ເລືອກທີ່ຈະເຊື່ອ
ພຣະຜູ້ຊ່ອຍໃຫ້ລອດໄດ້ຈັດຕຽມພຣະກິດຕິຄຸນຂອງພຣະອົງໄວ້ ເພື່ອເປັນຄວາມສະຫວ່າງເຍືອງທາງໃຫ້ຜູ້ທີ່ເລືອກທີ່ຈະເຊື່ອ ແລະ ຕິດຕາມພຣະອົງ.
ເດືອນມັງກອນຜ່ານມານີ້, ນາງແຊວເລີ ກັດສະເລີ ອາຍຸເຈັດປີ ແລະ ຄອບຄົວຂອງນາງ ໄດ້ບິນຈາກ ລັດຟໍຣິດາ ຫາ ລັດອິລິນອຍ ດ້ວຍຍົນສ່ວນຕົວ. ພໍ່ຂອງນາງແຊວເລີ ເປັນຜູ້ຂັບຍົນ. ບໍ່ດົນຫລັງຈາກ ຕາເວັນຕົກດິນ, ຍົນເກີດມີບັນຫາ ແລະ ໄດ້ຕົກລົງໃນພູທີ່ມືດຕຶບ ຢູ່ລັດເຄັນທັກກີ, ຫງາຍທ້ອງຢູ່ ໃນເຂດພູບ່ອນຍາກທີ່ຈະເຂົ້າເຖິງ. ທຸກຄົນໄດ້ເສຍຊີວິດ ຍົກເວັ້ນແຕ່ນາງແຊວເລີ. ຂໍ້ມືຂອງນາງຫັກໃນຕອນຍົນຕົກ. ຮ່າງກາຍຂອງນາງບວບຊ້ຳ ແລະ ມີຮອຍແຜຫລາຍບ່ອນ ແລະ ເກີບກໍເສຍ. ອຸນຫະພູມສູງປະມານ 38 ອົງສາ ຟາເຣັນຮາຍ (ຫລື 3 ອົງສາ ແຊວຊຽດ)—ຄືນນັ້ນໃນລັດເຄັນທັກກີ ຝົນກໍຕົກ ແລະ ອາກາດກໍໜາວ—ແລະ ນາງແຊວເລີພັດນຸ່ງໂສ້ງຂາສັ້ນ, ນຸ່ງເສື້ອຍືດ, ແລະ ໃສ່ຖົງຕີນເບື້ອງດຽວ.
ນາງໄດ້ຮ້ອງຫາພໍ່ແມ່, ແຕ່ບໍ່ມີໃຜຂານຕອບ. ໂດຍທີ່ໃຊ້ຄວາມກ້າຫານທັງໝົດທີ່ນາງມີຢູ່, ນາງໄດ້ເລີ່ມຕົ້ນອອກເດີນທາງດ້ວຍຕີນເປົ່າ ລົງໄປຫາທົ່ງ ເພື່ອຂໍຄວາມຊ່ອຍເຫລືອ, ໄດ້ເດີນຜ່ານຫ້ວຍນ້ຳ, ຂ້າມຫ່ອງ, ແລະ ໝົ້ນຜ່ານເຄືອໜາມແບຣີດຳ. ຈາກຈອມພູນ້ອຍບ່ອນໜຶ່ງ, ນາງແຊວເລີໄດ້ຫລຽວເຫັນແສງໄຟຢູ່ໄກໆ ປະມານໜຶ່ງໄມ ຫລື ສອງກິໂລແມັດ. ຫລັງຈາກທີ່ໄດ້ຍ່າງຊັດເຊໄປໃນຄວາມມືດ ແລະ ແຫວກປ່າຫຍ້າ ແລະ ຟຸ່ມໄມ້ ມຸ້ງໄປຫາແສງໄຟ ຊົ່ວໄລຍະໜຶ່ງ, ໃນທີ່ສຸດ ນາງກໍໄປເຖິງເຮືອນຫລັງໜຶ່ງ ທີ່ເປັນຂອງຊາຍທີ່ມີເມດຕາຄົນໜຶ່ງ ຜູ້ນາງບໍ່ເຄີຍພົບພໍ້ມາກ່ອນ ທີ່ໄດ້ແລ່ນເຂົ້າມາຊ່ອຍເຫລືອນາງ. ນາງແຊວເລີປອດໄພ. ແລ້ວນາງໄດ້ຖືກພາໄປໂຮງໝໍ ແລະ ໄດ້ຮັບການຊ່ອຍເຫລືອທາງຈິດໃຈນຳດ້ວຍ.1
ນາງແຊວເລີໄດ້ລອດຕາຍ ເພາະນາງໄດ້ຫລຽວເຫັນຄວາມສະຫວ່າງຢູ່ໄກໆ ແລະ ໄດ້ຍ່າງບຸກປ່າໄປຫາມັນ ເຖິງແມ່ນຈະເປັນພູຜາປ່າດົງ, ເຖິງແມ່ນອຸປະຕິເຫດນັ້ນຮ້າຍແຮງ, ແລະ ເຖິງແມ່ນນາງມີຄວາມເຈັບປວດຫລາຍກໍຕາມ. ຍາກທີ່ຈະວາດພາບໃນສິ່ງທີ່ນາງແຊວເລີໄດ້ເຮັດ ໃນຄືນນັ້ນ. ແຕ່ເຮົາຮູ້ວ່າ ນາງຮູ້ຈັກວ່າ ມີຄວາມສະຫວ່າງຢູ່ໄກໆ ສ່ອງອອກມາຈາກເຮືອນ ທີ່ອາດຊ່ອຍເຫລືອນາງ. ຍັງມີຄວາມຫວັງຢູ່. ດ້ວຍຄວາມກ້າຫານ ເຖິງແມ່ນວ່າສະຖານະການຈະຮ້າຍແຮງຫລາຍຂາດໜາດໃດກໍຕາມ, ນາງຈະໄດ້ຮັບຄວາມຊ່ອຍເຫລືອໃນບ່ອນທີ່ມີຄວາມສະຫວ່າງນັ້ນ.
ຄົງບໍ່ມີຫລາຍຄົນໃນພວກເຮົາ ທີ່ເຄີຍປະສົບກັບສະຖານະການທີ່ໜ້າສະຫຍອງຂວັນຄືກັບນາງແຊວເລີ. ແຕ່ຈະມີເວລາໃດເວລາໜຶ່ງ ທີ່ເຮົາທຸກຄົນຈະປະສົບກັບຄວາມຫຍຸ້ງຍາກ ໃນຊີວິດຂອງເຮົາເອງ. ໃນເວລານັ້ນ, ເຖິງແມ່ນສະຖານະການເບິ່ງຄືວ່າ ມືດມົນ ແລະ ໜ້າທໍ້ຖອຍໃຈຫລາຍປານໃດກໍຕາມ, ຖ້າຫາກເຮົາສະແຫວງຫາ, ເຮົາຈະພົບເຫັນຄວາມສະຫວ່າງທາງວິນຍານ ສະເໝີ ທີ່ຢາກໃຫ້ເຮົາໄປຫາ, ໃຫ້ຄວາມຫວັງແກ່ເຮົາວ່າ ເຮົາຈະໄດ້ຮັບຄວາມຊ່ອຍເຫລືອ. ຄວາມສະຫວ່າງນັ້ນ ສ່ອງອອກມາຈາກພຣະຜູ້ຊ່ອຍໃຫ້ລອດຂອງມະນຸດທັງປວງ, ຜູ້ຊຶ່ງເປັນຄວາມສະຫວ່າງຂອງໂລກ.
