​2010–2019
ເຮົາ​ຈະ​ກ້າວ​ຂຶ້​ນ​ໄປ​ໜ້າ​ດ້ວຍ​ກັນ
ເມສາ 2015


11:16

ເຮົາ​ຈະ​ກ້າວ​ຂຶ້​ນ​ໄປ​ໜ້າ​ດ້ວຍ​ກັນ

ໃນ​ຖາ​ນະ​ຍິງ ແລະ ຊາຍ​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ, ເຮົາ​ຕ້ອງ​ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ ແລະ ຊ່ອຍ​ເຫລືອ​ກັນ​ແລະ​ກັນ​ ​ໃຫ້ກາ​ຍ​ເປັນ​ຜູ້​ຄົນ​ທີ່​ພ​ຣະ​ຜູ້​ເປັນ​ເຈົ້າ​ປະ​ສົງໃຫ້​ເຮົາ​ເປັນ.

ນອກ​ຈາກ​ຄຳ​ປາ​ໄສ, ສຽງ​ເພງ, ແລະ ຄຳ​ອະ​ທິ​ຖານ​ທີ່​ດົນ​ໃຈ​ ທີ່​ສຳ​ພັດຈິດໃຈ​ຂອງ​ຂ້າ​ພະ​ເຈົ້າ​ສະ​ເໝີ​ມາ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ໃຫ​ຍ່​ສາ​ມັນ​ນີ້​ແລ້ວ, ສະ​ຕີ​ໃນ​ສາດ​ສະ​ໜາ​ຈັກ​​ຍັງໄດ້​ບອກຂ້າ​ພະ​ເຈົ້າວ່າ ສິ່ງ​ທີ່​​ເຂົາ​ເຈົ້າ​ມັກ​ຫລາຍ​ທີ່​ສຸດ​ຄື​ການ​ເຫັນ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມອັກ​ຄະ​ສາ​ວົກ​ສິບ​ສອງ ຂະ​ນະ​ທີ່​ພວກ​ເພິ່ນ​ພາ​ກັນ​ອອກ​ໄປ​ຈາກ​​ເວທີນີ້ ພ້​ອມ​ດ້ວຍ​ຄູ່​ຄອງ​ນິ​ລັນ​ດ​ອນ​ຂອງ​ພວກ​ເພິ່ນ. ແລະ ເຮົາ​ທຸກ​ຄົນ​ກໍ​ມີ​ຄວາມ​ສຸກ​ເມື່ອ​ໄດ້​ຍິນ​​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫ​ຍ່​ສະ​ແດງ​ຄວາມ​ຮັກຕໍ່​ພັນ​ລະ​ຍາ​ຂອງ​ພວກ​ເພິ່ນ​ຢ່າງ​ລະອຽດ​ອ່ອນ.

President Boyd K. Packer and his wife, Donna, at the Brigham City Utah Temple cornerstone ceremony, 23 September 2012.

ເມື່ອ​ກ່າວ​ເຖິງ ດ່ອນນ້າ, ​ພັນ​ລະ​ຍາ​ຂອງ​ເພິ່ນ, ປະ​ທ​ານບອຍ ເຄ ແພ໊ກ​ເກີ ​ໄດ້​ກ່າວ​ວ່າ, “ເປັນ​ເພາະ​ຕຳ​ແໜ່ງ​ທີ່​ຂ້າ​ພະ​ເຈົ້າ​ດຳ​ລົງ​ຢູ່, ຂ້າ​ພະ​ເຈົ້າ​ມີ​ພັນ​ທະ​ທີ່​ຕ້ອງ​ເວົ້​າ​ຄວາມ​ຈິງວ່າ: ນາງ​ດີແທ້ໆ.”1

President Dieter F. Uchtdorf and his wife.

“ນາງ​ເປັນ​ແຫລ່ງ​​​ຂອງ​ຄວາມ​ສຸກ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ,”2 ປະ​ທານດີ​ເດີ ແອັຟ ອຸກດອບ ໄດ້​ກ່າວ​ກ່ຽວ​ກັບ​ພັນ​ລະ​ຍາ​ຂອງ​ເພິ່ນ, ​ແຮຣີແອັດ.

President Henry B. Eyring and Sister Eyring at their wedding.

ປະ​ທານເຮັນ​ຣີ ບີ ໄອ​ຣິງ, ໄດ້​ກ່າວ​ເມື່ອ​ອ້າງ​ເຖິງ ຄາ​ທະ​ລີນ, ພັນ​ລະ​ຍາ​ຂອງ​ເພິ່ນ​ວ່າ, “ນາງ [ເປັນ] ຄົນ​ທີ່​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຢາກ​ເປັນ​ຄົນ​ທີ່​ດີ​ທີ່​ສຸດ​ ທີ່​ຂ້າ​ພະ​ເຈົ້າ​ສາ​ມາດ​ເປັນ​ໄດ້.”3

LDS Church President Thomas S. Monson gives his wife, Frances, a kiss at their 60th anniversary celebration, 10/6/2008, at the Lion House. The two met in 1944 and were married in the Salt Lake Temple on Oct. 7, 1948.

ແລະ ປະ​ທານທອມ​ມັ​ສ ແອັ​ສ ມອນ​ສັນ, ເມື່ອ​ກ່າວ​ເຖິງ ​​ແຟຣນ​ຊິ​ສ໌​ ສຸດ​ທີ່​ຮັກ​ຂອງ​ເພິ່ນ ໄດ້​ກ່າວ​ວ່າ: “ນາງ​ໄດ້​ເປັນ​ຄົນ​ທີ່​ຂ້າ​ພະ​ເຈົ້າ​ຮັກ​ຫລ​າຍ​ທີ່​ສຸດ​ໃນ​ຊີ​ວິດ, ​ເປັນຄູ່​ຄອງ​ທີ່​ຂ້າ​ພະ​ເຈົ້າ​ໄວ້​ວາງ​ໃຈ​ທີ່​ສຸດ, ແລະ ​ເປັນເພື່ອນ​ທີ່​ໃກ້​ຊິດ​ທີ່​ສຸດ. ຄຳ​ທີ່​ວ່າ​ຂ້າ​ພ​ະ​ເຈົ້າ​ຄິດ​ເຖິງ​ນາງນັ້ນ​ກໍ​ບໍ່​ສາ​ມາດ​ສະ​ແດງ​​ເຖິງຄວາມ​ຮູ້​ສຶກ​ເລິກໆ​​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເລີຍ.”4

