ສະນັ້ນເຂົາເຈົ້າຈຶ່ງເຊົາຢ້ານ
ຕ່າງຈາກຄວາມຢ້ານທຳມະດາທີ່ເຮັດໃຫ້ເຮົາຕົກໃຈ ແລະ ກະວົນກະວາຍໃຈ, ຄວາມຢ້ານພຣະເຈົ້າ ແມ່ນແຫລ່ງທີ່ເຮັດໃຫ້ເຮົາມີຄວາມສະຫງົບ, ມີຄວາມອຸ່ນໃຈ, ແລະ ມີຄວາມໝັ້ນໃຈ.
ຂ້າພະເຈົ້າຍັງຈື່ຕອນຍັງນ້ອຍໄດ້ດີ. ມື້ໜຶ່ງຕອນຂ້າພະເຈົ້າກຳລັງຫລິ້ນກັບໝູ່ຢູ່ ຂ້າພະເຈົ້າໄດ້ເຮັດປ່ອງຢ້ຽມຂອງຮ້ານທີ່ຢູ່ໃກ້ບ້ານແຕກໂດຍບັງເອີນ. ເມື່ອປ່ອງຢ້ຽມແຕກ ສຽງສັນຍານເຄື່ອງຮັກສາຄວາມປອດໄພກໍດັງສະນັ່ນຂຶ້ນ ຂ້າພະເຈົ້າກໍຢ້ານຈົນຕັບຫົດ ເພາະຄິດວ່າຕົນເອງຕ້ອງໄດ້ເຂົ້າຄຸກຕະຫລອດຊີວິດນັບແຕ່ວັນນັ້ນໄປ. ຈົນພໍ່ແມ່ຂອງຂ້າພະເຈົ້າບອກໃຫ້ອອກມາຈາກບ່ອນລີ້ຢູ່ກ້ອງຕຽງ ແລະ ໄດ້ຊ່ອຍຂ້າພະເຈົ້າໃຫ້ໄປຂໍໂທດ ແລະ ແກ້ຄວາມຜິດກັບເຈົ້າຂອງຮ້ານ. ໂຊກດີທີ່ຂ້າພະເຈົ້າບໍ່ຕ້ອງໄດ້ເຂົ້າຄຸກ.
ຄວາມຢ້ານມື້ນັ້ນແມ່ນຢ້ານຫລາຍອີ່ຫລີ. ທ່ານກໍຄົງມີຄວາມຢ້ານຫລາຍເມື່ອຮູ້ວ່າຕົນເອງເປັນພະຍາດ, ຫລື ຄົນໃນຄອບຄົວມີບັນຫາ ຫລື ຢູ່ໃນໄພອັນຕະລາຍໃດໆ, ຫລື ຈາກການສັງເກດເບິ່ງເຫດການທີ່ເກີດຂຶ້ນໃນໂລກທີ່ກວນໃຈ. ໃນກໍລະນີນັ້ນ ໄພທີ່ກຳລັງຄຸກຄາມຢູ່, ຄວາມບໍ່ແນ່ນອນ, ຫລື ຄວາມເຈັບປວດ ແລະ ເຫດການທີ່ບໍ່ຄາດຄິດ, ແລະ ບາງທີກໍເກີດໂດຍກະທັນຫັນ, ແລະ ຈະມີຜົນຮັບໃນທາງທີ່ບໍ່ດີ ຈະເປັນເຫດໃຫ້ເຮົາບໍ່ສະບາຍໃຈ.
ໃນແຕ່ລະມື້ ເຮົາໄດ້ຍິນລາຍງານກ່ຽວກັບຄວາມຮຸນແຮງທາງຄະດີອາຍາບໍ່ຂາດໄລຍະ, ຄວາມອຶດຢາກ, ສົງຄາມ, ການສໍ້ລາດບັງຫລວງ, ຜູ້ກໍ່ການຮ້າຍ, ການຜິດສິນທຳ, ພະຍາດ, ແລະ ໄພພິບັດທາງທຳມະຊາດສາມາດເຮັດໃຫ້ເຮົາຢ້ານ ແລະ ກະວົນກະວາຍໃຈ. ແນ່ນອນແລ້ວ ພວກເຮົາກຳລັງຢູ່ໃນສະໄໝທີ່ພຣະຜູ້ເປັນເຈົ້າໄດ້ທຳນາຍໄວ້ວ່າ ໂລກຈະມີຄວາມວຸ້ນວາຍ ແລະ ຜູ້ຄົນຈະຕັດສິນໃຈບໍ່ຖືກ (ເບິ່ງ D&C 45:26).
ຈຸດປະສົງຂອງຂ້າພະເຈົ້າຄື ບັນລະຍາຍເຖິງການທີ່ມີຄວາມຮູ້ທີ່ຖືກຕ້ອງກ່ຽວກັບສັດທາ ແລະ ພຣະຜູ້ເປັນເຈົ້າ ພຣະເຢຊູຄຣິດ ຈະເຮັດໃຫ້ເຮົາເຊົາຢ້ານໄດ້ແນວໃດ? ຂ້າພະເຈົ້າອະທິຖານດ້ວຍຄວາມຕັ້ງໃຈວ່າ ພຣະວິນຍານບໍລິສຸດຈະອວຍພອນເຮົາແຕ່ລະຄົນ ເມື່ອພວກເຮົາພິຈາລະນາເລື່ອງສຳຄັນນີ້ນຳກັນ.
