ພຣະກິດຕິຄຸນຍັງເປັນສິ່ງອັດສະຈັນສຳລັບທ່ານຢູ່ບໍ?
ທີ່ຈະປະຫລາດໃຈນຳສິ່ງທີ່ໜ້າອັດສະຈັນໃຈແຫ່ງພຣະກິດຕິຄຸນແມ່ນເຄື່ອງໝາຍຂອງສັດທາ. ມັນເປັນການຮັບຮູ້ພຣະຫັດຂອງພຣະຜູ້ເປັນເຈົ້າໃນຊີວິດຂອງເຮົາ ແລະ ໃນທຸກສິ່ງທີ່ຢູ່ອ້ອມຂ້າງເຮົາ.
ພັນລະຍາ ແລະ ຂ້າພະເຈົ້າໄດ້ມີຄວາມສຸກຫລາຍທີ່ໄດ້ລ້ຽງດູລູກຫ້າຄົນໃກ້ກຸງປາຣີທີ່ສະຫງ່າງາມ. ໃນຊ່ວງປີເຫລົ່ານັ້ນພວກຂ້າພະເຈົ້າຢາກໃຫ້ລູກໆມີໂອກາດທີ່ມີປະສິດທິພາບຫລາຍ ໃນການຄົ້ນພົບສິ່ງທີ່ໜ້າອັດສະຈັນຂອງໂລກນີ້. ແຕ່ລະລະດູຮ້ອນ, ຄອບຄົວຂອງພວກຂ້າພະເຈົ້າໄດ້ເດີນທາງເປັນເວລາດົນນານ ເພື່ອຢ້ຽມຢາມອະນຸສາວະລີທີ່ສຳຄັນທີ່ສຸດ, ສະຖານທີ່ແຫ່ງປະຫວັດສາດ, ແລະ ສິ່ງມະຫັດສະຈັນທຳມະຊາດໃນທະວີບເອີຣົບ. ໃນທີ່ສຸດ, ຫລັງຈາກໄດ້ອາໄສຢູ່ໃນຂອບເຂດຂອງກຸງປາຣີ ເປັນເວລາ 22 ປີ, ພວກຂ້າພະເຈົ້າຕ້ອງໄດ້ຕຽມຍ້າຍ. ຂ້າພະເຈົ້າຍັງຈຳວັນທີ່ລູກໆຂອງຂ້າພະເຈົ້າໄດ້ມາຫາ ແລະ ກ່າວກັບຂ້າພະເຈົ້າວ່າ, “ພໍ່ເອີຍ, ໜ້າເສຍດາຍແທ້ໆນໍ! ພວກເຮົາໄດ້ອາໄສຢູ່ທີ່ນີ້ຕະຫລອດຊີວິດ, ແຕ່ພວກເຮົາບໍ່ເຄີຍໄປທ່ຽວຊົມ ຫໍເອເຟັນ ຈັກເທື່ອເລີຍ!”
ມີສິ່ງມະຫັດສະຈັນຫລາຍໃນໂລກນີ້. ເຖິງຢ່າງໃດກໍຕາມ, ບາງເທື່ອເມື່ອເຮົາມີມັນຢູ່ໃກ້ຕົວຂອງເຮົາສະເໝີ, ເຮົາບໍ່ເຫັນຄຸນຄ່າຂອງມັນເລີຍ. ເຮົາເບິ່ງ, ແຕ່ເຮົາບໍ່ເຫັນ; ເຮົາໄດ້ຍິນ, ແຕ່ເຮົາບໍ່ຕັ້ງໃຈຟັງ.
