​2010–2019
ການ​ເຮັດ​ວຽກ​ໃນ​ສວນອະ​ງຸ່ນ
ເມສາ 2012


ຄົນເຮັດວຽກໃນສວນອະງຸ່ນ

ກະລຸນາ ຈົ່ງ​ຮັບ​ຟັງ​ການ​ກະ​ຕຸ້ນ​ເຕືອນ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ​ທີ່​ກຳລັງ​ບອກ​ທ່ານ​ຢູ່​ໃນ​ເວລາ​ນີ້, ໃນ​ວິນາທີ​ນີ້, ວ່າ​ທ່ານ​ຄວນ​ຍອມຮັບ​ຂອງ​ປະທານ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ອົງ​ພຣະເຢ​ຊູ​ຄຣິດ.

ເມື່ອ​ກ່າວ​ເຖິງ​ການ​ເອີ້ນ ແລະ ການ​ປົດ​ຕຳແໜ່ງ​ທີ່​ຝ່າຍ​ປະທານ​ສູງ​ສຸດ ຫາ​ກໍ​ໄດ້​ສະເໜີ​ມາ​ນີ້, ຂ້າພະເຈົ້າ ຂໍ​ກ່າວ​ແທນ​ທຸກ​ຄົນ​ພວກ​ເຮົາ​ໃນ​ການ​ກ່່າວ​ວ່າ ເຮົາ​ຈະ​ຈົດ​ຈຳ ແລະ ຮັກ​ຜູ້​ທີ່​ໄດ້​ຮັບ​ໃຊ້​ຢ່າງ​ຊື່ສັດ​ຕະຫລອດ ໄປ, ດັ່ງ​ທີ່​ເຮົາ​ຮັກ ແລະ ຍິນ​ດີ​ຕ້ອນຮັບ​ຜູ້​ທີ່​ຖືກ​ເອີ້ນ​ສູ່​ຕຳແໜ່ງ​ນີ້​ໃນ​ເວລາ​ນີ້​ທັນທີ. ດ້ວຍ​ສຸດ​ຫົວໃຈ ຂອງ​ເຮົາ, ເຮົາ​ຂໍ​ຂອບໃຈ​ທ່ານ​ຫລາຍໆ.

ຂ້າພະເຈົ້າ​ຂໍ​ກ່າວ​ເຖິງ​ຄຳ​ອຸປະມາ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໃນ​ເລື່ອງ​ທີ່​ເຈົ້າ​ຂອງ​ສວນ​ຄົນ​ໜຶ່ງ​ໄດ້ “ອອກ​ໄປ​ແຕ່​ເຊົ້າໆ ເພື່ອ​ຈ້າງ​ຄົນ​ມາ​ເຮັດ​ວຽກ​ໃນ​ສວນ​ອະ​ງຸ່ນ​ຂອງ​ຕົນ.” ຫລັງ​ຈາກ​ໄດ້​ຈ້າງ​ກຸ່ມ​ທຳ​ອິດ​ຕອນ 6 ໂມງ​ເຊົ້າ, ເພິ່ນ​ໄດ້​ກັບ​ຄືນ​ໄປ​ຕອນ 9 ໂມງ​ເຊົ້າ, ໃນ​ເວລາ​ທ່ຽງ, ແລະ ຕອນ​ບ່າຍ 3 ໂມງ ເພື່ອ​ຈ້າງ ຄົນ​ງານ​ອີກ​ຫລາຍ​ຄົນ​ເມື່ອ​ຈຳເປັນ​ຕ້ອງ​ໄດ້​ເກັບ​ກ່ຽວ​ຢ່າງ​ຮີບ​ດ່ວນ. ພຣະ​ຄຳ​ພີ​ກໍ​ກ່າວ​ວ່າ​ເພິ່ນ​ໄດ້​ກັບ​ອອກ ໄປ​ອີກ​ເປັນ​ເທື່ອ​ສຸດ​ທ້າຍ, “ເວລາ​ໃກ້​ຮອດ​ຫ້າ​ໂມງ​ແລງ,” ແລະ ໄດ້​ຈ້າງ​ຄົນ​ງານ​ກຸ່ມ​ສຸດ​ທ້າຍ. ພຽງ​ແຕ່​ໜຶ່ງ ຊົ່ວໂມງ​ຫລັງ​ຈາກ​ນັ້ນ, ຄົນ​ງານ​ທຸກ​ຄົນ​ໄດ້​ມາ​ເຕົ້າໂຮມ​ກັນ​ເພື່ອ​ຮັບ​ຄ່າ​ແຮງ​ງານ. ໂດຍ​ຄວາມ​ປະຫລາດ​ໃຈ, ທຸກໆ​ຄົນ​ໄດ້​ຮັບ​ຄ່າ​ແຮງ​ງານ​ເປັນ​ຈຳນວນ ດຽວກັນ ເຖິງ​ແມ່ນ​ວ່າ​ໄດ້​ເຮັດ​ວຽກ​ເປັນ​ຫລາຍ​ຊົ່ວໂມງ​ຕ່າງ​ກັນ. ໃນ​ທັນທີ, ຜູ້​ທີ່​ຖືກ​ຮັບຈ້າງ​ກ່ອນ​ກໍ​ໃຈ​ຮ້າຍ, ໂດຍ​ກ່າວ​ວ່າ, “ຄົນ​ຮັບຈ້າງ​ຜູ້​ທີ່​ມາ​ຫລ້າ​ສຸດ​ເຫລົ່າ​ນີ້, ເຮັດ​ວຽກ ພຽງ​ແຕ່​ໜຶ່ງ​ຊົ່ວໂມງ​ທໍ່​ນັ້ນ, ສ່ວນ​ພວກ​ເຮົາ​ເຮັດ​ວຽກ​ໜັກ​ຕາກແດດ​ຮ້ອນ​ໝົດ​ມື້, ແຕ່​ທ່ານ​ພັດ​ຈ່າຍ​ໃຫ້ ພວກ​ເຂົາ​ທໍ່​ກັນ​ກັບ​ພວກ​ເຮົາ.”1 ເມື່ອ​ໄດ້​ອ່ານ​ຄຳ​ອຸປະມາ​ນີ້​ແລ້ວ, ບາງທີ​ທ່ານ, ດັ່ງ​ທີ່​ຄົນ​ງານ​ເຫລົ່າ​ນີ້ ກໍ​ໄດ້​ຮູ້ສຶກ​ວ່າ​ບໍ່​ມີ​ຄວາມ​ເປັນ​ທຳ​ໃນ​ເລື່ອງ​ນີ້. ຂ້າພະເຈົ້າ​ຂໍ​ກ່າວ​ເຖິງ​ຄວາມ​ຫ່ວງ​ໃຍ ໃນ​ເລື່ອງ​ນີ້​ຈັກ​ບຶດໜຶ່ງ.

