​2010–2019
ພຣະຜູ້​ປອບ​ໂຍນ
ເມສາ 2015


NaN:NaN

ພຣະຜູ້​ປອບ​ໂຍນ

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະຄຣິດທີ່​ຊົງ​ພຣະຊົນ​ຢູ່ ​ໄດ້​ສົ່ງ​ພຣະວິນ​ຍານ​ບໍລິສຸດ, ພຣະຜູ້​ປອບ​ໂຍນ, ​ໃຫ້ມາ​ຫາ​ຄົນ​ທີ່​ເຮົາ​ສັນຍາ​ວ່າ ຈະ​ຊ່ອຍ​ພຣະອົງປອບ​ໂຍນ.

​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າດີ​ໃຈ​ຫລາຍ ທີ່​​ໄດ້ມາ​ຮ່ວມ​ກັບ​ທ່ານ. ຂ້າພະ​ເຈົ້າ​ໄດ້​ຄິດ​ເຖິງ​ແມ່​, ພັນ​ລະ​ຍາ, ລູກ​ສາວ, ຫລານ​​ໄພ້, ຫລານ​ສາວທັງ​ຫລາຍ​ຂອງ​ຂ້າພະ​ເຈົ້າ ຊຶ່ງ​ຫລາຍ​ຄົນ​ກໍ​ໄດ້​ມາ​ຮ່ວມ​ຢູ່​ທີ່​ນີ້. ກອງ​ປະຊຸມ​ພິ​ເສດ​ນີ້ ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຕໍ່​ເຂົາ​ເຈົ້າຫລາຍ​ຂຶ້ນ. ຂ້າພະ​ເຈົ້າຮັບ​ຮູ້​ວ່າ ການ​ມີ​ຄອບຄົວ​​ເຊັ່ນ​ນີ້ ​ແລະ ມີ​ຊີວິດ​ໃນຄອບຄົວ​ທີ່​ດີ​ເຊັ່ນ​ນີ້ ​ມາ​ຈາກ​ການ​ມີ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ເປັນ​ຈຸດ​ໃຈກາງ​ໃນ​ຊີວິດ​ຂອງ​ເຮົາ​ແຕ່ລະຄົນ. ​ເຮົາ​ລະນຶກ​ເຖິງ​ພຣະອົງ​ໃນ​ຄ່ຳ​ຄືນ​ນີ້ ​ໃນ​ສຽງ​ເພງ, ​ໃນ​ຄຳ​ອະທິຖານ, ​ແລະ ຜ່ານ​ຄຳ​ເທດ​ສະໜາ​ທີ່​ດົນ​ໃຈ. ຄຸນສົມບັດ​ຢ່າງ​ໜຶ່ງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ທີ່​ເຮົາ​ມີ​ຄວາມ​ກະຕັນຍູ​ຕໍ່ຫລາຍທີ່​ສຸດ ​ແມ່ນ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ອັນ​ເປັນນິດ​ຂອງ​ພຣະອົງ.

ຄ່ຳ​ຄືນ​ນີ້ ທ່ານ​ໄດ້​ຮູ້ສຶກ​ວ່າ ພຣະອົງ​ຮູ້ຈັກ​ທ່ານ ​ແລະ ຮັກ​ທ່ານ. ​ທ່ານ​ໄດ້​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະອົງ ທີ່​ມີ​ຕໍ່​ຄົນ​ທີ່ຢູ່​ອ້ອມ​ຮອບ​ທ່ານ. ​ເຂົາ​ເຈົ້າ​ເປັນ​ເອື້ອຍ​ນ້ອງ​ຂອງ​ທ່ານ, ​ເປັນ​ທິດາ​ທາງ​ວິນ​ຍານ​ຂອງ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ. ພຣະອົງ​ເປັນ​ຫ່ວງ​ເປັນ​​ໃຍນຳ​ເຂົາ​ເຈົ້າ ​ເທົ່າໆ​ກັບ​ພຣະອົງ​ເປັນ​ຫ່ວງ​ເປັນ​​ໃຍນຳ​ທ່ານ. ພຣະອົງ​ເຂົ້າ​ໃຈຄວາມ​ໂສກ​ເສົ້າທັງ​ໝົດ​ຂອງ​ເຂົາ​ເຈົ້າ. ພຣະ​ອົງ​ຢາກ​ຊ່ອຍ​ເຫລືອ​ເຂົາ​ເຈົ້າ.

ຂ່າວສານ​ຂອງ​ຂ້າພະ​ເຈົ້າຕໍ່​ທ່ານ​ໃນ​ຄ່ຳ​ຄືນ​ນີ້ ​ແມ່ນ​ວ່າ​ທ່ານ​ສາມາດ ​ແລະ ຕ້ອງ​ເປັນ​ພາກສ່ວນ​ທີ່​ສຳຄັນ​ຂອງ​ພຣະອົງ ​ໃນ​ການ​​​ປອບ​ໂຍນ​ແກ່​ຄົນ​ທີ່​ຕ້ອງການ​ຄວາມ​ປອບ​ໂຍນ. ທ່ານ​ສາມາດ​ເຮັດ​ພາກສ່ວນ​ຂອງ​ທ່ານ​ໃຫ້​​ໄດ້​ດີ​ທີ່​ສຸດ ຖ້າ​ຫາກ​ທ່ານ​ຮູ້​ຫລາຍ​ຂຶ້ນ ​ເຖິງ​ວິທີ​ທີ່​ພຣະອົງ​ຕອບ​ຄຳ​ອະທິຖານ​ຂອງ​ຄົນ​ທີ່​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ​ເຫລົ່ານັ້ນ.

ຫລາຍ​ຄົນ​ໄດ້ອະທິຖານ​ຂໍ​ຄວາມ​ບັນ​ເທົາ​ຈາກພຣະບິດາ​ເທິງ​ສະຫວັນ​, ​ເພື່ອຊ່ອຍ​​ແບກ​ພາລະ​​ແຫ່ງຄວາມໂສກ​ເສົ້າ, ຄວາມ​ໂດດດ່ຽວ, ​ແລະ ຄວາມ​ຢ້ານ​ກົວ​ຂອງ​ເຂົາ​ເຈົ້າ. ພຣະບິດາ​ເທິງ​ສະຫວັນ​ໄດ້​ຍິນ​ຄຳ​ອະທິຖານ​ເຫລົ່ານັ້ນ ​ແລະ ​ເຂົ້າ​ໃຈຄວາມ​ຕ້ອງການ​ຂອງ​ເຂົາ​ເຈົ້າ. ພຣະອົງ ​ແລະ ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ ພຣະ​ເຢຊູ​ຄຣິດ ຜູ້ຟື້ນ​ຄືນ​ພຣະຊົນແລ້ວ​, ​ໄດ້​ສັນຍາ​ທີ່​ຈະ​ຊ່ອຍ​ເຫລືອ.

