​2010–2019
ຂອງ​ປະທານ​ແຫ່ງ​ພຣະ​ຄຸນ
ເມສາ 2015


19:13

ຂອງ​ປະທານ​ແຫ່ງ​ພຣະ​ຄຸນ

ໃນ​ວັນ​ນີ້ ແລະ ຕະຫລອດ​ໄປ ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ມີ​ໃຫ້​ສຳລັບ​ທຸກ​ຄົນ ຜູ້​ມີໃຈ​ຊອກ​ຊ້ຳ ແລະ ມີ​ວິນ​ຍານ​ທີ່​ສຳນຶກ​ຜິດ.

ໃນ​ເຊົ້າ​ວັນ​ອາທິດ​ຂອງ​ວັນ​ອິດ​ສະ​ເຕີ​ນີ້ ພວກ​ເຮົາ​ສະເຫລີມສະຫລອງ​ເຫດການ​ທີ່​ຮຸ່ງ​ເຫລື້ອມ​ທີ່​ສຸດ ຊຶ່ງ​ຜູ້​ຄົນ​ໄດ້​ລໍຖ້າ​ເປັນ​ເວລາ​ດົນ​ນານ ໃນ​ປະຫວັດສາດ​ຂອງ​ໂລກ.

ມັນ​ເປັນ​ວັນ​ທີ່​ປ່ຽນແປງ​ທຸກ​ສິ່ງ.

ໃນ​ວັນ​ນັ້ນ, ຊີວິດ​ຂອງ​ຂ້າພະເຈົ້າ​ໄດ້​ປ່ຽນ​ແປງ.

ຊີວິດ​ຂອງ​ທ່ານ​ໄດ້​ປ່ຽນ​ແປງ.

ຈຸດໝາຍ​ປາຍທາງ​ຂອງ​ລູກ​ທັງ​ໝົດ​ຂອງ​ພຣະ​ເຈົ້າ​ໄດ້​ປ່ຽນ​ແປງ.

ໃນ​ວັນ​ທີ່​ສຳຄັນ​ນັ້ນ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ມະນຸດ, ໄດ້​ຮັບ​ເອົາ​ໂສ້​ແຫ່ງ​ຄວາມ​ຜິດ​ບາບ ແລະ ຄວາມ​ຕາຍ ທີ່​ຈ່ອງ​ຈຳ​ເຮົາ​ໄວ້, ແລະ ໄດ້​ເຮັດ​ໃຫ້​ບ້ວງ​ໂສ້​ເຫລົ່ານັ້ນ​ຂາດ​ອອກ ແລະ ປ່ອຍ​ເຮົາ​ເປັນ​ອິດ​ສະ​ລະ.

ເພາະ​ການ​ເສຍ​ສະລະ​ຂອງ​ພຣະ​ຜູ້​ໄຖ່​ທີ່​ຮັກ​ຂອງ​ເຮົາ, ຄວາມ​ຕາຍ​ຈຶ່ງ​ບໍ່​ມີ​ໄລ​ພິດ, ຫລຸມ​ຝັງ​ສົບ​ຈຶ່ງ​ບໍ່​ມີ​ໄຊ​ຊະ​ນະ,1 ຊາ​ຕານ​ບໍ່​ມີ​ອຳນາດ​ອັນ​ເປັນນິດ, ແລະ ເຮົາ “ຖືກ​ໂຜດ … ໃຫ້​ບັງເກີດ​ໃໝ່ ເຂົ້າ​ສູ່​ຄວາມ​ຫວັງ​ອັນ​ມີ​ຊີວິດ​ຢູ່​ໂດຍ ການ​ຟື້ນ​ຄືນ​ພຣະຊົນ ຂອງ​ພຣະ​ເຢ​ຊູ​ຄຣິດ.”2

ແນ່ນອນ​ທີ່ ອັກ​ຄະ​ສາວົກ​ໂປໂລ ໄດ້​ເວົ້າ​ຖືກ ເມື່ອ​ເພິ່ນ​ໄດ້​ກ່າວ​ວ່າ ເຮົາ​ສາມາດ “ເລົ້າ​ໂລມ​ອອຍ​ໃຈ​ຊຶ່ງ​ກັນ​ແລະ​ກັນ ດ້ວຍ​ຂໍ້ຄວາມ​ເຫລົ່າ​ນີ້.”3

ພຣະ​ຄຸນ​ຂອງ​ພຣະ​ເຈົ້າ

ເຮົາ​ມັກ​ເວົ້າ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ—ເປັນ​ສິ່ງ​ທີ່​ຖືກຕ້ອງ​ສຳລັບ​ເຮົາ​ທີ່​ຈະ​ເຮັດ!

ຢາ​ໂຄບ​ໄດ້​ກ່າວ​ວ່າ, “ເປັນ​ຫຍັງ​ຂ້າພະເຈົ້າ​ຈຶ່ງ​ບໍ່​ເວົ້າ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ, ແລະ ມີ​ຄວາມ​ຮູ້​ອັນ​ສົມບູນ​ກ່ຽວ​ກັບ​ພຣະ​ອົງ?”4 ແຕ່​ເມື່ອ​ “ເຮົາເວົ້າ​ເຖິງ​ພຣະ​ຄຣິດ, … ປິ​ຕິ​ຍິນດີ​ໃນ​ພຣະ​ຄຣິດ, … ສັ່ງສອນ​ເລື່ອງ​ພຣະ​ຄຣິດ, [ແລະ] ທຳນາຍ​ເຖິງ​ພຣະ​ຄຣິດ”5 ໃນ​ທຸກ​ໂອກາດ, ເຮົາ​ບໍ່​ຄວນ​ລືມ​ຄວາມ​ກະຕັນຍູ ດ້ວຍ​ຄວາມ​ເຄົາລົບ ແລະ ຄວາມ​ຊາບ​ຊຶ້ງ​ໃຈ ສຳລັບ​ການ​ເສຍ​ສະລະ​ນິລັນດອນ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

