​2010–2019
ຄຳ​ອຸປະມາ​ເລື່ອງ​ຜູ້​ຫວ່ານ
ເມສາ 2015


15:38

ຄຳ​ອຸປະມາ​ເລື່ອງ​ຜູ້​ຫວ່ານ

ມັນ​ຂຶ້ນກັບ​ເຮົາ​ແຕ່ລະຄົນ​ທີ່​ຈະຕັ້ງລຳດັບ​ຄວາມ​ສຳຄັນ ​ແລະ ​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ດິນ​ຂອງ​ເຮົາ​ເປັນ​ດິນ​ດີ ​ແລະ ​​ໄດ້​ຮັບ​ຜົນລະປູກຢ່າງ​ຫລວງຫລາຍ.

ຫົວ​ຂໍ້ຂອງ​ຄຳ​ປາ​ໄສ​ສຳລັບ​ກອງ​ປະຊຸມ​ໃຫຍ່​ສາມັນ ​ໄດ້​ຖືກ​ມອບ​ໝາຍ—ບໍ່​ແມ່ນ​ໂດຍ​ທາງ​ສິດ​ອຳນາດ​ຂອງມະນຸດ ​ແຕ່​ແມ່ນ​ໂດຍ​ການ​ກະ​ຕຸ້ນ​ຂອງ​ພຣະວິນ​ຍານ. ຫລາຍ​ຫົວ​ຂໍ້​ຈະ​ກ່າວ​ເຖິງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຂອງ​ພວກ​ເຮົາ​ທຸກ​ຄົນ ກ່ຽວ​ກັບ​ໂລກ. ​​ເຊັ່ນ​ດຽວ​ກັບ​ພຣະ​ເຢຊູ​ບໍ່​ໄດ້​ສອນ​ເຖິງ​ວິທີ​ທີ່ຈະ​ເອົາ​ຊະນະ​ການ​ທ້າ​ທາຍ​ຢູ່​ໃນ​ໂລກ ຫລື ​ເອົາ​ຊະນະ​ການ​ຂົ່ມ​ເຫັງ​ທາງ​ການ​ເມືອງ ​ໃນ​ວັນ​ເວລາ​ຂອງ​ພຣະອົງ, ສ່ວນ​ຫລາຍ​ແລ້ວ ພຣະອົງ​ຈະ​ດົນ​ໃຈຜູ້​ຮັບ​ໃຊ້​​ໃນ​ປະຈຸ​ບັນຂອງ​ພຣະອົງ ​ໃຫ້ກ່າວ​ກ່ຽວ​ກັບ​ສິ່ງ​ທີ່​​ເຮົາ​ຄວນເຮັດ​ ​ເພື່ອ​ປ່ຽນ​ແປງ​ຊີວິດ​ສ່ວນ​ຕົວ​ຂອງ​ເຮົາ ​ໃນ​ການ​ຕຽມ​ທີ່​ຈະ​ກັບ​ຄືນ​ໄປ​ບ້ານ​ແຫ່ງສະຫວັນ​ຂອງ​ເຮົາ. ​ໃນຊ່ວງ​ເທດສະການ​ອິດສະ​ເຕີ​ນີ້ ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ກ່າວ​ກ່ຽວ​ກັບ​ຄຳ​ສອນ ອັນ​ມີຄ່າ ​ແລະ ບໍ່​ມີ​ກຳນົດ​ເວລາ ​ໃນ​ຄຳ​ອຸປະມາ​​ເລື່ອງ​ໜຶ່ງຂອງ​ພຣະ​ເຢຊູ.

ຄຳ​ອຸປະມາ​ເລື່ອງ​ຜູ້​ຫວ່ານ ​ເປັນ​ເລື່ອງ​ໜຶ່ງ​ຢູ່​ໃນ​ບັນດາ​ຄຳ​ອຸປະມາ​ຈຳນວນ​ໜ້ອຍ ​ໃນ​ພຣະທຳ​ສາມ​​ສະບັບ​ທີ່​ຄ້າຍຄື​ກັນນັ້ນ. ມັນ​ຍັງ​ເປັນ​ເລື່ອງ​ທີ່​ສັ້ນກວ່າ​ໝູ່ ​ໃນ​ບັນດາ​ຄຳ​ອຸປະມາເລື່ອງສັ້ນໆ ​ທີ່​ພຣະ​ເຢຊູ​ໄດ້​ອະທິບາຍ​ແກ່​ສາ​ນຸສິດ​ຂອງ​ພຣະອົງ. ​ເມັດ​ພືດ​ທີ່​ຫວ່ານ​ລົງ​ດິນ ຄື “ພຣະຄຳ​ເລື່ອງ​ອານາຈັກ​ສະຫວັນ” (ມັດ​ທາຍ 13:19), “ພຣະຄຳ” (ມາຣະ​ໂກ 4:14), ຫລື “ພຣະຄຳ​ຂອງ​ພຣະ​ເຈົ້າ” (ລູກາ 8:11)—ຄຳ​ສອນ​ຂອງ​ພຣະອາຈານ ​ແລະ ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະອົງ.

ທີ່​ດິນ​ບ່ອນ​ຕ່າງໆ ທີ່​ເມັດ​ພືດ​ໄດ້​ຕົກລົງ​ໃສ່ນັ້ນ ​ຄື ວິທີ​ທາງທີ່​ແຕກ​ຕ່າງ​ກັນ ທີ່​ຜູ້​ຄົນ​​ໃນ​​ໂລກ​ຈະຮັບ​ເອົາ ​ແລະ ​ເຮັດ​ຕາມ​ຄຳ​ສອນ​ເຫລົ່າ​ນີ້. ​ດັ່ງນັ້ນ, ເມັດ​ພືດ​ທີ່​ “ຕົກຕາ​ມທາງ” (ມາຣະ​ໂກ 4:4) ຍັງ​ບໍ່​ໄດ້​ຕົກ​ຖືກ​ດິນ​ເທື່ອ ບ່ອນ​ທີ່​ມັນ​ອາດ​ເຕີບ​ໂຕ​ຂຶ້ນ​ໄດ້. ​ມັນ​ເປັນ​ຄື​ກັບ​ຄຳ​ສອນ​ໄດ້​ຖືກ​ມອບ​ໃຫ້​ຜູ້​ຄົນ​ທີ່​ມີ​ໃຈ​ແຂງ​ກະດ້າງ ​ແລະ ຍັງ​ບໍ່​ພ້ອມ​​​ເທື່ອ. ຂ້າພະ​ເຈົ້າຈະ​ບໍ່​ກ່າວ​ຫຍັງ​ຕື່ມ​ອີກ​ກ່ຽວ​ກັບ​ເມັດ​ພືດ​ເຫລົ່າ​ນີ້. ຂ່າວສານ​ຂອງ​ຂ້າພະ​ເຈົ້າ​ແມ່ນ​ກ່ຽວ​ກັບ​ພວກ​ເຮົາ​ຜູ້​ທີ່​ໄດ້ສັນຍາ​ແລ້ວວ່າ​ ຈະ​ຕິດຕາມ​ພຣະຄຣິດ​. ​ເຮົາ​ຈະ​ເຮັດ​ສິ່ງ​ໃດກັບ​ຄຳ​ສອນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ໃນ​ຂະນະ​ທີ່​ເຮົາ​ດຳ​ເນີນ​ຊີວິດ​?

