃນ​ທ່າມ​ກາງ​ຄວາມ​ຂັດ​ສົນ​ນັ້ນ. ພຣະ​ຜູ້​ໄຖ່​ຂອງ​ເຮົາ​ເປັນ​ຕົວ​ຢ່າງ​ທີ່​ປະ​ເສີດ​ເລີດ. ພຣະ​ອົງ​ໄດ້​ເຂົ້າ​ໃຈ​ພາ​ລະ​ກິດ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ ແລະ ໄດ້​ເຊື່ອ​ຟັງ​ຕໍ່​ພຣະ​ປະ​ສົງ​ຂອງ​ພຣະ​ບິດາ​ເຈົ້າ. ຊ່າງ​ເປັນ​ພອນ​ອັນ​ປະ​ເສີດ​ລ້ຳ​ທີ່​ຈະ​ນຳ​ເອົາ​ຕົວ​ຢ່າງ​ທີ່​ປະ​ເສີດ​ຂອງ​ພຣະ​ອົງ​ເຂົ້າ​ມາ​ສູ່​ຄວາມ​ຊົງ​ຈຳ​ຂອງ​ເຮົາ ແຕ່​ລະ​ອາ​ທິດ ຂະ​ນະ​ທີ່​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ, ເຮົາ​ເປັນ​ຄົນ​ທີ່​ກະຕືລືລົ້ນ​ແທນ​ພຣະ​ຄຣິດ​ເມື່ອ​ເຮົາ​ຮັບ​ໃຊ້​ຢ່າງ​ຊື່​ສັດ, ຍອມ​ຮັບ​ຢ່າງ​ຖ່ອມ​ຕົວ, ອົດ​ທົນ​ຢ່າງ​ສະ​ຫງ່າ, ອະ​ທິ​ຖານ​ຢ່າງ​ຈິງ​ໃຈ, ແລະ ຮັບ​ສ່ວນ​ສິນ​ລະ​ລຶກ​ຢ່າງ​ມີ​ຄຸນ​ຄ່າ​ດີ​ພໍ.

ຂໍ​ໃຫ້​ເຮົາ​ຈົ່ງ​ເປັນ​ຄົນ​ທີ່ກະຕື​ລືລົ້ນ​ແທນ​ພຣະ​ຄຣິດ ຂະ​ນະ​ທີ່​ເຮົາ​ຍອມ​ຮັບ​ຄວາມ​ຫຍຸ້ງ​ຍາກ ແລະ ຄວາມ​ຂັດ​ສົນ​ຂອງ​ເຮົາ​ດ້ວຍ​ຄວາມ​ອົດ​ທົນ ແລະ ສັດ​ທາ ແລະ ພົບ​ເຫັນ​ຄວາມ​ສຸກ​ໃນ​ການ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ທ່ານ. ພຣະ​ອົງ​ຮູ້​ຈັກ​ຄວາມ​ດີ້ນ​ລົນ ແລະ ຄວາມ​ກັງ​ວົນ​ຂອງ​ທ່ານ. ພຣະ​ອົງ​ຮູ້​​ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ ທີ່​ຈະ​ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ການ​ອຸ​ທິດ​ຕົນ, ແລະ ແມ່ນ​ແຕ່ ດ້ວຍ​ຄວາມ​ກະຕືລື​ລົ້ນ. ຂໍ​ໃຫ້​ພຣະ​ອົງ​ຈົ່ງ​ຊີ້​ນຳ ແລະ ປະ​ທານ​ພອນ​ໃຫ້​ແກ່​ທ່ານ ຂະ​ນະ​ທີ່​ທ່ານ​ເຮັດ​ດັ່ງ​ນັ້ນ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. ວິວລຽມ ສະ​ມິດ ຄະລາ​ກ (1826–86) ​ເຄີຍ​ເປັນ​ອາຈານ​ສອນ​ວິຊາ​ເຄມີ, ພືດ​ສາດ, ​​ແລະ ສັດຕະ​ສາດ ​ແລະ ​ໄດ້​ຮັບ​ໃຊ້​ເປັນນາຍ​ພັນ​ເອກ ​ໃນ​ໄລຍະ​ສົງຄາມ​ໂລກ​ກາງ​ເມືອງ. ​ເພິ່ນ​ໄດ້​ເປັນ​ຫົວໜ້າ​ສອນ​ຝ່າຍ​ການ​ກະ​ເສດ ​ແລະ ​ເປັນ​ຜູ້ອຳນວຍການຂອງ​ວິທະຍາ​ໄລ ມາ​ຊາ​ຈູ​ເສດ ຄະນະ​ການ​ກະ​ເສດ. (​ເບິ່ງ “William S. Clark,” wikipedia.com.)

  2. ຮູບ​ປັ້ນ ທີ່ຄ້ອຍຊາ​ໂປ​ໂຣ ຮິດຊູ​ຈິ​ກາ​ໂອກາ.

  3. William S. Clark, in Ann B. Irish, Hokkaido: A History of Ethnic Transition and Development on Japan’s Northern Island (2009), 156.

  4. ແອວ​ມາ 36:3; 37:35, 37.

  5. ແອວ​ມາ 36:20.