ເຮົາ​ບໍ່​ຄວນ​ເຮັດ​ໃຫ້ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ກາຍເປັນ​ສິ່ງ​ທຳ​ມະ​ດາ ໃນ​ການ​ສິດສອນ​ຂອງ​ເຮົາ, ໃນ​ການ​ສົນທະນາ​ຂອງ​ເຮົາ, ຫລື ໃນ​ໃຈ​ຂອງ​ເຮົາ. ມັນ​ເປັນ​ສິ່ງ​ສັກສິດ ແລະ ສູງ​ສົ່ງ, ເປັນ​ເພາະ “ການ​ເສຍ​ສະລະ​ຄັ້ງ​ຍິ່ງ​ໃຫຍ່ ແລະ ຄັ້ງ​ສຸດ​ທ້າຍ” ນີ້ ພຣະ​ເຢ​ຊູ​ຄຣິດ ຈຶ່ງ​ໄດ້​ນຳ “ຄວາມ​ລອດ​ມາ​ຫາ​ຄົນ​ທັງ​ປວງ​ທີ່​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.”6

ຂ້າພະເຈົ້າ​ປະຫລາດ​ໃຈ​ກັບ​ຄວາມ​ຄິດ​ທີ່​ວ່າ ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ໄດ້​ຖ່ອມ​ລົງ​ມາ​ເພື່ອ​ຊ່ອຍ​ເຮົາ​ໃຫ້​ລອດ, ເຖິງ​ແມ່ນ​ເຮົາ​ຂາດ​ຕົກ​ບົກພ່ອງ, ມີ​ປົມ​ດ້ອຍ, ມັກ​ເຮັດ​ຄວາມ​ຜິດ​ຢູ່​ເລື້ອຍ, ແລະ ອະກະຕັນຍູ​ຢູ່​ຕະ​ຫລອດ. ຂ້າພະເຈົ້າ​ໄດ້​ພະຍາຍາມ​ທີ່​ຈະ​ເຂົ້າໃຈ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ດ້ວຍ​ຄວາມ​ຄິດ​ທີ່​ຈຳກັດ​ຂອງ​ຂ້າພະເຈົ້າ, ແລະ ຂ້າພະເຈົ້າ​ພຽງ​ແຕ່​ອະທິບາຍ​ໄດ້​ວ່າ ພຣະ​ເຈົ້າ​ຮັກ​ເຮົາ​ຢ່າງ​ເລິກ​ຊຶ້ງ, ຢ່າງ​ສົມບູນ, ແລະ ເປັນ​ນິດ. ຂ້າພະເຈົ້າ​ບໍ່​ສາມາດ​ທີ່​ຈະ​ວັດແທກ “ຄວາມ​ກວ້າງ, ຄວາມ​ຍາວ, ຄວາມ​ສູງ, ແລະ ຄວາມ​ເລິກ … [ຂອງ] ຄວາມ​ຮັກ​ຂອງ​ພຣະ​ຄຣິດ.”7

ການສະແດງ​ຄວາມ​ຮັກ​ຢ່າງ​ມີ​ພະລັງ​ນັ້ນ ຄື​ສິ່ງ​ທີ່​ພຣະ​ຄຳ​ພີ​ມັກ​ເອີ້ນ​ວ່າ ພຣະ​ຄຸນ​ຂອງ​ພຣະ​ເຈົ້າ—ເປັນຄວາມ​ຊ່ອຍ​ເຫລືອ​ຈາກ​ສະຫວັນ ແລະ ເປັນ​ຂອງ​ປະທານ​ແຫ່ງ​ພະລັງ ຊຶ່ງ​ໂດຍ​ສິ່ງ​ນັ້ນ ເຮົາ​ຈະ​ເຕີບ​ໂຕ​ຂຶ້ນ​ຈາກ​ຄວາມ​ບົກພ່ອງ ແລະ ຈາກ​ຄວາມ​ຈຳກັດ​ຂອງ​ເຮົາ​ໃນ​ຕອນ​ນີ້ ກາຍເປັນ​ຄົນ​ສູງ​ສົ່ງ ດ້ວຍ​ຄວາມ​ຈິງ ແລະ ຄວາມ​ສະຫວ່າງ, ຈົນ​ກວ່າ​ເຮົາ​ຈະ​ໄດ້​ຮັບ​ກຽດຕິຍົດ​ໃນ​ຄວາມ​ຈິງ ແລະ ຮູ້​ທຸກ​ສິ່ງ​ທັງ​ປວງ.8

ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ນີ້ ເປັນ​ສິ່ງ​ທີ່​ປະເສີດ​ຫລາຍ. ແຕ່​ສ່ວນ​ຫລາຍ​ຜູ້​ຄົນ​ມັກ​ເຂົ້າໃຈ​ຜິດ.9 ເຖິງ​ແມ່ນ​ເປັນ​ແນວ​ນັ້ນ, ເຮົາ​ຄວນ​ຮູ້​ກ່ຽວ​ກັບ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ຖ້າ​ຫາກ​ເຮົາ​ຫວັງ​ຈະ​ໄດ້​ຮັບ​ສິ່ງ​ທີ່​ຖືກ​ຕຽມ​ໄວ້​ສຳລັບ​ເຮົາ ໃນ​ອານາຈັກ​ນິລັນດອນ​ຂອງ​ພຣະ​ອົງ.

ດ້ວຍ​ເຫດ​ນີ້, ຂ້າພະເຈົ້າ​ຈຶ່ງ​ຢາກ​ກ່າວ​ກ່ຽວ​ກັບ​ພຣະ​ຄຸນ. ໂດຍ​ສະເພາະ, ທຳອິດ, ວິທີ​ທີ່​ພຣະ​ຄຸນ​ ໄຂ​ກອນ​ປະຕູ​ສະຫວັນ  ແລະ ສອງ, ວິທີ​ທີ່​ພຣະ​ຄຸນ ​ເປີດ​ປະຕູ​ສະ​ຫວັນ.

ທຳອິດ: ພຣະ​ຄຸນ​ໄຂ​ກອນ​ປະຕູ​ສະຫວັນ

ດ້ວຍ​ວ່າ​ທຸກ​ຄົນ “ໄດ້​ເຮັດ​ຜິດ​ບາບ, ແລະ ຂາດ​ຈາກ​ລັດສະໝີ​ພາບ​ຂອງ​ພຣະ​ເຈົ້າ”10 ແລະ ດ້ວຍ​ວ່າ “ສິ່ງ​ທີ່​ເປິະ​ເປື້ອນ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ​ບໍ່​ໄດ້”11 ສະນັ້ນ ເຮົາ​ແຕ່ລະຄົນ​ຈຶ່ງ​ບໍ່​ມີຄ່າ​ຄວນ ທີ່​ຈະ​ກັບເຂົ້າ​ໄປ​ໃນ​ທີ່​ປະທັບ​ຂອງ​ພຣະ​ເຈົ້າ.

