ເຮັດໃຫ້ບ້ານເຮືອນຂອງເຮົາເຕັມໄປດ້ວຍຄວາມສະຫວ່າງ ແລະ ຄວາມຈິງ
ຊາຕານຮູ້ວ່າ ກ່ອນເຮົາ ແລະ ຄອບຄົວຂອງເຮົາຈະສາມາດຕ້ານທານກັບຄວາມກົດດັນຂອງໂລກໄດ້, ເຮົາຕ້ອງເຕັມໄປດ້ວຍຄວາມສະຫວ່າງ ແລະ ຄວາມຈິງຂອງພຣະກິດຕິຄຸນ.
ໃຈຂອງຂ້າພະເຈົ້າເຕັມໄປດ້ວຍພຣະວິນຍານ ເມື່ອຂ້າພະເຈົ້າຟັງແຕ່ລະຄອບຄົວເຫລົ່ານັ້ນ ສອນກ່ຽວກັບຄວາມຈິງທີ່ສັກສິດ ທີ່ວ່າ, “ຄອບຄົວມາຈາກພຣະເຈົ້າ.”1 ເພງທີ່ດົນໃຈ ກໍເປັນວິທີໜຶ່ງ ທີ່ເຮັດໃຫ້ເຮົາຮູ້ສຶກວ່າ ພຣະວິນຍານຊື່ມໃສ່ຫູເຮົາ, ເຮັດໃຫ້ເຮົາເຕັມໄປດ້ວຍຄວາມສະຫວ່າງ ແລະ ຄວາມຈິງ.
ການມະໂນພາບເຫັນເຮົາເອງເຕັມໄປດ້ວຍຄວາມສະຫວ່າງ ແລະ ຄວາມຈິງ ໄດ້ກາຍເປັນສິ່ງສຳຄັນໂດຍສະເພາະຕໍ່ຂ້າພະເຈົ້າ ເພາະປະສົບການຂອງຂ້າພະເຈົ້າ ເມື່ອຫລາຍປີກ່ອນ. ຂ້າພະເຈົ້າໄດ້ໄປຮ່ວມປະຊຸມ ບ່ອນທີ່ກຳມະການຂອງອົງການຍິງໜຸ່ມສາມັນ ໄດ້ສອນວິທີສ້າງຄອບຄົວ ແລະ ບ້ານເຮືອນໃຫ້ເຂັ້ມແຂງທາງວິນຍານ. ໃນການສະແດງໃຫ້ເຫັນພາບ, ຍິງໜຸ່ມຄົນໜຶ່ງໄດ້ຍົກກະປ໋ອງນ້ຳໂຊດາສອງກະປ໋ອງຂຶ້ນ. ຢູ່ໃນມືເບື້ອງໜຶ່ງ ມີກະປ໋ອງເປົ່າ ແລະ ອີກເບື້ອງໜຶ່ງ ມີກະປ໋ອງເຕັມ ທີ່ຍັງບໍ່ໄດ້ໄຂເທື່ອ. ທຳອິດ, ນາງໄດ້ບີບກະປ໋ອງເປົ່າ; ກະປ໋ອງກໍບຸ້ມເຂົ້າ ແລະ ຫຍໍ້ລົງ ຕາມແຮງທີ່ນາງບີບ. ແລ້ວ, ນາງໄດ້ບີບກະປ໋ອງທີ່ຍັງບໍ່ໄດ້ໄຂ. ມັນຍັງມີສະພາບເດີມ. ມັນບໍ່ບຸ້ມເຂົາ ຫລື ຫຍໍ້ລົງ ຄືກະປ໋ອງເປົ່າ—ເພາະມັນເຕັມ.
ເຮົາປຽບທຽບຊີວິດຂອງເຮົາແຕ່ລະຄົນ, ບ້ານເຮືອນ, ແລະ ຄອບຄົວຂອງເຮົາ ໃສ່ກັບພາບນັ້ນ. ເມື່ອເຕັມໄປດ້ວຍພຣະວິນຍານ ແລະ ດ້ວຍຄວາມຈິງຂອງພຣະກິດຕິຄຸນ, ເຮົາຈະມີພະລັງ ທີ່ຈະຕ້ານທານກັບອິດທິພົນພາຍນອກຂອງໂລກ ທີ່ອ້ອມຮອບເຮົາ ແລະ ຜັກດັນເຮົາ. ເຖິງຢ່າງໃດກໍຕາມ, ຖ້າຫາກເຮົາບໍ່ມີພຣະວິນຍານສະຖິດຢູ່ນຳ, ເຮົາຈະບໍ່ມີພະລັງພາຍໃນ ທີ່ຈະຕ້ານທານກັບຄວາມກົດດັນຂອງຂ້າງນອກໄດ້ ແລະ ຈະລົ້ມລົງເມື່ອຖືກອິດທິພົນຜັກດັນ.
