​2010–2019
ຊຶ່ງ​ຄວາມ​ທ່ຽງ​ທຳ, ຄວາມ​ຮັກ, ແລະ ຄວາມເມດ​ຕາປະ​ສານ
ເມສາ 2015


17:14

ຊຶ່ງ​ຄວາມ​ທ່ຽງ​ທຳ, ຄວາມ​ຮັກ, ແລະ ຄວາມເມດ​ຕາປະ​ສານ

ພຣະ​ເຢ​ຊູ​ຄຣິດ​​ໄດ້​ທົນ​ທຸກ​ທໍ​ລະ​ມານ, ໄດ້​ສິ້ນ​ພຣະ​ຊົນ​, ແລະ ໄດ້​ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ​ ເພື່ອ​ວ່າ​ພຣະ​ອົງ​ຈະ​ສາ​ມາດ​ຍົກ​ເຮົາ​ຂຶ້ນ​ໄປສູ່ຊີ​ວິດ​ນິ​ລັນ​ດອນ.

ປາດ​ສະ​ຈາກ​ເຊືອກ ຫລື ອຸບ​ປະ​ກອນຂອງ​ການປີນຜາ​ໃດໆ​ເລີຍ, ອ້າຍ​ນ້ອງ​ສອງ​ຄົນ, ທ້າວຈິມ​ມີ່, ອາ​ຍຸ  14 ປີ, ​ແລະ ທ້າວຈອນ ອາຍຸ 19 ປີ (ບໍ່​ແມ່ນ​ຊື່​ແທ້)—ໄດ້​ພະ​ຍາ​ຍາມ​ປີນ​ໜ້າ​ຜາ​ໃນ​ອຸດ​ທະ​ຍານ​ແຫ່ງ​ລັດ ຊື່ ສະ​ໂນ ​ແຄ​ຍຽນ, ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຕີບ​ໂຕ​ຂຶ້ນ​ ​ໃນ​ພາກ​ໃຕ້​ຂອງ​ລັດ​ຢູ​ທາ. ໃກ້​ຈອມຂອງ​ການ​ປີນ​ທີ່​ລຳ​ບາກນັ້ນ, ພວກ​ເຂົາ​ໄດ້​ພົບເຫັນ​ວ່າ​ມີ​ຂອບ​ຜາຕັນ​ທາງ, ທີ່​ກີດ​ຂວາງ​ພວກ​ເຂົາ​ຈາກ​ການ​ປີນ​ຂຶ້ນ​ເຖິງ​ຈອມ​ຜານັ້ນ. ພວກ​ເຂົາ​ບໍ່​ສາ​ມາດ​ປີນ​ຜ່ານ​ມັນ​ໄດ້, ທັງພວກ​ເຂົາ​ກໍ​ບໍ່​ສາ​ມາດ​ປີນ​ລົງ​ຜານັ້ນ​ໄດ້ຄື​ກັນ. ​ພວກ​ເຂົາ​ໄດ້​ຄ້າງ​ຢູ່ບ່ອນນັ້ນ. ຫລັງ​ຈາກ​ໄດ້​ເຄື່ອນ​ຍ້າຍ​ຢ່າງ​ລະ​ມັດ​ລະ​ວັງ, ທ້າວຈອນ​ໄດ້​ພົບ​ເຫັນ​ບ່ອນ​​ທີ່​ໝັ້ນ​ຄົງ​ບ່ອນໜຶ່ງ​ ທີ່ລາວ​ຈະ​ສາ​ມາດ​ຊຸກ​ນ້ອງ​ຊາຍ​ຂອງ​ລາວ​ຂຶ້ນ​ໄປ​ເຖິງ​ບ່ອນ​ທີ່​ປອດ​ໄພ​ຢູ່​ເທິງ​ຂອບ​ຜາ. ແຕ່ບໍ່​ມີ​ວິ​ທີ​ທາງ​ທີ່​ຈະ​ຍົກ​ຕົວ​ລາວ​ເອງ​ຂຶ້ນ​ໄດ້. ເມື່ອ​ລາວ​ໄດ້​ເຄື່ອນ​ຍ້າຍ​ຊອກ​ຫາ​ບ່ອນ​ທີ່​ຈະ​ຈັບ​ ຫລື ຢຽບ​ຫລາຍ​ເທົ່າ​ໃດ, ກ້າມ​ເນື້ອ​ຂອງ​ລາວ​ແຮ່ງ​ເລີ່ມ​ປັ້ນ​ຂຶ້ນ. ລາວ​ໄດ້​ເລີ່ມ​ຮູ້​ສຶກ​ກັງ​ວົນ, ແລະ ຢ້ານ​ວ່າ​ລາວ​ຈະ​ຕາຍ​​ເປັນ​ແນ່.

​ເມື່ອບໍ່​ສາ​ມາດ​ຈັບ​ແຂວນ​ຢູ່​ແບບນັ້ນ​ໄດ້​ດົນ, ທ້າວຈອ​ນຈຶ່ງໄດ້​ຕັດ​ສິນ​ໃຈ​ວ່າ ມີ​ທາງ​ດຽວ​ທີ່​ລາວ​ຈະ​ສາ​ມາດ​ເຮັດ​ໄດ້ ຄື​ທີ່​ຈະກະ​ໂດດ​​ຊື່ຂຶ້ນ​​ໄປ​ເພື່ອຈັບ​ຂອບ​ຜາ​ທີ່​ຍື່ນ​ອອກ​ມານັ້ນ​ໄວ້. ຖ້າ​ຫາກ​ລາວ​ເຮັດ​ໄດ້, ໂດຍ​ການ​ໃຊ້​ແຮງ​ແຂນ​ຂອງ​ລາວ, ລາວ​ອາດ​ຈະດຶງ​ຕົນ​ເອງ​ຂຶ້ນ​ໄປ​ຫາບ່ອນ​ທີ່​ປອດ​ໄພ​ໄດ້.