ການແລເຫັນຄວາມສະຫວ່າງທາງວິນຍານ ແມ່ນແຕກຕ່າງຈາກການເຫັນຄວາມສະຫວ່າງທາງໂລກ. ການຮັບຮູ້ຄວາມສະຫວ່າງທາງວິນຍານຂອງພຣະຜູ້ຊ່ອຍໃຫ້ລອດ ແມ່ນເລີ່ມຕົ້ນດ້ວຍຄວາມເຕັມໃຈທີ່ຈະເຊື່ອ. ກ່ອນອື່ນໝົດ ພຣະເຈົ້າຮຽກຮ້ອງໃຫ້ເຮົາມີຄວາມປາດຖະໜາທີ່ຈະເຊື່ອ. ສາດສະດາແອວມາສອນວ່າ “ຖ້າຫາກພວກທ່ານຈະຕື່ນ ແລະ ປຸກຄວາມສາມາດຂອງພວກທ່ານ ... ແລະ ໃຊ້ສັດທາ ຈັກໜ້ອຍໜຶ່ງ ແທ້ຈິງແລ້ວ, ຖ້າຫາກພວກທ່ານເຮັດບໍ່ໄດ້ຫລາຍໄປກວ່າ ຄວາມປາດຖະໜາ ທີ່ຈະເຊື່ອ, ກໍຂໍໃຫ້ຄວາມປາດຖະໜານີ້ ເກີດຜົນໃນພວກທ່ານ ຈົນວ່າພວກທ່ານຈະໃຫ້ບ່ອນສຳລັບຄຳສ່ວນໜຶ່ງຂອງ [ພຣະຜູ້ຊ່ອຍໃຫ້ລອດ].”2
ການເອີ້ນຂອງແອວມາຂໍໃຫ້ເຮົາມີຄວາມປາດຖະໜາທີ່ຈະເຊື່ອ ແລະ ໃຫ້ “ມີບ່ອນ” ຢູ່ໃນໃຈເຮົາ ສຳລັບພຣະຄຳຂອງພຣະຜູ້ຊ່ອຍໃຫ້ລອດ ເຕືອນເຮົາວ່າ ຄວາມເຊື່ອ ແລະ ສັດທາ ຮຽກຮ້ອງການເລືອກ ແລະ ການກະທຳສ່ວນຕົວຂອງເຮົາ. ເຮົາຕ້ອງ “ປຸກຄວາມສາມາດ [ຂອງເຮົາ].” ເຮົາຕ້ອງທູນຂໍ ກ່ອນເຮົາຈະໄດ້ຮັບ; ເຮົາຕ້ອງຊອກ ກ່ອນເຮົາຈະພົບ; ເຮົາຕ້ອງເຄາະ ກ່ອນຈະມີຜູ້ໄຂໃຫ້. ແລ້ວເຮົາໄດ້ຮັບຄຳສັນຍານີ້ວ່າ: “ເພາະວ່າທຸກຄົນທີ່ໝັັ່ນຂໍ, ຈະໄດ້ຮັບ; ແລະ ທຸກຄົນທີ່ໝັ່ນຊອກ, ຈະພົບ; ແລະ ທຸກຄົນທີ່ໝັ່ນເຄາະ, ຈະມີຜູ້ໄຂໃຫ້.”3
ບໍ່ມີຄຳອ້ອນວອນເທື່ອໃດສຳລັບເຮົາ ເພື່ອຈະໄດ້ເຊື່ອ ທີ່ຈິງໃຈຫລາຍກວ່າ ຄຳອ້ອນອວນຂອງພຣະຜູ້ຊ່ອຍໃຫ້ລອດ, ລະຫວ່າງການປະຕິບັດສາດສະໜາກິດຂອງພຣະອົງຢູ່ເທິງໂລກ ເມື່ອພຣະອົງໄດ້ກ່າວຕໍ່ຜູ້ຟັງ ທີ່ບໍ່ເຊື່ອ ດັ່ງນີ້:
“ຖ້າເຮົາບໍ່ໄດ້ເຮັດພາລະກິດຂອງພຣະບິດາຂອງເຮົາ, ພວກເຈົ້າຢ່າເຊື່ອໃນເຮົາ.
