ກ່ຽວກັບການເປັນຄົນທີ່ແທ້ຈິງ
ຂ້າພະເຈົ້າຫວັງວ່າ ເຮົາຈະສາມາດຕ້ານທານກັບການລໍ້ລວງທີ່ຈະໃຫ້ເຮົາ ພຽງແຕ່ສົນໃຈກັບຕົວເອງເທົ່ານັ້ນ, ແລະ ໃຫ້ພະຍາຍາມທີ່ຈະໄດ້ຮັບກຽດທີ່ດີກວ່ານັ້ນ ຄື: ທີ່ຈະກາຍເປັນຄົນຖ່ອມຕົວ, ເປັນສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ.
ໃນທ້າຍສັດຕະວັດທີ 18, ລາຊິນີ ແຄັດຕະຣິນ ແຫ່ງຣັດເຊຍ ໄດ້ປະກາດວ່າ ນາງຈະໄປກວດກາເບິ່ງເຂດໃຕ້ຂອງຈັກກະພົບຂອງນາງ, ໂດຍທີ່ມີອັກຄະທູດຈາກຫລາຍປະເທດເດີນທາງໄປກັບນາງ. ເຈົ້າແຂວງຂອງພາກນັ້ນ, ຊື່ ກຣິກກະຣີ ໂພເທັມຄິນ, ກໍຢາກໃຫ້ບັນດາແຂກທັງຫລາຍມີຄວາມປະທັບໃຈ. ສະນັ້ນ ເພິ່ນຈຶ່ງພະຍາຍາມຈົນສຸດຄວາມສາມາດ ເພື່ອຈະໄດ້ສະແດງຄວາມສຳເລັດຜົນຂອງປະເທດ.
ສ່ວນໜຶ່ງຂອງການເດີນທາງ, ລາຊິນີ ແຄັດຕະຣິນ ຕ້ອງໄດ້ເດີນທາງເຮືອ ລ່ອງໄປໃນແມ່ນ້ຳ ດະນິເປີ, ອະທິບາຍໃຫ້ບັນດາອັກຄະທູດຟັງດ້ວຍຄວາມພູມໃຈ ເຖິງການພັດທະນາຂອງໝູ່ບ້ານຕ່າງໆ ທີ່ຕັ້ງຢູ່ແຄມແມ່ນ້ຳ, ທັງໝູ່ບ້ານຕ່າງໆດ້ວຍ, ຊຶ່ງເຕັມໄປດ້ວຍຜູ້ຄົນທີ່ຂະຫຍັນ ແລະ ມີຄວາມສຸກ. ແຕ່ມີບັນຫາຢູ່ຢ່າງໜຶ່ງ: ທຸກສິ່ງເປັນພຽງການສະແດງເທົ່ານັ້ນ. ມີຄຳບອກກ່າວໄວ້ວ່າ ທ່ານໂພເທັມຄິນ ໄດ້ສັ່ງໃຫ້ສ້າງຮ້ານຄ້າ ແລະ ບ້ານເຮືອນປອມຂຶ້ນມາ. ເພິ່ນຍັງໄດ້ຈັດຜູ້ຄົນໃຫ້ສະແດງ ຄືກັບວ່າເຂົາເຈົ້າກຳລັງຈະເລີນຮຸ່ງເຮືອງ. ເມື່ອເຮືອພົ້ນສາຍຕາ, ພວກພະນັກງານຂອງທ່ານໂພເທັມຄິນ ກໍໄດ້ຍົກຍ້າຍສິ່ງສະແດງ ຂົນກັນໄປຢ່າງໄວ ເພື່ອຕຽມການສະແດງ ໃນຈຸດທີ່ ລາຊິນີ ແຄັດຕະຣິນ ຈະເດີນຜ່ານຕໍ່ໄປ.
ເຖິງແມ່ນວ່າ ນັກປະຫວັດສາດສະໄໝປະຈຸບັນ ມີຄວາມສົງໄສກ່ຽວກັບຄວາມຈິງຂອງປະຫວັດສາດນີ້, ແຕ່ຄຳວ່າ “ໝູ່ບ້ານໂພເທັມຄິນ” ໄດ້ຖືກບັນຈຸຢູ່ໃນປຶ້ມວັດຈະນະນຸກົມຂອງໂລກແລ້ວ. ຄຳນີ້ ໝາຍເຖິງ ການພະຍາຍາມເຮັດໃຫ້ຄົນອື່ນເຊື່ອວ່າ ເຮົາດີກວ່າທີ່ເຮົາເປັນຢູ່.
ເຮົາມີເຈດຕະນາດີຫລືບໍ່?
