ຜູ້ປົກປ້ອງການປະກາດກ່ຽວກັບຄອບຄົວ
ຂໍໃຫ້ເຮົາຈົ່ງຊ່ອຍສ້າງສາອານາຈັກຂອງພຣະເຈົ້າ ໂດຍການຢືນຢູ່ຢ່າງກ້າຫານ ແລະ ປົກປ້ອງການແຕ່ງງານ, ການເປັນພໍ່ແມ່, ແລະ ບ້ານເຮືອນ.
ຊ່າງເປັນສິດທິພິເສດແທ້ໆ ແລະ ຊື່ນຊົມຫລາຍ ທີ່ຂ້າພະເຈົ້າໄດ້ມາຊຸມນຸມກັບບັນດາຍິງໜຸ່ມ ແລະ ສະຕີທັງຫລາຍ. ເຮົາໄດ້ຮັບພອນຫລາຍ ໃນຖານະທີ່ເປັນຜູ້ຍິງ ທີ່ໄດ້ມາເຕົ້າໂຮມກັນໃນຄ່ຳຄືນນີ້ ໃນຄວາມເປັນອັນໜຶ່ງອັນດຽວກັນ ແລະ ໃນຄວາມຮັກ.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ອ່ານເລື່ອງໜຶ່ງກ່ຽວກັບນາງມາເຣຍ ມາເດລິນ ຄາດອນ. ນາງກັບຄອບຄົວຂອງນາງເປັນຜູ້ໄດ້ຮັບຂ່າວສານເລື່ອງການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດ ຈາກຜູ້ສອນສາດສະໜາກຸ່ມທຳອິດ ທີ່ໄດ້ຖືກເອີ້ນໃຫ້ໄປຮັບໃຊ້ຢູ່ປະເທດອີຕາລີ ໃນປີ 1850. ຕອນນັ້ນນາງມີອາຍຸປະມານ 17 ຫລື 18 ປີນີ້ແຫລະ ຕອນເຂົາເຈົ້າໄດ້ຮັບບັບຕິສະມາ. ວັນອາທິດມື້ໜຶ່ງ, ໃນຂະນະທີ່ຄອບຄົວຈັດພິທີນະມັດສະການຢູ່ໃນເຮືອນຂອງເຂົາເຈົ້າ ທີ່ຕັ້ງຢູ່ເທິງພູ ໃນພາກເໜືອຂອງປະເທດອີຕາລີ, ກຸ່ມກໍ່ຄວາມວຸ້ນວາຍຈຳນວນໜຶ່ງ ພ້ອມດ້ວຍຄຸນພໍ່ຢູ່ໃນແຖວນັ້ນ, ໄດ້ມາອ້ອມເຮືອນຂອງເຂົາເຈົ້າ ແລະ ສົ່ງສຽງດັງ, ຮ້ອງບອກໃຫ້ພາຜູ້ສອນສາດສະໜາອອກມາຂ້າງນອກ. ຂ້າພະເຈົ້າຄິດວ່າ ເຂົາເຈົ້າບໍ່ໄດ້ຕື່ນເຕັ້ນຢາກຮຽນຮູ້ເລື່ອງພຣະກິດຕິຄຸນດອກ—ແຕ່ເຂົາເຈົ້າມີເຈດຕະນາທີ່ຈະທຳຮ້າຍຮ່າງກາຍ. ແມ່ນນາງ ມາເຣຍ ຜູ້ນີ້ແຫລະ ທີ່ໄດ້ກ້າວອອກໄປ ປະເຊີນໜ້າກັບພວກກໍ່ຄວາມວຸ້ນວາຍນັ້ນ.
