“ການຖືສິນອົດເຂົ້າແບບທີ່ເຮົາຕ້ອງການ”
ເງິນບໍລິຈາກ ຈາກການຖືສິນອົດເຂົ້າຂອງທ່ານ ຈະມີຄວາມໝາຍຫລາຍກວ່າການພຽງແຕ່ມອບອາຫານ ແລະ ເຄື່ອງນຸ່ງຫົ່ມໃຫ້ແກ່ຜູ້ຄົນເທົ່ານັ້ນ. ມັນຍັງເປັນການປິ່ນປົວ ແລະ ປ່ຽນຈິດໃຈຂອງຜູ້ຄົນນຳອີກ
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າຂໍສົ່ງຄວາມຮັກມາຍັງທ່ານທັງຫລາຍ ໃນກອງປະຊຸມໃຫຍ່ສາມັນນີ້ ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ຄວາມຊື່ນຊົມນັ້ນມາຈາກການເປັນພະຍານຂອງພຣະວິນຍານ ເຖິງຄວາມຮັກຂອງພຣະຜູ້ຊ່ອຍໃຫ້ລອດ ທີ່ມາສູ່ທ່ານທັງຫລາຍ ແລະ ລູກໆທັງໝົດຂອງພຣະບິດາເທິງສະຫວັນ. ພຣະບິດາເທິງສະຫວັນຂອງເຮົາປະສົງທີ່ຈະອວຍພອນລູກໆຂອງພຣະອົງ ທາງວິນຍານ ແລະ ທາງໂລກ. ພຣະອົງເຂົ້າໃຈເຖິງຄວາມຕ້ອງການ, ຄວາມເຈັບປວດ, ແລະ ຄວາມຫວັງຂອງແຕ່ລະຄົນ.
ເມື່ອເຮົາຊ່ອຍເຫລືອຄົນອື່ນ, ພຣະຜູ້ຊ່ອຍໃຫ້ລອດຮູ້ສຶກຄືກັບວ່າ ເຮົາໄດ້ຊ່ອຍເຫລືອພຣະອົງ.
ພຣະອົງໄດ້ບອກສິ່ງທີ່ແທ້ຈິງກັບເຮົາ ເມື່ອພຣະອົງໄດ້ບອກເຖິງອະນາຄົດ ທີ່ເຮົາຈະໄດ້ເຫັນພຣະອົງ ຫລັງຈາກຊີວິດນີ້. ພາບຢູ່ໃນຈິດໃຈກ່ຽວກັບວັນນັ້ນ ໄດ້ແຈ່ມແຈ້ງຫລາຍຂຶ້ນ ໃນມື້ທີ່ຂ້າພະເຈົ້າອະທິຖານ ແລະ ຖືສິນອົດເຂົ້າ ເພື່ອຈະໄດ້ຮູ້ວ່າ ຂ້າພະເຈົ້າຄວນກ່າວສິ່ງໃດໃນເຊົ້າມື້ນີ້. ພຣະຜູ້ເປັນເຈົ້າໄດ້ບັນຍາຍເຖິງວັນສຳພາດກັບພຣະຜູ້ຊ່ອຍໃຫ້ລອດໃນອະນາຄົດ ຕໍ່ສານຸສິດຂອງພຣະອົງ, ແລະ ຍັງໄດ້ບັນຍາຍເຖິງສິ່ງທີ່ເຮົາປາດຖະໜາຫລາຍທີ່ສຸດ ໃຫ້ເປັນຈິງສຳລັບຕົວເຮົາເອງ ນຳອີກ:
“ແລ້ວຈອມກະສັດຈະກ່າວແກ່ບັນດາຜູ້ທີ່ຢູ່ເບື້ອງຂວາຂອງພຣະອົງວ່າ, ມາເຖີດ, ພວກເຈົ້າຜູ້ທີ່ໄດ້ຮັບພຣະພອນຈາກພຣະບິດາຂອງເຮົາ, ຈົ່ງມາຮັບເອົາອານາຈັກ ຊຶ່ງໄດ້ຖືກຈັດຕຽມໄວ້ສຳລັບພວກເຈົ້າ ຕັ້ງແຕ່ຕົ້ນເດີມສ້າງໂລກ:
“ເພາະເມື່ອເຮົາຫິວເຂົ້າ ພວກເຈົ້າກໍເອົາໃຫ້ເຮົາກິນ: ເມື່ອເຮົາຫິວນຳ ພວກເຈົ້າກໍເອົາໃຫ້ເຮົາດື່ມ: ເຮົາເປັນແຂກບ້ານ, ພວກເຈົ້າໄດ້ຕ້ອນຮັບເຮົາໄວ້:
“ເຮົາເປືອຍກາຍ ພວກເຈົ້າກໍເອົາເຄື່ອງໃຫ້ເຮົານຸ່ງຫົ່ມ: ເຮົາເຈັບປ່ວຍ ພວກເຈົ້າກໍໄດ້ມາເບິ່ງແຍງເຮົາ: ເຮົາຢູ່ໃນຄຸກ ພວກເຈົ້າກໍໄດ້ມາຢ້ຽມຢາມເຮົາ.
“ແລ້ວຝ່າຍພວກຜູ້ຊອບທຳ ກໍຈະຕອບພຣະອົງວ່າ ພຣະອົງເຈົ້າເອີຍ ເມື່ອໃດພວກຂ້ານ້ອຍເຫັນພຣະອົງຫິວເຂົ້າ ແລະ ເອົາເຂົ້າໃຫ້ພຣະອົງກິນ? ເຫັນພຣະອົງຫິວນ້ຳ ແລະ ເອົານ້ຳໃຫ້ພຣະອົງດື່ມ?
