​2010–2019
ລໍ​ຖ້າ​ລູກ​ຊາຍ​ທີ່​ເສຍ
ເມສາ 2015


10:24

ລໍ​ຖ້າ​ລູກ​ຊາຍ​ທີ່​ເສຍ

ຂໍ​ໃຫ້​ທ່ານ ​ແລະ ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ເປີດ​ເຜີຍ​ໃຫ້​ຮູ້​ຈັກ​ວິ​ທີ​ການ​ທີ່​ດີ​ທີ່​ສຸດ​ໃນ​ການ​ເຂົ້າ​ຫາ​ຜູ້​ຄົນ​ໃນ​ຊີ​ວິດ​ຂອງ​ເຮົາ​ຜູ້​ທີ່​ສູນ​ເສຍ​ໄປ.

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ ພຣະ​ເຢຊູ​ຄຣິດ ໄດ້​ໃຊ້​ເວ​ລາ​ປະຕິບັດ​ພາລະກິດ​ໃນ​ໂລກ​ຂອງ​ພຣະ​ອົງ​ເພື່ອ​​ສິດ​ສອນ​ເຖິງ​ເລື່ອງ​​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ ແລະ ​ການ​ໄຖ່​ຂອງ​ພຣະ​ອົງ. ໃນ​ໂອ​ກາດ​ໜຶ່ງ​ໃນ​ພ​ຣະ​ທຳ ລູກາ ບົດ​ທີ 15 ໃນ​ພຣະຄຳ​ພີ​ໃໝ່​, ຕາມ​ຈິງ​ແລ້ວ ພຣະ​ອົງ​ໄດ້​ຖືກ​ຕຳ​ໜິ​ເພາະ​ຢູ່​ກິນ​ ​ແລະ ​ໃຊ້​ເວ​ລາ​ກັບ​ຄົນ​ບາບ (​ເບິ່ງ ລູກາ 15:2). ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ນໍາ​ໃຊ້​ການ​ຕຳ​ໜິ​ນີ້​ໃຫ້​ເປັນໂອ​ກາດທີ່​ຈະ​ສອນ​ພວກ​ເຮົາ​ທຸກ​ຄົນ​ໃຫ້​ຮູ້​ວິ​ທີທີ່​ຈະ​ຕອບສະ​ໜອງ​​ຜູ້​ທີ່​ໄດ້​​ຫລົງ​ທາງໄປ.

ພຣະອົງ​ໄດ້​ຕອບ​ຜູ້​ຕຳ​ໜິ​ໂດຍ​ຖາມ​ຄໍາ​ຖາມ​ສໍາ​ຄັນ​ສອງ​ຂໍ້​ວ່າ:

“​ມີ​ຄົນ​ໃດແດ່​ໃນ​ພວກ​ເຈົ້າ​​ມີ​ແກະຢູ່​ຮ້ອຍ​ໂຕ ແລະ ​ໂຕ​ໜຶ່ງ​ເສຍ​ໄປ ລາວຈະ​ບໍ່​ປະ​ເກົ້າ​ສິບ​ເກົ້າ​ໂຕ​ນັ້ນ​ໄວ້​ໃນ​ທົ່ງ​ຫ​ຍ້າ ແລະ ໄປ​ຊອກ​ຫາ​ໂຕ​ທີ່​ເສຍ​ໄປ​ນັ້ນ​ຈົນ​​ພົບ​ບໍ?” (ລູກາ 15:4).

“ມີ​ຍິງ​ຄົນ​ໜຶ່ງ​ທີ່​ມີ​ເງິນ​ຢູ່​ສິບ​ຫລຽນ ແລະ ຫລຽນ​ໜຶ່ງ​ເສຍ​ໄປ​ ນາງຈະ​ບໍ່​ໄຕ້​ໂຄມ​ກວາດ​ເຮືອນ​ ແລະ ​ຄົ້ນ​ຫາ​ຢ່າງຖ້ວນ​ຖີ່​ຈົນ​ກວ່າ​ຈະ​ພົບ​​ບໍ?” (ລູກາ 15:8).

ແລ້ວ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ກໍສອນ​ຄໍາ​ອຸ​ປະ​ມາ​ເລື່ອງ​ລູກ​ຊາຍ​ທີ່​ເສຍ. ຄໍາ​ອຸ​ປະ​ມາ​ນີ້​ບໍ່​ແມ່ນ​ກ່ຽວ​ກັບ​ແກະ​ 100 ​ໂຕ ຫລື ​ເງິນ ​10 ​ຫລຽນ, ແຕ່ມັນ​ແມ່ນ​ກ່ຽວ​ກັບ​ລູກ​ຊາຍ​ຄົນ​ມີ​ຄ່າ​ທີ່​​ເສຍ​ໄປ. ໂດຍ​ຜ່ານ​ຄໍາ​ອຸ​ປະ​ມາ​ເລື່ອງ​ນີ້, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​​​ໄດ້ສອນ​ຫຍັງ​ແດ່​ໃຫ້​ແກ່​ພວກ​ເຮົາ​ ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ຕອບ​ຮັບ​ສະພາບ​ການ ​ເມື່ອ​ບາງ​ຄົນ​ໃນຄອບ​ຄົວ​ໄດ້​ຫລົງ​ທາງ​ໄປ?

ລູກ​ຊາຍ​ທີ່​ເສຍ​ໄປ​​ໄດ້​ບອກ​ພໍ່​ຂອງ​ລາວ​ວ່າ​ ລາວ​ຢາກ​ໄດ້​ມໍ​ລະ​ດົກ​ຂອງ​ລາວ​ດຽວ​ນີ້. ລາວ​ຢາກ​ອອກ​ຈາກ​ຄວາມ​ປອດ​ໄພ​ຂອງ​ບ້ານ​ເຮືອນ​ ແລະ​ ຄອບ​ຄົວ ແລະ ​ຕາມ​ຫາ​ສິ່ງ​ທີ່​ເປັນ​ທາງ​ໂລກ (ເບິ່ງ ລູກາ 15:12–13). ​ຄໍາ​ອຸ​ປະ​ມາ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ກ່ຽວ​ກັບເລື່ອງ​ນີ້ ຜູ້​ເປັນ​ພໍ່​ໄດ້​ຕອບ​ສະ​ໜອງ​ດ້ວຍ​ຄວາມ​ຮັກ​ໂດຍ​ມອບ​​ມໍ​ລະ​ດົກ​ໃຫ້​ລູກ​ຊາຍ. ແນ່​ນອນ​ຜູ້ເປັນ​ພໍ່​ຕ້ອງ​ໄດ້​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເທົ່າ​ທີ່​ຈະ​ເຮັດ​ໄດ້ ​ເພື່ອໃຫ້​ລູກ​ຊາຍ​ຢູ່​ກັບ​ຕົນຕໍ່ໄປ. ເຖິງ​ຢ່າງ​ໃດ​ກໍ​ຕາມ​, ເມື່ອ​ລູກ​ຊາຍ​​ທີ່​ໃຫຍ່​ແລ້ວໄດ້​ເລືອກ​, ຜູ້​ເປັນ​ພໍ່​ທີ່ສະ​ຫລາດ​ນີ້​ກໍ​ໄດ້ປ່ອຍ​ໃຫ້​ລາວ​ໄປ. ແລ້ວ​ຜູ້​ເປັນ​ພໍ່​ໄດ້​ສະ​ແດງ​ຄວາມ​ຮັກ​ຢ່າງ​ຈິງ​ໃຈ, ແລະ​ ເພິ່ນ​​ໄດ້ເຝົ້າ​ເບິ່ງ​ ແລະ ​ເພິ່ນ​ໄດ້​ລໍ​ຖ້າ (ເບິ່ງ​ ລູກາ 15:20).

ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ມີ​ປະ​ສົບ​ການ​ທີ່​ຄ້າຍ​ຄື​ກັນນີ້​. ອ້າຍນ້ອງ​ສອງ​ຄົນທີ່​ຊື່ສັດ​ຂອງ​ຂ້າ​ພະ​ເຈົ້າ, ເອື້ອຍ​ທີ່​ດີ​ເລີດ, ແລະ​ ຂ້າ​ພະ​ເຈົ້າ​ເອງ​ໄດ້​ຮັບການ​ລ້ຽງດູ​​ໂດຍ​ພໍ່​ແມ່​ທີ່​ເປັນ​ຕົວ​ຢ່າງ​ທີ່​ດີ. ພວກ​ເຮົາ​ໄດ້​ຮັບ​ການສິດ​ສອນ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ໃນ​ບ້ານ​ເຮືອນ​ຂອງ​ພວກ​ເຮົາ​, ພວກ​ເຮົາ​ໄດ້​ກາຍ​​ເປັນ​ຜູ້​ໃຫຍ່​ຢ່າງ​ສໍາ​ເລັດ​ຜົນ, ແລະ ​ພວກ​ເຮົາ​ທັງ​ສີ່​ຄົນ​ໄດ້​ຜະ​ນຶກ​ໃນ​ພຣະ​ວິ​ຫານ​ກັບ​ຄູ່​ສົມ​ລົດ. ​ເຖິງຢ່າງ​ໃດ​ກໍ​ຕາມ​, ໃນ​ປີ 1994 ຜູ້​ເປັນ​ເອື້ອຍ ຊື່ ຊູສັນ ໄດ້​ເລີ່ມ​ບໍ່​ເຊື່ອ​ໃນ​ສາດ​ສະ​ໜາ​ຈັກ​ ແລະ ​ຄໍາ​ສອນ​ບາງ​ສ່ວນ. ນາງ​ໄດ້​ຖືກ​ຊັກ​ຈູງ​ໂດຍ​ຜູ້​ທີ່​ເຍາະ​ເຍີ້ຍ​ ແລະ ​ວິ​ພາກ​ວິ​ຈານ​ຜູ້​ນໍາ​ຂອງ​​ສາດ​ສະ​ໜາ​ຈັກ​ໃນ​ສະ​ໄໝ​ຕົ້ນ. ນາງ​ໄດ້​​ປ່ອຍໃຫ້​ສັດ​ທາ​ໃນ​ສາດ​ສະ​ດາ​ ແລະ ​ອັກ​ຄະ​ສາ​ວົກ​ ລົດ​ນ້ອຍ​ລົງ​. ເມື່ອເວ​ລາ​​ຜ່ານ​ໄປ, ຂໍ້​ສົງ​​ໄສ​ຂອງ​ນາງ​ໄດ້​ເອົາ​ຊະ​ນະ​ສັດ​ທາ​ຂອງ​ນາງ​, ແລະ ​ນາງ​ໄດ້​ເລືອກ​ທີ່​ຈະ​ອອກ​ໄປຈາກ​ສາດ​ສະ​ໜາ​ຈັກ​. ​ເອື້ອຍຊູສັນ ​ໄດ້​ອະນຸ​ຍາດ​ໃຫ້​ຂ້າ​ພະ​ເຈົ້າ​ແບ່ງ​ປັນ​ເລື່ອງ​ຂອງ​ນາງ​ ໂດຍ​ມີ​ຄວາມ​ຫວັງ​ວ່າ​ມັນ​ອາດ​ຈະ​ຊ່ອຍ​ຜູ້​ອື່ນ​ໄດ້.