ມັນເປັນທຳມະຊາດຂອງມະນຸດ ທີ່ມັກຄວາມສວຍງາມ. ດ້ວຍເຫດນີ້ ພວກເຮົາຫລາຍຄົນຈຶ່ງພະຍາຍາມ ຈັດແຕ່ງໜ້າບ້ານໃຫ້ສວຍສົດງົດງາມ ແລະ ດ້ວຍເຫດນີ້ ອ້າຍນ້ອງໃນຖານະປະໂລຫິດແຫ່ງອາໂຣນຈຶ່ງ ພະຍາຍາມຈົນສຸດຂີດ ເພື່ອໃຫ້ແນ່ໃຈວ່າ ຊົງຜົມຮຽບຮ້ອຍດີ, ເພື່ອບາງທີເຂົາເຈົ້າອາດພົບເຫັນຄົນໃດຄົນໜຶ່ງທີ່ພິເສດ. ບໍ່ເປັນເລື່ອງຜິດ ທີ່ຈະຂັດເກີບໃຫ້ເຫລື້ອມ, ມີກິ່ນຫອມສະອາດ, ຫລື ເຊື່ອງຖ້ວຍຊາມທີ່ເປື້ອນເປິະ ກ່ອນຄູສອນປະຈຳບ້ານຈະມາເຖິງ. ເຖິງຢ່າງໃດກໍຕາມ, ເມື່ອເຮັດເກີນຂອບເຂດ, ຄວາມປາດຖະໜາດັ່ງກ່າວ ອາດປ່ຽນຈາກ ຜົນປະໂຫຍດ ເປັນ ການຫລອກລວງ.
ສາດສະດາຂອງພຣະຜູ້ເປັນເຈົ້າ ໄດ້ເຕືອນສະເໝີ ກ່ຽວກັບຜູ້ທີ່ “ເຂົ້າໃກ້ [ພຣະຜູ້ເປັນເຈົ້າ] ດ້ວຍຄຳເວົ້າ, ແລະ ອ້າງນະມັດສະການ [ພຣະອົງ], ແຕ່ຈິດໃຈຂອງພວກເຂົາ ສຸມຢູ່ບ່ອນອື່ນ.”1
ພຣະຜູ້ຊ່ອຍໃຫ້ລອດເຂົ້າໃຈ ແລະ ມີຄວາມເຫັນອົກເຫັນໃຈນຳຄົນບາບ ທີ່ຖ່ອມຕົວ ແລະ ຈິງໃຈ. ແຕ່ພຣະອົງພຣະພິໂລດໃນທາງທີ່ຊອບທຳ ຕໍ່ຄົນໜ້າຊື່ໃຈຄົດ ເຊັ່ນກັບ ຄົນເກັບພາສີ, ພວກຟາຣີຊາຍ, ແລະ ພວກຊາດູກາຍ—ພວກເຂົາຖືຕົນເອງວ່າເປັນຄົນຊອບທຳ ເພື່ອຈະໄດ້ຮັບການຍ້ອງຍໍ, ເພື່ອຈະມີອິດທິພົນ, ແລະ ຮັ່ງມີເປັນດີ ດ້ວຍສິ່ງຂອງທາງໂລກ, ໃນເວລາດຽວກັນ, ພວກເຂົາໄດ້ຂົ່ມເຫັງຜູ້ຄົນ ທີ່ເຂົາເຈົ້າຄວນຊ່ອຍເຫລືອ. ພຣະຜູ້ຊ່ອຍໃຫ້ລອດໄດ້ປຽບທຽບພວກເຂົາໃສ່ກັບ “ອຸບມຸງຝັງສົບທີ່ທາດ້ວຍປູນຂາວ ຊຶ່ງເບິ່ງຂ້າງນອກງົດງາມ, ແຕ່ຂ້າງໃນແລ້ວພັດເຕັມໄປດ້ວຍກະດູກຄົນຕາຍ, ແລະ ສິ່ງສາລະພັດຂີ້ດຽດສົກກະປົກ.”2
ໃນວັນເວລາຂອງເຮົາ, ພຣະຜູ້ເປັນເຈົ້າ ກໍໄດ້ກ່າວຖ້ອຍຄຳຮຸນແຮງເຊັ່ນດຽວກັນນັ້ນ ແກ່ຜູ້ດຳລົງຖານະປະໂລຫິດ ທີ່ພະຍາຍາມປົກປິດບາບ [ຂອງພວກເຂົາ], ຫລື ສະໜອງຄວາມຈອງຫອງ [ຂອງພວກເຂົາ], ຫລື ຄວາມທະເຍີທະຍານອັນໄຮ້ປະໂຫຍດ [ຂອງພວກເຂົາ]. ເມື່ອພວກເຂົາເຮັດແບບນີ້, ພຣະອົງໄດ້ກ່າວ, ສະຫວັນຈະຖອນຕົວ; ພຣະວິນຍານຂອງພຣະຜູ້ເປັນເຈົ້າຈະໂສກເສົ້າ; ແລະ ເມື່ອຖືກຖອນຕົວ, ກໍອາແມນກັບຖານະປະໂລຫິດ ຫລື ສິດອຳນາດຂອງຊາຍຄົນນັ້ນ.”3
