ຮຽນຮູ້ຈາກ ແອວມາ ແລະ ແອມມິວເລັກ
ຂ້າພະເຈົ້າຫວັງວ່າ ທ່ານໃດທີ່ຫລົງທາງຈາກການເປັນສານຸສິດ ຈະເປີດໃຈຂອງເຂົາເຈົ້າ ແລະ ຮຽນຮູ້ຈາກແອວມາ ແລະ ແອມມິວເລັກ.
ແອວມາຜູ້ເປັນລູກ
ໜຶ່ງໃນຈຳນວນຜູ້ຄົນທີ່ບໍ່ສາມາດລືມໄດ້ໃນພຣະຄຳພີ ຄື ແອວມາຜູ້ເປັນລູກ. ເຖິງວ່າ ເພິ່ນເປັນລູກຊາຍຄົນໜຶ່ງຂອງສາດສະດາຜູ້ຍິ່ງໃຫຍ່ກໍຕາມ ເພິ່ນໄດ້ອອກນອກທາງແລ້ວກາຍເປັນ “ຄົນຊົ່ວທີ່ສຸດ ແລະ ນັບຖືຮູບບູຊາ.” ແຕ່ດ້ວຍສາເຫດທີ່ເຮົາບໍ່ເຂົ້າໃຈ ເພິ່ນໄດ້ຕໍ່ຕ້ານບິດາຂອງເພິ່ນ ແລະ ຫວັງທຳລາຍສາດສະໜາຈັກ. ຍ້ອນວ່າເພິ່ນເປັນຄົນເວົ້າເກັ່ງ ແລະ ຮູ້ຊັກຊວນຄົນ ເພິ່ນກໍເຮັດໄດ້ສຳເລັດ.1
ແຕ່ຊີວິດຂອງແອວມາປ່ຽນໄປ ເມື່ອທູດອົງໜຶ່ງຂອງພຣະເຈົ້າມາປະກົດຕໍ່ໜ້າເພິ່ນ ແລະ ກ່າວດ້ວຍນ້ຳສຽງແບບຟ້າຮ້ອງກັບເພິ່ນ. ເປັນເວລາສາມວັນ ສາມຄືນ, ແອວມາໄດ້ “ຖືກທໍລະມານດ້ວຍຄວາມທໍລະມານນິລັນດອນ, ... ຈົນວ່າຈິດວິນຍານມີຄວາມເຈັບປວດຈົນສຸດຂີດ.” ແລ້ວຄວາມຊົງຈຳທີ່ເລືອນລາງ ໄດ້ນຳຄວາມສະຫວ່າງມາສູ່ຄວາມມືດໃນຈິດໃຈຂອງເພິ່ນ—ເຖິງຄວາມຈິງນິລັນດອນ, ທີ່ພໍ່ເພິ່ນໄດ້ສັ່ງສອນໄວ້ວ່າ: ພຣະເຢຊູຄຣິດຈະສະເດັດມາ “ເພື່ອຊົດໃຊ້ແທນບາບຂອງໂລກ.” ແອວມາໄດ້ປະຕິເສດແນວຄິດແນວນີ້ດົນແລ້ວ, ແຕ່ບັດນີ້ “ເພິ່ນກຳລັງນຶກເຖິງແນວຄິດແນວນີ້,” ແລ້ວເພິ່ນໄດ້ໄວ້ວາງໃຈໃນອຳນາດແຫ່ງການຊົດໃຊ້ຂອງພຣະຄຣິດດ້ວຍຄວາມຖ່ອມຕົນ ແລະ ຈິງໃຈ.2
ຫລັງຈາກແອວມາມີປະສົບການນີ້ແລ້ວ ເພິ່ນປ່ຽນເປັນຄົນໃໝ່. ນັບແຕ່ນັ້ນມາ ເພິ່ນໄດ້ອຸທິດຊີວິດຂອງເພິ່ນແກ້ໄຂທຸກຢ່າງທີ່ເພິ່ນໄດ້ເຮັດຄວາມເສຍຫາຍ. ເພິ່ນໄດ້ເປັນຕົວຢ່າງທີ່ມີພະລັງ ເຖິງການກັບໃຈ, ການໃຫ້ອະໄພ, ແລະ ການອົດທົນຢ່າງຊື່ສັດ.
ແອວມາຖືກເລືອກໃຫ້ເປັນຜູ້ປົກຄອງຕໍ່ຈາກພໍ່ຂອງເພິ່ນ ໃນຖານະຜູ້ນຳຂອງສາດສະໜາຈັກຂອງພຣະເຈົ້າ.
