​2010–2019
ຖ້າ​ຫາກ​ທ່ານ​ຈະ​ຮັບຜິດຊອບ
ເມສາ 2015


10:37

ຖ້າ​ຫາກ​ທ່ານ​ຈະ​ຮັບຜິດຊອບ

ຂໍ​ໃຫ້​ເຮົາ​ຈົ່ງ​ກ້າວ​ເດີນ​ຕໍ່​ໄປ ​ໂດຍ​ການ​ຮຽນ​ຮູ້​ໜ້າ​ທີ່​ຂອງ​ເຮົາ, ​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ, ກະທຳ​ຕາມ​ການ​ຕັດສິນ​ໃຈ, ​ແລະ ຍອມຮັບ​ພຣະປະສົງ​ຂອງ​ພຣະບິດາ.

ຂ້າພະ​ເຈົ້າມີ​ອາຍຸ​ໄດ້​ພຽງ​ແຕ່ 12 ປີ ຕອນ​ຜູ້​ສອນ​ສາດສະໜາ​ໄດ້​ມາ​ເປັນ​ເທື່ອ​ທຳ​ອິດ ​ເພື່ອ​ສັ່ງສອນ​ຢູ່​ໃນ​ເມືອງ ບ່ອນ​ທີ່​ຂ້າພະ​ເຈົ້າ​ໄດ້​ເກີດ ຢູ່​ປະ​ເທດ ຈີ​ເລ ພາກ​ເໜືອ. ​ໃນ​ວັນ​ອາທິດ​ມື້ໜຶ່ງ, ຫລັງ​ຈາກ​ຂ້າພະ​ເຈົ້າ​ໄດ້​​​ໄປໂບດ​ນຳ​ສາຂາ​ນ້ອຍໆ ​ເປັນ​ເວລາ​ຫົກ​ເດືອນ, ຜູ້​ສອນ​ສາດສະໜາ​ຄົນ​ໜຶ່ງ​ໄດ້​ຍື່ນ​ເຂົ້າຈີ່​ສິນ​ລະ​ລຶກໃຫ້​ຂ້າພະ​ເຈົ້າ ຕອນ​ລາວ​ຢາຍ​ມັນ​. ຂ້າພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ລາວ ​ແລ້ວ​ເວົ້າຄ່ອຍໆ​ວ່າ, “ຂ້ອຍ​ກິນ​ບໍ່​ໄດ້.”

“​ເປັນ​ຫຍັງ?” ລາວ​ຖາມ.

ຂ້າພະ​ເຈົ້າ​ໄດ້​ບອກ​ລາວ​ວ່າ, “​ເພາະ​ຂ້ອຍ​ຍັງ​ບໍ່​ໄດ້​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ເທື່ອ.”1

ຜູ້​ສອນ​ສາດສະໜາບໍ່​ເຊື່ອ. ລາວ​ຕົກ​ຕະລຶງ. ຂ້າພະ​ເຈົ້າຄິດ​ວ່າ ລາວ​ຄົງ​ຄິດ, “​ແຕ່​ຊາຍ​ໜຸ່ມ​ຄົນ​ນີ້ ມາ​ໂບດ​ທຸກ​ອາ​ທິດ! ລາວ​ຍັງບໍ່​ໄດ້​ເປັນ​ສະມາຊິກ​ໄດ້​ແນວ​ໃດ?”

ມື້​ຕໍ່​ມາ, ຜູ້​ສອນ​ສາດສະໜາ​ໄດ້​ມາ​​ບ້ານ​ຂອງ​ຂ້າພະ​ເຈົ້າ, ​ແລະ ​ເຂົາ​ເຈົ້າ​ໄດ້​ເຮັດ​ທຸກ​ສິ່ງ ທີ່​ເຂົາ​ເຈົ້າສາມາດ​ເຮັດ​ໄດ້ ​ເພື່ອ​ວ່າ​ເຂົາ​ເຈົ້າຈະ​ສາມາດ​ສອນ​ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ. ​ແຕ່​ດ້ວຍ​ວ່າ ຄົນ​ອື່ນໆ​ໃນ​ຄອບຄົວ​ຂອງ​ຂ້າພະ​ເຈົ້າບໍ່​ສົນ​ໃຈ, ສະນັ້ນ ຂ້າພະ​ເຈົ້າຈຶ່ງ​ໄປ​ໂບດ​ຄົນ​ດຽວ​ທຸກ​ອາທິດ ​ເປັນ​ເວລາ​ຫົກ​ເດືອນ ​ແລະ ສິ່ງ​ນັ້ນຈຶ່ງ​ເຮັດ​ໃຫ້​ຜູ້​ສອນ​ສາດສະໜາ​ຮູ້ສຶກ​ໝັ້ນ​ໃຈ​ທີ່​ຈະ​ສອນ​ຕໍ່​ໄປ. ​ໃນ​ທີ່​ສຸດ, ​ໂອກາດ​ທີ່​ດີ​ທີ່​ສຸດ ທີ່​ຂ້າພະ​ເຈົ້າ​ໄດ້​ລໍຄອຍກໍ​ມາ​ເຖິງ ​ເມື່ອ​ເຂົາ​ເຈົ້າ​ໄດ້​ເຊື້ອ​ເຊີນ​ຂ້າພະ​ເຈົ້າ​ໃຫ້​​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ. ຜູ້​ສອນ​ສາດສະໜາ​ໄດ້​ອະທິບາຍ​ແກ່​ຂ້າພະ​ເຈົ້າວ່າ ​ໂດຍ​ທີ່​ຂ້າພະ​ເຈົ້າ​ຍັງ​ບໍ່​ບັນລຸ​ພາວະ, ຂ້າພະ​ເຈົ້າຈຶ່ງ​ຕ້ອງ​ໄດ້​ຮັບ​ອະນຸຍາດ​ຈາກ​ພໍ່​​ແມ່​ຂອງ​ຂ້າພະ​ເຈົ້າກ່ອນ. ຂ້າພະ​ເຈົ້າ​ໄດ້​ໄປ​ຫາ​ພໍ່ ກັບ​ຜູ້​ສອນ​ສາດສະໜາ, ຄິດ​ວ່າ​ເພິ່ນ​ອາດ​ຕອບ​ດ້ວຍ​ຄວາມ​ຮັກ​ວ່າ “ລູກ​ເອີຍ, ​ເມື່ອ​ລູກ​​ເຕີບ​ໂຕ​ເປັນ​ຜູ້​ໃຫຍ່, ລູກ​ຈະ​ສາມາດ​ຕັດສິນ​ໃຈ​ເອງ.”

