ເຫດຜົນທີ່ເຮົາຄວນແຕ່ງງານ ແລະ ມີຄອບຄົວ
ຄອບຄົວທີ່ສ້າງຂຶ້ນດ້ວຍການແຕ່ງງານຂອງຊາຍ ແລະ ຍິງຈັດໃຫ້ມີບັນຍາກາດທີ່ດີທີ່ສຸດເພື່ອແຜນຂອງພຣະເຈົ້າຈະຈະເລີນກ້າວໜ້າ.
ຢູ່ເທິງປະຕູໃຫຍ່ເບື້ອງຕາເວັນຕົກຂອງໂບດທີ່ໂດ່ງດັງ ແວສ໌ມິນສະເຕີ ແອບບີ ທີ່ກຸງລອນດອນ, ປະເທດອັງກິດ, ມີຮູບປັ້ນຂອງຊາວຄຣິດສະຕຽນທີ່ຖືກປະຫານ 10 ຄົນ ຈາກສັດຕະວັດທີ 20. ໜຶ່ງໃນນັ້ນແມ່ນ ທ່ານດີທະຣິກ ບັນຮັບເຟີ ນັກສາດສະໜາສາດຊາວເຢຍລະມັນທີ່ເກັ່ງ ແລະ ສະຫລາດຫລາຍແທ້ໆ ທີ່ໄດ້ເກີດເມື່ອປີ 1906.1 ທ່ານບັນຮັບເຟີໄດ້ເປັນຜູ້ກ່າວວິຈານຢ່າງເປີດເຜີຍ ເຖິງການຜະເດັດການຂອງຊາວນາດຊີ ແລະ ການປະຕິບັດຂອງເຂົາຕໍ່ຊາວຢິວ ແລະ ອື່ນໆ. ເພິ່ນຖືກຄຸມຂັງເພາະການຕໍ່ຕ້ານຂອງເພິ່ນ ແລະ ໃນທີ່ສຸດກໍຖືກປະຫານຊີວິດໃນສູນຂັງນັກໂທດການເມືອງ. ທ່ານບັນຮັບເຟີໄດ້ເປັນນັກຂຽນທີ່ມີຜົນງານຫລາຍ, ແລະ ວຽກງານເດັ່ນຂອງເພິ່ນທີ່ຮູ້ກັນທົ່ວໄປຄືຈົດໝາຍທີ່ນາຍຍາມຜູ້ມີເມດຕາໄດ້ຊ່ອຍເພິ່ນລັກເອົາມັນອອກໄປຈາກຄຸກ, ຊຶ່ງຕໍ່ມາໄດ້ຖືກຈັດພິມໃນນາມ ຈົດໝາຍ ແລະ ເລື່ອງລາວຈາກຄຸກ.
ຈົດໝາຍສະບັບໜຶ່ງຂອງເພິ່ນໄດ້ຂຽນເຖິງຫລານສາວຂອງເພິ່ນຄົນໜຶ່ງ ກ່ອນການແຕ່ງງານຂອງນາງ. ມັນຮ່ວມດ້ວຍຂໍ້ຄວາມສຳຄັນດັ່ງຕໍ່ໄປນີ້ວ່າ: “ການແຕ່ງງານນັ້ນສຳຄັນໄປກວ່າຄວາມຮັກທີ່ພວກເຈົ້າມີໃຫ້ກັນ. … ໃນຄວາມຮັກຂອງພວກເຈົ້າ, ພວກເຈົ້າເຫັນພຽງແຕ່ພວກເຈົ້າສອງຄົນຢູ່ໃນໂລກ, ແຕ່ໃນການແຕ່ງງານ ເຈົ້າ ແລະ ສາມີກໍເປັນຜູ້ເຊື່ອມໂຍງບັນພະບຸລຸດກັບລຸ້ນທີ່ຈະມານຳຫລັງເຂົ້າກັນ, ຊຶ່ງພຣະເຈົ້າໄດ້ສົ່ງມາ ແລະ ເສຍຊີວິດໄປເພື່ອລັດສະໝີພາບຂອງພຣະອົງ, ແລະ ເອີ້ນເຂົ້າສູ່ອານາຈັກຂອງພຣະອົງ. ໃນຄວາມຮັກຂອງພວກເຈົ້າ, ພວກເຈົ້າເຫັນພຽງແຕ່ສະພາບການແຫ່ງຄວາມສຸກຂອງຕົນເອງ, ແຕ່ໃນການແຕ່ງງານ ພວກເຈົ້າຖືກວາງໄວ້ທີ່ຕຳແໜ່ງແຫ່ງຄວາມຮັບຜິດຊອບທີ່ມີຕໍ່ໂລກ ແລະ ມະນຸດຊາດ. ຄວາມຮັກຂອງພວກເຈົ້າເປັນການຄອບຄອງສ່ວນຕົວຂອງພວກເຈົ້າ, ແຕ່ການແຕ່ງງານນັ້ນສຳຄັນໄປກວ່າເລື່ອງສ່ວນຕົວ—ມັນເປັນສະຖານະພາບ, ເປັນພາລະໜ້າທີ່. ບໍ່ແມ່ນພຽງແຕ່ມົງກຸດ ຫລື ຄວາມປາດຖະໜາທີ່ຈະປົກຄອງເທົ່ານັ້ນ ທີ່ເຮັດໃຫ້ບຸກຄົນໜຶ່ງກາຍເປັນກະສັດ. ການແຕ່ງງານກໍເໝືອນກັນ, ແລະ ບໍ່ແມ່ນພຽງແຕ່ຄວາມຮັກທີ່ພວກເຈົ້າມີໃຫ້ກັນເທົ່ານັ້ນ, ທີ່ເຊື່ອມໂຍງພວກເຈົ້າເຂົ້າກັນໃນສາຍພຣະເນດຂອງພຣະເຈົ້າ ແລະ ມະນຸດ. … ດັ່ງນັ້ນ ຄວາມຮັກມາຈາກພວກເຈົ້າ, ແຕ່ການແຕ່ງງານມາຈາກເບື້ອງບົນ, ມາຈາກພຣະເຈົ້າ.”2
