ການເປັນພໍ່—ຈຸດໝາຍປາຍທາງນິລັນດອນຂອງເຮົາ
ຂໍໃຫ້ເຮົາແຕ່ລະຄົນຈົ່ງຊື່ນຊົມກັບພອນຂອງພຣະບິດາໃນຊີວິດນີ້ ແລະ ບັນລຸ ວຽກງານ ແລະ ລັດສະໝີພາບຂອງພຣະອົງ ໂດຍການກາຍເປັນພໍ່ ຕໍ່ຄອບຄົວຂອງເຮົາ ຊົ່ວນິລັນດອນ.
ພໍ່ຂອງຂ້າພະເຈົ້າໄດ້ສອນບົດຮຽນທີ່ສຳຄັນໃຫ້ແກ່ຂ້າພະເຈົ້າ ຕອນຂ້າພະເຈົ້າຍັງນ້ອຍ. ເພິ່ນໄດ້ສັງເກດເຫັນວ່າ ຂ້າພະເຈົ້າສົນໃຈສິ່ງຂອງທາງໂລກຫລາຍ. ເມື່ອຂ້າພະເຈົ້າມີເງິນ, ຂ້າພະເຈົ້າຕ້ອງໃຊ້ຈ່າຍມັນທັນທີ—ສ່ວນຫລາຍແມ່ນສຳລັບຕົນເອງ.
ຕອນບ່າຍມື້ໜຶ່ງ ເພິ່ນໄດ້ພາຂ້າພະເຈົ້າໄປຊື້ເກີບໃໝ່. ຢູ່ຊັ້ນທີສອງຂອງຮ້ານສິນຄ້າ, ເພິ່ນໄດ້ບອກໃຫ້ຂ້າພະເຈົ້າຫລຽວຈາກປ່ອງຢ້ຽມ ເບິ່ງຂ້າງນອກ.
“ລູກເຫັນຫຍັງ?” ເພິ່ນຖາມ.
“ອາຄານຕ່າງໆ, ທ້ອງຟ້າ, ຜູ້ຄົນ” ຂ້າພະເຈົ້າຕອບ.
“ຫລາຍປານໃດ?”
“ຫລາຍແທ້ໆ!”
ແລ້ວ ເພິ່ນໄດ້ຢິບເອົາເງິນຫລຽນນີ້ ອອກມາຈາກຖົງເສື້ອເພິ່ນ. ເມື່ອເພິ່ນຍື່ນມັນໃຫ້ຂ້າພະເຈົ້າ, ເພິ່ນຖາມວ່າ, “ນີ້ແມ່ນຫຍັງ?”
ຂ້າພະເຈົ້າຕອບທັນທີ: “ຫລຽນເງິນ!”
ໂດຍທີ່ມີຄວາມຮູ້ເລື່ອງເຄມີ, ເພິ່ນໄດ້ກ່າວວ່າ, “ຖ້າຫາກລູກຕົ້ມຫລຽນເງິນນີ້ ແລະ ປະສົມກັບວັດຖຸອື່ນທີ່ຖືກຕ້ອງ, ແລ້ວລູກຈະໄດ້ຮັບສານເງິນໄນເທຣດ. ຖ້າເຮົາເອົາສານເງິນໄນເທຣດ ມາລາດປິດປ່ອງຢ້ຽມ, ແລ້ວລູກຈະເຫັນຫຍັງ?”
ຂ້າພະເຈົ້າບໍ່ເຂົ້າໃຈ, ເພິ່ນຈຶ່ງໄດ້ພາຂ້າພະເຈົ້າໄປຫາແວ່ນແຍງແຜ່ນໃຫຍ່ ແລ້ວຖາມວ່າ, “ບັດນີ້ ລູກເຫັນຫຍັງ?”
“ເຫັນລູກເອງ.”
