ດີແທ້ໆ ແລະ ບໍ່ມີມານຍາ
ຂ່າວປະເສີດຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ຄືຄວາມປາດຖະໜາຂອງໃຈເຮົາ ສາມາດປ່ຽນແປງ ແລະ ຄວາມປະສົງຂອງເຮົາສາມາດຖືກສິດສອນ ແລະ ຫລໍ່ຫລອມ.
ໜ້າເສຍໃຈທີ່ ຈະມີເວລາໃດເວລາໜຶ່ງ ເມື່ອຂ້າພະເຈົ້າມີຄວາມປາດຖະໜາຢາກມີຕຳແໜ່ງ ແລະ ມີສິດອຳນາດ. ມັນໄດ້ເລີ່ມຕົ້ນດ້ວຍຄວາມບໍລິສຸດໃຈ. ໃນຂະນະທີ່ຂ້າພະເຈົ້າຕຽມຕົວໄປຮັບໃຊ້ເຜີຍແຜ່ເຕັມເວລາ, ອ້າຍຂອງຂ້າພະເຈົ້າໄດ້ຖືກແຕ່ງຕັ້ງເປັນຫົວໜ້າອະນາເຂດ ໃນເຂດເຜີຍແຜ່ຂອງລາວ. ຂ້າພະເຈົ້າໄດ້ຍິນເລື່ອງທີ່ດີເດັ່ນຫລາຍເລື່ອງກ່ຽວກັບລາວ ທີ່ເຮັດໃຫ້ຂ້າພະເຈົ້າຢາກໄດ້ຍິນແນວນັ້ນກ່ຽວກັບຂ້າພະເຈົ້າເອງ. ຂ້າພະເຈົ້າໄດ້ຫວັງ ແລະ ອາດໄດ້ອະທິຖານຂໍຕຳແໜ່ງເຊັ່ນດຽວກັນນັ້ນ.
ໂຊກດີທີ່ເມື່ອຂ້າພະເຈົ້າໄດ້ໄປຮັບໃຊ້ເຜີຍແຜ່, ຂ້າພະເຈົ້າໄດ້ຮຽນຮູ້ບົດຮຽນທີ່ມີພະລັງບົດໜຶ່ງ. ກອງປະຊຸມໃຫຍ່ເທື່ອແລ້ວນີ້, ຂ້າພະເຈົ້າຖືກເຕືອນໃຈເຖິງບົດຮຽນນັ້ນ.
ໃນເດືອນຕຸລາ, ປະທານດີເດີ ແອັຟ ອຸກດອບ ໄດ້ກ່າວວ່າ: “ຜ່ານມາໃນຊີວິດຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ມີໂອກາດຄຸ້ນເຄີຍກັບຜູ້ຍິງຜູ້ຊາຍທີ່ມີຄວາມຮູ້ ຄວາມສະຫລາດຢູ່ໃນໂລກນີ້. ຕອນຂ້າພະເຈົ້າຍັງໜຸ່ມ ຂ້າພະເຈົ້າອອນຊອນນຳຄົນທີ່ມີການສຶກສາສູງ, ມີຄວາມສຳເລັດ, ແລະ ຖືກຊາວໂລກຍ້ອງຍໍ. ແຕ່ຫລາຍປີຜ່ານໄປ ຂ້າພະເຈົ້າສຳນຶກໄດ້ວ່າ ຂ້າພະເຈົ້າອອນຊອນຫລາຍກວ່ານຳຄົນທີ່ດີ ແລະ ມີຈິດໃຈງົດງາມ, ເຂົາເຈົ້າເປັນຄົນ ດີແທ້ໆ ແລະ ບໍ່ມີມານຍາ.”1
ວິລະບຸລຸດຂອງຂ້າພະເຈົ້າໃນພຣະຄຳພີມໍມອນ ເປັນຕົວຢ່າງທີ່ດີພ້ອມຂອງຄົນທີ່ດີ ແລະ ມີຈິດໃຈງົດງາມ ຜູ້ທີ່ດີແທ້ໆ ແລະ ບໍ່ມີມານຍາ. ຊິບລັນ ເປັນລູກຊາຍຄົນໜຶ່ງຂອງແອວມາຜູ້ເປັນລູກ. ເຮົາຮູ້ຈັກ ຮີລາມັນ ອ້າຍຂອງລາວດີ, ຜູ້ໄດ້ເຮັດຕາມບິດາຂອງຕົນ ເປັນຜູ້ຮັກສາບັນທຶກ ແລະ ເປັນສາດສະດາຂອງພຣະເຈົ້າ, ແລະ ໂຄຣິອານທັນ, ຜູ້ກາຍເປັນຜູ້ສອນສາດສະໜາທີ່ມີຊື່ສຽງ ຜູ້ຕ້ອງການຄຳແນະນຳຈາກບິດາ. ເຖິງຮີລາມັນ, ແອວມາໄດ້ຂຽນ 77 ຂໍ້ (ເບິ່ງ ແອວມາ 36–37). ເຖິງໂຄຣິອານທັນ, ແອວມາໄດ້ມອບ 91 ຂໍ້ (ເບິ່ງ ແອວມາ 39–42). ເຖິງຊິບລັນ, ລູກຊາຍກາງ, ແອວມາໄດ້ຂຽນພຽງແຕ່ 15 ຂໍ້ (ເບິ່ງ ແອວມາ 38). ແຕ່ຖ້ອຍຄຳຂອງເພິ່ນ ໃນ 15 ຂໍ້ເຫລົ່ານັ້ນ ມີພະລັງ ແລະ ໃຫ້ຄວາມຮູ້ຫລາຍ.