ເຖິງ​ແມ່ນ​ເຮົາ​ໄດ້​ຮັບ​ໃຊ້​ພຣະ​ເຈົ້າ ຈົນ​ສຸດ​ຈິດ​ວິນ​ຍານ, ມັນ​ກໍ​ຍັງ​ບໍ່​ພຽງພໍ; ເພາະ​ເຮົາ​ຍັງ​ເປັນ “ຜູ້​ຮັບ​ໃຊ້​ທີ່​ບໍ່​ສົມ​ຄ່າ”12 ຢູ່. ເຮົາ​ບໍ່​ສາມາດ​ມີຄ່າ​ພຽງພໍ​ທີ່​ຈະ​ເຂົ້າ​ໄປ​ໃນ​ສະຫວັນ; ຂໍ້​ຮຽກຮ້ອງ​ຂອງ​ຄວາມ​ຍຸດຕິ​ທຳ ຂວາງ​ກັ້ນ​ຢູ່, ຊຶ່ງ​ເຮັດ​ໃຫ້​ເຮົາ​ບໍ່​ມີ​ອຳນາດ ທີ່​ຈະ​ເອົາ​ຊະນະ​ໄດ້​ດ້ວຍ​ຕົວເອງ.

ແຕ່​ຍັງ​ມີ​ຄວາມ​ຫວັງ​ຢູ່.

ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ເປັນຄວາມ​ຫວັງ​ທີ່​ຍິ່ງ​ໃຫຍ່ ແລະ ເປັນນິດ​ຂອງ​ເຮົາ.

ຜ່ານ​ການ​ເສຍ​ສະລະ​ຂອງ​ພຣະ​ເຢ​ຊູ​ຄຣິດ, ແຜນ​ແຫ່ງ​ຄວາມ​ເມດ​ຕາ​ແມ່ນ​ພຽງພໍ​ແກ່​ຂໍ້​ຮຽກຮ້ອງ​ຂອງ​ຄວາມ​ຍຸດຕິ​ທຳ13 “ແລະ [ນຳ] ຫົນທາງ​ມາ​ໃຫ້​ມະນຸດ ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ສັດທາ​ຈົນ​ເຖິງ​ການ​ກັບ​ໃຈ.”14

ເຖິງ​ແມ່ນ​ບາບ​ຂອງ​ເຮົາ​ອາດ​ແດງ​ເຂັ້ມ, ມັນ​ກໍ​ສາມາດ​ກາຍເປັນ​ເໝືອນ​ດັ່ງ​ຫິມະ​ໄດ້.15 ເພາະ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ທີ່​ຮັກ​ຂອງ​ເຮົາ “ໄດ້​ສະລະ​ພຣະ​ອົງ​ເອງ ເພື່ອ​ໄຖ່​ຖອນ​ມະນຸດສະໂລກ,”16 ສະນັ້ນ ເຮົາ​ຈຶ່ງ​ສາມາດ​ເຂົ້າ​ໄປ​ໃນ​ອານາຈັກ​ອັນ​ເປັນນິດ​ຂອງ​ພຣະ​ອົງ​ໄດ້.17

ປະຕູ​ໄດ້​ເປີດ!

ແຕ່​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ບໍ່​ໄດ້​ຖືກ​ມອບ​ໃຫ້​ເຮົາ ໃນ​ຕອນ​ທີ່​ເຮົາ​ຢູ່​ໃນ​ສະພາບ​ບໍລິສຸດ​ເທົ່າ​ນັ້ນ. ຖ້າ​ຄວາມ​ລອດ​ໝາຍ​ເຖິງ​ພຽງ​ແຕ່​ເປັນ​ການ​ລົບ​ລ້າງບາບ​ເທົ່າ​ນັ້ນ, ແລ້ວ​ຄວາມ​ລອດ—ຊຶ່ງ​ປະເສີດ​ແທ້ໆ—ຈະ​ບໍ່​ບັນລຸ​ເປົ້າ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ບິດາ​ສຳລັບ​ເຮົາ. ພຣະ​ອົງ​ມີ​ເປົ້າ​ໝາຍ​ທີ່​ສູງ​ກວ່າ​ນັ້ນ. ພຣະ​ອົງ​ປະສົງ​ໃຫ້​ບຸດ ແລະ ທິດາ​ຂອງ​ພຣະ​ອົງ ກາຍເປັນ​ເໝືອນ​ດັ່ງ​ພຣະ​ອົງ.

ດ້ວຍ​ຂອງ​ປະທານ​ແຫ່ງ​ພຣະ​ຄຸນ​ຂອງ​ພຣະ​ອົງ, ເສັ້ນທາງ​ຂອງ​ການ​ເປັນ​ສານຸສິດ ຈະ​ບໍ່​ນຳ​ກັບ​ຄືນ​ຫລັງ; ມັນ​ຈະ​ພາ​ໄປ​ໜ້າ​ເລື້ອຍໆ.

ມັນ​ພາ​ຂຶ້ນ​ສູງ ເກີນ​ກວ່າ​ເຮົາ​ຈະ​ເຂົ້າໃຈ​ໄດ້! ມັນ​ພາ​ຂຶ້ນ​ສູ່​ຄວາມ​ສູງ​ສົ່ງ ໃນ​ອານາຈັກ​ຊັ້ນ​ສູງ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ, ບ່ອນ​ທີ່​ເຮົາ​ຖືກ​ຫຸ້ມ​ລ້ອມ​ໄປ​ດ້ວຍ​ຄົນ​ທີ່​ເຮົາ​ຮັກ, ຮັບ​ເອົາ​ຄວາມ​ບໍລິບູນ​ຂອງ​ພຣະ​ອົງ ແລະ ລັດສະໝີ​ພາບ​ຂອງ​ພຣະ​ອົງ.18 ທຸກ​ສິ່ງ​ທັງ​ປວງ​ເປັນ​ຂອງ​ເຮົາ, ແລະ ເຮົາ​ເປັນ​ຂອງ​ພຣະ​ຄຣິດ.19 ແນ່ນອນ​ທີ່ ທຸກ​ສິ່ງ​ທີ່​ພຣະ​ບິດາ​ມີ ຈະ​ຖືກ​ມອບ​ໃຫ້​ແກ່​ເຮົາ.20