​ເມື່ອ​ຜູ້​ສອນ​ສາດສະໜາ​ໄດ້​ເວົ້າລົມ​ນຳ​ເພິ່ນ, ຂ້າພະ​ເຈົ້າ​ໄດ້​ອະທິຖານ​ຢ່າງ​ພາກ​ພຽນ ຂໍ​ໃຫ້​ໃຈ​ເພິ່ນ​ຖືກ​ສຳ​ພັດ ​ເພື່ອ​ວ່າ​ເພິ່ນ​ຈະ​ອະນຸຍາດ​ຕາມ​ທີ່​ຂ້າພະ​ເຈົ້າຕ້ອງການ. ຄຳ​ຕອບ​ຂອງ​ເພິ່ນ​ຕໍ່​ຜູ້​ສອນ​ສາດສະໜາ​ແມ່ນ ດັ່ງ​ຕໍ່​ໄປ​ນີ້: “​ແອວ​ເດີ, ​ໃນ​ໄລຍະ​ຫົກ​ເດືອນ​ຜ່ານ​ມາ​ນີ້, ຂ້ອຍ​ໄດ້​ເຫັນ​ລູກ​ຊາຍ​ຂອງ​ຂ້ອຍ ​ທ້າວໂຈດ ​ໄດ້​ຕື່ນ​ນອນ​ແຕ່​ເຊົ້າ ​ໃນ​ວັນ​ອາທິດ, ນຸ່ງ​ເຄື່ອງ​ທີ່​ດີ​ທີ່​ສຸດ, ​ແລະ ຍ່າງ​ໄປ​ໂບດ. ຂ້ອຍ​ເຫັນ​ແຕ່ອິດ​ທິພົນ​ທີ່​ດີ ຈາກ​ສາດສະໜາ​ຈັກ ຕໍ່​ຊີວິດ​ຂອງ​ລາວ.” ​ແລ້ວ, ​​ເພິ່ນໄດ້​ກ່າວ​ກັບ​ຂ້າພະ​ເຈົ້າ, ​ເພິ່ນ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າງົງ​ງັນ ​ໂດຍ​​ກ່າວ​ວ່າ, “ລູກ​ເອີຍ, ຖ້າ​ຫາກ​ລູກຈະ​ຮັບຜິດຊອບ ສຳລັບ​ການ​ຕັດສິນ​ໃຈ​ຂອງລູກ, ​ແລ້ວລູກ​ກໍ​ໄດ້​ຮັບ​ອະນຸຍາດ​ຈາກ​ພໍ່ ​ເພື່ອ​ຮັບ​ບັບຕິ​ສະມາ.” ຂ້າພະ​ເຈົ້າ​ໄດ້​ໂອບ​ກອດ​ພໍ່, ​ໄດ້​ຈູບ​ເພິ່ນ, ​ແລະ ​ໄດ້ຂອບ​ໃຈ​ເພິ່ນ ທີ່​ເພິ່ນ​ໄດ້​ອະນຸຍາດ​. ມື້​ຕໍ່​ມາ ຂ້າພະ​ເຈົ້າ​ໄດ້​ຮັບ​ບັບຕິ​ສະມາ. ອາທິດ​ແລ້ວ​ນີ້ ​ເປັນ​ວັນ​ຄົບຮອບ 47 ປີ ຂອງ​​ໂອກາດ​ທີ່​ສຳຄັນ​ນັ້ນ ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ.