ຄຳ​ອຸປະມາ​ເລື່ອງຜູ້​ຫວ່ານ ​ເຕືອນ​ເຮົາ​ເຖິງ​ສະພາບ​ການ ​ແລະ ທັດສະນະ ທີ່​ສາມາດ​ກີດກັນຜູ້​ທີ່​ໄດ້​ຮັບ​ເມັດ​ພືດ​ແຫ່ງ​ພຣະກິດ​ຕິຄຸນ ຈາກ​ການ​​ເກັບ​ກ່ຽວ​ຜົນລະປູກ​ຢ່າງ​ອຸດົມສົມບູນ.

I. ບ່ອນ​ຫີນ​ຫລາຍ​ດິນ​ໜ້ອຍ, ບໍ່​ມີ​ຮາກ

ເມັດ​ພືດ​ບາງ​ເມັດ “​ໄດ້​ຕົກໃສ່​ດິນ​ທີ່​ມີ​ຫີນ, ຄື​ບ່ອນ​ທີ່​ມີ​​ຫີນ​ຫລາຍດິນ​ໜ້ອຍ, ​ແລະ ມັນ​ຈຶ່ງງອກ​ຂຶ້ນ​ໄດ້​ໄວ, ​ເພາະ​ພື້ນ​ດິນ​ບໍ່​ເລິກ: ​ແຕ່​ເມື່ອ​ແສງ​​ແດດ​ກ້າ, ພືດ​ເຫລົ່ານັ້ນກໍ​ແຫ້ມ​ແດດ; ​ແລະ ​ເພາະ​ວ່າ​ມັນ​ບໍ່​ມີ​ຮາກ, ມັນ​ຈຶ່ງ​ຫ່ຽວ​ແຫ້ງ​ໄປ” (ມາຣະ​ໂກ 4:5–6).

ພຣະ​ເຢຊູ​ໄດ້​ອະທິບາຍ​ວ່າ ມັນ​ຄື​ຜູ້​ທີ່ “​ໄດ້​ຮັບ​ພຣະຄຳ ​ແລ້ວ​ກໍ​ຮັບ​ເອົາ​ໄວ້​ທັນທີ ດ້ວຍ​ຄວາມ​ຍິນ​ດີ,” ​ແຕ່​​ເພາະວ່າ ພວ​ກ​ເຂົາ “ບໍ່​ມີ​ຮາກ​ໃນ​ຕົນ​ເອງ, … ​ເມື່ອ​ໄດ້​ຮັບ​ຄວາມ​ຍາກ​ລຳບາກ ຫລື ຖືກ​ຂົ່ມ​ເຫັງ ​ເພາະພຣະຄຳນັ້ນ, ພວກ​ເຂົາ​ຈຶ່ງ​ທໍ້ຖອຍ​ໃຈ​ທັນທີ” (ມາຣະ​ໂກ 4:16–17).

​ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ຜູ້​​ໄດ້​ຍິນ “ບໍ່ມີ​ຮາກ​ໃນ​ຕົນ​ເອງ”? ນີ້​ຄື​ສະພາບ​ການ​ຂອງ​ສະມາຊິກ​ໃໝ່ ຜູ້​ຫາ​ກໍ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ ​ໂດຍ​ທາງ​ຜູ້​ສອນ​ສາດສະໜາ ຫລື ​ໂດຍ​ທາງ​ລັກສະນະ​ດີ​ເດັ່ນ​ພິ​ເສດ​ຂອງ​ສາດສະໜາ​ຈັກ ຫລື ​ໂດຍ​ທາງຜົນ​ປະ​ໂຫຍ​ດ​ຢ່າງ​ຫລວງຫລາຍ​ຂອງ​ການ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ. ​ເມື່ອ​ຮາກ​ຢັ່ງ​ບໍ່​ເຖິງພຣະຄຳ, ​​ເຂົາ​ເຈົ້າຈະ​ຫ່ຽວ​ແຫ້ງ​ໄປ ເມື່ອ​ມີ​ບັນຫາ​ເກີດ​ຂຶ້ນ. ​ແຕ່​ເຖິງ​ແມ່ນ​ຄົນ​ທີ່​ເຕີບ​ໃຫຍ່​ຂຶ້ນໃນ​ສາດສະໜາ​ຈັກ—​ເປັນ​ສະມາຊິກ​ທີ່​ຍາວ​ນານ—ກໍ​ຍັງ​ສາມາດ​ຕົກ​ໄປ​ໃນ​ສະພາບ ທີ່​ເຂົາ​ເຈົ້າບໍ່​ມີ​ຮາກ​ໃນ​ຕົນ​ເອງ. ຂ້າພະ​ເຈົ້າ​ເຄີຍ​ຮູ້ຈັກ​ບາງ​ຄົນ​ເຊັ່ນ​ນີ້—ສະມາຊິກ​ທີ່​ບໍ່​ຍຶດໝັ້ນ​ ​ແລະ ຍືນ​ຍົງໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ຕໍ່​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ. ຖ້າ​ຫາກ​ເຮົາ​ບໍ່​ຢັ່ງ​ຮາກ​ລົງ​ເຖິງ​ຄຳ​ສອນ​ຂອງ​ພຣະກິດ​ຕິ​ຄຸນ ​ແລະ ບໍ່ປະຕິບັດ​ຕາມ​ມັນ​ເປັນ​ປະຈຳ, ​ແລ້ວ​ເຮົາ​ກໍ​ສາມາດ​ມີ​ໃຈ​ທີ່​​ແຂງ​ແບບ​ຫີນ​ໄດ້, ຊຶ່ງ​ເປັນ​ດິນ​ບ່ອນ​ຫີນ​ຫລາຍ​ດິນ​ໜ້ອຍ ສຳລັບ​ເມັດ​ພືດ​ທາງ​ວິນ​ຍານ.

