​2010–2019
ການ​ກັບ​ຄືນ​ສູ່​ສັດທາ
ເມສາ 2015


10:11

ການ​ກັບ​ຄືນ​ສູ່​ສັດທາ

ເຮົາ​ທຸກ​ຄົນ​ສາມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​​ໃຫ້​ສັດທາ​ຂອງ​ເຮົາ ​ໃນ​ພຣະ​ເຢຊູ​ຄຣິດ ​ໃນການ​ເດີນ​ທາງ​ສ່ວນ​ຕົວ​ຂອງ​ເຮົາ ​ແລະ ພົບ​ຄວາມສຸກ.

​ໃນ​ເຊົ້າຂອງ​ວັນອິດ​ສະ​ເຕີນີ້, ປະທານ​ມອນສັນ​, ພວກ​​ເຮົາ​ມີ​ຄວາມ​ກະຕັນຍູ​ຫລາຍ ທີ່​ໄດ້​ຍິນ​ສຽງ​ຂອງ​ສາດສະດາ​ຂອງພວກ​ເຮົາ. ​ພວກ​​ເຮົາ​ນັບຖືຖ້ອຍ​ຄຳ​ຂອງ​ທ່ານ, ຮ່ວມ​ທັງຄຳ​ແນະນຳ​ຂອງ​ທ່ານ ທີ່​ວ່າ: “ຈົ່ງຊອກ​ຫາ​ຄວາມ​ສຸກໃນການ​ເດີນທາງ”1 ​ແລະ “ອະນາຄົດຈະແຈ່ມ​ແຈ້ງ​ເທົ່າ​ກັບ​ສັດທາ​ຂອງທ່ານ.”2

ປີ​ນີ້ ​ເດັກນ້ອຍ​ຊັ້ນປະຖົມ​ໄວ ​ໄດ້​ແບ່ງປັນ​ຄວາມສຸກ ​ແລະ ຄວາມ​​ເຂັ້ມ​ແຂງ​ຂອງ​ສັດທາ​ຂອງ​ພວກເຂົາ ​ໃນ​ພຣະ​ເຢຊູ​ຄຣິດ ​ເມື່ອພວກ​ເຂົາ​ຮ້ອງ​ເພງ​ ຊື່ວ່າ “​ເຮົາ​ຮູ້​ວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຮັກ​ເຮົາ.”3 ພວກ​ເຂົາ​ຮ້ອງ​ຄວາມ​ຈິງ​ ທີ່​ວ່າ: “​ເຮົາ​ຮູ້​ວ່າ​ພຣະອົງ​ຊົງ​ພຣະຊົນ! ... ​ເຮົາ​ມອບ​ໃຈ​ແດ່​ພຣະອົງ.” ​ເຊັ່ນ​ດຽວ​ກັບ​ເດັກນ້ອຍ​ໃນ​​ຊັ້ນປະຖົມ​ໄວ, ​ເຮົາ​ທຸກ​ຄົນ​ສາມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​​ໃຫ້​ສັດທາ​ຂອງ​ເຮົາ ​ໃນ​ພຣະ​ເຢຊູ​ຄຣິດ ​ໃນການ​ເດີນ​ທາງ​ສ່ວນ​ຕົວ​ຂອງ​ເຮົາ ​ແລະ ພົບ​ຄວາມສຸກ.

​ໃນ​ກອງ​ປະຊຸມ​ສະມາຄົມ​ສະຕີ​ໃນ​ວັນ​ອາທິດ ​ເມື່ອ​ບໍ່ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ຟັງ​ແມ່​ໜຸ່ມ​ຄົນ​ໜຶ່ງ ​ເລົ່າ​​ເລື່ອງການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ນາງ​ໃຫ້​ຟັງ. ນາງ​ໄດ້​ເຕີບ​ໃຫຍ່​ຂຶ້ນ​ໃນ​ສາດສະໜາ​ຈັກ​ນຳ​ພໍ່​ແມ່​ຜູ້​ໄດ້​ສອນ​ພຣະກິດ​ຕິ​ຄຸນ​ໃຫ້​ນາງ. ນາງ​ໄດ້​ໄປຊັ້ນປະຖົມ​ໄວ, ຊັ້ນຍິງ​ໜຸ່ມ, ​ແລະ ຫ້ອງ​ຮຽນ​ສາດສະໜາ. ນາງ​ມັກ​ຮຽນ ​ແລະ ຊອກ​ຫາ​ຄວາມ​ຈິງ. ນາງ​ຢາກ​​ຮູ້​ຄຳ​ຕອບ​​ ຕ່າງ​ໆ​ນາໆ. ​ແອວ​ເດີ ຣະ​ໂຊ ​ເອັມ ​ແນວ​ສັນ ​ໄດ້​ກ່າວ​ວ່າ, “ພຣະຜູ້​ເປັນ​ເຈົ້າຈະ​ສອນ​ຄົນ​ທີ່​ສະ​ແຫວ​ງຫາ ​ເພື່ອ​ຈະຮຽນ​ຮູ້ເທົ່າ​ນັ້ນ.”4 ​ແລະ ຍິງ​ໜຸ່ມ​ຄົນ​ນີ້​ເປັນ​ຄົນ​ສອນ​ງ່າຍ.