ກ່ອນ​ອື່ນ​ໝົດ​ມັນ​ກໍ​ສຳຄັນ​ທີ່​ຕ້ອງ​ຈຳ​ໄວ້​ວ່າ ບໍ່​ມີ​ຄົນ​ໃດ ຖືກ​ປະຕິບັດ​ຕໍ່​ຢ່າງ​ບໍ່​ເປັນ​ທຳ. ຄົນ​ງານ​ກຸ່ມ​ທຳ​ອິດ​ໄດ້ ຕົກລົງ​ຮັບ​ເຮັດ​ວຽກ​ໃນ​ມື້​ນັ້ນ ແລະ ເຂົາເຈົ້າ​ກໍ​ໄດ້​ຮັບ​ຄ່າ​ແຮງ​ງານ. ນອກ​ເໜືອ​ຈາກ​ນັ້ນ, ຂ້າພະເຈົ້າ ຈິນຕະນາການ​ໄດ້​ວ່າ, ເຂົາເຈົ້າ​ກໍ​ຮູ້ສຶກ​ບຸນຄຸນ​ທີ່​ໄດ້​ມີ​ວຽກ​ເຮັດ. ໃນ​ວັນ​ເວລາ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ຜູ້​ຊາຍ​ທຳ​ມະ​ດາ ແລະ ຄອບຄົວ​ຂອງ​ລາວ​ບໍ່​ສາມາດ​ເຮັດ​ຫຍັງ​ໄດ້​ຫລາຍ​ເກີນ​ລາຍ​ໄດ້​ທີ່​ລາວ​ຫາ​ມາ ໄດ້​ໃນ​ມື້​ນັ້ນ. ຖ້າ​ເຂົາເຈົ້າ​ບໍ່​ໄດ້​ເຮັດ​ວຽກ ຫລື ເຮັດ​ໄຮ່​ເຮັດ​ສວນ ຫລື ຕຶກປາ ຫລື ຂາຍຂອງ, ເຂົາເຈົ້າ​ອາດ​ບໍ່​ມີ​ຫຍັງ​ກິນ​ເລີຍ. ໂດຍ​ທີ່​ມີ​ຄົນ​ຢາກ​ເຮັດ​ວຽກ​ຫລາຍ​ກວ່າ​ວຽກ​ນັ້ນ​ເອງ, ຄົນ​ງານ​ທີ່ ຖືກ​ຈ້າງ​ກ່ອນໝູ່​ໝົດ​ເປັນ​ຄົນ​ທີ່​ໂຊກ​ດີ​ທີ່​ສຸດ ໃນ​ກຸ່ມ​ຄົນ​ງານ​ໃນ​ເຊົ້າ​ມື້​ນັ້ນ.

ແທ້​ຈິງ​ແລ້ວ, ຖ້າ​ເຮົາ​ຈະ​ມີ​ຄວາມ​ຮູ້ສຶກ​ສົງສານ, ທຳ​ອິດ​ເຮົາ​ຄວນ​ສົງສານ​ຄົນ​ທີ່ ບໍ່ ຖືກ​ເລືອກ​ໃຫ້​ເຮັດ​ວຽກ ຜູ້​ທີ່​ມີ​ຄອບຄົວ​ທີ່​ເຂົາເຈົ້າ​ຕ້ອງ​ລ້ຽງ​ດູ. ເບິ່ງ​ຄື​ວ່າ​ເຂົາເຈົ້າ​ບາງ​ຄົນ​ບໍ່​ມີ​ໂຊກ​ດີ​ທີ່​ຈະ​ໄດ້​ເຮັດ​ວຽກ​ເລີຍ. ເມື່ອ​ເຈົ້າ​ຂອງ​ສວນ​ໄດ້​ເຂົ້າ​ໄປ​ຫາ​ຄົນ​ງານ​ຕະຫລອດ​ມື້​ນັ້ນ​ເຂົາເຈົ້າ​ໄດ້​ເຫັນຄົນ​ອື່ນຖືກ​ເລືອກສະເໝີ.