ພວກເຂົາໄດ້ຮ້ອງໂວຍວາຍຕໍ່ໄປ ແລະ ສັ່ງໃຫ້ພາຜູ້ສອນສາດສະໜາອອກໄປຫາພວກເຂົາ. ນາງມາເຣຍໄດ້ຍົກພຣະຄຳພີທີ່ຢູ່ໃນມືຂອງນາງຂຶ້ນ ແລະ ສັ່ງໃຫ້ພວກເຂົາໜີໄປ. ນາງໄດ້ບອກພວກເຂົາວ່າ ພວກແອວເດີຢູ່ໃນຄວາມປົກປ້ອງຂອງນາງ ແລະ ພວກເຂົາບໍ່ສາມາດແຕະຕ້ອງເຂົາເຈົ້າ ແມ່ນແຕ່ເສັ້ນຜົມເສັ້ນດຽວ. ນີ້ຄືຖ້ອຍຄຳຂອງນາງ: “ທຸກຄົນຢືນຕົກຕະລຶງ. … ພຣະເຈົ້າໄດ້ສະຖິດຢູ່ນຳຂ້າພະເຈົ້າ. ພຣະອົງໄດ້ດົນໃຈໃຫ້ຂ້າພະເຈົ້າເວົ້າແນວນັ້ນ, ຖ້າບໍ່ດັ່ງນັ້ນ ຂ້າພະເຈົ້າຄົງເວົ້າແນວນັ້ນກັບພວກເຂົາບໍ່ໄດ້. ທຸກຄົນໄດ້ງຽບລົງທັນທີ. ພວກຜູ້ຊາຍທີ່ແຂງແຮງ ແລະ ໜ້າຢ້ານນັ້ນ ຢືນຢູ່ຢ່າງຊ່ອຍຕົນເອງບໍ່ໄດ້ ຢູ່ຕໍ່ໜ້ານາງນ້ອຍທີ່ອ່ອນແອ, ສັ່ນເຊັນ, ແຕ່ ບໍ່ຢ້ານເລີຍ.” ພວກຄຸນພໍ່ໄດ້ຂໍໃຫ້ກຸ່ມກໍ່ຄວາມວຸ້ນວາຍໜີໄປ, ພວກເຂົາກໍໜີດ້ວຍຄວາມອັບອາຍ, ຢ້ານກົວ, ແລະ ສຳນຶກຜິດ. ຜູ້ຄົນກຸ່ມນ້ອຍໄດ້ສຳເລັດກອງປະຊຸມຂອງເຂົາເຈົ້າດ້ວຍຄວາມສະຫງົບ.1
ທ່ານສາມາດວາດພາບເຫັນຄວາມກ້າຫານຂອງຍິງໜຸ່ມຄົນນີ້ໄດ້ບໍ, ຊຶ່ງມີອາຍຸລຸ້ນລາວຄາວດຽວກັບຫລາຍຄົນໃນພວກທ່ານ, ຢືນປະເຊີນໜ້າກັບກຸ່ມກໍ່ຄວາມວຸ້ນວາຍ ແລະ ປົກປ້ອງຄວາມເຊື່ອຖືໃໝ່ຂອງນາງ ດ້ວຍຄວາມກ້າຫານ ແລະ ດ້ວຍຄວາມເຊື່ອໝັ້ນ?
ເອື້ອຍນ້ອງທັງຫລາຍ, ບາງຄົນໃນພວກເຮົາອາດບໍ່ຕ້ອງປະເຊີນກັບກຸ່ມກໍ່ຄວາມວຸ້ນວາຍທີ່ຮ້າຍກາດ, ແຕ່ກໍຍັງມີສົງຄາມທີ່ເກີດຂຶ້ນຢູ່ໃນໂລກນີ້ ຊຶ່ງໃນນັ້ນ ຄຳສອນຂັ້ນພື້ນຖານທີ່ເຮົາທະນຸຖະໜອມຫລາຍທີ່ສຸດ ກຳລັງຖືກໂຈມຕີ. ຂ້າພະເຈົ້າໝາຍເຖິງ ຄຳສອນກ່ຽວກັບຄອບຄົວໂດຍສະເພາະ. ຄວາມສັກສິດຂອງບ້ານເຮືອນ ແລະ ຄວາມສຳຄັນຂອງຈຸດປະສົງຂອງຄອບຄົວ ແມ່ນຖືກສົງໄສ, ວິຈານ, ແລະ ທຳຮ້າຍ ໃນທຸກດ້ານ.