“ແຕ່ຖ້າເຮົາເຮັດພາລະກິດນັ້ນ ເຖິງພວກເຈົ້າບໍ່ເຊື່ອກໍຕາມ ກໍຈົ່ງເຊື່ອໃນພາລະກິດນັ້ນ: ເພື່ອພວກເຈົ້າຈະໄດ້ຮູ້ຈັກ ແລະ ເຊື່ອໝັ້ນວ່າ, ພຣະບິດາຢູ່ໃນເຮົາ, ແລະ ເຮົາຢູ່ໃນພຣະບິດາ.”4
ທຸກມື້ ເຮົາແຕ່ລະຄົນຈະປະເຊີນກັບການທົດສອບ. ມັນເປັນການສອບເສັງໄປຕະຫລອດຊີວິດ: ວ່າເຮົາຈະເລືອກທີ່ຈະເຊື່ອໃນພຣະອົງ ແລະ ຍອມໃຫ້ຄວາມສະຫວ່າງແຫ່ງພຣະກິດຕິຄຸນຂອງພຣະອົງ ສ່ອງແສງຢູ່ໃນເຮົາຫລືບໍ່, ຫລື ເຮົາຈະປະຕິເສດທີ່ຈະເຊື່ອ ແລະ ມຸ້ງໝັ້ນທີ່ຈະເດີນໄປໃນຄວາມມືດຄົນດຽວ? ພຣະຜູ້ຊ່ອຍໃຫ້ລອດໄດ້ຈັດຕຽມພຣະກິດຕິຄຸນຂອງພຣະອົງໄວ້ ເພື່ອເປັນຄວາມສະຫວ່າງເຍືອງທາງໃຫ້ຜູ້ທີ່ເລືອກທີ່ຈະເຊື່ອ ແລະ ຕິດຕາມພຣະອົງ.
ຫລັງຈາກຍົນຕົກເທື່ອນັ້ນ, ນາງແຊວເລີສາມາດເລືອກວ່າ ຈະຢູ່ໃກ້ຍົນໃນຄວາມມືດ, ຢູ່ຄົນດຽວ ແລະ ດ້ວຍຄວາມຢ້ານກົວ ຫລື ຈະຍ່າງບຸກປ່າໄປຫາແສງໄຟທີ່ຢູ່ໄກໆນັ້ນ, ແລະ ອາກາດກໍເລີ່ມໜາວຂຶ້ນເລື້ອຍໆ. ນາງໄດ້ເລືອກທາງອື່ນ. ນາງໄດ້ເລືອກປີນຂຶ້ນພູ ສະນັ້ນນາງຈຶ່ງສາມາດຫລຽວເຫັນຄວາມສະຫວ່າງທີ່ຢູ່ໄກໆນັ້ນໄດ້.
ໃນຂະນະທີ່ນາງໄດ້ຍ່າງບຸກປ່າໄປເທື່ອລະເລັກເທື່ອລະໜ້ອຍ ໃນຄວາມມືດ ມຸ້ງໜ້າໄປຫາຄວາມສະຫວ່າງ, ນາງໄດ້ເຫັນມັນຮຸ່ງແຈ້ງຫລາຍຂຶ້ນ. ແຕ່ກໍມີຕອນທີ່ນາງຫລຽວບໍ່ເຫັນມັນ. ບາງທີອາດເປັນວ່າ ນາງຢູ່ໃນຮ່ອມພູ ຫລື ຢູ່ລະຫວ່າງຕົ້ນໄມ້ ຫລື ຟຸ່ມໄມ້, ແຕ່ນາງໄດ້ກ້າວເດີນຕໍ່ໄປ. ເມື່ອໃດທີ່ນາງແຊວເລີຫລຽວເຫັນຄວາມສະຫວ່າງ, ນາງກໍຮູ້ວ່າ ນາງກຳລັງເດີນໄປຖືກທາງ. ນາງບໍ່ຮູ້ແນ່ວ່າ ແມ່ນຫຍັງຄືຄວາມສະຫວ່າງນັ້ນ, ແຕ່ນາງໄດ້ມຸ້ງໜ້າໄປຫາມັນ ຕາມທີ່ນາງຮູ້ຈັກ—ໂດຍທີ່ເຊື່ອ ແລະ ຫວັງວ່າ ນາງຈະເຫັນມັນອີກ ຖ້າຫາກນາງຍ່າງໄປຖືກທາງ. ໃນການເຮັດເຊັ່ນນັ້ນ, ນາງຈຶ່ງລອດຊີວິດມາໄດ້.