“ເມື່ອໃດພວກຂ້ານ້ອຍເຫັນພຣະອົງເປັນແຂກບ້ານ ແລະ ຮັບຕ້ອນພຣະອົງໄວ້? ຫລື ເຫັນພຣະອົງ ເປືອຍກາຍ ແລະ ເອົາເຄື່ອງໃຫ້ພຣະອົງນຸ່ງຫົ່ມ?
“ເມື່ອໃດພວກຂ້ານ້ອຍເຫັນພຣະອົງເຈັບປ່ວຍ ຫລື ຢູ່ໃນຄຸກ ແລະ ໄປຢ້ຽມຢາມພຣະອົງ?
“ຈອມກະສັດຈະຕອບວ່າ, ເຮົາບອກພວກເຈົ້າຕາມຈິງວ່າ ເມື່ອພວກເຈົ້າໄດ້ເຮັດສິ່ງເຫລົ່ານີ້ ແກ່ຜູ້ທີ່ຕ່ຳຕ້ອຍທີ່ສຸດຄົນໜຶ່ງໃນພວກພີ່ນ້ອງເຫລົ່ານີ້ຂອງເຮົາ, ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ.”1
ທ່ານ ແລະ ຂ້າພະເຈົ້າກໍຢາກໄດ້ຮັບການຮັບຕ້ອນທີ່ອົບອຸ່ນນັ້ນ ຈາກພຣະຜູ້ຊ່ອຍໃຫ້ລອດ. ແຕ່ເຮົາຈະໄດ້ຮັບມັນໄດ້ແນວໃດ? ມີລູກຂອງພຣະບິດາເທິງສະຫວັນຢ່າງຫລວງຫລາຍທີ່ຫິວໂຫຍ, ຂາດທີ່ພັກອາໄສ, ແລະ ໂດດດ່ຽວ ຫລາຍກວ່າທີ່ເຮົາຈະສາມາດຊ່ອຍເຫລືອໄດ້. ແລະ ຈຳນວນກໍເພີ່ມຂຶ້ນຫລາຍກວ່າຈະຊ່ອຍເຫລືອໄດ້ໝົດ.
ສະນັ້ນ ພຣະຜູ້ເປັນເຈົ້າຈຶ່ງໄດ້ມອບບາງສິ່ງໃຫ້ເຮົາ ເພື່ອເຮົາຈະເຮັດໄດ້. ມັນເປັນພຣະບັນຍັດທີ່ງ່າຍ ແມ່ນແຕ່ເດັກນ້ອຍກໍເຂົ້າໃຈໄດ້. ມັນເປັນພຣະບັນຍັດທີ່ດີເລີດ ມາກັບຄຳໝັ້ນສັນຍາສຳລັບຄົນທີ່ຕ້ອງການຄວາມຊ່ອຍເຫລືອ ແລະ ສຳລັບເຮົາດ້ວຍ.
ນັ້ນຄື ກົດແຫ່ງການຖືສິນອົດເຂົ້າ. ຖ້ອຍຄຳໃນໜັງສືຂອງເອຊາຢາ ເປັນຄຳບັນຍາຍພຣະບັນຍັດຂອງພຣະຜູ້ເປັນເຈົ້າ ແລະ ເປັນພອນທີ່ມີໃຫ້ສຳລັບເຮົາທັງຫລາຍຜູ້ຢູ່ໃນສາດສະໜາຈັກຂອງພຣະອົງ:
“ການຖືສິນອົດເຂົ້າແບບທີ່ເຮົາຕ້ອງການແມ່ນດັ່ງນີ້: ຄືແກ້ໂສ້ແຫ່ງການກົດຂີ່ ແລະ ປົດແອກແຫ່ງຄວາມບໍ່ຍຸດຕິທຳ ແລະ ປົດປ່ອຍຄົນທີ່ຖືກກົດຂີ່ໃຫ້ເປັນອິດສະລະ?
“ຈົ່ງແບ່ງປັນອາຫານໃຫ້ແກ່ຜູ້ທີ່ອຶດຫິວ, ແລະ ໃຫ້ທີ່ພັກແກ່ຜູ້ທີ່ຍາກຈົນຂາດບ່ອນພັກພາອາໄສ. ຈົ່ງຫາເຄື່ອງນຸ່ງຫົ່ມໃຫ້ແກ່ຜູ້ທີ່ບໍ່ມີ ແລະ ຢ່າລະເລີຍໃນການຊ່ອຍເຫລືອເພື່ອນມະນຸດ.
“ແລ້ວຄວາມກະລຸນາຂອງເຮົາກໍຈະສ່ອງແສງດັ່ງຕາເວັນຂຶ້ນໃນຕອນເຊົ້າ ແລະ ບາດແຜຂອງເຈົ້າກໍຈະຖືກປິ່ນປົວໃຫ້ຫາຍດີໄວ. ເຮົາຈະຢູ່ກັບເຈົ້າ; ເຮົາຈະປົກປັກຮັກສາເຈົ້າຮອບດ້ານ.