ຕາມ​ຖ້ອຍ​ຄຳ​ຂອງ​ລາວ​ເອງ, ລາວ​ໄດ້​ເວົ້າ​ວ່າ:

“ກ່ອນ​ຂ້າ​ນ້ອຍ​ໄດ້​​ກະ​ໂດດ​ຂຶ້ນ ຂ້າ​ນ້ອຍ​ໄດ້​ບອກ​ໃຫ້ ຈິມ​ມີ່​ ໄປ​ຊອກ​ຫາ​ງ່າ​ໄມ້​ທີ່​ແຂງ​ແກ່ນ​ພໍ​ທີ່​ຈະ​ຍື່ນ​ລົງ​ມາ​ໃຫ້​ຂ້າ​ນ້ອຍ, ເຖິງ​ແມ່ນ​ວ່າ​ຂ້າ​ນ້ອຍ​ໄດ້​ຮູ່​ວ່າບໍ່​ມີຫ​ຍັງ​ແບບ​ນັ້ນ​ໃນ​ຈອມ​ພູ​ຫີນນັ້ນ​ເລີຍ. ມັນ​ເປັນ​ທາງ​ດຽວ​ທີ່​ຂ້າ​ນ້ອຍ​ຈະ​ຫລອກ​ໃຫ້​ລາວ​ໜີ​ໄປ​ຈາກ​ຂ້າ​ນ້ອຍ. ຖ້າ​ຫາກ​ການ​​ກະ​ໂດດ​ນັ້ນ​ບໍ່​ເປັນ​ດັ່ງ​ທີ່​ຄິດ, ວ່າ​ຢ່າງ​ນ້ອຍຂ້າ​ນ້ອຍ​ຈະເຮັດ​ໃຫ້​ແນ່​ໃຈ​ໄດ້​ວ່າ​ ນ້ອງ​ຈະ​ບໍ່​ເຫັນ​ຂ້າ​ນ້ອຍ​ຕົກ​ລົງ​ສູ່​ຄວາມ​ຕາຍ.

“ໂດຍ​ທີ່​ໃຫ້​ລາວ​ມີ​ເວ​ລາ​ພໍ​ທີ່​ຈະ​ໜີ​ໄປ​ໄກ​ຈາກ​ສາຍ​ຕາ, ຂ້າ​ນ້ອຍ​ໄດ້​ອະ​ທິ​ຖານ​ເປັນ​ເທື່ອ​ສຸດ​ທ້າຍ—ວ່າ​ຂ້າ​ນ້ອຍ​ຢາກ​ໃຫ້​ຄອບ​ຄົວ​ຮູ້​ວ້າ​ຂ້າ​ນ້ອຍ​ຮັກ​ເຂົາ​ເຈົ້າ ແລະ ວ່າ​ຈິມ​ມີ່​ ຈະ​ກັບ​ເຖິງ​ບ້ານ​ດ້ວຍ​ຕົວ​ເອງ​ຢ່າງ​ປອດ​ໄພ—ແລ້ວ​ຂ້າ​ນ້ອຍ​ກໍ​ໄດ້​ກະ​ໂດດ​ຂຶ້ນ. ຂ້າ​ນ້ອຍ​ໄດ້​ຊຸກ​ຕົວ​ເອງ​ຂຶ້ນ​ແຮງ​ພໍ​ທີ່​ໃຫ້​ແຂນຢື້​ເຖິງ​ຂອບ​ຜາເກືອບ​ເຖິງ​ແຂນ​ສອກ. ແຕ່​ເມື່ອ​ຂ້າ​ນ້ອຍ​ໄດ້​ເອົາ​ມື​ຈັບ​​ຂອບ​ຜານັ້ນ, ຂ້າ​ນ້ອຍ​ໄດ້​ແຕະ​ຕ້ອງ​ພຽງ​ແຕ່​ຂີ້​ດິນ​ຊາຍ​ຢູ່​ເທິງ​​ກ້ອນຫີນ​ບ່ອນ​ຮາບພຽງ. ຂ້າ​ນ້ອຍ​ຍັງ​ຈຳ​ຄວາມ​ຮູ້​ສຶກ​ເມັດດິນ​ຊາຍຂະ​ນະ​ທີ່​​ຫ້ອຍແຂວນ​ຢູ່ນັ້ນ ໂດຍບໍ່​ມີ​ຫຍັງ​ຈະ​ຈັບ​ເອົາ​ໄວ້—ບໍ່​ມີ​ຂອບ, ບໍ່​ມີ​ສັນ, ບໍ່​ມີ​ຫຍັງ​ທີ່​ຈະ​ຈັບ​ເອົາ​ໄວ້​ເລີຍ. ຂ້າ​ນ້ອຍ​ໄດ້​ຮູ້​ສຶກວ່ານິ້ວ​ມື​ເລີ່ມ​ຫລຸດ​ອອກ​ຈາກ​ໜ້າ​ດິນ​ທີ່​ເປັນ​ດິນ​ຊາຍນັ້ນ ​ເທື່ອ​ລະ​ເລັກ​ລະ​ໜ້ອຍ. ຂ້ານ້ອຍ​ໄດ້​ຮູ້​ວ່າ​ຊີ​ວິດ​ຈະ​ສິ້ນ​ສຸດ​ລົງ​ແລ້ວ.

