​2010–2019
ຖານະ​ປະ​ໂລຫິດ ​ແລະ ການ​ອະທິຖານ​ສ່ວນ​ຕົວ
ເມສາ 2015


16:59

ຖານະ​ປະ​ໂລຫິດ ​ແລະ ການ​ອະທິຖານ​ສ່ວນ​ຕົວ

ດ້ວຍ​ຄຳ​ອະທິຖານ​ດ້ວຍ​ສັດທາ, ພຣະ​ເຈົ້າຈະ​ປະທານ​ພະລັງ​ໃນ​ຖານະ​ປະ​ໂລຫິດ​ໃຫ້​ເຮົາ ບໍ່​ວ່າ​ເຮົາ​ຈະ​ຢູ່​ໃນ​ສະຖານະ​ການ​ໃດໆ​ກໍ​ຕາມ. ​ເຮົາ​ພຽງ​ແຕ່​ຕ້ອງ​ອະທິຖານ​ດ້ວຍ​ຄວາມ​ຖ່ອມຕົວ.

ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ ທີ່​ໄດ້​ມີ​ໂອ​ກາດ​ມາ​ກ່າວ​ກັບ​ທ່ານ ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ ​ໃນ​ຕະຫລອດ​ທົ່ວ​ໂລກ. ຂ້າພະ​ເຈົ້າຮູ້ສຶກ​ເຖິງ​ຄວາມ​ໜັກ​ໃຈ ກັບ​ໂອກາດ​ນີ້ ​ເພາະວ່າ​ຂ້າພະ​ເຈົ້າຮູ້​ກ່ຽວ​ກັບ​ຄວາມ​ໄວ້​ວາງ​ໃຈ​ທີ່ພຣະຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ທ່ານ. ​​ເມື່ອ​ທ່ານ​​ຮັບ​ເອົາ​ຖານະ​ປະ​ໂລຫິດ, ທ່ານ​ໄດ້ຮັບ​ເອົາ​ສິດທິ ທີ່​ຈະ​ກ່າວ ​ແລະ ​ກະທຳ ​ໃນ​ພຣະນາມ​ຂອງ​ພຣະ​ເຈົ້າ.

ສິດທິ​ດັ່ງກ່າວ ຈະ​ເກີດ​ເປັນ​ຈິງ​ໄດ້ ພຽງ​ແຕ່​ເມື່ອ​ທ່ານ​ຮັບ​ເອົາ​ການ​ດົນ​ໃຈ​ຈາກ​ພຣະ​ເຈົ້າ. ພຽງ​ແຕ່​ເມື່ອ​ນັ້ນ​ເອງ ​ທີ່ທ່າ​ນຈະສາມາດ​ກ່າວ​ໃນ​ພຣະນາມ​ຂອງ​ພຣະອົງ. ​ແລະ ພຽງ​ແຕ່​ເມື່ອ​ນັ້ນ​ເອງ ທີ່ທ່ານ​ຈະສາ​ມາດກະທຳ​ໃນ​ພຣະນາມ​ຂອງ​ພຣະອົງ. ທ່ານ​ອາດ​ຄິດ​ຜິດ​ໄປ​ວ່າ, “​ໂອ້, ບໍ່​ເປັນ​ເລື່ອງ​ຍາກ. ​ເຮົາ​ສາມາດ​ໄດ້​ຮັບ​ການ​ດົນ​ໃຈ ຖ້າ​ຫາກ​ເຮົາ​ຖືກ​ຂໍ​ໃຫ້​ກ່າວ​ປາ​ໄສ ຫລື ຖ້າ​ຫາກ​ເຮົາ​ຕ້ອງການ​ພອນ​ຂອງ​ຖານະ​ປະ​ໂລຫິດ.” ຫລື ມັກຄະ​ນາຍົກ ຫລື ຄູ​ສອນ​ໜຸ່ມ ອາດ​ຄິດ​ແບບ​ສະບາຍ​ໃຈ​ວ່າ, “​ເມື່ອ​ເຮົາ​ໃຫຍ່​ຂຶ້ນ ຫລື ​ເມື່ອ​ເຮົາ​ໄດ້​ຖືກ​ເອີ້ນ​ໃຫ້​ໄປ​ສອນ​ສາດສະໜາ, ​ແລ້ວ​ເຮົາ​ຈະ​ຮູ້​ວ່າ ພຣະ​ເຈົ້າຈະ​ກ່າວສິ່ງ​ໃດ ​ແລະ ພຣະ​ເຈົ້າຈະ​ກະທຳ​ສິ່ງ​ໃດ.”

​ໃຫ້​ຄິດ​ເຖິງ​ມື້ ຕອນ​ທີ່​ທ່ານ​​ຮູ້ຈັກ​ວ່າ ພຣະ​ເຈົ້າຈະ​ກ່າວ​ສິ່ງ​ໃດ ​ແລະ ພຣະອົງ​ຈະ​ກະທຳ​ສິ່ງ​​ໃດ. ມັນ​ໄດ້​ມາ​ເຖິງ​ເຮົາ​ທຸກ​ຄົນ​ແລ້ວ—ບໍ່​ວ່າ​ທ່ານ​ມີຕຳ​ແໜ່​ງ​ໃດ​ ​ໃນ​ການ​ເອີ້ນ​ຂອງ​ຖານະ​ປະ​ໂລຫິດຂອງ​ທ່ານ​ກໍ​ຕາມ. ຂ້າພະ​ເຈົ້າ​ໄດ້​ເຕີບ​ໂຕ​ຂຶ້ນ​ໃນ​ເຂດ​ເຜີຍ​ແຜ່ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ສະຫະລັດອາ​ເມຣິກາ ລະຫວ່າງ​ສົງຄາມ​ໂລກ​ຄັ້ງທີ​ສອງ. ສະມາຊິກ​ຂອງ​ສາດສະໜາ​ຈັກໄດ້​ອາ​ໄສ​ຢູ່​ໄກ​ກັນ, ​ແລະ ການ​ຊື້​ນຳ​ມັນ​ລົດ​ກໍ​ຖືກ​ກຳນົດ​ອີກ. ຂ້າພະ​ເຈົ້າ​ເປັນ​ມັກຄະ​ນາຍົກ​ພຽງ​ຄົນ​ດຽວ​ຢູ່​ໃນ​ສາຂາ​. ສະມາຊິກ​ໄດ້​ມອບ​ຊອງ​ບໍລິຈາກ ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ​ໃຫ້​ອະທິການ ​ເມື່ອ​ເຂົາ​ເຈົ້າ​ໄດ້​ມາ​ຮ່ວມ​ກອງ​ປະຊຸມ​ຖື​ສິນ​ອົດ​ເຂົ້າ ​ແລະ ສະ​ແດງ​ປະຈັກ​ພະຍານ ຢູ່​​ບ້ານ​ຂອງ​ພວກ​ເຮົາ.