ລະຫວ່າງການປະຕິບັດສາດສະໜາກິດຢູ່ໃນໂລກຂອງພຣະຜູ້ຊ່ອຍໃຫ້ລອດ, ພຣະອົງໄດ້ກ່າວຕໍ່ສານຸສິດຂອງພຣະອົງວ່າ:
“ຕາທັງຫລາຍທີ່ໄດ້ເຫັນການຊຶ່ງພວກເຈົ້າໄດ້ເຫັນນັ້ນກໍເປັນສຸກ:
“ເຮົາບອກພວກເຈົ້າວ່າ, ຜູ້ທຳນາຍ ແລະ ກະສັດຫລາຍຄົນຢາກເຫັນສິ່ງທີ່ພວກເຈົ້າເຫັນ, ແຕ່ພວກເຂົາບໍ່ໄດ້ເຫັນ ແລະ ຢາກໄດ້ຍິນສິ່ງທີ່ພວກເຈົ້າໄດ້ຍິນ ແຕ່ພວກເຂົາບໍ່ໄດ້ຍິນ.”1
ຂ້າພະເຈົ້າໄດ້ຄິດເລື້ອຍໆວ່າ ມັນຈະເປັນແນວໃດທີ່ຈະໄດ້ມີຊີວິດຢູ່ໃນວັນເວລາຂອງພຣະຜູ້ຊ່ອຍໃຫ້ລອດຂອງເຮົາ. ທ່ານສາມາດວາດພາບໄດ້ບໍວ່າ ທ່ານໄດ້ນັ່ງຢູ່ທີ່ພຣະບາດຂອງພຣະອົງ? ໄດ້ຮູ້ສຶກເຖິງຄວາມໂອບກອດຂອງພຣະອົງ? ໄດ້ເຫັນເມື່ອພຣະອົງປະຕິບັດຕໍ່ຜູ້ຄົນ? ແຕ່ຫລາຍໆຄົນທີ່ໄດ້ພົບພຣະອົງບໍ່ຮູ້ຈັກ—ບໍ່ “ເຫັນ”—ວ່າພຣະບຸດຂອງພຣະອົງແທ້ໆໄດ້ມີຊີວິດຢູ່ໃນບັນດາພວກເຂົາ.
ເຮົາກໍມີສິດທິພິເສດເໝືອນກັນທີ່ຈະມີຊີວິດຢູ່ໃນເວລາທີ່ປະເສີດນີ້. ສາດສະດາໃນສະໄໝໂບຮານໄດ້ເຫັນວຽກງານແຫ່ງການຟື້ນຟູວ່າເປັນ “ສິ່ງອັດສະຈັນ … , ແທ້ຈິງແລ້ວ, ງານແປກປະຫລາດ ແລະ ອັດສະຈັນ.”2 ບໍ່ເຄີຍມີຜູ້ສອນສາດສະໜາຖືກເອີ້ນຫລາຍຂະໜາດນີ້ໃນຍຸກສະໄໝກ່ອນ, ຫລາຍໆປະເທດໄດ້ເປີດຮັບຂ່າວສານຂອງພຣະກິດຕິຄຸນ, ແລະ ພຣະວິຫານກໍຖືກສ້າງຂຶ້ນໃນຫລາຍໆແຫ່ງຕະຫລອດທົ່ວໂລກ.
ສຳລັບພວກເຮົາ, ໃນບົດບາດຂອງໄພ່ພົນຍຸກສຸດທ້າຍ, ສິ່ງອັດສະຈັນກໍເກີດຂຶ້ນໃນຊີວິດຂອງເຮົາທຸກຄົນຄືກັນ. ສິ່ງເຫລົ່ານີ້ຮ່ວມດ້ວຍການເຫລື້ອມໃສສ່ວນຕົວຂອງເຮົາ, ຄຳຕອບທີ່ເຮົາໄດ້ຮັບຕໍ່ຄຳອະທິຖານຂອງເຮົາ, ແລະ ພອນແຫ່ງຄວາມຮັກທີ່ພຣະເຈົ້າປະທານໃຫ້ແກ່ເຮົາຢ່າງຫລວງຫລາຍທຸກໆວັນ.