“ແລະ ບັດນີ້, ລູກຂອງພໍ່, ພໍ່ໄວ້ວາງໃຈວ່າ ພໍ່ຈະມີຄວາມສຸກຫລາຍທີ່ສຸດກັບລູກ, ຍ້ອນຄວາມສະໝ່ຳສະເໝີຂອງລູກ; ແລະ ຄວາມຊື່ສັດຂອງລູກທີ່ມີຕໍ່ພຣະເຈົ້າ; ເພາະວ່າໃນເວລາໄວໜຸ່ມຂອງລູກ, ລູກເລີ່ມເຊື່ອຟັງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງລູກ, ສະນັ້ນພໍ່ຈຶ່ງຫວັງວ່າ ລູກຈະຮັກສາພຣະບັນຍັດຂອງພຣະອົງຕໍ່ໄປ; ເພາະວ່າຜູ້ທີ່ອົດທົນຈົນເຖິງທີ່ສຸດຍ່ອມເປັນສຸກ.
“ພໍ່ເວົ້າກັບເຈົ້າ, ລູກຂອງພໍ່, ວ່າພໍ່ມີຄວາມສຸກທີ່ສຸດກັບລູກມາຢູ່ແລ້ວ, ຍ້ອນວ່າຄວາມຊື່ສັດ ແລະ ຄວາມພາກພຽນຂອງລູກ, ແລະ ຄວາມອົດທົນຂອງລູກ ແລະ ຄວາມອົດກັ້ນຂອງລູກໃນບັນດາຜູ້ຄົນ” (ແອວມາ 38:2–3).
ນອກເໜືອຈາກການກ່າວ ຕໍ່ ຊິບລັນແລ້ວ, ແອວມາກໍຍັງໄດ້ກ່າວ ກ່ຽວກັບ ລາວນຳອີກ ຕໍ່ໂຄຣິອານທັນ. ແອວມາ ໄດ້ກ່າວວ່າ: “ລູກບໍ່ໄດ້ສັງເກດຄວາມແນ່ນອນຂອງອ້າຍຂອງລູກບໍ, ຄວາມຊື່ສັດຂອງລາວ, ແລະ ຄວາມພາກພຽນຂອງລາວໃນການຮັກສາພຣະບັນຍັດຂອງພຣະເຈົ້າ? ຈົ່ງເບິ່ງ, ລາວບໍ່ໄດ້ເປັນຕົວຢ່າງທີ່ດີໃຫ້ແກ່ລູກບໍ?” (ແອວມາ 39:1).2
ປະກົດວ່າ ຊິບລັນເປັນລູກຊາຍທີ່ຢາກເອົາໃຈບິດາຂອງຕົນ ແລະ ໄດ້ອອກໄປເຮັດສິ່ງທີ່ຖືກຕ້ອງ ເພາະເປັນສິ່ງທີ່ຖືກຕ້ອງທີ່ຈະເຮັດ ແລະ ບໍ່ໄດ້ເຮັດໄປເພື່ອຫວັງຄຳຍ້ອງຍໍ, ໜ້າທີ່, ອຳນາດ, ກຽດຕິຍົດ, ຫລື ສິດອຳນາດ. ຮີລາມັນຄົງຮູ້ ແລະ ນັບຖືເລື່ອງນີ້ກ່ຽວກັບນ້ອງຊາຍຂອງເພິ່ນ, ເພາະເພິ່ນໄດ້ມອບແຜ່ນຈາກລຶກສັກສິດທີ່ເພິ່ນໄດ້ມາຈາກບິດາຂອງເພິ່ນ ໃຫ້ຊິບລັນຮັກສາ. ແນ່ນອນວ່າຮີລາມັນໄດ້ໄວ້ວາງໃຈຊິບລັນ ເພາະ “ເພິ່ນເປັນຄົນທ່ຽງທຳ, ແລະ ເພິ່ນໄດ້ເດີນໄປຢ່າງພາກພູມຕໍ່ພຣະພັກຂອງພຣະເຈົ້າ; ແລະ ເພິ່ນໄດ້ຕັ້ງໃຈທີ່ຈະສ້າງຄວາມດີຢູ່ຕະຫລອດເວລາ, ທີ່ຈະຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເພິ່ນ” (ແອວມາ 63:2). ເຖິງແມ່ນເບິ່ງຄືວ່າ ນັ້ນເປັນລັກສະນະພິເສດຂອງຊິບລັນ, ແຕ່ກໍບໍ່ມີບັນທຶກໄວ້ຫລາຍກ່ຽວກັບເພິ່ນ ຈາກເວລາທີ່ເພິ່ນໄດ້ຮັບເອົາບັນທຶກສັກສິດ ຈົນເຖິງເວລາທີ່ເພິ່ນມອບມັນໃຫ້ແກ່ຮີລາມັນ ລູກຊາຍຂອງຮີລາມັນ (ເບິ່ງ ແອວມາ 63:11).
ຊິບລັນເປັນຄົນດີແທ້ໆ ແລະ ບໍ່ມີມານຍາ. ເພິ່ນເປັນຄົນທີ່ໄດ້ເສຍສະລະເວລາ, ພອນສະຫວັນ, ແລະ ເຫື່ອແຮງ ເພື່ອຮັບໃຊ້ ແລະ ຊ່ອຍເຫລືອຄົນອື່ນ ເພາະຄວາມຮັກທີ່ມີຕໍ່ພຣະເຈົ້າ ແລະ ເພື່ອນມະນຸດຂອງເພິ່ນ (ເບິ່ງ ແອວມາ 48:17–19; 49:30). ເພິ່ນຖືກບັນຍາຍໄວ້ຢ່າງສົມກຽດ ໂດຍຖ້ອຍຄຳຂອງປະທານສະເປັນເຊີ ດັບເບິນຢູ ຄິມໂບ ທີ່ວ່າ: “ຊາຍ ແລະ ຍິງ ທີ່ຍິ່ງໃຫຍ່ ຈະມັກຮັບໃຊ້ ຫລາຍກວ່າການປົກຄອງ.”3
ຢູ່ໃນໂລກບ່ອນທີ່ຜູ້ຄົນສະແຫວງຫາຄຳຍ້ອງຍໍ, ໜ້າທີ່, ອຳນາດ, ກຽດຕິຍົດ, ແລະ ສິດອຳນາດ ໃນທຸກບ່ອນ, ຂ້າພະເຈົ້າຂໍສັນລະເສີນຄົນທີ່ດີ ແລະ ມີຈິດໃຈງົດງາມ ຜູ້ທີ່ດີແທ້ໆ ແລະ ບໍ່ມີມານຍາ, ຜູ້ໄດ້ຮັບການກະຕຸ້ນໂດຍຄວາມຮັກຂອງພຣະເຈົ້າ ແລະ ໂດຍເພື່ອນບ້ານຂອງເຂົາເຈົ້າ, ຜູ້ທີ່ເປັນຊາຍ ແລະ ຍິງ ທີ່ມັກຮັບໃຊ້ ຫລາຍກວ່າການປົກຄອງ.”
