​2010–2019
ເພງ​ຂອງ​ພຣະ​ກິດ​ຕິ​ຄຸນ
ເມສາ 2015


10:26

ເພງ​ຂອງ​ພຣະ​ກິດ​ຕິ​ຄຸນ

​ເພງ​ຂອງ​ພຣະ​ກິດ​ຕິ​ຄຸນ​ແມ່ນ​ຄວາມ​ຮູ້ສຶກ​ປິ​ຕິ​ຍິນດີ​ທາງ​ວິນ​ຍານ ທີ່​ມາ​ຈາກ​ພຣະ​ວິນ​ຍານ​ບໍລິສຸດ. ມັນ​ເຮັດ​ໃຫ້​ມີ​ການ​ປ່ຽນ​ໃຈ.

ເມື່ອ​ຫລາຍ​ປີ​ກ່ອນ ຂ້າພະເຈົ້າ​ໄດ້​ຍິນ​ການ​ສຳພາດ​ທາງ​ວິທະຍຸ ກ່ຽວ​ກັບ​ທ່ານໝໍ​ຄົນ​ໜຸ່ມ ທີ່​ເຮັດ​ການ​ໃນ​ໂຮງໝໍ​ຢູ່​ເຂດ​ສະຫງວນ​ສຳລັບ​ຊາວ​ອິນ​ເດ​ຍ​ແດງ ເຜົ່າ​ນາວາ​ໂຮ ຢູ່​ລັດ​ອາ​ຣິ​ໂຊ​ນາ. ທ່ານໝໍ​ໄດ້​ເລົ່າ​ເຖິງ​ປະສົບ​ການ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ຄືນ​ໜຶ່ງ​ທີ່​ຜູ້​ຊາຍ​ອາວຸໂສ​ຄົນ​ໜຶ່ງ ຜູ້​ມີ​ຜົມ​ຍາວ​ທີ່​ເປຍ​ໄວ້ ໄດ້​ເຂົ້າ​ມາ​ໃນ​ຫ້ອງ​ສຸກ​ເສີນ. ທ່ານໝໍ​ໜຸ່ມ​ໄດ້​ຍ່າງ​ໄປ​ຫາ​ຜູ້​ອາວຸໂສ​ຄົນ​ນັ້ນ ແລະ ເວົ້າ​ວ່າ, “ຂ້ອຍ​ຊ່ອຍ​ເຈົ້າ​ໄດ້​ບໍ?” ຜູ້​ອາ​ວຸ​ໂສ​ຄົນ​ນັ້ນ ໄດ້​ຫລຽວ​ໄປ​ທາງ​ໜ້າ ແລະ ບໍ່​ໄດ້​ເວົ້າ​ຫຍັງ. ທ່ານໝໍ ໂດຍ​ທີ່​ຮູ້ສຶກ​ຮ້ອນ​ໃຈ, ໄດ້​ເວົ້າ​ຂຶ້ນ​ອີກ. “ຂ້ອຍ​ຊ່ອຍ​ເຈົ້າ​ບໍ່​ໄດ້ ຖ້າ​ຫາກ​ເຈົ້າ​ບໍ່​ເວົ້າ​ນຳ​ຂ້ອຍ,” ລາວ​ວ່າ. “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ມາ​ໂຮງ​ໝໍ?”

ແລ້ວ​ຜູ້​ອາວຸໂສ​ຄົນ​ນັ້ນ​ໄດ້​ຫລຽວ​ເບິ່ງ​ລາວ ແລະ ເວົ້າ​ວ່າ, “ເຈົ້າ​ເຕັ້ນ​ລຳ​ເປັນ​ບໍ?” ຂະນະ​ທີ່​ທ່ານໝໍ​ໄຕ່ຕອງ​ຄຳ​ຖາມ​ແປກໆ​ນັ້ນ, ລາວ​ຄິດ​ວ່າ ບາງທີ​ຜູ້​ນີ້​ແມ່ນ​ໝໍ​ຜີ ທີ່​ເຮັດ​ຕາມ​ປະເພນີ​ໂບຮານ ພະຍາຍາມ​ປົວ​ຄົນ​ປ່ວຍ​ໂດຍ​ທາງ​ການ​ຮ້ອງເພງ ແລະ ການ​ເຕັ້ນ​ລຳ ແທນ​ທີ່​ຈະ​ໃຊ້​ຢາ.