ກ່ອນ​ຈະ​ໄດ້​ຮັບ​ລັດສະໝີ​ພາບ​ນີ້, ເຮົາ​ຕ້ອງ​ເຮັດ​ຫລາຍ​ກວ່າ​ການ​ໄຂ​ກອນ​ປະຕູ; ເຮົາ​ຕ້ອງ​ຍ່າງ​ຜ່ານ​ປະຕູ​ເຂົ້າ​ໄປ ດ້ວຍ​ໃຈ​ປາດຖະໜາ​ທີ່​ຈະ​ປ່ຽນ—ເປັນ​ການ​ປ່ຽນແປງ​ທີ່​ໜ້າ​ຕື່ນເຕັ້ນ ດັ່ງ​ທີ່​ພຣະ​ຄຳ​ພີ​ບັນຍາຍ​ໄວ້​ວ່າ “ຕ້ອງ​ເກີດ​ໃໝ່​ເສຍ​ກ່ອນ; ແທ້​ຈິງ​ແລ້ວ, ແມ່ນ​ເກີດ​ຈາກ​ພຣະ​ເຈົ້າ​ເພື່ອ​ປ່ຽນ​ຈາກ​ສະພາບ​ແຫ່ງ​ກາມ​ມະ​ລົມ ແລະ ຕົກຕ່ຳ​ຂອງ​ພວກ​ເຂົາ, ມາສູ່​ສະພາບ​ແຫ່ງ​ຄວາມ​ຊອບ​ທຳ, ຖືກ​ໄຖ່​ໂດຍ​ພຣະ​ເຈົ້າ, ກາຍເປັນ​ບຸດ ແລະ ທິດາ​ຂອງ​ພຣະ​ອົງ.”21

ສອງ: ພຣະ​ຄຸນ​ເປີດ​ປະຕູ​ສະຫວັນ

ສິ່ງ​ປະກອບ​ຢ່າງ​ໜຶ່ງ​ໃນ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ແມ່ນ ການ​ເປີດ​ປະຕູ​ສະຫວັນ, ຜ່ານ​ປະຕູ​ນັ້ນ ພຣະ​ເຈົ້າ​ຈະ​ຖອກ​ເທ​ພຣະ​ພອນ​ແຫ່ງ​ອຳນາດ ແລະ ພະລັງ​ລົງ​ມາ, ຊ່ອຍ​ເຮົາ​ໃຫ້​ບັນລຸ​ສິ່ງ​ທີ່​ເກີນ​ກວ່າ​ເຮົາ​ຈະ​ສາມາດ​ເອື້ອມ​ເຖິງ. ເປັນ​ໂດຍ​ພຣະ​ຄຸນ​ທີ່​ໜ້າ​ອັດສະຈັນ​ໃຈ​ຂອງ​ພຣະ​ເຈົ້າ ທີ່​ລູກໆ​ຂອງ​ພຣະ​ອົງ ສາມາດ​ເອົາ​ຊະນະ​ສິ່ງ​ອັນຕະລາຍ​ທີ່​ເຊື່ອງ​ຊ້ອນ​ຢູ່​ຂອງ​ຜູ້​ຫລອກ​ລວງ, ເອົາ​ຊະນະ​ຄວາມ​ບາບ, ແລະ “ດີ​ພ້ອມ​ໃນ​ພຣະ​ຄຣິດ.”22

ເຖິງ​ແມ່ນ​ວ່າ​ເຮົາ​ທຸກ​ຄົນ​ມີ​ຄວາມ​ອ່ອນແອ, ແຕ່​ເຮົາ​ກໍ​ສາມາດ​ເອົາ​ຊະນະ​ມັນ​ໄດ້. ແນ່ນອນ​ວ່າ ມັນ​ເປັນ​ເພາະ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ທີ່​ຖ້າ​ຫາກ​ເຮົາ​ຖ່ອມຕົວ​ລົງ ແລະ ມີ​ສັດທາ, ຄວາມ​ອ່ອນແອ​ນັ້ນ ຈະ​ກັບກາຍ​ເຂັ້ມແຂງ​ຂຶ້ນ.23

ຕະຫລອດ​ຊີວິດ​ຂອງ​ເຮົາ, ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ໄດ້​ມອບ​ພອນ​ທາງ​ໂລກ ແລະ ຂອງ​ປະທານ​ທາງ​ວິນ​ຍານ​ໃຫ້ ເພື່ອ​ຂະຫຍາຍ​ຄວາມ​ສາມາດ ແລະ ສົ່ງເສີມ​ຊີວິດ​ຂອງ​ເຮົາ. ພຣະ​ຄຸນ​ຂອງ​ພຣະ​ອົງ​ຫລໍ່​ຫລອມ​ເຮົາ. ພຣະ​ຄຸນ​ຂອງ​ພຣະ​ອົງ​ຊ່ອຍ​ເຮົາ​ໃຫ້​ກາຍເປັນ​ຄົນ​ທີ່​ດີ​ທີ່​ສຸດ.

ແມ່ນ​ໃຜ​ເໝາະ​ສົມ?

ໃນ​ພຣະ​ຄຣິ​ສ​ຕະ​ທຳ​ຄຳ​ພີ ເຮົາ​ອ່ານ​ກ່ຽວ​ກັບ​ຕອນ​ທີ່​ພຣະ​ຄຣິດ ໄດ້​ໄປ​ຢ້ຽມຢາມ​ເຮືອນ​ຂອງ​ຊີ​ໂມນ ທີ່​ເປັນ​ຟາ​ຣີ​ຊາຍ.

ພາຍ​ນອກ, ຊີ​ໂມນ​ເບິ່ງ​ຄື​ວ່າ​ເປັນ​ຄົນ​ດີ ແລະ ຊື່​ຕົງ. ລາວ​ເຄັ່ງ​ຄັດ​ເລື່ອງ​ສາດສະໜາ ເຊັ່ນ: ລາວ​ຮັກສາ​ກົດ, ລາວ​ຈ່າຍ​ເງິນ​ສ່ວນ​ສິບ, ລາວ​ຮັກສາ​ວັນ​ຊະບາ​ໂຕ, ອະທິຖານ​ທຸກ​ວັນ, ແລະ ໄປ​ໂຮງ​ທຳ​ມະ​ສາ​ລາ.

