ແຜນແຫ່ງຄວາມສຸກ
ຜົນຮັບທີ່ວາງແຜນໄວ້ຂອງກິດຈະກຳຕ່າງໆໃນສາດສະໜາຈັກ ແມ່ນເພື່ອເຫັນຜູ້ຊາຍ, ຜູ້ຍິງ ແລະ ລູກໆຂອງເຂົາເຈົ້າ ມີຄວາມສຸກໃນບ້ານເຮືອນ ແລະ ໄດ້ຜະນຶກເຂົ້າກັນຊົ່ວນິລັນດອນ.
ຫລັງຈາກສົງຄາມໂລກຄັ້ງທີສອງ ຫລາຍປີມາແລ້ວ, ຂ້າພະເຈົ້າໄດ້ພົບນາງ ດ່ອນນ້າ ສະມິດ. ມັນເປັນໄລຍະເວລາດຽວກັນທີ່ຂ້າພະເຈົ້າໄດ້ອ່ານວ່າ ສ່ວນປະກອບສຳຄັນໃນຊີວິດແຕ່ງງານທີ່ຫວານຊື່ນ ແມ່ນເຂົ້າໜົມຄຸກກີ້ ແລະ ຮອຍຈູບ. ຂ້າພະເຈົ້າຄິດວ່າ ນັ້ນເປັນສິ່ງທີ່ພໍດີກັນອີ່ຫລີ.
ຂ້າພະເຈົ້າເຂົ້າຮຽນໃນວິທະຍາໄລໃນຕອນເຊົ້າ ແລ້ວຕອນສວຍກໍກັບໄປເມືອງ ບຣິກຳ ໄປເຮັດວຽກໃນຮ້ານແປງລົດຂອງພໍ່ຂອງຂ້າພະເຈົ້າ. ຫ້ອງຮຽນສຸດທ້າຍຂອງ ດ່ອນນ້າ ແມ່ນຫ້ອງວິຊາການເຮືອນ. ຂ້າພະເຈົ້າໄດ້ໄປແວ່ຫ້ອງຮຽນຂອງນາງກ່ອນຈະກັບບ້ານ. ບານປ່ອງຢ້ຽມຫ້ອງຮຽນນັ້ນແມ່ນແກ້ວມົວໆ ຖ້າຂ້າພະເຈົ້າຢືນໃກ້ບານປ່ອງຢ້ຽມແກ້ວນັ້ນ ນາງຈະຮູ້ວ່າແມ່ນເງົາຂອງຂ້າພະເຈົ້າຢູ່ຂ້າງນອກ. ນາງຈະຫລອຍອອກມາຈາກຫ້ອງມາເອົາຄຸກກີ້ ແລະ ສົ່ງຮອຍຈູບໃຫ້. ເລື່ອງທີ່ເຫລືອກໍຮູ້ກັນດີ. ພວກເຮົາໄດ້ແຕ່ງງານກັນໃນພຣະວິຫານເຊົາເລັກ ແລ້ວກໍເລີ່ມການຜະຈົນໄພຊີວິດອັນສຳຄັນນຳກັນ.
ຂ້າພະເຈົ້າໄດ້ສອນກ່ຽວກັບຫລັກການສຳຄັນສະເໝີເປັນເວລາຫລາຍໆປີ: ຜົນຮັບທີ່ວາງແຜນໄວ້ຂອງກິດຈະກຳຕ່າງໆໃນສາດສະໜາຈັກ ແມ່ນເພື່ອເຫັນຜູ້ຊາຍ, ຜູ້ຍິງ ແລະ ລູກໆຂອງເຂົາເຈົ້າ ມີຄວາມສຸກໃນບ້ານເຮືອນ, ໄດ້ຜະນຶກເຂົ້າກັນຊົ່ວການເວລາ ແລະ ຕະຫລອດຊົ່ວນິລັນດອນ.
ໃນຕອນຕົ້ນ:
ບັນດາພຣະເຈົ້າຈຶ່ງໄດ້ລົງໄປຈັດລະບຽບມະນຸດໃນຮູບລັກສະນະຂອງພວກພຣະອົງເອງ, ໃນຮູບຮ່າງລັກສະນະຂອງບັນດາພຣະເຈົ້າ ພວກພຣະອົງໄດ້ປະກອບລາວ, ຊາຍ ແລະ ຍິງ ພວກພຣະອົງໄດ້ປະກອບພວກເຂົາ.
