ພຣະຜູ້ເປັນເຈົ້າເປັນຄວາມສະຫວ່າງຂອງຂ້າພຣະອົງ
ເຖິງແມ່ນວ່າຈະມີການປ່ຽນແປງໃນຊີວິດກໍຕາມ ຄວາມສາມາດຂອງເຮົາທີ່ຈະຍຶດໝັ້ນຢູ່ຢ່າງໝັ້ນຄົງ ແລະ ຊື່ສັດ ແລະ ຕິດຕາມພຣະຜູ້ຊ່ອຍໃຫ້ລອດ ຈະເຂັ້ມແຂງຂຶ້ນຫລາຍ ໂດຍຄອບຄົວທີ່ຊອບທຳ ແລະ ມີ ພຣະຄຣິດເປັນຈຸດໃຈກາງຂອງຄວາມເປັນໜຶ່ງດຽວກັນໃນຫວອດ ແລະ ສາຂາຂອງເຮົາ.
ເນື່ອງໃນເທດສະການ ອິດສະເຕີນີ້ ເຮົາຄຳນຶງເຖິງ ແລະ ປິຕິຍິນດີໃນການໄຖ່ທີ່ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ ມີໃຫ້ເຮົາ.1
ຄວາມວຸ້ນວາຍທີ່ແຜ່ຂະຫຍາຍອອກໄປຕະຫລອດທົ່ວໂລກ ເພາະຄວາມຊົ່ວຮ້າຍທາງໂລກກໍສ້າງຄວາມຮູ້ສຶກເຖິງຄວາມອ່ອນແອ. ດ້ວຍການສື່ສານສະໄໝໃໝ່ ຄວາມກະທົບກະເທືອນຂອງຄວາມຊົ່ວຮ້າຍ, ຄວາມບໍ່ສະເໝີພາບ, ແລະ ຄວາມບໍ່ຍຸດຕິທຳເຮັດໃຫ້ຄົນທັງຫລາຍຮູ້ສຶກວ່າ ຊີວິດນີ້ສ່ວນຫລາຍແລ້ວແມ່ນບໍ່ຍຸດຕິທຳເລີຍ. ເຖິງແມ່ນວ່າຄວາມຍາກລຳບາກແບບນີ້ກໍສຳຄັນ, ແຕ່ເຮົາບໍ່ຄວນຍອມໃຫ້ມັນດຶງເຮົາອອກໄປຈາກຄວາມປິຕິຍິນດີ ແລະ ການສະເຫລີມສະຫລອງການວິງວອນທີ່ສູງສົ່ງຂອງພຣະຄຣິດແທນເຮົາ. ພຣະຜູ້ເປັນເຈົ້າໄດ້ “ມີໄຊຊະນະຕໍ່ຄວາມຕາຍ” ແທ້ໆ. ດ້ວຍຄວາມເມດຕາ ແລະ ຄວາມເຫັນອົກເຫັນໃຈ ພຣະອົງໄດ້ຮັບເອົາຄວາມຊົ່ວຮ້າຍ ແລະ ການລ່ວງລະເມີດຂອງເຮົາ, ສະນັ້ນຈຶ່ງໄຖ່ເຮົາ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຄວາມຍຸດຕິທຳ ສຳລັບທຸກໆຄົນທີ່ກັບໃຈ ແລະ ເຊື່ອໃນພຣະນາມຂອງພຣະອົງ.2
ການເສຍສະລະຊົດໃຊ້ທີ່ສະຫງ່າງາມຂອງພຣະອົງແມ່ນເປັນຄວາມສຳຄັນທີ່ສູງສົ່ງ ທີ່ມະນຸດຊາດບໍ່ສາມາດເຂົ້າໃຈໄດ້. ການກະທຳແຫ່ງພຣະຄຸນນີ້ໃຫ້ຄວາມສະຫງົບສຸກທີ່ເກີນຄວາມເຂົ້າໃຈ.3
ສະນັ້ນ ເຮົາຈະຮັບມືກັບຄວາມຈິງທີ່ຮ້າຍກາດທີ່ຢູ່ອ້ອມຮອບເຮົາແນວໃດ?
ແມຣີ, ພັນລະຍາຂອງຂ້າພະເຈົ້າມັກດອກຕາເວັນຫລາຍແຕ່ໃດມາ. ນາງດີໃຈເມື່ອນາງໄດ້ເຫັນມັນຢູ່ໃນສະຖານທີ່ ທີ່ມັນບໍ່ຄາດຈະຢູ່, ດັ່ງຢູ່ແຄມທາງ. ມີທາງນ້ອຍບໍ່ປູຢາງເສັ້ນໜຶ່ງ ທີ່ນຳໄປຫາບ້ານຂອງພໍ່ຕູ້ແມ່ຕູ້ຂອງຂ້າພະເຈົ້າ. ເມື່ອພວກຂ້າພະເຈົ້າໄດ້ເລີ່ມຂີ່ລົດໄປຕາມທາງເສັ້ນນັ້ນ, ນາງແມຣີ ມັກຈະຮ້ອງຂຶ້ນວ່າ, “ອ້າຍຄິດວ່າພວກເຮົາຈະໄດ້ເຫັນດອກຕາເວັນທີ່ໜ້າປະທັບໃຈເຫລົ່ານັ້ນບໍມື້ນີ້?” ພວກຂ້າພະເຈົ້າໄດ້ແປກໃຈທີ່ຕົ້ນດອກຕາເວັນໄດ້ເກີດຂຶ້ນມາຢ່າງຫລວງຫລາຍໃນຂີ້ດິນທີ່ຖືກກະທົບກະເທືອນໂດຍເຄື່ອງຈັກເຮັດໄຮ່ເຮັດສວນ ແລະ ຍົກຍ້າຍຫິມະ ແລະ ມີສ່ວນປະສົມຂອງວັດຖຸທີ່ບໍ່ເໝາະສົມດີສຳລັບດອກໄມ້ປ່າທີ່ຈະເກີດຂຶ້ນໄດ້.