ພຣະ​ເຢຊູ​ຄຣິດ​ໄດ້​ສັນຍາ​ວ່າ:

“ບັນດາ​ຜູ້​ທີ່​ເຮັດການໜັກໜ່ວງ ​ແລະ ​ແບກ​ພາລະ​ໜັກ ຈົ່ງ​ມາ​ຫາ​ເຮົາ ​ແລະ ​ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ເຊົາ​ເມື່ອຍ.

“ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້​ແລ້ວ​ຮຽນ​ຮູ້​ຈາກ​ເຮົາ ​ເພາະວ່າ​ເຮົາ​ເປັນ​ຜູ້​ມີໃຈ​ອ່ອນ​ສຸພາບ ​ແລະ ຖ່ອມ​ລົງ ​ແລ້ວ​ຈິດ​ໃຈ​ຂອງພວກ​ເຈົ້າ ຈະ​ໄດ້​ພົບ​ຄວາມ​ເຊົາ​ເມື່ອຍ.

“​ດ້ວຍ​ວ່າ ​ແອກ​ຂອງ​ເຮົາ​ກໍ​ພໍ​ເໝາະ ​ແລະ ພາລະ​ຂອງ​ເຮົາ​ກໍ​ເບົາ.”1

ພາລະ​ໜັກໜ່ວງ​ທີ່​ຜູ້​ຮັບ​ໃຊ້​ທີ່​ຊື່ສັດ​ຂອງ​ພຣະອົງ ຈະ​ຕ້ອງ​ແບກ​ຫາບ​ໃນ​ຊີວິດ​ນີ້ ຈະ​ຖືກ​ເຮັດ​ໃຫ້​ເບົາບາງ​ລົງ ​ໂດຍ​ການ​ຊົດ​ໃຊ້​ຂອງ​ພຣະອົງ. ຄວາມ​ໜັກໜ່ວງ​ຂອງ​ບາບ ຈະ​ຖືກ​ຍົກ​ອອກ​ໄດ້, ​ແຕ່​ການ​ທົດ​ລອງ​ໃນ​ຊີວິດ​ທີ່​ເປັນ​ມະຕະ ສຳລັບ​ຄົນ​ທີ່​ດີອາດ​​ຈະ​ຍັງໜັກໜ່ວງ​ຢູ່​ຄື​ເກົ່າ.

ທ່ານ​ເຄີຍ​ເຫັນ​ການ​ທົດ​ສອບ​ເຊັ່ນ​ນັ້ນ ​ໃນ​ຊີວິດ​ຂອງ​ຄົນ​ທີ່​ດີ ທີ່​ທ່ານ​ຮັກ. ທ່ານ​ຮູ້ສຶກຢາກ​ຊ່ອຍເຫລືອ​ເຂົາ​ເຈົ້າ. ກໍ​ຍ້ອນມີ​ເຫດຜົນ ທ່ານ​ຈຶ່ງ​ຮູ້ສຶກ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ເຂົາ​ເຈົ້າ​ແນວ​ນັ້ນ.

ທ່ານ​ເປັນ​ຜູ້​ຄົນ​ແຫ່ງ​ພັນທະ​ສັນຍາ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ. ຄວາມ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່ ​​ແມ່ນ​ເລີ່​ມຈາກຈິດ​ໃຈ​ຂອງ​ທ່ານ ​ເມື່ອ​ທ່ານ​ເຂົ້າມາ​ໃນ​ສາດສະໜາ​ຈັກ​. ທ່ານ​ໄດ້​ເຮັດ​ພັນທະ​ສັນຍາ, ​ແລະ ທ່ານ​ໄດ້​ຮັບ​ຄຳ​ສັນຍາ​ ທີ່​​ເລີ່​ມຕົ້ນປ່ຽນ​ແປງ​ທຳ​ມະ​ຊາດ​ຂອງ​ທ່ານ.

​ແອວ​ມາ​ໄດ້​ບັນຍາຍ​​ໃນ​ຖ້ອຍ​ຄຳ​ຂອງ​ເພິ່ນ​ເອງ ທີ່​ນ້ຳມໍ​ມອນ, ເຖິງ​ສິ່ງ​ທີ່​ທ່ານ​ໄດ້​ສັນຍາຕອນ​ທ່ານ​ຮັບ​ບັບຕິ​ສະມາ ​ແລະ ສິ່ງ​ນັ້ນມີຄວາມ​ໝາຍ​​ຕໍ່​ທ່ານ ​ແລະ ຕໍ່ທຸກ​ຄົນ​ທີ່ຢູ່​ອ້ອມ​ຮອບ​ທ່ານ​ແນວ​ໃດ. ​ເພິ່ນ​ໄດ້​ກ່າວ​ຕໍ່​ຜູ້​ທີ່​ກຳລັງ​ຈະ​ເຮັດ​ພັນທະ​ສັນຍາ ອັນ​ດຽວ​ກັນ​ກັບ​ທີ່​ທ່ານ​ໄດ້​ເຮັດ, ​ແລະ ​ພວກ​ເຂົາ​ກໍ​ໄດ້​ຮັບ​ຄຳ​ສັນຍາ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ສັນຍາ​ກັບ​ທ່ານ​ຄື​ກັນ.

“ຈົ່ງ​ເບິ່ງ, ນີ້​ຄື​ນ້ຳ​ມໍ​ມອນ (ເພາະ​ເອີ້ນ​ຊື່​ມັນ​ແບບ​ນັ້ນ) ແລະ ບັດ​ນີ້, ຍ້ອນ​ວ່າ​ພວກ​ທ່ານ​ປາ​ດຖະໜາ​ຈະ​ເຂົ້າ​ມາ​ຫາ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ, ແລະ ມີ​ຊື່​ວ່າ​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ເຕັມ​ໃຈ​ຈະ​ແບກ​ຫາບ​ພາລະ​ຂອງ​ກັນ​ແລະ​ກັນ, ເພື່ອ​ຈະ​ໄດ້​ແບ່ງ​ເບົາ;

“ແທ້​ຈິງ​ແລ້ວ, ແລະ ເຕັມ​ໃຈ​ທີ່​ຈະ​ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ; ແທ້​ຈິງ​ແລ້ວ, ຈະ​ປອບ​ໃຈ​ຄົນ​ທີ່​ຕ້ອງການ​ຄວາມ​ປອບ​ໃຈ, ແລະ ຈະ​ຢືນ​ເປັນ​ພະຍານ​ຂອງ​ພຣະ​ເຈົ້າໃນທຸກ​ເວລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ​ທີ່ພວກ​ທ່ານ​ຢູ່, ເຖິງ​ແມ່ນ​ຈົນ​ເຖິງ​ຄວາມ​ຕາຍ, ເພື່ອ​ພວກ​ທ່ານ​ຈະ​ຖືກ​ໄຖ່ໂດຍ​ພຣະ​ເຈົ້າ, ແລະ ຖືກ​ນັບ​ເຂົ້າຢູ່​ກັບ​ບັນດາ​ຜູ້​ຄົນ​ຂອງ​ການ​ຟື້ນ​ຄືນ​ຊີວິດ​ຄັ້ງ​ທຳ​ອິດ, ເພື່ອ​ພວກ​ທ່ານ​ຈະ​ມີ​ຊີວິດ​ນິລັນດອນ.”2