“ເມື່ອເຈົ້າອະທິຖານຫາເຮົາ, ເຮົາກໍຈະຕອບເຈົ້າ. ເມື່ອເຈົ້າເອີ້ນຫາເຮົາ, ເຮົາກໍຈະຂານຕອບເຈົ້າ. ຖ້າເຈົ້າເຊົາກົດຂີ່ຄົນອື່ນ ເລີກການດູໝິ່ນປະໝາດທຸກປະການ ແລະ ເຊົາເວົ້າຄຳຊົ່ວຊ້າທຸກຢ່າງ;
“ຖ້າເຈົ້າໃຫ້ອາຫານແກ່ຜູ້ທີ່ອຶດຫິວ ແລະ ໃຫ້ຜູ້ທີ່ຂັດສົນໄດ້ມີຄວາມອີ່ມໃຈ; ແລ້ວມືດທີ່ອ້ອມຮອບເຈົ້ານັ້ນ ກໍຈະປ່ຽນເປັນແຈ້ງໃນຕອນກາງເວັນ:
“ແລ້ວເຮົາກໍຈະນຳພາເຈົ້າໄປສະເໝີ ແລະ ຈະໃຫ້ເຈົ້າໄດ້ອີ່ມໃຈກັບສິ່ງທີ່ດີທັງຫລາຍ: ເຮົາຈະຮັກສາເຈົ້າໃຫ້ເຂັ້ມແຂງ ແລະ ທັງຈະໃຫ້ຢູ່ດີກິນດີດ້ວຍ. ເຈົ້າຈະເປັນດັ່ງສວນທີ່ມີນ້ຳລໍ່ລ້ຽງຢ່າງອຸດົມສົມບູນ ເປັນດັ່ງນ້ຳພຸທີ່ບໍ່ແຫ້ງເປັນຈັກເທື່ອ.”2
ພຣະຜູ້ເປັນເຈົ້າໄດ້ປະທານພຣະບັນຍັດຂໍ້ງ່າຍໆໃຫ້ເຮົາດັ່ງນີ້ ດ້ວຍຄຳໝັ້ນສັນຍາທີ່ດີເລີດ. ໃນສາດສະໜາຈັກເວລານີ້ ເຮົາໄດ້ຮັບໂອກາດທີ່ຈະຖືສິນອົດເຂົ້າ ເດືອນລະເທື່ອ ແລະ ບໍລິຈາກເງິນດ້ວຍໃຈເພື່ອແຜ່ໃຫ້ອະທິການ ຫລື ປະທານສາຂາ ເພື່ອຊ່ອຍເຫລືອຄົນຍາກຈົນ ແລະ ຄົນຂັດສົນ. ບາງສ່ວນທີ່ທ່ານມອບໃຫ້ອາດຖືກໃຊ້ເພື່ອຊ່ອຍເຫລືອຄົນທີ່ຢູ່ອ້ອມຮອບທ່ານ, ບາງທີອາດເປັນຄົນທີ່ຢູ່ໃນຄອບຄົວຂອງທ່ານເອງ. ຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າຈະອະທິຖານ ແລະ ຖືສິນອົດເຂົ້າ ສຳລັບການເປີດເຜີຍ ເພື່ອຈະໄດ້ຮູ້ວ່າ ຄວນຊ່ອຍເຫລືອຄົນໃດ ແລະ ຈະຊ່ອຍຢ່າງໃດ. ເງິນສ່ວນທີ່ເຫລືອຈາກການຊ່ອຍເຫລືອ ຜູ້ຄົນຢູ່ໃນໜ່ວຍໂບດຂອງທ່ານ ຈະຖືກເອົາໄປຊ່ອຍເຫລືອສະມາຊິກຄົນອື່ນໆຂອງສາດສະໜາຈັກ, ຕະຫລອດທົ່ວໂລກ, ທີ່ຕ້ອງການຄວາມຊ່ອຍເຫລືອ.
ພຣະບັນຍັດທີ່ໃຫ້ຖືສິນອົດເຂົ້າສຳລັບຄົນຍາກຈົນ ມີພອນຫລາຍປະການທີ່ຕິດຕາມມາ. ປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ເອີ້ນການລະເມີດກົດນີ້ ວ່າເປັນບາບຂອງການລະເວັ້ນ ຊຶ່ງມີຜົນສະທ້ອນອັນໜັກໜ່ວງ. ເພິ່ນໄດ້ຂຽນວ່າ: “ພຣະຜູ້ເປັນເຈົ້າໄດ້ເຮັດຄຳໝັ້ນສັນຍາກັບຄົນທີ່ຖືສິນອົດເຂົ້າ ແລະ ຊ່ອຍເຫລືອຄົນຂັດສົນ. ... ການດົນໃຈ ແລະ ການນຳພາທາງວິນຍານ ຈະຕິດຕາມມາ ເນື່ອງດ້ວຍຄວາມຊອບທຳ ແລະ ການເຂົ້າໃກ້ຊິດກັບພຣະບິດາເທິງສະຫວັນຂອງເຮົາ. ການລະເວັ້ນທີ່ຈະຖືສິນອົດເຂົ້າທີ່ຊອບທຳນີ້ ຈະເຮັດໃຫ້ເຮົາບໍ່ໄດ້ຮັບພອນເຫລົ່ານີ້.”3
ຂ້າພະເຈົ້າໄດ້ຮັບພອນດັ່ງກ່າວ ເມື່ອສອງສາມວັນຜ່ານມານີ້. ນັບແຕ່ກອງປະຊຸມໃຫຍ່ສາມັນ ເດືອນຕຸລາຜ່ານມານີ້ ໃນວັນອາທິດທີ່ຖືສິນອົດເຂົ້າ ແລະ ສະແດງປະຈັກພະຍານ, ຂ້າພະເຈົ້າກໍໄດ້ຖືສິນອົດເຂົ້າ ແລະ ໄດ້ອະທິຖານ ເພື່ອຈະໄດ້ຮູ້ຈັກວິທີທີ່ຈະຮັກສາພຣະບັນຍັດ ເລື່ອງການດູແລຄົນທີ່ຂັດສົນ.