ເປັນຫຍັງສິ່ງນີ້ຈຶ່ງເກີດຂຶ້ນ? ເປັນຫຍັງບາງຄົນຈຶ່ງທຳທ່າເຂັ້ມແຂງ, ຮັ່ງມີ, ແລະ ເສີມແຕ່ງພຽງຂ້າງນອກ ເມື່ອຂ້າງໃນ—ດັ່ງທີ່ພຣະຜູ້ເປີດເຜີຍໄດ້ກ່າວແກ່ຊາວເອເຟໂຊວ່າ—ພວກເຮົາໄດ້ “ປະຖິ້ມຄວາມຮັກເດີມ [ຂອງເຮົາ]”?4
ໃນບາງກໍລະນີ, ເຮົາອາດບໍ່ສົນໃຈກັບຄວາມສຳຄັນຂອງພຣະກິດຕິຄຸນ, ເຂົ້າໃຈຜິດວ່າ “ການເຮັດເໝືອນຄົນນັບຖືພຣະເຈົ້າ” ເປັນ “ອຳນາດໃນນັ້ນ.”5 ສິ່ງນີ້ອັນຕະລາຍຫລາຍ ໂດຍສະເພາະ ເມື່ອເຮົາທຳທ່າເປັນສານຸສິດທີ່ດີ ເພື່ອຜົນປະໂຫຍດສ່ວນຕົວ ແລະ ເພື່ອຈະມີອິດທິພົນ. ເມື່ອນັ້ນ ເຮົາຈະຕົກຢູ່ໃນຂັ້ນສ່ຽງ ທີ່ຈະເຂົ້າໄປໃນເຂດຂອງພວກຟາຣີຊາຍ, ແລະ ເຮົາຄວນກວດເບິ່ງຈິດໃຈຂອງເຮົາໃນຕອນນີ້ ເພື່ອຈະໄດ້ປ່ຽນຊີວິດໃຫ້ຖືກຕ້ອງ.
ໂຄງການໂພເທັມຄິນ
ຄວາມພະຍາຍາມທີ່ຈະສະແດງວ່າ ເຮົາດີກວ່າທີ່ເຮົາເປັນຢູ່ ບໍ່ແມ່ນເຫັນຢູ່ພຽງແຕ່ໃນຊີວິດສ່ວນຕົວຂອງເຮົາເທົ່ານັ້ນ ແຕ່ຍັງເຫັນຢູ່ໃນໜ້າທີ່ມອບໝາຍໃນໂບດຂອງເຮົານຳອີກ.
ຍົກຕົວຢ່າງ, ຂ້າພະເຈົ້າຮູ້ສະເຕກໜຶ່ງ ບ່ອນທີ່ຜູ້ນຳໄດ້ຕັ້ງເປົ້າໝາຍທີ່ທະເຍີທະຍານໄວ້ຈຳນວນໜຶ່ງ ໃນປີນັ້ນ. ເຖິງແມ່ນວ່າ ເປົ້າໝາຍເຫລົ່ານັ້ນ ເບິ່ງຄືວ່າ ເປັນສິ່ງທີ່ກຸ້ມຄ່າກໍຕາມ, ແຕ່ເຂົາເຈົ້າພຽງແຕ່ສົນໃຈນຳການທີ່ຈະໄດ້ປະກາດຄວາມດີເດັ່ນ ຫລື ຈຳນວນຂອງເປີເຊັນເທົ່ານັ້ນ.
ຫລັງຈາກໄດ້ສົນທະນາກັນກ່ຽວກັບເປົ້າໝາຍເຫລົ່ານັ້ນ ແລະ ຕົກລົງກັນແລ້ວ, ບາງສິ່ງໄດ້ເຮັດໃຫ້ ປະທານສະເຕກຮູ້ສຶກບໍ່ສະບາຍໃຈ. ເພິ່ນໄດ້ຄິດກ່ຽວກັບສະມາຊິກຂອງສະເຕກ—ເຊັ່ນ ແມ່ໜຸ່ມ ຜູ້ມີລູກນ້ອຍ ຜູ້ຊຶ່ງຫາກໍກາຍເປັນແມ່ໝ້າຍ. ເພິ່ນໄດ້ຄິດກ່ຽວກັບສະມາຊິກ ຜູ້ດີ້ນລົນຕໍ່ສູ້ກັບຄວາມສົງໄສ ຫລື ຄວາມເປົ່າປ່ຽວ ຫລື ມີບັນຫາເລື່ອງສຸຂະພາບ ຜູ້ບໍ່ມີປະກັນໄພສຸຂະພາບ. ເພິ່ນໄດ້ຄິດກ່ຽວກັບສະມາຊິກຜູ້ທີ່ມີບັນຫາເລື່ອງການແຕ່ງງານ, ການຕິດແສດ, ຕົກງານ, ແລະ ປ່ວຍໂຊທາງຈິດໃຈ. ແລະ ເມື່ອເພິ່ນໄດ້ຄິດກ່ຽວກັບເລື່ອງນີ້ຫລາຍເທົ່າໃດ, ເພິ່ນຍິ່ງໄດ້ຖາມຕົນເອງຫລາຍຂຶ້ນເທົ່ານັ້ນ ດ້ວຍຄຳຖາມທີ່ຖ່ອມຕົນວ່າ: ເປົ້າໝາຍໃໝ່ຂອງເຮົາ ຈະສ້າງຄວາມແຕກຕ່າງໃຫ້ແກ່ຊີວິດຂອງສະມາຊິກເຫລົ່ານີ້ບໍ?