ດ້ວຍ​ເຫດ​ນີ້ ທ່ານ​ຈຶ່ງ​ຮູ້ສຶກ​ຢາກ​ຊ່ອຍ​ເຫລືອ​ຄົນ​ທີ່ລຳບາກ​ໃຫ້​ກ້າວ​ໄປ​ໜ້າ ຜູ້​ທີ່​ມີ​ຄວາມທຸກ​ໂສກ ​ແລະ ຫຍຸ້ງຍາກ. ທ່ານ​ໄດ້​ສັນຍາ​ວ່າ ທ່ານ​ຈະ​ຊ່ອຍ​ເຫລືອ​ພຣະຜູ້​ເປັນ​ເຈົ້າ ​ແບ່ງ​ເບົາ​ພາລະໜັກໜ່ວງຂອງ​​ເຂົາ​ເຈົ້າ ​​ໃຫ້​ເບົາບາງ​ລົງ ​ແລະ ສະບາຍ​ຂຶ້ນ. ທ່ານ​ໄດ້​ຮັບ​ພະລັງ​ທີ່​ຈະ​ຊ່ອຍ​ແບ່ງ​ເບົາ​ພາລະ​ເຫລົ່ານັ້ນ ​ເມື່ອ​ທ່ານ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ.

​ກ່ອນພຣະອົງ​ຈະຖືກ​ຄຶງ, ພຣະຜູ້​ຊ່ອຍ​ໃຫ້​ລອດ​​ໄດ້​ບອກ​ເຖິງ​ວິທີ​ທາງ ທີ່​ພຣະອົງ​ຊ່ອຍ​ແບ່ງ​ເບົາ ​ແລະ ​​​ເພີ່ມ​ຄວາມ​ເຂັ້ມ​ແຂງ ​ເພື່ອ​ເຂົາ​ເຈົ້າ​ຈະ​ແບກ​ຫາບ​ມັນ​ໄດ້. ພຣະອົງ​ຮູ້​ວ່າ ສານຸສິດ​ຂອງ​ພຣະອົງ​ຈະ​ມີ​ຄວາມໂສກ​ເສົ້າ. ພຣະອົງ​ຮູ້​ວ່າ​ ເຂົາເຈົ້າຈະ​ມີ​ຄວາມ​ຢ້ານ​ກົວ​ສຳລັບ​ອະນາຄົດ. ພຣະອົງ​ຮູ້​ວ່າ ​ເຂົາ​ເຈົ້າຈະ​ຮູ້ສຶກ​ບໍ່​ແນ່​ໃຈ​ວ່າ ຕົນ​ເອງ​ຈະ​ກ້າວ​ໄປ​ຂ້າງ​ໜ້າ​ໄດ້​ແນວ​ໃດ.

ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ສັນຍາ​ກັບ​ເຂົາ​ເຈົ້າ ​ແລະ ກັບ​ສານຸສິດ​ທີ່​ຊື່​ສັດ​ທຸກ​ຄົນຂອງ​ພຣະອົງ​ວ່າ:

“ຝ່າຍ​ເຮົາ​ຈະ​ທູນ​ຂໍພຣະບິດາ, ​ແລະ ພຣະອົງ​ຈະ​ປະທານ​ຜູ້​ຊ່ອຍ​ອີກ​ອົງ​ໜຶ່ງ​ແກ່​ພວກ​ເຈົ້າ ​ເພື່ອ​ຈະ​ຢູ່​ກັບ​ພວກ​ເຈົ້າຕະຫລອດ​ໄປ​ເປັນນິດ;

“ຄື​ພຣະວິນ​ຍານ​ແຫ່ງ​ຄວາມ​ຈິງ; ຊຶ່ງ​ໂລກ​ບໍ່​ອາດ​ຈະ​ຮັບ​ພຣະອົງ​ໄດ້ ​ເພາະ​ໂລກ​ບໍ່​ເຫັນ ​ແລະ ບໍ່​ຮູ້ຈັກ​ພຣະອົງ: ​ແຕ່​ພວກ​ເຈົ້າຮູ້ຈັກ​ພຣະອົງ ​ເພາະ​ພຣະອົງ​ສະຖິດ​ຢູ່​ກັບ​ພວກ​ເຈົ້າ ​ແລະ ​ຢູ່​ໃນ​ພວກ​ເຈົ້າ.”3

​ແລ້ວ ພຣະອົງ​ໄດ້​ສັນຍາ​ວ່າ:

“​ແຕ່​ພຣະຜູ້​ຊ່ອຍ​ຄື​ພຣະວິນ​ຍານ​ບໍລິສຸດ, ຜູ້​ທີ່​ພຣະບິດາ​ຈະ​ໃຊ້​ມາ​ໃນ​ນາມ​ຂອງ​ເຮົາ ອົງ​ນັ້ນ​ແຫລະ ຈະ​ສັ່ງສອນ​ພວກ​ເຈົ້າທຸກ​ສິ່ງ ​ແລະ ຈະ​ເຕືອນ​​ໃຫ້​ພວກ​ເຈົ້າລະນຶກ​ເຖິງ​ທຸກ​ສິ່ງ ຊຶ່ງ​ເຮົາ​ໄດ້​ບອກ​ພວກ​ເຈົ້າ​ແລ້ວນັ້ນ.

“​ເຮົາ​ມອບ​ສັນຕິ​ສຸກ​ໄວ້​ກັບ​ພວກ​ເຈົ້າ ​ເປັນ​ສັນຕິ​ສຸກ​ຂອງ​ເຮົາ ທີ່​ເຮົາ​ມອບ​ໃຫ້​ພວກ​ເຈົ້າ, ສັນຕິ​ສຸກ​ທີ່​ເຮົາ​ໃຫ້​ນັ້ນ ບໍ່​ເໝືອນ​ສັນຕິ​ສຸກ​ທີ່​ໂລກ​ໃຫ້.”4

ສອງ​ສາມ​ອາທິດ​ຜ່ານ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ເຫັນ​ຄຳ​ສັນຍາ​ດຽວ​ກັນ​ນີ້ ​ກ່ຽວກັບ​ການ​ສົ່ງ​ພຣະວິນ​ຍານ​ບໍລິສຸດ​ມາ​ໃຫ້ ໄດ້​ເກີດ​ຂຶ້ນ​ໃນ​ຊີວິດ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ ຜູ້ໄດ້​ອ້ອນວອນ​ໃນ​ຄຳ​ອະທິຖານ ​ເພື່ອ​ຂໍ​ໃຫ້​ພາລະ​ໜັກໜ່ວງ​ຂອງ​ເຂົາ​ເຈົ້າ​ເບົາບາງ​ລົງ. ​ການ​ມະຫັດສະຈັນ​ເລື່ອງ​ພາລະ​ໜັກໜ່ວງ​ຖືກ​ເຮັດ​ໃຫ້ເບົາບາງ​ລົງ ​ໄດ້​ເກີດ​ຂຶ້ນຕາມ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ສັນຍາ​ໄວ້ ທີ່​ວ່າ: ​​ພຣະອົງ ​ແລະ ພຣະບິດາ​ເທິງ​ສະຫວັນ ​ໄດ້​ສົ່ງ​ພຣະວິນ​ຍານ​ບໍລິສຸດ ມາ​ເປັນ​ພຣະຜູ້​ປອບ​ໂຍນ​ແກ່​ສານຸສິດ​ຂອງ​ພຣະອົງ ​ເພື່ອ​ຊ່ອຍ​ເຫລືອ.

​ບໍ່​ດົນ​ມາ​ນີ້ ສາມ​ລຸ້ນຄົນ​ໃນ​ຄອບຄົວ ​ໄດ້​ມີ​ຄວາມ​ໂສກ​ເສົ້າຫລາຍ ​ໃນ​ການ​ສູນ​ເສຍ​ທ້າວ​ນ້ອຍ​ອາຍຸ​ຫ້າ​ປີ​ໄປ. ລາວ​ໄດ້​ຕາຍ​​​ໃນ​ອຸປະຕິ​ເຫດ ຕອນ​ຄອບຄົວ​ພາກັນ​ໄປ​ທ່ຽວ. ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ໄປ​ເບິ່ງ ວິທີ​ທີ່​ພຣະຜູ້​ເປັນ​ເຈົ້າອວຍພອນ​ຄົນ​ທີ່​ຊື່ສັດ ດ້ວຍ​ການ​ບັນ​ເທົາ ​ແລະ ​ເພີ່ມ​ຄວາມ​ເຂັ້ມ​ແຂງ ​ເພື່ອໃຫ້​ເຂົາ​ເຈົ້າອົດທົນ​ຕໍ່​ໄປ.

ຂ້າພະ​ເຈົ້າ​ໄດ້​ສັງ​ເກດ​​ວິທີ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ພາລະ​ໜັກໜ່ວງ​ທີ່​ສຸດເບົາບາງ​ລົງ. ຂ້າພະ​ເຈົ້າ​ໄດ້​ຢູ່​ນຳ​ເຂົາ​ເຈົ້າ ​ໃນ​ຖານະ​ຜູ້​ຮັບ​ໃຊ້​ແຫ່ງ​ພັນທະ​ສັນຍາ​ຂອງ​ພຣະຜູ້​ເປັນ​ເຈົ້າ—ດັ່ງ​ທີ່​ທ່ານ​ຈະ​ໄດ້​ເຮັດ​​ເລື້ອຍໆ​ໃນ​ຊິວິດຂອງ​ທ່ານ—“ທີ່​ຈະ​ໂສກ​ເສົ້າກັບ​ຄົນ​ທີ່​ໂສກ​ເສົ້າ ​ແລະ ປອບ​ໂຍນ​ຄົນ​ທີ່​ຕ້ອງການ​ຄວາມ​ປອບ​ໂຍນ.”5

​ເພາະຂ້າພະ​ເຈົ້າຮູ້ວ່າ​ສິ່ງ​ນີ້​ເປັນຄວາມ​ຈິງ, ຂ້າພະ​ເຈົ້າດີ​ໃຈ ​ແລະ ສະຫງົບ​ໃຈ ​ເມື່ອ​ພໍ່​ຕູ້​ຂອງ​ເຂົາ​ເຈົ້າ ​ໄດ້​ເຊື້ອ​ເຊີນ​ຂ້າພະ​ເຈົ້າ​​ໃຫ້​​​ໄປພົບ​ຄອບຄົວ ​ແລະ ພໍ່​ແມ່​ຂອງ​ທ້າວ​ນ້ອຍ​ຄົນ​ນັ້ນ ກ່ອນ​ງານສົ່ງສະການ.

ຂ້າພະ​ເຈົ້າ​ໄດ້​ອະທິຖານ​ເພື່ອ​​ໃຫ້​ຮູ້​ຈັກ​ວິທີທີ່ຈະ​ໃຫ້​ພຣະຜູ້​ເປັນ​ເຈົ້າ ປອບ​ໂຍນ​ເຂົາ​ເຈົ້າ. ​ເຂົາ​ເຈົ້າ​ໄດ້​ນັ່ງ​ນຳ​ຂ້າພະ​ເຈົ້າຢູ່​ຫ້ອງ​ຮັບ​ແຂກ​ຂອງຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ໄດ້​​ເຮັດ​ໃຫ້​ຫ້ອງ​ອຸ່ນ ດ້ວຍ​ການ​ຈຸດ​ເຕົາ​​ໄຟ​ຝີງ ​ໃນ​ຄ່ຳ​ຄືນ​ທີ່​ໜາວ​ເຢັນນັ້ນ.

ຂ້າພະ​ເຈົ້າ​ໄດ້​ບອກ​ເຂົາ​ເຈົ້າວ່າ​ຂ້າພະ​ເຈົ້າຮັກ​ເຂົາ​​ເຈົ້າ. ຂ້າພະ​ເຈົ້າ​ໄດ້​ບອກ​ເຂົາ​ເຈົ້າວ່າ ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງພຣະຜູ້​ເປັນ​ເຈົ້າທີ່​ມີ​ຕໍ່​ເຂົາ​ເຈົ້າ. ຂ້າພະ​ເຈົ້າ​ໄດ້​ບອກ​ເຂົາ​ເຈົ້າວ່າ ຂ້າພະ​ເຈົ້າກໍ​ໂສກ​ເສົ້ານຳ​ເຂົາ​ເຈົ້າ ​ແຕ່​ມີ​ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ ທີ່​ຮູ້ຈັກ ​ແລະ ສາມາດຮູ້ສຶກ​ເຖິງ​ຄວາມ​ເຈັບ​ປວດ ​ແລະ ຄວາມ​ໂສກ​ເສົ້າຂອງ​ເຂົາ​ເຈົ້າ.

ຫລັງ​ຈາກ​ໄດ້​ກ່າວ​ສອງ​ສາມ​ຄຳນັ້ນ​ແລ້ວ. ຂ້າພະ​ເຈົ້າຮູ້ສຶກວ່າ​ ຄວນປ່ອຍ​ໃຫ້ເຂົາ​ເຈົ້າບອກ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ເຂົາ​ເຈົ້າ.

