ທັດສະນະນິລັນດອນແຫ່ງພຣະກິດຕິຄຸນ
ເພາະການຕັດສິນໃຈຕ່າງໆຈະມີຜົນສະທ້ອນຕໍ່ນິລັນດອນ, ການມີທັດສະນະທາງພຣະກິດຕິຄຸນແມ່ນຈຳເປັນຫລາຍ.
ໃນການເປີດເຜີຍທີ່ມອບໃຫ້ແກ່ໂມເຊ, ເຮົາໄດ້ຖືກບອກກ່ຽວກັບການປະກາດພຣະປະສົງຂອງພຣະບິດາວ່າ: “ຈົ່ງເບິ່ງ ນີ້ຄືງານ ແລະ ລັດສະໝີພາບຂອງເຮົາ—ທີ່ຈະເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນແກ່ມະນຸດ.”1 ຕາມການປະກາດນັ້ນ ພຣະບິດາມີຄວາມປາດຖະໜາທີ່ຈະໃຫ້ທຸກໆຄົນມີໂອກາດໄດ້ຮັບຄວາມສຸກເຕັມປ່ຽມ. ການເປີດເຜີຍຂອງຍຸກສຸດທ້າຍໄດ້ເປີດເຜີຍວ່າ ພຣະບິດາເທິງສະຫວັນຂອງເຮົາໄດ້ສ້າງແຜນແຫ່ງຄວາມສຸກອັນດີເລີດສຳລັບລູກໆທັງໝົດຂອງພຣະອົງ, ຊຶ່ງເປັນແຜນພິເສດເພື່ອເຮົາຈະສາມາດກັບໄປຢູ່ກັບພຣະອົງໄດ້.
ຄວາມເຂົ້າໃຈໃນແຜນແຫ່ງຄວາມສຸກນີ້ ໄດ້ເຮັດໃຫ້ເຮົາມີທັດສະນະນິລັນດອນ ແລະ ຈະຊ່ອຍໃຫ້ເຮົາຮູ້ຄຸນຄ່າຂອງພຣະບັນຍັດ, ພິທີການ, ພັນທະສັນຍາ, ການທົດລອງ, ແລະ ຄວາມທຸກຍາກໄດ້ຢ່າງແທ້ຈິງ.
ຫລັກທຳໜຶ່ງທີ່ສຳຄັນແມ່ນມາຈາກແອວມາ ທີ່ວ່າ “ດັ່ງນັ້ນ ພຣະເຈົ້າໄດ້ປະທານພຣະບັນຍັດແກ່ເຂົາເຈົ້າ ຫລັງຈາກທີ່ພຣະອົງໄດ້ບອກເຂົາເຈົ້າກ່ຽວກັບແຜນແຫ່ງການໄຖ່.”2
ມັນເປັນທີ່ໜ້າສົນໃຈ ທີ່ເຮົາຈະສັງເກດເຫັນລຳດັບຂອງຂັ້ນຕອນການສັ່ງສອນ. ພຣະບິດາເທິງສະຫວັນຂອງເຮົາໄດ້ສອນແຜນແຫ່ງການໄຖ່ແກ່ອາດາມ ແລະ ເອວາກ່ອນ ແລ້ວພຣະອົງຈຶ່ງໄດ້ປະທານພຣະບັນຍັດໃຫ້ເຂົາເຈົ້າ.
ນີ້ເປັນຄວາມຈິງອັນສຳຄັນ. ຖ້າຄົນເຂົ້າໃຈແຜນນັ້ນ ມັນຈະຊ່ອຍເຂົາເຈົ້າໃນການຮັກສາພຣະບັນຍັດ, ຕັດສິນໃຈດີຂຶ້ນ, ແລະ ມີເຈດຕະນາທີ່ດີຂຶ້ນໄດ້.