ຄວາມຢ້ານກົວໃນຊີວິດ
ເມື່ອອາດາມ ແລະ ເອວາໄດ້ຍິນສຸລະສຽງຂອງພຣະເຈົ້າ ຫລັງຈາກທີ່ເຂົາເຈົ້າໄດ້ກິນໝາກໄມ້ທີ່ຕ້ອງຫ້າມແລ້ວ ເຂົາເຈົ້າໄດ້ລີ້ຢູ່ໃນສວນເອເດນ. ພຣະເຈົ້າເອີ້ນຖາມເຂົາເຈົ້າວ່າ “ພວກເຈົ້າຢູ່ໃສ?” ແລ້ວ ອາດາມຕອບວ່າ “ຂ້ານ້ອຍໄດ້ຍິນສຽງພຣະອົງ … , ແລະ ຂ້ານ້ອຍຢ້ານ” (ປະຖົມມະການ 3:9–10). ຈົ່ງສັງເກດເບິ່ງວ່າ, ຜົນທຳອິດຈາກການຕົກຂອງອາດາມແມ່ນເພື່ອໃຫ້ອາດາມ ແລະ ເອວາ ໄດ້ປະສົບກັບຄວາມຢ້ານ. ຄວາມປັ່ນປ່ວນທາງອາລົມອັນແຮງກ້ານີ້ແມ່ນສ່ວນປະກອບທີ່ສຳຄັນໃນຊີວິດມະຕະຂອງເຮົາ.
ຕົວຢ່າງຈາກພຣະຄຳພີມໍມອນໄດ້ເນັ້ນໜັກເຖິງອຳນາດແຫ່ງຄວາມຮູ້ກ່ຽວກັບພຣະຜູ້ເປັນເຈົ້າ (ເບິ່ງ 2 ເປໂຕ 1:2–8; ແອວມາ 23:5–6) ທີ່ຈະຊ່ອຍໃຫ້ເຮົາເຊົາຢ້ານ ແລະ ໃຫ້ຄວາມສະຫງົບເມື່ອພົບບັນຫາຫລວງຫລາຍ.
ໃນແຜ່ນດິນຮີລຳ, ຜູ້ຄົນຂອງແອວມາໄດ້ຢ້ານທະຫານຊາວເລມັນທີ່ລ່ວງລ້ຳເຂົ້າມາ.
“ແຕ່ແອວມາໄດ້ອອກໄປຢືນຢູ່ຖ້າມກາງເຂົາເຈົ້າ ແລະ ໄດ້ບອກເຂົາເຈົ້າວ່າບໍ່ໃຫ້ຕົກໃຈ, ແຕ່ ... ໃຫ້ລະນຶກເຖິງພຣະຜູ້ເປັນເຈົ້າຜູ້ເປັນພຣະເຈົ້າຂອງເຂົາເຈົ້າ ແລະ ພຣະອົງຈະປົດປ່ອຍເຂົາເຈົ້າ.
“ດັ່ງນັ້ນເຂົາເຈົ້າຈຶ່ງເຊົາຢ້ານ” (ໂມໄຊຢາ 23:27–28).
ຈົ່ງສັງເກດເບິ່ງວ່າແອວມາບໍ່ໄດ້ເຮັດໃຫ້ຄົນເຊົາຢ້ານ. ແຕ່ເພິ່ນໄດ້ສັ່ງສອນຄົນທີ່ມີໃຈສັດທາວ່າ ໃຫ້ຈື່ຈຳພຣະຜູ້ເປັນເຈົ້າ ແລະ ການປົດປ່ອຍ ຊຶ່ງມີແຕ່ພຣະອົງເທົ່ານັ້ນທີ່ສາມາດເຮັດໄດ້ (ເບິ່ງ 2 ນີໄຟ 2:8). ແລະ ຄວາມຮູ້ກ່ຽວກັບການເບິ່ງແຍງຄຸ້ມຄອງຢ່າງໃກ້ຊິດຂອງພຣະອົງໄດ້ເຮັດໃຫ້ຄົນທັງຫລາຍເຊົາຢ້ານ.
ຄວາມຮູ້ທີ່ຖືກຕ້ອງກ່ຽວກັບສິ່ງດັ່ງກ່າວ ແລະ ການມີສັດທາໃນພຣະຜູ້ເປັນເຈົ້າໄດ້ເປັນກຳລັງໃຫ້ເຮົາເຊົາຢ້ານ ເພາະພຣະເຢຊູຄຣິດເປັນທາງດຽວສູ່ຄວາມສະຫງົບອັນຍາວນານ. ພຣະອົງບອກເຮົາ ໃຫ້ຮູ້ກ່ຽວກັບພຣະອົງ, ຟັງພຣະຄຳຂອງພຣະອົງ; ໃຊ້ຊີວິດດ້ວຍຄວາມຖ່ອມຕົນຕາມພຣະວິນຍານຂອງພຣະອົງ, ແລ້ວເຮົາຈະມີຄວາມສະຫງົບຕາມພຣະອົງ (ເບິ່ງ D&C 19:23).