ເມື່ອປະທານກໍດອນ ບີ ຮິງລີ ໄດ້ອ່ານໃບ “ຄອບຄົວ: ການປະກາດຕໍ່ໂລກ” ເປັນເທື່ອທຳອິດ ເມື່ອ 20 ປີກ່ອນ, ເຮົາມີຄວາມກະຕັນຍູຫລາຍ ແລະ ນັບຖືຄວາມແຈ່ມແຈ້ງ, ຄວາມລຽບງ່າຍ, ແລະ ຄວາມຈິງ ຂອງເອກະສານທີ່ດົນໃຈນີ້. ເຮົາບໍ່ເຂົ້າໃຈຄັກໃນເວລານັ້ນ ວ່າເຮົາຈະຕ້ອງການ ການປະກາດຂັ້ນພື້ນຖານເຫລົ່ານີ້ ຫລາຍຂະໜາດໃດ ໃນໂລກທຸກວັນນີ້ ໃນເມື່ອຄຳສອນໃໝ່ ແລະ ທິດສະດີໃໝ່ຂອງໂລກ ທີ່ເຮົາສາມາດຕັດສິນ ຖືກນຳສະເໜີແກ່ເຮົາ ຜ່ານສື່ສານມວນຊົນ, ອິນເຕີແນັດ, ນັກປາດອາຈານ, ໂທລະພາບ ແລະ ຮູບເງົາ, ແລະ ແມ່ນແຕ່ຜູ້ອອກກົດໝາຍ. ການປະກາດກ່ຽວກັບຄອບຄົວ ໄດ້ກາຍເປັນມາດຕະຖານສຳລັບການຕັດສິນປັດຊະຍາຂອງໂລກ, ແລະ ຂ້າພະເຈົ້າເປັນພະຍານວ່າ ຫລັກທຳທີ່ລະບຸໄວ້ຢູ່ໃນໃບປະກາດສະບັບນີ້ ເປັນຄວາມຈິງໃນທຸກວັນນີ້ ເຊັ່ນດຽວກັບຕອນທີ່ສາດສະດາຂອງພຣະເຈົ້າ ໄດ້ມອບໃຫ້ເຮົາ ເມື່ອ 20 ປີກ່ອນ.
ຂ້າພະເຈົ້າຂໍກ່າວເຖິງບາງຢ່າງທີ່ເຫັນໄດ້ງ່າຍ. ສ່ວນຫລາຍແລ້ວ ຊີວິດຈະບໍ່ເປັນໄປຕາມດັ່ງທີ່ວາງແຜນໄວ້ ສຳລັບທຸກຄົນ, ແລະ ເຮົາກໍຮູ້ດີວ່າ ບໍ່ແມ່ນແມ່ຍິງທຸກຄົນ ຈະເປັນໄປຕາມທີ່ບັນຍາຍໄວ້ ຢູ່ໃນໃບປະກາດ. ມັນຍັງສຳຄັນທີ່ຈະເຂົ້າໃຈ ແລະ ສອນແບບແຜນຂອງພຣະຜູ້ເປັນເຈົ້າ ແລະ ພະຍາຍາມເຮັດຕາມແບບແຜນນັ້ນ ເທົ່າທີ່ເຮົາສາມາດເຮັດໄດ້.