“ບໍ່ແມ່ນ,” ເພິ່ນເວົ້າ, “ສິ່ງທີ່ລູກເຫັນ ແມ່ນເງິນທີ່ສະທ້ອນໃສ່ລູກ. ຖ້າລູກໝົກໝຸ້ນຢູ່ກັບເງິນ, ສິ່ງທີ່ລູກຈະເຫັນຄື ຕົວລູກເອງ, ແລະ ຄືກັນກັບຜ້າກັ້ງ, ມັນປິດບັງ ເຮັດໃຫ້ລູກບໍ່ສາມາດຫລຽວເຫັນຈຸດໝາຍປາຍທາງນິລັນດອນຂອງລູກ ທີ່ພຣະບິດາເທິງສະຫວັນໄດ້ຕຽມໄວ້ໃຫ້ລູກໂດຍສະເພາະ.”
“ແລຣີ,” ເພິ່ນກ່າວຕໍ່, “‘ຢ່າສະແຫວງຫາສິ່ງທີ່ເປັນຂອງໂລກ ແຕ່ … ກ່ອນອື່ນໝົດ … ຈົ່ງສະແຫວງຫາທີ່ຈະສ້າງອານາຈັກຂອງພຣະເຈົ້າ, ແລະ ທີ່ຈະສະຖາປະນາຄວາມຊອບທຳ [ຂອງພຣະອົງ]; ແລະ ສິ່ງທັງໝົດເຫລົ່ານີ້ ຈະຖືກເພີ່ມເຕີມໃຫ້ແກ່ເຈົ້າ’” (Joseph Smith Translation, ມັດທາຍ 6:38 [ໃນ ມັດທາຍ 6:33, footnote a]).
ເພິ່ນໄດ້ບອກຂ້າພະເຈົ້າໃຫ້ເກັບເງິນຫລຽນນັ້ນໄວ້ ແລະ ຮັກສາມັນໄວ້ໃຫ້ດີ. ທຸກເທື່ອ ທີ່ຂ້າພະເຈົ້າຫລຽວເບິ່ງມັນ, ຂ້າພະເຈົ້າໄດ້ຄິດກ່ຽວກັບຈຸດໝາຍປາຍທາງນິລັນດອນ ທີ່ພຣະບິດາເທິງສະຫວັນ ໄດ້ຕຽມໄວ້ສຳລັບຂ້າພະເຈົ້າ.
ຂ້າພະເຈົ້າຮັກພໍ່ ແລະ ມັກວິທີທີ່ເພິ່ນສອນ. ຂ້າພະເຈົ້າຢາກເປັນຄືເພິ່ນ. ເພິ່ນໄດ້ເອົາຄວາມປາດຖະໜາທີ່ຈະເປັນພໍ່ທີ່ດີໃສ່ໄວ້ໃນໃຈຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າຫວັງວ່າ ຂ້າພະເຈົ້າຈະສາມາດໃຊ້ຊີວິດ ຕາມຕົວຢ່າງທີ່ເພິ່ນໄດ້ຕັ້ງໄວ້.
ສາດສະດາທີ່ຮັກຂອງເຮົາ ປະທານທອມມັສ ແອັສ ມອນສັນ ໄດ້ເວົ້າເລື້ອຍໆວ່າ ການຕັດສິນໃຈຂອງເຮົາ ຈະກຳນົດຈຸດໝາຍປາຍທາງຂອງເຮົາ ແລະ ກໍມີຜົນສະທ້ອນອັນເປັນນິດ (ເບິ່ງ “Decisions Determine Destiny” [Church Educational System fireside, Nov. 6, 2005], 2; lds.org/broadcasts).
ສະນັ້ນ, ເຮົາຄວນພະຍາຍາມເຮັດໃຫ້ ຈຸດໝາຍປາຍທາງນິລັນດອນ, ຂອງເຮົາແຈ່ມແຈ້ງຂຶ້ນ, ໂດຍສະເພາະສິ່ງນັ້ນ ທີ່ພຣະບິດາເທິງສະຫວັນ ປະສົງໃຫ້ເຮົາບັນລຸ—ນັ້ນຄື ການເປັນພໍ່ນິລັນດອນ. ຈົ່ງໃຫ້ ຈຸດໝາຍປາຍທາງນິລັນດອນຂອງເຮົາ ເປັນສິ່ງກຳນົດການຕັດສິນໃຈ ທັງໝົດ ຂອງເຮົາ. ບໍ່ວ່າການຕັດສິນໃຈເຫລົ່ານັ້ນ ຈະຍາກຫລາຍປານໃດກໍຕາມ, ພຣະບິດາຈະຊ່ອຍເຫລືອເຮົາ.