ແຕ່​ໃນ​ທ້າຍ​ຂອງ​ມື້​ນັ້ນ, ເຈົ້າ​ຂອງ​ສວນ​ໄດ້​ກັບ​ມາ​ຢ່າງ​ປະຫລາດ​ໃຈ ເປັນ​ເທື່ອ​ທີ​ຫ້າ​ດ້ວຍ​ຂໍ້​ສະເໜີ​ທີ່​ດີ ເປັນ​ພິເສດ! ຄົນ​ງານ​ກຸ່ມ​ສຸດ​ທ້າຍ​ທີ່​ທໍ້ຖອຍ​ໃຈ, ເມື່ອ​ໄດ້​ຍິນ​ແຕ່​ວ່າ​ເຂົາເຈົ້າ​ຈະ​ໄດ້​ຮັບ​ຄວາມ​ເປັນ​ທຳ, ກໍ​ໄດ້ ຮັບ​ວຽກ​ເຖິງ​ບໍ່​ໄດ້​ເຮັດ​ວຽກ​ເຕັມ​ວັນ​ກໍ​ຕາມ, ຮູ້​ແຕ່​ວ່າ​ໄດ້​ ທໍ່​ໃດ ກໍ​ດີ​ກວ່າ​ບໍ່​ໄດ້​ຫຍັງ​ເລີຍ, ຊຶ່ງ​ເປັນ​ໂຊກ​ຊາຕາ ຂອງ​ເຂົາເຈົ້າ​ຈົນ​ເຖິງ​ເວລາ​ນີ້. ແລ້ວ​ເມື່ອ​ເຂົາເຈົ້າ​ໄດ້​ເຕົ້າໂຮມ​ກັນ​ຮັບ​ຄ່າ​ແຮງ​ງານ, ເຂົາເຈົ້າ​ໄດ້​ປະ ຫລາດ​ໃຈ​ຫລາຍ​ທີ່​ໄດ້​ຮັບ​ຄ່າ​ແຮງ​ງານ​ເທົ່າ​ກັບ​ຄົນ​ງານ​ທຸກໆ​ຄົນ! ເຂົາເຈົ້າ​ໄດ້​ປະຫລາດ​ໃຈ​ຫລາຍ​ພຽງ​ໃດ ແລະ ຮູ້ສຶກ​ບຸນຄຸນ​ຫລາຍ​ພຽງ​ໃດ! ແນ່ນອນ​ວ່າ​ເຂົາເຈົ້າ​ບໍ່​ເຄີຍ​ໄດ້​ປະສົບ​ຄວາມ​ເມດ​ຕາ​ກະລຸນາ​ໃນ ຊີວິດ​ທຳ​ງານ​ຂອງ​ເຂົາ​ກ່ອນ​ໜ້າ​ນີ້.

ດ້ວຍ​ຄວາມ​ເຂົ້າໃຈ​ຂອງ​ເລື່ອງ​ນີ້​ທີ່​ເຮົາ​ຕ້ອງ​ໄດ້​ເຫັນ​ການ​ຈົ່ມ​ວ່າ​ຂອງ​ຄົນ​ງານ​ກຸ່ມ​ທຳ​ອິດ. ຕາມ​ທີ່​ເຈົ້າ​ຂອງ ສວນ​ໃນ​ຄຳ​ອຸປະມາ​ບອກ​ເຂົາເຈົ້າ (ຂ້າພະເຈົ້າ​ຂໍ​ຖອດ​ຄວາມ​ນ້ອຍ​ໜຶ່ງ​ວ່າ): “ເພື່ອນ​ເອີຍ, ຂ້ອຍ​ບໍ່​ໄດ້​ສໍ້​ໂກງ ເຈົ້າ. ເຈົ້າ​ໄດ້​ຕົກລົງ​ເຮັດ​ວຽກ​ຕາມ​ຄ່າງ​ແຮງ​ງານ​ສຳລັບ​ມື້​ນັ້ນ. ເຈົ້າ​ດີໃຈ​ຫລາຍ​ທີ່​ໄດ້​ວຽກ​ເຮັດ, ແລະ ຂ້ອຍ​ກໍ​ພໍໃຈ​ຫລາຍ​ນຳ​ວຽກ​ທີ່​ເຈົ້າ​ໄດ້​ເຮັດ. ເຈົ້າ​ໄດ້​ຮັບ​ຄ່າ​ແຮງ​ງານ​ເຕັມ​ສ່ວນ. ສະນັ້ນ​ຈົ່ງ​ຮັບ​ເອົາ​ຄ່າ​ຈ້າງ ຂອງ​ເຈົ້າ ແລະ ມີ​ຄວາມສຸກ​ເຖີດ. ສຳລັບ​ຄົນ​ງານ​ຄົນ​ອື່ນ, ແນ່ນອນ​ວ່າ​ຂ້ອຍ​ມີ​ສິດ ເຮັດ​ໃນ​ສິ່ງ​ທີ່​ຂ້ອຍ ຢາກ​ເຮັດ​ກັບ​ເງິນ​ຂອງ​ຂ້ອຍ.” ແລ້ວ​ບັດ​ນີ້​ກໍ​ມີ​ຄຳ​ຖາມ​ທີ່​ໃຫ້​ຄວາມ​ຄິດ​ຕໍ່​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ສະໄໝ​ນັ້ນ ແລະ ໃນ​ເວລາ​ນີ້​ທີ່​ຈຳເປັນ​ຕ້ອງ​ໄດ້​ຍິນ​ມັນ​ວ່າ: “​ເປັນ​ຫຍັງ ​ເຈົ້າ ຈຶ່ງ​ອິດສາ​ເພາະ ຂ້ອຍ ​ເລືອກ​ຈະ​ເປັນ​ຄົນ​ດີ​ໃຈ?