ພົນລະເມືອງທຸກຄົນຂອງປະຊາຊາດນີໄຟຕ້ອງຮູ້ກ່ຽວກັບເລື່ອງຂອງແອວມາ. ໃນ Twitters, Instagrams, ແລະ Facebooks ໃນສະໄໝຂອງເພິ່ນ ຄືຊິມີແຕ່ຮູບ ແລະ ເລື່ອງຕ່າງໆຂອງເພິ່ນ. ໃນໜ້າປົກ ແຊຣາເຮັມລາ ລາຍສັບປະດາ ອາດຈະມີແຕ່ຮູບຂອງເພິ່ນເປັນປະຈຳ ແລະ ເປັນຫົວຂໍ້ໃນບັນນາທິການ. ໃນລາຍການໂທລະພາບຕ່າງໆ, ແລະ ຊີວະປະຫວັດຫຍໍ້ໃນໜັງ ແລະ ສາລະຄະດີຕ່າງໆ. ສະຫລຸບແລ້ວ ເພິ່ນອາດເປັນດາລາທີ່ມີຊື່ສຽງທີ່ສຸດໃນສະໄໝນັ້ນນໍ້.
ເມື່ອແອວມາເຫັນວ່າ ຜູ້ຄົນຂອງເພິ່ນລືມພຣະເຈົ້າ ແລະ ມີຄວາມທະນົງໃຈ ແລະ ຜິດຖຽງກັນ, ເພິ່ນເລີຍເລືອກລາອອກຈາກຕຳແໜ່ງ ແລະ ໄດ້ອຸທິດຕົນຕໍ່ຖານະປະໂລຫິດສຸງສຸດ ແລະ ລະບຽບສັກສິດຂອງພຣະເຈົ້າ,”3 ໂດຍການປ່າວປະກາດຕໍ່ຊາວນີໄຟໃຫ້ກັບໃຈ.
ແອວມາໄດ້ປະສົບຄວາມສຳເລັດໃນຕອນຕົ້ນ—ຈົນວ່າ ເພິ່ນໄດ້ເດີນທາງໄປເມືອງ ແອມໂມໄນຮາ. ຄົນໃນເມືອງນັ້ນຮູ້ດີວ່າ ເພິ່ນບໍ່ໄດ້ເປັນຜູ້ນຳການເມືອງຂອງເຂົາເຈົ້າອີກ ແລະ ເຂົາເຈົ້າກໍບໍ່ມີຄວາມເຄົາລົບເພິ່ນໃນຖານະປະໂລຫິດປານໃດ. ເຂົາເຈົ້າດ່າ, ເຍາະເຍີ້ຍ, ແລະ ໄລ່ເພິ່ນໜີຈາກເມືອງຂອງເຂົາເຈົ້າ.
ດ້ວຍຄວາມເສົ້າໃຈ ແອວມາຈຶ່ງໜີຈາກເມືອງແອມໂມໄນຮາ.4
ແຕ່ທູດໄດ້ບອກເພິ່ນໃຫ້ຄືນໄປ.
ໃຫ້ທ່ານຄິດລອງເບິ່ງ: ເພິ່ນໄດ້ຖືກບອກໃຫ້ກັບໄປຫາຜູ້ຄົນທີ່ຊັງເພິ່ນ ແລະ ກຽດຊັງສາດສະໜາຈັກ. ມັນເປັນງານມອບໝາຍທີ່ອັນຕະລາຍ ຫລື ອາດຈະເປັນໄພຕໍ່ຊີວິດກໍໄດ້. ແຕ່ແອວມາບໍ່ໄດ້ລັງເລໃຈ. “ເພິ່ນໄດ້ກັບໄປຢ່າງໄວວາ.”5
ແອວມາໄດ້ອົດອາຫານເປັນເວລາຫລາຍວັນ ກ່ອນເພິ່ນໄດ້ເຂົ້າໄປໃນເມືອງນັ້ນ. ຢູ່ທີ່ນັ້ນ ເພິ່ນຖາມຄົນແປກໜ້າວ່າ: “ເຈົ້າຫາອັນໃດໃຫ້ຜູ້ຮັບໃຊ້ທີ່ຖ່ອມຕົວຂອງພຣະເຈົ້າກິນແດ່ໄດ້ບໍ່.”6
ແອມມິວເລັກ
ຊາຍຜູ້ນີ້ຊື່ວ່າ ແອມມິວເລັກ