ໃນທາງໃດແດ່ການແຕ່ງງານລະຫວ່າງຊາຍ ແລະ ຍິງ ຈຶ່ງເໜືອກວ່າຄວາມຮັກຂອງເຂົາເຈົ້າທີ່ມີໃຫ້ກັນ ແລະ ຄວາມສຸກຂອງເຂົາເຈົ້າເອງຈະກາຍເປັນ “ຕຳແໜ່ງແຫ່ງຄວາມຮັບຜິດຊອບທີ່ມີຕໍ່ໂລກ ແລະ ມະນຸດຊາດ” ແນວໃດ? ໃນທຳນອງໃດທີ່ວ່າມັນມາ “ຈາກເບື້ອງບົນ, ມາຈາກພຣະເຈົ້າ”? ເພື່ອຈະເຂົ້າໃຈ, ເຮົາຈຳເປັນຕ້ອງກັບຄືນໄປຫາຕອນຕົ້ນ.
ບັນດາສາດສະດາໄດ້ເປີດເຜີຍວ່າ ໃນຕອນຕົ້ນເຮົາໄດ້ເປັນຜູ້ຄົນທີ່ຮູ້ແຈ້ງ, ແລະ ວ່າພຣະເຈົ້າໄດ້ປະທານຮູບຮ່າງ, ຫລື ຮ່າງກາຍທີ່ເປັນວິນຍານໃຫ້ແກ່ເຮົາ, ສະນັ້ນຈຶ່ງກາຍເປັນລູກໆທາງວິນຍານຂອງພຣະອົງ—ເປັນບຸດ ແລະ ທິດາຂອງພຣະບິດາມານດາເທິງສະຫວັນ.3 ກໍໄດ້ມີເວລາໃນຊີວິດກ່ອນເກີດຕອນເປັນວິນຍານເມື່ອ, ເພື່ອຄວາມກ້າວໜ້າຂອງຄວາມປາດຖະໜາຂອງພຣະອົງ ທີ່ຈະໃຫ້ເຮົາ “ສາມາດມີສິດທິພິເສດທີ່ຈະກ້າວໜ້າເໝືອນດັ່ງພຣະອົງ,”4 ພຣະບິດາເທິງສະຫວັນຂອງເຮົາຈຶ່ງໄດ້ຕຽມແຜນ ທີ່ເຮັດໃຫ້ສາມາດ. ໃນພຣະຄຳພີ ແຜນນີ້ ມີຫລາຍຊື່, ຮ່ວມທັງ “ແຜນແຫ່ງຄວາມລອດ,”5 “ແຜນແຫ່ງຄວາມສຸກອັນຍິ່ງໃຫຍ່,”6 ແລະ “ແຜນແຫ່ງການໄຖ່.”7 ຈຸດປະສົງທີ່ສຳຄັນສຸດຍອດສອງຢ່າງຂອງແຜນນີ້ກໍຖືກອະທິບາຍຕໍ່ອັບຣາຮາມໃນຖ້ອຍຄຳເຫລົ່ານີ້ວ່າ:
ແລະ ມີອົງໜຶ່ງທີ່ຢືນຢູ່ທ່າມກາງພວກເຂົາທີ່ຄ້າຍຄືກັບພຣະເຈົ້າ, ແລະ ເພິ່ນໄດ້ກ່າວກັບຜູ້ຄົນທີ່ຢູ່ກັບເພິ່ນວ່າ: ພວກເຮົາຈະລົງໄປ, ເພາະວ່າມີບ່ອນວ່າງຢູ່ທີ່ນັ້ນ, ແລະ ພວກເຮົາຈະນຳພາກສ່ວນຂອງສານເຫລົ່ານີ້ໄປ, ແລະ ພວກເຮົາຈະສ້າງແຜ່ນດິນໂລກໜ່ວຍໜຶ່ງ ບ່ອນທີ່ວິນຍານເຫລົ່ານີ້ຈະໄດ້ອາໄສຢູ່;
ແລະ ພວກເຮົາຈະພິສູດພວກເຂົາໂດຍວິທີນີ້, ເພື່ອເບິ່ງວ່າພວກເຂົາຈະເຮັດທຸກສິ່ງທັງປວງສິ່ງໃດກໍຕາມທີ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາຈະບັນຊາພວກເຂົາຫລືບໍ່;
ແລະ ຜູ້ທີ່ຮັກສາສະພາວະທຳອິດຂອງພວກເຂົາຈະໄດ້ຮັບເພີ່ມເຕີມ; ... ແລະ ຜູ້ທີ່ຮັກສາສະພາວະທີສອງຂອງພວກເຂົາຈະມີລັດສະໝີພາບເພີ່ມເຕີມໃສ່ເທິງຫົວຂອງພວກເຂົາ ຕະຫລອດການ ແລະ ຕະຫລອດໄປ.8