ອ້າຍນ້ອງ​​ຂອງ​ຂ້າພະ​ເຈົ້າ ແລະ​ ຂ້າ​ພະ​ເຈົ້າ ແລະ ແມ່​ຜູ້​ເປັນ​ໝ້າຍ​ຂອງ​ພວກ​ເຮົາ​ ໄດ້ເສຍ​ໃຈ​ຢ່າງ​ໜັກ. ພວກ​ເຮົາ​ຄິດ​ບໍ່​ອອກ​ວ່າ ​ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ນາງ​ປະ​ຖິ້ມ​ຄວາມ​ເຊື່ອ​ຂອງ​ນາງ. ການ​ເລືອກ​ຂອງ​ເອື້ອຍ​ຂອງ​ຂ້າພະ​ເຈົ້າ ​ເບິ່ງ​ຄື​ວ່າ​ຈະ​ເຮັດ​ໃຫ້​ແມ່​ຂອງ​ພວກ​ເຮົາ​ເຈັບ​ປວດ​ໃຈ​ຫລາຍ.

ອ້າຍນ້ອງ​ຂອງ​ຂ້າພະ​ເຈົ້າ​ ແລະ ​ຂ້າ​ພະ​ເຈົ້າ​ ໄດ້​ຮັບ​ໃຊ້​ເປັນ​ອະ​ທິ​ການ​ ແລະ ​ປະ​ທານ​ກຸ່ມ​, ແລະ ​ພວກ​ເຮົາ​ໄດ້​ປະ​ສົບ​ກັບຄວາມ​ສຸກ​ໃນ​ຜົນ​ສໍາ​ເລັດ​ທີ່​ມີ​ກັບ​ສະ​ມາ​ຊິກ​ໃນ​ຫວອດ ແລະ ​​ໃນກຸ່ມ​ ໃນ​ການ​ທີ່​ພວກ​ເຮົາ​ຈາກ​ແກະ​ເກົ້າ​ສິບ​ເກົ້າ​ໂຕ​ໄປ​ ແລະ​ ໄດ້​ຊອກ​ຫາ​ໂຕ​ໜຶ່ງ​. ເຖິງ​ຢ່າງ​ໃດ​ກໍ​ຕາມ​, ໃນ​ກໍລະ​ນີ​​ຂອງເອື້ອຍ​ຂອງ​ພວກ​ເຮົາ​, ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ຫລົດ​ລະຂອງ​ພວກ​ເຮົາ​ທີ່​ຈະ​ຊ່ອຍ​ກອບ​ກູ້​ນາງ ​ແລະ ​ເຊື້ອ​ເຊີນ​ນາງ​ກັບ​ຄືນ​ມາ​ຫລາຍ​ເທົ່າ​ໃດ, ຍິ່ງ​ເຮັດ​ໃຫ້​ນາງ​ຄ່ອຍໆຖອຍ​ຫ່າງ​ອອກ​ໄປ​ເທົ່າ​ນັ້ນ.

ຂະນະ​ທີ່​ພວກ​ເຮົາ​ສະ​ແຫວງ​ຫາ​ການ​ຊີ້​ນໍາ​ຈາກສະ​ຫວັນ ​ເພື່ອ​​ຈະຮູ້​ວິ​ທີ​ການ​ທີ່​ພວກ​ເຮົາ​ອາດ​ຈະ​ຕອບ​ສະ​ໜອງ​ຕໍ່​ນາງ​, ກໍ​ປະ​ກົດ​ວ່າ​ພວກ​ເຮົາ​ຕ້ອງ​ປະ​ຕິ​ບັດ​ຕາມ​ຕົວ​ຢ່າງ​ຂອງ​ຜູ້​ເປັນ​ພໍ່​ໃນ​ຄໍາ​ອຸ​ປະ​ມາ​ເລື່ອງ​ລູກ​ຊາຍ​ທີ່​ເສຍ​ໄປ​. ​ເອື້ອຍຊູ​ສັນໄດ້​ເລືອກ​ແລ້ວ​, ແລະ ​ພວກ​ເຮົາ​ຕ້ອງ​ໄດ້​ປ່ອຍ​ໃຫ້​ນາງ​ໄປ​, ແຕ່​ບໍ່​ແມ່ນ​​ເພາະນາງ​ບໍ່​ຮູ້ ​ແລະ ​ຮູ້​ສຶກ​​ເຖິງຄວາມ​ຮັກ​ອັນ​ຈິງ​ໃຈ​​ຂອງ​ພວກ​ເຮົາ​ທີ່​ມີຕໍ່​ນາງ​. ​ດັ່ງ​ນັ້ນ​, ດ້ວຍ​ຄວາມ​ຮັກ​ ແລະ ​ຄວາມ​ເມດ​ຕາ​ທີ່​ເກີດ​ຂຶ້ນໃໝ່​, ພວກ​ເຮົາ​ຈຶ່ງໄດ້​ເຝົ້າ​ເບິ່ງ​ ແລະ ​ລໍ​ຖ້າ​.