ທຸກວັນນີ້ ກໍມີຫລາຍຄົນທີ່ຢາກໃຫ້ເຮົາເຊື່ອວ່າ ເຮົາຈະພົບສິ່ງທີ່ເວົ້າຢູ່ນີ້ ພຽງແຕ່ເມື່ອເຮົາໄດ້ຮັບໜ້າທີ່ ແລະ ອຳນາດເທົ່ານັ້ນ. ແຕ່, ໂຊກດີ, ຍັງມີຫລາຍຄົນທີ່ບໍ່ໃຫ້ສິ່ງເຫລົ່ານີ້ ມີອິດທິພົນຕໍ່ເຂົາເຈົ້າ. ເຂົາເຈົ້າພົບສິ່ງທີ່ເວົ້າຢູ່ນີ້ ດ້ວຍຄວາມພະຍາຍາມທີ່ຈະເປັນຄົນດີແທ້ໆ ແລະ ບໍ່ມີມານຍາ. ຂ້າພະເຈົ້າໄດ້ພົບເຫັນຄົນເຫລົ່ານີ້ ຢູ່ໃນທຸກບ່ອນ ແລະ ໃນທຸກສາດສະໜາ. ແລະ ຂ້າພະເຈົ້າພົບເຫັນຄົນເຫລົ່ານີ້ໃນກຸ່ມໃຫຍ່ ທ່າມກາງຜູ້ຕິດຕາມທີ່ປ່ຽນໃຈເຫລື້ອມໃສຢ່າງແທ້ຈິງຂອງພຣະຄຣິດ.4
ຂ້າພະເຈົ້າສັນລະເສີນຄົນທີ່ຮັບໃຊ້ຢ່າງບໍ່ເຫັນແກ່ຕົວ ແຕ່ລະອາທິດ ຢູ່ໃນຫວອດ ແລະ ສາຂາ ຕະຫລອດທົ່ວໂລກ ໂດຍການເຮັດຫລາຍກວ່າໜ້າທີ່ຂອງຕົນ. ແຕ່ການເອີ້ນໃຫ້ຮັບໃຊ້ຈະປ່ຽນໄປເລື້ອຍໆ. ຂ້າພະເຈົ້າມີຄວາມປະທັບໃຈຫລາຍກັບຫລາຍຄົນ ຜູ້ທີ່ເຖິງແມ່ນບໍ່ໄດ້ຮັບການເອີ້ນ ແຕ່ກໍໄດ້ຫາວິທີຮັບໃຊ້ ແລະ ຊ່ອຍເຫລືອຄົນອື່ນບໍ່ໄດ້ຂາດ. ອ້າຍນ້ອງຄົນໜຶ່ງໄດ້ຕື່ນນອນແຕ່ເຊົ້າເພື່ອຈັດຕັ່ງຢູ່ໂບດ ແລະ ໄດ້ຊ່ອຍມ້ຽນມັດຫລັງຈາກເລີກໂບດ. ເອື້ອຍນ້ອງຄົນໜຶ່ງໄດ້ຈົງໃຈເລືອກນັ່ງໃກ້ເອື້ອຍນ້ອງທີ່ຕາບອດ ຢູ່ໂບດ ບໍ່ພຽງແຕ່ ເພື່ອວ່ານາງຈະໄດ້ຖາມສະບາຍດີນາງເທົ່ານັ້ນ, ແຕ່ນາງຈະໄດ້ຮ້ອງເພງໃຫ້ເອື້ອຍນ້ອງຜູ້ຕາບອດໄດ້ຍິນ ແລະ ຮ້ອງໄປຕາມນາງ. ຖ້າທ່ານສັງເກດເບິ່ງຄັກໆຢູ່ໃນຫວອດ ແລະ ສາຂາຂອງທ່ານ, ທ່ານຈະເຫັນຕົວຢ່າງ ທີ່ກ່າວມານີ້. ເບິ່ງຄືວ່າ ຈະມີບາງຄົນທີ່ຮູ້ຈັກວ່າ ແມ່ນໃຜຕ້ອງການຄວາມຊ່ອຍເຫລືອ ແລະ ຄວນຊ່ອຍເຫລືອໃນເວລາໃດ.