ຕອນ​ຂ້າພະ​ເຈົ້າມີ​ອາຍຸ​ໄດ້ 13 ປີ, ພວກ​ເຮົາ​ໄດ້​ຍ້າຍ​ມາ​ຢູ່​ລັດຢູທາ ​​​ເພື່ອ​ອາ​ໄສ​ຢູ່​ໃນ​ຫວອດ​ໃຫຍ່. ຂ້າພະ​ເຈົ້າຈື່​ການ​ມອບ​ໝາຍ​​ເທື່ອ​ທຳ​ອິດ​ຂອງ​ຂ້າພະ​ເຈົ້າ​ໄດ້ ​ແມ່ນ​ການ​ຍ່າງ​ເລາະເກັບ​ເງິນ​ບໍລິຈາກຕາມ​ບ້ານ​ເຮືອນ ຕ່າງໆ. ຂ້າພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ຊື່​ຂອງ​ຄອບຄົວໜຶ່ງ​ຢູ່​ໃນ​ຊອງ​ບໍລິຈາກ​ ​ແລະ ​ເຫັນ​ວ່າ ມີນາມສະກຸນດຽວ​ກັນ​ກັບ​ຄົນ​ໜຶ່ງ​ໃນ​ພະຍານ​ສາມ​ຄົນ​ຂອງພຣະຄຳ​ພີ​ມໍ​ມອນ. ຂ້າພະ​ເຈົ້າ​ໄດ້​ເຄາະ​ປະຕູ​ເຮືອນນັ້ນດ້ວຍ​ຄວາມ​ໝັ້ນ​ໃຈ. ຊາຍ​ຄົນ​ໜຶ່ງ​​ໄດ້​ມາ​ເປີດ​ປະຕູ, ຫລຽວ​ເບິ່ງ​ຂ້າພະ​ເຈົ້າ, ​ເບິ່ງ​ຄື​ໃຈ​ຮ້າຍ, ​ແລ້ວບອກ​ຂ້າພະ​ເຈົ້າ​ໃຫ້​ອອກ​ໄປ​ຈາກ​ເຮືອນ​ລາວ. ຂ້າພະ​ເຈົ້າ​ໄດ້​ຍ່າງ​ໜີ​ດ້ວຍ​ຄວາມ​ນ້ອຍ​ໃຈ.

ມັນ​ເປັນ​ເວລາ​ເກືອບ​ 70 ປີ ມາ​ແລ້ວ, ​ແຕ່​ຂ້າພະ​ເຈົ້າຍັງ​ຈື່​ຄວາມ​ຮູ້ສຶກ​​ໃນ​ມື້ນັ້ນໄດ້​ຢູ່ ຊຶ່ງ​ຂ້າພະ​ເຈົ້າ​ເສຍ​ໃຈ ທີ່​ບໍ່​ໄດ້​ເວົ້າຫຍັງ. ຖ້າ​ຫາກ​ຂ້າພະ​ເຈົ້າ​ໄດ້​ອະທິຖານ​ກ່ອນ​ອອກ​ໄປ​ເກັບ​ເງິນ​ໃນ​ມື້ນັ້ນ, ຂ້າພະ​ເຈົ້າ​ອາດ​ໄດ້​ຮັບ​ການ​ດົນ​ໃຈ ​ໃຫ້​ຢືນ​ຢູ່​ໜ້າ​ປະຕູ​​ເຮືອນນັ້ນຕື່ມ​ບຶດໜຶ່ງ, ​ຍິ້ມ​ອອກ​ໄປ, ​ແລະ ​ເວົ້າວ່າ: “ຂ້ານ້ອຍ​ດີ​ໃຈ​ທີ່​ໄດ້​ພົບ​ທ່ານ. ຂອບ​ໃຈ​ຫລາຍໆ​ສຳລັບ​ສິ່ງທີ່​ທ່ານ​ໄດ້​ເຮັດ​ໃນ​ອາ​ດີດ. ຂ້ານ້ອຍ​ຊິ​ມາ​ຫາ​ທ່ານ​ອີກ​ເດືອນ​ໜ້າ.”

ຖ້າ​ຫາກ​ຂ້າພະ​ເຈົ້າ​ໄດ້​ເວົ້າ​ແບບ​ນັ້ນ, ລາວ​ຄົງ​ໃຈ​ຮ້າຍ​ຕື່ມ​ອີກ—​ແລະ ຍິ່ງ​ຜິດ​ໃຈ​ຫລາຍ​ຂຶ້ນ. ​ແຕ່​ຕອນ​ນີ້ ຂ້າພະ​ເຈົ້າຮູ້​ວ່າ ຂ້າພະ​ເຈົ້າຈະ​ຮູ້ສຶກ​ແນວ​ໃດ. ​ແທນ​ທີ່​ຂ້າພະ​ເຈົ້າຈະ​ຮູ້ສຶກ​ໂສກ​ເສົ້າ ​ແລະ ທໍ້ຖອຍ​ໃຈ ​ໃນ​ຂະນະ​ທີ່​ຍ່າງ​ໜີ​ໄປ, ​ແຕ່​ຂ້າພະ​ເຈົ້າອາດ​ຮູ້ສຶກ​ວ່າ ພຣະ​ເຈົ້າພໍພຣະ​ໄທ​ກັບ​ການ​ກະທຳ​ຂອງ​ຂ້າພະ​ເຈົ້າ ​ແລະ ​ເວົ້າວ່າ: “ດີ​ຫລາຍ.”

​ເຮົາ​ທຸກ​ຄົນ​ຕ້ອງ​​ເວົ້າ ​ແລະ ຕ້ອງ​ກະທຳ​ໃນ​ພຣະນາມ​ຂອງ​ພຣະ​ເຈົ້າ ​​ໃນ​ເວລາ​ທີ່​ເຮົາ​ບໍ່​ສາມາດ​ຕັດສິນ​ໃຈ ຈະ​ບໍ່​ພຽງພໍປາດ​ສະ​ຈາກ​ການ​ດົນ​ໃຈ. ​ເວລາ​ເຊັ່ນ​ນັ້ນ ອາດ​ເກີດ​ຂຶ້ນກັບ​ເຮົາ ​ໃນ​ເວລາ​ທີ່​ເຮົາ​ບໍ່​ຕຽມ​ພ້ອມ. ສິ່ງ​ນີ້​ໄດ້​ເກີດ​ກັບ​ຂ້າພະ​ເຈົ້າ​ເລື້ອຍ​ໆ. ​ເມື່ອ​ຫລາຍ​ປີ​ກ່ອນ ຢູ່​ທີ່​ໂຮງໝໍ ​ພໍ່​ຄົນ​ໜຶ່ງ​​ໄດ້​ບອກ​ຂ້າພະ​ເຈົ້າ ກັບ​ຄູ່​ສອນ​ຂອງ​ຂ້າພະ​ເຈົ້າວ່າ ລູກສາວຂອງ​ລາວ​ອາຍຸ​ສາມ​ປີ ຈະ​​ເສຍ​ຊີວິດ​​​ພາຍ​ໃນ​ຊົ່ວ​ໂມງ​ນັ້ນ. ​​ເມື່ອ​ຂ້າພະ​ເຈົ້າ​ໄດ້​ວາງ​ມື​ໃສ່ເທິງ​ຫົວ​ຂອງ​ນາງ ບ່ອນ​ທີ່​ບໍ່​ມີ​ຜ້າພັນ​ແຜ​ຫຸ້ມ​ໄວ້, ຂ້າພະ​ເຈົ້າຕ້ອງ​ຮູ້ຈັກ​ຄັກ​ແນ່​, ​ໂດຍ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ, ວ່າ​ພຣະອົງ​ຈະ​ກະທຳ ​ແລະ ກ່າວ​ສິ່ງ​ໃດ.