ແລະ ບັນດາພຣະເຈົ້າໄດ້ກ່າວວ່າ: ພວກເຮົາຈະອວຍພອນພວກເຂົາ. ແລະ ບັນດາພຣະເຈົ້າໄດ້ກ່າວວ່າ: ພວກເຮົາຈະເຮັດໃຫ້ພວກເຂົາມີລູກເຕົ້າໃຫ້ມາກຫລາຍ, ແລະ ປົກຄອງມັນ (ເບິ່ງ Abraham 4:27–28).
ແລະ ວົງຈອນຂອງຊີວິດມະນຸດກໍເລີ່ມມີມາເທິງໂລກ ເມື່ອອາດາມໄດ້ສົມສູ່ຢູ່ກັບເມຍຂອງລາວ, ແລະ ນາງກໍໄດ້ເກີດລູກຊາຍ ແລະ ລູກສາວຫລາຍຄົນ, ແລະ ພວກເຂົາໄດ້ເລີ່ມຂະຫຍາຍເຜົ່າພັນ ແລະ ເພີ່ມທະວີຈົນເຕັມແຜ່ນດິນໂລກ.
ແລະ … ພວກລູກຊາຍ ແລະ ພວກລູກສາວຂອງອາດາມໄດ້ເລີ່ມແຍກໄປເປັນຄູ່ໆໃນແຜ່ນດິນ, … ແລະ ພວກເຂົາເລີ່ມມີລູກຊາຍ ແລະ ລູກສາວຫລາຍຄົນນຳອີກ (ເບິ່ງ Moses 5:2–3).
ພຣະບັນຍັດທີ່ໃຫ້ມີລູກເຕົ້າມາກຫລາຍ ໃຫ້ເຕັມແຜ່ນດິນໂລກນັ້ນບໍ່ເຄີຍຖືກຍົກເລີກເລີຍ. ສິ່ງນັ້ນຈຳເປັນສຳລັບແຜນແຫ່ງການໄຖ່ ແລະ ນັ້ນກໍເປັນແຫລ່ງແຫ່ງຄວາມສຸກຂອງມະນຸດ. ຖ້າເຮັດຕາມອຳນາດນີ້ໃນສິນທຳ ເຮົາອາດຈະໄດ້ເຂົ້າໃກ້ພຣະບິດາເທິງສະຫວັນ ແລະ ມີຄວາມຊື່ນຊົມເຕັມປ່ຽມ ຈົນເຖິງຄວາມເປັນພຣະເຈົ້າໄດ້. ອຳນາດແຫ່ງການສ້າງ ບໍ່ແມ່ນພາກສ່ວນສຳລອງໃນແຜນ; ມັນເປັນແຜນແຫ່ງຄວາມສຸກ ແຕ່ມັນເປັນຂໍ້ສຳຄັນຕໍ່ແຜນແຫ່ງຄວາມສຸກ.
ຄວາມປາດຖະໜາທີ່ຢາກຈະສົມສູ່ຂອງມະນຸດ ແມ່ນມີຢູ່ເປັນປະຈຳ ແລະ ແຮງກ້າ. ຄວາມສຸກຂອງເຮົາໃນຊີວິດມະຕະ, ຄວາມຍິນດີ ແລະ ຄວາມສູງສົ່ງຂອງເຮົາແມ່ນຂຶ້ນກັບ ວ່າເຮົາສະໜອງຕໍ່ສະເໜ່ຫາອັນບໍ່ລົດລະ ແລະ ລໍ້ໃຈຂອງເຮົານັ້ນແນວໃດ. ເມື່ອຊາຍຍິງໃຫຍ່ເປັນໜຸ່ມເປັນສາວທີ່ສາມາດມີລູກໄດ້, ຄວາມຮູ້ສຶກມັກຮັກກັນກໍເກີດມີຂຶ້ນໂດຍທຳມະຊາດ ຊຶ່ງບໍ່ເໝືອນກັບການປ່ຽນແປງທາງຮ່າງກາຍອື່ນໆ.