“ບໍ່,” ທ່ານໝໍ​ເວົ້າ, “ຂ້ອຍ​ເຕັ້ນ​ລຳ​ບໍ່​ເປັນ. ເຈົ້າ​ເຕັ້ນ​ລຳ​ບໍ​ຊັ້ນ?” ພໍ່​ຕູ້​ຄົນ​ນັ້ນ​ງຶກ​ຫົວ. ແລ້ວ​ທ່ານໝໍ​ຖາມ​ວ່າ, “ເຈົ້າ​ສອນ​ຂ້ອຍ​ເຕັ້ນ​ລຳ​ໄດ້​ບໍ?”

ຄຳ​ຕອບ​ຂອງ​ຜູ້​ອາ​ວຸ​ໂສ​ຄົນ​ນັ້ນ​ໄດ້​ເຮັດ​ໃຫ້​ຂ້າພະເຈົ້າ​ຄິດ​ໄຕ່ຕອງ​ເປັນ​ເວລາ​ຫລາຍ​ປີ. “ຂ້ອຍ​ສອນ​ເຈົ້າ​ເຕັ້ນ​ລຳ​ໄດ້,” ເພິ່ນ​ວ່າ “ແຕ່​ເຈົ້າ​ຕ້ອງ​ຟັງ​ເພງ.”

ບາງເທື່ອ​ໃນ​ບ້ານ​ຂອງ​ເຮົາ, ເຮົາ​ສອນ​ວິທີ​ການ​ເຕັ້ນ​ລຳ​ໄດ້​ດີ​ພໍ​ສົມຄວນ ແຕ່​ບົກພ່ອງ​ເລື່ອງ​ການ​ສອນ​ລູກ​ກ່ຽວ​ກັບ​ວິທີ​ຟັງ​ເພງ. ແລະ ດັ່ງ​ທີ່​ຜູ້​ອາວຸໂສ​ຄົນ​ນັ້ນ​ຮູ້​ດີ, ການ​ເຕັ້ນ​ລຳ​ປາດ​ສະ​ຈາກ​ເພງ ເປັນ​ສິ່ງ​ງຸ່ມ​ງ່າມ ແລະ ບໍ່​ສົມບູນ—ອາດ​ຈະ​ໜ້າ​ອາຍ​ດ້ວຍ. ທ່ານ​ເຄີຍ​ລອງ​ເຮັດ​ບໍ?

ໃນ​ພາກ​ທີ 8 ຂອງ​ພຣະ​ຄຳ​ພີ Doctrine and Covenants ພຣະ​ຜູ້​ເປັນ​ເຈົ້າ ໄດ້​ສອນ​ໂຈ​ເຊັບ ສະ​ມິດ ແລະ ອໍ​ລິ​ເວີ ຄາວ​ເດີ​ຣີ ວ່າ, ພຣະ​ອົງ​ຈະ​ບອກ​ພວກ​ເພິ່ນ​ໃນ​ຈິດໃຈ ແລະ ໃນ​ຫົວໃຈ​ຂອງ​ພວກ​ເພິ່ນ ໂດຍ​ພຣະ​ວິນ​ຍານ​ບໍລິສຸດ​ຊຶ່ງ​ຈະ​ມາສູ່​ພວກ​ເພິ່ນ ແລະ ຈະ​ມາສະ​ຖິດ​ຢູ່​ໃນ​ຫົວໃຈ​ຂອງ​ພວກ​ເພິ່ນ (ເບິ່ງ ຂໍ້ທີ 2). ເຮົາ​ຮຽນ​ວິທີ​ການ​ເຕັ້ນ​ລຳ​ໂດຍ​ມັນສະໝອງ, ແຕ່​ເຮົາ​ຟັງ​ເພງ​ໂດຍ​ຫົວໃຈ​ຂອງ​ເຮົາ. ວິທີ​ການ​ເຕັ້ນ​ລຳ​ຂອງ​ພຣະ​ກິດ​ຕິ​ຄຸນ​ແມ່ນ​ສິ່ງ​ທີ່​ເຮົາ​ເຮັດ; ເພງ​ຂອງ​ພຣະ​ກິດ​ຕິ​ຄຸນ​ແມ່ນ​ຄວາມ​ຮູ້ສຶກ​ປິ​ຕິ​ຍິນດີ​ທາງ​ວິນ​ຍານ ທີ່​ມາ​ຈາກ​ພຣະ​ວິນ​ຍານ​ບໍລິສຸດ. ມັນ​ເຮັດ​ໃຫ້​ມີ​ການ​ປ່ຽນ​ໃຈ ແລະ ເປັນ​ແຫລ່ງ​ຂອງ​ຄວາມ​ປາດຖະໜາ​ທີ່​ຊອບ​ທຳ​ທັງ​ໝົດ. ວິທີ​ການ​ເຕັ້ນ​ລຳ​ຕ້ອງ​ມີ​ລະບຽບ​ວິໄນ, ແຕ່​ເຮົາ​ຈະ​ມີ​ຄວາມ​ປິ​ຕິ​ຍິນດີ​ໃນ​ການ​ເຕັ້ນ​ລຳ ກໍ​ຕໍ່​ເມື່ອ​ເຮົາ​ສາມາດ​ຟັງ​ເພງ​ເທົ່າ​ນັ້ນ.