​ໃນ​​ເວລາ​ທີ່​ພວກ​ເຮົາ​ນັ່ງ​ລົມ​ກັນ, ​ເຂົາ​ເຈົ້າ​ໄດ້​ເວົ້າຫລາຍ​ກວ່າ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າບອກ​ໄດ້​ຈາກ​ນ້ຳສຽງ ​ແລະ ຈາກ​ແວວ​ຕາ​ຂອງ​ເຂົາ​ເຈົ້າ ວ່າ​ພຣະວິນ​ຍານ​ບໍລິສຸດກຳລັງ​ປອບ​ໂຍນ​ເຂົາ​ເຈົ້າຢູ່. ​​ໃນ​ຖ້ອຍ​ຄຳ​ທີ່​ເປັນ​ປະຈັກ​ພະຍານ, ​ເຂົາ​ເຈົ້າ​ໄດ້ເວົ້າ​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ ​ແລະ ​ເຖິງ​ຄວາມ​ຮູ້ສຶກ​ຂອງເຂົາ​ເຈົ້າ. ພຣະວິນ​ຍານ​ບໍລິສຸດ ​ໄດ້​ມອບ​ຄວາມ​ສະຫງົບ​ໃຫ້​ເຂົາ​ເຈົ້າ​ແລ້ວ ຊຶ່ງ​ມາ​ພ້ອມ​ກັບ​ຄວາມ​ຫວັງ ສຳລັບ​ຊີວິດ​ນິລັນດອນ, ບ່ອນ​ທີ່​ລູກ​ຊາຍ​ຂອງ​ເຂົາ​ເຈົ້າ ຜູ້​ໄດ້​ຕາຍ​ໄປ​ປາດ​ສະ​ຈາກ​ບາບ ສາມາດ​ຢູ່​ນຳ​ເຂົາ​ເຈົ້າຕະຫລອດ​ການ.

ເມື່ອ​ຂ້າພະ​ເຈົ້າມອບ​ພອນ​ຂອງ​ຖານະ​ປະ​ໂລຫິດ​ໃຫ້​ແຕ່ລະຄົນ​ແລ້ວ, ຂ້າພະ​ເຈົ້າ​ໄດ້​ຂອບ​ພຣະ​ໄທ​ສຳລັບ ພຣະວິນ​ຍານ​ບໍລິສຸດ ທີ່​ໄດ້​ມາສະ​ຖິດ​ຢູ່​​ນຳ​ພວກ​ເຮົາ​ໃນ​ເວລາ​ນັ້ນ. ພຣະຜູ້​ປອບ​ໂຍນ​​ໄດ້​ນຳ​ຄວາມ​ຫວັງ, ຄວາມ​ກ້າຫານ, ​ແລະ ພະລັງ​ມາ​ໃຫ້​ພວກ​ເຮົາ​.

ຄ່ຳ​ຄືນ​ນັ້ນ, ຂ້າພະ​ເຈົ້າ​ໄດ້​​ເຫັນ​ວິທີ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ເຮົາ​ເປັນ​ພາກສ່ວນ​ໃນ​ການ​ແບ່ງ​ເບົາ​ພາລະ​ໜັກໜ່ວງ​ຂອງ​ຜູ້​ຄົນ​ຂອງ​ພຣະອົງ. ທ່ານ​ຄົງ​ຈື່​ໄດ້ ​ໃນ​ພຣະຄຳ​ພີ​ມໍ​ມອນ ຕອນ​ຜູ້​ຄົນ​ຂອງ​ພຣະອົງ ​ຖືກຫົວໜ້າ​ຄົນ​ງານ​ທີ່​ໂຫດຮ້າຍ ຂົ່ມ​ໃຫ້​ແບກ​ພາລະ​ໜັກໜ່ວງຢູ່​​ເທິງບ່າ​ຂອງ​ເຂົາ​ເຈົ້າ ຈົນ​ເກືອບ​ທົນບໍ່​ໄຫວ.

ຜູ້​ຄົນ​ໄດ້​ອ້ອນວອນ​ຂໍ​ຄວາມ​ຊ່ອຍ​ເຫລືອ, ​ເຊັ່ນ​ດຽວ​ກັບ​ຫລາຍ​ຄົນ​ທີ່​ເຮົາ​ຮັກ ​ແລະ ຮັບ​ໃຊ້ ​ໄດ້​ເຮັດ. ຕໍ່​ໄປ​ນີ້ ​ແມ່ນ​ບັນທຶກ ຊຶ່ງ​ຂ້າພະ​ເຈົ້າຮູ້​ວ່າ ​ເປັນຄວາມ​ຈິງ:

“ແລະ ເຮົາ​ຈະ​ໃຫ້​ພາລະ​ແບກ​ຫາບ​ຢູ່​​ເທິງບ່າ​ຂອງ​ພວກ​ເຈົ້າ​ເບົາບາງ​ລົງ​ຈົນ​ວ່າ​ພວກ​ເຈົ້າບໍ່​ຮູ້ສຶກ​ວ່າ ມີ​ຫຍັງ​ຢູ່​ເທິງ​ຫລັງ​ເລີຍ ເຖິງ​ແມ່ນ​ໃນ​ຂະນະ​ທີ່​ພວກ​ເຈົ້າ​ເປັນ​ຂ້າ​ທາດ; ແລະ ເລື່ອງ​ນີ້​ເຮົາ​ຈະ​ເຮັດ​ໄປ​ເພື່ອ​ພວກ​ເຈົ້າຈະ​ໄດ້​ຢືນ​ເປັນ​ພະຍານ​ໃຫ້​ເຮົາ​ໃນ​ພາຍ​ໜ້າ, ແລະ ເພື່ອ​ພວກ​ເຈົ້າຈະ​ຮູ້ຈັກ​ຢ່າງ​ແນ່ນອນ​ວ່າ ເຮົາ​ຄື​ພຣະຜູ້​ເປັນ​ເຈົ້າ ອົງເປັນພຣະ​ເຈົ້າ, ໄດ້​ມາ​ຢ້ຽມຢາມ​ຜູ້ຄົນ​ຂອງ​ເຮົາ​ໃນ​ຄວາມທຸກ​ທໍລະມານ​ຂອງ​ພວ​ກ​ເຂົາ.

“ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພາລະ​ແບກ​ຫາບ​ຊຶ່ງຢູ່​ເທິງ​ບ່າ​ຂອງ​ແອວ​ມາ​ກັບ​ພີ່ນ້ອງ​ຂອງ​ເພິ່ນ​ຖືກ​ເຮັດ​ໃຫ້​ເບົາບາງ​ລົງ; ແທ້​ຈິງ​ແລ້ວ, ພຣະຜູ້​ເປັນ​ເຈົ້າ​ໄດ້​ເພີ່ມ​ພະລັງ​ໃຫ້​ພວກ​ເຂົາ ເພື່ອ​ພວກ​ເຂົາ​ຈະ​ໄດ້​ທົນ​ຕໍ່​ພາລະ​ແບກ​ຫາບ​ຢ່າງ​ງ່າຍດາຍ, ແລະ ພວກ​ເຂົາ​ໄດ້​ຍອມຮັບ​ຢ່າງ​ເບີກບານ​ມ່ວນ​ຊື່ນ ແລະ ດ້ວຍ​ຄວາມ​ອົດທົນ​ຕໍ່​ພຣະ​ປະສົງ​ທັງ​ໝົດ​ຂອງ​ພຣະຜູ້​ເປັນ​ເຈົ້າ.”6