ອາຫານ​ທາງ​ວິນ​ຍານ​ແມ່ນສຳຄັນຫລາຍ ສຳລັບ​ຄວາມ​ຢູ່​ລອດທາງ​ວິນ​ຍານ, ​ໂດຍ​ສະ​ເພາະ​ຢູ່​ໃນ​ໂລກ​ທີ່ຫັນ​ໜີ​ຈາກ​ຄວາມ​ເຊື່ອ​ໃນ​ພຣະ​ເຈົ້າ ​ແລະ ຄວາມ​​ເດັດຂາດ​ຂອງ​ຄວາມ​ຖືກຕ້ອງ ​ແລະ ຄວາມ​ຜິດ. ຢູ່​ໃນ​ໂລກ​ຂອງອິນ​ເຕີ​ແນັດ​ນີ້, ຊຶ່ງ​ມັນໄດ້ຂະຫຍາຍ​ຂ່າວສານ​ຫລາຍ​ຢ່າງ ທີ່​ສາມາດ​ທຳລາຍ​ສັດທາ​ໄດ້, ​​ເຮົາ​ຕ້ອງ​ໝັ້ນຄົງຢູ່​ກັບ​ຄວາມ​ຈິງ​ທາງ​ວິນ​ຍານ ​ເພື່ອ​​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດທາ​ຂອງ​ເຮົາ ​ແລະ ​ເພື່ອ​ຄວາມ​ໝັ້ນຄົງ​ໃນ​ພຣະກິດ​ຕິ​ຄຸນ.

ສຳລັບ​ຊາວ​ໜຸ່ມ, ຖ້າ​ຫາກ​ຄຳ​ສອນ​ນີ້​ເບິ່ງ​ຄື​ວ່າ ​ແມ່ນ​ທົ່ວ​ໄປ​ໂພດ, ນີ້​ຄື​ຕົວຢ່າງ​ໂດຍ​ສະ​ເພາະ. ຖ້າ​ໃນລະຫວ່າງ​ພິທີຮັບ​ສິນ​ລະ​ລຶກ, ພວກ​ເຈົ້າກຳລັງຕີ​ຂໍ້ຄວາມ​ໃນ​ມື​ຖື ຫລື ​ເວົ້າລົມ​ກັນ​ຄ່ອຍໆ ຫລື ຫລິ້ນ​ວິ​ດີໂອ ​ເກ​ມ ຫລື ​ເຮັດ​ສິ່ງ​ອື່ນ ​ໂດຍ​ບໍ່​ສົນ​ໃຈ​ກັບ​ຄວາມ​ສຳຄັນ​ຂອງ​ອາຫານ​ທາງ​ວິນ​ຍານ​ແລ້ວ, ພວກ​ເຈົ້າກຳລັງ​ເຮັດ​ໃຫ້ ຮາກ​ຂອງ​ພວກ​ເຈົ້າອ່ອນ​ແອ​ລົງ ​ແລະ ຍ້າຍ​ໄປ​ຫາ​ດິນບ່ອນ​ຫີນ​ຫລາຍ​ດິນ​ໜ້ອຍ. ພວກ​ເຈົ້າຈະເຮັດ​ໃຫ້​ຕົນ​ຫ່ຽວ​ແຫ້ງ​ໄປ ​ເມື່ອພວກ​ເຈົ້າປະ​ເຊີນ​ກັບ​ບັນຫາ​ເຊັ່ນ ຄວາມ​ເປົ່າ​ປ່ຽວ​ດຽວ​ດາຍ, ການ​ຂົ່ມຂູ່, ຫລື ການ​ເຍາະ​ເຍີ້​ຍ. ​ແລະ ທີ່​ກ່າວ​ມາ​ນີ້ ​ແມ່ນ​ກ່ຽວ​ກັບ​ຜູ້​ໃຫຍ່​ຄື​ກັນ.

ສິ່ງ​ຄອຍ​ທຳລາຍ​ຮາກ​ທາງ​ວິນ​ຍານ​ຢ່າງ​ໜຶ່ງ​ອີກ—ຊຶ່ງ​ເທັກ​ໂນ​ໂລຈີຢາກ​ເລັ່ງ​ໃຫ້​ໄວ​ ແຕ່​ກໍ​ບໍ່​ແມ່ນ​ແຕ່​ເທັກ​ໂນ​ໂລ​ຈີ​ເທົ່າ​ນັ້ນ—ຄື ການ​​ເບິ່ງ​ພຣະກິດ​ຕິ​ຄຸນ ຫລື ສາດສະໜາ​ຈັກ ຈາກ​ມຸມ​ນ້ອຍໆ. ມຸມ​ນ້ອຍໆ​ນີ້ ຈະ​ເຈາະ​ຈົງ​ໃສ່ຄຳ​ສອນ​ໃດ​ໜຶ່ງ ຫລື ການ​ປະຕິບັດ​ໃດ​ໜຶ່ງ ຫລື ​ຈຸດ​ບົກພ່ອງ​ຂອງຜູ້ນຳ​ຄົນ​ໃດ​ຄົນໜຶ່ງ ​​​ແລະ ບໍ່​ສົນ​ໃຈ​ກັບ​ຮູບ​ພາບ​ອັນ​ກວ້າງ​ໃຫຍ່​ຂອງ​ແຜນ​ແຫ່ງ​ພຣະກິດ​ຕິ​ຄຸນ ​ແລະ ​ພອນທີ່​ສ່ວນບຸກຄົນ ຫລື ທັງ​ກຸ່ມ​ກ້ອນໄດ້​ຮັບ. ປະທານກໍ​ດອນ ບີ ຮິງ​ລີ ​ໄດ້​ອະທິບາຍ​ຢ່າງ​ແຈ່ມ​ແຈ້ງ​ກ່ຽວ​ກັບສ່ວນ​ໜຶ່ງ​ຂອງ​ມຸມນ້ອຍ​ນີ້. ​ເພິ່ນ​ໄດ້​ບອກ​ນັກຮຽນ​ BYU ​ກ່ຽວ​ກັບ ຜູ້​ບັນ​ຍາຍ​ເລື່ອງ​ການ​ເມືອງ “ຜູ້​ຖືກ​ເຮັດ​ໃຫ້​ຜິດ​ໃຈ” ຕອນ​ລົງ​ຂ່າວ​ບໍ່​ດົນ​ມານັ້ນ. “​ເຂົາ​ເຈົ້າ​ໄດ້​​ເວົ້າຄຳ​ຫຍາບ​ຄາຍ ດ້ວຍ​ຄວາມ​ໂມ​ໂຫຮ້າຍ. … ແນ່​ນອນ,” ​ເພິ່ນ​ກ່າວ​ສະຫລຸບ, “ນີ້​ຄື​ຍຸກ​ ​ແລະ ບ່ອນ​ຂອງ​ຄົນ​ທີ່​ເວົ້າສຽດ​ສີ.”1 ກົງກັນຂ້າມ, ​​​ເພື່ອໃຫ້​ແນ່​ໃຈ​ວ່າ ຮາກຢັ່ງ​ລົງ​ເຖິງ​ພຣະກິດ​ຕິ​ຄຸນ ​ເຮົາ​ຕ້ອງ​ຜ່ອນຄວາມ​ຮຸນ​ແຮງ ​ແລະ ຢຸດ​ກ່າວ​ວິຈານ​ຄົນ​ອື່ນ ​ແລະ ພະຍາຍາມ​ສະ​ເໝີ​ ທີ່​ຈະ​ຫລຽວ​ເບິ່ງ​ພາບ​ກວ້າງທີ່​ດີ​ເດັ່ນ​ຂອງ​ວຽກ​ງານ​ຂອງ​ພຣະ​ເຈົ້າ.