ຕາມອຸດົມການແລ້ວ ການສົມສູ່ກັນແມ່ນເລີ່ມຈາກຄວາມຮັກ. ປະເພນີອາດຈະແຕກຕ່າງກັນໄປ ໃນຄວາມມັກຮັກທີ່ຫວານຊື່ນ, ຕື່ນເຕັ້ນ, ແລະ ຕັ້ງຕາລໍຄອຍ ຕາມແບບສະບັບເລື່ອງຕ່າງໆ ບາງເທື່ອກໍຖືກປະຕິເສດ. ມັນມີທັງແສງເດືອນ, ດອກກຸຫລາບ, ຈົດໝາຍຮັກ, ເພງຄວາມຮັກ, ບົດກາບກອນ, ການຈັບມືຖືແຂນ, ແລະ ຄວາມສະແດງອາລົມທາງຮັກຕໍ່ກັນລະຫວ່າງຊາຍໜຸ່ມຍິງສາວ. ສິ່ງຢູ່ອ້ອມຂ້າງເຂົາເຈົ້າຈະເລືອນລາງ ເມື່ອເຂົາເຈົ້າຮັກກັນ.
ຖ້າທ່ານຄິດວ່າຄວາມຮັກຫວານຊື່ນຂອງຄົນໜຸ່ມສາວນັ້ນສົມບູນ ຍ້ອນອຳນາດແຫ່ງການສ້າງ ແປວ່າທ່ານຍັງບໍ່ທັນເຫັນຄວາມອຸທິດຕົນ ແລະ ຄວາມສະບາຍຂອງຄູ່ແຕ່ງງານທີ່ຮັກກັນຍາວນານເທື່ອ. ຄູ່ແຕ່ງງານ ເຄີຍຜ່ານການລໍ້ໃຈ, ການເຂົ້າໃຈຜິດກັນ, ບັນຫາການເງິນ, ຄວາມລຳບາກທາງຄອບຄົວ, ຄວາມເຈັບປ່ວຍ, ທຸກຢ່າງນີ້ເຮັດໃຫ້ຄວາມຮັກເຂັ້ມແຂງຂຶ້ນ. ຄົນທີ່ແຕ່ງງານດົນແລ້ວ ມີຄວາມສຸກທີ່ຄູ່ແຕ່ງງານໃໝ່ບໍ່ສາມາດເຂົ້າໃຈໄດ້.
ເຮົາຕ້ອງສະຫງວນການມອບຮັກທີ່ແທ້ຈິງໄວ້ຈົນກວ່າເຮົາແຕ່ງງານແລ້ວ ນັ້ນຈະເປັນການເປີດອຳນາດສັກສິດໃນການສ້າງຊີວິດ. ນັ້ນໝາຍຄວາມວ່າເຮົາຕ້ອງຫລີກເວັ້ນສະຖານະການໃດໆ ທີ່ເຮົາບໍ່ສາມາດຄວບຄຸມກິເລດຂອງຕົນໄດ້. ເຮົາຖືວ່າເຮົາຈະມີຄວາມຮັກບໍລິສຸດໄດ້ ຫລັງຈາກທີ່ເຮົາສັນຍາກັນແລ້ວວ່າຈະເຊື່ອໃຈກັນຊົ່ວນິລັນດອນ, ເຮັດພິທີຕາມກົດໝາຍໃຫ້ຖືກຕ້ອງ, ແລະ ຫລັງຈາກພິທີແນ່ນອນໃນການຜະນຶກກັນໃນພຣະວິຫານ ນັ້ນແມ່ນການເປີດອຳນາດແຫ່ງການສ້າງໃນສາຍພຣະເນດຂອງພຣະເຈົ້າ ທີ່ເຮົາຈະສະແດງຄວາມຮັກເຕັມປ່ຽມໄດ້. ເຮົາຈະສະຫງວນສິ່ງນັ້ນໄວ້ສຳລັບຜູ້ດຽວ ແລະ ພຽງຜູ້ດຽວ ເທົ່ານັ້ນ ທີ່ທ່ານເປັນຄູ່ຄອງຕະຫລອດໄປ.