ຂ້າພະ​ເຈົ້າ​ເຄີຍ​ເຫັນ​ການ​ມະຫັດສະຈັນ​ນັ້ນຫລາຍ​ເທື່ອ. ​ເຮົາ​ແບ່ງ​ເບົາ​ພາລະ​ໜັກໜ່ວງ​ຂອງ​ຄົນ​ອື່ນ​ໄດ້​ດີ​ທີ່​ສຸດ ​​ໂດຍ​ການ​ຊ່ອຍ​ເຫລືອ​ພຣະຜູ້​ເປັນ​ເຈົ້າ ​​ເຮັດ​ໃຫ້​ເຂົາ​ເຈົ້າ​ເຂັ້ມ​ແຂງ​ຂຶ້ນ. ດ້ວຍ​ເຫດ​ນີ້ ​ພຣະຜູ້​ເປັນ​ເຈົ້າຈຶ່ງ​ໄດ້​ລວມການ​ປອບ​ໂຍນ​ຄົນ​ອື່ນ​ໄວ້​ໃນ​ການ​ມອບ​ໝາຍ​ຂອງ​ເຮົາ ​ແລະ ບັນຊາ​ເຮົາ​ໃຫ້​ເປັນ​ພະຍານຂອງ​ພຣະອົງ​ໃນ​ທຸກ​ເວລາ ​ແລະ ​ໃນ​ທຸກ​ບ່ອນ.

ພໍ່​ແມ່​ຂອງ​ທ້າວ​ນ້ອຍ​ຄົນ​ນັ້ນ ​ໄດ້​ເປັນ​ພະຍານ​ເຖິງ​ພຣະຜູ້​ຊ່ອຍ​​ໃຫ້​ລອດ​ໃນ​ຄ່ຳ​ຄືນ​ນັ້ນ ​ຢູ່​ຫ້ອງ​ຮັບ​ແຂກ​ຂອງ​ຂ້າພະ​ເຈົ້າ. ພຣະວິນ​ຍານ​ບໍລິສຸດ​ໄດ້​ມາສະ​ຖິດ​ຢູບ່ອນ​ນັ້ນ, ​ແລະ ທຸກ​ຄົນ​ໄດ້​ຮັບ​ການ​ປອບ​ໂຍນ. ພໍ່​ແມ່​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ. ພາລະ​ໜັກໜ່ວງ​​ແຫ່ງ​ຄວາມ​ໂສກ​ເສົ້າບໍ່ໄດ້​ສະຫລາຍ​ໄປ, ​ແຕ່​ເຂົາ​ເຈົ້າຖືກຊ່ອຍ​ເຮັດ​ໃຫ້​ສາມາດທົນ​ກັບ​ຄວາມ​ໂສກ​ເສົ້ານັ້ນ​ໄດ້. ​​ເຂົາ​ເຈົ້າມີ​ສັດທາ​ຫລາຍ​ຂຶ້ນ. ​ແລະ ເຂົາ​ເຈົ້າຈະ​ເຂັ້ມ​ແຂງ​ຂຶ້ນ ​ເມື່ອ​ເຂົາ​ເຈົ້າທູນຂໍ​ ​ແລະ ດຳລົງ​ຊີວິດ​​​ໃນ​ທາງ​ທີ່​ຄວນ.

​ການ​ເປັນ​ພະຍານ​ຂອງ​ພຣະວິນ​ຍານ​ເຖິງ ການ​ຊົດ​ໃຊ້​ ທີ່​ມາ​ເຖິງ​ໃນ​ຄ່ຳ​ຄືນ​ນັ້ນ ກໍ​ໄດ້​ຊ່ອຍ​ໂຢບ​ມີ​ພະລັງ​ທີ່​ຈະ​ແບກ​ຫາບ​ພາລະ​ໜັກໜ່ວງ​ຂອງ​​​ເພິ່ນໄດ້ຄື​ກັນ ທີ່​ວ່າ:

“​ແຕ່​ຂ້ອຍ​ຮູ້​ຜູ້​ໜຶ່ງ​ຢູ່​ໃນ​ສະຫວັນ​ສະຖານ ຜູ້​ທີ່​ຈະ​ມາ​ໃນ​ທີ່​ສຸດ ປ້ອງ​ກັນ​ຊີວິດ​ຂ້ອຍ​ໄວ້:

“​ເຖິງ​ແມ່ນ​ວ່າ​ເນື້ອ​ກາຍ​ຂ້ອຍ​ຈະ​ຖືກ​ພະຍາດ​ກັດ​ກິນ ​ເມື່ອ​ຍັງ​ຢູ່​ໃນ​ຮ່າງກາຍ ຂ້ອຍ​ຈະ​ໄດ້​ເຫັນ​ພຣະ​ເຈົ້າ.”7

ດ້ວຍ​ການ​ເປັນ​ພະຍານ​ເຖິງ​ພຣະວິນ​ຍານນັ້ນ ທີ່​ເຮັດ​ໃຫ້​ເພິ່ນມີ​ພະລັງ​ທີ່​ຈະ​ອົດທົນ​ຕໍ່​ໄປ. ​​ເພິ່ນ​ໄດ້​ຜ່ານ​ຜ່າ​ຄວາມ​ໂສກ​ເສົ້າ ​ແລະ ຄວາມ​ຍາກ​ລຳບາກ ຈາກ​ຄົນ​ອື່ນທີ່ຢູ່​ອ້ອມ​ຮອບ​​ເພິ່ນ ​ເພື່ອ​ວ່າ​​ເພິ່ນຈະ​ໄດ້​ຊື່ນ​ຊົມ​ກັບ​ສິ່ງ​ທີ່​ຈະ​ມາສູ່ຄົນ​ທີ່​ຊື່ສັດ ຫລັງ​ຈາກ​ໄດ້​ຜ່ານ​ຜ່າ​ການ​ທົດ​ລອງຂອງ​ຕົນ​ດ້ວຍ​ຄວາມ​ຊື່ສັດ.

​ເປັນຄວາມ​ຈິງ​ສຳລັບ​ໂຢບ ທີ່​​ເພິ່ນໄດ້​ຮັບ​ພອນ​ຫລາຍ​ຢ່າງ​ໃນຊີວິດ​ນີ້. ​ເລື່ອງ​ລາວຂອງ​ໂຢບ ​ໄດ້​ສິ້ນ​ສຸດ​ລົງດ້ວຍ​ສິ່ງມະຫັດສະຈັນ ດັ່ງ​ຕໍ່​ໄປ​ນີ້:

“ພຣະຜູ້​ເປັນ​ເຈົ້າ​ໄດ້​ອວຍພອນ​ໂຢບ​ໃນ​ຊີວິດ​ບັ້ນປາຍ​ຂອງ​​ເພິ່ນ ຫລາຍກວ່າ​ໃນຊີວິດ​ບັ້ນຕົ້ນຂອງ​ເພິ່ນ. …

“​ບໍ່​ມີ​ຍິງ​ໃດ​ໃນ​ໂລກ​ນີ້ ທີ່​ງາມ​ເທົ່າ​ກັບ​ລູກ​ສາວ​ຂອງ​ໂຢບ: ​ພໍ່​ຂອງ​ພວກ​ເຂົາ​ໄດ້​ແບ່ງ​ສ່ວນ​ມໍລະດົກ​ໃຫ້​ຄື​ກັນ​ກັບ​ອ້າຍ​ຂອງ​ພວກ​ເຂົາ.