ແມ່​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ເຊົາ​ຮັກ ​ແລະ ບໍ່​ເຄີຍ​ເຊົາ​​ເປັນ​ຫ່ວງ​ເປັນ​ໃຍ​​ເອື້ອຍຊູ​ສັນ​. ທຸກ​ເທື່ອ​ທີ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ພຣະ​ວິ​ຫານ​, ​ເພິ່ນ​ໄດ້​ຈົດ​ຊື່ເອື້ອຍຊູສັນໃສ່​ເຈ້ຍ​ຂໍ​ໃຫ້​ອະ​ທິ​ຖານ​ເພື່ອ​, ​ແລະ ​ບໍ່​​ເຄີຍສູນ​ເສຍ​ຄວາມ​ຫວັງ​ຈັກ​ເທື່ອ. ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ ແລະ ​ພັນ​ລະ​ຍາ​, ຜູ້​ທີ່​ຢູ່​ໃກ້​ທີ່​ສຸດ​ກັບເອື້ອຍຊູສັນ ໃນ​ລັດ​ຄາ​ລີ​ຟໍ​ເນຍ​, ໄດ້​ເຊື້ອ​ເຊີນ​ນາງ​ໃຫ້​ເຂົ້າ​ຮ່ວມ​ກິດ​ຈະ​ກໍາ​ທັງ​ໝົດ​ຂອງ​ຄອບ​ຄົວ​. ​ເຂົາ​ເຈົ້າ​​ໄດ້​​ຈັດ​ອາ​ຫານຄ່ຳຢູ່​ໃນ​ບ້ານ​ຂອງ​ເຂົາ​ເຈົ້າ​ ​ເພື່ອ​ສະຫລອງ​ວັນ​ເກີດ​ຂອງເອື້ອຍຊູ​ສັນ​ແຕ່​ລະ​ປີ​. ເຂົາ​ເຈົ້າ​ໄດ້​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເຂົາ​ເຈົ້າ​ຕິດ​ຕໍ່​ກັບ​ນາງ​ເລື້ອຍໆ ແລະ​ ວ່າ​ນາງ​ຮັບ​ຮູ້​ເຖິງ​ຄວາມ​ຮັກ​ອັນ​ແທ້​ຈິງ ທີ່​ເຂົາ​ເຈົ້າມີ​ຕໍ່​ນາງ.

ນ້ອງ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ ແລະ​ ພັນ​ລະ​ຍາ​ຂອງ​ລາວ​ໄດ້​ພົວ​ພັນ​ກັບ​ລູກໆ​ຂອງເອື້ອຍຊູ​ສັນ ໃນ​ລັດ​ຢູ​ທາ​ ແລະ ເອົາ​ໃຈ​ໃສ່​ເຂົາ​ເຈົ້າ ​ແລະ ​ຮັກ​ເຂົາ​ເຈົ້າ​. ເຂົາ​ເຈົ້າ​ໄດ້​ເຮັດ​ໃຫ້​ແນ່​ໃຈ​ວ່າ​ລູກໆ​ຂອງ​ນາງ​ໄດ້​ຮັບ​ເຊື້ອ​ເຊີນ​ໄປ​ຮ່ວມ​ໃນ​ການເຕົ້າ​ໂຮມ​ຂອງ​ຄອບ​ຄົວ​, ແລະ ​ເມື່ອ​ຮອດ​ເວ​ລາ​ທີ່​ຫລານ​ຂອງ​ເອື້ອຍຊູ​ສັນຈະ​ໄດ້​ຮັບ​ບັບ​ຕິ​ສະ​ມາ, ນ້ອງ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໄດ້ຢູ່​​ທີ່ນັ້ນ​ເພື່ອ​ປະ​ຕິ​ບັດ​ພິ​ທີ​ການ​. ​ເອື້ອຍຊູ​ສັນກໍມີ​ຄູ​ສອນ​ປະ​ຈໍາ​ບ້ານ ແລະ ຄູ​ຢ້ຽມ​ສອນ​ຜູ້​ຮັກ​ແພງ​ ແລະ ​ບໍ່​ເຄີຍທໍ້ຖອຍ​ໃຈ​.

ເມື່ອ​ລູກໆ​ຂອງ​ພວກ​ເຮົາ​ໄດ້​ອອກ​ໄປ​ເຜີຍ​ແຜ່​ສາດ​ສະໜາ ແລະ ​ໄດ້​ແຕ່ງ​ງານ​, ​ເອື້ອຍຊູ​ສັນກໍໄດ້​ຖືກເຊື້ອ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ນຳ​ຄອບ​ຄົວ​ໃນ​ການ​ສະ​​ເຫລີ​ມສະຫລອງ​ເຫລົ່ານີ້​. ພວກ​ເຮົາ​ໄດ້​ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ​ທີ່​ຈະ​ສ້າງ​ກິດ​ຈະ​ກໍາ​ຂອງ​ຄອບ​ຄົວ​ເພື່ອ​ວ່າ ​ເອື້ອຍຊູ​ສັນ ແລະ ​ລູກໆ​ຂອງ​ນາງ​ຈະ​ຢູ່​ນຳ​ພວກ​ເຮົາ ​ແລະ ເຂົາ​ເຈົ້າ​ຈະ​ຮູ້​ວ່າ​ ພວກ​ເຮົາ​ຮັກ​ເຂົາ​ເຈົ້າ​ ແລະ​ ວ່າເຂົາ​ເຈົ້າ​ເປັນພາກ​ສ່ວນ​ຂອງ​ຄອບ​ຄົວ​ຂອງ​ພວກ​ເຮົາ​. ເມື່ອ​ເອື້ອຍຊູ​​ສັນໄດ້​ຮັບ​ປະ​ລິນ​ຍາ​ຂັ້ນ​ສູງ​ໃນ​ມະຫາ​ວິ​ທະ​ຍາ​ໄລ​ແຫ່ງ​ໜຶ່ງ​ໃນ​ລັດ​ຄາ​ລີຟໍ​ເນຍ​, ພວກ​ເຮົາ​ທຸກ​ຄົນ​ໄດ້​ໄປ​ຮ່ວມ​ພິທີ​ຮັບ​ປະ​ລິນ​ຍາ​ ເພື່ອ​ສະໜັບສະ​ໜູນ​ນາງ​. ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ບໍ່​ສາ​ມາດ​ຍອມ​ຮັບ​​ການ​ເລືອກ​ທັງ​ໝົດ​ຂອງ​ນາງ​, ແຕ່​ແນ່ນອນ​ວ່າພວກ​ເຮົາ​ສາ​ມາດ​ຍອມ​ຮັບນາງ​ໄດ້​. ພວກ​ເຮົາ​ໄດ້ຮັກ​, ພວກ​ເຮົາ​ໄດ້​ເຝົ້າ​ເບິ່ງ​, ແລະ ​ພວກ​ເຮົາໄດ້​ລໍ​ຖ້າ​.