ຫລັງ​ຈາກ​ຈົບ​ຊັ້ນມັດທະຍົມ, ນາງ​ໄດ້​​ເຂົ້າມະຫາວິທະຍາ​ໄລ, ​ໄດ້​ຜະ​ນຶກຢູ່​ໃນ​ພຣະວິຫານ ​ເຂົ້າກັບ​ຊາຍທີ່​ເຄີຍ​ໄປ​ສອນ​ສາດສະໜາ, ​ແລະ ມີ​ລູກ​ທີ່​ໜ້າ​ຮັກ​.

​ໂດຍ​ທີ່​ມັກ​ຮຽນ, ​ແມ່​ຄົນ​ນີ້ ​ໄດ້​ຖາມ​ຄຳ​ຖາມ​​​ເລື້ອຍໆ. ​ແຕ່​ເມື່ອຄຳຖາມ​​ຍາກ​ຫລາຍຂຶ້ນ​, ​ສະນັ້ນ ຄຳ​ຕອບ​ກໍ​ຍາກ​ຫລາຍ​ຂຶ້ນຄື​ກັນ. ​ແລະ ບາງ​ເທື່ອ ກໍ​ບໍ່​ໄດ້​ຮັບ​ຄຳ​ຕອບ​ເລີຍ—ຫລື ​ບໍ່ໄດ້​ຮັບ​ຄຳ​ຕອບ​ທີ່ນຳ​ຄວາມ​ສະຫງົບ​ມາ​ໃຫ້. ​ໃນ​ທີ່​ສຸດ ​ເມື່ອ​ນາງ​ພະຍາຍາມ​ຊອກ​ຫາ​ຄຳ​ຕອບ, ນາງ​ຍິ່ງ​ມີ​ຄຳ​ຖາມ​ຫລາຍ​ກວ່າ​ເກົ່າ ​ແລະ ​ເຮັດ​ໃຫ້​ນາງ​ສົງ​​ໄສ​ຮາກ​ຖານ​ແຫ່ງ​ສັດທາ​ຂອງ​ນາງ.

​ໃນ​ລະຫວ່າງ​ເວລາ​ທີ່​ສັບສົນ​ນີ້, ບາງ​ຄົນ​ໄດ້​ບອກ​ນາງ​ວ່າ “​ໃຫ້​ເພິ່ງ​ສັດທາ​ຂອງ​ຂ້ອຍ.” ​ແຕ່​ນາງ​ຄິດ​ວ່າ, “ຂ້ອຍ​ເຮັດ​ແນວ​ນັ້ນບໍ່​ໄດ້. ​ເຈົ້າບໍ່​ເຂົ້າ​ໃຈ; ​ເຈົ້າບໍ່​ມີ​ບັນຫາ​ແບບ​ນີ້​ຄື​ຂ້ອຍ.” ນາງ​ໄດ້​ອະທິບາຍ​ວ່າ, “ຂ້າພະ​ເຈົ້າ​ບໍ່​ຢາກ​​ໂຕ້​ຖຽງ​ກັບ​ຄົນ​ທີ່​ບໍ່​ມີ​ຄວາມ​ສົງ​​ໄສ​ ຖ້າ​ຫາກ​ເຂົາ​ເຈົ້າບໍ່​ໂຕ້​ຖຽງ​ກັບຂ້າພະ​ເຈົ້າ.” ​ແລະ ຫລາຍຄົນ​ກໍ​ບໍ່​ໄດ້​ໂຕ້​ຖຽງ.

ນາງ​ໄດ້​ເວົ້າວ່າ, “ພໍ່​ແມ່​ຂອງ​ຂ້າພະ​ເຈົ້າ ຮູ້ຈັກ​ໃຈ​ຂອງ​ຂ້າພະ​ເຈົ້າດີ ​ແລະ ກໍ​ບໍ່​ລົບ​ລູ່. ພວກ​ເພິ່ນ​ເລືອກ​ທີ່​ຈະ​ຮັກ​ຂ້າພະ​ເຈົ້າ ​ໃນ​ໄລຍະ​ທີ່​ຂ້າພະ​ເຈົ້າຄົ້ນຫາ​ດ້ວຍ​ຕົວ​ເອງ.” ​ເຊັ່ນ​ດຽວ​ກັນນັ້ນ, ອະທິການ​ຂອງ​ແມ່​ໜຸ່ມ​ຄົນ​ນີ້ ມັກ​ເວົ້າລົມ​ກັບ​ນາງ ​ແລະ ບອກ​ນາງ​ເຖິງ​ຄວາມ​ໝັ້ນ​ໃຈ​ຂອງ​ເພິ່ນ​ ​ໃນ​ຕົວ​ນາງ.

