ຖານະປະໂລຫິດ—ຂອງປະທານທີ່ສັກສິດ
ພຣະເຈົ້າໄດ້ຝາກຝັງຂອງປະທານອັນລ້ຳຄ່າທີ່ສຸດ ທີ່ພຣະອົງເຄີຍມອບໃຫ້ມະນຸດ ໄວ້ກັບເຮົາແຕ່ລະຄົນ.
ຄວາມຊົງຈຳໜຶ່ງທີ່ຂ້າພະເຈົ້າຈື່ໄດ້ດີ ແມ່ນການໄປຮ່ວມກອງປະຊຸມຖານະປະໂລຫິດ ຕອນຂ້າພະເຈົ້າໄດ້ກາຍເປັນມັກຄະນາຍົກ ແລະ ໄດ້ຮ້ອງເພງສວດເປີດວ່າ, “ຈົ່ງມາ, ບັນດາບຸດຂອງພຣະເຈົ້າ ຜູ້ໄດ້ຮັບຖານະປະໂລຫິດ.”1 ຄ່ຳຄືນນີ້, ເຮົາທຸກຄົນໄດ້ມາເຕົ້າໂຮມກັນຢູ່ໃນສູນກາງປະຊຸມໃຫຍ່, ແລະ ແນ່ນອນ, ຕະຫລອດທົ່ວໂລກ, ຂ້າພະເຈົ້າຢາກກ່າວຍ້ຳເນື້ອເພງພິເສດນັ້ນຕໍ່ທ່ານອີກວ່າ: ຈົ່ງມາ, ບັນດາບຸດຂອງພຣະເຈົ້າ ຜູ້ໄດ້ຮັບຖານະປະໂລຫິດ, ຂໍໃຫ້ເຮົາຈົ່ງພິຈາລະນາການເອີ້ນຂອງເຮົາ; ຂໍໃຫ້ເຮົາຈົ່ງຄຳນຶງເຖິງໜ້າທີ່ຮັບຜິດຊອບຂອງເຮົາ; ຂໍໃຫ້ເຮົາຈົ່ງເອົາໃຈໃສ່ຕໍ່ໜ້າທີ່ຂອງເຮົາ; ແລະ ຂໍໃຫ້ເຮົາຈົ່ງຕິດຕາມພຣະເຢຊູຄຣິດ, ພຣະຜູ້ເປັນເຈົ້າຂອງເຮົາ. ເຖິງແມ່ນເຮົາຈະແຕກຕ່າງກັນເລື່ອງອາຍຸ, ຮີດຄອງປະເພນີ, ຫລື ເຊື້ອຊາດກໍຕາມ, ແຕ່ເຮົາເປັນອັນໜຶ່ງອັນດຽວກັນ ໃນການເອີ້ນຂອງຖານະປະໂລຫິດຂອງເຮົາ.
ຕໍ່ເຮົາແຕ່ລະຄົນ, ການຟື້ນຟູຖານະປະໂລຫິດແຫ່ງອາໂຣນ ຕໍ່ ອໍລີເວີ ຄາວເດີຣີ ແລະ ໂຈເຊັບ ສະມິດ ໂດຍ ໂຢຮັນ ບັບຕິສະໂຕ, ເປັນສິ່ງທີ່ສຳຄັນຫລາຍທີ່ສຸດ. ເຊັ່ນດຽວກັບ ການຟື້ນຟູຖານະປະໂລຫິດແຫ່ງເມນຄີເສເດັກຕໍ່ ໂຈເຊັບ ແລະ ອໍລີເວີ ໂດຍເປໂຕ, ຢາໂກໂບ, ແລະ ໂຢຮັນ, ໄດ້ເປັນເຫດການທີ່ໜ້າທະນຸຖະໜອມ.
ຂໍໃຫ້ເຮົາຈົ່ງເອົາຈິງເອົາຈັງກັບການເອີ້ນ, ໜ້າທີ່ຮັບຜິດຊອບ, ແລະ ໜ້າທີ່ ຊຶ່ງມາຈາກຖານະປະໂລຫິດທີ່ເຮົາດຳລົງຢູ່.