ໃນ​ປີ 2006​, ຫລັງ​ຈາກ 12 ປີ​ໄດ້​ຜ່ານໄປ​ ນັບ​ຕັ້ງ​ແຕ່ເອື້ອຍຊູ​ສັນ​ໄດ້ອອກ​ຈາກສາດ​ສະ​ໜາ​ຈັກ​ໄປ​, ລູກ​ສາວ​ຂອງ​ພວກ​ເຮົາ ຊື່​ ເຄ​ຕີ້ ກັບ​ສາ​ມີ​ຂອງ​ນາງ​ໄດ້​ຍ້າຍ​ໄປ​ຢູ່ລັດ​ຄາ​ລີຟໍ​ເນຍ​ ເພື່ອ​ສາ​ມີ​ຈະ​ສາ​ມາດ​ເຂົ້າ​​ໂຮງຮຽນ​ກົດໝາຍໄດ້​. ເຂົາ​ເຈົ້າ​ໄດ້ຢູ່​ໃນ​ເມືອງດຽວ​ກັນ​ກັບເອື້ອຍຊູ​ສັນ​. ຄູ່​ຜົວ​ເມຍ​ໜຸ່ມ​ນີ້​ໄດ້​ອາ​ໄສ​ປ້າຊູ​ສັນ ຂອງ​ເຂົາ​ເຈົ້າ​ສໍາ​ລັບ​ການ​​ຊ່ອຍ​​ເຫລືອ ​ແລະ ​ສະ​ໜັບສະ​ໜູນ, ແລະ ​ເຂົາ​ເຈົ້າໄດ້​ຮັກ​ນາງ​. ​ເອື້ອຍຊູ​ສັນໄດ້​ຊ່ອຍດູ​ແລ​ຫລານ​ຜູ້​ມີ​ອາ​ຍຸ​ສອງ​ປີ​ຂອງ​ພວກ​ເຮົາ​, ຊື່​ ລູ​ສີ, ແລະ ຊູ​ສັນ. ລາວໄດ້​ເຫັນ​ຕົນ​ເອງ​ຊ່ອຍ​ເຫລື​ອ ລູ​ສີ ​ໃນ​ການ​ອະ​ທິ​ຖານ​ທຸກ​ຄືນ​ຂອງ​ຫລານ​. ​ມື້​ໜຶ່ງ ເຄ​ຕີ້ ໄດ້​ໂທ​ຫາ​ຂ້າ​ພະ​ເຈົ້າ​ ແລະ​ ຖາມ​ ຖ້າ​ຫາກ​ວ່າ ​ເອື້ອຍຊູ​ສັນຈະ​ກັບ​ຄືນ​ມາ​ຫາ​ສາດ​ສະ​ໜາ​ຈັກ​ຫລື​ບໍ່ ​ໃນ​ມື້ໜຶ່ງ. ຂ້າ​ພະ​ເຈົ້າ​ຮັບ​ປະ​ກັນ​ຕໍ່​ນາງ​ວ່າ ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ​ນາງ​ຈະ​ກັບ​ຄືນ​ມາ​ຢູ່​ ແລະ ວ່າ​ພວກ​ເຮົາ​ຈະ​ຕ້ອງອົດ​ທົນຕໍ່​ໄປ. ​ສາມ​ປີ​ຈາກ​ນັ້ນ​, ດ້ວຍ​ຄວາມ​ຮັກທີ່​ບໍ່​​ເສື່ອ​ມຄາຍ, ພວກ​ເຮົາໄດ້​ເຝົ້າ​ເບິ່ງ​ ແລະ ​ພວກ​ເຮົາ​ໄດ້​ລໍ​ຖ້າ​.

ເມື່ອ​ຫົກ​ປີ​ກ່ອນ​ທ້າຍ​ອາ​ທິດ​ນີ້​, ​ຂ້າ​ພະ​ເຈົ້າ​ ແລະ ​ພັນ​ລະ​ຍາ​, ມາ​ເຊຍ, ໄດ້​ນັ່ງ​ຢູ່​ແຖວ​ທາງ​ໜ້າ​ຂອງ​ສູນ​ກາງ​ປະ​ຊຸມ​ນີ້​. ໃນ​ມື້​ນັ້ນ​ ຂ້າ​ພະ​ເຈົ້າ​ກຳ​ລັງ​ຈະ​ໄດ້​ຮັບ​ການ​ສະໜັບ​ສະໜູນ​ໃຫ້​ເປັນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ຄົນ​ໃໝ່. ມາ​ເຊຍ​, ຜູ້​ທີ່​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ສະ​ເໝີ, ໄດ້​ຈົດ​ຂໍ້ຄວາມ​ໄວ້​ໃຫ້​ຂ້າ​ພະ​ເຈົ້າ​ ຊຶ່ງອ່ານ​ວ່າ​, “ນ້ອງ​ຄິດ​ວ່າ​ມັນ​ຮອດ​ເວ​ລາ​ແລ້ວ​ທີ່​ເອື້ອຍຊູ​ສັນ​ຈະກັບ​ຄືນ​ມາ​.” ລູກ​ສາວ​ຂອງ​ຂ້າ​ພະ​ເຈົ້າ​ ເຄ​ຕີ້​ ໄດ້​ແນະ​ນໍາ​ຂ້າ​ພະ​ເຈົ້າ​ໃຫ້​ອອກ​ຈາກກອງ​ປະ​ຊຸມ ແລະ ​ໂທ​ຫາເອື້ອຍຊູ​ສັນ ເພື່ອ​ເຊື້ອ​ເຊີນ​ນາງ​​ໃຫ້ເບິ່ງ​ກອງ​ປະ​ຊຸມ​ໃຫຍ່ມື້​ນັ້ນ​.

