ການຮັກສາອິດສະລະພາບ, ການປົກປ້ອງອິດສະລະພາບເລື່ອງສາດສະໜາ
ການໃຊ້ອຳເພີໃຈຢ່າງຊື່ສັດຂອງເຮົາແມ່ນອີງຕໍ່ການມີອິດສະລະພາບເລື່ອງສາດສະໜາ.
ນີ້ແມ່ນວັນອິດສະເຕີ: ແມ່ນວັນແຫ່ງຄວາມກະຕັນຍູ ແລະ ໃຫ້ກຽດແກ່ການຊົດໃຊ້ ແລະ ການຟື້ນຄືນພຣະຊົນຂອງພຣະຜູ້ຊ່ອຍໃຫ້ລອດ ພຣະເຢຊູຄຣິດ ສຳລັບມະນຸດຊາດທັງປວງ. ເຮົານະມັດສະການພຣະອົງ, ມີຄວາມກະຕັນຍູຕໍ່ອິດສະລະພາບຂອງເຮົາເລື່ອງສາດສະໜາ, ອິດສະລະພາບທີ່ຈະມາຊຸມນຸມກັນ, ອິດສະລະພາບເລື່ອງການປາກເວົ້າ, ແລະ ອຳເພີໃຈທີ່ພຣະເຈົ້າໄດ້ປະທານໃຫ້ເຮົາ.
ດັ່ງທີ່ສາດສະດາໄດ້ບອກໄວ້ລ່ວງໜ້າ ກ່ຽວກັບຍຸກສຸດທ້າຍ ຕອນທີ່ເຮົາມີຊີວິດຢູ່ນີ້, ຫລາຍຄົນຈະສັບສົນຫລາຍ ກ່ຽວກັບວ່າ ເຮົາເປັນໃຜ ແລະ ເຮົາເຊື່ອຖືສິ່ງໃດ. ບາງຄົນເວົ້າ “ໃສ່ຮ້າຍປ້າຍສີກັນ … [ແລະ] ເປັນຄົນບໍ່ຮັກການດີ.”1 ບາງຄົນ “ເອີ້ນສິ່ງທີ່ຊົ່ວ ວ່າເປັນສິ່ງທີ່ດີ, ແລະ ເອີ້ນສິ່ງທີ່ດີ ວ່າເປັນສິ່ງທີ່ຊົ່ວ; [ແລະ] ປ່ຽນມືດເປັນແຈ້ງ, ແລະ ແຈ້ງເປັນມືດ.”2
ເຖິງແມ່ນຜູ້ຄົນທີ່ຢູ່ອ້ອມຮອບເຮົາ ເລືອກຈະໂຕ້ຕອບກ່ຽວກັບຄວາມເຊື່ອຖືຂອງເຮົາແນວໃດກໍຕາມ, ແຕ່ເຮົາບໍ່ຄວນລືມໄປວ່າ ອຳເພີໃຈເລື່ອງສິນທຳ ເປັນພາກສ່ວນທີ່ສຳຄັນໃນແຜນຂອງພຣະເຈົ້າ ສຳລັບລູກໆຂອງພຣະອົງ. ແຜນນິລັນດອນນັ້ນ, ໄດ້ຖືກມອບໃຫ້ເຮົາ ຢູ່ໃນສະພາມະຫາສານ ໃນສະຫວັນ, ຮ່ວມທັງຂອງປະທານແຫ່ງອຳເພີໃຈ.3
ຢູ່ໃນສະພາມະຫາສານນັ້ນ, ລູຊິເຟີ, ທີ່ຮູ້ຈັກກັນວ່າ ຊາຕານ, ໄດ້ໃຊ້ອຳເພີໃຈຂອງມັນ ທີ່ຈະຕໍ່ຕ້ານແຜນຂອງພຣະເຈົ້າ. ພຣະເຈົ້າໄດ້ກ່າວວ່າ, ເພາະ … ຊາຕານໄດ້ກະບົດຕໍ່ພຣະອົງ ແລະ ໄດ້ສະແຫວງຫາທີ່ຈະທຳລາຍອຳເພີໃຈຂອງມະນຸດ, ຊຶ່ງພຣະຜູ້ເປັນເຈົ້າໄດ້ມອບໃຫ້ເຂົາ, … ພຣະອົງຈຶ່ງໄດ້ເຮັດໃຫ້ມັນຖືກໂຍນລົງໄປ.”4
ພຣະອົງໄດ້ກ່າວຕື່ມວ່າ ໜຶ່ງສ່ວນສາມໄດ້ຫັນໜີຈາກພຣະອົງນຳອີກ ເພາະອຳເພີໃຈຂອງເຂົາ.5
ຜົນສະທ້ອນກໍຄື, ລູກໆທາງວິນຍານຂອງພຣະບິດາເທິງສະຫວັນ ຜູ້ທີ່ເລືອກປະຕິເສດແຜນຂອງພຣະອົງ ທີ່ໄດ້ຕິດຕາມລູຊິເຟີ ໄດ້ສູນເສຍຈຸດໝາຍປາຍທາງນິລັນດອນຂອງເຂົາ.