​​ເຮົາ​ມີໜ້າ​ທີ່​ຮັບຜິດຊອບ​ຢ່າງ​ໃດ​ແດ່ ​ໃນ​ຖານະ​ທີ່​ເຮົາ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ? ປະທານ​ໂຈ​​ເຊັບ ຟຽວດິງ ສະ​ມິດ ​ໄດ້​ອະທິບາຍ​ມັນ ດັ່ງ​ນີ້: “​ເຮົາ​ມີໜ້າ​ທີ່​ຮັບຜິດຊອບທີ່​ສຳຄັນ​ຢູ່​ສອງ​ຢ່າງ. … ໜຶ່ງ, ​ເພື່ອຈະ​ໄດ້​ຮັບຄວາມ​ລອດ​ສຳລັບ​ຕົນ​ເອງ; ​ແລະ, ສອງ, ຊ່ອຍ​ຄົນ​ອື່ນ​ໃຫ້​ໄດ້​ຮັບ​ຄື​ກັນ.”2

ທັງ​ສອງ​ນີ້ ​ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ຕົ້ນຕໍ​ ທີ່​ພຣະບິດາ​ຂອງ​ເຮົາ ​ໄດ້​ມອບ​ໝາຍ​ໃຫ້​ເຮົາ ນັ້ນຄື: ​ໃຫ້​ໄດ້​ຮັບ​ຄວາມ​ລອດ​ສຳລັບ​ຕົວ​​ເຮົາ​ເອງ ​ແລະ ສຳລັບຄົນ​ອື່ນ, ດ້ວຍ​ຄວາມ​ເຂົ້າ​ໃຈ​ ຄຳວ່າ ຄວາມ​ລອດ ນັ້ນ ໝາຍ​ເຖິງ​ການ​​ເອື້ອມ​ເຖິງ​ລັດສະໝີ​ພາບ​ລະດັບ​ສູງ​ສຸດ ທີ່​ພຣະບິດາ​ໄດ້​ຈັດ​ຕຽມ​ໄວ້​ສຳລັບ​ລູກໆ​ທີ່​ເຊື່ອ​ຟັງ​ຂອງ​ພຣະອົງ.3 ໜ້າ​ທີ່​ຮັບຜິດຊອບ​ເຫລົ່າ​ນີ້ ທີ່​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ—​ແລະ ​ອັນ​ທີ່​ເຮົາ​ໄດ້​ຮັບ​ເອົາ​ດ້ວຍຄວາມ​ສະໝັກ​ໃຈ—ຈະ​ຕ້ອງກຳນົດ​ເຖິງລຳດັບ​ຄວາມ​ສຳຄັນ, ຄວາມ​ປາດ​ຖະໜາ, ການ​ຕັດສິນ​ໃຈ, ​ແລະ ການ​ກະທຳ​ຂອງ​ເຮົາໃນ​ທຸກ​ວັນ.

ສຳລັບ​ບາງ​ຄົນ ຜູ້​ໄດ້​​ເຂົ້າ​ໃຈ​ສິ່ງ​ນັ້ນ, ​ເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ, ຄວາມ​ສູງ​ສົ່ງ​ຈຶ່ງ​ຢູ່​​​ໃກ້ພຽງ​​ເອື້ອມ​ມື, ການ​ພາດ​ທີ່​ຈະ​ໄດ້​ຮັບ​ມັນ ກໍ​ເທົ່າ​ກັບ​ຄວາມ​ພິນາດ. ດັ່ງນັ້ນ, ກົງກັນຂ້າມ​ກັບ ຄວາມ​ລອດ ຄື ຄວາມ​ພິນາດ, ​ເຊັ່ນ​ດຽວ​ກັບ ກົງກັນຂ້າມ​ກັບ ຄວາມສຳ​ເລັດ​ຜົນ ຄື ຄວາມລົ້ມ​ເຫ​ລວ. ປະທານທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ສອນ​ເຮົາ​ວ່າ “ມະນຸດ​ຈະ​ບໍ່​ເພິ່ງ​ພໍ​ໃຈ​ກັບ​ຄວາມ​ສາມາດພຽງປານ​ກາງ ​ເມື່ອ​ເຂົາ​ເຈົ້າ​ເຫັນ​ວ່າ ຄວາມ​ດີ​ເດັ່ນຢູ່​ໃກ້​ພຽງ​ເອື້ອມ​ມື.”4 ​ແລ້ວ ​ເຮົາ​ຈະ​ເພິ່ງ​ພໍ​ໃຈ​ກັບ​ສິ່ງ​ອື່ນ​ໄດ້​ແນວ​ໃດ ​ເມື່ອ​ເຮົາ​ຮູ້​ວ່າ ​ເຮົາ​ສາມາດ​ເອື້ອມ​ເຖິງ​ຄວາມ​ສູງ​ສົ່ງ​​ໄດ້?

ຂ້າພະ​ເຈົ້າຂໍ​ກ່າວ​ເຖິງຫລັກ​ທຳສຳຄັນ​ສີ່​ຂໍ້ ທີ່​ຊ່ອຍ​ເຮົາ​ບັນລຸ​ຄວາມ​ປາດ​ຖະໜາ ທີ່​ຈະ​ສາມາດ​ຮັບຜິດຊອບ​ຕໍ່​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະ​ຫວັນ, ທັງ​ຮັບຜິດຊອບ​ຕໍ່​ຄວາມ​ຄາດ​ຫວັງ​ຂອງ​ພຣະອົງ ​ໃນ​ການ​ກາຍ​ເປັນ​ເໝືອນ​ດັ່ງ​ທີ່​ພຣະອົງ​ເປັນ.