ຈຸດເດັ່ນຢ່າງໜຶ່ງຂອງດອກຕາເວັນປ່າທີ່ຍັງອ່ອນ, ນອກເໜືອໄປຈາກທີ່ຈະເກີດຢູ່ໃນຂີ້ດິນທີ່ບໍ່ສົມບູນນັ້ນແລ້ວ ແຕ່ມັນຍັງປິ່ນດອກຕາມດວງຕາເວັນໄປໃນທ້ອງຟ້ານຳອີກ. ໂດຍການເຮັດແບບນີ້, ມັນຈະໄດ້ຮັບພະລັງທີ່ບຳລຸງລ້ຽງຊີວິດກ່ອນດອກສີເຫລືອງທີ່ງົດງາມຈະບານອອກມາ.
ເໝືອນດັ່ງດອກຕາເວັນທີ່ຍັງອ່ອນ, ເມື່ອເຮົາຕິດຕາມພຣະຜູ້ຊ່ອຍໃຫ້ລອດຂອງໂລກ, ພຣະບຸດຂອງພຣະເຈົ້າ, ເຮົາກໍຈະມີຊີວິດຊີວາ ແລະ ກາຍເປັນສິ່ງທີ່ຮຸ່ງໂລດ ເຖິງແມ່ນວ່າຈະມີສະຖານະການທີ່ຮ້າຍແຮງອ້ອມຮອບເຮົາຢູ່ກໍຕາມ. ພຣະອົງເປັນຄວາມສະຫວ່າງ ແລະ ຊີວິດຂອງເຮົາແທ້ໆ.
ໃນຄຳອຸປະມາເລື່ອງເຂົ້ານົກປົນເຂົ້າດີ, ພຣະຜູ້ຊ່ອຍໃຫ້ລອດໄດ້ປະກາດຕໍ່ພວກສານຸສິດຂອງພຣະອົງວ່າ ຜູ້ທີ່ກໍ່ເຫດ ແລະ ເຮັດຊົ່ວຈະຖືກຮວບຮວມ ເອົາອອກ ໄປຈາກອານາຈັກຂອງພຣະອົງ.4 ແຕ່ເມື່ອກ່າວເຖິງຜູ້ຄົນທີ່ຊື່ສັດ, ພຣະອົງໄດ້ກ່າວວ່າ, “ພວກທີ່ຊອບທຳກໍຈະຮຸ່ງເຮືອງດັ່ງດວງຕາເວັນໃນອານາຈັກຂອງພຣະບິດາຂອງພວກເຂົາ.”5 ໃນບົດບາດຂອງເຮົາແຕ່ລະຄົນ, ທີ່ເປັນສານຸສິດຂອງພຣະຄຣິດ, ດຳລົງຊີວິດຢູ່ໃນໂລກທີ່ມີເຈດຕະນາຮ້າຍ ທີ່ຢູ່ໃນຄວາມວຸ້ນວາຍແທ້ໆ, ເຮົາສາມາດເຕີບໂຕ ແລະ ພັດທະນາໄດ້ເພາະຮາກຖານທີ່ໝັ້ນຄົງຢູ່ໃນຄວາມຮັກທີ່ເຮົາມີຕໍ່ພຣະຜູ້ຊ່ອຍໃຫ້ລອດ ແລະ ຕິດຕາມຄຳສອນຂອງພຣະອົງຢ່າງຖ່ອມຕົນ.
ເຖິງແມ່ນວ່າຈະມີການປ່ຽນແປງໃນຊີວິດກໍຕາມ ຄວາມສາມາດຂອງເຮົາທີ່ຈະຍຶດໝັ້ນຢູ່ຢ່າງໝັ້ນຄົງ ແລະ ຊື່ສັດ ແລະ ຕິດຕາມພຣະຜູ້ຊ່ອຍໃຫ້ລອດ ຈະເຂັ້ມແຂງຂຶ້ນຫລາຍ ໂດຍຄອບຄົວທີ່ຊອບທຳ ແລະ ມີ ພຣະຄຣິດເປັນຈຸດໃຈກາງຂອງຄວາມເປັນໜຶ່ງດຽວກັນໃນຫວອດ ແລະ ສາຂາຂອງເຮົາ.6
ເວລາຢູ່ທີ່ບ້ານ
ບົດບາດຂອງຄອບຄົວໃນແຜນຂອງພຣະເຈົ້າຄື “ທີ່ຈະນຳຄວາມສຸກມາໃຫ້ເຮົາ, ເພື່ອຊ່ອຍໃຫ້ເຮົາຮຽນຮູ້ຫລັກທຳທີ່ຖືກຕ້ອງ ຢູ່ໃນບັນຍາກາດແຫ່ງຄວາມຮັກ, ແລະ ຕຽມເຮົາສຳລັບຊີວິດນິລັນດອນ.”7 ປະເພນີທີ່ສວຍງາມຂອງການຍຶດຖືຫລັກທຳທາງສາດສະໜາໃນບ້ານເຮືອນຕ້ອງເປັນພາກສ່ວນທີ່ເລິກຊຶ້ງໃນຊີວິດຂອງລູກໆຂອງເຮົາ.