“ແຕ່​ໃນ​ທັນ​ໃດ​ນັ້ນ, ເໝືອນ​ກັບ​ວ່າ​ຟ້າ​ແມບໃນ​ພາ​ຍຸ​ລະ​ດູ​ຮ້ອນ, ມີ​ມື​ສອງ​ເບື້ອງ​ຍື່ນ​ອອກ​ມາ​ຈາກ​ບ່ອນ​ໃດ​ບ່ອນ​ໜຶ່ງ​ຈາກ​ເທິງຂອບ​ຜາ, ຈັບ​ເອົາ​ຂໍ້​ແຂນ​ຂອງ​ຂ້າ​ນ້ອຍ​ດ້ວຍ​ກຳ​ລັງ ແລະ ດ້ວຍຄວາມ​ຕັ້ງ​ໃຈ​ທີ່​ເກີນຂະ​ໜາດ​. ນ້ອງ​ຊາຍ​ທີ່​ຊື່​ສັດຂອງ​ຂ້າ​ນ້ອຍ​ຄົນ​ນັ້ນ​ບໍ່​ໄດ້​ໜີ​ໄປ​ຊອກ​ຫາ​ງ່າ​ໄມ້​ທີ່ບໍ່​ມີ​ຈິງ. ໂດຍ​ທີ່​ໄດ້​​ເດົາ​ເບິ່ງສິ່ງທີ່ຂ້າ​ນ້ອຍ​ໄດ້​ວາງ​ແຜນ​ຈະ​ເຮັດ, ລາວບໍ່​ໄດ້​ໜີ​ໄປ​ໃສ​ເລີຍ. ລາວ​ພຽງ​ແຕ່​ໄດ້​ລໍ​ຖ້າ—ຢ່າງ​ງຽບ​ໆ, ເກືອບບໍ່​ໄດ້​ຫາຍ​ໃຈເລີຍ—ໂດຍ​ທີ່​ຮູ້​ຢ່າງ​ແນ່ນອນ​ວ່າ​ຂ້າ​ນ້ອຍ​ຈະ​ໂງ່​ຈ້າ​ພໍ​ທີ່​ຈະ​ພະ​ຍາ​ຍາມ​ກະ​ໂດດ. ເມື່ອ​ຂ້າ​ນ້ອຍ​ເຮັດ​ດັ່ງ​ນັ້ນ, ລາວ​ໄດ້​ຈັບ​ເອົາ​ຂ້າ​ນ້ອຍ, ຈັບ​​ໄວ້ໃຫ້​ແໜ້ນ, ແລະ ບໍ່​ຍອມ​ປ່ອຍ​ໃຫ້​ຂ້າ​ນ້ອຍ​ຕົກ. ແຂນ​ທີ່​ແຂງ​ແຮງ​ແຫ່ງ​ຄວາມ​ຮັກ​ຂອງ​ຄວາມ​ເປັນ​ອ້າຍ​ນ້ອງ​ນັ້ນ​ໄດ້​ຊ່ອຍ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ເອົາ​ໄວ້ ໃນ​ວັນ​ນັ້ນ ຂະ​ນະ​ທີ່​ຂ້າ​ນ້ອຍ​ໄດ້ຫ້ອຍ​ແກວ່ງ​ໄປ​ມາ​ຢູ່​ຢ່າງ​ສິ້ນ​ຫວັງ​ ຢູ່​ເທິງ​ສິ່ງ​ທີ່​ອາດ​ໄດ້​ເປັນ​ຄວາມ​ຕາຍ​ຢ່າງ​ແນ່ນອນ.”1

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ມື້ນີ້​ເປັນວັນ​ອິ​ດ​ສະ​ເຕີ. ເຖິງ​ແມ່ນ​ວ່າ​ເຮົາ​ຄວ​ນລະ​ນຶກ​ເຖິງ​ຢູ່​ ຕະຫລອດ​ເວລາ (ເຮົາ​ສັນ​ຍາ​ໃນ​ຄຳ​ອະ​ທິ​ຖານ​ສິນ​ລະ​ລຶກ​ຂອງ​ເຮົາທຸກໆ​ອາ​ທິດ​ວ່າ​ຈະ​ເຮັດ), ​ເຖິງຢ່າງ​ໃດ​ກໍ​ຕາມ ນີ້​ເປັນ​ວັນ​ທີ່​ສັກ​ສິດ​ທີ່​ສຸດ​ຂອງ​ປີ​ ສຳ​ລັບ​ຄວາມ​ລະ​ນຶກ​ເຖິງ​ຢ່າງ​ພິ​ເສດ​ເຖິງ​ມື​ຂອງ​ອ້າຍ ແລະ ແຂນ​ ທີ່​ຕັ້ງ​ໃຈ ​ທີ່​ໄດ້​ຍື່ນ​ເຂົ້າ​ໄປ​ໃນ​ຄວາມ​ມືດ​ແຫ່ງ​ຄວາມ​ຕາຍ​ເພື່ອ​ຊ່ອຍ​ກູ້​ເຮົາ​ຈາກ​ການ​ຕົກ ແລະ ຄວາມ​ລົ້ມ​ເຫລວ, ຈາກ​ຄວາມ​ເສົ້າ​ສະ​ຫລົດ​ໃຈ ແລະ ຈາກບາບ​ຂອງ​ເຮົາ. ໃນ​ການ​ໃຊ້​ເລື່ອງ​ລາວ​ນີ້ ທີ່​ຄອບ​ຄົວ​ຂອງ​ທ້າວ​ຈອນ ແລະ ທ້າວຈິມ​ມີ່​ ໄດ້​ລາຍ​ງານ​ມາ, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ການ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ພຣະ​ຊົນຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ຮັບ​ຮູ້​ເຫດ​ການ​ໃນ​ແຜນ​ອັນ​ສູງ​ສົ່ງ​ຂອງ​ພຣະ​ເຈົ້າ ທີ່ໃຫ້​ເຫດ​ຜົນ ແລະ ຄວາມ​ໝາຍ ​ເຖິງ “ຄວາມ​ຮັກ​ທີ່​ພຣະ​ເຢ​ຊູ​ມີ​ໃຫ້​ [ເຮົາ].”2