ຂ້າພະເຈົ້າຮູ້ສຶກວ່າ ໄດ້ຮັບໜ້າທີ່ຮັບຜິດຊອບທີ່ສຳຄັນ ເມື່ອຂ້າພະເຈົ້າໄດ້ຖືກເອີ້ນ ໃຫ້ເປັນສະໝຽນຂອງກຸ່ມມັກຄະນາຍົກ. ຂ້າພະເຈົ້າໄດ້ຕຽມບັນທຶກຢ່າງລະມັດລະວັງ, ເພາະຂ້າພະເຈົ້າຢາກປະຕິບັດໜ້າທີ່ ໃຫ້ດີທີ່ສຸດ ໃນຕຳແໜ່ງຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ຕັ້ງໃຈປະຕິບັດໜ້າທີ່. ການເຮັດຈົນສຸດຄວາມສາມາດຂອງຂ້າພະເຈົ້າ ຄືເປົ້າໝາຍຂອງຂ້າພະເຈົ້າ ບໍ່ວ່າຈະເປັນຕຳແໜ່ງໃດໆກໍຕາມ ທີ່ຂ້າພະເຈົ້າໄດ້ຮັບ.
ຂ້າພະເຈົ້າຫວັງວ່າ ຊາຍໜຸ່ມແຕ່ລະຄົນ ຜູ້ທີ່ໄດ້ຮັບການແຕ່ງຕັ້ງສູ່ຖານະປະໂລຫິດແຫ່ງອາໂຣນ ຈະຮູ້ຈັກ ແລະ ຮູ້ສຶກເຖິງຄວາມສັກສິດຂອງການເອີ້ນຂອງທ່ານ, ຕະຫລອດທັງໂອກາດທີ່ຈະຂະຫຍາຍການເອີ້ນນັ້ນ. ຂ້າພະເຈົ້າໄດ້ຮັບໂອກາດເຊັ່ນນັ້ນ ຕອນເປັນມັກຄະນາຍົກ ເມື່ອອະທິການໄດ້ຂໍໃຫ້ຂ້າພະເຈົ້ານຳເອົາສິນລະລຶກໄປໃຫ້ຊາຍຄົນໜຶ່ງທີ່ປ່ວຍໂຊ ຜູ້ອາໄສຢູ່ປະມານ ສອງກິໂລແມັດ ຈາກໂບດ. ໃນເຊົ້າວັນອາທິດທີ່ພິເສດນັ້ນ, ເມື່ອຂ້າພະເຈົ້າເຄາະປະຕູບ້ານຂອງບຣາເດີ ໄຣ້ ແລະ ໄດ້ຍິນສຽງເອີ້ນທີ່ອ່ອນເພຍ ບອກວ່າ, “ເຂົ້າມາໄດ້,” ຂ້າພະເຈົ້າໄດ້ເຂົ້າໄປຫາ ບໍ່ພຽງແຕ່ໃນເຮືອນນ້ອຍແບບທຳມະດາຂອງລາວເທົ່ານັ້ນ ແລະ ໄດ້ເຂົ້າໄປໃນຫ້ອງ ທີ່ເຕັມໄປດ້ວຍພຣະວິນຍານຂອງພຣະຜູ້ເປັນເຈົ້າ. ຂ້າພະເຈົ້າໄດ້ຍ່າງໄປຫາລາວ ທີ່ກຳລັງນອນຢູ່ໃນຕຽງ ແລະ ໄດ້ເອົາເຂົ້າຈີ່ແປະໃສ່ປາກຂອງລາວ. ແລ້ວຂ້າພະເຈົ້າໄດ້ຊ່ອຍຈັບຈອກນ້ຳ ຂະນະທີ່ລາວດື່ມ. ໃນຂະນະທີ່ຂ້າພະເຈົ້າອອກຈາກເຮືອນຂອງລາວ, ຂ້າພະເຈົ້າໄດ້ເຫັນນ້ຳຕາຄາປໍ້ຂອງລາວ ແລະ ລາວໄດ້ເວົ້າວ່າ, “ຂໍໃຫ້ພຣະເຈົ້າຈົ່ງອວຍພອນເຈົ້າເດີ້, ຫລານຊາຍ.” ແລະ ພຣະເຈົ້າກໍໄດ້ອວຍພອນຂ້າພະເຈົ້າແທ້ໆ—ດ້ວຍຄວາມຂອບພຣະຄຸນ ສຳລັບສິນລະລຶກ ແລະ ຖານະປະໂລຫິດ ທີ່ຂ້າພະເຈົ້າດຳລົງຢູ່.
