ເຫດໃດການແຕ່ງງານ ແລະ ຄອບຄົວຈຶ່ງສຳຄັນ—ໃນທຸກຫົນທຸກແຫ່ງຕະຫລອດທົ່ວໂລກ
ຄອບຄົວເປັນຈຸດໃຈກາງຂອງຊີວິດ ແລະ ເປັນຂໍກະແຈສູ່ຄວາມສຸກນິລັນດອນ.
ໃນເດືອນພະຈິກທີ່ຜ່ານມານີ້ ຂ້າພະເຈົ້າໄດ້ຮັບສິດພິເສດທີ່ຖືກຮັບເຊີນ—ພ້ອມທັງປະທານ ເຮັນຣີ ບີ ໄອຣິງ ແລະ ອະທິການ ແຈຣອນ ຄໍເຊ—ໃຫ້ໄປຮ່ວມກອງປະຊຸມຂອງນັກປາດ ກ່ຽວກັບການແຕ່ງງານ ແລະ ຄອບຄົວ ຢູ່ທີ່ເມືອງວາຕິກັນ ໃນກຸງໂຣມ ປະເທດອີຕາລີ. ຢູ່ໃນກອງປະຊຸມນັ້ນກໍມີຜູ້ຕາງໜ້າຈາກ 14 ສາດສະໜາ ທີ່ແຕກຕ່າງກັນ ແລະ ຈາກຫົກ ໃນເຈັດທະວີບ, ທຸກຄົນຖືກຮັບເຊີນໃຫ້ສະແດງຄວາມເຊື່ອຖືຂອງຕົນ ກ່ຽວກັບສິ່ງທີ່ກຳລັງເກີດຂຶ້ນກັບຄອບຄົວ ຢູ່ໃນໂລກໃນເວລານີ້.
ສັນຕະປາປາ ແຟຣນຊິສ ໄດ້ເປີດພາກທຳອິດຂອງກອງປະຊຸມດ້ວຍຄຳຖະແຫລງ ດັ່ງຕໍ່ໄປນີ້: “ເຮົາດຳລົງຊີວິດໃນເວລານີ້ ຕາມວັດທະນະທຳຂອງຊັບສົມບັດຊົ່ວຄາວ, ຊຶ່ງຫລາຍຕໍ່ຫລາຍຄົນກຳລັງຍອມແພ້ໃນເລື່ອງການແຕ່ງງານ ວ່າມັນ ເປັນຄຳໝັ້ນສັນຍາຢ່າງເປີດເຜີຍທົ່ວໄປ. ການປະຕິວັດທັງທາງກິລິຍາມາລະຍາດ ແລະ ສິນທຳ ສ່ວນຫລາຍຈະຖືກຕໍ່ຕ້ານໂດຍຄົນອື່ນ ວ່ານັ້ນເປັນສິດເສລີໃນການສະແດງອອກ, ແຕ່ຕາມຄວາມຈິງແລ້ວ ມັນໄດ້ນຳຄວາມເສຍຫາຍທັງ ທາງວິນຍານ ແລະ ຊັບສົມບັດ ມາສູ່ມະນຸດຊາດຈົນນັບບໍ່ຖ້ວນ, ໂດຍສະເພາະຄົນທີ່ຍາກຈົນ ແລະ ອ່ອນແອທີ່ສຸດ. ... ຜູ້ຄົນເຫລົ່ານີ້ຈະເປັນຜູ້ທີ່ທົນທຸກຫລາຍທີ່ສຸດໃນວິກິດການນີ້.”1
ໃນການກ່າວເຖິງຄົນໜຸ່ມລຸ້ນໃໝ່, ເພິ່ນໄດ້ກ່າວວ່າ ມັນສຳຄັນທີ່ເຂົາເຈົ້າ “ບໍ່ຍອມແພ້ ແລະ ຍອມຮັບຄວາມຄິດທີ່ເສື່ອມໂຊມ ທີ່ວ່າການແຕ່ງງານຄວນເປັນເລື່ອງຊົ່ວຄາວ, ແຕ່ໃຫ້ເປັນຜູ້ປະຕິວັດດ້ວຍ ຄວາມກ້າຫານ ທີ່ຈະສະແຫວງຫາຄວາມຮັກທີ່ແທ້ຈິງ ແລະ ເປັນນິດ, ທີ່ກົົງກັນຂ້າມກັບຄວາມຄິດຂອງຄົນທົ່ວໄປ”; ຄົນໜຸ່ມລຸ້ນໃໝ່ຕ້ອງເຮັດໃຫ້ສິ່ງນີ້ເກີດຂຶ້ນ.2