ຖ້ອຍ​ຄຳ​ໄດ້​ມາສູ່​ຈິດ​ໃຈ​ຂອງ​ຂ້າພະ​ເຈົ້າ ​ແລະ ຂ້າພະ​ເຈົ້າ​ໄດ້​ອ້າ​ປາກ​ກ່າວວ່າ ນາງ​ຈະ​ມີ​ຊີວິດ​ຢູ່​ຕໍ່​ໄປ. ນາຍ​ໝໍ​ຜູ້​ທີ່​ຢືນ​ຢູ່​ໃກ້​ຂ້າພະ​ເຈົ້າ ​ໄດ້ຫັນ​ໃຈ​ແຮງ​ແບບ​​ບໍ່ພໍ​ໃ​ຈ ​ແລະ ​ໄດ້​ບອກ​ຂ້າພະ​ເຈົ້າ​ໃຫ້ຫລີກໄປ. ຂ້າພະ​ເຈົ້າ​ໄດ້​ຍ່າງ​ອອກ​ຈາກ​ຫ້ອງ​ນັ້ນ ດ້ວຍ​ຄວາມ​ສະຫງົບ ​ແລະ ດ້ວຍ​ຄວາມ​ຮັກ. ນາງ​ນ້ອຍ​ນັ້ນ​ຫາ​ຍດີ ​ແລະ ​ໄດ້​ມາ​ໂບດ ​ໃນ​ມື້​ສຸດ​ທ້າຍ​ທີ່​ຂ້າພະ​ເຈົ້າ​ໄດ້​ອາ​ໃສ​ຢູ່​​ເມືອງ​ນັ້ນ. ຂ້າພະ​ເຈົ້າຍັງ​ຈື່​ຄວາມ​ສຸກ ​ແລະ ຄວາມ​ເພິ່ງ​ພໍ​ໃຈ ຈາກ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ​ໄປ ​ແລະ ​ໄດ້​ກະທຳ ​ໃນ​ການ​ຮັບ​ໃຊ້​ຂອງ​ພຣະຜູ້​ເປັນ​ເຈົ້າ ສຳລັບ​ນາງ​ນ້ອຍຄົນ​ນັ້ນ ​ແລະ ຄອບຄົວ​ຂອງ​ນາງ.

ຄວາ​ມຮູ້ສຶກ​ທີ່​ແຕກ​ຕ່າງ​ຂອງ​ຂ້າພະ​ເຈົ້າຢູ່​ໂຮງໝໍ, ​ແລະ ຄວາມ​ໂສກ​​ເສົ້າທີ່​ຂ້າພະ​ເຈົ້າຮູ້ສຶກ ​ໃນ​ເວລາ​ທີ່​ຂ້າພະ​ເຈົ້າ​ໄດ້​ຍ່າງ​ອອກ​ຈາກ​ປະຕູ​ບ້ານ​ນັ້ນ ຕອນ​ຂ້າພະ​ເຈົ້າ​ເປັນ​ມັກຄະ​ນາຍົກ, ​ໄດ້​ມາ​ຈາກ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້ ກ່ຽວ​ກັບ​ສາຍສຳພັນ​ຂອງ​ການ​ອະທິຖານ ຕໍ່​ອຳນາດ​ຖານະ​ປະ​ໂລຫິດ. ຕອນ​ຂ້າພະ​ເຈົ້າ​ເປັນ​ມັກຄະ​ນາຍົກ, ຂ້າພະ​ເຈົ້າຍັງ​ບໍ່​ໄດ້​ທັນ​ຮຽນ​ຮູ້​ກ່ຽວ​ກັບອຳນາດ​ທີ່​ຈະ​ກ່າວ ​ແລະ ກະທຳ​ໃນ​ພຣະນາມ​ຂອງ​ພຣະ​ເຈົ້າ​ເທື່ອ ຊຶ່​ງຕ້ອງ​ໄດ້​ຮັບການ​ເປີດ​ເຜີຍ, ​​ແລະ ກ່ອນຈະ​ໄດ້​ມີ​ພຣະວິນ​ຍານ​ບໍລິສຸດສະຖິດ​ຢູ່​ນຳ​ເຮົາ, ເຮົາ​ຕ້ອງ​ອະທິຖານ ​ແລະ ປະຕິບັດ​ດ້ວຍ​ສັດທາ.

ໃນ​ຄືນ​ກ່ອນ​ທີ່​ຂ້າພະ​ເຈົ້າ​ໄດ້​ໄປ​ເຄາະ​ປະຕູ​ບ້ານ​ຫລັງ​ນັ້ນ​ສຳລັບ​ເງິນ​ບໍລິຈາກ, ຂ້າພະ​ເຈົ້າ​ໄດ້​ອະທິຖານ​ກ່ອນ​ເຂົ້ານອນ. ​ແຕ່​ຫລາຍ​ອາທິດ ​ແລະ ຫລາຍ​ເດືອນ ກ່ອນມີ​ຄົນ​​ໂທລະສັບ​ມາ​ຫາ​ຂ້າພະ​ເຈົ້າຈາກ​ໂຮງໝໍ, ຂ້າພະ​ເຈົ້າ​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ປະທານ​ໂຈ​ເຊັບ ​ແອັຟ ສະ​ມິດ ກ່ຽວ​ກັບ​ການ​ອະທິຖານ ຊຶ່ງຈະ​ຊ່ອຍ​ເຮົາ​​ໃຫ້ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພຣະ​ເຈົ້າ ​ແລະ ​ໄດ້​ຮັບ​ອຳນາດ​ໃນ​ຖານະ​ປະ​ໂລຫິດ. ​ເພິ່ນ​ໄດ້​ກ່າວ​​ແບບ​ງ່າຍໆ​ວ່າ:

“​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ຫລັ່ງ​ນ້ຳຕາ​ອ້ອນວອນ​ພຣະອົງ ດ້ວຍ​ຖ້ອຍ​ຄຳ​ອັນ​ຍືດຍາວ. ​ເຮົາ​ບໍ່​ຈຳ​​ເປັນ​ຕ້ອງ​ໃຫ້​ພຣະອົງ​ເມື່ອຍ​ກັບ​ຄຳ​ອ້ອນວອນອັນ​ຍາວ​ນານຂອງ​ເຮົາ. ສິ່ງ​ທີ່​ເຮົາຕ້ອງການ, ​ແລະ ສິ່ງ​ທີ່​ເຮົາ​ຄວນ​ເຮັດ ​ໃນ​ຖານະ​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ໃນ​ສິ່ງ​ທີ່​ເປັນ​ປະ​ໂຫຍ​ດສຳລັບ​ເຮົາ ​ຄື​ການ​ເຂົ້າຫາພຣະອົງ​ເລື້ອຍໆ, ​ເພື່ອ​​​ເປັນ​ພະຍານ​ວ່າ ​ເຮົາ​ລະນຶກ​ເຖິງ​ພຣະອົງ ​ແລະ​ ວ່າ​ເຮົາ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພຣະນາມ​ຂອງ​ພຣະອົງ, ຮັກສາ​ພັນທະ​ສັນຍາ​ຂອງ​ພຣະອົງ, ​ທຳ​ງານ​ດ້ວຍ​ຄວາມ​ຊອບ​ທຳ, ​ແລະ ວ່າ​ເຮົາ​ປາດ​ຖະໜາ​ໃຫ້​ພຣະວິນ​ຍານ​ຂອງ​ພຣະອົງມາຊ່ອຍ​ເຫລືອ​ເຮົາ.”1