ແຕ່​ໃນ​ຂະນະ​ທີ່​ພຣະ​ເຢ​ຊູ​ຢູ່​ກັບ​ຊີ​ໂມນ, ຜູ້ຍິງ​ຄົນ​ໜຶ່ງ​ໄດ້​ເຂົ້າ​ມາ, ໄດ້​ລ້າງ​ພຣະ​ບາດ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ດ້ວຍ​ນ້ຳ​ຕາ​ຂອງ​ນາງ, ແລະ ໄດ້​ເອົາ​ນ້ຳມັນ​ລາຄາ​ແພງ ຫົດສົງ​ພຣະ​ບາດ​ຂອງ​ພຣະ​ອົງ.

ຊີ​ໂມນ​ບໍ່​ພໍໃຈ​ກັບ​ການ​ກະທຳ​ຂອງ​ນາງ, ເພາະ​ລາວ​ຮູ້​ວ່າ ຜູ້ຍິງ​ຄົນ​ນັ້ນ​ເປັນ​ຄົນ​ບາບ. ຊີ​ໂມນ​ຄິດ​ວ່າ ຖ້າ​ຫາກ​ພຣະ​ເຢ​ຊູ​ບໍ່​ຮູ້ຈັກ​ກ່ຽວ​ກັບ​ເລື່ອງ​ນັ້ນ, ພຣະ​ອົງ​ຄົງ​ບໍ່​ໄດ້​ເປັນ​ສາດສະດາ ຖ້າ​ພຣະ​ອົງ​ເປັນ, ພຣະ​ອົງ​ຄົງ​ບໍ່​ໃຫ້​ນາງ​ແຕະຕ້ອງ​ພຣະ​ອົງ.

ເມື່ອ​ພຣະ​ອົງ​ຮູ້​ເຖິງ​ຄວາມ​ໃນ​ໃຈ​ຂອງ​ລາວ, ພຣະ​ເຢ​ຊູ​ຈຶ່ງ​ຫັນ​ໄປ​ຫາ​ຊີ​ໂມນ ແລະ ຖາມ​ລາວ. “ມີ​ຊາຍ​ສອງ​ຄົນ​ທີ່​ເປັນ​ໜີ້​ຂອງ​ເຈົ້າ​ໜີ້​ຄົນ​ໜຶ່ງ, ຄົນ​ໜຶ່ງ​ເປັນ​ໜີ້​ຫ້າ​ຮ້ອຍ​ຫລຽນ, ແລະ ຄົນ​ໜຶ່ງ​ອີກ ເປັນ​ໜີ້​ເງິນ​ຢູ່​ຫ້າ​ສິບ​ຫລຽນ.

“ແລະ ເມື່ອ [ທັງ​ສອງ] ບໍ່​ສາມາດ​ຈະ​ໃຊ້​ໜີ້​ໄດ້ ເພິ່ນ​ຈຶ່ງ​ຍົກ​ໜີ້​ໃຫ້​ພວກ​ເຂົາ​ທັງ​ສອງ. ໃນ​ສອງ​ຄົນ​ນີ້​ແມ່ນ​ຜູ້​ໃດ ທີ່​ຈະ​ຮັກ​ເຈົ້າ​ໜີ້​ຫລາຍ​ກວ່າ​ກັນ?”

ຊີ​ໂມນ​ໄດ້​ຕອບ​ວ່າ ຄົງ​ຈະ​ແມ່ນ​ຜູ້​ທີ່​ເພິ່ນ​ໄດ້​ຍົກ​ໜີ້​ໃຫ້​ຫລາຍ​ກວ່າ.

ແລ້ວ ພຣະ​ເຢ​ຊູ​ໄດ້​ສອນ​ບົດຮຽນ​ທີ່​ປະທັບ​ໃຈ​ວ່າ: “ເຈົ້າ​ເຫັນ​ຍິງ​ຄົນ​ນີ້​ບໍ? … ການ​ບາບ​ທັງຫລາຍ​ຂອງ​ນາງ ໄດ້​ຮັບ​ການ​ອະໄພ​ແລ້ວ; ເພາະ​ນາງ​ຮັກ​ຫລາຍ: ແຕ່​ຜູ້​ໃດ ທີ່​ໄດ້​ຮັບ​ການ​ໃຫ້​ອະໄພ​ໜ້ອຍ ຜູ້​ນັ້ນ​ກໍ​ຮັກ​ໜ້ອຍ.”24

ໃນ​ສອງ​ຄົນ​ນີ້ ເຮົາ​ຄື​ຜູ້​ໃດ?

ເຮົາ​ຄື​ຊີ​ໂມນ​ບໍ? ເຮົາ​ແນ່​ໃຈ ແລະ ສະບາຍ​ໃຈ​ບໍ ໃນ​ການ​ກະທຳ​ທີ່​ດີ, ໄວ້​ວາງໃຈ​ໃນ​ຄວາມ​ຊອບ​ທຳ​ຂອງ​ເຮົາ? ບາງເທື່ອ​ເຮົາ​ອາດ​ຂາດ​ຄວາມ​ອົດທົນ​ບໍ ກັບ​ຄົນ​ທີ່​ບໍ່​ດຳລົງ​ຊີວິດ​ຕາມ​ມາດຕະຖານ​ຂອງ​ເຮົາ? ເຮົາ​ເຮັດ​ຕາມ​ນິໄສ​ບໍ, ເຮັດ​ແບບ​ບໍ່​ຄິດ​ບໍ, ໄປ​ຮ່ວມ​ປະຊຸມ​ຂອງ​ເຮົາ​ບໍ, ເບື່ອ​ຫ້ອງ​ຮຽນ​ພຣະ​ກິດ​ຕິ​ຄຸນ​ບໍ, ແລະ ບາງທີ ຫລິ້ນ​ກັບ​ມື​ຖື​ລະຫວ່າງ​ກອງ​ປະຊຸມ​ສິນ​ລະ​ລຶກ​ບໍ?

ຫລື ເຮົາ​ເປັນ​ເໝືອນ​ຜູ້ຍິງ​ຄົນ​ນີ້, ຜູ້​ຄິດ​ວ່າ ນາງ​ສິ້ນ​ຫວັງ​ທັງ​ໝົດ ເພາະ​ຄວາມ​ຜິດ​ບາບ​ຂອງ​ນາງ?