ຂ້າ​ພ​ະ​ເຈົ້າ​ຢາກ​ສະ​ແດງ​ຄວາມ​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່ ຄະ​ເຣກ, ສາ​ມີ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າເໝືອນ​ກັນ. ລາວ​ເປັນ​ຂອງ​ປະ​ທານ​ທີ່​ລ້ຳ​ຄ່າ​ທີ່​ສຸດ​ສຳ​ລັບ​ຂ້າ​ພະ​ເຈົ້າ! ເມື່ອ​ອ້າງ​ເຖິງ​ສາ​ມີ​ຂອງ​ຂ້າ​ພະ​ເຈົ້າ, ສຳ​ນວນ​ໜຶ່ງ​ທີ່​ລ້ຳ​ຄ່າ ແລະ​ ສັກ​ສິດ​ໃນ​ປິ​ຕຸ​ພອນ​ຂອງ​ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ ແລະ ຊີ​ວິດ​ຂອງ​ລູກໆ​ຂອງ​ຂ້າ​ພະ​ເຈົ້າ​ “ຈະ​ໄດ້​ຮັບ​ການ​ດູ​ແລ​ເປັນ​ຢ່າງດີໃນ​ການ​ປົກຄອງ​ຂອງ​ລາວ.” ມັ​ນ​ກໍ​ແຈ່ມ​ແຈ້ງ​ສຳ​ລັບ​ຂ້າ​ພະ​ເຈົ້າ​ວ່າ ຄະ​ເຣກ ຄືຜູ້​ທີ່​ເຮັດ​ໃຫ້ຄຳ​ສັນ​ຍານັ້ນບັນລຸ​ຜົນສຳ​ເລັດ. ເມື່ອ​ໃຊ້​ຖ້ອຍ​ຄຳ​ຂອງ ມາກ ທະ​ເວນ, ຂ້າ​ພະ​ເຈົ້າ ກ່າວ​ໄດ້​ວ່າ, “ຊີ​ວິດ​ທີ່​ບໍ່​ມີ [​ຄ​ະ​ເຣກ] ຈະ​ບໍ່​​ແມ່ນຊີ​ວິດ​ເລີຍ.”5 ຂ້າ​ພະ​ເຈົ້າ​ຮັກ​ລາວ, ສຸດ​ຫົວ​ໃຈ ແລະ ຈິດ​ວິນ​ຍານ!

ບົດ​ບາດ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສູງ​ສົ່ງ

ມື້​ນີ້​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ກຽດ​ບັນ​ດາ​ສາ​ມີ, ພໍ່, ອ້າຍ​ນ້ອງ, ລູກ​ຊາຍ, ລູງ ນ້າ​ບ່າວ ແລະ ອາວ ຜູ້​ທີ່​ຮູ້​ຈັກ​ວ່າ​ເຂົາ​ເຈົ້າ​ເປັນ​ໃຜ ແລະ ຜູ້​ທີ່​ກຳ​ລັງ​ເຮັດ​ໃຫ້​ດີ​ທີ່​ສຸດ ເພື່ອ​ບັນ​ລຸ​ບົດ​ບາດ​ທີ່​ພ​ຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້ ດັ່ງ​ທີ່​ຖືກ​ບັນ​ຍາຍ​ໄວ້​ໃນ​​ໃບ ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ, ຮ່ວມ​ທັງ​ການ​ນຳ​ພາ ແລະ ການ​ຈັດ​ຫາ ແລະ ການ​ປົກ​ປັກ​ຮັກ​ສາ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ຢ່າງ​ຊອ​ບ​ທຳ. ຂໍ​ໃຫ້​ຮູ້​ໄວ້​ວ່າ​ຂ້າ​ພະ​ເຈົ້າຮັບ​ຮູ້​ໄດ້​ດີ​ວ່າ​ຫົວ​ຂໍ້​ຂອງ​ການ​ເປັນ​ພໍ່, ເປັນ​ແມ່, ແລະ ການ​ແຕ່ງ​ງານ​ຈະ​ເຮັດ​ໃຫ້​ຫລາຍ​ຄົນ​ອຸກ​ອັ່ງ​ໃຈ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ບາງ​ຄົນ​ຮູ້​ສຶກວ່າ​ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ຈະ​ບໍ່​ສາ​ມາດ​ບັນ​ລຸ​ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ຖືວ່າ ເປັນ​ຄວາມ​ສົມ​ບູນ​ແບບ​ໄດ້​. ຫລາຍ​ຄົນ​ກໍ​ເຈັບ​ປວດ​ເພາະ​ຍ້ອນ​ຄວາມ​ລະ​ເລີຍ, ການ​ຂົ່ມ​ເຫັງ, ການ​ຕິດ​ແສດ, ແລະ ປະ​ເພ​ນີ ແລະ ວັດ​ທະ​ນະ​ທຳ​ທີ່ບໍ່​ຖືກ​ຕ້ອງ. ຂ້າ​ພະ​ເຈົ້າ​ບໍ່​ໄດ້ຍົກ​ໂທດການ​ກະທຳ​ຂອງ​ຊາຍ ແລະ ຍິງ ຜູ້​ທີ່​ໄດ້​​ກໍ່​ໃຫ້​ເກີດຄວາມ​ເຈັບ​ປວດ, ຄວາມ​ທຸກ​ທໍ​ລະ​ມານ​ໃຈ, ຄວາມ​ສິ້ນ​ຫວັງ​ໃນ​ບ້າ​ນ​ເຮືອນ​ຂອງ​ເຂົາ​ເຈົ້າ​ຢ່າງ​ຕັ້ງ​ໃຈ ຫລື ແມ່ນ​ແຕ່ໂດຍບໍ່​​ຮັບຮູ້​ເລີຍ. ​ແຕ່​ມື້​ນີ້ ຂ້າພະ​ເຈົ້າຈະ​ກ່າວ​ກ່ຽວ​ກັບ​ຢ່າງ​ອື່ນ​ອີກ.

ຂ້າ​ພະ​ເຈົ້າ​ໝັ້ນ​ໃຈ​ວ່າ​ສາ​ມີ​ຈະ​ບໍ່​ເຄີຍ​ດູ​ດີ ​ຕໍ່​ພັນ​ລະ​ຍາ​ຂອງ​ລາວຫລາຍ​ໄປ​ກວ່າ​ໃນ​ເວ​ລາ​ທີ່​ລາວຮັບ​ໃຊ້​ຢູ່​ໃນ​ບົດ​ບາດທີ່​ພ​ຣະ​ເຈົ້າ​ປະ​ທານ​ໃຫ້ ໃນ​ຖາ​ນະ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ມີ​ຄຸນຄ່າດີ​ພໍ—ສຳ​ຄັນ​ຫລາຍ​ທີ່​ສຸດ​ແມ່ນ​ເມື່ອ​ຢູ່​ໃນ​ບ້ານ. ຂ້າ​ພະ​ເຈົ້າ​ມັກ ແລະ ເຊື່ອ​ຖ້ອຍ​ຄຳ​ຂອງປະ​ທານແພ໊ກ​ເກີ ຕໍ່​ສາ​ມີ ແລະ ພໍ່​ທີ່​ມີ​ຄຸນ​ຄ່າ​ວ່າ: “ພວກ​ທ່ານ​ມີ​ອຳ​ນາດ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ມາ​ຈາກ​ພ​ຣະ​ຜູ້​ເປັນ​ເຈົ້າໂດຍ​ກົງ ເພື່ອ​ປົກ​ປ້ອງ​ຄອບ​ຄົວ​ຂອງ​ພວກທ່ານ. ຈະ​ມີ​ເວ​ລາ​ໃດ​ເວລາ​ໜຶ່ງ ເມື່ອພຽງ​ແຕ່​ອຳ​ນາດນັ້ນເທົ່າ​ນັ້ນ​ ທີ່​ຈະ​ສາມາດປົກ​ປ້ອງ​​ພວກທ່ານ ແລະ ຄອ​ບ​ຄົວ​ຂອງ​ພວກ​ທ່ານ​ໄດ້ ຈາກ​ການ​ທຳ​ຮ້າຍ​ຂອງ​ຜູ້​ປໍ​ລະ​ປັກ.”6