ພຣະອາຈານຍັງໄດ້ອະທິບາຍວ່າ, ຄົນໃດທີ່ເຮັດວຽກແຫ່ງຄວາມຊອບທຳຈະເປັນຜູ້ໄດ້ຮັບລາງວັນ ແມ່ນແຕ່ສັນຕິສຸກໃນໂລກນີ້ ແລະ ໃນໂລກທີ່ຈະມາເຖິງ (ເບິ່ງ D&C 59:23).
ການໄວ້ວາງໃຈ ແລະ ການໝັ້ນໃຈໃນພຣະຄຣິດ ແລະ ການເພິ່ງຄຸນງາມຄວາມດີ, ຄວາມເມດຕາ, ແລະ ພຣະຄຸນຂອງພຣະອົງ ຈະນຳໄປສູ່ຄວາມຫວັງ ໂດຍຜ່ານການຊົດໃຊ້ໃນການຟື້ນຄືນຊີວິດຂອງພຣະອົງ ແລະ ຊີວິດນິລັນດອນ (ເບິ່ງ ໂມໂຣໄນ 7:41). ສັດທາ ແລະ ຄວາມຫວັງເຊັ່ນນັ້ນ ໄດ້ເຮັດໃຫ້ເຮົາມີຊີວິດທີ່ມີສັນຕິສຸກທາງຈິດໃຈ ຊຶ່ງເຮົາສະແຫວງຫາ. ອຳນາດແຫ່ງການຊົດໃຊ້ເຮັດໃຫ້ການໄຖ່ບາບເປັນໄປໄດ້ ແລະ ປອບໂຍນຄວາມສິ້ນຫວັງທີ່ບາບນຳມາ; ມັນຍັງເຮັດໃຫ້ເຮົາເຂັ້ມແຂງ ເພື່ອຈະໄດ້ເຫັນ, ໄດ້ເຮັດ, ກາຍເປັນຄົນດີ ໃນທາງທີ່ເຮົາບໍ່ສາມາດເຂົ້າໃຈໄດ້ ຫລື ເຮັດໄດ້ຕາມຄວາມສາມາດຂອງເຮົາ. ແທ້ຈິງແລ້ວ ພອນຍິ່ງໃຫຍ່ຂອງການເປັນສານຸສິດທີ່ອຸທິດຕົນແມ່ນ “ສັນຕິສຸກອັນມາຈາກພຣະເຈົ້າ ຊຶ່ງເກີນຄວາມເຂົ້າໃຈ” (ຟີລິບປອຍ 4:7).
ສັນຕິສຸກທີ່ພຣະຄຣິດປະທານໃຫ້ ຊ່ອຍໃຫ້ເຮົາເຂົ້າໃຈຊີວິດມະຕະຢ່າງແຈ່ມແຈ້ງ ເມື່ອມີມຸມມອງກ່ຽວກັບຊີວິດນິລັນດອນອັນລ້ຳຄ່າ ແລະ ຕັ້ງໝັ້ນໃນຄວາມເຊື່ອ (ເບິ່ງ ໂກໂລຊາຍ 1:23) ແລະ ຊ່ອຍໃຫ້ເຮົາຕັ້ງໃຈໄປສູ່ຈຸດໝາຍປາຍທາງແຫ່ງສະຫວັນຂອງເຮົາ. ດ້ວຍເຫດນັ້ນ ເຮົາຈະໄດ້ຮັບພອນ ກັນຄວາມຢ້ານ ເພາະຄຳສອນຂອງພຣະອົງຊ່ອຍໃຫ້ເຮົາມີເປົ້າໝາຍ ແລະ ການນຳທາງໃນທຸກດ້ານຂອງຊີວິດຂອງເຮົາ. ພິທີການ ແລະ ພັນທະສັນຍາຂອງພຣະອົງ ຊ່ອຍເຮົາໃຫ້ມີຄວາມເຂັ້ມແຂງ ບໍ່ວ່າເວລາເຈັບປ່ວຍ ຫລື ຢູ່ດີມີແຮງ. ແລະ ອຳນາດຖານະປະໂລຫິດຂອງພຣະອົງຈະຊ່ອຍໃຫ້ເຮົາມີຄວາມໝັ້ນໃຈໃນສິ່ງທີ່ສຳຄັນທີ່ສຸດ ເພື່ອເຮົາຈະສາມາດອົດທົນທັງໃນຊີວິດນີ້ ແລະ ໃນ ຊີວິດນິລັນດອນໄດ້.
ແຕ່ເຮົາຈະເຊົາຢ້ານສິ່ງຕ່າງໆທີ່ເຮັດໃຫ້ເຮົາຢ້ານງ່າຍ ແລະ ເລື້ອຍໆໃນໂລກປະຈຸບັນໄດ້ບໍ? ຄຳຕອບອັນແນ່ວແນ່ແມ່ນວ່າ “ເຮັດໄດ້”. ຫລັກທຳສາມຢ່າງສຳຄັນສຳລັບພອນນີ້ແມ່ນ: (1) ຫລຽວເບິ່ງພຣະຄຣິດ, (2) ສ້າງຮາກຖານເທິງພຣະຄຣິດ, ແລະ (3) ກ້າວເດີນໄປໜ້າດ້ວຍສັດທາໃນພຣະຄຣິດ.