ເຮົາແຕ່ລະຄົນ ມີໜ້າທີ່ຮັບຜິດຊອບຢູ່ໃນແຜນ, ແລະ ເຮົາແຕ່ລະຄົນມີຄ່າທີ່ເທົ່າທຽມກັນ ສຳລັບພຣະຜູ້ເປັນເຈົ້າ. ເຮົາຄວນຈື່ຈຳວ່າ ພຣະບິດາເທິງສະຫວັນທີ່ຮັກແພງ ຮູ້ເຖິງຄວາມປາດຖະໜາທີ່ຊອບທຳຂອງເຮົາ ແລະ ຈະເຮັດຕາມທີ່ພຣະອົງໄດ້ສັນຍາ ວ່າບໍ່ມີສິ່ງໃດທີ່ຖືກກີດກັນຈາກຜູ້ທີ່ຊື່ສັດ ໃນການຮັກສາພັນທະສັນຍາຂອງເຂົາ. ພຣະບິດາເທິງສະຫວັນມີພາລະກິດ ແລະ ແຜນສຳລັບເຮົາແຕ່ລະຄົນ, ແຕ່ພຣະອົງຍັງມີເວລາຂອງພຣະອົງເອງ. ການທ້າທາຍທີ່ຍາກທີ່ສຸດຢ່າງໜຶ່ງໃນຊີວິດນີ້ ແມ່ນການມີສັດທາໃນເວລາຂອງພຣະຜູ້ເປັນເຈົ້າ. ມັນເປັນແນວຄິດທີ່ດີ ທີ່ເຮົາຄວນມີແຜນສຳລອງໄວ້, ຊຶ່ງຈະຊ່ອຍເຮົາ ໃຫ້ເປັນຄົນຮັກສາພັນທະສັນຍາ, ມີໃຈເພື່ອແຜ່, ແລະ ເປັນແມ່ຍິງທີ່ຊອບທຳ ເປັນຜູ້ສ້າງສາອານາຈັກຂອງພຣະເຈົ້າ ບໍ່ວ່າຊີວິດຂອງເຮົາຈະເປັນແນວໃດກໍຕາມ. ເຮົາຕ້ອງສອນລູກສາວຂອງເຮົາ ໃຫ້ມຸ້ງໝັ້ນໃນອຸດົມຄະຕິນັ້ນ, ແຕ່ໃຫ້ວາງແຜນສຳລັບເຫດການທີ່ເກີດຂຶ້ນແບບບໍ່ຄາດຄິດ.
ລະຫວ່າງວັນຄົບຮອບ 20 ປີ ຂອງໃບປະກາດນີ້, ຂ້າພະເຈົ້າຂໍສະເໜີຄຳທ້າທາຍແກ່ທຸກຄົນ ທີ່ເປັນສະຕີຂອງສາດສະໜາຈັກ ໃຫ້ປົກປ້ອງ “ຄອບຄົວ: ການປະກາດຕໍ່ໂລກ.” ເຊັ່ນດຽວກັບນາງມາເຣຍ ມາເດຣິນ ຄາດອນ ທີ່ປົກປ້ອງຜູ້ສອນສາດສະໜາ ແລະ ຄວາມເຊື່ອຖືໃໝ່ຂອງນາງດ້ວຍຄວາມກ້າຫານ, ເຮົາກໍຄວນປົກປ້ອງຄຳສອນຂອງພຣະຜູ້ເປັນເຈົ້າດ້ວຍຄວາມກ້າຫານ ທີ່ກ່ຽວກັບການແຕ່ງງານ, ຄອບຄົວ, ບົດບາດແຫ່ງສະຫວັນຂອງຊາຍ ແລະ ຍິງ, ແລະ ຄວາມສຳຄັນຂອງບ້ານເຮືອນ ວ່າເປັນສະຖານທີ່ສັກສິດ—ເຖິງແມ່ນວ່າ ຊາວໂລກຈະບອກເຮົາວ່າ ຫລັກທຳເຫລົ່ານີ້ລ້າສະໄໝ, ຈຳກັດ, ຫລື ໃຊ້ການບໍ່ໄດ້ອີກແລ້ວ. ທຸກຄົນ, ບໍ່ວ່າສະພາບການເລື່ອງການແຕ່ງງານຂອງເຂົາເຈົ້າຈະເປັນແນວໃດກໍຕາມ ຫລື ມີລູກຈັກຄົນ, ກໍສາມາດປົກປ້ອງແຜນຂອງພຣະຜູ້ເປັນເຈົ້າໄດ້ ຊຶ່ງບັນຍາຍໄວ້ຢູ່ໃນໃບປະກາດກ່ຽວກັບຄອບຄົວນັ້ນ. ຖ້າມັນເປັນແຜນຂອງພຣະຜູ້ເປັນເຈົ້າ, ມັນກໍຄວນເປັນແຜນຂອງເຮົາຄືກັນ!