ເພິ່ນໄດ້ເລີ່ມຄິດວ່າ ເປົ້າໝາຍຂອງສະເຕກຂອງເຂົາເຈົ້າຈະແຕກຕ່າງໄປແນວໃດ ຖ້າຫາກເຂົາເຈົ້າໄດ້ຖາມກ່ອນວ່າ, “ການປະຕິບັດສາດສະໜາກິດຂອງເຮົາເປັນຈັ່ງໃດ?”
ສະນັ້ນ ປະທານສະເຕກ ຈຶ່ງໄດ້ເວົ້າລົມນຳສະພາຂອງເພິ່ນອີກ, ແລະ ທຸກຄົນກໍໄດ້ປ່ຽນຄວາມຄິດ. ເຂົາເຈົ້າໄດ້ຕັ້ງໃຈວ່າ ເຂົາເຈົ້າຈະບໍ່ຍອມໃຫ້ “ຄົນຫິວໂຫຍ, … ຄົນຂັດສົນ, …ຄົນເປືອຍເປົ່າ, … ຄົນເຈັບປ່ວຍ ແລະ ຄົນທີ່ເປັນທຸກ ຜ່ານ [ເຂົາເຈົ້າ] ໄປ, ແລະ ບໍ່ຫລຽວແລພວກເຂົາ.”6
ເຂົາເຈົ້າໄດ້ຕັ້ງເປົ້າໝາຍໃໝ່, ໂດຍທີ່ຮັບຮູ້ວ່າ ຄວາມສຳເລັດຜົນໃນເປົ້າໝາຍໃໝ່ ເຫລົ່ານັ້ນ ບໍ່ສາມາດວັດແທກໄດ້, ຢ່າງໜ້ອຍໂດຍມະນຸດ—ເພາະ ໃຜຈະສາມາດວັດແທກປະຈັກພະຍານສ່ວນຕົວ, ຄວາມຮັກທີ່ມີຕໍ່ພຣະເຈົ້າ, ຫລື ຄວາມເຫັນອົກເຫັນໃຈ ຕໍ່ຄົນອື່ນໄດ້?
ແຕ່ເຂົາເຈົ້າຍັງຮູ້ວ່າ “ຫລາຍສິ່ງທີ່ທ່ານສາມາດນັບໄດ້, ບໍ່ມີຄຸນຄ່າຫຍັງເລີຍ. ຫລາຍສິ່ງທີ່ທ່ານບໍ່ສາມາດນັບ, ແມ່ນມີຄຸນຄ່າທີ່ສຸດ.”7
ຂ້າພະເຈົ້າສົງໄສ ຖ້າຫາກວ່າເປົ້າໝາຍສຳລັບອົງການ ແລະ ສ່ວນຕົວຂອງເຮົາ ບາງເທື່ອເປັນຕົວຢ່າງຂອງໝູ່ບ້ານໂພເທັມຄິນ ໃນປະຈຸບັນ. ເມື່ອຫລຽວເບິ່ງແຕ່ໄກໆ ເບິ່ງຄືວ່າ ມັນເປັນໜ້າປະທັບໃຈບໍ ແຕ່ແທ້ຈິງແລ້ວ ມັນບໍ່ຕອບສະໜອງຄວາມຕ້ອງການຂອງເພື່ອນມະນຸດທີ່ເຮົາຮັກເລີຍ?
ເພື່ອນທີ່ຮັກແພງ ແລະ ມິດສະຫາຍຜູ້ດຳລົງຖານະປະໂລຫິດຂອງຂ້າພະເຈົ້າ, ຖ້າຫາກພຣະເຢຊູຄຣິດ ນັ່ງຢູ່ກັບເຮົາ ແລະ ຖາມກ່ຽວກັບບັນຊີການພິທັກຮັກສາຂອງເຮົາ, ຂ້າພະເຈົ້າຄິດວ່າ ພຣະອົງຄົງບໍ່ສົນໃຈນຳໂຄງການ ແລະ ສະຖິຕິ. ສິ່ງທີ່ພຣະຜູ້ຊ່ອຍໃຫ້ລອດຢາກຮູ້ ແມ່ນສະພາບຈິດໃຈຂອງເຮົາ. ພຣະອົງຢາກຮູ້ວິທີທີ່ເຮົາຮັກ ແລະ ປະຕິບັດຕໍ່ຄົນທີ່ຢູ່ໃນການດູແລຂອງເຮົາ, ວິທີທີ່ເຮົາສະແດງຄວາມຮັກຕໍ່ຄູ່ຄອງ ແລະ ຄອບຄົວ, ແລະ ວິທີທີ່ເຮົາແບ່ງເບົາພາລະໜັກໜ່ວງປະຈຳວັນຂອງເຂົາເຈົ້າ. ແລະ ພຣະຜູ້ຊ່ອຍໃຫ້ລອດຢາກຮູ້ວ່າ ທ່ານ ແລະ ຂ້າພະເຈົ້າ ກໍເຂົ້າໃກ້ຊິດພຣະອົງ ແລະ ພຣະບິດາເທິງສະຫວັນຂອງພຣະອົງຫລືບໍ່.