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຈະ​ມີ​ເວລາ​ໃນ​ຊີວິດ​ຂອງ​ເຮົາ​ເມື່ອ​ຄົນ​ອື່ນ​ຈະ​ໄດ້​ຮັບ​ພອນ​ທີ່​ບໍ່​ໄດ້​ຄາດ​ຫວັງ ຫລື ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ​ພິເສດ. ຂ້າພະເຈົ້າ​ຂໍ​ຮ້ອງ​ວ່່າ​ບໍ່​ໃຫ້​ເຮົາ​ເສຍ​ໃຈ—ແລະ ແນ່ນອນ​ວ່າ​ບໍ່​ໃຫ້ ອິດສາ​ບັງ​ບຽດ—ເມື່ອ​ຄົນ​ອື່ນ​ໄດ້​ຮັບ​ພອນ? ເຮົາ​ບໍ່​ໄດ້​ມີ​ຄວາມ​ສຳຄັນ​ນ້ອຍ​ລົງ​ເມື່ອ​ຄົນ​ອື່ນ​ໄດ້​ຮັບ ຫລາຍ​ກວ່າ. ເຮົາ​ບໍ່​ໄດ້​ຢູ່​ໃນ​ການ​ແຂ່ງຂັນ​ກັບ​ຄົນ​ອື່ນ​ວ່າ​ຜູ້​ໃດ​ຈະ​ລ້ຳ​ລວຍ​ທີ່​ສຸດ ຫລື ມີ​ພອນ​ສະຫວັນ ຫລາຍ​ທີ່​ສຸດ ຫລື ສວຍ​ງາມ​ທີ່​ສຸດ ຫລື ແມ່ນ​ແຕ່​ໄດ້​ຮັບ​ພອນ​ຫລາຍ​ທີ່​ສຸດ. ການ​ແຂ່ງຂັນ​ທີ່​ເຮົາ​ມີສ່ວນ ​ແທ້ໆ ແມ່ນ​ໃນ​ການ​ແຂ່ງຂັນ​ກັບ​ບາບ, ແລະ ແນ່ນອນ​ວ່າ ຄວາມ​ອິດສາ​ບັງ​ບຽດ​ເປັນ​ບາບ ຢ່າງ​ໜຶ່ງ​ທີ່​ມີ​ຢູ່​ທົ່ວ​ໄປ​ໃນ​ບັນດາ​ບາບ​ທັງ​ໝົດ.

ຍິ່ງ​ໄປ​ກວ່າ​ນັ້ນ, ຄວາມ​ອິດສາ ບັງ​ບຽດ​ເປັນຄວາມ​ຜິດພາດ​ທີ່​ຄົງ​ຢູ່​ຕໍ່​ໄປ. ແນ່ນອນ​ວ່າ​ເຮົາ​ທົນ​ທຸກ ທໍລະມານ​ໄປ​ຈັກ​ໜ່ອຍ​ເມື່ອ ​ໂຊກ​ຮ້າຍ ​ເກີດຂຶ້ນກັບ ​ເຮົາ, ແຕ່​ຄວາມ​ອິດສາ​ບັງ​ບຽດ​ຮຽກຮ້ອງ​ໃຫ້​ເຮົາທົນ​ທຸ​ທໍລະມານ ເພາະ ​ໂຊກ​ດີ​ທັງ​ໝົດ ທີ່​ເກີດ​ຂຶ້ນກັບ ທຸກໆ​ຄົນ ທີ່​ເຮົາ​ຮູ້! ນີ້​ບໍ່​ໄດ້​ໃຫ້​ເຮົາ​ມີ​ຄວາມ​ຫວັງ ທີ່​ດີ​ສຳລັບ​ອະນາຄົດີ້—ທີ່​ຈະ​ໂສກເສົ້າ​ເສຍ​ໃຈ​ທຸກໆ​ເທື່ອ ເມື່ອ​ຄົນ​ອື່ນ​ມີ​ຄວາມສຸກ. ໃນ​ທີ່​ສຸດ​ມັນ ຈະ​ເປັນ​ທີ່​ໜ້າ​ອັບອາຍ​ຫລາຍ​ກວ່າ, ເມື່ອ​ເຮົາ​ພົບ​ເຫັນ​ວ່າ ແທ້​ຈິງ​ແລ້ວ ພຣະ​ເຈົ້າ​ທັງ​ຍຸດຕິ​ທຳ ແລະ ມີ​ເມດ​ຕາ, ຈະ​ປະທານ​ໃຫ້​ທຸກ​ຄົນ​ທີ່​ເຊື່ອ​ຟັງ​ພຣະ​ອົງ “ສົມບັດ​ທັງ​ໝົດ​ຂອງ​ຕົນ”2 ດັ່ງ​ທີ່​ຂໍ້​ພຣະ​ຄຳ​ພີ​ກ່າວ. ສະນັ້ນ​ບົດຮຽນ​ທີ່​ໜຶ່ງ​ຈາກ​ສວນ​ອະ​ງຸ່ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຄື: ຄວາມ​ອິດສາ​ບັງ​ບຽດ, ຄວາມ​ເຢັນ​ຊາ, ຫລື ການ​ເຮັດ​ໃຫ້​ຄົນ​ອື່ນ​ເສົ້າ​ໃຈ​ຈະ ບໍ່ ​ເຮັດ​ໃຫ້​ສະພາບ​ການ ຂອງ​ທ່ານ ​ດີ​ຂຶ້ນ, ຫລື ການ​ເຮັດ​ໃຫ້​ຄົນ​ອື່ນ ອັບອາຍ​ຈະ​ເຮັດ​ໃຫ້​ພາບ​ຮັກ ຂອງ​ທ່ານ ດີ​ຂຶ້ນ. ສະນັ້ນ ຈົ່ງ​ເປັນ​ຄົນ​ໃຈດີ, ແລະ ຈົ່ງ​ຮູ້ສຶກ​ບຸນຄຸນ​ທີ່ ພຣະ​ເຈົ້າ​ມີ​ພຣະ​ໄທ​ດີ. ມັນ​ເປັນ​ວິທີ​ທາງ​ທີ່​ຈະ​ມີ​ຊີວິດ​ຢ່າງ​ມີ​ຄວາມສຸກ.