ໃນໄລຍະເວລາທີ່ຂ້າພະເຈົ້າໄດ້ຮັບໃຊ້ໃນສາດສະໜາຈັກ, ຂ້າພະເຈົ້າໄດ້ເຫັນການອຸທິດຕົນ ແລະ ປ່ຽມດ້ວຍສັດທາຂອງສະມາຊິກໃນສາດສະໜາຈັກ ໃນຫລາຍປະເທດ. ບາງປະເທດກໍມີຄວາມຂັດແຍ້ງກັນທາງການເມືອງ, ສັງຄົມ, ຫລື ທາງເສດຖະກິດ. ປັດໃຈໜຶ່ງທີ່ຂ້າພະເຈົ້າພົບເຫັນສະເໝີຈາກສະມາຊິກທີ່ມີສັດທາເຕັມປ່ຽມນັ້ນຄື ເຂົາເຈົ້າມີທັດສະນະກ່ຽວກັບນິລັນດອນ. ທັດສະນະນິລັນດອນແຫ່ງພຣະກິດຕິຄຸນຈະຊ່ອຍໃຫ້ເຮົາເຂົ້າໃຈສະຖານທີ່ ທີ່ເຮົາຢູ່ໃນແຜນຂອງພຣະບິດາ, ໃຫ້ເຮົາຍອມຮັບຄວາມລຳບາກ ແລະ ຄວາມກ້າວໜ້າຈາກສິ່ງນັ້ນ, ໃນການຕັດສິນໃຈ, ແລະ ເຮັດໃຫ້ຄວາມສາມາດທີ່ແຝງຢູ່ພາຍໃນ ໃຫ້ເປັນຈຸດສຳຄັນໃນຊີວິດຂອງເຮົາ.
ທັດສະນະແມ່ນການທີ່ເຮົາມອງເຫັນສິ່ງຕ່າງໆໄດ້ ເມື່ອເບິ່ງຈາກຈຸດໃດຈຸດໜຶ່ງ, ແລະ ມັນເຮັດໃຫ້ເຮົາເຫັນຄຸນຄ່າທີ່ແທ້ຈິງຂອງມັນ.
ມັນຄືກັນກັບວ່າເຮົາຢູ່ໃນປ່າ ແລ້ວມີຕົ້ນໄມ້ຂວາງໜ້າຢູ່. ເຮົາຈະບໍ່ເຫັນຄວາມງາມຂອງປ່າໄດ້ ນອກຈາກວ່າເຮົາຈະຖອຍຫລັງໄປໜ້ອຍໜຶ່ງ. ຂ້າພະເຈົ້າເຄີຍໄປທ່ຽວປ່າອາມາຊອນໃນເມືອງເລຕີເຊຍ ປະເທດເປຣູ ຊຶ່ງປ່ານັ້ນໃກ້ກັບເຂດແດນຂອງປະເທດບຣາຊິນ ແລະ ປະເທດເປຣູ. ຂ້າພະເຈົ້າມອງບໍ່ເຫັນຄວາມກວ້າງໃຫຍ່ໄພສານຂອງປ່າໄດ້ ຈົນວ່າຕອນຂີ່ຍົນໄປແຖວນັ້ນຈຶ່ງຫລຽວເຫັນ.
ຕອນລູກຂ້າພະເຈົ້າຍັງນ້ອຍ ເຂົາມັກເບິ່ງໂທລະພາບຊ້ອງເດັກນ້ອຍທີ່ອອກລາຍການທີ່ມີຊື່ວ່າ What Do You See? ແປວ່າ ເຈົ້າເຫັນຫຍັງ? ທຳອິດຈະເຫັນບາງສິ່ງທີ່ຢູ່ໃກ້ທີ່ສຸດ ແລ້ວໃຫ້ເດັກນ້ອຍທວຍວ່າມັນແມ່ນຫຍັງ ແລ້ວຮູບນັ້ນຈະຄ່ອຍໄກອອກໄປເທື່ອລະໜ້ອຍ ຈົນກວ່າມັນກາຍເປັນຕົນເປັນໂຕຂຶ້ນມາ ເຮົາກໍຮູ້ໂລດວ່າມັນແມ່ນ ໂຕແມວ, ພືດ, ໝາກໄມ້ ແລະ ສິ່ງຕ່າງໆ.