ເປັນຫຍັງເຮົາຈຶ່ງມານີ້?
ມັນຄົງເປັນປະໂຫຍດທີ່ຈະປະເມີນເບິ່ງໃຈຂອງເຮົາເອງ. ຍົກຕົວຢ່າງ, ເຮົາອາດຖາມຕົວເອງວ່າ, ເປັນຫຍັງເຮົາຈຶ່ງຮັບໃຊ້ໃນສາດສະໜາຈັກຂອງພຣະເຢຊູຄຣິດ?
ເຮົາອາດຖາມວ່າ, ເປັນຫຍັງເຮົາຈຶ່ງມາຮ່ວມກອງປະຊຸມໃນມື້ນີ້?
ຖ້າຫາກຂ້າພະເຈົ້າຕ້ອງຕອບຄຳຖາມນັ້ນ ແບບຕື້ນໆ, ຂ້າພະເຈົ້າຈະຕອບວ່າ ເພາະປະທານມອນສັນ ໄດ້ມອບໝາຍຂ້າພະເຈົ້າໃຫ້ມາກ່າວປາໄສ.
ສະນັ້ນ ຂ້າພະເຈົ້າຈຶ່ງເລືອກບໍ່ໄດ້.
ແລະ ພັນລະຍາຂອງຂ້າພະເຈົ້າ ທີ່ຂ້າພະເຈົ້າຮັກຫລາຍທີ່ສຸດ ກໍຢາກໃຫ້ຂ້າພະເຈົ້າມາຮ່ວມກອງປະຊຸມ. ຂ້າພະເຈົ້າຈະຕອບປະຕິເສດ ໄດ້ແນວໃດ?
ແຕ່ເຮົາທຸກຄົນຮູ້ເຫດຜົນທີ່ດີກວ່ານີ້ ສຳລັບການມາຮ່ວມກອງປະຊຸມ ແລະ ດຳລົງຊີວິດຂອງເຮົາ ໃນຖານະເປັນສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ.
ຂ້າພະເຈົ້າມານີ້ ເພາະຂ້າພະເຈົ້າປາດຖະໜາດ້ວຍສຸດໃຈ ທີ່ຈະຕິດຕາມພຣະອາຈານ, ພຣະເຢຊູຄຣິດ. ຂ້າພະເຈົ້າຢາກເຮັດທຸກສິ່ງທີ່ພຣະອົງໄດ້ຂໍໃຫ້ຂ້າພະເຈົ້າເຮັດ ໃນອຸດົມການທີ່ຍິ່ງໃຫຍ່ນີ້. ຂ້າພະເຈົ້າຢາກໄດ້ຮັບການສິດສອນຈາກພຣະວິນຍານບໍລິສຸດ ແລະ ຢາກໄດ້ຟັງສຸລະສຽງຂອງພຣະເຈົ້າ ໃນຂະນະທີ່ພຣະອົງກ່າວຜ່ານທາງຜູ້ຮັບໃຊ້ທີ່ໄດ້ຮັບການແຕ່ງຕັ້ງຂອງພຣະອົງ. ຂ້າພະເຈົ້າມານີ້ ເພື່ອຈະໄດ້ກາຍເປັນຊາຍທີ່ດີກວ່າ, ທີ່ຈະໄດ້ຮັບການເຊີດຊູໃຈ ໂດຍຕົວຢ່າງທີ່ດົນໃຈຂອງບັນດາອ້າຍເອື້ອຍນ້ອງຂອງຂ້າພະເຈົ້າໃນພຣະຄຣິດ, ແລະ ທີ່ຈະຮຽນຮູ້ວິທີປະຕິບັດສາດສະໜາກິດໃຫ້ມີປະສິດທິພາບຫລາຍກວ່າເກົ່າ ຕໍ່ຄົນທີ່ຂັດສົນ.
ສະຫລຸບແລ້ວ, ຂ້າພະເຈົ້າມານີ້ ເພາະຂ້າພະເຈົ້າຮັກພຣະບິດາເທິງສະຫວັນຂອງຂ້າພະເຈົ້າ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ.
ຂ້າພະເຈົ້າແນ່ໃຈວ່າ ນັ້ນຄືເຫດຜົນຂອງທ່ານຄືກັນ. ດ້ວຍເຫດນີ້ ເຮົາຈຶ່ງເຕັມໃຈທີ່ຈະເສຍສະລະ ແລະ ບໍ່ແມ່ນພຽງແຕ່ຈະປະກາດວ່າ ເຮົາຈະຕິດຕາມພຣະຜູ້ຊ່ອຍໃຫ້ລອດເທົ່ານັ້ນ. ດ້ວຍເຫດນີ້ ເຮົາຈຶ່ງດຳລົງຖານະປະໂລຫິດທີ່ສັກສິດຂອງພຣະອົງດ້ວຍກຽດຕິຍົດ.