ຈຸດ​ທີ່​ສອງ​ທີ່​ຂ້າພະເຈົ້າ​ຂໍ​ກ່າວ​ຈາກ​ຄຳ​ອຸປະມາ​ນີ້​ຄື​ຄວາມ​ຜິດພາດ​ທີ່​ໜ້າ​ເສົ້າ​ໃຈ​ທີ່​ຄົນ​ບາງ​ຄົນ​ສາມາດ ເຮັດ​ໄດ້​ຖ້າ​ເຂົາເຈົ້າ​ຈະ​ບໍ່​ຍອມຮັບ​ຄ່າ​ແຮງ​ງານ​ຂອງ​ຕົນ​ໃນ ​ໃນ​ທ້າຍ ມື້​ນັ້ນ​ເພາະ​ເຂົາເຈົ້າ​ເປັນ​ຫ່ວງ​ນຳ​ແຕ່​ເລື່ອງ​ທີ່ ເຂົາເຈົ້າ​ໄດ້​ເຫັນ​ວ່າ​ເປັນ​ບັນຫາ ​ໃນຕົ້ນ ມື້​ນັ້ນ. ມັນ​ບໍ່​ໄດ້​ກ່າວ​ໃນ​ຂໍ້​ພຣະ​ຄຳ​ພີ​ວ່າ​ມີ​ຄົນ​ໃດ​ດຶກ​ຫລຽນ​ເງິນ​ໃສ່ ໜ້າ​ເຈົ້າ​ຂອງ​ສວນ ແລະ ໃຈ​ຮ້າຍ​ອອກ​ໜີ​ໄປ​ໂດຍ​ບໍ່​ມີ​ເງິນ, ແຕ່​ຂ້າພະເຈົ້າ​ຄິດ​ວ່າ​ອາດ​ມີ​ຄົນ​ໜຶ່ງ​ເຮັດ ແບບ​ນັ້ນ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກແພງ, ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ເລື່ອງ​ນີ້​ຕອນ​ເກົ້າ​ໂມງ ຫລື ຕອນ​ທ່ຽງ ຫລື ຕອນ​ບ່າຍ ສາມ​ໂມງ​ນັ້ນ​ບໍ່​ສຳຄັນ​ເມື່ອ​ມາ​ປຽບທຽບ​ໃສ່​ກັບ​ການ​ຈ່າຍ​ຄ່າ​ແຮງ​ງານ​ຢ່າງ​ເພື່ອ​ແຜ່​ໃນ​ທ້າຍ​ມື້​ນັ້ນ. ແບບແຜນ ຂອງ​ການ​ພັດທະນາ​ສັດທາ​ແມ່ນ​ທີ່​ຈະ​ຍຶດ​ໝັ້ນ, ເຮັດ​ວຽກ, ເຮັດ​ໃຫ້​ສຳເລັດ, ແລະ ແລ້ວ​ປ່ອຍ​ໃຫ້​ຄວາມ ກັງວົນ​ຈາກ​ຊົ່ວໂມງ​ແຕ່​ເຊົ້າໆ—ບໍ່​ວ່າ​ເປັນ​ຈິງ ຫລື ຄິດ​ໄປ​ຊື່ໆ—ມີ​ຄວາມ​ສຳຄັນ​ນ້ອຍ​ລົງ​ເມື່ອ​ປຽບ​ໃສ່ ຄວາມ​ມາກ​ມາຍ​ຂອງ​ລາງວັນ​ສຸດ​ທ້າຍ. ຢ່າ​ຄິດ​ແຕ່​ນຳ​ບັນ​ກາ​ເກົ່າໆ ແລະ ຄວາມທຸກ​ໃຈ—ທີ່​ມີ​ຕໍ່​ໂຕ​ເອງ ຫລື ເພື່ອນ​ມະນຸດ, ຂ້າພະເຈົ້າ​ຂໍ​ກ່າວ​ຕື່ມ​ວ່າ ຫລື ແມ່ນ​ແຕ່​ຕໍ່​ສາດສະໜາ​ຈັກ​ທີ່ແທ້​ຈິງ ແລະ ດຳລົງ​ຢູ່​ນີ້. ຄວາມ​ສວຍ​ງາມ​ໃນ​ຊີວິດ​ຂອງ​ທ່ານ, ຂອງ​ເພື່ອນ​ມະນຸດ​ຂອງ​ທ່ານ, ແລະ ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດ​ຈະ​ສະແດງ​ໃຫ້​ປະຈັກ​ໃນ​ວັນ​ສຸດ​ທ້າຍ ເຖິງ​ແມ່ນ​ວ່າຄວາມ​ສວຍ​ງາມ​ນັ້ນ ຈະ​ບໍ່​ໄດ້​ຮັບ​ການ​ຮັບ​ຮູ້ ສະເໝີ​ໄປ​ໂດຍ​ທຸກ​ຄົນ​ໃນ​ຕອນ​ຕົ້ນ​ກໍ​ຕາມ. ສະນັ້ນ ຢ່າ​ກັງວົນ​ໃຈ​ເລີຍ​ນຳ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ຕອນ​ເກົ້າ​ໂມງ​ເຊົ້າ ເມື່ອ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ກຳລັງ​ພະຍາຍາມ​ໃຫ້​ລາງວັນ​ທ່ານ ເມື່ອ​ຫົກ​ໂມງ​ແລງ—ບໍ່​ວ່າ​ວຽກ​ງານ​ຂອງ​ທ່ານ ຈະ​ເປັນ​ແບບ​ໃດ​ກໍ​ຕາມ​ຕະຫລອດ​ທັງ​ວັນ.