ເປັນເພາະພຣະບິດາເທິງສະຫວັນຂອງເຮົາ, ເຮົາໄດ້ກາຍເປັນບຸກຄົນທາງວິນຍານແລ້ວ. ບັດນີ້ພຣະອົງໄດ້ປະທານຫົນທາງໃຫ້ເຮົາ ເພື່ອຈະສຳເລັດ ຫລື ເຮັດໃຫ້ບຸກຄົນນັ້ນສົມບູນແບບ. ການເພີ່ມເຕີມທາດທາງຮ່າງກາຍແມ່ນຈຳເປັນຕໍ່ຄວາມສົມບູນຂອງບຸກຄົນ ແລະ ລັດສະໝີພາບທີ່ອົງພຣະເຈົ້າເອງມີຢູ່. ຖ້າຫາກວ່າ, ຕອນຢູ່ນຳພຣະເຈົ້າໃນໂລກແຫ່ງວິນຍານກ່ອນເກີດ, ເຮົາໄດ້ຍອມຮັບວ່າຈະມີສ່ວນຮ່ວມໃນແຜນຂອງພຣະອົງ—ຫລື ໃນອີກຄວາມໝາຍໜຶ່ງແມ່ນ “ຮັກສາສະພາວະທຳອິດຂອງເຮົາ”—ເຮົາຈະ “ໄດ້ມີເພີ່ມເຕີມ,” ດ້ວຍຮ່າງກາຍ ເມື່ອເຮົາໄດ້ລົງມາອາໄສຢູ່ເທິງແຜ່ນດິນໂລກ ທີ່ພຣະອົງໄດ້ສ້າງສຳລັບເຮົາ.
ແລ້ວ, ຖ້າຫາກເມື່ອຢູ່ໃນຊ່ວງມະຕະ, ເຮົາໄດ້ເລືອກທີ່ຈະ “ເຮັດທຸກສິ່ງທັງປວງສິ່ງໃດກໍຕາມທີ່ພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າ [ຂອງພວກເຮົາ] [ຈະ] ບັນຊາ [ພວກເຮົາ],” ເຮົາໄດ້ຮັກສາ “ສະພາວະທີສອງ” ຂອງເຮົາ. ນີ້ໝາຍຄວາມວ່າໂດຍການເລືອກຂອງເຮົາ, ເຮົາຈະສະແດງໃຫ້ພຣະເຈົ້າ (ແລະ ຕົວເຮົາເອງ) ເຫັນຄຳໝັ້ນສັນຍາ ແລະ ຄວາມສາມາດຂອງເຮົາທີ່ຈະດຳລົງຊີວິດຕາມກົດແຫ່ງອານາຈັກຊັ້ນສູງຂອງພຣະອົງ ເມື່ອໄດ້ອາໄສຢູ່ໄກຈາກທີ່ປະທັບຂອງພຣະອົງ ແລະ ຢູ່ໃນຮ່າງກາຍ ພ້ອມດ້ວຍອຳນາດ, ຄວາມຢາກ, ແລະ ຄວາມຫລົງໄຫລຂອງມັນ. ເຮົາຈະສາມາດບັງຄັບຮ່າງກາຍເນື້ອໜັງຂອງເຮົາໄດ້ບໍ ເພື່ອວ່າມັນຈະໄດ້ກາຍເປັນເຄື່ອງມື ແທນທີ່ເປັນເຈົ້ານາຍຂອງວິນຍານ? ເຮົາຈະຖືກໄວ້ວາງໃຈບໍ ທັງໃນການເວລາ ແລະ ຊົ່ວນິລັນດອນດ້ວຍອຳນາດຂອງພຣະເຈົ້າ, ຮ່ວມດ້ວຍອຳນາດແຫ່ງການສ້າງຊີວິດ? ເຮົາແຕ່ລະຄົນຈະໄດ້ເອົາຊະນະຄວາມຊົ່ວຮ້າຍບໍ? ຜູ້ທີ່ເອົາຊະນະໄດ້ “ຈະມີລັດສະໝີພາບເພີ່ມເຕີມໃສ່ເທິງຫົວຂອງພວກເຂົາ ຕະຫລອດການ ແລະ ຕະຫລອດໄປ”—ດ້ານໜຶ່ງທີ່ສຳຄັນຂອງລັດສະໝີພາບນັ້ນຄືຮ່າງກາຍທີ່ໄດ້ຮັບການຟື້ນຟູ, ເປັນອະມະຕະ, ແລະ ຮຸ່ງໂລດ.9 ແນ່ນອນແລ້ວວ່າເຮົາ “ໄດ້ພາກັນໂຮຮ້ອງດ້ວຍຄວາມປິຕິຍິນດີ” ສຳລັບໂອກາດ ແລະ ຄຳສັນຍາທີ່ປະເສີດເຫລົ່ານີ້.10
ວ່າຢ່າງນ້ອຍກໍມີສີ່ຢ່າງທີ່ຈຳເປັນສຳລັບຄວາມສຳເລັດຂອງແຜນອັນສູງສົ່ງນີ້:
ທຳອິດ ແມ່ນການສ້າງແຜ່ນດິນໂລກໃຫ້ເປັນທີ່ພັກອາໄສຂອງເຮົາ. ບໍ່ວ່າລາຍລະອຽດຂອງຂັ້ນຕອນຂອງການສ້າງນັ້ນຈະເປັນອັນໃດກໍຕາມ, ເຮົາຮູ້ວ່າມັນບໍ່ໄດ້ເປັນເລື່ອງບັງເອີນ ແຕ່ວ່າມັນໄດ້ຖືກຊີ້ນຳໂດຍ ອົງ ພຣະບິດາເຈົ້າ ແລະ ຖືກປະຕິບັດຕາມໂດຍພຣະເຢຊູຄຣິດ—“ພຣະເຈົ້າໄດ້ຊົງສ້າງທຸກສິ່ງຂຶ້ນໂດຍທາງ ພຣະທຳ; ແລະ ບໍ່ມີສິ່ງໜຶ່ງໃດທີ່ເປັນມາໂດຍນອກຈາກພຣະທຳ.”11
ສອງ ຄືເງື່ອນໄຂຂອງຊີວິດມະຕະ. ອາດາມ ແລະ ເອວາໄດ້ກະທຳເພື່ອທຸກຄົນທີ່ໄດ້ເລືອກຈະມີສ່ວນຮ່ວມໃນແຜນແຫ່ງຄວາມສຸກອັນຍິ່ງໃຫຍ່ຂອງພຣະບິດາ.12 ການຕົກຂອງເຂົາເຈົ້າໄດ້ສ້າງເງື່ອນໄຂທີ່ຈຳເປັນສຳລັບການເກີດທາງຮ່າງກາຍຂອງເຮົາ ແລະ ສຳລັບປະສົບການ ແລະ ການຮຽນຮູ້ ກ່ຽວກັບຊີວິດມະຕະໄກຈາກທີ່ປະທັບຂອງພຣະເຈົ້າ. ພ້ອມນີ້ ຫລັງຈາກການຕົກ, ການຮັບຮູ້ຄວາມດີ ແລະ ຄວາມຊົ່ວກໍໄດ້ມີມາ ແລະ ອຳນາດທີ່ພຣະເຈົ້າປະທານໃຫ້ທີ່ຈະເລືອກ.13 ໃນທີ່ສຸດ, ການຕົກໄດ້ນຳຄວາມຕາຍທາງຮ່າງກາຍທີ່ຈຳເປັນມາ ເພື່ອເຮັດໃຫ້ເວລາຂອງເຮົາຢູ່ໃນຊີວິດມະຕະເປັນເວລາຊົ່ວຄາວ, ເພື່ອວ່າເຮົາຈະບໍ່ໄດ້ອາໄສຢູ່ໃນບາບຂອງເຮົາຕະຫລອດໄປ.14
ສາມ ຄືການໄຖ່ຈາກການຕົກ. ເຮົາເຫັນບົດບາດຂອງຄວາມຕາຍໃນແຜນຂອງພຣະບິດາເທິງສະຫວັນຂອງເຮົາ, ແຕ່ແຜນນັ້ນຈະເປັນໂມຄະປາດສະຈາກວິທີທີ່ຈະເອົາຊະນະຄວາມຕາຍ ໃນທີ່ສຸດ, ທັງທາງຮ່າງກາຍ ແລະ ທາງວິນຍານ. ສະນັ້ນ, ພຣະຜູ້ໄຖ່, ພຣະບຸດອົງດຽວທີ່ຖືກຳເນີດຂອງພຣະເຈົ້າ, ພຣະເຢຊູຄຣິດ, ຈຶ່ງໄດ້ທົນທຸກທໍລະມານ ແລະ ໄດ້ສິ້ນພຣະຊົນເພື່ອໄຖ່ການລ່ວງລະເມີດຂອງອາດາມ ແລະ ເອວາ, ຊຶ່ງໄດ້ໃຫ້ມີການຟື້ນຄືນຊີວິດ ແລະ ຄວາມເປັນອະມະຕະສຳລັບທຸກຄົນທັງປວງ. ແລະ ເພາະວ່າບໍ່ມີຄົນໃດໃນພວກເຮົາໄດ້ຮັກສາກົດຂອງພຣະກິດຕິຄຸນຢ່າງສົມບູນແບບ ແລະ ຢ່າງສະໝ່ຳສະເໝີ, ການຊົດໃຊ້ຂອງພຣະອົງກໍໄຖ່ພວກເຮົາຈາກບາບຂອງເຮົາເອງ ອີງຕາມເງື່ອນໄຂຂອງການກັບໃຈ. ດ້ວຍພຣະຄຸນທີ່ຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດທີ່ໃຫ້ອະໄພຈາກບາບ ແລະ ຊຳລະຈິດວິນຍານໃຫ້ບໍລິສຸດ, ເຮົາສາມາດເກີດໃໝ່ໄດ້ທາງວິນຍານ ແລະ ກັບຄືນດີກັບພຣະເຈົ້າ. ຄວາມຕາຍທາງວິນຍານຂອງເຮົາ—ການແຍກຕົວເຮົາອອກໄປຈາກພຣະເຈົ້າ—ກໍຈະສິ້ນສຸດລົງ.15