ຊີວິດຂອງເຮົາກໍເປັນແນວນັ້ນໄດ້ຄືກັນ. ອາດມີບາງເວລາ ເມື່ອເຮົາໄດ້ຮັບຄວາມເຈັບປວດ, ເມື່ອຍລ້າ, ແລະ ເບິ່ງຄືວ່າຊີວິດມືດມົວ ແລະ ເຍືອກເຢັນ. ອາດມີບາງເວລາ ເມື່ອເຮົາຫລຽວບໍ່ເຫັນຄວາມສະຫວ່າງເລີຍ, ແລະ ເຮົາຮູ້ສຶກທໍ້ຖອຍໃຈຫລາຍທີ່ສຸດ. ຖ້າຫາກເຮົາເຕັມໃຈທີ່ຈະເຊື່ອ, ຖ້າຫາກເຮົາມີຄວາມປາດຖະໜາທີ່ຈະເຊື່ອ, ຖ້າຫາກເຮົາເລືອກທີ່ຈະເຊື່ອ, ແລ້ວຄຳສອນ ແລະ ຕົວຢ່າງຂອງພຣະຜູ້ຊ່ອຍໃຫ້ລອດ ຈະສະແດງໃຫ້ເຮົາເຫັນເສັ້ນທາງທີ່ຈະກ້າວໄປໜ້າໄດ້.
ເລືອກທີ່ຈະເຊື່ອ
ເຊັ່ນດຽວກັບນາງແຊວເລີຕ້ອງເຊື່ອວ່າ ນາງຈະພົບຄວາມປອດໄພ ໃນຄວາມສະຫວ່າງທີ່ຢູ່ໄກໆນັ້ນ, ເຮົາກໍຕ້ອງເປີດໃຈຮັບເອົາຄວາມເປັນຈິງແຫ່ງສະຫວັນຂອງພຣະຜູ້ຊ່ອຍໃຫ້ລອດ, ຮັບເອົາຄວາມສະຫວ່າງນິລັນດອນຂອງພຣະອົງ, ແລະ ຮັບເອົາການປິ່ນປົວແຫ່ງຄວາມເມດຕາຂອງພຣະອົງ. ສາດສະດາໃນທຸກຍຸກທຸກສະໄໝ ໄດ້ຊຸກຍູ້ເຮົາ ແລະ ແມ່ນແຕ່ໄດ້ອ້ອນວອນເຮົາ ໃຫ້ເຊື່ອໃນພຣະຄຣິດ. ຄຳສອນຂອງພວກເພິ່ນສະທ້ອນເຖິງຄວາມຈິງຂັ້ນພື້ນຖານ ທີ່ວ່າ: ພຣະເຈົ້າບໍ່ບັງຄັບເຮົາໃຫ້ເຊື່ອ. ແຕ່ພຣະອົງເຊື້ອເຊີນເຮົາໃຫ້ເຊື່ອ ໂດຍການສົ່ງສາດສະດາໃນປະຈຸບັນ ແລະ ອັກຄະສາວົກ ມາສອນເຮົາ, ໂດຍການຈັດຫາພຣະຄຳພີໃຫ້ເຮົາ, ແລະ ໂດຍການເອີ້ນເຮົາໃຫ້ມາຫາ ຜ່ານພຣະວິນຍານຂອງພຣະອົງ. ເຮົາເປັນຜູ້ເລືອກເອງວ່າ ຈະຮັບເອົາການເຊື້ອເຊີນທາງວິນຍານນັ້ນຫລືບໍ່, ເລືອກທີ່ຈະເບິ່ງຄວາມສະຫວ່າງທາງວິນຍານດ້ວຍຄວາມຮູ້ສຶກໃນໃຈຫລືບໍ່ ຊຶ່ງພຣະອົງໄດ້ເອີ້ນເຮົາໃຫ້ເຮັດ. ການຕັດສິນໃຈເລືອກທີ່ຈະເຊື່ອ ແມ່ນການເລືອກທີ່ສຳຄັນ ທີ່ເຮົາຈະເຮັດ. ມັນຈະກະທົບກະເທືອນການຕັດສິນໃຈເຮັດຢ່າງອື່ນຂອງເຮົາທັງໝົດ.