ໂດຍ​ໄດ້​ຮັບ​ການ​ກະ​ຕຸ້ນ​ຈາກ​ຜູ້​ຍິງທີ່​ດີ​ເລີດ​ສອງ​ຄົນ​ນີ້​, ຂ້າ​ພະ​ເຈົ້າ​ຈຶ່ງໄດ້​ຍ່າງ​ໄປ​ທີ່​ຫ້ອງ​ໂຖງ​ຂ້າງນອກ ແລະ ໂທ​ຫາ​ເອື້ອຍ​ຂອງ​ຂ້າ​ພະ​ເຈົ້າ​. ຂ້າ​ພະ​ເຈົ້າ​ໄດ້​ປະ​ຂໍ້​ຄວາ​ມ​ໄວ້​ໃຫ້​ນາງ ແລະ ​ພຽງ​ແຕ່​ເຊື້ອ​ເຊີນ​ນາງໃຫ້​ເບິ່ງ​​ກອງ​ປະ​ຊຸມ​ໃຫຍ່​ພາກ​ນັ້ນ​. ນາງ​ໄດ້​ຮັບ​ຂໍ້​ຄວາມ​. ​ພວກ​ເຮົາ​ປື້ມ​ໃຈ​ຫລາຍ ເພາະ​ນາງ​ຮູ້​ສຶກ​​ເຖິງການ​ກະຕຸ້ນ​ໃຫ້​ເບິ່ງທຸກ​ພາກ​ຂອງ​ກອງ​ປະ​ຊຸມ​. ນາງ​ໄດ້​ຍິນ​ຈາກ​ສາດ​ສະ​ດາ​ ແລະ ​ອັກ​ຄະ​ສາ​ວົກ​ທີ່​ນາງ​ໄດ້​ຮັກ​ໃນ​ຫລາຍ​ປີ​ກ່ອນ​ໜ້າ​ນັ້ນ​. ນາງ​ໄດ້​ພົບ​ເຫັນ​ຊື່​ໃໝ່ທີ່​ບໍ່​​ເຄີຍໄດ້​ຍິນ​ມາ​ກ່ອນ​, ເຊັ່ນ ປະ​ທານ​ອຸກ​ດອບ ແລະ ແອວ​ເດີ​ແບ໊ດ​ນາ​, ​ຄຸກ​, ຄຣິສ​ໂຕ​ເຟີ​ສັນ, ແລະ ແອນເດີເຊັນ​. ໃນ​ລະ​ຫວ່າງ​ປະ​ສົບ​ການ​ອັນ​ພິ​ເສດ​ນີ້ ແລະ ​ອື່ນໆ​ທີ່​ຖືກ​ສົ່ງ​ມາ​ຈາກ​ສະ​ຫວັນ, ເອື້ອຍ​ຂອງ​ຂ້າ​ພະ​ເຈົ້າ​—ຄ້າຍ​ຄື​ລູກ​ຊາຍ​ທີ່​ເສຍ​—ໄດ້​ສຳ​ນຶກ​ຕົວ (ເບິ່ງ ​ລູກາ 15:17). ຄໍາ​ເວົ້າ​ຂອງ​ສາດ​ສະ​ດາ ແລະ ​ອັກ​ຄະ​ສາ​ວົກ​ ແລະ​ ຄວາມ​ຮັກ​ຂອງ​ຄອບ​ຄົວ​ຂອງ​ນາງ​ໄດ້​ກະ​ຕຸ້ນ​ນາງ​ໃຫ້​ກັບ​ຕົວ​ ແລະ ​ເລີ່ມ​ຕົ້ນ​ການ​ຍ່າງ​ກັບ​ຄືນ​ໄປ​ບ້ານ​. ຫລັງ​ຈາກ 15 ປີ​ ລູກ​ສາວ ແລະ ເອື້ອຍ​ຂອງ​ພວກ​ເຮົາ​ຜູ້​ທີ່​ໄດ້​​ເສຍ​​ໄປ ໄດ້​ຖືກ​ພົບ​ເຫັນ​ແລ້ວ. ການ​ເຝົ້າ​ເບິ່ງ ແລະ ​ການ​ລໍ​ຖ້າ ​ໄດ້​ຈົບ​ລົງ​ແລ້ວ.

​ເອື້ອຍຊູ​ສັນໄດ້ອະ​ທິ​ບາຍ​ປະ​ສົບ​ການ​ນີ້​ ຄ້າຍ​ຄື​ລີ​ໄຮ​ອະ​ທິ​ບາຍ​ໃນ​ພຣະ​ຄໍາ​ພີ​ມໍ​ມອນ​. ນາງ​ໄດ້​ປ່ອຍ​ຮາວ​ເຫລັກ​​ໄປ ແລະ​ ພົບ​ເຫັນ​ຕົນ​ເອງ​ຢູ່​ໃນ​ໝອກ​ແຫ່ງ​ຄວາມ​ມືດ (ເບິ່ງ 1 ນີ​ໄຟ 8:23). ນາງ​ກ່າວ​ວ່າ​ ນາງ​ບໍ່​ຮູ້​ວ່າ​ຕົນ​ເອງ​ໄດ້​ຫລົງ​ທາງໄປ​ ຈົນ​ກວ່າ​ສັດ​ທາ​ຂອງ​ນາງ​ໄດ້​ຮັບການ​ກະ​ຕຸ້ນ​ ​ໃຫ້ຕື່ນ​ຂຶ້ນ​ໂດຍ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​, ຊຶ່ງ​​ໄດ້​​ເຮັດ​ໃຫ້ນາງ​ເຫັນ​ຢ່າງ​ແຈ່ມ​ແຈ້ງ​ເຖິງຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ສິ່ງ​ທີ່​ນາງ​ໄດ້​ປະ​ສົບ​ຢູ່​ໃນ​ໂລກ​ ແລະ ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ​ຄອບ​ຄົວ​ຂອງ​ນາງ​ມີ​ສຳລັບ​ນາງ.