ສີ່, ແລະ ໃນທີ່ສຸດ, ຄືສະຖານະການສຳລັບການເກີດຂອງເຮົາທາງຮ່າງກາຍ ແລະ ການເກີດໃໝ່ທາງວິນຍານທີ່ຕາມມາ ທີ່ຈະເຂົ້າສູ່ອານາຈັກຂອງພຣະເຈົ້າ. ເພື່ອວ່າວຽກງານຂອງພຣະອົງຈະສຳເລັດຜົນ ທີ່ຈະ “[ຍົກເຮົາ] ຂຶ້ນກັບພຣະອົງເອງ,”16 ພຣະເຈົ້າຈຶ່ງໄດ້ແຕ່ງຕັ້ງວ່າຊາຍ ແລະ ຍິງຄວນແຕ່ງງານ ແລະ ມີລູກ, ດ້ວຍວິທີນີ້, ຊຶ່ງເປັນຫຸ້ນສ່ວນກັບພຣະເຈົ້າ, ຈຶ່ງໄດ້ສ້າງຮ່າງກາຍທີ່ເປັນຈຸດສຳຄັນຕໍ່ການທົດສອບຂອງຄວາມເປັນມະຕະ ແລະ ຈຳເປັນຕໍ່ລັດສະໝີພາບນິລັນດອນກັບພຣະອົງ. ພຣະອົງຍັງໄດ້ແຕ່ງຕັ້ງວ່າພໍ່ແມ່ຄວນສະຖາປະນາຄອບຄົວ ແລະ ລ້ຽງດູລູກໆຂອງເຂົາເຈົ້າໃນຄວາມສະຫວ່າງ ແລະ ຄວາມຈິງ,17 ນຳພາພວກເຂົາໄປສູ່ຄວາມຫວັງໃນພຣະຄຣິດ. ພຣະບິດາໄດ້ບັນຊາວ່າ:
“ສອນສິ່ງເຫລົ່ານີ້ຢ່າງເປັນອິດສະລະກັບລູກໆຂອງເຈົ້າ, ໂດຍກ່າວວ່າ:
“ຄື … ຕາບໃດທີ່ພວກເຈົ້າໄດ້ເກີດໃນໂລກໂດຍນ້ຳ, ແລະ ໂລຫິດ, ແລະ ວິນຍານ, ຊຶ່ງເຮົາໄດ້ສ້າງ, ແລະ ຈາກດິນ ໄດ້ກາຍເປັນຊີວິດສັນໃດ, ແມ່ນແຕ່ສັນນັ້ນພວກເຈົ້າຈະຕ້ອງໄດ້ເກີດໃໝ່ອີກເຂົ້າໃນອານາຈັກສະຫວັນ, ດ້ວຍນ້ຳ, ແລະ ດ້ວຍພຣະວິນຍານສັກສິດ, ແລະ ສະອາດໂດຍໂລຫິດ, ແມ່ນແຕ່ໂລຫິດຂອງພຣະອົງດຽວທີ່ຖືກຳເນີດຂອງເຮົາ; ເພື່ອວ່າພວກເຈົ້າຈະຖືກຊຳລະໃຫ້ບໍລິສຸດຈາກບາບທັງປວງ, ແລະ ຊື່ນຊົມກັບຖ້ອຍຄຳແຫ່ງຊີວິດນິລັນດອນໃນໂລກນີ້, ແລະ ຊີວິດນິລັນດອນໃນໂລກທີ່ຈະມາເຖິງ, ແມ່ນແຕ່ລັດສະໝີພາບອະມະຕະ.”18
ໂດຍທີ່ຮູ້ວ່າເຫດໃດເຮົາຈຶ່ງໄດ້ຈາກທີ່ປະທັບຂອງພຣະບິດາເທິງສະຫວັນຂອງເຮົາມາ ແລະ ສິ່ງທີ່ຕ້ອງເຮັດເພື່ອຈະກັບຄືນໄປ ແລະ ຖືກເຮັດໃຫ້ສູງສົ່ງກັບພຣະອົງ, ມັນກໍແຈ່ມແຈ້ງດີວ່າບໍ່ມີຫຍັງທີ່ກ່ຽວກັບເວລາຂອງເຮົາຢູ່ເທິງໂລກຈະສາມາດສຳຄັນໄປກວ່າການເກີດທາງຮ່າງກາຍ ແລະ ການເກີດໃໝ່ທາງວິນຍານ, ສອງເງື່ອນໄຂຂອງຊີວິດນິລັນດອນ. ເມື່ອໃຊ້ຖ້ອຍຄຳຂອງທ່ານບັນຮັບເຟີ ທີ່ວ່າ “ພາລະໜ້າທີ່” ຂອງການແຕ່ງງານ, “ຕຳແໜ່ງແຫ່ງຄວາມຮັບຜິດຊອບທີ່ມີຕໍ່ມະນຸດຊາດ,” ວ່າສະຖາບັນທີ່ສູງສົ່ງ “ຈາກເບື້ອງບົນ, ຈາກພຣະເຈົ້າ” ເປັນສາຍທີ່ ”ເຊື່ອມໂຍງບັນພະບຸລຸດກັບລຸ້ນທີ່ຈະມານຳຫລັງເຂົ້າກັນ” ທັງໃນຊີວິດນີ້ ແລະ ຊີວິດທີ່ຈະມາເຖິງ—ເປັນການຈັດຕັ້ງແຫ່ງສະຫວັນ.