ຜູ້​ນຳ ແລະ ຄູ​ສອນ​ທາງວິນ​ຍານ​ຢູ່​ໃນ​ບ້ານ

ຕົ້ນ​ປີນີ້ ຂ້າ​ພະ​ເຈົ້າ​​ໄດ້ໄປ​ຮ່ວມ​ງານ​ສົ່ງ​ສະ​ການ​ຂອງ​ຊາຍ​ທຳ​ມະ​ດາ ແຕ່ດີ​ເດັ່ນ​ຄົນ​ໜຶ່ງ ຊື່ ດອນ ທີ່​ເປັນລຸງ​ຂອງສາ​ມີ​ຂອງ​ຂ້າ​ພະ​ເຈົ້າ. ລູກ​ຊາຍ​ຄົນ​ໜຶ່ງ​ຂອງລຸງດອນ ​ໄດ້​ແບ່ງ​ປັນ​ປະ​ສົບ​ການ​ທີ່​ລາວ​ໄດ້​ມີ​ຕອນ​ຍັງ​ນ້ອຍ, ບໍ່​ດົນ​ຫລັງ​ຈາກ​ພໍ່​ແມ່​ຂອງ​ລາວ​ໄດ້​ຊື້​ບ້ານ​ຫລັງ​ທຳ​ອິດ​ຂອງ​ເຂົາ​ເຈົ້າ. ເພາະ​ວ່າ​ມີ​ລູກ​ນ້ອຍ​ຫ້າ​ຄົນ​ທີ່​ຈະ​ລ້ຽງ​ດູ ແລະ ຫຸ້ມ​ຫໍ່, ຈຶ່ງບໍ່​ມີ​ເງິນ​ພໍ​ທີ່​ຈະ​ອ້ອມ​ຮົ້ວ​​ເດີ່ນ​ບ້ານ. ໂດຍໄດ້​ຮັບ​ເອົາ​ບົດ​ບາດ​ອັນ​ສູງ​ສົ່ງ​ຂອງ​ລາວ​ຢ່າງ​ຈິງ​ຈັງ ໃນ​ຖາ​ນະ​ຜູ້​ປົກ​ປ້ອງ​ຄອບ​ຄົວ​ຂອງ​ລາວ, ລຸງດອນ, ໄດ້​ຕອກ​ຫລັກນ້ອຍ​ລົງ​ພື້ນ​ດິນ, ໄດ້​ເອົາ​​ເຊືອກເສັ້ນ​ນ້ອຍ, ແລະ ມັດ​ມັນຈາກ​ຫລັກ​ໜຶ່ງ​ໄປ​ຫາ​ອີກຫລັກໜຶ່ງ ​ທີ່​ອ້ອມ​ຮອບ​ເດີ່ນ​ບ້ານ. ແລ້ວ​ລາວ​ໄດ້​ເອີ້ນ​ໃຫ້​ລູກ​ມາ​ຫາ​ລາວ. ລາວ​ໄດ້​ສະ​ແດງໃຫ້​ເຂົາ​ເຫັນ​​ຫລັກ ແລະ ເຊືອກເສັ້ນ​ນ້ອຍນັ້ນ ແລະ ໄດ້​ອະ​ທິ​ບາຍ​ໃຫ້​ພວກ​ເຂົາ​ຮູ້​ວ່າ ຖ້າ​ຫາກ​ພວກ​ເຂົາ​ຈະ​ຢູ່​​ໃນ​ຂອບ​ເຂດ​ຂອງຮົ້​ວ​ຊົ່ວ​ຄາວນັ້ນ, ພວກ​ເຂົາ​ຈະ​ປອດ​ໄພ.

ມື້​ໜຶ່ງ​ຄູ​ຢ້ຽມ​ສອນ​ໄດ້​ພາ​ກັນ​ເບິ່ງ​ດ້ວຍ​ຄວາມ​ປະ​ຫລາດ​ໃຈ ​ເມື່ອ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃກ້​ບ້ານຫລັງນັ້ນ ແລະ ໄດ້​ເຫັນ​ເດັກ​ນ້ອຍ​ຫ້າ​ຄົ​ນ​ພາ​ກັນ​ຢືນ​ຢູ່​ຢ່າງ​ເຊື່ອຟັງ​ ໃກ້​ເຂດ​ເຊືອກ​, ພາ​ກັນ​ແນມ​ເບິ່ງ​ໝາກ​ບານ​ທີ່​ໄດ້​ຕົກ​ມາ​ຜ່ານ​ຂອບ​ເຂດ​ຂອ​ງ​ພວກ​ເຂົາ ແລະ ກິ້ງ​ໄປ​ຫາ​ຖະ​ໜົນນັ້ນ​ ດ້ວຍ​ຄວາມ​ຢາກ​ໄດ້​ມັນ​ຄື​ນ​ມາ​. ເດັກ​ນ້ອຍ​ຄົນ​ໜຶ່ງ​ໄດ້​ແລ່ນ​ໄປ​ບອກ​ພໍ່ຂອງ​ພວກ​ເຂົາ, ຜູ້​ທີ່​ໄດ້​ແລ່ນ​ໄປ​ເອົາ​ໝາກ​ບານ​ຄືນ​ມາ​ໃຫ້.

ຕໍ່​ມາ, ຢູ່​ທີ່​ງານສົ່ງ​ສະ​ການ, ​ດ້ວຍນ້ຳ​ຕາ​ໄຫລ​ອາບ​ແກ້ມ, ລູ​ກ​ຊາຍ​ກົກ​ໄດ້​ບອກວ່າ ຄວາມ​ຫວັງ​ຂອງ​ລາວ​ໃນ​ຊີ​ວິດນີ້​ ແມ່ນ​ຢາກ​ເປັນ​ເໝືອນ​ດັ່ງ​ພໍ່​ທີ່​ຮັກ​ຂອງ​ລາວ.

Sister Burton's son and grandson reading together.