1. ຮຽນ​ຮູ້​ໜ້າ​ທີ່​ຂອງ​ເຮົາ

ຖ້າ​ຫາກ​ເຮົາ​ຈະ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະ​ເຈົ້າ, ຖ້າ​ຫາກ​ເຮົາ​ຈະ​ຮັບຜິດຊອບ​ຕໍ່​ພຣະອົງ, ​ເຮົາ​ຕ້ອງ​ເລີ່ມຕົ້ນ ​ໂດຍ​ການ​ຮຽນ​ຮູ້, ​ການເຂົ້າ​ໃຈ, ການຍອມຮັບ, ການດຳລົງ​ຊີວິດ​ຕາມ​ພຣະປະສົງ​ຂອງ​ພຣະອົງ​ສຳລັບ​ເຮົາ. ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ “ດັ່ງນັ້ນ, ບັດ​ນີ້ໃຫ້ທຸກໆ​ຄົນຮຽນ​ຮູ້​ໜ້າ​ທີ່​ຂອງ​ຕົນ, ​ແລະ ກະທຳ​ໃນ​ຕຳ​ແໜ່​ງທີ່​ເຂົາ​ຖືກ​ກຳນົດ​ໃຫ້, ​ດ້ວຍ​ຄວາມພາກ​ພຽນທັງ​ໝົດ.”5 ການ​ມີ​ຄວາມ​ປາດ​ຖະໜາ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ຍັງ​ບໍ່​ພຽງພໍ ຖ້າ​ຫາກ​ເຮົາ​ບໍ່​​ເຂົ້າ​ໃຈ​ສິ່ງ​ທີ່​ພຣະບິດາຄາດ​ຫວັງ​ຈາກ​ເຮົາ ​ແລະ ປະສົງ​ໃຫ້​ເຮົາ​ເຮັດ​ສິ່ງ​ໃດ.

​ໃນ​ນິຍາຍ​ເລື່ອງ Alice in Wonderland, ນາງອາລີ​ສ໌ບໍ່​ຮູ້​ວ່າ ຈະ​ເດີນ​ໄປ​ທາງ​ໃດ, ສະນັ້ນ ນາງ​ຈຶ່ງ​ຖາມ​​ແມວ ຊື່ ​ເຈດ​ຊາຍ ວ່າ, “ບອກ​ຂ້ອຍ​ໄດ້​ບໍ​ວ່າ ຂ້ອຍ​ຄວນ​​ເດີນ​ໄປ​ທາງ​ໃດ?”

​​ແມວ​ໄດ້​ຕອບ​ວ່າ, “ມັນ​ຂຶ້ນກັບ​ວ່າ ​ເຈົ້າຢາກ​ໄປ​ໃສ.”

ນາງອາລີ​ສ໌ ​ເວົ້າວ່າ, “​ໄປ​ຫາ​ບ່ອນ​ໃດ​ກໍ​ໄດ້.”

“​ແລ້ວ​ມັນ​ບໍ່​ສຳຄັນ ວ່າ​ເຈົ້າຈະ​ເດີນ​ໄປ​ທາງ​ໃດ,” ​ແມວ​ຕອບ.6

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເຮົາ​ຮູ້​ວ່າ ​ເສັ້ນທາງ​ທີ່​ພາ​ເຮົາ​ໄປ​ຫາ​ “ຕົ້ນ​ໄມ້​ທີ່​ມີ​ໝາກ​ອັນ​ເພິ່ງ​ປາ​ດຖະໜາ​ ທີ່ຈະ​ເຮັດ​ໃຫ້​ຄົນ​ເປັນ​ສຸກ”7—“​ເສັ້ນທາງ ທີ່​ຈະ​ພາ​ໄປ​ສູ່ຊີວິດ”—​ແມ່ນ​​ແຄບ, ຕ້ອງ​ໃຊ້​ຄວາມ​ພະຍາຍາມ ​ໃນ​ການ​ເດີນທາງ, ​ແລະ “ຄົນ​ທີ່​ພົບ​ທາງນັ້ນກໍ​ມີ​ໜ້ອຍ.”8

ນີ​ໄຟ​ສອນ​ເຮົາ​ວ່າ “ພຣະ​ຄຳ​ຂອງ​ພຣະ​ຄຣິດ​ຈະ​ບອກ​ພວກ​ທ່ານ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ.”9 ​ແລ້ວ ​ເພິ່ນ​ກ່າວ​ຕື່ມ​ວ່າ “ພຣະ​ວິນ​ຍານ​ບໍລິ​ສຸດ … ຈະ​ສະ​ແດງ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ​ໃຫ້​ແກ່​ພວກ​ທ່ານ.”10 ດັ່ງນັ້ນ, ​ແຫ​ລ່ງທີ່​ອະນຸຍາດ​ໃຫ້​​ເຮົາຮຽນ​ຮູ້​ໜ້າທີ່​ຂອງ​ເຮົາ ​ແມ່ນ​ພຣະຄຳ​ຂອງ​ພຣະຄຣິດ ທີ່​ເຮົາ​ໄດ້​ຮັບ ຜ່ານ​ສາດສະດາ​ໃນ​ສະ​ໄໝ​ໂບຮານ ​ແລະ ​ໃນ​​ປະຈຸ​ບັນ ​ແລະ ຜ່ານ​ການ​ເປີດ​ເຜີຍ​ສ່ວນ​ຕົວ ທີ່​ເຮົາ​ໄດ້​ຮັບ ຜ່ານທາງ​ພຣະວິນ​ຍານ​ບໍລິສຸດ.