ເຮົາ​ໃຊ້​ກຳລັງ​ທາງ​ອາລົມ ແລະ ວິນ​ຍານ​ທີ່​ລ້ຳ​ຄ່າ​ຫລາຍ​ເກີນ​ໄປ​ທີ່​ຈະ​ດື້​ດຶງ​ເກັບ​ຄວາມ​ຊົງ​ຈຳ​ເລື່ອງ​ທີ່​ເຮົາ ໄດ້​ຫລິ້ນ​ປີ​ອາ​ໂນ​ຜິດ​ໄປ​ຕອນ​ຍັງ​ນ້ອຍ, ຫລື ຄຳ​ໃດ​ໜຶ່ງ​ທີ່​ພັນ​ລະ​ຍາ​ສາມີ​ໄດ້​ເວົ້າ ຫລື ໄດ້​ເຮັດ​ເມື່ອ 20 ປີ​ກ່ອນ​ທີ່​ເຮົາ​ຍັງ​ຕັ້ງໃຈ​ທີ່​ຈະ​ເຮັດ​ໃຫ້​ເຂົາ​ຈື່​ຈຳ ແລະ ຮູ້ສຶກ​ຜິດ​ຕໍ່​ໄປ​ອີກ 20 ປີ, ຫລື ເຫດການ​ໃນ ປະຫວັດສາດ​ຂອງ​ສາດສະໜາ​ຈັກ​ທີ່​ພຽງ​ແຕ່​ໄດ້​ພິສູດ​ໃຫ້​ເຫັນ​ວ່າ​ມະນຸດ​ຈະ​ດີ້ນ​ລົນ​ຢູ່​ສະເໝີ​ວ່າ​ຕົນ​ດີ ພໍ່​ສົມ​ກັບ​ຄວາມ​ຄາດ​ຫວັງ​ທີ່​ພຣະ​ເຈົ້າ​ມີ​ໄວ້​ໃຫ້​ເຂົາເຈົ້າ​ບໍ. ເຖິງ​ແມ່ນ​ວ່າຄວາມ​ບໍ່​ພໍໃຈ​ບາງ​ຢ່າງ​ບໍ່​ໄດ້ ເລ​ີ່ມ​ຈາກ​ທ່ານ, ມັນ​ສາມາດ​ຈົບ​ລົງ​ກັບ​ທ່ານ​ໄດ້. ຈະ​ມີ​ລາງ​ວັນ​ທິ່​ຍິ່ງ​ໃຫຍ່​ແທ້​ສຳລັບ​ສິ່ງ​ນັ້ນ​ເມື່ອ​ພຣະ​ຜູ້ ເປັນ​ເຈົ້າ​ຂອງ​ສວນ​ອະ​ງຸ່ນ​ມອງ​ເບິ່ງ​ດວງ​ຕາ​ຂອງ​ທ່ານ ແລະ ທຸກ​ສິ່ງ​ທີ່​ຜິດພາດ​ໄປ​ໄດ້​ຮັບ​ຄວາມ​ໃຫ້ ອະໄພ​ໃນ​ວັນ​ສຸດ​ທ້າຍ​ຂອງ​ເຮົາ​ຢູ່​ເທິງ​ໂລກ​ນີ້.

ນີ້​ນຳ​ຂ້າພະເຈົ້າ​ເຂົ້າ​ສູ່​ຈຸດ​ທີ​ສາມ ແລະ ສຸດ​ທ້າຍ​ຂອງ​ຂ້າພະເຈົ້າ. ຄຳ​ອຸປະມາ​ນີ້—ເໝືອນ​ດັ່ງ​ຄຳ​ອຸປະມາ ທັງ​ໝົດ—ບໍ່​ໄດ້​ກ່ຽວ​ກັບ​ຄົນ​ງານ ຫລື ຄ່າ​ຈ້າງ​ຫລາຍ​ກວ່າ​ຄຳ​ອຸປະມາ​ອື່ນໆ​ທີ່​ກ່ຽວ​ກັບ​ແກະ ແລະ ແບ້. ນີ້​ເປັນ​ເລື່ອງ​ລາວ​ທີ່​ກ່ຽວ​ກັບ​ຄຸນ​ຄວາມ​ດີ​ຂອງ​ພຣະ​ເຈົ້າ, ຄວາມ​ອົດທົນ​ຂອງ​ພຣະ​ອົງ ແລະ ການ​ໃຫ້​ອະໄພ, ແລະ ການ​ຊົດ​ໃຊ້​ຂອງ​ອົງ​ພຣະເຢ​ຊູ​ຄຣິດ. ມັນ​ເປັນ​ເລື່ອງ​ລາວ​ທີ່​ກ່ຽວ​ກັບ​ຄວາມ​ເພື່ອ​ແຜ່ ແລະ ຄວາມ​ເມດ​ຕາ. ມັນ​ເປັນ​ເລື່ອງ​ລາວ​ທີ່​ກ່ຽວ​ກັບ​ພຣະ​ຄຸນ. ມັນ​ເນັ້ນ​ເຖິງ​ຄວາມ​ຄິດ​ທີ່​ຂ້າພະເຈົ້າ​ໄດ້​ຍິນ​ເມື່ອ ຫລາຍໆ​ປີ​ກ່ອນ​ວ່າ ແນ່ນອນ​ວ່າ​ສິ່ງ​ທີ່​ພຣະ​ເຈົ້າ​ຊື່ນ​ຊົມ​ຫລາຍ​ໃນ​ການ​ເປັນ​ພຣະ​ເຈົ້າ​ຄື​ຄວາມ​ຕື່ນເຕັ້ນ​ໃນ ການ​ເປັນ​ຜູ້​ມີ​ເມດ​ຕາ, ໂດຍ​ສະເພາະ​ຕໍ່​ຜູ້​ຄົນ​ທີ່​ບໍ່​ໄດ້​ຄາດ​ຫວັງ​ມັນ ແລະ ສ່ວນ​ຫລາຍ​ແລ້ວ​ເຂົາເຈົ້າ​ບໍ່​ຄວນ ຈະ​ໄດ້​ຮັບ​ມັນ​ຊ້ຳ.