ຊາຕານຮູ້ວ່າ ກ່ອນເຮົາ ແລະ ຄອບຄົວຂອງເຮົາຈະສາມາດຕ້ານທານກັບຄວາມກົດດັນຂອງໂລກໄດ້, ເຮົາຕ້ອງເຕັມໄປດ້ວຍຄວາມສະຫວ່າງ ແລະ ຄວາມຈິງຂອງພຣະກິດຕິຄຸນ. ສະນັ້ນ ມັນຈຶ່ງພະຍາຍາມທຸກດ້ານ ທີ່ຈະປ່ຽນແປງ, ບິດເບືອນ, ແລະ ທຳລາຍຄວາມຈິງຂອງພຣະກິດຕິຄຸນ ແລະ ກີດກັນເຮົາຈາກຄວາມຈິງນັ້ນ.
ພວກເຮົາຫລາຍຄົນໄດ້ຮັບບັບຕິສະມາ ແລະ ໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດແລ້ວ, ຜູ້ຊຶ່ງມີບົດບາດທີ່ຈະເປີດເຜີຍ ແລະ ສອນຄວາມຈິງຂອງທຸກເລື່ອງ.2 ເມື່ອເຮົາໄດ້ຮັບຂອງປະທານນັ້ນແລ້ວ ເຮົາມີໜ້າທີ່ຮັບຜິດຊອບ ເລື່ອງການຊອກຫາຄວາມຈິງ, ດຳລົງຊີວິດຕາມຄວາມຈິງ ທີ່ເຮົາຮູ້ຈັກ, ແລະ ແບ່ງປັນ ແລະ ປົກປ້ອງຄວາມຈິງ.
ບ່ອນທີ່ດີທີ່ສຸດບ່ອນໜຶ່ງທີ່ເຮົາສາມາດສະແຫວງຫາຄວາມສະຫວ່າງ ແລະ ຄວາມຈິງ ອັນເຕັມປ່ຽມໄດ້ ແມ່ນບ້ານເຮືອນຂອງເຮົາເອງ. ຖ້ອຍຄຳໃນເນື້ອເພງ ທີ່ເຮົາຫາກໍໄດ້ຍິນ ເຕືອນເຮົາວ່າ, “ພຣະເຈົ້າໄດ້ປະທານຄອບຄົວໃຫ້ເຮົາ ເພື່ອຊ່ອຍເຮົາໃຫ້ກາຍເປັນຄົນທີ່ພຣະອົງປະສົງໃຫ້ເຮົາເປັນ.”3 ຄອບຄົວເປັນແບບແຜນຂອງພຣະຜູ້ເປັນເຈົ້າຢູ່ໃນໂລກ ເພື່ອຊ່ອຍເຮົາໃຫ້ຮຽນຮູ້ ແລະ ດຳລົງຊີວິດຕາມພຣະກິດຕິຄຸນ. ເຮົາໄດ້ມາຢູ່ນຳຄອບຄົວຂອງເຮົາ ພ້ອມດ້ວຍໜ້າທີ່ອັນສັກສິດ ເພື່ອຊ່ອຍເພີ່ມຄວາມເຂັ້ມແຂງທາງວິນຍານ ໃຫ້ແກ່ກັນແລະກັນ.
ຄອບຄົວນິລັນດອນທີ່ເຂັ້ມແຂງ ແລະ ບ້ານເຮືອນທີ່ເຕັມໄປດ້ວຍພຣະວິນຍານ ບໍ່ໄດ້ເກີດຂຶ້ນ ໂດຍບັງເອີນ. ເຂົາເຈົ້າຕ້ອງໄດ້ໃຊ້ຄວາມພະຍາຍາມຢ່າງຫລວງຫລາຍ, ຕ້ອງໃຊ້ເວລາ, ແລະ ທຸກຄົນໃນຄອບຄົວຕ້ອງເຮັດພາກສ່ວນຂອງຕົນ. ແຕ່ລະບ້ານເຮືອນແມ່ນແຕກຕ່າງກັນ, ແຕ່ທຸກບ້ານເຮືອນ ເຖິງແມ່ນມີພຽງຄົນດຽວ ທີ່ຊອກຫາຄວາມຈິງ ກໍສາມາດສ້າງຄວາມແຕກຕ່າງໄດ້.