ຫລຽວເບິ່ງພຣະຄຣິດ
ຄຳແນະນຳທີ່ແອວມາໄດ້ບອກລູກຂອງເພິ່ນທີ່ຊື່ ຮີລາມັນ ແມ່ນສະເພາະເຮົາແຕ່ລະຄົນໃນປະຈຸບັນ: “ແທ້ຈິງແລ້ວ, ຈົ່ງເບິ່ງວ່າລູກຫລຽວເບິ່ງພຣະເຈົ້າ ແລະ ມີຊີວິດ” (ແອວມາ 37:47). ພວກເຮົາຄວນຕັ້ງໃຈມຸ້ງໜ້າສູ່ພຣະຜູ້ຊ່ອຍໃຫ້ລອດ ໃນທຸກເວລາ ແລະ ໃນທຸກບ່ອນ.
ຈື່ໄດ້ບໍ່ຕອນທີ່ພວກສາວົກຂອງພຣະຜູ້ເປັນເຈົ້າຢູ່ໃນເຮືອ, ເຂົາເຈົ້າຖືກພະຍຸພັດງ່ຽງໄປມາຢູ່ທະເລ. ພຣະເຢຊູໄດ້ຍ່າງເທິງນ້ຳໄປຫາເຂົາເຈົ້າ, ແຕ່ເຂົາເຈົ້າບໍ່ຈື່ພຣະອົງ, ເຂົາເຈົ້າຈຶ່ງຮ້ອງຂຶ້ນເພາະຢ້ານພຣະອົງ.
“ພຣະເຢຊູກ່າວຕໍ່ເຂົາເຈົ້າວ່າ, ຈົ່ງຊ່ວງໃຈສາ, ແມ່ນເຮົາເອງ ຢ່າຢ້ານ.
“ແລະ ເປໂຕໄດ້ຕອບພຣະອົງວ່າ, ນາຍເອີຍ, ຖ້າແມ່ນທ່ານແທ້ແລ້ວ ຂໍສັ່ງໃຫ້ຂ້ານ້ອຍຍ່າງເທິງນ້ຳໄປຫາທ່ານ.
“ແລ້ວພຣະອົງບອກວ່າ, ມາສາ” (ມັດທາຍ 14:27–29).
ແລ້ວ ເປໂຕຈຶ່ງຍ່າງເທິງນ້ຳ ໄປຫາພຣະເຢຊູ.
“ແຕ່ເມື່ອເຫັນລົມພັດແຮງກໍຢ້ານ ແລ້ວເລີ່ມຈົມ ເລີຍຮ້ອງວ່າ, “ນາຍເອີຍ, ຊ່ອຍຂ້ານ້ອຍແນ່.
“ໃນທັນໃດນັ້ນພຣະເຢຊູຢື້ມືພຣະອົງອອກໄປຈັບເປໂຕໄວ້ ແລ້ວກ່າວວ່າ, ໂອ້ ຜູ້ມີຄວາມເຊື່ອນ້ອຍ ເປັນຫຍັງຈຶ່ງສົງໄສ?“ (ມັດທາຍ 14:30–31).
ຂ້າພະເຈົ້ານຶກເຫັນພາບວ່າ ເປໂຕໄດ້ຕອບຮັບຄຳເຊີນຂອງພຣະເຢຊູຢ່າງເຕັມໃຈ ແລະ ທັນທີ. ເພິ່ນກໍອອກຈາກເຮືອແລ້ວຍ່າງເທິງໜ້ານ້ຳໄດ້ຢ່າງອັດສະຈັນ ເມື່ອເພິ່ນຫລຽວເບິ່ງພຣະເຢຊູ. ເມື່ອມີລົມແຮງ ແລະ ຄື້ນນ້ຳສູງ ເພິ່ນກໍຢ້ານ ແລະ ເຊົາຫລຽວເບິ່ງພຣະເຢຊູ ເພິ່ນກໍເລີ່ມຈົມ.
ເຮົາຈະໄດ້ຮັບພອນທີ່ຈະເອົາຊະນະຄວາມຢ້ານ ແລະ ມີສັດທາຫລາຍຂຶ້ນ ຖ້າເຮົາເຮັດຕາມຄຳສັ່ງສອນຂອງພຣະຜູ້ເປັນເຈົ້າທີ່ວ່າ ໃຫ້ເຮົາສະແຫວງຫາພຣະອົງເມື່ອຄິດທຸກຢ່າງ; ບໍ່ໃຫ້ສົງໄສ, ບໍ່ໃຫ້ຢ້ານ (ເບິ່ງ D&C 6:36).