ຄຳຖະແຫລງປາໄສນີ້ໄດ້ຕິດຕາມໂດຍການນຳສະເໜີ ແລະ ການສົນທະນາເປັນເວລາສາມວັນ ທີ່ຜູ້ນຳທາງສາດສະໜາ ໄດ້ກ່າວປາໄສໃນຫົວຂໍ້ທີ່ກ່ຽວກັບການແຕ່ງງານລະຫວ່າງຊາຍ ແລະ ຍິງ. ຂະນະທີ່ຂ້າພະເຈົ້າໄດ້ຟັງ ຜູ້ນຳທາງສາດສະໜາທີ່ແຕກຕ່າງກັນຈາກຕະຫລອດທົ່ວໂລກຫລາຍໆທ່ານ, ຂ້າພະເຈົ້າໄດ້ຍິນພວກເພິ່ນເຫັນດີເຫັນພ້ອມນຳກັນທັງໝົດ ແລະ ສະແດງຄວາມສົ່ງເສີມຄວາມເຊື່ອຖືຂອງກັນແລະກັນ ເຖິງຄວາມສັກສິດຂອງສະຖາບັນ ຂອງການແຕ່ງງານ ແລະ ຄວາມສຳຄັນຂອງຄອບຄົວ ວ່າເປັນໜ່ວຍພື້ນຖານຂອງສັງຄົມ. ຂ້າພະເຈົ້າໄດ້ຮູ້ສຶກທີ່ມີພະລັງເຖິງເປົ້າໝາຍອັນດຽວກັນ ແລະ ຄວາມເປັນໜຶ່ງດຽວກັນກັບພວກເພິ່ນ.
ມີຜູ້ນຳທາງສາດສະໜາຫລາຍທ່ານທີ່ໄດ້ເຫັນ ແລະ ໄດ້ສະແດງຄວາມເປັນໜຶ່ງນີ້, ແລະ ພວກເພິ່ນໄດ້ສະແດງມັນ ອອກມາຜ່ານວິທີທາງທີ່ແຕກຕ່າງກັນ. ທາງໜຶ່ງທີ່ຂ້າພະເຈົ້າມັກຫລາຍແມ່ນ ເມື່ອຜູ້ນຳຂອງສາດສະໜາຊາວມູສະລິມ ຈາກປະເທດອີຣານ ໄດ້ກ່າວອ້າງເຖິງໜັງສືຂອງເຮົາເອງ ຄື ໃບປະກາດກ່ຽວກັບຄອບຄົວ ຢ່າງຖືກຕ້ອງທຸກໆຄຳ.
ໃນລະຫວ່າງກອງປະຊຸມ, ຂ້າພະເຈົ້າໄດ້ສັງເກດເຫັນວ່າ ເມື່ອຄວາມເຊື່ອ ແລະ ນິກາຍຕ່າງໆ, ແລະ ລະບຽບການທາງສາດສະໜາ ເປັນໜຶ່ງດຽວກັນໃນຄວາມເຊື່ອເລື່ອງການແຕ່ງງານ ແລະ ຄອບຄົວ, ພວກເພິ່ນກໍເປັນໜຶ່ງດຽວກັນ ໃນເລື່ອງຫລັກທຳທາງສິນທຳ ແລະ ຄວາມຈົງຮັກພັກດີ ແລະ ຄຳໝັ້ນສັນຍາ ທີ່ກ່ຽວພັນກັນຕາມທຳມະຊາດກັບໜ່ວຍຂອງຄອບຄົວ. ມັນເປັນເລື່ອງທີ່ໜ້າປະທັບໃຈສຳລັບຂ້າພະເຈົ້າທີ່ໄດ້ເຫັນວ່າ ລະດັບຄວາມສຳຄັນຂອງການແຕ່ງງານ ແລະ ຄອບຄົວນັ້ນສຳຄັນ ຫລາຍກວ່າຄວາມແຕກຕ່າງທາງດ້ານການເມືອງ, ເສດຖະກິດ, ຫລື ສາດສະໜາ. ເມື່ອກ່າວເຖິງຄວາມຮັກຂອງຄູ່ຄອງ ແລະ ຄວາມຫວັງ, ຄວາມຫ່ວງໃຍ ແລະ ຄວາມມຸ້ງມາດປາດຖະໜາທີ່ກ່ຽວກັບລູກໆແລ້ວ, ເຮົາທຸກຄົນກໍເໝືອນກັນ.