ມີ​ບາງ​ຄົນ​ທີ່​ເຍາະເຍີ້ຍ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ເພາະ​ສິ່ງ​ທີ່​ເຮົາ​ເຮັດ. ເຮົາ​ເຂົ້າໃຈ​ດີ. ຄົນ​ທີ່​ເຕັ້ນ​ລຳ​ເລື້ອຍໆ ເບິ່ງ​ເປັນ​ຄົນ​ແປກໆ ຫລື ງຸ່ມ​ງ່າມ ຫລື ທີ່​ຈະ​ໃຊ້​ຄຳ​ຈາກ​ພຣະ​ຄຳ​ພີ “ຄົນ​​ແປກ​ປະຫລາດ” (1 ​ເປ​ໂຕ 2:9) ຕໍ່​ຄົນ​ທີ່​ບໍ່​ໄດ້​ຍິນ​ສຽງ​ເພງ. ທ່ານ​ເຄີຍ​ຢຸດ​ລົດ​ຢູ່​ໄຟ​ແດງ​ບໍ ແລະ ​ເຫັນຜູ້​ຂັບ​ລົດ​ຢູ່​ທາງ​ຂ້າງ​ທ່ານ​ກຳລັງ​ເຕັ້ນ​ລຳ ແລະ ຮ້ອງເພງ​ແຮງໆ? ທ່ານ​ບໍ່​ໄດ້​ຍິນ​ຫຍັງ​ເພາະ​ກະຈົກ​ປິດ. ເບິ່ງລາວແລ້ວ ຄືວ່າ ​ເປັນ​ຄົນ​ແປກ​ປະຫລາດບໍ? ຖ້າ​ຫາກ​ລູກ​ເຮົາ​ຮຽນ​ວິທີ​ການ​ເຕັ້ນ​ລຳ​ປາດ​ສະ​ຈາກການ​ຮຽນ​ທີ່​ຈະ​ຟັງ ແລະ ຮູ້ສຶກ​ເຖິງ​ຄວາມ​ງົດ​ງາມ​ຂອງ​ພຣະ​ກິດ​ຕິ​ຄຸນ, ແລ້ວ​ໃນ​ທີ່​ສຸດ​ພວກ​ເຂົາ​ຈະ​ບໍ່​ສະບາຍ​ໃຈ​ໃນ​ການ​ເຕັ້ນ​ລຳ ແລະ ຈະ​ເຊົາ​ເຕັ້ນ​ເລີຍ ຫລື ​ເຕັ້ນ​ຕໍ່​ໄປ ເພາະ​ຄວາມ​ກົດ​ດັນ​ທີ່​ພວກ​ເຂົາ​ຮູ້ສຶກ​ຈາກ​ຄົນ​ອ້ອມໆ ທີ່​ຍັງ​ເຕັ້ນ​ລຳ​ຢູ່.