ສ້າງຮາກຖານເທິງພຣະຄຣິດ
ຮີລາມັນໄດ້ສອນລູກຂອງເພິ່ນທີ່ຊື່ ນີໄຟ ແລະ ລີໄຮວ່າ “ບັດນີ້, ຈົ່ງຈື່ໄວ້, ລູກຂອງພໍ່, ຈົ່ງຈື່ໄວ້ວ່າ ລູກຈະຕ້ອງສ້າງຮາກຖານຂອງລູກເທິງດານຫີນຂອງພຣະຜູ້ໄຖ່ຂອງພວກເຮົາ, ຄື ພຣະຄຣິດ, ພຣະບຸດຂອງພຣະເຈົ້າ; ເພື່ອວ່າເມື່ອມານສົ່ງລົມພະຍຸຮ້າຍຂອງມັນມາ, ແທ້ຈິງແລ້ວ, ຟ້າແມບເຫລື້ອມກັບລົມບ້າໝູຂອງມັນມາ, ແທ້ຈິງແລ້ວ, ເມື່ອໝາກເຫັບທັງໝົດ ແລະ ລົມຝົນອັນແຮງກ້າຂອງມັນລົງມາຕີລູກ, ມັນຈະບໍ່ມີອຳນາດອັນໃດເໜືອລູກເລີຍທີ່ຈະແກ່ລູກລົງໄປຫາເຫວເລິກແຫ່ງຄວາມທຸກທໍລະມານ ແລະ ຄວາມຈິບຫາຍອັນບໍ່ສິ້ນສຸດ, ເພາະດານຫີນບ່ອນທີ່ລູກຖືກສ້າງຂຶ້ນເທິງມັນ ຊຶ່ງເປັນຮາກຖານທີ່ແໜ້ນໜາ, ເປັນຮາກຖານ ຊຶ່ງຫາກມະນຸດສ້າງຂຶ້ນເທິງມັນ ພວກເຂົາຈະຕົກໄປບໍ່ໄດ້” (ຮີລາມັນ 5:12).
ພິທີການ ແລະ ພັນທະສັນຍາ ເປັນສ່ວນປະກອບຢ່າງໜຶ່ງທີ່ເຮົາໃຊ້ປະກອບຊີວິດຂອງເຮົາເທິງຮາກຖານ ຂອງພຣະຄຣິດ ແລະ ການຊົດໃຊ້ຂອງພຣະອົງ. ເຮົາມີຄວາມພົວພັນຕໍ່ພຣະຄຣິດ ແລະ ກັບພຣະອົງ ຢ່າງແໜ້ນແຟ້ນ ເມື່ອເຮົາຮັບພິທີການ ແລະ ພັນທະສັນຍາຢ່າງມີຄ່າຄວນ ເມື່ອເຮົາຈື່ຈຳ ແລະ ໃຫ້ກຽດແກ່ຄຳສັນຍາອັນສັກສິດເຫລົ່ານັ້ນ ແລະ ດຳລົງຊີວິດໃຫ້ດີທີ່ສຸດ ຕາມພັນທະສັນຍາທີ່ເຮົາໄດ້ຍອມຮັບໄປແລ້ວ. ພັນທະນັ້ນຈະເປັນແຫລ່ງຂອງພະລັງຈິດວິນຍານ ແລະ ຄວາມໝັ້ນຄົງໃນທຸກສະພາບການຂອງຊີວິດເຮົາ.
ເຮົາສາມາດໄດ້ຮັບພອນ ກັນຄວາມຢ້ານໄດ້ ເມື່ອເຮົາມີຄວາມປາດຖະໜາອັນແຮງກ້າ ແລະ ການກະທຳທີ່ຈິງໃຈເທິງຮາກຖານຂອງພຣະຜູ້ຊ່ອຍໃຫ້ລອດໂດຍຜ່ານພິທີການ ແລະ ພັນທະສັນຍາຕ່າງໆ.
ເດີນໄປຂ້າງໜ້າດ້ວຍສັດທາໃນພຣະຄຣິດ
ນີໄຟໄດ້ປະກາດວ່າ “ດັ່ງນັ້ນ ພວກທ່ານຕ້ອງມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ, ໂດຍມີຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງ ແລະ ຄວາມຮັກຂອງພຣະຜູ້ເປັນເຈົ້າ ແລະ ຂອງມະນຸດທັງປວງ. ດັ່ງນັ້ນ, ຖ້າຫາກທ່ານຈະມຸ້ງໜ້າ ຊື່ນຊົມດ້ວຍຄຳຂອງພຣະຄຣິດ ແລະ ອົດທົນຈົນເຖິງທີ່ສຸດແລ້ວ, ຈົ່ງເບິ່ງ, ພຣະບິດາໄດ້ກ່າວໄວ້ດັ່ງນີ້: ເຈົ້າຈະມີຊີວິດນິລັນດອນ” (2 ນີໄຟ 31:20).
ຄວາມອົດທົນຕາມວິໄນທີ່ບັນຍາຍໄປໃນຄຳສັ່ງສອນນັ້ນແມ່ນຜົນຮັບຂອງຄວາມເຂົ້າໃຈທາງວິນຍານ ແລະ ທັດສະນະ, ຄວາມບໍ່ລົດລະ, ຄວາມອົດທົນ, ແລະ ພຣະຄຸນຂອງພຣະເຈົ້າ, ການເຮັດຕາມພຣະປະສົງ ແລະ ສິ່ງຕ່າງໆໃນຊີວິດຂອງເຮົາຢ່າງຖ່ອມຕົນ ແລະ ຮັບຮູ້ວ່າພຣະອົງຊ່ອຍເຮົາໃນທຸກສິ່ງ ຈະນຳເຮົາໃຫ້ໄປສູ່ສິ່ງທີ່ສັນຕິໃນອານາຈັກຂອງພຣະເຈົ້າ ຊຶ່ງຈະນຳຄວາມສຸກ ແລະ ຊີວິດນິລັນດອນມາສູ່ເຮົາ (ເບິ່ງ D&C 42:61). ເຖິງແມ່ນວ່າເຮົາຈະພົບບັນຫາ ແລະ ຄວາມບໍ່ແນ່ນອນໃນອະນາຄົດກໍຕາມ, ແຕ່ເຮົາຍັງສາມາດຕັ້ງໃຈດ້ວຍຄວາມເບີກບານ ແລະ ຢູ່ຢ່າງ “ສະຫງົບສຸກໃນສິນທຳ ແລະ ດ້ວຍຄວາມສັດຊື່” (1 ຕີໂມທຽວ 2:2).