II. ໜາມ; ຄວາມ​ກັງວົນ​ເຖິງຊີວິດ​ນີ້ ​ແລະ ການຢາກ​ຮັ່ງ​ຢາກ​ມີ

ພຣະ​ເຢຊູ​ໄດ້​ສອນ​ວ່າ “ບາງ​ເມັດ​ຕົກ​ໃສ່​ຟຸ່ມ​ໜາມ, ​ແລ້ວ​ຟຸ່ມ​ໜາມ​ເຫລົ່ານັ້ນກໍ​ໃຫຍ່​ຂຶ້ນ, ​ແລະ ຫຸ້ມ​ຮັດ​ພືດ, ມັນ​ຈຶ່ງ​ເກີດ​ຜົນ​ບໍ່​ໄດ້” (ມາຣະ​ໂກ 4:7). ພຣະອົງ​ໄດ້​ອະທິບາຍ​ວ່າ ​ໄດ້​ແກ່ “ຜູ້​ທີ່​ໄດ້​ຍິນ​ພຣະຄຳ, ​ແຕ່​ເຂົາ​ມີ​ຄວາມ​ກັງວົນ​ເຖິງ​ຊີວິດ​ນີ້, ການ​ຢາກ​ຮັ່ງ​ຢາກ​ມີ, ​ຕະຫລອດ​ທັງ​ຄວາມ​ຕ້ອງການ​ທຸກ​ສິ່ງ​ທຸກ​ຢ່າງ, ​ໄດ້​ເຂົ້າມາ​ຫຸ້ມ​ຮັດ​ພຣະຄຳ​ໄວ້, ​ພຣະຄຳ​ຈຶ່ງ​ບໍ່​ເກີດ​ຜົນ” (ມາຣະ​ໂກ 4:18–19). ມັນ​ເປັນ​ຄຳ​ເຕືອນ​ທີ່​ເຮົາ​ທຸກ​ຄົນ ຄວນ​​ເຊື່ອ​ຟັງ.

ທຳ​ອິດ ຂ້າພະ​ເຈົ້າຈະ​ກ່າວ​ເຖິງ ການ​ຢາກ​ຮັ່ງ​ຢາກ​ມີ. ບໍ່​ວ່າ​ເຮົາ​ຈະ​ຢູ່​ໃນ​ຈຸດ​ໃດ​ກໍ​ຕາມ ​ໃນ​ເສັ້ນທາງ​ຝ່າຍ​ວິນ​ຍານ—ບໍ່​ວ່າ​ສະພາບ​ການ​ທາງ​​ເຫລື້ອມ​ໃສ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ—​ເຮົາ​ທຸກ​ຄົນຈະ​ຖືກ​​ລໍ້​ລວງ​ໂດຍ​ສິ່ງ​ນີ້. ​ເມື່ອ​ທັດສະນະ ຫລື ລຳດັບ​ຄວາມ​ສຳຄັນ​ຈົດ​ຈໍ່​ຢູ່​ກັບ​ການ​ຊອກ​ຫາ, ການ​ໃຊ້, ຫລື ການ​ມີ​ຊັບ​ສົມບັດ, ​ເຮົາ​ເອີ້ນ​ສິ່ງ​ນີ້​ວ່າ ວັດຖຸ​ນິຍົມ. ມີ​ການ​ກ່າວ​ກ່ຽວ​ກັບ​ເລື່ອງ​ນີ້​ມາ​ຫລາຍ​ແລ້ວ ​ແລະ ​ມີ​ການ​ຂຽນ​ກ່ຽວ​ກັບ​ວັດຖຸ​ນິຍົມ ທີ່​ບໍ່​ຈຳ​ເປັນ​ຕ້ອງ​ເອົາ​ມາ​ກ່າວ​ຫລາຍ.2 ຄົນ​ທີ່​ເຊື່ອ​ວ່າຊັບ​ສິນ​ເປັນ​ສິ່ງ​ສຳຄັນ ​ເປັນ​ຄົນ​ທີ່​ຄິດ​ແຕ່​ນຳ “ການ​ຢາກ​ຮັ່ງ​ຢາກ​ມີ.” ຄວາມ​ລ້ຳລວຍ ຫລື ລາຍ​ໄດ້​ທີ່​ຫລວງຫລາຍ ບໍ່​ໄດ້​ສຳຄັນ​ຕໍ່​ພຣະ​ເຈົ້າ, ​ແລະ ການ​ຂາດ​ເຂີນ​ສິ່ງ​ດັ່ງກ່າວ ກໍ​ບໍ່​ສຳຄັນ​ຕໍ່​ພຣະ​ເຈົ້າ. ​ເມື່ອ​ພຣະ​ເຢຊູ​ໄດ້​ບອກ​ຜູ້​ຕິດຕາມ​ທີ່​ຊື່ສັດ​ຄົນ​ໜຶ່ງ​ວ່າ ລາວ​ຈະ​ໄດ້​ຮັບ​ຊີວິດ​ນິລັນດອນ ຖ້າ​ຫາກ​ລາວ​ແຈກ​ຢາຍ​ຊັບ​ສິນ​ຂອງ​ລາວ​ໃຫ້​ຄົນ​ຍາກຈົນ (​ເບິ່ງ ມາຣະ​ໂກ 10:17–24), ພຣະອົງ​ບໍ່​ໄດ້​ບອກ​ວ່າ ການ​ມີ ​ຊັບສິນ​ເປັນ​ສິ່ງ​ທີ່​ບໍ່​ດີ ​ແຕ່​ພຣະອົງ​ບອກ​ວ່າ ທັດສະນະ ຂອງ​ຜູ້​ຕິດຕາມ​ ​ຕໍ່​ຊັບ​ສິນ ​ເປັນ​ສິ່ງທີ່​ບໍ່​ດີ. ດັ່ງ​ທີ່​ເຮົາ​ຮູ້, ພຣະ​ເຢຊູ​ໄດ້​ຍ້ອງຍໍ​ໄທ​ຊາ​ມາ​ເຣຍຜູ້​ໃຈດີ ຜູ້​ໄດ້​ໃຊ້​ຊັບ​ສິນ​ຂອງ​ລາວ ​ເພື່ອ​ຊ່ອຍ​ເຫລືອ​ເພື່ອ​ນມະນຸດ​ ທີ່​ຢູດາ​ໄດ້​ໃຊ້ທໍລະ​ຍົດພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ລາວ. ຮາກ​ຂອງ​ຄວາມ​ຊົ່ວ​ຮ້າຍ​ທັງຫລາຍ​ບໍ່​ແມ່ນ​​ເງິນ​ຄຳ ​ແຕ່​ແມ່ນ ການ​ຮັກ​ເງິນ​ຄຳ (​ເບິ່ງ 1 ຕີ​​ໂມ​ທຽວ 6:10).