2. ການ​ຕັດສິນ​ໃຈ

ບໍ່​ວ່າ​ເຮົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ການ​ຟື້ນ​ຟູ​ພຣະກິດ​ຕິ​ຄຸນ, ພຣະບັນຍັດ​ຂໍ້​ໃດ​ໜຶ່ງ​ໂດຍ​ສະ​ເພາະ, ໜ້າ​ທີ່ ທີ່​ກ່ຽວ​ພັນ​ກັບ​ການ​ຮັບ​ໃຊ້​ໃນ​ການ​ເອີ້ນ, ຫລື ພັນທະ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໃນ​ພຣະວິຫານ, ການ​ເລືອກ​​ເປັນ​ຂອງ​ເຮົາ ບໍ່​ວ່າ​ເຮົາ​ຈະ​ປະຕິບັດ​ຕາມ​ຄວາມ​ຮູ້​ໃໝ່​ນັ້ນຫລື​ບໍ່. ​ເຮົາ​ແຕ່ລະຄົນ​ເລືອກ​ດ້ວຍ​ຄວາມ​ສະໝັກ​ໃຈ ສຳລັບ​ຕົນ​ເອງ ທີ່​ຈະ​ເຂົ້າ​ເຮັດ​ພັນທະ​ສັນຍາ​ອັນ​ສັກສິດ ດັ່ງ​​ເຊັ່ນ ການ​ຮັບ​ບັບຕິ​ສະມາ ຫລື ການ​ເຮັດ​ພິທີການ​ຂອງ​ພຣະວິຫານ. ​ເພາະການ​ສາບານ​ເປັນ​ພາກສ່ວນໜຶ່ງ​ທີ່​ປະຕິບັດ​ກັນ ຂອງ​ຄົນ​ຖື​ສາດສະໜາ​ໃນ​ສະ​ໄໝ​ໂບຮານ, ດັ່ງນັ້ນ ກົດ​ດັ້ງ​ເດີມຈຶ່ງ​ບອກ​​ໄວ້​ວ່າ “ຢ່າ​ສາບານ​ອອກ​ນາມ​ຊື່​ຂອງ​ເຮົາ​ເພື່ອ​ຕົວະ.”11 ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ວັນ​ເວລາ​ອັນ​ຮຸ່ງ​ໂລດ, ພຣະຜູ້​ຊ່ອຍ​ໃຫ້​ລອດ ​ໄດ້​ສອນ​ວິທີ​ທີ່​ສູງ​ກວ່າ ທີ່​ຈະ​ຮັກສາຄຳ​ໝັ້ນສັນຍາຂອງ​ເຮົາ ​ເມື່ອ​ພຣະອົງ​ໄດ້​ກ່າວ​ວ່າ ​ແມ່ນ ກໍ​ວ່າ ​ແມ່ນ ຫລື ບໍ່​ແມ່ນ ກໍ​ວ່າ ບໍ່​ແມ່ນ.12 ຖ້ອຍ​ຄຳ​ຂອງ​ຜູ້​ຄົນ ກໍ​ຄວນ​ພຽງພໍ​ແລ້ວ ທີ່​ຈະ​ຢືນຢັນ​ຄວາມ​​ເປັນ​ຈິງ ​ແລະ ຄຳ​ໝັ້ນສັນຍາ​ຂອງ​ບຸກຄົນຕໍ່​ຄົນ​ອື່ນ ​ແລະ ຍິ່ງ​ໄປ​ກວ່າ​ນັ້ນ ຖ້າຄົນ​ອື່ນ​ນັ້ນ ​ແມ່ນ​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະ​ຫວັນຂອງ​ເຮົາ. ການ​ໃຫ້​ກຽດ​ແກ່​ຄຳໝັ້ນ​ສັນຍາ ຈະ​ສະ​ແດງ​ໃຫ້​ເຫັນຄວາມ​​ເປັນຈິງ ​ແລະ ຄວາມ​ຊື່ສັດ​ຂອງ​ຖ້ອຍ​ຄຳ​ຂອງ​ເຮົາ.

3. ກະທຳ​ຕາມ​ນັ້ນ

ຫລັງ​ຈາກ​ໄດ້​ຮຽນ​ຮູ້​ໜ້າທີ່​ຂອງ​ເຮົາ ​ແລະ ​ໄດ້ຕັດສິນ​ໃຈ​ ຊຶ່ງ​ກ່ຽວ​ພັນ​ກັບ​ການ​ຮຽນ​ຮູ້ ​ແລະ ການ​ເຂົ້າ​ໃຈນັ້ນ, ​ແລ້ວ​ເຮົາ​ຕ້ອງ​ກະທຳຕາມ​ນັ້ນ.