ພຣະເຈົ້າຈະບໍ່ບັງຄັບເຮົາໃຫ້ເຊື່ອ ດັ່ງທີ່ພຣະອົງບໍ່ໄດ້ບັງຄັບເຮົາໃຫ້ຮັກສາພຣະບັນຍັດຂໍ້ໃດໆ, ເຖິງແມ່ນພຣະອົງປະສົງທີ່ຈະອວຍພອນເຮົາ. ແຕ່ການເອີ້ນຂອງພຣະອົງ ໃຫ້ເຮົາເຊື່ອໃນພຣະອົງ—ເພື່ອໃຫ້ໃຊ້ສັດທາສ່ວນໜ້ອຍໆນັ້ນ ແລະ ມີບ່ອນໃຫ້ແກ່ພຣະຄຳຂອງພຣະອົງ—ຍັງໃຊ້ໄດ້ຢູ່ ໃນທຸກວັນນີ້. ດັ່ງທີ່ພຣະຜູ້ຊ່ອຍໃຫ້ລອດ ໄດ້ກ່າວວ່າ, “ເຮົາເປັນພະຍານວ່າ ພຣະບິດາໄດ້ບັນຊາໃຫ້ມະນຸດທັງປວງຢູ່ທຸກຫົນທຸກແຫ່ງກັບໃຈ ແລະ ເຊື່ອໃນເຮົາ.”5
ຄວາມເຊື່ອ ແລະ ປະຈັກພະຍານ ແລະ ສັດທາ ບໍ່ໄດ້ເປັນຫລັກທຳທີ່ຈະມີໄດ້ງ່າຍ. ບໍ່ແມ່ນວ່າ ຢູ່ຊື່ໆກໍໄດ້ຮັບມັນ. ຄວາມເຊື່ອ ເປັນບາງສິ່ງທີ່ເຮົາເລືອກ—ເຮົາຫວັງ, ເຮົາພະຍາຍາມທີ່ຈະມີ, ແລະ ເຮົາເສຍສະລະ ສຳລັບມັນ. ບໍ່ແມ່ນວ່າ ມັນເປັນເລື່ອງບັງເອີນ ທີ່ເຮົາເຊື່ອໃນພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະກິດຕິຄຸນຂອງພຣະອົງ ແລະ ບັງເອີນທີ່ເຮົາອະທິຖານ ແລະ ຈ່າຍສ່ວນສິບ. ເຮົາໄດ້ຕັ້ງໃຈເລືອກທີ່ຈະເຊື່ອ, ເຊັ່ນດຽວກັບການເລືອກທີ່ຈະຮັກສາພຣະບັນຍັດຂໍ້ອື່ນໆ.