ວອນ ໂຣເບີດ ຄິມໂບ ນ້າບ່າວຂອງຂ້າພະເຈົ້າໄດ້ເປັນນັກຮຽນທີ່ດີເດັ່ນ, ຜູ້ຢາກກາຍເປັນນັກປະພັນ, ເປັນ quarterback ຂອງກິລາຟຸດບານທີ່ ບີວາຍຢູ. ໃນວັນທີ 8 ເດືອນທັນວາ , 1941, ວັນຕໍ່ມາຫລັງຈາກການໂຈມຕີທີ່ທ່າເຮືອ Pearl Harbor, ລາວໄດ້ເຂົ້າຮ່ວມກອງທັບທະຫານເຮືອຂອງສະຫະລັດ. ຂະນະທີ່ໄປປະຕິບັດໜ້າທີ່ມອບໝາຍເກນທະຫານ ຢູ່ເມືອງອາວບານີ ລັດນິວຢອກ, ລາວໄດ້ສົ່ງບົດຄວາມສັ້ນໆບົດໜຶ່ງໄປຫາວາລະສານ Reader’s Digest. ວາລະສານນັ້ນໄດ້ຈ່າຍ $200 ໃຫ້ລາວ ແລະ ໄດ້ຈັດພິມບົດຄວາມຂອງລາວທີ່ມີຊື່ວ່າ, “ເວລາຢູ່ທີ່ບ້ານ” ໃນສະບັບຂອງເດືອນພຶດສະພາ ປີ 1944.
ພາກສ່ວນທີ່ລາວໄດ້ມີໃຫ້ Reader’s Digest, ບ່ອນທີ່ລາວໄດ້ກ່າວຈາກທັດສະນະຂອງທະຫານເຮືອ, ມີເນື້ອຄວາມດັ່ງຕໍ່ໄປນີ້:
“ເວລາຢູ່ທີ່ບ້ານ:
“ຄ່ຳຄືນໜຶ່ງໃນເມືອງອາວບານີ ລັດນິວຢອກ, ຂ້າພະເຈົ້າໄດ້ຖາມທະຫານເຮືອວ່າຈັກໂມງແລ້ວ. ລາວໄດ້ດຶງເອົາໂມງໃຫຍ່ໆໜ່ວຍໜຶ່ງອອກມາຈາກຖົງເສື້ອ ແລະ ໄດ້ຕອບວ່າ, ‘7:20.’ ຂ້າພະເຈົ້າຮູ້ວ່າມັນຄ່ຳກວ່ານັ້ນ. ‘ໂມງຂອງເຈົ້າຢຸດເດີນແລ້ວແມ່ນບໍ?’ ຂ້າພະເຈົ້າໄດ້ຖາມ.
“‘ບໍ່’ ລາວໄດ້ຕອບ, ‘ຂ້ານ້ອຍຍັງເບິ່ງເວລາຕາມເວລາຂອງແຖວພູຢູ່. ຂ້ານ້ອຍມາຈາກລັດຢູທາ. ເມື່ອຂ້ານ້ອຍເຂົ້າຮ່ວມກອງທັບທະຫານເຮືອ, ພໍ່ໄດ້ເອົາໂມງໜ່ວຍນີ້ໃຫ້ຂ້ານ້ອຍ. ເພິ່ນໄດ້ເວົ້າວ່າມັນຈະຊ່ອຍໃຫ້ຂ້ານ້ອຍລະນຶກເຖິງບ້ານ.
“‘ເມື່ອໂມງຂອງຂ້ານ້ອຍບອກວ່າ 5 ໂມງເຊົ້າ, ຂ້ານ້ອຍຮູ້ວ່າພໍ່ກຳລັງຂັບລົດໄປຮີດນົມງົວ. ແລະ ທຸກໆຄືນເມື່ອໂມງບອກວ່າ 7:30 ຂ້ານນ້ອຍກໍຮູ້ວ່າ ທຸກຄົນໃນຄອບຄົວພາກັນນັ່ງຢູ່ອ້ອມໂຕະທີ່ມີອາຫານເຕັມໂຕະ, ແລະ ພໍ່ກຳລັງຂອບພຣະໄທພຣະເຈົ້າສຳລັບອາຫານການກິນ ແລະ ທູນຂໍໃຫ້ພຣະອົງປົກປັກຮັກສາຂ້ານ້ອຍ,’ … ລາວໄດ້ເວົ້າ. ‘ຂ້ານ້ອຍສາມາດຮູ້ເວລາຂອງບ່ອນທີ່ຂ້ານ້ອຍຢູ່ທີ່ນີ້ໄດ້ງ່າຍໆ. ແຕ່ສິ່ງທີ່ຂ້ານ້ອຍຢາກຮູ້ຄືວ່າ ຈັກໂມງແລ້ວຢູ່ທີ່ລັດຢູທາ.’”8
ບໍ່ດົນຫລັງຈາກໄດ້ສົ່ງບົດຄວາມເຂົ້າໄປ, ນ້າບ່າວວອນຖືກມອບໝາຍໃຫ້ອອກໄປປະຈຳການຢູ່ທີ່ກຳປັ່ນໃນເຂດມະຫາສະໝຸດປາຊິຟິກ. ໃນວັນທີ 11 ເດືອນພຶດສະພາ , 1945, ຂະນະທີ່ລາວປະຈຳການຢູ່ໃນກຳປັ່ນຊື່ USS Bunker Hill ໃກ້ເກາະ ໂອກີນາວາ, ກຳປັ່ນຖືກລະເບີດໂດຍເຄື່ອງບິນທີ່ໂສຕາຍມາຕຳສອງລຳ.9 ພະນັກງານເຮືອເກືອບ 400 ຄົນໄດ້ເສຍຊີວິດໄປ ຮ່ວມທັງນ້າບ່າວວອນ ຂອງຂ້າພະເຈົ້າ.
ແອວເດີສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ສະແດງຄວາມເສຍໃຈນຳພໍ່ຂອງນ້າບ່າວວອນ, ໂດຍທີ່ບອກເຖິງຄວາມດີຂອງນ້າບ່າວວອນ ແລະ ຄຳໝັ້ນສັນຍາຂອງພຣະຜູ້ເປັນເຈົ້າ ທີ່ວ່າ ຄົນທີ່ຕາຍໃນພຣະອົງ ຈະບໍ່ໄດ້ຊີມລົດຊາດຂອງຄວາມຕາຍ, ເພາະມັນຈະຫວານຊື່ນສຳລັບເຂົາ.10 ພໍ່ຂອງນ້າບ່າວວອນໄດ້ເວົ້າຄ່ອຍໆວ່າ ເຖິງແມ່ນ ນ້າບ່າວວອນ ໄດ້ຖືກຝັງຢູ່ໃນທະເລ, ແຕ່ພຣະເຈົ້າຈະຮັບເອົາ ນ້າບ່າວວອນ ກັບຄືນບ້ານແຫ່ງສະຫວັນຂອງລາວ.11
ຊາວແປດປີຈາກນັ້ນ, ປະທານ ສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ກ່າວເຖິງ ນ້າບ່າວວອນ ຢູ່ໃນກອງປະຊຸມໃຫຍ່ສາມັນ. ເພິ່ນໄດ້ກ່າວວ່າ: “ຂ້າພະເຈົ້າໄດ້ຮູ້ຈັກຄອບຄົວນີ້ເປັນຢ່າງດີ. … ຂ້າພະເຈົ້າໄດ້ຄຸເຂົ່າອະທິຖານທີ່ມີພະລັງກັບ [ເຂົາເຈົ້າ]. … ການອົບລົມຢູ່ໃນບ້ານເຮືອນໄດ້ສົ່ງຜົນທີ່ເປັນພອນນິລັນດອນມາໃຫ້ຄອບຄົວໃຫຍ່ຄອບຄົວນີ້.” ປະທານຄິມໂບໄດ້ທ້າທາຍທຸກຄອບຄົວໃຫ້ “ຄຸເຂົ່າ ... ອະທິຖານສຳລັບລູກຊາຍ ແລະ ລູກສາວຂອງເຂົາເຈົ້າ ມື້ລະສອງເທື່ອ.”12
ອ້າຍເອື້ອຍນ້ອງທັງຫລາຍ, ຖ້າເຮົາມີການອະທິຖານເປັນຄອບຄົວ, ສຶກສາພຣະຄຳພີ, ມີການສັງສັນໃນຄອບຄົວ, ມີພອນຂອງຖານະປະໂລຫິດ, ຮັກສາວັນຊະບາໂຕ ຕາມເວລາ, ແລ້ວລູກໆຂອງເຮົາຈະຮູ້ເວລາຢູ່ທີ່ບ້ານ. ພວກເຂົາຈະຕຽມພ້ອມສຳລັບບ້ານເຮືອນນິລັນດອນໃນສະຫວັນ ບໍ່ວ່າຈະມີອັນໃດເກີດຂຶ້ນກັບພວກເຂົາກໍຕາມ ໃນໂລກທີ່ຍາກລຳບາກນີ້. ມັນສຳຄັນຫລາຍທີ່ສຸດ ທີ່ລູກໆຂອງເຮົາຈະຮູ້ວ່າມີຄົນຮັກພວກເຂົາ ແລະ ວ່າພວກເຂົາປອດໄພຢູ່ທີ່ບ້ານ.
ສາມີ ແລະ ພັນລະຍາແມ່ນເປັນຮຸ້ນສ່ວນທີ່ເທົ່າທຽມກັນ.13 ເຂົາເຈົ້າມີໜ້າທີ່ຮັບຜິດຊອບທີ່ແຕກຕ່າງ ແຕ່ສອດຄ່ອງກັນ. ພັນລະຍາອາດມີລູກໄດ້, ຊຶ່ງເປັນພອນໃຫ້ແກ່ຄອບຄົວທັງໝົດ. ສາມີອາດໄດ້ຮັບຖານະປະໂລຫິດ, ຊຶ່ງເປັນພອນໃຫ້ແກ່ຄອບຄົວທັງໝົດ. ແຕ່ໃນສະພາຂອງຄອບຄົວ ພັນລະຍາ ແລະ ສາມີ, ທີ່ເປັນຮຸ້ນສ່ວນທີ່ເທົ່າທຽມກັນ, ຈະຕັດສິນໃຈທີ່ສຳຄັນທີ່ສຸດນຳກັນ. ເຂົາເຈົ້າຕັດສິນໃຈວ່າລູກໆຈະຖືກສິດສອນ ແລະ ຖືກລົງໂທດແນວໃດ, ວ່າຈະໃຊ້ຈ່າຍເງິນແນວໃດ, ວ່າເຂົາເຈົ້າຈະອາໄສຢູ່ໃສ, ແລະ ການຕັດສິນໃຈຂອງຄອບຄົວອີກຫລາຍຢ່າງ. ການຕັດສິນໃຈເຫລົ່ານີ້ຕ້ອງເຮັດຮ່ວມກັນ ຫລັງຈາກໄດ້ສະແຫວງຫາການຊີ້ນຳຈາກພຣະຜູ້ເປັນເຈົ້າ. ເປົ້າໝາຍນັ້ນຄືການເປັນຄອບຄົວນິລັນດອນ.