ຕົວຢ່າງ​ໜຶ່ງ​ທີ່​ມີ​ພະລັງກ່ຽວ​ກັບ​ຄຳ​ໝັ້ນສັນຍາ​ອັນໜັກ​ແໜ້ນ ​ເພື່ອ​ໃຫ້​ບັນລຸ​ຄວາມ​ຕັ້ງ​ໃຈ​ຂອງ​ພຣະອົງ ນຳພຣະບິດາ​ຂອງ​ພຣະອົງ ມາ​ຈາກ​ປະສົບ​ການ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ໂດຍ​ໃຫ້​ນຳ​ຄົນ​ເປ້ຍ​ເຂົ້າມາ​ຫາ​ພຣະອົງ ​ເພື່ອ​ຮັບ​ການ​ປິ່ນປົວ. “​ເມື່ອ​ພຣະ​ເຢຊູ​ເຫັນ​ສັດທາ​ຂອງ​ຄົນ​ເຫລົ່າ​ນີ້, ພຣະອົງ​ກໍ​ກ່າວ​ແກ່​ຄົນ​ເປ້ຍ​ວ່າ, ລູກ​ເອີຍ ຄວາມ​ຜິດ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ແລ້ວ.”13 ​ເຮົາ​ຮູ້​ວ່າ ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ​ແມ່ນ​ສຳຄັນສຳລັບ​ເຮົາ​ທີ່​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພສຳລັບ​ຄວາມ​ຜິດ​ບາບ​ຂອງ​ເຮົາ, ​ແຕ່​ເມື່ອ​ການ​ປິ່ນປົວຄົນ​ເປ້ຍ​ໄດ້​ເກີດ​ຂຶ້ນ, ​ເຫດການ​ທີ່​ຍິ່ງ​ໃຫຍ່​ນັ້ນ ຍັງ​ບໍ່​ໄດ້​ເກີດ​ຂຶ້ນ​ເທື່ອ; ​​ການ​ຮັບ​ທຸກທໍລະມານ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໃນເຄັດ​ເຊ​ມາ​ເນ ​ແລະ ​ເທິງ​ໄມ້​ກາງ​ແຂນ ຍັງ​ບໍ່​ໄດ້​ເກີດ​ຂຶ້ນ​ເທື່ອ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ເຢຊູ​ບໍ່​ພຽງ​ແຕ່ໂຜດ​ຄົນ​ເປ້ຍ​ໃຫ້​ສາມາດ​ຢືນ​ຂຶ້ນ ​ແລະ ຍ່າງ​ໄປ​ເທົ່າ​ນັ້ນ, ​ແຕ່​ພຣະອົງ​ຍັງ​ໄດ້​​ໃຫ້​ອະ​ໄພ​ຄວາມ​ຜິດ​ບາບ​ຂອງ​ລາວ​ນຳ​ອີກ, ດ້ວຍ​ເຫດ​ນັ້ນ ພຣະອົງ​ຈຶ່ງໃຫ້​ເຄື່ອງໝາຍ​ທີ່​ແຈ່ມ​ແຈ້ງ ວ່າພຣະອົງ​ຈະ​ບໍ່​ຖອຍ​ໄປ, ວ່າ​ພຣະອົງ​ຈະ​ບັນລຸ​ຄຳ​ໝັ້ນສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ນຳພຣະບິດາ​ຂອງ​ພຣະອົງ, ​ແລະ ວ່າຢູ່​ທີ່​ເຄັດ​ເຊ​ມາ​ເນ ​ແລະ ​ເທິງ​ໄມ້​ກາງ​ແຂນ ພຣະອົງ​ຈະ​ກະທຳສິ່ງ​ທີ່​ພຣະອົງ ​ໄດ້​ສັນຍາ​ໄວ້​ວ່າ ພຣະອົງ​ຈະ​ກະທຳ.

​ເສັ້ນທາງ​ທີ່​ເຮົາ​​ເລືອກ​ເດີນ ​ແມ່ນ​ແຄບ. ຢູ່​ໃນ​ເສັ້ນທາງ​ຈະ​ມີ​ສິ່ງ​ທ້າ​ທາຍ ທີ່​ຈະ​ຮຽກຮ້ອງ​​ສັດທາຂອງ​ເຮົາ​ທີ່​ມີ​ໃນ​ພຣະ​ເຢຊູ​ຄຣິດ ​ແລະ ​ຄວາມ​ພະຍາຍາມຫລາຍ​ທີ່​ສຸດ ​ເພື່ອຈະ​ໄດ້​ຢູ່​ໃນ​ເສັ້ນທາງ ​ແລະ ກ້າວ​ເດີນ​ໄປ​ໜ້າ. ​ເຮົາ​ຕ້ອງ​ກັບ​ໃຈ ​ແລະ ​ເຊື່ອ​ຟັງ ​ແລະ ອົດທົນ, ​ແມ່ນ​ແຕ່​ຖ້າ​ເຮົາ​ບໍ່​ເຂົ້າ​ໃຈທຸກ​ສະພາບ​ການ​ທີ່ຢູ່​ອ້ອມ​ຮອບ​ເຮົາ. ​ເຮົາ​ຕ້ອງ​ໃຫ້​ອະ​ໄພ​ຄົນ​ອື່ນ ​ແລະ ດຳລົງ​ຊີວິດ​​ໃຫ້​ສອດຄ່ອງ​ກັບ​ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ຮູ້ ​ແລະ ກັບ​ການ​ເລືອກ​ທີ່​ເຮົາ​ໄດ້​ເຮັດ.