ເຮັດໃຫ້ຄວາມເຊື່ອເປັນການກະທຳ
ທຳອິດ ນາງແຊວເລີກໍບໍ່ຮູ້ວ່າ ການຍ່າງແຫວກຫຍ້າໄປນັ້ນ ຈະໄດ້ຜົນຫລືບໍ່. ນາງບໍ່ຮູ້ວ່າຕົນເອງຢູ່ບ່ອນໃດ ແລະ ໄດ້ຮັບບາດເຈັບ; ມັນມືດ ແລະ ໜາວເຢັນ. ແຕ່ນາງໄດ້ໜີຈາກບ່ອນຍົນຕົກ ແລະ ອອກເດີນທາງ ຫວັງຈະໄດ້ຮັບຄວາມຊ່ອຍເຫລືອ, ໄດ້ລົ້ມລຸກຄຸກຄານ ຈົນວ່ານາງໄດ້ເຫັນຄວາມສະຫວ່າງຢູ່ໄກໆ. ທັນທີທີ່ນາງໄດ້ເຫັນມັນ, ນາງໄດ້ໃຊ້ຄວາມສາມາດທັງໝົດ ເພື່ອມຸ້ງໜ້າໄປຫາມັນ, ໂດຍທີ່ຈື່ສິ່ງທີ່ນາງໄດ້ເຫັນ.
ເຊັ່ນດຽວກັນນັ້ນ, ເຮົາຕ້ອງມີຄວາມຫວັງວ່າ ເຮົາຈະພົບຄວາມສະຫວ່າງທາງວິນຍານ ໂດຍການມີຄວາມເຊື່ອ ແທນທີ່ຈະຄິດສົງໄສ. ການກະທຳຂອງເຮົາ ເປັນຫລັກຖານໃຫ້ແກ່ຄວາມເຊື່ອຂອງເຮົາ ແລະ ກາຍເປັນແກ່ນສານໃຫ້ແກ່ສັດທາຂອງເຮົາ. ເຮົາເລືອກທີ່ຈະເຊື່ອ ເມື່ອເຮົາອະທິຖານ ແລະ ອ່ານພຣະຄຳພີ. ເຮົາເລືອກທີ່ຈະເຊື່ອ ເມື່ອເຮົາຖືສິນອົດເຂົ້າ, ເມື່ອເຮົາຮັກສາວັນຊະບາໂຕໃຫ້ສັກສິດ, ແລະ ເມື່ອເຮົານະມັດສະການໃນພຣະວິຫານ. ເຮົາເລືອກທີ່ຈະເຊື່ອ ເມື່ອເຮົາຮັບບັບຕິສະມາ ແລະ ເມື່ອເຮົາຮັບສ່ວນສິນລະລຶກ. ເຮົາເລືອກທີ່ຈະເຊື່ອ ເມື່ອເຮົາກັບໃຈ ແລະ ສະແຫວງຫາການໃຫ້ອະໄພ ແລະ ຄວາມຮັກທີ່ປິ່ນປົວ.
ຢ່າທໍ້ຖອຍໃຈ
ບາງເທື່ອຄວາມກ້າວໜ້າໃນສິ່ງທີ່ເປັນທາງວິນຍານ ອາດເບິ່ງຄືວ່າ ຊ້າຫລາຍ ຫລື ບໍ່ສະໝ່ຳສະເໝີ. ບາງເທື່ອເຮົາອາດຮູ້ສຶກວ່າ ເຮົາເຮັດຄວາມຜິດບາບ, ຫລື ຄວາມພະຍາຍາມຂອງເຮົາ ທີ່ຈະພົບພຣະອົງແມ່ນໄຮ້ຜົນ. ຖ້າຫາກທ່ານຮູ້ສຶກແບບນີ້, ຢ່າທໍ້ຖອຍໃຈເດີ້—ຢ່າຄິດຈັກເທື່ອ. ໃຫ້ເຊື່ອໃນພຣະອົງໄປເລື້ອຍໆ ແລະ ໃນພຣະກິດຕິຄຸນ ແລະ ສາດສະໜາຈັກຂອງພຣະອົງ. ຈົ່ງເຮັດໃຫ້ການກະທຳຂອງທ່ານ ຄຽງຄູ່ໄປກັບຄວາມເຊື່ອນັ້ນ. ໃນເວລາທີ່ຄວາມສະຫວ່າງຂອງສັດທາຂອງທ່ານເລີ່ມດັບແສງລົງ, ໃຫ້ມີຄວາມຫວັງໃນຄວາມຮັກ ແລະ ໃນພຣະຄຸນຂອງພຣະຜູ້ຊ່ອຍໃຫ້ລອດ, ທີ່ພົບເຫັນໃນພຣະກິດຕິຄຸນຂອງພຣະອົງ, ແລະ ໃນສາດສະໜາຈັກຂອງພຣະອົງ, ຈົ່ງເອົາຊະນະຄວາມສົງໄສຂອງທ່ານ. ຂ້າພະເຈົ້າສັນຍາວ່າ ພຣະອົງພ້ອມແລ້ວທີ່ຈະຮັບເອົາທ່ານ. ເມື່ອເວລາຜ່ານໄປ ທ່ານຈະເຫັນວ່າ ທ່ານໄດ້ເລືອກເຮັດສິ່ງທີ່ດີທີ່ສຸດ ທີ່ທ່ານສາມາດເຮັດໄດ້. ການຕັດສິນໃຈທີ່ກ້າຫານຂອງທ່ານ ໃນການທີ່ຈະເຊື່ອໃນພຣະອົງ ຈະເປັນພອນແກ່ທ່ານຫລາຍກວ່າທີ່ຈະວັດແທກໄດ້.