ຂ້າພະເຈົ້າຈື່ໄດ້ວ່າ ເທື່ອໜຶ່ງຕອນເຂົາເບິ່ງລາຍການນັ້ນ ມັນມີຮູບໃກ້ໆ ແລະ ຮູບນັ້ນຂີ້ລ້າຍຫລາຍ ຈົນເປັນຕາຂີ້ດຽດ ແຕ່ເມື່ອຮູບນັ້ນໄກອອກໄປ ເຂົາຈຶ່ງຮູ້ວ່າມັນເປັນປິດຊ້າ (pizza) ທີ່ເປັນຕາແຊບແທ້ໆ. ເຂົາບອກຂ້າພະເຈົ້າ ຫລັງຈາກທີ່ເຫັນວ່າສິ່ງທີ່ຂີ້ລ້າຍນັ້ນ ກາຍເປັນສິ່ງທີ່ເປັນຕາແຊບວ່າ “ພໍ່ຊື້ອັນນັ້ນໃຫ້ລູກແດ່!”
ຍັງມີເລື່ອງໜຶ່ງທີ່ຂ້າພະເຈົ້າຢາກເລົ່າໃຫ້ທ່ານຟັງ. ລູກໆໃນຄອບຄົວຂອງຂ້າພະເຈົ້າມັກຕໍ່ຮູບປະກອບເຂົ້າກັນ (jigsaw puzzles). ພວກເຮົາທັງໝົດອາດເຄີຍຕໍ່ຮູບປະກອບເຂົ້າກັນ. ບາງອັນກໍມີຊິ້ນສ່ວນນ້ອຍໆຫລາຍໆອັນ. ຂ້າພະເຈົ້າຈື່ວ່າລູກຂອງພວກເຮົາຄົນໜຶ່ງ (ຂ້າພະເຈົ້າບໍ່ຂໍບອກຊື່ ເພື່ອປົກປ້ອງລາວ) ເຄີຍສົນໃຈແຕ່ຊິ້ນສ່ວນໃດ ຊິ້ນສ່ວນໜຶ່ງສະເພາະ, ເມື່ອມັນບໍ່ພໍດີກັບຊ່ອງວ່າງ ທີ່ລາວຄິດວ່າມັນຕ້ອງເປັນບ່ອນນັ້ນ, ລາວໄດ້ໃຈຮ້າຍ. ລາວຄິດວ່າມັນບໍ່ດີ ແລ້ວຢາກໂຍນຖິ້ມ. ຕໍ່ມາລາວຈຶ່ງຮູ້ເຮັດ ເພາະເຂົ້າໃຈວ່າແຕ່ລະຊິ້ນນ້ອຍໆຈະມີບ່ອນຂອງມັນເອງໃນຮູບ ເຖິງແມ່ນວ່າຕອນນັ້ນລາວບໍ່ຮູ້ວ່າຈະເອົາມັນໄປໃສ່ໃສ.
ນີ້ແມ່ນວິທີໜຶ່ງໃນການໄຕ່ຕອງແຜນຂອງພຣະຜູ້ເປັນເຈົ້າ. ເຮົາບໍ່ຕ້ອງສົນໃຈແຕ່ລະຊິ້ນສ່ວນໃຫ້ຫລາຍເກີນໄປ ແຕ່ໃຫ້ວາດພາບອັນໃຫຍ່ໃຫ້ອອກ ວ່າມັນຈະອອກມາເປັນແນວໃດ. ພຣະຜູ້ເປັນເຈົ້າຮູ້ວ່າແຕ່ລະຊິ້ນສ່ວນນັ້ນຕ້ອງຢູ່ບ່ອນໃດໃນແຜນ. ພຣະບັນຍັດທຸກປະການມີຄວາມສຳຄັນນິລັນດອນ ໃນຂົງເຂດຂອງແຜນແຫ່ງຄວາມສຸກອັນຍິ່ງໃຫຍ່.