ແອມມິວເລັກເປັນຊາຍຮັ່ງມີ, ເປັນຄົນມີຊື່ສຽງຂອງເມືອງແອມໂມໄນຮາ. ເຖິງແມ່ນວ່າເພິ່ນມາຈາກເຊື້ອສາຍທີ່ມີສັດທາເຂັ້ມແຂງ ແຕ່ສັດທາຂອງເພິ່ນອ່ອນແອ. ຕໍ່ມາເພິ່ນໄດ້ສາລະພາບວ່າ, “ຂ້າພະເຈົ້າຖືກຮຽກຮ້ອງຫລາຍເທື່ອ ແລະ ຂ້າພະເຈົ້າບໍ່ຍອມຟັງ; ດັ່ງນັ້ນ ຂ້າພະເຈົ້າຈຶ່ງຮູ້ກ່ຽວກັບເລື່ອງເຫລົ່ານີ້, ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າບໍ່ຍອມເຊື່ອ; ດັ່ງນັ້ນ ຂ້າພະເຈົ້າຈຶ່ງກະບົດຕໍ່ພຣະເຈົ້າ.”7
ແຕ່ພຣະເຈົ້າໄດ້ຕຽມແອມມິວເລັກ ແລະ ເມື່ອແອມມິວເລັກໄດ້ພົບກັບແອວມາ ເພິ່ນໄດ້ຕ້ອນຮັບຜູ້ຮັບໃຊ້ຂອງພຣະອົງໃນເຮືອນຂອງເພິ່ນ ແອວມາໄດ້ພັກເຊົາຢູ່ເຮືອນເພິ່ນເປັນເວລາຫລາຍມື້.8 ໃນໄລຍະນັ້ນ ແອມມິວເລັກໄດ້ເປີດໃຈຟັງຂ່າວສານຂອງແອວມາ ແລ້ວມີສິ່ງປ່ຽນແປງທີ່ມະຫັດສະຈັນເກີດຂຶ້ນກັບເພິ່ນ. ນັບແຕ່ນັ້ນມາ, ແອມມິວເລັກບໍ່ພຽງແຕ່ເຊື່ອເທົ່ານັ້ນ ເພິ່ນຍັງໄດ້ກາຍມາເປັນຜູ້ປົກປ້ອງຄວາມຈິງອີກດ້ວຍ.
ເມື່ອແອວມາໄດ້ອອກໄປສອນຜູ້ຄົນຂອງເມືອງແອມໂມໄນຮາ ເພິ່ນມີພະຍານຄົນທີສອງທີ່ຊື່ ແອມມິວເລັກ ຢູ່ທາງຂ້າງເພິ່ນ, ຈາກກຸ່ມຂອງເຂົາເຈົ້າ.
ເຫດການທີ່ຕາມມານັ້ນ ເປັນໜຶ່ງເຫດການ ທີ່ມີທັງຄວາມໂສກເສົ້າ ແລະ ຄວາມສຸກທີ່ສຸດ ຊຶ່ງໄດ້ມີການບັນຍາຍໃນທົ່ວພຣະຄຳພີທັງໝົດ. ທ່ານສາມາດອ່ານເລື່ອງນັ້ນໄດ້ຈາກ ແອວມາ ບົດທີ 8 ເຖິງ 16.
ມື້ນີ້ ຂ້າພະເຈົ້າຢາກຖາມທ່ານໃຫ້ພິຈາລະນາຄຳຖາມສອງຂໍ້ນີ້ຄື:
ທຳອິດ “ເຮົາສາມາດຮຽນຮູ້ຫຍັງແດ່ຈາກແອວມາ?”
ທີສອງ “ເຮົາເປັນເໝືອນແອມມິວເລັກແນວໃດ?”
ເຮົາສາມາດຮຽນຮູ້ຫຍັງແດ່ຈາກແອວມາ?
ຂ້າພະເຈົ້າຂໍເລີ່ມຕົ້ນດ້ວຍການຖາມຜູ້ນຳໃນອະດີດ, ໃນປະຈຸບັນ, ຫລື ໃນອະນາຄົດຂອງສາດສະໜາຈັກຂອງພຣະເຢຊູຄຣິດວ່າ, “ທ່ານສາມາດຮຽນຮູ້ຫຍັງແດ່ຈາກແອວມາ?”
ແອວມາເປັນຄົນທີ່ມີພອນສະຫວັນ ແລະ ມີຄວາມສາມາດຫລາຍ. ມັນອາດຈະເປັນການງ່າຍທີ່ຈະຄິດວ່າ ເພິ່ນບໍ່ຕ້ອງການຄວາມຊ່ວຍເຫລືອຈາກຜູ້ໃດ. ເຖິງຢ່າງໃດກໍດີ, ແອວມາໄດ້ເຮັດຫຍັງແດ່ ເມື່ອເພິ່ນໄດ້ກັບມາເມືອງແອມໂມໄນຮາ?
ແອວມາໄດ້ພົບແອມມິວເລັກ ແລະ ຂໍຮ້ອງໃຫ້ເພິ່ນຊ່ວຍ.