ເຮົາ​ ຮັກ​ຫລາຍ ​ບໍ?

ເຮົາ​ເຂົ້າໃຈ​ການ​ເປັນ​ໜີ້​ຕໍ່​ພຣະ​ບິດາ​ເທິງ​ສະຫວັນ​ບໍ ແລະ ທູນ​ຂໍ​ຈົນ​ສຸດ​ຈິດ​ສຸດ​ໃຈ ສຳລັບ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ?

ເມື່ອ​ເຮົາ​ຄຸເຂົ່າ​ອະທິຖານ, ຈະ​ເຮັດ​ໃຫ້​ເຮົາ​ຈື່​ຄວາມ​ຊອບ​ທຳ​ຂອງ​ເຮົາ​ບໍ, ຫລື ທີ່​ຈະ​ສາລະພາບ​ຄວາມ​ຜິດ​ຂອງ​ເຮົາ, ຫລື ທູນ​ຂໍ​ຄວາມ​ເມດ​ຕາ​ຈາກ​ພຣະ​ເຈົ້າ, ແລະ ສະແດງ​ຄວາມ​ກະຕັນຍູ​ດ້ວຍ​ນ້ຳ​ຕາ ສຳລັບ​ແຜນ​ແຫ່ງ​ການ​ໄຖ່​ທີ່​ໜ້າ​ອັດສະຈັນ​ໃຈ​ນັ້ນ?25

ເຮົາ​ບໍ່​ສາມາດ​ຊື້​ຄວາມ​ລອດ​ໄດ້ ດ້ວຍ​ການ​ເຊື່ອ​ຟັງ; ແຕ່​ເຮົາ​ຊື້​ໄດ້​ດ້ວຍ​ໂລຫິດ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.26 ການ​ຄິດ​ວ່າ ເຮົາ​ສາມາດ​ແລກປ່ຽນ​ວຽກ​ງານ​ດີ​ກັບ​ຄວາມ​ລອດ ແມ່ນ​ຄື​ກັນ​ກັບ​ການ​ຊື້​ປີ້​ຍົນ ແລ້ວ​ຄິດ​ວ່າ​ຕົນ​ເອງ​ເປັນ​ເຈົ້າ​ຂອງ​ຍົນ. ຫລື ຫລັງ​ຈາກ​ຊື້​ເຮືອນ​ແລ້ວ, ຄິດ​ວ່າ​ຕົນ​ເອງ​ເປັນ​ເຈົ້າ​ຂອງ​ໂລກ​ທັງ​ໂລກ.

ແລ້ວ​ເປັນ​ຫຍັງ​ຈຶ່ງ​ເຊື່ອ​ຟັງ?

ຖ້າ​ຫາກ​ວ່າ​ພຣະ​ຄຸນ​ເປັນ​ຂອງ​ປະທານ​ຈາກ​ພຣະ​ເຈົ້າ, ແລ້ວ​ເປັນ​ຫຍັງ​ການ​ເຊື່ອ​ຟັງ​ຕໍ່​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ​ຈຶ່ງ​ສຳຄັນ​ຫລາຍ​ແທ້? ເປັນ​ຫຍັງ​ຈຶ່ງ​ຕ້ອງ​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ—ຫລື ກັບ​ໃຈ? ເປັນ​ຫຍັງ​ຈຶ່ງ​ບໍ່​ຍອມຮັບ​ສາ ວ່າ​ເຮົາ​ເປັນ​ຄົນ​ບາບ ແລະ ປ່ອຍ​ໃຫ້​ພຣະ​ເຈົ້າ​ຊ່ອຍ​ເຮົາ​ໃຫ້​ລອດ?

ຫລື ດັ່ງ​ທີ່​ໂປໂລ​ໄດ້​ຖາມ​ວ່າ “ພວກ​ເຮົາ​ຄວນ​ສືບຕໍ່​ເຮັດ​ບາບ ເພື່ອ​ໃຫ້​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ມີ​ຫລາຍ​ຂຶ້ນ​ຕື່ມ​ຊັ້ນ​ບໍ?” ໂປໂລ​ໄດ້​ຕອບ​ງ່າຍໆ ແລະ ແຈ່ມ​ແຈ້ງວ່າ: “ບໍ່​ເປັນ​ຢ່າງ​ນັ້ນ​ດອກ.”27

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ເຮົາ​ເຊື່ອ​ຟັງ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ—ເພາະ​ເຮົາ​ຮັກ​ພຣະ​ອົງ!

ການ​ພະຍາຍາມ​ເຂົ້າໃຈ​ຂອງ​ປະທານ​ແຫ່ງ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ດ້ວຍ​ສຸດ​ຄວາມ​ຄິດ ຈະ​ເຮັດ​ໃຫ້​ເຮົາ​ມີ​ເຫດຜົນ​ຫລາຍ​ຂຶ້ນ ທີ່​ຈະ​ເຊື່ອ​ຟັງ​ພຣະ​ບິດາ​ເທິງ​ສະຫວັນ ດ້ວຍ​ຄວາມ​ອ່ອນ​ນ້ອມ ແລະ ກະ​ຕັນ​ຍູ. ເມື່ອ​ເຮົາ​ເດີນ​ໄປ​ໃນ​ເສັ້ນທາງ​ແຫ່ງ​ການ​ເປັນ​ສານຸສິດ, ມັນ​ຈະ​ຫລໍ່​ຫລອມ​ເຮົາ, ມັນ​ຈະ​ພັດທະນາ​ເຮົາ, ມັນ​ຈະ​ຊ່ອຍ​ເຫລືອ​ເຮົາ ໃຫ້​ກາຍເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ, ແລະ ນຳພາ​ເຮົາ​ກັບ​ໄປ​ຫາ​ທີ່​ປະທັບ​ຂອງ​ພຣະ​ອົງ. “ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ [ພຣະ​ເຈົ້າ​ຂອງ​ເຮົາ]” ຈະ​ເຮັດ​ໃຫ້​ມີ “ການ​ປ່ຽນແປງ​ອັນ​ໃຫຍ່​ຫລວງ​ໃນ​ພວກ​ເຮົາ, … ຈົນ​ວ່າ​ພວກ​ເຮົາ​ບໍ່​ມີໃຈ​ທີ່​ຈະ​ກະທຳ​ຄວາມ​ຊົ່ວ​ອີກ​ຕໍ່​ໄປ, ແຕ່​ປາດຖະໜາ​ຈະ​ເຮັດ​ແຕ່​ຄວາມ​ດີ ໂດຍ​ຕະ​ຫລອດ.”28