ຄວາມສະຫວ່າງຂອງພຣະຄຣິດ ໄດ້ຊ່ອຍໃຫ້ລູກໆຂອງພຣະເຈົ້າເຂົ້າໃຈຢ່າງເລິກຊຶ້ງເຖິງທຳມະຊາດນິລັນດອນຂອງຄອບຄົວ. ນັກປະພັນໂປດຂອງຂ້າພະເຈົ້າຄົນໜຶ່ງ, ທີ່ບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກຂອງເຮົາ, ໄດ້ກ່າວໃນທຳນອງນີ້ວ່າ: “ຫລາຍໆສິ່ງໃນຊີວິດກໍບໍ່ສຳຄັນ, [ແຕ່] … ຄອບຄົວນັ້ນເປັນສິ່ງທີ່ແທ້ຈິງ, ສິ່ງທີ່ສຳຄັນທີ່ສຸດ, ເປັນສິ່ງນິລັນດອນ; ເປັນສິ່ງທີ່ເຮົາຕ້ອງຮັກສາ ແລະ ດູແລ ແລະ ຊື່ສັດຕໍ່.”14
ສາດສະໜາຈັກຊ່ອຍເຮົາໃຫ້ເອົາໃຈໃສ່ພຣະຜູ້ຊ່ອຍໃຫ້ລອດນຳກັນເປັນຄອບຄົວທີ່ເປັນໜຶ່ງດຽວກັນ
ນອກເໜືອໄປຈາກຄອບຄົວແລ້ວ, ບົດບາດຂອງສາດສະໜາຈັກກໍສຳຄັນຄືກັນ. “ສາດສະໜາຈັກໃຫ້ການຈັດຕັ້ງ ແລະ ວິທີທາງສຳລັບການສັ່ງສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ ໃຫ້ແກ່ລູກໆຂອງພຣະເຈົ້າທັງໝົດ. ມັນຈັດໃຫ້ມີສິດອຳນາດຂອງຖານະປະໂລຫິດ ເພື່ອຈະປະຕິບັດພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງ ໃຫ້ແກ່ທຸກໆຄົນທີ່ມີຄຸນຄ່າດີພໍ ແລະ ເຕັມໃຈທີ່ຈະຮັບເອົາມັນ.”15
ຢູ່ໃນໂລກກໍມີການຂັດແຍ້ງ ແລະ ຄວາມຊົ່ວຮ້າຍທີ່ແຜ່ຂະຫຍາຍອອກໄປ, ແລະ ການເນັ້ນໜັກເຖິງວັດທະນະທຳທີ່ແຕກຕ່າງ ແລະ ຄວາມບໍ່ສະເໝີພາບ. ໃນສາດສະໜາຈັກ, ຍົກເວັ້ນແຕ່ໜ່ວຍຕ່າງພາສາ, ຫວອດ ແລະ ສາຂາຂອງເຮົາ ແມ່ນຂຶ້ນຢູ່ກັບພູມິສາດ. ເຮົາບໍ່ແບ່ງຊັ້ນວັນນະ ຫລື ຍົດຖາບັນດາສັກ.16 ເຮົາຊື່ນຊົມໃນຄວາມຈິງທີ່ວ່າທຸກໆເຊື້ອຊາດ ແລະ ວັດທະນະທຳກໍຢູ່ຮ່ວມກັນໄດ້ ໃນການເຕົ້າໂຮມທີ່ຊອບທຳ. ຄອບຄົວຫວອດຂອງເຮົາແມ່ນສຳຄັນຕໍ່ຄວາມກ້າວໜ້າຂອງເຮົາ, ຕໍ່ຄວາມສຸກ, ແລະ ຄວາມພະຍາຍາມສ່ວນຕົວທີ່ຈະເປັນເໝືອນດັ່ງພຣະຄຣິດຫລາຍຂຶ້ນ.
ສ່ວນຫລາຍແລ້ວ ວັດທະນະທຳຈະແບ່ງແຍກຜູ້ຄົນ ແລະ ບາງເທື່ອອາດເປັນແຫລ່ງຂອງຄວາມຮຸນແຮງ ແລະ ການຈຳແນກ.17 ໃນພຣະຄຳພີມໍມອນ ຄຳວາຈາທີ່ລືມບໍ່ໄດ້ ຖືກໃຊ້ເພື່ອບັນຍາຍເຖິງປະເພນີທີ່ຊົ່ວຮ້າຍຂອງບັນພະບຸລຸດ ຊຶ່ງນຳໄປສູ່ຄວາມໂຫດຮ້າຍ, ສົງຄາມ, ການກະທຳທີ່ຊົ່ວຮ້າຍ, ຄວາມບໍ່ຍຸດຕິທຳ, ແລະ ແມ່ນແຕ່ການທຳລາຍຂອງຜູ້ຄົນ ແລະ ປະຊາຊາດ.18
ບໍ່ມີຈຸດເລີ່ມຕົ້ນໃນພຣະຄຳພີທີ່ດີກວ່າ 4 ນີໄຟ ສຳລັບຄຳບັນຍາຍເຖິງວັດທະນະທຳຂອງສາດສະໜາຈັກ ທີ່ສຳຄັນຫລາຍສຳລັບເຮົາທຸກຄົນ. ໃນ ຂໍ້ທີ 2 ເຮົາອ່ານວ່າ, “ຜູ້ຄົນທັງໝົດທົ່ວຜືນແຜ່ນດິນໄດ້ປ່ຽນໃຈເຫລື້ອໃສໃນພຣະຜູ້ເປັນເຈົ້າ, ທັງຊາວນີໄຟ ແລະ ຊາວເລມັນ, ແລະ ບໍ່ມີການຂັດແຍ້ງ ແລະ ການໂຕ້ຖຽງກັນໃນບັນດາພວກເຂົາ, ແລະ ທຸກຄົນກໍໄດ້ປະຕິບັດຕໍ່ກັນໂດຍທ່ຽງທຳ.” ໃນ ຂໍ້ທີ 16 ເຮົາອ່ານວ່າ, “ແລະ ແນ່ນອນແລ້ວ ຄົງບໍ່ມີຜູ້ຄົນກຸ່ມໃດທີ່ມີຄວາມສຸກຫລາຍໄປກວ່ານີ້ໃນບັນດາຜູ້ຄົນທັງປວງ ທີ່ພຣະຫັດຂອງພຣະເຈົ້າໄດ້ສ້າງຂຶ້ນມາ.” ຄວາມຈິງທີ່ວ່າບໍ່ມີການຂັດແຍ້ງນັ້ນແມ່ນຍ້ອນວ່າ “ຄວາມຮັກຂອງພຣະເຈົ້າ ຊຶ່ງມີຢູ່ໃນໃຈຂອງຜູ້ຄົນ.”19 ນີ້ຄືວັດທະນະທຳທີ່ເຮົາປາດຖະໜາຈະມີ.
ຫລັກທຳ ແລະ ຄວາມເຊື່ອທີ່ເລິກຊຶ້ງທາງວັດທະນະທຳເປັນພາກສ່ວນພື້ນຖານຂອງເຮົາ. ປະເພນີແຫ່ງການເສຍສະລະ, ຄວາມກະຕັນຍູ, ສັດທາ ແລະ ຄວາມຊອບທຳນັ້ນຕ້ອງຖືກທະນຸຖະໜອມ ແລະ ຮັກສາເອົາໄວ້. ຄອບຄົວຕ້ອງຊື່ນຊົມ ແລະ ປົກປ້ອງປະເພນີທີ່ສ້າງສັດທາ.20
ຈຸດເດັ່ນຢ່າງໜຶ່ງຂອງວັດທະນະທຳໃດໜຶ່ງນັ້ນຄື ພາສາ. ໃນເຂດເມືອງແຊນແຟຣນຊິສະໂກ ລັດຄາລີຟໍເນຍ, ບ່ອນທີ່ຂ້າພະເຈົ້າເຄີຍອາໄສຢູ່, ໄດ້ມີຫວອດ ແລະ ສາຂາຕ່າງພາສາເຈັດແຫ່ງ. ຄຳສອນທີ່ກ່ຽວກັບພາສາ ໄດ້ຖືກອະທິບາຍໄວ້ໃນ ພາກທີ 90, ຂໍ້ທີ 11 ໃນພຣະຄຳພີ Doctrine and Covenants ວ່າ, ເພາະເຫດການຈະບັງເກີດຂຶ້ນໃນວັນນັ້ນ, ວ່າທຸກຄົນຈະໄດ້ຍິນຄວາມສົມບູນຂອງພຣະກິດຕິຄຸນໃນຄຳວາຈາຂອງເຂົາເອງ, ໃນພາສາຂອງເຂົາເອງ.
ເມື່ອລູກໆຂອງພຣະເຈົ້າອະທິຖານຫາພຣະອົງໃນພາສາຂອງເຂົາເຈົ້າ, ນັ້ນແຫລະຄືພາສາທີ່ມາຈາກໃຈແທ້ໆ. ມັນກໍແຈ່ມແຈ້ງດີວ່າ ພາສາທີ່ມາຈາກໃຈນັ້ນແມ່ນລ້ຳຄ່າຕໍ່ທຸກໆຄົນທັງປວງ.
ໂຈເຊັບ, ອ້າຍຂອງຂ້າພະເຈົ້າ ເປັນທ່ານໝໍ ແລະ ທຳງານເປັນເວລາຫລາຍປີຢູ່ເຂດແຊນແຟຣນຊິດສະໂກ. ສະມາຊິກຊາວຊາມົວອາວຸໂສຄົນໜຶ່ງ, ທີ່ເປັນຄົນໄຂ້ຄົນໃໝ່, ໄດ້ໄປຄະລີນິກຂອງລາວ. ລາວມີຄວາມເຈັບປວດທີ່ທໍລະມານຫລາຍ. ຖືກກຳນົດວ່າລາວເປັນໜິ້ວໃນໝາກໄຂ່ຫລັງ ແລະ ການປິ່ນປົວທີ່ເໝາະສົມກໍໄດ້ດຳເນີນໄປ. ສະມາຊິກທີ່ຊື່ສັດຄົນນີ້ໄດ້ກ່າວວ່າ ເປົ້າໝາຍເດີມຂອງລາວແມ່ນພຽງແຕ່ຈະເຂົ້າໃຈວ່າລາວເປັນຫຍັງ ເພື່ອວ່າລາວຈະສາມາດອະທິຖານເປັນພາສາຊາມົວຫາພຣະບິດາເທິງສະຫວັນຂອງລາວ ກ່ຽວກັບບັນຫາທາງສຸຂະພາບຂອງລາວ.