ມີຫລັກທຳຢູ່ສາມຢ່າງ ທີ່ໄດ້ສອນຢູ່ໃນການປະກາດ ຊຶ່ງຂ້າພະເຈົ້າຄິດວ່າ ຕ້ອງປົກປ້ອງໄວ້ໃຫ້ດີ. ຢ່າງທຳອິດ ແມ່ນການແຕ່ງງານລະຫວ່າງຊາຍ ແລະ ຍິງ. ເຮົາໄດ້ຖືກສິດສອນຢູ່ໃນພຣະຄຳພີວ່າ, “ເຖິງຢ່າງໃດກໍຕາມ, ສຳລັບຊີວິດຂອງພວກເຮົາຢູ່ໃນພຣະຜູ້ເປັນເຈົ້າແລ້ວ ແມ່ຍິງຕ້ອງເພິ່ງຜູ້ຊາຍ ແລະ ຜູ້ຊາຍກໍຕ້ອງເພິ່ງແມ່ຍິງ.”2 ກ່ອນຈະສາມາດໄດ້ຮັບຄວາມສົມບູນຂອງພອນຂອງຖານະປະໂລຫິດໄດ້ນັ້ນ, ສາມີ ແລະ ພັນລະຍາ ຕ້ອງຜະນຶກເຂົ້າກັນ ໃນບ້ານຂອງພຣະຜູ້ເປັນເຈົ້າເສຍກ່ອນ, ຮ່ວມກັນສ້າງສາໃນຄວາມຊອບທຳ, ແລະ ຊື່ສັດຕໍ່ພັນທະສັນຍາຂອງຕົນເລື້ອຍໄປ. ນີ້ຄືແຜນຂອງພຣະຜູ້ເປັນເຈົ້າ ສຳລັບລູກໆຂອງພຣະອົງ, ແລະ ບໍ່ມີການບັນຍາຍໃດໃນສາທາລະນະ ຫລື ຄຳວິຈານໃດ ຈະສາມາດປ່ຽນແປງການປະກາດຂອງພຣະຜູ້ເປັນເຈົ້າໄດ້. ເຮົາຕ້ອງເປັນຕົວຢ່າງຂອງຄວາມຊອບທຳເລື່ອງການແຕ່ງງານເລື້ອຍໄປ, ສະແຫວງຫາພອນນັ້ນໃນຊີວິດຂອງເຮົາ, ແລະ ມີສັດທາ ຖ້າຫາກມັນມາເຖິງຊ້າ. ຂໍໃຫ້ເຮົາຈົ່ງປົກປ້ອງການແຕ່ງງານ ດັ່ງທີ່ພຣະຜູ້ເປັນເຈົ້າໄດ້ບອກໄວ້ ໃນຂະນະທີ່ເຮົາສະແດງຄວາມຮັກ ແລະ ຄວາມເຫັນອົກເຫັນໃຈເລື້ອຍໄປ ຕໍ່ຄົນທີ່ມີຄວາມຄິດແຕກຕ່າງຈາກເຮົາ.
ຫລັກທຳຢ່າງຕໍ່ໄປ ທີ່ຮຽກຮ້ອງເຮົາໃຫ້ປົກປ້ອງ ແມ່ນການໃຫ້ກຽດແກ່ບົດບາດແຫ່ງສະຫວັນຂອງຜູ້ເປັນແມ່ ແລະ ພໍ່. ເຮົາກະຕືລືລົ້ນທີ່ຈະສອນລູກໆຂອງເຮົາ ໃຫ້ມີເປົ້າໝາຍສູງໃນຊີວິດນີ້. ເຮົາຢາກໃຫ້ແນ່ໃຈວ່າ ລູກສາວຂອງເຮົາຮູ້ວ່າ ເຂົາເຈົ້າມີຄວາມສາມາດທີ່ແຝງຢູ່ພາຍໃນ ທີ່ຈະບັນລຸ ແລະ ເປັນຄົນທີ່ເຂົາເຈົ້າຈິນຕະນາການໄວ້. ພວກເຮົາຫວັງວ່າ ເຂົາເຈົ້າຈະມັກຮຽນ, ມີການສຶກສາ, ມີພອນສະຫວັນ, ແລະ ມື້ໜຶ່ງກາຍເປັນເໝືອນດັ່ງນາງມາເຣຍ ເຄີຣີ ຫລື ນາງອີລາຍຊາ ອາ ສະໂນ ນັ້ນ.