ຄອບຄົວທີ່ສ້າງຂຶ້ນດ້ວຍການແຕ່ງງານຂອງຊາຍ ແລະ ຍິງຈັດໃຫ້ມີບັນຍາກາດທີ່ດີທີ່ສຸດເພື່ອແຜນຂອງພຣະເຈົ້າຈະຈະເລີນກ້າວໜ້າ—ບັນຍາກາດສຳລັບການເກີດຂອງເດັນນ້ອຍທີ່ມາເກີດໃນຄວາມບໍລິສຸດ ແລະ ໄຮ້ດຽງສາຈາກພຣະເຈົ້າ ແລະ ສະພາບແວດລ້ອມສຳລັບການຮຽນຮູ້ ແລະ ການຕຽມພ້ອມທີ່ພວກເຂົາຈະຕ້ອງການ ສຳລັບຄວາມສຳເລັດຜົນຂອງຊີວິດມະຕະ ແລະ ຊີວິດນິລັນດອນໃນໂລກທີ່ຈະມາເຖິງ. ຄອບຄົວສ່ວນນ້ອຍທີ່ຖືກສ້າງຂຶ້ນຜ່ານການແຕ່ງງານດັ່ງກ່າວ ແມ່ນຈຳເປັນສຳລັບຄວາມຢູ່ລອດ ແລະ ຄວາມຈະເລີນກ້າວໜ້າຂອງສັງຄົມ. ເພາະເຫດນີ້ ຊຸມຊົນ ແລະ ປະເທດຊາດສ່ວນຫລາຍຈຶ່ງໄດ້ສົ່ງເສີມ ແລະ ໄດ້ປົກປ້ອງການແຕ່ງງານ ແລະ ຄອບຄົວໃຫ້ເປັນສະຖາບັນທີ່ມິສິດທິພິເສດ. ມັນບໍ່ເຄີຍກ່ຽວກັບຄວາມຮັກ ແລະ ຄວາມສຸກຂອງຜູ້ໃຫຍ່ເທົ່ານີ້.
ທາງວິທະຍາສາດສັງຄົມມີຄວາມເຫັນວ່າ ການແຕ່ງງານ ແລະ ຄອບຄົວທີ່ຖືກນຳພາໂດຍຊາຍ ແລະ ຍິງທີ່ໄດ້ແຕ່ງງານກັນ ເປັນເລື່ອງທີ່ຈຳເປັນ.19 ສະນັ້ນ “ພວກເຮົາຂໍເຕືອນວ່າ ການທຳລາຍຄອບຄົວຈະນຳໄພພິບັດມາສູ່ຕົນເອງ, ມາສູ່ຊຸມຊົນ, ແລະ ມາສູ່ປະເທດຊາດ ດັ່ງທີ່ສາດສະດາທັງຫລາຍໃນສະໄໝໂບຮານ ແລະ ໃນສະໄໝປະຈຸບັນກ່າວໄວ້.”20 ແຕ່ຂໍ້ຮຽກຮ້ອງຂອງເຮົາສຳລັບບົດບາດຂອງການແຕ່ງງານ ແລະ ຄອບຄົວ ບໍ່ໄດ້ຂຶ້ນຢູ່ກັບວິທະຍາສາດສັງຄົມ ແຕ່ຂຶ້ນຢູ່ກັບຄວາມຈິງທີ່ວ່າ ມັນເປັນການສ້າງຂອງພຣະເຈົ້າ. ພຣະອົງເອງທີ່ໃນຕອນຕົ້ນໄດ້ສ້າງອາດາມ ແລະ ເອວາໃນຮູບລັກສະນະຂອງພຣະອົງ, ຊາຍ ແລະ ຍິງ, ແລະ ໄດ້ຮ່ວມເຂົາເຈົ້າເປັນສາມີ ແລະ ພັນລະຍາ ໃຫ້ກາຍເປັນຄົນດຽວກັນ ແລະ ໃຫ້ມີລູກເຕົ້າໃຫ້ແຜ່ຂະຫຍາຍ, ແລະ ເພີ່ມທະວີຈົນເຕັມແຜ່ນດິນໂລກ.21 ແຕ່ລະຄົນມີຮູບລັກສະນະຂອງພຣະເຈົ້າ, ແຕ່ແມ່ນໃນການຮ່ວມແຕ່ງງານຂອງຊາຍ ແລະ ຍິງ ທີ່ບາງທີເຮົາຈະບັນລຸຄວາມໝາຍທີ່ສົມບູບຂອງການມີຮູບລັກສະນະຂອງພຣະເຈົ້າ—ຊາຍ ແລະ ຍິງໄດ້. ເຮົາບໍ່ສາມາດ ຫລື ບໍ່ມີມະນຸດອື່ນໃດຈະສາມາດປ່ຽນແປງການແຕ່ງງານອັນສູງສົ່ງນີ້. ມະນຸດບໍ່ໄດ້ສ້າງມັນຂຶ້ນມາ. ການແຕ່ງງານດັ່ງກ່າວແມ່ນມາຈາກເບື້ອງບົນ, ຈາກພຣະເຈົ້າ ແລະ ເປັນພາກສ່ວນຂອງແຜນແຫ່ງຄວາມສຸກ ເໝືອນກັນກັບການຕົກ ແລະ ການຊົດໃຊ້.