ໃນ​ຍຸກສັງຄົມ​ນິຍົມ​ນີ້, ຜູ້​ຄົນ​ບໍ່​ມັກ​ກ່າວ​ເຖິງ​ອາ​ດາມ ແລະ ເອ​ວາ ຫລື ສວນ​ເອ​ເດນ ຫລື ກ່າວກ່ຽວ​ກັບ “ການ​ຕົກ ວ່າ​​ເປັນ​ສິ່ງໂຊກ​ດີ” ສູ່​ຄວາມ​ເປັນ​ມະ​ຕະຂອງ​ເຂົາ​ເຈົ້າ. ເຖິງ​ຢ່າງ​ໃດ​ກໍ​ຕາມ​ຄວາມ​ຈິງ​ທີ່​ລຽບ​ງ່າຍ​ກໍ​ຄື ເຮົາ​ ບໍ່​ສາມາດ ຈະ​ເຂົ້າ​ໃຈ​ໄດ້​ຢ່າງ​ເຕັມ​ທີ ເຖິງ​ການ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນພຣະ​ຊົນຂອງ​ພຣະຄຣິດ ແລະ ວ່າ​ເຮົາ​ ຈະ​ບໍ່ ຮູ້ສຶກ​ບຸນ​ຄຸນ​ທີ່​ພຽງ​ພໍ​ ສຳ​ລັບ​ຈຸດ​ປະ​ສົງ​ພິ​ເສດ​ຂອງ​ການ​ກຳ​ເນີດ ຫລື ການ​ສິ້ນພຣະຊົນ​ຂອງ​ພຣະ​ອົງ—ອີກ​ຄຳ​ໜຶ່ງ​ກໍ​ຄື ຈະ​ບໍ່​ມີ​ວິ​ທີ​ທີ່​ຈະ​ສະ​ຫລອງວັນ​ຄຣິດ​ສະ​ມັດ ຫລື ວັນ​ອິດ​ສະ​ເຕີ—ປາດ​ສະ​ຈາກ​ຄວາມ​ເຂົ້າ​ໃຈ​ວ່າ ໄດ້​ມີ​ອາ​ດາມ ແລະ ເອວາ​ແທ້ໆ ຜູ້​ທີ່​ໄດ້​ຕົກ​ໄປ​ຈາກສວນ​ເອ​ເດນ​ແທ້ໆ​ນັ້ນ ພ້ອມ​ດ້ວຍ​ຜົນ​ສະ​ທ້ອນ​ທັງ​ໝົດ​ທີ່​ຕິດ​ຕາມ​ມາ​ນຳ​.

ຂ້າ​ພະ​ເຈົ້າ​ບໍ່​ຮູ້​ລາຍ​ລະ​ອຽດ​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ເທິງ​ໂລກນີ້​ກ່ອນໜ້ານັ້ນ, ແຕ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ທັງ​ສອງ​ຄົນ​ນີ້​ຖືກ​ສ້າງ​ຂຶ້ນ​ມາ​ພາຍ​ໃຕ້​ພ​ຣະ​ຫັດ​ອັນ​ສູງ​ສົ່ງ​ຂອງ​ພຣະ​ເຈົ້າ, ແລະ ຮູ້ວ່າເປັນ​ຊ່ວງ​ເວ​ລາ​ໜຶ່ງ ​ເຂົາ​ເຈົ້າ​ໄດ້​ອາ​ໄສ​ຢູ່​ໃນ​ສະ​ພາບ​ແຫ່ງ​ສະ​ຫວັນ ບ່ອນ​ທີ່ບໍ່​ມີ​ຄວາມ​ຕາຍ​ຂອງ​ມະ​ນຸດ ຫລື ການ​ມີ​ຄອບ​ຄົວ​ໃນ​ອະ​ນາ​ຄົດ, ແລະ ຂ້າ​ພະ​ເຈົ້າ​ຮູ້ວ່າ ຜ່ານ​ຜົນ​ສະ​ທ້ອນ​ຂອງ​ການ​ເລືອກ ​ເຂົາ​ເຈົ້າ​ໄດ້​ລະ​ເມີດ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ຊຶ່ງ​ຮຽກ​ຮ້ອງ​ໃຫ້​ເຂົາ​ເຈົ້າ​ໜີອອກ​ໄປ​ຈາກ​ສວນ​ຂອງ​ເຂົາ​ເຈົ້າ ແຕ່​ຈະ​ອະ​ນຸ​ຍາດ​ໃຫ້​ເຂົາ​ເຈົ້າ​ມີ​ລູກ​ກ່ອນເຂົາ​ເຈົ້າ​ໄດ້​ປະ​ສົບ​ຄວາມ​ຕາຍ​ທາງ​ຮ່າງ​ກາຍ.3 ເພື່ອ​ຈະ​ເພີ່ມ​​ຄວາມ​ໂສກ​ເສົ້າ ແລະ ຄວາມ​ສັບ​ຊ້ອນ​ໃຫ້​ສະ​ຖາ​ນະ​ການ​ຂອງ​ເຂົາ​ເຈົ້າ, ການ​ລ່ວງ​ລະ​ເມີດ​ຂອງ​ເຂົາ​ເຈົ້າ​ກໍ​ໄດ້​ມີ​ຜົນ​ສະ​ທ້ອນ​ນຳ​ອີກ, ຄືການ​ຕັດ​ເຂົາ​ເຈົ້າ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພ​ຣະ​ເຈົ້າ​ຕະ​ຫລອດ​ໄປ. ເປັນ​ເພາະ​ເຮົາ​ໄດ້​ມາ​ເກີດ​ຢູ່​ໃນ​ໂລກ​ທີ່​ຖືກ​ຕົກ ແລະ ເພາະ​ວ່າ​ເຮົາ​ກໍ​ຈະ​ລະ​ເມີດກົດ​ຂອງ​ພຣະ​ເຈົ້າ​ຄື​ກັນ, ເຮົາ​ຈຶ່ງ​ຕ້ອງຮັບ​ໂທດຖານ​ອັນ​ດຽວ​ກັນ​ກັບ​ທີ່​ອາ​ດາມ ແລະ ເອ​ວາ​ໄດ້​ຮັບ.