ດັ່ງນັ້ນ, ການ​ເຊື່ອ​ຟັງ​ຂອງ​ເຮົາຕໍ່​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ​ ມາ​ຈາກ​ຄວາມ​ຮັກ ແລະ ຄວາມ​ກະຕັນຍູ​ອັນ​ບໍ່​ສິ້ນ​ສຸດ​ຂອງ​ເຮົາ ທີ່​ມີ​ຕໍ່​ພຣະ​ເຈົ້າ. ຄວາມ​ຮັກ ແລະ ຄວາມ​ກະຕັນຍູ​ທີ່ແທ້​ຈິງ ຈະ​ຮ່ວມ​ເຂົ້າ​ກັບ​ສິ່ງ​ທີ່​ເຮົາ​ເຮັດ​ນຳ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ. ຄຸນ​ນະ​ທຳ​ຈະ​ປະດັບ​ຄວາມ​ນຶກ​ຄິດ​ຂອງ​ເຮົາ​ຢ່າງ​ບໍ່​ເສື່ອມ​ຄາຍ, ແລະ ເຮົາ​ຈະ​ມີ​ຄວາມ​ໝັ້ນ​ໃຈ​ຫລາຍ​ຂຶ້ນ​ກັບ​ທີ່​ປະທັບ​ຂອງ​ພຣະ​ເຈົ້າ.29

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກແພງ​ຂອງ​ຂ້າພະເຈົ້າ, ການ​ດຳລົງ​ຊີວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ຊື່ສັດ ບໍ່​ໄດ້​ເປັນ​ພາລະ​ໜັກ​ໜ່ວງ. ມັນ​ເປັນ​ການ​ຝຶກ​ຝົນ​ທີ່​ປິ​ຕິ​ຍິນດີ—ເປັນ​ການ​ຕຽມ​ທີ່​ຈະ​ໄດ້​ຮັບ​ລັດສະໝີ​ພາບ​ແຫ່ງ​ນິລັນດອນ​ເປັນ​ມູນ​ມໍລະດົກ. ເຮົາ​ສະແຫວງຫາ​ທີ່​ຈະ​ເຊື່ອ​ຟັງ​ຕໍ່​ພຣະ​ບິດາ​ເທິງ​ສະຫວັນ ເພາະ​ວິນ​ຍານ​ຂອງ​ເຮົາ​ຈະ​ປັບ​ເຂົ້າ​ກັບ​ສິ່ງ​ທີ່​ເປັນ​ທາງ​ວິນ​ຍານ​ໄດ້​ດີ. ເຮົາ​ຈະ​ເຂົ້າໃຈ​ຢ່າງ​ກວ້າງຂວາງ ຊຶ່ງ​ເຮົາ​ບໍ່​ເຄີຍ​ຮູ້​ມາ​ກ່ອນ. ເຮົາ​ຈະ​ໄດ້​ຮັບ​ຄວາມ​ຮູ້ ແລະ ຄວາມ​ເຂົ້າໃຈ ເມື່ອ​ເຮົາ​ເຮັດ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ບິ​ດາ.30

ພຣະ​ຄຸນ​ເປັນ​ຂອງ​ປະທານ​ຈາກ​ພຣະ​ເຈົ້າ, ແລະ ຄວາມ​ປາດຖະໜາ​ຂອງ​ເຮົາ​ທີ່​ຈະ​ເຊື່ອ​ຟັງ​ຕໍ່​ພຣະ​ບັນຍັດ​ທຸກ​ປະການ​ຂອງ​ພຣະ​ເຈົ້າ ແມ່ນ​ການ​ເອື້ອມ​ອອກ​ໄປ ເພື່ອ​ຮັບ​ເອົາ​ຂອງ​ປະທານ​ຈາກ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ.

ເຮົາ​ເຮັດ​ທຸກ​ຢ່າງ​ໄດ້​ແລ້ວ

ສາດສະດາ​ນີ​ໄຟ ໄດ້​ຊ່ອຍ​ເຮົາ​ໃຫ້​ມີ​ຄວາມ​ເຂົ້າໃຈ​ຫລາຍ​ຂຶ້ນ​ກ່ຽວ​ກັບ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ເມື່ອ​ເພິ່ນ​ປະກາດ​ວ່າ: “ພວກ​ເຮົາ​ເຮັດ​ການ​ຢ່າງ​ພາກ​ພຽນ … ເພື່ອ​ຊັກ​ຊວນ​ລູກ​ຫລານ​ຂອງ​ພວກ​ເຮົາ ແລະ ພີ່ນ້ອງ​ຂອງ​ພວກ​ເຮົາ​ອີກ​ໃຫ້​ເຊື່ອ​ໃນ​ພຣະ​ຄຣິດ ແລະ ໃຫ້​ທຳ​ຕົນ​ປອງ​ດອງ​ກັບ​ພຣະ​ເຈົ້າ ເພາະ​ພວກ​ເຮົາ​ຮູ້​ວ່າ ຫລັງ​ຈາກ​ພວກ​ເຮົາ​ເຮັດ​ທຸກ​ຢ່າງ​ໄດ້​ແລ້ວ ໂດຍ​ພຣະ​ຄຸນ​ພວກ​ເຮົາ​ຈຶ່ງ​ລອດ.31

ເຖິງ​ຢ່າງໃດ​ກໍ​ຕາມ, ຂ້າພະເຈົ້າ​ສົງ​​ໄສ​ວ່າ ບາງເທື່ອ​ເຮົາ​ອາດ​ແປ​ຄວາມ​ໝາຍ​ຂອງ​ສຳນວນ​ທີ່​ວ່າ “ຫລັງ​ຈາກ​ພວກ​ເຮົາ​ເຮັດ​ທຸກ​ຢ່າງ​ໄດ້​ແລ້ວ” ບໍ່​ຖືກ. ເຮົາ​ຕ້ອງ​ເຂົ້າໃຈ​ວ່າ ຄຳ​ວ່າ ”ຫລັງ​ຈາກ” ບໍ່​ມີ​ຄວາມ​ໝາຍ​ດຽວ​ກັນ​ກັບ ຄຳ​ວ່າ “ເພາະ​ວ່າ.”