ມັນສຳຄັນຫລາຍທີ່ເຮົາບໍ່ຄວນໃຊ້ທັດສະນະທາງໂລກ ມາຕັດສິນຄຸນຄ່າທາງນິລັນດອນ. ເພາະການຕັດສິນໃຈຕ່າງໆຈະມີຜົນສະທ້ອນຕໍ່ນິລັນດອນ, ການມີທັດສະນະທາງພຣະກິດຕິຄຸນແມ່ນຈຳເປັນຫລາຍ.
ແອວເດີ ນຽວ ເອ ແມ໊ກສະແວວ ໄດ້ສອນວ່າ: “ເຖິງແມ່ນວ່າເຮົາຈະມີຄວາມຄາດຫວັງສູງສຳລັບຊີວິດນິລັນດອນ ແຕ່ສິ່ງທີ່ເຮົາຄາດຫວັງໃນໂລກນີ້ຈະຕ່າງກັນ. ເຮົາອາດຄາດຫວັງທີ່ຈະໄດ້ຂຶ້ນເງິນເດືອນ, ໄປນັດທ່ຽວພິເສດກັບບ່າວສາວ, ຊະນະການເລືອກຕັ້ງ, ຫລື ມີເຮືອນຫລັງໃຫຍ່—ເຮົາອາດຈະບັນລຸຜົນ ຫລື ບໍ່ບັນລຸຜົນກໍໄດ້. ການມີສັດທາໃນແຜນຂອງພຣະບິດາຈະຊ່ອຍໃຫ້ເຮົາມີໃຈອົດທົນເມື່ອສິ້ນຫວັງ. ຄວາມຫວັງຈະຊ່ອຍໃຫ້ເຮົາຂົນຂວາຍໃນອຸດົມການດີ ເຖິງແມ່ນວ່າເຮົາຈະບໍ່ບັນລຸຜົນສຳເລັດກໍຕາມ (ເບິ່ງ D&C 58:27).”3
ຖ້າເຮົາບໍ່ມີທັດສະນະແຫ່ງນິລັນດອນ ຫລື ສູນເສຍທັດສະນະນັ້ນແລ້ວ, ເຮົາຈະມີທັດສະນະທາງໂລກເປັນກົດເກນຂອງເຮົາ ແລະ ເຮົາຈະຕັດສິນໃຈແບບບໍ່ສອດຄ່ອງກັບພຣະປະສົງຂອງພຣະເຈົ້າ.
ພຣະຄຳພີມໍມອນໄດ້ກ່າວເຖິງທ່າທີຂອງນີໄຟ ແລະ ທ່າທີຂອງເລມັນ ແລະ ເລມູເອນ. ເຂົາເຈົ້າໄດ້ຮັບຄວາມຍາກລຳບາກຫລາຍ ແຕ່ທ່າທີຂອງເຂົາເຈົ້າຕໍ່ສິ່ງເຫລົ່ານັ້ນແຕກຕ່າງກັນຫລາຍ. ນີໄຟເວົ້າວ່າ “ແລະ ພອນຂອງພຣະຜູ້ເປັນເຈົ້າທີ່ປະທານໃຫ້ແກ່ພວກເຮົານັ້ນຍິ່ງໃຫຍ່ເຫລືອທີ່ສຸດ, ຄືເວລານັ້ນພວກເຮົາໄດ້ດຳລົງຊີວິດຢູ່ດ້ວຍການກິນຊີ້ນດິບໃນຖິ່ນແຫ້ງແລ້ງກັນດານ, ພວກຜູ້ຍິງຂອງພວກເຮົາ ກໍມີນ້ຳນົມຢ່າງຫລວງຫລາຍໃຫ້ລູກຂອງພວກເຂົາ, ແລະ ແຂງແຮງດີ, ແທ້ຈິງແລ້ວ, ແມ່ນເທົ່າທຽມກັບພວກຜູ້ຊາຍ; ແລະ ພວກເຂົາອົດທົນຕໍ່ການເດີນທາງໂດຍບໍ່ໄດ້ຈົ່ມວ່າ.”4
ແຕ່ກົງກັນຂ້າມ ເລມັນກັບເລມູເອນ ໄດ້ຈົ່ມຫັ້ນຈົ່ມໜີ້ “ແລະ ເຖິງແມ່ນວ່າເລມັນກັບເລມູເອນ ເປັນອ້າຍໃຫຍ່ກໍຕາມ, ແຕ່ພວກເຂົາໄດ້ຈົ່ມໃຫ້ບິດາຂອງຕົນ. ແລະ ພວກເຂົາໄດ້ຈົ່ມເພາະບໍ່ຮູ້ການກະທຳຂອງພຣະເຈົ້າອົງນັ້ນຜູ້ສ້າງພວກເຂົາ.”5 ການບໍ່ເຂົ້າໃຈ ຫລື ບໍ່ເອົາໃຈໃສ່ໃນ ”ການກະທຳຂອງ ... ພຣະເຈົ້າ” ແມ່ນທາງໜຶ່ງທີ່ເຮົາຈະເສຍທັດສະນະແຫ່ງນິລັນດອນ ແລະ ການຈົ່ມກໍແມ່ນໜຶ່ງໃນການປະພຶດນັ້ນ. ເຖິງແມ່ນວ່າ ເລມັນກັບເລມູເອນໄດ້ເຫັນການອັດສະຈັນຫລາຍຢ່າງກັບນີໄຟແລ້ວກໍຕາມ, ພວກເຂົາຍັງເວົ້າວ່າ: “ແລະ ພວກເຮົາໄດ້ເລື່ອນລອຍຢູ່ໃນຖິ່ນແຫ້ງແລ້ງກັນດານມາຫລາຍປີແລ້ວ ແລະ ພວກຜູ້ຍິງຂອງພວກເຮົາກໍໄດ້ເຮັດວຽກໜັກໃນຂະນະທີ່ຖືພາ; ແລະ ພວກເຂົາໄດ້ເກີດລູກໃນຖິ່ນແຫ້ງແລ້ງກັນດານ ແລະ ໄດ້ອົດທົນທຸກສິ່ງທຸກຢ່າງນອກຈາກຄວາມຕາຍເທົ່ານັ້ນ; ແລ້ວຖ້າພວກເຂົາຕາຍເສຍກ່ອນອອກຈາກເຢຣູຊາເລັມກໍຄົງເປັນການດີກວ່າທີ່ຈະຕ້ອງມາທົນທຸກທໍລະມານເຊັ່ນນີ້.”6
ນັ້ນຄືສອງທ່າທີທີ່ແຕກຕ່າງກັນ, ເຖິງແມ່ນວ່າເຂົາເຈົ້າພົບບັນຫາຫຍຸ້ງຍາກທີ່ຄ້າຍຄືກັນນີ້. ເຫັນໄດ້ຄັກແນ່ວ່າ ທັດສະນະຂອງເຂົາເຈົ້າຕ່າງກັນ.