ບໍ່ມີມັກຄະນາຍົກ, ຄູສອນ, ແລະ ປະໂລຫິດຄົນໃດ ໃນຫວອດຂອງພວກເຮົາ ທີ່ຈະລືມການໄປຢ້ຽມຢາມ ຫລຸມຝັງສົບຂອງ ມາຕິນ ແຮຣິສ໌ ຢູ່ເມືອງຄະລາກສະຕັນ, ລັດຢູທາ, ຜູ້ຊຶ່ງເປັນຜູ້ໜຶ່ງ ໃນພະຍານສາມຄົນເຖິງພຣະຄຳພີມໍມອນ. ຕອນທີ່ພວກເຮົາພາກັນຢືນອ້ອມຫລັກອະນຸສອນ ທີ່ໝາຍຫລຸມຝັງສົບຂອງລາວຢູ່ນັ້ນ ແລະ ໃນຂະນະທີ່ຜູ້ນຳກຸ່ມ ອ່ານຖ້ອຍຄຳທີ່ມີພະລັງຈາກ “ປະຈັກພະຍານຂອງພະຍານສາມຄົນ,” ຊຶ່ງມີຢູ່ທາງໜ້າປຶ້ມພຣະຄຳພີມໍມອນ, ພວກເຮົາເກີດມີຄວາມຮັກຕໍ່ບັນທຶກທີ່ສັກສິດນັ້ນ ແລະ ຕໍ່ຄວາມຈິງທີ່ມີຢູ່ໃນນັ້ນ.
ໃນລະຫວ່າງປີເຫລົ່ານັ້ນ ພວກເຮົາມີຄວາມຕັ້ງໃຈທີ່ຈະເປັນຄືກັນກັບພວກລູກຊາຍຂອງໂມໄຊຢາ. ເຂົາເຈົ້າຖືກກ່າວເຖິງ ດັ່ງນີ້:
“ເຂົາເຈົ້າໄດ້ໝັ້ນຄົງໃນຄວາມຮູ້ເລື່ອງຄວາມຈິງ; ເພາະເຂົາເຈົ້າເປັນຄົນມີຄວາມເຂົ້າໃຈຢ່າງເລິກຊຶ້ງ ແລະ ເຂົາເຈົ້າໄດ້ຄົ້ນຄວ້າພຣະຄຳພີຢ່າງພາກພຽນ, ເພື່ອເຂົາເຈົ້າຈະໄດ້ຮູ້ຈັກພຣະຄຳຂອງພຣະເຈົ້າ.