ສະມາຊິກ​ໃນ​ຫວອດ ກໍ​ໄດ້​ສະ​ແດງ​ຄວາມ​ຮັກ​ຕໍ່​ນາງ​ຢ່າງ​ບໍ່​ລໍ​ຊ້າ, ​ແລະ ນາງ​ຮູ້ສຶກ​ວ່າ ​ໄດ້​ເປັນ​ພາກສ່ວນ​ໃນ​ຫວອດ. ຫວອດ​ຂອງ​ນາງ​ບໍ່​ໄດ້​ເປັນ​ບ່ອນ​ທີ່​ທຸກ​ຜູ້​ຄົນ​ເບິ່ງ​ຄື​ວ່າ ດີ​ພ້ອມ​ທຸກ​ຢ່າງ; ມັນ​ເປັນ​ບ່ອນ​​ໃຫ້ການ​ບຳລຸງ​ລ້ຽງ.

“​ໜ້າ​ສົນ​ໃຈ,” ນາງ​ເວົ້າ. “​ໃນ​ໄລຍະ​ນີ້​ແຫລະ ທີ່​ຂ້າພະ​ເຈົ້າຮູ້ສຶກ​ມີຄວາມ​ຜູກ​ພັນ​ອັນ​ເລິກ​ຊຶ້ງ ກັບ​ພໍ່​ຕູ້​ແມ່ຕູ້​ຂອງ​ຂ້າພະ​ເຈົ້າ ຜູ້​ໄດ້​ເສຍ​ຊີວິດ​ໄປ​ແລ້ວ.​ ພວກ​ເພິ່ນ​ໄດ້​​ໃຫ້​ກຳລັງ​ໃຈ ​ແລະ ສົ່ງ​ເສີມ​ຂ້າພະ​ເຈົ້າ ​ໃຫ້​ພະຍາຍາມ​ຕໍ່​ໄປ. ຂ້າພະ​ເຈົ້າຮູ້ສຶກ​ວ່າ ​ເພິ່ນ​ບອກ​ວ່າ, ‘​ໃຫ້​ເອົາ​ໃຈ​ໃສ່​ກັບ​ສິ່ງ​ທີ່​ເຈົ້າຮູ້.’”

​ເຖິງ​ແມ່ນນາງ​ໄດ້​ຮັບ​ການ​ສະໜັບ​ສະ​ໜູນ​ຈາກ​ຜູ້​ຄົນ​ຢ່າງ​ຫລວງຫລາຍ, ​ແຕ່​ນາງ​​​ໄດ້ກາຍ​ເປັນ​ສະມາຊິກ​ທີ່​ບໍ່​ເຂັ້ມ​ແຂງ. ນາງ​ໄດ້​ເວົ້າວ່າ, “ຂ້າພະ​ເຈົ້າບໍ່​ໄດ້​​ແຍກ​ຕົວ​ເອງ​ຈາກ​ສາດສະໜາ​ຈັກ ​ເພາະ​ການ​ປະພຶດ​ທີ່​ບໍ່​ດີ, ຫລື ​ເພາະ​ການ​ບໍ່​​ເອົາ​ໃຈ​ໃສ່​ເລື່ອງ​ທາງ​ວິນ​ຍານ, ຫລື ​ເພາະ​ການ​ຊອກ​ຫາ​ຄຳ​ແກ້​ຕົວ​ໃຫ້​ຕົນ ທີ່​ບໍ່​ຮັກສາ​ພຣະບັນຍັດ, ຫລື ​ເພາະ​ການ​ຊອກ​ຫາ​ທາງ​ອອກ​ທີ່​ງ່າຍໆ. ຂ້າພະ​ເຈົ້າຮູ້ສຶກ​ວ່າ ຂ້າພະ​ເຈົ້າຢາກ​ໄດ້​ຄຳ​ຕອບ ​ໃຫ້​ແກ່​ຄຳ​ຖາມ​ ທີ່​ວ່າ ‘​​ແມ່ນ​ຫຍັງ​ທີ່​ເຮົາ​ເຊື່ອ​ແທ້ໆ?’”

​​ໃນຊ່ວງ​ໄລຍະ​ນັ້ນ ນາງ​ໄດ້​ອ່ານ​ປຶ້ມຫົວ​ໜຶ່ງ ທີ່​ຂຽນ​ໂດຍ​ຄຸນ​ແມ່ ທາຣິສາ, ຜູ້​ໄດ້​ບອກ​ເລົ່າ​ຄວາມ​ຮູ້ສຶກ ທີ່​ຄ້າຍຄື​ກັນນັ້ນ. ​ໃນ​ຈົດໝາຍ ປີ 1953, ຄຸນ​ແມ່ ທາ​ຣິສາ ​ໄດ້​ຂຽນ​ວ່າ: “ຈົ່ງ​ອະທິຖານ​ເພື່ອ​ຂ້າພະ​ເຈົ້າດ້ວຍ ​ເພື່ອ​ວ່າ​ຂ້າພະ​ເຈົ້າຈະ​ບໍ່​​ເຮັດ​ໃຫ້​ວຽກ​ງານ​ຂອງ​ພຣະອົງ​ເສື່ອ​ມ​ເສຍ ​ແລະ​ ວ່າ​ພຣະຜູ້​ເປັນ​ເຈົ້າຂອງ​ເຮົາ ຈະ​ສະ​ແດງ​ພຣະອົງ​ເອງ—​ເພາະ​ມີ​ຄວາມ​ມືດ​ມົວ​ຫລາຍ​ໃນ​ຕົວ​ຂ້າພະ​ເຈົ້າ, ຄື​ກັບ​ວ່າ​ທຸກ​ສິ່ງ​ໄດ້​ຕາຍ​​ໄປໝົດ​ແລ້ວ. ມັນ​​ເປັນ​ແບບ​ນີ້​ມາ​ຊົ່ວ​ໄລຍະ​ໜຶ່ງ​ແລ້ວ ນັບຕັ້ງ​ແຕ່​ຂ້າພະ​ເຈົ້າ​ໄດ້​ເລີ່​ມຕົ້ນ ‘ວຽກ​ງານ.’ ຈົ່ງ​ທູນ​ຂໍ​ຄວາມ​ກ້າຫານ​ຈາກ​ພຣະຜູ້​ເປັນ​ເຈົ້າຂອງ​ເຮົາ ​ເພື່ອ​ຂ້າພະ​ເຈົ້າດ້ວຍ.”