ພຣະເຢຊູຄຣິດໄດ້ໃຊ້ອຳເພີໃຈຂອງພຣະອົງ.
ພຣະອົງໄດ້ກ່າວວ່າ ພຣະອົງຢູ່ທີ່ນັ້ນ ແລະ ເຕັມພຣະໄທທີ່ຈະໄປ.6
ພຣະອົງຈະເຮັດຕາມພຣະປະສົງຂອງພຣະບິດາເທິງສະຫວັນ.7
ພຣະເຢຊູຜູ້ໄດ້ໃຊ້ອຳເພີໃຈຂອງພຣະອົງ ໄດ້ຖືກແຈ້ງບອກ ແລະ ໄດ້ຮັບການແຕ່ງຕັ້ງໂດຍພຣະບິດາ ໃຫ້ເປັນພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ໄດ້ຖືກແຕ່ງຕັ້ງລ່ວງໜ້າໃຫ້ປະຕິບັດການເສຍສະລະຊົດໃຊ້ສຳລັບທຸກຄົນ. ຄ້າຍຄືກັນນີ້, ເມື່ອເຮົາໃຊ້ອຳເພີໃຈຂອງເຮົາ ທີ່ຈະຮັກສາພຣະບັນຍັດ ແລ້ວເຮົາຈຶ່ງຈະເຂົ້າໃຈຢ່າງເລິກຊຶ້ງ ກ່ຽວກັບວ່າເຮົາເປັນໃຜ ແລະ ຮັບເອົາພອນທັງໝົດທີ່ພຣະບິດາເທິງສະຫວັນມີໃຫ້—ຮ່ວມທັງໂອກາດທີ່ຈະມີຮ່າງກາຍ, ທີ່ຈະກ້າວໜ້າ, ທີ່ຈະມີຄວາມສຸກ, ທີ່ຈະມີຄອບຄົວ, ແລະ ທີ່ຈະມີຊີວິດນິລັນດອນ.
ໃນການຮັກສາພຣະບັນຍັດ, ເຮົາຕ້ອງຮູ້ຄຳສອນທີ່ເປັນທາງການຂອງສາດສະໜາຈັກ ເພື່ອວ່າເຮົາຈະບໍ່ຫັນໜີຈາກການເປັນຜູ້ນຳຂອງພຣະຄຣິດ ໂດຍຄວາມຄິດທີ່ປ່ຽນແປງງ່າຍໆຂອງຄົນ.
ເຮົາໄດ້ຮັບພອນຢູ່ໃນເວລານີ້ ເພາະການເລືອກທີ່ຈະຕິດຕາມພຣະຜູ້ຊ່ອຍໃຫ້ລອດ ກ່ອນຊີວິດນີ້. ຕໍ່ທຸກຄົນທີ່ໄດ້ຍິນ ແລະ ໄດ້ອ່ານຄຳປາໄສນີ້, ບໍ່ວ່າທ່ານຈະເປັນໃຜ ແລະ ອາດີດຂອງທ່ານຈະເປັນແນວໃດ, ຈົ່ງຈື່ຈຳວ່າ: ຍັງບໍ່ສາຍເກີນໄປ ທີ່ຈະເລືອກຄືເທື່ອນັ້ນ ແລະ ຕິດຕາມພຣະອົງ.