“ແຕ່ນີ້ຍັງບໍ່ໝົດ; ເຂົາເຈົ້າຍອມຕົນໃນການອະທິຖານ, ແລະ ການຖືສິນອົດເຂົ້າຫລາຍທີ່ສຸດ; ດັ່ງນັ້ນ ເຂົາເຈົ້າຈຶ່ງມີວິນຍານແຫ່ງການທຳນາຍ, ແລະ ວິນຍານແຫ່ງການເປີດເຜີຍຢູ່ນຳ, ແລະ ເວລາເຂົາເຈົ້າສິດສອນ, ເຂົາເຈົ້າກໍສິດສອນດ້ວຍອຳນາດ ແລະ ສິດອຳນາດຂອງພຣະເຈົ້າ.”2
ຂ້າພະເຈົ້າຄິດວ່າ ຄົງບໍ່ມີເປົ້າໝາຍອື່ນໃດ ທີ່ມີຄ່າຄວນສຳລັບຊາຍໜຸ່ມຄົນໜຶ່ງ ຫລາຍໄປກວ່າທີ່ຖືກກ່າວເຖິງ ຄືກັນກັບພວກລູກຊາຍທີ່ກ້າຫານ ແລະ ຊອບທຳຂອງໂມໄຊຢາ.
ເມື່ອວັນຄົບຮອບ 18 ປີ ຂອງຂ້າພະເຈົ້າເລື່ອນເຂົ້າມາໃກ້ ແລະ ເວລານັ້ນ ຊາຍໜຸ່ມຕ້ອງຕຽມຕົວສຳລັບການເກນເຂົ້າຮັບໃຊ້ປະເທດຊາດ ໃນລະຫວ່າງສົງຄາມໂລກຄັ້ງທີສອງ, ຂ້າພະເຈົ້າໄດ້ຖືກແນະນຳໃຫ້ໄປຮັບເອົາຖານະປະໂລຫິດແຫ່ງເມນຄີເສເດັກ, ແຕ່ກ່ອນອື່ນໝົດ, ຂ້າພະເຈົ້າຕ້ອງໂທໄປຫາປະທານສະເຕກ ຊື່ ພອລ໌ ຊີ ຊາຍ, ສຳລັບການສຳພາດ. ເພິ່ນເປັນຄົນໜຶ່ງທີ່ຮັກ ແລະ ເຂົ້າໃຈພຣະຄຳພີທີ່ສັກສິດ, ແລະ ເພິ່ນກໍຄາດຫວັງໃຫ້ທຸກຄົນ ຮັກ ແລະ ເຂົ້າໃຈ ຄືກັນກັບເພິ່ນ. ໂດຍທີ່ໄດ້ຍິນມາຈາກໝູ່ເພື່ອນຂອງຂ້າພະເຈົ້າກ່ຽວກັບຄວາມລະອຽດຂອງເພິ່ນໃນການສຳພາດ, ຂ້າພະເຈົ້າຈຶ່ງຄິດທີ່ຈະບໍ່ເປີດເຜີຍຫຍັງຫລາຍ ກ່ຽວກັບຄວາມຮູ້ເລັກນ້ອຍຂອງຂ້າພະເຈົ້າເລື່ອງພຣະຄຳພີ; ສະນັ້ນ, ເມື່ອຂ້າພະເຈົ້າໂທໄປຫາເພິ່ນ ຂ້າພະເຈົ້າໄດ້ແນະນຳເວລານັດໝາຍ ເປັນວັນອາທິດຕໍ່ໄປ ຊົ່ວໂມງໜຶ່ງ ກ່ອນກອງປະຊຸມສິນລະລຶກຂອງຫວອດເພິ່ນຈະເລີ່ມຕົ້ນ.
ເພິ່ນຕອບວ່າ: “ໂອ້, ບຣາເດີ ມອນສັນ, ຄົງມີເວລາໜ້ອຍໂພດ ທີ່ຈະຄົ້ນຄວ້າພຣະຄຳພີນຳກັນ.” ແລ້ວເພິ່ນໄດ້ນັດໝາຍໃຫ້ຂ້າພະເຈົ້າໄປພົບເພິ່ນ ສາມຊົ່ວໂມງ ກ່ອນກອງປະຊຸມສິນລະລຶກ, ແລະ ເພິ່ນໄດ້ແນະນຳຂ້າພະເຈົ້າໃຫ້ເອົາພຣະຄຳພີສ່ວນຕົວ ທີ່ມີຮອຍໝາຍ ແລະ ມີຂໍ້ອ້າງອີງໄປນຳ.