ຄຸນ​ພໍ່ ປີ​ແອ ​ໄດ້​ຕອບ​ວ່າ: “ພຣະ​ເຈົ້າ​ໄດ້​ນຳພາ​ທ່ານ, ຄຸນ​ແມ່​ເອີຍ, ທ່ານບໍ່​ໄດ້​ຢູ່​ໃນ​ຄວາມ​ມືດ ດັ່ງ​ທີ່​ທ່ານ​ຄິດ. ​ເສັ້ນທາງ​ທີ່​ຈະ​ເດີນ​ໄປ ອາດ​ບໍ່​ແຈ່ມ​ແຈ້ງ​ ​ໃນ​ທັນທີ​ທັນ​ໃດ. ຈົ່ງ​ອະທິຖານ​ຂໍ​ຄວາມ​ສະຫວ່າງ, ຢ່າ​ຕັດສິນ​ໃຈ​​ແບບ​ຫຸນ​ຫັນ​ທັນ​ແລ່ນ, ​ໃຫ້​ຟັງ​ສິ່ງ​ທີ່​ຄົນ​ອື່ນ​ເວົ້າ, ​ໃຫ້​ພິຈາລະນາ​ເຫດຜົນ​ຂອງ​ເຂົາ​ເຈົ້າ. ທ່ານ​ຈະ​ພົບ​ບາງ​ສິ່ງ ທີ່​ຈະ​ຊ່ອຍ​ເຫລືອ​ທ່ານ​ສະ​ເໝີ. … ​ໂດຍທີ່​ຖືກ​ນຳພາ​ໂດຍ​ສັດທາ ​ໂດຍ​ການ​ອະທິຖານ ​ແລະ ​ໂດຍ​ເຫດຜົນ ດ້ວຍ​ເຈດ​ຕະນາ​ດີ, ທ່ານ​ກໍ​ມີ​ພຽງພໍ​ແລ້ວ.”5

​ເພື່​ອນຂອງ​ຂ້າພະ​ເຈົ້າຄິດ​ວ່າ ຖ້າ​ຫາກ​ຄຸນ​ແມ່ ທາຣິສາ ​ໄດ້​ໃຊ້​ຊີວິດ​ນຳ​ສາດສະໜາ​ຂອງ​ເພິ່ນ ​ໂດຍ​ທີ່​ບໍ່​ໄດ້​ຮັບ​ຄຳ​ຕອບ​​ໃຫ້​ທຸກ​ສິ່ງ ​ແລະ ບໍ່​ໄດ້​ຮັບ​ຄວາມ​ແຈ່ມ​ແຈ້ງ​ແກ່​ທຸກ​ສິ່ງ, ​ແລ້ວ​ບາງທີ​ນາງ​ກໍ​ສາມາດ​ເຮັດ​ໄດ້​ຄື​ກັນ. ນາງ​ສາມາດ​ກ້າວ​ອອກ​ໄປ​ຂ້າງ​ໜ້າ​ດ້ວຍ​ສັດທາ—​ແຕ່​ລະບາດ​ກ້າວ. ນາງ​ສາມາດ​ເອົາ​ໃຈ​ໃສ່​ກັບ​ຄວາມ​ຈິງ ທີ່​ນາງ​ເຄີຍ​ເຊື່ອ ​ແລະ ຍອມ​ໃຫ້​ຄວາມ​ຈິງ​​ເຫລົ່ານັ້ນ ​ເຂົ້າມາສູ່​ຄວາມ​ຄິດ ​ແລະ ຈິດ​ໃຈ​ຂອງ​ນາງ.