ມັນໄດ້ເປັນສິ່ງທີ່ໜ້າອັດສະຈັນໃຈທີ່ໄດ້ຢູ່ໃນກອງປະຊຸມ ກັບຜູ້ນຳສະເໜີຈາກຕະຫລອດທົ່ວໂລກ ຂະນະທີ່ພວກເພິ່ນ ໄດ້ກ່າວເຖິງຄວາມຮູ້ສຶກຂອງຕົນກ່ຽວກັບຄວາມສຳຄັນຂອງການແຕ່ງງານລະຫວ່າງຊາຍ ແລະ ຍິງ. ຄຳປາໄສຂອງແຕ່ລະຄົນ ຖືກຕິດຕາມດ້ວຍປະຈັກພະຍານຈາກຜູ້ນຳທາງສາດສະໜາອື່ນ. ປະທານເຮັນຣີ ບີ ໄອຣິງ ໄດ້ເປັນຜູ້ກ່າວປະຈັກພະຍານຄົນສຸດທ້າຍໃນກອງປະຊຸມນັ້ນ. ເພິ່ນໄດ້ກ່າວເປັນພະຍານທີ່ມີພະລັງເຖິງຄວາມສວຍງາມຂອງການແຕ່ງງານທີ່ມີຄຳໝັ້ນສັນຍາ ແລະ ເຖິງຄວາມເຊື່ອຖືຂອງພວກເຮົາໃນພອນທີ່ໄດ້ສັນຍາໄວ້ຂອງຄອບຄົວນິລັນດອນ.
ປະຈັກພະຍານຂອງປະທານໄອຣິງ ໄດ້ເປັນປະຈັກພະຍານສຸດທ້າຍທີ່ເໝາະສົມສຳລັບສາມວັນພິເສດເຫລົ່ານັ້ນ.
ບັດນີ້, ທ່ານອາດຈະຖາມວ່າ, “ຖ້າຫາກຄົນສ່ວນໃຫຍ່ໄດ້ຮູ້ສຶກຄ້າຍຄືກັນເຖິງລະດັບຄວາມສຳຄັນຂອງ ຄອບຄົວ ແລະ ຄວາມເຊື່ອຖື, ຖ້າຄວາມເຊື່ອຖື ແລະ ສາດສະໜາທັງໝົດນັ້ນໄດ້ເຫັນດີເຫັນພ້ອມ ວ່າການ ແຕ່ງງານຄວນເປັນແບບໃດ, ແລະ ຖ້າຫາກວ່າທຸກຄົນໄດ້ເຫັນດີເຫັນພ້ອມໃນມາດຕະຖານທາງສິນທຳ ທີ່ຄວນເຂົ້າມາຢູ່ໃນບ້ານເຮືອນ ແລະ ຄວາມສຳພັນໃນຄອບຄົວ, ແລ້ວ ເຮົາແຕກຕ່າງກັນແນວໃດລະ? ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ແບ່ງແຍກ ແລະ ເຮັດໃຫ້ຕົນເອງແຕກຕ່າງຈາກມວນໂລກແນວໃດ?”
ນີ້ຄືຄຳຕອບ: ເຖິງແມ່ນວ່າມັນເປັນສິ່ງປະເສີດທີ່ຈະເຫັນ ແລະ ຮູ້ສຶກວ່າເຮົາມີຫລາຍໆຢ່າງຄ້າຍຄືກັນກັບມວນໂລກ ທີ່ກ່ຽວກັບຄອບຄົວກໍຕາມ, ແຕ່ເຮົາຕ້ອງມີຄວາມເຂົ້າໃຈກ່ຽວກັບພຣະກິດຕິຄຸນທີ່ໄດ້ຮັບການຟື້ນຟູຄືນມາໃໝ່.