ພຣະຄຳ​ພີ​ມໍ​ມອນ​ໄດ້​ບອກ​ເຖິງ​ເວລາ ຕອນ​ທີ່​ສາດສະໜາ​ຈັກ​ຂອງ​ພຣະ​ເຈົ້າ “​ເລີ່​ມຕົ້ນ​ເສື່ອ​ມ​ໂຊມ ຕາມ​ຄວາມ​ກ້າວໜ້າ​” (​​ແອວ​ມາ 4:10) ເພາະ “ຜູ້​ຄົນ​ຂອງ​ສາດສະໜາ​ຈັກ​ເລີ່​ມ … ໝົກ​ໝຸ້ນ​ຢູ່​ກັບ​ຂອງ​ມີຄ່າ ​ແລະ ກັບ​ສິ່ງ​ທີ່​ບໍ່​ມີ​ປະ​ໂຫຍ​ດຂອງ​ໂລກ” (​ແອວ​ມາ 4:8). ຄົນ​ໃດ​ກໍ​ຕາມ​ທີ່​ມີ​ສິ່ງ​ຂອງ​ທາງ​ໂລກ​ຢ່າງ​ຫລວງຫລາຍ ຈະ​ຕົກ​ຢູ່​ໃນ​ອັນຕະລາຍ​ຂອງ​ “ຄວາມ​ພໍ​ໃຈ​ໃນ​ຕົນ​ເອງ” ຈາກ​ຄວາມ​ຮັ່ງມີ ​ແລະ ສິ່ງ​ຂອງ​ທາງ​ໂລກ.3 ສິ່ງ​ນີ້ ​ເໝາະ​ສົມ​ຫລາຍ​ກັບ​ຄຳ​ສອນ​ຂໍ້​ຕໍ່​ໄປ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ.

ໜາມ​ທີ່​ເຫັນ​ໄດ້​ຍາກ ອັນ​ທີ່​ຈະ​ຫຸ້ມ​ຮັດ​ພຣະຄຳ​ຂອງ​ພຣະກິດ​ຕິ​ຄຸນ ​ໃນ​ຊີວິດ​ຂອງ​ເຮົາ ​ແມ່ນ​ອິດ​ທິ​ພົນ​ຂອງໂລກ ທີ່​ພຣະ​ເຢຊູ​ເອີ້ນ​ວ່າ “ຄວາມ​ກັງວົນ​ນຳ​ຊັບ​ສົມບັດ ຕະຫລອດ​ທັງ​ຄວາມ​ສະໜຸກ​ຂອງ​ຊີວິດ​ນີ້” (ລູກາ 8:14). ມັນມີ​ຫລາຍ​ຈົນ​ເອົາ​ມາ​ກ່າວ​ບໍ່​ໄຫວ. ຂ້າພະ​ເຈົ້າຈະ​ກ່າວ​ເຖິງສອງ​ສາມ​ຕົວຢ່າງ.

ມີ​ເທື່ອ​ໜຶ່ງ ພຣ​ເຢຊູ​ໄດ້​ຕຳນິອັກຄະ​ສາວົກ​ຊັ້ນຜູ້​ໃຫຍ່​ຂອງ​ພຣະອົງ, ​ໂດຍ​ກ່າວ​ແກ່​​ເປ​ໂຕ​ວ່າ, “​ເຈົ້າ​ເປັນ​ສິ່ງ​ກີດຂວາງ​ທາງ​ເດີນ​ຂອງ​ເຮົາ: ​ເພາະ​ເຈົ້າບໍ່​ໄດ້​ຄິດ​ຢ່າງ​ພຣະ​ເຈົ້າ, ​ແຕ່​ຄິດ​ຢ່າງ​ມະນຸດ” (ມັດ​ທາຍ 16:23; ​ເບິ່ງ D&C 3:6–7; 58:39 ນຳ​ອີກ). ການ​ຄິດ​ຢ່າງ​ມະນຸດ ໝາຍ​ເຖິງ​ການ​ໃຫ້​ສິ່ງທີ່​ເປັນ​ຂອງ​ໂລກ ມີ​ຄວາມ​ສຳຄັນ​ກວ່າ​ສິ່ງ​ທີ່​ເປັນ​ຂອງພຣະ​ເຈົ້າ ​ໃນ​ການ​ກະທຳ​, ​ໃນ​ລຳດັບ​ຄວາມ​ສຳຄັນ, ​ແລະ ​ໃນ​ຄວາມ​ຄິດ​ຂອງ​ເຮົາ.