​ຊ່າງ​ເປັນ​ສະ​ຖາ​ນະ​ການ​ທີ່​ຍາກ​ລຳ​ບາກ​ແທ້ໆ! ມະ​ນຸດ​ຊາດ​ທັງ​ປວງ​ກຳ​ລັງ​ຕົກ​ໄປ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ—ຊາຍ, ຍິງ, ແລະ ເດັກ​ນ້ອຍ​ທຸກໆ​ຄົນ​ໃນ​ນັ້ນ, ກຳ​ລັງ​ເຂົ້າ​ໃກ້​ຄວາມ​ຕາຍ​​ທີ່​ຖາ​ວອນທາງ​ຮ່າງ​ກາຍ​, ກຳ​ລັງເຂົ້າ​ໃກ້​ຄວາມ​ເຈັບ​ປວດ​ທາງວິນ​ຍານ. ຊີ​ວິດ​ຕ້ອງ​ເປັນ​ແບບນີ້​ບໍ? ນີ້​ເປັນ​ຜົນ​ສະ​ທ້ອນ​ສຸດ​ທ້າຍຂອງ​ປະ​ສົບ​ການ​ຂອງ​ມະ​ນຸດ​ຊາດ​ບໍ? ພວກ​ເຮົາ​ທຸກ​ຄົນ​ກຳ​ລັງ​ຫ້ອຍ​ຢູ່​ຮ່ອມ​ພູ​ທີ່​ໜາວ​ເຢັນ ​ຢູ່​ໃນ​ຈັກ​ກະ​ວານ​ທີ່ບໍ່​ສົນ​ໃຈ​ເຮົາ​ບໍ, ເຮົາ​ແຕ່​ລະ​ຄົນ​ກຳ​ລັງ​ຊອກ​ຫາ​ຄວາມ​ຊ່ອຍ​ເຫລືອບໍ, ແຕ່​ລະ​ຄົນ​ກຳ​ລັງ​ສະ​ແຫວງ​ຫາ​ບາງ​ສິ່ງ​ທີ່​ຈະ​ຈັບ​ເອົາ​ໄວ້ໃຫ້​ແໜ້ນບໍ—ແຕ່ບໍ່​ມີ​ຫຍັງ​ເລີຍ​ເວັ້ນ​ເສຍ​ແຕ່​ຂີ້​ດິນ​ຊາຍ​ທີ່​ພັດ​ກາຍນິ້ວ​ມື​ຂອງ​ເຮົາ, ບໍ່​ມີ​ຫຍັງ​ຈະ​ຊ່ອຍ​ກູ້​ຊີ​ວິດ​ຂອງ​ເຮົາ​ເອົາ​ໄວ້, ບໍ່​ມີ​ຫຍັງ​ຈະ​ຈັບ​ໄວ້, ແລະ ແນ່ນອນ​ວ່າບໍ່​ມີ​ຫຍັງ​ຈະ​ດຶງ​ເອົາ​ເຮົາ​ໄວ້. ຈຸດ​ປະ​ສົງ​ດຽວ​ຂອງ​ເຮົາ​ໃນ​ຊີ​ວິດ​ແມ່ນ​ປະ​ສົບ​ການ​ທີ່ບໍ່ມີ​ປະ​ໂຫຍດ​ຫຍັງ​ເລີຍ​ບໍ—ພຽງ​ແຕ່​ສຳ​ເລັດ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້​ໃນ​ຊີ​ວິດ​ນີ້​ເທົ່າ​ນັ້ນ​ບໍ, ພຽງ​ແຕ່​ຈະ​ອົດ​ທົນ​ໄປ​ປະ​ມານ​ເຈັດ​ສິບ​​ປີ​​, ແລະ ແລ້ວ​ລົ້ມ​ເຫລວ ແລະ ຕົກ​ໄປ, ຕົກ​ໄປ​ຕະ​ຫລອດ​ການເທົ່າ​ນັ້ນ​ບໍ?