ຂ້າພະເຈົ້າໄດ້ຮຽນຮູ້ກ່ຽວກັບພະລັງຂອງເປົ້າໝາຍດັ່ງກ່າວ ຕອນຂ້າພະເຈົ້າໄດ້ເຂົ້າແຂ່ງຂັນການຍ່າງ 50 ທັບ 20 ນຳລູກຊາຍສອງຄົນຂອງຂ້າພະເຈົ້າ ອາຍຸ 12 ແລະ 13 ປີ. 50 ທັບ 20 ແມ່ນການຍ່າງ 50 ໄມ (80 ກິໂລແມັດ) ພາຍໃນ 20 ຊົ່ວໂມງ. ພວກເຮົາໄດ້ເລີ່ມຕົ້ນຍ່າງເວລາ 9:00 ໂມງແລງ ແລະ ຍ່າງໝົດຄືນ ແລະ ຍ່າງໝົດມື້ ໃນມື້ຕໍ່ມາ. ມັນເປັນການຍ່າງ 19 ຊົ່ວໂມງ ທີ່ຍາກຫລາຍ, ແຕ່ພວກເຮົາ ໄດ້ເຮັດສຳເລັດ.
ເມື່ອກັບຄືນມາບ້ານ, ພວກເຮົາໄດ້ຄານເຂົ້າເຮືອນ, ແລະ ພັນລະຍາ ແລະ ແມ່ທີ່ແສນດີ ໄດ້ຕຽມເຂົ້າແລງ ໄວ້ໃຫ້ພວກເຮົາ, ແຕ່ພວກເຮົາບໍ່ໄດ້ກິນ. ລູກຊາຍຜູ້ນ້ອຍໄດ້ລົ້ມຫລັບຢູ່ຕັ່ງສະລົ້ງ, ເພາະເມື່ອຍຫລາຍ, ສ່ວນລູກຊາຍຜູ້ໃຫຍ່ໄດ້ຄານລົງໄປຫ້ອງນອນຂອງລາວ ຢູ່ຊັ້ນໃຕ້ດິນ.
ຫລັງຈາກຂ້າພະເຈົ້າໄດ້ພັກຜ່ອນບຶດໜຶ່ງ, ຂ້າພະເຈົ້າໄດ້ໄປເບິ່ງລູກຊາຍຜູ້ນ້ອຍ ວ່າລາວຍັງມີຊີວິດຢູ່ບໍ.
“ເປັນຈັ່ງໃດລູກ?” ຂ້າພະເຈົ້າໄດ້ຖາມ.
“ພໍ່ເອີຍ, ມັນເປັນສິ່ງທີ່ຍາກທີ່ສຸດ ທີ່ລູກເຄີຍເຮັດມາ. ລູກບໍ່ຢາກເຮັດອີກຈັກເທື່ອ.”
ຂ້າພະເຈົ້າບໍ່ໄດ້ບອກລາວວ່າ ຂ້າພະເຈົ້າຈະບໍ່ເຮັດສິ່ງນັ້ນອີກຈັກເທື່ອຄືກັນ. ແຕ່ຂ້າພະເຈົ້າໄດ້ບອກລາວວ່າ ຂ້າພະເຈົ້າພູມໃຈກັບລາວ ທີ່ລາວໄດ້ບັນລຸສິ່ງທີ່ຍາກທີ່ສຸດ. ຂ້າພະເຈົ້າໄດ້ຮູ້ວ່າ ສິ່ງນັ້ນຈະຕຽມລາວ ສຳລັບສິ່ງທີ່ຍາກ ທີ່ລາວຈະປະເຊີນໃນອະນາຄົດ. ດ້ວຍຄວາມຄິດນັ້ນ, ຂ້າພະເຈົ້າໄດ້ເວົ້າວ່າ, “ລູກເອີຍ, ພໍ່ຂໍສັນຍາກັບລູກວ່າ ເມື່ອລູກໄປສອນສາດສະໜາ, ລູກບໍ່ຈຳເປັນຕ້ອງຍ່າງ 50 ໄມ ໃນມື້ດຽວດອກ.”
“ດີແລ້ວ, ພໍ່! ຄັນຊັ້ນ ລູກຊິໄປ.”
ຖ້ອຍຄຳທີ່ລຽບງ່າຍນັ້ນ ໄດ້ເຮັດໃຫ້ຈິດວິນຍານຂອງຂ້າພະເຈົ້າເຕັມໄປດ້ວຍຄວາມກະຕັນຍູ ແລະ ຄວາມຊື່ນຊົມ.
ແລ້ວ ຂ້າພະເຈົ້າໄດ້ລົງໄປຫາລູກຊາຍຜູ້ໃຫຍ່. ຂ້າພະເຈົ້າໄດ້ນອນຢູ່ທາງຂ້າງລາວ—ແລ້ວ ໄດ້ຈັບຕົວລາວ. “ລູກເປັນຈັ່ງໃດ?”
“ພໍ່ເອີຍ, ນັ້ນແມ່ນສິ່ງທີ່ຍາກທີ່ສຸດ ທີ່ລູກເຄີຍເຮັດມາໃນຊີວິດ, ແລະ ລູກບໍ່ຢາກເຮັດມັນອີກຈັກເທື່ອ.” ລາວຫລັບຕາ—ແລ້ວ ໄດ້ເປີດຕາ—ແລະ ເວົ້າວ່າ, “ຍົກເວັ້ນແຕ່ ລູກຂອງລູກ ຢາກໃຫ້ລູກເຮັດ.”
ຂ້າພະເຈົ້ານ້ຳຕາໄຫລ ຂະນະທີ່ຂ້າພະເຈົ້າໄດ້ບອກວ່າ ຂ້າພະເຈົ້າມີຄວາມກະຕັນຍູຫລາຍສຳລັບລາວ. ຂ້າພະເຈົ້າໄດ້ບອກລາວວ່າ ລາວຈະເປັນພໍ່ທີ່ດີກວ່າຂ້າພະເຈົ້າອີກ. ຂ້າພະເຈົ້າປາບປື້ມໃຈ ເພາະເຖິງແມ່ນວ່າ ລາວຍັງນ້ອຍຢູ່ ແຕ່ລາວຮູ້ວ່າ ໜ້າທີ່ຖານະປະໂລຫິດທີ່ສັກສິດຢ່າງໜຶ່ງຂອງລາວ ແມ່ນການເປັນພໍ່. ລາວບໍ່ຢ້ານທີ່ຈະຮັບບົດບາດ ແລະ ຕຳແໜ່ງນັ້ນ—ມັນເປັນຕຳແໜ່ງທີ່ພຣະເຈົ້າ ປະສົງໃຫ້ເຮົາໃຊ້ ເມື່ອເຮົາກ່າວກັບພຣະອົງ. ຂ້າພະເຈົ້າໄດ້ຮູ້ວ່າ ຂ້າພະເຈົ້າມີໜ້າທີ່ຮັບຜິດຊອບຕໍ່ບົດບາດຂອງການເປັນພໍ່ທີ່ດີ ເພື່ອເປັນແບບຢ່າງໃຫ້ແກ່ພວກລູກຊາຍຂອງຂ້າພະເຈົ້າ.