“ຫລັງ​ຈາກ​ນັ້ນມາ ​ໂຢບ​ກໍ​ມີ​ຊີວິດ​ຢູ່​ອີກ​ໜຶ່ງ​ຮ້ອຍ​ສີ່​ສິບ​ປີ ນານ​ພໍ​ເຫັນ​ຫລານ​ເຫ​ລັນ​ຂອງ​ຕົນ, ​ສີ່​ລຸ້ນຄົນ.

​“​ແລ້ວ​ໂຢບ​ກໍ​ໄດ້​ຕາຍ​ໄປ ​ເມື່ອ​ເຖົ້າ​ແກ່​ຫລາຍ​ທີ່​ສຸດ.”8

​ເພາະການເປັນ​ພະຍານ​ຂອງພຣະວິນ​ຍານ ​ເຖິງ​ການຊົດ​ໃຊ້​ທີ່​ຈະ​ເກີດ​ຂຶ້ນນັ້ນ ​ໂຢບຈຶ່ງ​ສາມາດ​ຜ່ານ​ຜ່າ​ການ​ທົດ​ສອບ​ໃນ​ຊີວິດ ພ້ອມ​ທັງ​ເຮົາ​ທຸກ​ຄົນ. ນັ້ນ​ແມ່ນ​ພາກສ່ວນ​ໜຶ່ງ​ໃນ​ແຜນ​ແຫ່ງ​ຄວາມສຸກ​ອັນ​ຍິ່ງ​ໃຫຍ່ ທີ່​ພຣະບິດາ​ໄດ້​ປະທານ​ໃຫ້​ເຮົາ. ພຣະອົງ​ໄດ້​ອະນຸ​ຍາດ​ໃຫ້​ພຣະບຸດ​ຂອງ​ພຣະອົງ​ຈັດ​​ຕຽມ, ​ໂດຍກາ​ນ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະອົງ​, ຄວາມ​ຫວັງ​ທີ່​ປອບ​ໂຍນ​ເຮົາ ​ເຖິງ​ແມ່ນ​ວ່າ ​ເສັ້ນທາງ​ທີ່​ພາ​ກັບ​ຄືນ​ບ້ານ​ຫາ​ພຣະອົງ​ນັ້ນ ຈະ​ຫຍຸ້ງຍາກ​ພຽງ​ໃດ​ກໍ​ຕາມ.

ພຣະບິດາ ​ແລະ ພຣະບຸດ ​ໄດ້​ສົ່ງ​ພຣະວິນ​ຍານ​ບໍລິສຸດ ​ໃຫ້​ມາ​ປອບ​ໂຍນ​ ​ແລະ ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ແກ່​ສານຸສິດ​ຂອງ​ພຣະອາຈານ ​ໃນ​ການ​ເດີນທາງຂອງ​ເຂົາ​ເຈົ້າ.

ຂ້າພະ​ເຈົ້າ​ໄດ້​ເຫັນ​ການ​ມະຫັດສະຈັນ​​ແຫ່ງ​ຄວາມ​ປອບ​ໂຍນ​ນີ້ ​ເມື່ອ​ຂ້າພະ​ເຈົ້າ​ໄດ້​ມາ​ເຖິງ​ໂບດ ບ່ອນ​ທີ່​ມີພິທີ​ສົ່ງສະການທ້າວ​ນ້ອຍ​ຄົນ​ນັ້ນ. ຜູ້ຍິງ​ໜຸ່ມ​ຄົນ​ໜຶ່ງ ທີ່​ຂ້າພະ​ເຈົ້າບໍ່​ຮູ້ຈັກ ​​ໄດ້​ມາ​ຫາ​ຂ້າພະ​ເຈົ້າ. ນາງ​ໄດ້​ເວົ້າວ່າ ນາງ​ໄດ້​ມາ​ພິທີ​ສົ່ງສະການ ​ເພື່ອ​ສະ​ແດງ​ຄວາມ​​ເສຍ​ໃຈ ​ແລະ ​ໃຫ້​ກຳລັງ​ໃຈ ທີ່​ນາງ​ສາມາດ​ເຮັດ​ໄດ້.

ນາງ​ໄດ້​ເວົ້າວ່າ ນາງ​ມາ​ສຳລັບ​ການ​ປອບ​ໂຍນ​ຄື​ກັນ. ນາງ​ໄດ້​ບອກ​ຂ້າພະ​ເຈົ້າວ່າ ລູກກົກ​ຂອງ​ນາງ​ໄດ້​ເສຍ​ຊີວິດ​ໄປ​ບໍ່​ດົນ​ມານັ້ນ. ນາງ​ອູ້ມ​ນາງ​ນ້ອຍ​ຄົນ​ໜຶ່ງ​ຢູ່. ຂ້າພະ​ເຈົ້າ​ໄດ້​ເນີ້ງ​ໂຕ​ໄປ​ເບິ່ງ​ຮອຍ​ຍິ້ມຂອງ​ນາງ​ນ້ອຍ​ນັ້ນ. ຂ້າພະ​ເຈົ້າ​ໄດ້​ຖາມ​​ວ່າ, “ນາງ​ນ້ອຍ​ຊື່​ຫຍັງ?” ນາງ​ໄດ້​ຕອບ​ດ້ວຍຮອຍ​ຍິ້ມວ່າ, “ນາງ​ຊື່ວ່າ Joy. ໝາຍ​ເຖິງ ຊື່ນ​ຊົມ. ຄວາມ​ຊື່ນຊົມຈະ​ຕາມ​ມາສະ​ເໝີ ຫລັງ​ຈາກ​ຄວາມ​ໂສກ​ເສົ້າ.”

ນາງ​ໄດ້​ເປັນ​ພະຍານ​ຕໍ່​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ເຫັນ​ໄດ້​ວ່າ ນາງ​ໄດ້​ຮັບ​ຄວາມ​ສະຫງົບ ​ແລະ ຄວາມ​ປອບ​ໂຍນ ຈາກ​ແຫ​ລ່ງທີ່​ແນ່ນອນພຽງ​ແຫ່ງ​ດຽວ​ເທົ່າ​ນັ້ນ. ພຣະ​ເຈົ້າ​ເທົ່າ​ນັ້ນທີ່​ຮູ້ຈັກ​ຄວາມ​ນຶກ​ຄິດຂອງ​ເຮົາ, ​ແລະ ພຣະອົງ​ເທົ່າ​ນັ້ນ ທີ່​ສາມາດ​ກ່າວ​​ຄວາມ​ຈິງ​ທີ່​ວ່າ, “​ເຮົາ​ຮູ້​ວ່າ​ເຈົ້າຮູ້ສຶກ​ແນວ​ໃດ.” ​ສະນັ້ນ ຂ້າພະ​ເຈົ້າພຽງ​ແຕ່​ສາມາດ​ວາດ​ພາບເຫັນ​ຄວາມສຸກ ​ແລະ ຄວາມ​ໂສກ​ເສົ້າຂອງ​ນາງ, ​ແຕ່​ພຣະຜູ້​ເປັນ​ເຈົ້າ ຜູ້​ຮັກ​ນາງ ຈະ​ຮູ້ຈັກ.