ບາງທີບົດຮຽນທຳອິດຂອງຂ້າພະເຈົ້າກ່ຽວກັບໄພ່ພົນຂອງພຣະເຈົ້າທີ່ດີແທ້ໆ ແລະ ບໍ່ມີມານຍາ ທີ່ຂ້າພະເຈົ້າໄດ້ຮຽນຮູ້ມາ ແມ່ນຕອນທີ່ຂ້າພະເຈົ້າເປັນຜູ້ສອນສາດສະໜາໜຸ່ມ. ຂ້າພະເຈົ້າໄດ້ໄປຫາເຂດເຜີຍແຜ່ ໄປຢູ່ນຳແອວເດີຄົນໜຶ່ງ ທີ່ຂ້າພະເຈົ້າບໍ່ຮູ້ຈັກ. ຂ້າພະເຈົ້າໄດ້ຍິນຜູ້ສອນສາດສະໜາຄົນອື່ນໆເວົ້າວ່າ ລາວບໍ່ເຄີຍໄດ້ຮັບໜ້າທີ່ຂອງຜູ້ນຳຈັກເທື່ອ ແລະ ລາວກໍມີບັນຫານຳພາສາເກົາຫລີອີກດ້ວຍ ເຖິງແມ່ນວ່າ ລາວໄດ້ມາຢູ່ໃນປະເທດດົນແລ້ວກໍຕາມ. ແຕ່ເມື່ອຂ້າພະເຈົ້າໄດ້ຮູ້ຈັກແອວເດີຄົນນີ້, ຂ້າພະເຈົ້າໄດ້ພົບເຫັນວ່າ ລາວເປັນຜູ້ສອນສາດສະໜາທີ່ເຊື່ອຟັງ ແລະ ຊື່ສັດທີ່ສຸດ ທີ່ຂ້າພະເຈົ້າເຄີຍຮູ້ມາ. ລາວໄດ້ສຶກສາ ເມື່ອເຖິງເວລາສຶກສາ; ລາວໄດ້ທຳງານ ເມື່ອເຖິງເວລາທຳງານ. ລາວໄດ້ອອກຈາກເຮືອນຕົງເວລາ ແລະ ກັບບ້ານຕົງເວລາ. ລາວໄດ້ຮຽນພາສາເກົາຫລີຢ່າງພາກພຽນ ເຖິງແມ່ນວ່າມັນເປັນພາສາທີ່ຍາກທີ່ສຸດສຳລັບລາວ.
ເມື່ອຂ້າພະເຈົ້າຮູ້ວ່າ ສິ່ງທີ່ຂ້າພະເຈົ້າໄດ້ຍິນມານັ້ນ ບໍ່ເປັນຄວາມຈິງ, ຂ້າພະເຈົ້າຮູ້ສຶກວ່າ ຜູ້ສອນສາດສະໜາຄົນນີ້ໄດ້ຖືກເບິ່ງຜິດໄປວ່າເປັນຄົນທີ່ບໍ່ບັນລຸຜົນສຳເລັດ. ຂ້າພະເຈົ້າຢາກບອກເຂດເຜີຍແຜ່ທັງໝົດວ່າ ຂ້າພະເຈົ້າຮູ້ຈັກແອວເດີຄົນນີ້ດີ. ຂ້າພະເຈົ້າໄດ້ເວົ້າລົມນຳປະທານເຜີຍແຜ່ ກ່ຽວກັບວ່າ ຂ້າພະເຈົ້າຢາກປ່ຽນຄວາມເຂົ້າໃຈຜິດຂອງຄົນອື່ນ. ເພິ່ນຕອບວ່າ, “ພຣະບິດາເທິງສະຫວັນຮູ້ຈັກຊາຍໜຸ່ມຄົນນີ້ ວ່າເປັນຜູ້ສອນສາດສະໜາທີ່ບັນລຸຄວາມສຳເລັດ, ແລະ ຂ້ອຍກໍຮູ້ຄືກັນ.” ເພິ່ນໄດ້ກ່າວຕື່ມວ່າ, “ແລະ ບັດນີ້ ເຈົ້າກໍຮູ້ຄືກັນ, ແລະ ຊິໄປສົນໃຈຫຍັງກັບຄົນອື່ນ?” ປະທານເຜີຍແຜ່ທີ່ສະຫລາດຄົນນີ້ ໄດ້ສອນຂ້າພະເຈົ້າເຖິງຄວາມສຳຄັນຂອງການຮັບໃຊ້, ແລະ ມັນບໍ່ແມ່ນຄຳຍ້ອງຍໍ, ໜ້າທີ່, ອຳນາດ, ກຽດຕິຍົດ, ຫລື ສິດອຳນາດ. ມັນເປັນບົດຮຽນທີ່ຍິ່ງໃຫຍ່ສຳລັບຜູ້ສອນສາດສະໜາໜຸ່ມ ຜູ້ທີ່ໄດ້ມຸ້ງໝັ້ນຢາກຈະມີຕຳແໜ່ງ.