ການ​ທ້າ​ທາຍ​ສຳລັບ​ເຮົາ​ທຸກ​ຄົນ​ທີ່​ພະຍາຍາມ​ທີ່​ຈະ​ສອນ​ພຣະ​ກິດ​ຕິ​ຄຸນ ແມ່ນການ​ທີ່​ຈະ​ຂະຫຍາຍ​ຫລັກສູດ​ການ​ສອນ​ໃຫ້​ກວ້າງ​ກວ່າ​ຈາກ​ວິທີ​ການ​ເຕັ້ນ​ລຳ​ເທົ່າ​ນັ້ນ. ຄວາມສຸກ​ຂອງ​ລູກ​ຂອງ​ເຮົາ​ກໍ​ຂຶ້ນ​ຢູ່​ກັບ​ຄວາມ​ສາມາດ​ຂອງ​ເຂົາເຈົ້າ ທີ່​ຈະ​ໄດ້​ຍິນ ແລະ ມັກ​ເພງ​ອັນ​ງົດ​ງາມ​ຂອງ​ພຣະ​ກິດ​ຕິ​ຄຸນ. ແລ້ວ​ເຮົາ​ຊິ​ເຮັດ​ຈັ່ງ​ໃດ?

ທຳອິດ ເຮົາ​ຕ້ອງ​ໝຸນ​ຊີວິດ​ຂອງ​ເຮົາ​ໄປ​ຫາ​ສະຖານີ​ທາງ​ວິນ​ຍານ​ໃຫ້​ຖືກ​ຈຸດ​ທີ່​ຖືກ​ຕ້ອງ. ໃນ​ສະໄໝ​ກ່ອນ, ກ່ອນ​ຍຸກ​ທີ່​ໃຊ້​ເຄື່ອງມື​ຖື​ນີ້, ຄົນ​ຈະ​ຊອກ​ຫາ​ສະຖານີ​ວິທະຍຸ​ທີ່​ມັກ​ຫລາຍ ໂດຍ​ການ​ໝຸນ​ເຂັມ​ໄປ​ຫາ​ສະຖານີ​ທີ່​ຖືກ​ຕ້ອງ. ເມື່ອ​ເຮົາ​ໝຸນ​ໄປ​ຮອດ​ໃກ້​ຈຸດ​ນັ້ນແລ້ວ, ເຮົາ​ຈະ​ໄດ້​ຍິນ​ແຕ່​ສຽງ​ຟ່າວໆ. ແຕ່​ເມື່ອ​ໄດ້​ໝຸນ​ເຂັມ​ໄປ​ເຖິງ​ຈຸດ​ທີ່​ຖືກຕ້ອງ​ແລ້ວ, ເຮົາ​ຈະ​ໄດ້​ຍິນ​ເພງ​ທີ່​ເຮົາ​ມັກ​ຢ່າງ​ແຈ່ມ​ແຈ້ງ. ໃນ​ຊີວິດ​ຂອງ​ເຮົາ, ເຮົາ​ຕ້ອງ​ໝຸນ​ຊີວິດ​ຂອງ​ເຮົາ​ໃຫ້​ໄປ​ຫາ​ສະຖານີ​ທີ່​ຖືກຕ້ອງ ກ່ອນ​ເຮົາ​ຈະ​ໄດ້​ຍິນ​ເພງ​ທາງ​ວິນ​ຍານ​ໄດ້.