​ເມື່ອ​ນາງ​ຫວນ​ຄິດຄືນ​ຫລັງ, ນາງ​ໄດ້​ກ່າວ​ວ່າ, “ປະຈັກ​ພະຍານ​ຂອງ​ຂ້າພະ​ເຈົ້າ ຄື​ກັນ​ກັບ​ເຖົ່າຖ່ານ. ມັນ​ມອດ​ໝົດ​ແລ້ວ. ສິ່ງ​ດຽວ​ທີ່​ເຫລືອ​ຢູ່ ​ແມ່ນ​ພຣະ​ເຢຊູ​ຄຣິດ.” ນາງ​ໄດ້​ກ່າວ​ຕື່ມ​ວ່າ, “​ແຕ່​ພຣະອົງ​ບໍ່​ໄດ້​ຈາກ​ເຮົາ​ໄປ ​ຕອນ​ເຮົາ​ມີ​ຄຳ​ຖາມ. ​ເມື່ອ​ບຸກຄົນ​ໃດ​ໜຶ່ງ​ພະຍາຍາມ​ຮັກສາ​ພຣະບັນຍັດ, ​ເຂົາ​ສາມາດ​ເຂົ້າຫາ​ພຣະອົງ​ໄດ້​ສະ​ເໝີ. ການ​ອະທິຖານ ​ແລະ ການ​ສຶກສາ​ພຣະຄຳ​ພີ ​ໄດ້​ກາຍ​ເປັນ​ສິ່ງ​ທີ່​ສຳຄັນ​ຫລາຍ​ແທ້ໆ.”

ບາດກ້າວ​ທຳ​ອິດ​ທີ່​ຈະ​ສ້າງ​ສັດທາ​ຂອງ​ນາງ ​ແມ່ນ​ການ​ເລີ່​ມຕົ້ນດ້ວຍ​ຄວາມ​ຈິງ​ຂັ້ນພື້ນຖານ. ນາງ​ໄດ້​ຊື້​ປຶ້ມ​ເພງຂອງ​ຊັ້ນປະຖົມ​ໄວ ​ແລະ ​ເລີ່ມຕົ້ນອ່ານ​ເນື້ອ​ເພງ​ເຫລົ່ານັ້ນ. ມັນ​ເປັນ​ຊັບ​ສົມບັດ​ຊິ້ນ​ສຳຄັນ​ຕໍ່​ນາງ. ນາງ​ໄດ້​ອະທິຖານ​ຂໍ​ສັດທາ ທີ່​ຈະ​ຍົກ​ຄວາມ​ໜັກໜ່ວງ​ທີ່​ນາງ​ຮູ້ສຶກ ອອກ​ໄປ​ຈາກ​ນາງ.

ນາງ​ໄດ້​ຮຽນຮູ້​ວ່າ ເມື່ອ​ນາງ​ປະ​ເຊີນ​ກັບ​ຖ້ອຍຄຳ​ທີ່​ເຮັດ​ໃຫ້​ນາງມີ​ຄວາມ​ສົງ​​ໄສ, ນາງ “ຈະ​ຢຸດ, ແລະ ພິ​ຈາ​ລະ​ນາ​ໃຫ້​ຖີ່​ຖ້ວນ, ແລະ ເຮັດ​ໃຫ້​ພຣະ​ກິດ​ຕິ​ຄຸນ​ສຳ​ຄັນ​ຕໍ່​ຊີ​ວິດ​ຂອງ​ນາງ.” ນາງໄດ້​ກ່າວວ່າ, “ຂ້າ​ພະ​ເຈົ້າ​ມັກ​ຖາມ​ວ່າ, ‘ນີ້​ແມ່ນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ສຳລັບ​ຂ້າ​ພະ​ເຈົ້າ ແລະ ຄອບ​ຄົວ​ຫລື​ບໍ່?’ ບາງ​ເທື່ອ ຂ້າ​ພະ​ເຈົ້າ​ຈະ​ຖາມ​ຕົນ​ເອງວ່າ, ‘ເຮົາ​ຕ້ອງ​ການ​ຫຍັງ​ສຳລັບ​ລູກໆ​ຂອງ​ເຮົາ?’ ແລ້ວ ຂ້າ​ພະ​ເຈົ້າ​ຈະ​ຮູ້ວ່າ ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກເຂົາ​ໄດ້​ແຕ່ງ​ງານ​ໃນ​ພຣະ​ວິ​ຫານ. ນັ້ນ​ຄື​ຕອນ​ທີ່ ຄວາມ​ເຊື່ອ​ໄດ້​ກັບ​ຄືນ​ມາ​ສູ່ໃຈ​ຂອງ​ຂ້າ​ພະ​ເຈົ້າ.’”

ແອວເດີ ​ແຈັບ​ຟະຣີ ອາ ຮໍ​ແລນ ໄດ້ກ່າວວ່າ, “ຄວາມ​ຖ່ອມ​ຕົນ, ສັດທາ, ​ແລະ ອິດ​ທິພົນ​ຂອງ​ພຣະວິນ​ຍານ​ສັກສິດ [ຈະ] ​ເປັນ​ພາກສ່ວນ​ໜຶ່ງສຳລັບ​ການ​ຊອກ​ຫາ​ຄວາມ​ຈິງ ທັງ​ໝົດ.”6