ເຮົາ​ໄດ້​ຍອມ​ແພ້​ຕໍ່ “ຄວາມ​ສະໜຸກ​ຂອງ​ຊີວິດ​ນີ້” (1) ເມື່ອ​ເຮົາ​ຕິດ​ແສດ, ຊຶ່ງ​ທຳລາຍຂອງ​ປະທານ​​ແຫ່ງ​ອຳ​ເພີ​ໃຈ​ອັນ​ລ້ຳຄ່າຂອງ​ພຣະ​ເຈົ້າ; (2) ເມື່ອ​ເຮົາ​ຖືກ​ລໍ້​ລວງ​ໂດຍ​ສິ່ງ​ລົບ​ກວນ​ເລັກໆ​ນ້ອຍໆ, ຊຶ່ງ​ດຶງ​ດູດ​ເຮົາ ​ໄປ​ຈາກ​ສິ່ງ​ທີ່​ມີ​ຄວາມ​ສຳຄັນ​ນິລັນດອນ, ​ແລະ (3) ເມື່ອ​ເຮົາ​ຄິດວ່າ​ຕົນ​ມີ​ສິດ​ທີ່​ຈະໄດ້ຮັບ​ຜົນ​ສະທ້ອນ​ທີ່​ດີ, ຊຶ່ງ​ທຳລາຍ​ຄວາມ​ເຕີບ​​ໂຕ​ອັນ​ຈຳ​ເປັນ ​​ເພື່ອ​ມີຄຸນສົມບັດສຳລັບ​ຈຸດໝາຍ​ປາຍທາງນິລັນດອນ​ຂອງ​ເຮົາ.

ເຮົາ​ໄດ້​ປ່ອຍ​ໃຫ້​ຄວາມ​ກັງວົນ​ເຖິງຊີວິດ​ນີ້​​ເອົາ​ຊະນະ​ເຮົາ ເມື່ອ​ເຮົາມີ​ຄວາມ​ຢ້ານ​ກົວ​ຕໍ່​ອະນາຄົດ, ຊຶ່ງ​ກີດ​ກັນ​ຄວາມ​ກ້າວໜ້າ​ຂອງ​ເຮົາ​​ໃນ​ສັດທາ, ກີດ​ກັນ​ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ​ແລະ ຄຳ​ສັນຍາ​ຂອງ​ພຣະອົງ. ຊາວ​ຫ້າ​ປີ​ກ່ອນ​ ນາຍຄູ​ ທີ່ BYU, ຊື່ ຮິ​ວ ດັບ​ເບິນ​ຢູ ນິບລີ, ​ໄດ້​ກ່າວ​​ເຖິງ​​ໄພ​ອັນຕະລາຍ ຂອງ​ຄວາມ​ກັງວົນ​ເຖິງ​ຊີວິດ​ນີ້. ​ເພິ່ນ​ໄດ້ຖືກ​ສອບ​ຖາມ​ໃນ​ການ​ສຳພາດ​ວ່າ ຕາມ​ສະຖານະ​ການ​ຂອງ​ໂລກ ​ແລະ ໜ້າ​ທີ່​ປະກາດ​ພຣະກິດ​ຕິ​ຄຸນ​ຂອງ​ເຮົາ, ​ເຮົາ​ຄວນ​ປັບປຸງ​ພຣະກິດ​ຕິ​ຄຸນ​ ”​ໃຫ້​ເຂົ້າກັບ​ໂລກ​ບໍ ​ໃນ​ສິ່ງ​ທີ່​ເຮົາ​ກະທຳ​ຢູ່​ໃນ​ສາດສະໜາ​ຈັກ.”4

ເພິ່ນ​​ໄດ້ຕອບ​ວ່າ: “ສາດສະໜາ​ຈັກ​ໄດ້​ປະ​ເຊີນ​ກັບ​ບັນຫາ​ນີ້​ຕະຫລອດ​ມາ, ບໍ່​ແມ່ນ​ບໍ? ​ເຮົາ​ຕ້ອງ​ພ້ອມ​ແລ້ວ ທີ່​ຈະ​​ເຮັດ​ໃຫ້​ຄົນ​ອື່ນ​ຜິດ​ໃຈ, ​ເຮົາ​ຕ້ອງ​ພ້ອມ​ແລ້ວ​ທີ່​ຈະ​ສ່ຽງ. ນັ້ນຄື​ຕອນ​ທີ່​ຕ້ອງ​ໃຊ້​ສັດທາ. … ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ຈະ​ຖືກ​ທົດ​ສອບ, ຈະ​ຕ້ອງ​ເປັນ​ສິ່ງ​ຍາກ, ຈະ​ຕ້ອງ​ໃຊ້​ການ​ບໍ່​ໄດ້ ຕາມ​ຄຳ​ກ່າວ​ຂອງ​ໂລກ.”5

ຫລັກ​ທຳ​ຂໍ້​ນີ້ ​ໄດ້​ຖືກ​ຢືນຢັນ​ຢູ່​ມະຫາວິທະຍາ​ໄລ BYU ສອງ​ສາມ​ເດືອນ​ຜ່ານ​ມາ​ນີ້ ​ໂດຍ​ຜູ້ນຳຂອງ​ສາດສະໜາ​ກາ​ໂຕ​ລິກ ຊື່ວ່າ ຊາລີ ເຈ ຈາ​ພຸດ ຜູ້​ເປັນ​ຫົວໜ້າ​ບາດ​ຫລວງ​ປະຈຳ​ເມືອງ, ຈາກ​ເມືອງຟີ​ລາ​ເດັນ​ເຟຍ. ​ເມື່ອ​ກ່າວ​ເຖິງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍທີ່​ບັນດາຊາວ​ມໍ​ມອນ ​ແລະ ຊາວ​ກາ​ໂຕ​ລິກ ມີ, ດັ່ງ​ເຊັ່ນ “​ເລື່ອງ​ການ​ແຕ່ງງານ ​ແລະ ຄອບຄົວ, ທຳມະ​ຊາດ​ຂອງ​ເພດ, ຄວາມ​ສັກສິດ​ຂອງ​ຊີວິດ​ຂອງ​ມະນຸດ, ​ແລະ ຄວາມ​ສຳຄັນ​ຢ່າງຮີບ​ດ່ວນ​​ເລື່ອງ​ເສລີພາບ​ຂອງ​ສາດສະໜາ,” ​ເພິ່ນ​ໄດ້​ກ່າວ​ດັ່ງ​ນີ້:

“ຂ້າພະ​ເຈົ້າຢາກ​​ເນັ້ນອີກເຖິງ​ຄວາມ​ສຳຄັນ​ຂອງ​ການ​ດຳລົງ​ຊີວິດຢ່າງ​ແທ້​ຈິງ​ຕາມ​ສິ່ງ​ທີ່​ເຮົາ​ເຊື່ອ​ຖື. ສິ່ງ​ນີ້​ຄວນ​ໃຫ້​ມີ​ຄວາມ​ສຳຄັນ—ບໍ່​​ແມ່ນ​ເປັນ​ພຽງ​ສິ່ງ​ໜຶ່ງ​ທີ່ຢູ່​ໃນ​ຊີວິດ​ຂອງ​ເຮົາ ​ແລະ ຂອງ​ຄອບຄົວ​ເທົ່າ​ນັ້ນ ​ແຕ່​ໃນ​ສາດສະໜາ​ຈັກ​ຂອງ​ເຮົາ​ນຳ​ອີກ, ​ໃນ​ການ​ເລືອກ​ທາງ​ການ​ເມືອງ, ​ໃນ​ທຸລະ​ກິດ, ​ໃນ​ການ​ປະຕິບັດ​ຕໍ່​ຄົນ​ຍາກຈົນ, ​ຫລື ຈະ​ເວົ້າ​ໄດ້​ວ່າ, ​ໃນ​ທຸກ​ສິ່ງ​ທີ່​ເຮົາ​ກະທຳ.”

ນີ້​ຄື​ເຫດຜົນ​ທີ່​ມັນສຳຄັນ,” ​ເພິ່ນ​ໄດ້​ກ່າວ​ຕໍ່. “ຈົ່ງຮຽນ​ຈາກ​ປະສົບ​ການ​ຂອງ​ຊາວ​ກາ​ໂຕ​ລິກ. ພວກ​ເຮົາ​ຊາວ​ກາ​ໂຕ​ລິກ​ເຊື່ອ​ວ່າ ວຽກ​ງານ​ຂອງ​ພວກ​ເຮົາ ​ຄືເປັນ​ເຊື້ອ​ແປ້ງ​ໃຫ້​ສັງຄົມ. ​ແຕ່​ໃຫ້​​ເຂົ້າ​ໃຈ​ຄັກໆ​ວ່າ ມັນ​ມີ​ຄວາມ​ແຕກ​ຕ່າງ​ລະຫວ່າງ ການ​ເປັນ​​ເຊື້ອ​ແປ້ງ ​ໃຫ້ ແລະ ການ​​ເປັນ​ອາຫານ ຂອງ ສັງຄົມ.”6

ຄຳ​ເຕືອນ​ຂອງພຣະຜູ້​ຊ່ອຍ​ໃຫ້​ລອດ ເລື່ອງ​ຄວາມ​ກັງວົນ​ເຖິງຊີວິດ​ນີ້​​ ຈະ​​ຫຸ້ມ​ຮັດ​ພຣະຄຳ​ຂອງ​ພຣະ​ເຈົ້າ ​ໃນ​ຊີວິດ​ຂອງ​ເຮົາ ​ໄດ້​ທ້າ​ທາຍ​ເຮົາ​ໃຫ້​​ຈັດ​ລຳ​ດັບ​ຄວາມ​​ສຳຄັນ​—​ໃຫ້​​ເອົາ​ໃຈ​ໃສ່—ຕໍ່ພຣະບັນຍັດ​ຂອງ​ພຣະ​ເຈົ້າ ​ແລະ ​ຜູ້ນຳ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະອົງ.

ຕົວຢ່າງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ໄດ້​ເຮັດ​ໃຫ້​ເຮົາ​ຄິດ​ກ່ຽວ​ກັບ​ຄຳ​ອຸປະມາ​ເລື່ອງ​ນີ້ ທີ່​ກ່ຽວ​ກັບ​ດິນ. ດິນ​ດີ​ແມ່ນ​ຂຶ້ນກັບ​ໃຈ​ຂອງ​​ເຮົາ​ແຕ່ລະຄົນ​ທີ່​ສຳ​ພັດ​ກັບ​ເມັດ​ພືດ​ຂອງ​ພຣະກິດ​ຕິ​ຄຸນ. ​ໃນ​ການ​ຮັບ​ເອົາ​ຄຳ​ສອນ, ​ຫົວ​ໃຈ​ບາງ​ໜ່ວຍ​ອາດ​ແຂງ​ກະດ້າງ ​ແລະ ບໍ່​ຕຽມ​ພ້ອມ, ຫົວ​ໃຈ​ບາງ​ໜ່ວຍ​ອາດ​​​ເປັນ​ເໝືອນ​ກ້ອນ​ຫີນ​ຈາກ​ການ​ເຊົາ​ໃຊ້, ​ແລະ ບາງ​ໜ່ວຍອາດ​ໝົກ​ໝຸ້ນ​ຢູ່​ກັບ​ສິ່ງ​ທີ່​ເປັນ​ຂອງ​ໂລກ.

III. ຕົກ​ໃສ່​ດິນ​ດີ ຈຶ່ງ​ເກີດ​ຜົນ

ຄຳ​ອຸປະມາ​ຂອງ​ຜູ້​ຫວ່ານ ​ຈົບ​ລົງ​ດ້ວຍ​ຄຳ​ອະທິບາຍ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ​ເຖິງ​ເມັດ​ພືດທີ່​ໄດ້​ “ຕົກ​ໃສ່​ດິນ​ດີ ຈຶ່ງ​ເກີດ​ຜົນ” ​ໃນ​ຫລາຍ​ລະດັບ (ມັດ​ທາຍ 13:8). ເຮົາ​ຈະ​ສາມາດ​ຕຽມ​ຕົວ​ເອງ ​ໃຫ້​ເປັນ​ດິນ​ດີ ​ແລະ ​ເກີດ​ຜົນລະ​ປູກ​ດີ ​ໄດ້​ແນວ​ໃດ?