ເຮົາຍັງສອນລູກຊາຍ ແລະ ລູກສາວຂອງເຮົາຢູ່ບໍ ວ່າບໍ່ມີກຽດຕິຍົດອື່ນໃດ, ຫລື ຕຳແໜ່ງສຳຄັນອື່ນໃດ, ແລະ ບົດບາດອື່ນໃດ ທີ່ສຳຄັນໄປກວ່າ ບົດບາດຂອງການເປັນແມ່ ຫລື ພໍ່? ຂ້າພະເຈົ້າຫວັງວ່າ ເມື່ອເຮົາຊຸກຍູ້ລູກໆຂອງເຮົາໃຫ້ບັນລຸສິ່ງທີ່ດີທີ່ສຸດ ໃນຊີວິດນີ້, ເຮົາຈະສອນເຂົາອີກ ເລື່ອງການໃຫ້ກຽດ ແລະ ຍົກຍ້ອງບົດບາດຂອງພໍ່ແມ່ ໃນແຜນຂອງພຣະບິດາເທິງສະຫວັນ.
ລູກສາວຫລ້າຂອງພວກເຮົາ, ຊື່ ອາບີ, ໄດ້ເຫັນໂອກາດພິເສດ ທີ່ຈະຢືນປົກປ້ອງບົດບາດຂອງການເປັນແມ່. ມື້ໜຶ່ງ ນາງໄດ້ຮັບຈົດໝາຍຈາກໂຮງຮຽນຂອງລູກນາງ ວ່າເຂົາເຈົ້າຈະມີການຈັດວັນ ທີ່ຮຽນຮູ້ກ່ຽວກັບວິຊາອາຊີບ ຢູ່ໂຮງຮຽນ. ພໍ່ແມ່ໄດ້ຖືກເຊື້ອເຊີນໃຫ້ສະໝັກ ຖ້າຫາກເຂົາເຈົ້າຢາກໄປສອນນັກຮຽນກ່ຽວກັບ ວິຊາອາຊີບຂອງເຂົາເຈົ້າ ແລະ ນາງອາບີໄດ້ຮັບການດົນໃຈ ໃຫ້ສະໝັກສອນ ເລື່ອງການເປັນແມ່. ນາງບໍ່ໄດ້ຍິນຈາກໂຮງຮຽນ, ແລະ ເມື່ອວັນຮຽນຮູ້ກ່ຽວກັບວິຊາອາຊີບ ໄດ້ໃກ້ເຂົ້າມາ, ນາງຈຶ່ງໄດ້ໂທໄປໂຮງຮຽນ, ຄິດວ່າເຂົາເຈົ້າເຮັດໃບຟອມຂອງນາງເສຍ. ຜູ້ຈັດໂຄງການໄດ້ສອບຖາມນາຍຄູຈົນທົ່ວ, ແລະ ບອກວ່າ ມີຄູສອງຄົນສົນໃຈໃຫ້ນາງອາບີໄປສອນຢູ່ຫ້ອງເຂົາເຈົ້າ ໃນວັນຮຽນຮູ້ກ່ຽວກັບວິຊາອາຊີບຕອນສຸດທ້າຍ.