ຄຳ​ຕອບ​ຕໍ່​ຄຳ​ຖາມ​ເຫລົ່າ​ນີ້​ກໍ​ແຈ່ມ​ແຈ້ງ ແລະ ຊົ່ວ​ນິ​ລັນ​ດອນ​ວ່າ ບໍ່​ແມ່ນ​ແນວ​ນັ້ນ! ພ້ອມ​ດ້ວຍສາດ​ສະ​ດາ​ທັງ​ໃນ​ສະ​ໄໝ​ໂບ​ຮານ ແລະ ໃນ​ຍຸກ​ສະ​ໄໝ​ນີ້, ​ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ທຸກ​ສິ່ງ​ໄດ້​ຖືກ​ກະ​ທຳ​ດ້ວຍ​ສະ​ຕິ​ປັນ​ຍາ​ຂອງ​ພຣະອົງ​ທີ່​ຮູ້​ທຸກ​ສິ່ງ.”4 ສະ​ນັ້ນ, ຈາກ​ເວ​ລາ​ທີ່​ພໍ່​ແມ່​ຄົນ​ທຳ​ອິດ​ໄດ້​ກ້າວ​ເຂົ້າ​ໄປ​ໃນ​ສວນ​ເອ​ເດນ, ພຣະ​ເຈົ້າ, ພຣະ​ບິ​ດາ​ຂອງ​ເຮົາ​ທຸກ​ຄົນ, ໂດຍ​ທີ່​ຄາດ​ຫວັງ​ການ​ຕັດ​ສິນ​ໃຈ​ຂອງ​ອາ​ດາມ ແລະ ເອ​ວາລ່ວງ​ໜ້າ​ແລ້ວ, ໄດ້ສົ່ງ​ທູດ​ຈາກ​ສະ​ຫວັນ​ໃຫ້​ມາ​ປະ​ກາດ​ຕໍ່​ເຂົາ​ເຈົ້າ—ແລະ ​ເມື່ອ​ເວລາ​ຜ່ານ​ໄປ ກໍ​ໄດ້​ສົ່ງ​ມາ​ເຖິງ​ເຮົາ—ວ່າ​ເຫດ​ການ​ທັງ​ໝົດ​ທີ່​ນຳ​ໄປ​ສູ່​ການ​ຕົກ ແລະ ການ​ຖືກ​ໄລ່​ອອກ​ຈາກ​ສວນນັ້ນ ແມ່ນ​ຖືກ​ຈັດ​ຂຶ້ນ​ມາ​ເພື່ອ​ຄວາມ​ສຸກ​ນິ​ລັນ​ດອນ​ຂອງ​ເຮົາ. ມັນ​ໄດ້​ເປັນ​ພາກ​ສ່ວນ​ຂອງ​ແຜນ​ທີ່​ສູງ​ສົ່ງ​ຂອງ​ພຣະ​ອົງ ຊຶ່ງ​ໄດ້​ຈັດ​ໃຫ້​​ມີພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ພຣະ​ບຸດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຈົ້າ​ນັ້ນ​ເອງ, ທີ່​ເປັນ “ອາ​ດາມ” ​ອີກ​ຄົນ​ໜຶ່ງ ທີ່​ອັກ​ຄະ​ສາ​ວົກ​ໂປ​ໂລ​ຈະ​ເອີ້ນ​ພຣະ​ອົງ5—ອົງ​ທີ່​ໄດ້​ສະ​ເດັດ​ມາ​ໃນ​ຄວາມ​ສົມ​ບູນ​ແຫ່ງ​ເວ​ລາ ເພື່ອ​ຊົດ​ໃຊ້​ແທນ​ການ​ລ່ວງ​ລະ​ເມີດ​ທຳ​ອິດ​ຂອງ​ອາ​ດາມ. ການ​ຊົດ​ໃຊ້​ນັ້ນ​ຈະ​ເອົາ​​ຊະ​ນະ​ຄວາມ​ຕາຍ​ທາງ​ຮ່າງ​ກາຍ​ຢ່າງ​ສົມ​ບູນ, ​ໃຫ້​ການ​ຟື້ນ​ຄືນ​ຊີ​ວິດ​ແກ່​ທຸກ​ຄົນ​ທີ່​ໄດ້​ມາ​ເກີດ ແລະ ຈະ​ມາ​ເກີດ​ຢູ່​ເທິງ​ໂລກນີ້ໂດຍບໍ່​ມີ​ເງື່ອນ​ໄຂ. ດ້ວຍ​ຄວາມ​ເມດ​ຕາ​ມັນ​ຍັງ​ໃຫ້​ການ​ອະ​ໄພ​ບາບ​ນຳ​ອີກ​ສຳ​ລັບ​ບາບ​ສ່ວນ​ຕົວ​ຂອງ​ທຸ​ກໆຄົນ ຈາກ​ອາ​ດາມ​ຈົນ​ເຖິງ​ທີ່​ສິ້ນ​ສຸດ​ຂອງ​ໂລກ, ອີງ​ຕາມ​ການ​ກັບ​ໃຈ ແລະ ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຈາກ​ສະ​ຫວັນ​ເປັນ​ເງື່ອນ​ໄຂ.

ໃນ​ບົດ​ບາດ​ຂອງ​ການ​ເປັນ​ພະ​ຍານ​ຄົນ​ໜຶ່ງ​ທີ່​ຖືກ​ແຕ່ງ​ຕັ້ງ​ແລ້ວ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໃນ​ເຊົ້າ​ວັນ​ອິດ​ສະ​ເຕີນີ້​ວ່າ, ພຣະ​ເຢ​ຊູໄທ​ນາ​ຊາ​ເຣັດ ໄດ້​ເປັນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ໂລກ​, ວ່າ​ພຣະອົງເປັນ “ອາ​ດາມຄົນ​ສຸດ​ທ້າຍ,”6 ​ຜູ້​ບຸກ​ເບີກ​ຄວາມ​ເຊື່ອ ແລະ ຜູ້​ເຮັດ​ໃຫ້ຄວາມ​ເຊື່ອຂອງ​ເຮົາ​ບັນລຸ​ຄວາມ​ສຳ​ເລັດ, ເປັນ​ອາ​ລະຟາ ແລະ ໂອ​ເມ​ຄາ​ຂອງ​ຊີ​ວິດ​ນິ​ລັນ​ດອນ. ໂປ​ໂລ​ໄດ້​ກ່າວ​ວ່າ, “ດ້ວຍ​ວ່າ, ຄົນ​ທັງ​ປວງ​ໄດ້​ຕາຍ​ເພາະ​ກ່ຽວ​ເນື່ອງ​ກັບ​ອາ​ດາມ​ສັນ​ໃດ, ຄົນ​ທັງ​ປວງ​ກໍ​ຈະ​ຖືກ​ເຮັດ​ໃຫ້​ມີ​ຊີ​ວິດ ເພາະ​​ກ່ຽວ​ເນື່ອງ​ກັບ​ພຣະ​ຄຣິດ​ສັນ​ນັ້ນ.”7 ແລະ ສາດ​ສະ​ດາ​ ລີ​ໄຮ ກໍ​ໄດ້​ກ່າວ​ເໝືອນ​ກັນ​ວ່າ: “ອາ​ດາມ​​ຕົກ​ເພື່ອ​ມະ​ນຸດ​ຈະ​ໄດ້ເປັນ​ຢູ່. … ແລະ ພຣະ​ເມ​ຊີ​ອາຈະ​ສະ​ເດັດ​ມາ​ໃນ​ຄວາມ​ສົມ​ບູນ​ແຫ່ງ​ເວ​ລາ, ເພື່ອພ​ຣະ​ອົງ​ຈະ​ໄດ້​ໄຖ່​ລູກ​ຫລານ​​ມະ​ນຸດ​ໃຫ້​ລອດ​ຈາກ​ການ​ຕົກ.”8 ສາດ​ສະ​ດາ​ຢາ​ໂຄບ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ ​ໃນ​ພາກ​ສ່ວນ​ໜຶ່ງ​ຂອງ​ການ​ເທດ​ສະ​ໜາ​ສອງວັນ​ ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ ​ໄດ້​ກ່າວວ່າ, ​ເພິ່ນ​ໄດ້​ສອນ​ຢ່າງ​​ແຈ່ມ​ແຈ້ງວ່າ “ການ​ຟື້ນ​ຄືນ​ຊີ​ວິດ​ຕ້ອງ … ມາ … ໂດຍ​ເຫດ​​ຂອງ​ການ​ຕົກ.”9