ເຮົາ​ບໍ່​ໄດ້​ຮັບ​ຄວາມ​ລອດ “ເພາະວ່າ” ເຮົາ​ເຮັດ​ທຸກ​ຢ່າງ​ໄດ້​ແລ້ວ. ມີ​ໃຜ​ແດ່​ໃນ​ພວກ​ເຮົາ ທີ່​ເຮັດ​ ທຸກ​ຢ່າງ ໄດ້​ແລ້ວ? ພຣະ​ເຈົ້າ​ຈະ​ລໍຖ້າ​ຈົນ​ກວ່າ​ເຮົາ​ໄດ້​ເຮັດ​ຈົນ​ສຸດ​ຄວາມ​ສາມາດ ກ່ອນ​ພຣະ​ອົງ​ຈະ​ເຂົ້າ​ມາ​ຊ່ອຍ​ເຫລືອ​ເຮົາ ດ້ວຍ​ພຣະ​ຄຸນ​ທີ່​ຊ່ອຍ​ໃຫ້​ລອດ​ຂອງ​ພຣະ​ອົງ​ບໍ?

ຫລາຍ​ຄົນຮູ້​ສຶກ​ທໍ້ຖອຍ​ໃຈ ເພາະວ່າ​ເຂົາເຈົ້າ​ລົ້ມເຫລວ​ຢູ່​ຕະ​ຫລອດ. ເຂົາເຈົ້າ​ຮູ້​ດ້ວຍ​ຕົນ​ເອງ​ວ່າ “ໃຈ​ພ້ອມ​ແລ້ວ​ກໍ​ຈິງ, ແຕ່​ຮ່າງກາຍ​ກໍ​ອ່ອນ​ແຮງ.”32  ເຂົາ​​​ເຈົ້າໄດ້​ເປັ່ງສຽງ​ປະກາດ​ນຳ​ນີ​ໄຟ​ວ່າ, “ຈິດ​ວິນ​ຍານ​ຂອງ​ຂ້າພະເຈົ້າ​ໂສກເສົ້າ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຂ້າ​ພະ​ເຈົ້າ.”33

ຂ້າພະເຈົ້າ​ແນ່​ໃຈ​ວ່າ ນີ​ໄຟ​ຮູ້​ວ່າ ພຣະ​ຄຸນ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ອະນຸຍາດ ແລະ ​ເຮັດ​ໃຫ້ ເຮົາ​ເອົາ​ຊະນະ​ບາບ​ໄດ້.34 ເພາະ​ເຫດ​ນີ້ ນີ​ໄຟ​ຈຶ່ງ​ໄດ້​ທຳ​ງານ​ຢ່າງ​ພາກ​ພຽນ ເພື່ອ​ຊັກ​ຊວນ​ລູກໆ​ຂອງ​ເພິ່ນ ແລະ ບັນດາ​ພີ່ນ້ອງ “ໃຫ້​ເຊື່ອ​ໃນ​ພຣະ​ຄຣິດ, ແລະ ໃຫ້​ທຳ​ຕົນ​ປອງ​ດອງ​ກັບ​ພຣະ​ເຈົ້າ.”35

ເຖິງ​ຢ່າງໃດ​ກໍ​ຕາມ, ນັ້ນຄື ສິ່ງ​ທີ່​ເຮົາ​ສາມາດ​ເຮັດ​ໄດ້! ແລະ ນັ້ນຄື ໜ້າທີ່​ຂອງ​ເຮົາ ຢູ່​ໃນ​ຊ່ວງ​ມະຕະ​ນີ້!

ພຣະ​ຄຸນ​ມີ​ໃຫ້​ສຳລັບ​ທຸກ​ຄົນ

ເມື່ອ​ຂ້າພະເຈົ້າ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກະທຳ​ເພື່ອ​ເຮົາ ຈົນ​ເຖິງ​ເຊົ້າ​ຂອງ​ວັນ​ອິດ​ສະ​ເຕີ​ມື້​ນັ້ນ, ຂ້າພະເຈົ້າ​ຢາກ​ເປັ່ງສຽງ​ຮ້ອງ​ສັນລະເສີນ ພຣະ​ເຈົ້າ​ສູງ​ສຸດ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ!

ກອນປະຕູ​ສະຫວັນ​ໄຂ​ແລ້ວ!

ປະຕູ​ສະຫວັນ​ເປີດ​ແລ້ວ!

ໃນ​ວັນ​ນີ້ ແລະ ຕະຫລອດ​ໄປ ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ມີ​ໃຫ້​ສຳລັບ​ທຸກ​ຄົນ ຜູ້​ມີໃຈ​ຊອກ​ຊ້ຳ ແລະ ມີ​ວິນ​ຍານ​ທີ່​ສຳນຶກ​ຜິດ.36 ພຣະ​ເຢ​ຊູ​ຄຣິດ​ໄດ້​ແປງ​ທາງ​ໄວ້​ສຳລັບ​ເຮົາ ເພື່ອ​ໃຫ້​ເຮົາ​ຈະເລີນ​ກ້າວໜ້າ ເກີນ​ກວ່າ​ທີ່​ເຮົາ​ຈະ​ສາມາດ​ເຂົ້າໃຈ​ໄດ້.37

ຂ້າພະເຈົ້າ​ອະທິຖານ​ວ່າ ເຮົາ​ຈະ​ເຂົ້າໃຈ​ຫລາຍ​ຂຶ້ນ ແລະ ມີ​ຄວາມ​ກະຕັນຍູ​ຫລາຍ​ຂຶ້ນ ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ຂ້າພະເຈົ້າ​ອະທິຖານ​ວ່າ ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຂອງ​ເຮົາ​ສຳລັບ​ພຣະ​ເຈົ້າ ແລະ ສະແດງ​ຄວາມ​ກະຕັນຍູ​ຂອງ​ເຮົາ​ສຳລັບ​ພຣະ​ຄຸນ​ອັນ​ເປັນນິດ​ຂອງ​ພຣະ​ເຈົ້າ ໂດຍ​ການ​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ ແລະ “ດຳເນີນ​ຕາມ​ຊີວິດ​ໃໝ່​,”38  ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ. ໃນ​ພຣະ​ນາມ​ຂອງ​ພຣະ​ອາຈານ ແລະ ພຣະ​ຜູ້​ໄຖ່, ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.