ພຣະ​ເຢຊູ​ໄດ້​ອະທິບາຍ​ວ່າ “ສ່ວນ​ເມັດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ ​ໄດ້​ແກ່​ພວກ​ທີ່​ໄດ້​ຍິນ​ພຣະຄຳ ​ແລະ ຍຶດຖື​ເອົາ​ໄວ້​ດ້ວຍ​ໃຈ​ສັດ​ຊື່ ​ແລະ ​ເຊື່ອ​ຟັງ, ຈຶ່ງ​ທົນ​ໄດ້​ຈົນ​ເກີດ​ຜົນ” (ລູກາ 8:15). ເຮົາ​ມີ​ເມັດ​ພືດ​ແຫ່ງ​ພຣະຄຳ​ຂອງ​ພຣະກິດ​ຕິ​ຄຸນ. ມັນ​ຂຶ້ນກັບ​ເຮົາ​ແຕ່ລະຄົນ​ທີ່​ຈະຕັ້ງລຳດັບ​ຄວາມ​ສຳຄັນ ​ແລະ ​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ດິນ​ຂອງ​ເຮົາ​ເປັນ​ດິນ​ດີ ​ແລະ ​​ໄດ້​ຮັບ​ຜົນລະປູກຢ່າງ​ຫລວງຫລາຍ. ​ເຮົາ​ຕ້ອງ​ພະຍາ​ຍາມ​ຢັ່ງ​ຮາກ​ຂອງ​ເຮົາ​ໃຫ້​ແໜ້ນ ​ແລະ ​ເຫລື້ອມ​ໃສ​​ໃນພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ (​ເບິ່ງ ​ໂກ​ໂລ​ຊາຍ 2:6–7). ​ເຮົາ​ບັນລຸຄວາມ​ເຫລື້ອມ​ໃສ​ນີ້​ໂດຍ​ການ​ອະທິຖານ, ​ໂດຍ​ການ​ອ່ານ​ພຣະຄຳ​ພີ, ​ໂດຍ​ການ​ຮັບ​ໃຊ້, ​ແລະ ​ໂດຍ​ການ​ຮັບ​ສິນ​ລະ​ລຶກ​ເປັນ​ປະຈຳ ​ເພື່ອ​ຈະ​ໄດ້​ມີ​ພຣະວິນ​ຍານ​ຂອງ​ພຣະອົງ​ຢູ່​ດ້ວຍ​ຕະຫລອດ​​ເວລາ. ​ເຮົາ​ຕ້ອງ​ສະ​ແຫວ​ງຫາ​ການ​ປ່ຽນ​ແປງອັນ​ຍິ່ງໃຫຍ່​ໃນ​ໃຈນັ້ນ (​ເບິ່ງ ​ແອວ​ມາ 5:12–14) ຊຶ່ງ​ແລກປ່ຽນ​ຄວາມ​ປາດ​ຖະໜາ​ສິ່ງ​ທີ່​ບໍ່​ດີ ​ແລະ ຄວາມ​ເປັນ​ຫ່ວງ​ທີ່​ເຫັນ​ແກ່​ຕົວ ​ກັບຄວາມ​ຮັກ​ຂອງພຣະ​ເຈົ້າ ​ແລະ ກັບຄວາມ​ປາດ​ຖະໜາ​ທີ່​ຈະ​ຮັບ​ໃຊ້​ພຣະອົງ ​ແລະ ລູກໆ​ຂອງ​ພຣະອົງ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ຄວາມ​ຈິງ​ຂອງ​ສິ່ງ​ເຫລົ່າ​ນີ້ ​ແລະ ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ, ຊຶ່ງ​ຄຳ​ສອນ​ຂອງ​ພຣະອົງ​ໄດ້​ຊີ້​ທິດທາງ ​ແລະ ການຊົດ​ໃຊ້ຂອງ​ພຣະອົງ ​ຊຶ່ງ​ເຮັດ​ໃຫ້​ທຸກ​ສິ່ງ​ທັງ​ປວງເປັນ​ໄປ​ໄດ້, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

​ແຫ​ລ່ງອ້າງ​ອີງ

  1. Gordon B. Hinckley, “Let Not Your Heart Be Troubled” (Brigham Young University devotional, Oct. 29, 1974), 1; speeches.byu.edu.

  2. ​ເບິ່ງ, ຍົກ​ຕົວຢ່າງ, Dallin H. Oaks, “Materialism,” chapter 5 in Pure in Heart (1988), 73–87.

  3. ຂ້າພະ​ເຈົ້າ​ມີ​ຄວາມ​ກະຕັນຍູ​ຕໍ່ Elder Neal A. Maxwell ສຳລັບ​ພາບ​ທີ່​ໜ້າ​ຊົງ​ຈຳ​ນີ້ (​ເບິ່ງ “These Are Your Days,” Ensign, Oct. 2004, 26).

  4. James P. Bell, in “Hugh Nibley, in Black and White,” BYU Today, May 1990, 37.

  5. Hugh Nibley, in “Hugh Nibley, in Black and White,” 37–38.

  6. Charles J. Chaput, “The Great Charter at 800: Why It Still Matters,” First Things, Jan. 23, 2015, firstthings.com/web-exclusives/2015/01/the-great-charter-at-800; see also Tad Walch, “At BYU, Catholic Archbishop Seeks Friends, Says U.S. Liberty Depends on Moral People,” Deseret News, Jan. 23, 2015, deseretnews.com/article/865620233/At-BYU-Catholic-archbishop-seeks-friends-says-US-liberty-depends-on-moral-people.html. ຜູ້ນຳ​ຂອງ​ສາດສະໜາ ຊື່ ຈາ​ພຸດ ຍັງ​ໄດ້​ກ່າວ​ຕື່ມ​ວ່າ “ສະ​ຖາ​ບັນ​ຫລາຍ​ແຫ່ງ​ທີ່​ດີ​ທີ່​ສຸດຂອງ​ຊາວ​ກາ​ໂຕ​ລິກ ​ໄດ້​ສູນ​ເສຍ ຫລື ອ່ອນ​ຂໍ້​​ເອກະລັກ​​ທາງສາດສະໜາ. … ບຣິກຳ ຢັງ ​ເປັນ​ມະຫາວິທະຍາ​ໄລ​ທີ່​​ດີພິເສດ​ … ​ເພາະ​ມັນ​​ເປັນ​ສູນ​ກາງ​ຮຽນ​ຮູ້ ​ທີ່​ສົ່ງ​ເສີມ​ໂດຍ​ເອກະລັກ​ທາງ​ສາດສະໜາ. ຢ່າ​ສູນ​ເສຍ​ສິ່ງ​ນີ້” (“The Great Charter at 800”).