ເຮົາໄດ້ຖືກແນະນຳເປັນປະຈຳ ໃຫ້ເພີ່ມຄວາມຮູ້ທາງວິນຍານຂອງເຮົາ ໂດຍການອະທິຖານ ແລະ ໂດຍການສຶກສາ ແລະ ໄຕ່ຕອງພຣະຄຳພີ ແລະ ຖ້ອຍຄຳຂອງສາດສະດາໃນປະຈຸບັນ. ໃນຄຳປາໄສຂອງປະທານດີເດີ ແອັຟ ອຸກດອບ ຢູ່ໃນກອງປະຊຸມໃຫຍ່ສາມັນ, ເພິ່ນໄດ້ກ່າວກ່ຽວກັບການຮັບເອົາປະຈັກພະຍານ ເຖິງຄວາມສະຫວ່າງ ແລະ ຄວາມຈິງ ດັ່ງນີ້:
“ພຣະເຈົ້າອົງທີ່ເປັນນິດ ແລະ ຊົງລິດອຳນາດຍິ່ງໃຫຍ່ ... ຈະກ່າວຕໍ່ຜູ້ທີ່ເຂົ້າເຝົ້າພຣະອົງດ້ວຍໃຈຈິງ ແລະ ເຈດຕະນາອັນແທ້ຈິງ.
“ພຣະອົງຈະກ່າວຕໍ່ເຂົາເຈົ້າໃນຄວາມຝັນ, ພາບທີ່ມາໃຫ້ເຫັນ, ຄວາມຄິດ, ແລະ ຄວາມຮູ້ສຶກ.”
ປະທານອຸກດອບໄດ້ກ່າວຕື່ມວ່າ: “ພຣະເຈົ້າເປັນຫ່ວງທ່ານ. ພຣະອົງຈະຮັບຟັງ ແລະ ພຣະອົງຈະຕອບຄຳຖາມສ່ວນຕົວຂອງທ່ານ. ທ່ານຈະໄດ້ຮັບຄຳຕອບໃນວິທີທາງຂອງພຣະອົງເອງ ແລະ ໃນເວລາຂອງພຣະອົງເອງ, ແລະ ສະນັ້ນ, ທ່ານຕ້ອງຮຽນຮູ້ທີ່ຈະຮັບຟັງສຸລະສຽງຂອງພຣະອົງ.”4
ເລື່ອງປະຫວັດຄອບຄົວທີ່ສັ້ນໆເລື່ອງໜຶ່ງ ໄດ້ສະແດງໃຫ້ເຫັນ ຄຳແນະນຳນີ້.
ເມື່ອຫລາຍເດືອນກ່ອນ ຂ້າພະເຈົ້າໄດ້ອ່ານປະຈັກພະຍານຂອງເອື້ອຍຂອງແມ່ຕູ້ທວດຂອງຂ້າພະເຈົ້າ ຊື່ ເອລີຊາເບັດ ສະຕາຮີລີ ວອກເກີ. ຕອນຍັງນ້ອຍ ເອລີຊາເບັດກັບຄອບຄົວຂອງລາວ ໄດ້ອົບພະຍົບຈາກປະເທດສະວິດ ມາຢູ່ອາເມຣິກາ.