ເມື່ອ​ເຮົາ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ​ຫລັງ​ຈາກ​ການ​ບັບ​ຕິ​ສະ​ມາ​ແລ້ວ, ເຮົາ​ເຕັມ​ໄປ​ດ້ວຍ ເພງ​ແຫ່ງ​ສະຫວັນ​ທີ່​ມາ​ນຳ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ. ໃຈ​ຂອງ​ເຮົາ​ກໍ​ປ່ຽນ​ໄປ ແລະ ເຮົາ​ບໍ່​ມີໃຈ​ທີ່​ຈະ​ກະທຳ​ຄວາມ​ຊົ່ວ​ອີກ​ຕໍ່​ໄປ ມີ​ແຕ່​ຈະ​ເຮັດ​ແຕ່​ຄວາມ​ດີ​ໂດຍ​ຕະ​ຫລອດ” (​ໂມ​ໄຊ​ຢາ 5:2). ແຕ່​ພຣະ​ວິນ​ຍານ​ບໍ່​ສາມາດ​ຢູ່​ໃນ​ບ່ອນ​ທີ່​ມີ​ຄວາມ​ໃຈ​ຮ້າຍ ຫລື ຄວາມ​ທະ​ນົງ​ໃຈ ຫລື ຄວາມ​ອິດ​ສາ. ຖ້າ​ຫາກ​ເຮົາ​ເສຍ​ອິດ​ທິ​ພົນ​ທີ່​ອ່ອນໂຍນ​ນັ້ນ​ໄປ​ຈາກ​ຊີວິດ​ຂອງ​ເຮົາ, ແລ້ວ​ຄວາມ​ປະສານ​ອັນ​ສະງ່າ​ງາມ​ຂອງ​ພຣະ​ກິດ​ຕິ​ຄຸນ​ຈະ​ກາຍເປັນ​ສຽງ​ອຶກ​ກະ​ທຶກ ແລະ ໃນ​ທີ່​ສຸດ​ຈະ​ມິດ​ງຽບ​ລົງ​ໄປ​ເລີຍ. ແອວ​ມາ​ໄດ້​ຖາມ​ຄຳ​ຖາມ​ສຳຄັນ​ວ່າ: “ຖ້າ​ຫາກ​ພວກ​ທ່ານ​ຮູ້ສຶກ​ຢາກ​ຮ້ອງເພງ​ສັນລະເສີນ​ຄວາມ​ຮັກ​ທີ່​ໄຖ່, ຂ້າພະເຈົ້າ​ຈະ​ຖາມ​ວ່າ ພວກ​ທ່ານ​ຮູ້ສຶກ​ເຊັ່ນ​ນັ້ນ​ບໍ​ໃນ​ຂະນະ​ນີ້?” (​ແອວ​ມາ 5:26).

ພໍ່​ແມ່​ທັງຫລາຍ ຖ້າ​ຫາກ​ຊີວິດ​ຂອງ​ເຮົາ​ບໍ່​ຢູ່​ໃນ​ຈຸດ​ສະຖານີ​ເພງ​ຂອງ​ພຣະ​ກິດ​ຕິ​ຄຸນ, ເຮົາ​ຕ້ອງ​ໝຸນ​ຊີວິດ​ຂອງ​ເຮົາ​ໃຫ້​ໄປ​ຖືກ​ຈຸດ. ດັ່ງ​ທີ່​ປະທານທອມມັສ ແອັສ ​ມອນ​ສັນ​ ໄດ້​ສອນ​ເຮົາ​ໃນ​ເດືອນ​ຕຸລາ​ປີ​ກາຍ​ນີ້ ເຮົາ​ຕ້ອງ​ໄຕ່​ຕອງ​ທາງ​ທີ່​ເດີນ​ໄປ​ນັ້ນ (ເບິ່ງ “Ponder the Path of Thy Feet,” Ensign or Liahona, Nov. 2014, 86–88). ເຮົາ​ຮູ້​ວິທີ​ທີ່​ຈະ​ເຮັດ​ຢູ່. ເຮົາ​ຕ້ອງ​ເດີນທາງ​ໃນ​ເສັ້ນ​ດຽວ​ກັນ​ນັ້ນ ເສັ້ນ​ທີ່​ເຮົາ​ໄດ້​ເດີນ​ໃນ​ຕອນ​ທຳອິດ​ ທີ່​ໄດ້​ຟັງ​ເພງ​ຂອງ​ພຣະ​ກິດ​ຕິ​ຄຸນ​ລົງ​ຈາກ​ສະ​ຫວັນ. ເຮົາ​ຕ້ອງ​ໃຊ້​ສັດທາ​ໃນ​ພຣະ​ຄຣິດ, ກັບ​ໃຈ, ແລະ ຮັບ​ສ່ວນສິນ​ລະ​ລຶກ; ເຮົາ​ຈະຮູ້ສຶກ​ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ​ຫລາຍ​ຂຶ້ນ ແລະ ເພງ​ຂອງ​ພຣະ​ກິ​ຕິ​ຄຸນ​ເລີ່ມ​ມີ​ອີກ​ໃນ​ຊີວິດ​ຂອງ​ເຮົາ.