ປະ​ທານເອສະ​ຣາ ແທັບ ເບັນ​ສັນ ​ໄດ້​ກ່າ​ວ​ວ່າ:

“ໂອ້, ສາ​ມີ ແລະ ພໍ່​ທັງ​ຫລາຍ​ໃນສາດ​ສະ​ໜາ​ຈັກ, ພວກ​ທ່ານ​ສາ​ມາດ​ເຮັດ​ໄດ້​ຫລາຍ​ຢ່າງ​ເພື່ອ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຂອງ​ຄອບ​ຄົວ​ຂອງ​ພວກ​ທ່ານ! …

“ຂໍ​ໃຫ້​ຈົດ​ຈຳ​ການ​ເອີ້ນ​ທີ່​ສັກ​ສິດ​ຂອງ​ທ່າ​ນ​ໃນ​ຖາ​ນະ​ພໍ່​ຄົນ​ໜຶ່ງ​ໃນ​ອິດ​ສະ​ຣາ​ເອນ—ການ​ເອີ້ນ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ທ່ານ​ໃນ​ການ​ເວ​ລາ ແລະ ຊົ່ວ​ນິ​ລັນ​ດອນ—ການ​ເອີ້ນ​ທີ່​ທ່ານ​ຈະ​ບໍ່​ຖືກ​ປົດ​ຈາກ​ຕຳ​ແໜ່ງ​ເລີຍ.”

Sister Burton's son and grandson on a bed together.

“ພວກ​ທ່ານ​ຕ້ອງ​ຊ່ອຍ​ສ້າງ​ບ້ານ​ເຮືອນ ​ບ່ອນ​ທີ່​ພ​ຣະ​ວິນ​ຍານ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ສາ​ມາດ​ສະ​ຖິດ​ຢູ່​ໄດ້.”7

ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ແມ່ນ​ຖືກ​ຕ້ອງ ແລະ ກົງ​ກັບ​ວັນ​ເວ​ລານີ້​ແທ້ໆ.

ມັນ​ຕ້ອງ​ເປັນ​ເລື່ອງ​ຍາກ, ວ່າ​ຢ່າງ​ນ້ອຍ, ສຳ​ລັບ​ບຸ​ລຸດ​ແຫ່ງ​ພັນ​ທະ​ສັນ​ຍາ ທີ່​ຈະ​ມີ​ຊີ​ວິດ​ຢູ່​​ໃນໂລກ​ທີ່ບໍ່​ພຽງ​ແຕ່ບໍ່​ເຫັນ​ຄຸນ​ຄ່າ​ຂອງ​ບົດ​ບາດ ແລະ ໜ້​າ​ທີ່​ຮັບ​ຜິດ​ຊອບ​ອັນ​ສູງ​ສົ່ງ​ຂອງ​ເຂົາ​ເຈົ້າ​ ແຕ່​ຍັງ​ສົ່ງ​ຂ່າວ​ສານ​ທີ່ບໍ່​ຈິງ​ກ່ຽວ​ກັບ​ຄວາມ​ໝາຍ​ທີ່​ວ່າ “ລູກ​ຜູ້​ຊາຍ” ນັ້ນ​ຕ້ອງ​ເປັນ​ແນວ​ໃດ. ຂ່າ​ວ​ສານ​ໜຶ່ງ​ທີ່ບໍ່​ຈິງນັ້ນ​ຄື “ເຮົາ​ເປັນ​ຄົນ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ໂລກ.” ​ພ້​ອມນີ້ຍັງ​ມີ​ຂ່າວ​ສານ​ໜຶ່ງ​ອີກ​ທີ່​ດູ​ຖູກ ແລະ ເຍາະ​ເຍີ້ຍ​ວ່າ​ ບໍ່​ຈຳ​ເປັນ​ຕ້ອງ​ມີ ​ສາ​ມີ ແລະ ພໍ່​ ​ອີກ​ຕໍ່​ໄປ​ແລ້ວ. ຂ້າ​ພະ​ເຈົ້າ​ຂໍ​ອ້ອນວອນ​ນຳ​ພວກ​ທ່າ​ນ​ວ່າ ບໍ່​ໃຫ້​ຟັງ​ຄຳ​ຂີ້​ຕົວະ​ຂອງ​ຊາ​ຕານ​ເລີຍ! ມັນຈະ​ບໍ່​ມີສິດ​ທິ​ພິ​ເສດ​ທີ່​ສັກ​ສິດນັ້ນ ທີ່​ຈະ​ກາຍ​ເປັນ​ສາ​ມີ ຫລື ພໍ່​ໄດ້​ຈັກ​ເທື່ອ. ເພາະ​ວ່າ​ມັນ​ອິດ​ສາ​ຜູ້​ທີ່​ມີ​ບົດ​ບາດ​ທີ່​ສັ​ກ​ສິດ​ເຫລົ່າ​ນີ້ ທີ່​ມັ​ນ​ຈະ​ບໍ່​ມີ, ມັນ​ຈຶ່ງ​ຕັ້ງ​ໃຈ​ຈະ​ເຮັດ​ໃຫ້ “ມະ​ນຸດ​ທັງ​ປວງ … ​ຈະ​ໄດ້​ເສົ້າສະຫລົດ​ໃຈ​ຄື​ກັນ​ກັບ​ມັນ”!8

​ການ​ໃຫ້​ກຳ​ລັງ​ໃຈ ແລະ ການ​ຊ່ອຍ​ເຫລືອ​​ໃນ​ບົດ​ບາ​ດທີ່​ຕື່ມ​ເຕັມ​ຂອງ​ເຮົາ

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເຮົາ​ຕ້ອງ​ການ​ກັນ​ແລະ​ກັນ! ໃນ​ຖາ​ນະ​ຍິງ ແລະ ຊາຍ​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ, ເຮົາ​ຕ້ອງ​ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ ແລະ ຊ່ອຍ​ເຫລືອ​ກັນ​ແລະ​ກັນ​ ​ໃຫ້ກາ​ຍ​ເປັນ​ຜູ້​ຄົນ​ທີ່​ພ​ຣະ​ຜູ້​ເປັນ​ເຈົ້າ​ປະ​ສົງໃຫ້​ເຮົາ​ກາຍເປັນ. ແລະ ເຮົາ​ຕ້ອງ​ຮ່ວ​ມ​ມື​ກັນ​ເພື່ອ​ຈະ​ໃຫ້​ກຳ​ລັງ​ໃຈ​ຄົນ​ລຸ້ນ​ໃໝ່ ແລະ ຊ່ອຍ​ເຫລືອ​ພວກ​ເຂົາ​ບັນ​ລຸ​ເຖິງ​ຄວາມ​ສາ​ມາດ​ອັນ​ສູງ​ສົ່ງ​ຂອງ​ພວກ​ເຂົາ​ ໃນ​ຖາ​ນະ​ທາ​ຍາດ​ຂອງ​ຊີ​ວິດ​ນິ​ລັນ​ດອນ. ເຮົາ​ສາ​ມາດ​ເຮັດ​ໄດ້​ດັ່ງ​ທີ່ ແອວ​ເດີ ຣໍເບີດ ດີ ແຮວ​ສ໌ ແລະ ພັນ​ລະ​ຍາ​ຂອງ​ເພິ່ນ, ແມ​ຣີ, ໄດ້​ເຮັດ ແລະ ໄດ້​ຕິດ​ຕາມ​ສຸ​ພາ​ສິດ​ທີ່​ວ່າ “ເຈົ້າ​ຍົກ​ເຮົາ​ຂຶ້ນ ແລະ ເຮົາ​ຍົກ​ເຈົ້າຂຶ້ນ, ແລະ ພວກ​ເຮົາ​ຈະ​ກ້າວຂຶ້ນ​ໄປ​ໜ້າ​ດ້ວຍ​ກັນ.”9