ໃນວັນເສົາ, ຕອນຖືສິນອົດເຂົ້າ, ຂ້າພະເຈົ້າໄດ້ຕື່ນນອນ ເວລາ 6 ໂມງເຊົ້າ ແລະ ໄດ້ອະທິຖານຕື່ມອີກ. ຂ້າພະເຈົ້າໄດ້ຮັບການດົນໃຈ ໃຫ້ອ່ານຂ່າວໂລກ. ໃນນັ້ນ ຂ້າພະເຈົ້າໄດ້ອ່ານການລາຍງານດັ່ງຕໍ່ໄປນີ້:
ລົມພະຍຸ ໄຊຄະໂລນ ພາມ ໄດ້ທຳລາຍບ້ານເຮືອນຢ່າງຫລວງຫລາຍ ຢູ່ເມືອງ ຜອດ ວີລາ, ເມືອງຫລວງຂອງເກາະ ວານູອາຕູ. ຢ່າງໜ້ອຍຫົກຄົນໄດ້ຕາຍໄປ ໃນ ວານູອາຕູ, ເປັນລົມພະຍຸ ທີ່ຮ້າຍແຮງທີ່ສຸດ ທີ່ໄດ້ມາສູ່ເກາະແຫ່ງນີ້.
“ຕົ້ນໄມ້ສ່ວນຫລາຍໄດ້ລົ້ມກະຈາຍ [ໃນຂະນະທີ່ລົມພະຍຸ ໄຊຄະໂລນ] ພັດກະໜ່ຳເກາະໃນເຂດປາຊີຟິກ.4
ໜ່ວຍງານປະເມີນຄວາມເສຍຫາຍສຸກເສີນແຫ່ງໂລກ ໄດ້ວາງແຜນທີ່ຈະໄປສຳຫລວດເບິ່ງຄວາມເສຍຫາຍ ຫລັງຈາກລົມພະຍຸຢຸດຕິລົງ.
ເຂົາເຈົ້າໄດ້ແນະນຳປະຊາຊົນໃຫ້ຫາບ່ອນຫລົບໄພ ໃນຕຶກທີ່ແຂງແກ່ນ ດັ່ງເຊັ່ນ ມະຫາວິທະຍາໄລ ຫລື ໂຮງຮຽນຕ່າງໆ.
ແລ້ວເຂົາເຈົ້າໄດ້ເວົ້າວ່າ: “‛ຕຶກທີ່ແຂງແກ່ນທີ່ສຸດ ທີ່ເຂົາເຈົ້າມີ ແມ່ນໂບດທີ່ເຮັດດ້ວຍສີມັງ,’ ອິງກາ ມີຟາມ ຈາກໜ່ວຍງານສຸກເສີນນາໆຊາດ ໄດ້ກ່າວວ່າ. ‛ບາງຄົນບໍ່ມີຕຶກທີ່ດີແບບນັ້ນ. ມັນຍາກທີ່ຈະຊອກຫາຕຶກບ່ອນທີ່ຄິດວ່າ ຈະສາມາດທົນຕໍ່ລົມພະຍຸຮ້າຍແຮງ ລະດັບທີ 5 ໄດ້.’”5
ເມື່ອຂ້າພະເຈົ້າໄດ້ອ່ານເລື່ອງນີ້, ຂ້າພະເຈົ້າຈື່ຕອນທີ່ໄດ້ໄປຢ້ຽມຢາມເຮືອນນ້ອຍຫລັງໜຶ່ງ ຢູ່ເກາະ ວານູອາຕູ. ຂ້າພະເຈົ້າວາດພາບເຫັນຜູ້ຄົນຂົດຕົວຢູ່ນຳກັນ ໃນຂະນະທີ່ລົມພະຍຸກຳລັງທຳລາຍບ້ານເຮືອນຂອງເຂົາເຈົ້າ. ແລະ ແລ້ວຂ້າພະເຈົ້າຈື່ການຮັບຕ້ອນທີ່ອົບອຸ່ນຂອງຜູ້ຄົນຢູ່ເກາະ ວານູອາຕູ. ຂ້າພະເຈົ້າໄດ້ຄິດກ່ຽວກັບເຂົາເຈົ້າ ແລະ ເພື່ອນບ້ານໃກ້ຊິດຂອງເຂົາເຈົ້າ ທີ່ກຳລັງພາກັນໜີໄປຫາບ່ອນປອດໄພ ທີ່ເປັນຕຶກໂບດສີມັງຂອງພວກເຮົານັ້ນ.
ແລ້ວ ຂ້າພະເຈົ້າໄດ້ວາດພາບເຫັນອະທິການ ແລະ ປະທານສະມາຄົມສະຕີສົງເຄາະ ໄດ້ຍ່າງໄປມາໃນບັນດາເຂົາເຈົ້າ ເພື່ອປອບໂຍນ, ຢາຍຜ້າຫົ່ມ, ອາຫານການກິນ, ແລະ ນ້ຳດື່ມ. ຂ້າພະເຈົ້າວາດພາບເຫັນພວກເດັກນ້ອຍຂົດຕົວຢູ່ນຳກັນ ດ້ວຍຄວາມຢ້ານກົວ.