ທີ​ສອງ ເມື່ອ​ເຮົາ​ເອງ​ໄດ້​ຍິນ​ເພງ​ແລ້ວ, ເຮົາ​ຕ້ອງ​ພະຍາຍາມ​ໂດຍ​ສຸດ​ຄວາມ​ສາມາດ ທີ່​ຈະ​ໃຫ້​ມີ​ເພງ​ນັ້ນ​ຢູ່​ໃນ​ບ້ານ​ເຮົາ. ມັນ​ບໍ່​ແມ່ນ​ສິ່ງ​ທີ່​ຈະ​ບັງຄັບ ແລະ ກົດ​ດັນ​ໄດ້. ບໍ່​ມີ​ອຳນາດ ແລະ ອິດ​ທິ​ພົນ​ໃດ​ສາມາດ ຫລື ຈະ​ທຳ​ລາຍ​ໄດ້​ ໂດຍ​ອາໄສ​ຖານະ​ປະໂລຫິດ—ຫລື ໂດຍ​ອາໄສ​ຄວາມ​ເປັນ​ພໍ່​ຄວາມ​ເປັນ​ແມ່ ຫລື ຄວາມ​ເປັນ​ຄົນ​ໃຫຍ່​ທີ່​ສຸດ ຫລື ການ​ເປັນ​ຄົນ​ດັງ​ທີ່​ສຸດ—ນອກຈາກ​ໂດຍ​ການ​ຊັກ​ຊວນ, ໂດຍ​ຄວາມ​ອົດ​ກັ້ນ, ໂດຍ​ຄວາມ​ອ່ອນໂຍນ, ແລະ ຄວາມ​ອ່ອນ​ນ້ອມ, … ໂດຍ​ຄວາມ​ຮັກ​ທີ່​ບໍ່​ແກ້ງ​ເຮັດ, ແລະ ໂດຍ​ຄວາມ​ກະລຸນາ (ເບິ່ງ D&C 121:41–42).

ເປັນ​ຫຍັງ​ຄຸນສົມບັດ​ດັ່ງກ່າວ​ນີ້ ຈະ​ພາໃຫ້​ມີ​ອຳນາດ ແລະ ອິດ​ທິ​ພົນ​ຫລາຍ​ຕື່ມ​ຂຶ້ນ​ໃນ​ບ້ານ? ເພາະ​ມັນ​ເປັນ​ຄຸນສົມບັດ​ທີ່​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ. ນີ້​ແມ່ນ​ຄຸນສົມບັດ​ທີ່​ໝຸນ​ໃຈ​ຂອງ​ເຮົາ​ໄປ​ຫາ​ເພງ​ຂອງ​ພຣະ​ກິດ​ຕິ​ຄຸນ. ເມື່ອ​ເຮົາ​ຮູ້ສຶກ​ເຊັ່ນ​ນັ້ນ, ການ​ເຕັ້ນ​ແຕ່​ລະບາດ​ກ້າວ​ຈະ​ເປັນ​ແບບ​ທຳ​ມະ​ຊາດ ແລະ ມີ​ຄວາມສຸກ​ຫລາຍ​ຂຶ້ນ ໂດຍ​ນັກ​ເຕັ້ນ​ທຸກ​ຄົນ​ໃນ​ຄອບຄົວ, ໂດຍ​ບໍ່​ຕ້ອງ​ຂູ່, ບໍ່​ຕ້ອງ​ເຮັດ​ໃຫ້​ຢ້ານ, ຫລື ບໍ່​ຕ້ອງ​ກົດ​ດັນ.