ແລະ ແອວມາກໍໄດ້ຮັບຄວາມຊ່ວຍເຫລືອ.
ດ້ວຍເຫດຜົນໃດກໍຕາມ, ພວກເຮົາທີ່ເປັນຜູ້ນຳ ບາງເທື່ອກໍລັງເລໃຈທີ່ຈະຂໍຮ້ອງໃຫ້ຜູ້ອື່ນຊ່ວຍ. ບາງທີພວກເຮົາຄິດວ່າຕົນເອງເຮັດເອົາເອງດີກວ່າ, ຫລື ບໍ່ຢາກລົບກວນຄົນອື່ນ, ຫລື ພວກເຮົາຄິດວ່າ ຜູ້ອື່ນບໍ່ຢາກມີສ່ວນຮ່ວມ. ມີຫລາຍເທື່ອ ທີ່ພວກເຮົາບໍ່ກ້າເຊີນຄົນອື່ນໃຫ້ເຂົາເຈົ້ານຳໃຊ້ພອນສະຫວັນທີ່ພຣະເຈົ້າປະທານໃຫ້ ໃນການເຮັດວຽກງານຍິ່ງໃຫຍ່ແຫ່ງຄວາມລອດ.
ໃຫ້ນຶກເຖິງພຣະຜູ້ຊ່ວຍໃຫ້ລອດເບິ່ງ—ພຣະອົງໄດ້ສ້າງຕັ້ງສາດສະໜາຈັກຂອງພຣະອົງດ້ວຍພຣະອົງເອງບໍ?
ບໍ່ເລີຍ.
ຄຳເວົ້າຂອງພຣະອົງບໍ່ແມ່ນວ່າ “ຖອຍໄປ. ເຮົາຈັດການສິ່ງນີ້ໄດ້.” ແຕ່ແມ່ນວ່າ “ຈົ່ງຕາມເຮົາມາ.”9 ພຣະອົງບັນດານໃຈ, ເຊື້ອເຊີນ, ສັ່ງສອນ, ແລ້ວເຊື່ອໃຈຜູ້ທີ່ຕິດຕາມພຣະອົງ “ເພື່ອໃຫ້ເຮັດຄືກັນ ຕາມທີ່ທ່ານໄດ້ເຫັນເຮົາເຮັດ.”10 ໂດຍທາງນີ້ ພຣະເຢຊູຄຣິດ ບໍ່ພຽງແຕ່ເສີມສ້າງສາດສະໜາຈັກຂອງພຣະອົງເທົ່ານັ້ນ ແຕ່ເສີມສ້າງຜູ້ຮັບໃຊ້ຂອງພຣະອົງອີກດ້ວຍ.
ບໍ່ວ່າທ່ານກຳລັງຮັບໃຊ້ໃນໜ້າທີ່ໃດກໍຕາມ—ບໍ່ວ່າທ່ານຈະເປັນປະທານຂອງກຸ່ມມັກຄະນາຍົກ, ປະທານສະເຕກ, ຫລື ປະທານທ້ອງຖິ່ນກໍຕາມ—ຖ້າຢາກໄດ້ຮັບຄວາມສຳເລັດ ທ່ານຕ້ອງຫາຄົນຊ່ວຍເຫລືອທ່ານ ທີ່ຄືແອມມິວເລັກ.
ຜູ້ນັ້ນອາດເປັນບຸກຄົນທີ່ຖ່ອມຕົນ ຫລື ບໍ່ອອກໜ້າອອກຕາໃນໂບດ. ຜູ້ນັ້ນອາດເປັນຄົນທີ່ ເບິ່ງຄືວ່າ ບໍ່ພໍໃຈ ຫລື ບໍ່ສາມາດຮັບໃຊ້ໄດ້. ຜູ້ທີ່ຊ່ວຍທ່ານອາດເປັນຄົນໜຸ່ມ ຫລື ຄົນເຖົ້າ, ເປັນຜູ້ຊາຍ ຫລື ຜູ້ຍິງ, ຫລື ຂາດປະສົບການ, ເມື່ອຍລ້າ, ຫລື ບໍ່ເຂັ້ມແຂງໃນໂບດ. ແຕ່ທ່ານອາດບໍ່ຮູ້ໄດ້ໃນເທື່ອທຳອິດວ່າ ເຂົາເຈົ້າຫວັງຢາກໄດ້ຍິນຄຳວ່າ “ພຣະຜູ້ເປັນເຈົ້າອາໄສທ່ານ! ຂ້າພະເຈົ້າອາໄສທ່ານ!”