ເມື່ອແຕ່ງງານຢ່າງມີຄ່າຄວນແລ້ວ ຂັ້ນຕອນນີ້ຈະນຳຄວາມດີເລີດ ແລະ ຄວາມສູງສົ່ງມາສູ່ທາງຮ່າງກາຍ, ທາງຈິດໃຈ, ແລະ ຄວາມຮູ້ສຶກ ຊຶ່ງກ່ຽວພັນກັບຄຳວ່າ ຮັກ. ສ່ວນນັ້ນໃນຊີວິດຈະບໍ່ມີສິ່ງໃດປຽບທຽບເທົ່າ ໃນປະສົບການທັງໝົດຂອງມະນຸດໄດ້. ມັນຈະເປັນດັ່ງນັ້ນ ຈົນຕະຫລອດຊົ່ວນິລັນດອນ ຖ້າເຮົາຮັກສາພັນທະສັນຍາ ເພາະໃນນັ້ນກະແຈແຫ່ງຖານະປະໂລຫິດອັນສັກສິດໄດ້ຖືກແຕ່ງຕັ້ງໄວ້ ເພື່ອເຮົາອາດຈະໄດ້ຮັບກຽດ ແລະ ລັດສະໝີພາບ (ເບິ່ງ D&C 124:34), ຊຶ່ງລັດສະໝີພາບນີ້ຈະເປັນຄວາມສົມບູນ ແລະ ຄວາມຕໍ່ເນື່ອງຂອງເຊື້ອສາຍຕະຫລອດການ ແລະ ຕະຫລອດໄປ (ເບິ່ງ D&C 132:19).
ແຕ່ຄວາມມັກຮັກທີ່ຫວານຊື່ນຈະບໍ່ຄົບຖ້ວນ. ມັນເປັນພຽງການເລີ່ມຕົ້ນ. ຄວາມຮັກຈະຖືກທະນຸຖະໜອມ ເມື່ອໄດ້ລູກ ຜູ້ຊຶ່ງເກີດຈາກນ້ຳພຸແຫ່ງຊີວິດຂອງຄູ່ສາມີພັນລະຍາທີ່ມອບໃຈໃຫ້ກັນໃນຊີວິດແຕ່ງງານ. ຊີວິດເລີ່ມຈາກການໂອບກອດຂອງສາມີພັນລະຍາທີ່ແຕ່ງງານກັນ. ຮ່າງນ້ອຍໆກໍເລີ່ມເປັນຮ່າງກາຍຕາມແບບສະບັບສະຫລັບຊັບຊ້ອນສວຍສົດງົດງາມ. ແລ້ວທາລົກກໍເກີດມາຢ່າງອັດສະຈັນ ລູກກໍມີໜ້າຕາເໝືອນພໍ່ ແມ່ທາງທຳມະຊາດ. ຮ່າງກາຍນ້ອຍໆທາງມະຕະນັ້ນ ມີວິນຍານທີ່ສາມາດຮູ້ສຶກ ແລະ ຮັບຮູ້ສິ່ງຕ່າງໆທາງວິນຍານໄດ້. ພາຍໃນຮ່າງກາຍເດັກທາລົກນີ້ທີ່ຍັງບໍ່ພັດທະນານັ້ນ ແມ່ນອຳນາດທີ່ໃຫ້ກຳເນີດລູກທີ່ຈະມີໜ້າຕາເໝືອນເຂົາເອງ.
ວິນຍານ ແລະ ຮ່າງກາຍເປັນຈິດວິນຍານຂອງມະນຸດ (ເບິ່ງ D&C 88:15), ຖ້າເຮົາຢາກມີຄວາມສຸກ ເຮົາຕ້ອງເຮັດຕາມກົດທາງວິນຍານ ແລະ ກົດທາງຮ່າງກາຍ. ສິ່ງເຫລົ່ານີ້ຄືກົດນິລັນດອນ ຮ່ວມທັງກົດທີ່ກ່ຽວພັນກັນກັບອຳນາດທີ່ໃຫ້ກຳເນີດຊີວິດທີ່ວ່າ: ມີກົດໜຶ່ງຕັ້ງໄວ້ໃນສະຫວັນທີ່ລົບລ້າງບໍ່ໄດ້ ກ່ອນການວາງຮາກຖານຂອງໂລກນີ້ ຊຶ່ງໃນນັ້ນກຳນົດພອນໄວ້ທຸກປະການ (ເບິ່ງ D&C 130:20). ກົດນັ້ນເປັນກົດຝ່າຍພຣະວິນຍານ ຊຶ່ງເປັນການຈຳກັດເຂດແຫ່ງມາດຕະຖານທາງສິນທຳສຳລັບມວນມະນຸດ (ເບິ່ງ Joseph Smith Translation, ໂຣມ 7:14–15 [ໃນ Bible appendix]; 2 ນີໄຟ 2:5; D&C 29:34; 134:6). ມີພັນທະສັນຍາທີ່ຜູກມັດ, ຜະນຶກ, ແລະ ປົກປ້ອງ ແລະ ມີຄຳສັນຍາຂອງພອນແຫ່ງນິລັນດອນ.