ແລ້ວ ​ປະທານ​ສະ​ມິດໄດ້​ບອກ​ເຮົາ​ເຖິງ​ສິ່ງ​ທີ່​ເຮົາ​ຄວນ​ອະທິຖານ​ຂໍ​ສິ່ງ​ໃດ, ​ໃນ​ຖານະ​ທີ່​ເຮົາ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະອົງ ທີ່​ປະຕິຍານ​ຕົນ​ວ່າ ຈະ​ເຮັດ ​ແລະ ກະທຳ​ສຳລັບ​ພຣະອົງ. ​ເພິ່ນ​ໄດ້​ກ່າວ​ວ່າ: “ທ່ານ​ອະທິຖານ​ຂໍ​ສິ່ງ​ໃດ? ທ່ານ​ອະທິຖານ​ຂໍ​ໃຫ້​ພຣະ​ເຈົ້າຮັບ​ຮູ້​ທ່ານ, ວ່າ​ພຣະອົງ​ຈະ​ໄດ້​ຍິນ​ຄຳ​ອະທິຖານ​ຂອງ​ທ່ານ, ​ແລະ ວ່າ​ພຣະອົງ​ຈະອວຍພອນ​ທ່ານດ້ວຍ​ພຣະວິນ​ຍານ​ຂອງ​ພຣະອົງ.”2

ບໍ່​ສຳຄັນ​ວ່າ ​ເຮົາ​ຕ້ອງ​​​ເວົ້າ​ແນວ​ໃດ, ​ແຕ່​ຕ້ອງ​ມີ​ຄວາມ​ອົດທົນ. ມັນ​ເປັນ​ການ​ເຂົ້າຫາ​ພຣະບິດາ​ເທິງ​ສະຫວັນ​ຂອງ​ທ່ານ ດ້ວຍຄວາມ​ຫວັງ​ທີ່​ຈະ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ພຣະອົງ​ໂດຍ​ກົງ. ພຣະອົງ​ເປັນ​ພຣະ​ເຈົ້າຂອງ​ທຸກ​ສິ່ງ​ທັງ​ປວງ, ​ເປັນ​ພຣະບິດາ​ຂອງ​ທຸກ​ສິ່ງ​ທັງ​ປວງ, ​​ແຕ່​ຍັງ​ມີ​ເວລາ​ໃຫ້​ແກ່​ລູກທຸກ​ຄົນ​ຂອງ​ພຣະອົງ. ດ້ວຍ​ເຫດ​ນີ້ ພຣະຜູ້​ຊ່ອຍ​ໃຫ້​ລອດ ຈຶ່ງ​​ໄດ້ກ່າວ​ຖ້ອຍຄຳ​ເຫລົ່າ​ນີ້, “ຂ້າ​ແດ່​ພຣະບິດາ​ເຈົ້າ, ຂໍ​ໃຫ້​ພຣະນາມ​ຂອງ​ພຣະອົງ​ເປັນ​ທີ່​ເຄົາລົບ​ບູຊາ.”3

​ເປັນ​ສິ່ງ​ງ່າຍ​ກວ່າທີ່​ຈະມີ​ຄວາ​ມຄາລະວະ ​ເມື່ອ​ທ່ານ​ຄຸ​ເຂົ່າ​ລົງ ຫລື ກົ້ມຫົວ, ​​ແລະ ກໍ​ເປັນ​ໄປ​ໄດ້ ທີ່​ທ່ານ​ຈະ​ຮູ້ສຶກ​ວ່າ ທ່ານ​ເຂົ້າຫາ​ພຣະບິດາ​ເທິງ​ສະຫວັນ ​ໃນ​ຄຳ​ອະທິຖານ​ທີ່​ບໍ່​ໄດ້​ຄຸ​ເຂົ່າ​ ​ແລະ ​ແມ່ນ​ແຕ່ ​ໃນການ​ອະທິຖານ​ຢູ່ໃນ​ໃຈ ​ຊຶ່ງ​ທ່ານ​ອາດ​​ໄດ້​ເຮັດ​ເລື້ອຍໆ ​ໃນ​ການ​ຮັບ​ໃຊ້​​ໃນ​ຖານະ​ປະ​ໂລຫິດ​ຂອງ​ທ່ານ. ອາດ​ມີ​ສຽງ​ດັງອຶກ​ກະ​ທຶກ ​ແລະ ສຽງ​ຜູ້​ຄົນ ຢູ່​ອ້ອມ​ຮອບ ຕອນ​ທ່ານ​ບໍ່​ໄດ້​ນອນ, ​ແຕ່​ພຣະ​ເຈົ້າ​ໄດ້​ຍິນ​ຄຳ​ອະທິຖານ​ຢູ່​ໃນ​ໃຈ​ຂອງ​ທ່ານ, ​ແຕ່​ທ່ານ​ຕ້ອງ​ພະຍາຍາມ​ຫາ​ວິທີກຳຈັດ​ສິ່ງ​ທີ່​ລົບ​ກວນ​ທ່ານ​ໃຫ້​ອອກ​ໄປ ​ເພາະທ່ານ​ອາດ​ຫາ​ເວລາ​ທີ່​ມິດ​ງຽບ​ບໍ່​ໄດ້ ​ເພື່ອ​ຕິດຕໍ່ຫາ​ພຣະ​ເຈົ້າ.

ປະທານ​ສະ​ມິດ​ໄດ້​ແນະນຳ​ວ່າ ທ່ານ​ຕ້ອງ​ອະທິຖານ​ຂໍ​ໃຫ້​ພຣະ​ເຈົ້າຮັບ​ຮູ້​ການ​ເອີ້ນ​ຂອງ​ທ່ານ ທີ່​ຈະ​ຮັບ​ໃຊ້​ພຣະອົງ. ພຣະອົງ​ຮູ້​ດີ​ຢູ່​ແລ້ວ​ກ່ຽວ​ກັບ​ການ​ເອີ້ນ​ຂອງ​ທ່ານ. ພຣະອົງ​ໄດ້​ເອີ້ນ​ທ່ານ, ​ແລະ ​ໂດຍ​ການ​ອະທິຖານ​ຫາ​ພຣະອົງ​ກ່ຽວ​ກັບ​ການ​ເອີ້ນ​ຂອງ​ທ່ານ, ພຣະອົງ​ຈະ​ເປີດ​ເຜີຍ​ຫລາຍ​ສິ່ງ​​ໃຫ້​ທ່ານ​ຮູ້ຈັກ.4

ຕໍ່​ໄປ​ນີ້​ແມ່ນ​ຕົວຢ່າງ​ກ່ຽວ​ກັບ​ສິ່ງ​ທີ່​ຄູ​ສອນ​ປະຈຳ​ບ້ານ​ຈະ​ເຮັດ ​ເມື່ອ​ລາວ​ອະທິຖານ. ທ່ານ​ອາດ​ຮູ້ຈັກ​ແລ້ວ ວ່າ​ທ່ານ​ຄວນ​ເຮັດ​ແນວ​ໃດ:

ຢ້ຽມຢາມບ້ານ​ເຮືອນຂອງສະມາຊິກ​ແຕ່ລະຄົນ, ​ແລະ ​ແນະນຳ​ເຂົາ​ໃຫ້ອະທິຖານອອກສຽງ ​ແລະ ​ໃນ​ບ່ອນ​ລັບ​ລີ້ ​ແລະ ​ເຮັດ​ໜ້າ​ທີ່​ທຸກຢ່າງໃນຄອບຄົວ. …

“…ດູ​ແລ​ສາດສະໜາ​ຈັກສະ​ເໝີ, ​ແລະ ຢູ່​ກັບ​ພວກ​ເຂົາ ​ແລະ ເຮັດ​ໃຫ້​ພວກ​ເຂົາ​ເຂັ້ມ​ແຂງ​ຂຶ້ນ;