ຈາກເຊື້ອໄຟ ກາຍເປັນກອງໄຟສຸມໃຫຍ່
ບໍ່ວ່າປະຈັກພະຍານຂອງທ່ານຈະເຂັ້ມແຂງຫລາຍຂະໜາດໃດ ຫລື ກິດຈະກຳຂອງທ່ານໃນສາດສະໜາຈັກ ຈະເບິ່ງຄ້າຍຄືກັນກັບໝູ່ບ້ານໂພເທັມຄິນຫລາຍຂະໜາດໃດກໍຕາມ, ຂ່າວດີກໍຄື ທ່ານສາມາດສ້າງດ້ວຍພະລັງຂອງທ່ານ. ຢູ່ໃນສາດສະໜາຈັກຂອງພຣະເຢຊູຄຣິດ ທ່ານສາມາດເຕີບໂຕທາງວິນຍານ ແລະ ເຂົ້າໃກ້ພຣະຜູ້ຊ່ອຍໃຫ້ລອດໄດ້ ໂດຍ ການນຳໃຊ້ ຫລັກທຳພຣະກິດຕິຄຸນ ໃນແຕ່ລະວັນ.
ດ້ວຍຄວາມອົດທົນ ແລະ ບໍ່ລົດລະ, ແມ່ນແຕ່ການກະທຳອັນເລັກນ້ອຍຂອງການເປັນສານຸສິດ ຫລື ແສງໄຟຂອງຄວາມເຊື່ອທີ່ນ້ອຍໆ ຈະກາຍເປັນກອງໄຟສຸມໃຫຍ່ ຂອງຊີວິດທີ່ສັກສິດ. ຕາມຈິງແລ້ວ, ນັ້ນຄືວິທີທີ່ກອງໄຟສຸມໃຫຍ່ໄດ້ເລີ່ມຕົ້ນດ້ວຍ—ຈາກເຊື້ອໄຟເມັດນ້ອຍໆ.
ສະນັ້ນ ຖ້າຫາກທ່ານຮູ້ສຶກວ່າຕົວເອງນ້ອຍ ແລະ ອ່ອນແອ, ພຽງແຕ່ມາຫາພຣະຄຣິດເທົ່ານັ້ນ, ຜູ້ໄດ້ເຮັດໃຫ້ສິ່ງທີ່ອ່ອນແອກັບມາເຂັ້ມແຂງ.8 ຜ່ານພຣະຄຸນຂອງພຣະເຈົ້າ, ຄົນທີ່ອ່ອນແອໃນບັນດາພວກເຮົາ ຈະກາຍເປັນຜູ້ທີ່ເຂັ້ມແຂງຫລາຍທີ່ສຸດທາງວິນຍານ, ເພາະວ່າພຣະເຈົ້າ “ບໍ່ເລືອກໜ້າຜູ້ໃດ.”9 ພຣະອົງເປັນ “ພຣະເຈົ້າທີ່ຊື່ສັດຂອງເຮົາ, ພຣະອົງຮັກສາພັນທະສັນຍາຂອງພຣະອົງ ແລະ ສະແດງຄວາມຮັກອັນໝັ້ນຄົງ ແກ່ຜູ້ທີ່ຮັກພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ.”10
ຂ້າພະເຈົ້າໝັ້ນໃຈວ່າ ຖ້າຫາກພຣະເຈົ້າສາມາດເອື້ອມອອກໄປ ແລະ ຊ່ອຍເຫລືອອົບພະຍົບຊາວເຢຍລະມັນ ດັ່ງຂ້າພະເຈົ້າ ທີ່ມາຈາກຄອບຄົວທຳມະດາສາມັນ ໃນປະເທດທີ່ມີສົງຄາມ ຢູ່ຟາກໂລກເບື້ອງນັ້ນ ຊຶ່ງຫ່າງໄກຈາກສູນກາງໃຫຍ່ຂອງສາດສະໜາຈັກ, ແລ້ວພຣະອົງກໍສາມາດເອື້ອມອອກໄປຫາທ່ານໄດ້ຄືກັນ.
ອ້າຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ ໃນພຣະຄຣິດ, ພຣະເຈົ້າແຫ່ງການສ້າງ, ຜູ້ໄດ້ບັນດານໃຫ້ມີຊີວິດເກີດຂຶ້ນຢູ່ໃນຈັກກະວານ, ກໍມີອຳນາດທີ່ຈະບັນດານໃຫ້ມີຊີວິດເກີດຂຶ້ນກັບທ່ານຄືກັນ. ແນ່ນອນວ່າ ພຣະອົງສາມາດເຮັດໃຫ້ທ່ານເປັນຄົນທີ່ແທ້ຈິງ ແຫ່ງຄວາມສະຫວ່າງ ແລະ ຄວາມຈິງໄດ້ ຕາມທີ່ທ່ານປາດຖະໜາທີ່ຈະເປັນ.