ເຮົາ​ຮູ້​ຈາກ​ພ​ຣະ​ຄຳ​ພີ​ວ່າ “ບໍ່​ເປັນ​ການສົມ​ຄວນ​ທີ່ … ​ຜູ້ຊາຍ​ຕ້ອງ​ຢູ່​ໂດ​ດ​ດ່ຽວ​ຢ່າງນີ້.” ເພາະ​ເຫດນີ້​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຈຶ່ງ​ໄດ້ສ້າງ “ຜູ້​ຊ່ອຍທີ່​ເໝາະ​ສົມ​ໃຫ້​​ລາວ.”10 ສຳ​ນວນ​ທີ່​ວ່າ ຜູ້​ຊ່ອຍ ໝາຍ​ເຖິງ ຜູ້​ຊ່ອຍ​ທີ່​ເໝາະ​ສົມ, ຄູ່​ຄວນ, ຫລື ສອດ​ຄ່ອງ​ກັບ​ລາວ.”11 ຍົກ​ຕົວ​ຢ່າງ, ມື​ທັງ​ສອງ​ເບື້ອງ​ຂອງ​ເຮົາ​ກໍ​ຄ້າຍ​ຄື​ກັນ ແຕ່ບໍ່​ໄດ້​ເປັນ​​ອັນ​ດຽວ​ກັນ​ແທ້ໆ. ຕາມ​ຄວາມ​ຈິງ​ແລ້ວ, ມັນ​ຢູ່ກົງກັນ​ຂ້າມ, ແຕ່​ທັງ​ສອງ​ເບື້ອງຕື່ມ​ເຕັມ​ ແລະ ເໝາະ​ສົມ​ສຳ​ລັບ​ກັນ​ແລະ​ກັນ​. ​ເມື່ອເຮັດ​ວຽກ​ຮ່ວມ​ກັນ, ທັງ​ສອງກໍເຂັ້ມແຂງກວ່າ.12

ໃນ​ບົດ​ໜຶ່ງ​ທີ່​ກ່ຽວ​ກັບ​ຄອບ​ຄົວ, ຄູ່ມື​ຂອງ​ສາດ​ສະ​ໜາ​ຈັກ​ບັນ​ຈຸ​ປ​ະໂຫຍກ​ທີ່​ວ່າ: “ທຳ​ມະ​ຊາດ​ຂອງວິນ​ຍານຊາຍ ແລະ ຍິງ​ກໍ​ເປັນ​ດັ່ງ​ນັ້ນເພື່ອ​ເຂົາ​ເຈົ້າ​ຈະ​ຕື່ມ​ເຕັມ​ໃຫ້ກັນ​ແລະ​ກັນ.”13 ຂໍ​ໃຫ້​ສັງ​ເກດ​ເບິ່ງ ​ທີ່​ມັນບໍ່​​ໄດ້​ກ່າວວ່າ “ແຂ່ງ​ຂັນ​ກັນ​ແລະ​ກັນ” ​ແຕ່ “ຈະ​ຕື່ມ​ເຕັມ​ໃຫ້​ກັນ​ແລະ​ກັນ”! ເຮົາ​ມາສູ່​ໂລກນີ້​ເພື່ອ​ຊ່ອຍ​ເຫລືອ, ເຊີດ​ຊູ, ແລະ ປິ​ຕິ​ຍິນ​ດີນຳ​ກັນ​ແລະ​ກັນ​ ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ຈະ​ກາຍ​ເປັນ​ຄົນ​ທີ່​ດີ​ທີ່​ສຸດ. ຊິດສະ​ເຕີ ບາ​ບາ​ຣາ ບີ ສະ​ມິດ ໄດ້​ສອນ​ຢ່າງ​ສະ​ຫລາດ​ວ່າ, “ເຮົາ​ສ​າ​ມາດ​ມີ​ຄວາມ​ສຸກ​ໄດ້​ຫລາຍ ເມື່ອ​ເຮົາ​ປິ​ຕິ​ຍິນ​ດີນຳ​ຄວາມ​ສຳ​ເລັດ​ຂອງ​ຄົນ​ອື່ນ ແລະ ບໍ່​ແມ່ນ​ແຕ່​ນຳ​ຄວາມ​ສຳ​ເລັດ​ຂອງ​ເຮົ​າ​ເອງ​ເທົ່າ​ນັ້ນ.”14 ເມື່ອ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ “ຕື່ມ​ເຕັມ” ແທນ​ທີ່​ຈະ “ແຂ່ງ​ຂັນ,” ມັນ​ຈະ​ງ່າຍ​ຂຶ້ນ​ຫລາຍ​ທີ່​ຈະ “ໃຫ້​ກຳ​ລັງ​ໃຈ​ກັນ​ແລະ​ກັນ!