ມັນສຳຄັນທີ່ສະມາຊິກຈະເຂົ້າໃຈພຣະກິດຕິຄຸນໃນພາສາທີ່ມາຈາກໃຈ ເພື່ອວ່າເຂົາເຈົ້າຈະສາມາດອະທິຖານ ແລະ ກະທຳໃຫ້ສອດຄ່ອງກັບຫລັກທຳພຣະກິດຕິຄຸນ.21
ເຖິງແມ່ນຈະມີພາສາທີ່ແຕກຕ່າງກັນ ແລະ ປະເພນີທາງວັດທະນະທຳທີ່ສວຍງາມ, ແຕ່ເຮົາຕ້ອງມີຫົວໃຈທີ່ຜູກພັນກັນໄວ້ໃນຄວາມເປັນອັນໜຶ່ງອັນດຽວກັນ ແລະ ໃນຄວາມຮັກທີ່ມີຕໍ່ກັນ.22 ພຣະຜູ້ເປັນເຈົ້າໄດ້ກ່າວຢ່າງແຈ່ມແຈ້ງເຖິງຄວາມຮູ້ສຶກຂອງຄົນອື່ນວ່າ: “ໃຫ້ທຸກໆຄົນນັບຖືອ້າຍນ້ອງຂອງຕົນເໝືອນດັ່ງຕົນເອງ. … ຈົ່ງເປັນອັນໜຶ່ງອັນດຽວກັນ; ແລະ ຖ້າຫາກພວກເຈົ້າບໍ່ເປັນອັນໜຶ່ງອັນດຽວກັນ ພວກເຈົ້າກໍບໍ່ແມ່ນຂອງເຮົາ.”23 ເຖິງແມ່ນເຮົາຈະນັບຖືຄວາມແຕກຕ່າງທາງວັດທະນະທຳທີ່ສົມຄວນກໍຕາມ, ແຕ່ເປົ້າໝາຍຂອງເຮົາແມ່ນຈະເປັນອັນໜຶ່ງອັນດຽວກັນໃນວັດທະນະທຳ, ຮີດຄອງ, ແລະ ປະເພນີຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດໃນທຸກໆວິທີທາງ.
ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ນັບມື້ນັບເຂັ້ມແຂງຂຶ້ນໄປເລື້ອຍໆ
ເຮົາຮັບຮູ້ວ່າສະມາຊິກບາງຄົນມີຄຳຖາມ ແລະ ຄວາມຫ່ວງໃຍ ຂະນະທີ່ເຂົາເຈົ້າສະແຫວງຫາທີ່ຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາ ແລະ ປະຈັກພະຍານຂອງເຂົາເຈົ້າ. ເຮົາຄວນລະວັງບໍ່ຕ້ອງວິຈານ ຫລື ຕັດສິນຜູ້ທີ່ມີຄວາມຫ່ວງໃຍ—ບໍ່ວ່າຈະໃຫຍ່ ຫລື ນ້ອຍ. ໃນເວລາດຽວກັນນັ້ນ, ຜູ້ທີ່ມີຄວາມຫ່ວງໃຍຄວນເຮັດທຸກສິ່ງທີ່ເຂົາເຈົ້າສາມາດເຮັດໄດ້ເພື່ອຈະສ້າງສັດທາ ແລະ ປະຈັກພະຍານຂອງເຂົາເຈົ້າເອງ. ການສຶກສາ, ການໄຕ່ຕອງ, ການດຳລົງຊີວິດຕາມຫລັກທຳພຣະກິດຕິຄຸນຢ່າງອົດທົນ ແລະ ຖ່ອມຕົນ, ແລະ ການປຶກສາຫາລືກັບຜູ້ນຳທີ່ເໝາະສົມ ເປັນວິທີທາງທີ່ດີທີ່ສຸດເພື່ອຈະແກ້ໄຂບັນຫາ ແລະ ຄວາມຫ່ວງໃຍ.
ບາງຄົນໄດ້ກ່າວວ່າ ມີສະມາຊິກຫລາຍຄົນທີ່ໜີອອກໄປຈາກສາດສະໜາຈັກໃນເວລານີ້, ແລະ ວ່າມີຄວາມສົງໄສ ແລະ ຄວາມບໍ່ເຊື່ອຖືຫລາຍກວ່າໃນອາດີດ. ເລື່ອງນີ້ບໍ່ເປັນຄວາມຈິງ. ສາດສະໜາຈັກຂອງ ພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ນັບມື້ນັບເຂັ້ມແຂງຂຶ້ນໄປເລື້ອຍໆ. ຈຳນວນສະມາຊິກທີ່ຂໍຕັດຊື່ຂອງເຂົາເຈົ້າອອກຈາກບັນທຶກຂອງສາດສະໜາຈັກ ແມ່ນມີຈຳນວນນ້ອຍຫລາຍຕະຫລອດມາ ແລະ ມີໜ້ອຍລົງໃນປີໆທີ່ຜ່ານມານີ້ ກວ່າໃນອາດີດ.24 ການເພີ່ມທະວີທາງສະຖິຕິໃນການວັດແທກບາງຢ່າງ, ດັ່ງເຊັ່ນສະມາຊິກທີ່ໄດ້ຮັບຂອງປະທານສັກສິດທີ່ມີໃບຮັບຮອງເຂົ້າພຣະວິຫານທີ່ໃຊ້ການໄດ້, ຜູ້ໃຫຍ່ທີ່ຈ່າຍສ່ວນສິບເຕັມສ່ວນ, ແລະ ຜູ້ທີ່ກຳລັງຮັບໃຊ້ເຜີຍແຜ່, ກໍມີຫລາຍ. ຂ້າພະເຈົ້າຂໍກ່າວອີກວ່າ, ສາດສະໜາຈັກນັບມື້ນັບເຂັ້ມແຂງຂຶ້ນໄປເລື້ອຍໆ. ແຕ່, “ຈົ່ງຈຳໄວ້ວ່າ ຄຸນຄ່າຂອງຈິດວິນຍານແມ່ນຍິ່ງໃຫຍ່ໃນສາຍພຣະເນດຂອງພຣະເຈົ້າ.”25 ພວກເຮົາເອື້ອມອອກໄປຫາທຸກໆຄົນ.