ເຂົາເຈົ້າຢູ່ໄກແທ້ໆ ຈາກບ້ານທີ່ຂ້າພະເຈົ້າອ່ານໃບລາຍງານ, ແຕ່ຂ້າພະເຈົ້າຮູ້ສິ່ງທີ່ພຣະຜູ້ເປັນເຈົ້າຈະເຮັດ ຜ່ານທາງຜູ້ຮັບໃຊ້ຂອງພຣະອົງ. ຂ້າພະເຈົ້າຮູ້ວ່າ ສິ່ງທີ່ສາມາດຊ່ອຍເຂົາເຈົ້າໃຫ້ສາມາດຊ່ອຍເຫລືອລູກໆຂອງພຣະບິດາເທິງສະຫວັນໄດ້ ແມ່ນເງິນຖືສິນອົດເຂົ້າ, ຊຶ່ງສານຸສິດຂອງພຣະຜູ້ເປັນເຈົ້າໄດ້ມອບໃຫ້ດ້ວຍຄວາມສະໝັກໃຈ ແກ່ຄົນທີ່ຢູ່ແດນໄກ, ແຕ່ເຂົາເຈົ້າຢູ່ໃກ້ພຣະຜູ້ເປັນເຈົ້າ.
ສະນັ້ນ ຂ້າພະເຈົ້າຈຶ່ງບໍ່ໄດ້ລໍໃຫ້ເຖິງວັນອາທິດ. ຂ້າພະເຈົ້າໄດ້ນຳເງິນຖືສິນອົດເຂົ້າໄປໃຫ້ອະທິການຂອງຂ້າພະເຈົ້າ ໃນເຊົ້າມື້ນັ້ນ. ຂ້າພະເຈົ້າຮູ້ວ່າ ອະທິການ ຫລື ປະທານສະມາຄົມສະຕີສົງເຄາະ ອາດນຳເງິນຈຳນວນທີ່ຂ້າພະເຈົ້າມອບໃຫ້ນັ້ນໄປຊ່ອຍເຫລືອຜູ້ຄົນທີ່ຢູ່ໃນຄຸ້ມບ້ານຂອງຂ້າພະເຈົ້າ. ເງິນບໍລິຈາກຈຳນວນເລັກນ້ອຍຂອງຂ້າພະເຈົ້ານັ້ນ ອາດບໍ່ຈຳເປັນຕ້ອງເອົາໄປໃຊ້ຢູ່ແຖວບ້ານຂອງຂ້າພະເຈົ້າ, ແຕ່ເງິນສ່ວນທີ່ເຫລືອ ສາມາດຖືກສົ່ງໄປຊ່ອຍຜູ້ຄົນທີ່ອາໃສຢູ່ແດນໄກ ແມ່ນແຕ່ຢູ່ເກາະ ວານູອາຕູ ໄດ້.
ລົມພະຍຸ ແລະ ຄວາມໂສກເສົ້າອື່ນໆ ຈະມາສູ່ຜູ້ຄົນຕະຫລອດທົ່ວໂລກ ຜູ້ຊຶ່ງພຣະຜູ້ເປັນເຈົ້າຮັກ ແລະ ໂສກເສົ້ານຳ. ພາກສ່ວນໜຶ່ງໃນການຖືສິນອົດເຂົ້າຂອງທ່ານ ແລະ ຂອງຂ້າພະເຈົ້າ ໃນເດືອນນີ້ ແມ່ນເພື່ອເອົາໄປຊ່ອຍເຫລືອບາງຄົນ, ໃນບາງບ່ອນ, ຊຶ່ງພຣະຜູ້ເປັນເຈົ້າຈະຮູ້ສຶກຄືກັບວ່າ ເຮົາໄດ້ກະທຳຕໍ່ພຣະອົງ.
ເງິນບໍລິຈາກ ຈາກການຖືສິນອົດເຂົ້າຂອງທ່ານ ຈະມີຄວາມໝາຍຫລາຍກວ່າການພຽງແຕ່ມອບອາຫານ ແລະ ເຄື່ອງນຸ່ງຫົ່ມໃຫ້ແກ່ຜູ້ຄົນເທົ່ານັ້ນ. ມັນຍັງເປັນການປິ່ນປົວ ແລະ ປ່ຽນຈິດໃຈຂອງຜູ້ຄົນນຳອີກ. ຜົນຂອງການບໍລິຈາກດ້ວຍຄວາມສະໝັກໃຈ ອາດມາຈາກຄວາມປາດຖະໜາຂອງບຸກຄົນທີ່ຄິດຢາກຈະເອື້ອມອອກໄປຊ່ອຍເຫລືອຄົນອື່ນທີ່ຂັດສົນ. ສິ່ງນີ້ເກີດຂຶ້ນຕະຫລອດທົ່ວໂລກ.
ມັນໄດ້ເກີດຂຶ້ນກັບຊີວິດຂອງ ຊິດສະເຕີ ອາບີ ຕູເຣ, ຜູ້ອາໄສຢູ່ປະເທດ ຊີເອຣາ ລີອອນ. ສົງຄາມກາງເມືອງໄດ້ເກີດຂຶ້ນໃນປີ 1991. ມັນໄດ້ຄຸກຄາມປະເທດເປັນເວລາຫລາຍປີ. ຊີເອຣາ ລີອອນ ກໍເປັນປະເທດໜຶ່ງທີ່ທຸກຍາກທີ່ສຸດຢູ່ແລ້ວ ຢູ່ໃນໂລກ. ລະຫວ່າງທີ່ເກີດສົງຄົມ ບໍ່ມີໃຜຮູ້ວ່າ ແມ່ນຝ່າຍໃດປົກຄອງປະເທດ—ທະນາຄານ … ກໍປິດ, ຫ້ອງການລັດຖະບານກໍປິດ, ໜ່ວຍຮັກສາຄວາມສະຫງົບກໍບໍ່ສາມາດຕ້ານທານກັບພວກກະບົດ, … ແລະ ກໍເຕັມໄປດ້ວຍຄວາມສັບສົນ, ການຂ້າຟັນລັນແທງ, ແລະ ຄວາມໂສກເສົ້າ. ຫລາຍສິບພັນຄົນໄດ້ຕາຍໄປ, ແລະ ຫລາຍກວ່າສອງລ້ານຄົນໄດ້ຖືກບັງຄັບໃຫ້ໜີຈາກບ້ານເຮືອນ ເພື່ອຫລີກເວັ້ນຈາກການຖືກຂ້າ.”6
ແມ່ນແຕ່ໃນເວລານັ້ນ, ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ຍັງເຕີບໂຕຂຶ້ນຢູ່.