ໂດຍທີ່ມີບົດຮຽນນີ້ຢູ່ໃນໃຈ, ຂ້າພະເຈົ້າໄດ້ເລີ່ມຕົ້ນຫວນຄິດຄືນຫລັງເຖິງຊີວິດຂອງຂ້າພະເຈົ້າ ແລະ ເຫັນວ່າ ຂ້າພະເຈົ້າໄດ້ຮັບອິດທິພົນເລື້ອຍປານໃດ ຈາກຊາຍ ແລະ ຍິງ ຜູ້ໄດ້ຊ່ອຍເຫລືອຂ້າພະເຈົ້າ ໂດຍບໍ່ຕ້ອງມີຕຳແໜ່ງ ຫລື ໜ້າທີ່ ທີ່ສຳຄັນ. ຄົນໜຶ່ງທີ່ເປັນເໝືອນດັ່ງ ຊິບລັນ ແມ່ນຄູສອນຫ້ອງຮຽນສາດສະໜາຂອງຂ້າພະເຈົ້າ ຕອນຂ້າພະເຈົ້າຮຽນຢູ່ຊັ້ນມັດທະຍົມປີທີສາມ. ຊາຍທີ່ດີຄົນນີ້ ໄດ້ສອນຫ້ອງຮຽນສາດສະໜາ ພຽງສອງສາມປີເທົ່ານັ້ນ, ແຕ່ເພິ່ນໄດ້ເປີດໃຈຂອງຂ້າພະເຈົ້າ ໃນທາງທີ່ໄດ້ຊ່ອຍເຫລືອຂ້າພະເຈົ້າ ໃຫ້ມີປະຈັກພະຍານ. ເພິ່ນອາດບໍ່ໄດ້ເປັນຄູສອນທີ່ໂດ່ງດັງໃນໂຮງຮຽນ, ແຕ່ເພິ່ນໄດ້ຕຽມພ້ອມສະເໝີ ແລະ ອິດທິພົນຂອງເພິ່ນຕໍ່ຂ້າພະເຈົ້າ ແມ່ນມີພະລັງຫລາຍ ແລະ ຍືນຍົງເປັນເວລາດົນນານ. ສອງສາມເທື່ອທີ່ຂ້າພະເຈົ້າໄດ້ເຫັນຊາຍຄົນນີ້ ໃນໄລຍະ 40 ປີ ນັບແຕ່ເພິ່ນໄດ້ສອນຂ້າພະເຈົ້າ ແມ່ນຕອນເພິ່ນມາຫາຂ້າພະເຈົ້າ ໃນງານສົ່ງສະການພໍ່ຂອງຂ້າພະເຈົ້າ. ເຫັນໄດ້ຢ່າງແຈ່ມແຈ້ງວ່າ ມັນເປັນການກະທຳທີ່ບໍ່ແມ່ນຖືກກະຕຸ້ນຈາກຕຳແໜ່ງ ຫລື ອຳນາດ.
ຂ້າພະເຈົ້າສັນລະເສີນຄູສອນທີ່ອຸທິດຕົນຄົນນັ້ນ ແລະ ຫລາຍໆຄົນທີ່ຄືກັນກັບເພິ່ນ ຜູ້ທີ່ດີແທ້ໆ ແລະ ບໍ່ມີມານຍາ. ຂ້າພະເຈົ້າສັນລະເສີນຄູສອນໂຮງຮຽນວັນອາທິດ ຜູ້ບໍ່ສອນນັກຮຽນຂອງຕົນ ພຽງແຕ່ຢູ່ໃນຫ້ອງຮຽນເທົ່ານັ້ນ ແຕ່ໄດ້ສອນ ແລະ ເປັນອິດທິພົນແກ່ພວກເຂົາໂດຍການເຊື້ອເຊີນພວກເຂົາໃຫ້ໄປກິນເຂົ້າເຊົ້ານຳຄອບຄົວຂອງເພິ່ນນຳອີກ. ຂ້າພະເຈົ້າສັນລະເສີນຜູ້ນຳຂອງຊາວໜຸ່ມ ຜູ້ທີ່ໄປຮ່ວມການຫລິ້ນກິລາ ແລະ ກິດຈະກຳທາງວັດທະນະທຳ ນຳຊາຍໜຸ່ມ ແລະ ຍິງໜຸ່ມ ໃນຫວອດຂອງເຂົາເຈົ້າ. ຂ້າພະເຈົ້າສັນລະເສີນຜູ້ຊາຍທີ່ໄດ້ຂຽນຈົດໝາຍນ້ອຍ ໃຫ້ກຳລັງໃຈເພື່ອນບ້ານ ແລະ ສັນລະເສີນຜູ້ຍິງທີ່ບໍ່ພຽງແຕ່ສົ່ງກັກຄຣິດສະມັດ ໄປທາງໄປສະນີເທົ່ານັ້ນ, ແຕ່ຍັງໄປສົ່ງຈົນເຖິງເຮືອນຂອງຍາດພີ່ນ້ອງ ແລະ ໝູ່ເພື່ອນ ຜູ້ທີ່ຕ້ອງການຄົນໄປຢ້ຽມຢາມ. ຂ້າພະເຈົ້າສັນລະເສີນອ້າຍນ້ອງຜູ້ທີ່ພາເພື່ອນບ້ານ ຂີ່ລົດເລາະຫລິ້ນ ຕອນເຂົາເຈົ້າມີຄວາມຈຳເສື່ອມ—ໃຫ້ທັງສາມີ ແລະ ພັນລະຍາປ່ຽນບັນຍາກາດ.