4. ​ເຕັມ​ໃຈ​ທີ່​ຈະ​ຍອມຮັບ​ພຣະປະສົງ​ຂອງ​ພຣະບິດາ

ການ​ເປັນ​ສານຸ​ສິດ​ບໍ່​ພຽງ​ແຕ່​ຮຽກຮ້ອງ​ເຮົາ​ໃຫ້​ຮຽນ​ຮູ້​ໜ້າ​ທີ່​ຂອງ​ເຮົາ​, ​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ, ​ແລະ ກະທຳ​ຕາມນັ້ນ​ເທົ່າ​ນັ້ນ, ​ແຕ່ມັນສຳຄັນທີ່​​ເຮົາ​ຕ້ອງ​ພັດທະນາ​ຄວາມ​ເຕັມ​ໃຈ​ ​ແລະ ຄວາມ​ສາມາດ​ທີ່​ຈະຍອມຮັບ​ພຣະປະສົງ​ຂອງ​ພຣະ​ເຈົ້ານຳ​ອີກ, ​​ເຖິງ​ແມ່ນ​ມັນ​ບໍ່​ເປັນຕາມຄວາມ​ປະສົງ​ ຫລື ​ການ​ເລືອກ​ຂອງ​ເຮົາ​ກໍ​ຕາມ.

ຂ້າພະ​ເຈົ້າມີ​ຄວາມ​ປະ​ທັບ​ໃຈ ​ແລະ ຍ້ອງ​ຍໍ ທັດສະນະ​ຂອງຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ຂີ້ທູດ ​ຜູ້ໄດ້​ເຂົ້າມາ​ຫາ​ພຣະຜູ້​ເປັນ​ເຈົ້າ, “​​ເພື່ອ​ຂໍ​ໃຫ້​ພຣະອົງ​ຊ່ອຍ​​ເຫລືອ, ​ແລະ ​ໄດ້​ຄຸ​ເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ, ​ແລ້ວ​ເວົ້າວ່າ, ຖ້າ​ທ່ານ​ພໍ​ໃຈ ກໍ​ຈະ​ເຮັດ​ໃຫ້​ຂ້ານ້ອຍ​ສະອາດ​ດີ​ໄດ້.”14 ຄົນ​ຂີ້ທູດ​ບໍ່​ໄດ້​ສັ່ງ​ການ, ​ເຖິງ​ແມ່ນ​ວ່າ ຄວາມ​ປາດ​ຖະໜາ​ຂອງ​ລາວ ​ເ​ປັນ​ສິ່ງ​ທີ່​ຊອບ​ທຳ​ກໍ​ຕາມ; ລາວ​ພຽງ​ແຕ່​ເຕັມ​ໃຈ​ທີ່​ຈະ​ຍອມຮັບ​ພຣະປະສົງ​ຂອງ​ພຣະຜູ້​ເປັນ​ເຈົ້າ.