ເຮົາຈະໄດ້ຮັບພອນ ກັນຄວາມຢ້ານ ເມື່ອເຮົາໄດ້ຮັບພະລັງຈາກການຮຽນຮູ້ ແລະ ດຳລົງຊີວິດຕາມຫລັກທຳພຣະກິດຕິຄຸນ ແລະ ຕັ້ງໃຈເດີນໄປຕາມທາງແຫ່ງພັນທະສັນຍາ.
ຄວາມຢຳເກງພຣະຜູ້ເປັນເຈົ້າ
ຄວາມຢ້ານທີ່ຕ່າງຈາກຄວາມຢ້ານທີ່ເກີດກັບເຮົາເລື້ອຍໆແຕ່ມີຄວາມກ່ຽວພັນກັບຄວາມຢ້ານທີ່ບັນຍາຍໃນພຣະຄຳພີນັ້ນວ່າເປັນ “ຄວາມຢ້ານພຣະເຈົ້າ” (ເຮັບເຣີ 12:28) ຫລື “ຄວາມຢຳເກງພຣະຜູ້ເປັນເຈົ້າ” (ໂຢບ 28:28; ສຸພາສິດ 16:6; ເອຊາຢາ 11:2–3). ຕ່າງຈາກຄວາມຢ້ານ ທຳມະດາທີ່ເຮັດໃຫ້ເຮົາຕົກໃຈ ແລະ ກະວົນກະວາຍໃຈ, ຄວາມຢ້ານພຣະເຈົ້າ ແມ່ນແຫລ່ງທີ່ເຮັດໃຫ້ເຮົາມີຄວາມສະຫງົບ, ມີຄວາມອຸ່ນໃຈ, ແລະ ມີຄວາມໝັ້ນໃຈ.
ແຕ່ເຮົາຈະເຮັດໃຫ້ສິ່ງໃດໜຶ່ງທີ່ພົວພັນກັບຄວາມຢ້ານ ເປັນສິ່ງທີ່ເສີມສ້າງ ຫລື ຊ່ອຍທາງຈິດວິນຍານໄດ້ແນວໃດ?
ຄວາມຢ້ານທີ່ຊອບທຳທີ່ຂ້າພະເຈົ້າພະຍາຍາມທີ່ຈະບັນຍາຍນັ້ນ ແມ່ນຮວມເຖິງຄວາມຮູ້ສຶກຊາບຊຶ້ງໃນຄວາມຄາລະວະ, ນັບຖື, ແລະ ຄວາມຢຳເກງຕໍ່ອົງພຣະເຢຊູຄຣິດເຈົ້າ (ເບິ່ງ ເພງສັນລະເສີນ 33:8; 96:4), ການເຊື່ອຟັງກົດບັນຍັດຂອງພຣະອົງ (ເບິ່ງ ພຣະບັນຍັດສອງ 5:29; 8:6; 10:12; 13:4; ເພງສັນລະເສີນ 112:1), ແລະ ຕັ້ງໃຈລໍຄອຍວັນພິພາກສາເທື່ອສຸດທ້າຍ ແລະ ຄວາມເປັນທຳຈາກພຣະອົງ. ສະນັ້ນ ຄວາມຢຳເກງພຣະເຈົ້າແມ່ນຜົນສະທ້ອນຈາກຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບທຳມະຊາດສັກສິດ ແລະ ພາລະກິດຂອງອົງພຣະເຢຊູຄຣິດເຈົ້າ, ມີຄວາມເຕັມໃຈທີ່ຈະເຮັດຕາມພຣະປະສົງຂອງພຣະອົງ ແລະ ມີຄວາມຮູ້ວ່າ ຊາຍ ແລະ ຍິງທຸກຄົນຈະມີຄວາມຮັບຜິດຊອບຕໍ່ບາບຂອງຕົນເອງໃນວັນພິພາກສາ (ເບິ່ງ D&C 101:78; ຫລັກແຫ່ງຄວາມເຊື່ອ 1:2).
ຄຳສອນຈາກພຣະຄຳພີໄດ້ສອນວ່າ ຄວາມຢຳເກງພຣະເຈົ້າ “ແມ່ນການເລີ່ມຕົ້ນຂອງຄວາມຮູ້” (ສຸພາສິດ 1:7), “ຄຳສອນແຫ່ງປັນຍາ” (ສຸພາສິດ 15:33), “ຄວາມໝັ້ນໃຈອັນແຮງກ້າ” (ສຸພາສິດ 14:26), ແລະ “ເປັນນ້ຳພຸແຫ່ງຊີວິດ” (ສຸພາສິດ 14:27).