ພອນແຫ່ງຄວາມເຊື່ອ
ຂ້າພະເຈົ້າຮູ້ສຶກເຖິງຄວາມຮັກທີ່ເມດຕາຂອງພຣະຜູ້ຊ່ອຍໃຫ້ລອດ ໃນຊີວິດຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ສະແຫວງຫາພຣະອົງ ໃນຄວາມມືດຂອງຂ້າພະເຈົ້າເອງ, ແລະ ພຣະອົງໄດ້ເອື້ອມມາຫາຂ້າພະເຈົ້າ ດ້ວຍຄວາມສະຫວ່າງແຫ່ງການປິ່ນປົວຂອງພຣະອົງ. ສິ່ງໜຶ່ງທີ່ຂ້າພະເຈົ້າມີຄວາມສຸກຫລາຍ ຄືການໄດ້ເດີນທາງໄປກັບ ແຄຕີ້ ພັນລະຍາຂອງຂ້າພະເຈົ້າ ເພື່ອຢ້ຽມຢາມສະມາຊິກຂອງສາດສະໜາຈັກ ໃນຫລາຍປະເທດທົ່ວໂລກ. ການພົບປະສັງສັນທີ່ປະທັບໃຈເຫລົ່ານັ້ນ ໄດ້ສອນຂ້າພະເຈົ້າ ແລະ ສອນເຮົາ ເຖິງຄວາມຮັກຂອງພຣະເຈົ້າ ທີ່ມີຕໍ່ລູກໆຂອງພຣະອົງ. ເຂົາເຈົ້າໄດ້ສະແດງໃຫ້ຂ້າພະເຈົ້າເຫັນເຖິງຄວາມສຸກອັນບໍ່ມີຂອບເຂດ ທີ່ເຮົາສາມາດມີໄດ້ ຊຶ່ງກາຍເປັນພອນຕໍ່ຄົນທີ່ເຮັດຕາມຄຳສອນຂອງອົງພຣະເຢຊູຄຣິດເຈົ້າ. ຂ້າພະເຈົ້າຮູ້ວ່າ ການເຊື່ອໃນພຣະອົງ ແລະ ການເຊື່ອໃນອຳນາດແຫ່ງການໄຖ່ຂອງພຣະອົງ ເປັນເສັ້ນທາງທີ່ແນ່ນອນ “ທີ່ພາໄປສູ່ ສັນຕິສຸກໃນໂລກນີ້, ແລະ ຊີວິດນິລັນດອນ ໃນໂລກທີ່ຈະມາເຖິງ.”6
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດ ເປັນແຫລ່ງຂອງຄວາມສະຫວ່າງ ແລະ ຄວາມຫວັງ ສຳລັບເຮົາທຸກຄົນ. ຂ້າພະເຈົ້າຫວັງວ່າ ເຮົາຈະເລືອກທີ່ຈະເຊື່ອໃນພຣະອົງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.