ແທ້ຈິງແລ້ວ ມີຫລາຍຄົນຢາກຮັບໃຊ້ພຣະເຈົ້າຂອງເຂົ້າເຈົ້າ. ເຂົາເຈົ້າຢາກເປັນເຄື່ອງມືໃນພຣະຫັດຂອງພຣະອົງ. ເຂົາເຈົ້າຢາກທຸ້ມເທເຫື່ອແຮງຂອງເຂົາເຈົ້າ ໃສ່ໃນການຕຽມໂລກນີ້ ເພື່ອການສະເດັດມາຂອງພຣະຜູ້ຊ່ວຍໃຫ້ລອດ. ເຂົາເຈົ້າຢາກສ້າງສາສາດສະໜາຈັກຂອງພຣະອົງ, ແຕ່ເຂົາເຈົ້າລັງເລໃຈທີ່ຈະເລີ່ມຕົ້ນ. ສ່ວນຫລາຍ ເຂົາເຈົ້າຈະຖ້າໃຫ້ຖືກຖາມກ່ອນ.
ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ຄິດເຖິງຄົນທີ່ຢູ່ໃນສາຂາ ແລະ ຫວອດຂອງທ່ານ, ໃນເຂດເຜີຍແຜ່ ແລະ ສະເຕກຂອງທ່ານ, ຊຶ່ງເຂົາເຈົ້າຕ້ອງໄດ້ຍິນການຮຽກຮ້ອງນັ້ນ. ພຣະຜູ້ເປັນເຈົ້າໄດ້ທຳງານໃນການຕຽມເຂົາເຈົ້າໃຫ້ມີຈິດໃຈອ່ອນໂຍນ. ຈົ່ງຊອກຫາເຂົາເຈົ້າດ້ວຍການເບິ່ງດ້ວຍໃຈຂອງທ່ານ.
ຈົ່ງຊ່ວຍເຂົາເຈົ້າ. ສອນເຂົາເຈົ້າ. ດົນໃຈເຂົາເຈົ້າ. ຖາມເຂົາເຈົ້າ.
ຈົ່ງແບ່ງປັນຄຳເວົ້າຂອງທູດສະຫວັນກັບແອມມິວເລັກ—ເພື່ອພອນຂອງພຣະຜູ້ເປັນເຈົ້າຈະຫລັ່ງໄຫລມາຫາເຂົາເຈົ້າ ແລະ ຄອບຄົວຂອງເຂົາເຈົ້າ.11 ທ່ານອາດຈະແປກໃຈ ເມື່ອທ່ານພົບຜູ້ຮັບໃຊ້ທີ່ກ້າຫານຂອງພຣະຜູ້ເປັນເຈົ້າ ຖ້າບໍ່ເປັນແນວນີ້ ເຂົາເຈົ້າອາດຈະຢູ່ໃນທີ່ລີ້ລັບຕະຫລອດໄປ.
“ເຮົາເປັນເໝືອນແອມມິວເລັກແນວໃດ?
ໃນຂະນະທີ່ບາງຄົນຄວນສະແຫວງຫາແອມມິວເລັກ ແຕ່ສຳລັບບາງຄົນ ຄຳຖາມອາດເປັນວ່າ “ເຮົາເປັນເໝືອນແອມມິວເລັກແນວໃດ?”
ຫລາຍປີມາແລ້ວ ທ່ານອາດເປັນສານຸສິດທີ່ບໍ່ເອົາໃຈໃສ່ປານໃດ. ບາງທີຄວາມແຮງກ້າຂອງປະຈັກພະຍານຂອງທ່ານອາດເສື່ອມລົງ. ບາງທີທ່ານອາດຫລຸດຖອຍຈາກສາດສະໜາຈັກ. ບາງທີທ່ານອາດຄຽດ ຫລື ໂກດແຄ້ນ. ເໝືອນດັ່ງສາດສະໜາຈັກບາງແຫ່ງໃນສະໄໝບູຮານຂອງເອເຟໂຊ, ທ່ານອາດປະຖິ້ມຄົນ “ຮັກຜູ້ທຳອິດຂອງທ່ານ”12—ຊຶ່ງປະເສີດ, ມີຄວາມຈິງນິລັນດອນແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ບາງທີ ທ່ານເປັນເໝືອນແອມມິວເລັກ, ທ່ານຮູ້ໃນໃຈວ່າ ພຣະຜູ້ເປັນເຈົ້າ “ເອີ້ນທ່ານຫລາຍເທື່ອ” ແຕ່ທ່ານ “ທຳທ່າບໍ່ໄດ້ຍິນ.”