ເມື່ອຂ້າພະເຈົ້າໄປເຖິງເຮືອນເພິ່ນໃນວັນອາທິດມື້ນັ້ນ, ຂ້າພະເຈົ້າໄດ້ຖືກຮັບຕ້ອນດ້ວຍຄວາມອົບອຸ່ນ, ຈາກນັ້ນ ການສຳພາດໄດ້ເລີ່ມຕົ້ນ. ປະທານຊາຍໄດ້ກ່າວວ່າ, “ບຣາເດີ ມອນສັນ, ເຈົ້າດຳລົງຖານະປະໂລຫິດ ແມ່ນບໍ. ເຈົ້າເຄີຍໄດ້ຮັບການປະຕິບັດຈາກເຫລົ່າທູດບໍ?” ຂ້າພະເຈົ້າຕອບວ່າ ບໍ່ເຄີຍ. ເມື່ອເພິ່ນຖາມ ຖ້າຫາກຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າມີສິດ, ຂ້າພະເຈົ້າ ໄດ້ຕອບວ່າ ຂ້າພະເຈົ້າບໍ່ຮູ້.
ເພິ່ນໄດ້ແນະນຳຂ້າພະເຈົ້າວ່າ, “ບຣາເດີ ມອນສັນ, ໃຫ້ເຈົ້າເວົ້າ ພາກທີ 13 ໃນພຣະຄຳພີ Doctrine and Covenants ຈາກຄວາມຊົງຈຳຂອງເຈົ້າເບິ່ງດູ.”
ຂ້າພະເຈົ້າໄດ້ເລີ່ມຕົ້ນເວົ້າວ່າ, “‘ກັບເຈົ້າ ເພື່ອນຜູ້ຮັບໃຊ້ຮ່ວມກັບຂ້າພະເຈົ້າ, ໃນພຣະນາມຂອງພຣະເມຊີອາ ຂ້າພະເຈົ້າຂໍມອບຖານະປະໂລຫິດແຫ່ງອາໂຣນ, ຊຶ່ງຖືຂໍກະແຈແຫ່ງການປະຕິບັດຂອງເຫລົ່າທູດ—’”
“ຢຸດ,” ປະທານຊາຍໄດ້ບອກ. ແລ້ວດ້ວຍນ້ຳສຽງທີ່ສະຫງົບ, ແລະ ດ້ວຍຄວາມເມດຕາ, ເພິ່ນໄດ້ແນະນຳວ່າ, “ບຣາເດີ ມອນສັນ, ຢ່າລືມຈັກເທື່ອວ່າ ໃນຖານະເປັນຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນ, ເຈົ້າມີສິດທີ່ຈະໄດ້ຮັບການປະຕິບັດຈາກເຫລົ່າທູດຄືກັນ.”
ເບິ່ງຄືວ່າ ທູດອົງໜຶ່ງໄດ້ຢູ່ໃນຫ້ອງ ໃນມື້ນັ້ນ. ຂ້າພະເຈົ້າບໍ່ເຄີຍລືມການສຳພາດເທື່ອນັ້ນ. ແມ່ນແຕ່ຕອນນີ້ ຂ້າພະເຈົ້າຍັງຮູ້ສຶກເຖິງພຣະວິນຍານນັ້ນຢູ່ ໃນຂະນະທີ່ພວກເຮົາອ່ານໜ້າທີ່ຮັບຜິດຊອບ, ໜ້າທີ່, ແລະ ພອນຂອງຖານະປະໂລຫິດແຫ່ງອາໂຣນ ແລະ ແຫ່ງເມນຄີເສເດັກຂອງພວກເຮົາ ເປັນພອນທີ່ບໍ່ພຽງແຕ່ມາສູ່ເຮົາເທົ່ານັ້ນ, ແຕ່ມາສູ່ຄອບຄົວ ແລະ ຄົນອື່ນໆ ທີ່ເຮົາມີໂອກາດຮັບໃຊ້ນຳອີກ.