ພຣະຄຳເຫລົ່ານີ້ຂອງພຣະຜູ້ຊ່ອຍໃຫ້ລອດ ໄດ້ມີຄວາມໝາຍຫລາຍຂຶ້ນຕໍ່ຂ້າພະເຈົ້າ ໃນການເປັນພໍ່ ທີ່ວ່າ:
“ພຣະບຸດຈະເຮັດສິ່ງໜຶ່ງສິ່ງໃດໂດຍຕົນເອງບໍ່ໄດ້ ນອກຈາກໄດ້ເຫັນພຣະບິດາເຈົ້າເຮັດ: [ສິ່ງໃດທີ່ພຣະອົງ] ເຮັດ, ພຣະບຸດກໍເຮັດເໝືອນກັນ” (ໂຢຮັນ 5:19).
“ເຮົາບໍ່ໄດ້ເຮັດສິ່ງໃດຕາມໃຈຂອງເຮົາເອງ, ແຕ່ເຮົາກ່າວຕາມທີ່ພຣະບິດາໄດ້ສອນໃຫ້ເຮົາກ່າວເທົ່ານັ້ນ (ໂຢຮັນ 8:28).
ຂ້າພະເຈົ້າມັກການເປັນສາມີ ແລະ ເປັນພໍ່—ໄດ້ແຕ່ງງານກັບທິດາທີ່ປະເສີດພຣະບິດາມານດາເທິງສະຫວັນ. ຂ້າພະເຈົ້າຮັກນາງ. ມັນເປັນສິ່ງໜຶ່ງທີ່ເຮັດໃຫ້ຊີວິດຂອງຂ້າພະເຈົ້າສົມບູນ. ຄວາມຫວັງຂອງຂ້າພະເຈົ້າໃນຄືນນັ້ນແມ່ນວ່າ ລູກຊາຍຫ້າຄົນຂອງຂ້າພະເຈົ້າ ແລະ ເອື້ອຍນ້ອງຂອງເຂົາເຈົ້າ ຈະເຫັນວ່າຂ້າພະເຈົ້າມີຄວາມສຸກ ຊຶ່ງມາຈາກການແຕ່ງງານນິລັນດອນ, ການເປັນພໍ່, ແລະ ຈາກຄອບຄົວ.
ພໍ່ທັງຫລາຍ, ຂ້າພະເຈົ້າແນ່ໃຈວ່າ ທ່ານເຄີຍໄດ້ຍິນຄຳວ່າ “ຈົ່ງສັ່ງສອນພຣະກິດຕິຄຸນຕະຫລອດເວລາ, ແລະ ເມື່ອຈຳເປັນ ໃຫ້ໃຊ້ຖ້ອຍຄຳ” (ຈາກຖ້ອຍຄຳຂອງ ແຟຣນຊິສ ອາຊິຊິ). ທ່ານສອນລູກໆຂອງທ່ານທຸກວັນ ກ່ຽວກັບຄວາມໝາຍຂອງການເປັນພໍ່. ທ່ານໄດ້ວາງຮາກຖານໄວ້ ສຳລັບຄົນລຸ້ນໃໝ່. ພວກລູກຊາຍຂອງທ່ານ ຈະຮຽນຮູ້ການເປັນສາມີ ແລະ ເປັນພໍ່ ໂດຍການສັງເກດເບິ່ງວິທີທີ່ທ່ານບັນລຸບົດບາດຂອງທ່ານ. ຍົກຕົວຢ່າງ:
ພວກເຂົາຮູ້ບໍວ່າ ທ່ານຮັກ ແລະ ທະນຸຖະໜອມແມ່ຂອງພວກເຂົາຫລາຍຂະໜາດໃດ ແລະ ວ່າທ່ານມັກເປັນພໍ່ຂອງພວກເຂົາຫລາຍພຽງໃດ?
ພວກເຂົາຈະຮຽນຮູ້ວິທີປະຕິບັດຕົວຕໍ່ພັນລະຍາ ແລະ ລູກໆ ໃນອະນາຄົດຂອງພວກເຂົາ ໃນຂະນະທີ່ພວກເຂົາເບິ່ງທ່ານປະຕິບັດຕົວ ຕໍ່ພວກເຂົາທຸກຄົນ ດັ່ງທີ່ພຣະບິດາເທິງສະຫວັນຈະກະທຳ.