ຕອນ​ລູກ​ເຮົາ​ຍັງ​ນ້ອຍ, ເຮົາ​ສາມາດ​ຮ້ອງເພງ​ແຫ່ງ​ຄວາມ​ຮັກ​ທີ່​ບໍ່​ແກ້ງ​ເຮັດ ແລະ ເມື່ອ​ໃດ​ທີ່​ລູກ​ດື້ ແລະ ບໍ່​ຍອມ​ນອນ​ໃນ​ຕອນ​ກາງຄືນ, ເຮົາ​ອາດ​ຈະ​ຕ້ອງ​ຮ້ອງເພງ​ແຫ່ງ​ຄວາມ​ອົດ​ກັ້ນ​ຍາວ​ນານ. ຕອນ​ລູກ​ເປັນ​ໄວ​ລຸ້ນ, ເຮົາ​ສາມາດ​ໝຸນ​ໜີ​ຈາກ​ການ​ຟັງສຽງ​ອຶກ​ກະ​ທຶກ, ຈາກ​ການ​ໂຕ້​ຖຽງ​ກັນ, ແລະ ການ​ຂົ່ມຂູ່, ແລ້ວ​ຫລິ້ນ​ເພງ​ທີ່​ງົດ​ງາມ​ແຫ່ງ​ການ​ຊັກ​ຈູງ—ແລະ ບາງທີ​ເຮົາ​ຕ້ອງ​ຮ້ອງເພງ​ແຫ່ງ​ຄວາມ​ອົດ​ກັ້ນ​ຍາວ​ນານ​ຂໍ້​ທີ​ສອງ. ພໍ່​ແມ່​ສາມາດ​ປະສານ​ຄຸນສົມບັດ​ແຫ່ງ​ຄວາມ​ອ່ອນໂຍນ ແລະ ຄວາມ​ອ່ອນ​ນ້ອມ​ໄດ້​ເປັນ​ຢ່າງ​ດີ. ເຮົາ​ສາມາດ​ເຊື້ອ​ເຊີນ​ລູກໆ​ໃຫ້​ຮ້ອງ​ປະສານ​ສຽງ​ນຳ​ກັນ ໃນ​ຂະນະ​ທີ່​ເຮົາ​ນຳ​ໃຊ້​ຄວາມ​ໃຈ​ບຸນ​ ຕໍ່​ເພື່ອນ​ບ້ານ​ຜູ້​ທີ່​ຕ້ອງການ​ຄວາມ​ຊ່ອຍ​ເຫ​ລື​ອ.

ມັນ​ຊິ​ບໍ່ເກີດ​ຂຶ້ນ​ທັນ​ທີ. ດັ່ງ​ທີ່​ນັກ​ດົນຕີ​ທຸກ​ຄົນຮູ້​ດີ​ຢູ່​ແລ້ວ, ການ​ຫລິ້ນ​ເພງ​ທີ່​ມ່ວນ​ອອນຊອນ​ຕ້ອງ​ໃຊ້​ການ​ຝຶກ​ຫັດ​ຢ່າງ​ພາກ​ພຽນ. ຖ້າ​ຫາກ​ການ​ລອງ​ຫລິ້ນ​ເພງ​ເທື່ອ​ທຳອິດ​ຟັງ​ຄື​ບໍ່​ປະສານ​ກັນ​ດີ​ປານໃດ, ຈົ່ງ​ຈື່​ຈຳ​ໄວ້​ວ່າ ຈະ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ບໍ່​ໄດ້ ດ້ວຍ​ການ​ວິ​ຈານ. ຄວາມ​ບໍ່​ປະສານ​ກັນ​ດີ​ໃນ​ບ້ານ​ກໍ​ຄື​ກັນ​ກັບ​ຄວາມ​ມືດ​ໃນ​ຫ້ອງ. ບໍ່​ມີ​ປະໂຫຍດ​ຫຍັງ​ທີ່​ຈະ​ຮ້ອງ​ດ່າ​ຄວາມ​ມືດ, ແຕ່​ເຮົາ​ຕ້ອງ ກຳຈັດ ​ຄວາມ​ມືດ ໂດຍ​ການ​ເປີດ​ໄຟ.

ດັ່ງນັ້ນ ຖ້າ​ຫາກ​ສຽງ​ຂອງ​ພໍ່​ແມ່​ດັງ​ແຮງ​ເກີນ​ໄປ​ຢູ່​ໃນ​ບ້ານ, ຫລື ສຽງ​ຂອງ​ລູກ​ຜູ້​ໄວ​ລຸ້ນ​ດັງ​ແຈ​ດ​ເກີນ​ໄປ, ຫລື ສຽງ​ຂອງ​ລູກ​ຜູ້​ນ້ອຍ​ເກີນ​ກວ່າ​ທີ່​ຈະ​ຄວບ​ຄຸມ​ໄດ້, ຈົ່ງ​ອົດ​ເອົາ. ຖ້າ​ທ່ານ​ບໍ່​​ໄດ້​ຍິນ​ສຽງ​ເພງ​ຂອງ​ພຣະ​ກິດ​ຕິ​ຄຸນ​ໃນ​ບ້ານ​ຂອງ​ທ່ານ, ຈົ່ງ​ຈື່​ຈຳ​ຄຳ​ນີ້: ຝຶກ​ຫັດ​ຕໍ່​ໄປ. ໂດຍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ເຈົ້າ, ຈະ​ມີ​ມື້ໜຶ່ງ ທີ່​ເພງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຈະ​ເຕັມ​ຢູ່​ໃນ​ບ້ານ​ຂອງ​ທ່ານ ດ້ວຍ​ຄວາມສຸກ​ທີ່​ເຫລືອ​ລົ້ນ.