ການ​ມະ​ຫັດ​ສະ​ຈັນ​ໄດ້​ເກີດ​ຂຶ້ນ​ໃນ​ໄລ​ຍະ​ຫົກ​ປີ​ຜ່ານ​ມາ​ນີ້. ​ເອື້ອຍຊູ​ສັນມີ​ປະ​ຈັກ​ພະ​ຍານ​ໃໝ່​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ​. ນາງ​ໄດ້​ຮັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ. ນາງ​ໄດ້​ຮັບ​ໃຊ້​ເປັນ​ພະ​ນັກ​ງານ​ພິ​ທີ​ການ​ໃນ​ພຣະ​ວິ​ຫານ​, ແລະ​ ປະ​ຈຸ​ບັນ​ນີ້​ ນາງ​ສອນ​ຫ້ອງ​ຮຽນ​ຄຳ​ສອນພຣະ​ກິດ​ຕິ​ຄຸນ​ຢູ່​ໃນ​ຫວອດ​ຂອງ​ນາງ​. ປະຕູ​ສະ​ຫວັນ​ໄດ້​ເປີດ​ໃຫ້​ລູກຫລານ​ຂອງ​ນາງ​, ແລະ ​ເຖິງ​ແມ່ນ​ວ່າ​ໄດ້​ມີ​ຜົນ​ສະ​ທ້ອນ​ທີ່​ຫຍຸ້ງ​ຍາກ​, ​ແຕ່​ນາງ​ຮູ້​ສຶກ​ຄ້າຍ​ຄື​ວ່າ​ ນາງ​ບໍ່​ເຄີຍ​ໄດ້ຈາກ​ໄປ​ເລີຍ.

ບາງຄົນ​ໃນ​ພວກ​ທ່ານ​, ຄ້າຍ​ຄື​ກັບ​ຄອບ​ຄົວນຽວສັນ​, ມີ​ຄົນ​​ໃນຄອບ​ຄົວ​ທີ່​ໄດ້​ຫລົງ​ທາງ​​ໄປ​ຊົ່ວ​ໄລຍະ​ໜຶ່ງ​. ຄໍາ​ແນະ​ນໍາ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ແກ່​ທຸກ​ຄົນ​ທີ່​ມີ​ແກະ 100 ໂຕ​ ແມ່ນ​ໃຫ້​ປະ​ແກະ​ເກົ້າ​ສິບ​ເກົ້າ​ໂຕ ແລະ ​ອອກໄປ​ຕາມ​ຫາ​ ​ແກະ​ໂຕ​ທີ່​​ເສຍ​ໄປ​. ຄຳ​​ແນະນຳ​ຂອງ​ພຣະ​ອົງ​ສຳລັບຜູ້​ທີ່​ມີ​ເງິນ​ 10 ຫລຽນ ແລະ ​ສູນ​ເສຍ​ຫລຽນ​ໜຶ່ງ​​ໄປ ແມ່ນ​ໃຫ້​ຊອກ​ຫາ​ຈົນ​ກວ່າທ່ານ​ຈະພົບ​ມັນ​. ເມື່ອ​ຜູ້​ສູນ​ເສຍ​ນັ້ນ​ເປັນ​ລູກ​ຊາຍ​ ຫລື ​ລູກ​ສາວ​ຂອງ​ທ່ານ​, ອ້າຍ​ເອື້ອຍ​ນ້ອງ​ຂອງ​ທ່ານ​, ແລະ​ ​ເຂົາໄດ້​ເລືອກ​ເອງ​ທີ່​ຈະ​ຈາກ​ໄປ, ​ພວກເຮົາ​ໄດ້​ຮຽນ​ຮູ້​ຢູ່​ໃນ​ຄອບ​ຄົວ​ຂອງພວກ​ເຮົາ​, ຫລັງ​ຈາກ​ພວກເຮົາ​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​, ​ພວກເຮົາ​ຮັກ​ຄົນ​ນັ້ນ​ດ້ວຍ​ສຸດ​ໃຈ​ ແລະ​ ​ພວກເຮົາ​ເຝົ້າ​ເບິ່ງ​, ພວກເຮົາ​ອະ​ທິ​ຖານ​, ແລະ ​ພວກ​ເຮົາ​ລໍ​ຖ້າ​ອິດ​ທິ​ພົນຂອງ​ພຣະ​ຜູ້​ເປັນ​ເຈົ້າ​.