ແອວມາໄດ້ສັ່ງສອນລູກຊາຍຂອງເພິ່ນທີ່ຊື່ ຊິບລັນ ດັ່ງນີ້, “ຈົ່ງເບິ່ງວ່າ ລູກຕ້ອງຄວບຄຸມກິເລດຕັນຫາທັງໝົດຂອງລູກ, ເພື່ອລູກຈະເຕັມໄປດ້ວຍຄວາມຮັກ” (ແອວມາ 38:12). ບັງຫຽນມ້າແມ່ນໃຊ້ເປັນສິ່ງນຳທາງ ແລະ ຄວບຄຸມມ້າ. ເຮົາຕ້ອງຄວບຄຸມກິເລດຂອງເຮົາ. ເມື່ອເຮົາໃຊ້ອຳນາດແຫ່ງການສ້າງໃຫ້ຖືກຕ້ອງຕາມກົດໝາຍ ມັນຈະເປັນພອນ ແລະ ເປັນຄວາມສັກສິດແກ່ເຮົາ (ເບິ່ງ Teachings of Presidents of the Church: Joseph F. Smith [1998], 158).
ການລໍ້ລວງນັ້ນມີຢູ່ສະເໝີ. ເພາະວ່າ ຜູ້ປໍລະປັກບໍ່ສາມາດສ້າງຊີວິດໄດ້ ມັນຈຶ່ງອິດສາຄົນທີ່ມີອຳນາດແຫ່ງສະຫວັນ. ມັນ ແລະ ບໍລິວານຂອງມັນໄດ້ຖືກໄລ່ໜີ ແລະ ຖືກກີດກັນບໍ່ໃຫ້ມີຮ່າງກາຍມະຕະ. “ມັນຢາກເຮັດໃຫ້ມະນຸດທັງປວງ ມີຄວາມເດືອດຮ້ອນຄືກັນກັບມັນ” (2 ນີໄຟ 2:27). ຖ້າມັນເຮັດໄດ້ ມັນຈະລໍ້ລວງ, ທຳລາຍ, ເຮັດໃຫ້ເຮົາລົ້ມເຫລວ. ຖ້າເປັນໄປໄດ້ ມັນຈະທຳລາຍຂອງປະທານນີ້ ຊຶ່ງເຮົາອາດຈະເຮັດ ແຕ່ຖ້າເຮົາມີຄ່າຄວນ ເຮົາຈະມີກຳໄລໃນຊີວິດນິລັນດອນ (ເບິ່ງ D&C 132:28–31).
ຖ້າເຮົາເຮັດໃຫ້ອຳນາດແຫ່ງການສ້າງມີມົນທິນ ຫລື ເຮັດໃຫ້ຄົນອື່ນລ່ວງລະເມີດ, ເຮົາຈະຖືກລົງໂທດໜັກ ແລະ ຈະທົນໄດ້ຍາກ (ເບິ່ງ D&C 19:15) ຍິ່ງໄປກວ່າລາຄາຂອງຄວາມເພີດເພີນທາງຮ່າງກາຍຊ້ຳ.
ແອວມາໄດ້ບອກລູກຊາຍຂອງເພິ່ນທີ່ຊື່ ໂຄຣິອານທັນ ວ່າ, “ເຈົ້າຮູ້ບໍ່, ລູກຂອງພໍ່, ວ່າສິ່ງເຫລົ່ານີ້ເປັນໜ້າກຽດຊັງໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ; ແທ້ຈິງແລ້ວ, ໜ້າກຽດຊັງທີ່ສຸດ ເໜືອກວ່າບາບທັງປວງນອກຈາກການເຮັດໃຫ້ຜູ້ບໍລິສຸດຕ້ອງເສຍຊີວິດ ຫລື ການປະຕິເສດພຣະວິນຍານບໍລິສຸດ?” (ແອວມາ 39:5). ເຮົາບໍ່ສາມາດຫລີກເວັ້ນຜົນທີ່ຕາມມາໄດ້ ເມື່ອເຮົາລ່ວງລະເມີດ.