ສາຂາແຫ່ງທຳອິດໄດ້ຖືກຈັດຕັ້ງຂຶ້ນ ຢູ່ໃນເມືອງບ່ອນທີ່ ຊິດສະເຕີ ຕູເຣ ອາໄສຢູ່. ສາມີຂອງນາງ ເປັນອະທິການຄົນທຳອິດຂອງສາຂານັ້ນ. ລາວໄດ້ຮັບໃຊ້ເປັນປະທານທ້ອງຖິ່ນລະຫວ່າງສົງຄາມກາງເມືອງ.
“ເມື່ອຜູ້ຄົນໄປຢ້ຽມຢາມບ້ານຂອງ ຊິດສະເຕີ ຕູເຣ ຕອນນີ້, ນາງມັກຈະເອົາສິ່ງຂອງຈາກສົງຄາມມາໃຫ້ເຂົາເຈົ້າເບິ່ງ. ເສື້ອສີຟ້າລາຍຂາວ ທີ່ນາງໄດ້ຮັບຈາກສະມາຊິກຂອງສາດສະໜາຈັກ ແລະ ຜ້າຫົ່ມຜືນໜຶ່ງ, ດຽວນີ້ຂາດສ້ອຍແລ້ວ.”7
ນາງໄດ້ເວົ້າວ່າ, “ເສື້ອຜືນນີ້ແມ່ນເສື້ອຜ້າຜືນທຳອິດ … ທີ່ຂ້າພະເຈົ້າໄດ້ຮັບ. … ຂ້າພະເຈົ້າເຄີຍໄດ້ນຸ່ງມັນໄປທຳງານ, ມັນດີຫລາຍ. ມັນເຮັດໃຫ້ຂ້າພະເຈົ້າຮູ້ສຶກສວຍງາມ. ຂ້າພະເຈົ້າກໍບໍ່ມີເສື້ອຜືນອື່ນ.
“ລະຫວ່າງສົງຄາມ, ຜ້າຫົ່ມຜືນນີ້ໄດ້ໃຫ້ຄວາມອົບອຸ່ນແກ່ຂ້າພະເຈົ້າ ແລະ ລູກໆ. ເມື່ອຜູ້ກໍ່ການຮ້າຍເຂົ້າມາໂຈມຕີພວກເຮົາ, ຂ້າພະເຈົ້າກໍຫອບເອົາຜ້າຜືນນີ້ໄປນຳ ໃນຂະນະທີ່ພວກເຮົາໜີເຂົ້າໄປຊົ້ນຢູ່ປ່າ. ມັນໃຫ້ຄວາມອົບອຸ່ນແກ່ພວກເຮົາ ແລະ ກັນຍຸງນຳອີກ.”8
“ຊິດສະເຕີ ຕູເຣ ກ່າວເຖິງຄວາມກະຕັນຍູຂອງນາງ ຕໍ່ປະທານເຜີຍແຜ່ ຜູ້ໄດ້ເຂົ້າໄປໃນປະເທດທີ່ກຳລັງເກີດສົງຄົມ ພ້ອມດ້ວຍເງິນຈຳນວນໜຶ່ງ.” ເງິນນັ້ນ ຈາກການບໍລິຈາກໂດຍການຖືສິນອົດເຂົ້າ ມາຈາກຜູ້ຄົນ ທີ່ຄືກັນກັບທ່ານ, ໄດ້ຊ່ອຍເຫລືອໄພ່ພົນຂອງພຣະເຈົ້າໃຫ້ມີເງິນຊື້ອາຫານ ຊຶ່ງຜູ້ຄົນສ່ວນຫລາຍໃນ ຊີເອຣາ ລີອອນ ບໍ່ສາມາດຊື້ ໃນລາຄາທີ່ເຂົາເຈົ້າຫາຊື້ໄດ້.9
ຊິດສະເຕີ ຕູເຣ ໄດ້ກ່າວເຖິງຄົນທີ່ມີໃຈເພື່ອແຜ່ ຜູ້ຊ່ອຍໃຫ້ເຂົາເຈົ້າລອດຊີວິດມາໄດ້ ວ່າ, “ເມື່ອຂ້າພະເຈົ້າຮູ້ສຶກເຖິງຜູ້ທີ່ໄດ້ເຮັດສິ່ງນີ້ … ຂ້າພະເຈົ້າຄິດວ່າ ພຣະເຈົ້າໄດ້ສົ່ງເຂົາເຈົ້າມາ, ເພາະເຂົາເຈົ້າເປັນມະນຸດທຳມະດາ ທີ່ມາເພື່ອແຜ່ຄວາມເມດຕາຕໍ່ພວກເຮົາ.”10
ຄົນໜຶ່ງຈາກສະຫະລັດອາເມຣິກາ ໄດ້ນັ່ງລົມກັບນາງ ເມື່ອບໍ່ດົນມານີ້. ລະຫວ່າງທີ່ເວົ້າລົມກັບນາງ, ລາວໄດ້ເຫັນ “ພຣະຄຳພີຊຸດໜຶ່ງ ວາງຢູ່ເທິງໂຕະ.” ລາວເຫັນໄດ້ວ່າ ມັນເປັນຊັບສົມບັດທີ່ສຳຄັນ, “ຢູ່ໃນປຶ້ມມີຄຳຂີດຂຽນ. ໜ້າປຶ້ມເກົ່າແກ່; ບາງໃບກໍຂາດສ້ອຍ. ກາບປຶ້ມຂາດອອກຈາກເຫລັ້ມ.”