​ເມື່ອ​ຫລາຍ​ປີ​ກ່ອນ, ຜົວ​ເມຍທີ່​ຮັກ ​ແລະ ຊື່ສັດ​ຄູ່​ໜຶ່ງ​ທີ່​ເປັນ​ເພື່ອນ​ກັບ​ຂ້າພະ​ເຈົ້າ ​ໄດ້​ເກີດ​ລູກ ທີ່​ເຂົາ​ເຈົ້າ​ໄດ້​ລໍຄອຍ​ ​ແລະ ອ້ອນວອນຂໍ ​ເປັນ​ເວລາ​ດົນ​ນານ. ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ໄດ້​ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ ​ເມື່ອ​ພໍ່​ແມ່ ​ແລະ ລູກ​ສາວ​ນ້ອຍຄົນ​ດຽວ ​ໄດ້​ມີ​ນ້ອງ​ຊາຍ​ນ້ອຍ​ເກີດ​ມາ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມື້ໜຶ່ງ, ​​ເຫດການ​ທີ່​ບໍ່​ຄາດ​ຄິດ​ໄດ້​ເກີດ​ຂຶ້ນ: ລູກ​ຊາຍນ້ອຍ ທີ່​ໃນຕອນ​ນັ້ນ ມີ​ອາຍຸ​ພຽງສາມ​ປີ, ​ໄດ້​ລົ້ມປ່ວຍ​ກະທັນຫັນ ​ແລະ ​ໝົດສະຕິ​ໄປ. ທັນທີ​ທີ່​ຂ້າພະ​ເຈົ້າ​ໄດ້​ຍິນ​ກ່ຽວ​ກັບ​ເລື່ອງ​ນີ້, ຂ້າພະ​ເຈົ້າ​ໄດ້​ໂທ​ໄປ​ຫາ​ເພື່ອນ​ຂອງ​ຂ້າພະ​ເຈົ້າ ​ເພື່ອ​ໃຫ້​ກຳລັງ​ໃຈ ​ໃນ​ຍາມ​ທີ່​ຫຍຸ້ງຍາກ​ນັ້ນ. ​ແຕ່​ຄຳ​ຕອບ​ຂອງ​ລາວ​ໄດ້​ເປັນ​ບົດຮຽນ​ໃຫ້​ແກ່​ຂ້າພະ​ເຈົ້າ. ລາວ​ໄດ້​​ເວົ້າ​ວ່າ, “ຖ້າ​ຫາກ​ມັນເປັນ​ພຣະປະສົງ​ຂອງ​ພຣະບິດາ ທີ່​ຈະ​​ເອົາ​ລາວ​ຄືນ​ໄປ, ​ແລ້ວ​ພວກ​ເຮົາ​ກໍ​ເຕັມ​​ໃຈ.” ຖ້ອຍ​ຄຳ​ຂອງ​ເພື່ອນ​ຄົນ​ນີ້ ບໍ່​ມີ​ຄຳ​ເວົ້າຈົ່ມ​​ແມ່ນ​ແຕ່​ຄຳ​ດຽວ, ຫລື ກ່າວ​ຄຳ​ຕໍ່ຕ້ານ, ຫລື ກ່າວ​ຄຳ​ບໍ່ພໍ​ໃຈ. ​ແຕ່​ກົງກັນຂ້າມ, ຂ້າພະ​ເຈົ້າຮູ້ສຶກ​ເຖິງ​ຄວາມ​ກະຕັນຍູ​ໃນ​ຖ້ອຍ​ຄຳ​ຂອງ​ລາວ ຕໍ່​ພຣະ​ເຈົ້າ ສຳລັບ​ການ​ອະນຸຍາດ​ໃຫ້​ເຂົາ​ເຈົ້າ ​ໄດ້​ຊື່ນ​ຊົມ​ກັບ​ລູກ​ຊາຍ​ນ້ອຍ ​ໃນ​​​​ໄລຍະ​ທີ່​ສັ້ນໆ​ນັ້ນ, ​ແລະ ທັງ​ຄວາມເຕັມ​ໃຈຂອງ​ລາວທີ່​ຈະຍອມ​ຮັບ​ພຣະປະສົງ​ຂອງ​ພຣະບິດາ ທີ່​ມີ​ສຳລັບ​ເຂົາ​ເຈົ້າ. ສອງ​ສາມ​ມື້​ຈາກ​ນັ້ນ, ທ້າວນ້ອຍ​ກໍ​ໄດ້​ຖືກ​ນຳ​​ໄປສູ່​ປາສາດຂອງ​ລາວ​​ໃນ​ສະຫວັນ.

ຂໍ​ໃຫ້​ເຮົາ​ຈົ່ງ​ກ້າວ​ເດີນ​ຕໍ່​ໄປ ​ໂດຍ​ການ​ຮຽນ​ຮູ້​ໜ້າ​ທີ່​ຂອງ​ເຮົາ, ​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ, ກະທຳ​ຕາມ​ການ​ຕັດສິນ​ໃຈ, ​ແລະ ຍອມຮັບ​ພຣະປະສົງ​ຂອງ​ພຣະບິດາ.

ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ ​ແລະ ດີ​ໃຈ​ຫລາຍ ສຳລັບ​ການ​ຕັດສິນ​ໃຈ​ທີ່​ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ອະນຸຍາດ​ໃຫ້​ຂ້າພະ​ເຈົ້າ​ເຮັດ​ ​ເມື່ອ 47 ປີກ່ອນ. ​ເມື່ອ​ເວລາ​ຜ່ານ​ໄປ, ຂ້າພະ​ເຈົ້າ​​ໄດ້​ເຂົ້າ​ໃຈ​ວ່າ ​ເງື່ອນ​ໄຂ​ທີ່​​ເພິ່ນ​ໄດ້ມອບ​ໃຫ້ຂ້າພະ​ເຈົ້າ—ຄື​ຕ້ອງ​ຮັບຜິດຊອບ​ຕໍ່​ການ​ຕັດສິນ​ໃຈນັ້ນ—ໝາຍ​ເຖິງ​ການ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ພຣະບິດາ​ເທິງ​ສະຫວັນ ​ແລະ ​​ເພື່ອໃຫ້​ໄດ້​ຮັບ​ຄວາມ​ລອດ​ສຳລັບ​ຕົວ​​ຂ້າພະ​ເຈົ້າເອງ ​ແລະ ສຳລັບ​ເພື່ອນ​ມະນຸດ, ​​ເພາະ​ສະນັ້ນ ຈະ​ໄດ້​ກາຍ​ເປັນ​ດັ່ງ​ທີ່​ພຣະບິດາ​ຄາດ​ຫວັງ​ໄວ້ ​ແລະ ປະສົງ​ໃຫ້​ຂ້າພະ​ເຈົ້າກາຍເປັນ. ​​ໃນ​ວັນ​ພິ​ເສດ​ນີ້, ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະ​ເຈົ້າ ພຣະບິດາ​ຂອງ​ເຮົາ ​ແລະ ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ ຊົງ​ພຣະຊົນ​ຢູ່. ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.