ທີ່ຈະປະຫລາດໃຈນຳສິ່ງທີ່ໜ້າອັດສະຈັນໃຈແຫ່ງພຣະກິດຕິຄຸນແມ່ນເຄື່ອງໝາຍຂອງສັດທາ. ມັນເປັນການຮັບຮູ້ພຣະຫັດຂອງພຣະຜູ້ເປັນເຈົ້າໃນຊີວິດຂອງເຮົາ ແລະ ໃນທຸກສິ່ງທີ່ຢູ່ອ້ອມຂ້າງເຮົາ. ຄວາມປະຫລາດໃຈຂອງເຮົາຈະກໍ່ໃຫ້ເກີດຄວາມເຂັ້ມແຂງທາງວິນຍານນຳອີກ. ມັນໃຫ້ເຮົາມີພະລັງທີ່ຈະຮັກສາສັດທາຂອງເຮົາໄວ້ຢ່າງໝັ້ນຄົງ ແລະ ມີສ່ວນຮ່ວມຢ່າງກະຕືລືລົ້ນໃນວຽກງານແຫ່ງຄວາມລອດ.
ແຕ່ຂໍໃຫ້ເຮົາຈົ່ງລະວັງຕົວ. ຄວາມສາມາດຂອງເຮົາທີ່ຈະປະຫລາດໃຈນັ້ນບໍ່ໝັ້ນຄົງ. ເມື່ອເວລາຜ່ານໄປ, ດັ່ງເຊັ່ນ ການບໍ່ຮັກສາພຣະບັນຍັດຢ່າງຈິງຈັງ, ຄວາມເສີຍເມີຍ, ຫລື ແມ່ນແຕ່ຄວາມເມື່ອຍເພຍອາດເກີດຂຶ້ນ ແລະ ເຮັດໃຫ້ເຮົາບໍ່ຮູ້ສຶກໄວຕໍ່ເຄື່ອງໝາຍ ແລະ ແມ່ນແຕ່ຕໍ່ສິ່ງອັດສະຈັນຂອງພຣະກິດຕິຄຸນທີ່ໜ້າປະຫລາດໃຈ.
ພຣະຄຳພີມໍມອນໄດ້ບັນຍາຍຍຸກສະໄໝ, ທີ່ຄ້າຍຄືວັນເວລາຂອງເຮົາ, ທີ່ໄດ້ເກີດຂຶ້ນກ່ອນການສະເດັດມາຂອງພຣະເມຊີອາສູ່ທະວີບອະເມຣິກາ. ໃນທັນທີທັນໃດເຄື່ອງໝາຍແຫ່ງການກຳເນີດຂອງພຣະອົງກໍໄດ້ປາກົດຂື້ນໃນທ້ອງຟ້າ. ຜູ້ຄົນໄດ້ຕົກໃຈຫລາຍດ້ວຍຄວາມປະຫລາດໃຈ ຈົນເຮັດໃຫ້ເຂົາເຈົ້າຖ່ອມຕົນ, ແລະ ເກືອບທຸກຄົນໄດ້ປ່ຽນໃຈເຫລື້ອໃສ. ເຖິງຢ່າງໃດກໍຕາມ, ພຽງແຕ່ສີ່ປີສັ້ນໆຕໍ່ມາ, “ຜູ້ຄົນເລີ່ມຫລົງລືມເຄື່ອງໝາຍ ແລະ ຄວາມແປກປະຫລາດໃຈຊຶ່ງພວກເຂົາເຄີຍໄດ້ຍິນມາ, ແລະ ເລີ່ມແປກໃຈນ້ອຍລົງກ່ຽວກັບເຄື່ອງໝາຍ ຫລື ການແປກປະຫລາດຈາກສະຫວັນ, … ແລະ ເລີ່ມບໍ່ເຊື່ອທຸກສິ່ງຊຶ່ງພວກເຂົາໄດ້ຍິນ ແລະ ເຫັນມາ.”3
ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ພຣະກິດຕິຄຸນຍັງເປັນສິ່ງໜ້າອັດສະຈັນຕໍ່ທ່ານຢູ່ບໍ? ທ່ານຍັງສາມາດເຫັນ, ໄດ້ຍິນ, ຮູ້ສຶກ, ແລະ ປະຫລາດໃຈຢູ່ບໍ? ຫລື ວ່າຄວາມຮູ້ສຶກໄວຂອງທ່ານເຖິງເລື່ອງທາງຝ່າຍວິນຍານມີນ້ອຍລົງແລ້ວບໍ? ບໍ່ວ່າສະພາບການສ່ວນຕົວຂອງທ່ານຈະເປັນແບບໃດກໍຕາມ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ເຮັດສາມຢ່າງຕໍ່ໄປນີ້.