ຄຳສັນຍາຂອງພຣະເຈົ້າ ແມ່ນແທ້ຈິງ ແລະ ແນ່ນອນ. ເຮົາສາມາດໄດ້ຮັບການໃຫ້ອະໄພສຳລັບຄວາມຜິດບາບຂອງເຮົາ ແລະ ຖືກຊຳລະລ້າງຈາກການອະທຳທັງໝົດ.11 ແລະ ຖ້າຫາກເຮົາຍອມຮັບເອົາຫລັກທຳທີ່ແທ້ຈິງ ແລະ ດຳລົງຊີວິດຕໍ່ໄປຕາມນັ້ນ ໃນສະພາບການສ່ວນຕົວຂອງເຮົາ ແລະ ໃນຄອບຄົວຂອງເຮົາ, ແລ້ວໃນທີ່ສຸດ ເຮົາຈະໄປເຖິງຈຸດບ່ອນທີ່ເຮົາ “ຈະບໍ່ອຶດເຂົ້າຢາກນ້ຳອີກຕໍ່ໄປຈັກເທື່ອ. ... ເພາະພຣະເມສານ້ອຍທີ່ປະທັບຢູ່ທ່າມກາງພຣະບັນລັງນັ້ນ ຈະເປັນພຣະຜູ້ລ້ຽງ [ເຮົາ], ແລະ ຈະພາ [ເຮົາ] ໄປຫາບໍ່ນ້ຳພຸແຫ່ງຊີວິດ: ແລະ ພຣະເຈົ້າຈະເຊັດນ້ຳຕາທຸກຢົດ ຈາກຕາຂອງ [ເຮົາ].”12
ສາດສະໜາຈັກເປັນສະຖານທີ່ປິ່ນປົວ, ບໍ່ແມ່ນບ່ອນລີ້ຊ່ອນຕົວ
ແຕ່ສິ່ງນີ້ຈະເກີດຂຶ້ນບໍ່ໄດ້ ຖ້າຫາກເຮົາລີ້ຢູ່ທາງຫລັງຂອງຄົນໃດຄົນໜຶ່ງ, ຫລື ສາດສະໜາໃດໜຶ່ງ, ຫລື ອົງການໃດໜຶ່ງ ທີ່ເປັນສາກບັງໜ້າ. ການເປັນສານຸສິດຈອມປອມເຊັ່ນນັ້ນ ບໍ່ພຽງແຕ່ກີດກັນເຮົາຈາກການເປັນຕົວເຮົາເອງ, ແຕ່ຍັງກີດກັນເຮົາຈາກການປັບປຸງຕົວນຳອີກ ໂດຍການຊົດໃຊ້ຢ່າງໜ້າອັດສະຈັນໃຈ ຂອງພຣະຜູ້ຊ່ອຍໃຫ້ລອດ.
ສາດສະໜາຈັກບໍ່ແມ່ນສະຖານທີ່ສະແດງລົດ—ບໍ່ແມ່ນສະຖານທີ່ ບ່ອນທີ່ເຮົາຂຶ້ນສະແດງຕົວ ໃຫ້ຄົນອື່ນຍ້ອງຍໍລັກສະນະທາງວິນຍານຂອງເຮົາ, ຫລື ຄວາມສາມາດ, ຫລື ຄວາມຮັ່ງມີເປັນດີຂອງເຮົາ. ສາດສະໜາຈັກເປັນສະຖານທີ່ບໍລິການ, ບ່ອນທີ່ລົດຕ້ອງການສ້ອມແປງ ແລະ ມີສະພາບດີຂຶ້ນ.
ເຮົາທຸກຄົນບໍ່ຕ້ອງການ ການສ້ອມແປງ, ການຮັກສາ, ແລະ ຖືກເຮັດໃຫ້ມີສະພາບດີຂຶ້ນບໍ?
ເຮົາບໍ່ໄດ້ມາໂບດ ເພື່ອຈະເຊື່ອງບັນຫາ ແຕ່ມາເພື່ອຮັບການປິ່ນປົວ.
ແລະ ໃນຖານະເປັນຜູ້ດຳລົງຖານະປະໂລຫິດ, ເຮົາມີໜ້າທີ່ຮັບຜິດຊອບຕື່ມອີກ—ທີ່ຈະ “ລ້ຽງຝູງແກະຂອງພຣະເຈົ້າ … , ບໍ່ແມ່ນດ້ວຍໃຈຂົມຂື່ນ, ແຕ່ດ້ວຍຄວາມເຕັມໃຈ; ບໍ່ແມ່ນເພື່ອເຫັນແກ່ [ຜົນປະໂຫຍດສ່ວນຕົວ], ແຕ່ດ້ວຍຄວາມເຫລື້ອມໃສ; ບໍ່ແມ່ນເໝືອນເປັນເຈົ້າເປັນນາຍ ເໜືອພວກທີ່ພຣະເຈົ້າໄດ້ຝາກໄວ້ກັບເຈົ້າ, ແຕ່ໃຫ້ເປັນແບບຢ່າງອັນດີ ແກ່ຝູງແກະ.”13
ອ້າຍນ້ອງທັງຫລາຍ, ຈົ່ງຈື່ຈຳໄວ້ວ່າ, “ພຣະເຈົ້າຕໍ່ສູ້ຄົນທີ່ຈອງຫອງ, ແຕ່ປະທານພຣະຄຸນໃຫ້ແກ່ຄົນທີ່ຖ່ອມຕົວ.”14