ປະທານ ສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ຂຽນໄວ້ດັ່ງນີ້: “ຖ້າເຮົາເຊື່ອວ່າຊີວິດນີ້ມີເທົ່ານີ້ແຫລະ ແລ້ວຄວາມເຈັບປວດ, ຄວາມໂສກເສົ້າ, ແລະ ຊີວິດສັ້ນ ຈະເປັນຄວາມຫາຍຍະນະແກ່ທ່ານ. ແຕ່ຖ້າທ່ານເຊື່ອວ່າຊີວິດນີ້ແມ່ນຄວາມເປັນນິລັນດອນ ຊຶ່ງມີຢູ່ກ່ອນຊີວິດໃນໂລກກ່ອນເກີດ ໃນອາດີດ ແລະ ຈະຍັງຢູ່ຊົ່ວນິລັນດອນຫລັງຈາກສິ້ນຊີວິດແລ້ວ, ເມື່ອນັ້ນທຸກສິ່ງທີ່ເກີດຂຶ້ນອາດເປັນໄປຕາມທັດສະນະທີ່ຖືກຕ້ອງ.”7
ແອວເດີ ເດວິດ ບີ ເຮດ ໄດ້ເລົ່າເລື່ອງຂອງຊ່າງທີ່ຊື່ ໄມໂກ້ແອນເຈໂລ ເພື່ອບົ່ງບອກເຖິງທັດສະນະທີ່ຖືກຕ້ອງວ່າ: “ເມື່ອຊ່າງແກະສະຫລັກກຳລັງສ່ຽນກ້ອນຫີນອ່ອນຢູ່ນັ້ນ ມີເດັກນ້ອຍຜູ້ຊາຍຄົນໜຶ່ງມາເບິ່ງເພິ່ນແບບອາຍໆທຸກໆມື້. ເມື່ອລາວເຫັນຮູບຮ່າງຂອງທ້າວເດວິດ ຈາກຫີນກ້ອນນັ້ນ ແລະ ການແກະສະຫລັກກໍສຳເລັດໃຫ້ຄົນທັງໂລກໄດ້ຊື່ນຊົມ ເດັກນ້ອຍຄົນນັ້ນໄດ້ຖາມໄມໂກ້ແອນເຈໂລວ່າ ‘ເຈົ້າຮູ້ໄດ້ແນວໃດວ່າ ລາວຢູ່ໃນຫັ້ນ?’”8
ທັດສະນະຂອງຊ່າງແກະສະຫລັກກ່ຽວກັບຫີນອ່ອນນັ້ນ ແຕກຕ່າງຈາກທັດສະນະຂອງເດັກນ້ອຍຜູ້ຊາຍຄົນນັ້ນທີ່ມາເບິ່ງເພິ່ນເຮັດວຽກ. ການທີ່ຊ່າງໄດ້ວາດພາບໄວ້ວ່າຈະໃຫ້ຫີນນັ້ນເປັນຫຍັງ ໄດ້ຊ່ອຍໃຫ້ເພິ່ນແກະສະຫລັກຫີນນັ້ນໃຫ້ເປັນງານສິນລະປະຂຶ້ນມາໄດ້.
ພຣະຜູ້ເປັນເຈົ້າຮູ້ວ່າ ພຣະອົງຢາກຈະບັນລຸຜົນແນວໃດກັບເຮົາ. ພຣະອົງຮູ້ວ່າການສັ່ງສອນແນວໃດຈຶ່ງຈະສາມາດຊ່ອຍເຮົາໃນຊີວິດເຮົາໄດ້, ແລະ ເຮົາກໍບໍ່ມີສິດທີ່ຈະແນະນຳພຣະອົງ. ຄວາມນຶກຄິດຂອງພຣະອົງນັ້ນປະເສີດກວ່າຄວາມນຶກຄິດຂອງເຮົາ.9
ຂ້າພະເຈົ້າເປັນພະຍານວ່າ ເຮົາມີພຣະບິດາເທິງສະຫວັນທີ່ຮັກ, ຍຸດຕິທຳ, ແລະ ເມດຕາເຮົາ ຜູ້ຊຶ່ງໄດ້ຕຽມແຜນເພື່ອໃຫ້ເຮົາມີຄວາມສຸກນິລັນດອນ. ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດ ເປັນພຣະບຸດຂອງພຣະອົງ ແລະ ເປັນພຣະຜູ້ຊ່ອຍໃຫ້ລອດຂອງໂລກ. ຂ້າພະເຈົ້າຮູ້ວ່າປະທານ ທອມມັສ ແອັສ ມອນສັນ ເປັນສາດສະດາຂອງພຣະເຈົ້າ. ຂ້າພະເຈົ້າກ່າວສິ່ງເຫລົ່ານີ້ ໃນນາມຂອງພຣະເຢຊູຄຣິດ, ອາແມນ.