​ເຖິງ​ແມ່ນ​ວ່າ​ນາງ​ມີ​ຄຳ​ຖາມ​ກ່ຽວ​ກັບ​ທີ່​ມາ​ຂອງ​ພຣະຄຳ​ພີ​ມໍ​ມອນ​ກໍ​ຕາມ, ​ແຕ່​ນາງ​ບໍ່ສາມາດ​ປະຕິ​ເສດ​ຄວາມ​ຈິງ​ ທີ່​ນາງ​ຮູ້​ໃນ​ພຣະຄຳ​ພີ​ມໍ​ມອນ. ນາງ​ໄດ້​ເອົາ​ໃຈ​ໃສ່​ກັບ​ການ​ສຶກສາ​ພຣະຄຳ​ພີ​ໃໝ່ ​ເພື່ອ​ຈະ​​ໄດ້​ເຂົ້າ​ໃຈ​ກ່ຽວ​ກັບ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຫລາຍ​ຂຶ້ນ. “​ແຕ່​ໃນ​ທີ່​ສຸດ,” ນາງ​ໄດ້​ກ່າວ​ວ່າ, “ຂ້າພະ​ເຈົ້າ​ໄດ້​ພົບ​ເຫັນ​ຕົວ​ເອງ​ກັບ​ຄືນ​ໄປ​ເປີດ​ອ່ານ​ພຣະຄຳ​ພີ​ມໍ​ມອນ ​ເພາະ​ຂ້າພະ​ເຈົ້າມັກ​ຄວາມ​ຮູ້ສຶກ ຕອນ​ອ່ານ​ກ່ຽວ​ກັບ​ພຣະ​ເຢຊູ​ຄຣິດ ​ແລະ ການ​ຊົດ​ໃຊ້​ຂອງ​ພຣະອົງ.”

ນາງ​ໄດ້​ສະຫລຸບ​ ດ້ວຍ​ຄຳ​ວ່າ, “​ທ່ານ​ຕ້ອງ​ມີ​ປະສົບ​ການ​ທາງ​ວິນ​ຍານ​ຂອງ​ຕົວ​ເອງ ດ້ວຍ​ຄວາມ​ຈິງ​ໃນ​ພຣະຄຳ​ພີນັ້ນ,” ​ແລະ ນາງ​ກໍ​ມີ​ມັນ. ນາງ​ໄດ້​ອະທິບາຍ​ວ່າ, “ຂ້າພະ​ເຈົ້າ​ໄດ້​ອ່ານ​ໃນ​ໂມ​ໄຊ​ຢາ ​ແລະ ຮູ້ສຶກ​ໄດ້​ຮັບ​ການ​ຊົງ​ນຳ. ‘ຈົ່ງ​ເຊື່ອ​ໃນ​ພຣະ​ເຈົ້າ; ຈົ່ງ​ເຊື່ອ​ວ່າ​ພຣະ​ອົງ​ໄດ້​ເປັນ​ຢູ່, ແລະ​ ວ່າ​ພຣະ​ອົງ​ໄດ້​ສ້າງ​ທຸກ​ສິ່ງ … ; ຈົ່ງ​ເຊື່ອ​ວ່າ​ພຣະ​ອົງ​ມີ​ຄວາມ​ສະຫລຽວ​ສະຫລາດ ແລະ ອຳນາດ​ທັງ​ໝົດ​ທັງ​ໃນ​ສະຫວັນ ແລະ ແຜ່ນ​ດິນ​ໂລກ; ຈົ່ງ​ເຊື່ອ​ວ່າ​ມະນຸດ​ບໍ່​ເຂົ້າ​ໃຈ​ທຸກໆ​ຢ່າງ ຊຶ່ງ​ພຣະຜູ້​ເປັນ​ເຈົ້າ​ເຂົ້າ​ໃຈ​ໄດ້.’7

​ໃນ​​ໄລຍະນັ້ນ​ແຫລະ ທີ່​ນາງໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ຄົນ​ຫລິ້ນ​ປີ​ອາ​ໂນ ຢູ່​ຊັ້ນປະຖົມ​ໄວ. “ປອດ​ໄພ​​ແລ້ວ,” ນາງ​​ໄດ້ເວົ້າ. “ຂ້າພະ​ເຈົ້າຢາກ​ໃຫ້​ລູກ​ໄປ​ຊັ້ນປະ​ຖົມ​​ໄວ, ​ແລະ ບັດ​ນີ້ ຂ້າພະ​ເຈົ້າຈະ​ໄດ້​ຢູ່​ກັບ​ພວກ​ເຂົາ. ​ແລະ ຂ້າພະ​ເຈົ້າກໍ​ຍັງ​ບໍ່​ພ້ອມ​ທີ່​ຈະ​ສອນ​ເທື່ອ.” ​ເມື່ອ​ນາງ​ໄດ້​ຮັບ​ໃຊ້, ນາງ​​ໄດ້​ຮັບ​ຄວາມ​ອົບ​ອຸ່ນ​ຈາກ​ການ​​ເຊື້ອເຊີນ​ຂອງຜູ້​ຄົນ​ທີ່​ຢູ່​ອ້ອມ​ຮອບນາງ ທີ່​ວ່າ: “ມາໆ; ພວກ​ເຮົາ​ຍິນ​ດີ​ຕ້ອນຮັບທ່ານ ບໍ່​ວ່າ​ທ່ານຈະ​ຢູ່​ໃນ​ສະພາບ​ການ​ໃດ​ກໍ​ຕາມ, ​ແລະ ພວກ​ເຮົາ​ເຕັມ​ໃຈ​ທີ່​ຈະ​ຮັບ​ໃຊ້ກັນ. ມີ​ຫຍັງ​ກໍ​ຊ່ອຍ​ກັນ.”