ຖ້າຫາກຄວາມຍາກລຳບາກທີ່ທ່ານປະເຊີນຢູ່ໃນເວລານີ້ເບິ່ງຄືວ່າເປັນຕາສິ້ນຫວັງ ແລະ ໜັກໜ່ວງຫລາຍ ແລະ ເກືອບຈະທົນບໍ່ໄຫວ, ຂໍໃຫ້ຈຳໄວ້ວ່າ ໃນຄວາມເຈັບປວດທາງວິນຍານທີ່ລຳບາກໜັກທີ່ພຣະຄຣິດໄດ້ທົນຕໍ່ ຢູ່ໃນສວນເຄັດເຊມາເນ ແລະ ຄວາມທໍລະມານ ແລະ ຄວາມເຈັບປວດທີ່ເກີນຄວາມເຂົ້າໃຈຢູ່ທີ່ຄາວາຣີ, ພຣະຜູ້ຊ່ອຍໃຫ້ລອດໄດ້ສຳເລັດການຊົດໃຊ້, ຊຶ່ງໄດ້ແກ້ໄຂພາລະທີ່ຮ້າຍກາດທີ່ສຸດ ທີ່ເກີດຂຶ້ນໃນຊີວິດນີ້. ພຣະອົງໄດ້ກະທຳມັນເພື່ອທ່ານ, ແລະ ພຣະອົງໄດ້ກະທຳມັນເພື່ອຂ້າພະເຈົ້າ. ພຣະອົງໄດ້ກະທຳມັນເພາະວ່າພຣະອົງຮັກເຮົາ ແລະ ເພາະວ່າພຣະອົງເຊື່ອຟັງ ແລະ ຮັກພຣະບິດາຂອງພຣະອົງ. ເຮົາຈະຖືກກູ້ຊີວິດເອົາໄວ້ຈາກຄວາມຕາຍ—ແມ່ນແຕ່ຈາກຄວາມເລິກຂອງທະເລ.
ເຮົາຈະໄດ້ຮັບການປົກປ້ອງໃນຊີວິດນີ້ ແລະ ສຳລັບນິລັນດອນ ຜ່ານຄວາມຊອບທຳຂອງບຸກຄົນ ແລະ ຂອງຄອບຄົວ, ພິທີການຂອງສາດສະໜາຈັກ, ແລະ ການຕິດຕາມພຣະຜູ້ຊ່ອຍໃຫ້ລອດ. ນີ້ຄືບ່ອນຫລົບໄພຈາກພະຍຸ. ສຳລັບຜູ້ຄົນທີ່ຮູ້ສຶກວ່າຢູ່ຄົນດຽວ, ທ່ານສາມາດຍຶດໝັ້ນຢູ່ຢ່າງໝັ້ນຄົງໃນຄວາມຊອບທຳ ໂດຍຮູ້ວ່າການຊົດໃຊ້ຈະປົກປ້ອງ ແລະ ໃຫ້ພອນທ່ານ ເກີນກວ່າທີ່ທ່ານຈະເຂົ້າໃຈໄດ້ທັງໝົດ.
ເຮົາຄວນຈື່ຈຳພຣະຜູ້ຊ່ອຍໃຫ້ລອດ, ຮັກສາພັນທະສັນຍາຂອງເຮົາ, ແລະ ຕິດຕາມພຣະບຸດຂອງພຣະເຈົ້າ ດັ່ງທີ່ດອກຕາເວັນອ່ອນຕິດຕາມແສງແດດ. ການຕິດຕາມຄວາມສະຫວ່າງ ແລະ ຕົວຢ່າງຂອງພຣະອົງຈະນຳຄວາມຊື່ນຊົມ, ຄວາມສຸກ, ແລະ ຄວາມສັນຕິສຸກມາໃຫ້ເຮົາ. ດັ່ງທີ່ ເພງສັນລະເສີນ ບົດທີ 27 ແລະ ເພງສວດໂປດ ທັງສອງປະກາດວ່າ, “ອົງພຣະຜູ້ເປັນເຈົ້າເປັນຄວາມສະຫວ່າງ ແລະ ເປັນຜູ້ຊ່ອຍໃຫ້ພົ້ນຂອງຂ້າພຣະອົງ.”26
ໃນທ້າຍອາທິດຂອງວັນອິດສະເຕີນີ້, ໃນຖານະອັກຄະສາວົກຄົນໜຶ່ງຂອງພຣະຜູ້ຊ່ອຍໃຫ້ລອດ, ຂ້າພະເຈົ້າຂໍເປັນພະຍານຢ່າງໜັກແໜ້ນ ເຖິງການຟື້ນຄືນສູ່ຊີວິດຂອງພຣະເຢຊູຄຣິດ. ຂ້າພະເຈົ້າຮູ້ວ່າພຣະອົງຊົງພຣະຊົນຢູ່. ຂ້າພະເຈົ້າຮູ້ຈັກສຸລະສຽງຂອງພຣະອົງ. ຂ້າພະເຈົ້າເປັນພະຍານເຖິງຄວາມສູງສົ່ງ ແລະ ຄວາມຈິງຂອງການຊົດໃຊ້ຂອງພຣະອົງ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.