ສະ​ນັ້ນ​ໃນ​ວັນ​ອິດ​ສະ​ເຕີນີ້ ເຮົາ​ສະ​ເຫລີມ​ສະ​ຫລອງ​ຂອງ​ປະ​ທານ​ແຫ່ງ​ໄຊ​ຊະ​ນະ​ເໜືອ​ຄວາມ​ລົ້ມ​ເຫລວ​ທັງ​ໝົດ​ທີ່​ເຮົາໄດ້​ປ​ະ​ສົບ​ມາ, ຄວາມ​ໂສກ​ເສົ້າ​ທຸກ​ຢ່າງ​ທີ່​ເຮົາ​ເຄີຍ​ຮູ້​ມາ​ກ່ອນ, ຄວາມ​ທໍ້​ຖອຍ​ໃຈ​ທັງ​ໝົດ​ທີ່​ເຮົາ​ເຄີຍ​ໄດ້​ມີ, ຄວາມ​ຢ້ານ​ກົວ​ທັງ​ໝົດ​ທີ່​ເຮົາ​ເຄີຍ​ໄດ້​ປະ​ເຊີນ—ແລະ ແນ່ນອນ​ວ່າເຮົາ​ສະ​ເຫລີມ​ສະ​ຫລອງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຈາກ​ຄວ​າມ​ຕາຍ​ ແລະ ການ​ໃຫ້​ອະ​ໄພ​ສຳ​ລັບ​ບາບ​ຂອງ​ເຮົາ. ໄຊ​ຊະ​ນະ​ນັ້ນ​ມີ​ໄວ້​ໃຫ້​ເຮົາ​ເພາະເຫດ​ການ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ທ້າຍ​ອາ​ທິດ​ຄ້າຍ​ຄືກັນນີ້​ ຫລາຍ​ກວ່າສອງ​ພັນ​ປີ​ມາ​ແລ້ວ​ ໃນ​ກຸງ​ເຢຣູ​ຊາ​ເລັມ.

ການ​ເລີ່ມ​ຕົ້ນ​ໃນ​ຄວາມ​ທຸກ​ທໍ​ລະ​ມານ​ທີ່ສວນ​ເຄັດ​ເຊ​ມາ​ເນ, ຍ້າຍ​ໄປ​ສູ່​ການ​ຄຶງ​ທີ່​ໄມ້​ກາງ​ແຂນ​ທີ່​ຄາ​ວາ​ຣີ, ແລະ ສິ້ນ​ສຸດ​ລົງ​ໃນ​ເຊົ້າວັນ​ອາ​ທິດ​ທີ່​ສວຍ​ງາມ​ ຢູ່​ໃນ​ອຸບ​ມຸງທີ່​ຖືກມອບ​ໃຫ້​ພຣະ​ອົງ, ບຸ​ລຸດ​ທີ່​ໄຮ້​ບາບ, ບໍ​ລິ​ສຸດ ແລະ ສັກ​ສິດ, ພຣະ​ບຸດ​ທີ່​ແທ້​ຈິງ​ຂອງ​​ອົງພຣະ​ເຈົ້າ​ແທ້ໆ, ໄດ້​ກະ​ທຳ​ສິ່ງ​ທີ່ບໍ່​ມີ​ຄົນ​ໃດ​ທີ່​ເຄີຍ​ມີ​ຊີວິດ​ຢູ່​ ​ໄດ້​ກະ​ທຳ​ມາກ່ອນ ​ຫລື ສາມາດ​ເຮັດມາ​ກ່ອນ ຕາມ​ອຳ​ນາດ​ຂອງ​ພຣ​ະ​ອົງ​ເອງ, ພຣະ​ອົງ​ໄດ້​ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ, ພຣະ​ກາຍ ແລະ ວິນ​ຍານ​ຂອງ​ພຣະ​ອົງ​ຈະ​ບໍ່​ແຍກ​ອອກ​ຈາກ​ກັນ​ອີກ​ຈັກ​ເທື່ອ. ​ພຣະ​ຄຳ​ພີ​ກ່າວ​ວ່າ, ຕາມພຣະປະ​ສົງ​ຂອງ​ພຣະ​ອົງ​ເອງ, ພຣະ​ອົງໄດ້​ເອົາ​​ຜ້າພັນ​ສົບ​ນັ້ນ​ອອກ ຊຶ່ງ​ໄດ້​ມັດ​ພຣະ​ອົງ​ໄວ້, ໄດ້​ເອົາ​ຜ້າ​ພັນ​ຫົວ ແລະ ຜ້າ​ປົກ​ໜ້າ​ພຣະ​ອົງ “ພັບ​ໄວ້​ຕ່າງ​ຫາກ.”10