ໃນໂລກກ່ອນເກີດ, ລູຊິເຟີໄດ້ກະບົດຕໍ່ພຣະເຈົ້າ ແລະ ແຜນຂອງພຣະອົງ, ແລະ ການຕໍ່ຕ້ານຂອງມັນກໍໄດ້ເຕີບຂະຫຍາຍໃນຄວາມຮຸນແຮງ. ມັນຕໍ່ຕ້ານເພື່ອຫ້າມປາມການແຕ່ງງານ ແລະ ການສ້າງຄອບຄົວ, ແລະ ສະຖານທີ່ ທີ່ການແຕ່ງງານ ແລະ ຄອບຄົວຖືກສ້າງຂຶ້ນມາ, ມັນເຮັດທຸກສິ່ງທີ່ມັນເຮັດໄດ້ ເພື່ອທຳລາຍສິ່ງເຫລົ່ານັ້ນ. ມັນໂຈມຕີທຸກສິ່ງທີ່ສັກສິດກ່ຽວກັບລັກສະນະທາງເພດຂອງມະນຸດ, ແຍກມັນອອກຢ່າງຮ້າຍແຮງຈາກສະພາບການຂອງການແຕ່ງງານ ທີ່ເບິ່ງຄືວ່າດ້ວຍຄວາມຄິດ ແລະ ການກະທຳທີ່ອະທຳໃນທຸກຮູບແບບ. ມັນສະແຫວງຫາທີ່ຈະເກ້ຍກ່ອມບັນດາຊາຍ ແລະ ຍິງວ່າລະດັບຄວາມສຳຄັນຂອງການແຕ່ງງານ ແລະ ຄອບຄົວບໍ່ຈຳເປັນຕ້ອງເອົາໃຈໃສ່ ຫລື ຖືກປະຖິ້ມກໍໄດ້, ຫລື ວ່າຢ່າງນ້ອຍເຮັດໃຫ້ມັນເປັນຄວາມສຳຄັນໜ້ອຍກວ່າອາຊີບ, ຄວາມສຳເລັດອື່ນໆ, ແລະ ຄວາມສະແຫວງຫາ ຄວາມພໍໃຈຂອງຕົນ ແລະ ອິດສະລະສ່ວນຕົວ. ແນ່ນອນວ່າຜູ້ປໍລະປັກພໍໃຈເມື່ອພໍ່ແມ່ບໍ່ເອົາໃຈໃສ່ທີ່ຈະສອນ ແລະ ອົບລົມລູກໆຂອງເຂົາເຈົ້າໃຫ້ມີສັດທາໃນພຣະຄຣິດ, ແລະ ເກີດໃໝ່ອີກທາງວິນຍານ. ອ້າຍເອື້ອຍນ້ອງທັງຫລາຍ, ຫລາຍສິ່ງຫລາຍຢ່າງກໍດີ, ຫລາຍໆສິ່ງກໍສຳຄັນ, ແຕ່ມີພຽງໜ້ອຍດຽວທີ່ຈຳເປັນ.
ທີ່ຈະປະກາດຄວາມຈິງພື້ນຖານກ່ຽວກັບການແຕ່ງງານ ແລະ ຄອບຄົວບໍ່ແມ່ນວ່າຈະເບິ່ງຂ້າມ ຫລື ລົດຄວາມສຳຄັນຂອງການເສຍສະລະ ແລະ ຄວາມສຳເລັດຜົນຂອງຜູ້ຄົນທີ່ບໍ່ໄດ້ຢູ່ໃນສະພາບການດັ່ງທີ່ກ່າວໃນຄວາມເປັນຈິງປະຈຸບັນ. ພວກທ່ານບາງຄົນບໍ່ໄດ້ຮັບພອນແຫ່ງການແຕ່ງງານ ເພາະເຫດຜົນທີ່ຮ່ວມດ້ວຍການຂາດໂອກາດທີ່ຄູ່ຄວນ, ສົນໃຈນຳເພດດຽວກັນ, ຄວາມບົກພ່ອງທາງສຸຂະພາບ ຫລື ທາງສະຕິປັນຍາ, ຫລື ການຢ້ານກົວຄວາມລົ້ມເຫລວ, ວ່າຢ່າງນ້ອຍສຳລັບເວລານີ້ເທົ່ານັ້ນ, ທີ່ກີດກັ້ນສັດທາ. ຫລື ທ່ານອາດໄດ້ແຕ່ງງານ, ແຕ່ຖືກຢ່າຮ້າງ, ແລະ ທ່ານຖືກປະໄວ້ໃຫ້ຈັດການຄົນດຽວກັບສິ່ງທີ່ສອງຄົນດ້ວຍກັນກໍຍັງເກືອບບໍ່ສາມາດຮັບມືໄດ້. ພວກທ່ານບາງຄົນຜູ້ທີ່ແຕ່ງງານແລ້ວກໍບໍ່ສາມາດມີລູກ ເຖິງແມ່ນຈະມີຄວາມປາດຖະໜາຢ່າງແຮງກ້າ ແລະ ໄດ້ອະທິຖານອ້ອນວອນກໍຕາມ.