ຂ້າພະເຈົ້າ​ບໍ່​ຮູ້​ວ່າ​ມີ​ຄົນ​ໃດ​ໃນ​ບັນດາ​ຜູ້​ຮັບ​ຊົມ​ຮັບ​ຟັງ​ທີ່​ມີ​ຫລວງຫລາຍ​ໃນ​ມື້ນີ້​ທີ່​ຕ້ອງການ​ຈະ​ໄດ້​ຍິນ​ຂ່າວສານ​ແຫ່ງ​ການ​ໃຫ້​ອະໄພ​ທີ່​ມີ​ສ່ວນ​ຢູ່​ໃນ​ຄຳ​ອຸປະມາ​ນີ້, ແຕ່​ບໍ່​ວ່າ​ທ່່ານ​ຈະ​ຄິດ​ວ່າ​ມາ​ຊ້າ​ເກີນ​ໄປ​ຫລາຍ​ປານໃດ, ບໍ່​ວ່າ​ທ່ານ​ຈະ​ຄິດ​ວ່າ​ທ່ານ​ໄດ້​ພາດ​ໂອກາດ​ໄປ​ຫລາຍ​ປານໃດ, ບໍ່​ວ່າ​ທ່ານ​ໄດ້​ຮູ້ສຶກ​ວ່າ​ທ່ານ​ໄດ້​ເຮັດ​ຜິດພາດ ຫລາຍ​ປານໃດ, ຫລື ວ່າ​ພອນ​ສະຫວັນ​ທີ່​ທ່ານ​ຄິດ​ວ່າ​ທ່ານ​ບໍ່​ມີ, ຫລື ວ່າ​ທ່ານ​ໄດ້​ຮູ້ສຶກ​ວ່າ​ທ່ານ​ໄດ້​ເດີນ ທາງ​ໄປ​ຈາກ​ຄອບຄົວ ແລະ ພຣະ​ເຈົ້າ​ໄກ​ປານໃດ​ກໍ​ຕາມ, ຂ້າພະເຈົ້າ​ຂໍ​ເປັນ​ພະຍານ​ຕໍ່​ທ່ານ​ວ່າ​ທ່ານບໍ່ ໄດ້​ເດີນ​ໄປ​ໄກ​ເກີນ​ການ​ເອື້ອມ​ຂອງ​ຄວາມ​ຮັກ​ອັນ​ສູງ​ສົ່ງ. ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ທ່ານ​ຈະ​ຈົມ​ລົງ​ເລິກ ກວ່າ​ຄວາມ​ສະຫວ່າງ​ທີ່​ບໍ່​ມີ່​ຂອບ​ເຂດ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະຄຣິດ​ຈະ​ສ່ອງ​ແສງ​ໄປ​ເຖິງ​ໄດ້.

ເຖິງ​ວ່າ​ທ່ານ​ຍັງ​ບໍ່​ທັນ​ເປັນ​ພາກສ່ວນ​ຂອງ​ສາດສະໜາ​ຈັກ​ຂອງ​ເຮົາ, ຫລື ວ່າ​ເຄີຍ​ໄດ້​ຢູ່​ກັບ​ເຮົາ​ແຕ່​ກ່ອນ ແລະ ບໍ່​ໄດ້​ຢູ່​ອີກ​ແລ້ວ, ບໍ່​ມີ​ຫຍັງ​ໃນ​ສອງ​ກໍລະນີ​ນີ້​ທີ່​ທ່ານ​ໄດ້​ເຮັດ​ໄປ​ທີ່​ບໍ່​ສາມາດ​ແກ້​ໄຂ​ໄດ້. ບໍ່​ມີ​ບັນຫາ ໃດ​ທີ່​ທ່ານ​ບໍ່​ສາມາດ​ເອົາ​ຊະນະ​ໄດ້. ບໍ່​ມີ​ຄວາມ​ຝັນ​ໃດໆ​ທີ່​ເມື່ອ​ການ​ເວລາ ແລະ ນິລັນດອນ​ຜ່ານ ໄປ​ຈະ​ເກີດ​ເປັນ​ຈິງ​ບໍ່​ໄດ້. ແມ່ນ​ແຕ່​ຖ້າ​ທ່ານ​ຮູ້ສຶກ​ວ່າ​ທ່ານ​ເປັນ​ຜູ້​ຫລົງ​ທາງ ຫລື ຄົນ​ງານ​ທີ່​ຖືກ​ຈ້າງ ໃນ​ຊົ່ວໂມງ​ສຸດ​ທ້າຍ, ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ສວນ​ອະ​ງຸ່ນ​ຢືນ​ເອີ້ນ​ທ່ານ​ຢູ່. “ຈົ່ງ​ໃຫ້​ພວກ​ເຮົາ​ຫຍັບ​ເຂົ້າ​ໄປ​ດ້ວຍ ຄວາມ​ໝັ້ນ​ໃຈ [ສູ່] ບັນລັງ​ຂອງ​ພຣະ​ເຈົ້າ ບ່ອນ​ທີ່​ພົບ​ພຣະ​ຄຸນ,”3 ແລະ ລົ້ມ​ລົງ​ຢູ່​ທີ່​ພຣະ​ບາດ​ຂອງ ພຣະ​ຜູ້​ບໍລິສຸດ​ຂອງ​ອິດ​ສະ​ຣາ​ເອນ. ເຊີນ​ມາ​ເຖີດ ແລະ ຊື່ນ​ຊົມ “ໂດຍ​ບໍ່​ຕ້ອງ​ເສຍ​ຈ່າຍ​ຫຍັງ​ທັງ​ໝົດ”4 ຢູ່​ທີ່​ໂຕະ​ອາຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຂ້າພະເຈົ້າ​ຂໍ​ຮ້້ອງ​ບັນດາ​ສາມີ ແລະ ພໍ່, ຜູ້​ດຳລົງ​ຖານະ​ປະໂລຫິດ ຫລື ຜູ້​ທີ່​ຈະ​ໄດ້​ດຳລົງ​ຖານະ ປະໂລຫິດ​ໃນ​ອະນາຄົດ, ດັ່ງ​ທີ່​ລີ​ໄຮ​ໄດ້​ກ່າວ​ວ່າ, “ຈົ່ງ​ຕື່ນ​ເຖີດ! ແລະ ລຸກຂຶ້ນ​ຈາກ​ຜົງ​ທຸລີ ... ແລະ ເປັນ​ບຸລຸດ (ລູກ​ຜູ້​ຊາຍ).”5 ຈະ​ບໍ່​ເປັນ​ແບບ​ນີ້​ສະເໝີ​ໄປ ແຕ່​ສ່ວນ​ຫລາຍ​ແລ້ວ ເປັນ​ຜູ້​ຊາຍ​ທີ່​ເລືອກ ຈະ​ບໍ່​ຕອບ​ຮັບ​ການ​ເອີ້ນ​ໃຫ້ “ມາ​ຮ່ວມ​ກອງທັບ.”6 ເລື້ອຍໆ​ບັນດາ​ສະຕີ ແລະ ເດັກນ້ອຍ​ປະກົດ​ວ່າ ຈະ​ເຕັມ​ໃຈ​ຮັບ​ຫລາຍ​ກວ່າ. ອ້າຍ​ນ້ອງ​ທັງຫລາຍ, ຈົ່ງ​ເຮັດ​ໃຫ້​ໄດ້​ດີ​ກວ່າ​ນີ້. ຈົ່ງ​ເຮັດ​ເພື່ອ​ຕົວ​ທ່ານ​ເອງ. ຈົ່ງ​ເຮັດ​ເພື່ອ​ຜູ້​ຄົນ​ທີ່​ຮັກ​ທ່ານ ແລະ ອະທິຖານ​ວ່າ​ທ່ານ​ຈະ​ຕອບ​ຮັບ. ຈົ່ງ​ເຮັດ​ເພື່ອ​ເຫັນແກ່​ອົງ ພຣະເຢ​ຊູ​ຄຣິດ, ອົງ​ທີ່​ໄດ້​ຈ່າຍ​ຄ່າ​ໄຖ່​ທີ່​ເກີນ​ຄວາມ​ເຂົ້າໃຈ​ສຳລັບ​ອະນາຄົດ​ທີ່​ພຣະ​ອົງ​ປະສົງ​ໃຫ້​ທ່ານ​ມີ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ຂອງ​ຂ້າພະເຈົ້າ, ເຖິງ​ທ່່່ານ​ຜູ້​ທີ່​ໄດ້​ຮັບ​ພອນ​ຈາກ​ພຣະ​ກິດ​ຕິ​ຄຸນ​ເປັນ​ເວລາ​ຫລາຍ​ປີ ເພາະວ່າ​ທ່ານ​ໂຊກ​ດີ​ພໍ​ທີ່​ໄດ້​ພົບ​ເຫັນ​ຕັ້ງແຕ່​ຕົ້ນ, ເຖິງ​ທ່ານ​ຜູ້​ທີ່​ໄດ້​ເຂົ້າ​ມາ​ສູ່​ພຣະ​ກິດ​ຕິ​ຄຸນ​ເທື່ອ​ລະ​ເລັກ​ລະ ນ້ອຍ, ແລະ ເຖິງ​ທ່ານ​ຜູ່​ທີ່—ເປັນ​ສະມາຊິກ ແລະ ຍັງ​ບໍ່​ເປັນ​ເທື່ອ—ຜູ້​ທີ່​ອາດ​ຍັງ​ລັງ​ເລ​ໃຈ​ຢູ່, ເຖິງ​ທ່ານ ແຕ່ລະຄົນ, ຄົນ​ໃດ​ໜຶ່ງ ແລະ ທຸກໆ​ຄົນ, ຂ້າພະເຈົ້າ​ຂໍ​ເປັນ​ພະຍານ​ເຖິງ​ອຳນາດ​ທີ່​ຕໍ່​ໃໝ່​ໄດ້​ຂອງ​ຄວາມ​ຮັກ ແລະ ພຣະ​ຄຸນ​ແຫ່ງ​ການ​ອັດສະຈັນ​ໃຈ​ຂອງ​ພຣະ​ເຈົ້າ. ພຣະ​ອົງ​ເປັນ​ຫ່່ວງ​ນຳ​ສັດທາ​ທີ່​ທ່່ານ​ຈະ​ໄດ້​ຮັບ, ບໍ່​ແມ່ນ​ນຳ​ວັນ​ເວລາ​ທີ່​ທ່ານ​ໄດ້​ຮັບ​ສັດທາ​ນັ້ນ.