ໜຶ່ງ, ຢ່າອິດເມື່ອຍຈັກເທື່ອໃນການຄົ້ນພົບ ຫລື ຄົ້ນຫາຄວາມຈິງຂອງພຣະກິດຕິຄຸນຄືນອີກ. ນັກຂຽນຊື່ ມາແຊວ ພຣະໂອສ໌ ໄດ້ກ່າວວ່າ, ການເດີນທາງແຫ່ງການຄົ້ນພົບທີ່ແທ້ຈິງ ບໍ່ພຽງແຕ່ປະກອບດ້ວຍການສະແຫວງຫາທິວທັດໃໝ່, ແຕ່ໃນການຄິດເຫັນສິ່ງເກົ່າໃນວິທີໃໝ່.4 ທ່ານຈຳເທື່ອທຳອິດ ທີ່ທ່ານໄດ້ອ່ານຂໍ້ພຣະຄຳພີ ແລະ ໄດ້ຮູ້ສຶກຄືກັບວ່າພຣະຜູ້ເປັນເຈົ້າກຳລັງກ່າວກັບທ່ານຢູ່ຢ່າງເປັນສ່ວນຕົວໄດ້ບໍ? ທ່ານຈຳເທື່ອທຳອິດທີ່ທ່ານໄດ້ຮູ້ສຶກເຖິງອິດທິພົນທີ່ຫວານຊື່ນຂອງພຣະວິນຍານບໍລິສຸດ ທີ່ໄດ້ມາສະຖິດຢູ່ກັບທ່ານໄດ້ບໍ, ບາງທີແມ່ນແຕ່ກ່ອນທີ່ທ່ານໄດ້ຮັບຮູ້ມັນວ່າເປັນພຣະວິນຍານບໍລິສຸດ? ຊ່ວງເວລາເຫລົ່ານັ້ນບໍ່ໄດ້ເປັນເລື່ອງສັກສິດບໍ?
ເຮົາຄວນອຶດຫິວທຸກໆມື້ເພື່ອຈະມີຄວາມຮູ້ທາງວິນຍານ. ການສະແຫວງຫາຄວາມຮູ້ນັ້ນແມ່ນຖືກຕັ້ງຢູ່ໃນພື້ນຖານຂອງການສຶກສາ, ການສະມາທິ, ແລະ ການອະທິຖານ. ບາງເທື່ອເຮົາອາດຖືກລໍ້ລວງໃຫ້ຄິດວ່າ, “ມື້ນີ້ເຮົາບໍ່ຈຳເປັນຕ້ອງສຶກສາພຣະຄຳພີ; ເຮົາໄດ້ອ່ານມັນໝົດແລ້ວທີ່ຜ່ານມາ” ຫລື “ເຮົາບໍ່ຈຳເປັນຕ້ອງໄປໂບດດອກມື້ນີ້; ບໍ່ມີຫຍັງເປັນເລື່ອງໃໝ່ເລີຍ.”