ຜ່ານສັດທາຂອງເຮົາໃນພຣະເຢຊູຄຣິດ, ການເຊື່ອໃນການຊົດໃຊ້ຂອງພຣະອົງ, ການກັບໃຈຈາກບາບຂອງເຮົາ, ແລະ ການຮັບບັບຕິສະມາ, ເຮົາຈະໄດ້ຮັບຂອງປະທານອັນສູງສຸດ ແຫ່ງພຣະວິນຍານບໍລິສຸດ. ຂອງປະທານນີ້ຈະໃຫ້ຄວາມຮູ້ ແລະ ຄວາມເຂົ້າໃຈ, ນຳພາ ແລະ ເພີ່ມຄວາມເຂັ້ມແຂງ ເພື່ອການຮຽນຮູ້ ແລະ ມີປະຈັກພະຍານ, ໃຫ້ພະລັງ, ຊຳລະລ້າງ ເພື່ອເອົາຊະນະບາບ, ແລະ ປອບໂຍນ ແລະ ຊຸກຍູ້ໃຫ້ຊື່ສັດໃນຄວາມທຸກຍາກລຳບາກ. ພອນທີ່ຫາອັນປຽບບໍ່ໄດ້ນີ້ຂອງພຣະວິນຍານ ຈະຊ່ອຍໃຫ້ເຮົາມີອິດສະລະພາບ ແລະ ພະລັງທີ່ຈະເຮັດສິ່ງທີ່ຖືກຕ້ອງໄດ້ຫລາຍຂຶ້ນ, ເພາະ “ທີ່ໃດມີພຣະວິນຍານຂອງພຣະຜູ້ເປັນເຈົ້າຢູ່ນຳ, ທີ່ນັ້ນກໍມີເສລີພາບ.”8
ເມື່ອເຮົາເດີນໄປໃນເສັ້ນທາງແຫ່ງເສລີພາບທາງວິນຍານ ໃນຍຸກສຸດທ້າຍນີ້, ເຮົາຕ້ອງເຂົ້າໃຈວ່າ ການໃຊ້ອຳເພີໃຈຢ່າງຊື່ສັດຂອງເຮົາແມ່ນອີງຕໍ່ການມີອິດສະລະພາບເລື່ອງສາດສະໜາ. ເຮົາຮູ້ແລ້ວວ່າ ຊາຕານບໍ່ຢາກໃຫ້ເຮົາມີອິດສະລະພາບ. ມັນໄດ້ພະຍາຍາມທຳລາຍອຳເພີໃຈທາງສິນທຳໃນສະຫວັນ, ແລະ ບັດນີ້ ມັນພະຍາຍາມທຳລາຍ, ຕໍ່ຕ້ານ, ແລະ ສ້າງຄວາມສັບສົນກ່ຽວກັບອິດສະລະພາບເລື່ອງສາດສະໜາ—ຊຶ່ງເປັນສິ່ງຈຳເປັນຕໍ່ຊີວິດທາງວິນຍານ ແລະ ຄວາມລອດຂອງເຮົາ.
ມີມະຕິຢູ່ສີ່ຂໍ້ກ່ຽວກັບອິດສະພາບເລື່ອງສາດສະໜາ ທີ່ເຮົາຜູ້ເປັນໄພ່ພົນຍຸກສຸດທ້າຍ ຕ້ອງອີງຕໍ່ ແລະ ປົກປ້ອງ.