ຜູ້ຄົນເຮັດສິ່ງເຫລົ່ານີ້ ບໍ່ແມ່ນຫວັງຈະໄດ້ຮັບຄຳຍ້ອງຍໍ ຫລື ຄຳສັນລະເສີນ. ຊາຍ ແລະ ຍິງ ເຫລົ່ານີ້ ບໍ່ໄດ້ຖືກກະຕຸ້ນ ດ້ວຍຄວາມຫວັງທີ່ຈະໄດ້ຮັບຕຳແໜ່ງ ຫລື ສິດອຳນາດ. ເຂົາເຈົ້າເປັນສານຸສິດຂອງພຣະຄຣິດ, ເຮັດຄວາມດີຢູ່ຕະຫລອດເວລາ, ແລະ ເໝືອນດັ່ງ ຊິບລັນ, ເຂົາເຈົ້າພະຍາຍາມທີ່ຈະເຮັດໃຫ້ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຂົາເຈົ້າພໍພຣະໄທ.
ມັນເຮັດໃຫ້ຂ້າພະເຈົ້າໂສກເສົ້າ ເມື່ອຂ້າພະເຈົ້າໄດ້ຍິນກ່ຽວກັບບາງຄົນ ທີ່ເຊົາຮັບໃຊ້ ຫລື ເຊົາໄປໂບດ ເພາະວ່າເຂົາເຈົ້າໄດ້ຖືກປົດອອກຈາກການເອີ້ນ ຫລື ຮູ້ສຶກນ້ອຍໃຈທີ່ບໍ່ໄດ້ຮັບໜ້າທີ່ ຫລື ຕຳແໜ່ງທີ່ເຂົາເຈົ້າຕ້ອງການ. ຂ້າພະເຈົ້າຫວັງວ່າ ໃນມື້ໜຶ່ງເຂົາເຈົ້າຈະຮຽນຮູ້ບົດຮຽນດຽວກັນກັບທີ່ຂ້າພະເຈົ້າໄດ້ຮຽນຮູ້ ຕອນຂ້າພະເຈົ້າເປັນຜູ້ສອນສາດສະໜາໜຸ່ມ—ວ່າການຮັບໃຊ້ທີ່ສຳຄັນທີ່ສຸດ ແມ່ນອັນທີ່ພຣະເຈົ້າເທົ່ານັ້ນຮູ້ຈັກ. ໃນການສະແຫວງຫາສິ່ງທີ່ເຮົາປາດຖະໜາ, ເຮົາຍັງຈື່ຈຳສິ່ງທີ່ພຣະເຈົ້າປາດຖະໜາຢູ່ບໍ?