ຂ້າພະເຈົ້າໄດ້ຖືກແຕ່ງຕັ້ງເປັນແອວເດີ, ແລະ ໃນມື້ທີ່ຂ້າພະເຈົ້າອອກເດີນທາງໄປເປັນທະຫານເຮືອ, ຄົນໜຶ່ງໃນຝ່າຍອະທິການ ກັບຄອບຄົວຂອງຂ້າພະເຈົ້າ ໄດ້ມາສົ່ງຂ້າພະເຈົ້າທີ່ສະຖານີລົດໄຟ. ກ່ອນລົດໄຟຈະມາເຖິງ, ເພິ່ນໄດ້ເອົາ ປຶ້ມຄູ່ມືສຳລັບຜູ້ສອນສາດສະໜາ ວາງໃສ່ມືຂອງຂ້າພະເຈົ້າ. ຂ້າພະເຈົ້າຫົວ ແລະ ເວົ້າວ່າ ຂ້າພະເຈົ້າບໍ່ໄດ້ໄປສອນສາດສະໜາ.
ເພິ່ນຕອບວ່າ, “ໃຫ້ເອົາມັນໄປນຳ. ອາດເປັນປະໂຫຍດ.”
ຂ້າພະເຈົ້າໄດ້ຮັບເອົາ. ຂ້າພະເຈົ້າຢາກມີສິ່ງແຂງໆສີ່ຫລ່ຽມຮອງພື້ນຖົງທະຫານຢູ່ແລ້ວ ເພື່ອວ່າເຄື່ອງນຸ່ງຂອງຂ້າພະເຈົ້າຈະບໍ່ຫຍໍ່. ແລະ ປຶ້ມຄູ່ມືສຳລັບຜູ້ສອນສາດສະໜາ ກໍພໍດີເລີຍ, ແລະ ມັນກໍເປັນປະໂຫຍດຫລາຍ ສຳລັບຖົງທະຫານຂອງຂ້າພະເຈົ້າ ເປັນເວລາ 12 ອາທິດ.
ໃນຄືນກ່ອນທີ່ພວກເຮົາຈະກັບໄປຢ້ຽມບ້ານ ໃນຍາມບຸນຄຣິດສະມັດ, ພວກເຮົາໄດ້ຄິດຮອດບ້ານຫລາຍ. ຫ້ອງນອນຂອງພວກເຮົາມິດງຽບ, ແລ້ວເພື່ອນຄົນໜຶ່ງ ທີ່ນອນຢູ່ຂ້າງຂ້າພະເຈົ້າ ໄດ້ສົ່ງສຽງ─ລາວເປັນຊາວມໍມອນ, ຊື່ ລີແລນ ເມໂຣ─ຄວນຄາງດ້ວຍຄວາມເຈັບປວດ. ຂ້າພະເຈົ້າໄດ້ຖາມວ່າລາວເປັນຫຍັງ, ແລະ ລາວໄດ້ບອກວ່າ ລາວຮູ້ສຶກບໍ່ສະບາຍ. ລາວບໍ່ຢາກໄປຫາໝໍ, ເພາະລາວຮູ້ວ່າ ຖ້າລາວເຮັດແນວນັ້ນ ລາວຈະບໍ່ໄດ້ເມືອຢາມບ້ານ ໃນມື້ອື່ນ.
ອາການຂອງລາວເລີ່ມໜັກຂຶ້ນເລື້ອຍໆ ເມື່ອຫລາຍຊົ່ວໂມງຜ່ານໄປ. ໃນທີ່ສຸດ, ໂດຍທີ່ຮູ້ວ່າ ຂ້າພະເຈົ້າເປັນແອວເດີ, ລາວໄດ້ຂໍໃຫ້ຂ້າພະເຈົ້າມອບພອນຂອງຖານະປະໂລຫິດໃຫ້ລາວ.