ຂໍ້ທຳອິດແມ່ນ ອິດສະລະພາບທີ່ຈະເຊື່ອ. ບໍ່ວ່າໃຜກໍຕາມ ບໍ່ຄວນຖືກວິຈານ, ຖືກຂົ່ມເຫັງ, ຫລື ຖືກໂຈມຕີ ໂດຍຄົນອື່ນ, ຫລື ໂດຍຝ່າຍຜູ້ປົກຄອງດ້ວຍ, ເນື່ອງດ້ວຍສິ່ງທີ່ເຂົາເຊື່ອຖືກ່ຽວກັບພຣະເຈົ້າ. ມັນເປັນເລື່ອງສ່ວນຕົວ ແລະ ສຳຄັນຫລາຍ. ການປະກາດດັ້ງເດີມຂອງຄວາມເຊື່ອຖືເຮົາ ກ່ຽວກັບເສລີພາບເລື່ອງສາດສະໜາ ລະບຸວ່າ:
ບໍ່ມີການປົກຄອງໃດຈະດຳລົງຢູ່ໄດ້ໃນຄວາມສະຫງົບ, ຍົກເວັ້ນແຕ່ກົດນັ້ນໄດ້ຖືກຕັ້ງຂຶ້ນ ແລະ ຖືກຮັກສາໄວ້ບໍ່ໃຫ້ລ່ວງລະເມີດ ໂດຍໃຫ້ຄວາມເຊື່ອໝັ້ນແກ່ທຸກຄົນທີ່ຈະໃຊ້ຄວາມສຳນຶກ. …
“… ຜູ້ພິພາກສາແຫ່ງລັດຄວນຢຸດຢັ້ງການອາຊະຍາກຳ, ແຕ່ບໍ່ຄວນບັງຄັບຄວາມສຳນຶກ; ຄວນລົງໂທດຄວາມຜິດ, ແຕ່ບໍ່ຢັບຢັ້ງອິດສະລະພາບຂອງຈິດວິນຍານ.9
ອິດສະລະພາບຂັ້ນພື້ນຖານເລື່ອງການເຊື່ອຖືນີ້ ໄດ້ຖືກຮັບຮູ້ແຕ່ໃດໆມາ ຈາກສະຫະປະຊາຊາດ ໃນການປະກາດເລື່ອງສິດທິຂອງມະນຸດ ແລະ ໃນເອກະສານປະກາດສິດທິຂອງມະນຸດທັງໃນປະເທດ ແລະ ສາກົນ.10
ມະຕິກ່ຽວກັບເສລີພາບເລື່ອງສາດສະໜາຂໍ້ທີສອງແມ່ນ ອິດສະລະພາບທີ່ຈະແບ່ງປັນສັດທາ ແລະ ຄວາມເຊື່ອຂອງເຮົາໃຫ້ກັບຄົນອື່ນ. ພຣະຜູ້ເປັນເຈົ້າໄດ້ບັນຊາເຮົາວ່າ, “ຈົ່ງສັ່ງສອນ [ພຣະກິດຕິຄຸນໃຫ້ແກ່] ລູກຫລານຂອງພວກເຈົ້າ … ເມື່ອພວກເຈົ້າຢູ່ໃນເຮືອນ.”11 ພຣະອົງໄດ້ກ່າວແກ່ສານຸສິດຂອງພຣະອົງນຳອີກວ່າ, “ເຈົ້າທັງຫລາຍ ຈົ່ງໄປທົ່ວໂລກ, ແລະ ປະກາດຂ່າວປະເສີດແກ່ມະນຸດສະໂລກທັງໝົດ.”12 ໃນຖານະເປັນພໍ່ແມ່, ເປັນຜູ້ສອນສາດສະໜາເຕັມເວລາ, ແລະ ເປັນສະມາຊິກທີ່ສອນສາດສະໜາ, ເຮົາອີງຕໍ່ອິດສະລະພາບເລື່ອງສາດສະໜາ ເພື່ອຈະສາມາດສອນຄຳສອນຂອງພຣະຜູ້ເປັນເຈົ້າ ໃນຄອບຄົວຂອງເຮົາ ແລະ ຕະຫລອດທົ່ວໂລກ.