ເຮົາສາມາດຮຽນເລື່ອງໃໝ່ກ່ຽວກັບພຣະກິດຕິຄຸນສະເໝີ. ມີຄວາມຮູ້ໃໝ່ທີ່ຈະຮຽນຮູ້ ແລະ ຮູ້ສຶກເຖິງທຸກໆວັນອາທິດ, ໃນການປະຊຸມ, ແລະ ໃນພຣະຄຳພີທຸກໆຂໍ້. ໃນສັດທາເຮົາຍຶດໝັ້ນຢູ່ກັບຄຳສັນຍາທີ່ວ່າ ຖ້າຫາກເຮົາ “ຊອກຫາ, … [ເຮົາ] ກໍຈະໄດ້ພົບ.”5
ສອງ, ຕັ້ງສັດທາຂອງທ່ານໄວ້ໃຫ້ໝັ້ນຄົງໃນຄວາມຈິງຂອງພຣະກິດຕິຄຸນທີ່ແຈ່ມແຈ້ງ ແລະ ລຽບງ່າຍ. ຄວາມປະຫລາດໃຈຂອງເຮົາຄວນຝັງເລິກຢູ່ໃນຫລັກທຳພື້ນຖານຂອງສັດທາຂອງເຮົາ, ໃນຄວາມບໍລິສຸດຂອງພັນທະສັນຍາຂອງເຮົາ ແລະ ພິທີການຕ່າງໆ, ແລະ ໃນການປະຕິບັດແບບລຽບງ່າຍ ແຫ່ງການນະມັດສະການຂອງເຮົາ.
ຊິດສະເຕີຜູ້ສອນສາດສະໜາຄົນໜຶ່ງໄດ້ເລົ່າເລື່ອງຜູ້ຊາຍສາມຄົນ ທີ່ນາງໄດ້ພົບໃນຕອນໄປກອງປະຊຸມທ້ອງຖິ່ນ ທີ່ປະເທດອາຟຣິກາ. ເຂົາເຈົ້າໄດ້ມາຈາກໝູ່ບ້ານທີ່ຫ່າງໄກ ຈາກສະຖານທີ່ທີ່ມີຄົນຫລາຍ ບ່ອນທີ່ສາດສະໜາຈັກຍັງບໍ່ທັນໄດ້ຮັບການຈັດຕັ້ງ ແຕ່ບ່ອນທີ່ມີສະມາຊິກຜູ້ຊື່ສັດ 15 ຄົນ ແລະ ຜູ້ສົນໃຈເກືອບ 20 ຄົນ. ເປັນເວລາສອງອາທິດທີ່ຜູ້ຊາຍເຫລົ່ານີ້ໄດ້ຍ່າງໄປ, ເດີນທາງໄກກວ່າ 300 ໄມ (480 ກິໂລແມັດ) ຜ່ານຜ່າເສັ້ນທາງທີ່ເຕັມໄປດ້ວຍຂີ້ຕົມເພາະມັນເປັນລະດູຝົນ, ເພື່ອວ່າເຂົາເຈົ້າຈະສາມາດໄປຮ່ວມກອງປະຊຸມ ແລະ ໄດ້ນຳເອົາເງິນສ່ວນສິບຈາກສະມາຊິກຂອງກຸ່ມຂອງເຂົາເຈົ້າມານຳ. ເຂົາເຈົ້າໄດ້ວາງແຜນທີ່ຈະຢູ່ທີ່ນັ້ນຕະຫລອດອາທິດ ເພື່ອວ່າເຂົາເຈົ້າຈະສາມາດປິຕິຍິນດີກັບສິດທິພິເສດຂອງການຮັບສ່ວນສິນລະລຶກໃນວັນອາທິດຕໍ່ຈາກນັ້ນ ແລະ ໄດ້ຫວັງຈະອອກເດີນທາງກັບບ້ານ ໂດຍການຖືກ່ອງທີ່ເຕັມໄປດ້ວຍພຣະຄຳພີມໍມອນຢູ່ເທິງຫົວຂອງເຂົາເຈົ້າ ເພື່ອຈະເອົາໄປໃຫ້ຜູ້ຄົນໃນໝູ່ບ້ານຂອງເຂົາເຈົ້າ.