ສິ່ງທີ່ພຣະກິດຕິຄຸນທີ່ໄດ້ຮັບການຟື້ນຟູຄືນມາໃໝ່ ໄດ້ນຳມາສູ່ການສົນທະນາເລື່ອງການແຕ່ງງານ ແລະ ຄອບຄົວນັ້ນ ແມ່ນກວ້າງໃຫຍ່ ແລະ ກ່ຽວຂ້ອງຫລາຍ ຈົນວ່າຕ້ອງຖືກເນັ້ນໜັກແທ້ໆ: ພວກເຮົາເຮັດໃຫ້ເລື່ອງການແຕ່ງງານ ແລະ ຄອບຄົວເປັນຊົ່ວນິລັນດອນ! ພວກເຮົານຳເອົາຄຳໝັ້ນສັນຍາ ແລະ ຄວາມສັກສິດຂອງການແຕ່ງງານໄປສູ່ລະດັບທີ່ສຳຄັນຍິ່ງ ເພາະວ່າຄວາມເຊື່ອຖື ແລະ ຄວາມເຂົ້າໃຈຂອງເຮົາ ທີ່ວ່າຄອບຄົວໄດ້ເລີ່ມຕົ້ນກ່ອນໂລກນີ້ໄດ້ຖືກສ້າງຂຶ້ນມາ ແລະ ມັນຈະຄົງຢູ່ຕໍ່ໄປຊົ່ວນິລັນດອນ.
ທ່ານນາງຣຸດ ກາດເນີ ໄດ້ສອນຄຳສອນນີ້ ໃນເນື້ອເພງທີ່ເຂົ້າໃຈງ່າຍ, ມີພະລັງ, ແລະ ສວຍງາມ ຊື່ວ່າ “ຄອບຄົວສາມາດຢູ່ນຳກັນຕະຫລອດການ.” ໃຫ້ຄິດບຶດໜຶ່ງກ່ຽວກັບເດັກນ້ອຍໃນຊັ້ນປະຖົມໄວ ຕະຫລອດທົ່ວໂລກ ກຳລັງຮ້ອງເພງນີ້ ອອກມາດັງໆ ໃນພາສາຂອງເຂົາເອງ, ດ້ວຍຄວາມກະຕືລືລົ້ນ ຊຶ່ງພຽງແຕ່ຄວາມຮັກຂອງຄອບຄົວເທົ່ານັ້ນ ທີ່ສາມາດກະຕຸ້ນຄວາມຮູ້ສຶກນີ້ໄດ້ ທີ່ວ່າ:
ຄອບຄົວສາມາດຢູ່ນຳກັນຕະຫລອດການ
ຜ່ານແຜນຂອງພຣະບິດາເທິງສະຫວັນ
ເຮົາຢາກຢູ່ນຳຄອບຄົວຂອງເຮົາ
ແລະ ພຣະຜູ້ເປັນເຈົ້າໄດ້ສະແດງເສັ້ນທາງ.3
ຄຳສອນທາງດ້ານສາດສະໜາຂອງພຣະກິດຕິຄຸນທີ່ໄດ້ຮັບການຟື້ນຟູຄືນມາໃໝ່ຂອງເຮົາ ແມ່ນຕັ້ງຂຶ້ນຢູ່ທີ່ຄອບຄົວ ແລະ ຢູ່ທີ່ພັນທະສັນຍາທີ່ເປັນນິດຂອງການແຕ່ງງານ. ໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ເຮົາເຊື່ອໃນຊີວິດກ່ອນເກີດ ບ່ອນທີ່ເຮົາໄດ້ອາໄສຢູ່ໃນຖານະລູກໆທາງວິນຍານຂອງພຣະເຈົ້າພຣະບິດາເທິງສະຫວັນຂອງເຮົາແທ້ໆ. ເຮົາເຊື່ອວ່າເຮົາໄດ້ເປັນ, ແລະ ຍັງເປັນສະມາຊິກຂອງຄອບຄົວຂອງພຣະອົງຢູ່.
ເຮົາເຊື່ອວ່າຄວາມສຳພັນຂອງການແຕ່ງງານ ແລະ ຄອບຄົວສາມາດຄົງຢູ່ຕໍ່ໄປຫລັງຈາກຄວາມຕາຍ—ວ່າການແຕ່ງງານທີ່ຖືກດຳເນີນໂດຍຜູ້ທີ່ໄດ້ມີສິດອຳນາດທີ່ຖືກຕ້ອງ ໃນພຣະວິຫານຂອງພຣະອົງ ຈະມີຜົນສັກສິດຢູ່ຕໍ່ໄປ ໃນໂລກທີ່ຈະມາເຖິງ. ພິທີແຕ່ງງານຂອງເຮົາບໍ່ມີຄຳວ່າ “ຈົນກວ່າເຮົາຈະຕາຍຈາກກັນ” ແຕ່ມີຄຳວ່າ “ສຳລັບການເວລາ ແລະ ຊົ່ວນິລັນດອນ.”