ບາງຄົນອາດເວົ້າວ່າ, “ແຕ່ຂ້າພະເຈົ້າຍັງໄກ ຈຶ່ງຈະເປັນຄົນແບບທີ່ທ່ານເວົ້າເຖິງ.” ຂ່າວປະເສີດຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ຄືຄວາມປາດຖະໜາຂອງໃຈເຮົາ ສາມາດປ່ຽນແປງ ແລະ ຄວາມປະສົງຂອງເຮົາສາມາດຖືກສິດສອນ ແລະ ຫລໍ່ຫລອມ. ເມື່ອເຮົາໄດ້ຮັບບັບຕິສະມາເຂົ້າໃນຄອກອັນແທ້ຈິງຂອງພຣະເຈົ້າ, ແລ້ວເຮົາຈະເລີ່ມຕົ້ນກາຍເປັນຄົນໃໝ່ (ເບິ່ງ 2 ໂກຣິນໂທ 5:17; ໂມໄຊຢາ 27:26). ແຕ່ລະເທື່ອທີ່ເຮົາຕໍ່ພັນທະສັນຍາແຫ່ງການບັບຕິສະມາ ໂດຍການຮັບສິນລະລຶກ, ເຮົາໄດ້ກ້າວເຂົ້າໃກ້ເປົ້າໝາຍສູງສຸດຂອງເຮົາຫລາຍຂຶ້ນກວ່າເກົ່າ.5 ເມື່ອເຮົາອົດທົນຕໍ່ພັນທະສັນຍານັ້ນ, ເຮົາຈະໄດ້ຮັບພະລັງ ທີ່ຈະເປັນທຸກກັບຄົນທີ່ເປັນທຸກ ແລະ ປອບໃຈຄົນທີ່ຕ້ອງການຄວາມປອບໃຈ (ເບິ່ງ ໂມໄຊຢາ 18:9). ໃນພັນທະສັນຍານັ້ນ, ເຮົາຈະພົບພຣະຄຸນທີ່ຊ່ອຍເຮົາໃຫ້ຮັບໃຊ້ພຣະເຈົ້າ ແລະ ຮັກສາພຣະບັນຍັດຂອງພຣະອົງ, ຕະຫລອດທັງການຮັກພຣະເຈົ້າດ້ວຍສຸດໃຈຂອງເຮົາ ແລະ ການຮັກເພື່ອນບ້ານຂອງເຮົາເໝືອນຮັກຕົນເອງ.6 ໃນພັນທະສັນຍານັ້ນ, ພຣະເຈົ້າ ແລະ ພຣະຄຣິດ ຈະຊ່ອຍເຫລືອເຮົາ ເພື່ອວ່າເຮົາຈະສາມາດຊ່ອຍເຫລືອຄົນທີ່ຕ້ອງການຄວາມຊ່ອຍເຫລືອຈາກເຮົາ (ເບິ່ງ ໂມໄຊຢາ 4:16; ເບິ່ງ ຂໍ້ທີ 11–15 ນຳອີກ).
ສິ່ງທີ່ຂ້າພະເຈົ້າຕ້ອງການຫລາຍທີ່ສຸດໃນຊີວິດຄື ທີ່ຈະເຮັດໃຫ້ພໍ່ ແລະ ພຣະບິດາຂອງຂ້າພະເຈົ້າພໍພຣະໄທ—ທັງພໍ່ໃນໂລກ ແລະ ພຣະບິດາໃນສະຫວັນ—ແລະ ກາຍເປັນເໝືອນດັ່ງ ຊິບລັນ.7
ຂ້າພະເຈົ້າຂໍຂອບພຣະໄທພຣະບິດາເທິງສະຫວັນຂອງຂ້າພະເຈົ້າ ສຳລັບຄົນທີ່ເປັນເໝືອນ ຊິບລັນ ຊຶ່ງຕົວຢ່າງຂອງເຂົາເຈົ້າໄດ້ໃຫ້ຄວາມຫວັງແກ່ຂ້າພະເຈົ້າ—ແລະ ເຮົາທຸກຄົນ. ໃນຊີວິດຂອງເຂົາເຈົ້າ, ເຮົາເຫັນການເປັນພະຍານເຖິງຄວາມຮັກຂອງພຣະບິດາຜູ້ສະຖິດໃນສະຫວັນ ແລະ ຄວາມເປັນຫ່ວງເປັນໃຍ ແລະ ຄວາມເຫັນອົກເຫັນໃຈຂອງພຣະຜູ້ຊ່ອຍໃຫ້ລອດ. ຂ້າພະເຈົ້າຂໍຕື່ມປະຈັກພະຍານຂອງຂ້າພະເຈົ້າໃສ່ກັບຂອງເຂົາເຈົ້າ ດ້ວຍການປະຕິຍານຕົນ ທີ່ຈະພະຍາຍາມກາຍເປັນເໝືອນດັ່ງເຂົາເຈົ້າຫລາຍຂຶ້ນ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.