ຜ່ານຕົວຢ່າງຂອງທ່ານ, ພວກເຂົາຈະຮູ້ຈັກນັບຖື, ໃຫ້ກຽດ, ແລະ ປົກປ້ອງຜູ້ເປັນສະຕີ.
ຢູ່ໃນບ້ານເຮືອນຂອງທ່ານ, ພວກເຂົາສາມາດຮຽນວິທີປົກຄອງຄອບຄົວຂອງພວກເຂົາ ດ້ວຍຄວາມຮັກ ແລະ ຄວາມຊອບທຳ. ພວກເຂົາສາມາດຮຽນຈັດຫາສິ່ງຈຳເປັນສຳລັບຊີວິດ ແລະ ປົກປ້ອງຄອບຄົວຂອງພວກເຂົາ—ທາງໂລກ ແລະ ທາງວິນຍານ (ເບິ່ງ “ຄອບຄົວ: ການປະກາດຕໍ່ໂລກ,” Ensign ຫລື Liahona, Nov. 2010, 129).
ອ້າຍນ້ອງທັງຫລາຍ, ດ້ວຍພະລັງທັງໝົດໃນຈິດວິນຍານຂອງຂ້າພະເຈົ້າ, ຂ້າພະເຈົ້າຂໍໃຫ້ທ່ານ ຈົ່ງພິຈາລະນາຄຳຖາມຂໍ້ນີ້: ພວກລູກຊາຍຂອງທ່ານ ເຫັນທ່ານພະຍາຍາມເຮັດສິ່ງທີ່ພຣະບິດາເທິງສະຫວັນ ປະສົງໃຫ້ ພວກເຂົາ ເຮັດຫລືບໍ່?
ຂ້າພະເຈົ້າຫວັງວ່າ ຄຳຕອບຈະເປັນຄຳວ່າ ແມ່ນ. ຖ້າຄຳຕອບວ່າ ບໍ່ແມ່ນ, ຕອນນີ້ຍັງບໍ່ສາຍເກີນໄປ ທີ່ຈະປ່ຽນແປງ, ແຕ່ທ່ານຕ້ອງເລີ່ມຕົ້ນໃນມື້ນີ້. ແລະ ຂ້າພະເຈົ້າເປັນພະຍານວ່າ ພຣະບິດາເທິງສະຫວັນ ຈະຊ່ອຍເຫລືອທ່ານ.
ບັດນີ້ ຊາຍໜຸ່ມທັງຫລາຍ ທີ່ຂ້າພະເຈົ້າຮັກແພງຫລາຍ, ພວກເຈົ້າຮູ້ວ່າ ພວກເຈົ້າກຳລັງຕຽມຕົວທີ່ຈະຮັບເອົາຖານະປະໂລຫິດແຫ່ງເມນຄີເສເດັກ, ຮັບເອົາພິທີການສັກສິດຂອງພຣະວິຫານ, ບັນລຸ ໜ້າທີ່ ແລະ ການມອບໝາຍ ຂອງພວກເຈົ້າ ເພື່ອຮັບໃຊ້ເປັນຜູ້ສອນສາດສະໜາເຕັມເວລາ, ແລະ ແລ້ວໂດຍທີ່ບໍ່ຈຳເປັນຕ້ອງລໍຖ້າດົນ, ແຕ່ງງານໃນພຣະວິຫານ ກັບທິດາຂອງພຣະເຈົ້າ ແລະ ສ້າງຄອບຄົວ. ຈາກນັ້ນ ພວກເຈົ້າຈະນຳພາຄອບຄົວຂອງພວກເຈົ້າ ໃນເລື່ອງທີ່ເປັນທາງວິນຍານ ຕາມການຊົງນຳຂອງພຣະວິນຍານບໍລິສຸດ (ເບິ່ງ D&C 20:44; 46:2; 107:12).
ຂ້າພະເຈົ້າໄດ້ຖາມຊາຍໜຸ່ມຫລາຍຄົນ ຕະຫລອດທົ່ວໂລກວ່າ, “ເປັນຫຍັງພວກເຈົ້າຈຶ່ງມາສູ່ໂລກນີ້?”