ຂ້າພະເຈົ້າບໍ່ເຄີຍມອບພອນມາກ່ອນ, ຂ້າພະເຈົ້າກໍບໍ່ເຄີຍໄດ້ຮັບພອນຂອງຖານະປະໂລຫິດມາກ່ອນ, ແລະ ຂ້າພະເຈົ້າກໍບໍ່ເຄີຍເຫັນຄົນມອບພອນຈັກເທື່ອ. ໃນຂະນະທີ່ຂ້າພະເຈົ້າອະທິຖານເພື່ອຂໍຄວາມຊ່ອຍເຫລືອ, ຂ້າພະເຈົ້າຈື່ ປຶ້ມຄູ່ມືສຳລັບຜູ້ສອນສາດສະໜາ ໄດ້ ທີ່ຢູ່ພື້ນຖົງ. ຂ້າພະເຈົ້າໄດ້ຖອກເຄື່ອງຂອງອອກຈາກຖົງຢ່າງໄວ ແລະ ຈັບເອົາປຶ້ມຫົວນັ້ນໄປຫາໂຄມໄຟ. ໃນປຶ້ມນັ້ນ ຂ້າພະເຈົ້າໄດ້ອ່ານກ່ຽວກັບການມອບພອນໃຫ້ຄົນເຈັບປ່ວຍ. ໃນຂະນະທີ່ເພື່ອນທະຫານຫລາຍຄົນໄດ້ມາຫຸ້ມເບິ່ງ, ຂ້າພະເຈົ້າໄດ້ເລີ່ມຕົ້ນໃຫ້ພອນ. ກ່ອນຂ້າພະເຈົ້າໄດ້ເກັບເຂົ້າຂອງທັງໝົດ ໃສ່ຄືນໃນຖົງ, ລີແລນ ເມໂຣ ໄດ້ຫລັບໄປແລ້ວ ຄືກັນກັບເດັກນ້ອຍ. ລາວໄດ້ຕື່ນຂຶ້ນໃນມື້ຕໍ່ມາ ແລະ ດີເປັນປົກກະຕິ. ຄວາມກະຕັນຍູຂອງເຮົາແຕ່ລະຄົນ ທີ່ມີຕໍ່ອຳນາດຂອງຖານະປະໂລຫິດ ແມ່ນເກີນກວ່າຈະພັນລະນາ.
ເປັນເວລາຫລາຍປີ ທີ່ຂ້າພະເຈົ້າໄດ້ມີໂອກາດໃຫ້ພອນຄົນທີ່ຂັດສົນ ຈົນນັບບໍ່ຖ້ວນ. ແຕ່ລະໂອກາດ ໄດ້ເຮັດໃຫ້ຂ້າພະເຈົ້າຮູ້ສຶກມີຄວາມກະຕັນຍູຢ່າງເລິກຊຶ້ງຫລາຍຂຶ້ນ ທີ່ພຣະເຈົ້າໄດ້ຝາກຝັງພອນທີ່ສັກສິດນີ້ ໄວ້ກັບຂ້າພະເຈົ້າ. ຂ້າພະເຈົ້າໃຫ້ກຽດແກ່ຖານະປະໂລຫິດ. ຂ້າພະເຈົ້າເຄີຍໄດ້ເຫັນອຳນາດຂອງມັນ ເທື່ອແລ້ວເທື່ອອີກ. ຂ້າພະເຈົ້າໄດ້ເຫັນພະລັງຂອງມັນ. ຂ້າພະເຈົ້າປະຫລາດໃຈກັບການມະຫັດສະຈັນ ທີ່ມັນໄດ້ກະທຳ.