ຫລັງຈາກເອລີຊາເບັດໄດ້ແຕ່ງງານ, ລາວກັບສາມີ ແລະ ລູກໆ ໄດ້ອາໄສຢູ່ລັດຢູທາ ໃກ້ຊາຍແດນຂອງລັດເນວາດາ, ບ່ອນທີ່ເຂົາເຈົ້າມີໜ້າທີ່ເປັນຜູ້ຄວບຄຸມໂຮງໄປສະນີ. ບ້ານເຮືອນຂອງເຂົາເຈົ້າ ເປັນບ່ອນແວ່ເຊົາຂອງຜູ້ເດີນທາງ. ທັງວັນ ແລະ ຄືນ ເຂົາເຈົ້າຕ້ອງພ້ອມ ທີ່ຈະຈັດຕຽມອາຫານ ແລະ ບໍລິການ ຜູ້ເດີນທາງ. ມັນເປັນວຽກງານທີ່ຫຍຸ້ງຍາກ ແລະ ເມື່ອຍຫລາຍ, ແລະ ເຂົາເຈົ້າບໍ່ມີເວລາພັກຜ່ອນ. ແຕ່ສິ່ງທີ່ເຮັດໃຫ້ເອລີຊາເບັດບໍ່ສະບາຍໃຈຫລາຍທີ່ສຸດ ແມ່ນຖ້ອຍຄຳຂອງຜູ້ຄົນທີ່ເຂົາເຈົ້າພົບປະສັງສັນດ້ວຍ.
ເອລີຊາເບັດໄດ້ເວົ້າວ່າ ຈົນມາເຖິງເວລານີ້ ລາວໄດ້ເຊື່ອຕະຫລອດເວລາວ່າ ພຣະຄຳພີມໍມອນ ເປັນຄວາມຈິງ, ວ່າສາດສະດາໂຈເຊັບ ສະມິດ ໄດ້ຮັບສິດອຳນາດຈາກພຣະເຈົ້າ ໃຫ້ເຮັດສິ່ງທີ່ເພິ່ນໄດ້ເຮັດ, ແລະ ຂ່າວສານຂອງເພິ່ນ ແມ່ນແຜນແຫ່ງຊີວິດ ແລະ ຄວາມລອດ. ແຕ່ປະສົບການຂອງລາວໃນເວລານັ້ນ ບໍ່ມີສິ່ງໃດເລີຍ ທີ່ເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຄວາມເຊື່ອຖືດັ່ງກ່າວ.
ຜູ້ເດີນທາງບາງຄົນ ທີ່ໄດ້ມາພັກເຊົາ ເປັນຄົນມັກອ່ານໜັງສື, ມີການສຶກສາສູງ, ສະຫລາດ ແລະ ມັກເວົ້າໃຫ້ລາວຟັງວ່າ ໂຈເຊັບ ສະມິດ “ເປັນນັກຕົ້ມຕຸນ” ຜູ້ໄດ້ຂຽນພຣະຄຳພີມໍມອນດ້ວຍຕົວເອງ ແລ້ວໄດ້ເອົາໄປຈຳໜ່າຍຂາຍກິນ. ເຂົາເຈົ້າເວົ້າວ່າ ສິ່ງທີ່ກ່າວມານັ້ນ ບໍ່ເປັນຕາເຊື່ອ, ໂດຍບອກວ່າ “ລັດທິມໍມອນເປັນສິ່ງຈອມປອມ.”
ຄຳເວົ້າເຫລົ່ານັ້ນ ໄດ້ເຮັດໃຫ້ເອລີຊາເບັດຮູ້ສຶກເປົ່າປ່ຽວດຽວດາຍ. ບໍ່ມີຄົນໃດທີ່ລາວພໍຈະເວົ້ານຳ, ບໍ່ມີເວລາພໍທີ່ຈະອະທິຖານ—ແຕ່ລາວໄດ້ອະທິຖານ ໃນຂະນະທີ່ທຳງານ. ລາວບໍ່ກ້າທີ່ຈະເວົ້າຫຍັງຕໍ່ຕ້ານ ຄົນທີ່ເວົ້າເຍາະເຍີ້ຍສາດສະໜາຂອງລາວ. ລາວໄດ້ເວົ້າວ່າ ລາວຄິດວ່າ ເຂົາເຈົ້າເວົ້າຄວາມຈິງ, ແລະ ລາວຮູ້ສຶກວ່າ ລາວບໍ່ສາມາດປົກປ້ອງຄວາມເຊື່ອຖືຂອງລາວ ເຖິງແມ່ນລາວພະຍາຍາມ.