ໃນການສະເໜີທີ່ໜ້າສົນໃຈຂອງນາງ ຕໍ່ນັກຮຽນ, ນາງອາບີໄດ້ສອນເຂົາເຈົ້າວ່າ, ໃນບັນດາວິຊາອາຊີບອື່ນໆ, ການເປັນແມ່ນັ້ນ ນາງຕ້ອງມີຄວາມສາມາດຝ່າຍການຢາ, ຝ່າຍຈິດຕະສາດ, ຝ່າຍສາດສະໜາ, ຝ່າຍການສອນ, ຝ່າຍດົນຕີ, ຝ່າຍວັນນະຄະດີ, ຝ່ານສິນລະປະ, ຝ່າຍການເງິນ, ຝ່າຍການຕົກແຕ່ງ, ເປັນຊ່າງຕັດຜົມ, ເປັນໂຊເຟີ, ຮູ້ຫລິ້ນກິລາ, ຮູ້ຈັກເຮັດອາຫານ, ແລະ ຫລາຍໆຢ່າງ ຕື່ມອີກ. ເດັກນັກຮຽນມີຄວາມປະທັບໃຈຫລາຍ. ນາງໄດ້ສະຫລຸບໂດຍການໃຫ້ນັກຮຽນ ຈື່ຈຳແມ່ຂອງເຂົາເຈົ້າ ໂດຍການຂຽນຈົດໝາຍນ້ອຍຂອບໃຈ ແລະ ສະແດງຄວາມກະຕັນຍູ ສຳລັບການຮັບໃຊ້ຢ່າງຫລວງຫລາຍ ດ້ວຍຄວາມຮັກ ທີ່ເຂົາເຈົ້າໄດ້ຮັບແຕ່ລະວັນ. ນາງອາບີຮູ້ສຶກວ່າ ເດັກນັກຮຽນໄດ້ເຫັນແມ່ຂອງເຂົາ ໃນທັດສະນະໃໝ່ ແລະ ວ່າການເປັນແມ່ ຫລື ພໍ່ ເປັນບາງສິ່ງ ທີ່ມີຄ່າອັນສູງສົ່ງ. ປີນີ້ ນາງໄດ້ສະໝັກໄປສອນອີກ ໃນວັນຮຽນຮູ້ວິຊາອາຊີບ ແລະ ຖືກຂໍໃຫ້ສອນໃນຫົກຫ້ອງຮຽນ.
ນາງອາບີໄດ້ບອກເຖິງປະສົບການຂອງນາງວ່າ: “ຂ້າພະເຈົ້າຮູ້ສຶກວ່າ ມັນເປັນສິ່ງງ່າຍສຳລັບເດັກນ້ອຍ ຢູ່ໃນໂລກນີ້ ທີ່ຈະເຂົ້າໃຈວ່າ ການເປັນພໍ່ແມ່ ເປັນວຽກງານອັນດັບສອງ ຫລື ແມ່ນແຕ່ເປັນສິ່ງຈຳເປັນ ທີ່ບໍ່ສະດວກ. ຂ້າພະເຈົ້າຢາກໃຫ້ເດັກທຸກຄົນຮູ້ສຶກວ່າ ເຂົາເປັນສິ່ງທີ່ສຳຄັນທີ່ສຸດຕໍ່ພໍ່ແມ່ຂອງເຂົາ, ແລະ ບາງທີການບອກເຂົາເຖິງຄວາມສຳຄັນຂອງການເປັນພໍ່ແມ່ຕໍ່ຂ້າພະເຈົ້າ ຈະຊ່ອຍເຂົາໃຫ້ຮູ້ທຸກສິ່ງທີ່ພໍ່ແມ່ ຂອງເຂົາໄດ້ເຮັດເພື່ອເຂົາ ແລະ ເປັນຫຍັງຈຶ່ງເຮັດ.”
ສາດສະດາທີ່ຮັກຂອງເຮົາ, ປະທານທອມມັສ ແອັສ ມອນສັນ, ໄດ້ເປັນຕົວຢ່າງທີ່ດີ ໃນການໃຫ້ກຽດແກ່ຜູ້ເປັນແມ່ ແລະ ການເປັນແມ່, ໂດຍສະເພາະ ແມ່ຂອງເພິ່ນເອງ. ໃນການກ່າວເຖິງແມ່ຂອງເຮົາຢູ່ໃນໂລກ, ເພິ່ນໄດ້ກ່າວວ່າ: “ຂໍໃຫ້ເຮົາຈົ່ງທະນຸຖະໜອມຄວາມຈິງນີ້; ບໍ່ມີຄົນໃດທີ່ລືມແມ່, ແຕ່ລະນຶກເຖິງພຣະເຈົ້າ. ເປັນຫຍັງ? ເພາະວ່າສອງຄົນທີ່ສັກສິດນີ້, ພຣະເຈົ້າ ແລະ ແມ່ຂອງເຮົາ [ຢູ່ໃນໂລກ], ເປັນຫຸ້ນສ່ວນໃນການສ້າງ, ໃນຄວາມຮັກ, ໃນການເສຍສະລະ, ໃນການຮັບໃຊ້, ເປັນອັນໜຶ່ງອັນດຽວກັນ.”3