​ໃນການ​ຫລິ້ນ​ເພງ​ຢູ່ຊັ້ນປະຖົມ​ໄວ, ນາງ​ມັກ​ຄິດ​ຢູ່​ໃນ​ໃຈ​ວ່າ: “ນີ້​ຄື​ຄວາມ​ຈິງ​ທີ່​​ເຮົາ​ມັກ. ​ເຮົາ​ຍັງ​ສະ​ແດງ​ປະຈັກ​ພະຍານ​ໄດ້. ​ເຮົາ​ພຽງ​ແຕ່​ເວົ້າສິ່ງ​ເຫລົ່ານັ້ນ ທີ່​ເຮົາ​ຮູ້​ວ່າ​ເປັນຄວາມ​ຈິງ. ມັນ​ອາດ​ບໍ່​ເປັນຄວາມ​ຮູ້​ທີ່​ສົມບູນ, ​ແຕ່​ມັນຈະ​ເປັນ​ສິ່ງ​ທີ່​ເຮົາ​ມອບ​ໃຫ້. ​ເຮົາ​ມີ​ປະຈັກ​ພະຍານ​ທີ່​ເຂັ້ມ​ແຂງໃນ​ສິ່ງທີ່​ເຮົາ​ກ່າວ​ເປັນ​ພະຍານ. ​ມັນເປັນ​ສິ່ງທີ່​ສວຍ​ງາມ​ທີ່ຈະ​ເອົາ​ໃຈ​ໃສ່​ກັບ​ຈຸດ​ສຳຄັນ​ຂອງ​ພຣະກິດ​ຕິ​ຄຸນ ​ແລະ ຮູ້ສຶກ​​ໄດ້​ຮັບ​ຄວາມ​ແຈ່ມ​ແຈ້ງ.”

​ໃນ​ເຊົ້າຂອງ​ວັນ​ອາທິດ​ມື້ນັ້ນ, ​​ໃນ​ຂະນະ​ທີ່ຂ້າພະ​ເຈົ້າຟັງ ​ເອື້ອຍ​ນ້ອງ​ໜຸ່ມ​ຄົນ​ນີ້​​​ເລົ່າ​​ເຖິງການ​ເດີນທາງ​ຂອງ​ນາງ, ຂ້າພະ​ເຈົ້າ​ໄດ້​ຖືກ​ເຕືອນ​ໃຈ​ວ່າ ຢູ່​ເທິງ​ດານຫີນ​ຂອງ​ພຣະຜູ້​​ໄຖ່​ຂອງ​ເຮົາ​ນັ້ນ ​ເຮົາ​ຈະ​ສ້າງ​ຮາກ​ຖານ​ຂອງ​ເຮົາ.8 ຂ້າພະ​ເຈົ້າຍັງ​ໄດ້​ຖືກ​ເຕືອນ​ກ່ຽວ​ກັບ​ຄຳ​ແນະນຳ​ຂອງ​​ແອວ​ເດີ ແຈັບ​ຟະຣີ ອາ ຮໍ​ແລນ ທີ່​ວ່າ: “ຈົ່ງ​ຍຶດໝັ້ນ​ໃນ​ສິ່ງ​ທີ່​ທ່ານ​ຮູ້​ແລ້ວ ​ແລະ ຈົ່ງ​​ເຂັ້ມ​ແຂງ ຈົນ​ກວ່າ​ຈະ​ໄດ້​ຮັບ​ຄວາມ​ຮູ້​ເພີ່ມ​ເຕີມ.”9

ລະຫວ່າງ​ບົດຮຽນ​ຂອງ​ນາງ, ຂ້າພະ​ເຈົ້າຮູ້​ຢ່າງ​ຄັກ​ແນ່​ວ່າ ​ເຮົາ​ໄດ້​ຮັບຄຳຕອບ​ສຳລັບ​ຄຳ​ຖາມ​ທີ່​ຈິງ​ໃຈ​ຂອງ​ເຮົາ ຕອນ​ເຮົາ​ສະ​ແຫວ​ງຫາ​ດ້ວຍ​ຄວາມ​ພາກ​ພຽນ ​ແລະ ຕອນ​​ເຮົາ​ດຳລົງ​ຊີວິດ​ຕາມ​ພຣະບັນຍັດ. ຂ້າພະ​ເຈົ້າ​ໄດ້​ຖືກ​ເຕືອນ​ໃຈວ່າ ສັດທາ​ຂອງ​ເຮົາ​ສາມາດ​ຊ່ອຍ​ເຮົາ​ໃຫ້​ເຊື່ອ​ສິ່ງ​ທີ່​​ເຮົາ​ບໍ່​ສາມາດ​ພິສູດ​ໄດ້.