​ແລະ ເບິ່ງວ່າບໍ່​ມີ​ຄວາມ​ຊົ່ວຮ້າຍ​ຢູ່​ໃນສາດສະໜາ​ຈັກ, ທັງ​ບໍ່ໃຫ້​ມີ​ຄວາມເຄືອ​ງ​ແຄ້ນ​ກັນ, ທັງ​ບໍ່​ໃຫ້​ເວົ້າ​ຕົວະ, ​ເວົ້າລັບຫລັງ, ຫລື ​ເວົ້າ​ຈາ​ບໍ່​ດີ;

ແລະ ​ເບິ່ງວ່າສາດສະໜາ​ຈັກປະຊຸມກັນ​ເລື້ອຍໆ, ​ແລະ ​ໃຫ້ເບິ່ງ​ອີກວ່າສະມາຊິກທຸກ​ຄົນ​ເຮັດໜ້າ​ທີ່​ຂອງ​ຕົນ.5

ບັດ​ນີ້, ​​ແມ່ນ​ແຕ່​ຄູ​ສອນ​ປະຈຳ​ບ້ານ​ທີ່​ມີ​ປະສົບ​ການ​ຫລາຍ​ແລ້ວ ​ແລະ ຄູ່​ສອນ​ຜູ້​ຮຽນ​ຮູ້​ໃໝ່, ກໍ​ປະຕິບັດ​ວຽກ​ງານ​ບໍ່​ໄດ້ ປາດ​ສະ​ຈາກ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພຣະວິນ​ຍານ​ບໍລິ​ສຸດ. ​ໃຫ້​ຄິດ​ກ່ຽວ​ກັບ​ຄອບຄົວ ຫລື ບຸກຄົນ​ທີ່​ທ່ານ​ໄດ້​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້. ການ​ຕັດສິນ​ຂອງ​ມະນຸດ ​ແລະ ​ເຈດ​ຕະນາ​ດີ ຍັງ​ບໍ່​ດີ​ພໍ.

ສະນັ້ນ ທ່ານ​ຕ້ອງ​ອະທິຖານ​ເພື່ອ​ຈະ​ໄດ້​ຮູ້ຈັກ​ຄວາມ​ໃນ​ໃຈຂອງ​ເຂົາ​ເຈົ້າ, ​ເພື່ອ​ຈະ​ໄດ້​ຮູ້ຈັກ​ສິ່ງ​ທີ່​ບໍ່​ຖືກຕ້ອງ​ໃນ​ຊີວິດ ​ແລະ ​​​ໃນໃຈ​ຂອງ​ຄົນ ທີ່​ທ່ານ​ບໍ່​ຮູ້ຈັກ​ດີ ​ແລະ ບໍ່​ຢາກ​ໃຫ້​ທ່ານ​ຮູ້ຈັກ​ເຂົາ​ດີ. ທ່ານ​ຈະ​ຕ້ອງ​ຮູ້ຈັກ​ສິ່ງ​ທີ່​ພຣະ​ເຈົ້າປະສົງ​ໃຫ້​ທ່ານ​ເຮັດ ​ເພື່ອ​ຊ່ອຍ​ເຫລືອ​ພຣະອົງ ​ແລະ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ທ່ານ, ​ໂດຍ​ມີ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າຕໍ່​ເຂົາ​ເຈົ້າ.

​ເພາະວ່າ ທ່ານ​ມີ​ການ​ເອີ້ນ​ຂອງຖານະ​ປະ​ໂລຫິດ​ທີ່​ສຳຄັນ ​ແລະ ຫຍຸ້ງຍາກ ສະນັ້ນ ປະທານ​ສະ​ມິດ ຈຶ່ງ​ໄດ້​ແນະນຳ​ວ່າ ​ເມື່ອ​ທ່ານ​ອະທິຖານ, ທ່ານ​ຈະ​ອ້ອນວອນພຣະອົງ​ສະ​ເໝີ ​ເພື່ອ​ຂໍ​ໃຫ້​ພຣະວິນ​ຍານ​ຂອງ​ພຣະອົງ​ມາສະ​ຖິດ​ຢູ່​ນຳ​ທ່ານ​. ທ່ານ​ຈຳ​ເປັນ​ຕ້ອງ​ມີ​ພຣະວິນ​ຍານ​ບໍລິສຸດ, ບໍ່​ພຽງ​ແຕ່​ເທື່ອ​ດຽວ​ເທົ່າ​ນັ້ນ, ​ແຕ່​ເທົ່າ​ທີ່​ພຣະ​ເຈົ້າຈະ​ປະທານ​ໃຫ້​ທ່ານ ​ເພື່ອ​​ສະຖິດ​ຢູ່​ນຳ​ທ່ານ​ຕະຫລອດ​ເວລາ. ​ດ້ວຍ​ເຫດ​ນີ້ ​ເຮົາ​ຈຶ່ງ​ຕ້ອງ​ອະທິຖານ​ຂໍ​ໃຫ້​ພຣະ​ເຈົ້ານຳພາ​ເຮົາ ​ໃນ​ການ​ຮັບ​ໃຊ້​ລູກໆ​ຂອງ​ພຣະອົງ.

ເປັນ​ເພາະວ່າ ​ທ່ານບໍ່​ສາມາດ​ບັນລຸ​ຄວາມ​​ເປັນ​ໄປ​ໄດ້​ຂອງ​ທ່ານ​ໃນ​ຖານະ​ປະ​ໂລຫິດ​ ປາດ​ສະ​ຈາກ​ພຣະວິນ​ຍານ​ສະຖິດ​ຢູ່​ນຳ​ທ່ານ, ສະນັ້ນທ່ານ​ຈຶ່ງ​ເປັນ​ຜູ້​ສຳຄັນ​ທີ່​ຊາຕາ​ນຫວັງ​ທຳລາຍ. ຖ້າ​ຫາກ​ມັນ​ສາມາດ​ລໍ້​ລວງ​ທ່ານ​ໃຫ້​ເຮັດ​ບາບ, ມັນ​ຈະ​ສາມາດ​ທຳລາຍ​ພະລັງ​ຂອງ​ທ່ານ ທີ່​ຖືກ​ນຳພາ​ໂດຍ​ພຣະວິນ​ຍານ ​ແລະ ສິ່ງ​ນີ້ ຈະ​ທຳລາຍ​ພະລັງ​ຂອງ​ທ່ານ​ໃນ​ຖານະ​ປະ​ໂລຫິດ. ​ເພາະສະນັ້ນ ປະທານ​ສະ​ມິດຈຶ່ງ​ໄດ້​ບອກ​ວ່າ ທ່ານ​ຕ້ອງ​ອະທິຖານ​ຂໍ​ໃຫ້​ພຣະ​ເຈົ້າ​ເຕືອນ​ທ່ານ ​ແລະ ປົກ​ປ້ອງ​ທ່ານ​ສະ​ເໝີ ຈາກ​ຄວາມ​ຊົ່ວ​ຮ້າຍ.6

​ເພິ່ນ​ໄດ້​ເຕືອນ​ເຮົາ​ໃນ​ຫລາຍ​ວິທີ​ທາງ. ​ການ​ເຕືອນ​ເປັນ​ພາກສ່ວນ​ໜຶ່ງໃນ​ແຜນ​ແຫ່ງ​ຄວາມ​ລອດ. ສາດສະດາ, ອັກຄະ​ສາວົກ, ປະທານ​ສະ​ເຕກ, ອະທິການ, ​ແລະ ຜູ້​ສອນ​ສາດສະໜາ ທັງ​ໝົດ​ໄດ້​ສົ່ງ​ສຽງ​ເຕືອນ ​ເພື່ອ​ໃຫ້​ໜີ​ຈາກ​​ໄພພິບັດ ຜ່ານ​ທາງ​ສັດທາ​ໃນ​ພຣະ​ເຢຊູ​ຄຣິດ, ຜ່ານ​ການ​ກັບ​ໃຈ, ​ແລະ ​ເຮັດ ​ແລະ ຮັກສາ​ພັນ​ທະ​ສັນຍາ​ທີ່​ສັກສິດ.