ມະຕິຂໍ້ທີສາມເລື່ອງເສລີພາບຂອງສາດສະໜາແມ່ນ ອິດສະລະພາບທີ່ຈະຈັດຕັ້ງອົງການ, ສາດສະໜາຈັກ, ທີ່ຈະນະມັດສະການຢ່າງສະຫງົບກັບຄົນອື່ນໆ. ຫລັກແຫ່ງຄວາມເຊື່ອຂໍ້ທີສິບເອັດ ປະກາດວ່າ, “ພວກເຮົາເຊື່ອຖືສິດທິແຫ່ງການນະມັດສະການພຣະເຈົ້າ ຜູ້ມີລິດທານຸພາບຕາມການບອກຂອງຄວາມຮູ້ສຶກຜິດຊອບຂອງເຮົາເອງ ແລະ ຍອມໃຫ້ຄົນທັງປວງມີສິດທິເຊັ່ນດຽວກັນ ໃຫ້ເຂົານະມັດສະການຢ່າງໃດ ຫລື ສິ່ງໃດກໍຕາມ ທີ່ເຂົາຈະນະມັດສະການ.” ເອກະສານສາກົນກ່ຽວກັບສິດທິມະນຸດ ແລະ ກົດລັດຖະທຳມະນູນຂອງຫລາຍໆປະເທດ ກໍສະໜັບສະໜູນຫລັກທຳຂໍ້ນີ້.
ມະຕິເລື່ອງເສລີພາບຂອງສາດສະໜາແມ່ນ ອິດສະລະພາບທີ່ຈະດຳລົງຊີວິດຕາມສາດສະໜາຂອງເຮົາ—ມີອິດສະລະພາບທີ່ຈະໃຊ້ສັດທາ ບໍ່ພຽງແຕ່ໃນບ້ານເຮືອນ ແລະ ໃນໂບດເທົ່ານັ້ນ, ແຕ່ໃນສະຖານທີ່ສາທາລະນະນຳອີກ. ພຣະຜູ້ເປັນເຈົ້າໄດ້ບັນຊາເຮົາ ໃຫ້ອະທິຖານ ບໍ່ພຽງແຕ່ໃນບ່ອນລັບລີ້ເທົ່ານັ້ນ13 ແຕ່ໃຫ້ອອກໄປ ແລະ “ໃຫ້ແສງສະຫວ່າງ [ຂອງເຮົາ] ສ່ອງແຈ້ງຕໍ່ໜ້າຄົນທັງຫລາຍ, ເພື່ອວ່າພວກເຂົາຈະໄດ້ເຫັນຄຸນງາມຄວາມດີ [ຂອງເຮົາ], ແລະ ສັນລະເສີນພຣະບິດາ [ຂອງເຮົາ] ທີ່ສະຖິດຢູ່ໃນສະຫວັນ.”14
ບາງຄົນຈະບໍ່ພໍໃຈເມື່ອເຮົາເວົ້າເຖິງສາດສະໜາຂອງເຮົາຢູ່ໃນທີ່ສາທາລະນະ, ແຕ່ຜູ້ຄົນດັ່ງກ່າວ ທີ່ຂໍຮ້ອງໃຫ້ສາທາລະນະອົດທົນ ຍອມຮັບຟັງຄວາມຄິດຄວາມເຫັນ ແລະ ຮັບຮູ້ການປະຕິບັດຂອງເຂົາເຈົ້າ ເປັນຜູ້ທີ່ບໍ່ມີຄວາມອົດທົນທີ່ຈະຮັບຟັງຄວາມຄິດຄວາມເຫັນ ແລະ ຮັບຮູ້ການປະຕິບັດຂອງຜູ້ເຊື່ອສາດສະໜາ. ການຂາດຄວາມນັບຖືໂດຍທົ່ວໄປ ຕໍ່ຄວາມຄິດຄວາມເຫັນເລື່ອງສາດສະໜາ ກຳລັງເສື່ອມໂຊມເຂົ້າໃນສັງຄົມ ແລະ ທາງການເມືອງ ທີ່ຂາດຄວາມອົດທົນຕໍ່ຜູ້ຄົນທີ່ນັບຖືສາດສະໜາ ແລະ ຕໍ່ສະຖາບັນຕ່າງໆ.