ຜູ້ສອນສາດສະໜາໄດ້ເປັນພະຍານວ່າ ນາງຖືກສຳພັດໂດຍຄວາມຮູ້ສຶກຂອງຄວາມອັດສະຈັນໃຈ ທີ່ພວກອ້າຍນ້ອງໄດ້ສະແດງໃຫ້ເຫັນ ແລະ ໂດຍການເສຍສະລະຂອງເຂົາເຈົ້າຢ່າງເຕັມໃຈ ເພື່ອຈະໄດ້ມີສິ່ງຂອງ ທີ່ສຳລັບນາງແລ້ວ ໄດ້ມີໄວ້ໃຫ້ສະເໝີມາ.
ນາງໄດ້ເວົ້າວ່າ, “ຂ້ານ້ອຍໄດ້ຄິດຢູ່ໃນໃຈວ່າ: ຖ້າຫາກເຮົາໄດ້ລຸກຂຶ້ນໃນເຊົ້າວັນອາທິດ ໃນລັດອາຣິໂຊນາ ແລະ ໄດ້ເຫັນວ່າລົດຂອງເຮົາໃຊ້ການບໍ່ໄດ້, ແລ້ວເຮົາຈະຍ່າງໄປໂບດແມ່ນແຕ່ເຄິ່ງກິໂລແມັດຈາກບ້ານບໍ? ຫລື ວ່າເຮົາຈະຢູ່ບ້ານເທົ່ານັ້ນເພາະມັນຢູ່ໄກເກີນໄປ ຫລື ວ່າເປັນເພາະຝົນຕົກບໍ?”6 ຄຳຖາມເຫລົ່ານີ້ກໍເປັນຄຳຖາມທີ່ດີສຳລັບເຮົາທຸກຄົນທີ່ຈະພິຈາລະນາ.
ສຸດທ້າຍ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ສະແຫວງຫາ ແລະ ທະນຸຖະໜອມຄວາມເປັນເພື່ອນຂອງພຣະວິນຍານບໍລິສຸດ. ສິ່ງແປກປະຫລາດ ແຫ່ງພຣະກິດຕິຄຸນຈະບໍ່ສາມາດຮັບຮູ້ໄດ້ໂດຍຄວາມຮູ້ສຶກທຳມະຊາດຂອງທ່ານ. ມັນເປັນສິ່ງທີ່ “ຕາບໍ່ເຫັນ, ຫູບໍ່ໄດ້ຍິນ, … ສິ່ງທີ່ພຣະເຈົ້າໄດ້ຈັດຕຽມໄວ້ໃຫ້ແກ່ຄົນທັງຫລາຍທີ່ຮັກພຣະອົງ.”7
ເມື່ອເຮົາມີພຣະວິນຍານສະຖິດຢູ່ດ້ວຍ, ຄວາມຮູ້ສຶກທາງວິນຍານຂອງເຮົາກໍໄດ້ຮູ້ສຶກໄວຂຶ້ນ ແລະ ຄວາມຊົງຈຳຂອງເຮົາກໍຖືກກະຕຸ້ນ ເພື່ອວ່າເຮົາຈະບໍ່ສາມາດລືມສິ່ງອັດສະຈັນ ແລະ ເຄື່ອງໝາຍທີ່ເຮົາໄດ້ເຫັນມາແລ້ວ. ສະນັ້ນບາງທີ ໂດຍທີ່ຮູ້ວ່າພຣະເຢຊູກຳລັງຈະຈາກໄປ, ສານຸສິດຊາວນີໄຟຂອງພຣະອົງໄດ້ອະທິຖານຢ່າງແຮງກ້າ, “ຂໍສິ່ງທີ່ເຂົາເຈົ້າປາດຖະໜາຫລາຍທີ່ສຸດ; ແລະ ເຂົາເຈົ້າປາດຖະໜາຂໍໃຫ້ພຣະວິນຍານບໍລິສຸດມາສະຖິດຢູ່ນຳເຂົາເຈົ້າ.”8