ທາງດຽວທີ່ຖືກຕ້ອງໃນການສະແດງຄວາມຮັກຂອງອຳນາດແຫ່ງການສ້າງ, ຕ້ອງແມ່ນລະຫວ່າງສາມີ ແລະ ພັນລະຍາ, ລະຫວ່າງຊາຍ ແລະ ຍິງ, ທີ່ໄດ້ແຕ່ງງານກັນໂດຍຖືກຕ້ອງຕາມກົດໝາຍເທົ່ານັ້ນ. ນອກຈາກທາງນີ້ແລ້ວ ຈະເປັນການຝ່າຝືນພຣະບັນຍັດຂອງພຣະເຈົ້າ. ຢ່າຍອມຈຳນົນຕໍ່ການລໍ້ລວງຂອງຜູ້ປໍລະປັກ ຖ້າບໍ່ດັ່ງນັ້ນ ຕ້ອງໄດ້ໃຊ້ໜີ້ໃຫ້ຄົບ ຕໍ່ການລໍ້ລວງນັ້ນ “ຈົນກວ່າຈະໄດ້ໃຊ້ໜີ້ຈົນຄົບທຸກອັດ” (ມັດທາຍ 5:26).
ບໍ່ມີທາງໃດຍິ່ງໄປກວ່າການກັບໃຈ ທີ່ເຮົາຈະສາມາດເຫັນຄວາມໃຈບຸນ ແລະ ຄວາມເມດຕາຂອງພຣະເຈົ້າທີ່ຖືກສະແດງໄວ້ຢ່າງແຈ່ມແຈ້ງໄດ້.
ຖ້າຮ່າງກາຍຂອງເຮົາໄດ້ຮັບບາດເຈັບ ຮ່າງກາຍກໍສາມາດຫາຍດີໄດ້, ບາງເທື່ອໝໍເປັນຜູ້ຊ່ອຍປິ່ນປົວ. ຖ້າເສຍຫາຍຫລາຍ ສ່ວນຫລາຍແລ້ວຮ່າງກາຍກໍຈະມີຮອຍບາດແຜຫລົງເຫລືອໄວ້ ເພື່ອເປັນການເຕືອນເຖິງຄວາມບາດເຈັບນັ້ນ.
ຮ່າງກາຍທາງວິນຍານນີ້ກໍເປັນອີກເລື່ອງໜຶ່ງ. ຈິດວິນຍານເຮົາໄດ້ຮັບຄວາມເສຍຫາຍ ເມື່ອເຮົາເຮັດຄວາມຜິດບາບ. ແຕ່ບໍ່ເໝືອນຮ່າງກາຍທາງເນື້ອໜັງຂອງເຮົາ ເມື່ອເຮົາໄດ້ກັບໃຈຮຽບຮ້ອຍແລ້ວ ເຮົາຈະບໍ່ມີບາດແຜຫລົງເຫລືອຢູ່ ຍ້ອນວ່າມີການໄຖ່ບາບຂອງພຣະເຢຊູຄຣິດ. ຄຳສັນຍານັ້ນຄື: ຖ້າຜູ້ໃດກັບໃຈຈາກບາບຂອງເຂົາ, ເຂົາຈະໄດ້ຮັບການອະໄພໂທດ ແລະ ພຣະຜູ້ເປັນເຈົ້າຈະບໍ່ຈົດຈຳບາບນັ້ນອີກຕໍ່ໄປ (ເບິ່ງ D&C 58:42).
ເມື່ອເວົ້າເຖິງເລື່ອງແຕ່ງງານແລ້ວ, ເຮົາຈະຄິດເຖິງຄຳທີ່ວ່າ “ແລ້ວສິ່ງທີ່ຍົກເວັ້ນນັ້ນເດ?” ຢ່າງຫລີກລ້ຽງບໍ່ໄດ້ ເຊັ່ນຄົນເກີດມາບົກພ່ອງ ແລະ ມີລູກບໍ່ໄດ້. ບາງຄົນທີ່ບໍລິສຸດກໍມີຊີວິດແຕ່ງງານທີ່ລົ້ມເຫລວ ຍ້ອນຄູ່ຜົວເມຍນອກໃຈ. ບາງຄົນກໍຢູ່ເປັນໂສດແຕ່ມີຄ່າຄວນ.