ຕອນ​ຂ້າ​ພະ​ເຈົ້າ​ເປັນ​ແມ່​ໜຸ່ມ​ຂອງ​ລູກ​ນ້ອຍ​ຫລາຍ​ຄົນ, ໃນ​ທ້າຍ​ວັນ​ທີ່​ເຕັມ​ໄປ​ດ້ວຍ​ການ​ປ່ຽນ​ຜ້າ​ອ້ອມ, ລ້າງ​ຖ້ວຍ​ລ້າງ​ຊາມ, ແລະ ການລົງ​ໂທດ​ລູກ, ບໍ່​ມີ​ໃ​ຜ​ໄດ້​ຮ້ອງ​ເພງປະ​ຖົມ​ໄວ​ຊື່ “I’m so glad when daddy comes home”15 ​ແປວ່າ ເຮົາ​ດີ​ໃຈ​ເມື່ອ​ພໍ່​ກັບ​ເຖິງ​ບ້ານ​ ຢ່າງ​ກະ​ຕື​ລື​ລົ້ນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ເສຍ​ໃຈ​ທີ່​ຕ້ອງ​ສາ​ລະ​ພາບ​ວ່າ​ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເບີກ​ບານ​ໃຈ​ສະ​ເໝີ​ເມື່ອ ຄະ​ເຣກ ເບິ່ງ​ຄື​ວ່າ ຍ່າງ​ຜ່ານ​ປະ​ຕູ​ດ້ວຍ​ຄວາມ​ເບີກ​ບານ​ໃຈ ຫລັງ​ຈາກ​ໄດ້​ເຮັດວຽກ​ໜັກ​ທັງ​ວັນ. ລາວ​ໄດ້​ທັກ​ທາຍ​ເຮົາ​ແຕ່​ລະ​ຄົນ​ດ້ວຍ​ການ​ໂອບກອດ ແລະ ການ​ຫອມ​ແກ້ມ​ສະ​ເໝີ ແລະ ໄດ້​ປ່ຽນ​ວັນ​ທີ່​ຍາກ​ລຳ​ບາກ ແລະ ບາງ​ເທື່ອ​ກໍ​ເປັນ​ວັນ​ທີ່​ມີ​ຄວາມ​ເສຍ​ຫາຍ​ ໃຫ້​ເປັນ​ເວ​ລາ​ທີ່​ຊື່ນ​ຊົມ​ກັບ​ພໍ່. ຂ້າ​ພະ​ເຈົ້າ​ຢາກກັງ​ວົນ​ນ້ອຍ​ໄປ​ກວ່າ ນັ້ນ​ນຳ​ວຽກ​ທີ່​ຂ້າ​ພະ​ເຈົ້າ​ຈຳເປັນ​ຕ້ອງ​ໄດ້​ເຮັດ​ໃຫ້​ສຳ​ເລັດ​ໃນ​ມື້ນັ້ນ ແລະ ໄດ້​ເອົາ​ໃຈ​ໃສ່​ຢ່າງ​ສະ​ຫລາດ​ຫລາຍກວ່າ, ດັ່ງ​ທີ່​ລາວ​ໄດ້​ເຮັດ, ກັ​ບ​ເລື່ອງ​ທີ່​ສຳ​ຄັນ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ຈະ​ໄດ້​ຢຸດ​ເລື້ອຍໆ ແລະ ໄດ້​ມີ​ຄວາ​ມ​ສຸກ​ກັບ​ເວ​ລາ​ຂອງ​ຄອບ​ຄົວ ແລະ ຈະ​ໄດ້​ຂອບ​ໃຈ​ລາວ​ເລື້ອຍໆ​ທີ່​ໄດ້​ເປັນ​ພ​ອນ​ໃຫ້​ແກ່​ຊີ​ວິດ​ຂອງ​ພວກ​ເຮົາ!

ໃຫ້​ເຮົາ​ກ່າວ​ຄຳ​ຊົມ​ເຊີຍ​ເອີ່ຍ​ສັນ​ລະ​ເສີນ

ເມື່ອບໍ່​ດົນ​ມານີ້, ເອື້ອຍ​ນ້ອງ​ທີ່​ຊື່​ສັດ​ຄົນ​ໜຶ່ງ​ໃນ​ສາດ​ສະ​ໜາ​ຈັກ ​ໄດ້​​ແບ່ງປັນ​ກັບຂ້າພະ​ເຈົ້າ​​ເຖິງ​ຄວາມ​ກັງ​ວົນ​ຂອງນາງ​ ທີ່ໄດ້​ອະ​ທິ​ຖານ​ຫາ​ຄຳ​ຕອບ​ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ. ​ນາງ​ໄດ້​ມີຄວາມ​ກັງ​ວົນ​​ສຳລັບ​ເອື້ອຍ​ນ້ອງ​ໃນ​ຫວອດ​ຂອງ​ນາງ. ນາງ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ​ ມັນ​ໄດ້​ເຮັດ​ໃຫ້​ນາງເຈັບ​ໃຈ​ຫລາຍ​ພຽງ​ໃດ​ທີ່​ສັງ​ເກດ​ເຫັນ​ວ່າ​ພວກ​ເອື້ອຍ​ນ້ອງ​ເຫລົ່າ​ນັ້ນ ບາງ​ເທື່ອ​ບໍ່​ໃຫ້​ກຽດ​ສາ​ມີ​ຂອງ​ເຂົາ​ເຈົ້າ​ໃນ​ຄຳ​ວາ​ຈາ ຫລື ເວົ້າ​ຂວັນ​ສາ​ມີ​ຂອງ​ຕົນ, ແມ່ນ​ແຕ່​ຕໍ່​ໜ້າ​ລູກໆ​ຂອງ​ເຂົາ​ເຈົ້າ. ແລ້ວ​ນາງ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ຕອນ​ເປັນ​ຍິງ​ໜຸ່ມ​ນາງ​ໄດ້​ປາດ​ຖະ​ໜາ ແລະ ໄດ້​ອະ​ທິ​ຖານ​ຢ່າງ​ແຮງ​ກ້າ ​ເພື່ອ​ຈະ​ໄດ້​ແຕ່ງ​ງານ​ກັບ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຊອບ​ທຳ ແລະ ສ້າງ​ບ້ານ​ເຮືອນ​ທີ່​ມີ​ຄວາມ​ສຸກ​ກັບ​ຊາຍ​ຄົນ​ນັ້ນ. ນາງ​ໄດ້​ເຕີບ​ໂຕ​ຂຶ້ນ​ມາ​ໃນ​ບ້ານ​ບ່ອນ​ທີ່​ແມ່​ຂອງ​ນາງ “ໄດ້​ເປັນ​ເຈົ້າ​ກີ້​ເຈົ້າ​ການ​ໃນ​ບ້ານ” ແລະ ພໍ່​ຂອງ​ນາງ​ໄດ້ຍອມ​ຕໍ່​ຄຳ​ສັ່ງຂອງ​ແມ່​ຂອງ​ນາງ ເພື່ອ​ຈະ​ໄດ້​ຮັກ​ສາ​ຄວາມ​ສະ​ຫງົບ​ຢູ່​ທີ່​ບ້ານ. ນາງ​ໄດ້​ຮູ້​ສຶກວ່າ​ຕ້ອງ​ມີ​ວິ​ທີ​ທີ່​ດີກວ່າ​ນັ້ນ. ນາງບໍ່​ເຄີຍ​ໄດ້​ເຫັນ​ຕົວ​ຢ່າງ​ແບບນັ້ນ​ໃນ​ບ້ານ​ທີ່​ນາງ​ໄດ້​ເຕີບ​ໂຕ​ຂຶ້ນ​ມາ, ແຕ່​ຜ່ານ​ການ​ອະ​ທິ​ຖານ​ຫາ​ການ​ຊີ້​ນຳຢ່າງ​ຈິງ​ໃຈ, ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ນາງ​ຮູ້​ວິ​ທີ ​ທີ່​ນາງ​ຈະ​ສ້າງ​ບ້ານ​ເຮືອນ​ກັ​ບ​ສາ​ມີ​ຂອງ​ນາງ ບ່ອນ​ທີ່​ພ​ຣະ​ວິນ​ຍານຈະ​ຖືກ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ. ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ບ້ານ​ຫລັງ​ນັ້ນ​ແລ້ວ ແລະ ສາ​ມາດ​ເປັນ​ພະ​ຍານ​ໄດ້​ວ່າ ​ມັນ​ເປັນ​ສະ​ຖານ​ທີ່​ທີ່​ສັກ​ສິດ​ແທ້ໆ!