ເຖິງຢ່າງໃດກໍດີ, ພຣະຜູ້ເປັນເຈົ້າຫລິງເຫັນຄວາມສາມາດໃນຕົວທ່ານ ດັ່ງທີ່ພຣະອົງເຫັນໃນຕົວແອມມິວເລັກ—ທີ່ຈະກາຍເປັນຄົນຮັບໃຊ້ທີ່ກ້າຫານໃນວຽກງານອັນສຳຄັນ. ມີຫລາຍຄົນທີ່ຕ້ອງໄດ້ຍິນປະຈັກພະຍານຂອງທ່ານ. ບໍ່ມີຄົນໃດທີ່ຈະຮັບໃຊ້ຄືກັນກັບທ່ານ. ພຣະຜູ້ເປັນເຈົ້າໄວ້ວາງໃຈທ່ານກັບຖານະປະໂລຫິດທີ່ສັກສິດຂອງພຣະອົງ ທີ່ມີຄວາມສາມາດອັນສັກສິດໃນການທີ່ຈະເປັນພອນ ແລະ ຊ່ວຍເຫລືອຄົນອື່ນ.
ການເດີນທາງຂອງສະມາຊິກຄົນໜຶ່ງ
ຂ້າພະເຈົ້າປະທັບໃຈກັບການເດີນທາງຂອງອ້າຍນ້ອງຄົນໜຶ່ງ ຊຶ່ງຖາມຕົນເອງວ່າ “ເມື່ອພຣະຜູ້ເປັນເຈົ້າເອີ້ນຂ້ານ້ອຍ, ຂ້ານ້ອຍຈະໄດ້ຍິນພຣະອົງບໍ່?” ຂ້າພະເຈົ້າຈະເອີ້ນຊື່ອ້າຍນ້ອງທີ່ດີຄົນນີ້ວ່າ ເດວິດ.
ເດວິດເປັນສະມາຊິກໂບດໄດ້ປະມານ 30 ປີແລ້ວ. ລາວໄດ້ໄປເປັນຜູ້ສອນສາດສະໜາ ແລ້ວໄປໂຮງຮຽນກົດໝາຍ. ເມື່ອລາວກຳລັງສຶກສາ ແລະ ຫາລ້ຽງຄອບຄົວໜຸ່ມຂອງລາວນັ້ນ ລາວມີຄວາມສັບສົນຫລັງຈາກທີ່ລາວໄດ້ພົບຂໍ້ມູນອັນໜຶ່ງກ່ຽວກັບສາດສະໜາຈັກ. ເມື່ອລາວອ່ານໜັງສືທີ່ເປັນທາງລົບນັ້ນຫລາຍເທົ່າໃດ ລາວຍິ່ງມີຄວາມວຸ້ນວາຍໃຈຫລາຍເທົ່ານັ້ນ. ຈົນຕໍ່ມາລາວໄດ້ຂໍຮ້ອງໃຫ້ເອົາຊື່ຂອງລາວອອກຈາກບັນທຶກຂອງສາດສະໜາຈັກ.
ແຕ່ນັ້ນມາ ເໝືອນກັບແອວມາໃນສະໄໝຫົວດື້ຂອງເພິ່ນ ທ້າວເດວິດໄດ້ໃຊ້ເວລາຖົກຖຽງກັບສະມາຊິກໂບດທາງອິນເຕີເນັດ, ດ້ວຍຄວາມຕັ້ງໃຈທີ່ຈະທ້າທາຍຄວາມເຊື່ອຂອງເຂົາເຈົ້າ.
ລາວເກັ່ງໃນເລື່ອງນີ້.
ຂ້າພະເຈົ້າໃຫ້ນາມສົມມຸດກັບສະມາຊິກຄົນໜຶ່ງທີ່ລາວຖົກຖຽງນຳນັ້ນວ່າ ທ້າວເຈຄອບ. ເຈຄອບເປັນຄົນມີເມດຕາ ແລະ ເຄົາລົບ ທ້າວເດວິດສະເໝີ. ແຕ່ລາວເດັດດ່ຽວໃນການປົກປ້ອງສາດສະໜາຈັກ.
ຫລາຍປີຜ່ານໄປ ທ້າວເດວິດ ແລະ ທ້າວເຈຄອບ ໄດ້ມີຄວາມເຄົາລົບ ແລະ ມິດຕະພາບຕໍ່ກັນ. ສິ່ງທີ່ເດວິດບໍ່ເຄີຍຮູ້ຄືວ່າ ທ້າວເຈຄອບໄດ້ອະທິຖານສຳລັບທ້າວເດວິດຢ່າງບໍ່ລົດລະເປັນເວລາຫລາຍກວ່າສິບປີ. ລາວຍັງໄດ້ຂຽນຊື່ຂອງທ້າວເດວິດໃສ່ໃນເຈ້ຍອະທິຖານ ໃນພຣະວິຫານຂອງພຣະຜູ້ເປັນເຈົ້ານຳອີກ ດ້ວຍຄວາມຫວັງວ່າ ຈິດໃຈຂອງທ້າວເດວິດຈະຖ່ອມລົງ.