ລາວໄດ້ຈັບພຣະຄຳພີຂຶ້ນມາ ແລະ “ເປີດເບິ່ງຢ່າງລະມັດລະວັງ. ແລ້ວລາວໄດ້ເຫັນໃບສຳເນົາຈ່າຍເງິນສ່ວນສິບ. ລາວເຫັນວ່າ ເງິນຈຳນວນໜຶ່ງໂດລາ ແມ່ນຫາໄດ້ຍາກໃນປະເທດຂອງນາງ, ແຕ່ນາງ ອາບີ ຕູເຣ ໄດ້ບໍລິຈາກໜຶ່ງໂດລາ ເປັນເງິນສ່ວນສິບ, ໜຶ່ງໂດລາເປັນເງິນທຶນເຜີຍແຜ່, ແລະ ໜຶ່ງໂດລາ ເປັນເງິນຖືສິນອົດເຂົ້າ ສຳລັບຜູ້ທີ່, ໃນຖ້ອຍຄຳຂອງນາງ ‘ຍາກຈົນຫລາຍແທ້.’”
ຜູ້ໄປຢາມໄດ້ປິດພຣະຄຳພີຂອງ ຊິດສະເຕີ ຕູເຣ ແລະ ຄິດໃນຂະນະທີ່ລາວຢືນຢູ່ກັບຍິງອາຟຣິກາທີ່ຊື່ສັດຄົນນີ້, ລາວຄິດວ່າ ລາວກຳລັງຢືນຢູ່ໃນສະຖານທີ່ ທີ່ສັກສິດ.11
ເຊັ່ນດຽວກັບ ພອນຂອງການໄດ້ຮັບເງິນບໍລິຈາກ ຈາກທ່ານ ແລະ ຂ້າພະເຈົ້າ ສາມາດປ່ຽນຫົວໃຈຂອງຜູ້ຄົນໄດ້, ການຖືສິນອົດເຂົ້າກໍເປັນປະໂຫຍດຕໍ່ຜູ້ຄົນໄດ້ຄືກັນ. ແມ່ນແຕ່ເດັກນ້ອຍກໍຮູ້ສຶກມັນໄດ້.
ເດັກນ້ອຍຫລາຍຄົນ, ແລະ ຜູ້ໃຫຍ່ບາງຄົນ, ອາດເຫັນວ່າ ການຖືສິນອົດເຂົ້າ ເປັນເວລາ 24 ຊົ່ວໂມງ ເປັນສິ່ງຍາກທີ່ຈະເຮັດ. ໃນຖ້ອຍຄຳຂອງເອຊາຢາ ອາດເປັນໄປໄດ້ວ່າ ການຖືສິນອົດເຂົ້າ “ໄດ້ເຮັດໃຫ້ຈິດວິນຍານຂອງເຂົາເຈົ້າເປັນທຸກ.” ພໍ່ແມ່ທີ່ສະຫລາດ ຮູ້ເຖິງຄວາມຮັບຜິດຊອບນີ້ ແລະ ໄດ້ເຮັດຕາມຄຳແນະນຳຂອງປະທານໂຈເຊັບ ແອັຟ ສະມິດ ຢ່າງລະມັດລະວັງ ທີ່ວ່າ: “ເປັນການດີ ທີ່ຈະສອນເຂົາເຖິງຫລັກທຳ ແລະ ໃຫ້ເຂົາເຮັດເອງ ເມື່ອເຂົາໃຫຍ່ພໍ ທີ່ຈະເລືອກດ້ວຍຄວາມສະຫລາດ.”12
ຂ້າພະເຈົ້າໄດ້ເຫັນພອນ ໃນຄຳແນະນຳນັ້ນ ເມື່ອບໍ່ດົນມານີ້. ຫລານຊາຍຄົນໜຶ່ງຂອງຂ້າພະເຈົ້າ ເຫັນວ່າ ການຖືສິນອົດເຂົ້າເປັນເວລາ 24 ຊົ່ວໂມງ ເປັນສິ່ງທີ່ເກີນກວ່າພະລັງ ແລະ ຄວາມອົດທົນຂອງລາວ. ແຕ່ພໍ່ແມ່ທີ່ສະຫລາດຂອງລາວ ຍັງໄດ້ຝັງຫລັກທຳຂໍ້ນີ້ໄວ້ໃນໃຈຂອງລາວ. ເພື່ອນນັກຮຽນຄົນໜຶ່ງຂອງລາວ ໄດ້ສູນເສຍພີ່ນ້ອງຄົນໜຶ່ງໃນອຸປະຕິເຫດ ເມື່ອບໍ່ດົນມານີ້. ຫລານຊາຍຂອງຂ້າພະເຈົ້າໄດ້ຖາມແມ່ຂອງລາວ ໃນມື້ຖືສິນອົດເຂົ້າ ໃນຕອນທີ່ລາວຮູ້ສຶກວ່າ ມັນເລີ່ມຍາກຂຶ້ນຫລາຍ, ວ່າລາວຄວນຖືສິນອົດເຂົ້າຕໍ່ໄປຫລືບໍ່ ເພື່ອຊ່ອຍເພື່ອນຂອງລາວໃຫ້ຮູ້ສຶກສະບາຍໃຈຂຶ້ນ.