​ໃນ​ຖານະ​ເປັນ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ ທ່ານ​ເປັນ​ຜູ້​ໜຶ່ງ​ທີ່​ຕ້ອງ​ສົ່ງ​ສຽງ​ເຕືອນ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ແຕ່​ທ່ານ​ຕ້ອງ​ຟັງສຽງ​ເຕືອນ​ນັ້ນຄື​ກັນ. ທ່ານ​ບໍ່​ສາມາດ​ປອດ​ໄພ​ທາງ​ວິນ​ຍານ​ປາດ​ສະ​ຈາກ​ການ​ປົກ​ປ້ອງ​ຂອງ​ພຣະວິນ​ຍານ​ບໍລິສຸ​ດທີ່​ເປັນ​ເພື່ອນ ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ທ່ານ.

ທ່ານ​ຕ້ອງ​ອະທິຖານ​ ​ແລະ ມີ​ຄວາມ​ພາກ​ພຽນ ກ່ອນ​ຈະ​ໄດ້​ມີ​ພຣະວິນ​ຍານ​ບໍລິສຸດສະຖິດ​ຢູ່​ນຳເປັນ​ເພື່ອນ. ພຽງ​ແຕ່​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ກ່າວ​ມານັ້ນ ທ່ານ​ຈຶ່ງ​ຈະ​ສາມາດ​ພົບ​ເຫັນ​ເສັ້ນທາງຂອງ​ທ່ານ ​ທາງ​ທີ່​ຄັບ​ແຄບນັ້ນ ​ໃນ​ທ່າມກາງ​ຄວາມ​ຊົ່ວ​ຮ້າຍ. ພຣະວິນ​ຍານ​ບໍລິສຸດ​ຈະ​​ເປັນຜູ້​ນຳພາ​ທ່ານ ​ໃນ​ຂະນະ​ທີ່​ພຣະອົງ​ເປີດ​ເຜີຍ​ຄວາມ​ຈິງ ​ເມື່ອ​ທ່ານ​ສຶກສາ​ຖ້ອຍ​ຄຳ​ຂອງ​ສາດສະດາ.

ການ​ໄດ້​ຮັບ​ການ​ນຳພາ​ນັ້ນ ຈະ​ຕ້ອງ​​ໄດ້​ໃຊ້​ຄວາມ​ພະຍາຍາມ​ຫລາຍ​ກວ່າ​ພຽງ​ແຕ່​ຟັງ ​ແລະ ອ່ານ​ເທົ່າ​ນັ້ນ. ທ່ານ​ຕ້ອງ​ອະທິຖານ ​ແລະ ມີ​ຄວາມ​ພາກ​ພຽນ​ໃນ​ສັດທາ ​ເພື່ອ​ວ່າ​ຖ້ອຍ​ຄຳ​​ແຫ່ງ​ຄວາມ​ຈິງ​ເຫລົ່ານັ້ນ ຈະ​ໄດ້​ຝັງ​​ເລິກ​ຢູ່​ໃນ​ຈິດ​ໃຈ​ຂອງ​ທ່ານ. ທ່ານ​ຕ້ອງ​ອະທິຖານ​ຂໍ​ໃຫ້​ພຣະ​ເຈົ້າປະທານ​ພຣະວິນ​ຍານຂອງ​ພຣະອົງ​ໃຫ້​ສະຖິດ​ຢູ່​ນຳ​ທ່ານ, ວ່າ​ພຣະອົງ​ຈະ​ນຳພາ​ທ່ານ​ໄປ​ສູ່​ຄວາມ​ຈິງ​ທັງ​ໝົດ ​ແລະ ສະ​ແດງ​ໃຫ້​ທ່ານ​ເຫັນ​ເສັ້ນທາງ​ທີ່​ຖືກຕ້ອງ. ນັ້ນຄື​ສິ່ງ​ທີ່​ພຣະອົງ​ຈະ​ເຕືອນ ​ແລະ ນຳພາ​ທ່ານ ​ໃຫ້​ໄປ​ຫາ​ເສັ້ນທາງ​ທີ່​ຖືກຕ້ອງ ​ໃນ​ຊີວິດ​ຂອງ​ທ່ານ ​ແລະ ​ໃນ​ການ​ຮັບ​ໃຊ້​ໃນ​ຖານະ​ປະ​ໂລຫິດ​ຂອງ​ທ່ານ.

ກອງ​ປ​ະຊຸມ​ໃຫຍ່​ສາມັນ ​ໃຫ້​ໂອກາດ​ເຮົາ​ທີ່​ຈະ​ຍອມ​ໃຫ້​ພຣະຜູ້​ເປັນ​ເຈົ້າ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພະລັງ​ຂອງ​ເຮົາ ທີ່​ຈະ​ຮັບ​ໃຊ້​ໃນ​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ. ທ່ານ​ສາມາດ​ຕຽມ​ຕົວ​ເອງ​ ຊຶ່ງ​ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ທ່ານ​​ໄດ້​ເຮັດ​ສຳລັບ​ກອງ​ປະຊຸມ​ນີ້, ດ້ວຍ​ການ​ອະທິຖານ. ທ່ານ​ສາມາດ​ລວມສັດທາ​ຂອງ​ທ່ານ​ໃສ່ກັບ​ຄົນ​ທີ່​ຈະ​ອະທິຖານຢູ່​ໃນ​ກອງ​ປະຊຸມ. ​ເຂົາ​ເຈົ້າຈະ​ອະທິຖານ​ຂໍ​ພອນ​ຫລາຍ​ຢ່າງ ​ເພື່ອ​ຜູ້​ຄົນ​ຢ່າງ​ຫລວງຫລາຍ.

ເຂົາ​ເຈົ້າຈະ​ອະທິຖານ​ຂໍພຣະວິນ​ຍານ ​ໃຫ້​ມາສະ​ຖິດ​ຢູ່​ນຳ​ສາດສະດາ ​​ເພື່ອ​ໃຫ້​ເປັນ​ຜູ້​ກ່າວ​ແທນ​ພຣະຜູ້​ເປັນ​ເຈົ້າ. ​ເຂົາ​ເຈົ້າຈະ​ອະທິຖານ​ເພື່ອ​ອັກຄະ​ສາວົກ ​ແລະ ​ເພື່ອ​ຜູ້​ຮັບ​ໃຊ້​ທຸກ​ຄົນ​ທີ່​ຖືກ​ເອີ້ນ​ໂດຍ​ພຣະ​ເຈົ້າ. ນັ້ນຮ່ວມ​ດ້ວຍຕົວ​ທ່ານ​ເອງ, ຈາກ​ຜູ້ຫາ​ກໍ​​ໄດ້​ເປັນ​ມັກຄະ​ນາຍົກ ​ເຖິງ​ມະ​ຫາ​ປະ​ໂລຫິດ​ຜູ້​ມີ​ປະສົບ​ການ​ຫລາຍ, ​ແລະ ຮ່ວມ​ດ້ວຍ​ທັງ​ຄົນ​​ແກ່ ​ແລະ ໜຸ່ມ ທີ່​ຈະ​ໄປ​ສູ່​ໂລກ​ວິນ​ຍານບໍ່​ດົນ​ນີ້, ບ່ອນ​ທີ່​ເຂົາ​ເຈົ້າ ຈະ​ໄດ້​ຍິນ​ວ່າ, “ດີ​ແລ້ວ, ຄົນ​ຮັບ​ໃຊ້​ທີ່​ດີ ​ແລະ ສັດ​ຊື່​ເອີຍ.”7