ບາງ​ທີ​ ບົດ​ຮຽນ​ອັນສໍາ​ຄັນ​ທີ່​ສຸດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສອນ​ຂ້າ​ພະ​ເຈົ້າ​ໂດຍ​ຜ່ານ​ຂະ​ບວນ​ການ​ນີ້​ ໄດ້​ເກີດ​ຂຶ້ນ​ໃນ​ໄລ​ຍະ​ການ​ສຶກ​ສາ​ພຣະ​ຄໍາ​ພີ​ໃນ​ຄອບ​ຄົວ​ຂອງ​ພວກ​ເຮົາ​ ຫລັງຈາກ​ເອື້ອຍ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ອອກ​​ໄປຈາກ​ສາດ​ສະ​ໜາ​ຈັກ​. ເດ​ວິດ​ ລູກ​ຊາຍ​ຂອງ​ພວກ​ເຮົາ​ໄດ້​ອ່ານ ລູກາ ບົດ​ທີ 15 ອອກສຽງ ຕອນ​ພວກ​ເຮົາ​ໄດ້​ສຶກ​ສາ​ນຳກັນ​. ໃນ​ຂະ​ນະ​ທີ່​ລາວ​ອ່ານ​ຄໍາ​ອຸ​ປະ​ມາ​ເລື່ອງ​ລູກ​ຊາຍ​ທີ່​ເສຍ​ໄປ​, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ມັນ​ມື້​ນັ້ນ​ ໃນ​ຄວາມ​ໝາຍ​ທີ່​ແຕກ​ຕ່າງ​ກັບ​​ເທື່ອ​ຜ່ານ​ມາ ທີ່​ຂ້າພະ​ເຈົ້າ​​ເຄີຍ​ໄດ້​ຍິນ​​. ເພາະ​ເຫດ​ຜົນ​ບາງ​ຢ່າງ​, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ໃຈ​ກັບ​ລູກ​ຊາຍ​ຜູ້​ທີ່​ຢູ່​ເຮືອນ​. ໃນ​ຂະ​ນະ​ທີ່​ເດ​ວິດ​ອ່ານ​ໃນ​ເຊົ້າ​ມື້​ນັ້ນ​, ຂ້າ​ພະ​ເຈົ້າ​ຮັບ​ຮູ້​ວ່າ ​ໃນ​ບາງ​ຢ່າງ​ ຂ້າພະ​ເຈົ້າ ແມ່ນ​ລູກ​ຊາຍ​ທີ່​ເສຍ​ໄປ​. ພວກ​ເຮົາ​ທຸກ​ຄົນ​ຂາດ​ຈາກ​ລັດ​ສະ​ໝີ​ຂອງ​ພຣະ​ບິ​ດາ (ເບິ່ງ ​ໂຣມ 3:23). ​ເຮົາ​ທຸກ​ຄົນ​ຕ້ອງ​ການ​ ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເພື່ອ​ປິ່ນ​ປົວ​​ເຮົາ​. ​ເຮົາ​ທຸກ​ຄົນ​ຫລົງ​ທາງ ​ແລະ ຢາກ​ຖືກ​ພົບ​ເຫັນ. ການ​ເປີດ​ເຜີຍ​ນີ້​ໃນ​ມື້​ນັ້ນ​ ໄດ້​ຊ່ອຍຂ້າ​ພະ​ເຈົ້າ​ໃຫ້​ຮູ້​ວ່າ​ ຂ້າ​ພະ​ເຈົ້າ ແລະ ​ເອື້ອຍ ​ຕ້ອງ​ການ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ​ແລະ ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​. ແທ້ໆ​ແລ້ວ ​ເອື້ອຍຊູ​ສັນ ແລະ ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ຕາມ​ເສັ້ນ​ທາງ​ດຽວ​ກັນ​ເພື່ອ​ກັບ​ບ້ານ ​ຄືນ​ສູ່​ທີ່​ປະ​ທັບ​ຂອງ​ພ​ຣະບິ​ດາ​ເທິງ​ສະ​ຫວັນ​.

​ພ​ຣະຄຳ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້ລອດ​ໃນ​ຄໍາ​ອຸ​ປະ​ມາ​ຕອນ​ທີ່​ພຣະ​ອົງ​ອະ​ທິ​ບາຍ​ເຖິງ​ການ​ທີ່​ຜູ້​ເປັນ​ພໍ່​ທັກ​ທາຍ​ລູກ​ຊາຍ​ທີ່​ເສຍ​ໄປ​ ມີ​ພະລັງຫລາຍ​, ແລະ​ ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ​ມັນ​ອາດ​ຈະ​ອະ​ທິ​ບາຍ​ເຖິງ​ປະ​ສົບ​ການ​ທີ່​ທ່ານ​ ແລະ ​ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ມີ​ກັບ​ພຣະ​ບິ​ດາ​ໃນ​ເວ​ລາ​ທີ່​ເຮົາ​ກັບ​ຄືນ​ໄປ​ຫາ​ບ້ານ​ແຫ່ງສະ​ຫວັນ​ຂອງ​ເຮົາ​. ມັນ​ສອນ​ໃຫ້​​ເຮົາ​ຮູ້​ເຖິງ​ພໍ່​ຜູ້​ທີ່​ຮັກ​, ຜູ້ລໍ​ຖ້າ ແລະ ເຝົ້າເບິ່ງ. ນີ້​ແມ່ນ​ພ​ຣະ​ຄໍາ​ຂອງ​ຜູ້​ຊ່ອຍ​ໃຫ້​ລອດ ​ທີ່​ວ່າ: “ຂະ​ນະ​ທີ່​ຍັງ​ຢູ່​ຫ່າງໄກ​ຈາກ​ບ້ານ​ພໍ​ສົມ​ຄວນ​, ພໍ່​ກໍ​​ແນມ​ເຫັນ​ລາວ, ແລ້ວ​​ມີ​ຄວາມ​ເມດ​ຕາສົງ​ສານ,​ ຈຶ່ງ​ແລ່ນ​ອອກ​ໄປ​ກອດລູກ​ໄວ້​​ດ້ວຍ​ຄວາມ​ຮັກ​ແພງ” (ລູກາ 15:20).

ຂໍ​ໃຫ້​ທ່ານ ແລະ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ເປີດ​ເຜີຍ​ໃຫ້​ຮູ້​ວິ​ທີ​ການ​ທີ່​ດີ​ທີ່​ສຸດ ​ເພື່ອ​ຈະ​ໄດ້ເຂົ້າ​ໃກ້​ຜູ້​ຄົນ​ໃນ​ຊີ​ວິດ​ຂອງ​​ເຮົາ​ຜູ້​ທີ່​ເສຍໄປ​ ແລະ​ ໃນ​ເວ​ລາ​ທີ່​ຈໍາ​ເປັນ​, ໃຫ້​ມີ​ຄວາມ​ອົດ​ທົນ ແລະ ມີ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ​ພຣະ​ບຸດ​ຂອງ​ພຣະ​ອົງ​, ພຣະ​ເຢ​ຊູ​ຄຣິດ​, ໃນຂະ​ນະ​ທີ່​ເຮົາ​ຮັກ​, ເຝົ້າ​ເບິ່ງ​, ແລະ ລໍ​ຖ້າ​​ຜູ້​ທີ່​ເສຍ​ໄປ​. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​, ອາແມນ​.