ຄຳຖາມຂອງລາວໄດ້ຢືນຢັນຄຳແນະນຳຂອງປະທານໂຈເຊັບ ແອັຟ ສະມິດ. ຫລານຊາຍຂອງຂ້າພະເຈົ້າບໍ່ພຽງແຕ່ເຂົ້າໃຈເຖິງຫລັກທຳຂອງການຖືສິນອົດເຂົ້າເທົ່ານັ້ນ, ແຕ່ມັນຍັງໄດ້ຖືກຝັງໄວ້ໃນໃຈຂອງລາວນຳອີກ. ລາວຮູ້ວ່າ ການຖືສິນອົດເຂົ້າ ແລະ ການອະທິຖານ ຈະນຳພອນຈາກພຣະເຈົ້າມາໃຫ້ບາງຄົນທີ່ຕ້ອງການ. ຖ້າຫາກລາວເຮັດຕາມຫລັກທຳນີ້ເລື້ອຍໆ, ມັນຈະເປັນຜົນດີທີ່ສຸດໃນຊີວິດຂອງລາວເອງ ຕາມທີ່ພຣະຜູ້ເປັນເຈົ້າໄດ້ສັນຍາໄວ້. ລາວຈະໄດ້ຮັບພະລັງທາງວິນຍານ ເພື່ອຮັບເອົາການດົນໃຈ ແລະ ມີຄວາມສາມາດຫລາຍຂຶ້ນທີ່ຈະຕ້ານທານກັບການລໍ້ລວງໄດ້.
ເຮົາບໍ່ຮູ້ເຫດຜົນທັງໝົດວ່າເປັນຫຍັງພຣະເຢຊູຄຣິດ ຈຶ່ງໄດ້ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ເພື່ອຖືສິນອົດເຂົ້າ ແລະ ອະທິຖານ. ແຕ່ຢ່າງໜ້ອຍເຮົາຮູ້ຜົນສະທ້ອນຢ່າງໜຶ່ງວ່າ: ພຣະຜູ້ຊ່ອຍໃຫ້ລອດໄດ້ເອົາຊະນະການລໍ້ລວງທັງໝົດຂອງຊາຕານ ທີ່ໃຫ້ໃຊ້ອຳນາດແຫ່ງສະຫວັນຂອງພຣະອົງໃນທາງທີ່ບໍ່ຄວນ.
ໄລຍະທີ່ສັ້ນໆ ທີ່ເຮົາຖືສິນອົດເຂົ້າໃນແຕ່ລະເດືອນ ແລະ ເງິນຈຳນວນເລັກນ້ອຍທີ່ເຮົາໄດ້ບໍລິຈາກ ສຳລັບຄົນຍາກຈົນ ອາດປ່ຽນຕົວເຮົາເລັກນ້ອຍ ເພື່ອບໍ່ໃຫ້ມີຄວາມປາດຖະໜາທີ່ຈະເຮັດສິ່ງທີ່ບໍ່ດີ. ແຕ່ມີຄຳໝັ້ນສັນຍາທີ່ຍິ່ງໃຫຍ່ບອກໄວ້ ເມື່ອເຮົາໄດ້ເຮັດທຸກສິ່ງທີ່ເຮົາສາມາດເຮັດໄດ້ແລ້ວ ໃນການອະທິຖານ, ຖືສິນອົດເຂົ້າ, ແລະ ບໍລິຈາກ ສຳລັບຄົນຂັດສົນ:
“ແລ້ວຄວາມກະລຸນາຂອງເຮົາກໍຈະສ່ອງແສງດັ່ງຕາເວັນຂຶ້ນໃນຕອນເຊົ້າ ແລະ ບາດແຜຂອງເຈົ້າກໍຈະຖືກປິ່ນປົວໃຫ້ຫາຍດີໄວ. ເຮົາຈະຢູ່ກັບເຈົ້າ; ເຮົາຈະປົກປັກຮັກສາເຈົ້າຮອບດ້ານ.
“ເມື່ອເຈົ້າອະທິຖານຫາເຮົາ, ເຮົາກໍຈະຕອບເຈົ້າ. ເມື່ອເຈົ້າເອີ້ນຫາເຮົາ, ເຮົາກໍຈະຂານຕອບເຈົ້າ.”13
ຂ້າພະເຈົ້າຫວັງວ່າ ເຮົາຈະທວງເອົາຄຳໝັ້ນສັນຍາທີ່ຍິ່ງໃຫຍ່ນີ້ ສຳລັບຕົວເຮົາເອງ ແລະ ສຳລັບຄອບຄົວຂອງເຮົາດ້ວຍ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄື ພຣະຄຣິດ, ວ່າໃນສາດສະໜາຈັກຂອງພຣະອົງ ເຮົາໄດ້ຖືກເຊື້ອເຊີນໃຫ້ຊ່ອຍເຫລືອພຣະອົງ ໃນການດູແລຄົນຍາກຈົນ ໃນວິທີທາງຂອງພຣະອົງ, ແລະ ວ່າພຣະອົງໄດ້ສັນຍາວ່າ ພອນອັນເປັນນິດ ຈະຕິດຕາມມາ ຈາກການທີ່ເຮົາໄດ້ຊ່ອຍເຫລືອພຣະອົງ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.