ຕໍ່ມາ, ເອລີຊາເບັດ ແລະ ຄອບຄົວຂອງລາວ ໄດ້ຍ້າຍບ້ານ. ເອລີຊາເບັດເວົ້າວ່າ ລາວມີເວລາທີ່ຈະຄິດ ແລະ ບໍ່ມີສິ່ງໃດມາລົບກວນຕະຫລອດເວລາ. ລາວມັກລົງໄປຫ້ອງໃຕ້ດິນ ແລະ ອະທິຖານຫາພຣະບິດາເທິງສະຫວັນ ກ່ຽວກັບສິ່ງທີ່ເຮັດໃຫ້ລາວບໍ່ສະບາຍໃຈ—ກ່ຽວກັບຖ້ອຍຄຳຂອງພວກຜູ້ຊາຍທີ່ສະຫລາດເຫລົ່ານັ້ນ ທີ່ບອກລາວວ່າ ພຣະກິດຕິຄຸນເປັນສິ່ງຈອມປອມ ແລະ ກ່ຽວກັບໂຈເຊັບ ສະມິດ ແລະ ພຣະຄຳພີມໍມອນ.
ຄືນໜຶ່ງ ເອລີຊາເບັດໄດ້ຝັນ. ລາວເວົ້າວ່າ: “ເບິ່ງຄືວ່າ ຂ້າພະເຈົ້າໄດ້ຢືນຢູ່ແຄມທາງລໍ້ກວຽນທີ່ແຄບໆບ່ອນໜຶ່ງ, ຊຶ່ງທາງນັ້ນເລາະລຽບໄປຕາມຄ້ອຍພູ, ຢູ່ເຄິ່ງຄ້ອຍພູ ຂ້າພະເຈົ້າເຫັນຊາຍຄົນໜຶ່ງ ທີ່ຫລຽວລົງມາ ແລະ ກຳລັງເວົ້າຢູ່, ຫລື ເບິ່ງຄືວ່າກຳລັງເວົ້ານຳຊາຍໜຸ່ມຄົນໜຶ່ງ ທີ່ນັ່ງຄຸເຂົ່າ ແລະ ກົ້ມເບິ່ງຂຸມຢູ່. ລາວໄດ້ເດ່ມືອອກໄປ ເບິ່ງຄືວ່າ ລາວກຳລັງຈະຈັບບາງສິ່ງຂຶ້ນມາຈາກຂຸມ. ຂ້າພະເຈົ້າໄດ້ຫລຽວເຫັນຝາປົກຂຸມ ທີ່ໄດ້ຖືກຍ້າຍອອກໄປ ຈາກບ່ອນທີ່ຊາຍໜຸ່ມຄົນນັ້ນ ກຳລັງກົ້ມຢູ່. ຢູ່ໃນເສັ້ນທາງ ມີຫລາຍຄົນເດີນຜ່ານມາ, ແຕ່ບໍ່ມີໃຜສົນໃຈນຳຜູ້ຊາຍສອງຄົນທີ່ຢູ່ຄ້ອຍພູ. ມີບາງສິ່ງໃນຄວາມຝັນນັ້ນ ທີ່ປະທັບໃຈຂ້າພະເຈົ້າຫລາຍ ຈົນວ່າຂ້າພະເຈົ້າສະເດີດຕື່ນທັນທີ; ... ຂ້າພະເຈົ້າບໍ່ສາມາດເລົ່າຄວາມຝັນນັ້ນ ໃຫ້ຄົນໃດຟັງ, ແຕ່ຂ້າພະເຈົ້າເພິ່ງພໍໃຈທີ່ຮູ້ວ່າເປັນ ທູດໂມໂຣໄນ ກຳລັງແນະນຳຊາຍໜຸ່ມໂຈເຊັບ ໃນເວລາທີ່ເພິ່ນໄດ້ຮັບແຜ່ນຈາລຶກ.”
ໃນລະດູໃບໄມ້ປົ່ງຂອງປີ 1893, ເອລີຊາເບັດໄດ້ໄປເມືອງເຊົາເລັກສຳລັບການອຸທິດພຣະວິຫານ. ລາວໄດ້ບັນຍາຍເຖິງປະສົບການຂອງລາວ ດັ່ງນີ້: “ຢູ່ໃນນັ້ນ ຂ້າພະເຈົ້າໄດ້ເຫັນຮູບພາບດຽວກັນ ທີ່ຂ້າພະເຈົ້າໄດ້ເຫັນຢູ່ໃນຄວາມຝັນ, ຊຶ່ງຮູບພາບນັ້ນເປັນແຜ່ນແກ້ວປ່ອງຢ້ຽມທີ່ເປັນສີ. ຂ້າພະເຈົ້າແນ່ໃຈວ່າ ຖ້າຂ້າພະເຈົ້າໄດ້ເຫັນພູຄູໂມຣາແທ້ໆ, ມັນກໍຄົງບໍ່ແຕກຕ່າງຈາກຮູບນັ້ນ. ຂ້າພະເຈົ້າແນ່ໃຈວ່າ ຂ້າພະເຈົ້າໄດ້ເຫັນພາບຂອງທູດໂມໂຣໄນ ກຳລັງມອບແຜ່ນຈາລຶກຄຳໃຫ້ແກ່ໂຈເຊັບ ສະມິດ.”