ເອື້ອຍ​ອ້າຍ​ນ້ອງ​ທັງ​ຫລາຍ, ພວ​ກ​ເຮົາ ​​“ກ່າວ​ຄຳ​ຊົມ​ເຊີຍ​ເອີ່ຍ​ສັນ​ລະ​ເສີນ”16 ​ຢ່າງ​ຕັ້ງ​ໃຈເລື້ອຍໆ​ຫລາຍ​ປານໃດ?

ເຮົາ​ອາດ​ປະ​ເມີນ​ຕົວ​ເອງ​ໄດ້​ໂດຍ​ການ​ຖາມ​ຄຳ​ຖາມ​ສາມ​ສີ່​ຄຳ. ດ້ວຍການ​ດັດ​ແປງ​ເລັກ​ນ້ອຍ, ຄຳ​ຖາມ​ເຫລົ່າ​ນີ້​ກໍ​ກ່ຽວ​ຂ້ອງ​ກັບ​ເຮົາ​ທັງ​ຫລາຍ, ບໍ່​ວ່າ​ເຮົາ​ໄດ້​ແຕ່ງ​ງານ​ແລ້ວ ຫລື ຍັງເປັນ​ໂສ​ດ, ບໍ່​ວ່າ​ສະ​ຖາ​ນະ​ການ​ໃນ​ບ້ານ​ເຮືອນ​ຂອງ​ເຮົາ​ອາດ​ເປັນ​ແບບ​ໃດ​ກໍ​ຕາມ.

  1. ​ເມື່ອ​ໃດ​ເປັນ​ເທື່ອ​ສຸດ​ທ້າຍ ທີ່​ເຮົາ​ໄດ້​ຍ້ອງ​ຍໍ​ຄູ່​ຄອງ​ຂອງ​ເຮົາ​ຢ່າງ​ຈິງ​ໃຈ, ບໍ່​ວ່າ​ຈະ​ຢູ່​ສອງ​ຕໍ່​ສອງ ຫລື ຕໍ່​ໜ້າ​ລູກໆ​ຂອງ​ເຮົາ?

  2. ເມື່ອ​ໃດ​ເປັນ​ເທື່ອ​ສຸດ​ທ້າຍ ທີ່​ເຮົາ​ໄດ້​ຂອບ​ໃຈ, ສະ​ແດງ​ຄວາມ​ຮັກ​ຕໍ່, ຫລື ໄດ້​ອ້ອນວອນ​ດ້ວຍ​ສັດ​ທາເພື່ອ​ຄູ່​​ຄອງຂອງ​ເຮົາ​ໃນ​ການ​ອະ​ທິ​ຖານ?

  3. ເມື່ອ​ໃດ​ເປັນ​ເທື່ອ​ສຸດ​ທ້າຍ ທີ່​ເຮົາ​ໄດ້​ຢຸດ​ຕົວ​ເອງ​ ຈາກ​ການ​ເວົ້າ​ຄຳ​ໃດ​ຄຳ​ໜຶ່ງ​ທີ່​ເຮົາ​ໄດ້​ຮູ້​ວ່າ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າເຈັບ​ປວດ​ເສຍໃຈ​.

  4. ເມື່ອ​ໃດ​ເປັນ​ເທື່ອ​ສຸດ​ທ້າຍ ​ທີ່​ເຮົາ​ໄດ້​ຂໍ​ໂທດ ແລະ ຂໍ​ອະ​ໄພ​ຢ່າງ​ຖ່ອມ​ຕົນ—ໂດຍບໍ່​ໄດ້​ຕື່ມ​ຄຳ​ທີ່​ວ່າ “ຖ້າ​ຫາກ​ເຈົ້າ​ໄດ້​ເຮັດ” ​ຫລື “ແຕ່​ຖ້າ​ຫາກ​ເຈົ້າ​ບໍ່​ໄດ້ເຮັດ” ອັນ​ນັ້ນ​ອັນ​ນີ້?

  5. ເມື່ອ​ໃດ​ເປັນ​ເທື່ອ​ສຸດ​ທ້າຍ ທີ່​ເຮົາ​ໄດ້ເລືອກ​ທີ່​ຈະ​ມີ​ຄວາມ​ສຸກ ແທນ​ທີ່​ເນັ້ນ​ວ່າ​ຕົນ​ເປັນ​ຜູ້​ “ຖືກ​”?

ບັດ​ນີ້, ຖ້າ​ຫາກ​ຄຳ​ຖາມ​ໃດ​ໜຶ່ງ​ເຮັດ​ໃຫ້​ທ່ານບໍ່​ສະ​ບາຍ​ໃຈ ຫລື ຮູ້​ສຶກ​ຜິດ, ຂໍ​ໃຫ້​ຈົດ​ຈຳ​ສິ່ງ​ທີ່ ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ​ ໄດ້​ສອນ​ວ່າ “ຜົນສະ​ທ້ອນ​ທີ່ຄວາມ​ຮູ້​ສຶກ​ຜິດ​ມີ​ຕໍ່​ວິນ​ຍານ​ຂອງ​ເຮົາ ກໍ​ຄ້າຍ​ຄື​ກັນ​ກັບ​ຜົນ​ສະ​ທ້ອນທີ່ ​ຄ​ວາມ​ເຈັບ​ປວດ​ມີ​ຕໍ່​ຮ່າງ​ກາຍ​ຂອງ​ເຮົາ.”17

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ເຮົາ​ທຸກ​ຄົ​ນ​ໃຫ້ເຊື່ອ​ຟັງ​ຄຳ​ອ້ອນວອນ​ທີ່​ຈິງ​ໃຈ​ຂອງ ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ​ວ່າ: “ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ໃນ​ການ​ສະ​ແຫວງ​ຫາ​ນິ​ລັນ​ດອນ​ທີ່​ຍາວ​ນານ​ນີ້ ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງເຮົາ, ຂໍ​ໃຫ້​ເຮົາ​ຈົ່ງ​ພະ​ຍາ​ຍາມ​ເປັນ​ຊາຍ ແລະ ຍິງ​ທີ່ ‘ດີ​ພ້ອມ’​ ວ່າ​ຢ່າງ​ນ້ອຍ​ໃນ​ທາງ​ໜຶ່ງ—ໂດຍບໍ່ໄດ້ເຮັດ​ຜິດ​ທາງວາ​ຈາ, ຫລື ເມື່ອ​ກ່າວ​ເປັນ​ທາງບວກ​ກໍ​ຄື, ໂດຍ​ການ​ເວົ້າ​ດ້ວຍວາ​ຈາ​​ໃໝ່, ດ້ວຍ​ວາ​ຈາ​ຂອງ​ເຫລົ່າ​ທູດ.”18