ເວລາຕໍ່ມາ ທ້າວເດວິດກໍໄດ້ປ່ຽນຢ່າງຊ້າໆ. ລາວເລີ່ມຈື່ຈຳປະສົບການທາງວິນຍານທີ່ລາວເຄີຍມີ. ລາວໄດ້ຫວນຄິດເຖິງຄວາມສຸກທີ່ລາວເຄີຍມີເມື່ອລາວເປັນສະມາຊິກໂບດ.
ເໝືອນກັບແອວມາ ທ້າວເດວິດບໍ່ເຄີຍລືມພຣະກິດຕິຄຸນແຫ່ງຄວາມຈິງ ທີ່ລາວເຄີຍມີມາກ່ອນເລີຍ. ແລະ ເໝືອນກັນກັບແອມມິວເລັກ ທ້າວເດວິດຮູ້ສຶກເຖິງຄວາມສຳພັດຂອງພຣະຜູ້ເປັນເຈົ້າ. ບັດນີ້ທ້າວເດວິດໄດ້ກາຍເປັນຫຸ້ນສ່ວນໃນສຳນັກງານທະນາຍຄວາມແຫ່ງໜຶ່ງ—ຊຶ່ງເປັນງານທີ່ມີຊື່ສຽງ. ບັດນີ້ໃຜໆກໍຮູ້ດີວ່າ ລາວເປັນຄົນວິຈານສາດສະໜາຈັກ ແລະ ລາວກໍມີຄວາມທະນົງໃຈ ເກີນກວ່າທີ່ຈະຂໍເປັນສະມາຊິກຄືນໃໝ່.
ເຖິງຢ່າງໃດກໍດີ, ລາວເລີ່ມຮູ້ສຶກເຖິງຄວາມຈູງໃຈຂອງພຣະຜູ້ລ້ຽງ.
ລາວເຊື່ອແທ້ໆໃນພຣະຄຳພີ ທີ່ວ່າ “ຖ້າພວກທ່ານຂາດປັນຍາ ໃຫ້ທູນຖາມພຣະເຈົ້າ ຜູ້ໂຜດປະທານໃຫ້ແກ່ຄົນທັງປວງດ້ວຍພຣະກະລຸນາ ແລະ ບໍ່ກ່າວຕິ ແລະ ຜູ້ນັ້ນກໍຈະໄດ້ຮັບສິ່ງທີ່ທູນຂໍ.”13 ລາວອະທິຖານວ່າ “ຂ້າແດ່ພຣະອົງເຈົ້າ ຂ້ານ້ອຍຢາກເປັນໄພ່ພົນຍຸກສຸດທ້າຍອີກ ແຕ່ຂ້ານ້ອຍຢາກຮູ້ຄຳຕອບກ່ອນ.”
ລາວເລີ່ມຟັງສຽງຊຶ່ມຂອງພຣະວິນຍານ ແລະ ຄຳຕອບທີ່ດົນໃຈຂອງໝູ່ເພື່ອນທີ່ລາວບໍ່ເຄີຍໄດ້ຍິນມາກ່ອນ. ເທື່ອແລ້ວ ເທື່ອເລົ່າ ຄວາມສົງໄສຂອງລາວໄດ້ກາຍເປັນສັດທາ ຈົນທີ່ສຸດ ລາວສຳນຶກໄດ້ ອີກຄັ້ງໜຶ່ງ ລາວຮູ້ສຶກມີປະຈັກພະຍານເຖິງພຣະເຢຊູຄຣິດ ແລະ ເຖິງສາດສະໜາຈັກທີ່ຖືກຟື້ນຟູຄືນມາໃໝ່ຂອງພຣະອົງ.
ມາເຖິງຈຸດນັ້ນ ລາວຮູ້ວ່າ ລາວຕ້ອງລືມຄວາມທະນົງໃຈຂອງລາວ ແລະ ເຮັດທຸກສິ່ງທີ່ຈຳເປັນ ເພື່ອຈະຖືກຮັບເຂົ້າເປັນສະມາຊິກຂອງສາດສະໜາຈັກຄືນໃໝ່.
ຕໍ່ມາ ທ້າວເດວິດກໍໄດ້ຮັບບັບຕິສະມາ ແລະ ຕັ້ງໜ້າລໍຄອຍທີ່ຈະໄດ້ຮັບພອນຢ່າງອື່ນໆອີກ.