ແຕ່ບໍ່ມີຈັກຄົນຕອບວ່າ, “ເພື່ອມາຮຽນເປັນພໍ່, ເພື່ອວ່າຂ້ານ້ອຍຈະຕຽມພ້ອມ ແລະ ເໝາະສົມທີ່ຈະຮັບທຸກສິ່ງ ທີ່ພຣະບິດາເທິງສະຫວັນມີ.”
ໃຫ້ເຮົາມາພິຈາລະນາເບິ່ງ ໜ້າທີ່ຖານະປະໂລຫິດແຫ່ງອາໂຣນ ຂອງພວກເຈົ້າ ດັ່ງມີບັນຍາຍໄວ້ໃນ ພາກທີ 20 ຂອງພຣະຄຳພີ Doctrine and Covenants. ໃຫ້ ພວກເຈົ້າ ມີຄວາມຮູ້ສຶກໄວ ໃນຂະນະທີ່ຂ້າພະເຈົ້າເພີ່ມໜ້າທີ່ເຫລົ່ານີ້ໃສ່ນຳການຮັບໃຊ້ຂອງພວກເຈົ້າ ໃນຄອບຄົວຂອງພວກເຈົ້າ.
ໃຫ້ເຊື້ອເຊີນທຸກຄົນ [ໃນຄອບຄົວຂອງເຈົ້າ] ໃຫ້ມາຫາພຣະຄຣິດ (ຂໍ້ທີ 59).
ໃຫ້ດູແລ [ພວກເຂົາ] ເລື້ອຍໄປ, ແລະ ຢູ່ກັບພວກເຂົາ ແລະ ເຮັດໃຫ້ພວກເຂົາເຂັ້ມແຂງຂຶ້ນ (ຂໍ້ທີ 53).
ໃຫ້ສັ່ງສອນ, ສິດສອນ, ຊີ້ແຈງ, ແນະນຳ, ແລະ ໃຫ້ບັບຕິສະມາ ສະມາຊິກໃນຄອບຄົວຂອງເຈົ້າ (ຂໍ້ທີ 46).
ໃຫ້ແນະນຳພວກເຂົາໃຫ້ອະທິຖານອອກສຽງ ແລະ ໃນບ່ອນລັບລີ້ ແລະ ເຮັດໜ້າທີ່ທຸກຢ່າງໃນຄອບຄົວ (ຂໍ້ທີ 47).
ໃຫ້ເບິ່ງວ່າບໍ່ມີຄວາມຊົ່ວຮ້າຍຢູ່ໃນ [ຄອບຄົວຂອງເຈົ້າ], ທັງບໍ່ໃຫ້ມີຄວາມເຄືອງແຄ້ນກັນ, ທັງບໍ່ໃຫ້ເວົ້າຕົວະ, ເວົ້າລັບຫລັງ, ຫລື ເວົ້າຈາບໍ່ດີ (ຂໍ້ທີ 54).
ໃຫ້ເບິ່ງວ່າ [ຄອບຄົວຂອງເຈົ້າປະຊຸມກັນ] ເລື້ອຍໆ (ຂໍ້ທີ 55).
ຊ່ອຍເຫລືອພໍ່ຂອງເຈົ້າເຮັດໜ້າທີ່ຂອງເພິ່ນ ໃນຖານະເປັນປິຕຸ. ຊ່ອຍເຫລືອແມ່ຂອງເຈົ້າ ດ້ວຍພະລັງຂອງຖານະປະໂລຫິດ ເມື່ອພໍ່ບໍ່ຢູ່ (ເບິ່ງ ຂໍ້ທີ 52, 56).
ເມື່ອຖືກຂໍຮ້ອງ, “ໃຫ້ແຕ່ງຕັ້ງປະໂລຫິດ, ຄູສອນ, ແລະ ມັກຄະນາຍົກ ໃນຄອບຄົວຂອງເຈົ້າ (ຂໍ້ທີ 48).