ບາງ​ຄົນ​ຈະ​ໄດ້​ຮັບຄວາມ​ຮູ້​ນີ້​ດ້ວຍ​ຄວາມ​ປະຫລາດ​ໃຈ. ​ເຂົາ​ເຈົ້າອາດ​ບໍ່​ເຄີຍ​ມີ​ຕຳ​ແໜ່​ງສູງ​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າຢູ່​ໃນ​ໂລກ​ນີ້. ບາງ​ຄົນ​ອາດ​ຮູ້ສຶກ​ວ່າ ​ເຂົາ​ເຈົ້າບັນລຸ​ຄວາມ​ສຳ​ເລັດ​ພຽງ​ເລັກ​ໜ້ອຍ​ໃນ​ການ​ອອກ​ແຮງ​ງານ​ຂອງ​ພວກ​ເຂົາ ຫລື ບໍ່​ເຄີຍ​ໄດ້​ຮັບ​ໂອກາດບາງ​ຢ່າງ​ທີ່​ຈະ​ຮັບ​ໃຊ້. ບາງ​ຄົນ​ອາດ​ຮູ້ສຶກ​ວ່າ ​ເວລາ​ຮັບ​ໃຊ້​ຂອງ​ເຂົາ​ເຈົ້າຖືກ​ຕັດ​ໃຫ້​ສັ້ນລົງ​ຢູ່​ໃນ​ຊີວິດ​ນີ້ ຫລາຍ​ກວ່າ​ທີ່​ເຂົາ​ເຈົ້າຄາດໝາຍ.

ພຣະຜູ້​ເປັນ​ເຈົ້າບໍ່​ໄດ້​ສົນ​ໃຈ​ວ່າ ທ່ານ​​ໄດ້​ຮັບ​ຕຳ​ແໜ່​ງ​ໃດ ຫລື ​ໄດ້​ຮັບ​ໃຊ້​ດົນ​ນານປານ​ໃດ. ​ເຮົາ​ຮູ້​ສິ່ງ​ນີ້ ຈາກ​ຄຳ​ອຸປະມາ​ຂອງ​ພຣະຜູ້​ເປັນ​ເຈົ້າ ກ່ຽວ​ກັບຄົນ​ເຮັດ​ວຽກ​ໃນ​ສວນ​ອະ​ງຸ່ນ, ບ່ອນ​ທີ່​​ພະນັກງານ​ໄດ້​ຮັບ​ຄ່າ​ຈ້າງປະຈຳ​ວັນ​​ເທົ່າ​ກັນ ບໍ່​ວ່າ​ພວກ​ເຂົາ​ຈະ​ທຳ​ງານ​ຈັກ​ຊົ່ວ​ໂມງ​ໃນ​ມື້ນັ້ນ ຫລື ​ທຳ​ງານຢູ່​ບ່ອນ​ໃດກໍ​ຕາມ. ພວກ​ເຂົາ​ຈະ​ໄດ້​ຮັບ​ລາງ​ວັນຕາມ​ຜົນງານ​ຂອງ​ພວກ​ເຂົາ.8

ຂ້າພະ​ເຈົ້າຮູ້ຈັກ​ຊາຍ​ຄົນ​ໜຶ່ງ ຜູ້ຂ້າພະ​ເຈົ້າຮັກ​ແພງ ຊຶ່ງການ​ຮັບ​ໃຊ້​ໃນຊີວິດ​ມະຕະຂອງ​ລາວ​ໄດ້​ສິ້ນ​ສຸດ​ລົງ​ມື້​ຄືນ​ນີ້ ​ເວລາ 11 ​ໂມງ. ລາວ​ເປັນ​ໂລກ​ມະ​ເລັງ ​ເປັນ​ເວລາ​ຫລາຍ​ປີ​ແລ້ວ. ​ໃນ​ຊ່ວງ​ໄລຍະທີ່​ຮັບ​ການປິ່ນປົວ ດ້ວຍ​ຄວາມ​ເຈັບ​ປວດ ​ແລະ ຫຍຸ້ງຍາກ​ທີ່​ສຸດ, ລາວ​ໄດ້​ຮັບ​ເອົາ​ການ​ເອີ້ນ ​ເປັນ​ຜູ້​ຮັບຜິດຊອບ​ຈັດການ​ປະຊຸມ​ ​ແລະ ມີໜ້າ​ທີ່​ຮັບຜິດຊອບ​ດູ​ແລ​ສະມາຊິກ​ຜູ້​ທີ່​ລູກ​ໆ​ຂອງ​ເຂົາ​ເຈົ້າ​ໄດ້​ຍ້າຍ​ອອກ​ຈາກ​ເຮືອນ, ຊຶ່ງ​ບາງ​ຄົນ​ກໍ​ເປັນ​ແມ່ໝ້າຍ. ລາວ​ມີໜ້າ​ທີ່​ຊ່ອຍ​ເຫລືອ​ຄົນ​ເຫລົ່ານັ້ນ ​ໄດ້​ຮູ້ສຶກ​ເຖິງຄວາມ​ອົບ​ອຸ່ນ ທີ່​ໄດ້​ມາ​ຊຸມນຸມ ​ແລະ ຮຽນ​ພຣະກິດ​ຕິ​ຄຸນ.