ບັດນີ້ ຂ້າພະເຈົ້າໃຫ້ຄວາມປອບໃຈແກ່ທ່ານວ່າ: ພຣະເຈົ້າແມ່ນພຣະບິດາຂອງເຮົາ. ຄວາມຮັກ ແລະ ຄວາມໃຈບຸນທັງຫລາຍທີ່ພໍ່ທາງໂລກໄດ້ສະແດງອອກໄປ ແມ່ນເພີ່ມທະວີອອກເມື່ອຢູ່ກັບພຣະອົງ ຜູ້ຊຶ່ງເປັນພຣະບິດາ ແລະ ພຣະເຈົ້າຂອງເຮົາເກີນກວ່າທີ່ຈິດໃຈທາງໂລກຂອງເຮົາຈະເຂົ້າໃຈໄດ້. ການຕັດສິນຂອງພຣະອົງນັ້ນຍຸດຕິທຳ, ຄວາມເມດຕາຂອງພຣະອົງບໍ່ມີຂອບເຂດ, ອຳນາດຂອງພຣະອົງທົດແທນສິ່ງຕ່າງໆໄດ້ເກີນທີ່ໂລກຈະປຽບທຽບໄດ້. “ຖ້າເຮົາທັງຫລາຍໄດ້ໄວ້ວາງໃຈໃນພຣະຄຣິດຝ່າຍຊີວິດນີ້ເທົ່ານັ້ນ ພວກເຮົາກໍເປັນຄົນໜ້າສັງເວດທີ່ສຸດໃນໝູ່ຄົນທັງປວງ” (1 ໂກຣິນໂທ 15:19).
ຂ້າພະເຈົ້າໃຊ້ຄຳວ່າ ພຣະວິຫານ ດ້ວຍຄວາມໃຫ້ກຽດ. ຂ້າພະເຈົ້າວາດພາບເຫັນ ຫ້ອງຜະນຶກ ແລະ ມີຄູ່ແຕ່ງງານນັ່ງຄຸເຂົ່າຢູ່ທີ່ແທ່ນໃນຫ້ອງນັ້ນ. ພິທີການສັກສິດຂອງພຣະວິຫານນີ້ ແມ່ນເໜືອກວ່າການແຕ່ງງານທຳມະດາ, ເພາະການແຕ່ງງານນີ້ຈະຖືກຜະນຶກດ້ວຍຄຳສັນຍາແຫ່ງພຣະວິນຍານບໍລິສຸດ, ແລະ ໃນພຣະຄຳພີມີຂຽນໄວ້ວ່າ ພວກເຮົາຈະໄດ້ຮັບບັນລັງ, ບັນດາອານາຈັກ, ເຂດປົກຄອງ, ແລະ ອຳນາດການຄອບຄອງ (ເບິ່ງ D&C 132:19). ຂ້າພະເຈົ້າເຫັນຄວາມຊື່ນຊົມທີ່ຈະມີແກ່ຄົນທີ່ຮັບຂອງປະທານແຫ່ງສະຫວັນ ແລະ ໄດ້ປະຕິບັດຕາມຢ່າງມີຄ່າຄວນ.
ຊິດສະເຕີ ດ່ອນນ້າ ແພ໊ກເກີ ແລະ ຂ້າພະເຈົ້າໄດ້ຢູ່ຄຽງຂ້າງກັນໃນຊີວິດແຕ່ງງານມາໄດ້ເກືອບ 70 ປີແລ້ວ. ເມື່ອເວົ້າເຖິງພັນລະຍາຂອງຂ້າພະເຈົ້າ ຜູ້ທີ່ເປັນແມ່ຂອງລູກໆຂອງຂ້າພະເຈົ້າແລ້ວ ຂ້າພະເຈົ້າບໍ່ສາມາດບັນຍາຍໄດ້. ລາງວັນຍິ່ງໃຫຍ່ທີ່ເຮົາໄດ້ຮັບໃນຊີວິດນີ້ ແລະ ໃນຊີວິດທີ່ຈະມາເຖິງ ແມ່ນລູກຫລານຂອງເຮົາ. ເມື່ອໃກ້ຈະເຖິງບັ້ນທ້າຍໃນຊີວິດຮ່ວມກັນ ຂ້າພະເຈົ້າມີຄວາມຂອບຄຸນສຳລັບທຸກວິນາທີ ທີ່ນາງໄດ້ຢູ່ຄຽງຂ້າງຂ້າພະເຈົ້າ ແລະ ເວລາທີ່ພຣະຜູ້ເປັນເຈົ້າໄດ້ປະທານໃຫ້ ແລະ ໄດ້ສັນຍາວ່າ ມັນຈະບໍ່ມີວັນສິ້ນສຸດ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄື ພຣະຄຣິດ, ແລະ ເປັນພຣະບຸດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່. ພຣະອົງເປັນປະມຸກຂອງສາດສະໜາຈັກ. ໂດຍຜ່ານການຊົດໃຊ້ຂອງພຣະອົງ ແລະ ອຳນາດແຫ່ງຖານະປະໂລຫິດ, ຄອບຄົວທີ່ເລີ່ມຕົ້ນໃນຊີວິດມະຕະນີ້ ຈະສາມາດຢູ່ນຳກັນຊົ່ວນິລັນດອນໄດ້. ການຊົດໃຊ້, ຊຶ່ງເຮົາແຕ່ລະຄົນສາມາດທວງເອົາໄດ້ ບໍ່ມີຮອຍແຜ. ນັ້ນໝາຍຄວາມວ່າ ບໍ່ວ່າເຮົາໄດ້ເຄີຍເຮັດສິ່ງໃດ ຫລື ເຄີຍຢູ່ໃສ ຫລື ສິ່ງໃດເຄີຍເກີດຂຶ້ນ, ຖ້າເຮົາກັບໃຈແທ້ໆ, ພຣະອົງໄດ້ສັນຍາວ່າ ພຣະອົງຈະຊົດໃຊ້ໃຫ້. ແລະ ເມື່ອພຣະອົງໄດ້ຊົດໃຊ້, ພຣະອົງກໍໄດ້ເຮັດຕາມສັນຍາ. ມີຫລາຍຄົນໃນພວກເຮົາຜູ້ນອນພິກຊ້າຍພິກຂວາ ດ້ວຍຄວາມຮູ້ສຶກຜິດ, ບໍ່ຮູ້ວ່າ ຈະໜີຈາກມັນໄດ້ແນວໃດ. ທ່ານໜີຈາກມັນໄດ້ ໂດຍການຮັບເອົາການຊົດໃຊ້ຂອງພຣະຄຣິດ, ແລະ ຄວາມກຸ້ມໃຈທັງໝົດ ຈະກາຍເປັນຄວາມສວຍງາມ ແລະ ຄວາມຮັກ ແລະ ນິລັນດອນ.
ຂ້າພະເຈົ້າມີຄວາມກະຕັນຍູຫລາຍສຳລັບພອນຂອງອົງພຣະເຢຊູຄຣິດເຈົ້າ, ສຳລັບອຳນາດແຫ່ງການສ້າງ, ສຳລັບອຳນາດແຫ່ງການໄຖ່, ສຳລັບການຊົດໃຊ້—ຊຶ່ງເປັນການຊົດໃຊ້ ທີ່ສາມາດຊຳລະລ້າງຄວາມດ່າງພ້ອຍ ບໍ່ວ່າຈະຍາກ ຫລື ດົນນານ ຫລື ຫລາຍເທື່ອປານໃດກໍຕາມ. ການຊົດໃຊ້ສາມາດປົດປ່ອຍທ່ານໃຫ້ເປັນອິດສະລະໄດ້ ແລະ ຈະເລີນກ້າວໜ້າ, ດ້ວຍຄວາມສະອາດ ແລະ ມີຄ່າຄວນ, ເພື່ອກ້າວເດີນໄປໃນເສັ້ນທາງນັ້ນ ທີ່ທ່ານໄດ້ເລືອກໃນຊີວິດ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຈົ້າຊົງພຣະຊົນຢູ່, ວ່າພຣະເຢຊູຄື ພຣະຄຣິດ, ວ່າການຊົດໃຊ້ບໍ່ໄດ້ເປັນສິ່ງທຳມະດາທົ່ວໄປ ສຳລັບສາດສະໜາຈັກທັງໝົດ. ການຊົດໃຊ້ເປັນເລື່ອງສ່ວນຕົວ, ແລະ ຖ້າຫາກທ່ານຮູ້ສຶກບໍ່ສະບາຍໃຈ ໃນສິ່ງໃດ—ບາງເທື່ອອາດເປັນເວລາດົນນານມາແລ້ວ ຈົນເກືອບຈື່ບໍ່ໄດ້—ໃຫ້ນຳໃຊ້ການຊົດໃຊ້ນີ້ເດີ້. ມັນຈະຊຳລະລ້າງສິ່ງນັ້ນໃຫ້ສະອາດ, ແລະ ທ່ານ ແລະ ພຣະອົງເອງ ຈະບໍ່ຈື່ຈຳບາບຂອງທ່ານອີກຕໍ່ໄປ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.