ເຖິງແມ່ນວ່າເຂົາເຈົ້າໄດ້ເຫັນພຣະຜູ້ຊ່ອຍໃຫ້ລອດດ້ວຍຕາຂອງເຂົາເຈົ້າເອງ ແລະ ໄດ້ສຳພັດບາດແຜຂອງພຣະອົງດ້ວຍມືຂອງເຂົາເຈົ້າເອງ, ແຕ່ເຂົາເຈົ້າຮູ້ວ່າປະຈັກພະຍານຂອງເຂົາເຈົ້າອາດຫາຍໄປປາດສະຈາກການຕໍ່ອາຍຸໃຫ້ມັນເລື້ອຍໆ ໂດຍອຳນາດຂອງພຣະວິນຍານຂອງພຣະເຈົ້າ. ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ຢ່າເຮັດສິ່ງໃດເລີຍທີ່ເປັນສິ່ງທີ່ສ່ຽງ ໃນການສູນເສຍຂອງປະທານທີ່ລ້ຳຄ່າ ແລະ ປະເສີດນີ້ໄປ—ຄື ຄວາມເປັນເພື່ອນຂອງພຣະວິນຍານບໍລິສຸດ. ຂໍໃຫ້ສະແຫວງຫາພຣະວິນຍານດ້ວຍການອະທິຖານອັນແຮງກ້າ ແລະ ດ້ວຍການດຳລົງຊີວິດທີ່ຊອບທຳ.
ຂ້າພະເຈົ້າເປັນພະຍານວ່າ ວຽກງານທີ່ເຮົາເຮັດຢູ່ນີ້ ເປັນ “ວຽກງານປະເສີດ ແລະ ໜ້າອັດສະຈັນໃຈ.” ຂະນະທີ່ເຮົາຕິດຕາມພຣະເຢຊູຄຣິດ, ພຣະເຈົ້າເປັນພະຍານຕໍ່ເຮົາ, “ໂດຍຊົງສຳແດງໝາຍສຳຄັນການອັດສະຈັນ, ການອິດທິຣິດຕ່າງໆ ແລະ ໂດຍຂອງປະທານຈາກພຣະວິນຍານບໍລິສຸດເຈົ້າ ຊຶ່ງຊົງປະທານຕາມນ້ຳພຣະໄທຂອງພຣະອົງ.”9 ໃນວັນພິເສດນີ້, ຂ້າພະເຈົ້າເປັນພະຍານວ່າ ວຽກງານປະເສີດ ແລະ ໜ້າອັດສະຈັນໃຈນັ້ນຖືກຕັ້ງໄວ້ຢ່າງແໜ້ນ ໃນຂອງປະທານທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ—ຄື ການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ. ນີ້ເປັນຂອງປະທານທີ່ສົມບູນແບບແຫ່ງຄວາມຮັກ ທີ່ພຣະບິດາ ແລະ ພຣະບຸດ, ດ້ວຍຈຸດປະສົງດຽວກັນ, ໄດ້ປະທານໃຫ້ແກ່ເຮົາແຕ່ລະຄົນ. ຮ່ວມກັບທ່ານຂ້າພະເຈົ້າກໍ “ເຝົ້າພິສະຫວົງຕໍ່ຄວາມຮັກພຣະເຢຊູມີໃຫ້ເຮົາ. … ໂອ້, ຊ່າງອັດສະຈັນ, ອັດສະຈັນຕໍ່ເຮົາ!”10
ຂ້າພະເຈົ້າຫວັງວ່າ ເຮົາຈະມີຕາທີ່ຈະເຫັນ, ມີຫູທີ່ຈະໄດ້ຍິນ, ແລະ ມີໃຈ ທີ່ເຂົ້າໃຈຄວາມມະຫັດສະຈັນຂອງພຣະກິດຕິຄຸນນີ້; ຂ້າພະເຈົ້າອະທິຖານ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.