ເຖິງ​ແມ່ນ​ອາດ​ຫລິ້ນ​ເພງ​ໄດ້​ດີ, ແຕ່​ເພງ​ນັ້ນ​ຈະ​ບໍ່​ແກ້​ໄຂ​ບັນຫາ​ທັງ​ໝົດ​ຂອງ​ເຮົາ. ຊີວິດ​ຈະ​ຍັງ​ເຕັມ​ໄປ​ດ້ວຍ​ບັນຫາ ແລະ ຄວາມ​ລາບ​ລື້​ນ. ນີ້​ຄື​ທຳ​ມະ​ຊາດ​ຂອງ​ຊີວິດ​ຢູ່​ໃນ​ໂລກ​ດວງ​ນີ້.

ແຕ່​ເມື່ອ​ໃດ​ທີ່​ເຮົາ​ປະສານ​ສຽງ​ເພງ​ໃສ່​ກັບ​ການ​ເຕັ້ນ​ລຳ​ຂອງ​ເຮົາ, ຈັງຫວະ​ແຫ່ງ​ການ​ແຕ່ງງານ ແລະ ຊີວິດ​ຄອບຄົວ ຊຶ່ງ​ບາງເທື່ອ​ກໍ​ຊັບຊ້ອນ ມັກ​ຈະ​ປ່ຽນ​ໄປ​ປະສານ​ສຽງ​ສົມ​ດູນ​ກັນ. ແມ່ນ​ແຕ່​ການ​ທ້າ​ທາຍ​ທີ່ຫຍຸ້ງຍາກທີ່ສຸດຂອງ​ເຮົາ ​ຈະ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ ແລະ ດີ​ຂຶ້ນ​ເລື້ອຍໆ. ຫລັກ​ຄຳ​ສອນ​ຂອງ​ຖານະ​ປະໂລຫິດ​ຈະ​ກັ່ນ​ລົງ​ມາ​ເທິງ​ຈິດ​ວິນ​ຍານ​ຂອງ​ເຮົາ​ດັ່ງ​ນ້ຳໝອກ​ຈາກ​ຟ້າ​ສະ​ຫວັນ. ພຣະ​ວິນ​ຍານ​ບໍລິສຸດ​ຈະ​ເປັນ​ເພື່ອນ​ທີ່​ຂອງ​ເຮົາ ແລະ ເປັນ​ໄມ້ຄ້ອນ​ເທົ້າ​ຂອງ​ເຮົາ—ນີ້​ແມ່ນ​ສັນຍາ​ລັກ​ອັນ​ແຈ່ມ​ແຈ້ງ​ເຖິງ​ອຳນາດ ແລະ ອິດ​ທິ​ພົນ—ຈະ​ເປັນ​ໄມ້ຄ້ອນ​ເທົ້າ​ອັນ​ບໍ່​ປ່ຽນ​ແປງ​ແຫ່ງ​ຄວາມ​ຊອບ​ທຳ ແລະ ຄວາມ​ຈິງ. ແລະ ການ​ຄອບຄອງ​ຂອງ​ເຮົາ​ຈະ​ເປັນ​ການ​ຄອບຄອງ​ອັນ​ເປັນ​ນິດ. ແລະ ປາດ​ສະ​ຈາກ​ການ​ບັງຄັບ, ມັນ​ຈະ​ໄຫລ​ມາສູ່​ເຮົາ​ຕະຫລອດ​ການ ແລະ ຕະຫລອດ​ໄປ (ເບິ່ງ D&C 121:45–46).

ຂໍ​ໃຫ້​ເປັນ​ເຊັ່ນ​ນັ້ນ ໃນ​ຊີວິດ​ຂອງ​ເຮົາ​ທຸກ​ຄົນ ແລະ ໃນ​ບ້ານ​ຂອງ​ເຮົາ​ທຸກ​ແຫ່ງ ນີ້​ແມ່ນ​ຄວາມ​ຫວັງຂອງ​ຂ້າພະເຈົ້າ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.