ສະນັ້ນ ຖ້າ​ຫາກ​ທ່ານ​ໄດ້​ເຮັດ​ພັນທະ​ສັນຍາ​ແລ້ວ, ຂໍ​ໃຫ້​ຮັກສາ​ມັນ​ໄວ້. ຖ້າ​ຫາກ​ທ່ານ​ຍັງ​ບໍ່​ທັນ​ໄດ້​ເຮັດ​ມັນ, ຂໍ​ໃຫ້​ເຮັດ​ມັນ​ເຖີດ. ຖ້າ​ຫາກ​ທ່ານ​ໄດ້​ເຮັດ​ມັນ​ແລ້ວ ແລະ​ແລ້ວ​ໄດ້​ຝ່າຝືນ​ມັນ, ຂໍ​ໃຫ້​ກັບ​ໃຈ ແລະ ແກ້​ໄຂ ມັນ​ສາ. ມັນ ບໍ່ ຊ້າ​ເກີນ​ໄປ​ຈັກ​ເທື່ອ​ຖ້າ​ຫາ​ກວ່າ​ເຈົ້າ​ຂອງ​ສວນ​ອະ​ງຸ່ນ​ກ່າວ​ວ່າ​ຍັງ​ມີ​ເວລາ​ຢູ່. ກະລຸນາ ຈົ່ງ​ຮັບ​ຟັງ​ການ​ກະ​ຕຸ້ນ​ເຕືອນ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ​ທີ່​ກຳລັງ​ບອກ​ທ່ານ​ຢູ່​ໃນ​ເວລາ​ນີ້, ໃນ​ວິນາທີ​ນີ້, ວ່າ​ທ່ານ​ຄວນ​ຍອມຮັບ​ຂອງ​ປະທານ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ອົງ​ພຣະເຢ​ຊູ​ຄຣິດ ແລະ ມີ​ຄວາມສຸກ​ຢູ່​ກັບ ມິດຕະພາບ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ. ຢ່າ​ຊັກ​ຊ້າ​ເລີຍ. ມັນ​ກຳລັງ​ຈະ​ຄ່ຳ​ແລ້ວ. ໃນ​ພຣະ​ນາມ​ຂອງ ພຣະເຢ​ຊູ​ຄຣິດ, ອາ​ແມນ.