​ແລະ ຂ້າພະ​ເຈົ້າກໍ​ຢາກ​ເປັນ​ຄື​ກັນ​ກັບ​ຜູ້​ຄົນ​ທີ່ຢູ່​ອ້ອມ​ຮອບ​​ແມ່​ໜຸ່ມ​ຄົນນີ້, ຮັກ, ແລະ ສະໜັບສະໜູນ​ນາງ. ດັ່ງ​ທີ່​ປະທານ​ດີ​ເດີ ​ແອັຟ ອຸກ​ດອບ ​ໄດ້​ກ່າວ​ວ່າ: “​ເຮົາ​ທຸກ​ຄົນ​ເປັນຜູ້​ເດີນທາງ​ຊອກ​ຫາ​ຄວາມ​ສະຫວ່າງ​ຂອງ​ພຣະ​ເຈົ້າ ​ເມື່ອ​ເຮົາ​ເດີນທາງ​ໄປ​ໃນ​ເສັ້ນທາງ​ຂອງ​ສານຸສິດ. ​ເຮົາ​ບໍ່​ປະນາມ​ຄົນ​ອື່ນ ສຳລັບ​ຄວາມ​ສະຫວ່າງ​ທີ່​ເຂົາ​ເຈົ້າມີ ຫລື ບໍ່​ມີ; ​ແຕ່​ເຮົາ​ຈະ​ທະ​ນຸຖະໜອມ ​ແລະ ​ຮັກສາ​ຄວາມ​ສະຫວ່າງ​ທັງ​ໝົດ ຈົນ​ກວ່າ​ມັນ​ຈະສະຫວ່າງ, ​ແຈ້ງ​ຂຶ້ນ, ​ແລະ ​ເປັນຄວາມ​ຈິງ.”10

​ເມື່ອ​ເດັກນ້ອຍ​ຊັ້ນປະຖົມ​ໄວ​ຮ້ອງ​​ເພງ​ຊື່ວ່າ “A Child’s Prayer,” ​ແປ​ວ່າ ຄຳ​ອະທິຖານ​ຂອງ​ເດັກນ້ອຍ ​ພວກ​ເຂົາ​ຖາມ​ວ່າ: “ພຣະບິດາ​ເທິງສະຫວັນ​ເອີຍ, ພຣະອົງ​ມີ​ຈິງ​ຫລືບໍ່? ​ແລະ ພຣະອົງ​ໄດ້​ຍິນ ​ແລະ ຕອບ​ຄຳ​ອະທິຖານ​ຂອງ​ເດັກນ້ອຍ​ແຕ່ລະຄົນ​ຫລື​ບໍ່?”11

​ເຮົາ​ກໍ​ອາດ​ສົງ​​ໄສ​ຄື​ກັນ​ວ່າ, “ພຣະບິດາ​ເທິງ​ສະຫວັນ​​ມີ​ຈິງ​ຫລື​ບໍ່?” ​ແຕ່​ຂໍ​ໃຫ້​ປິ​ຕິ​ຍິນ​ດີ​ໄດ້​ເລີຍ—ຄື​ກັນ​ກັບ​ເພື່ອນ​ຂອງ​ຂ້າພະ​ເຈົ້ານັ້ນ—​ເມື່ອ​​ເຮົາ​ໄດ້​ຮັບ​ຄຳ​ຕອບຢືນຢັນ​ຢ່າງ​ງຽບໆ ​ແລະ ລຽບ​ງ່າຍ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເຮົາ​ໄດ້​ຮັບຄຳ​ຢືນຢັນດັ່ງກ່າວ ​ເມື່ອ​ເຮົາ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະອົງ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ຄວາມ​ຈິງ​ມີ​ຢູ່​ໃນ​ໂລກ​ທຸກ​ວັນ​ນີ້ ​ແລະ ຜູ້​ຄົນ​ຈະ​ພົບ​ເຫັນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ​ ​ໃນ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. Thomas S. Monson, “Finding Joy in the Journey,” Ensign or Liahona, Nov. 2008, 85.

  2. Thomas S. Monson, “Be of Good Cheer,” Ensign or Liahona, May 2009, 92.

  3. “I Know That My Savior Loves Me,” in I Know My Savior Lives: 2015 Outline for Sharing Time (2014), 29.

  4. Russell M. Nelson, in M. Russell Ballard, “What Came from Kirtland” (Brigham Young University fireside, Nov. 6, 1994); speeches.byu.edu.

  5. In Mother Teresa: Come Be My Light; The Private Writings of the Saint of Calcutta, ed. Brian Kolodiejchuk (2007), 149–50; punctuation standardized.

  6. Jeffrey R. Holland, “Be Not Afraid, Only Believe” (evening with Elder Jeffrey R. Holland, Feb. 6, 2015); lds.org/broadcasts.

  7. ​ໂມ​ໄຊ​ຢາ 4:9.

  8. ​ເບິ່ງ ຮີ​ລາມັນ 5:12.

  9. Jeffrey R. Holland, “Lord, I Believe,” Ensign or Liahona, May 2013, 94.

  10. Dieter F. Uchtdorf, “Receiving a Testimony of Light and Truth,” Ensign or Liahona, Nov. 2014, 22.

  11. “A Child’s Prayer,” Children’s Songbook, 12.