ເຮົາເຊື່ອອີກວ່າ ຄອບຄົວທີ່ມີສາມີພັນລະຍາ ແລະ ລູກໆນັ້ນ ບໍ່ພຽງແຕ່ເປັນໜ່ວຍພື້ນຖານຂອງສັງຄົມທີ່ໝັ້ນຄົງ, ເສດຖະກິດທີ່ໝັ້ນຄົງ ແລະ ມາດຕະຖານທາງສິນທຳທີ່ໝັ້ນຄົງເທົ່ານັ້ນ—ແຕ່ວ່າມັນຍັງເປັນໜ່ວຍພື້ນຖານຂອງຊົ່ວນິລັນດອນ ແລະ ຂອງອານາຈັກ ແລະ ການປົກຄອງຂອງພຣະເຈົ້ານຳອີກ.
ເຮົາເຊື່ອວ່າການຈັດຕັ້ງ ແລະ ການປົກຄອງຂອງສະຫວັນ ຈະຖືກສ້າງຂຶ້ນຈາກຄອບຄົວ ແລະ ຍາດຕິພີ່ນ້ອງທັງຫລາຍ.
ມັນເປັນເພາະຄວາມເຊື່ອຂອງເຮົາວ່າ ການແຕ່ງງານ ແລະ ຄອບຄົວເປັນຊົ່ວນິລັນດອນທີ່ເຮົາ, ທີ່ເປັນສາດສະໜາຈັກ, ຢາກຈະເປັນຜູ້ນຳ ແລະ ຜູ້ມີສ່ວນຮ່ວມໃນວຽກງານຕະຫລອດທົ່ວໂລກ ທີ່ຈະເຮັດໃຫ້ມັນເຂັ້ມແຂງ. ເຮົາຮູ້ວ່າມັນບໍ່ໄດ້ເປັນພຽງແຕ່ຜູ້ຄົນທີ່ນັບຖືສາດສະໜາຢ່າງກະຕືລືລົ້ນເທົ່ານັ້ນ ທີ່ມີມາດຕະຖານທາງສິນທຳ ແລະ ລະດັບຄວາມສຳຄັນຄ້າຍຄືເຮົາ ເຖິງຄວາມສຳພັນຂອງການແຕ່ງງານທີ່ທົນທານ ແລະ ຄອບຄົວທີ່ເຂັ້ມແຂງ. ຫລາຍໆຄົນ ທີ່ບໍ່ນັບຖືສາດສະໜາ ກໍໄດ້ຕັດສິນໃຈວ່າການແຕ່ງງານ ແລະ ຄອບຄົວທີ່ນັບຖືຄຳໝັ້ນສັນຍານັ້ນ ເປັນວິທີການດຳລົງຊີວິດທີ່ສະຫລາດທີ່ສຸດ, ທີ່ປະຢັດມັດທະຍັດ ແລະ ທີ່ມີຄວາມສຸກຫລາຍທີ່ສຸດ.
ບໍ່ມີໃຜເຄີຍໄດ້ຄົ້ນພົບວິທີທີ່ຈະລ້ຽງດູຄົນລຸ້ນໃໝ່ຢ່າງມີປະສິດທິພາບໄດ້ດີກວ່າ ຄອບຄົວ ທີ່ມີພໍ່ແມ່ທີ່ໄດ້ແຕ່ງງານກັນ ພ້ອມກັບລູກໆ.
ເປັນຫຍັງການແຕ່ງງານ ແລະ ຄອບຄົວຈຶ່ງສຳຄັນແທ້—ຕະຫລອດທົ່ວໂລກ? ການສຳຫລວດຄວາມຄິດເຫັນ ມະຫາຊົນສະແດງໃຫ້ເຫັນວ່າ ການແຕ່ງງານຍັງເປັນອຸດົມການ ແລະ ຄວາມຫວັງ ຂອງຄົນສ່ວນໃຫຍ່ໃນທຸກໆກຸ່ມໄວຢູ່—ແມ່ນແຕ່ໃນທ່າມກາງກຸ່ມທີ່ໄດ້ເກີດມາໃນລະຫວ່າງປີ 1980 ແລະ ປີ 2000 ໃນກຸ່ມທີ່ເຮົາໄດ້ຍິນເລື້ອຍໆ ວ່າມັກເລືອກຢູ່ເປັນໂສດ, ມີອິດສະລະສ່ວນຕົວ, ແລະ ຢູ່ກິນຮ່ວມກັນໂດຍບໍ່ແຕ່ງງານ. ຄວາມເທັດຈິງກໍຄື ຄົນສ່ວນໃຫຍ່ຕະຫລອດທົ່ວໂລກຍັງຢາກມີລູກ ແລະ ສ້າງຄອບຄົວທີ່ເຂັ້ມແຂງຢູ່.