​ຕອນທ່ານໝໍ​​ແຈ້ງ​ບອກ​ລາວ​ວ່າ ​ເວລາ​ຂອງ​ລາວ​ເຫລືອ​ໜ້ອຍ​ທີ່​ສຸດ​ແລ້ວ, ອະທິການ​ຂອງ​ລາວ​ບໍ່​ຢູ່. ສອງ​ມື້​ຈາກ​ນັ້ນ, ລາວ​ໄດ້​ຝາກ​ຂໍ້ຄວາມ​ໄປນຳ​ຜູ້ນຳ​ກຸ່ມ​ມະຫາ​ປະ​ໂລຫິດ ​ໄປ​ຫາ​ອະທິການຂອງ​ລາວ. ລາວ​ໄດ້​ເວົ້າວ່າ ມັນ​ກ່ຽວຂ້ອງ​ກັບ​ໜ້າ​ທີ່​ມອບ​ໝາຍ​ຂອງ​ລາວ ດັ່ງ​ນີ້: “ພໍ່ລຸງຮູ້​ວ່າ ອະທິການ​ບໍ່​ຢູ່, ສະນັ້ນ ພໍ່ລຸງຈຶ່ງ​ຕັດສິນ​ໃຈ ວາງ​ແຜນ​ເອງ. ພໍ່ລຸງ​ຄິດ​ຢາກ​ຈັດການ​ປະຊຸມ​ຂຶ້ນ​ໃນ​ວັນ​ຈັນ. ສອງ​ຄົນ​ສາມາດ​ຂັບ​ລົດ​ພາ​ພວກ​ເຮົາ​ໄປ​ທ່ຽວ​ຊົມ​ສູນ​ກາງ​ປະຊຸມ​ໃຫຍ່. ພວກ​ເຮົາຢາກ​​ມີ​ຄົນຂັບ​ລົດ​​ຕື່ມ​ອີກ ​​ໃຫ້ພວກ​ຜູ້​ເຖົ້າ ​ແລະ ພວກ​ລູກ​ເສືອ​ ​ເພື່ອ​ພວກ​ລູກ​ເສືອ ຈະ​ໄດ້​ຊ່ອຍ​ຍູ້​ລົດ​ເຂັນ. ຂຶ້ນກັບ​ວ່າ​ມີ​ຜູ້​ໃດ​ແດ່​ທີ່​ອາສາ​ສະໝັກ, ພວກ​ເຮົາ​ອາດ​ມີ​ຜູ້​ເຖົ້າພຽງພໍ ທີ່​ຂັບ​ລົດ​​ໄດ້​ຢູ່, ​ແຕ່ຈະ​ເປັນ​ການ​ດີ ທີ່​ພວກ​ເຮົາ​ຮູ້​ວ່າ ພວກ​ເຮົາມີ​ແຜນ​ສຳລອງ ຖ້າ​ຈຳ​ເປັນ. ອາດ​ເປັນ​ມື້​ທີ່​ດີ​ສຳລັບ​ການ​ສັງ​ສັນ​ໃນ​ຄອບຄົວ​ນຳ​ອີກ ທີ່​ຜູ້​ຂັບ​ລົດຈະ​ພາ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ໄປ​ນຳ. ​ແນວ​​ໃດ ກໍ​ຂໍ​ໃຫ້​ບອກ​ພໍ່ລຸງດ້ວຍ ກ່ອນ​ພໍ່ລຸງ​ຈະ​ປະກາດ​ແຜນການ. ... ຂອບ​ໃຈ.”

​ແລ້ວ ລາວ​ໄດ້​ໂທ​ຫາ​ອະທິການ​ຂອງລາວ​ຢ່າງ​ບໍ່​ຄາດຄິດ. ​ໂດຍ​ທີ່​ບໍ່​ໄດ້​ບອກ​​ເຖິງ​​ເລື່ອງສຸຂະພາບ​ຂອງ​ລາວ​ເອງ ​ຫລື ບອກ​ເຖິງ​ຄວາມ​ພະຍາຍາມ​ທີ່​ກ້າຫານ​ຂອງ​ລາວ​ໃນ​ການ​ເຮັດ​ໜ້າ​ທີ່, ລາວ​ໄດ້​ຖາມ​ວ່າ, “ອະທິການ, ມີ​ຫຍັງ​ໃຫ້​ພໍ່ລຸງ​ເຮັດ​ບໍ?” ພຽງ​ແຕ່​ພຣະວິນ​ຍານ​ບໍລິສຸດ​ເທົ່າ​ນັ້ນ ທີ່​ສາມາດ​ຊ່ອຍ​ລາວ​ໃຫ້​ຮູ້ສຶກ​ເຖິງ​ພາລະ​ໜັກໜ່ວງ​ຂອງ​ອະທິການ ​ເມື່ອ​ພາລະ​ໜັກໜ່ວງ​ຂອງ​ລາວ​ນັ້ນ ກຳລັງ​ທັບ​ຖົມ​ລາວ​ຢູ່. ​ແລະ ​ພຽງ​ແຕ່​ພຣະວິນ​ຍານ​ເທົ່າ​ນັ້ນ ທີ່​ສາມາດ​ເຮັດ​ໃຫ້​ລາວ​ວາງ​ແຜນ​ທີ່​ຈະ​ຮັບ​ໃຊ້​ອ້າຍ​ເອື້ອຍ​ນ້ອງ ດ້ວຍ​ການວາງ​ແຜນອັນ​ແນ່​ນອນ ຕາມ​ແຜນ​ຂອງ​ລູກ​ເສືອ ທີ່​ລາວ​ເຄີຍ​ເຮັດ ຕອນ​ລາວ​ຍັງ​ນ້ອຍ.

ດ້ວຍ​ຄຳ​ອະທິຖານ​ດ້ວຍ​ສັດທາ, ພຣະ​ເຈົ້າຈະ​ປະທານ​ພະລັງ​ໃນ​ຖານະ​ປະ​ໂລຫິດ​ໃຫ້​ເຮົາ ບໍ່​ວ່າ​ເຮົາ​ຈະ​ຢູ່​ໃນ​ສະຖານະ​ການ​ໃດໆ​ກໍ​ຕາມ. ​ເຮົາ​ພຽງ​ແຕ່​ຕ້ອງ​ອະທິຖານ​ດ້ວຍ​ຄວາມ​ຖ່ອມຕົວ ຂໍ​ໃຫ້​ພຣະວິນ​ຍານ​ສະ​ແດງ​ໃຫ້​ເຮົາ​ເຫັນ​ສິ່ງ​ທີ່​ພຣະ​ເຈົ້າປະສົງ​ໃຫ້​ເຮົາ​ກ່າວ ​ແລະ ກະທຳ, ​​​ແລະ ​ໃຫ້​ກະທຳ ​ແລະ ດຳລົງ​ຊີວິດ​ຢ່າງ​ມີຄ່າ​ຄວນ​ຕໍ່​ໄປ ສຳລັບ​ຂອງ​ປະທານ​ນັ້ນ.

ຂ້າພະ​ເຈົ້າ​​ເປັນ​ພະຍານ​ຕໍ່​ທ່ານວ່າ ພຣະ​ເຈົ້າ ອົງ​ເປັນ​ພຣະບິດາ ຊົງ​ພຣະຊົນ​ຢູ່, ພຣະອົງ​ຮັກ​ເຮົາ, ​ແລະ ​ໄດ້​ຍິນ​ຄຳ​ອະທິຖານ​ຂອງ​ເຮົາທຸກ​ເທື່ອ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະ​ເຢຊູຄື ​ພຣະຄຣິດທີ່​ຊົງ​ພຣະຊົນ​ຢູ່, ຊຶ່ງ​ການ​ຊົດ​ໃຊ້​ຂອງ​ພຣະອົງ ​ໄດ້​ຊ່ອຍ​ໃຫ້​ເຮົາ​ສະອາດ ​ແລະ ສາມາດ​ມີ​ພຣະວິນ​ຍານ​ບໍລິສຸດສະຖິດ​ຢູ່​ນຳເປັນ​ເພື່ອນ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ດ້ວຍ​ສັດທາ ​ແລະ ດ້ວຍ​ຄວາມ​ພາກ​ພຽນ ​​ໃນ​ມື້ໜຶ່ງ ເຮົາ​ຈະ​ສາມາດ​ໄດ້​ຍິນ​ພຣະຄຳ ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມສຸກ​ ທີ່​ວ່າ, “ດີ​ແລ້ວ, ຄົນ​ຮັບ​ໃຊ້​ທີ່​ດີ ​ແລະ ສັດ​ຊື່​ເອີຍ.”9 ຂ້າພະ​ເຈົ້າອະທິຖານ​ວ່າ ​ເຮົາ​ຈະ​ໄດ້​ຮັບ​ພອນ​ທີ່​ປະ​ເສີດ ຈາກ​ພຣະອາຈານ​ທີ່​ເຮົາ​ຮັບ​ໃຊ້. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.