ທີ່ກ່າວມານີ້ ບໍ່ແມ່ນ ວຽກງານ ແລະ ບົດບາດຂອງຜູ້ເປັນພໍ່ບໍ?
ການເຮັດໜ້າທີ່ຖານະປະໂລຫິດແຫ່ງອາໂຣນຂອງພວກເຈົ້າ ແມ່ນການຕຽມພວກເຈົ້າສຳລັບ ການເປັນພໍ່. ປຶ້ມ ໜ້າທີ່ຕໍ່ພຣະເຈົ້າ ສາມາດຊ່ອຍພວກເຈົ້າຮຽນກ່ຽວກັບເລື່ອງນີ້ ແລະ ວາງແຜນໃດໜຶ່ງໂດຍສະເພາະ ເພື່ອບັນລຸໜ້າທີ່ຂອງພວກເຈົ້າ. ມັນເປັນແຫລ່ງນຳພາ ແລະ ຊ່ອຍເຫລືອພວກເຈົ້າ ເມື່ອພວກເຈົ້າເຮັດຕາມພຣະປະສົງຂອງພຣະບິດາເທິງສະຫວັນ ແລະ ຕັ້ງເປົ້າໝາຍທີ່ຈະເຮັດມັນໃຫ້ສຳເລັດ.
ພຣະບິດາຜູ້ສະຖິດຢູ່ໃນສະຫວັນ ໄດ້ໃຫ້ພວກເຈົ້າມາສູ່ໂລກນີ້ ໃນເວລາທີ່ພິເສດນີ້ ເພື່ອເຮັດວຽກງານທີ່ພິເສດ ແລະ ເພື່ອຈຸດປະສົງນິລັນດອນ. ພຣະອົງປະສົງໃຫ້ພວກເຈົ້າເຫັນ ແລະ ເຂົ້າໃຈຈຸດປະສົງນັ້ນຢ່າງແຈ່ມແຈ້ງ. ພຣະອົງເປັນພຣະບິດາຂອງພວກເຈົ້າ, ແລະ ພວກເຈົ້າສາມາດເຂົ້າຫາພຣະອົງ ເພື່ອການນຳພາ ໄດ້ຕະຫລອດເວລາ.
ຂ້າພະເຈົ້າຮູ້ວ່າ ພຣະບິດາເທິງສະຫວັນ ມີຄວາມເປັນຫ່ວງເປັນໃຍນຳເຮົາທຸກຄົນ ແລະ ມີແຜນສຳລັບແຕ່ລະຄົນ ເພື່ອຈະບັນລຸຈຸດໝາຍປາຍທາງນິລັນດອນຂອງເຮົາ. ພຣະອົງໄດ້ສົ່ງພຣະບຸດອົງດຽວຂອງພຣະອົງ ພຣະເຢຊູຄຣິດ ໃຫ້ມາຊ່ອຍເຮົາເອົາຊະນະຄວາມບົກພ່ອງຂອງເຮົາ ຜ່ານການຊົດໃຊ້. ພຣະອົງໄດ້ມອບພຣະວິນຍານບໍລິສຸດໃຫ້ເປັນພະຍານ, ເປັນເພື່ອນ, ແລະ ນຳພາເຮົາ ໄປໃນຈຸດໝາຍປາຍທາງນິລັນດອນຂອງເຮົາ ຖ້າຫາກເຮົາຈະເພິ່ງອາໄສພຣະອົງ. ຂໍໃຫ້ເຮົາແຕ່ລະຄົນຈົ່ງຊື່ນຊົມກັບພອນຂອງພຣະບິດາໃນຊີວິດນີ້ ແລະ ບັນລຸ ວຽກງານຂອງພຣະອົງ ແລະ ລັດສະໝີພາບຂອງພຣະອົງ ໂດຍການກາຍເປັນພໍ່ ຕໍ່ຄອບຄົວຂອງເຮົາ ຊົ່ວນິລັນດອນ (ເບິ່ງ Moses 1:39). ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.