ຫລາຍປີຫລັງຈາກມີຄວາມຝັນນັ້ນ ແລະ ຫລາຍເດືອນກ່ອນລາວໄດ້ເສຍຊີວິດ ຕອນມີອາຍຸເກືອບເຖິງ 88 ປີ, ເອລີຊາເບັດໄດ້ຮັບຄວາມນຶກຄິດທີ່ມີພະລັງ. ລາວໄດ້ເວົ້າວ່າ, “ຄວາມຄິດໄດ້ເຂົ້າມາສູ່ຈິດໃຈຂອງຂ້າພະເຈົ້າ ຢ່າງແຈ່ມແຈ້ງ … ຄືກັບບາງຄົນເວົ້າກັບຂ້າພະເຈົ້າວ່າ, … ‘ຢ່າຝັງປະຈັກພະຍານຂອງເຈົ້າ ໄວ້ໃນດິນ.’”5
ຫລາຍລຸ້ນຄົນຈາກນັ້ນ, ລູກຫລານຂອງເອລີຊາເບັດໄດ້ສືບຕໍ່ຮັບເອົາຄວາມເຂັ້ມແຂງ ຈາກປະຈັກພະຍານຂອງລາວ. ເຊັ່ນດຽວກັບເອລີຊາເບັດ, ເຮົາມີຊີວິດຢູ່ໃນໂລກທີ່ເຕັມໄປດ້ວຍຜູ້ສົງໃສ ແລະ ວິຈານ ຜູ້ເວົ້າເຍາະເຍີ້ຍ ແລະ ຕໍ່ຕ້ານຄວາມຈິງ ທີ່ເຮົາຖືວ່າມີຄ່າ. ເຮົາອາດໄດ້ຍິນເລື່ອງທີ່ເຮັດໃຫ້ເຮົາສັບສົນ ແລະ ໄດ້ຍິນຂ່າວສານທີ່ກົງກັນຂ້າມ. ເຊັ່ນດຽວກັບເອລີຊາເບັດ, ເຮົາຕ້ອງເຮັດໃຫ້ດີທີ່ສຸດ ເພື່ອຮັກສາຄວາມສະຫວ່າງ ແລະ ຄວາມຈິງ ທີ່ເຮົາມີຢູ່ໃນເວລານີ້, ໂດຍສະເພາະໃນສະພາບການທີ່ຫຍຸ້ງຍາກ. ເຮົາອາດບໍ່ໄດ້ຮັບຄຳຕອບຕໍ່ຄຳອະທິຖານຂອງເຮົາທັນທີ, ແຕ່ເຮົາຕ້ອງຫາເວລາທີ່ມິດງຽບ ເພື່ອຊອກຫາຄວາມສະຫວ່າງ ແລະ ຄວາມຈິງ. ແລະ ເມື່ອເຮົາໄດ້ຮັບມັນ, ມັນເປັນໜ້າທີ່ຮັບຜິດຊອບຂອງເຮົາ ທີ່ຈະດຳລົງຊີວິດຕາມນັ້ນ, ທີ່ຈະແບ່ງປັນມັນ, ແລະ ທີ່ຈະປົກປ້ອງສິ່ງນັ້ນ.
ຂ້າພະເຈົ້າຂໍຝາກປະຈັກພະຍານຂອງຂ້າພະເຈົ້າໄວ້ກັບທ່ານ ວ່າເມື່ອເຮົາເຮັດໃຫ້ບ້ານເຮືອນຂອງເຮົາເຕັມໄປດ້ວຍຄວາມສະຫວ່າງ ແລະ ຄວາມຈິງຂອງພຣະຜູ້ຊ່ອຍໃຫ້ລອດ, ຂ້າພະເຈົ້າຮູ້ວ່າ ເຮົາຈະມີຄວາມເຂັ້ມແຂງພາຍໃນ ທີ່ຈະຕ້ານທານກັບທຸກສະພາບການໄດ້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.