ເມື່ອເຮົາໄດ້ແຕ່ງງານແລ້ວ ແລະ ເມື່ອເຮົາໄດ້ມີລູກແລ້ວ, ຄວາມຄ້າຍຄືກັນທີ່ແທ້ຈິງໃນທ່າມກາງມະນຸດຊາດຈະເຫັນໄດ້ງ່າຍຂື້ນ. ໃນຖານະທີ່ເຮົາເປັນ “ຄົນທີ່ເຊື່ອໃນຄອບຄົວ”—ບໍ່ວ່າເຮົາຈະອາໄສຢູ່ໃສກໍຕາມ ຫລື ວ່າຄວາມເຊື່ອຖືທາງດ້ານສາດສະໜາຂອງເຮົາຈະເປັນຢ່າງໃດກໍຕາມ—ເຮົາທຸກຄົນກໍມີການທ້າທາຍອັນດຽວກັນ, ມີການປ່ຽນແປງອັນດຽວກັນ, ແລະ ມີຄວາມຫວັງອັນດຽວກັນ, ຄວາມຫ່ວງໃຍ, ແລະ ຄວາມປາດຖະໜາອັນດຽວກັນສຳລັບລູກໆຂອງເຮົາ.
ທ່ານເດວິດ ບຣຸກສ໌ ນັກຂຽນຂອງວາລະສານ New York Times ໄດ້ກ່າວວ່າ: “ຜູ້ຄົນຈະບໍ່ມີຊີວິດທີ່ດີກວ່າເລີຍ ເມື່ອເຂົາເຈົ້າມີອິດສະລະສ່ວນຕົວຢ່າງເຕັມທີ ທີ່ຈະເຮັດຕາມໃຈຊອບ. ເຂົາເຈົ້າຈະມີຊີວິດທີ່ດີກວ່ານັ້ນ ເມື່ອເຂົາເຈົ້າຖືກຜູກມັດໂດຍຄຳໝັ້ນສັນຍາ ທີ່ມີລະດັບຄວາມສຳຄັນສູງກວ່າການເລືອກສ່ວນຕົວຂອງເຂົາເຈົ້າ—ດັ່ງຄຳໝັ້ນສັນຍາທີ່ມີຕໍ່ຄອບຄົວ, ພຣະເຈົ້າ, ວິຊາຊີບ, ແລະ ປະເທດຊາດ.”4
ບັນຫາຢ່າງໜຶ່ງກໍຄືວ່າ ສື່ສານມວນຊົນ ແລະ ການບັນເທີງຕະຫລອດທົ່ວໂລກນັ້ນ ບໍ່ສອດຄ່ອງກັບລະດັບຄວາມສຳຄັນ ແລະ ມາດຕະຖານທາງສິນທຳຂອງຄົນສ່ວນໃຫຍ່. ບໍ່ວ່າເຫດຜົນນັ້ນຈະເປັນອັນໃດກໍຕາມ, ລາຍການໃນໂທລະພາບ, ພາບພະຍົນ, ແລະ ອິນເຕີແນັດ ສ່ວນຫລາຍຈະສະແດງໃຫ້ເຫັນສະພາບການຂອງຄົນສ່ວນນ້ອຍ ທີ່ທຳທ່າ ວ່າເຂົາເຈົ້າເປັນຄົນສ່ວນໃຫຍ່. ຄວາມອະທຳ ແລະ ການຂາດສິນທຳ, ຈາກຄວາມຮຸນແຮງທີ່ຮ້າຍກາດ ຕະຫລອດເຖິງຄວາມສຳພັນທາງເພດທີ່ຂາດຄຳໝັ້ນສັນຍາ, ກໍຖືກສະແດງອອກວ່າເປັນເລື່ອງທຳມະດາ ແລະ ສາມາດເຮັດໃຫ້ຄົນທີ່ມີມາດຕະຖານທາງສິນທຳ ຮູ້ສຶກວ່າເຮົາລ້າສະໄໝ ຫລື ວ່າໄດ້ມາຈາກຍຸກສະໄໝເກົ່າໆທີ່ຜ່ານໄປແຕ່ນານແສນນານແລ້ວ. ຢູ່ໃນໂລກທີ່ເຕັມໄປດ້ວຍອິດທິພົນຂອງສື່ສານມວນຊົນ ແລະ ອິນເຕີແນັດ, ມັນແຮ່ງຍາກທີ່ຈະລ້ຽງດູລູກໆ ທີ່ຮູ້ຈັກຮັບຜິດຊອບ ແລະ ຮັກສາການແຕ່ງງານ ແລະ ຄອບຄົວເອົາໄວ້.