ຫລັກທຳຢ່າງສຸດທ້າຍ ເຮົາຕ້ອງຍຶດໝັ້ນ ແລະ ປົກປ້ອງ ແມ່ນຄວາມສັກສິດຂອງບ້ານເຮືອນ. ເຮົາຕ້ອງຍົກລະດັບຖ້ອຍຄຳໜຶ່ງ ຊຶ່ງບາງເທື່ອຖືກດູຖູກ. ຄຳນັ້ນຄື ແມ່ບ້ານ. ເຮົາທຸກຄົນ—ຍິງ, ຊາຍ, ຊາວໜຸ່ມ, ແລະ ເດັກນ້ອຍ, ເປັນໂສດ ຫລື ແຕ່ງງານ—ສາມາດຮຽນຮູ້ວິທີເປັນແມ່ບ້ານພໍ່ບ້ານໄດ້. ເຮົາຄວນ “ເຮັດໃຫ້ບ້ານເຮືອນຂອງເຮົາ” ເປັນສະຖານທີ່ ທີ່ມີລະບຽບ, ເປັນບ່ອນຫລົບໄພ, ສັກສິດ, ແລະ ປອດໄພ. ບ້ານເຮືອນຂອງເຮົາ ຄວນເປັນສະຖານທີ່ເຮົາຮູ້ເຖິງພຣະວິນຍານຂອງພຣະຜູ້ເປັນເຈົ້າ ຫລາຍທີ່ສຸດ ແລະ ເປັນບ່ອນສຶກສາ, ຮຽນຮູ້, ແລະ ດຳລົງຊີວິດຕາມພຣະຄຳພີ ແລະ ພຣະກິດຕິຄຸນ. ສິ່ງນີ້ຄົງສ້າງຄວາມແຕກຕ່າງໃຫ້ໂລກໄດ້ຫລາຍ ຖ້າທຸກຄົນເຫັນຕົນເອງເປັນແມ່ບ້ານພໍ່ບ້ານ ຂອງບ້ານເຮືອນທີ່ຊອບທຳ. ຂໍໃຫ້ເຮົາຈົ່ງປົກປ້ອງບ້ານເຮືອນ ໃຫ້ເປັນສະຖານທີ່ສັກສິດແຫ່ງທີສອງ ລອງຈາກພຣະວິຫານ.
ເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າມີຄວາມກະຕັນຍູທີ່ໄດ້ເປັນສະຕີໃນຍຸກສຸດທ້າຍນີ້. ເຮົາມີໂອກາດ ແລະ ໜ້າທີ່ຮັບຜິດຊອບ ຊຶ່ງສະຕີລຸ້ນອື່ນໆໃນໂລກ ບໍ່ມີ. ຂໍໃຫ້ເຮົາຈົ່ງຊ່ອຍສ້າງສາອານາຈັກຂອງພຣະເຈົ້າ ໂດຍການຢືນຢູ່ຢ່າງກ້າຫານ ແລະ ປົກປ້ອງການແຕ່ງງານ, ການເປັນພໍ່ແມ່, ແລະ ບ້ານເຮືອນ. ພຣະຜູ້ເປັນເຈົ້າຢາກໃຫ້ເຮົາເປັນນັກຮົບທີ່ກ້າຫານ, ໝັ້ນຄົງ, ແລະ ແນ່ວແນ່ ຜູ້ຈະປົກປ້ອງແຜນຂອງພຣະອົງ ແລະ ສອນຄົນລຸ້ນຫລັງ ເຖິງຄວາມຈິງຂອງພຣະອົງ.
ຂ້າພະເຈົ້າຂໍເປັນພະຍານວ່າ ພຣະບິດາເທິງສະຫວັນຊົງພຣະຊົນຢູ່ ແລະ ຮັກເຮົາແຕ່ລະຄົນ. ພຣະບຸດຂອງພຣະອົງ ພຣະເຢຊູຄຣິດ ເປັນພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ. ຂ້າພະເຈົ້າຂໍມອບປະຈັກພະຍານໄວ້ກັບທ່ານ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.