ຈົ່ງສັງເກດວ່າ ຄວາມຢຳເກງພຣະເຈົ້າແມ່ນປະກອບດ້ວຍສິ່ງຕ່າງໆທີ່ບໍ່ສາມາດແຍກກັນໄດ້ເຊັ່ນ: ການເຂົ້າໃຈເຖິງວັນພິພາກສາເທື່ອສຸດທ້າຍ ແລະ ການຮັບຜິດຊອບໃນຄວາມປາດຖະໜາສ່ວນບຸກຄົນ, ຄວາມຄິດ, ວາຈາ, ແລະ ການກະທຳຂອງເຮົາ. (ເບິ່ງ ໂມໄຊຢາ 4:30). ຄວາມຢຳເກງພຣະເຈົ້າ ບໍ່ແມ່ນຄວາມກະວົນກະວາຍໃຈທີ່ທ່ານບໍ່ຢາກມາຢືນຕໍ່ໜ້າພຣະອົງເພື່ອໃຫ້ພຣະອົງພິພາກສາ. ຂ້າພະເຈົ້າບໍ່ເຊື່ອເລີຍວ່າ ເຮົາຈະຢ້ານພຣະອົງ. ແຕ່ມັນເປັນຄວາມຄາດຫວັງທີ່ເຮົາຈະໄດ້ໄປຢູ່ຕໍ່ພຣະພັກຂອງພຣະອົງ ປະເຊີນໜ້າກັບສິ່ງທີ່ເປັນຄວາມຈິງ ກ່ຽວກັບຕົວເຮົາເອງ ແລະ ມີ “ຄວາມຮູ້ແຈ້ງ” (2 ນີໄຟ 9:14; ເບິ່ງ ແອວມາ 11:43 ນຳອີກ) ຈາກການອ້າງເຫດຜົນເຂົ້າຂ້າງຕົນເອງ, ການທຳທ່າ, ແລະ ການຫລອກລວງຕົນເອງທັງໝົດ, ສຸດທ້າຍ ເຮົາຈະບໍ່ມີຂໍ້ແກ້ຕົວເລີຍ.
ທຸກຄົນທີ່ມີຊີວິດຢູ່ ຫລື ຍັງບໍ່ໄດ້ມາສູ່ໂລກເທື່ອ “ຈະຖືກນຳໄປຢືນຢູ່ຕໍ່ໜ້າບ່ອນພິພາກສາຂອງພຣະເຈົ້າ, ເພື່ອຮັບການຕັດສິນຈາກພຣະອົງຕາມການກະທຳຂອງ [ເຂົາ] ບໍ່ວ່າການກະທຳນັ້ນດີ ຫລື ຊົ່ວ” (ໂມໄຊຢາ 16:10). ຖ້າຫາກຄວາມປາດຖະໜາຂອງເຮົາເປັນສິ່ງທີ່ຊອບທຳ ແລະ ວຽກງານຂອງເຮົາດີ, ແລ້ວການພິພາກສາ ຈະເປັນສິ່ງທີ່ໜ້າເພິ່ງພໍໃຈ (ເບິ່ງ ຢາໂຄບ 6:13; ອີນັດ 1:27; ໂມໂຣໄນ 10:34). ແລະ ໃນວັນສຸດທ້າຍ ເຮົາຈະ “ໄດ້ຮັບລາງວັນອັນໄປສູ່ຄວາມຊອບທຳ” (ແອວມາ 41:6).
ເຖິງຢ່າງໃດກໍຕາມ, ຖ້າຄວາມປາດຖະໜາຂອງເຮົາເປັນສິ່ງທີ່ບໍ່ດີ ແລະ ວຽກງານຂອງເຮົາຊົ່ວຮ້າຍ, ແລ້ວ ການພິພາກສາ ຈະເປັນສິ່ງທີ່ໜ້າຢ້ານກົວຫລາຍທີ່ສຸດ. “ພວກເຮົາຈະບໍ່ກ້າເງີຍໜ້າເບິ່ງພຣະເຈົ້າຂອງພວກເຮົາໄດ້; ແລະ ພວກເຮົາຄົງຈະຊື່ນຊົມຖ້າຫາກພວກເຮົາສາມາດສັ່ງຫີນ ແລະ ພູເຂົາໃຫ້ຕົກລົງມາໃສ່ພວກເຮົາ ເພື່ອເຊື່ອງພວກເຮົາຈາກທີ່ປະທັບຂອງພຣະອົງ” (ແອວມາ 12:14). ແລະ ໃນວັນສຸດທ້າຍ ເຮົາຈະ “ຈະໄດ້ຮັບລາງວັນທີ່ເປັນຄວາມຊົ່ວ [ຂອງເຮົາ]” (ແອວມາ 41:5).
ດັ່ງທີ່ສະຫລຸບໃນພຣະທຳປັນຍາຈານວ່າ:
“ຈົ່ງຢຳເກງພຣະເຈົ້າ ແລະ ຮັກສາພຣະບັນຍັດຂອງພຣະອົງ: ເພາະນີ້ແມ່ນໜ້າທີ່ຂອງມະນຸດທັງຫລາຍ.