ວັນ​ອິດສະ​ເຕີ​ເທື່ອ​ທຳ​ອິດນັ້ນ ຫລັງ​ຈາກ​ການ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ ​ໄດ້​ປະ​ກອບ​ເປັນ​ເຫດ​ການ​ທີ່​ສຳ​ຄັນ​ທີ່​ສຸດ, ​ເປັນ​ຂອງ​ປະທານ​ທີ່​ເພື່ອ​ແຜ່​ຫລາຍ​ທີ່​ສຸດ, ​ເປັນຄວາມ​ເຈັບ​ປວດ​ທີ່​ແສນ​ສາຫັດ​ທີ່​ສຸດ, ​ແລະ ​ເປັນການ​ສະ​ແດງ​ໃຫ້​ປະ​ຈັກ​ເຖິງຄວາມ​ຮັກອັນ​ບໍລິສຸດ ທີ່​ເຄີຍ​ສະ​ແດງ​ອອກ​ໃນ​ປະ​ຫວັດ​ສາດ​ຂອງ​ໂລກ. ພຣະ​ເຢ​ຊູ​ຄຣິດ, ພຣະບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີ​ດຂອງ​ພຣະ​ເຈົ້າ, ​ໄດ້​ທົນ​ທຸກທໍລະມານ, ​ໄດ້​ສິ້ນ​ພຣະ​ຊົນ​, ແລະ ໄດ້​ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ​ເພື່ອ​ວ່າ​ພຣະ​ອົງ​ຈະ​ສາ​ມາດ, ເໝືອນ​ດັ່ງ​ຟ້າ​ແມບ​ໃນ​ພາ​ຍຸ​ລະ​ດູ​ຮ້ອນ, ຍື່ນ​ພຣະ​ຫັດ​ສອງ​ເບື້ອງທີ່​ມີ​ພະລັງ​ຂອງ​ພຣະອົງ​ອອກ​ມາ​ຈັບ​ແຂນ​ຂອງ​ເຮົາ​ໄວ້ ​ກ່ອນ​ທີ່​ເຮົາ​ຈະ​ຕົກລົງ​ໄປ, ​ແລະ ຜ່ານ​ຄວາມ​ຊື່​ສັດ​ທີ່​ເຮົາ​ມີ​ຕໍ່​ພຣະ​ບັນຍັດ​ຂອງ​ພຣະ​ອົງ, ພຣະ​ອົງຈະ​ຍົກ​ເຮົາ​ຂຶ້ນ​ໄປສູ່ຊີ​ວິດ​ນິ​ລັນ​ດອນ.

ໃນ​ວັນ​ອິດ​ສະ​ເຕີນີ້ ຂ້າ​ພ​ະ​ເຈົ້າ​ຂອບ​ພຣະ​ໄທ​ພຣະ​ອົງ ແລະ ພຣະ​ບິ​ດາ ຜູ້​​ໄດ້ປະ​ທານ​ພຣະ​ອົງ​ໃຫ້​ແກ່​ເຮົາ ວ່າ​ພຣະ​ເຢ​ຊູຍັງ​ເອົາ​ຊະ​ນະ​ຄວາມ​ຕາຍນັ້ນ​ຢູ່, ເຖິງ​ແມ່ນ​ພຣະ​ອົງ​ຈະ​ຢືນ​ຢູ່​ດ້ວຍ​ພຣະ​ບາດ​ທີ່​ມີ​ບາດ​ແຜ. ໃນ​ວັນ​ອິດ​ສະ​ເຕີນີ້ ຂ້າ​ພະ​ເຈົ້າ​ຂອບ​ພຣະ​ໄທ​ພຣະ​ອົງ ແລະ ພຣະ​ບິ​ດາ​ຜູ້​​ໄດ້ປະ​ທານ​ພຣະ​ອົງ​ໃຫ້​ແກ່​ເຮົາ ວ່າ ​ພຣະ​ອົງຍັງ​ຍື່ນພຣະ​ຄຸນ​ທີ່ບໍ່​ມີ​ທີ່​ສິ້ນ​ສຸດ​ອອກ​ມາ, ເຖິງ​ແມ່ນ​ວ່າ​ພຣະ​ອົງ​ຈະ​ຍື່ນ​ມັນ​ອອກ​ມາ​ດ້ວຍ​ຝາພຣະ​ຫັດ ແລະ ຂໍ້​ພຣະ​ຫັດທີ່​ມີ​ບາດ​ແຜ​ກໍ​ຕາມ. ໃນ​ວັນ​ອິດ​ສະ​ເຕີນີ້ ຂ້າ​ພະ​ເຈົ້າ​ຂອບ​ພຣະ​ໄທ​ພ​ຣະ​ອົງ ແລະ ພຣະ​ບິ​ດາ​ອົງ​ທີ່​ໄດ້​ປະ​ທານ​ພຣະ​ອົງ​ໃຫ້​ແກ່​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ຮ້ອງ​ເພງກ່ຽວ​ກັບສວນ​ບ່ອນ​ທີ່​ພຣະ​ເຢ​ຊູ​​ໄດ້​ຫລັ່ງ​​ໂລ​ຫິດ​ໃນ​ຕອນກະທຳ​ການ​ຊົດ​ໃຊ້, ເທິງ​ໄມ້​ກາງ​ແຂນ​ທີ່​ຕອກ​ຕະ​ປູ, ແລະ ອຸບ​ມຸງ​ທີ່​ວ່າງ​ເປົ່າວ່າ:

ຊ່າງ​ຮຸ່ງ​ໂລດ, ສົມ​ບູນ ແລະ ຍິ່ງ​ໃຫຍ່,

ແຜນ​ງານ​ແຫ່ງ​ການ​ໄຖ່,

ຊຶ່ງ​ຄວາມ​ທ່ຽງ​ທຳ, ຄວາມ​ຮັກ ແລະ ຄວາມເມດ​ຕາ

ປະ​ສານ​ປອງດອງ​ເມືອງ​ຟ້າ!11

ໃນ​ພຣະ​ນາມ​ທີ່​ສັກສິດຂອງ​ອົງພຣະ​ເຢ​ຊູ​ຄຣິດ​​ເຈົ້າ ຜູ້​ຊົງ​ຟື້ນ​ຄືນ​ພຣະ​ຊົນ, ອາແມນ.