ເຖິງຢ່າງໃດກໍຕາມ, ບໍ່ວ່າສື່ສານມວນຊົນ ແລະ ການບັນເທີງໃນຫລາຍໆຮູບແບບອາດຈະແນະນຳ, ບໍ່ວ່າຈະມີຄົນປາດຖະໜາໃຫ້ການແຕ່ງງານ ແລະ ຄອບຄົວທີ່ມີພໍ່ແມ່ລູກ ໜ້ອຍລົງແທ້ໆກໍຕາມ, ຄົນທີ່ໝັ້ນຄົງສ່ວນໃຫຍ່ກໍຍັງເຊື່ອວ່າ ການແຕ່ງງານຄວນເປັນລະຫວ່າງຊາຍໜຶ່ງຄົນ ແລະ ຍິງໜຶ່ງຄົນ. ເຂົາເຈົ້າເຊື່ອໃນຄວາມຊື່ສັດພາຍໃນການແຕ່ງງານ, ແລະ ເຂົາເຈົ້າເຊື່ອໃນຄຳສັນຍາທີ່ສາມີພັນລະຍາເຮັດຕໍ່ກັນໃນພິທີການແຕ່ງງານທີ່ວ່າຈະ “ຮ່ວມສຸກ ຮ່ວມທຸກ ຊື່ສັດຕໍ່ກັນ” ແລະ “ຈົນກວ່າຈະຕາຍຈາກກັນ”
ເຮົາຕ້ອງເຕືອນໃຈຕົນເອງເປັນບາງຄັ້ງບາງຄາວ, ດັ່ງທີ່ຂ້າພະເຈົ້າຖືກເຕືອນໃຈໃນກຸງໂຣມ, ເຖິງຄວາມແນ່ນອນໃຈ ທີ່ປະເສີດ ແລະ ຄວາມເທັດຈິງທີ່ປອບໂຍນວ່າ ການແຕ່ງງານ ແລະ ຄອບຄົວນັ້ນກໍຍັງເປັນຄວາມປາດຖະໜາ ແລະ ອຸດົມການຂອງຄົນສ່ວນຫລາຍ ແລະ ວ່າພວກເຮົາບໍ່ໄດ້ຄົງຢູ່ຕາມລຳພັງໃນຄວາມເຊື່ອຖືເຫລົ່ານັ້ນ. ມັນບໍ່ເຄີຍຍາກຫລາຍໄປກວ່ານີ້ ທີ່ຈະພົບເຫັນການສົມດຸນທີ່ແທ້ຈິງລະຫວ່າງວຽກງານ, ຄອບຄົວ, ແລະ ຄວາມຕ້ອງການສ່ວນຕົວໃນວັນເວລາຂອງເຮົາ. ໃນບົດບາດຂອງເຮົາທີ່ເປັນສາດສະໜາຈັກ, ເຮົາຢາກຈະຊ່ອຍໃນທຸກໆວິທີທາງ ທີ່ເຮົາສາມາດເຮັດໄດ້ ເພື່ອຈະສ້າງ ແລະ ສົ່ງເສີມການແຕ່ງງານ ແລະ ຄອບຄົວທີ່ເຂັ້ມແຂງ.
ເພາະເຫດນີ້ ສາດສະໜາຈັກຈຶ່ງມີສ່ວນຮ່ວມຢ່າງກະຕືລືລົ້ນ ແລະ ໃນການຈັດຫາການຊີ້ນຳໃຫ້ແກ່ອົງການ ແລະ ສາດສະໜາທີ່ມີອຸດົມການດຽວກັນ ເພື່ອເຮັດໃຫ້ຄອບຄົວເຂັ້ມແຂງ. ມັນເປັນສາເຫດທີ່ເຮົາແບ່ງປັນມາດຕະຖານທາງສິນທຳຂອງເຮົາທີ່ເຈາະຈົງໃສ່ຄອບຄົວ ໃນສື່ສານ ແລະ ສື່ສານມວນຊົນໃນສັງຄົມ. ມັນເປັນສາເຫດທີ່ເຮົາແບ່ງປັນບັນທຶກຂອງການສືບເຊື້ອສາຍຄອບຄົວກັບບັນດາປະເທດທັງປວງ.