ອ້າຍນ້ອງທັງຫລາຍ, ພຣະເຈົ້າໄດ້ຝາກຝັງຂອງປະທານອັນລ້ຳຄ່າທີ່ສຸດ ທີ່ພຣະອົງເຄີຍມອບໃຫ້ມະນຸດ ໄວ້ກັບເຮົາແຕ່ລະຄົນ. ເມື່ອເຮົາໃຫ້ກຽດຖານະປະໂລຫິດຂອງເຮົາ ແລະ ດຳລົງຊີວິດຕາມນັ້ນ ແລ້ວເຮົາຈະມີຄ່າຄວນສະເໝີ ທີ່ຈະມີພອນຂອງຖານະປະໂລຫິດຢູ່ກັບເຮົາ. ຂ້າພະເຈົ້າຮັກຖ້ອຍຄຳນີ້ ທີ່ພົບເຫັນຢູ່ໃນ ພຣະຄຳພີ Doctrine and Covenants ພາກທີ 121, ຂໍ້ທີ 45, ຊຶ່ງບອກເຮົາ ເຖິງສິ່ງທີ່ເຮົາຄວນເຮັດ ເພື່ອຈະມີຄ່າຄວນ ນັ້ນຄື ໃຫ້ອຸທອນຂອງເຮົາເຕັມປ່ຽມໄປດ້ວຍຄວາມໃຈບຸນຕໍ່ມະນຸດທັງປວງນຳອີກ, ແລະ ຕໍ່ຄອບຄົວແຫ່ງສັດທາ, ແລະ ໃຫ້ຄຸນນະທຳປະດັບຄວາມນຶກຄິດຂອງເຮົາຢ່າງບໍ່ເສື່ອມຄາຍ; ເມື່ອນັ້ນຄວາມໝັ້ນໃຈຂອງເຮົາຈະແຂງແກ່ນຂຶ້ນໃນທີ່ປະທັບຂອງພຣະເຈົ້າ; ແລະ ຄຳສອນຂອງຖານະປະໂລຫິດຈະກັ່ນລົງມາເທິງຈິດວິນຍານຂອງເຮົາ ເໝືອນດັ່ງຢາດນ້ຳຄ້າງຈາກສະຫວັນ.
ເພາະເຮົາເປັນຜູ້ດຳລົງຖານະປະໂລຫິດຂອງພຣະເຈົ້າ, ເຮົາຈຶ່ງມີສ່ວນຮ່ວມໃນວຽກງານຂອງພຣະຜູ້ເປັນເຈົ້າ. ເຮົາໄດ້ຕອບຮັບການເອີ້ນຂອງພຣະອົງ; ເຮົາເປັນຜູ້ແລ່ນວຽກງານໃຫ້ພຣະອົງ. ຂໍໃຫ້ເຮົາຈົ່ງຮຽນຮູ້ຈາກພຣະອົງ. ຂໍໃຫ້ເຮົາຈົ່ງຕິດຕາມພຣະບາດຂອງພຣະອົງ. ຂໍໃຫ້ເຮົາຈົ່ງດຳລົງຊີວິດຕາມການຊົງນຳຂອງພຣະອົງ. ໂດຍການເຮັດເຊັ່ນນີ້, ເຮົາຈະຕຽມພ້ອມສຳລັບການຮັບໃຊ້ໃດໆກໍຕາມ ທີ່ພຣະອົງຂໍໃຫ້ເຮົາປະຕິບັດ. ນີ້ແມ່ນວຽກງານຂອງພຣະອົງ. ນີ້ແມ່ນສາດສະໜາຈັກຂອງພຣະອົງ. ແນ່ນອນວ່າ ພຣະອົງເປັນນາຍທັບຂອງເຮົາ, ເປັນກະສັດທີ່ສະຫງ່າລາສີ, ແມ່ນແຕ່ເປັນພຣະບຸດຂອງພຣະເຈົ້າ. ຂ້າພະເຈົ້າເປັນພະຍານວ່າ ພຣະອົງຊົງພຣະຊົນຢູ່ ແລະ ຂໍກ່າວປະຈັກພະຍານ ໃນພຣະນາມອັນສັກສິດຂອງພຣະອົງ, ພຣະນາມຂອງພຣະເຢຊູຄຣິດ, ອາແມນ.