ຂ້າພະ​ເຈົ້າພຽງ​ສາມາດ​ຮູ້​ບາງ​ສ່ວນ ວ່າ​ພຣະອົງ​ມີ​ຄວາມສຸກ​ຫລາຍ​ພຽງ​ໃດ ທຸກ​ເທື່ອ​ທີ່​ທ່ານ, ​ຜູ້​ເປັນ​ສານຸສິດ​ຂອງ​ພຣະອົງ, ຊ່ອຍ​ພຣະອົງ​ນຳ​ຄວາມ​ສະຫງົບ ​ແລະ ຄວາມສຸກ ມາ​ໃຫ້​ລູກ​ຄົນ​ໜຶ່ງ​ຂອງ​ພຣະບິດາ​ເທິງ​ສະຫວັນ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະຜູ້​ເປັນ​ເຈົ້າ​ໄດ້​ຮຽກຮ້ອງ​ເຮົາ​​ແຕ່ລະຄົນ, ຜູ້​ເປັນ​ສານຸສິດຂອງ​ພຣະອົງ, ​ໃຫ້​ຊ່ອຍ​ເຫລືອ​​ແບ່ງ​ເບົາ​ພາ​ລະ​ໜັກ​ໜ່ວງ​ຂອງ​ກັນ​ແລະ​ກັນ. ​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ເຮັດ​ແທ້. ຂ້າພະ​ເຈົ້າເປັນ​ພະຍານ​ວ່າ ພຣະຜູ້​ເປັນ​ເຈົ້າ, ຜ່ານ​ການ​ຊົດ​ໃຊ້ ​ແລະ ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະອົງ, ພຣະອົງ​ໄດ້ເຮັດ​ໃຫ້​ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ​ຂາດ​ອອກ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະຄຣິດທີ່​ຊົງ​ພຣະຊົນ​ຢູ່ ​ໄດ້​ສົ່ງ​ພຣະວິນ​ຍານ​ບໍລິສຸດ, ພຣະຜູ້​ປອບ​ໂຍນ, ​ໃຫ້ມາ​ຫາ​ຄົນ​ທີ່​ເຮົາ​ສັນຍາ​ວ່າ ຈະ​ຊ່ອຍ​ພຣະອົງປອບ​ໂຍນ.

ທ່ານ​ທຸກ​ຄົນ​ເປັນ​ພະຍານ, ​ຂ້າພະ​ເຈົ້າກໍ​ຄື​ກັນ, ​ເຖິງ​ຄວາມ​ຈິງ​ ທີ່​ມີ​ພິມ​ໄວ້​ຢູ່​ໃນ​ເຂັມ​ກັກ ຂອງ​​ແມ່​ຂອງ​ຂ້າພະ​ເຈົ້າ ​ເປັນ​ເວລາ 20 ປີ ​ແລ້ວ ​ໃນ​ຖານະ​​ກຳມະການ​ຂອງ​ສະມາຄົມ​ສະຕີ​ສົງ​ເຄາະ​ສາມັນ. ມັນ​ອ່ານ​ວ່າ, “ຄວາມ​ໃຈ​ບຸນ​ບໍ່​ເຄີຍ​ລົ້ມ​ເຫ​ລວ.”9 ຂ້າພະ​ເຈົ້າຍັງ​ບໍ່​ຮູ້ຈັກ​ຄວາມ​ໝາຍ ​​ແທ້ໆຂອງ​ຄຳນັ້ນ​ເທື່ອ. ​ແຕ່​ຂ້າພະ​ເຈົ້າ​ໄດ້​ເຫັນ​ໜ້ອຍ​ໜຶ່ງ ຕອນ​ແມ່​ເອື້ອມ​ອອກ​ໄປ​ຫາ​ຄົນ​ຂັດ​ສົນ. ພຣະຄຳ​ພີ​ບອກ​ເຮົາ​ເຖິງ​ຄວາມ​ຈິງ​ນີ້​ວ່າ: “ຄວາມ​ໃ​ຈບຸນ​ເປັນຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະຄຣິດ.”10

ຄວາມ​ຮັກ​ຂອງ​ພຣະອົງ​ບໍ່​ເຄີຍ​ລົ້ມ​ເຫ​ລວ, ​ແລະ ​ເຮົາ​ຈະ​ບໍ່​ຢຸດ ຄວາມ​ຮູ້ສຶກ​ໃນ​ໃຈ ທີ່​ຈະ “​ໂສກ​ເສົ້າກັບ​ຄົນ​ທີ່​ໂສກ​ເສົ້າ … ​ແລະ ປອບ​ໂຍນ​ຄົນ​ທີ່​ຕ້ອງການ​ຄວາມ​ປອບ​ໂຍນ.”11 ທັງ​ຄວາມ​ສະຫງົບ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້ ຈະ​ບໍ່​ມີ​ວັນ​ໜີ​ໄປ​ຈາກ​ເຮົາ ​ຕາບ​ໃດ​ທີ່​ເຮົາ​ຍັງ​ຮັບ​ໃຊ້​ຄົນ​ອື່ນ ​ເພື່ອ​ພຣະອົງ.

​ໃນ​ຖານະ​​ເປັນ​ພະຍານ​ຂອງ​ພຣະອົງ, ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ກະຕັນຍູ​ສຳລັບ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ເປັນ​ຢ່າງ​ດີ ​ເພື່ອ​ຊ່ອຍ​ເຫລືອ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ​ແລະ ພຣະວິນ​ຍານ​ບໍລິ​ສຸດ, ພຣະຜູ້​ປອບ​ໂຍນ, ​ໃນ​ການໃຫ້​ກຳລັງ​ຫົວເຂົ່າ​ທີ່​ອ່ອນ​ເພຍ ​ແລະ ຊ່ອຍຍົກ​ມື​ທີ່ເມື່ອ​ຍລ້າ.12 ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ ດ້ວຍສຸດ​ໃຈ ສຳລັບ​ສະຕີ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ ຜູ້​ໄດ້​ຊ່ອຍ​ຂ້າພະ​ເຈົ້າ ​ແລະ ​ເປັນ​ພອນ​ໃຫ້​ແກ່​ຂ້າພະ​ເຈົ້າ ​ໃນ​ຖານະ​​ເປັນ​ສານຸສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.