ເຮົາຢາກໃຫ້ຄົນໄດ້ຍິນເຖິງຫລັກທຳຂອງເຮົາ ເພື່ອຕໍ່ຕ້ານຄວາມຄິດເທັດ ແລະ ວິຖີຊີວິດທີ່ແຍ້ງຊີງເຂົ້າມາແທນ ອົງການຂອງຄອບຄົວທີ່ພຣະເຈົ້າໄດ້ຈັດຕັ້ງຂຶ້ນມາ. ເຮົາຢາກໃຫ້ຄົນໄດ້ຍິນສຽງຂອງເຮົານຳອີກໃນການສະໜັບສະໜູນຄວາມສຸກ ແລະ ຄວາມເພິ່ງພໍໃຈທີ່ໜ່ວຍຄອບຄົວ ທີ່ມີພໍ່ແມ່ລູກຈະນຳມາໃຫ້. ເຮົາຕ້ອງເຮັດໃຫ້ສຽງຂອງເຮົາດັງກ້ອງໄປເຖິງຕະຫລອດທົ່ວໂລກ ໃນການປະກາດວ່າເຫດໃດການແຕ່ງງານ ແລະ ຄອບຄົວຈຶ່ງສຳຄັນຫລາຍ, ເຫດໃດການແຕ່ງງານ ແລະ ຄອບຄົວຈຶ່ງມີຄວາມສຳຄັນຫລາຍແທ້ໆ, ແລະ ວ່າເຫດໃດມັນຈະສຳຄັນຢູ່ຕະຫລອດໄປ.
ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າທັງຫລາຍ, ພຣະກິດຕິຄຸນທີ່ໄດ້ຮັບການຟື້ນຟູແລ້ວ ມີຈຸດໃຈກາງຢູ່ໃນການແຕ່ງງານ ແລະ ຄອບຄົວ. ເພາະການແຕ່ງງານ ແລະ ຄອບຄົວນີ້ແຫລະ ທີ່ຢູ່ທີ່ນີ້ເຮົາສາມາດເປັນໜຶ່ງດຽວກັນກັບສາດສະໜາອື່ນໆ, ບ່ອນທີ່ເຮົາຈະພົບເຫັນຄວາມຄ້າຍຄືກັນຫລາຍທີ່ສຸດ ກັບມວນໂລກທັງປວງ. ເພາະການແຕ່ງງານ ແລະ ຄອບຄົວນີ້ແຫລະ ທີ່ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ມີໂອກາດທີ່ດີ ທີ່ຈະເປັນແສງສະຫວ່າງ ຢູ່ເທິງຈອມພູ.
ຂ້າພະເຈົ້າຂໍປິດທ້າຍໂດຍການສະແດງປະຈັກພະຍານຂອງຂ້າພະເຈົ້າ (ແລະ ເວລາເກົ້າສິບປີທີ່ຂ້າພະເຈົ້າມີຊີວິດຢູ່ເທິງໂລກ ກໍໃຫ້ຂ້າພະເຈົ້າມີສິດຈະກ່າວດັ່ງນີ້) ວ່າເມື່ອເຮົາແກ່ຕົວຫລາຍຂຶ້ນເທົ່າໃດ, ເຮົາແຮ່ງຈະຮັບຮູ້ໄດ້ຫລາຍຂຶ້ນເທົ່ານັ້ນວ່າ ຄອບຄົວເປັນຈຸດໃຈກາງຂອງຊີວິດ ແລະ ເປັນຂໍກະແຈນຳໄປສູ່ຄວາມສຸກນິລັນດອນ.
ຂ້າພະເຈົ້າຂໍຂອບໃຈພັນລະຍາ, ລູກໆ, ຫລານໆ, ແລະ ເຫລັນໆຂອງຂ້າພະເຈົ້າ, ແລະ ລູກພີ່ລູກນ້ອງ ແລະ ຍາດພີ່ນ້ອງທຸກໆຄົນທັງຫລາຍ ທີ່ເຮັດໃຫ້ຊີວິດຂອງຂ້າພະເຈົ້າມີຄວາມສຸກຢ່າງລົ້ນເຫລືອ, ແລະ ແນ່ນອນວ່າ ແມ່ນແຕ່ເປັນຊົ່ວນິລັນດອນດ້ວຍຊ້ຳ. ຂ້າພະເຈົ້າຂໍກ່າວພະຍານດ້ວຍຄວາມໜັກແໜ້ນ ແລະ ສັກສິດທີ່ສຸດຂອງຂ້າພະເຈົ້າ ເຖິງຄວາມຈິງນິລັນດອນນີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.