ຜູ້ຊາຍທີ່ຍິ່ງໃຫຍ່ທີ່ສຸດ, ມີຄວາມສາມາດທີ່ສຸດ, ແລະ ບັນລຸຄວາມສຳເລັດຜົນໄດ້ຫລາຍທີ່ສຸດ ທີ່ເຄີຍມາສູ່ໂລກນີ້ ແມ່ນຜູ້ຊາຍທີ່ຖ່ອມຕົວຫລາຍທີ່ສຸດຄືກັນ. ພຣະອົງໄດ້ປະຕິບັດຮັບໃຊ້ຫລາຍເທື່ອ ໃນເວລາສ່ວນຕົວ ຢ່າງໜ້າປະທັບໃຈ, ມີພຽງສອງສາມຄົນທີ່ໄດ້ເຫັນ, ຊຶ່ງພຣະອົງໄດ້ສັ່ງວ່າ “ບໍ່ໃຫ້ບອກຜູ້ໃດ” ເຖິງສິ່ງທີ່ພຣະອົງໄດ້ກະທຳ.15 ເມື່ອມີຄົນເອີ້ນພຣະອົງວ່າ “ຜູ້ປະເສີດ,” ພຣະອົງກໍປ່ຽນຄຳຍ້ອງຍໍນັ້ນທັນທີ, ໂດຍການເນັ້ນວ່າ ມີແຕ່ພຣະເຈົ້າອົງດຽວເທົ່ານັ້ນທີ່ປະເສີດ.16 ເຫັນໄດ້ຢ່າງແຈ່ມແຈ້ງວ່າ ຄຳສັນລະເສີນຂອງໂລກ ບໍ່ມີຄວາມໝາຍຫຍັງເລີຍສຳລັບພຣະອົງ; ຈຸດປະສົງດຽວຂອງພຣະອົງ ແມ່ນທີ່ຈະຮັບໃຊ້ພຣະບິດາຂອງພຣະອົງ ແລະ “ເຮັດຕາມພຣະປະສົງຂອງພຣະອົງຢູ່ສະເໝີ.”17 ເຮົາຈະເປັນຄົນດີຂຶ້ນກວ່າເກົ່າ ຖ້າຫາກເຮົາເຮັດຕາມຕົວຢ່າງຂອງພຣະອາຈານຂອງເຮົາ.
ຂໍໃຫ້ເຮົາຮັກ ດັ່ງທີ່ພຣະອົງໄດ້ຮັກ
ອ້າຍນ້ອງທັງຫລາຍ, ນີ້ແມ່ນການເອີ້ນທີ່ສູງສົ່ງ ແລະ ສັກສິດຂອງເຮົາ—ທີ່ຈະເປັນຕົວແທນຂອງພຣະເຢຊູຄຣິດ, ເພື່ອຈະຮັກ ດັ່ງທີ່ພຣະອົງໄດ້ຮັກ, ທີ່ຈະຮັບໃຊ້ ດັ່ງທີ່ພຣະອົງໄດ້ຮັບໃຊ້, ທີ່ຈະຊ່ອຍເຫລືອຄົນທີ່ອ່ອນແອ, ຍົກມືທີ່ເມື່ອຍລ້າ, ແລະ ໃຫ້ກຳລັງຫົວເຂົ່າທີ່ອ່ອນເພຍ,”18 ເພື່ອດູແລຄົນຍາກຈົນ ແລະ ຄົນຂັດສົນ,19 ແລະ ດູແລແມ່ໝ້າຍ ແລະ ລູກກຳພ້າ.20
ອ້າຍນ້ອງທັງຫລາຍ, ຂ້າພະເຈົ້າອະທິຖານວ່າ ເມື່ອເຮົາຮັບໃຊ້ໃນບ້ານເຮືອນ, ໃນກຸ່ມ, ໃນຫວອດ, ໃນສະເຕກ, ໃນຊຸມຊົນ, ແລະ ປະເທດຊາດຂອງເຮົາ, ເຮົາຈະສາມາດຕ້ານທານກັບການລໍ້ລວງທີ່ຈະໃຫ້ເຮົາ ພຽງແຕ່ສົນໃຈກັບຕົວເອງເທົ່ານັ້ນ, ແລະ ໃຫ້ພະຍາຍາມທີ່ຈະໄດ້ຮັບກຽດທີ່ດີກວ່ານັ້ນ ຄື: ທີ່ຈະກາຍເປັນຄົນຖ່ອມຕົວ, ເປັນສານຸສິດທີ່ແທ້ຈິງຂອງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ. ເມື່ອເຮົາເຮັດເຊັ່ນນັ້ນ, ເຮົາຈະເຫັນຕົນເອງເດີນໄປໃນເສັ້ນທາງ ທີ່ພາເຮົາໄປຫາ ການເປັນຄົນທີ່ດີທີ່ສຸດ, ທີ່ແທ້ຈິງທີ່ສຸດ, ແລະ ມີກຽດທີ່ສຸດ. ຂ້າພະເຈົ້າຂໍເປັນພະຍານເຖິງສິ່ງນີ້ ໃນພຣະນາມຂອງພຣະອາຈານຂອງເຮົາ, ພຣະເຢຊູຄຣິດ, ອາແມນ.