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຈັດ​ຕຽ​ມ​ສຳ​ລັບ​ໂອ​ກາດທີ່​ຈະ​ກ່າວ​ປາ​ໄສໃນ​ວັນ​ນີ້, ພ​ຣະ​ວິນ​ຍານ​ໄດ້​ສອນ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ກ່າວ​ຖ້ອຍ​ຄຳ ​ແຫ່ງ​ຄວາມ​ເມດ​ຕາ​ຫລາຍກວ່າ​ແຕ່​ກ່ອນ ຕໍ່ຄູ່​ຄອງທີ່ທະ​ນຸ​ຖະ​ໜອມຂອງ​ຂ້າ​ພ​ະ​ເຈົ້າ ແລະ ກ່ຽວ​ກັ​ບ​ລາວ, ເພື່ອ​ຈະໃຫ້​ກຳ​ລັງ​ໃຈ​ຜູ້​ຊາຍ​ໃນ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ ແລະ ສະ​ແດງ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ວິ​ທີ​ທີ່​ເຂົາ​ເຈົ້າ​ໄດ້​ບັນ​ລຸ​ບົດ​ບາດ​ທີ່​ສູງ​ສົ່ງ ແລະ ຕື່ມ​ເຕັມ​ຂອງ​ເຂົາ​ເຈົ້າ. ແລະ ຂ້າ​ພະ​ເຈົ້າ​ກໍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ຕິດ​ຕາມ​ສຸ​ພາ​ສິດ​ທີ່​ວ່າ “ເຈົ້າ​ຍົກ​ເຮົາຂຶ້ນ ແລະ ເຮົາ​ຍົກ​ເຈົ້າຂຶ້ນ, ແລະ ພວກ​ເຮົາ​ຈະ​ກ້າວຂຶ້ນ​ໄປ​ໜ້າ​ດ້ວຍ​ກັນ.”

ພວກ​ທ່ານ​ຈະ​ຮ່ວມ​ມື​ກັບ​ຂ້າ​ພະ​ເຈົ້າ​ບໍ ​ໃນ​ການ​ສະ​ແຫວງ​ຫາ​ຄວາມ​ຊ່ອຍ​ເຫ​ລືອ​ຂອ​ງ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ​ ໃຫ້​ສອນ​ເຮົາ​ເຖິງວິ​ທີ​ທີ່​ເຮົາ​ຈະ​ສາ​ມາດ​ໃຫ້​ກຳ​ລັງ​ໃຈ​ກັນ​ແລະ​ກັນ​ດີກວ່ານີ້ ໃນ​ບົດ​ບາດ​ທີ່ຕື່ມ​ເຕັມຂອງ​ເຮົາ ໃນ​ຖາ​ນະ​ບຸດ ແລະ ທິ​ດາແຫ່ງ​ພັນ​ທະ​ສັນ​ຍ​າ ຂອງ​ພ​ຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ?

ຂ້າ​ພະ​ເຈົ້າ​ຮູ້​ວ່າ ​ຜ່ານ​ອຳ​ນາດ​ທີ່​ເຮັດ​ໃຫ້​ສາ​ມາດ​ຂອງ​ການ​ຊົດ​ໃຊ້ຂອງ​ພຣະ​ເຢຊູ​ຄຣິດ ແລະ ສັດ​ທາ​ຂອງ​ເຮົາ​​ໃນ​ພຣະອົງ, ເຮົາຈະ​ສາ​ມາດ​ເຮັດ​ສິ່ງນີ້​ໄດ້. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ເຮົາ​ຈະ​ໄວ້​ວາງ​ໃຈ​ໃນ​ພ​ຣະ​ອົງ ໃຫ້​ຊ່ອຍ​ເຫລືອ​ເຮົາ​ຊ່ອຍ​ເຫລືອ​ກັນ​ແລະ​ກັນ ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄວາມ​ສຸກ ແລະ ຊົ່ວ​ນິ​ລັນ​ດອນ ຂະ​ນະ​ທີ່​ເຮົາ​ກ້າວ​ຂຶ້ນ​ໄປ​ໜ້າ​ດ້ວຍ​ກັນ, ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. Boyd K. Packer, in “Donna Smith Packer Receives Family History Certificate from BYU,” news.byu.edu/archive12-jun-packer.aspx.

  2. Dieter F. Uchtdorf, in Jeffrey R. Holland, “Elder Dieter F. Uchtdorf: On to New Horizons,” Ensign, Mar. 2005, 12; Liahona, Mar. 2005, 10.

  3. Henry B. Eyring, in Gerald N. Lund, “Elder Henry B. Eyring: Molded by ‘Defining Influences,’” Ensign, Sept. 1995, 14; Liahona, Apr. 1996, 31.

  4. Thomas S. Monson, “I Will Not Fail Thee, nor Forsake Thee,” Ensign or Liahona, Nov. 2013, 85.

  5. Mark Twain, Eve’s Diary (1905), 107.

  6. Boyd K. Packer, “The Power of the Priesthood,” Ensign or Liahona, May 2010, 9.

  7. Ezra Taft Benson, “To the Fathers in Israel,” Ensign, Nov. 1987, 51, 50.

  8. 2 ນີ​ໄຟ 2:27.

  9. ​ເບິ່ງ Robert D. Hales, “Strengthening Families: Our Sacred Duty,” Ensign, May 1999, 34; Liahona, July 1999, 40; ​ເບິ່ງ LaRene Gaunt, “Elder Robert D. Hales: ‘Return with Honor,’” Ensign, July 1994, 51; Liahona, Apr. 1995, 31 ນຳ​ອີກ.

  10. ປະຖົມ​ມະ​ການ 2:18.

  11. ປະຖົມ​ມະ​ການ 2:18, footnote b.

  12. ​ເບິ່ງ Bruce K. Satterfield, “The Family under Siege: The Role of Man and Woman” (presentation given at Ricks College Education Week, June 7, 2001), 4; emp.byui.edu/SATTERFIELDB/PDF/RoleManWoman2.pdf.

  13. Handbook 2: Administering the Church (2010), 1.3.1.

  14. Barbara B. Smith, “Hearts So Similar,” Ensign, May 1982, 97.

  15. “Daddy’s Homecoming,” Children’s Songbook, 210.

  16. “Let Us Oft Speak Kind Words,” Hymns, no. 232.

  17. David A. Bednar, “We Believe in Being Chaste,” Ensign or Liahona, May 2013, 44.

  18. Jeffrey R. Holland, “The Tongue of Angels,” Ensign or Liahona, May 2007, 18.