ເມື່ອເຮົາປະເຊີນກັບຄວາມກົດດັນທີ່ໜັກຂຶ້ນເລື້ອຍໆ ເພື່ອໃຫ້ຮັບຮູ້ມາດຕະຖານຂອງໂລກ, ຍົກເລີກເສລີພາບເລື່ອງສາດສະໜາຂອງເຮົາ, ແລະ ຍອມຕາມອຳເພີໃຈຂອງເຮົາ, ໃຫ້ພິຈາລະບາງສິ່ງທີ່ພຣະຄຳພີມໍມອນໄດ້ສອນກ່ຽວກັບໜ້າທີ່ຮັບຜິດຊອບຂອງເຮົາ. ໃນໜັງສືຂອງແອວມາ ເຮົາອ່ານກ່ຽວກັບ ອາມລິໄຊ, “ເປັນຄົນສະຫລາດແກມໂກງ” ແລະ “ຊົ່ວຮ້າຍ” ຜູ້ພະຍາຍາມເປັນກະສັດປົກຄອງຜູ້ຄົນ ແລະ “ຈະເຮັດໃຫ້ຜູ້ຄົນໝົດສິດ ແລະ ສິດທິພິເສດ, … [ຊຶ່ງ] ເຮັດໃຫ້ຜູ້ຄົນຂອງສາດສະໜາຈັກຕື່ນຕົກໃຈ.”15 ພວກເຂົາໄດ້ຖືກສິດສອນໂດຍກະສັດໂມໄຊຢາ ໃຫ້ມີປາກມີສຽງສຳລັບສິ່ງທີ່ພວກເຂົາຮູ້ສຶກວ່າຖືກຕ້ອງ.16 ດັ່ງນັ້ນ ພວກເຂົາ “ຈຶ່ງໄດ້ມາຊຸມນຸມກັນຕະຫລອດທົ່ວແຜ່ນດິນ, ຕາມຄວາມສະໝັກໃຈຂອງໃຜລາວ, ແລ້ວແຕ່ຈະໄປນຳອາມລິໄຊ ຫລືວ່າຕໍ່ຕ້ານລາວ ໄດ້ແຍກກັນເປັນກຸ່ມໆ, ໂດຍມີການໂຕ້ຖຽງ ... ຂັດແຍ້ງກັນ.”17
ໃນການປະຊຸມນັ້ນ, ສະມາຊິກຂອງສາດສະໜາຈັກ ແລະ ຄົນອື່ນ ມີໂອກາດທີ່ຈະມາຊຸມນຸມກັນ, ມີປະສົບການທາງວິນຍານເລື່ອງການເປັນອັນໜຶ່ງອັນດຽວກັນ, ແລະ ຖືກຊົງນຳໂດຍພຣະວິນຍານບໍລິສຸດ. “ແລະ ເຫດການໄດ້ບັງເກີດຂຶ້ນຄື ສຽງຂອງຜູ້ຄົນໄດ້ຕໍ່ຕ້ານອາມລິໄຊ, ຈົນວ່າລາວບໍ່ໄດ້ເປັນກະສັດ.”18
ໃນຖານະເປັນສານຸສິດຂອງພຣະຄຣິດ ເຮົາມີໜ້າທີ່ຮັບຜິດຊອບທີ່ຈະທຳງານນຳກັນ ດ້ວຍຄວາມເຊື່ອທີ່ຄືກັນ, ເພື່ອອອກປາກອອກສຽງຂອງເຮົາ ສຳລັບສິ່ງທີ່ຖືກຕ້ອງ. ເຖິງແມ່ນສະມາຊິກບໍ່ຄວນປະກາດ ຫລື ສະແດງວ່າ ເຂົາເຈົ້າກ່າວແທນສາດສະໜາຈັກ, ແຕ່ເຮົາທຸກຄົນຖືກເຊື້ອເຊີນ, ໃນຄວາມສາມາດທັງໝົດຂອງເຮົາ ໃນຖານະທີ່ເປັນພົນລະເມືອງ, ໃຫ້ແບ່ງປັນພະຍານສ່ວນຕົວ ດ້ວຍຄວາມເຊື່ອໝັ້ນ ແລະ ດ້ວຍຄວາມຮັກ—“ຕາມຄວາມສະໝັກໃຈຂອງໃຜລາວ.”19