“ຍ້ອນວ່າພຣະເຈົ້າຈະຕັດສິນການງານທຸກປະການຂອງທ່ານ ບໍ່ວ່າຄວາມລັບ, ບໍ່ວ່າຄວາມດີ ຫລື ຊົ່ວ” (ປັນຍາຈານ 12:13–14).
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຄວາມຢຳເກງພຣະເຈົ້າຈະກຳຈັດຄວາມຢ້ານຂອງມະນຸດ. ຄວາມຢ້ານນັ້ນຍັງເຮັດໃຫ້ຄວາມເປັນຫ່ວງໜ້ອຍລົງທີ່ວ່າ ເຮົາຈະບໍ່ດີພ້ອມທາງວິນຍານ ແລະ ບໍ່ສາມາດເຮັດຕາມຂໍ້ກຳນົດ ແລະ ຄວາມຄາດຫວັງຂອງພຣະຜູ້ເປັນເຈົ້າໄດ້. ຕາມຈິງແລ້ວ ເຮົາບໍ່ສາມາດຈະດີພໍ ຫລື ເຮັດຕາມຂໍ້ກຳນົດໄດ້ ຖ້າເຮົາອາໄສຄວາມສາມາດຂອງຕົນເອງ ແລະ ເຮັດຜູ້ດຽວ. ວຽກງານ ແລະ ຄວາມປາດຖະໜາຂອງເຮົາຈະຊ່ອຍເຮົາບໍ່ໄດ້ ແລະ ບໍ່ສາມາດຊ່ອຍເຮົາ “ຫລັງຈາກເຮົາເຮັດທຸກຢ່າງແລ້ວ” (2 ນີໄຟ 25:23), ດ້ວຍຄວາມເມດຕາ ແລະ ພຣະຄຸນຂອງພຣະອົງເທົ່ານັ້ນ ເຮົາຈະສົມບູນໄດ້ ໂດຍຜ່ານການເສຍສະລະໄຖ່ບາບທີ່ບໍ່ມີຂອບເຂດແຫ່ງນິລັນດອນຂອງພຣະຜູ້ຊ່ອຍໃຫ້ລອດ (ເບິ່ງ ແອວມາ 34:10, 14). ແນ່ນອນ, “ພວກເຮົາເຊື່ອວ່າ ໂດຍທາງການຊົດໃຊ້ຂອງພຣະຄຣິດ ມະນຸດຊາດທັງປວງຈະລອດໄດ້ ໂດຍການປະຕິບັດຕາມກົດ ແລະ ພິທີການແຫ່ງພຣະກິດຕິຄຸນ” (ຫລັກແຫ່ງຄວາມເຊື່ອ 1:3).
ການຢຳເກງພຣະເຈົ້າແມ່ນການຮັກ ແລະ ການໄວ້ວາງໃຈໃນພຣະອົງ. ເມື່ອເຮົາຢຳເກງພຣະເຈົ້າດ້ວຍສຸດໃຈ, ເຮົາຈະຮັກພຣະອົງດ້ວຍສຸດໃຈ. ແລະ “ຄວາມຮັກທີ່ສົມບູນຍ່ອມຂັບໄລ່ຄວາມຢ້ານກົວທັງໝົດອອກໄປ” (ໂມໂຣໄນ 8:16). ຂ້າພະເຈົ້າຂໍສັນຍາວ່າ ຄວາມສະຫວ່າງຂອງຄວາມຢຳເກງພຣະເຈົ້າ ຈະຂັບໄລ່ຄວາມມືດອອກໄປຈາກຄວາມຢ້ານໃນຊີວິດ (ເບິ່ງ D&C 50:25) ເມື່ອເຮົາສະແຫວງຫາພຣະຜູ້ຊ່ອຍໃຫ້ລອດ, ອາໄສພຣະອົງໃຫ້ເປັນຮາກຖານ, ແລະ ມຸ້ງໝັ້ນຕາມທາງແຫ່ງພັນທະສັນຍາດ້ວຍຄວາມອຸທິດຕົນ.
ປະຈັກພະຍານ ແລະ ຄຳສັນຍາ
ຂ້າພະເຈົ້າຮັກ ແລະ ເຄົາລົບພຣະຜູ້ເປັນເຈົ້າ. ອຳນາດ ແລະ ສັນຕິສຸກຂອງພຣະອົງນັ້ນແທ້ຈິງ. ພຣະອົງເປັນພຣະຜູ້ໄຖ່ຂອງເຮົາ ແລະ ຂ້າພະເຈົ້າເປັນພະຍານວ່າ ພຣະອົງຊົງພຣະຊົນຢູ່. ແລະ ເພາະພຣະອົງ ເຮົາບໍ່ຕ້ອງເປັນຫ່ວງ ຫລື ຢ້ານ (ເບິ່ງ ໂຢຮັນ 14:27), ແລະ ເຮົາຈະໄດ້ຮັບພອນ ກັນຄວາມຢ້ານ. ຂ້າພະເຈົ້າກ່າວມາໃນພຣະນາມອັນສັກສິດ ແລະ ບໍລິສຸດຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.