ຂ້າພະເຈົ້າດີໃຈ ທີ່ຈະລາຍງານວ່າ ໃນລະດູຮ້ອນທີ່ຜ່ານມານີ້ ພອນຢ່າງອື່ນໆກໍໄດ້ມາສູ່ທ້າວເດວິດອີກຄັ້ງ. ລາວເປັນຄົນເຂັ້ມແຂງໃນໂບດອີກ ແລະ ຕອນນີ້ລາວເປັນຜູ້ສອນຫລັກທຳພຣະກິດຕິຄຸນຢູ່ໃນຫວອດຂອງລາວ. ລາວສວຍໂອກາດຕະຫລອດທີ່ຈະໂອ້ລົມກັບຄົນອື່ນໃນການກັບໃຈຂອງລາວ, ໃນການສ້ອມແປງຄວາມເສຍຫາຍທີ່ຕົນໄດ້ເຮັດ ແລະ ເປັນປະຈັກພະຍານເຖິງພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ສະຫລຸບ
ອ້າຍເອື້ອຍນ້ອງ, ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ຂໍໃຫ້ເຮົາສະແຫວງຫາ, ຊອກຫາ, ດົນໃຈ, ແລະ ເພິ່ງພາຄົນແບບແອມມິວເລັກ ຢູ່ໃນຫວອດ ແລະ ໃນສະເຕກຂອງເຮົາ. ໃນສາດສະໜາຈັກປະຈຸບັນນີ້ ມີຫລາຍໆຄົນທີ່ຄືແອມມິວເລັກ.
ບາງທີ ທ່ານອາດຮູ້ຜູ້ໜຶ່ງ. ບາງທີ ທ່ານກໍເປັນຜູ້ໜຶ່ງ.
ບາງທີ ພຣະຜູ້ເປັນເຈົ້າໄດ້ຊຶ່ມໃສ່ຫູທ່ານຕະຫລອດ ໄດ້ເຕືອນທ່ານໃຫ້ກັບຄືນຫາພຣະຜູ້ຊ່ວຍໃຫ້ລອດຂອງທ່ານ, ບໍລິຈາກພອນສະຫວັນຂອງທ່ານ, ປະຕິບັດຖານະປະໂລຫິດດ້ວຍຄວາມຊອບທຳ, ແລະ ຮັບໃຊ້ຄຽງຂ້າງກັບສະມາຊິກໃນໂບດ ໃນການດຳລົງຊີວິດຢ່າງໃກ້ຊິດກັບພຣະເຢຊູຄຣິດ ແລະ ໃນການເສີມສ້າງອານາຈັກຂອງພຣະເຈົ້າ ຢູ່ໃນໂລກນີ້.
ພຣະຜູ້ຊ່ວຍໃຫ້ລອດຮູ້ວ່າທ່ານຢູ່ໃສ. ພຣະອົງຮູ້ໃຈຂອງທ່ານ. ພຣະອົງປະສົງທີ່ຈະຊ່ວຍກູ້ທ່ານ. ພຣະອົງຈະຊ່ວຍທ່ານ. ຈົ່ງເປີດໃຈຮັບພຣະອົງ. ຂ້າພະເຈົ້າຫວັງວ່າ ທ່ານໃດທີ່ຫລົງທາງຈາກການເປັນສານຸສິດ—ແມ້ແຕ່ພຽງໜ້ອຍດຽວເທົ່ານັ້ນ—ຈະໄຕ່ຕອງເຖິງພຣະຄຸນຄວາມດີ ແລະ ພຣະຄຸນຂອງພຣະເຈົ້າ, ເປີດໃຈຂອງເຂົາເຈົ້າ, ຮຽນຮູ້ຈາກແອວມາ ແລະ ແອມມິວເລັກ, ແລະ ມາຟັງພຣະຄຳຂອງພຣະຜູ້ຊ່ວຍໃຫ້ລອດ ກ່ຽວກັບການປ່ຽນແປງຊີວິດວ່າ: “ຈົ່ງຕາມເຮົາມາ.”
ຂ້າພະເຈົ້າຂໍຊັກຊວນທ່ານໃຫ້ເຮັດຕາມການຮຽກຮ້ອງຂອງພຣະອົງ, ແນ່ນອນ, ທ່ານຈະໄດ້ຮັບຜົນເກັບກ່ຽວຈາກສະຫວັນ. ພອນຂອງພຣະຜູ້ເປັນເຈົ້າຈະຫລັ່ງໄຫລມາຫາທ່ານ ແລະ ຄອບຄົວທ່ານ.14
ຂ້າພະເຈົ້າຂໍເປັນພະຍານ ແລະ ຂໍອວຍພອນທ່ານ ໃນຖານະທີ່ເປັນອັກຄະສາວົກຄົນໜຶ່ງຂອງພຣະຜູ້ເປັນເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.