ສາດສະດາໂຈເຊັບ ສະມິດ ໄດ້ກ່າວວ່າ:
“ຂ້າພະເຈົ້າກ້າປະກາດຕໍ່ສະຫວັນວ່າ ຂ້າພະເຈົ້າພ້ອມຈະຕາຍເພື່ອປົກປ້ອງສິດທິຂອງ ແພຣສ໌ບາຍເທຣຽນ, ບັບຕິດ, ຫລື ຄົນດີໃນທຸກນິກາຍອື່ນໆ [ມໍມອນ ເຊັ່ນດຽວກັນ]; ເພາະຫລັກທຳດຽວກັນນັ້ນ ທີ່ຢຽບຍ່ຳສິດທິຂອງໄພ່ພົນຍຸກສຸດທ້າຍ ຈະຢຽບຍ່ຳສິດທິຂອງໂຣມັນ ກາໂຕລິກ, ຫລື ຂອງນິກາຍອື່ນໆ ຊຶ່ງອາດບໍ່ເປັນທີ່ນິຍົມຊົມຊອບ ແລະ ອ່ອນແອເກີນກວ່າຈະປົກປ້ອງຕົນເອງໄດ້.
“ຄວາມຮັກເສລີພາບນັ້ນເອງ ທີ່ສ້າງແຮງບັນດານໃຈໃຫ້ຈິດວິນຍານຂອງຂ້າພະເຈົ້າ—ເສລີພາບຂອງພົນລະເມືອງ ແລະ ສາດສະໜາຕໍ່ເຜົ່າພັນມະນຸດທັງປວງ.”20
ອ້າຍເອື້ອຍນ້ອງທັງຫລາຍ, ເຮົາມີໜ້າທີ່ຮັບຜິດຊອບ ທີ່ຈະປົກປ້ອງອິດສະລະພາບທີ່ສັກສິດນີ້ ແລະ ສິດທິ ທີ່ສັກສິດນີ້ ສຳລັບຕົວເຮົາເອງ ແລະ ສຳລັບລູກຫລານຂອງເຮົາ. ທ່ານ ແລະ ຂ້າພະເຈົ້າຈະເຮັດຫຍັງໄດ້ແດ່?
ທຳອິດ, ເຮົາຕ້ອງມີຄວາມຮູ້. ຕ້ອງຮູ້ຈັກບັນຫາຢູ່ໃນຊຸມຊົນ ທີ່ອາດກະທົບກະເທືອນກັບເສລີພາບເລື່ອງສາດສະໜາຂອງເຮົາ.
ສອງ, ໃນຄວາມສາມາດສ່ວນຕົວຂອງທ່ານ, ໃຫ້ສາມັກຄີກັບຄົນອື່ນ ຜູ້ມີຄວາມຕັ້ງໃຈແບບດຽວກັນກັບເຮົາ ກ່ຽວກັບອິດສະລະພາບເລື່ອງສາດສະໜາ. ໃຫ້ຄຽງບ່າຄຽງໄລ່ເພື່ອປົກປ້ອງຄວາມເປັນອິດສະລະພາບເລື່ອງສາດສະໜາ.
ສາມ, ດຳລົງຊີວິດໃນທາງທີ່ເປັນຕົວຢ່າງເຖິງສິ່ງທີ່ທ່ານເຊື່ອຖື—ໃນວາຈາ ແລະ ການກະທຳ. ການດຳລົງຊີວິດຕາມສາດສະໜາຂອງເຮົາ ແມ່ນສຳຄັນກວ່າ ການພຽງແຕ່ເວົ້າເຖິງສາດສະໜາຂອງເຮົາ.
ການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ອຍໃຫ້ລອດຂອງເຮົາ ແມ່ນເລື່ອນເຂົ້າມາໃກ້ແລ້ວ. ຂໍໃຫ້ເຮົາຈົ່ງຢ່າເລື່ອນມື້ເລື່ອນວັນ ໃນອຸດົມການອັນຍິ່ງໃຫຍ່ນີ້. ທ່ານຈື່ນາຍທັບໂມໂຣໄນໄດ້ບໍ, ຜູ້ໄດ້ຍົກປ້າຍເສລີພາບຂອງເພິ່ນຂຶ້ນ ຊຶ່ງມີຖ້ອຍຄຳດັ່ງຕໍ່ໄປນີ້ ຕິດຢູ່ດ້ວຍ “ເພື່ອມັນຈະໄດ້ເປັນທີ່ລະນຶກເຖິງພຣະເຈົ້າຂອງພວກເຮົາ, ສາດສະໜາຂອງພວກເຮົາ, ແລະ ອິດສະລະພາບຂອງພວກເຮົາ, ແລະ ສັນຕິສຸກຂອງພວກເຮົາ, ແລະ ເມຍຂອງພວກເຮົາ, ແລະ ລູກຂອງພວກເຮົາ.”21 ຂໍໃຫ້ເຮົາຈົ່ງຈື່ຈຳການຕອບຮັບຂອງຜູ້ຄົນ: ໂດຍໃຊ້ອຳເພີໃຈຂອງເຂົາເຈົ້າ, ເຂົາເຈົ້າ “ໄດ້ແລ່ນອອກມາພ້ອມກັນ” ດ້ວຍພັນທະສັນຍາທີ່ຈະເຂົ້າຮ່ວມ.22
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຢ່າຍ່າງ! ໃຫ້ແລ່ນ! ແລ່ນໄປ ເພື່ອຈະໄດ້ຮັບພອນແຫ່ງອຳເພີໃຈ ໂດຍການຕິດຕາມພຣະວິນຍານບໍລິສຸດ ແລະ ໃຊ້ອິດສະລະພາບທີ່ພຣະເຈົ້າໄດ້ປະທານໃຫ້ເຮົາ ເພື່ອເຮັດຕາມພຣະປະສົງຂອງພຣະອົງ.
ຂ້າພະເຈົ້າຂໍເປັນພະຍານພິເສດ ໃນວັນອິດສະເຕີທີ່ພິເສດນີ້ວ່າ ພຣະເຢຊູຄຣິດໄດ້ໃຊ້ອຳເພີໃຈຂອງພຣະອົງ ເພື່ອເຮັດຕາມພຣະປະສົງຂອງພຣະບິດາຂອງເຮົາ.
ເຮົາຮ້ອງເພງກ່ຽວກັບພຣະຜູ້ຊ່ອຍໃຫ້ລອດຂອງເຮົາວ່າ, “ພຣະອົງໄດ້ຫລັ່ງໂລຫິດທີ່ມີຄ່າ ດ້ວຍຄວາມສະໝັກໃຈ, ພຣະອົງໄດ້ມອບຊີວິດດ້ວຍຄວາມພໍໃຈ.”23 ແລະ ເພາະວ່າພຣະອົງໄດ້ສິ້ນພຣະຊົນ, ເຮົາຈຶ່ງມີໂອກາດທີ່ປະເສີດລ້ຳ “ທີ່ຈະເລືອກເສລີພາບ ແລະ ຊີວິດນິລັນດອນ” ຜ່ານອຳນາດ ແລະ ພອນຂອງການຊົດໃຊ້ຂອງພຣະອົງ.24 ຂໍໃຫ້ເຮົາຈົ່ງເລືອກດ້ວຍຄວາມສະໝັກໃຈ ທີ່ຈະຕິດຕາມພຣະອົງໃນມື້ນີ້ ແລະ ຕະຫລອດໄປ, ຂ້າພະເຈົ້າອະທິຖານໃນພຣະນາມອັນສັກສິດຂອງພຣະອົງ, ແມ່ນແຕ່ ພຣະເຢຊູຄຣິດ, ອາແມນ.