ເຖິງຢ່າງໃດກໍຕາມ, ທຸກຄົນມີຂອງປະທານ; ທຸກຄົນມີພອນສະຫວັນ; ທຸກຄົນສາມາດມີສ່ວນບໍລິຈາກຕໍ່ການເປີດເຜີຍແຜນອັນສູງສົ່ງໃນແຕ່ລະລຸ້ນຄົນ. ສິ່ງທີ່ດີທັງຫລາຍ, ສິ່ງທີ່ສຳຄັນທັງຫລາຍ—ແມ່ນແຕ່ບາງເທື່ອທຸກສິ່ງທີ່ຈຳເປັນສຳລັບເວລານີ້—ກໍສາມາດບັນລຸຜົນສຳເລັດໄດ້ໃນສະຖານະການທີ່ບໍ່ສົມບູນແບບ. ພວກທ່ານທັງຫລາຍກໍກຳລັງເຮັດສຸດຄວາມສາມາດ. ແລະ ເມື່ອທ່ານຜູ້ທີ່ແບກຫາບພາລະໜັກໜ່ວງຫລາຍທີ່ສຸດຂອງຊີວິດມະຕະນີ້ ກ່າວປົກປ້ອງແຜນຂອງພຣະເຈົ້າ ເພື່ອຍົກລູກໆຂອງພຣະອົງຂຶ້ນ, ເຮົາທຸກຄົນກໍພ້ອມທີ່ຈະສະໜັບສະໜູນທ່ານ. ດ້ວຍຄວາມໝັ້ນໃຈ ພວກເຮົາເປັນພະຍານວ່າ ການຊົດໃຊ້ຂອງພຣະເຢຊູຄຣິດທີ່ໄດ້ຄາດໄວ້ແລ້ວ ແລະ, ໃນທີ່ສຸດ, ຈະທົດແທນຄວາມຂາດເຂີນ ແລະ ການສູນເສຍທັງໝົດໃຫ້ແກ່ຜູ້ທີ່ຫັນໄປຫາພຣະອົງ. ບໍ່ມີຄົນໃດຖືກກຳນົດໄວ້ລ່ວງໜ້າວ່າຈະໄດ້ຮັບໜ້ອຍກວ່າທຸກສິ່ງທີ່ພຣະບິດາມີໄວ້ໃຫ້ລູກໆຂອງພຣະອົງ.
ເມື່ອບໍ່ດົນມານີ້ ແມ່ໜຸ່ມຄົນໜຶ່ງໄດ້ບອກຂ້າພະເຈົ້າເຖິງຄວາມກັງວົນຂອງນາງກ່ຽວກັບຄວາມບົກພ່ອງໃນການເອີ້ນທີ່ສຳຄັນທີ່ສຸດນີ້. ຂ້າພະເຈົ້າໄດ້ຮູ້ສຶກວ່າບັນຫາທີ່ເຮັດໃຫ້ນາງເປັນຫ່ວງນັ້ນເລັກນ້ອຍ ແລະ ນາງບໍ່ຈຳເປັນຕ້ອງກັງວົນ; ນາງເຮັດໄດ້ດີ. ແຕ່ຂ້າພະເຈົ້າໄດ້ຮູ້ວ່າ ນາງພຽງແຕ່ຢາກເຮັດໃຫ້ພຣະເຈົ້າພໍພຣະໄທ ແລະ ໃຫ້ກຽດຄວາມໄວ້ວາງໃຈຂອງພຣະອົງ. ຂ້າພະເຈົ້າໄດ້ໃຫ້ຄຳທີ່ໝັ້ນໃຈ, ແລະ ໃນຫົວໃຈຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ອ້ອນວອນວ່າພຣະເຈົ້າ, ພຣະບິດາເທິງສະຫວັນຂອງນາງ, ຈະປອບໂຍນນາງດ້ວຍຄວາມຮັກ ແລະ ວ່າພຣະອົງຈະພໍພຣະໄທກັບຜົນງານຂອງນາງ ໃນຂະນະທີ່ນາງເຮັດວຽກງານຂອງພຣະອົງຢູ່.
ນັ້ນຄືຄຳອະທິຖານຂອງຂ້າພະເຈົ້າສຳລັບທຸກໆຄົນໃນມື້ນີ້. ຂ້າພະເຈົ້າຫວັງວ່າ ພຣະເຈົ້າຈະພໍພຣະໄທກັບຜົນງານຂອງເຮົາແຕ່ລະຄົນ. ຂ້າພະເຈົ້າຫວັງວ່າການແຕ່ງງານຈະຈະເລີນກ້າວໜ້າ ແລະ ຄອບຄົວຮຸ່ງເຮືອງ, ແລະ ບໍ່ວ່າອະນາຄົດຂອງເຮົາຈະເປັນຄວາມສົມບູນຂອງສິ່ງເຫລົ່ານີ້ໃນຊີວິດມະຕະຫລືບໍ່, ຂໍໃຫ້ພຣະຄຸນຂອງພຣະຜູ້ເປັນເຈົ້າ ນຳຄວາມສຸກມາໃຫ້ເຮົາໃນເວລານີ້ ແລະ ນຳສັດທາ ໃນຄຳສັນຍາທີ່ແນ່ນອນ ມາໃຫ້ເຮົາ ໃນພາຍຂ້າງໜ້າ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.